ນິທານເລື່ອງທີ 2. ພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ
ມີນໍ້າຫ້ວຍນ້ອຍໆທີ່ໄຫຼກ້ຽວໄປກ້ຽວມາ ແລ້ວໃນທີ່ສຸດກໍມາຮອດຕີນພູເຂົາໃຫຍ່. ພູເຂົາໄດ້ຕັນເສັ້ນທາງຂອງນໍ້າຫ້ວຍນ້ອຍ ເຊິ່ງດ້ວຍເຫດນັ້ນ ນໍ້າຫ້ວຍຈຶ່ງເວົ້າກັບພູເຂົາດ້ວຍສຽງທີ່ອ່ອນແອ ແລະ ຄ່ອຍໆຂອງມັນວ່າ “ກະລຸນາໃຫ້ຂ້ອຍຜ່ານໄປແດ່. ເຈົ້າກໍາລັງຢືນຕັນທາງຂ້ອຍ ແລະ ກໍາລັງຕັນເສັ້ນທາງໄປຂ້າງໜ້າຂອງຂ້ອຍ”. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍກໍາລັງຊອກຫາເຮືອນຂອງຂ້ອຍ”, ນໍ້າຫ້ວຍຕອບກັບ. “ໄດ້, ໄປເລີຍ ແລະ ໄຫຼຂ້າມຂ້ອຍໄປໂລດ!” ແຕ່ນໍ້າຫ້ວຍນ້ອຍນັ້ນແມ່ນອ່ອນແອ ແລະ ຍັງນ້ອຍຫຼາຍ, ດ້ວຍເຫດນັ້ນ ມັນຈຶ່ງບໍ່ມີທາງໄຫຼຂ້າມພູເຂົາໃຫຍ່ນັ້ນໄດ້. ມັນສາມາດສືບຕໍ່ໄຫຼໄປຕາມຕີນພູເຂົາເທົ່ານັ້ນ...
ລົມແຮງໄດ້ພັດມາ ໂດຍພັດເອົາຊາຍ ແລະ ເສດສິ່ງຂອງຕ່າງໆມາບ່ອນທີ່ພູເຂົາຕັ້ງຢູ່. ລົມຮ້ອງໃສ່ພູເຂົາວ່າ “ໃຫ້ຂ້ອຍຜ່ານໄປແດ່!” “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍຕ້ອງການຂ້າມໄປອີກຟາກຂອງພູເຂົາ”, ລົມຮ້ອງຕອບກັບມາ. “ໄດ້, ຖ້າເຈົ້າສາມາດພັດຜ່ານແອວຂອງຂ້ອຍໄດ້ ເຈົ້າກໍໄປໄດ້ເລີຍ!” ລົມແຮງນັ້ນກໍໄດ້ຮ້ອງຫອນໄປທາງນີ້ ແລະ ທາງນັ້ນ ແຕ່ບໍ່ວ່າມັນຈະພັດຢ່າງແຮງເທົ່າໃດ ມັນກໍບໍ່ສາມາດພັດຜ່ານແອວຂອງພູເຂົານັ້ນໄດ້. ລົມເລີ່ມເມື່ອຍ ແລະ ຢຸດພັກ ແລະ ໃນອີກດ້ານໜຶ່ງຂອງພູເຂົາ ກໍມີລົມເລີ່ມພັດເບົາໆ ເຊິ່ງເຮັດໃຫ້ຜູ້ຄົນຢູ່ບ່ອນນັ້ນເພິ່ງພໍໃຈ. ນີ້ແມ່ນການທັກທາຍຂອງພູເຂົາຕໍ່ຜູ້ຄົນ...
ຢູ່ແຄມທະເລ, ລະອອງນໍ້າມະຫາສະໝຸດໄດ້ພັດມາໃສ່ຝັ່ງທີ່ເປັນກ້ອນຫິນຢ່າງຄ່ອຍໆ. ທັນທີໃດ ກໍມີຄື້ນທະເລຍັກໄຫຼມາ ແລະ ສົ່ງສຽງດັງໄປຫາພູເຂົາ. “ຫຼິກໄປ!” ຄື້ນທະເລຍັກຮ້ອງຂຶ້ນ. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. ໂດຍທີ່ບໍ່ສາມາດຢຸດການໄຫຼໄປທາງໜ້າຂອງມັນເອງ ຄຶ້ນທະເລໄດ້ຮ້ອງອອກໄປວ່າ “ຂ້ອຍກໍາລັງຂະຫຍາຍອານາເຂດຂອງຂ້ອຍ! ຂ້ອຍຕ້ອງການກາງແຂນຂ້ອຍອອກ!” “ໄດ້, ຖ້າເຈົ້າສາມາດຜ່ານຈອມຂອງຂ້ອຍໄດ້ ຂ້ອຍກໍຈະໃຫ້ເຈົ້າຜ່ານໄປ”. ຄື້ນທະເລໃຫຍ່ໄດ້ຖອຍກັບໄປໃນໄລຍະໜຶ່ງ ແລ້ວກໍຊັດສາດໄປຫາພູເຂົາ. ແຕ່ບໍ່ວ່າມັນຈະພະຍາຍາມຫຼາຍພຽງໃດກໍຕາມ ມັນກໍບໍ່ສາມາດຂ້າມຈອມພູເຂົາໄດ້. ຄື້ນທະເລສາມາດແຕ່ກິ້ງກັບຄືນໄປທະເລຢ່າງຊ້າໆເທົ່ານັ້ນ...
ເປັນເວລາຫຼາຍພັນປີ ນໍ້າຫ້ວຍນ້ອຍໄດ້ໄຫຼຄ່ອຍໆອ້ອມຕີນພູເຂົາ. ຕາມຄໍາຊີ້ນໍາຂອງພູເຂົາ, ນໍ້າຫ້ວຍນ້ອຍໄດ້ກັບໄປຮອດເຮືອນຂອງມັນ ເຊິ່ງມັນໄດ້ໄຫຼໄປຮ່ວມກັບແມ່ນໍ້າ ແລ້ວສຸດທ້າຍກໍໄຫຼລົງທະເລ. ພາຍໃຕ້ການເບິ່ງແຍງຂອງພູເຂົາ, ນໍ້າຫ້ວຍນ້ອຍບໍ່ເຄີຍສູນເສຍແນວທາງຂອງມັນ. ນໍ້າຫ້ວຍ ແລະ ພູເຂົາອຸ້ມຊູກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.
ເປັນເວລາຫຼາຍພັນປີ, ລົມແຮງໄດ້ຮ້ອງຫອນ ເພາະວ່ານີ້ຄືນິໄສຂອງມັນ. ມັນຍັງມາ “ຢ້ຽມຢາມ” ພູເຂົາເປັນປະຈໍາ ໂດຍພັດອູ້ມເອົາດິນຊາຍມາຢ່າງຫຼວງຫຼາຍ. ມັນຂົ່ມຂູ່ພູເຂົາ ແຕ່ກໍບໍ່ເຄີຍພັດຜ່ານແອວຂອງພູເຂົາໄດ້. ສາຍລົມ ແລະ ພູເຂົາອຸ້ມຊູກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.
ເປັນເວລາຫຼາຍພັນປີ, ຄື້ນທະເລຍັກບໍ່ເຄີຍຢຸດພັກຜ່ອນ ແລະ ມັນກ້າວໄປທາງໜ້າຢ່າງທໍລະຫົດ ໂດຍສືບຕໍ່ຂະຫຍາຍອານາເຂດຂອງມັນ. ມັນຮ້ອງ ແລະ ພຸ່ງຂຶ້ນຊໍ້າແລ້ວຊໍ້າອີກໃສ່ພູເຂົາ ແຕ່ພູເຂົາກໍບໍ່ເຄີຍຍັບຍ້າຍແມ່ນແຕ່ນິ້ວດຽວ. ພູເຂົາເຝົ້າເບິ່ງທະເລ ແລະ ໃນວິທີນີ້ ສິ່ງຊົງສ້າງໃນທະເລກໍເພີ່ມພູນຂຶ້ນ ແລະ ເຕີບໃຫຍ່ຂຶ້ນ. ຄື້ນທະເລ ແລະ ພູເຂົາອຸ້ມຊູກັນແລະກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.
ນິທານຂອງພວກເຮົາກໍໄດ້ຈົບລົງແລ້ວ. ກ່ອນອື່ນໝົດ ຈົ່ງບອກເຮົາແດ່ວ່າ ນິທານເລື່ອງນີ້ແມ່ນກ່ຽວກັບຫຍັງ? ທໍາອິດແມ່ນມີພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ. ໃນວັກທໍາອິດແມ່ນມີຫຍັງເກີດຂຶ້ນກັບນໍ້າຫ້ວຍນ້ອຍ ແລະ ພູເຂົາໃຫຍ່? ເປັນຫຍັງເຮົາຈຶ່ງເລືອກເວົ້າກ່ຽວກັບນໍ້າຫ້ວຍ ແລະ ພູເຂົາ? (ພາຍໃຕ້ການເບິ່ງແຍງຂອງພູເຂົາ, ນໍ້າຫ້ວຍບໍ່ເຄີຍສູນເສຍແນວທາງຂອງມັນ. ພວກມັນອາໄສເຊິ່ງກັນ ແລະ ກັນ). ເຈົ້າຈະເວົ້າໄດ້ບໍວ່າ ພູເຂົາປົກປ້ອງ ຫຼື ກີດຂວາງນໍ້າຫ້ວຍນ້ອຍ? (ພູເຂົາປົກປ້ອງນໍ້າຫ້ວຍນ້ອຍ). ແຕ່ມັນໄດ້ກີດຂວາງນໍ້າຫ້ວຍນ້ອຍບໍ? ພູເຂົາ ແລະ ນໍ້າຫ້ວຍເຟົ້າເບິ່ງກັນ ແລະ ກັນດ້ວຍຄວາມລະມັດລະວັງ; ພູເຂົາປົກປ້ອງນໍ້າຫ້ວຍ ແລະ ຍັງກີດຂວາງມັນອີກດ້ວຍ. ພູເຂົາປົກປ້ອງນໍ້າຫ້ວຍເຮັດໃຫ້ມັນໄຫຼລົງສູ່ແມ່ນໍ້າໃຫຍ່ ແຕ່ກີດຂວາງມັນເພື່ອບໍ່ໃຫ້ມັນໄຫຼໄປບ່ອນທີ່ມັນຈະໄປ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມ ແລະ ນໍາເອົາໄພພິບັດມາສູ່ຜູ້ຄົນ. ວັກນີ້ບໍ່ໄດ້ເວົ້າກ່ຽວກັບສິ່ງນີ້ບໍ? ໃນການປົກປ້ອງນໍ້າຫ້ວຍ ແລະ ໃນການຕັນມັນ, ພູເຂົາໄດ້ຄຸ້ມກັນເຮືອນຊານຂອງຜູ້ຄົນ. ຫຼັງຈາກນັ້ນນໍ້າຫ້ວຍນ້ອຍກໍໄຫຼໄປຮ່ວມແມ່ນໍ້າຢູ່ຕີນພູ ແລະ ໄຫຼລົງສູ່ທະເລ. ນີ້ບໍ່ແມ່ນກົດເກນທີ່ຄຸ້ມຄອງການມີຢູ່ຂອງນໍ້າຫ້ວຍບໍ? ແມ່ນຫຍັງທີ່ເຮັດໃຫ້ນໍ້າຫ້ວຍສາມາດໄຫຼໄປຮ່ວມກັບແມ່ນໍ້າ ແລະ ລົງສູ່ທະເລ? ມັນບໍ່ແມ່ນພູເຂົາບໍ? ນໍ້າຫ້ວຍອາໄສການປົກປ້ອງຈາກພູເຂົາ ແລະ ການກີດຂວາງຂອງມັນ. ສະນັ້ນ, ນີ້ບໍ່ແມ່ນປະເດັນຫຼັກບໍ? ໃນສິ່ງນີ້ເຈົ້າໄດ້ເຫັນຄວາມສໍາຄັນຂອງພູເຂົາທີ່ມີຕໍ່ນໍ້າບໍ? ພຣະເຈົ້າມີຈຸດປະສົງຂອງພຣະອົງບໍ ໃນການເຮັດໃຫ້ພູເຂົາທຸກໜ່ວຍໃຫຍ່ ແລະ ນ້ອຍ? (ມີ). ວັກສັ້ນໆນີ້ ທີ່ບໍ່ມີຫຍັງ ນອກຈາກນໍ້າຫ້ວຍນ້ອຍ ແລະ ພູເຂົາໃຫຍ່ ໄດ້ເຮັດໃຫ້ພວກເຮົາເຫັນຄຸນຄ່າ ແລະ ຄວາມສໍາຄັນຂອງການຊົງສ້າງສອງສິ່ງເຫຼົ່ານີ້ຂອງພຣະເຈົ້າ; ມັນຍັງສະແດງໃຫ້ພວກເຮົາເຫັນສະຕິປັນຍາ ແລະ ຈຸດປະສົງໃນການປົກຄອງສິ່ງເຫຼົ່ານັ້ນຂອງພຣະອົງອີກດ້ວຍ. ບໍ່ແມ່ນແນວນັ້ນບໍ?
ວັກທີສອງຂອງນິທານແມ່ນກ່ຽວກັບຫຍັງ? (ລົມແຮງ ແລະ ພູເຂົາໃຫຍ່). ລົມແມ່ນສິ່ງທີ່ດີບໍ? (ດີ). ບໍ່ສະເໝີໄປ. ບາງເທື່ອ ລົມຮ້າຍແຮງຫຼາຍ ແລະ ເຮັດໃຫ້ມີໄພພິບັດ. ເຈົ້າຈະຮູ້ສຶກແນວໃດ ຖ້າເຈົ້າຖືກເຮັດໃຫ້ຢືນຢູ່ໃນລົມທີ່ຮຸນແຮງ? ມັນຂຶ້ນກັບຄວາມແຮງຂອງມັນ, ບໍ່ແມ່ນບໍ? ຖ້າມັນເປັນລົມໃນລະດັບສາມ ຫຼື ສີ່, ມັນກໍຈະສາມາດທົນໄດ້. ຢ່າງຫຼາຍທີ່ສຸດ, ຄົນອາດຈະມີຄວາມລໍາບາກໃນການມືນຕາຂອງພວກເຂົາ. ແຕ່ຖ້າລົມຮ້າຍແຮງຂຶ້ນ ແລະ ກາຍເປັນລົມພະຍຸ, ເຈົ້າຈະສາມາດຕ້ານທານມັນໄດ້ບໍ? ເຈົ້າຈະບໍ່ຕ້ານທານມັນໄດ້. ສະນັ້ນ, ມັນຜິດທີ່ຜູ້ຄົນຈະເວົ້າວ່າລົມດີຕະຫຼອດ ຫຼື ເວົ້າວ່າມັນບໍ່ດີຕະຫຼອດ ເພາະນີ້ແມ່ນຂຶ້ນກັບຄວາມແຮງຂອງມັນ. ບັດນີ້, ໜ້າທີ່ຂອງພູເຂົາໃນນີ້ແມ່ນຫຍັງ? ໜ້າທີ່ຂອງມັນບໍ່ແມ່ນເພື່ອກັ່ນຕອງລົມບໍ? ພູເຂົາລົດຄວາມແຮງຂອງລົມທີ່ຮ້າຍແຮງໃຫ້ເປັນຫຍັງ? (ເປັນລົມຄ່ອຍ). ຕອນນີ້, ໃນສະພາບແວດລ້ອມທີ່ມະນຸດອາໄສຢູ່, ຄົນສ່ວນໃຫຍ່ໄດ້ປະສົບກັບລົມແຮງ ຫຼື ລົມຄ່ອຍ? (ລົມຄ່ອຍ). ນີ້ບໍ່ແມ່ນໜຶ່ງໃນບັນດາຈຸດປະສົງຂອງພຣະເຈົ້າບໍ ເຊິ່ງກໍຄືໜຶ່ງໃນບັນດາເຈດຕະນາຂອງພຣະອົງໃນການສ້າງພູເຂົາ? ມັນຈະເປັນແນວໃດ ຖ້າຜູ້ຄົນອາໄສຢູ່ໃນສະພາບແວດລ້ອມທີ່ມີດິນຊາຍປິວໃນສາຍລົມຢ່າງແຮງ, ຢ່າງບໍ່ມີແນວກີດຂວາງ ແລະ ຢ່າງບໍ່ຖືກກັ່ນຕອງ? ມັນອາດຈະເປັນໄປໄດ້ ທີ່ຈະບໍ່ສາມາດອາໄສຢູ່ໃນດິນແດນທີ່ເຕັມໄປດ້ວຍດິນຊາຍ ແລະ ກ້ອນຫິນທີ່ປິວໄປມາ? ກ້ອນຫິນອາດຈະຟາດໃສ່ຜູ້ຄົນ ແລະ ດິນຊາຍອາດຈະເຮັດໃຫ້ພວກເຂົາເບິ່ງບໍ່ເຫັນ. ລົມອາດຈະກວດເອົາຄົນປິວຂຶ້ນໄປເທິງອາກາດ ຫຼື ອຸ້ມພວກເຂົາເຂົ້າໄປໃນອາກາດ. ເຮືອນຊານອາດຈະຖືກທໍາລາຍ ແລະ ໄພພິບັດທຸກຮູບແບບກໍອາດຈະເກີດຂຶ້ນໄດ້. ແຕ່ມັນມີຄຸນຄ່າໃນການມີຢູ່ຂອງລົມທີ່ຮຸນແຮງບໍ? ເຮົາໄດ້ເວົ້າວ່າມັນບໍ່ດີ, ສະນັ້ນ ເຈົ້າອາດຈະຮູ້ສຶກວ່າມັນບໍ່ມີຄຸນຄ່າ ແຕ່ມັນເປັນເຊັ່ນນັ້ນແທ້ບໍ? ແລ້ວມັນມີຄຸນຄ່າບໍ ເມື່ອມັນໄດ້ກາຍເປັນລົມທີ່ຄ່ອຍ? ຜູ້ຄົນຕ້ອງການຫຍັງຫຼາຍທີ່ສຸດ ເມື່ອສະພາບອາກາດເອົ້າ ແລະ ເຮັດໃຫ້ຫາຍໃຈບໍ່ອອກ? ພວກເຂົາຕ້ອງການລົມເຢັນຄ່ອຍໆ ເພື່ອພັດພວກເຂົາເບົາໆ, ເພື່ອເຮັດໃຫ້ພວກເຂົາສົດຊື່ນ ແລະ ເຮັດໃຫ້ສະໝອງຂອງພວກເຂົາປອດໂປ່ງແຈ່ມໃສ, ເພື່ອເຮັດໃຫ້ຄວາມຄິດຂອງພວກເຂົາຫຼັກແຫຼມ, ເພື່ອບັນເທົາ ແລະ ເຮັດໃຫ້ສະພາບຈິດໃຈຂອງພວກເຂົາດີຂຶ້ນ. ຍົກຕົວຢ່າງ: ຕອນນີ້ພວກເຈົ້າທຸກຄົນນັ່ງຢູ່ໃນຫ້ອງກັບອີກຫຼາຍຄົນ ແລະ ອາກາດກໍອັບ. ພວກເຈົ້າຕ້ອງການຫຍັງຫຼາຍທີ່ສຸດ? (ລົມຄ່ອຍໆ). ການໄປບ່ອນທີ່ອາກາດບໍ່ດີ ແລະ ສົກກະປົກສາມາດເຮັດໃຫ້ຄວາມຄິດຂອງຄົນຊ້າລົງ, ເຮັດໃຫ້ການໝຸນວຽນຂອງຄົນຫຼຸດລົງ ແລະ ເຮັດໃຫ້ຄວາມແຈ່ມໃສຂອງຈິດໃຈຂອງຄົນໜ້ອຍລົງ. ຢ່າງໃດກໍຕາມ, ການເຄື່ອນໄຫວ ແລະ ການໝຸນວຽນໜ້ອຍຈະເຮັດໃຫ້ອາກາດສົດໃສຂຶ້ນ ແລະ ຜູ້ຄົນຈະຮູ້ສຶກແຕກຕ່າງໃນອາກາດທີ່ສົດໃສ. ເຖິງວ່ານໍ້າຫ້ວຍນ້ອຍຈະສາມາດເຮັດໃຫ້ມີໄພພິບັດ, ເຖິງວ່າລົມທີ່ຮຸນແຮງຈະສາມາດເຮັດໃຫ້ມີໄພພິບັດ, ແຕ່ຕາບໃດທີ່ພູເຂົາຍັງຢູ່ບ່ອນນັ້ນ ມັນກໍຈະປ່ຽນໄພອັນຕະລາຍນັ້ນໃຫ້ເປັນພະລັງທີ່ເປັນປະໂຫຍດແກ່ຜູ້ຄົນ. ບໍ່ແມ່ນແນວນັ້ນບໍ?
ວັກທີສາມຂອງນິທານແມ່ນກ່ຽວກັບຫຍັງ? (ພູເຂົາໃຫຍ່ ແລະ ຄື້ນທະເລຍັກ). ພູເຂົາໃຫຍ່ ແລະ ຄື້ນທະເລຍັກ. ວັກນີ້ແມ່ນກ່ຽວກັບເຫດການທີ່ເກີດຂຶ້ນຢູ່ແຄມທະເລທີ່ຕິດຕີນພູເຂົາ. ພວກເຮົາເຫັນພູເຂົາ, ລະອອງມະຫາສະໝຸດ ແລະ ຄື້ນທະເລໃຫຍ່. ໃນກໍລະນີນີ້ສໍາລັບຄື້ນທະເລແລ້ວ ພູເຂົານັ້ນແມ່ນຫຍັງ (ເປັນຜູ້ປົກປ້ອງ ແລະ ເປັນສິ່ງກີດກັ້ນ). ມັນແມ່ນຜູ້ປົກປ້ອງ ແລະ ກີດກັ້ນ. ໃນການເປັນຜູ້ປົກປ້ອງ, ມັນເຮັດໃຫ້ທະເລບໍ່ຫາຍໄປ ເພື່ອວ່າສິ່ງຊົງສ້າງທີ່ດໍາລົງຊີວິດໃນທະເລຈະສາມາດເພີ່ມພູນ ແລະ ເຕີບໃຫຍ່ໄດ້. ໃນການເປັນຜູ້ກີດກັ້ນ, ພູເຂົາກີດກັ້ນບໍ່ໃຫ້ນໍ້າທະເລລົ້ນ ເຊິ່ງຈະເຮັດໃຫ້ເກີດໄພພິບັດ, ກີດກັ້ນບໍ່ໃຫ້ເກີດເປັນໄພ ແລະ ທໍາລາຍເຮືອນຊານຂອງຜູ້ຄົນ. ສະນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ພູເຂົາແມ່ນເປັນທັງຜູ້ປົກປ້ອງ ແລະ ຜູ້ກີດກັ້ນ.
ນີ້ແມ່ນຄວາມໝາຍຂອງການກ່ຽວຂ້ອງກັນລະຫວ່າງພູເຂົາໃຫຍ່ ແລະ ນໍ້າຫ້ວຍນ້ອຍ, ພູເຂົາໃຫຍ່ ແລະ ລົມທີ່ຮຸນແຮງ ແລະ ພູເຂົາໃຫຍ່ ແລະ ຄື້ນທະເລຍັກ; ນີ້ແມ່ນຄວາມໝາຍຂອງການອຸ້ມຊູກັນແລະກັນ ແລະ ການຖ່ວງພວກມັນທີ່ມີເຊິ່ງກັນແລະກັນ ແລະ ການມີຊີວິດຢູ່ຮ່ວມກັນຂອງພວກມັນ. ສິ່ງເຫຼົ່ານີ້ ທີ່ຖືກສ້າງໂດຍພຣະເຈົ້າ ແມ່ນມີຢູ່ຕາມການຄຸ້ມຄອງຂອງກົດລະບຽບ ແລະ ກົດເກນ. ສະນັ້ນ, ພວກເຈົ້າເຫັນການກະທໍາຫຍັງຂອງພຣະເຈົ້າໃນນິທານເລື່ອງນີ້ບໍ? ພຣະເຈົ້າໄດ້ເມີນເສີຍຕໍ່ທຸກສິ່ງນັບແຕ່ຕອນທີ່ພຣະອົງໄດ້ສ້າງສິ່ງເຫຼົ່ານັ້ນບໍ? ພຣະເຈົ້າໄດ້ສ້າງກົດລະບຽບ ແລະ ຈັດວາງແນວທາງໃນການເຮັດໜ້າທີ່ຂອງທຸກສິ່ງ ແລ້ວຫຼັງຈາກນັ້ນກໍເມີນເສີຍຕໍ່ສິ່ງເຫຼົ່ານັ້ນບໍ? ນັ້ນແມ່ນສິ່ງທີ່ເກີດຂຶ້ນບໍ? (ບໍ່ແມ່ນ). ແລ້ວແມ່ນຫຍັງທີ່ເກີດຂຶ້ນ? ພຣະເຈົ້າຍັງຢູ່ໃນການຄວບຄຸມ. ພຣະອົງຄວບຄຸມນໍ້າ, ລົມ ແລະ ຄື້ນທະເລ. ພຣະອົງບໍ່ໄດ້ປ່ອຍໃຫ້ພວກມັນແລ່ນອາລະວາດ ແລະ ພຣະອົງບໍ່ໄດ້ປ່ອຍໃຫ້ພວກມັນເປັນໄພ ຫຼື ທໍາລາຍເຮືອນຊານທີ່ຜູ້ຄົນອາໄສຢູ່. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງສາມາດດໍາເນີນຊີວິດ ແລະ ເພີ່ມທະວີຄູນ ແລະ ເຕີບໃຫຍ່ໃນແຜ່ນດິນໂລກ. ນີ້ໝາຍຄວາມວ່າເມື່ອພຣະອົງສ້າງທຸກສິ່ງ ພຣະເຈົ້າໄດ້ວາງແຜນກົດເກນແຫ່ງການມີຢູ່ຂອງພວກມັນໄວ້ແລ້ວ. ເມື່ອພຣະເຈົ້າເຮັດແຕ່ລະຢ່າງ, ພຣະອົງຮັບປະກັນວ່າມັນຈະເປັນປະໂຫຍດແກ່ມະນຸດຊາດ ແລະ ພຣະອົງຄວບຄຸມມັນ ເພື່ອວ່າມັນອາດຈະບໍ່ສ້າງຄວາມວຸ້ນວາຍແກ່ມະນຸດ ຫຼື ສ້າງໄພພິບັດໃຫ້ແກ່ເຂົາ. ຖ້າບໍ່ແມ່ນຍ້ອນການຄຸ້ມຄອງຂອງພຣະເຈົ້າ, ນໍ້າຈະບໍ່ໄຫຼໂດຍບໍ່ມີການຄວບຄຸມເລີຍບໍ? ລົມຈະບໍ່ພັດໂດຍບໍ່ມີການຄວບຄຸມເລີຍບໍ? ນໍ້າ ແລະ ລົມໄດ້ປະຕິບັດຕາມກົດເກນບໍ? ຖ້າພຣະເຈົ້າບໍ່ຄຸ້ມຄອງພວກມັນ ກໍຈະບໍ່ມີກົດເກນໃດທີ່ຈະຄຸ້ມຄອງພວກມັນ ແລະ ລົມກໍຈະຮ້ອງຫອນ ແລະ ນໍ້າກໍຈະບໍ່ຖືກຢັບຢັ້ງໄວ້ ແລະ ມັນກໍຈະເຮັດໃຫ້ເກີດມີນໍ້າຖ້ວມ. ຖ້າຄື້ນທະເລສູງກວ່າພູເຂົາ, ແລ້ວທະເລກໍຍັງຈະມີຢູ່ບໍ? ມັນຈະບໍ່ມີຢູ່ເລີຍ. ຖ້າພູເຂົາບໍ່ສູ່ງເທົ່າຄື້ນທະເລ, ທະເລກໍຈະບໍ່ມີຢູ່ ແລະ ພູເຂົາກໍຈະສູນເສຍຄຸນຄ່າ ແລະ ຄວາມໝາຍຂອງມັນ.
(Source: Depositphotos)
ພວກເຈົ້າເຫັນສະຕິປັນຍາຂອງພຣະເຈົ້າພາຍໃນນິທານສອງເລື່ອງນີ້ບໍ? ພຣະເຈົ້າໄດ້ສ້າງທຸກສິ່ງທີ່ມີຊີວິດຢູ່ ແລະ ພຣະອົງແມ່ນມີອໍານາດສູງສຸດເໜືອທຸກສິ່ງທີ່ມີຊີວິດຢູ່; ພຣະອົງຄຸ້ມຄອງທຸກສິ່ງ ແລະ ພຣະອົງສະໜອງໃຫ້ທຸກສິ່ງ ແລະ ພາຍໃນທຸກສິ່ງ ພຣະອົງເຫັນ ແລະ ກວດສອບທຸກຄໍາເວົ້າ ແລະ ທຸກການກະທໍາຂອງທຸກສິ່ງທີ່ມີຊີວິດຢູ່ຢ່າງລະອຽດ. ພ້ອມນັ້ນ ພຣະເຈົ້າຍັງເຫັນ ແລະ ກວດສອບທຸກແຈມຸມຂອງຊີວິດຂອງມະນຸດອີກດ້ວຍ. ດັ່ງນັ້ນ, ພຣະເຈົ້າຈຶ່ງຮູ້ຢ່າງລະອຽດກ່ຽວກັບລາຍລະອຽດແຕ່ລະຢ່າງຂອງທຸກສິ່ງທີ່ມີຊີວິດຢູ່ພາຍໃນການຊົງສ້າງຂອງພຣະອົງ, ນັບແຕ່ໜ້າທີ່ຂອງແຕ່ລະສິ່ງ, ທໍາມະຊາດຂອງມັນ ແລະ ກົດເກນຂອງມັນສໍາລັບການເອົາໂຕລອດຈົນເຖິງຄວາມໝາຍຂອງຊີວິດຂອງມັນ ແລະ ຄຸນຄ່າໃນການມີຊີວິດຢູ່ຂອງມັນ, ທຸກສິ່ງເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າຮູ້ຈັກທັງໝົດ. ພຣະເຈົ້າໄດ້ສ້າງທຸກສິ່ງ. ພວກເຈົ້າຄິດວ່າພຣະອົງຈໍາເປັນຕ້ອງສຶກສາກົດເກນທີ່ຄຸ້ມຄອງສິ່ງເຫຼົ່ານັ້ນບໍ? ພຣະເຈົ້າຈໍາເປັນຕ້ອງສຶກສາຄວາມຮູ້ຂອງມະນຸດ ຫຼື ວິທະຍາສາດ ເພື່ອຮຽນຮູ້ກ່ຽວກັບສິ່ງເຫຼົ່ານັ້ນ ແລະ ເຂົ້າໃຈສິ່ງເຫຼົ່ານັ້ນບໍ? (ບໍ່). ມີໃຜບໍ ໃນທ່າມກາງມະນຸດທີ່ມີການຮຽນຮູ້ ແລະ ຄວາມຮູ້ ເພື່ອເຂົ້າໃຈທຸກສິ່ງທີ່ພຣະເຈົ້າເຮັດ? ບໍ່ມີ, ແມ່ນບໍ? ມີນັກດາລາສາດ ຫຼື ນັກຊີວະວິທະຍາທີ່ເຂົ້າໃຈກົດເກນແຫ່ງການມີຊີວິດຢູ່ ແລະ ເຕີບໃຫຍ່ຂອງທຸກສິ່ງຢ່າງແທ້ຈິງບໍ? ພວກເຂົາສາມາດເຂົ້າໃຈຄຸນຄ່າຂອງການມີຊີວິດຢູ່ຂອງແຕ່ລະສິ່ງໄດ້ຢ່າງແທ້ຈິງບໍ? (ບໍ່, ພວກເຂົາບໍ່ເຂົ້າໃຈ). ນີ້ກໍຍ້ອນວ່າ ທຸກສິ່ງຖືກພຣະເຈົ້າສ້າງຂຶ້ນ ແລະ ບໍ່ວ່າມະນຸດຈະສຶກສາເອົາຄວາມຮູ້ນີ້ຫຼາຍ ຫຼື ເລິກເຊິ່ງຊໍ່າໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະພະຍາຍາມຮຽນຮູ້ມັນດົນຊໍ່າໃດກໍຕາມ, ພວກເຂົາຈະບໍ່ມີວັນສາມາດຍັ່ງເຖິງຄວາມລຶກລັບ ຫຼື ຈຸດປະສົງຂອງການຊົງສ້າງທຸກສິ່ງຂອງພຣະເຈົ້າໄດ້. ບໍ່ແມ່ນແນວນັ້ນບໍ? ຈາກການສົນທະນາກັນຂອງພວກເຮົາ ມາຮອດຕອນນີ້ ພວກເຈົ້າຮູ້ສຶກວ່າພວກເຈົ້າໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງວະລີທີ່ວ່າ: “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ” ແລ້ວບໍ? (ຮູ້ສຶກແລ້ວ). ເຮົາຮູ້ວ່າເມື່ອເຮົາສົນທະນາກ່ຽວກັບຫົວຂໍ້ນີ້ ກໍຄືຫົວຂໍ້ທີ່ວ່າ ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ, ຫຼາຍຄົນກໍຈະຄິດເຖິງວະລີນີ້ທັນທີ ທີ່ວ່າ: “ພຣະເຈົ້າແມ່ນຄວາມຈິງ ແລະ ພຣະເຈົ້າໃຊ້ພຣະທໍາຂອງພຣະອົງເພື່ອສະໜອງໃຫ້ແກ່ພວກເຮົາ” ແລະ ບໍ່ມີຫຍັງເກີນກວ່າລະດັບຂອງຄວາມໝາຍຂອງຫົວຂໍ້ນັ້ນ. ບາງຄົນອາດຈະຮູ້ສຶກວ່າ ການສະໜອງຊີວິດມະນຸດ, ອາຫານປະຈໍາວັນ ແລະ ເຄື່ອງດື່ມຂອງພຣະເຈົ້າ ແລະ ຄວາມຈໍາເປັນປະຈໍາວັນທຸກຢ່າງບໍ່ໄດ້ຖືກນັບລວມວ່າເປັນການສະໜອງຂອງພຣະອົງສໍາລັບມະນຸດ. ມີບາງຄົນທີ່ຮູ້ສຶກແບບນີ້ບໍ? ແຕ່ຢ່າງໃດກໍຕາມ, ເຈດຕະນາຂອງພຣະເຈົ້າໃນການຊົ່ງສ້າງຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ມະນຸດມີຊີວິດຢູ່ ແລະ ດໍາລົງຊີວິດຢ່າງປົກກະຕິບໍ? ພຣະເຈົ້າຮັກສາສະພາບແວດລ້ອມທີ່ຜູ້ຄົນອາໄສຢູ່ ແລະ ພຣະອົງສະໜອງທຸກສິ່ງທີ່ມະນຸດຕ້ອງການເພື່ອການຢູ່ລອດຂອງພວກເຂົາ. ນອກຈາກນັ້ນ, ພຣະອົງຄຸ້ມຄອງ ແລະ ມີອໍານາດສູງສຸດເໜືອທຸກສິ່ງ. ທັງໝົດນີ້ເຮັດໃຫ້ມະນຸດດໍາລົງຊີວິດ ແລະ ເຕີບໃຫຍ່ ແລະ ເພີ່ມທະວີຄູນຢ່າງປົກກະຕິ; ມັນແມ່ນດ້ວຍວິທີນີ້ທີ່ພຣະເຈົ້າໄດ້ສະໜອງໃຫ້ແກ່ສິ່ງຊົງສ້າງທັງປວງ ແລະ ໃຫ້ກັບມະນຸດທຸກຄົນ. ນີ້ບໍ່ແມ່ນຄວາມຈິງທີ່ຜູ້ຄົນຈໍາເປັນຕ້ອງຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້ບໍ? ບາງເທື່ອບາງຄົນອາດຈະເວົ້າວ່າ “ຫົວຂໍ້ນີ້ແມ່ນໄກເກີນໄປຈາກຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພວກເຮົາບໍ່ຕ້ອງການຮູ້ສິ່ງນີ້ ຍ້ອນພວກເຮົາບໍ່ໄດ້ດໍາລົງຊີວິດຢູ່ດ້ວຍເຂົ້າຈີ່ຢ່າງດຽວ ແຕ່ກົງກັນຂ້າມ ແມ່ນດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ”. ຄວາມເຂົ້າໃຈນີ້ຖືກຕ້ອງບໍ? (ບໍ່). ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ພວກເຈົ້າສາມາດມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບພຣະເຈົ້າບໍ ຖ້າພວກເຈົ້າມີຄວາມຮູ້ກ່ຽວກັບສິ່ງຕ່າງໆ ທີ່ພຣະເຈົ້າໄດ້ເວົ້າເທົ່ານັ້ນ? ຖ້າພວກເຈົ້າຍອມຮັບພາລະກິດຂອງພຣະເຈົ້າເທົ່ານັ້ນ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຈົ້າຈະສາມາດມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າບໍ? ຖ້າພວກເຈົ້າຮູ້ຈັກສ່ວນນ້ອຍຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ, ສ່ວນນ້ອຍຂອງອໍານາດຂອງພຣະເຈົ້າ, ພວກເຈົ້າຈະຖືວ່າສິ່ງນັ້ນພຽງພໍທີ່ຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າບໍ? (ບໍ່). ການກະທໍາຂອງພຣະເຈົ້າເລີ່ມຕົ້ນດ້ວຍການຊົງສ້າງທຸກສິ່ງຂອງພຣະອົງ ແລະ ສິ່ງເຫຼົ່ານັ້ນກໍສືບຕໍ່ຈົນມາຮອດປັດຈຸບັນ. ການກະທໍາຂອງພຣະເຈົ້າແຕ່ລະໄລຍະແມ່ນຈະແຈ້ງຕະຫຼອດເວລາ. ຖ້າບຸກຄົນໃດເຊື່ອວ່າພຣະເຈົ້າມີຢູ່ຍ້ອນພຣະອົງໄດ້ເລືອກກຸ່ມຄົນ ເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອຊ່ວຍໃຫ້ລອດພົ້ນເທົ່ານັ້ນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົາ, ບໍ່ກ່ຽວກັບອໍານາດຂອງພຣະອົງ, ຕົວຕົນຂອງພຣະອົງ ຫຼື ການກະທໍາຂອງພຣະອົງ, ແລ້ວຈະສາມາດຖືໄດ້ວ່າບຸກຄົນນັ້ນໄດ້ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຜູ້ຄົນທີ່ມີຄວາມເຂົ້າໃຈທີ່ເອີ້ນວ່າ “ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ” ນີ້ແມ່ນມີຄວາມເຂົ້າໃຈດ້ານດຽວເທົ່ານັ້ນ ເຊິ່ງພວກເຂົາໄດ້ຈໍາກັດການກະທໍາຂອງພຣະອົງຢູ່ກັບຜູ້ຄົນກຸ່ມດຽວເທົ່ານັ້ນ. ນີ້ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຜູ້ຄົນທີ່ມີຄວາມຮູ້ແບບນີ້ບໍ່ໄດ້ປະຕິເສດການຊົງສ້າງທຸກສິ່ງຂອງພຣະເຈົ້າ ແລະ ອໍານາດສູງສຸດຂອງພຣະອົງທີ່ມີເໜືອພວກເຂົາບໍ? ບາງຄົນບໍ່ປາດຖະໜາທີ່ຈະພົວພັນກັບຈຸດນີ້ ແຕ່ກົງກັນຂ້າມພັດຄິດກັບຕົວເອງວ່າ: “ຂ້ານ້ອຍບໍ່ໄດ້ເຫັນອໍານາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ. ແນວຄິດແມ່ນຫ່າງໄກຫຼາຍ ແລະ ຂ້ານ້ອຍກໍບໍ່ສົນໃຈທີ່ຈະເຂົ້າໃຈມັນ. ພຣະອົງເຮັດໃນສິ່ງທີ່ພຣະອົງຕ້ອງການ ແລະ ມັນບໍ່ມີຫຍັງກ່ຽວກັບຂ້ານ້ອຍ. ຂ້ານ້ອຍມີແຕ່ຍອມຮັບການເປັນຜູ້ນໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ເພື່ອວ່າຂ້ານ້ອຍຈະສາມາດຖືກຊ່ວຍ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າເທົ່ານັ້ນ. ບໍ່ມີສິ່ງອື່ນໃດທີ່ສໍາຄັນກັບຂ້ານ້ອຍ. ກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນໃນເວລາທີ່ພຣະອົງສ້າງທຸກສິ່ງ ແລະ ສິ່ງທີ່ພຣະອົງເຮັດເພື່ອສະໜອງໃຫ້ທຸກສິ່ງ ແລະ ເພື່ອມະນຸດແມ່ນບໍ່ມີຫຍັງກ່ຽວກັບຂ້ານ້ອຍ”. ນີ້ແມ່ນການເວົ້າແບບໃດ? ນີ້ແມ່ນການກະທໍາຂອງການກະບົດບໍ? ມີຜູ້ໃດໃນບັນດາພວກເຈົ້າ ທີ່ມີຄວາມເຂົ້າໃຈແບບນີ້? ເຖິງວ່າພວກເຈົ້າຈະບໍ່ເວົ້າກໍຕາມ ແຕ່ເຮົາກໍຮູ້ວ່າພວກເຈົ້າຫຼາຍຄົນຢູ່ໃນນີ້ແມ່ນເປັນແບບນີ້. ຜູ້ຄົນທີ່ເຮັດຕາມຫຼັກການແບບນີ້ເບິ່ງທຸກສິ່ງຈາກທັດສະນະ “ທາງວິນຍານ” ຂອງພວກເຂົາເອງ. ພວກເຂົາຕ້ອງການຈໍາກັດພຣະເຈົ້າຢູ່ກັບພຣະຄໍາພີເທົ່ານັ້ນ, ຈໍາກັດພຣະເຈົ້າດ້ວຍພຣະທໍາທີ່ພຣະອົງກ່າວ ແລະ ດ້ວຍຄວາມໝາຍທີ່ໄດ້ມາຈາກພຣະທໍາທີ່ຂຽນຕາມໂຕ. ພວກເຂົາບໍ່ປາດຖະໜາທີ່ຈະຮູ້ຈັກພຣະເຈົ້າຫຼາຍຂຶ້ນ ແລະ ພວກເຂົາບໍ່ຕ້ອງການໃຫ້ພຣະເຈົ້າແຍກຄວາມສົນໃຈຂອງພຣະອົງໄປເຮັດສິ່ງອື່ນ. ຄວາມຄິດແບບນີ້ແມ່ນຄືຄວາມຄິດຂອງເດັກນ້ອຍ ແລະ ມັນຍັງຍຶດຕິດກັບສາສະໜາຫຼາຍ. ຜູ້ຄົນທີ່ມີມຸມມອງເຫຼົ່ານີ້ສາມາດຮູ້ຈັກພຣະເຈົ້າໄດ້ບໍ? ມັນຈະຍາກຫຼາຍສໍາລັບພວກເຂົາທີ່ຈະຮູ້ຈັກພຣະເຈົ້າ. ມື້ນີ້ ເຮົາໄດ້ເລົ່ານິທານສອງເລື່ອງ ແລະ ແຕ່ລະເລື່ອງໄດ້ອະທິບາຍເຖິງແຕ່ລະດ້ານທີ່ແຕກຕ່າງກັນ. ຫຼັງຈາກທີ່ໄດ້ມາພົວພັນກັບເລື່ອງລາວເຫຼົ່ານັ້ນ ພວກເຈົ້າກໍອາດຈະຮູ້ສຶກວ່າສິ່ງເຫຼົ່ານັ້ນມີຄວາມເລິກເຊິ່ງ ຫຼື ບໍ່ເປັນຮູບປະທໍາພໍປານໃດ ເຊິ່ງຍາກທີ່ຈະຢັ່ງຮູ້ ແລະ ເຂົ້າໃຈ. ມັນອາດຈະຍາກທີ່ຈະເຊື່ອມຕໍ່ສິ່ງເຫຼົ່ານັ້ນກັບການກະທໍາຂອງພຣະເຈົ້າ ແລະ ພຣະເຈົ້າເອງ. ຢ່າງໃດກໍຕາມ, ການກະທໍາຂອງພຣະເຈົ້າທັງໝົດ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາຍໃນການຊົງສ້າງ ແລະ ໃນທ່າມກາງມະນຸດຄວນຖືກຮັບຮູ້ຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໂດຍທຸກຄົນ ນັ້ນກໍຄືທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າ. ຄວາມຮູ້ນີ້ຈະມອບຄວາມໝັ້ນໃຈໃຫ້ພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ການມີຢູ່ທີ່ແທ້ຈິງຂອງພຣະເຈົ້າ. ມັນຍັງມອບຄວາມຮູ້ທີ່ຖືກຕ້ອງກ່ຽວກັບສະຕິປັນຍາຂອງພຣະເຈົ້າ, ອໍານາດຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງ. ມັນຍັງຈະເຮັດໃຫ້ເຈົ້າເຂົ້າໃຈການມີຢູ່ທີ່ແທ້ຈິງຂອງພຣະເຈົ້າ ແລະ ເຫັນວ່າການມີຢູ່ຂອງພຣະອົງບໍ່ແມ່ນເລື່ອງທີ່ຖືກແຕ່ງຂຶ້ນ, ບໍ່ແມ່ນຕໍານານ, ບໍ່ເລື່ອນລອຍ, ບໍ່ແມ່ນທິດສະດີ ແລະ ແນ່ນອນບໍ່ແມ່ນສິ່ງປອບຈິດໃຈທາງວິນຍານ ແຕ່ເປັນການມີຢູ່ທີ່ແທ້ຈິງ. ນອກຈາກນັ້ນ, ມັນຍັງຈະເຮັດໃຫ້ຜູ້ຄົນຮູ້ຈັກວ່າ ພຣະເຈົ້າໄດ້ສະໜອງໃຫ້ສິ່ງຊົງສ້າງທັງໝົດ ແລະ ໃຫ້ແກ່ມະນຸດຊາດຕະຫຼອດ; ພຣະເຈົ້າເຮັດສິ່ງນີ້ດ້ວຍວິທີທາງຂອງພຣະອົງເອງ ແລະ ຕາມການເວລາຂອງພຣະອົງເອງ. ສະນັ້ນ, ມັນເປັນຍ້ອນວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ແລະ ມອບກົດເກນໃຫ້ພວກເຂົາ ເຊິ່ງພາຍໃຕ້ການບັດຍັດລ່ວງໜ້າຂອງພຣະອົງ ພວກເຂົາແຕ່ລະຄົນຈຶ່ງສາມາດປະຕິບັດວຽກງານຂອງພວກເຂົາທີ່ຖືກຈັດແຈງໄວ້ແລ້ວ, ປະຕິບັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສໍາເລັດ ແລະ ປະຕິບັດບົດບາດຂອງພວກເຂົາເອງ; ພາຍໃຕ້ການບັດຍັດລ່ວງໜ້າຂອງພຣະອົງ ແຕ່ລະສິ່ງແມ່ນມີໜ້າທີ່ຂອງຕົວເອງໃນການຮັບໃຊ້ມະນຸດຊາດ ແລະ ພື້ນທີ່ ແລະ ສະພາບແວດລ້ອມທີ່ມະນຸດຊາດອາໄສຢູ່. ຖ້າພຣະເຈົ້າບໍ່ໄດ້ເຮັດເຊັ່ນນັ້ນ ແລະ ມະນຸດຊາດບໍ່ມີສະພາບແວດລ້ອມດັ່ງກ່າວເພື່ອອາໄສຢູ່ ແລ້ວການເຊື່ອໃນພຣະເຈົ້າ ຫຼື ການຕິດຕາມພຣະອົງກໍຈະເປັນໄປບໍ່ໄດ້ສໍາລັບມະນຸດຊາດ; ມັນຈະບໍ່ມີປະໂຫຍດຫຍັງນອກຈາກຄໍາເວົ້າທີ່ວ່າງເປົ່າ. ບໍ່ແມ່ນແນວນັ້ນບໍ?
ໃຫ້ພວກເຮົາມາເບິ່ງນິທານຂອງພູເຂົາໃຫຍ່ ແລະ ນໍ້າຫ້ວຍນ້ອຍອີກເທື່ອໜຶ່ງ. ໜ້າທີ່ຂອງພູເຂົາແມ່ນຫຍັງ? ສິ່ງທີ່ມີຊີວິດຈະເລີນງອກງາມຢູ່ເທິງພູເຂົາ ເຊິ່ງດ້ວຍເຫດນັ້ນ ການມີຢູ່ຂອງມັນຈຶ່ງມີຄຸນຄ່າພາຍໃນຕົວ ແລະ ມັນຍັງກີດຂວາງນໍ້າຫ້ວຍນ້ອຍ ໂດຍຕັນບໍ່ໃຫ້ມັນໄຫຼ ຍ້ອນມັນຈະໄຫຼ ແລະ ນໍາເອົາໄພພິບັດມາສູ່ຜູ້ຄົນ. ບໍ່ແມ່ນແນວນັ້ນບໍ? ພູເຂົາມີຢູ່ໃນວິຖີທາງຂອງມັນເອງ, ມັນເຮັດໃຫ້ສິ່ງທີ່ມີຊີວິດຕ່າງໆທີ່ຢູ່ເທິງຕົວມັນຈະເລີນງອກງາມ ເຊັ່ນ: ຕົ້ນໄມ້, ຫຍ້າ ແລະ ພືດຊະນິດອື່ນໆ ແລະ ສັດທັງໝົດຢູ່ເທິງພູເຂົາ. ມັນຍັງຊີ້ນໍາເສັ້ນທາງຂອງການໄຫຼຂອງນໍ້າຫ້ວຍນ້ອຍ. ພູເຂົາກັກຂັງນໍ້າຂອງຫ້ວຍນໍ້າ ແລະ ປ່ອຍນໍ້ານັ້ນໄຫຼໄປຕາມຮ່ອມຂອງມັນໂດຍທໍາມະຊາດ ເຊິ່ງເປັນບ່ອນທີ່ຫ້ວຍນໍ້າສາມາດໄຫຼໄປສູ່ແມ່ນໍ້າ ແລະ ໃນທີ່ສຸດກໍໄປສູ່ທະເລໄດ້. ກົດເກນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍທໍາມະຊາດ ແຕ່ຖືກກໍານົດໂດຍພຣະເຈົ້າໃນເວລາການສ້າງໂລກໂດຍສະເພາະ. ສ່ວນສໍາລັບພູເຂົາໃຫຍ່ ແລະ ລົມທີ່ຮຸນແຮງ, ພູເຂົາກໍຕ້ອງການລົມເຊັ່ນກັນ. ພູເຂົາຕ້ອງການລົມເພື່ອນວດສິ່ງທີ່ມີຊີວິດທີ່ອາໄສຢູ່ເທິງພູເຂົາ ໃນຂະນະດຽວກັນກໍກີດກັ້ນຄວາມແຮງຂອງລົມເພື່ອບໍ່ໃຫ້ມັນພັດໄປທົ່ວທີບ. ໃນບາງລັກສະນະ, ກົດເກນນີ້ສະແດງໃຫ້ເຫັນໜ້າທີ່ຂອງພູເຂົາໃຫຍ່; ແລ້ວກົດເກນນີ້ກ່ຽວກັບໜ້າທີ່ຂອງພູເຂົາແມ່ນເກີດຂຶ້ນດ້ວຍຕົວເອງບໍ? (ບໍ່ແມ່ນ). ມັນຖືກສ້າງຂຶ້ນໂດຍພຣະເຈົ້າ. ພູເຂົາໃຫຍ່ມີໜ້າທີ່ຂອງມັນ ແລະ ລົມຮຸນແຮງກໍມີໜ້າທີ່ຂອງມັນເຊັ່ນກັນ. ບັດນີ້ ໃຫ້ພວກເຂົາພາກັນມາເບິ່ງພູເຂົາໃຫຍ່ ແລະ ຄື້ນທະເລຍັກ. ຖ້າບໍ່ມີພູເຂົາ, ນໍ້າຈະຊອກຫາທາງໄຫຼດ້ວຍຕົວມັນເອງໄດ້ບໍ? (ບໍ່). ນໍ້າກໍຈະຖ້ວມ. ພູເຂົາມີຄຸນຄ່າໃນການມີຢູ່ໃນຖານະເປັນພູເຂົາ ແລະ ທະເລກໍມີຄຸນຄ່າໃນການມີຢູ່ໃນຖານະເປັນທະເລ; ຢ່າງໃດກໍຕາມ, ພາຍໃຕ້ສະຖານະການທີ່ພວກມັນສາມາດຢູ່ຮ່ວມກັນໂດຍປົກກະຕິ ແລະ ບໍ່ແຊກແຊງກັນ, ພວກມັນຍັງກໍານົດຂອບເຂດຂອງກັນ ແລະ ກັນ. ພູເຂົາໃຫຍ່ກໍານົດຂອບເຂດຂອງທະເລ ເພື່ອບໍ່ໃຫ້ມັນນໍ້າຖ້ວມ ເຊິ່ງເປັນການປົກປ້ອງເຮືອນຊານຂອງຜູ້ຄົນ ແລະ ການກໍານົດຂອບເຂດຂອງທະເລຍັງເຮັດໃຫ້ພູເຂົາລໍ່ລ້ຽງສິ່ງທີ່ມີຊີວິດທີ່ອາໄສຢູ່ພາຍໃນພູເຂົານັ້ນອີກດ້ວຍ. ພູມມີປະເທດແບບນີ້ເກີດຂຶ້ນດ້ວຍຕົວມັນເອງບໍ? (ບໍ່). ມັນຖືກພຣະເຈົ້າສ້າງຂຶ້ນເຊັ່ນກັນ. ພວກເຮົາເຫັນຮູບພາບນີ້ໃນເວລາທີ່ພຣະເຈົາສ້າງທຸກສິ່ງ, ພຣະອົງກໍານົດລ່ວງໜ້າບ່ອນທີ່ພູເຂົາຈະຢືນຢູ່, ບ່ອນທີ່ຫ້ວຍນໍ້າຈະໄຫຼ, ທິດທາງທີ່ລົມຮຸນແຮງຈະເລີ່ມພັດ ແລະ ບ່ອນທີ່ມັນຈະໄປ ແລະ ຄວາມສູງຂອງຄື້ນທະເລຍັກ. ສິ່ງທັງໝົດເຫຼົ່ານີ້ປະກອບດ້ວຍເຈດຕະນາ ແລະ ຈຸດປະສົງຂອງພຣະເຈົ້າ. ພວກມັນແມ່ນການກະທໍາຂອງພຣະເຈົ້າ. ຕອນນີ້ ພວກເຈົ້າສາມາດເຫັນບໍວ່າ ການກະທໍາຂອງພຣະເຈົ້າແມ່ນມີຢູ່ໃນທຸກສິ່ງ? (ເຫັນ).
ຈຸດປະສົງຂອງການສົນທະນາກ່ຽວກັບສິ່ງເຫຼົ່ານີ້ແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນສຶກສາກົດເກນໃນການສ້າງທຸກສິ່ງຂອງພຣະເຈົ້າບໍ? ມັນແມ່ນເພື່ອຊຸກຍູ້ໃຫ້ມີຄວາມສົນໃຈໃນດາລາສາດ ແລະ ພູມສາດບໍ? (ບໍ່ແມ່ນ). ແລ້ວມັນແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈການກະທໍາຂອງພຣະເຈົ້າ. ໃນການກະທໍາຂອງພຣະເຈົ້າ ຜູ້ຄົນສາມາດຢືນຢັນ ແລະ ຢັ້ງຢືນວ່າ ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ. ຖ້າເຈົ້າສາມາດເຂົ້າໃຈສິ່ງນີ້, ເຈົ້າກໍຈະສາມາດຢືນຢັນບ່ອນຂອງພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະສາມາດຢືນຢັນວ່າ ພຣະເຈົ້າແມ່ນພຣະເຈົ້າເອງທີ່ເປັນເອກະລັກ, ພຣະຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ. ສະນັ້ນ, ມັນຈຶ່ງເປັນປະໂຫຍດຕໍ່ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ ເພື່ອຮູ້ກົດເກນຂອງທຸກສິ່ງ ແລະ ເພື່ອຮູ້ການກະທໍາຂອງພຣະເຈົ້າບໍ? (ແມ່ນ). ມັນເປັນປະໂຫຍດແນວໃດ? ກ່ອນອື່ນໝົດ, ເມື່ອເຈົ້າເຂົ້າໃຈເຖິງການກະທໍາຂອງພຣະເຈົ້າ, ແລ້ວເຈົ້າຍັງຈະສົນໃຈໃນດາລາສາດ ແລະ ພູມສາດຢູ່ບໍ? ເຈົ້າຍັງຈະມີຫົວໃຈບໍ່ເຊື່ອ ແລະ ສົງໄສວ່າ ພຣະເຈົ້າແມ່ນພຣະຜູ້ສ້າງຂອງທຸກສິ່ງບໍ? ເຈົ້າຍັງຈະມີຫົວໃຈຂອງນັກຄົນຄວ້າ ແລະ ສົງໄສວ່າ ພຣະເຈົ້າແມ່ນພຣະຜູ້ສ້າງຂອງທຸກສິ່ງຢູ່ບໍ? (ບໍ່). ເມື່ອເຈົ້າໄດ້ຢືນຢັນວ່າ ພຣະເຈົ້າແມ່ນພຣະຜູ້ສ້າງຂອງທຸກສິ່ງ ແລະ ໄດ້ເຂົ້າໃຈບາງກົດເກນກ່ຽວກັບການຊົງສ້າງຂອງພຣະເຈົ້າ, ເຈົ້າຈະເຊື່ອໃນຫົວໃຈຂອງເຈົ້າຢ່າງແທ້ຈິງບໍວ່າ ພຣະເຈົ້າສະໜອງທຸກສິ່ງ? (ເຊື່ອ). ຄໍາເວົ້າທີ່ວ່າ “ການສະໜອງ” ໃນນີ້ມີຄວາມໝາຍສະເພາະບໍ ຫຼື ການໃຊ້ຄໍາສັບນີ້ເພື່ອໝາຍເຖິງສະຖານະການໃດໜຶ່ງບໍ? “ພຣະເຈົ້າສະໜອງທຸກສິ່ງ” ແມ່ນວະລີທີ່ມີຄວາມໝາຍ ແລະ ຂອບເຂດທີ່ກວ້າງຂວາງຫູາຍ. ພຣະເຈົ້າບໍ່ພຽງແຕ່ສະໜອງອາຫານ ແລະ ເຄື່ອງດື່ມປະຈໍາວັນໃຫ້ຜູ້ຄົນເທົ່ານັ້ນ; ພຣະອົງສະໜອງທຸກສິ່ງທີ່ມະນຸດຕ້ອງການໃຫ້ແກ່ພວກເຂົາ ເຊິ່ງລວມທັງທຸກສິ່ງທີ່ຜູ້ຄົນສາມາດເຫັນ ແລະ ສິ່ງທີ່ພວກເຂົາບໍ່ສາມາດເຫັນ. ພຣະເຈົ້າຄໍ້າຊູ, ຄຸ້ມຄອງ ແລະ ປົກຄອງສະພາບແວດລ້ອມແຫ່ງການດໍາລົງຊີວິດ ເຊິ່ງສໍາຄັນຕໍ່ມະນຸດຊາດ. ເວົ້າໄດ້ວ່າ ສະພາບແວດລ້ອມໃດກໍຕາມທີ່ມະນຸດຕ້ອງການໃນແຕ່ລະລະດູການ ພຣະເຈົ້າແມ່ນໄດ້ຈັດແຈງມັນໄວ້ແລ້ວ. ພຣະເຈົ້າຍັງຄຸ້ມຄອງປະເພດຂອງອາກາດ ແລະ ອຸນຫະພູມ ເພື່ອວ່າພວກມັນຈະເໝາະສົມສໍາລັບການຢູ່ລອດຂອງມະນຸດ. ກົດເກນທີ່ຄຸ້ມຄອງສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນດ້ວຍຕົວມັນເອງ ຫຼື ໂດຍບັງເອີນ; ພວກມັນແມ່ນຜົນມາຈາກອໍານາດສູງສຸດຂອງພຣະເຈົ້າ ແລະ ການກະທໍາຂອງພຣະອົງ. ພຣະເຈົ້າເອງແມ່ນແຫຼ່ງທີ່ມາຂອງກົດເກນເຫຼົ່ານີ້ ແລະ ແມ່ນແຫຼ່ງທີ່ມາຂອງຊີວິດຂອງທຸກສິ່ງ. ບໍ່ວ່າເຈົ້າຈະເຊື່ອ ຫຼື ບໍ່ເຊື່ອ, ບໍ່ວາເຈົ້າຈະສາມາດເຫັນມັນ ຫຼື ບໍ່ເຫັນ ຫຼື ບໍ່ວ່າເຈົ້າຈະສາມາດເຂົ້າໃຈມັນ ຫຼື ບໍ່ເຂົ້າໃຈກໍຕາມ, ສິ່ງນີ້ຍັງຄົງເປັນຄວາມຈິງທີ່ເປັນທີ່ຍອມຮັບ ແລະ ບໍ່ສາມາດໂຕ້ຖຽງໄດ້.
ເຮົາຮູ້ວ່າ ຜູ້ຄົນສ່ວນໃຫຍ່ພຽງແຕ່ມີຄວາມເຊື່ອໃນພຣະທໍາ ແລະ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພຣະຄໍາພີເທົ່ານັ້ນ. ສ່ວນສໍາລັບຜູ້ຄົນສ່ວນນ້ອຍ, ພຣະເຈົ້າໄດ້ເປີດເຜີຍການກະທໍາຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນເຫັນຄຸນຄ່າຂອງການມີຢູ່ຂອງພຣະອົງ. ພຣະອົງຍັງໄດ້ເຮັດໃຫ້ພວກເຂົາເຂົ້າໃຈບາງຢ່າງກ່ຽວກັບສະຖານະຂອງພຣະອົງ ແລະ ຢືນຢັນເຖິງຄວາມຈິງໃນການມີຢູ່ຂອງພຣະອົງ. ຢ່າງໃດກໍຕາມ, ສໍາລັບຫຼາຍຄົນ, ຄວາມຈິງທີ່ວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ແລະ ພຣະອົງໄດ້ຄຸ້ມຄອງ ແລະ ສະໜອງທຸກສິ່ງແມ່ນເບິ່ງຄືກັບວ່າເລື່ອນລອຍ ຫຼື ບໍ່ສະເພາະເຈາະຈົງ; ຜູ້ຄົນດັ່ງກ່າວອາດຈະເຖິງຂັ້ນມີທັດສະນະຄະຕິແບບສົງໄສ. ທັດສະນະຄະຕິນີ້ເຮັດໃຫ້ພວກເຂົາເຊື່ອໂດຍສະເໝີມາວ່າ ກົດເກນຂອງໂລກທໍາມະຊາດແມ່ນເກີດຂຶ້ນໂດຍທໍາມະຊາດ ເຊັ່ນ: ການປ່ຽນແປງຂອງທໍາມະຊາດ, ການປ່ຽນສະພາບ, ປະກົດການ ແລະ ກົດເກນທີ່ຄຸ້ມຄອງມັນແມ່ນເກີດມາຈາກທໍາມະຊາດເອງ. ໃນຫົວໃຈຂອງຜູ້ຄົນ ພວກເຂົາບໍ່ສາມາດເຂົ້າໃຈກ່ຽວກັບວິທີທີ່ພຣະເຈົ້າສ້າງທຸກສິ່ງ ແລະ ປົກຄອງເໜືອສິ່ງເຫຼົ່ານັ້ນ; ພວກເຂົາບໍ່ສາມາດເຂົ້າໃຈເຖິງວິທີທີ່ພຣະເຈົ້າຄຸ້ມຄອງ ແລະ ສະໜອງທຸກສິ່ງ. ພາຍໃຕ້ຂໍ້ຈໍາກັດຂອງສົມມຸດຕິຖານນີ້, ຜູ້ຄົນບໍ່ສາມາດເຊື່ອວ່າ ພຣະເຈົ້າໄດ້ສ້າງ, ປົກຄອງ ແລະ ສະໜອງທຸກສິ່ງ; ແມ່ນແຕ່ຜູ້ທີ່ເຊື່ອຍັງມີຄວາມຈໍາກັດໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ: ພວກເຂົາເຊື່ອວ່າ ການກະທໍາຂອງພຣະເຈົ້າ ແລະ ການສະໜອງຂອງພຣະອົງສໍາລັບມະນຸດແມ່ນສະເພາະແຕ່ຜູ້ຄົນທີ່ພຣະອົງໄດ້ເລືອກໄວ້ເທົ່ານັ້ນ. ນີ້ແມ່ນສິ່ງທີ່ເຮົາບໍ່ຢາກເຫັນທີ່ສຸດ ແລະ ເປັນສິ່ງທີ່ເຮັດໃຫ້ເຮົາເຈັບປວດຫຼາຍທີ່ສຸດ ຍ້ອນວ່າໃນຂະນະທີ່ມະນຸດມີຄວາມສຸກກັບທຸກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ ພວກເຂົາກໍຍັງປະຕິເສດທຸກສິ່ງທີ່ພຣະອົງເຮັດ ແລະ ທຸກສິ່ງທີ່ພຣະອົງມອບໃຫ້ພວກເຂົາ. ຜູ້ຄົນພຽງແຕ່ເຊື່ອວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງແມ່ນຖືກຄຸ້ມຄອງໂດຍຕົວມັນເອງ, ໂດຍກົດເກນທໍາມະຊາດ ແລະ ສິ່ງເຫຼົ່ານັ້ນເອງ, ໂດຍກົດເກນທໍາມະຊາດເພື່ອການຢູ່ລອດ ແລະ ເຊື່ອວ່າສິ່ງເຫຼົ່ານັ້ນບໍ່ມີກະສັດຄຸ້ມຄອງພວກມັນ ຫຼື ປົກຄອງເພື່ອສະໜອງພວກມັນ ແລະ ຮັກສາພວກມັນໄວ້. ເຖິງວ່າເຈົ້າຈະເຊື່ອໃນພຣະເຈົ້າ, ເຈົ້າກໍອາດຈະບໍ່ເຊື່ອວ່າ ທຸກສິ່ງເຫຼົ່ານີ້ແມ່ນການກະທໍາຂອງພຣະອົງ; ແນ່ນອນ ນີ້ແມ່ນໜຶ່ງໃນບັນດາສິ່ງຕ່າງໆທີ່ສ່ວນໃຫຍ່ແລ້ວມັກຈະເບິ່ງຂ້າມໂດຍຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າທຸກຄົນ ເຊິ່ງກໍຄືທຸກຄົນທີ່ຍອມຮັບພຣະທໍາຂອງພຣະເຈົ້າ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າ. ສະນັ້ນ, ທັນທີທີ່ເຮົາໄດ້ເລີ່ມສົນທະນາກ່ຽວກັບບາງສິ່ງ ທີ່ບໍ່ກ່ຽວຂ້ອງກັບພຣະຄໍາພີ ຫຼື ກ່ຽວກັບສິ່ງທີ່ເອີ້ນວ່າ ຄໍາສັບທາງວິນຍານ, ບາງຄົນກໍເລີ່ມເບື່ອ ຫຼື ເມື່ອຍໃຈ ຫຼື ແມ່ນແຕ່ອຶດອັດນໍາ. ພວກເຂົາຮູ້ສຶກວ່າ ພຣະທໍາຂອງເຮົາເບິ່ງຄືວ່າ ບໍ່ກ່ຽວພັນກັບຜູ້ຄົນທາງຝ່າຍວິນຍານ ແລະ ສິ່ງຕ່າງໆທາງວິນຍານ. ນັ້ນແມ່ນເລື່ອງທີ່ຮ້າຍແຮງຫຼາຍ. ເມື່ອເວົ້າເຖິງການຮູ້ຈັກການກະທໍາຂອງພຣະເຈົ້າ, ເຖິງວ່າພວກເຮົາຈະບໍ່ກ່າວເຖິງດາລາສາດ ແລະ ພວກເຮົາກໍບໍ່ໄດ້ຄົ້ນຄວ້າກ່ຽວກັບພູມສາດ ຫຼື ຊີວະວິທະຍາ ແຕ່ພວກເຮົາຕ້ອງເຂົ້າໃຈອໍານາດສູງສຸດຂອງພຣະເຈົ້າທີ່ມີເໜືອທຸກສິ່ງ, ພວກເຮົາຕ້ອງຮູ້ຈັກການສະໜອງຂອງພຣະອົງທີ່ມີຕໍ່ທຸກສິ່ງ ແລະ ພຣະອົງຄືແຫຼ່ງທີ່ມາຂອງທຸກສິ່ງ. ນີ້ແມ່ນບົດຮຽນທີ່ຈໍາເປັນ ແລະ ເປັນສິ່ງທີ່ຕ້ອງການສຶກສາ. ເຮົາເຊື່ອວ່າ ພວກເຈົ້າເຂົ້າໃຈພຣະທໍາຂອງເຮົາ!
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VII).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?