ກ່ຽວກັບໂຢບ (ພາກທີໜຶ່ງ)
ເມື່ອໄດ້ຮຽນຮູ້ກ່ຽວກັບວິທີທີ່ໂຢບຜ່ານການທົດລອງ, ພວກເຈົ້າສ່ວນໃຫຍ່ກໍເບິ່ງຄືກັບວ່າຢາກຮູ້ຈັກລາຍລະອຽດເພີ່ມເຕີມກ່ຽວກັບໂຢບເອງ, ໂດຍສະເພາະແລ້ວແມ່ນກ່ຽວກັບຄວາມລັບທີ່ເຮັດໃຫ້ເພິ່ນໄດ້ຮັບຄຳຍົກຍ້ອງຂອງພຣະເຈົ້າ. ສະນັ້ນ ໃນມື້ນີ້ ພວກເຮົາມາເວົ້າກ່ຽວກັບໂຢບກັນເທາະ!
ໃນຊີວິດປະຈຳວັນຂອງໂຢບ ພວກເຮົາໄດ້ເຫັນຄວາມສົມບູນ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນ
ຖ້າພວກເຮົາຈະສົນທະນາກ່ຽວກັບໂຢບ, ແລ້ວພວກເຮົາກໍຕ້ອງເລີ່ມຕົ້ນດ້ວຍການປະເມີນເພິ່ນທີ່ກ່າວອອກຈາກປາກຂອງພຣະເຈົ້າເອງ: “ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”.
ກ່ອນອື່ນ ພວກເຮົາມາຮຽນຮູ້ກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບກ່ອນ.
ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄຳວ່າ “ສົມບູນ” ແລະ “ຊື່ສັດ”? ພວກເຈົ້າເຊື່ອວ່າໂຢບບໍ່ມີບ່ອນຕໍາໜິ ແລະ ເພິ່ນເປັນຕາເຄົາລົບນັບຖືບໍ? ແນ່ນອນ ສິ່ງນີ້ຈະເປັນການຕີຄວາມໝາຍ ແລະ ຄວາມເຂົ້າໃຈຕາມຕົວອັກສອນກ່ຽວກັບຄຳວ່າ “ສົມບູນ” ແລະ “ຊື່ສັດ”. ແຕ່ບໍລິບົດຂອງຊີວິດທີ່ແທ້ຈິງແມ່ນຂຶ້ນຢູ່ກັບຄວາມເຂົ້າໃຈທີ່ແທ້ຈິງຂອງໂຢບ, ຄຳເວົ້າ, ໜັງສື ແລະ ທິດສະດີພຽງຢ່າງດຽວແມ່ນຈະບໍ່ໃຫ້ຄຳຕອບໃດເລີຍ. ພວກເຮົາຈະເລີ່ມຕົ້ນໂດຍເບິ່ງຊີວິດໃນເຮືອນຂອງໂຢບ, ເບິ່ງຄວາມປະພຶດປົກກະຕິຂອງເພິ່ນໃນຊີວິດປະຈໍາວັນຂອງເພິ່ນ. ສິ່ງນີ້ຈະບອກໃຫ້ພວກເຮົາຮູ້ກ່ຽວກັບຫຼັກການ ແລະ ຈຸດປະສົງໃນຊີວິດຂອງເພິ່ນ, ພ້ອມທັງກ່ຽວກັບບຸກຄະລິກ ແລະ ການສະແຫວງຫາຂອງເພິ່ນ. ບັດນີ້ ໃຫ້ພວກເຮົາອ່ານພຣະທຳສຸດທ້າຍໃນໂຢບ 1:3. “ໃນບັນດາຜູ້ຊາຍຈາກທິດຕາເວັນອອກ ຊາຍຄົນນີ້ເປັນຄົນທີ່ຍິ່ງໃຫຍ່ທີ່ສຸດ”. ສິ່ງທີ່ພຣະທຳເຫຼົ່ານີ້ໝາຍເຖິງກໍຄື ສະຖານະ ແລະ ຕໍາແໜ່ງຂອງໂຢບແມ່ນສູງຫຼາຍ ແລະ ເຖິງແມ່ນພວກເຮົາບໍ່ໄດ້ຮູ້ເຖິງເຫດຜົນທີ່ວ່າເພິ່ນເປັນບຸກຄົນຍິ່ງໃຫຍ່ທີ່ສຸດໃນບັນດາມະນຸດທັງປວງໃນທິດຕາເວັນອອກ ຍ້ອນຊັບສິນອັນອຸດົມສົມບູນຂອງເພິ່ນ ຫຼື ຍ້ອນເພິ່ນສົມບູນ ແລະ ຊື່ສັດ ແລະ ຢຳເກງພຣະເຈົ້າ ໃນຂະນະທີ່ຫຼີກເວັ້ນສິ່ງຊົ່ວຮ້າຍ, ແຕ່ໂດຍລວມແລ້ວ ພວກເຮົາຮູ້ວ່າສະຖານະ ແລະ ຕໍາແໜ່ງຂອງໂຢບມີຄ່າສູງຫຼາຍ. ດັ່ງທີ່ໄດ້ບັນທຶກໄວ້ໃນພຣະຄຳພີ, ສິ່ງທໍາອິດທີ່ຜູ້ຄົນປະທັບໃຈກ່ຽວກັບໂຢບກໍຄື ໂຢບສົມບູນ, ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ເພິ່ນມີຄວາມຮັ່ງມີຢ່າງຫຼວງຫຼາຍ ແລະ ມີສະຖານະທີ່ເປັນຕາເຄົາລົບນັບຖື. ການທີ່ບຸກຄົນປົກກະຕິດຳລົງຊີວິດຢູ່ໃນສະພາບແວດລ້ອມດັ່ງກ່າວ ແລະ ພາຍໃຕ້ເງື່ອນໄຂດັ່ງກ່າວ, ອາຫານຂອງໂຢບ, ຄຸນນະພາບຊີວິດ ແລະ ຫຼາກຫຼາຍລັກສະນະຂອງຊີວິດສ່ວນຕົວຂອງເພິ່ນຈະເປັນຈຸດສົນໃຈຂອງຜູ້ຄົນສ່ວນໃຫຍ່; ສະນັ້ນ ພວກເຮົາຕ້ອງສືບຕໍ່ອ່ານຂໍ້ພຣະຄຳພີທີ່ວ່າ: “ແລະ ລູກຊາຍຂອງລາວກໍຈັດງານກິນລ້ຽງໃນບ້ານຂອງພວກເຂົາ, ພວກເຂົາຈັດໃນແຕ່ລະມື້ຕາມຜຽນຂອງຕົນ ແລ້ວກໍເອີ້ນເອື້ອຍນ້ອງຂອງພວກເຂົາທັງສາມຄົນມາກິນ ແລະ ດື່ມກັບພວກເຂົາ. ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ ຍ້ອນໂຢບເວົ້າວ່າ ມັນອາດເປັນຍ້ອນບຸດຊາຍຂອງຕົນທີ່ໄດ້ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ. ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ” (ໂຢບ 1:4–5). ຂໍ້ຄວາມນີ້ໄດ້ບອກພວກເຮົາໃຫ້ຮູ້ເຖິງສອງສິ່ງ: ສິ່ງທຳອິດກໍຄື ລູກຊາຍ ແລະ ລູກສາວຂອງໂຢບກິນລ້ຽງຢ່າງເປັນປະຈຳ ໂດຍກິນ ແລະ ດື່ມຢ່າງຫຼວງຫຼາຍ; ສິ່ງທີສອງກໍຄື ໂຢບຖວາຍເຄື່ອງເຜົາບູຊາຢູ່ເລື້ອຍໆ ຍ້ອນເພິ່ນກັງວົນໃຈກັບລູກຊາຍ ແລະ ລູກສາວຂອງເພິ່ນຢູ່ສະເໝີ, ຢ້ານວ່າພວກເຂົາຈະເຮັດຜິດ, ໃນຫົວໃຈຂອງພວກເຂົາແລ້ວ ພວກເຂົາປະຕິເສດພຣະເຈົ້າ. ສິ່ງນີ້ໄດ້ບັນຍາຍເຖິງຊີວິດຂອງຜູ້ຄົນສອງປະເພດທີ່ແຕກຕ່າງກັນ. ປະເພດທຳອິດກໍຄືລູກຊາຍ ແລະ ລູກສາວຂອງໂຢບ ແມ່ນມັກກິນລ້ຽງ ຍ້ອນຄວາມມັ່ງຄັ່ງຂອງພວກເຂົາ, ດຳລົງຊີວິດຢ່າງຟຸມເຟືອຍ, ດື່ມ ແລະ ກິນຈົນພວກເຂົາພໍໃຈ ແລະ ເພີດເພີນກັບຄຸນນະພາບທີ່ດີແຫ່ງຊີວິດທີ່ນໍາມາໂດຍຄວາມຮັ່ງມີທາງດ້ານວັດຖຸ. ເມື່ອດຳລົງຊີວິດແບບນັ້ນ, ມັນກໍຫຼີກເວັ້ນບໍ່ໄດ້ທີ່ພວກເຂົາຈະເຮັດບາບ ແລະ ທ້າທາຍພຣະເຈົ້າຢູ່ເລື້ອຍໆ, ແຕ່ພວກເຂົາບໍ່ໄດ້ຊໍາລະລ້າງບາບຕົນເອງ ຫຼື ຖວາຍເຄື່ອງເຜົາບູຊາ. ເຈົ້າໄດ້ເຫັນແລ້ວວ່າ ພຣະເຈົ້າບໍ່ມີພື້ນທີ່ຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ຄຳນຶງເຖິງພຣະຄຸນຂອງພຣະເຈົ້າ ຫຼື ບໍ່ຢ້ານທີ່ຈະເຮັດຜິດຕໍ່ພຣະເຈົ້າ, ແຮງໄກທີ່ພວກເຂົາຈະຢ້ານການປະຕິເສດພຣະເຈົ້າໃນຫົວໃຈຂອງພວກເຂົາ. ແນ່ນອນ, ຈຸດສຸມຂອງພວກເຮົາບໍ່ແມ່ນຢູ່ທີ່ລູກໆຂອງໂຢບ, ແຕ່ຢູ່ທີ່ສິ່ງທີ່ໂຢບເຮັດ ເມື່ອຜະເຊີນກັບເຫດການດັ່ງກ່າວ; ນີ້ແມ່ນອີກສິ່ງໜຶ່ງທີ່ບັນຍາຍໄວ້ໃນຂໍ້ພຣະທໍາ ເຊິ່ງກ່ຽວພັນກັບຊີວິດປະຈຳວັນຂອງໂຢບ ແລະ ທາດແທ້ຂອງຄວາມເປັນມະນຸດຂອງເພິ່ນ. ເມື່ອພຣະຄຳພີບັນຍາຍເຖິງການກິນລ້ຽງຂອງລູກຊາຍ ແລະ ລູກສາວຂອງໂຢບ, ບໍ່ໄດ້ມີການເວົ້າເຖິງໂຢບ; ມີພຽງແຕ່ເວົ້າວ່າ ລູກຊາຍ ແລະ ລູກສາວຂອງເພິ່ນກິນ ແລະ ດື່ມຮ່ວມກັນຢູ່ເລື້ອຍໆ. ເວົ້າອີກຢ່າງກໍຄື ເພິ່ນບໍ່ໄດ້ຈັດງານກິນລ້ຽງ ຫຼື ເພິ່ນບໍ່ໄດ້ເຂົ້າຮ່ວມກັບລູກຊາຍ ແລະ ລູກສາວຂອງເພິ່ນເພື່ອກິນຢ່າງຟຸມເຟືອຍ. ເຖິງແມ່ນຈະມັ່ງຄັ່ງ ແລະ ມີຊັບສິນ ແລະ ຄົນຮັບໃຊ້ຢ່າງຫຼວງຫຼາຍ, ຊີວິດຂອງໂຢບກໍບໍ່ແມ່ນຊີວິດທີ່ຫຼູຫຼາ. ເພິ່ນບໍ່ໄດ້ເພີດເພີນກັບສະພາບແວດລ້ອມໃນການດຳລົງຊີວິດທີ່ດີເລີດທີ່ສຸດຂອງເພິ່ນ ແລະ ຄວາມຮັ່ງມີຂອງເພິ່ນກໍບໍ່ໄດ້ເຮັດໃຫ້ເພິ່ນຍຶດຕິດກັບຄວາມສຸກຝ່າຍເນື້ອໜັງຢ່າງໂລພາ ຫຼື ເຮັດໃຫ້ເພິ່ນລືມຖວາຍເຄື່ອງເຜົາບູຊາ ແລະ ແຮງໄກທີ່ມັນຈະເຮັດໃຫ້ເພິ່ນຫຼີກເວັ້ນພຣະເຈົ້າໃນຫົວໃຈຂອງເພິ່ນເທື່ອລະໜ້ອຍ. ນີ້ເຫັນໄດ້ຢ່າງຊັດເຈນວ່າ ໂຢບມີວິໄນໃນວິທີໃຊ້ຊີວິດຂອງເພິ່ນ, ບໍ່ໄດ້ໂລພາ ຫຼື ສຳລານຍ້ອນພອນທີ່ພຣະເຈົ້າປະທານໃຫ້ເພິ່ນ ແລະ ເພິ່ນບໍ່ໄດ້ຍຶດຕິດກັບຄຸນນະພາບຊີວິດ. ກົງກັນຂ້າມ, ເພິ່ນຖ່ອມຕົນ ແລະ ບໍ່ອວດໂອ້, ເພິ່ນບໍ່ອວດດີ ແລະ ເພິ່ນລະມັດລະວັງ ແລະ ບໍ່ປະໝາດຕໍ່ໜ້າພຣະເຈົ້າ. ເພິ່ນຄຳນຶງເຖິງພຣະຄຸນ ແລະ ພອນຂອງພຣະເຈົ້າຢູ່ສະເໝີ ແລະ ຢຳເກງພຣະເຈົ້າຢ່າງຕໍ່ເນື່ອງ. ໃນຊີວິດປະຈຳວັນຂອງເພິ່ນ, ໂຢບມັກຕື່ນເຊົ້າເພື່ອຖວາຍເຄື່ອງເຜົາບູຊາສຳລັບລູກຊາຍ ແລະ ລູກສາວຂອງເພິ່ນ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ພຽງແຕ່ໂຢບຢຳເກງພຣະເຈົ້າ, ແຕ່ເພິ່ນຍັງຫວັງວ່າ ລູກໆຂອງເພິ່ນຈະຢຳເກງພຣະເຈົ້າ ແລະ ບໍ່ເຮັດບາບຕໍ່ພຣະເຈົ້າເຊັ່ນກັນ. ຄວາມຮັ່ງມີດ້ານວັດຖຸຂອງໂຢບບໍ່ໄດ້ມີພື້ນທີ່ພາຍໃນຫົວໃຈຂອງເພິ່ນ ຫຼື ມັນບໍ່ໄດ້ແທນທີ່ຕໍາແໜ່ງທີ່ພຣະເຈົ້າມີ; ບໍ່ວ່າຈະເພື່ອເພິ່ນເອງ ຫຼື ລູກໆຂອງເພິ່ນ, ການກະທຳປະຈຳວັນຂອງໂຢບກໍລ້ວນແລ້ວແຕ່ເຊື່ອມໂຍງກັບການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ການທີ່ເພິ່ນຢຳເກງພຣະຜູ້ເປັນເຈົ້າບໍ່ໄດ້ຢຸດທີ່ປາກຂອງເພິ່ນ, ແຕ່ມັນແມ່ນສິ່ງທີ່ເພິ່ນນໍາເຂົ້າສູ່ການປະຕິບັດ ແລະ ສະທ້ອນໃຫ້ເຫັນໃນທຸກສ່ວນຂອງຊີວິດປະຈຳວັນຂອງເພິ່ນ. ຄວາມປະພຶດຕົວຈິງຂອງໂຢບນີ້ສະແດງໃຫ້ພວກເຮົາເຫັນວ່າ ເພິ່ນຊື່ສັດ ແລະ ມີທາດແທ້ທີ່ຮັກຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກ. ການທີ່ໂຢບໄປ ແລະ ຊໍາລະລ້າງບາບໃຫ້ແກ່ລູກຊາຍ ແລະ ລູກສາວຂອງເພິ່ນໝາຍຄວາມວ່າ ເພິ່ນບໍ່ໄດ້ເຫັນພ້ອມ ຫຼື ເຫັນດີກັບພຶດຕິກຳຂອງລູກໆຂອງເພິ່ນ; ກົງກັນຂ້າມ ໃນຫົວໃຈຂອງເພິ່ນນັ້ນ ເພິ່ນບໍ່ພໍໃຈກັບພຶດຕິກຳຂອງພວກເຂົາ ແລະ ຕໍາໜິພວກເຂົາ. ເພິ່ນໄດ້ສະຫຼຸບວ່າ ພຶດຕິກຳຂອງລູກຊາຍ ແລະ ລູກສາວຂອງເພິ່ນບໍ່ພໍໃຈພຣະເຈົ້າເຢໂຮວາ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງເອີ້ນໃຫ້ພວກເຂົາໄປຢູ່ຕໍ່ໜ້າພຣະເຈົ້າເຢໂຮວາ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ. ການກະທຳຂອງໂຢບສະແດງໃຫ້ພວກເຮົາເຫັນເຖິງອີກດ້ານຂອງຄວາມເປັນມະນຸດຂອງເພິ່ນ, ດ້ານທີ່ເພິ່ນບໍ່ເຄີຍຍ່າງກັບຄົນທີ່ເຮັດບາບ ແລະ ເຮັດຜິດຕໍ່ພຣະເຈົ້າຢູ່ເລື້ອຍໆ, ແຕ່ກົງກັນຂ້າມ ເພິ່ນຫຼີກເວັ້ນ ແລະ ຫຼີກຫຼ່ຽງຜູ້ຄົນເຫຼົ່ານັ້ນ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ຈະເປັນລູກຊາຍ ແລະ ລູກສາວຂອງເພິ່ນກໍຕາມ, ເພິ່ນກໍຈະບໍ່ໄດ້ປະຖິ້ມຫຼັກການແຫ່ງຄວາມປະພຶດຂອງເພິ່ນ ຍ້ອນພວກເຂົາເປັນຍາດພີ່ນ້ອງຂອງເພິ່ນເອງ ຫຼື ເພິ່ນບໍ່ໄດ້ຕາມໃຈຄວາມຜິດບາບຂອງພວກເຂົາ ຍ້ອນຄວາມຮູ້ສຶກຂອງເພິ່ນເອງ. ກົງກັນຂ້າມ ເພິ່ນສົ່ງເສີມໃຫ້ພວກເຂົາສາລະພາບ ແລະ ຮັບເອົາຄວາມອົດກັ້ນຂອງພຣະເຈົ້າເຢໂຮວາ ແລະ ເພິ່ນເຕື່ອນພວກເຂົາບໍ່ໃຫ້ປະຖິ້ມພຣະເຈົ້າ ຍ້ອນເຫັນແກ່ຄວາມສຸກທີ່ໂລພາຂອງພວກເຂົາເອງ. ຫຼັກການທີ່ໂຢບປະຕິບັດຕໍ່ຄົນອື່ນແມ່ນບໍ່ສາມາດແຍກອອກຈາກຫຼັກການແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍໄດ້. ເພິ່ນຮັກສິ່ງທີ່ພຣະເຈົ້າຍອມຮັບ ແລະ ກຽດຊັງສິ່ງທີ່ກຽດຊັງພຣະເຈົ້າ; ເພິ່ນຮັກຄົນທີ່ຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ກຽດຊັງຄົນທີ່ເຮັດການຊົ່ວຮ້າຍ ຫຼື ເຮັດບາບຕໍ່ພຣະເຈົ້າ. ຄວາມຮັກ ແລະ ຄວາມກຽດຊັງດັ່ງກ່າວຖືກສະແດງອອກໃນຊີວິດປະຈຳວັນຂອງເພິ່ນ ແລະ ເປັນຄວາມຊື່ສັດທີ່ແທ້ຈິງຂອງໂຢບ ທີ່ເຫັນດ້ວຍຕາຂອງພຣະເຈົ້າ. ແນ່ນອນ ນີ້ຍັງເປັນການສະແດງອອກ ແລະ ການດຳລົງຊີວິດຕາມຄວາມເປັນມະນຸດທີ່ແທ້ຈິງຂອງໂຢບ ໃນຄວາມສຳພັນກັບຄົນອື່ນໆໃນຊີວິດປະຈຳວັດຂອງເພິ່ນ, ເຊິ່ງເປັນສິ່ງທີ່ພວກເຮົາຕ້ອງຮຽນຮູ້.
ການສະແດງອອກເຖິງຄວາມເປັນມະນຸດຂອງໂຢບໃນລະຫວ່າງການທົດລອງຂອງເພິ່ນ (ການເຂົ້າໃຈຄວາມສົມບູນຂອງໂຢບ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍໃນລະຫວ່າງການທົດລອງຂອງເພິ່ນ)
ສິ່ງທີ່ພວກເຮົາໄດ້ແບ່ງປັນຂ້າງເທິງແມ່ນດ້ານຕ່າງໆຂອງຄວາມເປັນມະນຸດຂອງໂຢບ ເຊິ່ງຖືກສະແດງອອກໃນຊີວິດປະຈຳວັນຂອງເພິ່ນກ່ອນການທົດສອບ. ແນ່ນອນ, ການສະແດງອອກທີ່ແຕກຕ່າງກັນເຫຼົ່ານີ້ໄດ້ສ້າງຄວາມລຶ້ງເຄີຍໃນເບື້ອງຕົ້ນ ແລະ ຄວາມເຂົ້າໃຈເຖິງຄວາມຊື່ສັດຂອງໂຢບ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ສະໜ
ອງການຢືນຢັນເບື້ອງຕົ້ນໂດຍທຳມະຊາດ. ເຫດຜົນທີ່ເຮົາເວົ້າວ່າ “ເບື້ອງຕົ້ນ” ກໍຍ້ອນຄົນສ່ວນໃຫຍ່ຍັງບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບບຸກຄະລິກຂອງໂຢບ ແລະ ລະດັບທີ່ເພິ່ນສະແຫວງຫາຫົນທາງການເຊື່ອຟັງ ແລະ ຢຳເກງພຣະເຈົ້າ. ນີ້ໝາຍຄວາມວ່າ ຄວາມເຂົ້າໃຈຂອງຄົນສ່ວນໃຫຍ່ກ່ຽວກັບໂຢບບໍ່ໄດ້ເລິກຫຼາຍໄປກວ່າຄວາມປະທັບໃຈທີ່ຂ້ອນຂ້າງນິຍົມກ່ຽວກັບເພິ່ນ ທີ່ສະໜອງໂດຍຂໍ້ຄວາມສອງຂໍ້ໃນພຣະຄຳພີ ທີ່ມີຄຳເວົ້າຂອງເພິ່ນວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ແລະ “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ສະນັ້ນ ພວກເຮົາຈຶ່ງຈຳເປັນຕ້ອງເຂົ້າໃຈວິທີທີ່ໂຢບດຳລົງຊີວິດຕາມຄວາມເປັນມະນຸດຂອງເພິ່ນ ໃນຂະນະທີ່ເພິ່ນໄດ້ຮັບເອົາການທົດລອງຂອງພຣະເຈົ້າ; ດ້ວຍວິທີນີ້, ຄວາມເປັນມະນຸດທີ່ແທ້ຈິງຂອງໂຢບຈຶ່ງຈະຖືກສະແດງອອກຢ່າງສົມບູນໃຫ້ແກ່ທຸກຄົນ.
ເມື່ອໂຢບໄດ້ຍິນວ່າ ຊັບສິນຂອງເພິ່ນຖືກລັກ, ລູກຊາຍ ແລະ ລູກສາວຂອງເພິ່ນໄດ້ສູນເສຍຊີວິດຂອງພວກເຂົາ ແລະ ຄົນຮັບໃຊ້ຂອງເພິ່ນຖືກຂ້າຕາຍ, ເພິ່ນກໍມີປະຕິກິລິຍາດັ່ງຕໍ່ໄປນີ້: “ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ” (ໂຢບ 1:20). ພຣະທຳເຫຼົ່ານີ້ໄດ້ບອກພວກເຮົາໃຫ້ຮູ້ເຖິງຂໍ້ແທ້ຈິງຢ່າງໜຶ່ງຄື: ຫຼັງຈາກທີ່ໄດ້ຍິນຂ່າວນີ້, ໂຢບກໍບໍ່ໄດ້ວິຕົກກັງວົນໃຈ, ເພິ່ນບໍ່ໄດ້ຮ້ອງໄຫ້ ຫຼື ໂທດຄົນຮັບໃຊ້ທີ່ໄດ້ໃຫ້ຂ່າວດັ່ງກ່າວແກ່ເພິ່ນ, ແຮງໄກທີ່ເພິ່ນຈະກວດສອບສະຖານທີ່ເກີດຄາດຕະກຳເພື່ອສືບສວນ ແລະ ພິສູດລາຍລະອຽດ ແລະ ຄົ້ນຫາວ່າແມ່ນຫຍັງເກີດຂຶ້ນກັນແທ້. ເພິ່ນບໍ່ໄດ້ສະແດງອອກເຖິງຄວາມເຈັບປວດ ຫຼື ຄວາມເສຍໃຈໃນການສູນເສຍຊັບສິນຂອງເພິ່ນ ຫຼື ເພິ່ນບໍ່ໄດ້ຮ້ອງໄຫ້ອອກມາ ຍ້ອນການສູນເສຍລູກໆຂອງເພິ່ນ ແລະ ຄົນຮັກຂອງເພິ່ນ. ໃນທາງກົງກັນຂ້າມ, ເພິ່ນຈີກເສື້ອຄຸມຂອງເພິ່ນອອກ ແລະ ໂກນຫົວຂອງເພິ່ນ, ລົ້ມລົງກັບພື້ນ ແລະ ນະມັດສະການ. ການກະທຳຂອງໂຢບບໍ່ຄືກັນກັບຂອງມະນຸດປົກກະຕິ. ການກະທຳເຫຼົ່ານັ້ນເຮັດໃຫ້ຫຼາຍຄົນສັບສົນ ແລະ ເຮັດໃຫ້ພວກເຂົາຕໍາໜິໂຢບໃນຫົວໃຈຂອງພວກເຂົາສຳລັບ “ຄວາມເລືອດເຢັນ” ຂອງເພິ່ນ. ໃນການສູນເສຍຊັບສິນຢ່າງກະທັນຫັນ, ຄົນປົກກະຕິຈະປາກົດຄືກັບອົກຫັກ ຫຼື ໝົດຫວັງ ຫຼື ໃນກໍລະນີຂອງບາງຄົນ ພວກເຂົາອາດເຖິງກັບຕົກຢູ່ໃນຄວາມເສົ້າໃຈຢ່າງຮຸນແຮງ. ນີ້ກໍຍ້ອນວ່າ ໃນຫົວໃຈຂອງພວກເຂົານັ້ນ ຊັບສິນຂອງຜູ້ຄົນສະແດງເຖິງຄວາມພະຍາຍາມຊົ່ວຊີວິດ, ມັນຄືຄວາມຢູ່ລອດຂອງພວກເຂົາ, ມັນຄືຄວາມຫວັງທີ່ເຮັດໃຫ້ພວກເຂົາສືບຕໍ່ດຳລົງຊີວິດຢູ່; ການສູນເສຍຊັບສິນຂອງພວກເຂົາໝາຍເຖິງຄວາມຍະຍາມຂອງພວກເຂົາໄດ້ສູນເປົ່າ, ພວກເຂົາປາສະຈາກຄວາມຫວັງ ແລະ ພວກເຂົາເຖິງກັບບໍ່ມີອະນາຄົດ. ນີ້ຄືທ່າທີຂອງຄົນປົກກະຕິຕໍ່ຊັບສິນຂອງພວກເຂົາ ແລະ ຄວາມສຳພັນອັນໃກ້ຊິດທີ່ພວກເຂົາມີກັບຊັບສິນນັ້ນ ແລະ ນີ້ຍັງເປັນຊັບສິ້ນທີ່ສຳຄັນໃນສາຍຕາຂອງຜູ້ຄົນ. ເມື່ອເປັນດັ່ງນັ້ນ, ຄົນສ່ວນໃຫຍ່ຈຶ່ງຮູ້ສຶກສັບສົນທີ່ໂຢບມີທ່າທີເສີຍເມີຍຕໍ່ການສູນເສຍຊັບສິນຂອງເພິ່ນ. ມື້ນີ້, ພວກເຮົາຈະລົບລ້າງຄວາມສັບສົນທີ່ທຸກຄົນເຫຼົ່ານີ້ໄດ້ຮູ້ສຶກ ໂດຍອະທິບາຍເຖິງສິ່ງທີ່ເກີດຂຶ້ນພາຍໃນຫົວໃຈຂອງໂຢບ.
ສາມັນສຳນຶກບົ່ງບອກວ່າ ເມື່ອພຣະເຈົ້າໄດ້ມອບຊັບສິນອັນອຸດົມສົມບູນເຊັ່ນນັ້ນ, ໂຢບຄວນຮູ້ສຶກລະອາຍໃຈຕໍ່ໜ້າພຣະເຈົ້າ ຍ້ອນໄດ້ສູນເສຍຊັບສິນເຫຼົ່ານີ້, ຍ້ອນເພິ່ນບໍ່ໄດ້ເບິ່ງແຍງ ຫຼື ດູແລສິ່ງເຫຼົ່ານັ້ນ; ເພິ່ນບໍ່ໄດ້ຮັກສາຊັບສິນທີ່ພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນນັ້ນໄວ້. ສະນັ້ນ ເມື່ອເພິ່ນໄດ້ຍິນວ່າ ຊັບສິນຂອງເພິ່ນຖືກລັກ, ປະຕິກິລິຍາທຳອິດຂອງເພິ່ນກໍຄວນໄປທີ່ບ່ອນມີການຄາດຕະກຳ ແລະ ປະເມີນສະຖານະການທີ່ໄດ້ສູນເສຍ ແລະ ຫຼັງຈາກນັ້ນກໍສາລະພາບຕໍ່ພຣະເຈົ້າ ເພື່ອວ່າເພິ່ນອາດໄດ້ຮັບພອນຂອງພຣະເຈົ້າໃໝ່ອີກຄັ້ງ. ເຖິງຢ່າງໃດກໍຕາມ, ໂຢບບໍ່ໄດ້ເຮັດແບບນີ້ ແລະ ແນ່ນອນ ເພິ່ນມີເຫດຜົນຂອງເພິ່ນເອງທີ່ຈະບໍ່ເຮັດແບບນັ້ນ. ໃນຫົວໃຈຂອງໂຢບ, ໂຢບເຊື່ອຢ່າງເລິກເຊິ່ງວ່າ ທຸກສິ່ງທີ່ເພິ່ນມີແມ່ນພຣະເຈົ້າໄດ້ປະທານໃຫ້ແກ່ເພິ່ນ ແລະ ບໍ່ແມ່ນຜົນຜະລິດຈາກແຮງງານຂອງເພິ່ນເອງ. ສະນັ້ນ ເພິ່ນຈຶ່ງບໍ່ເຫັນວ່າພອນເຫຼົ່ານີ້ເປັນສິ່ງທີ່ຄວນຍຶດຕິດ, ແຕ່ກົງກັນຂ້າມ ເພິ່ນຍຶດຕິດກັບຫຼັກການແຫ່ງຄວາມຢູ່ລອດຂອງເພິ່ນ ໂດຍຍຶດຕິດຕໍ່ຫົນທາງທີ່ຄວນຍຶດໝັ້ນດ້ວຍກຳລັງທັງໝົດຂອງເພິ່ນ. ເພິ່ນຊື່ນຊົມພອນຂອງພຣະເຈົ້າ ແລະ ຂອບໃຈສຳລັບສິ່ງເຫຼົ່ານັ້ນ, ແຕ່ເພິ່ນບໍ່ໄດ້ຍຶດຕິດກັບພອນເຫຼົ່ານັ້ນ ຫຼື ເພິ່ນບໍ່ໄດ້ສະແຫວງຫາສິ່ງເຫຼົ່ານັ້ນເພີ່ມເຕີມເລີຍ. ນັ້ນແມ່ນທ່າທີຂອງເພິ່ນຕໍ່ຊັບສິນ. ເພິ່ນບໍ່ໄດ້ເຮັດຫຍັງເພື່ອເຫັນແກ່ການໄດ້ຮັບພອນ ຫຼື ບໍ່ໄດ້ກັງວົນໃຈ ຫຼື ເສົ້າໂສກກັບການບໍ່ມີ ຫຼື ການສູນເສຍພອນຂອງພຣະເຈົ້າ; ເພິ່ນບໍ່ໄດ້ມີຄວາມສຸກຢ່າງບ້າປ່ວງຍ້ອນພອນຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຫົນທາງຂອງພຣະເຈົ້າ ຫຼື ລືມພຣະຄຸນຂອງພຣະເຈົ້າຍ້ອນພອນທີ່ເພິ່ນໄດ້ຮັບຢູ່ເລື້ອຍໆ. ທ່າທີຂອງໂຢບຕໍ່ຊັບສິນຂອງເພິ່ນເປີດເຜີຍຄວາມເປັນມະນຸດທີ່ແທ້ຈິງຂອງເພິ່ນໃຫ້ແກ່ຜູ້ຄົນ: ຢ່າງທຳອິດ, ໂຢບບໍ່ແມ່ນຜູ້ຊາຍທີ່ໂລພາ ແລະ ບໍ່ໄດ້ຮຽກຮ້ອງຫຍັງໃນຊີວິດຝ່າຍວັດຖຸຂອງເພິ່ນ. ຢ່າງທີສອງ, ໂຢບບໍ່ເຄີຍກັງວົນໃຈ ຫຼື ຢ້ານວ່າພຣະເຈົ້າຈະເອົາທຸກສິ່ງທີ່ເພິ່ນມີ, ເຊິ່ງເປັນທ່າທີແຫ່ງຄວາມເຊື່ອຟັງທີ່ເພິ່ນມີຕໍ່ພຣະເຈົ້າໃນຫົວໃຈຂອງເພິ່ນ; ນັ້ນກໍຄື ເພິ່ນບໍ່ໄດ້ຮຽກຮ້ອງ ຫຼື ຕໍ່ວ່າກ່ຽວກັບວ່າ ເມື່ອໃດພຣະເຈົ້າຈະເອົາສິ່ງນັ້ນໄປຈາກເພິ່ນ ແລະ ບໍ່ໄດ້ຖາມເຫດຜົນວ່າເປັນຫຍັງ, ແຕ່ສະແຫວງຫາເພື່ອເຊື່ອຟັງການຈັດແຈງຂອງພຣະເຈົ້າເທົ່ານັ້ນ. ຢ່າງທີສາມ, ເພິ່ນບໍ່ເຄີຍເຊື່ອວ່າຊັບສິນຂອງເພິ່ນມາຈາກກແຮງງານຂອງເພິ່ນເອງ, ແຕ່ແມ່ນພຣະເຈົ້າທີ່ປະທານສິ່ງເຫຼົ່ານັ້ນໃຫ້ກັບເພິ່ນ. ນີ້ຄືຄວາມເຊື່ອຂອງໂຢບໃນພຣະເຈົ້າ ແລະ ເປັນການບົ່ງບອກເຖິງຄວາມເຊື່ອໝັ້ນຂອງເພິ່ນ. ຄວາມເປັນມະນຸດຂອງໂຢບ ແລະ ການສະແຫວງຫາໃນຊີວິດປະຈຳວັນທີ່ແທ້ຈິງຂອງເພິ່ນຊັດເຈນໃນຂໍ້ສະຫຼຸບກ່ຽວກັບເພິ່ນໃນສາມປະເດັນນີ້ບໍ? ຄວາມເປັນມະນຸດ ແລະ ການສະແຫວງຫາຂອງໂຢບແມ່ນສໍາຄັນຕໍ່ຄວາມປະພຶດຢ່າງສະຫງົບໃຈຂອງເພິ່ນ ເມື່ອຜະເຊີນກັບການສູນເສຍຊັບສິນຂອງເພິ່ນ. ມັນແມ່ນຍ້ອນການສະແຫວງຫາປະຈຳວັນຂອງເພິ່ນໂດຍແທ້, ໂຢບຈຶ່ງມີວຸດທິພາວະ ແລະ ຄວາມເຊື່ອໝັ້ນທີ່ຈະເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ໃນລະຫວ່າງການທົດລອງຂອງພຣະເຈົ້າ. ຄຳເວົ້າເຫຼົ່ານີ້ບໍ່ແມ່ນໄດ້ຮັບພຽງຂ້າມຄືນ ຫຼື ມັນບໍ່ແມ່ນຫາກໍປາກົດໃນຫົວຂອງໂຢບ. ມັນແມ່ນສິ່ງທີ່ເພິ່ນໄດ້ເຫັນ ແລະ ໄດ້ຮັບເປັນເວລາຫຼາຍປີໃນການຜະເຊີນກັບຊີວິດ. ເມື່ອປຽບທຽບກັບທຸກຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ຄົນທີ່ຢ້ານວ່າພຣະເຈົ້າຈະເອົາທຸກສິ່ງໄປຈາກພວກເຂົາ ແລະ ຄົນທີ່ກຽດຊັງສິ່ງນັ້ນ ແລະ ຕໍ່ວ່າກ່ຽວກັບສິ່ງນັ້ນ, ຄວາມເຊື່ອຟັງຂອງໂຢບບໍ່ໄດ້ເປັນຈິງແທ້ບໍ? ເມື່ອປຽບທຽບກັບທຸກຄົນທີ່ເຊື່ອວ່າມີພຣະເຈົ້າ, ແຕ່ບໍ່ເຄີຍເຊື່ອວ່າພຣະເຈົ້າປົກຄອງຢູ່ເໜືອສິ່ງທັງປວງ, ໂຢບບໍ່ມີຄວາມຊື່ສັດ ແລະ ຄວາມບໍລິສຸດໃຈຢ່າງໃຫຍ່ຫຼວງບໍ?
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?