ພຣະເຈົ້າຕັ້ງໃຈທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມ ແລະ ແນະນຳໂນອາໃຫ້ສ້າງເຮືອສຳເພົາ
ນີ້ແມ່ນລຸ້ນຂອງໂນອາ, ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ. (ປະຖົມມະການ 9:11-13).
ຕໍ່ໄປ, ໃຫ້ພວກເຮົາມາເບິ່ງພຣະຄຳພີຂໍ້ນີ້ກ່ຽວກັບວິທີການທີ່ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ.

ຄົນສ່ວນຫຼາຍຮູ້ວ່າຮຸ້ງກິນນໍ້າແມ່ນຫຍັງ ແລະ ໄດ້ຍິນບາງເລື່ອງລາວທີ່ກ່ຽວຂ້ອງກັບຮຸ້ງກິນນໍ້າ. ສ່ວນເລື່ອງກ່ຽວກັບຮຸ້ງກິນນໍ້າໃນພຣະຄຳພີ, ບາງຄົນກໍເຊື່ອ ແລະ ບາງຄົນກໍຖືມັນເປັນຕຳນານ ໃນຂະນະທີ່ບາງຄົນກໍບໍ່ເຊື່ອມັນແມ່ນແຕ່ໜ້ອຍດຽວເລີຍ. ແນວໃດກໍຕາມ, ເຫດການທັງໝົດທີ່ເກີດຂຶ້ນກ່ຽວກັບຮຸ້ງກິນນໍ້າແມ່ນພາລະກິດຂອງພຣະເຈົ້າ ແລະ ເກີດຂຶ້ນໃນຂະບວນການແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ. ເຫດການເຫຼົ່ານີ້ໄດ້ຖືກບັນທຶກໄວ້ຢ່າງແທ້ຈິງໃນພຣະຄຳພີ. ບົດບັນທຶກເຫຼົ່ານີ້ບໍ່ໄດ້ບອກພວກເຮົາວ່າໃນເວລານັ້ນພຣະເຈົ້າຢູ່ໃນອາລົມໃດ ຫຼື ຄວາມຕັ້ງໃຈທີ່ຢູ່ເບື້ອງຫຼັງພຣຳທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ. ຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດເຂົ້າໃຈສິ່ງທີພຣະເຈົ້າຮູ້ສຶກ ເມື່ອພຣະອົງກ່າວພວກມັນອອກມາ. ແນວໃດກໍ່ຕາມ, ສະພາບຈິດໃຈຂອງພຣະເຈົ້າກ່ຽວກັບເຫດການທັງໝົດນີ້ຖືກເປີດເຜີຍຢູ່ໃນລະຫວ່າງແຖວຂອງຂໍ້ຄວາມໃນພຣະຄຳພີ. ມັນເປັນຄືກັບວ່າ ຄວາມຄິດຂອງພຣະອົງໃນຕອນນັ້ນກະໂດດອອກຈາກໜ້າເຈັ້ຍຜ່ານແຕ່ລະຄຳເວົ້າ ແລະ ປະໂຫຍກແຫ່ງພຣະທຳຂອງພຣະເຈົ້າ.
ຄວາມຄິດຂອງພຣະເຈົ້າແມ່ນສິ່ງທີ່ຄົນຄວນກັງວົນ ແລະ ສິ່ງທີ່ພວກເຂົາຄວນພະຍາຍາມທຳຄວາມຮູ້ຈັກຫຼາຍທີ່ສຸດ. ນີ້ກໍຍ້ອນວ່າ ຄວາມຄິດຂອງພຣະເຈົ້າກ່ຽວຂ້ອງກັບຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້ ແລະ ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າກໍແມ່ນການເຊື່ອມຕໍ່ທີ່ຂາດບໍ່ໄດ້ໃນການເຂົ້າສູ່ຊີວິດຂອງມະນຸດ. ແລ້ວໃນເວລານັ້ນ ພຣະເຈົ້າກຳລັງຄິດຫຍັງຢູ່ເມື່ອເຫດການເຫຼົ່ານີ້ເກີດຂຶ້ນ?
ໃນເບື້ອງຕົ້ນ, ພຣະເຈົ້າໄດ້ສ້າງມະນຸດທີ່ດີຫຼາຍ ແລະ ໃກ້ຊິດກັບພຣະອົງຫຼາຍໃນສາຍຕາຂອງພຣະອົງ, ແຕ່ພວກເຂົາໄດ້ຖືກທຳລາຍດ້ວຍນ້ຳຖ້ວມຫຼັງຈາກທີ່ໄດ້ກໍ່ກະບົດຕໍ່ພຣະອົງ. ມັນເຮັດໃຫ້ພຣະເຈົ້າເຈັບປວດບໍ ທີ່ມະນຸດດັ່ງກ່າວນັ້ນຫາຍວັບໄປທັນທີ? ແນ່ນອນວ່າມັນເຈັບປວດ! ດັ່ງນັ້ນ ແມ່ນຫຍັງຄືການສະແດງອອກຂອງພຣະອົງເຖິງຄວາມເຈັບປວດນີ້? ມັນໄດ້ຖືກບັນທຶກໄວ້ໃນພຣະຄຳພີວ່າແນວໃດ? ມັນໄດ້ຖືກບັນທຶກໄວ້ໃນພຣະຄຳພີດ້ວຍພຣະຄຳເຫຼົ່ານີ້ວ່າ: “ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ”. ປະໂຫຍກທີ່ລຽບງ່າຍນີ້ເປີດເຜີຍຄວາມຄິດຂອງພຣະເຈົ້າ. ການທຳລາຍໂລກນີ້ເຮັດໃຫ້ພຣະອົງເຈັບປວດຫຼາຍ. ໃນຄຳເວົ້າຂອງມະນຸດ, ພຣະອົງໂສກເສົ້າຫຼາຍ. ພວກເຮົາລອງຈິນຕະນາການເບິ່ງວ່າ: ໂລກທີ່ຄັ້ງໜຶ່ງເຄີຍເຕັມໄປດ້ວຍຊີວິດ ຈະເປັນແນວໃດຫຼັງຈາກທີ່ໄດ້ຖືກທຳລາຍດ້ວຍນ້ຳຖ້ວມ? ໂລກທີ່ຄັ້ງໜຶ່ງເຄີຍເຕັມໄປດ້ວຍມະນຸດ ຈະມີລັກສະນະແບບໃດໃນເວລານັ້ນ? ບໍ່ມີບ່ອນຢູ່ອາໄສຂອງມະນຸດ, ບໍ່ມີສິ່ງມີຊີວິດ, ມີແຕ່ນ້ຳຢູ່ທົ່ວທຸກບ່ອນ ແລະ ມີການທຳລາຍລ້າງຢ່າງຮ້າຍແຮງເທິງໜ້ານ້ຳ. ພາບດັ່ງກ່າວແມ່ນເຈດຕະນາດັ່ງເດີມຂອງພຣະເຈົ້າເມື່ອພຣະອົງສ້າງໂລກບໍ? ແນ່ນອນວ່າບໍ່ແມ່ນ! ຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າແມ່ນການເຫັນຊີວິດຢູ່ທົ່ວແຜ່ນດິນໂລກ, ເຫັນມະນຸດທີ່ພຣະອົງສ້າງຂຶ້ນນະມັດສະການພຣະອົງ, ບໍ່ແມ່ນມີພຽງແຕ່ໂນອາທີ່ເປັນຜູ້ທີ່ນະມັດສະການພຣະອົງ ຫຼື ມີພຽງຄົນດຽວທີ່ສາມາດຕອບການຮຽກຮ້ອງຂອງພຣະອົງເພື່ອເຮັດໃຫ້ສຳເລັດສິ່ງທີ່ຖືກມອບໝາຍໃຫ້. ເມື່ອມວນມະນຸດສາບສູນໄປ, ພຣະເຈົ້າກໍບໍ່ໄດ້ເຫັນສິ່ງທີພຣະອົງຕັ້ງໃຈໄວ້ຕັ້ງແຕ່ຕົ້ນ ແຕ່ມັນກົງກັນຂ້າມຢ່າງສ້ນເຊີງ. ຫົວໃຈຂອງພຣະອົງຈະບໍ່ເຈັບປວດໄດ້ແນວໃດ? ດັ່ງນັ້ນ ເມື່ອພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ ແລະ ສະແດງຄວາມຮູ້ສຶກພຣະອົງອອກມາ, ພຣະເຈົ້າຈຶ່ງໄດ້ຕັດສິນໃຈ. ພຣະເຈົ້າໄດ້ຕັດສິນໃຈແບບໃດ? ພຣະອົງໄດ້ເຮັດຄັນທະນູໃນເມກ (ໝາຍເຖິງຮຸ້ງທີ່ພວກເຮົາເຫັນ) ເປັນດັ່ງພັນທະສັນຍາກັບມະນຸດ, ຄຳສັນຍາທີ່ພຣະເຈົ້າວ່າຈະບໍ່ທຳລາຍມວນມະນຸດດ້ວຍນ້ຳຖ້ວມອີກ. ໃນເວລາດຽວກັນ, ຍັງເປັນການບອກຜູ້ຄົນວ່າ ພຣະເຈົ້າໄດ້ທຳລາຍໂລກດ້ວຍນ້ຳຖ້ວມ ເພື່ອວ່າມວນມະນຸດຈະຈື່ຈຳຕະຫຼອດໄປວ່າເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງດັ່ງກ່າວ.
ການທຳລາຍໂລກໃນເວລານັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການບໍ? ແນ່ນອນວ່າມັນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ພວກເຮົາອາດຈະສາມາດຈິນຕະນາການສ່ວນເລັກນ້ອຍໃນສາຍຕາທີ່ໜ້າສົງສານຂອງໂລກຫຼັງຈາກການທຳລາຍໂລກ, ແຕ່ພວກເຮົາບໍ່ສາມາດຈິນຕະນາການໄດ້ວ່າໃນເວລານັ້ນຮູບພາບເປັນແບບໃດໃນສາຍຕາຂອງພຣະເຈົ້າ. ພວກເຮົາສາມາດເວົ້າວ່າ, ບໍ່ວ່າຈະເປັນຄົນໃນປັດຈຸບັນ ຫຼື ອະດີດ, ບໍ່ມີໃຜສາມາດຈິນຕະນາການ ຫຼື ເຂົ້າໃຈສິ່ງທີ່ພຣະເຈົ້າຮູ້ສຶກເມື່ອພຣະອົງເຫັນພາບນັ້ນ, ພາບຂອງໂລກທີ່ຖືກທຳລາຍດ້ວຍນ້ຳຖ້ວມ. ພຣະເຈົ້າຖືກບັງຄັບໃຫ້ເຮັດສິ່ງນີ້ໂດຍການບໍ່ເຊື່ອຟັງຂອງມະນຸດ, ແຕ່ຄວາມເຈັບປວດໃນຫົວໃຈຂອງພຣະເຈົ້າຈາກການທຳລາຍໂລກໂດຍນ້ຳຖ້ວມແມ່ນຄວາມເປັນຈິງທີ່ບໍ່ມີໃຜສາມາດຢັ່ງຮູ້ ຫຼື ເຂົ້າໃຈໄດ້. ນັ້ນແມ່ນເຫດຜົນທີ່ພຣະເຈົ້າໄດ້ເຮັດພັນທະສັນຍາກັບມວນມະນຸດ ເຊິ່ງພຣະອົງຕັ້ງໃຈທີ່ຈະບອກຄົນໃຫ້ຈື່ວ່າຄັ້ງໜຶ່ງພຣະເຈົ້າໄດ້ເຮັດສິ່ງແບບນີ້ ແລະ ເພື່ອສາບານກັບພວກເຂົາວ່າພຣະເຈົ້າຈະບໍ່ທຳລາຍໂລກດ້ວຍວິທີດັ່ງກ່າວນີ້ອີກ. ໃນພັນທະສັນຍານີ້ພວກເຮົາເຫັນຫົວໃຈຂອງພຣະເຈົ້າ, ພວກເຮົາເຫັນວ່າຫົວໃຈຂອງພຣະເຈົ້າເຈັບປວດເມື່ອພຣະອົງທຳລາຍມະນຸດຊາດນີ້. ໃນພາສາມະນຸດ, ເມື່ອພຣະເຈົ້າທຳລາຍມະນຸດຊາດ ແລະ ເຫັນມະນຸດສູນຫາຍໄປ, ຫົວໃຈຂອງພຣະອົງຮ້ອງໄຫ້ ແລະ ຫຼັ່ງເລືອດ. ນັ້ນບໍ່ແມ່ນການບັນລະຍາຍທີ່ດີທີ່ສຸດບໍ? ຄຳເວົ້າເຫຼົ່ານີ້ຖືກໃຊ້ໂດຍມະນຸດເພື່ອສະແດງເຖິງຄວາມຮູ້ສຶກຂອງມະນຸດ, ແຕ່ຍ້ອນພາສາຂອງມະນຸດນັ້ນຍັງຂາດເຂີນຫຼາຍ, ການໃຊ້ມັນເພື່ອອະທິບາຍຄວາມຮູ້ສຶກ ແລະ ອາລົມຂອງພຣະເຈົ້ານັ້ນເບິ່ງຄືວ່າບໍ່ໄດ້ຮ້າຍແຮງເກີນໄປສຳລັບເຮົາ ແລະ ພວກມັນກໍບໍ່ໄດ້ເວົ້າຫຼາຍເກີນໄປ. ຢ່າງໜ້ອຍມັນກໍເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ແລະ ເປັນການເຂົ້າໃຈຢ່າງເໝາະສົມຫຼາຍສໍາລັບຄວາມຮູ້ສຶກຂອງພຣະເຈົ້າວ່າເປັນແນວໃດໃນຕອນນັ້ນ. ພວກເຈົ້າຈະຄິດເຖິງຫຍັງເມື່ອພວກເຈົ້າເຫັນຮຸ້ງອີກຄັ້ງ? ຢ່າງໜ້ອຍພວກເຈົ້າຈະຈື່ໄດ້ວ່າຄັ້ງໜຶ່ງພຣະເຈົ້າເຄີຍໂສກເສົ້າຫຼາຍປານໃດທີ່ໄດ້ທຳລາຍໂລກດ້ວຍນ້ຳຖ້ວມ. ພວກເຈົ້າຈະຈື່ວ່າ ເຖິງແມ່ນວ່າພຣະເຈົ້າກຽດຊັງໂລກນີ້ ແລະ ດູໝິ່ນມະນຸດຊາດນີ້, ເມື່ອພຣະອົງທຳລາຍມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນດ້ວຍມືຂອງພຣະອົງເອງ, ຫົວໃຈຂອງພຣະອົງແມ່ນເຈັບປວດ, ຍາກທີ່ຈະລືມມັນໄດ້, ຮູ້ສຶກລັງເລໃຈ ແລະ ເຫັນວ່າຍາກທີ່ຈະທົນໄດ້. ສິ່ງດຽວທີ່ເຮັດໃຫ້ພຣະອົງສະບາຍໃຈແມ່ນຄອບຄົວໂນອາທັງແບດຄົນ. ມັນແມ່ນການຮ່ວມມືຂອງໂນອາທີ່ເຮັດໃຫ້ຄວາມພະຍາຍາມຢ່າງເຈັບປວດຂອງພຣະອົງໃນການສ້າງທຸກສິ່ງນັ້ນບໍ່ໄດ້ສູນເປົ່າ. ໃນເວລາເມື່ອພຣະເຈົ້າທົນທຸກທໍລະມານ, ນີ້ແມ່ນສິ່ງດຽວທີ່ສາມາດຊົດເຊີຍຄວາມເຈັບປວດຂອງພຣະອົງໄດ້. ຈາກຈຸດນັ້ນ, ພຣະເຈົ້າວາງຄວາມຄາດຫວັງທັງໝົດຂອງພຣະອົງກັບມະນຸດໄວ້ກັບຄອບຄົວຂອງໂນອາ, ຫວັງວ່າພວກເຂົາຈະສາມາດມີຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະອົງ ແຕ່ບໍ່ແມ່ນການສາບແຊ່ງຂອງພຣະອົງ, ຫວັງວ່າພວກເຈົາຈະບໍ່ໄດ້ເຫັນພຣະເຈົ້າທຳລາຍໂລກດ້ວຍນ້ຳຖ້ວມອີກຄັ້ງ ແລະ ຍັງຫວັງວ່າພວກເຂົາຈະບໍ່ຖືກທຳລາຍອີກດ້ວຍ.
ຈາກສິ່ງນີ້ ພວກເຮົາຄວນຮຽນຮູ້ອຸປະນິໄສສ່ວນໃດຂອງພຣະເຈົ້າ? ພຣະເຈົ້າໄດ້ດູໜິ່ນມະນຸດຍ້ອນມະນຸດເປັນສັດຕູກັບພຣະອົງ, ແຕ່ໃນໃຈຂອງພຣະອົງ, ການດູແລ, ຄວາມຫວ່ງໃຍ ແລະ ຄວາມເມດຕາຂອງພຣະອົງຕໍ່ມວນມະນຸດຍັງຄົງບໍ່ປ່ຽນແປງ. ແມ່ນແຕ່ເມື່ອພຣະອົງທຳລາຍມວນມະນຸດ, ຫົວໃຈຂອງພຣະອົງກໍຍັງບໍ່ປ່ຽນແປງ. ເມື່ອມວນມະນຸດເຕັມໄປດ້ວຍຄວາມເສື່ອມຊາມ ແລະ ຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າຈົນເຖິງຂັ້ນທີ່ຮ້າຍແຮງທີ່ສຸດ, ພຣະເຈົ້າຈຶ່ງຈໍາເປັນຕ້ອງໄດ້ທຳລາຍມະນຸດຊາດນີ້ດ້ວຍອຸປະນິໄສ ແລະ ທາດແທ້ຂອງພຣະອົງ ແລະ ອີງຕາມຫຼັກການຂອງພຣະອົງ. ແຕ່ຍ້ອນທາດແທ້ຂອງພຣະເຈົ້າ, ພຣະອົງຍັງສົງສານມະນຸດຢູ່ ແລະ ເຖິງຂັ້ນຢາກໃຊ້ຫຼາກຫຼາຍວິທີເພື່ອໄຖ່ບາບມວນມະນຸດເພື່ອໃຫ້ພວກເຂົາສາມາດສືບຕໍ່ມີຊີວິດຢູ່. ຢ່າງໃດກໍຕາມ, ມະນຸດຕໍ່ຕ້ານພຣະເຈົ້າ, ສືບຕໍ່ບໍ່ເຊື່ອຟັງພຣະເຈົ້າ ແລະ ປະຕິເສດທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ນັ້ນກໍຄື ປະຕິເສດທີ່ຈະຮັບເອົາເຈດຕະນາດີຂອງພຣະອົງ. ບໍ່ວ່າພຣະເຈົ້າໄດ້ເອີ້ນຫາມະນຸດແນວໃດກໍຕາມ, ຕັກເຕືອນພວກເຂົາ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ຫຼື ອົດທົນຕໍ່ພວກເຂົາ, ມະນຸດກໍບໍ່ເຂົ້າໃຈ ຫຼື ເຫັນຄຸນຄ່າມັນ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈອີກດ້ວຍ. ໃນຄວາມເຈັບປວດຂອງພຣະອົງ, ພຣະເຈົ້າຍັງບໍ່ລືມທີ່ຈະປະທານຄວາມອົດທົນຢ່າງສູງຂອງພຣະອົງຕໍ່ມະນຸດ, ລໍຖ້າມະນຸດຫັນປ່ຽນເສັ້ນທາງ. ຫຼັງຈາກທີ່ພຣະອົງເຖິງຂີດຈຳກັດຂອງພຣະອົງ, ພຣະອົງກໍຈະເຮັດສິ່ງທີ່ພຣະອົງຕ້ອງເຮັດໂດຍບໍ່ລັງເລໃຈ. ເວົ້າອີກຢ່າງໜຶ່ງກໍຄື ມີໄລຍະເວລາໃດໜຶ່ງ ແລະ ຂະບວນການຈາກຊ່ວງເວລາທີ່ພຣະເຈົ້າວາງແຜນທຳລາຍມວນມະນຸດຈົນເຖິງຈຸດເລີ່ມຕົ້ນພາລະກິດຂອງພຣະອົງໃນການທຳລາຍມວນມະນຸດ. ຂະບວນການນີ້ມີຢູ່ເພື່ອຈຸດປະສົງໃນການເຮັດໃຫ້ມະນຸດຫັນປ່ຽນເສັນທາງ ແລະ ນີ້ແມ່ນໂອກາດສຸດທ້າຍທີ່ພຣະເຈົ້າມີໃຫ້ກັບມະນຸດ. ແລ້ວພຣະເຈົ້າເຮັດຫຍັງໃນຊ່ວງເວລານີ້ກ່ອນການທຳລາຍມວນມະນຸດ? ພຣະເຈົ້າໄດ້ກະທໍາພາລະກິດໃນການຕັກເຕືອນ ແລະ ແນະນຳທີ່ສຳຄັນເປັນຈຳນວນຫຼວງຫຼາຍ. ບໍ່ວ່າຫົວໃຈຂອງພຣະເຈົ້າຈະເຈັບປວດ ແລະ ໂສກເສົ້າຫຼາຍປານໃດກໍຕາມ, ພຣະອົງກໍສືບຕໍ່ມອບການດູແລ, ຄວາມຫ່ວງໃຍ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງໃຫ້ແກ່ມວນມະນຸດ. ພວກເຮົາເຫັນຫຍັງຈາກສິ່ງນີ້? ພວກເຮົາເຫັນວ່າຄວາມຮັກຂອງພຣະເຈົ້າຕໍ່ມວນມະນຸດນັ້ນຈິງແທ້ ແລະ ບໍ່ແມ່ນບາງສິ່ງທີ່ພຣະອົງພຽງເວົ້າແຕ່ປາກ. ມັນເປັນຈິງ, ຈັບຕ້ອງໄດ້ ແລະ ໜ້າຊື່ນຊົມ, ບໍ່ໄດ້ແກ້ງເຮັດ, ປອມແປງ, ຫຼອກລວງ ຫຼື ທໍາທ່າເຮັດ. ພຣະເຈົ້າບໍ່ເຄີຍໃຊ້ການຫຼອກລວງໃດໆ ຫຼື ສ້າງພາບຈອມປອມເພື່ອເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກ. ພຣະອົງບໍ່ເຄີຍໃຊ້ພະຍານເທັດເພື່ອເຮັດໃຫ້ຄົນເຫັນຄວາມໜ້າຮັກຂອງພຣະອົງ ຫຼື ເພື່ອອວດຄວາມໜ້າຮັກ ແລະ ຄວາມບໍລິສຸດຂອງພຣະອົງ. ອຸປະນິໄສດ້ານເຫຼົ່ານີ້ຂອງພຣະເຈົ້າບໍ່ຄູ່ຄວນກັບຄວາມຮັກຂອງມະນຸດບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະນະມັດສະການບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະຖະໜອມບໍ? ໃນຕອນນີ້, ເຮົາຢາກຖາມພວກເຈົ້າວ່າ: ຫຼັງຈາກທີ່ໄດ້ຍິນພຣະທໍາເຫຼົ່ານີ້ ພວກເຈົ້າຄິດວ່າຄວາມຍິ່ງໃຫຍ່ຂອງພຣະເຈົ້ານັ້ນເປັນພຽງຄໍາເວົ້າທີ່ຫວ່າງເປົ່າຢູ່ເທິງໜ້າເຈັ້ຍເທົ່ານັ້ນບໍ? ຄວາມໜ້າຮັກຂອງພຣະເຈົ້າເປັນພຽງຄຳເວົ້າຫວ່າງເປົ່າເທົ່ານັ້ນບໍ? ບໍ່! ແນ່ນອນວ່າບໍ່! ອຳນາດສູງສຸດ, ຄວາມຍິ່ງໃຫຍ່, ຄວາມບໍລິສຸດ, ຄວາມອົດທົນ, ຄວາມຮັກຂອງພຣະເຈົ້າ ແລະ ທຸກລາຍລະອຽດໃນແຕ່ລະລັກສະນະທີ່ຫຼາກຫຼາຍໃນອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າແມ່ນສາມາດພົບເຫັນຢູ່ໃນການສະແດງອອກທີ່ແທ້ຈິງທຸກຄັ້ງທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ, ຖືກຝັງຢູ່ໃນຄວາມປະສົງຂອງພຣະເຈົ້າຕໍ່ມວນມະນຸດ ແລະ ຍັງຖືກຕື່ມເຕັມ ແລະ ສະທ້ອນໃຫ້ເຫັນໃນທຸກຄົນອີກດ້ວຍ. ບໍ່ວ່າເຈົ້າເຄີຍຮູ້ສຶກເຖິງມັນມາກ່ອນ ຫຼື ບໍ່ກໍຕາມ, ພຣະເຈົ້າຊົງດູແລທຸກຄົນໃນທຸກວິທີທາງທີ່ເປັນໄປໄດ້, ໃຊ້ຫົວໃຈທີ່ແທ້ຈິງຂອງພຣະອົງ, ສະຕິປັນຍາ ແລະ ວິທີການຕ່າງໆເພື່ອເຮັດໃຫ້ຫົວໃຈແຕ່ລະຄົນອົບອຸ່ນ ແລະ ປຸກຈິດວິນຍານຂອງແຕ່ລະຄົນ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ບໍ່ວ່າມີຈັກຄົນທີ່ນັ່ງຢູ່ນີ້, ແຕ່ລະຄົນລ້ວນແຕ່ມີປະສົບການ ແລະ ຄວາມຮູ້ສຶກທີ່ແຕກຕ່າງກັນກ່ຽວກັບຄວາມອົດກັ້ນ, ຄວາມອົດທົນ ແລະ ຄວາມໜ້າຮັກຂອງພຣະເຈົ້າ. ປະສົບການເຫຼົ່ານີ້ທີ່ກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ສຶກເຫຼົ່ານີ້ ຫຼື ຄວາມເຂົ້າໃຈກ່ຽວກັບພຣະອົງ, ສະຫຼຸບກໍຄື ສິ່ງດີໆທັງໝົດເຫຼົ່ານີ້ມາຈາກພຣະເຈົ້າ. ດັ່ງນັ້ນ ໂດຍການລວມເອົາປະສົບການ ແລະ ຄວາມຮູ້ຂອງທຸກຄົນກ່ຽວກັບພຣະເຈົ້າ ແລະ ບວກກັບການອ່ານຂໍ້ຄວາມເຫຼົ່ານີ້ໃນພຣະຄຳພີໃນມື້ນີ້, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງ ແລະ ຖືກຕ້ອງຫຼາຍຂຶ້ນກ່ຽວກັບພຣະເຈົ້າບໍ?
............

ພວກເຈົ້າໄດ້ສັງເກດບາງຢ່າງຈາກຂໍ້ຕາງໆທັງໝົດໃນພຣະຄຳພີ ລວມເຖິ່ງເລື່ອງລາວທັງໝົດໃນພຣະຄຳພີທີ່ພວກເຮົາໄດ້ສົນທະນາກັນມື້ນີ້ບໍ? ພຣະເຈົ້າເຄີຍໃຊ້ພາສາຂອງພຣະອົງເອງເພື່ອສະແດງຄວາມຄິດຂອງພຣະອົງ ຫຼື ອະທິບາຍຄວາມຮັກ ແລະ ການດູແລມວນມະນຸດບໍ? ມີການບັນທຶກກ່ຽວກັບການໃຊ້ພາສາທຳມະດາຂອງພຣະອົງເພື່ອລະບຸວ່າພຣະອົງຊົງເປັນຫ່ວງ ແລະ ຮັກມະນຸດຫຼາຍສໍ່າໃດບໍ? ບໍ່! ແລ້ວນັ້ນບໍ່ຖືກຕ້ອງບໍ? ມີຫຼາຍຄົນໃນພວກເຈົ້າທີ່ໄດ້ອ່ານພຣະຄຳພີ ຫຼື ໜັງສືອື່ນໆນອກຈາກພຣະຄຳພີ, ມີໃຜໃນພວກເຈົ້າເຄີຍເຫັນຄຳເວົ້າດັ່ງກ່າວບໍ? ຄຳຕອບແມ່ນບໍ່ຢ່າງແນ່ນອນ! ນັ້ນກໍຄື ໃນການບັນທຶກຂອງພຣະຄຳພີ ລວມເຖິງພຣະທຳຂອງພຣະເຈົ້າ ຫຼື ການບັນທຶກພາລະກິດຂອງພຣະອົງ, ບໍ່ວ່າໃນຍຸກໃດ ຫຼື ໄລຍະເວລາໃດກໍຕາມ ພຣະເຈົ້າບໍ່ເຄີຍໃຊ້ວິທີການຂອງພຣະອົງເອງເພື່ອອະທິບາຍເຖິງຄວາມຮູ້ສຶກຂອງພຣະອົງ ຫຼື ສະແດງຄວາມຮັກ ແລະ ການດູແລຂອງພຣະອົງຕໍ່ມວນມະນຸດ ແລະ ພຣະເຈົ້າກໍບໍ່ເຄີຍໃຊ້ຄຳເວົ້າ ຫຼື ການກະທຳໃດໆເພື່ອບົ່ງບອກເຖິງຄວາມຮູ້ສຶກ ແລະ ອາລົມຂອງພຣະອົງ, ນັ້ນບໍ່ແມ່ນຄວາມຈິງບໍ? ເປັນຫຍັງເຮົາຈຶ່ງກ່າວແບບນັ້ນ? ເປັນຫຍັງເຮົາຈຶ່ງເວົ້າເຖິງເລື່ອງນີ້? ນັ້ນກໍຍ້ອນວ່າ ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມໜ້າຮັກ ແລະ ອຸປະນິໄສຂອງພຣະເຈົ້າອີກດ້ວຍ.
ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ, ພຣະເຈົ້າປະຕິບັດຕໍ່ມວນມະນຸດດັ່ງຄົນທີ່ພຣະອົງຮັກຫຼາຍທີ່ສຸດ ຫຼື ດັ່ງທີ່ມະນຸດອາດຈະເວົ້າວ່າ ເປັນສຸດທີ່ຮັກຂອງພຣະອົງ ແລະ ບໍ່ແມ່ນຂອງຫຼິ້ນຂອງພຣະອົງ. ເຖິງແມ່ນພຣະເຈົ້າກ່າວວ່າພຣະອົງແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນການຊົງສ້າງຂອງພຣະອົງ, ເຊິ່ງຟັງເບິ່ງຄືກັບວ່າ ມີຄວາມແຕກຕ່າງເລັກນ້ອຍໃນຕໍາແໜ່ງ, ຄວາມຈິງກໍຄື ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາເພື່ອມະນຸດແມ່ນໄກຈາກຄວາມສຳພັນໃນລັກສະນະນີ້ຫຼາຍ. ພຣະເຈົ້າຮັກມະນຸດ, ດູແລມະນຸດ ແລະ ສະໜອງໃຫ້ມະນຸດຊາດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ໃນໃຈຂອງພຣະອົງ, ພຣະອົງບໍ່ເຄີຍຮູ້ສຶກວ່າ ນີ້ແມ່ນພາລະກິດເພີ່ມເຕີມ ຫຼື ບາງສິ່ງທີ່ສົມຄວນໄດ້ຮັບຄວາມເຊື່ອຖືທີ່ສຸດ ແລະ ພຣະອົງກໍບໍ່ຮູ້ສຶກວ່າ ການຊ່ວຍຊີວິດມະນຸດໃຫ້ລອດພົ້ນ, ການສະໜອງໃຫ້ພວກເຂົາ ແລະ ປະທານທຸກສິ່ງໃຫ້ພວກເຂົາແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ມວນມະນຸດ. ພຣະອົງພຽງແຕ່ສະໜອງໃຫ້ມະນຸດຢ່າງງຽບໆດ້ວຍວິທີຂອງພຣະອົງເອງ ແລະ ຜ່ານທາດແທ້ຂອງພຣະອົງເອງ ແລະ ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ບໍ່ວ່າມະນຸດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກພຣະອົງຫຼາຍສໍ່າໃດ, ພຣະເຈົ້າບໍ່ເຄີຍຄິດໃສ່ໃຈ ຫຼື ພະຍາຍາມຫວັງໄດ້ຮັບການຍ້ອງຍໍສັນລະເສີນ. ນີ້ໄດ້ຖືກກຳນົດໂດຍທາດແທ້ຂອງພຣະເຈົ້າ ແລະ ຍັງເປັນການສະແດງເຖິງອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງອີກດ້ວຍ. ນີ້ແມ່ນເຫດຜົນທີ່ພວກເຮົາບໍ່ເຄີຍເຫັນພຣະເຈົ້າ ບໍ່ວ່າຈະຢູ່ໃນພຣະຄໍາພີ ຫຼື ໃນໜັງສືອື່ນໆ ສະແດງຄວາມຄິດຂອງພຣະອົງ ແລະ ພວກເຮົາບໍ່ເຄີຍເຫັນພຣະເຈົ້າບັນລະຍາຍ ຫຼື ປະກາດຕໍ່ມະນຸດ ໂດຍມີຈຸດປະສົງໃນການເຮັດໃຫ້ມະນຸດກະຕັນຍູຕໍ່ພຣະອົງ ຫຼື ສັນລະເສີນພຣະອົງ. ເປັນຫຍັງພຣະອົງຈຶ່ງເຮັດສິ່ງຕ່າງໆເຫຼົ່ານີ້ ຫຼື ເປັນຫຍັງພຣະອົງຈຶ່ງໃສ່ໃຈມວນມະນຸດຫຼາຍ. ແມ່ນແຕ່ເວລາທີ່ພຣະອົງເຈັບປວດ, ເມື່ອຫົວໃຈຂອງພຣະອົງເຈັບປວດທີ່ສຸດ, ພຣະອົງບໍ່ເຄີຍລືມຄວາມຮັບຜິດຊອບຂອງພຣະອົງຕໍ່ມວນມະນຸດ ຫຼື ຄວາມຫ່ວງໃຍຂອງພຣະອົງຕໍ່ມວນມະນຸດ; ແຕ່ພຣະອົງກັບແບກຮັບຄວາມເຈັບ ແລະ ຄວາມປວດນີ້ພຽງລຳພັງຢ່າງງຽບໆ. ໃນທາງກົງກັນຂ້າມ, ພຣະເຈົ້າສືບຕໍ່ສະໜອງມະນຸດດັ່ງທີ່ພຣະອົງໄດ້ເຮັດມາຕະຫຼອດ. ເຖິງແມ່ນວ່າ ມວນມະນຸດສັນລະເສີນພຣະເຈົ້າເລື້ອຍໆ ຫຼື ເປັນພະຍານໃຫ້ກັບພຣະອົງ, ບໍ່ມີການປະພຶດໃດທີ່ຖືກຮຽກຮ້ອງໂດຍພຣະເຈົ້າ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ເຄີຍຕັ້ງໃຈເຮັດສິ່ງດີໆໃຫ້ກັບມະນຸດເພື່ອແລກປ່ຽນກັບຄວາມກະຕັນຍູ ຫຼື ເພື່ອໄດ້ຮັບການຕອບແທນ. ໃນອີກດ້ານໜຶ່ງ, ບັນດາຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າໄດ້ຢ່າງແທ້ຈິງ, ຟັງພຣະອົງ ແລະ ຊື່ສັດຕໍ່ພຣະອົງ ລວມເຖິງບັນດາຜູ້ທີ່ເຊື່ອຟັງພຣະອົງ, ຄົນເຫຼົ່ານີ້ແມ່ນຜູ້ທີ່ຈະໄດ້ຮັບການອວຍພອນເລື້ອຍໆ ແລະ ພຣະເຈົ້າຈະປະທານພອນດັ່ງກ່າວໃຫ້ຢ່າງບໍ່ຈຳກັດ. ຍິ່ງໄປກວ່ານັ້ນ, ພອນທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າກໍຈະເໜືອຈິນຕະນາການຂອງພວກເຂົາ ແລະ ຍັງເໜືອສິ່ງໃດໆທີ່ມະນຸດສາມາດໃຫ້ເຫດຜົນຜ່ານສິ່ງທີ່ພວກເຂົາໄດ້ເຮັດ ຫຼື ລາຄາທີ່ພວກເຂົາໄດ້ຈ່າຍ. ເມື່ອມະນຸດມີຄວາມສຸກກັບພອນຂອງພຣະເຈົ້າ, ມີໃຜສົນໃຈສິ່ງທີ່ພຣະເຈົ້າກຳລັງກະທຳຢູ່ບໍ? ມີໃຜສະແດງຄວາມກັງວົນວ່າພຣະເຈົ້າກຳລັງຮູ້ສຶກແນວໃດບໍ? ມີໃຜພະຍາຍາມເຂົ້າໃຈຄວາມເຈັບປວດຂອງພຣະອົງບໍ? ຄຳຕອບແມ່ນ ບໍ່ມີເລີຍ! ມີມະນຸດຄົນໃດ ລວມເຖິງໂນອາສາມາດເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າໃນເວລານັ້ນບໍ? ມີໃຜສາມາດເຂົ້າໃຈວ່າ ເປັນຫຍັງພຣະເຈົ້າຈິ່ງສ້າງພັນທະສັນຍາແບບດັ່ງກ່າວ? ພວກເຂົາບໍ່ເຂົ້າໃຈ! ພວກເຂົາບໍ່ເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າ ບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈຄວາມເຈັບປວດຂອງພຣະເຈົ້າ ແລະ ບໍ່ແມ່ນຍ້ອນຊ່ອງຫວ່າງລະຫວ່າງພຣະເຈົ້າ ແລະ ມະນຸດ ຫຼື ຄວາມແຕກຕ່າງດ້ານສະຖານະຂອງພວກເຂົາ; ກົງກັນຂ້າມ, ແມ່ນຍ້ອນມະນຸດບໍ່ສົນໃຈກ່ຽວກັບຄວາມຮູ້ສຶກຂອງພຣະເຈົ້າເອງ. ມະນຸດຄິດວ່າພຣະເຈົ້າເປັນອິດສະຫຼະ, ພຣະເຈົ້າບໍ່ຕ້ອງການໃຫ້ຄົນສົນໃຈພຣະອົງ, ເຂົ້າໃຈພຣະອົງ ຫຼື ສະແດງຄວາມຮູ້ສຶກຕໍ່ພຣະອົງ. ພຣະເຈົ້າຄືພຣະເຈົ້າ, ດັ່ງນັ້ນ ພຣະອົງບໍ່ມີຄວາມເຈັບປວດ, ບໍ່ມີຄວາມຮູ້ສຶກ; ພຣະອົງບໍ່ເຫງົາ, ພຣະອົງບໍ່ຮູ້ສຶກເສົ້າໃຈ, ດັ່ງນັ້ນ ພຣະອົງຈຶ່ງບໍ່ຕ້ອງການໆສະແດງອອກຄວາມຮູ້ສຶກໃດໆ ແລະ ພຣະອົງບໍ່ຕ້ອງການຄວາມປອບໃຈດ້ານອາລົມແຕ່ຢ່າງໃດ. ບາງສະຖານະການ, ຖ້າພຣະອົງຕ້ອງການສິ່ງເຫຼົ່ານີ້, ພຣະອົງກໍສາມາດຮັບມືຄົນດຽວໄດ້ ແລະ ຈະບໍ່ຮຽກຮ້ອງຄວາມຊ່ວຍເຫຼືອໃດໆຈາກມະນຸດ. ກົງກັນຂ້າມ, ມັນແມ່ນມະນຸດຜູ້ “ອ່ອນແອ, ຂາດວຸທິພາວະ” ທີ່ຕ້ອງການການປອບໃຈ, ການສະໜອງ, ກຳລັງໃຈ ແລະ ຕ້ອງການໃຫ້ພຣະອົງປອບໂຍນຄວາມຮູ້ສຶກຂອງພວກເຂົາທຸກບ່ອນ ແລະ ທຸກເວລາ. ສິ່ງດັ່ງກ່າວແມ່ນຝັງເລິກຢູ່ໃນຫົວໃຈຂອງມະນຸດ: ມະນຸດເປັນຜູ້ອ່ອນແອ; ພວກເຂົາຕ້ອງການໃຫ້ພຣະເຈົ້າເບິ່ງແຍງພວກເຂົາໃນທຸກດ້ານ, ພວກເຂົາສົມຄວນໄດ້ຮັບການດູແລທຸກຢ່າງຈາກພຣະເຈົ້າ ແລະ ພວກເຂົາຄວນຮ້ອງຂໍຈາກພຣະເຈົ້າສິ່ງໃດກໍຕາມທີ່ພວກເຂົາຮູ້ສຶກວ່າເປັນຂອງພວກເຂົາ. ພຣະເຈົ້າເປັນຜູ້ເຂັ້ມແຂງ; ພຣະອົງມີທຸກສິ່ງ ແລະ ພຣະອົງຄວນຈະເປັນຜູ້ພິທັກ ແລະ ເປັນຜູ້ປະທານພອນຂອງມະນຸດ.ເນື່ອງຈາກວ່າພຣະອົງເປັນພຣະເຈົ້າຢູ່ແລ້ວ, ພຣະອົງມີອຳນາດໃນທຸກສິ່ງ ແລະ ບໍ່ຕ້ອງການຫຍັງຈາກມະນຸດ.
ເນື່ອງຈາກວ່າມະນຸດບໍ່ໄດ້ໃສ່ໃຈກັບການເປີດເຜີຍໃດໆຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ເຄີຍຮູ້ສຶກເຖິງຄວາມໂສກເສົ້າ, ຄວາມເຈັບປວດ ຫຼື ຄວາມສຸກຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພຣະເຈົ້າຮູ້ຈັກທຸກການສະແດງອອກຂອງມະນຸດຄືກັບຝາມືຂອງພຣະອົງເອງ. ພຣະເຈົ້າສະໜອງຄວາມຕ້ອງການຂອງທຸກຄົນໃນທຸກແຫ່ງ ແລະ ທຸກເວລາ, ພຣະອົງສັງເກດເບິ່ງການປ່ຽນແປງແນວຄິດຂອງທຸກຄົນ ພ້ອມທັງປອບໃຈ ແລະ ຕັກເຕືອນພວກເຂົາ, ນຳພາພວກເຂົາ ແລະ ເຍືອງທາງພວກເຂົາ. ສໍາລັບທຸກສິ່ງທີ່ພຣະເຈົ້າໄດ້ກະທໍາຕໍ່ມະນຸດ ແລະ ລາຄາທັງໝົດທີ່ພຣະອົງໄດ້ຈ່າຍເພື່ອພວກເຂົາ, ພວກເຂົາສາມາດຄົ້ນຫາຂໍ້ຄວາມໃນພຣະຄຳພີ ຫຼື ຈາກສິ່ງໃດກໍຕາມທີ່ພຣະເຈົ້າໄດ້ກ່າວຈົນຮອດປັດຈຸບັນທີ່ລະບຸຢ່າງຊັດເຈນວ່າພຣະເຈົ້າຈະຮຽກຮ້ອງບາງສິ່ງຈາກມະນຸດບໍ? ບໍ່! ກົງກັນຂ້າມ, ບໍ່ວ່າມະນຸດຈະເບິ່ງຂ້າມຄວາມຄິດຂອງພຣະເຈົ້າແນວໃດກໍຕາມ, ພຣະອົງກໍຍັງນຳພາມະນຸດ, ສະໜອງໃຫ້ກັບມະນຸດ ແລະ ຊ່ວຍພວກເຂົາຊໍ້າແລ້ວຊໍ້າອີກເພື່ອເຮັດໃຫ້ພວກເຂົາຕິດຕາມເສັ້ນທາງຂອງພຣະອົງ ເພື່ອວ່າ ພວກເຂົາຈະສາມາດບັນລຸຈຸດໝາຍປາຍທາງອັນງົດງາມທີ່ພຣະອົງໄດ້ຈັດຕຽມໄວ້ໃຫ້ພວກເຂົາ. ເມື່ອເວົ້າເຖິງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ພຣະຄຸນຂອງພຣະອົງ, ຄວາມເມດຕາຂອງພຣະອົງ ແລະ ລາງວັນທັງໝົດຂອງພຣະອົງແມ່ນຈະຖືກປະທານໃຫ້ແກ່ບັນດາຜູ້ທີ່ຮັກ ແລະ ຕິດຕາມພຣະອົງຢ່າງບໍ່ມີຂໍ້ຈຳກັດ. ແຕ່ພຣະອົງບໍ່ເຄີຍເປີດເຜີຍຄວາມເຈັບປວດທີ່ພຣະອົງທົນທຸກ ຫຼື ສະພາບຈິດໃຈຂອງພຣະອົງໃຫ້ແກ່ໃຜ ແລະ ພຣະອົງບໍ່ເຄີຍຈົ່ມວ່າໃຫ້ກັບຜູ້ໃດທີ່ບໍ່ໄດ້ສົນໃຈພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ. ພຣະອົງພຽງແຕ່ແບກຮັບເອົາທັງໝົດນີ້ຢ່າງງຽບໆ ແລະ ລໍຖ້າວັນທີ່ມະນຸດຈະສາມາດເຂົ້າໃຈໄດ້.
ເປັນຫຍັງເຮົາຈຶ່ງກ່າວສິ່ງເຫຼົ່ານີ້ໃນນີ້? ພວກເຈົ້າເຫັນຫຍັງຈາກສິ່ງທີ່ເຮົາໄດ້ກ່າວມາບໍ່? ມີບາງສິ່ງໃນທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ອາດເບິ່ງຂ້າມໄດ້ງ່າຍ, ບາງສິ່ງທີ່ພຣະເຈົ້າມີ ແລະ ຄົນອື່ນບໍ່ມີ, ລວມເຖິງຄົນອື່ນໆທີ່ຄິດວ່າເປັນຄົນໃຫຍ່ໂຕ, ເປັນຄົນດີ ຫຼື ເປັນພຣະເຈົ້າແຫ່ງຈິນຕະນາການຂອງພວກເຂົາ. ສິ່ງນີ້ແມ່ນຫຍັງ? ມັນຄືຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ. ເມື່ອເວົ້າເຖິງຄວາມບໍ່ເຫັນແກ່ຕົວ, ເຈົ້າອາດຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນ ຍ້ອນວ່າເມື່ອເວົ້າເຖິງລູກໆຂອງເຈົ້າ, ເຈົ້າບໍ່ເຄີຍຕໍ່ລອງ ຫຼື ຖຽງກັບພວກເຂົາ, ຫຼື ເຈົ້າຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນເມື່ອເວົ້າເຖິງພໍ່ແມ່ຂອງເຈົ້າ. ບໍ່ວ່າເຈົ້າຈະຄິດແນວໃດກໍຕາມ, ຢ່າງໜ້ອຍເຈົ້າກໍມີແນວຄວາມຄິດກ່ຽວກັບຄຳວ່າ “ບໍ່ເຫັນແກ່ຕົວ” ແລະ ຄິດວ່າມັນເປັນດ້ານບວກ, ການເປັນຄົນບໍ່ເຫັນແກ່ຕົວເປັນສິ່ງທີ່ສູງສົ່ງຫຼາຍ. ເມື່ອເຈົ້າເປັນຄົນບໍ່ເຫັນແກ່ຕົວ, ເຈົ້ານັບຖືຕົວເອງຢ່າງສູງ. ແຕ່ບໍ່ມີໃຜສາມາດເຫັນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າໃນທຸກສິ່ງ, ທ່າມກາງທຸກຄົນ, ເຫດການ, ວັດຖຸ ແລະ ໃນພາລະກິດຂອງພຣະອົງ. ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າມະນຸດເຫັນແກ່ຕົວເກີນໄປ! ເປັນຫຍັງເຮົາຈິ່ງເວົ້າແບບນີ້? ມະນຸດອາໄສຢູ່ໃນໂລກວັດຖຸ. ເຈົ້າອາດຈະຕິດຕາມພຣະເຈົ້າ, ແຕ່ເຈົ້າບໍ່ເຄີຍເຫັນ ແລະ ຮູ້ຄຸນຄ່າວ່າພຣະເຈົ້າສະໜ້ອງໃຫ້ກັບເຈົ້າຫຼາຍສໍ່າໃດ, ຮັກເຈົ້າ ແລະ ສະແດງຄວາມຫ່ວງໃຍເຈົ້າສໍ່າໃດ. ແລ້ວເຈົ້າເຫັນຫຍັງ? ເຈົ້າເຫັນພີ່ນ້ອງຮ່ວມສາຍເລືອດຂອງເຈົ້າທີ່ຮັກເຈົ້າ ແລະ ຫຼົງໄຫຼໃນຕົວເຈົ້າ. ເຈົ້າເຫັນສິ່ງທີ່ເປັນປະໂຫຍດແກ່ເນື້ອໜັງຂອງເຈົ້າ, ເຈົ້າໃສ່ໃຈຄົນ ແລະ ສິ່ງທີ່ເຈົ້າຮັກ. ນີ້ແມ່ນສິ່ງທີ່ເອີ້ນວ່າ ຄວາມບໍ່ເຫັນແກ່ຕົວຂອງມະນຸດ. ແນວໃດກໍຕາມ, ຄົນ “ບໍ່ເຫັນແກ່ຕົວ” ດັ່ງກ່າວນີ້ບໍ່ເຄີຍກັງວົນກ່ຽວກັບພຣະເຈົ້າຜູ້ປະທານຊີວິດໃຫ້ກັບພວກເຂົາ. ກົງກັນຂ້າມກັບພຣະເຈົ້າ, ຄວາມບໍ່ເຫັນແກ່ຕົວຂອງມະນຸດກາຍເປັນຄວາມເຫັນແກ່ຕົວ ແລະ ໜ້າລັງກຽດທີ່ສຸດ. ຄວາມບໍ່ເຫັນແກ່ຕົວທີ່ມະນຸດເຊື່ອແມ່ນຫວ່າງເປົ່າ ແລະ ບໍ່ເປັນຈິງ, ເຈືອປົນ, ບໍ່ສອດຄຄ່ອງກັບພຣະເຈົ້າ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ຄວາມບໍ່ເຫັນແກ່ຕົວຂອງມະນຸດແມ່ນເພື່ອຕົວພວກເຂົາເອງ, ໃນຂະນະທີ່ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າແມ່ນການເປີດເຜີຍທີ່ແທ້ຈິງເຖິງທາດແທ້ຂອງພຣະອົງ. ມັນແມ່ນຍ້ອນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເອງທີ່ມະນຸດຖືກສະໜອງໂດຍພຣະອົງຢູ່ຕະຫຼອດເວລາ. ພວກເຈົ້າອາດບໍ່ໄດ້ຮັບຜົນກະທົບຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ທີ່ເຮົາກຳລັງເວົ້າໃນມືນີ້ ແລະ ເປັນພຽງການງຶກຫົວເຫັນດີ, ແຕ່ເມື່ອເຈົ້າພະຍາຍາມເຫັນຄຸນຄ່າຫົວໃຈຂອງພຣະເຈົ້າ, ເຈົ້າຈະຄົ້ນພົບສິ່ງນີ້ຢ່າງບໍ່ໄດ້ເຈດຕະນາ: ທ່າມກາງທຸກຄົນ, ເລື່ອງ ແລະ ສິ່ງຕ່າງໆທີ່ເຈົ້າສາມາດສໍາຜັດໃນໂລກນີ້, ມີພຽງຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເທົ່ານັ້ນທີ່ເປັນຈິງ ແລະ ເປັນຮູບປະທຳ, ຍ້ອນວ່າມີພຽງຄວາມຮັກຂອງພຣະເຈົ້າເທົ່ານັ້ນທີ່ມີຕໍ່ເຈົ້າແບບບໍ່ມີເງື່ອນໄຂ ແລະ ບໍ່ມີມົນທິນ. ນອກຈາກພຣະເຈົ້າແລ້ວ, ຄົນອື່ນໆທີ່ເອີ້ນວ່າ ບໍ່ເຫັນແກ່ຕົວ ແມ່ນພາກັນຕັ້ງຕິເຮັດ, ເຮັດແບບຜິວເຜີນ ແລະ ບໍ່ແທ້ຈິງ; ມີຈຸດປະສົງ, ມີຄວາມຕັ້ງໃຈໃດໜຶ່ງ, ມີຂໍ້ແລກປ່ຽນ ແລະ ບໍ່ສາມາດທົນຕໍ່ການທົດສອບໄດ້. ເຈົ້າຍັງສາມາດເວົ້າໄດ້ວ່າ ມັນສົກກະປົກ ແລະ ໜ້າລັງກຽດ. ພວກເຈົ້າເຫັນດີກັບຄຳເວົ້າເຫຼົ່ານີ້ບໍ?
ເຮົາຮູ້ວ່າພວກເຈົ້າບໍ່ຄຸ້ນເຄີຍກັບຫົວຂໍ້ເຫຼົ່ານີ້ ແລະ ຕ້ອງການໃຊ້ເວລາພໍສົມຄວນກ່ອນພວກເຈົ້າຈະສາມາດເຂົ້າໃຈໄດ້ຢ່າງແທ້ຈິງ. ຍິ່ງພວກເຈົ້າບໍ່ຄຸ້ນເຄີຍກັບບັນຫາ ແລະ ຫົວຂໍ້ເຫຼົ່ານີ້ຫຼາຍເທົ່າໃດ, ມັນກໍຍິ່ງພິສູດວ່າ ຫົວຂໍ້ເຫຼົ່ານີ້ຂາດຫາຍໄປໃນຫົວໃຈຂອງພວກເຈົ້າຫຼາຍເທົ່ານັ້ນ. ຖ້າເຮົາບໍ່ເຄີຍເວົ້າເຖິງຫົວຂໍ້ເຫຼົ່ານີ້, ຈະມີໃຜໃນພວກເຈົ້າຮູ້ຈັກກ່ຽວກັບມັນບໍ? ເຮົາເຊື່ອວ່າພວກເຈົ້າຈະບໍ່ມີວັນໄດ້ຮູ້ຈັກມັນເລີຍ. ນັ້ນແມ່ນແນ່ນອນຢູ່ແລ້ວ. ບໍ່ວ່າພວກເຈົ້າຈະສາມາດຢັ່ງຮູ້ ຫຼື ເຂົ້າໃຈໄດ້ຫຼາຍເທົ່າໃດ, ສະຫຼຸບຫຍໍ້ໆກໍຄື ຫົວຂໍ້ເຫຼົ່ານີ້ທີ່ເຮົາເວົ້າເຖິງແມ່ນສິ່ງທີ່ຄົນຂາດຫຼາຍທີ່ສຸດ ແລະ ແມ່ນສິ່ງທີ່ພວກເຂົາຄວນຮູ້ຫຼາຍທີ່ສຸດ. ຫົວຂໍ້ເຫຼົ່ານີ້ສຳຄັນກັບທຸກຄົນຫຼາຍ, ພວກມັນລ້ຳຄ່າ ແລະ ພວກມັນຄືຊີວິດ, ພວກມັນແມ່ນສິ່ງທີ່ພວກເຈົ້າຕ້ອງມີສຳລັບຫົນທາງຂ້າງໜ້າ. ປາດສະຈາກການຊີ້ນໍາຈາກພຣະທໍາເຫຼົ່ານີ້, ປາດສະຈາກຄວາມຮູ້ຂອງພວກເຈົ້າກ່ຽວກັບອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ເຈົ້າກໍຈະຕັ້ງຄຳຖາມຕະຫຼອດເມື່ອເວົ້າເຖິງພຣະເຈົ້າ. ເຈົ້າຈະເຊື່ອໃນພຣະເຈົ້າຢ່າງຖືກຕ້ອງໄດ້ແນວໃດຖ້າເຈົ້າບໍ່ເຂົ້າໃຈພຣະອົງເລີຍ? ເຈົ້າບໍ່ຮູ້ຫຍັງເລີຍກ່ຽວກັບຄວາມຮູ້ສຶກຂອງພຣະເຈົ້າ, ຄວາມປະສົງຂອງພຣະອົງ, ສະພາບຈິດໃຈຂອງພຣະອົງ, ສິ່ງທີ່ພຣະອົງກຳລັງຄິດຢູ່, ສິ່ງທີ່ເຮັດໃຫ້ພຣະອົງເສົ້າໃຈ ແລະ ສິ່ງທີ່ເຮັດໃຫ້ພຣະອົງມີຄວາມສຸກ, ແລ້ວເຈົ້າຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າໄດ້ແນວໃດ?
ເມື່ອໃດກໍຕາມທີ່ພຣະເຈົ້າເສົ້າໃຈ, ພຣະອົງໄດ້ຜະເຊີນໜ້າກັບມະນຸດທີ່ບໍ່ສົນໃຈພຣະອົງເລີຍ, ມະນຸດທີ່ຕິດຕາມພຣະອົງ ແລະ ອ້າງວ່າຮັກພຣະອົງ ແຕ່ບໍ່ສົນໃຈຄວາມຮູ້ສຶກຂອງພຣະອົງ. ແລ້ວຈະບໍ່ໃຫ້ຫົວໃຈຂອງພຣະອົງເຈັບປວດໄດ້ແນວໃດ? ໃນພາລະກິດການຄຸ້ມຄອງຂອງພຣະເຈົ້າ, ພຣະອົງດຳເນີນພາລະກິດຂອງພຣະອົງ ແລະ ກ່າວກັບທຸກຄົນຢ່າງຈິງໃຈ, ພຣະອົງຜະເຊີນໜ້າກັບພວກເຂົາໂດຍບໍ່ມີການສະຫງວນ ຫຼື ການປິດບັງໃດໆ; ແຕ່ກົງກັນຂ້າມ, ທຸກຄົນທີ່ຕິດຕາມພຣະອົງແມ່ນປິດບັງກັບພຣະອົງ ແລະ ບໍ່ມີໃຜເຕັມໃຈເຂົ້າໃກ້ພຣະອົງຢ່າງຫ້າວຫັນ, ເຂົ້າໃຈຫົວໃຈພຣະອົງ ຫຼື ໃສ່ໃຈກັບຄວາມຮູ້ສຶກຂອງພຣະອົງ. ແມ່ນແຕ່ຜູ້ທີ່ຕ້ອງການເປັນຄົນໃກ້ຊິດຂອງພຣະເຈົ້າກໍບໍ່ຕ້ອງການທີ່ຈະເຂົ້າໃກ້ພຣະອົງ, ຄຳນຶງເຖິງຫົວໃຈຂອງພຣະອົງ ຫຼື ພະຍາຍາມເຂົ້າໃຈພຣະອົງ. ເມື່ອພຣະເຈົ້າມີຄວາມຍິນດີ ແລະ ຄວາມສຸກ, ບໍ່ມີໃຜຢາກແບ່ງປັນຄວາມສຸກຂອງພຣະອົງ. ເມື່ອພຣະເຈົ້າຖືກຄົນເຂົ້າໃຈຜິດ, ບໍ່ມີໃຜປອບໂຍນຫົວໃຈທີ່ບາດເຈັບຂອງພຣະອົງ. ເມື່ອຫົວໃຈຂອງພຣະອົງເຈັບປວດ, ບໍ່ມີແມ່ນແຕ່ຄົນດຽວທີ່ເຕັມໃຈໃຫ້ພຣະອົງວາງໃຈໃນພວກເຂົາ. ຕະຫຼອດໄລຍະເວລາຫຼາຍພັນປີແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ, ບໍ່ມີໃຜທີ່ເຂົ້າໃຈຄວາມຮູ້ສຶກຂອງພຣະເຈົ້າ, ບໍ່ມີໃຜເຂົ້າໃຈ ແລະ ເຫັນຄຸນຄ່າມັນ, ແຮງໄກທີ່ຈະມີຜູ້ຄົນທີ່ສາມາດຢືນຄຽງຂ້າງພຣະເຈົ້າເພື່ອແບ່ງປັນຄວາມສຸກ ແລະ ຄວາມໂສກເສົ້າຂອງພຣະອົງ. ພຣະເຈົ້າໂດດດ່ຽວ. ພຣະອົງໂດດດ່ຽວ! ພຣະເຈົ້າໂດດດ່ຽວບໍ່ພຽງແຕ່ຍ້ອນວ່າ ມະນຸດຜູ້ເສື່ອມຊາມຕໍ່ຕ້ານພຣະອົງເທົ່ານັ້ນ, ແຕ່ຫຼາຍໄປກວ່ານັ້ນ ແມ່ນຍ້ອນວ່າ ບັນດາຜູ້ທີ່ສະແຫວງຫາຝ່າຍວິນຍານ, ບັນດາຜູ້ທີ່ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ ແລະ ເຂົ້າໃຈພຣະອົງ, ແມ່ນແຕ່ບັນດາຜູ້ທີ່ເຕັມໃຈມອບຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະອົງກໍຍັງບໍ່ຮູ້ຈັກຄວາມຄິດຂອງພຣະອົງ ຫຼື ເຂົ້າໃຈອຸປະນິໄສ ແລະ ທາດແທ້ຂອງພຣະອົງ.
ໃນຕອນສຸດທ້າຍຂອງເລື່ອງໂນອາ, ພວກເຮົາເຫັນວ່າພຣະເຈົ້າໃຊ້ວິທີການທີ່ບໍ່ປົກກະຕິເພື່ອສະແດງຄວາມຮູ້ສຶກຂອງພຣະອົງໃນເວລານັ້ນ. ມັນແມ່ນວິທີການທີ່ພິເສດຫຼາຍ: ພຣະອົງສ້າງພັນທະສັນຍາກັບມະນຸດເຊິ່ງປະກາດການສິ້ນສຸດການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະເຈົ້າ. ໂດຍຜິວເຜີນແລ້ວ, ການສ້າງພັນທະສັນຍາອາດເບິ່ງຄືກັບວ່າເປັນເລື່ອງທຳມະດາຫຼາຍ. ມັນບໍ່ມີຫຍັງຫຼາຍໄປກວ່າການໃຊ້ຄຳເວົ້າເພື່ອຜູກມັດທັງສອງຝ່າຍ ແລະ ປ້ອງກັນພວກເຂົາຈາກການລະເມີດຂໍ້ຕົກລົງຂອງພວກເຂົາ, ເພື່ອປົກປ້ອງຜົນປະໂຫຍດທັງສອງຝ່າຍ. ໃນຮູບຮ່າງພາຍນອກ, ມັນເປັນສິ່ງທຳມະດາ, ແຕ່ຈາກແຮງຈູງໃຈທີ່ຢູ່ເບື້ອງຫຼັງ ແລະ ເຈດຕະນາຂອງພຣະເຈົ້າໃນການເຮັດສິ່ງນີ້, ມັນແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສະພາບຈິດໃຈຂອງພຣະອົງ. ຖ້າເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້ ແລະ ບໍ່ຮັບຮູ້ພວກມັນ, ຖ້າເຮົາບໍ່ເຄີຍບອກຄວາມຈິງໃນສິ່ງຕ່າງໆກັບພວກເຈົ້າ, ແລ້ວມະນຸດຊາດກໍຈະບໍ່ມີວັນຮູ້ຄວາມຄິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບາງເທື່ອ ໃນຈິນຕະນາການຂອງເຈົ້າ ພຣະເຈົ້າຍິ້ມ ຕອນພຣະອົງເຮັດພັນທະສັນຍານີ້ ຫຼື ບາງທີ ການສະແດງອອກຂອງພຣະອົງນັ້ນຈິງຈັງ, ແຕ່ບໍ່ວ່າການສະແດງອອກທີ່ທຳມະດາທີ່ສຸດຂອງພຣະເຈົ້າຈະເປັນແບບໃດກໍຕາມໃນຈິນຕະນາການຂອງຜູ້ຄົນ, ບໍ່ມີໃຜສາມາດເຫັນຫົວໃຈ ຫຼື ຄວາມເຈັບປວດຂອງພຣະເຈົ້າໄດ້, ແຮງໄກທີ່ຈະເຫັນຄວາມໂດດດ່ຽວຂອງພຣະອົງ. ບໍ່ມີໃຜສາມາດເຮັດໃຫ້ພຣະເຈົ້າເຊື່ອໃຈພວກເຂົາໄດ້ ຫຼື ຄູ່ຄວນກັບຄວາມເຊື່ອໃຈຂອງພຣະເຈົ້າ ຫຼື ເປັນຜູ້ທີ່ພຣະເຈົ້າສາມາດສະແດງຄວາມຄິດຂອງພຣະອົງ ແລະ ເປີດເຜີຍຄວາມເຈັບປວດຂອງພຣະອົງໄດ້. ນັ້ນຄືເຫດຜົນທີ່ພຣະເຈົ້າບໍ່ມີທາງເລືອກ ແຕ່ຕ້ອງເຮັດສິ່ງດັ່ງກ່າວ. ໂດຍຜິວເຜີນແລ້ວ, ພຣະເຈົ້າກ່າວຄຳອຳລາຕໍ່ມະນຸດຊາດຢ່າງສະບາຍໃຈ, ແກ້ໄຂບັນຫາໃນອະດີດ ແລະ ນຳໄປສູ່ຈຸດຈົບທີ່ສົມບູນແບບຂອງການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະອົງ. ແຕ່ເລິກໆໃນຫົວໃຈຂອງພຣະອົງແລ້ວ, ໃນເວລານັ້ນພຣະເຈົ້າແມ່ນຝັງຄວາມເຈັບປວດໄວ້. ໃນຊ່ວງເວລາທີ່ພຣະເຈົ້າບໍ່ມີໃຜໃຫ້ໄວ້ວາງໃຈ, ພຣະອົງເຮັດພັນທະສັນຍາກັບມະນຸດ, ບອກພວກເຂົາວ່າພຣະອົງຈະບໍ່ທຳລາຍໂລກດ້ວຍນ້ຳຖ້ວມອີກ. ເມື່ອຮຸ້ງປາກົດຂຶ້ນ, ມັນກໍເພື່ອເຕືອນຜູ້ຄົນວ່າ ສິ່ງດັ່ງກ່າວເຄີຍເກີດຂຶ້ນແລ້ວ ແລະ ເພື່ອເຕືອນພວກເຂົາໃຫ້ຫຼີກເວັ້ນຄວາມຊົ່ວຮ້າຍ. ແມ່ນແຕ່ໃນສະພາບເຈັບປວດເຊັ່ນນັ້ນ, ພຣະເຈົ້າກໍບໍ່ໄດ້ລືມມະນຸດຊາດ ແລະ ຍັງສະແດງຄວາມເປັນຫ່ວງພວກເຂົາຫຼາຍ. ນີ້ບໍ່ແມ່ນຄວາມຮັກ ແລະ ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າບໍ? ແຕ່ຜູ້ຄົນຄິດເຖິງໃຜເມື່ອພວກເຂົາທົນທຸກທໍລະມານ? ນີ້ບໍ່ແມ່ນເວລາທີ່ພວກເຂົາຕ້ອງການພຣະເຈົ້າຫຼາຍທີ່ສຸດບໍ? ໃນເວລາແບບນີ້, ຄົນລາກດືງເອົາພຣະເຈົ້າມາຢູ່ໃກ້ສະເໝີເພື່ອໃຫ້ພຣະອົງປອບໂຍນພວກເຂົາ. ບໍ່ວ່າເມື່ອໃດ, ພຣະເຈົ້າກໍຈະບໍ່ມີວັນເຮັດໃຫ້ຄົນຜິດຫວັງ ແລະ ພຣະອົງຈະເຮັດໃຫ້ຄົນຫຼຸດພົ້ນຈາກສະຖານະການທີ່ລຳບາກ ແລະ ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ເຖິງແມ່ນວ່າ ພຣະເຈົ້າສະໜອງໃຫ້ກັບມະນຸດຢ່າງຫຼວງຫຼາຍ, ໃນໃຈຂອງມະນຸດ ພຣະເຈົ້າບໍ່ມີຫຍັງຫຼາຍໄປກວ່າຢາບັນເທົາ ແລະ ຢາຊູກຳລັງ. ເມື່ອພຣະເຈົ້າທົນທຸກ, ເມື່ອຫົວໃຈຂອງພຣະອົງຖືກເຈັບປວດ, ຖ້າມີສິ່ງຖືກສ້າງ ຫຼື ບຸກຄົນໃດໜຶ່ງຢູ່ຄຽງຂ້າງພຣະອົງ ຫຼື ປອບໂຍນພຣະອົງ ກໍຈະເປັນຄວາມປາດຖະໜາຢ່າງລົ້ນເຫຼືອຂອງພຣະເຈົ້າຢ່າງບໍ່ຕ້ອງສົງໄສ. ມະນຸດບໍ່ເຄີຍໃສ່ໃຈຄວາມຮູ້ສຶກຂອງພຣະເຈົ້າ, ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຂໍ ແລະ ບໍ່ເຄີຍຄາດຫວັງວ່າຈະມີບາງຄົນທີ່ສາມາດປອບໂຍນພຣະອົງໄດ້. ພຣະອົງພຽງແຕ່ໃຊ້ວິທີການຂອງພຣະອົງເອງເພື່ອສະແດງຄວາມຮູ້ສຶກຂອງພຣະອົງ. ຜູ້ຄົນບໍ່ເຄີຍຄິດວ່າ ມັນແມ່ນຄວາມລຳບາກອັນຍິ່ງໃຫຍ່ສຳລັບພຣະເຈົ້າໃນການຜ່ານຜ່າຄວາມທຸກທໍລະມານ, ມີພຽງແຕ່ເມື່ອເຈົ້າພະຍາຍາມເຂົ້າໃຈພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ, ມີພຽງແຕ່ເມື່ອເຈົ້າສາມາດເຫັນຄຸນຄ່າຄວາມຕັ້ງໃຈທີ່ຈິງຈັງຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງເຮັດຢ່າງແທ້ຈິງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮູ້ສຶກໄດ້ເຖິງຄວາມຍິ່ງໃຫຍ່ ແລະ ຄວາມບໍ່ເຫັນແກ່ຕົວຂອງພຣະອົງໄດ້. ເຖິງແມ່ນວ່າ ພຣະເຈົ້າໄດ້ເຮັດພັນທະສັນຍາກັບມະນຸດໂດຍໃຊ້ຮຸ້ງ, ພຣະອົງບໍ່ເຄີຍບອກໃຜວ່າເປັນຫຍັງພຣະອົງຈຶ່ງເຮັດສິ່ງນີ້, ເປັນຫຍັງພຣະອົງຈຶ່ງສ້າງພັນທະສັນຍານີ້, ໝາຍຄວາມວ່າ ພຣະອົງບໍ່ເຄີຍບອກຄວາມຄິດທີ່ແທ້ຈິງຂອງພຣະອົງກັບໃຜ. ນີ້ກໍ່ຍ້ອນວ່າ ບໍ່ມີໃຜສາມາດເຂົ້າໃຈຄວາມເລິກຂອງຄວາມຮັກທີ່ພຣະເຈົ້າມີຕໍ່ມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ບໍ່ມີໃຜສາມາດເຫັນຄຸນຄ່າເຖິງຫົວໃຈຂອງພຣະອົງວ່າ ທົນທຸກກັບຄວາມເຈັບປວດຫຼາຍປານໃດເມື່ອພຣະອົງທຳລາຍມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພຣະອົງຈະໄດ້ບອກຄົນໄປວ່າພຣະອົງຮູ້ສຶກແນວໃດ, ພວກເຂົາກໍຈະບໍ່ສາມາດຮັບຄວາມເຊື່ອໃຈນີ້ໄດ້. ເຖິງແມ່ນວ່າ ເຈັບປວດ ພຣະອົງກໍຍັງສືບຕໍ່ປະຕິບັດບາດກ້າວຕໍ່ໄປແຫ່ງພາລະກິດຂອງພຣະອົງ. ພຣະເຈົ້າປະທານດ້ານທີ່ດີທີ່ສຸດຂອງພຣະອົງ ແລະ ສິ່ງທີ່ດີທີ່ສຸດໃຫ້ກັບມະນຸດສະເໝີ ໃນຂະນະທີ່ແບກເອົາຄວາມທຸກທໍລະມານທັງໝົດໄວ້ດ້ວຍຕົວພຣະອົງເອງຢ່າງງຽບໆ. ພຣະເຈົ້າບໍ່ເຄີຍເປີດເຜີຍຄວາມທຸກທໍລະມານເຫຼົ່ານີ້ຢ່າງເປີດເຜີຍ. ກົງກັນຂ້າມ, ພຣະອົງອົດທົນກັບມັນ ແລະ ລໍຖ້າຢູ່ຢ່າງງຽບໆ. ຄວາມອົດທົນຂອງພຣະເຈົ້າບໍ່ໄດ້ເຢັນຊາ, ມືນຊາ ຫຼື ໄຮ້ປະໂຫຍດ, ທັງບໍ່ແມ່ນສັນຍານແຫ່ງຄວາມອ່ອນແອອີກດ້ວຍ. ກົງກັນຂ້າມ, ຄວາມຮັກ ແລະ ທາດແທ້ຂອງພຣະເຈົ້ານັ້ນບໍ່ໄດ້ເຫັນແກ່ຕົວຢູ່ສະເໝີ. ນີ້ແມ່ນການເປີດເຜີຍແບບທຳມະຊາດຂອງທາດແທ້ ແລະ ອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍຕົວຕົນຂອງພຣະເຈົ້າໃນຖານະພຣະຜູ້ຊົງສ້າງທີ່ແທ້ຈິງ.
ການເວົ້າແບບນັ້ນ, ບາງຄົນອາດຈະຕີຄວາມໝາຍຜິດໃນສິ່ງທີ່ເຮົາໝາຍເຖິງ. “ການບັນລະຍາຍຄວາມຮູ້ສຶກຂອງພຣະເຈົ້າຢ່າງລະອຽດດ້ວຍຄວາມຮູ້ສືກຕື່ນເຕັ້ນຫຼາຍ, ເພື່ອຕັ້ງໃຈເຮັດໃຫ້ຄົນຮູ້ສຶກເສຍໃຈກັບພຣະເຈົ້າບໍ?” ນັ້ນບໍ່ແມ່ນຄວາມຕັ້ງໃຈໃນນີ້ບໍ? (ບໍ່!) ຈຸດປະສົງດຽວທີ່ເຮົາເວົ້າສິ່ງເຫຼົ່ານີ້ກໍເພື່ອເຮັດໃຫ້ພວກເຈົ້າຮູ້ຈັກພຣະເຈົ້າດີຂຶ້ນ, ເຂົ້າໃຈດ້ານຕ່າງໆຂອງພຣະອົງ, ເຂົ້າໃຈຄວາມຮູ້ສຶກຂອງພຣະອົງ, ເຫັນຄຸນຄ່າເຖິງທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ໄດ້ສະແດງອອກຜ່ານພາລະກິດຂອງພຣະອົງຢ່າງເປັນຮູບປະທຳ ແລະ ເທື່ອລະເລັກລະໜ້ອຍ ເຊິ່ງກົງກັນຂ້າມກັບການສະແດງອອກຜ່ານຄຳເວົ້າອັນຫວ່າງເປົ່າຂອງມະນຸດ, ຜ່ານຕົວໜັງສື ແລະ ຫຼັກຄຳສອນຂອງພວກເຂົາ ຫຼື ຈິນຕະນາການຂອງພວກເຂົາ. ໝາຍຄວາມວ່າ ພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າມີຢູ່ຈິງແທ້. ພວກມັນບໍ່ແມ່ນຮູບແຕ້ມ, ບໍ່ແມ່ນຈິນຕະນາການ, ບໍ່ໄດ້ຖືກສ້າງໂດຍມະນຸດ ແລະ ແນ່ນອນວ່າບໍ່ໄດ້ແຕ່ງຂຶ້ນໂດຍມະນຸດ. ຕອນນີ້ ພວກເຈົ້າເຂົ້າໃຈເລື່ອງນີ້ແລ້ວບໍ? ຖ້າພວກເຈົ້າເຂົ້າໃຈມັນ, ແລ້ວພຣະທຳຂອງເຮົາໃນມື້ນີ້ກໍຖືວ່າໄດ້ບັນລຸເປົ້າໝາຍຂອງມັນແລ້ວ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ນີ້ແມ່ນລຸ້ນຂອງໂນອາ, ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ....
ພຣະເຈົ້າໄດ້ອວຍພອນໂນອາ ແລະ ລູກຊາຍຂອງລາວ ແລະ ເວົ້າກັບພວກເຂົາວ່າ ຈົ່ງເກີດລູກຫຼານຫຼາຍໆ ແລະ ເພີ່ມຄູນທະວີ ແລະ ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ....