ຊ່ວງເວລາທີຫົກ: ຄວາມຕາຍ

28 ເດືອນມັງກອນ 2021

ຫຼັງຈາກຄວາມສັບສົນ ແລະ ຄວາມວຸ້ນວາຍ, ຄວາມອຸກອັ່ງ ແລະ ຄວາມຜິດຫວັງຢ່າງໜັກ, ຫຼັງຈາກຄວາມເບີກບານ ແລະ ຄວາມໂສກເສົ້າ ແລະ ການຂຶ້ນໆລົງໆ, ຫຼັງຈາກຫຼາຍປີທີ່ບໍ່ມີວັນລືມ, ຫຼັງຈາກເບິ່ງລະດູການຕ່າງໆປ່ຽນແປງເປັນເວລາຫຼາຍຄັ້ງ, ຜູ້ຄົນໄດ້ຜ່ານເຄື່ອງໝາຍບອກທາງທີ່ສຳຄັນໃນຊີວິດໂດຍບໍ່ໄດ້ສັງເກດ ແລະ ພຽງໃນກະພິບຕາ ຜູ້ຄົນພົບເຫັນວ່າຕົວເອງຢູ່ໃນບັ້ນປາຍແຫ່ງຊີວິດຂອງຕົນ. ເຄື່ອງໝາຍແຫ່ງການເວລາໄດ້ຖືກປະທັບຕາໃສ່ທົ່ວຮ່າງກາຍຂອງຜູ້ຄົນ: ພວກເຂົາບໍ່ສາມາດຢືນສູງໄດ້ອີກຕໍ່ໄປ, ຜົມຂອງພວກເຂົາປ່ຽນຈາກສີດຳເປັນສີຂາວ, ໃນຂະດຽວກັນ ດວງຕາທີ່ສົດໃສ ແລະ ແຈ້ງສະຫວ່າງກໍປ່ຽນເປັນບໍ່ເຫັນແຈ້ງ ແລະ ມືດມົວ ແລະ ຜິວໜັງທີ່ນິ້ມນວນກໍກາຍເປັນແຫ່ວແຫ້ງ ແລະ ດ່າງດໍາ. ຫູກໍບໍ່ໄດ້ຍິນດີ, ແຂ້ວກໍຄອນ ແລະ ຫຼ່ອນອອກ, ປະຕິກິລິຍາກໍຊ້າລົງ, ການເຄື່ອນໄຫວກໍຊັກຊ້າ... ໃນຈຸດນີ້ ຜູ້ຄົນໄດ້ກ່າວຄຳອຳລາຄັ້ງສຸດທ້າຍຕໍ່ປີແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມຂອງພວກເຂົາ ແລະ ເຂົ້າສູ່ຊີວິດບັ້ນປາຍຂອງພວກເຂົາ: ອາຍຸເຖົ້າ. ຕໍ່ໄປ ຜູ້ຄົນກໍຈະພົບກັບຄວາມຕາຍ ເຊິ່ງເປັນຊ່ວງເວລາສຸດທ້າຍໃນຊີວິດຂອງມະນຸດ.

1. ມີພຽງພຣະຜູ້ຊົງສ້າງເທົ່ານັ້ນທີ່ຖືອໍານາດແຫ່ງຊີວິດ ແລະ ຄວາມຕາຍເໜືອມະນຸດ

ຖ້າການເກີດຂອງຄົນຖືກກຳນົດໂດຍຊີວິດໃນຊາດກ່ອນຂອງເຂົາ ແລ້ວຄວາມຕາຍຂອງຄົນກໍຄືຈຸດຈົບຂອງຊະຕາກຳນັ້ນ. ຖ້າການເກີດຂອງຄົນແມ່ນການເລີ່ມຕົ້ນພາລະກິດໃນຊີວິດນີ້ຂອງເຂົາ ແລ້ວຄວາມຕາຍຂອງເຂົາກໍຄືຈຸດຈົບຂອງພາລະກິດນັ້ນ. ເນື່ອງຈາກວ່າພຣະຜູ້ຊົງສ້າງໄດ້ກຳນົດສະຖານະການທີ່ຕາຍຕົວສຳລັບການເກີດຂອງຄົນໄວ້ລ່ວງໜ້າແລ້ວ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ພຣະອົງຍັງໄດ້ຈັດແຈງສະຖານະການທີ່ຕາຍຕົວສຳລັບຄວາມຕາຍຂອງຜູ້ຄົນອີກດ້ວຍ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ມີໃຜເກີດມາໂດຍບັງເອີນ, ບໍ່ມີຄວາມຕາຍຂອງໃຜມາເຖິງແບບກະທັນຫັນ ແລະ ທັງການເກີດ ແລະ ຄວາມຕາຍແມ່ນຈຳເປັນຕ້ອງເຊື່ອມໂຍງກັບຊີວິດໃນຊາດກ່ອນ ແລະ ຊີວິດປັດຈຸບັນຂອງຄົນ. ສະຖານະການແຫ່ງການເກີດ ແລະ ຄວາມຕາຍຂອງຄົນ ທັງສອງຢ່າງໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະຜູ້ຊົງສ້າງ; ນີ້ແມ່ນຊະຕາກຳຂອງຜູ້ຄົນ, ນີ້ຄືໂຊກຊະຕາຂອງຜູ້ຄົນ. ເນື່ອງຈາກວ່າມີຄໍາອະທິບາຍຢ່າງຫຼວງຫຼາຍສໍາລັບການເກີດຂອງຜູ້ຄົນ, ດ້ວຍເຫດນັ້ນ ຄວາມຕາຍຂອງຜູ້ຄົນກໍຈະເກີດຂຶ້ນໂດຍທຳມະຊາດຂອງມັນ ໂດຍອີງຕາມສະຖານະການພິເສດຕ່າງໆ. ນີ້ແມ່ນເຫດຜົນທີ່ຜູ້ຄົນມີອາຍຸໄຂທີ່ແຕກຕ່າງກັນ ແລະ ມີລັກສະນະ ແລະ ເວລາຕາຍທີ່ແຕກຕ່າງກັນ. ບາງຄົນແຂງແຮງ ແລະ ມີສຸຂະພາບດີ ແຕ່ຕາຍແຕ່ຍັງໜຸ່ມ, ບາງຄົນອ່ອນແອ ແລະ ເຈັບປ່ວຍ ແຕ່ມີຊີວິດຢູ່ຈົນເຖົ້າແກ່ ແລະ ຕາຍໄປຢ່າງສະຫງົບ. ບາງຄົນຕາຍຍ້ອນສາເຫດທີ່ຜິດທຳມະຊາດ, ບາງຄົນຕາຍໂດຍທຳມະຊາດ. ບາງຄົນຈົບຊີວິດຂອງພວກເຂົາແຫ່ງໄກຈາກເຮືອນຊານ, ບາງຄົນຫຼັບຕາລົງເປັນຄັ້ງສຸດທ້າຍກັບຄົນທີ່ພວກເຂົາຮັກຢູ່ຄຽງຂ້າງພວກເຂົາ. ບາງຄົນຕາຍກາງອາກາດ, ບາງຄົນຕາຍຢູ່ໃຕ້ພື້ນດິນ. ບາງຄົນຈົມຢູ່ໃຕ້ນ້ຳ, ບາງຄົນເສຍຊີວິດໃນໄພພິບັດ. ບາງຄົນຕາຍຕອນເຊົ້າ, ບາງຄົນຕາຍຕອນກາງຄືນ... ທຸກຄົນຢາກເກີດມາມີຊື່ສຽງ, ມີຊີວິດທີ່ຮຸ່ງເຮືອງ ແລະ ຄວາມຕາຍທີ່ມີກຽດສະຫງ່າ ແຕ່ບໍ່ມີໃຜສາມາດຜ່ານຊະຕາກຳຊີວິດຂອງຕົນເອງໄດ້, ບໍ່ມີໃຜສາມາດຫຼົບໜີຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້. ນີ້ແມ່ນໂຊກຊະຕາຂອງມະນຸດ. ມະນຸດສາມາດສ້າງແຜນທຸກຮູບແບບເພື່ອອະນາຄົດຂອງພວກເຂົາ ແຕ່ບໍ່ມີໃຜສາມາດວາງແຜນລັກສະນະ ແລະ ເວລາເກີດ ແລະ ເວລາຈາກໂລກນີ້ໄປຂອງພວກເຂົາໄດ້. ເຖິງແມ່ນວ່າຜູ້ຄົນເຮັດທຸກວິທີທາງເພື່ອຫຼີກເວັ້ນ ແລະ ຕໍ່ຕ້ານຄວາມຕາຍທີ່ຈະມາເຖິງ ແຕ່ຄວາມຕາຍກໍຍັງຫຍັບເຂົ້າມາໃກ້ຕົວພວກເຂົາຢ່າງງຽບໆໂດຍບໍ່ຮູ້ຕົວ. ບໍ່ມີໃຜຮູ້ວ່າພວກເຂົາຈະຕາຍເມື່ອໃດ ຫຼື ແນວໃດ, ແຮງໄກທີ່ພວກເຂົາຈະຮູ້ວ່າມັນຈະເກີດຂຶ້ນຢູ່ໃສ. ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນມະນຸດທີ່ມີອຳນາດແຫ່ງຊີວິດ ແລະ ຄວາມຕາຍ, ບໍ່ແມ່ນສິ່ງມີຊີວິດໃດໃນໂລກທຳມະຊາດ ແຕ່ແມ່ນພຣະຜູ້ຊົງສ້າງ ຜູ້ທີ່ມີສິດອຳນາດເປັນເອກະລັກ. ຊີວິດ ແລະ ຄວາມຕາຍຂອງມະນຸດຊາດ ບໍ່ແມ່ນຜົນຜະລິດຈາກບາງກົດເກນຂອງໂລກແຫ່ງທຳມະຊາດ, ແຕ່ເປັນຜົນມາຈາກອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ.

2. ຜູ້ທີ່ບໍ່ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຈະຖືກຄອບງຳດ້ວຍຄວາມຢ້ານກົວແຫ່ງຄວາມຕາຍ

ເມື່ອຄົນເຂົ້າສູ່ໄວຊະລາ, ຄວາມທ້າທາຍທີ່ເຂົາຜະເຊີນບໍ່ແມ່ນການລ້ຽງດູຄອບຄົວ ຫຼື ການສ້າງຄວາມທະເຍີທະຍານໃນຊີວິດຂອງເຂົາ, ແຕ່ແມ່ນວິທີການກ່າວຄຳອຳລາຊີວິດຂອງເຂົາ, ວິທີການພົບກັບຈຸດຈົບຂອງຊີວິດເຂົາ, ວິທີການຈັດວາງຈຸດໃສ່ໃນຕອນທ້າຍຂອງປະໂຫຍກແຫ່ງຊີວິດຂອງເຂົາ. ເຖິງແມ່ນວ່າໂດຍຜິວເຜີນແລ້ວ ເບິ່ງຄືກັບວ່າ ຄົນໃຫ້ຄວາມສົນໃຈໜ້ອຍກັບຄວາມຕາຍ, ບໍ່ມີໃຜສາມາດຫຼີກເວັ້ນການສຳຫຼວດເລື່ອງດັ່ງກ່າວໄດ້ ຍ້ອນບໍ່ມີໃຜຮູ້ວ່າມີອີກໂລກແຫ່ງຄວາມຕາຍຢູ່ອີກດ້ານໜຶ່ງ, ໂລກທີ່ມະນຸດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ ເຊິ່ງພວກເຂົາບໍ່ຮູ້ຫຍັງກ່ຽວກັບມັນເລີຍ. ນີ້ເຮັດໃຫ້ຄົນຢ້ານທີ່ຈະຜະເຊີນກັບຄວາມຕາຍ, ຢ້ານທີ່ຈະຜະເຊີນກັບມັນດັ່ງທີ່ພວກເຂົາຄວນເຮັດ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດເພື່ອຫຼີກເວັ້ນເລື່ອງນີ້. ດັ່ງນັ້ນ ມັນຈິ່ງຕື່ມເຕັມທຸກຄົນດ້ວຍຄວາມຢ້ານກົວກ່ຽວກັບຄວາມຕາຍ ແລະ ເພີ່ມຄວາມເລີກລັບໃຫ້ກັບຄວາມຈິງທີ່ຫຼີກເວັ້ນບໍ່ໄດ້ຂອງຊີວິດນີ້, ເປັນເງົາມືດທີ່ດື້ດ້ານທີ່ຄອບງໍາຫົວໃຈຂອງທຸກຄົນ.

ເມື່ອຄົນສຶກວ່າຮ່າງກາຍຂອງເຂົາຊຸດໂຊມລົງ, ເມື່ອຄົນຮູ້ສຶກວ່າກຳລັງໃກ້ຄວາມຕາຍ, ເຂົາຈະຮູ້ສຶກເຖິງຄວາມຢ້ານກົວແບບເລື່ອນລອຍ, ຄວາມຢ້ານທີ່ບໍ່ສາມາດອະທິບາຍໄດ້. ຄວາມຢ້ານຕາຍເຮັດໃຫ້ຄົນຮູ້ສຶກໂດດດ່ຽວຫຼາຍຂຶ້ນ ແລະ ໄຮ້ປະໂຫຍດຫຼາຍຂຶ້ນ ແລະ ໃນຈຸດນີ້ ຄົນຖາມຕົວເອງວ່າ: ມະນຸດມາຈາກໃສ? ມະນຸດຈະໄປໃສ? ນີ້ແມ່ນວິທີທີ່ມະນຸດຕາຍບໍ ໂດຍວ່າຊີວິດຂອງເຂົາຟ້າວຈາກເຂົາໄປແບບນີ້ບໍ? ນີ້ແມ່ນໄລຍະເວລາທີ່ບົ່ງບອກເຖິງຈຸດຈົບຂອງຊີວິດມະນຸດບໍ? ທ້າຍສຸດ, ແມ່ນຫຍັງຄືຄວາມໝາຍຂອງຊີວິດ? ສໍາຄັນທີ່ສຸດ ຊີວິດມີຄ່າຫຍັງ? ມັນກ່ຽວກັບຊື່ສຽງ ແລະ ໂຊກລາບບໍ? ມັນກ່ຽວກັບການລ້ຽງຄອບຄົວບໍ?... ບໍ່ວ່າຄົນຈະເຄີຍຄິດກ່ຽວກັບຄຳຖາມສະເພາະເຫຼົ່ານີ້ມາກ່ອນກໍຕາມ, ບໍ່ວ່າຄົນຈະຢ້ານຕາຍຫຼາຍພຽງໃດ, ໃນສ່ວນເລິກຂອງຫົວໃຈທຸກຄົນແມ່ນມີຄວາມປາດຖະໜາທີ່ຢາກຢັ່ງຮູ້ຄວາມເລິກລັບ, ຄວາມຮູ້ສຶກແຫ່ງຄວາມບໍ່ເຂົ້າໃຈກ່ຽວກັບຊີວິດ ແລະ ປະປົນຢູ່ກັບສິ່ງເຫຼົ່ານີ້ ຄື ຄວາມຮູ້ສຶກກ່ຽວກັບໂລກ, ຄວາມລັງເລທີ່ຈະຈາກໄປ. ບາງທີອາດບໍ່ມີໃຜສາມາດເວົ້າໄດ້ຢ່າງຊັດເຈນວ່າມະນຸດຢ້ານຫຍັງ, ແມ່ນຫຍັງທີ່ມະນຸດສະແຫວງຫາ, ແມ່ນຫຍັງທີ່ເຮັດໃຫ້ເຂົາຮູ້ສຶກອ່ອນໄຫວ ແລະ ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ເຂົາລັງເລໃຈບໍ່ຢາກຈາກໄປ...

ຍ້ອນພວກເຂົາຢ້ານຕາຍ, ຄົນມີຄວາມກັງວົນຫຼາຍປະການ; ຍ້ອນພວກເຂົາຢ້ານຕາຍ, ພວກເຂົາມີຫຼາຍຢ່າງທີ່ພວກເຂົາບໍ່ສາມາດປ່ອຍວາງໄດ້. ເມື່ອພວກເຂົາໃກ້ຈະຕາຍ, ບາງຄົນກັງວົນກ່ຽວກັບເລື່ອງນີ້ ຫຼື ເລື່ອງນັ້ນ; ພວກເຂົາເປັນຫ່ວງລູກໆຂອງພວກເຂົາ, ຄົນຮັກຂອງພວກເຂົາ, ຊັບສົມບັດຂອງພວກເຂົາ ຄືກັບວ່າ ຖ້າກັງວົນໃຈແລ້ວ ພວກເຂົາຈະສາມາດລຶບຄວາມທຸກທໍລະມານ ແລະ ຄວາມຢ້ານກົວຄວາມຕາຍນັ້ນໄດ້, ຄືກັບວ່າ ຖ້າພວກເຂົາຮັກສາຄວາມສຳພັນກັບຄົນເປັນ ພວກເຂົາຈະສາມາດຫຼົບໜີຈາກຄວາມສິ້ນຫວັງ ແລະ ຄວາມໂດດດ່ຽວທີ່ມາກັບຄວາມຕາຍນັ້ນໄດ້. ໃນສ່ວນເລິກຂອງຫົວໃຈມະນຸດ ມີຄວາມຢ້ານແບບເລື່ອນລອຍຢູ່, ຄວາມຢ້ານວ່າ ຈະໄດ້ແຍກຈາກຄົນຮັກ, ຢ້ານບໍ່ໄດ້ນອນຫງາຍໜ້າເບິ່ງທ້ອງຟ້າສີຟ້າອີກແລ້ວ, ຢ້ານບໍ່ໄດ້ເບິ່ງໂລກວັດຖຸອີກແລ້ວ. ວິນຍານທີ່ໂດດດ່ຽວ,ທີ່ຄຸ້ນເຄີຍກັບການມີຄົນຮັກຂອງມັນຢູ່ຄຽງຂ້າງ, ລັງເລທີ່ຈະປ່ອຍກຳມື ແລະ ຈາກໄປຄົນດຽວສູ່ໂລກທີ່ບໍ່ຮູ້ຈັກ ແລະ ບໍ່ຄຸ້ນເຄີຍ.

3. ຊີວິດທີ່ໃຊ້ເພື່ອສະແຫວງຫາຊື່ສຽງ ແລະ ໂຊກລາບເຮັດໃຫ້ຄົນເສຍໃຈເມື່ອຜະເຊີນໜ້າກັບຄວາມຕາຍ

ຍ້ອນອຳນາດອະທິປະໄຕ ແລະ ການກຳນົດໄວ້ລ່ວງໜ້າຂອງພຣະຜູ້ຊົງສ້າງ, ດວງວິນຍານທີ່ໂດດດ່ຽວເລີ່ມຕົ້ນດ້ວຍການບໍ່ມີຫຍັງໄປສູ່ການມີຊື່ສຽງ, ມີພໍ່ແມ່ ແລະ ຄອບຄົວ, ມີໂອກາດທີ່ຈະກາຍເປັນສະມາຊິກຂອງມະນຸດຊາດ, ມີໂອກາດທີ່ຈະປະສົບກັບຊີວິດມະນຸດ ແລະ ເຫັນໂລກ. ດວງວິນຍານດັ່ງກ່າວນີ້ຍັງໄດ້ຮັບໂອກາດທີ່ຈະປະສົບກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງອີກດ້ວຍ, ມີໂອກາດຮູ້ຈັກຄວາມອັດສະຈັນແຫ່ງການສ້າງຂອງພຣະຜູ້ຊົງສ້າງ ແລະ ຍິ່ງໄປກວ່ານັ້ນກໍຄື ໄດ້ຮູ້ຈັກ ແລະ ໄດ້ຢູ່ພາຍໃຕ້ສິດອຳນາດຂອງພຣະຜູ້ຊົງສ້າງ. ແຕ່ເຖິງຢ່າງນັ້ນກໍຕາມ ຄົນສ່ວນໃຫຍ່ບໍ່ຍອມຄວ້າໂອກາດທີຫາຍາກ ແລະ ຊົ່ວຄາວນີ້. ຜູ້ຄົນໃຊ້ກໍາລັງຕະຫຼອດຊີວິດໃນການຕໍ່ສູ້ກັບໂຊກຊະຕາ, ໃຊ້ເວລາທັງໝົດຂອງພວກເຂົາຢ່າງຄຶກຄື້ນ, ພະຍາຍາມລ້ຽງດູຄອບຄົວຂອງຕົນ ແລະ ແລ່ນໄປມາລະຫວ່າງຄວາມຮັ່ງມີ ແລະ ສະຖານະພາບ. ສິ່ງທີ່ຄົນສະຫງວນໄວ້ຄືຄອບຄົວ, ເງິນ ແລະ ຊື່ສຽງ ແລະ ພວກເຂົາເບິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ມີຄ່າທີ່ສຸດໃນຊີວິດ. ທຸກຄົນຈົ່ມກ່ຽວກັບໂຊກຊະຕາຂອງຕົວເອງ, ແຕ່ພວກເຂົາກໍເກັບບັນຫາທີ່ສຳຄັນທີ່ສຸດທີ່ຕ້ອງສໍາຫຼວດ ແລະ ທຳຄວາມເຂົ້າໃຈໄວ້ດ້ານຫຼັງຈິດໃຈຂອງພວກເຂົາ: ເປັນຫຍັງມະນຸດຈິ່ງມີຊີວິດຢູ່, ມະນຸດຄວນດຳລົງຊີວິດແບບໃດ, ຄຸນຄ່າ ແລະ ຄວາມໝາຍຂອງຊີວິດແມ່ນຫຍັງ. ບໍ່ວ່າພວກເຂົາຈະມີຊີວິດຍືນຍາວພຽງໃດກໍຕາມ, ພວກເຂົາຈະໃຊ້ຊີວິດທັງໝົດຂອງພວກເຂົາ ຟ້າວຊອກຫາພຽງແຕ່ຊື່ສຽງ ແລະ ໂຊກລາບ ຈົນກວ່າໄວໜຸ່ມຂອງພວກເຂົາໄດ້ຈາກໄປ ແລະ ພວກເຂົາໄດ້ກາຍເປັນຄົນເຖົ້າ ແລະ ແຫ່ວຍານ. ພວກເຂົາໃຊ້ຊີວິດໃນລັກສະນະນີ້ຈົນກວ່າພວກເຂົາເຫັນວ່າ ຊື່ສຽງ ແລະ ໂຊກລາບບໍ່ສາມາດຢຸດການຍ່າງໄປສູ່ຄວາມເຖົ້າແກ່ໄດ້, ເງິນບໍ່ສາມາດຕື່ມເຕັມຄວາມຫວ່າງເປົ່າຂອງຫົວໃຈໄດ້, ບໍ່ມີໃຜໄດ້ຮັບການຍົກເວັ້ນຈາກກົດແຫ່ງການກໍາເນີດ, ອາຍຸໄຂ, ຄວາມເຈັບປ່ວຍ ແລະ ຄວາມຕາຍນີ້ໄດ້, ບໍ່ມີໃຜສາມາດຫຼົບໜີຈາກສິ່ງທີ່ໂຊກຊະຕາກໍານົດໄວ້. ເມື່ອພວກເຂົາຖືກບັງຄັບໃຫ້ຜະເຊີນກັບຊ່ວງເວລາສຸດທ້າຍຂອງຊີວິດ ພວກເຂົາກໍຈະເຂົ້າໃຈຢ່າງແທ້ຈິງວ່າ ເຖິງແມ່ນວ່າຜູ້ຄົນຈະໄດ້ເປັນເຈົ້າຂອງຊັບສິນຢ່າງຫຼວງຫຼາຍ ແລະ ຊັບສົມບັດອັນມະຫາສານ, ເຖິງແມ່ນວ່າຜູ້ຄົນຈະໄດ້ຮັບສິດທິພິເສດ ແລະ ມີຕໍາແໜ່ງສູງ ພວກເຂົາກໍ່ຍັງບໍ່ສາມາດໜີພົ້ນຄວາມຕາຍໄດ້ ແລະ ຕ້ອງກັບໄປສູ່ຖານະເດີມຂອງພວກເຂົາ: ນັ້ນກໍຄື ດວງວິນຍານທີ່ໂດດດ່ຽວ ທີ່ບໍ່ມີຊື່ສຽງຫຍັງເລີຍ. ເມື່ອຄົນມີພໍ່ແມ່, ພວກເຂົາເຊື່ອວ່າພໍ່ແມ່ຄືທຸກສິ່ງ; ເມື່ອຄົນມີຊັບສິນ, ພວກເຂົາຄິດວ່າເງິນແມ່ນຫຼັກສຳຄັນຂອງຄົນ ເຊິ່ງມັນຄືຫົນທາງທີ່ຜູ້ຄົນມີຊີວິດຢູ່; ເມື່ອຄົນມີສະຖານະ ພວກເຂົາຢຶດຕິດກັບມັນຢ່າງແໜ້ນ ແລະ ຍອມສ່ຽງຊີວິດຂອງພວກເຂົາເພື່ອມັນ. ມີແຕ່ເມື່ອຄົນໃກ້ຈະຈາກໂລກນີ້ໄປເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງຕ່າງໆທີ່ພວກເຂົາໄດ້ໃຊ້ທັງຊີວິດໃນການສະແຫວງຫານັ້ນບໍ່ມີປະໂຫຍດຫຍັງເລີຍ ແຕ່ເປັນພຽງເມກທີ່ເລື່ອນລອຍໄປ, ບໍ່ມີຫຍັງທີ່ພວກເຂົາສາມາດຍຶດຄອງໄດ້, ບໍ່ມີຫຍັງທີ່ພວກເຂົາສາມາດເອົາໄປນຳໄດ້, ບໍ່ມີຫຍັງທີ່ສາມາດຍົກເວັ້ນພວກເຂົາຈາກຄວາມຕາຍໄດ້, ບໍ່ມີສິ່ງໃດສາມາດໃຫ້ເພື່ອນຮ່ວມທາງ ຫຼື ການປອບໃຈໃຫ້ແກ່ດວງວິນຍານທີ່ໂດດດ່ຽວບົນເສັ້ນທາງກັບຄືນເມືອຂອງມັນໄດ້; ຮ້າຍແຮງໄປກວ່ານັ້ນ, ບໍ່ມີສິ່ງໃດທ່າມກາງສິ່ງເຫຼົ່ານີ້ສາມາດຊ່ວຍຄົນ ແລະ ເຮັດໃຫ້ພວກເຂົາພົ້ນຈາກຄວາມຕາຍໄດ້. ຊື່ສຽງ ແລະ ໂຊກລາບທີ່ຄົນໄດ້ຮັບໃນໂລກແຫ່ງວັດຖຸຈະໃຫ້ຄວາມເພິ່ງພໍໃຈພຽງຊົ່ວຄາວ, ໃຫ້ຄວາມສຸກ ແລະ ຄວາມຮູ້ສຶກສະບາຍແບບຈອບປອມ; ໃນຂະນະດຽວກັນ, ພວກມັນເຮັດໃຫ້ຜູ້ຄົນສູນເສຍວິຖີຂອງພວກເຂົາ. ດັ່ງນັ້ນຜູ້ຄົນ ໃນຂະນະທີ່ພວກເຂົາຖືກພັດໄປມາໃນທະເລອັນກວ້າງໃຫຍ່ຂອງມະນຸດຊາດ, ປາດສະໜາຄວາມສະຫງົບສຸກ, ຄວາມສະດວກສະບາຍ ແລະ ຄວາມງຽບສະຫງົບຂອງຫົວໃຈ, ຖືກກືນກິນດ້ວຍຄື້ນທະເລຢ່າງບໍ່ຢຸດຢັ້ງ. ເມື່ອຜູ້ຄົນຍັງຄິດຫາຄຳຖາມທີ່ສຳຄັນທີ່ສຸດບໍ່ໄດ້ວ່າ ພວກເຂົາມາຈາກໃສ, ເປັນຫຍັງພວກເຂົາຈິ່ງມີຊີວິດຢູ່, ພວກເຂົາຈະໄປໃສ ແລະ ອື່ນໆ, ພວກເຂົາກໍຈະຖືກລໍ້ລວງດ້ວຍຊື່ສຽງ ແລະ ໂຊກລາບ, ຖືກພວກມັນເຮັດໃຫ້ຫຼົງຜິດ ແລະ ຖືກຄວບຄຸມ ແລະ ສູນເສຍຢ່າງຖາວອນ. ເວລາຜ່ານໄປໂດຍໄວ; ຫຼາຍປີຜ່ານໄປໃນຊົ່ວພິບຕາ ແລະ ກ່ອນທີ່ຜູ້ຄົນຈະຮູ້ສຶກຕົວ, ພວກເຂົາກໍ່ໄດ້ສູນເສຍຊ່ວງເວລາດີທີ່ສຸດຂອງຊີວິດຂອງພວກເຂົາໄປແລ້ວ. ເມື່ອເຖິງເວລາທີ່ຜູ້ຄົນຈະຈາກໂລກໄປໃນບໍ່ຊ້າ, ພວກເຂົາກໍຈະຮູ້ວ່າທຸກສິ່ງທຸກຢ່າງໃນໂລກນີ້ກຳລັງເລື່ອນລອຍໄປ, ພວກເຂົາບໍ່ສາມາດຄອບຄອງສິ່ງທີ່ເປັນຂອງພວກເຂົາໄດ້ອີກຕໍ່ໄປ; ເມື່ອນັ້ນ ຜູ້ຄົນກໍຈະຮູ້ສຶກໄດ້ຢ່າງແທ້ຈິງວ່າ ພວກເຂົາບໍ່ຕ່າງຫຍັງກັບເດັກນ້ອຍທີ່ຮ້ອງໄຫ້ເກີດມາໃນໂລກ ທີ່ບໍ່ມີຫຍັງເປັນຂອງພວກເຂົາເທື່ອ. ໃນຈຸດນີ້, ຜູ້ຄົນຖືກບັງຄັບໃຫ້ໄຕ່ຕອງເຖິງສິ່ງທີ່ໄດ້ເຮັດໃນຊີວິດ, ແມ່ນຫຍັງຄືຄຸນຄ່າຂອງການມີຊີວິດ, ຊີວິດໝາຍເຖິງຫຍັງ, ແລະ ເປັນຫຍັງຄົນຈຶ່ງເກີດມາໃນໂລກ. ໃນຈຸດນີ້ເອງທີ່ຜູ້ຄົນຢາກຮູ້ເພີ່ມເຕີມວ່າ ຊາດໜ້າມີແທ້ບໍ, ສະຫວັນມີແທ້ບໍ, ມີເວນກຳແທ້ບໍ... ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ພວກເຂົາກໍຍິ່ງຢາກເຂົ້າໃຈວ່າຊີວິດແມ່ນຫຍັງກັນແທ້; ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ຍິ່ງຫົວໃຈຂອງພວກເຂົາວ່າງເປົ່າຂຶ້ນເທົ່ານັ້ນ; ຍິ່ງຜູ້ຄົນເຂົ້າໃກ້ຄວາມຕາຍຫຼາຍເທົ່າໃດ ພວກເຂົາກໍຍິ່ງຮູ້ສຶກໄຮ້ຄ່າຫຼາຍເທົ່ານັ້ນ; ແລະ ແຕ່ລະມື້ຄວາມຮູ້ສຶກຢ້ານຕາຍຂອງພກວເຂົາກໍຮ້າຍແຮງຂຶ້ນເລື້ອຍໆ. ມີສອງເຫດຜົນທີ່ຄວາມຮູ້ສຶກດັ່ງກ່າວສະແດງອອກໃນຜູ້ຄົນໃນເວລາທີ່ພວກເຂົາເຂົ້າໃກ້ຄວາມຕາຍ: ເຫດຜົນທີໜຶ່ງ, ພວກເຂົາກຳລັງຈະສູນເສຍຊື່ສຽງ ແລະ ຊັບສິນທີ່ຊີວິດຂອງພວກເຂົາໄດ້ເພິ່ງພາ, ພວກເຂົາກໍາລັງຈະຈາກລາທຸກສິ່ງທີ່ຕາເຫັນໃນໂລກນີ້; ແລະ ເຫດຜົນທີສອງກໍຄື ພວກເຂົາກຳລັງຈະຜະເຊີນກັບໂລກທີ່ບໍ່ຄຸ້ນເຄີຍໂດຍລໍາພັງ, ໄປສູ່ດິນແດນທີ່ເລີກລັບ ແລະ ບໍ່ຮູ້ຈັກ ເປັນໂລກທີພວກເຂົາບໍ່ກ້າວາງຕີນລົງ, ບ່ອນທີ່ບໍ່ມີຄົນທີ່ພວກເຂົາຮັກ ແລະ ບໍ່ມີຫົນທາງແຫ່ງການຊ່ວຍເຫຼືອ. ດ້ວຍເຫດຜົນທັງສອງນີ້, ທຸກຄົນທີ່ຜະເຊີນກັບຄວາມຕາຍຮູ້ສຶກບໍ່ສະບາຍໃຈ, ປະສົບກັບຄວາມຕົກໃຈ ແລະ ຄວາມຮູ້ສຶກສິ້ນຫວັງດັ່ງທີ່ພວກເຂົາບໍ່ເຄີຍຮູ້ມາກ່ອນ. ເມື່ອຜູ້ຄົນມາເຖິງຈຸດນີ້ຢ່າງແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ໃນເວລາພວກເຂົາວາງຕີນລົງເທິງແຜ່ນດິນໂລກ, ສິ່ງທຳອິດທີ່ພວກເຂົາຕ້ອງເຂົ້າໃຈຄື ມະນຸດມາຈາກໃສ, ເປັນຫຍັງຜູ້ຄົນຈິ່ງມີຊີວິດຢູ່, ໃຜເປັນຜູ້ກຳນົດໂຊກຊະຕາມະນຸດ ແລະ ໃຜເປັນຜູ້ສະໜອງ ແລະ ມີອຳນາດອະທິປະໄຕເໜືອການມີຊີວິດຢູ່ຂອງມະນຸດ. ຄວາມຮູ້ນີ້ຄືຫົນທາງແທ້ຈິງໃນການມີຊີວິດຢູ່ຂອງຜູ້ຄົນ ແລະ ເປັນພຶ້ນຖານທີ່ສຳຄັນສຳລັບການຢູ່ລອດຂອງມະນຸດ. ມັນບໍ່ແມ່ນການຮຽນຮູ້ວິທີສະໜອງໃຫ້ກັບຄອບຄົວ ຫຼື ວິທີການໄດ້ຮັບຊືສຽງ ແລະ ຄວາມຮັ່ງມີ, ບໍ່ແມ່ນການຮຽນຮູ້ວິທີເປັນຄົນໂດດເດັ່ນໃນທ່າມກາງຝູງຊົນ ຫຼື ວິທີໃຊ້ຊີວິດທີ່ລ້ຳລວຍຂຶ້ນ, ແຮງໄກທີ່ຈະແມ່ນການຮຽນຮູ້ວິທີເຮັດໃຫ້ໂຕເອງເກັ່ງ ແລະ ແຂ່ງຂັ້ນກັບຄົນອື່ນຢ່າງສຳເລັດ. ເຖິງແມ່ນວ່າຫຼາກຫຼາຍທັກທະໃນການເອົາຊີວິດລອດທີ່ຜູ້ຄົນໃຊ້ທັງຊີວິດຂອງພວກເຂົາຮຽນຮູ້ຈະສາມາດໃຫ້ຄວາມອຸດົມສົມບູນແຫ່ງຄວາມສະດວກສະບາຍທາງວັດຖຸ, ພວກມັນບໍ່ເຄີຍນຳເອົາຄວາມສະຫງົບສຸກທີ່ແທ້ຈິງມາສູ່ພວກເຂົາ ແລະ ນໍາຄວາມປອບໃຈມາສູ່ຫົວໃຈຂອງຜູ້ຄົນ, ກົງກັນຂ້າມ ພວກມັນເຮັດໃຫ້ຜູ້ຄົນສູນເສຍທິດທາງຂອງພວກເຂົາຢູ່ຕະຫຼອດ, ເຮັດໃຫ້ຫຍຸ້ງຍາກໃນການຄອບຄຸມຕົວເອງ ແລະ ພາດໂອກາດທີ່ຈະຮຽນຮູ້ຄວາມໝາຍຂອງຊີວິດ; ທັກສະໃນການເອົາຊີວິດລອດເຫຼົ່ານີ້ສ້າງກະແສແຫ່ງຄວາມວິຕົກກັງວົນກ່ຽວກັບວິທີທາງຜະເຊີນກັບຄວາມຕາຍທີ່ເໝາະສົມ. ຊີວິດຂອງຄົນຖືກທຳລາຍດ້ວຍວິທີນີ້. ພຣະຜູ້ຊົງສ້າງປະຕິບັດຕໍ່ທຸກຄົນຢ່າງເປັນທຳ, ມອບໂອກາດທີ່ມີຄຸນຄ່າທັງຊີວິດໃຫ້ກັບທຸກຄົນເພື່ອຜະເຊີນ ແລະ ຮູ້ຈັກອຳນາດອະທິປະໄຕຂອງພຣະອົງ, ແຕ່ເຖິງຢ່າງນັ້ນກໍຕາມ ມີພຽງແຕ່ເມື່ອຄວາມຕາຍຫຍັບເຂົ້າມາໃກ້ ແລະ ເມື່ອມັດຈຸລາດປາກົດຕົວ ຜູ້ຄົນຈິ່ງເລີ່ມເຫັນແສງສະຫວ່ງ. ເຖິງເວລານັ້ນ ມັນກໍຊ້າເກີນໄປເສຍແລ້ວ.

ຄົນໃຊ້ທັງຊີວິດຂອງພວກເຂົາຕາມຫາເງິນ ແລະ ຊື່ສຽງ; ພວກເຂົາຈ່ອງດືງເຟືອງເຫຼົ່ານີ້ໂດຍຄິດວ່າ ພວກມັນແມ່ນວິທີການຊ່ວຍເຫຼືອດຽວຂອງພວກເຂົາ, ຄືກັບວ່າ ການມີພວກມັນ ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ພົ້ນຈາກຄວາມຕາຍໄດ້. ມີພຽງແຕ່ເມື່ອພວກເຂົາໃກ້ຈະຕາຍເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງເຫຼົ່ານີ້ຢູ່ຫ່າງໃກຈາກພວກເຂົາພຽງໃດ, ພວກເຂົາອ່ອນແອພຽງໃດເມື່ອຜະເຊີນກັບຄວາມຕາຍ, ພວກເຂົາໝົດກໍາລັງໃຈງ່າຍພຽງໃດ, ພວກເຂົາໂດດດ່ຽວ ແລະ ສິ້ນຫວັງພຽງໃດ ໂດຍບໍ່ມີບ່ອນທີ່ຈະເພິ່ງພາ. ພວກເຂົາຮູ້ວ່າຊີວິດບໍ່ສາມາດຊື້ດ້ວຍເງິນ ຫຼື ດ້ວຍຊື່ສຽງໄດ້, ບໍ່ວ່າຜູ້ຄົນຈະລ້ຳລວຍພຽງໃດ, ບໍ່ວ່າຖານະຂອງພວກເຂົາຈະສູງສົ່ງພຽງໃດ, ທຸກຄົນລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ບໍ່ມີຄວາມສຳຄັນຫຍັງເມື່ອຢູ່ຕໍ່ໜ້າຄວາມຕາຍ. ພວກເຂົາຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ. ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢາກມີຊີວິດຢູ່ຕໍ່ໄປຫຼາຍເທົ່ານັ້ນ; ຍິ່ງຄົນຮູ້ສຶກແບບນີ້ຫຼາຍເທົ່າໃດ ພວກເຂົາຍິ່ງຢ້ານການຫຍັບເຂົ້າໃກ້ຂອງຄວາມຕາຍຫຼາຍເທົ່ານັ້ນ. ມີພຽງແຕ່ເຖິງຈຸດນີ້ເທົ່ານັ້ນ ພວກເຂົາຈິ່ງຮູ້ຢ່າງແທ້ຈິງວ່າ ຊີວິດຂອງພວກເຂົາບໍ່ແມ່ນເປັນຂອງພວກເຂົາ, ພວກເຂົາບໍ່ແມ່ນເປັນຜູ້ຄວບຄຸມ ແລະ ໃ ບໍ່ວ່າຜູ້ຄົນຈະມີຊີວິດຢູ່ ຫຼື ຕາຍ ພວກເຂົາແມ່ນບໍ່ມີສິດອໍານາດຫຍັງ, ທັງໝົດນີ້ຢູ່ນອກເໜືອການຄວບຄຸມຂອງຜູ້ຄົນ.

4. ມາຢູ່ໃຕ້ການປົກຄອງຂອງພຣະຜູ້ຊົງສ້າງ ແລະ ຜະເຊີນກັບຄວາມຕາຍຢ່າງສະຫງົບສຸກ

ໃນເວລາທີ່ຜູ້ຄົນເກີດມາ, ດວງຍິນຍານອັນໂດດດ່ຽວດວງນັ້ນກໍເລີ່ມຕົ້ນປະສົບການແຫ່ງຊີວິດຂອງມັນເທິງແຜ່ນດິນໂລກ, ປະສົບການຂອງມັນຕໍ່ສິດອຳນາດຂອງພຣະຜູ້ຊົງສ້າງ ເຊິ່ງພຣະຜູ້ຊົງສ້າງໄດ້ຈັດແຈງໄວ້ໃຫ້ມັນ. ແນ່ນອນ, ສຳລັບຜູ້ຄົນ ແລະ ດວງວິນຍານ ນີ້ແມ່ນໂອກາດອັນປະເສີດທີ່ຈະໄດ້ຮັບຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ໂອກາດໄດ້ມາຮູ້ຈັກສິດອຳນາດຂອງພຣະອົງ ແລະ ປະສົບກັບສິ່ງເຫຼົ່ານີ້ເປັນການສ່ວນຕົວ. ຜູ້ຄົນດໍາລົງຊີວິດຂອງພວກເຂົາພາຍໃນກົດແຫ່ງໂຊກຊະຕາທີ່ໄດ້ວາງອອກສຳລັບພວກເຂົາໂດຍພຣະຜູ້ຊົງສ້າງ ແລະ ສຳລັບຄົນທີ່ມີເຫດຜົນພ້ອມກັບຄວາມສໍານຶກ, ຮູ້ຈັກຜິດຖືກຊົ່ວດີ, ພ້ອມກັບຊີວິດຫຼາຍທົດສະວັດທີ່ຜ່ານມາຂອງພວກເຂົາ, ກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ການໄດ້ມາຮູ້ຈັກສິດອຳນາດຂອງພຣະອົງບໍ່ແມ່ນສິ່ງທີ່ເຮັດໄດ້ຍາກ. ເພາະສະນັ້ນ, ມັນຄວນຈະງ່າຍຫຼາຍສຳລັບທຸກຄົນທີ່ຈະຮັບຮູ້ ຜ່ານປະສົບການຊີວິດຫຼາຍທົດສະວັດຂອງພວກເຂົາ ວ່າໂຊກຊະຕາທັງໝົດຂອງມະນຸດໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ ແລະ ມັນຄວນຈະງ່າຍຫຼາຍທີ່ຈະເຂົ້າໃຈ ຫຼື ສະຫຼຸບຄວາມໝາຍຂອງການມີຊີວິດຢູ່. ເມື່ອຜູ້ຄົນຍອມຮັບເອົາບົດຮຽນຊີວິດເຫຼົ່ານີ້ຢ່າງພູມໃຈ, ພວກເຂົາກໍຈະຄ່ອຍໆເຂົ້າໃຈວ່າຊີວິດມາຈາກໃສ, ເຂົ້າໃຈວ່າ ແທ້ຈິງແລ້ວ ຫົວໃຈຕ້ອງການຫຍັງ, ແມ່ນຫຍັງທີ່ຈະນຳພາພວກເຂົາໄປສູ່ຫົນທາງແຫ່ງຊີວິດທີ່ແທ້ຈິງ, ແມ່ນຫຍັງຄວນເປັນໜ້າທີ່ ແລະ ເປົ້າໝາຍຂອງຊີວິດມະນຸດ. ຜູ້ຄົນຈະຄ່ອຍໆຮັບຮູ້ວ່າ ຖ້າພວກເຂົາບໍ່ນະມັດສະການພຣະຜູ້ຊົງສ້າງ, ຖ້າພວກເຂົາບໍ່ມາຢູ່ພາຍໃຕ້ການປົກຄອງຂອງພຣະອົງ, ແລ້ວເມື່ອເຖິງເວລາຜະເຊີນກັບຄວາມຕາຍ, ເມື່ອດວງວິນຍານຂອງພວກເຂົາໃກ້ຈະໄດ້ພົບກັບພຣະຜູ້ຊົງສ້າງອີກຄັ້ງ, ຫົວໃຈຂອງພວກເຂົາກໍຈະເຕັມໄປດ້ວຍຄວາມຢ້ານກົວ ແລະ ຄວາມໂກລາຫົນຢ່າງໃຫຍ່. ຖ້າຜູ້ຄົນໄດ້ຢູ່ໃນໂລກເປັນເວລາຫຼາຍທົດສະວັດ ແຕ່ຍັງບໍ່ເຂົ້າໃຈວ່າມະນຸດມາຈາກໃສ ແລະ ບໍ່ຮູ້ວ່າໂຊກຊະຕາມະນຸດຢູ່ໃນກໍາມືຂອງໃຜແລ້ວ ມັນກໍບໍ່ແປກທີ່ພວກເຂົາຈະຜະເຊີນກັບຄວາມຕາຍດ້ວຍຄວາມບໍ່ສະຫງົບສຸກ. ໃນຫຼາຍທົດສະວັດແຫ່ງປະສົບການຊີວິດມະນຸດຂອງພວກເຂົາ, ຄົນທີ່ໄດ້ຮັບຄວາມຮູ້ກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແມ່ນຄົນທີ່ເຫັນຄຸນຄ່າແຫ່ງຄວາມໝາຍຊີວິດຢ່າງຖືກຕ້ອງ. ຄົນເຊັ່ນນັ້ນມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບຈຸດປະສົງຂອງຊີວິດ, ມີປະສົບການຕົວຈິງ ແລະ ຄວາມເຂົ້າໃຈກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ນອກເໜືອໄປກວ່ານັ້ນ ແມ່ນສາມາດຍອມຮັບສິດອຳນາດຂອງພຣະຜູ້ຊົງສ້າງ. ຄົນເຊັ່ນນັ້ນເຂົ້າໃຈຄວາມໝາຍແຫ່ງການຊົງສ້າງມະນຸດຂອງພຣະຜູ້ຊົງສ້າງ, ເຂົ້າໃຈວ່າ ມະນຸດຄວນນະມັດສະການພຣະຜູ້ຊົງສ້າງ, ທຸກສິ່ງທີ່ມະນຸດມີແມ່ນມາຈາກພຣະຜູ້ຊົງສ້າງ ແລະ ມື້ໃດມື້ໜຶ່ງ ໃນອະນາຄົດບໍ່ຊ້າກໍໄວ ທຸກສິ່ງກໍຈະກັບໄປຫາພຣະອົງ. ຄົນແບບນີ້ເຂົ້າໃຈວ່າ ພຣະຜູ້ຊົງສ້າງຈັດແຈງການກໍາເນີດຂອງມະນຸດ ແລະ ມີອຳນາດອະທິປະໄຕເໜືອຄວາມຕາຍຂອງມະນຸດ. ພວກເຂົາເຂົ້າໃຈວ່າ ທັງຊີວິດ ແລະ ຄວາມຕາຍໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ. ດັ່ງນັ້ນ, ເມື່ອຜູ້ຄົນເຂົ້າໃຈສິ່ງເຫຼົ່ານີ້ ແທນທີ່ຈະຢ້ານກົວມັນແບບບໍ່ມືນຫູມືນຕາ ແລະ ດິ້ນຮົນຕໍ່ສູ້ກັບມັນ, ພວກເຂົາແມ່ນຈະສາມາດຜະເຊີນກັບຄວາມຕາຍໄດ້ຢ່າງສະຫງົບໂດຍທຳມະຊາດ, ປ່ອຍວາງຊັບສົມບັດທາງໂລກທັງໝົດຂອງພວກເຂົາໄດ້ຢ່າງສະຫງົບ, ຍອມຮັບ ແລະ ຮັບເອົາທຸກສິ່ງທີ່ຕາມມາຢ່າງມີຄວາມສຸກ ແລະ ຍິນດີຮັບເອົາຊ່ວງເວລາສຸດທ້າຍຂອງຊີວິດ ທີ່ຈັດແຈງໄວ້ຢ່າງນັ້ນໂດຍພຣະຜູ້ຊົງສ້າງ. ຖ້າຜູ້ຄົນເບິ່ງເຫັນວ່າ ຊີວິດຄືໂອກາດໜຶ່ງທີ່ຈະປະສົບກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ໄດ້ມາຮູ້ຈັກສິດອຳນາດຂອງພຣະອົງ, ຖ້າຜູ້ຄົນເຫັນວ່າຊີວິດຂອງພວກເຂົາເປັນໂອກາດທີ່ຫາໄດ້ຍາກທີ່ຈະປະຕິບັດໜ້າໃນຖານະເປັນມະນຸດທີ່ຖືກສ້າງຂຶ້ນ ແລະ ປະຕິບັດເພື່ອສຳເລັດພາລະກິດຂອງພວກເຂົາ, ແນ່ນອນ ພວກເຂົາແມ່ນຈະມີມຸມມອງທີ່ຖືກຕ້ອງກ່ຽວກັບຊີວິດ, ໃຊ້ຊີວິດທີ່ໄດ້ຮັບການອວຍພອນ ແລະ ການຊີ້ນຳຈາກພຣະຜູ້ຊົງສ້າງ, ຍ່າງຢູ່ໃນແສງສະຫວ່າງຂອງພຣະຜູ້ຊົງສ້າງ, ຮູ້ຈັກສິດອຳນາດຂອງພຣະຜູ້ຊົງສ້າງ, ໄດ້ຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ກາຍເປັນພະຍານໃຫ້ແກ່ການກຳທຳອັນໜ້າອັດສະຈັນຂອງພຣະອົງ ແລະ ເປັນພະຍານໃຫ້ແກ່ສິດອຳນາດຂອງພຣະອົງຢ່າງແນ່ນອນ. ບໍ່ຈໍາເປັນຕ້ອງເວົ້າ, ຄົນເຊັ່ນນັ້ນ ຈະເປັນທີ່ຮັກ ແລະ ທີ່ຍອມຮັບຈາກພຣະຜູ້ຊົງສ້າງຢ່າງແນ່ນອນ ແລະ ມີພຽງຄົນເຊັ່ນນີ້ເທົ່ານັ້ນທີ່ສາມາດມີທັດສະນະທີ່ສະຫງົບຕໍ່ຄວາມຕາຍໄດ້ ແລະ ຍິນດີຮັບເອົາຊ່ວງເວລາສຸດທ້າຍຂອງຊີວິດດ້ວຍຄວາມສຸກ. ບຸກຄົນທີ່ມີທັດສະນະຄະຕິແບບນີ້ຕໍ່ຄວາມຕາຍແມ່ນໂຢບ. ໂຢບຢູ່ໃນຖານະທີ່ຍອມຮັບຊ່ວງເວລາສຸດທ້າຍຂອງຊີວິດຢ່າງມີຄວາມສຸກ ແລະ ເມື່ອໄດ້ນຳເອົາການເດີນທາງແຫ່ງຊີວິດຂອງລາວໄປສູ່ຈຸດສຸດທ້າຍຢ່າງລາບລື້ນ ແລະ ສຳເລັດພາລະກິດໃນຊີວິດຂອງລາວ, ລາວຈຶ່ງໄດ້ກັບຄືນໄປຢູ່ຂ້າງພຣະຜູ້ຊົງສ້າງ.

5. ການສະແຫວງຫາຂອງໂຢບ ແລະ ການໄດ້ຮັບຊີວິດເຮັດໃຫ້ເພິ່ນຜະເຊີນກັບຄວາມຕາຍໄດ້ຢ່າງສະຫງົບ.

ໃນພຣະຄຳພີໄດ້ຂຽນໄວ້ກ່ຽວກັບໂຢບວ່າ: “ແລ້ວໂຢບກໍຕາຍໄປໂດຍແກ່ເຖົ້າທີ່ມີອາຍຸຍືນທີ່ສຸດ ແລະ ເຕັມໄປດ້ວຍຊີວິດຊີວາ” (ໂຢບ 42:17). ນີ້ໝາຍຄວາມວ່າເມື່ອໂຢບຕາຍໄປ, ເພິ່ນບໍ່ໄດ້ເສຍໃຈ ແລະ ບໍ່ໄດ້ຮູ້ສຶກເຈັບປວດ ແຕ່ຈາກໂລກນີ້ໄປໂດຍທຳມະຊາດ. ດັ່ງທີ່ທຸກຄົນຮູ້, ໂຢບແມ່ນບຸລຸດຜູ້ໜຶ່ງທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນໄລຍະທີ່ເພິ່ນມີຊີວິດຢູ່. ການກະທຳຂອງເພິ່ນໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ແລະ ເປັນທີ່ຈົດຈຳຂອງຄົນອື່ນໆ ແລະ ອາດເວົ້າໄດ້ວ່າຊີວິດຂອງເພິ່ນມີຄຸນຄ່າ ແລະ ມີຄວາມໝາຍຄວາມສຳຄັນທີ່ເໜືອກວ່າຄົນອື່ນໆທັງໝົດ. ໂຢບໄດ້ຮັບພອນຂອງພຣະເຈົ້າ ແລະ ຖືກພຣະອົງເອີ້ນວ່າເປັນຜູ້ຊອບທຳຢູ່ເທິງແຜ່ນດິນໂລກ ແລະ ເພິ່ນຍັງໄດ້ຖືກພຣະເຈົ້າລອງໃຈ ແລະ ຖືກທົດສອບໂດຍຊາຕານອີກດ້ວຍ. ເພິ່ນຢືນຢັດເປັນພະຍານໃຫ້ພຣະເຈົ້າ ແລະ ສົມຄວນແລ້ວທີ່ຖືກພຣະອົງເອີ້ນວ່າເປັນຜູ້ຊອບທຳ. ໃນຫຼາຍທົດສະວັດຫຼັງຈາກທີ່ເພິ່ນໄດ້ຖືກລອງໃຈໂດຍພຣະເຈົ້າ, ເພິ່ນໄດ້ໃຊ້ຊີວິດທີ່ມີຄ່າ, ມີຄວາມໝາຍ, ລຽບງ່າຍ ແລະ ສະຫງົບສຸກຫຼາຍກວ່າເກົ່າ. ຍ້ອນການກະທຳອັນຊອບທຳຂອງເພິ່ນ, ພຣະເຈົ້າໄດ້ລອງໃຈເພິ່ນ ແລະ ຍ້ອນການກະທຳອັນຊອບທຳຂອງເພິ່ນ, ພຣະເຈົ້າໄດ້ສະເດັດມາຫາເພິ່ນ ແລະ ເວົ້າກັບເພິ່ນໂດຍກົງ. ດັ່ງນັ້ນ, ໃນໄລຍະຫຼາຍປີ ຫຼັງຈາກທີ່ເພິ່ນຖືກລອງໃຈ, ໂຢບເຂົ້າໃຈ ແລະ ເຫັນຄຸນຄ່າຂອງຊີວິດຢ່າງໜັກແໜ້ນຫຼາຍຂຶ້ນ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງຫຼາຍຂຶ້ນ ແລະ ມີຄວາມຮູ້ທີ່ຖືກຕ້ອງ ແລະ ແນ່ນອນຫຼາຍຂຶ້ນກ່ຽວກັບວິທີການທີ່ພຣະຜູ້ຊົງສ້າງປະທານ ແລະ ຖອນຄືນພອນຂອງພຣະອົງ. ໃນໜັງສືຂອງໂຢບບັນທຶກໄວ້ວ່າ ພຣະເຈົ້າເຢໂຮວາໄດ້ປະທານພອນທີ່ຫຍິ່ງໃຫຍ່ກວ່າທີ່ພຣະອົງເຄີຍປະທານໃຫ້ແກ່ໂຢບ, ໃຫ້ໂຢບຢູ່ໃນຖານະທີ່ດີກວ່າເພື່ອຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ຜະເຊີນກັບຄວາມຕາຍຢ່າງສະຫງົບ. ດັ່ງນັ້ນ ເມື່ອໂຢບເຖົ້າແກ່ລົງ ແລະ ຜະເຊີນກັບຄວາມຕາຍ, ແນ່ນອນວ່າເພິ່ນບໍ່ມີຄວາມກັງວົນຫຍັງຕໍ່ຊັບສົມບັດຂອງເພິ່ນ. ເພິ່ນບໍ່ມີຄວາມກັງວົນ, ບໍ່ມີຫຍັງຕ້ອງເສຍໃຈ ແລະ ແນ່ນອນວ່າເພິ່ນບໍ່ໄດ້ຢ້ານຕາຍ ຍ້ອນວ່າເພິ່ນໄດ້ໃຊ້ຊີວິດທັງໝົດຂອງເພິ່ນຍ່າງບົນເສັ້ນທາງແຫ່ງຄວາມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ບໍ່ມີເຫດຜົນຫຍັງທີ່ເພິ່ນຕ້ອງກັງວົນກ່ຽວກັບຈຸດຈົບຂອງຕົວເອງ. ປັດຈຸບັນນີ້ ມີຈັກຄົນທີ່ສາມາດປະຕິບັດໃນທຸກເສັ້ນທາງທີ່ໂຢບໄດ້ປະຕິບັດເມື່ອເຂົາຜະເຊີນກັບຄວາມຕາຍຂອງເຂົາເອງ? ເປັນຫຍັງຈິ່ງບໍ່ມີໃຜສາມາດຮັກສາຈຸດຢືນດ້ານພາຍນອກຢ່າງລຽບງ່າຍນີ້ໄດ້? ມີພຽງເຫດຜົນດຽວຄື: ໂຢບໃຊ້ຊີວິດຂອງເພິ່ນໃນການສະແຫວງຫາຄວາມເຊື່ອສ່ວນຕົວ, ການຮັບຮູ້ ແລະ ການຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ດ້ວຍຄວາມເຊື່ອ, ການຮັບຮູ້ ແລະ ການຍອມຮັບນີ້ທີ່ເຮັດໃຫ້ເພິ່ນກ້າວຜ່ານຊ່ວງເວລາທີ່ສຳຄັນໃນຊີວິດ, ໃຊ້ຊີວິດບັ້ນປາຍຂອງເພິ່ນ ແລະ ຜະເຊີນກັບຊ່ວງເວລາສຸດທ້າຍແຫ່ງຊີວິດຂອງເພິ່ນ. ບໍ່ວ່າໂຢບປະສົບກັບສິ່ງໃດ, ການສະແຫວງຫາ ແລະ ເປົ້າໝາຍໃນຊີວິດຂອງເພິ່ນນັ້ນບໍ່ເຈັບປວດ ແຕ່ກັບມີຄວາມສຸກ. ເພິ່ນມີຄວາມສຸກ ບໍ່ແມ່ນຍ້ອນພອນຕ່າງໆ ແລະ ຄຳຍ້ອງຍໍທີ່ພຣະຜູ້ຊົງສ້າງປະທານໃຫ້ເພິ່ນເທົ່ານັ້ນ ແຕ່ສຳຄັນຍິ່ງໄປກວ່ານັ້ນແມ່ນຍ້ອນການສະແຫວງຫາ ແລະ ເປົ້າໝາຍຊີວິດຂອງເພິ່ນ, ຍ້ອນຄວາມຮູ້ທີ່ເພີ່ມຂຶ້ນ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງທີ່ເພິ່ນໄດ້ຮັບຜ່ານການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫຼາຍໄປກວ່ານັ້ນແມ່ນຍ້ອນປະສົບການສ່ວນຕົວຂອງເພິ່ນ ເຊິ່ງຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ພາຍໃຕ້ການກະທຳອັນມະຫັດສະຈັນຂອງພຣະເຈົ້າ ແລະ ຄວາມອ່ອນໂຍນ ແຕ່ເປັນປະສົບການ ແລະ ຄວາມຊົງຈຳທີ່ບໍ່ມີວັນລືມຂອງມະນຸດ ແລະ ການຢູ່ຮ່ວມກັນຂອງພຣະເຈົ້າ, ຄວາມໃກ້ຊິດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໂຢບມີຄວາມສຸກຍ້ອນຄວາມສະດວກສະບາຍ ແລະ ຄວາມມ່ວນຊື່ນທີ່ມາຈາກການຮູ້ຈັກຄວາມປະສົງຂອງພຣະຜູ້ຊົງສ້າງ ແລະ ຍ້ອນຄວາມເຄົາລົບທີ່ເກີດຂຶ້ນຫຼັງຈາກທີ່ເຫັນວ່າພຣະອົງນັ້ນຍິ່ງໃຫຍ່, ມະຫັດສະຈັນ, ນ່າຮັກ ແລະ ສັດຊື່. ໂຢບສາມາດຜະເຊີນກັບຄວາມຕາຍໄດ້ໂດບບໍ່ມີການທົນທຸກທໍລະມານໃດໆ ຍ້ອນເພິ່ນຮູ້ວ່າການຕາຍ ແມ່ນການໄດ້ກັບຄືນໄປຢູ່ຂ້າງພຣະຜູ້ຊົງສ້າງ. ແມ່ນການສະແຫວງຫາ ແລະ ການໄດ້ຮັບໃນຊີວິດຂອງເພິ່ນທີ່ເຮັດໃຫ້ເພິ່ນຜະເຊີນກັບຄວາມຕາຍໄດ້ຢ່າງສະຫງົບ, ເຮັດໃຫ້ເພິ່ນຜະເຊີນກັບໂອກາດຂອງພຣະຜູ້ສ້າງທີ່ຈະເອົາຊີວິດຂອງເພິ່ນຄືນໄປຢ່າງສະຫງົບ, ຍິ່ງໄປກວ່ານັ້ນ ຍັງເຮັດໃຫ້ເພິ່ນຢືນຢ່າງບໍລິສຸດໃຈ ແລະ ເປັນອິດສະຫຼະຈາກການດູແລຕໍ່ໜ້າພຣະຜູ້ຊົງສ້າງ. ຄົນປັດຈະບັນນີ້ສາມາດໄດ້ຮັບຄວາມສຸກແບບໂຢບໄດ້ບໍ? ພວກເຈົ້າມີເງື່ອນໄຂທີ່ຈຳເປັນຕ້ອງເຮັດເຊັ່ນນັ້ນບໍ? ເນື່ອງຈາກວ່າຄົນໃນປັດຈຸບັນນີ້ມີເງື່ອນໄຂເຫຼົ່ານີ້, ເປັນຫຍັງພວກເຂົາຈິ່ງບໍ່ສາມາດດຳລົງຊີວິດຢ່າງມີຄວາມສຸກແບບໂຢບໄດ້? ເປັນຫຍັງພວກເຂົາຈິ່ງບໍ່ສາມາດຫຼົບໜີຄວາມທຸກທໍລະມານແຫ່ງຄວາມຢ້ານຕາຍໄດ້? ເມື່ອຜະເຊີນກັບຄວາມຕາຍ, ບາງຄົນຍ່ຽວແຕກໂດຍບໍ່ຮູ້ຕົວ; ສ່ວນຄົນອື່ນໆກໍຕົວສັ່ນ, ເປັນລົມ, ພາກັນໂຈມຕີຕໍ່ສະຫວັນ ແລະ ມະນຸດຄືກັນ; ບາງຄົນເຖິງຂັ້ນສະອື້ນຮ້ອງໄຫ້. ແນ່ນອນວ່າ ນີ້ບໍ່ແມ່ນປະຕິກິລິຍາໂດຍທຳມະຊາດທີ່ເກີດຂຶ້ນທັນທີເມື່ອຄວາມຕາຍໃກ້ເຂົ້າມາ. ຄົນປະພຶດຕົນໃນຮູບແບບທີ່ໜ້າອັບອາຍເຫຼົ່ານີ້ ຕົ້ນຕໍແລ້ວແມ່ນຍ້ອນວ່າ ຢູ່ໃນສ່ວນເລິກຫົວໃຈຂອງພວກເຂົາ ພວກເຂົາຢ້ານຕາຍ, ຍ້ອນພວກເຂົາບໍ່ມີຄວາມຮູ້ທີ່ຊັດເຈນ ແລະ ເຫັນຄຸນຄ່າອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ການຈັດແຈງຂອງພຣະອົງ, ແຮງໄກທີ່ຈະຍອມຮັບພວກມັນຢ່າງແທ້ຈິງ. ຄົນມີປະຕິກິລິຍາໃນລັກສະນະນີ້ກໍຍ້ອນວ່າພວກເຂົາບໍ່ຕ້ອງການຫຍັງ ແຕ່ຕ້ອງການຈັດແຈງ ແລະ ປົກຄອງທຸກສິ່ງດ້ວຍຕົວເອງ, ຄວບຄຸມໂຊກຊະຕາ, ຊີວິດ ແລະ ຄວາມຕາຍຂອງຕົວເອງ. ເພາະສະນັ້ນ, ຈິ່ງບໍ່ແປກໃຈເລີຍວ່າ ເປັນຫຍັງຄົນຈິ່ງບໍ່ສາມາດຫຼຸດພົ້ນຈາກຄວາມຢ້ານຕາຍນີ້ໄດ້.

6. ການຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງເທົ່ານັ້ນ ຜູ້ຄົນຈິງສາມາດກັບຄືນມາຢູ່ຂ້າງພຣະອົງໄດ້.

ເມື່ອຄົນບໍ່ມີຄວາມຮູ້ທີ່ຊັດເຈນ ແລະ ປະສົບການກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ, ຄວາມຮູ້ຂອງເຂົາກ່ຽວກັບໂຊກຊະຕາ ແລະ ຄວາມຕາຍກໍຈະບໍ່ເຊື່ອມໂຍງກັນຢ່າງແນ່ນອນ. ຄົນບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າ ທຸກສິ່ງຢູ່ໃນມືຂອງພຣະເຈົ້າ, ບໍ່ຮັບຮູ້ວ່າທຸກສິ່ງຢູ່ໃຕ້ການຄວບຄຸມ ແລະ ສິດອຳນາດຂອງພຣະເຈົ້າ, ບໍ່ຮັບຮູ້ວ່າມະນຸດບໍ່ສາມາດອອກຈາກ ຫຼື ຫຼົບໜີຈາກອຳນາດອະທິປະໄຕດັ່ງກ່າວໄດ້. ດ້ວຍເຫດນີ້, ເມື່ອຮອດເວລາທີ່ພວກເຂົາຕ້ອງຜະເຊີນກັບຄວາມຕາຍ, ບໍ່ມີທີ່ສິ້ນສຸດສຳລັບຄຳເວົ້າສຸດທ້າຍ, ຄວາມກັງວົນ ແລະ ຄວາມເສຍໃຈຂອງພວກເຂົາ. ພວກເຂົາຖືກຊັ່ງຊາດ້ວຍຄວາມຄິດຕ່າງໆນາໆ, ມີຄວາມຝືນໃຈຫຼາຍ, ມີຄວາມສັບສົນຫຼາຍ. ນີ້ເຮັດໃຫ້ພວກເຂົາຢ້ານຕາຍ. ລຳລັບທຸກຄົນທີ່ເກີດມາໃນໂລກນີ້, ການເກີດນັ້ນຈຳເປັນ ແລະ ຄວາມຕາຍກໍຫຼີກເວັ້ນບໍ່ໄດ້; ບໍ່ມີໃຜຢູ່ເໜືອກົດແຫ່ງກໍານີ້ໄດ້. ຖ້າຜູ້ໃດປາຖະໜາທີ່ຈະຈາກໂລກນີ້ໄປໂດຍບໍ່ເຈັບປວດ, ຖ້າຜູ້ໃດຢາກຈະຜະເຊີນກັບຊ່ວງເວລາສຸດທ້າຍຂອງຊີວິດໂດຍບໍ່ມີການລັງເລໃຈ ຫຼື ຄວາມກັງວົນ, ມີທາງດຽວຄືບໍ່ຕ້ອງເສຍໃຈ. ວິທີດຽວທີ່ຈະຈາກໄປໂດຍບໍ່ເສຍໃຈຄື ຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮູ້ຈັກສິດອຳນາດຂອງພຣະອົງ ແລະ ຍອມຮັບພວກມັນ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດຢືນຢູ່ຫ່າງຈາກຄວາມຂັດແຍ່ງຂອງມະນຸດ, ຈາກຄວາມຊົ່ວຮ້າຍ ແລະ ຈາກການຕົກເປັນທາດຂອງຊາຕານ ແລະ ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດໃຊ້ຊີວິດແບບໂຢບໄດ້, ໄດ້ຮັບການຊີ້ນຳ ແລະ ອວຍພອນຈາກພຣະຜູ້ຊົງສ້າງ, ຊີວິດທີ່ເປັນອິດສະຫຼະ ແລະ ມີເສລີພາບ, ຊີວິດທີ່ມີຄຸນຄ່າ ແລະ ມີຄວາມໝາຍ, ຊີວິດທີ່ຊີ່ສັດ ແລະ ເປີດໃຈ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດຍອມຮັບການທົດລອງ ແລະ ການລົງໂທດຂອງພຣະຜູ້ຊົງສ້າງ, ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງໄດ້ຄືກັບໂຢບ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດນະມັດສະການພຣະຜູ້ຊົງສ້າງໄດ້ຕະຫຼອດຊີວິດຂອງເຂົາ ແລະ ໄດ້ຮັບການຍ້ອງຍໍຂອງພຣະອົງ ຄືກັນກັບໂຢບໄດ້ຮັບ ແລະ ໄດ້ຍິນສຽງຂອງພຣະອົງ ແລະ ເຫັນພຣະອົງປະຈັກມາ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດມີຊີວິດ ແລະ ຕາຍຢ່າງມີຄວາມສຸກຄືກັບໂຢບ ໂດຍບໍ່ມີຄວາມເຈັບປວດ, ບໍ່ມີຄວາມກັງວົນ, ບໍ່ເສຍໃຈ. ມີພຽງວິທີນີ້ເທົ່ານັ້ນ ຜູ້ຄົນຈິ່ງສາມາດດຳລົງຢູ່ໃນແສງສະຫວ່າງຄືກັບໂຢບ ແລະ ຜ່ານທຸກຊ່ວງເວລາຊີວິດຂອງທຸກຄົນໃນແສງສະຫວ່າງ, ສໍາເລັດການເດີນທາງໃນແສງສະຫວ່າງຢ່າງລາບລື້ນ, ປະຕິບັດພາລະກິດຢ່າງສົມບູນ ເພື່ອປະສົບ, ຮຽນຮູ້ ແລະ ຮູ້ຈັກອໍານາດອະທິປະໄຕຂອງພຣະຜູ້ຊົງສ້າງໃນຖານະສິ່ງທີ່ຖືກສ້າງ ແລະ ຕາຍໄປໃນແສງສະຫວ່າງ ແລະ ຢືນຢູ່ຄຽງຂ້າງພຣະຜູ້ຊົງສ້າງຕະຫຼອດໄປໃນນາມມະນຸດທີ່ຖືກສ້າງ ແລະ ໄດ້ຮັບຄຳສັນລະເສີນຈາກພຣະອົງ.

(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຊ່ວງເວລາທີໜຶ່ງ: ເກີດ

ບ່ອນທີ່ຄົນເກີດ, ພວກເຂົາເກີດໃນຄອບຄົວໃດ, ເພດ, ຮູບລັກສະນະ ແລະ ເວລາເກີດຕ່າງໆ. ທັງໝົດນີ້ແມ່ນລາຍລະອຽດກ່ຽວກັບຊ່ວງເວລາທຳອິດຂອງຊີວິດຄົນ....

ການເຂົ້າໃຈ ແລະ ການເຂົ້າໃກ້ຄວາມເປັນຈິງຂອງການຄຸ້ມຄອງຂອງພຣະເຈົ້າຕໍ່ຊະຕາກໍາຂອງມະນຸດ

ບໍ່ມີໃຜສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕານະນຸດໄດ້ ຫຼັງຈາກທີ່ໄດ້ຟັງທຸກສິ່ງທີ່ເຮົາກ່າວແລ້ວ,...

ຢ່າພາດໂອກາດທີ່ຈະຮູ້ຈັກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ

ສອງສາມທົດສະວັດທີ່ປະກອບໃນຊີວິດມະນຸດນັ້ນບໍ່ຍາວ ແລະ ກໍບໍ່ສັ້ນ. ຊາວປີລະຫວ່າງການເກີດ ແລະ ການເປັນຜູ້ໃຫຍ່ຜ່ານໄປໃນຊົ່ວພິບຕາ ແລະ...

ໂຊກຊະຕາຂອງມະນຸດຊາດ ແລະ ໂຊກຊະຕາຂອງຈັກກະວານບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງໄດ້

ພວກເຈົ້າທຸກຄົນເປັນຜູ້ໃຫຍ່ແລ້ວ. ພວກເຈົ້າບາງຄົນຢູ່ໃນໄວກາງຄົນ; ບາງຄົນເຂົ້າສູ່ໄວຊະລາແລ້ວ....