ພຣະເຈົ້າກຳນົດຂອບເຂດສໍາລັບສະພາບແວດລ້ອມທາງພູມສາດຕ່າງໆ
ມື້ນີ້ເຮົາຈະເວົ້າກ່ຽວກັບຫົວຂໍ້ ແລະ ວິທີທີ່ພຣະເຈົ້າໄດ້ນຳເອົາກົດເກນປະເພດເຫຼົ່ານີ້ມາສູ່ທຸກສິ່ງ ແລະ ບຳລຸງລ້ຽງມວນມະນຸດທັງປວງ. ນີ້ແມ່ນຫົວຂໍ້ທີ່ຂ້ອນຂ້າງໃຫຍ່, ດັ່ງນັ້ນ ພວກເຮົາສາມາດແບ່ງມັນອອກເປັນຫຼາຍພາກສ່ວນ ແລະ ສົນທະນາກ່ຽວກັບມັນເທື່ອລະຫົວຂໍ້ ເພື່ອວ່າ ຈະໄດ້ອະທິບາຍຢ່າງຊັດເຈນສໍາລັບພວກເຈົ້າ. ວິທີນີ້ ຈະເຮັດໃຫ້ພວກເຈົ້າເຂົ້າໃຈງ່າຍຂຶ້ນ ແລະ ພວກເຈົ້າກໍຈະຄ່ອຍໆສາມາດເຂົ້າໃຈມັນໄດ້.
ສະນັ້ນ, ໃຫ້ພວກເຮົາມາເລີ່ມກັບພາກສ່ວນທຳອິດເລີຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຂີດເຂດແດນສຳລັບພູ, ທົ່ງພຽງ, ທະເລຊາຍ, ເນີນພູ, ຫ້ວຍນ້ຳ ແລະ ທະເລສາບ. ເທິງແຜ່ນດິນໂລກມີພູ, ທົ່ງພຽງ, ທະເລຊາຍ, ເນີນພູ ພ້ອມທັງແຫຼ່ງນ້ຳຕ່າງໆ. ສິ່ງເຫຼົ່ານີ້ສ້າງພູມສັນຖານທີ່ແຕກຕ່າງກັນບໍ່ແມ່ນບໍ? ພຣະເຈົ້າໄດ້ຂີດເສັ້ນເຂດແດນຕ່າງໆເພື່ອແບ່ງແຍກພວກມັນ. ເມື່ອພວກເຮົາເວົ້າເຖິງການຂີດເສັ້ນເຂດແດນ, ໝາຍຄວາມວ່າ ພູເຂົາມີເຂດແດນຂອງມັນ, ທົ່ງພຽງມີເຂດແດນຂອງມັນ, ທະເລຊາຍມີຂອບເຂດທີ່ແນ່ນອນ ແລະ ເນີນພູມີພື້ນທີ່ທີ່ແນ່ນອນ. ນອກຈາກນີ້ຍັງມີປະລິມານຂອງແຫຼ່ງນ້ຳທີ່ແນ່ນອນ ເຊັ່ນ: ແມ່ນ້ຳ ແລະ ທະເລສາບ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງແຍກທຸກສິ່ງອອກຢ່າງຈະແຈ້ງທີ່ສຸດ. ພຣະເຈົ້າໄດ້ກຳນົດໄວ້ແລ້ວວ່າ ລັດສະໝີຂອງພູເຂົາຄວນມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ພຣະອົງຍັງໄດ້ກຳນົດວ່າ ລັດສະໝີຂອງທົ່ງພຽງມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຍັງໄດ້ກຳນົດຂອບເຂດຂອງທະເລຊາຍ ລວມເຖິງຂອບເຂດເນີນພູ ແລະ ສັດສ່ວນຂອງມັນ ແລະ ສິ່ງທີ່ອ້ອມເຂດແດນຂອງມັນ. ທັງໝົດນີ້ໄດ້ຖືກກຳນົດໂດຍພຣະອົງ. ພຣະອົງກຳນົດຂອບເຂດແມ່ນ້ຳ ແລະ ທະເລສາບ. ພວກມັນທັງໝົດມີເຂດແດນຂອງມັນ. ດັ່ງນັ້ນ, ເມື່ອພວກເຮົາເວົ້າເຖິງ “ເຂດແດນ” ພວກເຮົາໝາຍເຖິງຫຍັງ? ພວກເຮົາໄດ້ເວົ້າກ່ຽວກັບວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງໂດຍການສ້າງກົດເກນສຳລັບທຸກສິ່ງ. ນັ້ນກໍຄື ຂອບເຂດ ແລະ ເຂດແດນຂອງພູເຂົາຕ່າງໆຈະບໍ່ຂະຫຍາຍອອກ ຫຼື ຫຼຸດລົງຍ້ອນການໝູນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງການເວລາ. ພວກມັນຖືກກຳນົດຢ່າງຕາຍຕົວ, ບໍ່ປ່ຽນແປງ ແລະ ຄວາມບໍ່ປ່ຽນແປງຂອງມັນກໍຖືກກໍານົດໂດຍພຣະເຈົ້າ. ສໍາລັບພື້ນທີ່ຂອງທົ່ງພຽງ, ຂອບເຂດຂອງມັນ ແລະ ສິ່ງທີ່ຢູ່ອ້ອມເຂດແດນຂອງມັນ; ສິ່ງນີ້ແມ່ນຖືກກຳນົດໂດຍພຣະເຈົ້າເຊັ່ນກັນ. ພວກມັນມີເຂດແດນຂອງມັນ ແລະ ດັ່ງນັ້ນ ມັນເປັນໄປບໍ່ໄດ້ທີ່ດິນຈະໂຜ່ຂຶ້ນຈາກພຶ້ນດິນທົ່ງພຽງໂດຍບັງເອີນ. ທົ່ງພຽງບໍ່ສາມາດປ່ຽນເປັນພູເຂົາໄດ້ໃນທັນທີທັນໃດ, ສິ່ງນີ້ແມ່ນເປັນໄປບໍ່ໄດ້. ນີ້ຄືຄວາມໝາຍຂອງກົດເກນ ແລະ ເຂດແດນທີ່ພວກເຮົາກໍາລັງເວົ້າເຖິງ. ສ່ວນທະເລຊາຍ, ພວກເຮົາຈະບໍ່ເນັ້ນເຖິງໜ້າທີ່ສະເພາະຂອງທະເລຊາຍ ຫຼື ພູມສັນຖານປະເພດອື່ນໆ ຫຼື ທີ່ຕັ້ງພູມີສາດໃນເວລານີ້, ພວກເຂົາຈະເວົ້າເຖິງແຕ່ເຂດແດນຂອງພວກມັນເທົ່ານັ້ນ. ພາຍໃຕ້ການປົກຄອງຂອງພຣະເຈົ້າ, ຂອບເຂດຂອງທະເລຊາຍຈະບໍ່ຂະຫຍາຍອອກໄປ. ນີ້ກໍຍ້ອນວ່າ ພຣະເຈົ້າໄດ້ກໍານົດກົດເກນ ແລະ ຂອບເຂດຂອງມັນໄວ້ແລ້ວ. ພື້ນທີ່ຂອງມັນກວ້າງພຽງໃດ, ແມ່ນຫຍັງຄືໜ້າທີ່ຂອງມັນ, ແມ່ນຫຍັງທີ່ຢູ່ອ້ອມເຂດແດນຂອງມັນ ແລະ ບ່ອນທີ່ມັນຕັ້ງຢູ່, ທຸກສິ່ງເຫຼົ່ານີ້ແມ່ນຖືກພຣະເຈົ້າກຳນົດໄວ້ແລ້ວ. ມັນຈະບໍ່ຢູ່ເກີນຂອບເຂດຂອງມັນ ຫຼື ຍ້າຍຕຳແໜ່ງຂອງມັນ ແລະ ພື້ນທີ່ຂອງມັນຈະບໍ່ຂະຫຍາຍອອກຕາມລໍາພັງ. ເຖິງແມ່ນວ່າ ກະແສນ້ຳເຊັ່ນ: ແມ່ນ້ຳ ແລະ ທະເລສາບຕ່າງໆແມ່ນເປັນລະລົບ ແລະ ຕໍ່ເນື່ອງ, ພວກມັນຈະບໍ່ມີວັນໄຫຼອອກນອກຂອບເຂດ ຫຼື ເໜືອເຂດແດນຂອງມັນ. ພວກມັນທັງໝົດຈະໄຫຼໄປໃນທິດທາງດຽວກັນ, ໃນທິດທາງທີ່ພວກມັນຄວນຈະໄຫຼໄປຢ່າງເປັນລະບົບ. ດັ່ງນັ້ນ, ພາຍໃຕ້ກົດເກນແຫ່ງການປົກຄອງຂອງພຣະເຈົ້າ, ບໍ່ມີແມ່ນ້ຳ ຫຼື ທະເລສາບໃດທີ່ຈະເຫືອດແຫ້ງໂດຍທໍາມະຊາດ ຫຼື ປ່ຽນທິດທາງ ຫຼື ປ່ຽນປະລິມານກະແສນໍ້າຂອງມັນຍ້ອນການໝູນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງເວລາໄດ້ຕາມລໍາພັງ. ທັງໝົດນີ້ແມ່ນຢູ່ໃນການຄວບຄຸມຂອງພຣະເຈົ້າ. ໝາຍຄວາມວ່າ ທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າໃນທ່າມກາງມະນຸດຊາດນີ້ມີສະຖານທີ່, ພື້ນທີ່ ແລະ ຂອບເຂດຂອງພວກມັນຢ່າງຕາຍໂຕ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ, ເຂດແດນຂອງພວກມັນແມ່ນໄດ້ຖືກສ້າງຂຶ້ນ ແລະ ພວກມັນບໍ່ສາມາດຖືກດັດແປງ, ຕໍ່ອາຍຸ ຫຼື ປ່ຽນແປງໄດ້ຕາມອຳເພີໃຈ. “ອຳເພີໃຈ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ພວກມັນຈະບໍ່ປ່ຽນ, ຂະຫຍາຍອອກ ຫຼື ປ່ຽນແປງຮູບແບບເດີມຂອງພວກມັນຍ້ອນອາກາດ, ອຸນຫະພູມ ຫຼື ຄວາມໄວໃນການໝູນວຽນຂອງແຜ່ນດິນໂລກ. ຕົວຢ່າງ: ພູເຂົາມີຄວາມສູງທີ່ແນ່ນອນ, ຖານຂອງມັນມີພື້ນທີ່ທີ່ແນ່ນອນ, ມີລະດັບຄວາມສູງທີ່ແນ່ນອນ ແລະ ມີພືດພັນຈຳນວນສະເພາະທີ່ແນ່ນອນ. ທັງໝົດນີ້ແມ່ນໄດ້ຖືກວາງແຜນ ແລະ ຄຳນວນໂດຍພຣະເຈົ້າແລ້ວ ແລະ ມັນຈະບໍ່ປ່ຽນແປງຕາມອຳເພີໃຈ. ສ່ວນທົ່ງພຽງ, ມະນຸດສ່ວນໃຫຍ່ອາໄສຢູ່ເຂດທົ່ງພຽງ ແລະ ບໍ່ມີການປ່ຽນແປງດ້ານພູມີອາກາດໃດທີ່ຈະສົ່ງຜົນກະທົບຕໍ່ພື້ນທີ່ ຫຼື ຄຸນຄ່າແຫ່ງການມີຢູ່ຂອງມັນໄດ້. ແມ່ນແຕ່ສິ່ງຕ່າງໆທີ່ມີຢູ່ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທີ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າກໍຈະບໍ່ຖືກປ່ຽນແປງຕາມອຳເພີໃຈໄດ້. ຕົວຢ່າງເຊັ່ນ: ອົງປະກອບຂອງທະເລຊາຍ, ປະເພດຂອງແຮ່ທາດໃນໃຕ້ດິນ, ຈຳນວນເມັດຊາຍໃນທະເລຊາຍ ແລະ ສີຂອງມັນ, ຄວາມໜາຂອງທະເລຊາຍ; ສິ່ງເຫຼົ່ານີ້ຈະບໍ່ປ່ຽນແປງຕາມອຳເພີໃຈ. ເປັນຫຍັງຈິ່ງວ່າພວກມັນຈະບໍ່ປ່ຽນແປງຕາມອຳເພີໃຈ? ນັ້ນກໍຍ້ອນການປົກຄອງຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ. ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທັງໝົດນີ້ແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ, ພຣະອົງຈັດການທຸກສິ່ງຕາມແຜນ ແລະ ຢ່າງເປັນລະບົບ. ດັ່ງນັ້ນ, ສະພາບແວດລ້ອມທາງພູມີສາດທັງໝົດນີ້ຍັງຄົງມີຢູ່ ແລະ ຍັງຄົງປະຕິບັດໜ້າທີ່ຂອງມັນເປັນເວລາຫຼາຍພັນປີ ແລະ ຫຼາຍສິບພັນປີຫຼັງຈາກທີ່ພວກມັນໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ເຖິງແມ່ນວ່າ ມີບາງຊ່ວງເວລາທີ່ພູເຂົາໄຟແຕກ ແລະ ບາງຊ່ວງເວລາເມື່ອແຜ່ນດິນໄຫວເກີດຂຶ້ນ ແລະ ມີແຜ່ນດິນເຄື່ອນໄຫວຄັ້ງໃຫຍ່, ແນ່ນອນ ພຣະເຈົ້າຈະບໍ່ອະນຸຍາດໃຫ້ພູມສັນຖານຕ່າງໆສູນເສຍໜ້າທີ່ເດີມຂອງມັນ. ຍ້ອນການຄຸ້ມຄອງຂອງພຣະເຈົ້າ, ການປົກຄອງ ແລະ ການຄວບຄຸມຂອງພຣະອົງເໜືອກົດເກນເຫຼົ່ານີ້ທີ່ເຮັດໃຫ້ສິ່ງຕ່າງໆທັງໝົດນີ້ ທີ່ມະນຸດໄດ້ເຫັນ ແລະ ໄດ້ຊື່ນຊົມ ສາມາດຢູ່ລອດເທິງແຜ່ນດິນໂລກນີ້ໄດ້ຢ່າງສະບາຍ. ສະນັ້ນ, ເປັນຫຍັງພຣະເຈົ້າຈິ່ງຄຸ້ມຄອງພູມສັນຖານຕ່າງໆທັງໝົດເທິງແຜ່ນດິນໂລກດ້ວຍວິທີນີ້? ວັດຖຸປະສົງຂອງພຣະອົງແມ່ນເພື່ອໃຫ້ສິ່ງທີ່ມີຊີວິດລອດໃນສະພາບແວດລ້ອມທາງພູມີສາດທັງໝົດມີສະພາບແວດລ້ອມທີ່ໝັ້ນຄົງ ແລະ ເພື່ອວ່າ ພວກມັນຈະສາມາດສືບຕໍ່ມີຊີວິດ ແລະ ເພີ່ມທະວີຢູ່ໃນສະພາບແວດລ້ອມທີ່ໝັ້ນຄົງ. ທຸກສິ່ງເຫຼົ່ານີ້ທີ່ສາມາດເຄື່ອນໄຫວໄດ້ ແລະ ບໍ່ສາມາດເຄື່ອນໄຫວໄດ້, ບັນດາສິ່ງທີ່ສາມາດຫາຍໃຈທາງດັງ ແລະ ບັນດາສິ່ງທີ່ບໍ່ຫາຍໃຈທາງດັງ ໄດ້ສ້າງສະພາບແວດລ້ອມທີ່ເປັນເອກະລັກເພື່ອຄວາມຢູ່ລອດຂອງມະນຸດຊາດ. ມີພຽງສະພາບແວດລ້ອມແບບນີ້ເທົ່ານັ້ນທີ່ສາມາດບຳລຸງລ້ຽງມະນຸດຈາກຮຸ່ນສູ່ຮຸ່ນ ແລະ ມີພຽງສະພາບແວດລ້ອມແບບນີ້ເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ສືບຕໍ່ມີຊີວິດຢູ່ລອດໄດ້ຢ່າງສັນຕິສຸກຈາກຮຸ່ນສູ່ຮຸ່ນ.
ສິ່ງທີ່ເຮົາຫາກໍ່ເວົ້າເຖິງແມ່ນຫົວຂໍ້ໃຫຍ່ພໍສົມຄວນ, ດັ່ງນັ້ນ ບາງທີມັນອາດຈະເບິ່ງຄືກັບວ່າ ຖືກຕັດຂາດຈາກຊີວິດຂອງພວກເຈົ້າ, ແຕ່ເຮົາເຊື່ອວ່າພວກເຈົ້າສາມາດເຂົ້າໃຈມັນໄດ້ທັງໝົດ, ແມ່ນບໍ? ໝາຍຄວາມວ່າ, ກົດເກນຂອງພຣະເຈົ້າໃນການປົກຄອງຂອງພຣະອົງເໜືອທຸກສິ່ງນັ້ນສຳຄັນຫຼາຍ ແລະ ສຳຄັນຫຼາຍຢ່າງແນ່ນອນ! ແມ່ນຫຍັງຄືເງື່ອນໄຂສຳລັບການເຕີບໂຕຂອງທຸກສິ່ງທີ່ມີຊີວິດພາຍໃຕ້ກົດເກນເຫຼົ່ານີ້? ມັນເປັນຍ້ອນການປົກຄອງຂອງພຣະເຈົ້າ. ຍ້ອນການປົກຄອງຂອງພຣະອົງ ທຸກສິ່ງຈຶ່ງປະຕິບັດໜ້າທີ່ພາຍໃນການປົກຄອງຂອງພຣະອົງ. ຕົວຢ່າງເຊັ່ນ: ພູເຂົາບຳລຸງລ້ຽງປ່າໄມ້ ແລະ ປ່າໄມ້ກໍບຳລຸງລ້ຽງ ແລະ ປົກປ້ອງນົກ ແລະ ສັດຕ່າງໆທີ່ອາໄສຢູ່ໃນປ່າໄມ້ເປັນການຕອບແທນ. ທົ່ງພຽງແມ່ນພື້ນທີ່ທີ່ຖືກກະກຽມໄວ້ເພື່ອໃຫ້ມະນຸດປູກພືດຕ່າງໆ ພ້ອມທັງເພື່ອນົກ ແລະ ສັດຕ່າງໆອີກດ້ວຍ. ທົ່ງພຽງເຮັດໃຫ້ມະນຸດຊາດສ່ວນໃຫຍ່ໄດ້ອາໄສຢູ່ເທິງດິນພຽງ ແລະ ສະໜອງຄວາມສະດວກໃນການໃຊ້ຊີວິດຂອງພວກເຂົາ. ທົ່ງພຽງຍັງປະກອບດ້ວຍທົ່ງຫຍ້າອີກດ້ວຍ, ເປັນທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ. ທົ່ງຫຍ້າສະໜອງພືດພັນຕ່າງໆເພື່ອປົກຫຸ້ມພື້ນແຜ່ນດິນໂລກ. ພວກມັນປົກປ້ອງດິນ ແລະ ບຳລຸງລ້ຽງງົວ, ແກະ ແລະ ມ້າທີ່ອາໄສຢູ່ໃນທົ່ງຫຍ້າ. ທະເລຊາຍກໍປະຕິບັດໜ້າທີ່ຂອງມັນເຊັ່ນກັນ. ມັນບໍ່ແມ່ນບ່ອນທີ່ມະນຸດອາໄສຢູ່; ໜ້າທີ່ຂອງມັນແມ່ນເຮັດໃຫ້ພູມີອາກາດແຫ້ງແລ້ງ. ສາຍນ້ຳ ຈາກຫ້ວຍນໍ້າ ແລະ ທະເລສາບນຳເອົານ້ຳດື່ມມາໃຫ້ຜູ້ຄົນໃນທາງທີ່ສະດວກ. ເມື່ອໃດກໍຕາມທີ່ພວກມັນໄຫຼ ຜູ້ຄົນກໍຈະມີນ້ຳດື່ມ ແລະ ຄວາມຕ້ອງການນ້ຳຂອງທຸກສິ່ງກໍ່ຈະຖືກຕື່ມເຕັມຢ່າງສະດວກສະບາຍ. ນີ້ແມ່ນເຂດແດນທີ່ໄດ້ຖືກຂີດໄວ້ໂດຍພຣະເຈົ້າສຳລັບພູມສັນຖານຕ່າງໆ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?