ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ
ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ....
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ນີ້ແມ່ນລຸ້ນຂອງໂນອາ, ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ. ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ. ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ. ພຣະເຈົ້າຈຶ່ງເວົ້າກັບໂນອາວ່າ ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ. ເຈົ້າຈົ່ງສ້າງເຮືອໃຫຍ່ຈາກໄມ້ໂກເຟີ ເຈົ້າຕ້ອງສ້າງເຮືອນັ້ນໃຫ້ມີຫຼາຍຫ້ອງ ແລະ ທາຂີ້ຊີໃສ່ພາຍໃນ ແລະ ພາຍນອກ. (ປະຖົມມະການ 6:9-14).
ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຈົ້າຈົ່ງເຂົ້າໄປໃນເຮືອພ້ອມດ້ວຍລູກຊາຍຂອງເຈົ້າ, ເມຍຂອງເຈົ້າ, ເມຍຂອງລູກຊາຍຂອງເຈົ້າ ແລະ ທຸກສິ່ງທີ່ມີເນື້ອໜັງທີ່ມີຊີວິດທັງໝົດ, ເຈົ້າຈົ່ງນໍາເອົາສັດສອງໂຕຈາກທຸກໆປະເພດເຂົ້າໃນເຮືອ ເພື່ອຮັກສາໃຫ້ພວກມັນຢູ່ລອດຄືກັບເຈົ້າ; ພວກມັນຕ້ອງເປັນໂຕຜູ້ ແລະ ໂຕແມ່. ສັດມີປີກຕາມປະເພດຂອງມັນ ແລະ ງົວຄວາຍຕາມປະເພດຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມປະເພດຂອງມັນ, ສັດສອງໂຕຈາກທຸກໆປະເພດຈະມາຫາເຈົ້າ ເພື່ອຮັກສາໃຫ້ພວກມັນມີຊີວິດຢູ່ ແລະ ເຈົ້າຈົ່ງນໍາອາຫານທຸກຢ່າງທີ່ກິນໄດ້ ແລະ ເຈົ້າຄວນຮວບຮວມມັນໄວ້ກັບເຈົ້າ, ມັນຈະເປັນອາຫານສໍາລັບພວກເຈົ້າ ແລະ ສຳລັບພວກມັນ. ສະນັ້ນ ໂນອາກໍໄດ້ເຮັດຕາມທຸກຢ່າງທີ່ພຣະເຈົ້າໄດ້ສັ່ງໄວ້ກັບລາວ. (ປະຖົມມະການ 6:18-22).

ບັດນີ້ ຫຼັງຈາກອ່ານຂໍ້ຄວາມເຫຼົ່ານີ້ແລ້ວ ພວກເຈົ້າມີຄວາມເຂົ້າໃຈໂດຍລວມວ່າໃຜຄືໂນອາບໍ? ໂນອາເປັນຄົນແບບໃດ? ຂໍ້ຄວາມຕົ້ນສະບັບແມ່ນ: “ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ”. ອີງຕາມຄວາມເຂົ້າໃຈຂອງຄົນຍຸກໃໝ່, “ຄົນທ່ຽງທຳ” ແມ່ນຄົນແບບໃດໃນສະໄໝນັ້ນ? ຄົນທ່ຽງທຳຄວນເປັນຄົນທີ່ສົມບູນແບບ. ພວກເຈົ້າຮູ້ບໍວ່າຄົນທີ່ສົມບູນແບບນີ້ສົມບູນແບບໃນສາຍຕາຂອງມະນຸດ ຫຼື ໃນສາຍຕາຂອງພຣະເຈົ້າ? ຄົນທີ່ສົມບູນແບບນີ້ເປັນຜູ້ທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າໂດຍບໍ່ຕ້ອງສົງໄສ, ແຕ່ບໍ່ແມ່ນໃນສາຍຕາຂອງມະນຸດ. ນີ້ມັນແນ່ນອນຢູ່ແລ້ວ! ນີ້ກໍຍ້ອນວ່າມະນຸດຕາບອດ ແລະ ເບິ່ງບໍ່ເຫັນ, ມີພຽງພຣະເຈົ້າເທົ່ານັ້ນທີ່ແນມເບິ່ງແຜ່ນດິນໂລກທັງມວນ ແລະ ທຸກຄົນ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ວ່າໂນອາເປັນຄົນທີ່ສົມບູນແບບ. ເພາະສະນັ້ນ, ແຜນການຂອງພຣະເຈົ້າທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມແມ່ນເລີ່ມຕັ້ງແຕ່ເວລາທີ່ພຣະເຈົ້າເອີ້ນຫາໂນອາແລ້ວ.
ໃນຍຸກນັ້ນ, ພຣະເຈົ້າຕັ້ງໃຈເອີ້ນຫາໂນອາເພື່ອເຮັດບາງສິ່ງທີ່ສຳຄັນທີ່ສຸດ. ເປັນຫຍັງໜ້າທີ່ນີ້ຈຶ່ງຕ້ອງຖືກເຮັດໃຫ້ສຳເລັດ? ຍ້ອນວ່າໃນເວລານັ້ນພຣະເຈົ້າມີແຜນຢູ່ໃນໃຈຢູ່ແລ້ວ. ແຜນຂອງພຣະອົງແມ່ນເພື່ອທຳລາຍໂລກດ້ວຍນ້ຳຖ້ວມ. ເປັນຫຍັງພຣະອົງຈຶ່ງຕ້ອງທຳລາຍໂລກ? ດັ່ງທີ່ກ່າວໃນນີ້ວ່າ: “ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກກໍເຕັມໄປດ້ວຍຄວາມວຸ້ນວາຍ”. ເຈົ້າໄດ້ເຫັນຫຍັງແດ່ຈາກປະໂຫຍກທີ່ວ່າ “ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ?” ມັນແມ່ນປະກົດການໜຶ່ງທີ່ຢູ່ເທິງແຜ່ນດິນໂລກ ບ່ອນທີ່ໂລກ ແລະ ຄົນໄດ້ເສື່ອມຊາມຫຼາຍທີ່ສຸດ; ເພາະສະນັ້ນ “ໂລກຈິ່ງເຕັມໄປດ້ວຍຄວາມວຸ້ນວາຍ”. ໃນສຳນວນມື້ນີ້ “ເຕັມໄປດ້ວຍຄວາມວຸ້ນວາຍ” ໝາຍເຖິງທຸກສິ່ງອອກຈາກຄວາມສົມດຸນ. ສຳລັບມະນຸດ, ມັນໝາຍຄວາມວ່າຮູບລັກສະນະທັງໝົດໄດ້ສູນເສຍໄປໃນທຸກດ້ານຂອງຊີວິດ, ທຸກສິ່ງຢ່າງວຸ້ນວາຍ ແລະ ບໍ່ສາມາດຄຸ້ມຄອງໄດ້. ໃນສາຍຕາຂອງພຣະເຈົ້າ, ມັນໝາຍຄວາມວ່າຄົນຂອງໂລກໄດ້ເສື່ອມຊາມຫຼາຍເກີນໄປແລ້ວ. ແຕ່ເສື່ອມຊາມເຖິງຂັ້ນໃດ? ເສື່ອມຊາມເຖິງຂັ້ນທີ່ພຣະເຈົ້າບໍ່ສາມາດທົນເບິ່ງ ຫຼື ອົດທົນກັບພວກເຂົາໄດ້ອີກຕໍ່ໄປ. ເສື່ອມຊາມເຖິງຂັ້ນທີ່ພຣະເຈົ້າຕັ້ງໃຈທີ່ຈະທຳລາຍພວກເຂົາ. ເມື່ອພຣະເຈົ້າຕັດສິນໃຈທີ່ຈະທຳລາຍໂລກ, ພຣະອົງວາງແຜນທີ່ຈະຫາບາງຄົນເພື່ອສ້າງເຮືອສຳເພົາ. ພຣະເຈົ້າເລືອກໂນອາໃຫ້ປະຕິບັດພາລະກິດນີ້; ນັ້ນກໍຄື ພຣະອົງໃຫ້ໂນອາສ້າງເຮືອສຳເພົາ. ເປັນຫຍັງພຣະອົງຈິ່ງເລືອກໂນອາ? ໃນສາຍຕາຂອງພຣະເຈົ້າ, ໂນອາເປັນຄົນຊອບທຳ; ບໍ່ວ່າພຣະເຈົ້າໄດ້ແນະນຳໃຫ້ເພິ່ນເຮັດສິ່ງໃດ, ໂນອາກໍເຮັດຕາມ. ໝາຍຄວາມວ່າ, ໂນອາເຕັມໃຈທີ່ຈະເຮັດສິ່ງໃດກໍຕາມທີ່ພຣະເຈົ້າບອກເພິ່ນເຮັດ. ພຣະເຈົ້າຢາກຫາບາງຄົນແບບນີ້ເພື່ອປະຕິບັດພາລະກິດຮ່ວມກັບພຣະອົງ, ເພື່ອເຮັດສໍາເລັດສິ່ງທີ່ພຣະອົງໄດ້ມອບໝາຍໃຫ້, ເພື່ອປະຕິບັດພາລະກິດຂອງພຣະອົງໃຫ້ສຳເລັດເທິງແຜ່ນດິນໂລກ. ໃນຕອນນັ້ນ, ມີຄົນອື່ນນອກຈາກໂນອາທີ່ຈະສາມາດເຮັດພາລະກິດດັ່ງກ່າວໃຫ້ສຳເລັດບໍ? ແນ່ນອນວ່າບໍ່ມີ! ໂນອາເປັນຄົນດຽວທີ່ຖືກເລືອກ, ຄົນດຽວທີ່ສາມາດເຮັດສໍາເລັດສິ່ງທີ່ພຣະເຈົ້າມອບໝາຍໃຫ້, ເພາະສະນັ້ນພຣະເຈົ້າຈຶ່ງໄດ້ເລືອກເພິ່ນ. ແຕ່ວ່າຂໍ້ຈຳກັດ ແລະ ມາດຕະຖານໃນການຊ່ວຍຄົນໃນປັນຈຸບັນແມ່ນຄືກັນກັບໃນອະດີດບໍ? ຄຳຕອບຄື ມີຄວາມແຕກຕ່າງກັນຢ່າງແນ່ນອນ! ແລ້ວເປັນຫຍັງເຮົາຈຶ່ງຖາມຄຳຖາມນີ້? ໂນອາເປັນຄົນດຽວທີ່ຊອບທຳໃນສາຍຕາຂອງພຣະເຈົ້າໃນເວລານັ້ນ ເຊິ່ງຖືວ່າທັງເມຍຂອງລາວ ຫຼື ລູກຊາຍ ຫຼື ລູກໄພ້ບໍ່ໄດ້ເປັນຄົນຊອບທຳດ້ວຍ, ແຕ່ພຣະເຈົ້າກໍຍັງໄວ້ຊີວິດພວກເຂົາຍ້ອນເຫັນແກ່ໂນອາ. ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກພວກເຂົາແບບທີ່ພຣະອົງເຮັດຢູ່ຕອນນີ້, ກົງກັນຂ້າມແມ່ນໄດ້ເຮັດໃຫ້ສະມາຊິກທັງແປດຄົນຂອງຄອບຄົວໂນອາມີຊີວິດຢູ່. ພວກເຂົາໄດ້ຮັບພອນຂອງພຣະເຈົ້າຍ້ອນຄວາມຊອບທຳຂອງໂນອາ. ປາດສະຈາກໂນອາ, ບໍ່ມີພວກເຂົາຄົນໃດທີ່ສາມາດເຮັດສຳເລັດສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້. ເພາະສະນັ້ນ, ໂນອາແມ່ນຄົນດຽວທີ່ຄວນລອດຊີວິດຈາກການທຳລາຍໂລກນັ້ນ, ສ່ວນຄົນອື່ນໆແມ່ນເປັນພຽງຜູ້ທີ່ໄດ້ຮັບຜົນປະໂຫຍດ. ນີ້ສະແດງໃຫ້ເຫັນວ່າ, ໃນຍຸກກ່ອນທີ່ພຣະເຈົ້າເລີ່ມພາລະກິດຄຸ້ມຄອງຂອງພຣະອົງຢ່າງເປັນທາງການ, ຫຼັກການ ແລະ ມາດຕະຖານທີ່ພຣະອົງປະຕິບັດກັບຄົນ ແລະ ຮຽກຮ້ອງຈາກພວກເຂົາແມ່ນຂ້ອນຂ້າງຜ່ອນຄາຍ. ສຳລັບຄົນໃນປັດຈຸບັນນີ້, ວິທີທີ່ພຣະເຈົ້າປະຕິບັດກັບທັງແປດຄົນຂອງຄອບຄົວໂນອາ ປາກົດວ່າຂາດ “ຄວາມເປັນທຳ”. ແຕ່ເມື່ອສົມທຽບກັບປະລິມານພາລະກິດຢ່າງຫຼວງຫຼາຍທີ່ພຣະອົງປະຕິບັດກັບຄົນປັດຈຸບັນນີ້ ແລະ ພຣະທຳຈຳນວນຫຼວງຫຼາຍຂອງພຣະອົງທີ່ພຣະອົງກ່າວໃນປັດຈຸບັນ, ການປະຕິບັດຂອງພຣະເຈົ້າກັບທັງແປດຄົນຂອງຄອບຄົວໂນອາເປັນພຽງຫຼັກການປະຕິບັດພະລະກິດທີ່ສະແດງໃຫ້ເຫັນຄວາມເປັນມາຂອງພາລະກິດພຣະເຈົ້າໃນຍຸກນັ້ນ. ໂດຍສົມທຽບແລ້ວ, ສະມາຊິກທັງແປດຄົນຂອງຄອບຄົວໂນອາໄດ້ຮັບຈາກພຣະເຈົ້າຫຼາຍກວ່າ ຫຼື ຄົນໃນປັດຈຸບັນນີ້ທີ່ໄດ້ຮັບຫຼາຍກວ່າ?
ການເອີ້ນເຖິງໂນອານັ້ນແມ່ນເປັນພຽງເລື່ອງທໍາມະດາ, ແຕ່ປະເດັນສຳຄັນທີ່ພວກເຮົາກຳລັງເວົ້າເຖິງ ນັ້ນກໍຄື ອຸປະນິໄສຂອງພຣະເຈົ້າ, ຄວາມປະສົງຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າໃນບົດບັນທຶກນີ້ ແມ່ນບໍ່ທໍາມະາດ. ເພື່ອເຂົ້າໃຈດ້ານຕ່າງໆເຫຼົ່ານີ້ຂອງພຣະເຈົ້າ, ກ່ອນອື່ນ ພວກເຮົາຕ້ອງເຂົ້າໃຈປະເພດຂອງຄົນທີ່ພຣະເຈົ້າປາດຖະໜາທີ່ຈະເອີ້ນຫາ ແລະ ເຂົ້າໃຈອຸປະນິໄສ, ຄວາມປະສົງ ແລະ ທາດແທ້ຂອງພຣະອົງຜ່ານສິ່ງນີ້. ນີ້ແມ່ນສຳຄັນ. ດັ່ງນັ້ນ ໃນສາຍຕາຂອງພຣະເຈົ້າ, ມະນຸດຄົນນີ້ແມ່ນຄົນແບບໃດທີ່ພຣະເຈົ້າເອີ້ນຫາ? ນີ້ຕ້ອງແມ່ນຄົນທີ່ສາມາດຟັງພຣະທຳຂອງພຣະອົງ ແລະ ຜູ້ທີ່ສາມາດປະຕິບັດຕາມຄຳແນະນຳຂອງພຣະອົງໄດ້. ໃນຂະນະດຽວກັນ, ນີ້ກໍຍັງແມ່ນຄົນທີ່ມີຄວາມຮູ້ສຶກຮັບຜິດຊອບ, ເປັນຄົນທີ່ຈະປະຕິບັດຕາມພຣະທຳຂອງພຣະເຈົ້າໂດຍຖືວ່າມັນເປັນຄວາມຮັບຜິດຊອບ ແລະ ໜ້າທີ່ໆພວກເຂົາຄວນປະຕິບັດ. ແລ້ວຄົນໆນີ້ຕ້ອງເປັນຄົນທີ່ຮູ້ຈັກພຣະເຈົ້າບໍ? ບໍ່. ໃນເວລານັ້ນ, ໂນອາບໍ່ໄດ້ຍິນກ່ຽວກັບຄຳສອນຂອງພຣະເຈົ້າ ຫຼື ໄດ້ປະສົບກັບພາລະກິດໃດໆຂອງພຣະເຈົ້າພໍສໍ່າໃດ. ເພາະສະນັ້ນ, ໂນອາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍຫຼາຍ. ເຖິງແມ່ນມັນຖືກບັນທຶກໄວ້ຢູ່ໃນນີ້ວ່າ ໂນອາຍ່າງກັບພຣະເຈົ້າ, ເພິ່ນໄດ້ເຫັນຕົວຕົນຂອງພຣະເຈົ້າບໍ? ຄຳຕອບແມ່ນແນ່ນອນວ່າ ບໍ! ຍ້ອນວ່າໃນວັນເວລານັ້ນ, ມີພຽງຜູ້ສົ່ງຂ່າວຂອງພຣະເຈົ້າທີ່ລົງມາທ່າມກາງຄົນ. ໃນຂະນະທີ່ພວກເຂົາສາມາດເປັນຕົວແທນພຣະເຈົ້າໃນການເວົ້າ ແລະ ເຮັດສິ່ງຕ່າງໆ. ແຕ່ພວກເຂົາພຽງແຕ່ເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄວາມຕັ້ງໃຈຂອງພຣະອົງ. ຕົວຕົນຂອງພຣະເຈົ້າບໍ່ໄດ້ຖືກເປີດເຜີຍຕໍ່ມະນຸດໜ້າຕໍ່ໜ້າ. ໃນພຣະຄຳພີພາກນີ້, ສິ່ງທີ່ພວກເຮົາເຫັນ ໂດຍພື້ນຖານແລ້ວ ແມ່ນສິ່ງທີ່ໂນອາຕ້ອງເຮັດ ແລະ ແມ່ນຫຍັງຄືຄຳແນະນຳຂອງພຣະເຈົ້າທີ່ມີຕໍ່ລາວ. ດັ່ງນັ້ນ, ໃນນີ້ແມ່ນຫຍັງຄືທາດແທ້ທີ່ຖືກສະແດງອອກໂດຍພຣະເຈົ້າ? ທຸກສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຖືກວາງແຜນໄວ້ຢ່າງຄັກແນ່. ເມື່ອພຣະອົງເຫັນສິ່ງໜຶ່ງ ຫຼື ສະຖານະການໜຶ່ງເກີດຂຶ້ນ, ໃນສາຍຕາຂອງພຣະອົງກໍຈະມີມາດຕະຖານເພື່ອວັດແທກມັນ ແລະ ມາດຕະຖານນີ້ກຳນົດວ່າພຣະອົງຈະດຳເນີນແຜນການເພື່ອຈັດການກັບມັນ ຫຼື ຕ້ອງໃຊ້ວິທີໃດໃນການຈັດການກັບສິ່ງນີ້ ຫຼື ສະຖານະການນີ້. ພຣະອົງບໍ່ໄດ້ເສີຍເມີຍ ຫຼື ຂາດຄວາມຮູ້ສຶກຕໍ່ທຸກສິ່ງ. ແທ້ຈິງແລ້ວ ມັນກົງກັນຂ້າມທັງໝົດ. ມີຂໍ້ໜຶ່ງຢູ່ໃນນີ້ທີ່ບອກເຖິງສິ່ງທີ່ພຣະເຈົ້າກ່າວຕໍ່ໂນອາ: “ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ”. ເມື່ອພຣະເຈົ້າກ່າວດັ່ງນີ້, ພຣະອົງໝາຍເຖິງ ພຣະອົງຈະທໍາລາຍສະເພາະແຕ່ມະນຸດເທົ່ານັ້ນບໍ? ບໍ່! ພຣະເຈົ້າກ່າວວ່າພຣະອົງຈະທຳລາຍສິ່ງທີ່ມີຊີວິດທັງໝົດຈາກເນື້ອໜັງ. ເປັນຫຍັງພຣະເຈົ້າຈິ່ງຕ້ອງການໆທຳລາຍລ້າງ? ມີອີກການເປີດເຜີຍໜຶ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າຢູ່ໃນນີ້; ໃນສາຍຕາຂອງພຣະເຈົ້າ, ຄວາມອົດທົນຂອງພຣະອົງຕໍ່ຄວາມເສື່ອມຊາມຂອງມະນຸດ, ຕໍ່ຄວາມສົກກະປົກ, ຄວາມຮຸນແຮງ ແລະ ຄວາມບໍ່ເຊື່ອຟັງຂອງເນື້ອໜັງທັງປວງນັ້ນມີຂໍ້ຈຳກັດ. ຂໍ້ຈຳກັດຂອງພຣະອົງແມ່ນຫຍັງ? ດັ່ງທີພຣະເຈົ້າກ່າວວ່າ: “ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ”. ປະໂຫຍກທີ່ວ່າ “ເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງທຸກສິ່ງທີ່ມີຊີວິດ, ລວມເຖິງບັນດາຜູ້ທີ່ຕິດຕາມພຣະເຈົ້າ, ບັນດາຜູ້ທີ່ຮ້ອງຫາຊື່ຂອງພຣະເຈົ້າ, ບັນດາຜູ້ທີ່ເຄີຍຈູດຖວາຍເຄື່ອງບູຊາຫາພຣະເຈົ້າ, ບັນດາຜູ້ທີ່ຍອມຮັບພຣະເຈົ້າດ້ວຍຄຳເວົ້າ ແລະ ແມ່ນແຕ່ຜູ້ທີ່ສັນລະເສີນພຣະເຈົ້າ, ເມື່ອຄວາມປະພຶດຂອງພວກເຂົາເຕັມໄປດ້ວຍຄວາມເສື່ອມຊາມ ແລະ ສິ່ງນັ້ນມາຮອດສາຍຕາຂອງພຣະເຈົ້າ, ພຣະອົງກໍຕ້ອງໄດ້ທຳລາຍພວກເຂົາ. ນັ້ນແມ່ນຂໍ້ຈຳກັດຂອງພຣະເຈົ້າ. ແລ້ວພຣະເຈົ້າອົດທົນກັບມະນຸດ ແລະ ຄວາມເສື່ອມຊາມຂອງເນື້ອໜັງທັງໝົດຈົນເຖິງຂັ້ນໃດ? ຈົນເຖິງຂັ້ນທີ່ທຸກຄົນ, ບໍ່ວ່າຈະເປັນຜູ້ທີ່ຕິດຕາມພຣະເຈົ້າ ຫຼື ຜູ້ທີ່ບໍ່ເຊື່ອທີ່ບໍ່ຍ່າງຢູ່ເທິງເສັ້ນທາງທີ່ຖືກຕ້ອງ. ຈົນເຖິງຂັ້ນທີ່ມະນຸດບໍ່ພຽງແຕ່ເສື່ອມຊາມດ້ວຍຄຸນນະທຳ ແລະ ເຕັມໄປດ້ວຍຄວາມຊົ່ວຮ້າຍ, ແຕ່ເມື່ອບໍ່ມີໃຜເຊື່ອໃນການມີຢູ່ຂອງພຣະເຈົ້າ, ແຮງໄກສໍາລັບຜູ້ທີ່ເຊື່ອວ່າໂລກຖືກປົກຄອງໂດຍພຣະເຈົ້າ ແລະ ພຣະເຈົ້າສາມາດນຳເອົາແສງສະຫວ່າງ ແລະ ເສັ້ນທາງທີ່ຖືກຕ້ອງມາສູ່ຄົນ. ຈົນເຖິງຂັ້ນທີ່ມະນຸດກຽດຊັງການດຳລົງຢູ່ຂອງພຣະເຈົ້າ ແລະ ບໍ່ອະນຸຍາດໃຫ້ພຣະເຈົ້າດຳລົງຢູ່. ເມື່ອຄວາມເສື່ອມຊາມຂອງມະນຸດມາເຖິງຈຸດນີ້, ພຣະເຈົ້າບໍ່ສາມາດທົນມັນໄດ້ອີກຕໍ່ໄປ. ແມ່ນຫຍັງຈະແທນທີ່ມັນ? ແມ່ນການມາຂອງຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ນັ້ນບໍ່ແມ່ນການເປີດເຜີຍບາງສ່ວນກ່ຽວກັບອຸປະນິໄສຂອງພຣະເຈົ້າບໍ? ໃນຍຸກປັດຈຸບັນ, ບໍ່ມີມະນຸດຄົນໃດທີ່ເປັນຜູ້ຊອບທຳໃນສາຍຕາຂອງພຣະເຈົ້າບໍ? ບໍ່ມີມະນຸດຄົນໃດທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າບໍ? ໃນຍຸກນີ້ ຄວາມປະພຶດຂອງເນື້ອໜັງທັງໝົດເທິງແຜ່ນດິນໂລກນັ້ນເສື່ອມຊາມຢູ່ໃນສາຍຕາຂອງພຣະເຈົ້າບໍ? ໃນທຸກມື້ນີ້ ແລະ ຍຸກນີ້, ທຸກຄົນທີ່ເປັນເນື້ອໜັງທັງໝົດ, ນອກຈາກບັນດາຜູ້ທີ່ພຣະເຈົ້າຢາກເຮັດໃຫ້ສົມບູນແບບ ແລະ ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ ບໍ່ໄດ້ກຳລັງທ້າທາຍຂີດຈຳກັດຄວາມອົດທົນຂອງພຣະເຈົ້າຢູ່ບໍ? ທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຈົ້າ ນັ້ນກໍຄື ສິ່ງທີ່ພວກເຈົ້າເຫັນດ້ວຍຕາ ແລະ ໄດ້ຍິນດ້ວຍຫູຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າປະສົບດ້ວຍຕົນເອງທຸກໆມື້ໃນໂລກນີ້ ບໍ່ເຕັມໄປດ້ວຍຄວາມຮຸນແຮງບໍ? ໃນສາຍຕາຂອງພຣະເຈົ້າ, ໂລກດັ່ງກ່າວ, ຍຸກດັ່ງກ່າວບໍ່ຄວນຈົບລົງບໍ? ເຖິງແມ່ນວ່າຄວາມເປັນມາຂອງຍຸກປັດຈຸບັນແຕກຕ່າງກັບຄວາມເປັນມາຂອງຍຸກໂນອາຢ່າງສິ້ນເຊີງ, ຄວາມຮູ້ສຶກ ແລະ ຄວາມໂກດຮ້າຍທີ່ພຣະເຈົ້າມີຕໍ່ຄວາມເສື່ອມຊາມຂອງມະນຸດນັ້ນຍັງຄືເກົ່າ. ພຣະເຈົ້າສາມາດອົດທົນໄດ້ກໍຍ້ອນພາລະກິດຂອງພຣະອົງ, ແຕ່ໃນແງ່ຂອງສະຖານະການ ແລະ ສະພາບການ, ໃນສາຍຕາຂອງພຣະເຈົ້າ ໂລກໜ່ວຍນີ້ຄວນຖືກທຳລາຍໄປດົນແລ້ວ. ສະຖານະການຫ່າງໄກຫຼາຍຈາກຕອນທີ່ໂລກຖືກທຳລາຍດ້ວຍນ້ຳຖ້ວມ. ແຕ່ແມ່ນຫຍັງຄືຄວາມແຕກຕ່າງ? ນີ້ຄືສິ່ງທີ່ເຮັດໃຫ້ຫົວໃຈຂອງພຣະເຈົ້າໂສກເສົ້າຫຼາຍທີ່ສຸດ ແລະ ບາງທີ່ ມັນຄືສິ່ງທີ່ບໍ່ມີພວກເຈົ້າຄົນໃດສາມາດຮູ້ຄຸນຄ່າມັນໄດ້.
ເມື່ອພຣະອົງທຳລາຍໂລກດ້ວຍນ້ຳຖ້ວມ, ພຣະເຈົ້າສາມາດເອີ້ນຫາໂນອາເພື່ອສ້າງເຮືອສຳເພົາ ແລະ ກະກຽມວຽກງານບາງຢ່າງ. ພຣະເຈົ້າໄດ້ເອີ້ນເອົາຊາຍຄົນໜຶ່ງຄື ໂນອາໃຫ້ເຮັດສິ່ງຕ່າງໆເຫຼົ່ານີ້ໃຫ້ກັບພຣະອົງ. ແຕ່ໃນຍຸກປັດຈຸບັນນີ້, ພຣະເຈົ້າບໍ່ມີໃຜໃຫ້ເອີ້ນຫາ. ເປັນຫຍັງຈຶ່ງເປັນແນວນັ້ນ? ທຸກຄົນທີ່ນັ່ງຢູ່ໃນນີ້ເຂົ້າໃຈ ແລະ ຮູ້ເຫດຜົນເປັນຢ່າງດີ. ເຈົ້າຢາກໃຫ້ເຮົາສະກົດມັນອອກມາບໍ? ການເວົ້າມັນອອກມາດັງໆອາດເຮັດໃຫ້ພວກເຈົ້າເສຍໜ້າ ແລະ ເຮັດໃຫ້ທຸກຄົນເສຍໃຈ. ບາງຄົນອາດເວົ້າວ່າ: “ເຖິງແມ່ນວ່າພວກຂ້ານ້ອຍບໍ່ແມ່ນຄົນຊອບທຳ ແລະ ບໍ່ແມ່ນຄົນສົມບູນແບບໃນສາຍຕາຂອງພຣະເຈົ້າ, ຖ້າພຣະເຈົ້າຕ້ອງສັ່ງໃຫ້ພວກຂ້ານ້ອຍເຮັດບາງສິ່ງ, ພວກຂ້ານ້ອຍກໍຍັງຈະສາມາດເຮັດມັນໄດ້. ເມື່ອກ່ອນ, ເມື່ອພຣະອົງກ່າວວ່າໄພພິບັດກຳລັງມາ, ພວກຂ້ານ້ອຍກໍໄດ້ເລີ່ມກະກຽມອາຫານ ແລະ ເຄື່ອງຂອງທີ່ຈຳເປັນສຳລັບໄພພິບັດ. ບໍ່ແມ່ນທັງໝົດນີ້ໄດ້ສຳເລັດລົງຕາມຄຳສັ່ງຂອງພຣະເຈົ້າບໍ? ບໍ່ແມ່ນພວກຂ້ານ້ອຍກຳກັງຮ່ວມມືກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ສິ່ງເຫຼົ່ານີ້ທີ່ພວກຂ້ານ້ອຍເຮັດບໍ່ສາມາດສົມທຽບກັບສິ່ງທີ່ໂນອາເຮັດໄດ້ບໍ? ສິ່ງທີ່ພວກຂ້ານ້ອຍເຮັດບໍ່ແມ່ນການເຊື່ອຟັງທີ່ແທ້ຈິງບໍ? ບໍ່ແມ່ນພວກຂ້ານ້ອຍກຳລັງປະຕິບັດຕາມຄຳແນະນຳຂອງພຣະເຈົ້າຢູ່ບໍ? ພວກຂ້ານ້ອຍບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າກ່າວຍ້ອນພວກຂ້ານ້ອຍມີຄວາມສັດທາໃນພຣະທຳຂອງພຣະເຈົ້າບໍ? ແລ້ວເປັນຫຍັງພຣະເຈົ້າຈິ່ງຍັງໂສກເສົ້າຢູ່? ເປັນຫຍັງພຣະເຈົ້າຈິ່ງເວົ້າວ່າພຣະອົງບໍ່ມີໃຜໃຫ້ເອີ້ນຫາ?” ມີຄວາມແຕກຕ່າງຫຍັງບໍ ລະຫ່າງການກະທຳຂອງພວກເຈົ້າ ແລະ ໂນອາ? ແມ່ນຫຍັງຄືຄວາມແຕກຕ່າງ? (ການກະກຽມອາຫານສຳລັບໄພພິບັດໃນມື້ນີ້ແມ່ນເປັນຄວາມຕັ້ງໃຈຂອງພວກຂ້ານ້ອຍເອງ). (ການກະທຳຂອງພວກຂ້ານ້ອຍບໍ່ສາມາດນັບເປັນ “ຄົນຊອບທຳ” ໄດ້, ໃນຂະນະທີ່ໂນອາເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າ). ສິ່ງທີ່ເຈົ້າເວົ້າກໍບໍ່ໄດ້ໄກເກີນໄປ. ສິ່ງທີ່ໂນອາເຮັດນັ້ນແຕກຕ່າງກັນຫຼາຍກັບສິ່ງທີ່ຄົນກຳລັງເຮັດຢູ່ໃນປັດຈຸບັນ. ເມື່ອໂນອາເຮັດຕາມທີ່ພຣະເຈົ້າສັ່ງ, ເພິ່ນບໍ່ໄດ້ຮູ້ຄວາມຕັ້ງໃຈຂອງພຣະເຈົ້າ. ເພິ່ນບໍ່ໄດ້ຮູ້ວ່າ ພຣະເຈົ້າຕ້ອງການເຮັດຫຍັງ. ພຣະເຈົ້າພຽງແຕ່ອອກຄຳສັ່ງເພິ່ນ ແລະ ແນະນຳລາວໃຫ້ເຮັດບາງສິ່ງໂດຍບໍ່ໄດ້ໃຫ້ຄຳອະທິບາຍຫຼາຍປານໃດ, ໂນອາໄດ້ລົງມືເຮັດມັນ. ເພິ່ນບໍ່ໄດ້ພະຍາຍາມຄົ້ນຫາຄວາມຕັ້ງໃຈຂອງພຣະເຈົ້າຢ່າງລັບໆ ແລະ ບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຫຼື ສະແດງຄວາມບໍ່ພໍໃຈອອກມາແຕ່ຢ່າງໃດ. ເພິ່ນພຽງແຕ່ລົງມືເຮັດຕາມດ້ວຍຫົວໃຈອັນບໍລິສຸດ ແລະ ລຽບງ່າຍ. ແມ່ນຫຍັງກໍຕາມທີ່ພຣະເຈົ້າໃຫ້ເພິ່ນເຮັດ, ເພິ່ນກໍເຮັດ, ການເຊື່ອຟັງ ແລະ ການຟັງພຣະທຳຂອງພຣະເຈົ້າໄດ້ຊ່ວຍສະໜັບສະໜຸນຄວາມເຊື່ອຂອງເພິ່ນໃນສິ່ງທີ່ເພິ່ນເຮັດ. ນັ້ນແມ່ນວິທີທີ່ເພິ່ນຈັດການກັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ຢ່າງກົງໄປກົງມາ ແລະ ຢ່າງລຽບງ່າຍ. ທາດແທ້ຂອງເພິ່ນ, ທາດແທ້ແຫ່ງການກະທຳຂອງເພິ່ນແມ່ນຄວາມເຊື່ອຟັງ, ບໍ່ຄາດເດົາ, ບໍ່ຕໍ່ຕ້ານ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ຄິດເຖິງຜົນປະໂຫຍດສ່ວນຕົວຂອງເພິ່ນເອງ ຫຼື ຜົນໄດ້ ແລະ ຜົນເສຍຂອງເພິ່ນ. ນອກຈາກນັ້ນ, ເມື່ອພຣະເຈົ້າກ່າວວ່າພຣະອົງຈະທຳລາຍໂລກດ້ວຍນ້ຳຖ້ວມ, ໂນອາບໍ່ໄດ້ຖາມວ່າເມື່ອໃດ ຫຼື ຖາມວ່າຈະເກີດຫຍັງຂຶ້ນ, ແນ່ນອນເພິ່ນບໍ່ໄດ້ຖາມພຣະເຈົ້າວ່າພຣະອົງຈະທຳລາຍໂລກແນວໃດ. ເພິ່ນພຽງແຕ່ເຮັດຕາມທີ່ພຣະເຈົ້າແນະນຳ. ບໍ່ວ່າພຣະເຈົ້າຕ້ອງການໃຫ້ມັນຖືກສ້າງດ້ວຍວິທີໃດ ແລະ ສ້າງດ້ວຍຫຍັງ, ເພິ່ນກໍເຮັດຕາມທີ່ພຣະເຈົ້າຂໍ ແລະ ຍັງໄດ້ເລີ່ມປະຕິບັດທັນທີ. ເພິ່ນປະຕິບັດຕາມຄຳແນະນຳຂອງພຣະເຈົ້າດ້ວຍທັດສະນະທີ່ຢາກເຮັດໃຫ້ພຣະເຈົ້າພໍໃຈ. ເພິ່ນໄດ້ເຮັດມັນເພື່ອຊ່ວຍໃຫ້ຕົວເອງຫຼີກເວັ້ນໄພພິບັດບໍ? ບໍ່. ເພິ່ນໄດ້ຖາມພຣະເຈົ້າບໍວ່າ ມັນຍັງອີກດົນປານໃດກ່ອນທີ່ໂລກຈະຖືກທຳລາຍ? ເພິ່ນບໍ່ໄດ້ຖາມ. ເພິ່ນໄດ້ຖາມພຣະເຈົ້າ ຫຼື ເພິ່ນຮູ້ບໍວ່າມັນຈະໃຊ້ເວລາດົນປານໃດໃນການສ້າງເຮືອສຳເພົາ? ເພິ່ນບໍ່ຮູ້ເລື່ອງນັ້ນເຊັ່ນກັນ. ເພິ່ນພຽງແຕ່ເຊື່ອຟັງ, ຟັງ ແລະ ປະຕິບັດຕາມ. ຄົນປັດຈຸບັນນີ້ບໍ່ຄືກັນ: ທັນທີທີ່ມີຂໍ້ມູນເລັກນ້ອຍຮົ່ວໄຫຼຜ່ານພຣະທຳຂອງພຣະເຈົ້າ, ທັນທີທີ່ຄົນຮູ້ສຶກເຖິງສຽງລົມພັດໃບໄມ້, ພວກເຂົາກໍຈະເລີ່ມປະຕິບັດທັນທີ, ບໍ່ວ່າແມ່ນຫຍັງ ແລະ ຈ່າຍລາຄາເທົ່າໃດກໍຕາມ ເພື່ອກະກຽມສິ່ງທີ່ພວກເຂົາຈະກິນ, ດື່ມ ແລະ ໃຊ້ຫຼັງຈາກໄດ້ຮັບຜົນກະທົບ, ເຖິງຂັ້ນວາງແຜນເສັ້ນທາງການຫຼົບໜີຂອງພວກເຂົາເມື່ອເກີດໄພພິບັດ. ສິ່ງທີ່ໜ້າສົນໃຈຍິ່ງກວ່ານັ້ນກໍຄື: ໃນເວລາສຳຄັນນີ້, ສະໝອງຂອງມະນຸດນັ້ນໄວຫຼາຍໃນ “ການເຮັດວຽກໃຫ້ສຳເລັດ”. ພາຍໃຕ້ສະຖານະການທີ່ພຣະເຈົ້າບໍ່ໄດ້ໃຫ້ຄຳແນະນຳໃດໆ, ມະນຸດກໍສາມາດວາງແຜນສຳລັບທຸກສິ່ງຢ່າງເໝາະສົມ. ເຈົ້າສາມາດໃຊ້ຄຳວ່າ “ສົມບູນແບບ” ເພື່ອບັນລະຍາຍແຜນດັ່ງກ່າວນັ້ນໄດ້. ສ່ວນສິ່ງທີ່ພຣະເຈົ້າກ່າວ, ແມ່ນຫຍັງຄືຄວາມຕັ້ງໃຈຂອງພຣະເຈົ້າ ຫຼື ສິ່ງທີ່ພຣະເຈົ້າຕ້ອງການ, ບໍ່ມີໃຜສົນໃຈ ແລະ ບໍ່ມີໃຜພະຍາຍາມທີ່ຈະເຫັນຄຸນຄ່າມັນ. ນັ້ນບໍ່ແມ່ນຄວາມແຕກຕ່າງຫຼາຍທີ່ສຸດລະຫວ່າງຄົນໃນປັດຈຸບັນ ແລະ ໂນອາບໍ?
ບົດບັນທຶກໃນເລື່ອງຂອງໂນອານີ້, ພວກເຈົ້າເຫັນອຸປະນິໄສສ່ວນໃດໜຶ່ງຂອງພຣະເຈົ້າບໍ? ມີຂໍ້ຈໍາກັດໃນຄວາມອົດທົນຂອງພຣະເຈົ້າຕໍ່ຄວາມເສື່ອມຊາມຂອງມະນຸດ, ຄວາມສົກກະປົກ ແລະ ຄວາມຮຸນແຮງ. ເມື່ອພຣະອົງເຖິງຂີດຈຳກັດນັ້ນ, ພຣະອົງຈະບໍ່ອົດທົນອີກຕໍ່ໄປ ແຕ່ກົງກັນຂ້າມຈະເລີ່ມການຄຸ້ມຄອງໃໝ່ ແລະ ແຜນການໃໝ່ຂອງພຣະອົງ, ເລີ່ມເຮັດສິ່ງທີ່ພຣະອົງຕ້ອງເຮັດ, ເປີດເຜີຍການກະທຳຂອງພຣະອົງ ແລະ ອຸປະນິໄສດ້ານອື່ນໆຂອງພຣະອົງ. ການກະທຳຂອງພຣະອົງບໍ່ແມ່ນເພື່ອສະແດງໃຫ້ເຫັນວ່າພຣະອົງຕ້ອງບໍ່ຖືກມະນຸດເຮັດຜິດ ຫຼື ພຣະອົງເຕັມໄປດ້ວຍສິດອຳນາດ ແລະ ຄວາມໂກດຮ້າຍ, ບໍ່ແມ່ນເພື່ອສະແດງວ່າພຣະອົງສາມາດທຳລາຍມວນມະນຸດໄດ້. ມັນເປັນຍ້ອນວ່າ ອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ອັນບໍລິສຸດຂອງພຣະອົງບໍ່ສາມາດອະນຸຍາດ ຫຼື ມີຄວາມອົດທົນຕໍ່ມະນຸດແບບນີ້ມີຊີວິດຢູ່ຕໍ່ໜ້າພຣະອົງ, ຢູ່ພາຍໃຕ້ການປົກຄອງຂອງພຣະອົງອີກຕໍ່ໄປ. ໝາຍຄວາມວ່າ, ເມື່ອມວນມະນຸດທັງໝົດຕໍ່ຕ້ານພຣະອົງ, ເມື່ອບໍ່ມີໃຜທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້ທົ່ວເທິງແຜ່ນດິນໂລກ, ພຣະອົງກໍຈະບໍ່ມີຄວາມອົດທົນຕໍ່ມວນມະນຸດດັ່ງກ່າວ ແລະ ຈະປະຕິບັດແຜນການຂອງພຣະອົງເພື່ອທຳລາຍມະນຸດຊາດປະເພດນີ້ໂດຍບໍ່ມີຂໍ້ສົງໄສໃດໆເລີຍ. ການກະທຳດັ່ງກ່າວຂອງພຣະເຈົ້ານັ້ນໄດ້ຖືກກຳນົດໂດຍອຸປະນິໄສຂອງພຣະອົງ. ນີ້ແມ່ນຜົນສະທ້ອນທີ່ຈຳເປັນ ແລະ ຜົນສະທ້ອນທີ່ທຸກສິ່ງທີ່ຖືກສ້າງຂຶ້ນພາຍໃຕ້ການປົກຄອງຂອງພຣະເຈົ້າຕ້ອງແບກຫາບ. ນີ້ບໍ່ສະແດງໃຫ້ເຫັນບໍວ່າ ໃນຍຸກປັດຈຸບັນນີ້ ພຣະເຈົ້າບໍ່ສາມາດລໍຖ້າໃຫ້ແຜນການຂອງພຣະອົງສຳເລັດລົງ ແລະ ຊ່ວຍຄົນທີ່ພຣະອົງຢາກຊ່ວຍໃຫ້ລອດບໍ? ພາຍໃຕ້ສະຖານນະການເຫຼົ່ານີ້, ພຣະເຈົ້າສົນໃຈຫຍັງຫຼາຍທີ່ສຸດ? ພຣະເຈົ້າບໍ່ໄດ້ສົນໃຈວ່າ ບັນດາຜູ້ທີ່ບໍ່ຕິດຕາມພຣະອົງ ຫຼື ບັນດາຜູ້ທີ່ຕໍ່ຕ້ານພຣະອົງທີ່ປະຕິບັດຕໍ່ພຣະອົງ ຫຼື ຕໍ່ຕ້ານພຣະອົງແນວໃດ ຫຼື ວິທີການທີ່ມະນຸດກ່າວຮ້າຍພຣະອົງ. ພຣະອົງພຽງສົນໃຈວ່າຜູ້ທີ່ຕິດຕາມພຣະອົງ, ເປົ້າໝາຍແຫ່ງຄວາມລອດພົ້ນໃນແຜນການຄຸ້ມຄອງຂອງພຣະອົງ ໄດ້ຖືກເຮັດໃຫ້ສຳເລັດໂດຍພຣະອົງ ຫຼື ບໍ່, ວ່າພວກເຂົາຄູ່ຄວນກັບຄວາມເພິ່ງພໍໃຈຂອງພຣະອົງ ຫຼື ບໍ່. ສຳລັບຄົນອື່ນໆນອກຈາກຜູ້ທີ່ຕິດຕາມພຣະອົງ, ພຣະອົງພຽງແຕ່ລົງໂທດພວກເຂົາເປັນບາງໂອກາດເພື່ອສະແດງຄວາມໂກດຮ້າຍຂອງພຣະອົງ. ຕົວຢ່າງ: ສູນາມິ, ແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດ. ໃນຂະນະດຽວກັນ, ພຣະອົງຍັງໄດ້ປົກປ້ອງ ແລະ ເບິ່ງແຍງບັນດາຜູ້ທີ່ຕິດຕາມພຣະອົງ ແລະ ບັນດາຜູ້[127] ທີ່ຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງຢ່າງແຮງກ້າ. ອຸປະນິໄສຂອງພຣະເຈົ້າແມ່ນດັ່ງນີ້: ໃນດ້ານໜຶ່ງ, ພຣະອົງສາມາດມີຄວາມອົດທົນ ແລະ ຄວາມອົດກັ້ນທີ່ສຸດຕໍ່ຄົນທີ່ພຣະອົງຕັ້ງໃຈເຮັດໃຫ້ສົມບູນ, ພຣະອົງສາມາດລໍຖ້າພວກເຂົາໄດ້ດົນເທົ່າທີ່ພຣະອົງຈະຖ້າໄດ້; ສ່ວນອີກດ້ານໜຶ່ງ, ພຣະເຈົ້າກໍກຽດຊັງ ແລະ ລັງກຽດຄົນປະເພດຊາຕານຢ່າງແຮງ ພວກທີ່ບໍ່ຕິດຕາມພຣະອົງ ແລະ ຕໍ່ຕ້ານພຣະອົງ. ເຖິງແມ່ນວ່າພຣະອົງຈະບໍ່ສົນໃຈຄົນປະເພດຊາຕານເຫຼົ່ານີ້ທີ່ບໍ່ຕິດຕາມພຣະອົງ ຫຼື ບໍ່ນະມັດສະການພຣະອົງ, ພຣະອົງກໍຍັງກຽດຊັງພວກເຂົາໃນຂະນະທີ່ມີຄວາມອົດທົນກັບພວກເຂົາຢູ່ໃນໃຈຂອງພຣະອົງ ແລະ ໃນຂະນະທີ່ພຣະອົງກຳນົດຈຸດຈົບຂອງຄົນປະເພດຊາຕານເຫຼົ່ານີ້, ພຣະອົງກໍຍັງລໍຖ້າການມາເຖິງຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງພຣະອົງ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ....
ພຣະເຈົ້າໄດ້ອວຍພອນໂນອາ ແລະ ລູກຊາຍຂອງລາວ ແລະ ເວົ້າກັບພວກເຂົາວ່າ ຈົ່ງເກີດລູກຫຼານຫຼາຍໆ ແລະ ເພີ່ມຄູນທະວີ ແລະ ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ....