ພຣະເຈົ້າຊົງສ້າງ, ປົກຄອງ ແລະ ຈັດການທຸກສິ່ງເພື່ອຄວາມຢູ່ລອດຂອງມະນຸດຊາດ
ເຖິງວ່າຈະມີເນື້ອຫາ ແລະ ວິທີການໃຊ້ຖ້ອຍຄໍາ ແລະ ການບອກເລົ່າທີ່ຜິດປົກກະຕິໜ້ອຍໜຶ່ງ ຕາມທີ່ພວກມັນເປັນ ດ້ວຍວິທີທີ່ຂ້ອນຂ້າງຈະພິເສດ ແຕ່ນິທານສອງເລື່ອງທີ່ເຮົາຫາກໍເລົ່າແມ່ນເປັນການພະຍາຍາມຂອງເຮົາໃນການໃຊ້ພາສາທີ່ກົງໄປກົງມາ ແລະ ວິທີການທໍາມະດາ ເພື່ອຊ່ວຍໃຫ້ພວກເຈົ້າໄດ້ຮັບ ແລະ ຍອມຮັບບາງສິ່ງທີ່ເລິກເຊິ່ງຂຶ້ນກວ່າເກົ່າ. ນີ້ແມ່ນເປົ້າໝາຍດຽວຂອງເຮົາເທົ່ານັ້ນ! ໃນນິທານສັ້ນໆເຫຼົ່ານີ້ ແລະ ພາບທີ່ພວກມັນວາດອອກມາ, ເຮົາຕ້ອງການໃຫ້ພວກເຈົ້າເຫັນ ແລະ ເຊື່ອວ່າພຣະເຈົ້າແມ່ນມີອໍານາດສູງສຸດເໜືອສິ່ງຊົງສ້າງທັງໝົດ. ເປົ້າໝາຍໃນການບອກເລົ່ານິທານເຫຼົ່ານີ້ແມ່ນເພື່ອໃຫ້ພວກເຈົ້າເຫັນ ແລະ ຮູ້ຈັກກັບການກະທໍາທີ່ບໍ່ມີສິ້ນສຸດຂອງພຣະເຈົ້າ ພາຍໃນຂໍ້ຈໍາກັດຂອງນິທານ. ສໍາລັບເວລາໃດທີ່ພວກເຈົ້າຈະຮູ້ ແລະ ໄດ້ຮັບຜົນນີ້ຢ່າງຄົບຖ້ວນໃນຕົວພວກເຈົ້າເອງນັ້ນ ແມ່ນຂຶ້ນຢູ່ກັບປະສົບການຂອງພວກເຈົ້າເອງ ແລະ ການສະແຫວງຫາຂອງພວກເຈົ້າເອງ. ຖ້າເຈົ້າແມ່ນຄົນທີ່ສະແຫວງຫາຄວາມຈິງ ແລະ ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ສິ່ງເຫຼົ່ານີ້ກໍຈະເປັນຄະຕິເຕືອນໃຈຢ່າງໃຫຍ່ຫຼວງສໍາລັບເຈົ້າ: ພວກມັນຈະມອບການຮັບຮູ້ທີ່ເລິກເຊິ່ງໃຫ້ແກ່ເຈົ້າ, ໃຫ້ຄວາມແຈ່ມແຈ້ງໃນຄວາມເຂົ້າໃຈຂອງພວກເຈົ້າ ເຊິ່ງຈະນໍາໄປສູ່ການເຂົ້າໃກ້ການກະທໍາຕົວຈິງຂອງພຣະເຈົ້າເທື່ອລະໜ້ອຍ, ດ້ວຍຄວາມໃກ້ຊິດດັ່ງກ່າວ ກໍຈະບໍ່ມີຄວາມເຫີນຫ່າງ ແລະ ຂໍ້ຜິດພາດອີກ. ຢ່າງໃດກໍຕາມ, ເຖິງວ່າ ຖ້າເຈົ້າບໍ່ແມ່ນຄົນທີ່ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ, ນິທານເຫຼົ່ານີ້ກໍຈະບໍ່ມີພິດໄພຕໍ່ເຈົ້າ. ພຽງແຕ່ໃຫ້ຄິດວ່າພວກມັນຄືເລື່ອງຈິງ.
ພວກເຈົ້າໄດ້ຮັບຄວາມເຂົ້າໃຈໃດໜຶ່ງຈາກນິທານສອງເລື່ອງນີ້ບໍ? ກ່ອນອື່ນໝົດ, ນິທານສອງເລື່ອງນີ້ແຕກຕ່າງຈາກການສົນທະນາກ່ອນໜ້ານັ້ນບໍ ກ່ຽວກັບຄວາມກັງວົນຂອງພຣະເຈົ້າທີ່ມີຕໍ່ມວນມະນຸດ? ມີຄວາມກ່ຽວພັນໃນຕົວບໍ? ແມ່ນແທ້ບໍ ທີ່ວ່າພາຍໃນນິທານສອງເລື່ອງນີ້ ພວກເຮົາໄດ້ເຫັນການກະທໍາຂອງພຣະເຈົ້າ ແລະ ການພິຈາລະນາຢ່າງລະອຽດຂອງພຣະອົງທີ່ມອບໃຫ້ກັບທຸກສິ່ງທີ່ພຣະອົງໄດ້ວາງແຜນໄວ້ເພື່ອມວນມະນຸດ? ແມ່ນແທ້ບໍ ທີ່ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ທຸກສິ່ງທີ່ພຣະອົງຄິດແມ່ນເພື່ອການມີຢູ່ຂອງມວນມະນຸດ? (ແມ່ນແທ້.) ຄວາມຄິດ ແລະ ການພິຈາລະນາຢ່າງລະມັດລະວັງຂອງພຣະເຈົ້າ ສໍາລັບມວນມະນຸດບໍ່ແມ່ນແຈ່ມແຈ້ງທີ່ສຸດແລ້ວບໍ? ມວນມະນຸດບໍ່ຕ້ອງເຮັດຫຍັງເລີຍ. ພຣະເຈົ້າໄດ້ຈັດແຈງອາກາດໃຫ້ແກ່ຜູ້ຄົນ. ສິ່ງທີ່ພວກເຂົາຈໍາເປັນຕ້ອງເຮັດກໍຄືຫາຍໃຈເອົາມັນ. ຜັກ ແລະ ໝາກໄມ້ທີ່ພວກເຂົາກິນກໍມີພ້ອມແລ້ວ. ຈາກເໜືອຫາໃຕ້, ຈາກທິດຕາເວັນອອກຫາທິດຕາເວັນຕົກ, ແຕ່ລະພາກພື້ນແມ່ນມີຊັບພະຍາກອນທໍາມະຊາດຂອງມັນເອງ. ພືດ, ໝາກໄມ້ ແລະ ຜັກຂອງພາກພື້ນຕ່າງໆ ແມ່ນລ້ວນແລ້ວແຕ່ຖືກຈັດແຈງໂດຍພຣະເຈົ້າ. ໃນສະພາບແວດລ້ອມທີ່ຍິ່ງໃຫຍ່, ພຣະເຈົ້າໄດ້ເຮັດໃຫ້ທຸກສິ່ງອຸ້ມຊູກັນແລະກັນ, ອາໄສເຊິ່ງກັນແລະກັນ, ສ້າງຄວາມເຂັ້ມແຂງໃຫ້ກັນແລະກັນ, ຖ່ວງກັນແລະກັນ ແລະ ຢູ່ຮ່ວມກັນ. ນີ້ແມ່ນວິທີການຂອງພຣະອົງ ແລະ ກົດເກນຂອງພຣະອົງໃນການຮັກສາການຢູ່ລອດ ແລະ ການມີຢູ່ຂອງທຸກສິ່ງ; ດ້ວຍວິທີນີ້, ມະນຸດຊາດສາມາດເຕີບໃຫຍ່ຢ່າງປອດໄພ ແລະ ມີຄວາມສະຫງົບສຸກພາຍໃນສະພາບແວດລ້ອມແຫ່ງການດໍາລົງຊີວິດນີ້ ເພື່ອເພີ່ມທະວີຄູນຈາກຄົນຮຸ່ນໜຶ່ງສູ່ຄົນຮຸ່ນໜຶ່ງຈົນຮອດປັດຈຸບັນ. ນີ້ເວົ້າໄດ້ວ່າ ພຣະເຈົ້າໄດ້ນໍາເອົາຄວາມສົມດຸນມາສູ່ສະພາບແວດລ້ອມທີ່ເປັນທໍາມະຊາດ. ຖ້າພຣະເຈົ້າບໍ່ມີອໍານາດສູງສຸດ ແລະ ບໍ່ໄດ້ຄວບຄຸມ, ແລ້ວສະພາບແວດລ້ອມ ເຖິງວ່າມັນຈະຍັງຖືກສ້າງຂຶ້ນໂດຍພຣະເຈົ້າ ກໍຈະເປັນສິ່ງທີ່ຢູ່ເກີນຄວາມສາມາດຂອງຄົນໃດໜຶ່ງ ໃນການຮັກສາ ແລະ ຮັກສາຄວາມສົມດຸນ. ໃນບາງບ່ອນແມ່ນບໍ່ມີອາກາດ ແລະ ມະນຸດບໍ່ສາມາດຢູ່ລອດໄດ້ໃນບ່ອນດັ່ງກ່າວ. ພຣະເຈົ້າຈະບໍ່ອະນຸຍາດໃຫ້ເຈົ້າໄປບ່ອນເຫຼົ່ານັ້ນ. ສະນັ້ນ, ຢ່າໄດ້ໄປເກີນຂອບເຂດທີ່ຖືກຈໍາກັດໄວ້ຢ່າງເໝາະສົມ. ນີ້ກໍເພື່ອການຄຸ້ມຄອງມວນມະນຸດທີ່ມີຄວາມລຶກລັບຢູ່ພາຍໃນ. ແຕ່ລະດ້ານຂອງສະພາບແວດລ້ອມ, ຄວາມຍາວ ແລະ ຄວາມກວ້າງຂອງແຜ່ນດິນໂລກ, ສິ່ງຊົງສ້າງທັງໝົດເທິງແຜ່ນດິນໂລກ ທັງມີຊີວິດ ແລະ ບໍ່ມີຊີວິດ ແມ່ນຖືກແຕ່ງຂຶ້ນ ແລະ ຈັດແຈງລ່ວງໜ້າໂດຍພຣະເຈົ້າ. ເປັນຫຍັງສິ່ງນີ້ຈຶ່ງມີຄວາມຈໍາເປັນ? ເປັນຫຍັງສິ່ງນັ້ນຈຶ່ງບໍ່ມີຄວາມຈໍາເປັນ? ຈຸດປະສົງໃນການມີສິ່ງນີ້ຢູ່ບ່ອນນີ້ແມ່ນຫຍັງ ແລະ ເປັນຫຍັງສິ່ງນັ້ນຈຶ່ງຕ້ອງໄປບ່ອນນັ້ນ? ພຣະເຈົ້າໄດ້ຄິດຜ່ານຄໍາຖາມເຫຼົ່ານີ້ແລ້ວ ແລະ ຜູ້ຄົນກໍບໍ່ຈໍາເປັນທີ່ຈະຕ້ອງຄິດກ່ຽວກັບສິ່ງເຫຼົ່ານັ້ນ. ມີຄົນໂງ່ບາງຄົນທີ່ຄິດຕະຫຼອດ ກ່ຽວກັບການຍ້າຍພູເຂົາ ແຕ່ແທນທີ່ຈະເຮັດສິ່ງນັ້ນ ເປັນຫຍັງຄືບໍ່ຍ້າຍໄປຢູ່ດິນພຽງ? ຖ້າເຈົ້າບໍ່ມັກພູເຂົາ ແລ້ວເປັນຫຍັງເຈົ້າຄືອາໄສຢູ່ໃກ້ມັນ? ນັ້ນບໍ່ແມ່ນໂງ່ບໍ? ແມ່ນຫຍັງຈະເກີດຂຶ້ນ ຖ້າເຈົ້າຍ້າຍພູເຂົານັ້ນ? ລົມພາຍຸ ແລະ ຄື້ນທະເລຍັກຈະມາ ແລະ ເຮືອນຊານຂອງຜູ້ຄົນກໍຈະຖືກທໍາລາຍ. ນີ້ຈະບໍ່ແມ່ນຄວາມໂງ່ຈ້າບໍ? ຜູ້ຄົນສາມາດເຮັດແຕ່ການທໍາລາຍເທົ່ານັ້ນ. ພວກເຂົາບໍ່ສາມາດແມ່ນແຕ່ຈະຮັກສາບ່ອນດຽວທີ່ພວກເຂົາຕ້ອງອາໄສຢູ່, ແຕ່ພວກເຂົາຕ້ອງການສະໜອງທຸກສິ່ງ. ນີ້ແມ່ນເປັນໄປບໍ່ໄດ້.
ພຣະເຈົ້າອະນຸຍາດໃຫ້ມະນຸດຈັດການທຸກສິ່ງ ແລະ ມີອໍານາດເໜືອສິ່ງເຫຼົ່ານັ້ນ ແຕ່ມະນຸດໄດ້ເຮັດໜ້າທີ່ດີແລ້ວບໍ? ມະນຸດທໍາລາຍທຸກສິ່ງທີ່ເຂົາສາມາດທໍາລາຍໄດ້. ເຂົາບໍ່ພຽງແຕ່ບໍ່ສາມາດຮັກສາທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ເຂົາໃນສະພາບດັ່ງເດີມຂອງມັນ ແຕ່ເຂົາໄດ້ເຮັດໃນສິ່ງທີ່ກົງກັນຂ້າມ ແລະ ໄດ້ທໍາລາຍສິ່ງຊົງສ້າງຂອງພຣະເຈົ້າ. ມະນຸດໄດ້ຍ້າຍພູເຂົາ, ຖົມທະເລ ແລະ ປ່ຽນທົ່ງພຽງເປັນທະເລຊາຍທີ່ບໍ່ມີມະນຸດຄົນໃດສາມາດອາໄສຢູ່ໄດ້. ແຕ່ໃນທະເລຊາຍນັ້ນ ມະນຸດແມ່ນໄດ້ສ້າງອຸດສາຫະກໍາ ແລະ ສ້າງຖານພະລັງປະລະມະນູ ໂດຍເຮັດໃຫ້ເກີດການທໍາລາຍຢູ່ທຸກບ່ອນ. ຕອນນີ້ແມ່ນໍ້າບໍ່ໄດ້ເປັນແມ່ນໍ້າອີກຕໍ່ໄປ, ທະເລບໍ່ເປັນທະເລອີກຕໍ່ໄປ... ເມື່ອມະນຸດໄດ້ທໍາລາຍຄວາມສົມດຸນຂອງສະພາບແວດລ້ອມທີ່ເປັນທໍາມະຊາດ ແລະ ກົດເກນຂອງມັນ, ມື້ແຫ່ງຄວາມພິນາດ ແລະ ຄວາມຕາຍຂອງເຂົາກໍບໍ່ໄດ້ຢູ່ໄກເລີຍ; ມັນເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ເມື່ອຄວາມພິນາດມາເຖິງ, ມະນຸດກໍຈະຮູ້ເຖິງຄຸນຄ່າຂອງທຸກສິ່ງທີ່ພຣະເຈົ້າໄດ້ສ້າງເພື່ອເຂົາ ແລະ ຄວາມສໍາຄັນທີ່ມັນມີຕໍ່ມະນຸດ. ສໍາລັບມະນຸດແລ້ວ, ການດໍາລົງຊີວິດໃນສະພາບແວດລ້ອມທີ່ມີລົມ ແລະ ຝົນຕົກຕາມລະດູການຂອງມັນ ແມ່ນເໝືອນດັ່ງໄດ້ດໍາລົງຊີວິດຢູ່ໃນສະຫວັນວິມານແລ້ວ. ຜູ້ຄົນບໍ່ຮູ້ວ່າ ນີ້ແມ່ນການໄດ້ຮັບພອນ ແຕ່ໃນທັນທີໃດທີ່ພວກເຂົາສູນເສຍທຸກສິ່ງໄປ ພວກເຂົາຈະເຫັນວ່າ ມັນຫາຍາກ ແລະ ມີຄ່າສໍ່າໃດ. ເມື່ອມັນຈາກໄປ, ຄົນຈະເອົາມັນກັບຄືນມາໄດ້ແນວໃດ? ຜູ້ຄົນຈະສາມາດເຮັດຫຍັງໄດ້ ຖ້າພຣະເຈົ້າບໍ່ເຕັມໃຈທີ່ຈະສ້າງມັນຂຶ້ນໃໝ່? ມີສິ່ງໃດທີ່ພວກເຈົ້າສາມາດເຮັດໄດ້ແດ່? ທີ່ຈິງແລ້ວ ແມ່ນມີບາງສິ່ງທີ່ພວກເຈົ້າສາມາດເຮັດໄດ້. ມັນງ່າຍຫຼາຍ, ເມື່ອເຮົາບອກພວກເຈົ້າວ່າມັນແມ່ນຫຍັງ, ພວກເຈົ້າຈະຮູ້ທັນທີວ່າມັນເປັນໄປໄດ້. ມະນຸດມາພົບຕົວເອງຢູ່ໃນສະພາບປັດຈຸບັນຂອງການມີຢູ່ໄດ້ແນວໃດ? ມັນເປັນຍ້ອນຄວາມໂລບ ແລະ ການທໍາລາຍຂອງເຂົາບໍ? ຖ້າມະນຸດຢຸດຕິການທໍາລາຍຂອງເຂົາ, ສະພາບແວດລ້ອມໃນການດໍາລົງຊີວິດຂອງເຂົາຈະບໍ່ເປັນສະພາບປົກກະຕິດ້ວຍຕົວມັນເອງບໍ? ຖ້າພຣະເຈົ້າບໍ່ເຮັດຫຍັງ, ຖ້າພຣະເຈົ້າບໍ່ປາດຖະໜາທີ່ຈະເຮັດຫຍັງເພື່ອມະນຸດອີກຕໍ່ໄປ ເຊິ່ງໝາຍຄວາມວ່າ ຖ້າພຣະອົງບໍ່ແຊກແຊງເຂົ້າໃນບັນຫານີ້ ແລ້ວທາງອອກທີ່ດີທີ່ສຸດຂອງມະນຸດກໍຄື ຢຸດຕິການທໍາລາຍທັງໝົດ ແລະ ປ່ອຍໃຫ້ສະພາບແວດລ້ອມໃນການດໍາລົງຊີວິດຂອງພວກເຂົາກັບຄືນສູ່ສະພາບທາງທໍາມະຊາດຂອງມັນ. ການຢຸດຕິການທໍາລາຍທັງໝົດນີ້ໝາຍເຖິງການຢຸດຕິການປຸ້ນ ແລະ ການທໍາລາຍລ້າງສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນ. ການເຮັດເຊັ່ນນັ້ນຈະເຮັດໃຫ້ສະພາບແວດລ້ອມທີ່ມະນຸດອາໄສຢູ່ຄ່ອຍໆຟື້ນຄືນສະພາບດັ່ງເດີມຂອງມັນ, ແຕ່ກົງກັນຂ້າມ ການບໍ່ສາມາດເຮັດເຊັ່ນນັ້ນໄດ້ຈະສົ່ງຜົນກະທົບເຮັດໃຫ້ມີສະພາບແວດລ້ອມທີ່ເສື່ອມເສຍກວ່າເກົ່າສໍາລັບຊີວິດ ແລະ ສຸດທ້າຍກໍຈະຖືກທໍາລາຍຕາມການເວລາຢ່າງໄວວາ. ທາງອອກຂອງເຮົາບໍ່ງ່າຍບໍ? ມັນງ່າຍ ແລະ ມັນເປັນໄປໄດ້ ແມ່ນບໍ? ມັນງ່າຍແນ່ນອນ ແລະ ກໍເປັນໄປໄດ້ສໍາລັບບາງຄົນ ແຕ່ມັນເປັນໄປໄດ້ສໍາລັບຄົນສ່ວນໃຫຍ່ຢູ່ແຜ່ນດິນໂລກບໍ? (ເປັນໄປບໍ່ໄດ້.) ຢ່າງໜ້ອຍທີ່ສຸດ ສໍາລັບພວກເຈົ້າແລ້ວ ມັນເປັນໄປໄດ້ບໍ? (ເປັນໄປໄດ້.) ແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າເວົ້າວ່າ “ເປັນໄປໄດ້”? ສາມາດເວົ້າໄດ້ບໍວ່າ ມັນມາຈາກພື້ນຖານຂອງຄວາມເຂົ້າໃຈການກະທໍາຂອງພຣະເຈົ້າ? ສາມາດເວົ້າໄດ້ບໍວ່າ ສະພາບຂອງມັນແມ່ນການເຊື່ອຟັງຕໍ່ອໍານາດສູງສຸດ ແລະ ແຜນການຂອງພຣະເຈົ້າ? (ແມ່ນ.) ມັນມີຫົນທາງທີ່ຈະປ່ຽນສິ່ງຕ່າງໆ ແຕ່ນັ້ນບໍ່ແມ່ນຫົວຂໍ້ທີ່ພວກເຮົາກໍາລັງສົນທະນາກັນໃນຕອນນີ້. ພຣະເຈົ້າແມ່ນຮັບຜິດຊອບສໍາລັບຊີວິດມະນຸດທຸກຄົນ ແລະ ພຣະອົງແມ່ນຮັບຜີດຊອບຈົນເຖິງທີ່ສຸດ. ພຣະເຈົ້າສະໜອງໃຫ້ແກ່ເຈົ້າ ແລະ ໃນສະພາບແວດລ້ອມທີ່ຖືກຊາຕານທໍາລາຍແບບນີ້ ເຖິງແມ່ນວ່າ ເຈົ້າຈະຖືກເຮັດໃຫ້ເຈັບເປັນ ຫຼື ເຮັດໃຫ້ເປິເປື້ອນ ຫຼື ຖືກລະເມີດ ແຕ່ມັນກໍຈະບໍ່ເປັນຫຍັງ, ເພາະວ່າ ພຣະເຈົ້າຈະສະໜອງໃຫ້ເຈົ້າ ແລະ ພຣະເຈົ້າຈະໃຫ້ເຈົ້າດໍາເນີນຊີວິດຕໍ່ໄປ. ເຈົ້າຄວນມີຄວາມເຊື່ອໃນສິ່ງນີ້. ພຣະເຈົ້າບໍ່ປ່ອຍໃຫ້ມະນຸດຕາຍຢ່າງງ່າຍດາຍ.
ຕອນນີ້ ພວກເຈົ້າໄດ້ມີຄວາມຮູ້ສຶກບາງຢ່າງເຖິງຄວາມສໍາຄັນໃນການຮູ້ຈັກວ່າ ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງແລ້ວບໍ? (ໂດຍ, ພວກຂ້ານ້ອຍຮູ້ສຶກແລ້ວ.) ຄວາມຮູ້ສຶກຫຍັງທີ່ພວກເຈົ້າມີ? ບອກເຮົາແດ່. (ໃນອະດີດ ພວກຂ້ານ້ອຍບໍ່ເຄີຍຄິດທີ່ຈະເຊື່ອມໂຍງພູເຂົາ, ທະເລ ແລະ ທະເລສາບກັບການກະທໍາຂອງພຣະເຈົ້າ. ຈົນກວ່າຈະໄດ້ຍິນການສົນທະນາຂອງພຣະເຈົ້າໃນມື້ນີ້ ພວກຂ້ານ້ອຍຈຶ່ງເຂົ້າໃຈວ່າ ສິ່ງເຫຼົ່ານີ້ແມ່ນມີການກະທໍາ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ພາຍໃນພວກມັນ; ພວກຂ້ານ້ອຍເຫັນວ່າ ແມ່ນແຕ່ໃນເວລາທີ່ພຣະເຈົ້າໄດ້ເລີ່ມສ້າງທຸກສິ່ງ, ພຣະອົງໄດ້ເຮັດໃຫ້ແຕ່ລະສິ່ງເຕັມໄປດ້ວຍໂຊກຊະຕາ ແລະ ຄວາມປາດຖະໜາດີຂອງພຣະອົງ. ທຸກສິ່ງແມ່ນອຸ້ມຊູກັນແລະກັນ ແລະ ອາໄສເຊິ່ງກັນແລະກັນ ແລະ ມະນຸດແມ່ນຜູ້ທີ່ໄດ້ຮັບຜົນປະໂຫຍດສຸດທ້າຍ. ຮູ້ສຶກວ່າ ສິ່ງທີ່ພວກຂ້ານ້ອຍໄດ້ຍິນໃນມື້ນີ້ແມ່ນໃໝ່ ແລະ ແປກ. ພວກຂ້ານ້ອຍຮູ້ສຶກເຖິງການກະທໍາຂອງພຣະເຈົ້າຢ່າງແທ້ຈິງ. ໃນໂລກຄວາມເປັນຈິງ, ໃນຊີວິດປະຈໍາວັນຂອງພວກຂ້ານ້ອຍ ແລະ ໃນການຜະເຊີນກັບທຸກສິ່ງຂອງພວກຂ້ານ້ອຍ, ພວກຂ້ານ້ອຍເຫັນວ່າ ມັນເປັນເຊັ່ນນີ້.) ພວກເຈົ້າໄດ້ເຫັນຢ່າງແທ້ຈິງ, ແມ່ນບໍ? ພຣະເຈົ້າບໍ່ສະໜອງມະນຸດທີ່ບໍ່ມີພື້ນຖານທີ່ໜັກແໜ້ນ; ການສະໜອງຂອງພຣະອົງບໍ່ແມ່ນຈະມີແຕ່ພຣະທໍາສັ້ນໆບາງຂໍ້ເທົ່ານັ້ນ. ພຣະເຈົ້າໄດ້ເຮັດຫຼາຍຢ່າງ ແລະ ແມ່ນແຕ່ສິ່ງທີ່ເຈົ້າບໍ່ເຫັນກໍລ້ວນແລ້ວແຕ່ແມ່ນເພື່ອປະໂຫຍດຂອງເຈົ້າເອງ. ມະນຸດດໍາລົງຊີວິດໃນສະພາບແວດລ້ອມນີ້, ຢູ່ພາຍໃນທຸກສິ່ງທີ່ພຣະເຈົ້າໄດ້ສ້າງເພື່ອເຂົາ ເຊິ່ງເປັນບ່ອນທີ່ຜູ້ຄົນ ແລະ ທຸກສິ່ງອາໄສເຊິ່ງກັນແລະກັນ. ຍົກຕົວຢ່າງ: ພືດຫາຍໃຈອອກເປັນແກດ ທີ່ເຮັດໃຫ້ອາກາດບໍລິສຸດ ແລະ ຜູ້ຄົນກໍຫາຍໃຈເອົາອາກາດທີ່ບໍລິສຸດ ແລະ ໄດ້ຮັບປະໂຫຍດຈາກມັນ; ແຕ່ຢ່າງໃດກໍຕາມ ພືດບາງຊະນິດກໍເປັນພິດຕໍ່ຜູ້ຄົນ ໃນຂະນະພືດບາງຊະນິດກໍຕ້ານກັບພືດທີ່ເປັນພິດ. ນີ້ແມ່ນສິ່ງມະຫັດສະຈັນຂອງການຊົງສ້າງຂອງພຣະເຈົ້າ! ແຕ່ໃຫ້ພວກເຮົາພາກັນປະຫົວຂໍ້ນີ້ໄວ້ກ່ອນສໍາລັບຕອນນີ້; ໃນມື້ນີ້ ຫຼັກໆແລ້ວ ການສົນທະນາຂອງພວກເຮົາແມ່ນກ່ຽວກັບການຢູ່ຮ່ວມກັນຂອງມະນຸດ ແລະ ສິ່ງຊົງສ້າງທັງໝົດ ເຊິ່ງຖ້າບໍ່ມີສິ່ງເຫຼົ່ານີ້ ມະນຸດກໍຈະບໍ່ສາມາດມີຊີວິດຢູ່ໄດ້. ຄວາມສໍາຄັນໃນການຊົງສ້າງທຸກສິ່ງຂອງພຣະເຈົ້າແມ່ນຫຍັງ? ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີສິ່ງເຫຼົ່ານີ້ທັງໝົດ ຄືກັນກັບມະນຸດຕ້ອງການອາກາດເພື່ອມີຊີວິດ, ຖ້າເຈົ້າຖືກຈັດໃຫ້ຢູ່ບ່ອນວ່າງເປົ່າທີ່ບໍ່ມີອາກາດ ເຈົ້າກໍຈະຕາຍໂດຍທັນທີ. ນີ້ແມ່ນຫຼັກການງ່າຍໆ ທີ່ສະແດງໃຫ້ເຫັນວ່າ ມະນຸດບໍ່ສາມາດມີຊີວິດແຍກອອກຈາກສິ່ງຊົງສ້າງອື່ນ. ສະນັ້ນ, ທັດສະນະຄະຕິຫຍັງທີ່ມະນຸດຄວນມີຕໍ່ທຸກສິ່ງ? ເປັນທັດສະນະຄະຕິທີ່ຖືເອົາສິ່ງເຫຼົ່ານັ້ນເປັນສິ່ງມີຄ່າ, ການໃຊ້ສິ່ງເຫຼົ່ານັ້ນຢ່າງມີປະສິດທິຜົນ, ບໍ່ທໍາລາຍສິ່ງເຫຼົ່ານັ້ນ, ບໍ່ໃຊ້ສິ່ງເຫຼົ່ານັ້ນຢ່າງເສຍຫາຍ ແລະ ບໍ່ປ່ຽນສິ່ງເຫຼົ່ານັ້ນຕາມອໍາເພີໃຈ ເນື່ອງຈາກທຸກສິ່ງແມ່ນມາຈາກພຣະເຈົ້າ, ທຸກສິ່ງແມ່ນການສະໜອງຂອງພຣະອົງທີ່ມີຕໍ່ມະນຸດ ແລະ ມະນຸດຕ້ອງປະຕິບັດກັບສິ່ງເຫຼົ່ານັ້ນຢ່າງເອົາໃຈໃສ່.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VII).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?