ຄຳສັ່ງຂອງພຣະເຈົ້າຕໍ່ອາດາມ

28 ມັງກອນ 2021

ປະຖົມມະການ 2:15-17 ພຣະເຈົ້າເຢໂຮວານໍາຊາຍຄົນນັ້ນມາ ແລ້ວວາງລາວໄວ້ໃນສວນເອເດັນເພື່ອຕົບແຕ່ງລາວ ແລະ ເບິ່ງແຍງລາວ. ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ.

ເຈົ້າເກັບກຳຫຍັງໄດ້ແດ່ຈາກຂໍ້ຕ້າງໆເຫຼົ່ານີ້? ພຣະຄຳພີພາກນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ເປັນຫຍັງເຮົາຈິ່ງຕັດສິນໃຈທີ່ຈະເວົ້າກ່ຽວກັບຄຳສັ່ງຂອງພຣະເຈົ້າຕໍ່ອາດາມ? ຕອນນີ້ພວກເຈົ້າແຕ່ລະຄົນມີພາບລັກຂອງພຣະເຈົ້າ ແລະ ອາດາມຢູ່ໃນໃຈພວກເຈົ້າແລ້ວບໍ? ພວກເຈົ້າລອງຈິນຕະນາການເບິ່ງວ່າ: ຖ້າພວກເຈົ້າເປັນຄົນຢູ່ໃນສາກນັ້ນ, ເລິກໆແລ້ວ ເຈົ້າຄິດວ່າພຣະເຈົ້າຈະເປັນແນວໃດ? ການຄິດກ່ຽວກັບເລື່ອງນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ນີ້ແມ່ນຮູບພາບທີ່ປະທັບໃຈ ແລະ ອົບອຸ່ນໃຈຫຼາຍ. ເຖິງແມ່ນວ່າມີພຽງພຣະເຈົ້າ ແລະ ມະນຸດຢູ່ໃນພາບນັ້ນ, ຄວາມສະໜິດສະໜົມລະຫວ່າງພວກເຂົາເຮັດໃຫ້ເຈົ້າມີຄວາມຮູ້ສຶກຊື່ນຊົມ: ຄວາມຮັກອັນລົ້ນເຫຼືອຂອງພຣະເຈົ້າໄດ້ຖືກຫວ່ານລົງມາສູ່ມະນຸດ ແລະ ອ້ອມຮອບມະນຸດຢ່າງບໍ່ຢຸດຢັ້ງ; ມະນຸດໄຮ້ດຽງສາ ແລະ ບໍລິສຸດ, ປາດສະຈາກຄວາມຜູກພັນ ແລະ ໄຮ້ຄວາມກັງວົນ, ດຳລົງຊີວິດຢູ່ຢ່າງມີຄວາມສຸກພາຍໃຕ້ສາຍຕາຂອງພຣະເຈົ້າ; ພຣະເຈົ້າສະແດງຄວາມຫ່ວງໃຍຕໍ່ມະນຸດ, ໃນຂະນະທີ່ມະນຸດກໍອາໄສຢູ່ພາຍໃຕ້ການປົກປ້ອງ ແລະ ພອນຂອງພຣະເຈົ້າ; ທຸກສິ່ງທີ່ມະນຸດເຮັດ ແລະ ເວົ້ານັ້ນເຊື່ອມໂຍງກັບພຮະເຈົ້າ ແລະ ບໍ່ສາມາດແຍກອອກຈາກພຣະເຈົ້າໄດ້.

ນີ້ສາມາດເອີ້ນໄດ້ວ່າ ເປັນຄຳສັ່ງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດຫຼັງຈາກທີ່ໄດ້ສ້າງພວກເຂົາ. ຄຳສັ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງຄວາມປະສົງຂອງພຣະເຈົ້າ ແລະ ກໍຍັງບົ່ງບອກເຖິງຄວາມຫ່ວງໃຍທີ່ພຣະອົງມີຕໍ່ມວນມະນຸດອີກດ້ວຍ. ນີ້ແມ່ນຄຳສັ່ງທຳອິດຂອງພຣະເຈົ້າ ແລະ ກໍເປັນຄັ້ງທຳອິດທີ່ພຣະເຈົ້າສະແດງຄວາມເປັນຫ່ວງກັງວົນຕໍ່ມະນຸດ. ໝາຍຄວາມວ່າ, ພຣະເຈົ້າຮູ້ສຶກມີຄວາມຮັບຜິດຊອບຕໍ່ມະນຸດນັບຕັ້ງແຕ່ເວລາທີ່ພຣະອົງສ້າງພວກເຂົາ. ຄວາມຮັບຜິດຊອບຂອງພຣະອົງແມ່ນຫຍັງ? ພຣະອົງຕ້ອງປົກປ້ອງມະນຸດ, ເບິ່ງແຍງມະນຸດ. ພຣະອົງຫວັງວ່າມະນຸດຈະສາມາດເຊື່ອໃຈ ແລະ ເຊື່ອຟັງພຣະທຳຂອງພຣະອົງ. ນີ້ແມ່ນຄວາມຄາດຫວັງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດເຊັ່ນກັນ. ມັນແມ່ນດ້ວຍຄວາມຄາດຫວັງນີ້ ພຣະເຈົ້າຈຶ່ງກ່າວດັ່ງຕໍ່ໄປນີ້ວ່າ: “ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ”. ພຮະທໍາງ່າຍໆເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມປະສົງຂອງພຣະເຈົ້າ. ມັນຍັງໄດ້ເປີດເຜີຍໃຫ້ເຫັນອີກວ່າ, ໃນຫົວໃຈຂອງພຣະອົງ, ພຣະເຈົ້າໄດ້ເລີ່ມສະແດງຄວາມເປັນຫວ່ງຕໍ່ມະນຸດ. ໃນທ່າມກາງທຸກສິ່ງ, ມີພຽງອາດາມເທົ່ານັ້ນທີ່ຖືກສ້າງຂຶ້ນຕາມພາບລັກຂອງພຣະເຈົ້າ; ອາດາມເປັນພຽງສິ່ງມີຊີວິດດຽວທີ່ໄດ້ຮັບລົມຫາຍໃຈແຫ່ງຊີວິດຂອງພຣະເຈົ້າ; ລາວສາມາດຍ່າງກັບພຣະເຈົ້າ, ສົນທະນາກັບພຣະເຈົ້າ. ດ້ວຍເຫັນນັ້ນ ພຣະເຈົ້າຈຶ່ງມອບຄຳສັ່ງນີ້ໃຫ້ກັບລາວ. ພຣະເຈົ້າຊັດເຈນໃນຄຳສັ່ງຂອງພຣະອົງ ວ່າມະນຸດສາມາດເຮັດສິ່ງໄດ້ ແລະ ບໍ່ສາມາດເຮັດສິ່ງໃດໄດ້.

ໃນພຣະທໍາອັນລຽບງ່າຍສອງສາມຂໍ້ເຫຼົ່ານີ້, ພວກເຮົາເຫັນຫົວໃຈຂອງພຣະເຈົ້າ. ແຕ່ຫົວໃຈແບບໃດທີ່ສະແດງອອກມາໃຫ້ເຫັນ? ມີຄວາມຮັກຢູ່ໃນຫົວໃຈຂອງພຣະເຈົ້າບໍ? ມີຄວາມຫ່ວງໃຍບໍ? ໃນຂໍ້ເຫຼົ່ານີ້, ຄວາມຮັກ ແລະ ຄວາມຫ່ວງໃຍຂອງພຣະເຈົ້າບໍ່ພຽງແຕ່ສາມາດໄດ້ຮັບການສັນລະເສີນເທົ່ານັ້ນ, ແຕ່ຍັງສາມາດຮູ້ສຶກເຖິງຢ່າງໃກ້ຊິດອີກດ້ວຍ. ເຈົ້າຈະບໍ່ເຫັນດີນຳບໍ? ຫຼັງຈາກທີ່ໄດ້ຍິນເຮົາເວົ້າສິ່ງນີ້, ພວກເຈົ້າຍັງຈະຄິດວ່າພຣະທໍາເຫຼົ່ານີ້ເປັນພຽງແຕ່ຄຳເວົ້າງ່າຍໆສອງສາມຄຳເທົ່ານັ້ນບໍ? ມັນບໍ່ແມ່ນພຣະທໍາທີ່ລຽບງ່າຍເລີຍ ແມ່ນບໍ່? ພວກເຈົ້າເຄີຍຮູ້ສິ່ງນີ້ມາກ່ອນບໍ? ຖ້າພຣະເຈົ້າບອກພຣະທຳເຫຼົ່ານີ້ກັບເຈົ້າດ້ວຍຕົວເອງ, ເຈົ້າຈະຮູ້ສຶກແນວໃດໃນຂ້າງໃນເຈົ້າ? ຖ້າເຈົ້າບໍ່ແມ່ນບຸກຄົນທີ່ມີມະນຸດສະທໍາ, ຖ້າຫົວໃຈຂອງເຈົ້າເຢັນຊາ, ແລ້ວເຈົ້າກໍຈະບໍ່ຮູ້ສຶກຫຍັງ, ເຈົ້າຈະບໍ່ຮູ້ຄຸນຄ່າຄວາມຮັກຂອງພຣະເຈົ້າ ແລະ ເຈົ້າຈະບໍ່ພະຍາຍາມເຂົ້າໃຈຫົວໃຈຂອງພຣະເຈົ້າ. ແຕ່ໃນຖານະເປັນຄົນທີ່ມີມະໂນທຳ ແລະ ຄວາມຮູ້ສຶກເຖິງຄວາມເປັນມະນຸດ, ເຈົ້າຈະຮູ້ສຶກແຕກຕ່າງ. ເຈົ້າຈະຮູ້ສຶກເຖິງຄວາມອົບອຸ່ນ, ເຈົ້າຈະຮູ້ສຶກຖືກດູແລ ແລະ ຖືກຮັກ, ເຈົ້າຈະຮູ້ສຶກເຖິງຄວາມສຸກ. ນັ້ນບໍ່ຖືກຕ້ອງບໍ? ເມື່ອເຈົ້າຮູ້ສຶກເຖິງສິ່ງເຫຼົ່ານີ້, ເຈົ້າຈະປະຕິບັດຕໍ່ພຣະເຈົ້າແນວໃດ? ເຈົ້າຈະຮູ້ສຶກຜູກພັນກັບພຣະເຈົ້າບໍ? ເຈົ້າຈະຮັກ ແລະ ໃຫ້ຄວາມເຄົາລົບຕໍ່ພຣະເຈົ້າຢ່າງສຸດຫົວໃຈຂອງເຈົ້າບໍ? ຫົວໃຈຂອງເຈົ້າຈະຍັບເຂົ້າໃກ້ຊິດພຣະເຈົ້າບໍ? ເຈົ້າສາມາດເຫັນໄດ້ຈາກສິ່ງນີ້ວ່າ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດນັ້ນສຳຄັນພຽງໃດ. ແຕ່ສິ່ງທີ່ສຳຄັນຍິ່ງກວ່ານັ້ນແມ່ນການຮູ້ເຖິງຄຸນຄ່າ ແລະ ຄວາມເຂົ້າໃຈຕໍ່ຄວາມຮັກຂອງພຣະເຈົ້າ. ຄວາມຈິງແລ້ວ, ພຣະເຈົ້າບໍ່ໄດ້ເວົ້າຫຼາຍສິ່ງທີ່ຄ້າຍຄືກັນໃນໄລຍະຂັ້ນຕອນນີ້ຂອງພາລະກິດຂອງພຣະອົງບໍ? ມີຄົນໃນປັດຈຸບັນນີ້ທີ່ເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າບໍ? ພວກເຈົ້າສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າທີ່ເຮົາຫາກໍກ່າວເຖິງນັ້ນບໍ? ພວກເຈົ້າບໍ່ສາມາດເຫັນຄຸນຄ່າຄວາມປະສົງຂອງພຣະເຈົ້າໄດ້ ຂະໜາດວ່າມັນເປັນຮູບປະທຳ, ຈັບບາຍໄດ້ ແລະ ເປັນຄວາມຈິງ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ພວກເຈົ້າບໍ່ມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ. ນີ້ບໍ່ແມ່ນຄວາມຈິງບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າສ້າງເອວາ

ພຣະເຈົ້າເຢໂຮວາກ່າວວ່າ ມັນບໍ່ແມ່ນເລື່ອງທີ່ດີທີ່ຊາຍຄົນນີ້ຈະຢູ່ຄົນດຽວ; ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ....

Leave a Reply