ນິທານເລື່ອງທີ 1. ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ
ມື້ນີ້ ເຮົາຈະສົນທະນາກ່ຽວກັບຫົວຂໍ້ໃໝ່ກັບພວກເຈົ້າ. ຫົວຂໍ້ນີ້ແມ່ນຫຍັງ? ຫົວເລື່ອງຂອງມັນກໍຄື: “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ”. ຫົວຂໍ້ນີ້ຟັງເບິ່ງຄືກັບວ່າໃຫຍ່ເກີນໄປໜ້ອຍໜຶ່ງບໍ? ຮູ້ສຶກຄືກັບວ່າ ມັນຂ້ອນຂ້າງເກີນທີ່ພວກເຈົ້າຈະເອື້ອມເຖິງບໍ? “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ”. ຫົວຂໍ້ນີ້ອາດເບິ່ງຄືກັບວ່າຂ້ອນຂ້າງຫ່າງໄກສໍາລັບຜູ້ຄົນ ແຕ່ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງເຂົ້າໃຈມັນ ຍ້ອນວ່າມັນເຊື່ອມໂຍງກັບຄວາມຮູ້ຂອງແຕ່ລະຄົນ ກ່ຽວກັບພຣະເຈົ້າຢ່າງແນ່ນອນ ແລະ ການມີຢູ່ຂອງພວກເຂົາ ໃນການທີ່ຈະສາມາດເຮັດໃຫ້ພຣະອົງພໍໃຈ ແລະ ໃນການເຄົາລົບບູຊາພຣະອົງ. ນັ້ນແມ່ນເຫດຜົນທີ່ເຮົາຈະສົນທະນາກ່ຽວກັບຫົວຂໍ້ນີ້. ມັນຂ້ອນຂ້າງເປັນໄປໄດ້ ທີ່ຜູ້ຄົນຈະມີຄວາມເຂົ້າໃຈທໍາມະດາກ່ອນໜ້ານັ້ນ ກ່ຽວກັບຫົວຂໍ້ນີ້ ຫຼື ບາງເທື່ອພວກເຂົາກໍຮັບຮູ້ເຖິງມັນໃນລະດັບໃດໜຶ່ງ. ໃນຈິດໃຈຂອງບາງຄົນ, ຄວາມຮູ້ ຫຼື ການຮັບຮູ້ນີ້ອາດມາພ້ອມກັບຄວາມເຂົ້າໃຈໃນລະດັບທີ່ທໍາມະດາ ຫຼື ຕື້ນ. ຄົນອື່ນອາດຈະມີບາງປະສົບການທີ່ພິເສດໃນໃຈຂອງພວກເຂົາ ທີ່ນໍາພວກເຂົາໄປສູ່ການຜະເຊີນໜ້າກັບຫົວຂໍ້ນີ້ແບບສ່ວນຕົວຢ່າງເລິກເຊິ່ງ. ບໍ່ວ່າຈະເລິກເຊິ່ງ ຫຼື ຜິວເຜີນກໍຕາມ ແຕ່ຄວາມຮູ້ດັ່ງກ່າວກ່ອນໜ້ານັ້ນກໍແມ່ນເປັນຄວາມຮູ້ຂ້າງດຽວ ແລະ ບໍ່ແມ່ນຄວາມຮູ້ແບບສະເພາະທີ່ພຽງພໍ. ສະນັ້ນ, ນີ້ຈຶ່ງແມ່ນເຫດຜົນທີ່ເຮົາໄດ້ເລືອກຫົວຂໍ້ນີ້ສໍາລັບການສົນທະນາ: ເພື່ອຊ່ວຍພວກເຈົ້າໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ສະເພາະເຈາະຈົງຫຼາຍຂຶ້ນ. ເຮົາຈະໃຊ້ວິທີການທີ່ພິເສດ ເພື່ອສົນທະນາກັບພວກເຈົ້າກ່ຽວກັບຫົວຂໍ້ນີ້ ເຊິ່ງເປັນວິທີການທີ່ພວກເຮົາບໍ່ເຄີຍໃຊ້ມາກ່ອນ ແລະ ເປັນວິທີການທີ່ພວກເຈົ້າອາດຈະພົບເຫັນວ່າ ບໍ່ປົກກະຕິປານໃດ ຫຼື ມີຄວາມຮູ້ສຶກອຶດອັດໃຈກັບມັນເລັກນ້ອຍ. ແຕ່ຫຼັງຈາກນັ້ນ ພວກເຈົ້າຈະຮູ້ຄວາມໝາຍຂອງເຮົາເອງ. ພວກເຈົ້າມັກນິທານບໍ? (ພວກຂ້ານ້ອຍມັກ). ດີແລ້ວ, ເບິ່ງຄືວ່າ ການທີ່ເຮົາເລືອກທີ່ຈະເລົ່ານິທານແມ່ນການເລືອກທີ່ດີ ເນື່ອງຈາກວ່າ ພວກເຈົ້າທຸກຄົນມັກນິທານຫຼາຍ. ໃຫ້ພວກເຮົາມາເລີ່ມກັນເລີຍ. ພວກເຈົ້າບໍ່ຈໍາເປັນຕ້ອງຈົດບັນທຶກ. ເຮົາຂໍໃຫ້ພວກເຈົ້າໃຈເຢັນ ແລະ ບໍ່ໃຫ້ກະວົນກະວາຍ. ພວກເຈົ້າອາດຫຼັບຕາຂອງຕົວເອງ ຖ້າພວກເຈົ້າຮູ້ສຶກວ່າ ພວກເຈົ້າຖືກລົບກວນຈາກສິ່ງອ້ອມຂ້າງພວກເຈົ້າ ຫຼື ຈາກຜູ້ຄົນທີ່ຢູ່ອ້ອມຂ້າງພວກເຈົ້າ. ເຮົາມີນິທານທີ່ວິເສດທີ່ຈະບອກພວກເຈົ້າ. ນີ້ແມ່ນນິທານກ່ຽວກັບເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ. ຕົວລະຄອນຫຼັກຂອງເລື່ອງນີ້ແມ່ນໃຜ? (ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ). ພຣະເຈົ້າແມ່ນໜຶ່ງໃນນັ້ນບໍ? (ບໍ່ແມ່ນ). ເຖິງຢ່າງໃດກໍຕາມ ເຮົາໝັ້ນໃຈວ່າ ພວກເຈົ້າຈະຮູ້ສຶກສົດຊື່ນ ແລະ ພໍໃຈ ເມື່ອພວກເຈົ້າໄດ້ຟັງນິທານເລື່ອງນີ້. ບັດນີ້ ກະລຸນາຟັງຢ່າງງຽບໆ.
(Source: Fotolia)
ນິທານເລື່ອງທີ 1. ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ
ມີເມັດພືດເມັດນ້ອຍເມັດໜຶ່ງຕົກລົງມາສູ່ແຜ່ນດິນໂລກ. ເມື່ອຝົນຕົກມາຢ່າງແຮງ ແລະ ເມັດພືດນັ້ນກໍໄດ້ງອກເປັນໜໍ່ຂຶ້ນ ໃນຂະນະທີ່ຮາກຂອງມັນໄດ້ຢັ່ງລົງໄປໃນພື້ນດິນຢ່າງຊ້າໆ. ໜໍ່ພືດນັ້ນເຕີບໃຫຍ່ຂຶ້ນຕາມການເວລາ, ທົນຕໍ່ລົມພັດແຮງ ແລະ ຝົນຕົກໜັກ ແລະ ພົບກັບການປ່ຽນແປງຂອງລະດູການ ເມື່ອດວງເດືອນຂຶ້ນ ແລະ ລົງ. ໃນລະດູຮ້ອນ, ແຜ່ນດິນໂລກໄດ້ນໍາມາເຊິ່ງຂອງຂວັນແຫ່ງນໍ້າ ເພື່ອວ່າໜໍ່ພືດນັ້ນອາດຈະສາມາດທົນຕໍ່ຄວາມຮ້ອນໄໝ້ຂອງລະດູການ. ຍ້ອນແຜ່ນດິນໂລກ ຄວາມຮ້ອນຈຶ່ງເອົາຊະນະໜໍ່ພືດບໍ່ໄດ້ ແລະ ສະນັ້ນ ຄວາມຮ້ອນຂອງລະດູຮ້ອນທີ່ຮ້າຍແຮງທີ່ສຸດກໍໄດ້ຜ່ານພົ້ນໄປ. ເມື່ອລະດູໜາວມາເຖິງ ແຜ່ນດິນໂລກກໍປົກຫຸ້ມໜໍ່ພືດດ້ວຍໂອບກອດທີ່ອົບອຸ່ນຂອງມັນ. ແຜ່ນດິນໂລກ ແລະ ໜໍ່ພືດກໍໄດ້ກອດຮັດກັນແລະກັນຢ່າງໜຽວແໜ້ນ. ແຜ່ນດິນໂລກໃຫ້ຄວາມອົບອຸ່ນແກ່ໜໍ່ພືດ ແລະ ດ້ວຍເຫດນັ້ນ ມັນຈຶ່ງຢູ່ລອດຈາກຄວາມໜາວເຢັນຂອງລະດູການ ໂດຍບໍ່ໄດ້ຮັບໄພອັນຕະລາຍຈາກລົມພະຍຸໜາວ ແລະ ພະຍຸຫິມະ. ເນື່ອງຈາກໄດ້ຮັບການຄຸ້ມກັນຈາກແຜ່ນດິນໂລກ, ໜໍ່ພືດກໍມີຄວາມກ້າ ແລະ ຄວາມສຸກ; ມັນມີສຸຂະພາບທີ່ດີ ແລະ ແຂງແຮງຈາກການບໍາລຸງລ້ຽງຢ່າງບໍ່ເຫັນແກ່ຕົວຂອງແຜ່ນດິນໂລກ. ມັນເຕີບໃຫຍ່ຢ່າງມີຄວາມສຸກ, ຮ້ອງເພງໃນສາຍຝົນ, ເຕັ້ນລໍາ ແລະ ໄກວໄປມາຕາມສາຍລົມ. ໜໍ່ພືດ ແລະ ແຜ່ນດິນໂລກອາໄສເຊິ່ງກັນແລະກັນ...
ເວລາຜ່ານໄປຫຼາຍປີ ແລະ ໜໍ່ພືດກໍໄດ້ເຕີບໃຫຍ່ກາຍເປັນຕົ້ນໄມ້ໃຫຍ່. ມັນຢືນຢ່າງໝັ້ນຄົງຢູ່ເທິງແຜ່ນດິນໂລກ ໂດຍມີງ່າໄມ້ທີ່ແຂງແຮງພ້ອມກັບໃບໄມ້ທີ່ນັບບໍ່ຖ້ວນ. ຮາກຂອງຕົ້ນໄມ້ນັ້ນກໍຍັງຢັ່ງລົງໃນພື້ນດິນຄືດັ່ງທີ່ມັນເຄີຍເປັນ ແລະ ຕອນນີ້ມັນຍິ່ງຢັ່ງເລິກລົງໄປໃນດິນ. ຕອນນີ້ແຜ່ນດິນໂລກທີ່ຄັ້ງໜຶ່ງເຄີຍປົກປ້ອງໜໍ່ພືດນ້ອຍໆກໍໄດ້ເປັນຮາກຖານສໍາລັບຕົ້ນໄມ້ທີ່ຍິ່ງໃຫຍ່.
ແສງແດດໄດ້ສ່ອງລົງມາໃສ່ຕົ້ນໄມ້. ຕົ້ນໄມ້ເອນລໍາຕົ້ນຂອງມັນ ແລະ ກາງງ່າຂອງມັນອອກກວ້າງໆ ແລະ ສູບຫາຍໃຈເອົາອາກາດທີ່ໄດ້ຮັບແສງແດດເຂົ້າໄປຢ່າງເລິກໆ. ພື້ນດິນດ້ານລຸ່ມກໍຫາຍໃຈພ້ອມກັບຕົ້ນໄມ້ ແລະ ແຜ່ນດິນໂລກກໍຮູ້ສຶກວ່າ ໄດ້ເກີດຂຶ້ນໃໝ່. ຫຼັງຈາກນັ້ນກໍມີລົມທີ່ສົດຊື່ນພັດທ່າມກາງງ່າໄມ້ ແລະ ຕົ້ນໄມ້ກໍສັ່ນດ້ວຍຄວາມດີໃຈ ແລະ ໂອນເອນເປັນຄື້ນຢ່າງມີພະລັງ. ຕົ້ນໄມ້ ແລະ ແສງແດດອາໄສເຊິ່ງກັນແລະກັນ...
ຜູ້ຄົນນັ່ງໃນຮົ່ມເຢັນຂອງຕົ້ນໄມ້ ແລະ ຕາກອາກາດທີ່ຫອມຫວນ ແລະ ມີຊີວິດຊີວາ. ອາກາດຊໍາລະລ້າງຫົວໃຈ ແລະ ປອດຂອງພວກເຂົາ ແລະ ມັນຊໍາລະລ້າງເລືອດທີ່ຢູ່ພາຍໃນພວກເຂົາ ແລະ ຮ່າງກາຍຂອງພວກເຂົາກໍບໍ່ມີຄວາມອ່ອນເພຍ ແລະ ຈໍາກັດອີກຕໍ່ໄປ. ຜູ້ຄົນ ແລະ ຕົ້ນໄມ້ແມ່ນອາໄສເຊິ່ງກັນແລະກັນ...
ຝູງນົກນ້ອຍຮ້ອງຈິບໆໄດ້ບິນລົງມາຈັບເທິງງ່າໄມ້. ບາງເທື່ອພວກມັນລົງມາຈັບຢູ່ບ່ອນນັ້ນ ເພື່ອລົບໜີສັດລ່າເຫຍື່ອ ຫຼື ເພື່ອປະສົມພັນ ແລະ ລ້ຽງລູກຂອງພວກມັນ ຫຼື ບາງເທື່ອພວກມັນແມ່ນພຽງແຕ່ມາພັກຜ່ອນເລັກນ້ອຍ. ນົກ ແລະ ຕົ້ນໄມ້ແມ່ນອາໄສເຊິ່ງກັນແລະກັນ...
ຮາກຂອງຕົ້ນໄມ້ໄດ້ກ້ຽວ ແລະ ພັນກັນ ຢັ່ງເລິກລົງໄປໃນແຜ່ນດິນໂລກ. ມັນຄຸ້ມກັນແຜ່ນດິນໂລກຈາກລົມ ແລະ ຝົນດ້ວຍລໍາຕົ້ນຂອງມັນ ແລະ ມັນກາງກິ່ງໄມ້ໃຫຍ່ຂອງມັນອອກໄປ ເພື່ອປົກປ້ອງແຜ່ນດິນໂລກ ທີ່ຢູ່ກ້ອງຕີນຂອງມັນ. ຕົ້ນໄມ້ເຮັດເຊັ່ນນັ້ນ ກໍຍ້ອນແຜ່ນດິນໂລກແມ່ນແມ່ຂອງມັນ. ພວກມັນເຮັດໃຫ້ແຕ່ລະຝ່າຍມີຄວາມເຂັ້ມແຂງ ແລະ ອາໄສເຊິ່ງກັນແລະກັນ ແລະ ພວກມັນຈະບໍ່ມີວັນແຍກຈາກກັນ...
ດັ່ງນັ້ນ, ນິທານເລື່ອງນີ້ກໍໄດ້ຈົບລົງ. ນິທານທີ່ເຮົາໄດ້ບອກພວກເຈົ້າ ແມ່ນກ່ຽວກັບເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ. ມັນມີສອງສາມສາກເທົ່ານັ້ນ. ມັນເຮັດໃຫ້ພວກເຈົ້າມີຄວາມຮູ້ສຶກຫຍັງແດ່? ເວລາເຮົາເວົ້າດ້ວຍວິທີນີ້ ພວກເຈົ້າໄດ້ເຂົ້າໃຈສິ່ງທີ່ເຮົາກໍາລັງເວົ້າບໍ? (ພວກຂ້ານ້ອຍເຂົ້າໃຈ). ກະລຸນາເວົ້າກ່ຽວກັບຄວາມຮູ້ສຶກຂອງພວກເຈົ້າເບິ່ງ. ພວກເຈົ້າຮູ້ສຶກຫຍັງຫຼັງຈາກທີ່ໄດ້ຍິນນິທານເລື່ອງນີ້? ກ່ອນອື່ນໝົດ ເຮົາຈະບອກພວກເຈົ້າວ່າ ຕົວລະຄອນທັງໝົດໃນນິທານເລື່ອງນີ້ ແມ່ນສາມາດເບິ່ງເຫັນ ແລະ ສໍາຜັດໄດ້; ພວກເຂົາແມ່ນຂອງຈິງ ແລະ ບໍ່ແມ່ນການອຸປະມາ. ເຮົາຕ້ອງການໃຫ້ພວກເຈົ້າພິຈາລະນາສິ່ງທີ່ເຮົາໄດ້ເວົ້າໄປ. ພາຍໃນນິທານຂອງເຮົາແມ່ນບໍ່ມີຫຍັງທີ່ເຂົ້າໃຈຍາກ ແລະ ປະເດັນຫຼັກຂອງມັນກໍສາມາດສະແດງອອກໃນສອງສາມປະໂຫຍກ. (ນິທານທີ່ພວກຂ້ານ້ອຍໄດ້ຍິນແມ່ນວາດພາບທີ່ສວຍງາມ: ເມັດພືດມີຊີວິດ ແລະ ໃນຂະນະທີ່ມັນເຕີບໃຫຍ່ ມັນກໍປະສົບກັບສີ່ລະດູຂອງປີ: ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ລົ່ນ ແລະ ລະດູໜາວ. ແຜ່ນດິນໂລກກໍລໍ່ລ້ຽງເມັດພືດທີ່ແຕກດອກອອກໝາກຄືກັບແມ່ສົມຄວນຈະເຮັດ. ມັນເຮັດໃຫ້ເມັດພືດອົບອຸ່ນໃນລະດູໜາວ ເພື່ອວ່າມັນຈະສາມາດຢູ່ລອດຈາກຄວາມໜາວເຢັນ. ຫຼັງຈາກໜໍ່ພືດໄດ້ເຕີບໃຫຍ່ເປັນຕົ້ນໄມ້ ແສງແດດກໍໄດ້ສ່ອງໃສ່ງ່າໄມ້ຂອງມັນ ໂດຍໄດ້ນໍາເອົາຄວາມສຸກມາໃຫ້ມັນຢ່າງຫຼວງຫຼາຍ. ຂ້ານ້ອຍເຫັນວ່າ ໃນທ່າມກາງບັນດາສິ່ງຊົງສ້າງທັງຫຼາຍຂອງພຣະເຈົ້າ, ແຜ່ນດິນໂລກກໍມີຊີວິດເຊັ່ນກັນ ແລະ ແຜ່ນດິນໂລກ ແລະ ຕົ້ນໄມ້ກໍອາໄສເຊິ່ງກັນແລະກັນ. ຂ້ານ້ອຍຍັງເຫັນຄວາມອົບອຸ່ນທີ່ຍິ່ງໃຫຍ່ ທີ່ແສງຕາເວັນໄດ້ປະທານໃຫ້ແກ່ຕົ້ນໄມ້ ແລະ ຂ້ານ້ອຍກໍເຫັນນົກ ເຊິ່ງພວກມັນກໍເປັນສິ່ງຊົງສ້າງທໍາມະດາ ທີ່ໄດ້ມາພ້ອມກັນກັບຕົ້ນໄມ້ ແລະ ໂດຍມີມະນຸດປະກອບຢູ່ໃນພາບແຫ່ງຄວາມສະຫງົບສຸກຢ່າງສົມບູນ. ສິ່ງເຫຼົ່ານີ້ແມ່ນຄວາມຮູ້ສຶກທີ່ຂ້ານ້ອຍມີຢູ່ໃນໃຈຂອງຂ້ານ້ອຍໃນຂະນະທີ່ຂ້ານ້ອຍໄດ້ຟັງນິທານເລື່ອງນີ້; ຂ້ານ້ອຍຮູ້ວ່າ ສິ່ງເຫຼົ່ານີ້ທັງໝົດແມ່ນມີຊີວິດຢ່າງແທ້ຈິງ). ເວົ້າໄດ້ດີຫຼາຍ! ມີໃຜມີຫຍັງຢາກເວົ້າເພີ່ມບໍ? (ໃນນິທານເລື່ອງນີ້ ກ່ຽວກັບເມັດພືດທີ່ງອກ ແລະ ເຕີບໃຫຍ່ຂຶ້ນເປັນຕົ້ນໄມ້ໃຫຍ່ທີ່ປົກຄຸມໄປທົ່ວ, ຂ້ານ້ອຍເຫັນຄວາມມະຫັດສະຈັນແຫ່ງການຊົງສ້າງຂອງພຣະເຈົ້າ. ຂ້ານ້ອຍເຫັນວ່າ ພຣະເຈົ້າໄດ້ເຮັດໃຫ້ທຸກສິ່ງອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ແລະ ທຸກສິ່ງແມ່ນຕິດພັນກັນ ແລະ ຮັບໃຊ້ເຊິ່ງກັນ ແລະ ກັນ. ຂ້ານ້ອຍເຫັນວ່າ ສະຕິປັນຍາຂອງພຣະເຈົ້າ, ຄວາມມະຫັດສະຈັນຂອງພຣະອົງ ແລະ ຂ້ານ້ອຍກໍເຫັນວ່າ ພຣະອົງແມ່ນແຫຼ່ງທີ່ມາຂອງຊີວິດສໍາລັບທຸກສັບພະສິ່ງ).
ທຸກສິ່ງທີ່ເຮົາຫາກໍເວົ້າແມ່ນສິ່ງທີ່ພວກເຈົ້າເຄີຍເຫັນມາກ່ອນ. ຍົກຕົວຢ່າງ: ເມັດພືດເຕີບໃຫຍ່ກາຍເປັນຕົ້ນໄມ້ ແລະ ເຖິງວ່າເຈົ້າອາດຈະບໍ່ສາມາດເຫັນທຸກລາຍລະອຽດຂອງຂະບວນການ ແຕ່ເຈົ້າກໍຮູ້ວ່າ ມັນເກີດຂຶ້ນ, ເຈົ້າຮູ້ແມ່ນບໍ? ເຈົ້າຮູ້ກ່ຽວກັບແຜ່ນດິນໂລກ ແລະ ແສງແດດເຊັ່ນກັນ. ຮູບພາບຂອງນົກຈັບຢູ່ເທິງຕົ້ນໄມ້ແມ່ນສິ່ງທີ່ທຸກຄົນໄດ້ເຫັນ, ແມ່ນບໍ? ຮູບພາບຂອງຜູ້ຄົນທີ່ນັ່ງພັກຜ່ອນຢ່ອນອາລົມຢູ່ກ້ອງຮົ່ມໄມ້ຄືສິ່ງທີ່ພວກເຈົ້າທຸກຄົນໄດ້ເຫັນ, ແມ່ນບໍ? (ແມ່ນແລ້ວ). ສະນັ້ນ, ເມື່ອສິ່ງທັງໝົດເຫຼົ່ານີ້ປະກອບຢູ່ໃນຮູບພາບດຽວກັນ, ຮູບພາບນັ້ນໄດ້ສ້າງຄວາມຮູ້ສຶກຫຍັງແດ່? (ຄວາມຮູ້ສຶກສະຫງົບສຸກ). ແຕ່ລະສິ່ງຈາກສິ່ງຕ່າງໆໃນຮູບພາບດັ່ງກ່າວແມ່ນມາຈາກພຣະເຈົ້າບໍ? (ແມ່ນແລ້ວ). ໃນເມື່ອສິ່ງເຫຼົ່ານັ້ນແມ່ນມາຈາພຣະເຈົ້າ, ພຣະເຈົ້າກໍຮູ້ເຖິງຄຸນຄ່າ ແລະ ຄວາມສໍາຄັນຂອງການມີຢູ່ຂອງສິ່ງເຫຼົ່ານີ້ທັງໝົດ. ໃນເວລາທີ່ພຣະເຈົ້າໄດ້ສ້າງທຸກສັບພະສິ່ງ, ເມື່ອພຣະອົງວາງແຜນ ແລະ ສ້າງແຕ່ລະສິ່ງ, ພຣະອົງເຮັດສິ່ງດັ່ງກ່າວໂດຍມີເຈດຕະນາ; ແລະ ໃນເວລາທີ່ພຣະອົງໄດ້ສ້າງສິ່ງເຫຼົ່ານັ້ນ ແຕ່ລະສິ່ງກໍເຕັມໄປດ້ວຍຊີວິດ. ສະພາບແວດລ້ອມທີ່ພຣະອົງໄດ້ສ້າງເພື່ອການມີຢູ່ຂອງມະນຸດ ຕາມທີ່ຫາກໍໄດ້ອະທິບາຍໃນນິທານຂອງພວກເຮົາ ແມ່ນສະພາບແວດລ້ອມທີ່ເມັດພືດ ແລະ ແຜ່ນດິນໂລກອາໄສເຊິ່ງກັນແລະກັນ ແລະ ແມ່ນສະພາບແວດລ້ອມທີ່ແຜ່ນດິນໂລກສາມາດລໍ່ລ້ຽງເມັດພືດ ແລະ ເມັດພືດກໍຕິດພັນກັບແຜ່ນດິນໂລກ. ສາຍສໍາພັນນີ້ແມ່ນຖືກກໍານົດໂດຍພຣະເຈົ້າໃນຊ່ວງຕົ້ນໆຂອງການຊົງສ້າງຂອງພຣະອົງ. ເຫດການກ່ຽວກັບຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດແມ່ນການພັນລະນາກ່ຽວກັບສະພາບແວດລ້ອມທີ່ມີຊີວິດ ທີ່ພຣະເຈົ້າໄດ້ສ້າງເພື່ອມະນຸດ. ກ່ອນອື່ນ ຕົ້ນໄມ້ບໍ່ສາມາດຈາກແຜ່ນດິນໂລກໄປ ແລະ ມັນກໍບໍ່ສາມາດມີຢູ່ໂດຍບໍ່ມີແສງແດດ. ສະນັ້ນ ຈຸດປະສົງຂອງພຣະເຈົ້າໃນການສ້າງຕົ້ນໄມ້ແມ່ນຫຍັງ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອແຜ່ນດິນໂລກເທົ່ານັ້ນ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອນົກເທົ່ານັ້ນ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອຜູ້ຄົນເທົ່ານັ້ນ? (ບໍ່ໄດ້). ຄວາມສໍາພັນລະຫວ່າງພວກມັນແມ່ນຫຍັງ? ຄວາມສໍາພັນລະຫວ່າງພວກມັນແມ່ນການເຮັດໃຫ້ກັນແລະກັນມີຄວາມເຂັ້ມແຂງ, ການອາໄສເຊິ່ງກັນແລະກັນ ແລະ ການບໍ່ສາມາດແຍກອອກຈາກກັນໄດ້. ເວົ້າໄດ້ວ່າ ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ຜູ້ຄົນແມ່ນອາໄສເຊິ່ງກັນແລະກັນ ເພື່ອການມີຢູ່ ແລະ ການລໍ່ລ້ຽງກັນແລະກັນ. ຕົ້ນໄມ້ປົກປ້ອງແຜ່ນດິນໂລກ ແລະ ແຜ່ນດິນໂລກລໍ່ລ້ຽງຕົ້ນໄມ້, ແສງແດດລໍ່ລ້ຽງຕົ້ນໄມ້ ໃນຂະນະທີ່ຕົ້ນໄມ້ຮັບອາກາດສົດຈາກແສງແດດ ແລະ ເຮັດໃຫ້ຄວາມຮ້ອນທີ່ຮ້ອນໄໝ້ຂອງຕາເວັນເຢັນລົງໃນແຜ່ນດິນໂລກ. ໃນທີ່ສຸດແລ້ວແມ່ນໃຜທີ່ໄດ້ຮັບຜົນປະໂຫຍດຈາກສິ່ງນີ້? ມັນແມ່ນມະນຸດ, ບໍ່ແມ່ນບໍ? ນີ້ແມ່ນໜຶ່ງໃນຫຼັກການທີ່ຮອງຮັບສະພາບແວດລ້ອມທີ່ມະນຸດອາໄສຢູ່ ເຊິ່ງພຣະເຈົ້າໄດ້ສ້າງຂຶ້ນ; ມັນແມ່ນສິ່ງທີ່ພຣະເຈົ້າເຈດຕະນາໃຫ້ມັນເປັນແຕ່ທໍາອິດແລ້ວ. ເຖິງວ່າຮູບພາບນີ້ຈະເປັນຮູບພາບທໍາມະດາ ແຕ່ພວກເຮົາກໍສາມາດເຫັນສະຕິປັນຍາຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງພາຍໃນຮູບພາບດັ່ງກ່າວ. ມະນຸດບໍ່ສາມາດມີຊີວິດຖ້າບໍ່ມີແຜ່ນດິນໂລກ ຫຼື ຕົ້ນໄມ້ ແລ້ວແຮງໄກຖ້າບໍ່ມີນົກ ແລະ ແສງແດດ. ບໍ່ແມ່ນແບບນີ້ບໍ? ເຖິງວ່ານີ້ຈະເປັນພຽງແຕ່ນິທານ ແຕ່ສິ່ງທີ່ມັນສະແດງໃຫ້ເຫັນກໍຄືໂລກນ້ອຍໆແຫ່ງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງຂອງພຣະເຈົ້າ ແລະ ຂອງຂວັນແຫ່ງ ສະພາບແວດລ້ອມຂອງພຣະອົງທີ່ມະນຸດສາມາດອາໄສຢູ່.
ພຣະເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງເພື່ອມະນຸດ ພ້ອມກັບສະພາບແວດລ້ອມເພື່ອຢູ່ອາໄສ. ກ່ອນອື່ນໝົດ, ປະເດັນຫຼັກຂອງນິທານຂອງພວກເຮົາແມ່ນໄດ້ກ່າວເຖິງການຄໍ້າຊູເຊິ່ງກັນ ແລະ ກັນ, ການອາໄສເຊິ່ງກັນ ແລະ ກັນ ແລະ ການມີຢູ່ຮ່ວມກັນຂອງທຸກສັບພະສິ່ງ. ພາຍໃຕ້ຫຼັກການນີ້, ສະພາບແວດລ້ອມຂອງການມີຢູ່ຂອງມະນຸດຈຶ່ງໄດ້ຮັບການປົກປ້ອງ; ມັນສາມາດມີຊີວິດຢູ່ ແລະ ມີຄວາມຍືນຍົງ. ຍ້ອນສິ່ງນີ້ ມະນຸດຈຶ່ງສາມາດຈະເລີນເຕີບໃຫຍ່ ແລະ ສືບພັນຕໍ່ໄປ. ຮູບພາບທີ່ພວກເຮົາໄດ້ເຫັນແມ່ນຮູບພາບຂອງຕົ້ນໄມ້, ແຜ່ນດິນໂລກ, ແສງແດດ, ນົກ ແລະ ຜູ້ຄົນຢູ່ຮ່ວມກັນ. ພຣະເຈົ້າແມ່ນຢູ່ໃນຮູບພາບນີ້ບໍ? ເຈົ້າບໍ່ເຫັນພຣະອົງໃນຮູບພາບນັ້ນ, ແມ່ນບໍ? ແຕ່ເຈົ້າເຫັນກົດເກນຂອງການຄໍ້າຊູເຊິ່ງກັນແລະກັນ ແລະ ການອາໄສເຊິ່ງກັນ ແລະ ກັນ ລະຫວ່າງທຸກສັບພະສິ່ງໃນພາບນັ້ນ; ໃນກົດເກນນີ້, ຜູ້ຄົນສາມາດເຫັນການມີຢູ່ ແລະ ອໍານາດສູງສຸດຂອງພຣະເຈົ້າ. ພຣະເຈົ້າໃຊ້ຫຼັກການດັ່ງກ່າວ ແລະ ກົດເກນດັ່ງກ່າວ ເພື່ອຮັກສາຊີວິດ ແລະ ການມີຢູ່ຂອງທຸກສິ່ງ. ໃນວິທີນີ້, ພຣະອົງແມ່ນໄດ້ສະໜອງໃຫ້ກັບທຸກສິ່ງ ແລະ ມະນຸດ. ນິທານເລື່ອງນີ້ແມ່ນຕິດພັນກັບເນື້ອໃນຫຼັກຂອງພວກເຮົາບໍ? ດ້ານຜິວເຜີນເບິ່ງຄືກັບວ່າບໍ່ໄດ້ຕິດພັນຫຍັງເລີຍ ແຕ່ໃນຄວາມເປັນຈິງແລ້ວ ກົດເກນທີ່ພຣະເຈົ້າສ້າງທຸກສິ່ງ ແລະ ການປົກຄອງຂອງພຣະອົງເໜືອທຸກສິ່ງ ແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບການທີ່ພຣະອົງເປັນຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ. ຄວາມຈິງເຫຼົ່ານີ້ແມ່ນບໍ່ສາມາດແຍກອອກຈາກກັນໄດ້. ຕອນນີ້ພວກເຈົ້າແມ່ນເລີ່ມຮຽນຮູ້ບາງຢ່າງແລ້ວ!
ພຣະອົງບັນຊາກົດເກນທີ່ຄຸ້ມຄອງການປະຕິບັດຂອງທຸກສັບພະສິ່ງ; ພຣະອົງບັນຊາກົດເກນທີ່ຄຸ້ມຄອງການຢູ່ລອດຂອງສັບພະສິ່ງທັງປວງ;ພຣະອົງຄວບຄຸມທຸກສິ່ງ ແລະ ກໍານົດໃຫ້ສິ່ງເຫຼົ່ານັ້ນອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ເພື່ອວ່າສິ່ງເຫຼົ່ານັ້ນຈະບໍ່ດັບສູນ ຫຼື ຫາຍໄປ. ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງມີຊີວິດຕໍ່; ດ້ວຍເຫດນີ້ເທົ່ານັ້ນ ພວກເຂົາຈຶ່ງມີຊີວິດພາຍໃຕ້ການຊີ້ນໍາຂອງພຣະເຈົ້າໃນສະພາບແວດລ້ອມດັ່ງກ່າວ. ພຣະເຈົ້າແມ່ນນາຍແຫ່ງກົດເກນຂອງການປະຕິບັດເຫຼົ່ານີ້ ແລະ ບໍ່ມີໃຜສາມາດແຊກແຊງສິ່ງເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ສາມາດປ່ຽນແປງສິ່ງເຫຼົ່ານັ້ນ. ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຮູ້ຈັກກົດເກນເຫຼົ່ານີ້ ແລະ ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຄຸ້ມຄອງກົດເກນເຫຼົ່ານີ້. ເວລາໃດທີ່ຕົ້ນໄມ້ຈະອອກໜໍ່; ເວລາໃດທີ່ຝົນຈະຕົກ; ແຜ່ນດິນໂລກຈະໃຫ້ນໍ້າ ແລະ ສານອາຫານແກ່ພືດຫຼາຍຊໍ່າໃດ; ໃນລະດູການໃດທີ່ໃບໄມ້ຈະລົ່ນ; ໃນລະດູການໃດທີ່ຕົ້ນໄມ້ຈະອອກໝາກ; ແສງແດດຈະໃຫ້ສານອາຫານແກ່ຕົ້ນໄມ້ຫຼາຍຊໍ່າໃດ; ຕົ້ນໄມ້ຈະຫາຍໃຈອອກເປັນຫຍັງຫຼັງຈາກທີ່ຖືກແສງແດດ. ສິ່ງທັງໝົດເຫຼົ່ານີ້ແມ່ນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ໃນເວລາທີ່ພຣະອົງສ້າງທຸກສັບພະສິ່ງ, ເຊິ່ງເປັນກົດເກນທີ່ບໍ່ມີໃຜສາມາດລະເມີດໄດ້. ສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ ບໍ່ວ່າຈະມີຊີວິດ ຫຼື ໃນສາຍຕາຂອງມະນຸດ ບໍ່ມີຊີວິດແມ່ນຢູ່ໃນກໍາມືຂອງພຣະອົງ ເຊິ່ງເປັນບ່ອນທີ່ພຣະອົງຄວບຄຸມ ແລະ ປົກຄອງສິ່ງເຫຼົ່ານັ້ນ. ບໍ່ມີໃຜສາມາດປ່ຽນແປງ ຫຼື ລະເມີດກົດເກນເຫຼົ່ານີ້ໄດ້. ນີ້ເວົ້າໄດ້ວ່າ ໃນເວລາທີ່ພຣະເຈົ້າໄດ້ຊົງສ້າງທຸກສັບພະສິ່ງ ພຣະອົງໄດ້ກໍານົດລ່ວງໜ້າວ່າ ຖ້າບໍ່ມີແຜ່ນດິນໂລກ ຕົ້ນໄມ້ກໍຈະບໍ່ມີຮາກ, ແຕກໜໍ່ ແລະ ເຕີບໃຫຍ່; ຖ້າແຜ່ນດິນໂລກບໍ່ມີຕົ້ນໄມ້ ແລ້ວມັນຈະຫ່ຽວແຫ້ງ; ຕົ້ນໄມ້ຄວນເປັນຮັງຂອງນົກ ແລະ ບ່ອນທີ່ພວກມັນສາມາດຫຼົບຊ້ອນຈາກລົມ. ຕົ້ນໄມ້ສາມາດມີຊີວິດໂດຍບໍ່ມີແສງແດດໄດ້ບໍ? (ບໍ່ໄດ້). ມັນບໍ່ສາມາດມີຊີວິຖ້າມີພຽງແຕ່ແຜ່ນດິນໂລກເທົ່ານັ້ນ. ສິ່ງທັງໝົດເຫຼົ່ານີ້ແມ່ນເພື່ອມະນຸດ ນັ້ນກໍຄືເພື່ອການຢູ່ລອດຂອງມະນຸດ. ຈາກຕົ້ນໄມ້ ມະນຸດແມ່ນໄດ້ຮັບອາກາດສົດ ແລະ ມະນຸດທີ່ອາໄສຢູ່ເທິງແຜ່ນດິນໂລກແມ່ນໄດ້ຮັບການປົກປ້ອງຈາກຕົ້ນໄມ້. ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີແສງແດດ ຫຼື ສິ່ງມີຊີວິດຕ່າງໆ. ເຖິງວ່າຄວາມສໍາພັນຂອງພວກມັນຈະຊັບຊ້ອນ ແຕ່ເຈົ້າຕ້ອງຈື່ໄວ້ວ່າ ພຣະເຈົ້າໄດ້ສ້າງກົດເກນຕ່າງໆ ທີ່ຄຸ້ມຄອງທຸກສັບພະສິ່ງ ເພື່ອວ່າສິ່ງເຫຼົ່ານັ້ນຈະສາມາດຄໍ້າຊູກັນ ແລະ ກັນ, ອາໄສເຊິ່ງກັນ ແລະ ກັນ ແລະ ມີຊີວິດຢູ່ຮ່ວມກັນ. ເວົ້າອີກແບບໜຶ່ງກໍຄື ທຸກສັບພະສິ່ງທີ່ພຣະອົງໄດ້ສ້າງຂຶ້ນແມ່ນມີຄຸນຄ່າ ແລະ ຄວາມໝາຍ. ຖ້າພຣະເຈົ້າໄດ້ສ້າງບາງຢ່າງໂດຍບໍ່ມີຄວາມໝາຍ ພຣະເຈົ້າກໍຈະເຮັດໃຫ້ມັນຫາຍໄປ. ນີ້ແມ່ນໜຶ່ງໃນບັນດາວິທີການຕ່າງໆທີ່ພຣະເຈົ້າໄດ້ໃຊ້ ເພື່ອສະໜອງໃຫ້ທຸກສັບພະສິ່ງ. ຄໍາວ່າ “ສະໜອງໃຫ້” ແມ່ນໝາຍເຖິງຫຍັງໃນນິທານເລື່ອງນີ້? ພຣະເຈົ້າໄດ້ຫົດນໍ້າຕົ້ນໄມ້ທຸກມື້ບໍ? ຕົ້ນໄມ້ຕ້ອງການຄວາມຊ່ວຍເຫຼືອຂອງພຣະເຈົ້າໃນການຫາຍໃຈບໍ? (ບໍ່). ຄໍາວ່າ “ສະໜອງໃຫ້” ໃນນີ້ແມ່ນໝາຍເຖິງການຄຸ້ມຄອງທຸກສັບພະສິ່ງຂອງພຣະເຈົ້າຫຼັງຈາກການຊົງສ້າງຂອງພວກເຂົາ; ມັນພຽງພໍທີ່ຈະໃຫ້ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານັ້ນ ຫຼັງຈາກໄດ້ສ້າງກົດເກນຄຸ້ມຄອງພວກມັນ. ເມື່ອເມັດພືດຖືກປູກລົງໃສ່ດິນ ຕົ້ນໄມ້ກໍຈະເຕີບໃຫຍ່ດ້ວຍຕົວມັນເອງ. ສະພາບສໍາລັບການເຕີບໃຫຍ່ຂອງມັນແມ່ນຖືກສ້າງໂດຍພຣະເຈົ້າທັງໝົດ. ພຣະເຈົ້າໄດ້ສ້າງແສງແດດ, ນໍ້າ, ດິນ, ອາກາດ ແລະ ສິ່ງແວດລ້ອມອ້ອມຂ້າງ; ພຣະເຈົ້າໄດ້ສ້າງລົມ, ນໍ້າກ້າມ, ຫິມະ, ຝົນ ແລະ ລະດູການທັງສີ່. ສິ່ງເຫຼົ່ານີ້ແມ່ນສະພາບທີ່ຕົ້ນໄມ້ຕ້ອງການເພື່ອເຕີບໃຫຍ່ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້. ສະນັ້ນ, ພຣະເຈົ້າແມ່ນຕົ້ນກໍາເນີດຂອງສະພາບແວດລ້ອມທີ່ມີຊີວິດນີ້ບໍ? (ແມ່ນ). ພຣະເຈົ້າຕ້ອງໄດ້ນັບໃບໄມ້ແຕ່ລະໃບຢູ່ເທິງຕົ້ນໄມ້ທຸກມື້ບໍ? ບໍ່ເລີຍ! ພຣະເຈົ້າບໍ່ຈໍາເປັນຕ້ອງຊ່ວຍໃຫ່ຕົ້ນໄມ້ຫາຍໃຈ ຫຼື ປຸກແສງຕາເວັນໃຫ້ຕື່ນທຸກມື້ ໂດຍເວົ້າວ່າ: “ຕອນນີ້ແມ່ນເວລາທີ່ຈະຕ້ອງສ່ອງແສງໃສ່ຕົ້ນໄມ້ແລ້ວ”. ພຣະອົງບໍ່ຈໍາເປັນຕ້ອງເຮັດສິ່ງນັ້ນ. ແສງຕາເວັນຈະສ່ອງແສງດ້ວຍຕົວມັນເອງເມື່ອຮອດເວລາທີ່ມັນຈະຕ້ອງສ່ອງແສງຕາມກົດເກນຂອງມັນ; ມັນປາກົດຕົວ ແລະ ສ່ອງແສງໃສ່ຕົ້ນໄມ້ ແລະ ຕົ້ນໄມ້ຮັບເອົາແສງຕາເວັນເມື່ອມັນຕ້ອງການ ແລະ ໃນເວລາທີ່ມັນບໍ່ຕ້ອງການ ຕົ້ນໄມ້ກໍຍັງມີຊີວິດພາຍໃນກົດເກນນັ້ນ. ພວກເຈົ້າອາດບໍ່ສາມາດອະທິບາຍປາກົດການນີ້ໄດ້ຢ່າງຊັດເຈນ ແຕ່ຢ່າງໃດກໍຕາມ ນີ້ຄືຄວາມຈິງທີ່ທຸກຄົນສາມາດເຫັນ ແລະ ຮັບຮູ້ໄດ້. ສິ່ງທີ່ເຈົ້າຈໍາເປັນຕ້ອງເຮັດແມ່ນການຮັບຮູ້ວ່າ ກົດເກນທີ່ຄຸ້ມຄອງການມີຢູ່ຂອງທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ຮູ້ວ່າ ພຣະເຈົ້າແມ່ນມີອໍານາດເໜືອການເຕີບໃຫຍ່ ແລະ ການຢູ່ລອດຂອງທຸກສິ່ງ.
ນິທານເລື່ອງນີ້ແມ່ນມີສິ່ງທີ່ຜູ້ຄົນເອີ້ນວ່າ “ການອຸປະມາ” ບໍ? ມັນແມ່ນການສົມມຸດຕົວຕົນບໍ? (ບໍ່ແມ່ນ). ເຮົາໄດ້ບອກເລື່ອງຈິງ. ສິ່ງຕ່າງໆທີ່ມີຊີວິດ, ທຸກຢ່າງທີ່ມີຊີວິດ ແມ່ນຖືກປົກຄອງໂດຍພຣະເຈົ້າ; ສິ່ງມີຊີວິດແຕ່ລະປະເພດແມ່ນຖືກເຮັດໃຫ້ມີຊີວິດໂດຍພຣະເຈົ້າໃນເວລາທີ່ມັນຖືກສ້າງຂຶ້ນ; ຊີວິດຂອງສິ່ງມີຊີວິດທັງໝົດແມ່ນມາຈາກພຣະເຈົ້າ ແລະ ຕິດຕາມວິທີທາງ ແລະ ກົດເກນຕ່າງໆທີ່ຄຸ້ມຄອງມັນ. ສິ່ງນີ້ບໍ່ຕ້ອງການໃຫ້ມະນຸດປ່ຽນແປງມັນ ແລະ ມັນບໍ່ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ; ມັນແມ່ນໜຶ່ງໃນບັນດາວິທີທາງຕ່າງໆໃນການສະໜອງແກ່ທຸກສັບພະສິ່ງຂອງພຣະເຈົ້າ. ເຈົ້າເຂົ້າໃຈແລ້ວບໍ? ພວກເຈົ້າຄິດວ່າ ມັນຈໍາເປັນສໍາລັບຜູ້ຄົນບໍ ທີ່ຈະຕ້ອງຮູ້ສິ່ງນີ້? (ຈໍາເປັນ). ສະນັ້ນ, ນິທານເລື່ອງນີ້ແມ່ນມີສິ່ງໃດທີ່ກ່ຽວຂ້ອງກັບຊີວະວິທະຍາບໍ? ໃນທາງໃດໜຶ່ງ ມັນກ່ຽວຂ້ອງກັບຂົງເຂດຂອງຄວາມຮູ້ ຫຼື ສາຂາຂອງການຮຽນຮູ້ບໍ? ພວກເຮົາບໍ່ໄດ້ກໍາລັງສົນທະນາເລື່ອງຊີວະວິທະຍາ ແລະ ພວກເຮົາບໍ່ໄດ້ເຮັດການຄົ້ນຄວ້າທາງຊີວະວິທະຍາຢ່າງແນ່ນອນ. ແນວຄິດຫຼັກຂອງການສົນທະນາຂອງພວກເຮົາແມ່ນຫຍັງ? (ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ). ພວກເຈົ້າໄດ້ເຫັນຫຍັງພາຍໃນການຊົງສ້າງບໍ? ພວກເຈົ້າໄດ້ເຫັນຕົ້ນໄມ້ບໍ? ພວກເຈົ້າໄດ້ເຫັນແຜ່ນດິນໂລກບໍ? (ໄດ້ເຫັນ). ພວກເຈົ້າໄດ້ເຫັນແສງແດດ, ແມ່ນບໍ? ພວກເຈົ້າໄດ້ເຫັນນົກຈັບຢູ່ຕົ້ນໄມ້ບໍ? (ພວກຂ້ານ້ອຍເຫັນ). ມະນຸດມີຄວາມສຸກທີ່ມີຊີວິດໃນສະພາບແວດລ້ອມດັ່ງກ່າວບໍ? (ມີຄວາມສຸກ). ເວົ້າໄດ້ວ່າ ພຣະເຈົ້າໃຊ້ທຸກສັບພະສິ່ງ ນັ້ນກໍຄືສິ່ງຕ່າງໆທີ່ພຣະອົງໄດ້ຊົງສ້າງຂຶ້ນເພື່ອຮັກສາ ແລະ ປົກປ້ອງເຮືອນຂອງມະນຸດ ແລະ ສະພາບແວດລ້ອມຂອງຊີວິດຂອງພວກເຂົາ. ດ້ວຍວິທີນີ້, ພຣະເຈົ້າໄດ້ສະໜອງໃຫ້ແກ່ມະນຸດ ແລະ ທຸກສັບພະສິ່ງ.
ພວກເຈົ້າມັກຮູບແບບການເວົ້າແບບນີ້ ນັ້ນກໍຄື ວິທີທີ່ເຮົາສົນທະນາບໍ? (ມັນເຂົ້າໃຈງ່າຍ ແລະ ມີຕົວຢ່າງຈາກຊີວິດຈິງຫຼາຍຢ່າງ). ສິ່ງເຫຼົ່ານີ້ບໍ່ແມ່ນພຣະທໍາທີ່ເປົ່າວ່າງທີ່ເຮົາໄດ້ກ່າວ, ແມ່ນບໍ? ຜູ້ຄົນຕ້ອງການເລື່ອງລາວແບບນີ້ເພື່ອເຂົ້າໃຈວ່າ ພຣະເຈົ້າຄືແຫຼ່ງກໍາເນີດຂອງຊີວິດສໍາລັບທຸກສິ່ງບໍ່? (ຕ້ອງການ). ເມື່ອເປັນເຊັ່ນນັ້ນ, ໃຫ້ພວກເຮົາພາກັນໄປຟັງນິທານເລື່ອງຕໍ່ໄປຂອງພວກເຮົາເລີຍເນາະ. ນິທານຕໍ່ໄປແມ່ນແຕກຕ່າງໜ້ອຍໜຶ່ງໃນດ້ານເນື້ອຫາ ແລະ ຈຸດສຸມກໍແຕກຕ່າງກັນເລັກນ້ອຍເຊັ່ນກັນ. ທຸກສິ່ງທີ່ປາກົດໃນນິທານເລື່ອງນີ້ແມ່ນສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາໃນການຊົງສ້າງຂອງພຣະເຈົ້າ. ບັດນີ້ ເຮົາຈະເລີ່ມເລົ່າເລື່ອງຕໍ່ໄປຂອງເຮົາ. ກະລຸນາຟັງຢ່າງງຽບໆ ແລະ ເບິ່ງວ່າພວກເຈົ້າຈະສາມາດຄິດອອກເຖິງຄວາມໝາຍຂອງເຮົາໄດ້ ຫຼື ບໍ່. ຫຼັງຈາກຟັງນິທານນີ້ແລ້ວ, ເຮົາຈະຖາມບາງຄໍາຖາມກັບພວກເຈົ້າ ເພື່ອເບິ່ງວ່າ ພວກເຈົ້າໄດ້ຮຽນຮູ້ຫຼາຍຊໍ່າໃດ. ຕົວລະຄອນໃນນິທານເລື່ອງນີ້ແມ່ນພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມຮຸນແຮງ ແລະ ຄື້ນຍັກ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VII).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?