ການເຂົ້າໃຈ ແລະ ການເຂົ້າໃກ້ຄວາມເປັນຈິງຂອງການຄຸ້ມຄອງຂອງພຣະເຈົ້າຕໍ່ຊະຕາກໍາຂອງມະນຸດ

12 ເດືອນທັນວາ 2022

ບໍ່ມີໃຜສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕານະນຸດໄດ້

ຫຼັງຈາກທີ່ໄດ້ຟັງທຸກສິ່ງທີ່ເຮົາກ່າວແລ້ວ, ຄວາມຄິດຂອງພວກເຈົ້າກ່ຽວກັບໂຊກຊະຕາໄດ້ປ່ຽນໄປບໍ? ເຈົ້າເຂົ້າໃຈຄວາມຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແນວໃດ? ເວົ້າຢ່າງຈະແຈ້ງກໍຄື ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກຄົນບໍ່ວ່າ ຫ້າວຫັນ ຫຼື ກຽດຄ້ານແມ່ນຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ ແລະ ບໍ່ວ່າຄົນໃດໜຶ່ງຈະຕໍ່ສູ້ດິ້ນລົນແນວໃດກໍຕາມໃນຊ່ວງເວລາແຫ່ງຊີວິດຂອງເຂົາ, ບໍ່ວ່າຜູ້ຄົນຈະຍ່າງບົນເສັ້ນທາງຄົດລ້ຽວຈັກເສັ້ນທາງກໍຕາມ, ສຸດທ້າຍແລ້ວ ພວກເຂົາກໍຈະກັບໄປສູ່ວົງໂຄຈອນແຫ່ງໂຊກຊະຕາທີ່ພຣະຜູ້ຊົງສ້າງໄດ້ຂີດໄວ້ໃຫ້ພວກເຂົາ. ນີ້ແມ່ນຄວາມບໍ່ສາມາດເອົາຊະນະໄດ້ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ວິທີການທີ່ສິດອຳນາດຂອງພຣະອົງຄວບຄຸມ ແລະ ປົກຄອງຈັກກະວານ. ມັນແມ່ນຄວາມບໍ່ສາມາດກີດກັ້ນໄດ້ນີ້, ຮູບແບບການຄວບຄຸມ ແລະ ການປົກຄອງດັ່ງກ່າວຈຶ່ງເປັນສິ່ງທີ່ຮັບຜິດຊອບຕໍ່ກົດເກນໃນການກຳນົດຊີວິດຂອງທຸກສິ່ງ, ເຮັດໃຫ້ມະນຸດກັບຊາດມາເກີດຊ້ຳແລ້ວຊ້ຳອີກໂດຍບໍ່ມີການແຊກແຊງ, ທີ່ເຮັດໃຫ້ໂລກໝູນວຽນເປັນປົກກະຕິ ແລະ ໝຸນໄປຂ້າງໜ້າມື້ຕໍ່ມື້ ແລະ ປີຕໍ່ປີ. ພວກເຈົ້າໄດ້ເປັນພະຍານຕໍ່ຄວາມຈິງເຫຼົ່ານີ້ທັງໝົດ ແລະ ພວກເຈົ້າເຂົ້າໃຈພວກມັນ ບໍ່ວ່າຈະແບບຜິວເຜີນ ຫຼື ຢ່າງເລິກເຊິ່ງກໍຕາມ ແລະ ຄວາມເລິກແຫ່ງຄວາມເຂົ້າໃຈຂອງພວກເຈົ້ານັ້ນຂຶ້ນຢູ່ກັບປະສົບການ ແລະ ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມຈິງ ແລະ ຂຶ້ນຢູ່ກັບຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າ. ຂຶ້ນຢູ່ກັບວ່າ ເຈົ້າຮູ້ຈັກຄວາມເປັນຈິງແຫ່ງຄວາມຈິງດີປານໃດ, ເຈົ້າໄດ້ປະສົບກັບພຣະທຳຂອງພຣະເຈົ້າຫຼາຍປານໃດ, ເຈົ້າຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າດີປານໃດ, ທັງໝົດນີ້ສະແດງເຖິງຄວາມເຂົ້າໃຈຂອງເຈົ້າກ່ຽວກັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ ວ່າເຈົ້າເຂົ້າໃຈເລິກເຊິ່ງພຽງໃດ. ການມີຢູ່ຂອງອໍານາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຂຶ້ນຢູ່ກັບວ່າມະນຸດຊາດຍອມຮັບສິ່ງເຫຼົ່ານີ້ ຫຼື ບໍ່? ຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້ ແມ່ນຖືກກຳນົດໂດຍການຍອມຮັບຂອງມະນຸດບໍ່? ບໍ່ວ່າຈະໃນສະຖານະການໃດໆກໍຕາມ ສິດອຳນາດຂອງພຣະເຈົ້າກໍຍັງຄົງມີຢູ່. ໃນທຸກສະພາບການ, ພຣະເຈົ້າຊົງກຳນົດ ແລະ ຈັດແຈງໂຊກຊະຕາຂອງມະນຸດທຸກຄົນ ແລະ ທຸກສິ່ງອີງຕາມຄວາມຄິດ ແລະ ຄວາມປາດຖະໜາຂອງພຣະອົງ. ສິ່ງນີ້ຈະບໍ່ປ່ຽນແປງຍ້ອນການປ່ຽນແປງມະນຸດ; ມັນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ, ບໍ່ສາມາດຖືກປ່ຽນແປງໂດຍການປ່ຽນແປງໃດໆເຊັ່ນ ເວລາ, ອາກາດແລະ ສະພາບພູມີສາດ ເພາະວ່າສິດອຳນາດຂອງພຣະເຈົ້າແມ່ນແກ່ນແທ້ຂອງພຣະອົງ. ບໍ່ວ່າມະນຸດຈະສາມາດຮູ້ຈັກ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່ກໍ່ຕາມ, ບໍ່ວ່າມະນຸດຈະສາມາດຍອມຮັບມັນໄດ້ ຫຼື ບໍ່ກໍ່ຕາມ ສະພາບການເຫຼົ່ານີ້ບໍ່ສາມາດປ່ຽນແປງຄວາມເປັນຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແມ່ນແຕ່ໜ້ອຍດຽວ. ເຊິ່ງເວົ້າໄດ້ວ່າ ບໍ່ວ່າມະນຸດຈະມີທັດສະນະຄະຕິແນວໃດກໍຕາມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ມັນກໍບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກສິ່ງໄດ້. ເຖິງແມ່ນວ່າເຈົ້າບໍ່ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ, ພຣະອົງກໍ່ຍັງຄວບຄຸມໂຊກຊະຕາຂອງເຈົ້າຢູ່ດີ; ເຖິງແມ່ນວ່າເຈົ້າບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະອົງໄດ້, ສິດອຳນາດຂອງພຣະອົງກໍ່ຍັງຄົງດຳລົງຢູ່ຄືເກົ່າ. ສິດອຳນາດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງສິດອຳນາດຂອງພຣະເຈົ້າເໜືອໂຊກຊະຕາຂອງມະນຸດນັ້ນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງໂດຍອີງຕາມຄວາມມັກຂອງມະນຸດ ແລະ ເສັ້ນທາງເລືອກຂອງພວກເຂົາ. ສິດອຳນາດຂອງພຣະເຈົ້າຢູ່ທົ່ວທຸກບ່ອນ, ທຸກເວລາ ແລະ ທຸກເມື່ອ. ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແຕ່ສິດອຳນາດຂອງພຣະອົງຈະບໍ່ມີວັນຜ່ານພົ້ນໄປໄດ້ ຍ້ອນວ່າພຣະອົງເອງແມ່ນພຣະເຈົ້າ, ພຣະອົງຄອບຄອງສິດອຳນາດທີ່ເປັນເອກະລັກ ແລະ ສິດອຳນາດຂອງພຣະອົງບໍ່ໄດ້ຖືກຈຳກັດ ຫຼື ກຳນົດໂດຍຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ຫຼື ກໍານົດໂດຍອາກາດ ຫຼື ສະພາບພູມີສາດ. ພຣະເຈົ້າຊົງໃຊ້ສິດອຳນາດຂອງພຣະອົງສະແດງໃຫ້ເຫັນເຖິງລິດທານຸພາບຂອງພຣະອົງ, ສືບຕໍ່ພາລະກິດການຄຸ້ມຄອງດັ່ງທີ່ພຣະອົງເຄີຍປະຕິບັດສະເໝີມາ; ພຣະອົງປົກຄອງທຸກສິ່ງ, ປະທານໃຫ້ທຸກສິ່ງ ແລະ ປັ້ນແຕ່ງທຸກສິ່ງດັ່ງທີ່ພຣະອົງຊົງປະຕິບັດສະເໝີມາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ມັນແມ່ນຄວາມຈິງ; ມັນຄືຄວາມຈິງທີບໍ່ມີການປ່ຽນແປງມາແຕ່ດົນນານແລ້ວ!

ທັດສະນະຄະຕິ ແລະ ການປະຕິບັດທີ່ເໝາະສົມສຳລັບຜູ້ທີ່ປາດຖະໜາຍອມຮັບສິດອຳນາດຂອງພຣະເຈົ້າ

ໃນປັດຈຸບັນນີ້, ມະນຸດຄວນມີທັດສະນະຄະຕິໃດໃນການຮູ້ຈັກ ແລະ ໃຫ້ຄວາມເຄົາລົບສິດອຳນາດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ? ນີ້ແມ່ນບັນຫາແທ້ຈິງທີ່ຢືນຢູ່ຕໍ່ໜ້າທຸກຄົນ. ເມື່ອຜະເຊີນກັບບັນຫາຊີວິດຈິງ, ເຈົ້າຄວນຮູ້ຈັກ ແລະ ເຂົ້າໃຈສິດອຳນາດຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງແນວໃດ? ເມື່ອເຈົ້າຕ້ອງຜະເຊີນກັບບັນຫາເຫຼົ່ານີ້ ແລະ ບໍ່ຮູ້ວ່າຈະເຂົ້າໃຈ, ຮັບມື ແລະ ປະສົບກັບມັນແນວໃດ, ເຈົ້າຄວນມີທັດສະນະຄະຕິແບບໃດ ເພື່ອສະແດງເຖິງຄວາມຕັ້ງໃຈໃນການຍອມຮັບ, ຄວາມປາດຖະໜາຍອມຮັບ ແລະ ຄວາມເປັນຈິງແຫ່ງການຍອມຮັບເອົາອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ? ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ການລໍຖ້າ; ຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການສະແຫວງຫາ; ຫຼັງຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການຍອມຮັບ. “ການລໍຖ້າ” ໝາຍເຖິງການລໍຖ້າເວລາຂອງພຣະເຈົ້າ, ການລໍຖ້າຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ຈັດແຈງໄວ້ໃຫ້ເຈົ້າ, ລໍຖ້າຄວາມປະສົງຂອງພຣະອົງທີ່ຄ່ອຍໆເປີດເຜີຍໃຫ້ແກ່ເຈົ້າ. “ການສະແຫວງຫາ” ໝາຍເຖິງການສັງເກດ ແລະ ການເຂົ້າໃຈຄວາມຕັ້ງໃຈອັນຮອບຄອບຂອງພຣະເຈົ້າສຳລັບເຈົ້າໂດຍຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ວາງອອກ, ເຂົ້າໃຈຄວາມຈິງຜ່ານສິ່ງເຫຼົ່ານີ້, ເຂົ້າໃຈສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ ແລະ ເສັ້ນທາງທີ່ພວກເຂົາຕ້ອງຍຶດໝັ້ນ, ເຂົ້າໃຈໃນສິ່ງທີ່ພຣະເຈົ້າຕ້ອງການບັນລຸໃນມະນຸດ ແລະ ແມ່ນຫຍັງຄືຜົນສຳເລັດທີ່ພຣະເຈົ້າຕ້ອງການບັນລຸໃນສິ່ງເຫຼົ່ານີ້. “ການຍອມຮັບ” ແນ່ນອນ ໝາຍເຖິງການຍອມຮັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ປັ້ນແຕ່ງ, ຍອມຮັບອຳນາດອະທິປະໄຕຂອງພຣະອົງ ແລະ ໂດຍຜ່ານສິ່ງນີ້ ມາຮູ້ຈັກວິທີທີ່ພຣະຜູ້ຊົງສ້າງກຳນົດໂຊກຊະຕາມະນຸດ, ວິທີທີ່ພຣະອົງສະໜອງຊີວິດຂອງພຣະອົງໃຫ້ມະນຸດ, ວິທີທີ່ພຣະອົງປະຕິບັດຄວາມຈິງໃນຕົວມະນຸດ. ທຸກສິ່ງທີ່ຢູ່ພາຍໃຕ້ການຈັດແຈງ ແລະ ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າແມ່ນເຊື່ອຟັງກົດເກນທຳມະຊາດ ແລະ ຖ້າເຈົ້າຕັ້ງໃຈປ່ອຍໃຫ້ພຣະເຈົ້າຈັດແຈງ ແລະ ກຳນົດທຸກສິ່ງໃຫ້ເຈົ້າ, ເຈົ້າຄວນຮຽນຮູ້ໃນການລໍຖ້າ, ເຈົ້າຄວນຮຽນຮູ້ຈັກການສະແຫວງຫາ ແລະ ເຈົ້າຄວນຮຽນຮູ້ຈັກການຍອມຮັບ. ນີ້ແມ່ນທັດສະນະຄະຕິທີ່ທຸກຄົນທີ່ຕ້ອງການຍອມຮັບສິດອຳນາດຂອງພຣະເຈົ້າຕ້ອງໄດ້ມີ, ນັ້ນກໍຄື ຄຸນນະພາບພື້ນຖານເຊິ່ງທຸກຄົນທີ່ຕ້ອງການຍອມຮັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຕ້ອງມີ. ເພື່ອໃຫ້ມີທັດສະນະຄະຕິດັ່ງກ່າວ, ເພື່ອໃຫ້ມີຄຸນນະພາບດັ່ງກ່າວ ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນ. ນີ້ແມ່ນຫົນທາງດຽວທີ່ເຈົ້າສາມາດເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງໄດ້.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຍອມຮັບພຣະເຈົ້າເປັນນາຍທີ່ເປັນເອກະລັກຂອງເຈົ້າແມ່ນບາດກ້າວທຳອິດໃນການໄດ້ຮັບຄວາມລອດພົ້ນ

ຄວາມຈິງກ່ຽວກັບສິດອຳນາດຂອງພຣະເຈົ້າແມ່ນຄວາມຈິງທີ່ທຸກຄົນຕ້ອງຄຳນຶງເຖິງຢ່າງຈິງຈັງ, ຕ້ອງປະສົບ ແລະ ເຂົ້າໃຈດ້ວຍໃຈຂອງພວກເຂົາ ຍ້ອນວ່າ...

ຊ່ວງເວລາທີສີ່: ການແຕ່ງດອງ

ເມື່ອຄົນໜຶ່ງເຕີບໃຫຍ່ຂຶ້ນ ແລະ ເປັນຜູ້ໃຫຍ່, ເຂົາກໍຈະຍິ່ງຫ່າງອອກຈາກພໍ່ແມ່ຂອງເຂົາ ແລະ ຫ່າງຈາກສະພາບແວດລ້ອມທີ່ເຂົາເກີດມາ ແລະ ເຕີບໃຫຍ່ຂຶ້ນ ແລະ...

ຊ່ວງເວລາທີຫ້າ: ລູກຫຼານ

ຫຼັງຈາກແຕ່ງດອງແລ້ວ, ຜູ້ຄົນກໍເລີ່ມໃຫ້ກຳເນີດຮຸ່ນຕໍ່ໄປ. ຄົນໃດໜຶ່ງບໍ່ສາມາດເວົ້າໄດ້ວ່າເຂົາຈະມີລູກຈັກຄົນ ແລະ ມີລູກປະເພດໃດ;...