ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງເພື່ອໃຫ້ມະນຸດມີສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໝັ້ນຄົງ
ພຣະເຈົ້າເປີດເຜີຍການກະທຳຂອງພຣະອົງທ່າມກາງທຸກສິ່ງ, ທ່າມກາງທຸກສິ່ງທີ່ພຣະອົງປົກຄອງ ແລະ ຄວບຄຸມກົດເກນຕ່າງໆຂອງທຸກສິ່ງ. ພວກເຮົາພຽງແຕ່ເວົ້າເຖິງວິທີການທີ່ພຣະເຈົ້າປົກຄອງຢູ່ເໜືອກົດເກນຂອງທຸກສິ່ງ ແລະ ວິທີການທີ່ພຣະອົງສະໜອງ ແລະ ບຳລຸງລ້ຽງມະນຸດທັງມວນພາຍໃຕ້ກົດເກນເຫຼົ່ານັ້ນ. ນີ້ແມ່ນດ້ານໜຶ່ງ. ຕໍ່ໄປ ພວກເຮົາຈະເວົ້າເຖິງດ້ານອື່ນ ເຊິ່ງມັນເປັນວິທີການໜຶ່ງທີ່ພຣະເຈົ້າໃຊ້ເພື່ອຄວບຄຸມຢູ່ເໜືອທຸກສິ່ງ. ເຮົາກຳລັງເວົ້າເຖິງວິທີການທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງທີ່ພຣະອົງສ້າງ. ນີ້ແມ່ນຫົວຂໍ້ທີ່ຂ້ອນຂ້າງໃຫຍ່ເຊັ່ນກັນສຳລັບພວກເຈົ້າ. ການຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງ ແມ່ນສິ່ງທີ່ມະນຸດສາມາດເຮັດສຳເລັດໄດ້ບໍ? ບໍ່, ມະນຸດບໍ່ມີຄວາມສາມາດສູງຂະໜາດນັ້ນ. ຜູ້ຄົນສາມາດເຮັດໄດ້ພຽງແຕ່ການທຳລາຍເທົ່ານັ້ນ. ພວກເຂົາບໍ່ສາມາດຊັ່ງຊາຄວາມສຳພັນລະຫວ່າງສິ່ງຕ່າງໆທັງໝົດໄດ້; ພວກເຂົາບໍ່ສາມາດຄຸ້ມຄອງພວກມັນໄດ້; ສິດອຳນາດ ແລະ ອຳນາດຍິ່ງໃຫຍ່ເຊັ່ນນັ້ນແມ່ນຢູ່ເໜືອຄວາມຢັ່ງເຖິງຂອງມະນຸດ. ມີພຽງພຣະເຈົ້າເທົ່ານັ້ນທີ່ມີອຳນາດກະທໍາສິ່ງດັ່ງກ່າວນີ້ໄດ້. ແລ້ວແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການກະທໍາສິ່ງດັ່ງກ່າວ, ກະທໍາເພື່ອຫຍັງ? ສິ່ງນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊີດກັບຄວາມຢູ່ລອດຂອງມະນຸດຊາດເຊັ່ນກັນ. ທຸກສິ່ງທີ່ພຣະເຈົ້າຕ້ອງການເຮັດນັ້ນແມ່ນຈຳເປັນ. ບໍ່ມີສິ່ງໃດທີ່ພຣະອົງອາດຈະເຮັດ ຫຼື ບໍ່ເຮັດ. ເພື່ອໃຫ້ພຣະອົງປົກປ້ອງຄວາມຢູ່ລອດຂອງມວນມະນຸດ ແລະ ປະທານສະພາບແວດລ້ອມທີ່ດີເພື່ອຄວາມຢູ່ລອດໃຫ້ກັບຜູ້ຄົນ, ມັນມີບາງສິ່ງທີ່ຂາດບໍ່ໄດ້ ແລະ ເປັນສິ່ງສຳຄັນທີ່ພຣະອົງຕ້ອງໄດ້ກະທໍາ.
ຈາກຄວາມໝາຍໃນຕົວຂອງປະໂຫຍກ “ພຣະເຈົ້າຊັ່ງຊາທຸກສິ່ງ”, ເບິ່ງຄືກັບວ່າ ເປັນຫົວຂໍ້ທີ່ກວ້າງຫຼາຍ. ກ່ອນອື່ນໝົດ, ມັນສະໜອງຜູ້ຄົນດ້ວຍແນວຄວາມຄິດທີ່ວ່າ “ການຊັ່ງຊາທຸກສິ່ງ” ຍັງໝາຍເຖິງການເປັນນາຍຂອງພຣະເຈົ້າຢູ່ເໜືອທຸກສິ່ງອີກດ້ວຍ. ຄຳວ່າ “ຊັ່ງຊາ” ໝາຍເຖິງຫຍັງ? ກ່ອນອື່ນ “ຊັ່ງຊາ” ໝາຍເຖິງການບໍ່ອະນຸຍາດໃຫ້ບາງສິ່ງຫຼຸດອອກຈາກຄວາມສົມດຸນ. ມັນກໍເໝືອນກັບໃຊ້ຊິງຊັ່ງນ້ຳໜັກບາງສິ່ງບາງຢ່າງ. ເພື່ອເຮັດໃຫ້ຊິງມີຄວາມສົມດຸນ, ນ້ຳໜັກໃນແຕ່ລະເບື້ອງຕ້ອງເທົ່າກັນ. ພຣະເຈົ້າໄດ້ສ້າງສິ່ງຕ່າງໆຫຼາກຫຼາຍປະເພດ: ສິ່ງທີ່ຖືກຕັ້ງໄວ້ຢູ່ກັບທີ່, ສິ່ງທີເຄື່ອນໄຫວໄດ້, ສິ່ງທີມີຊີວິດ, ສິ່ງທີ່ຫາຍໃຈ ແລະ ສິ່ງທີ່ບໍ່ຫາຍໃຈ. ມັນງ່າຍບໍສຳລັບສິ່ງຕ່າງໆເຫຼົ່ານີ້ທີ່ຈະບັນລຸຄວາມກ່ຽວພັນແຫ່ງການເພິ່ງພາອາໄສ, ຄວາມເຊື່ອມໂຍງກັນ ທີ່ທຸກສິ່ງອູ້ມຊູກັນແລະກັນ ແລະ ກວດສອບເຊິ່ງກັນແລະກັນ? ແນ່ນອນວ່າມີຫຼັກການຢູ່ໃນສິ່ງທັງໝົດນີ້ ແຕ່ວ່າມັນສັບສົນຫຼາຍ ແມ່ນບໍ່? ມັນບໍ່ຍາກສຳລັບພຣະເຈົ້າ ແຕ່ສຳລັບຄົນແລ້ວມັນແມ່ນເລື່ອງທີ່ສັບສົນຫຼາຍທີ່ຈະຮຽນຮູ້. “ຊັ່ງຊາ” ເປັນຄຳເວົ້າທີ່ລຽບງ່າຍຫຼາຍ. ແນວໃດກໍຕາມ, ຖ້າຄົນສຶກສາມັນ ແລະ ຖ້າຄົນຕ້ອງການສ້າງຄວາມດຸນດ່ຽງດ້ວຍຕົວພວກເຂົາເອງ, ເຖິງແມ່ນວ່ານັກວິຊາການທຸກປະເພດກຳລັງສຶກສາຄົ້ນຄວ້າຢູ່ ເຊິ່ງບໍ່ວ່າຈະເປັນນັກຊີວະວິທະຍາດ້ານມະນຸດ, ນັກດາຣາສາດ, ນັກຟິຊິກ, ນັກເຄມີ ແລະ ແມ່ນແຕ່ນັກປະຫວັດສາດ; ຜົນໄດ້ຮັບສຸດທ້າຍຂອງການຄົ້ນຄວ້ານັ້ນຈະເປັນແນວໃດ? ຜົນໄດ້ຮັບຂອງມັນແມ່ນບໍ່ມີຫຍັງເລີຍ. ນີ້ກໍຍ້ອນວ່າ ການສ້າງທຸກສິ່ງຂອງພຣະເຈົ້ານັ້ນມະຫັດສະຈັນເກີນໄປ, ມະນຸດຈະບໍ່ມີທາງເປີດຄວາມລັບຂອງມັນໄດ້. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງສ້າງກົດເກນລະຫວ່າງພວກມັນ, ສ້າງວິທີການເອົາຊີວິດລອດທີ່ແຕກຕ່າງກັນເພື່ອຄວາມສົມດຸນ, ຄວາມສຳພັນ ແລະ ການລ້ຽງດູເຊິ່ງກັນແລະກັນ. ຫຼາກຫຼາຍວິທີການເຫຼົ່ານີ້ສະຫຼັບສັບຊ້ອນຫຼາຍ, ແນ່ນອນວ່າພວກມັນບໍ່ງ່າຍ ຫຼື ໄປໃນທິດທາງດຽວກັນ. ເມື່ອຄົນໃຊ້ຄວາມຄິດຂອງພວກເຂົາ, ຄວາມຮູ້ທີ່ພວກເຂົາໄດ້ຮັບ ແລະ ປະກົດການທີ່ພວກເຂົາສັງເກດເພື່ອຢືນຢັນ ຫຼື ສຶກສາຫຼັກການທີ່ຢູ່ເບື້ອງຫລັງການຄວບຄຸມຢູ່ເໜືອທຸກສິ່ງຂອງພຣະເຈົ້າ, ສິ່ງເຫຼົ່ານີ້ຍາກຫຼາຍທີ່ຈະຄົ້ນພົບ ແລະ ມັນຍັງຍາກຫຼາຍທີ່ຈະບັນລຸຜົນໄດ້ຮັບໃດໆອີກດ້ວຍ. ມັນຍາກຫຼາຍສຳລັບຄົນທີ່ຈະໄດ້ຮັບຜົນຮັບໃດໆ; ມັນຍາກຫຼາຍສຳລັບຄົນທີ່ຈະຮັກສາຄວາມສົມດຸນຂອງພວກເຂົາເມື່ອອີງໃສ່ຄວາມຄິດ ແລະ ຄວາມຮູ້ຂອງມະນຸດເພື່ອປົກຄອງທຸກສິ່ງທີ່ພຣະເຈົ້າສ້າງ. ນີ້ກໍຍ້ອນວ່າ ຖ້າຄົນບໍ່ຮູ້ຈັກຫຼັກການແຫ່ງຄວາມຢູ່ລອດຂອງທຸກສິ່ງແລ້ວ ພວກເຂົາກໍຈະບໍ່ຮູ້ວິທີການຮັກສາຄວາມສົມດຸນແບບນີ້ໄດ້. ດັ່ງນັ້ນ, ຖ້າຄົນຄຸ້ມຄອງ ແລະ ປົກຄອງທຸກສິ່ງ, ພວກເຂົາອາດຈະທຳລາຍຄວາມສົມດຸນນີ້. ເມື່ອຄວາມສົມດຸນຖືກທຳລາຍ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມວນມະນຸດກໍຈະຖືກທຳລາຍ ແລະ ເມື່ອສິ່ງນີ້ເກີດຂຶ້ນ, ມັນຈະຕາມມາດ້ວຍວິກິດສໍາລັບຄວາມຢູ່ລອດຂອງມະນຸດຊາດ. ມັນຈະນໍາມາເຊິ່ງໄພພິບັດ. ຖ້າມວນມະນຸດອາໄສຢູ່ທ່າມກາງໄພພິບັດ, ອະນາຄົດຂອງພວກເຂົາຈະເປັນແນວໃດ? ຜົນໄດ້ຮັບແມ່ນຍາກທີ່ຈະປະເມີນໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະທຳນວາຍໄດ້ດ້ວຍຄວາມໝັ້ນໃຈ.
ດັ່ງນັ້ນ, ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງແນວໃດ? ວິທີທີ່ໜຶ່ງ, ມີບ່າງພື້ນທີ່ໃນໂລກທີ່ປົກຄຸມດ້ວຍນ້ຳກ້ອນ ແລະ ຫິມະຕະຫຼອດປີ ໃນຂະນະທີ່ບາງພື້ນທີ່ມີສີ່ລະດູການທີ່ເປັນຄືລະດູໃບໄມ້ປົ່ງ ແລະ ລະດູໜາວບໍ່ເຄີຍມາເຖິງເລີຍ, ໃນພື້ນທີ່ແບບນີ້ ເຈົ້າຈະບໍ່ເຫັນແຜ່ນນໍ້າກ້ອນ ຫຼື ເກັດຫີມະແມ່ນແຕ່ເກັດດຽວ. ໃນນີ້, ພວກເຮົາແມ່ນເວົ້າເຖິງສະພາບອາກາດແບບກວມລວມ ແລະ ຕົວຢ່າງນີ້ກໍຄືວິທີການໜຶ່ງທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງາທຸກສິ່ງ. ວິທີທີ່ສອງກໍຄື: ສາຍພູສາຍໜຶ່ງຖືກປົກຄຸມໄປດ້ວຍພືດພັນຂຽວງາມ, ພື້ນດິນປູໄປດ້ວຍພືດພັນທຸກຊະນິດ ແລະ ເປັນປ່າທຶບໜາ ໃນເວລາເຈົ້າຍ່າງຜ່ານ ເຈົ້າຈະບໍ່ສາມາດເຫັນດວງອາທິດທີ່ຢູ່ຂ້າງເທິ່ງໄດ້. ແຕ່ເມື່ອເບິ່ງສາຍພູອື່ນ, ຈະເຫັນວ່າ ບໍ່ມີແມ່ນແຕ່ຫຍ້າຕົ້ນດຽວທີ່ປົ່ງຂຶ້ນ, ມີພຽງພື້ນດິນທີ່ແຫ້ງແລ້ງ ແລະ ເປັນພູທີ່ຮົກເຮື້ອ. ໃນຮູບລັກສະນະພາຍນອກ, ໂດຍພື້ນຖານແລ້ວ ທັງສອງປະເພດແມ່ນກ້ອນດິນທີ່ກອງຊ້ອນກັນຂຶ້ນເປັນໜ່ວຍພູຄືກັນ ແຕ່ໜ່ວຍໜຶ່ງປົກຄຸມດ້ວຍປ່າທຶບໜາ ສ່ວນອີກໜ່ວຍໜຶ່ງບໍ່ມີພືດຫຍັງເກີດຂຶ້ນເລີຍ, ບໍ່ມີແມ່ນແຕ່ຕົ້ນຫຍ້າຕົ້ນດຽວ. ນີ້ແມ່ນວິທີທີ່ສອງທີ່ພຣະເຈົ້າຊັ່ງຊາຄວາມສຳພັນລະຫວ່າງທຸກສິ່ງ. ວິທີທີ່ສາມກໍຄື: ເມື່ອເບິ່ງໄປທາງໜຶ່ງ, ເຈົ້າອາດຈະເຫັນທົ່ງຫຍ້າອັນກ້ວາງໃຫຍ່ ແລະ ເປັນທົ່ງທີ່ເຕັມໄປດ້ວຍຄື້ນຫຍ້າສີຂຽວ. ເມື່ອເບິ່ງໄປທາງອື່ນ, ເຈົ້າອາດຈະເຫັນທະເລຊາຍທີ່ກວ້າງໃຫຍ່ຈົນສຸດສາຍຕາ ທີ່ແຫ້ງແລ້ງ, ປາດສະຈາກສິ່ງມີຊີວິດໃດໆໃນທ່າມກາງດິນຊາຍທີ່ຖືກລົມພັດປິວໄປມາ, ແຮງໄກທີ່ຈະມີແຫຼ່ງນ້ຳ. ວິທີທີ່ສີ່ຄື: ເມື່ອເບິ່ງໄປທາງໜຶ່ງ, ທຸກສິ່ງຈົມຢູ່ໃຕ້ທະເລ ນັ້ນກໍຄື ແຫຼ່ງນ້າອັນກວ້າງໃຫຍ່, ໃນຂະນະທີ່ເບິ່ງໄປອີກທາງໜຶ່ງ ເຈົ້າຈະບໍ່ເຫັນນ້ຳສົດຈາກທຳມະຊາດແມ່ນແຕ່ຢົດດຽວເລີຍ. ວິທີທີ່ຫ້າຄື: ໃນພື້ນດິນທາງນີ້, ມີຝົນຝອຍເລື້ອຍໆ ແລະ ສະພາບອາກາດເຕັມໄປດ້ວຍນ້ຳໝອກ ແລະ ຄວາມປຽກຊຸ່ມ, ໃນຂະນະທີ່ພື້ນດິນທາງພຸ້ນ ມີແສງແດດກ້າທົ່ວທ້ອງຟ້າ ແລະ ເປັນເຫດການທີ່ແປກເມື່ອມີຝົນຕົກແມ່ນແຕ່ເມັດດຽວ. ວິທີທີ່ຫົກຄື: ຢູ່ບ່ອນໜຶ່ງມີພູພຽງທີ່ມີອາກາດບາງ ແລະ ມະນຸດກໍຫາຍໃຈຍາກ ໃນຂະນະທີ່ອີກບ່ອນໜຶ່ງມີບຶງ ແລະ ທົ່ງພຽງທີ່ເປັນບ່ອນຢູ່ອາໄສຂອງນົກອົບພະຍົບຫຼາຍຊະນິດ. ນີ້ແມ່ນສະພາບອາກາດປະເພດຕ່າງໆ ຫຼື ພວກມັນເປັນສະພາບອາກາດ ຫຼື ສະພາບແວດລ້ອມທີ່ກົງກັບສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ. ນັ້ນເວົ້າໄດ້ວ່າ, ພຣະເຈົ້າຊັ່ງຊາສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດພາຍໃຕ້ສະພາບແວດລ້ອມຂະໜາດໃຫຍ່, ຈາກສະພາບອາກາດສູ່ສະພາບແວດລ້ອມທາງພູມີສາດ ແລະ ຈາກອົງປະກອບຕ່າງໆຂອງດິນສູ່ຈຳນວນຂອງແຫຼ່ງນ້ຳ, ທັງໝົດນີ້ແມ່ນເພື່ອບັນລຸຄວາມສົມດຸນໃນອາກາດ, ອຸນຫະພູມ ແລະ ຄວາມຊຸ່ມຊື່ນຂອງສະພາບແວດລ້ອມທີ່ຄົນສາມາດຢູ່ລອດໄດ້. ຍ້ອນສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນເຫຼົ່ານີ້ ຄົນຈິ່ງມີອາກາດທີ່ໝັ້ນຄົງ. ອຸນຫະພູມ ແລະ ຄວາມຊຸ່ມຊື່ນຂອງລະດູການທີ່ແຕກຕ່າງກັນກໍຍັງຄົງໝັ້ນຄົງ. ສິ່ງນີ້ເຮັດໃຫ້ຜູ້ຄົນມີຊີວິດຢູ່ຕໍ່ໄປໃນສະພາບແວດລ້ອມແບບນັ້ນເພື່ອຄວາມຢູ່ລອດດັ່ງທີ່ພວກເຂົາເຄີຍມີສະເໝີມາ. ກ່ອນອື່ນ, ສະພາບແວດລ້ອມຂະໜາດໃຫຍ່ຕ້ອງໄດ້ຖືກເຮັດໃຫ້ສົມດຸນ. ສິ່ງນີ້ແມ່ນເຮັດຜ່ານການໃຊ້ປະໂຫຍດຈາກທີ່ຕັ້ງທາງພູມີສາດ ແລະ ການສ້າງຕັ້ງທີ່ແຕກຕ່າງກັນ ລວມເຖິງການປ່ຽນແປງລະຫວ່າງສະພາບອາກາດຕ່າງໆທີ່ເຮັດໃຫ້ພວກມັນຈໍາກັດ ແລະ ກວດສອບເຊິ່ງກັນແລະກັນເພື່ອບັນລຸຄວາມສົມດຸນທີ່ພຣະເຈົ້າຕ້ອງການ ແລະ ທີ່ມະນຸດຮຽກຮ້ອງ. ນີ້ແມ່ນການເວົ້າຈາກມຸມມອງຂອງສະພາບແວດລ້ອມຂະໜາດໃຫຍ່.
ບັດນີ້ ພວກເຮົາຈະມາເວົ້າກ່ຽວກັບລາຍລະອຽດປີກຍ່ອຍ ເຊັ່ນ: ພືດ. ຄວາມສົມດຸນຂອງມັນບັນລຸໄດ້ແນວໃດ? ໝາຍຄວາມວ່າ, ພືດສາມາດສືບຕໍ່ຢູ່ລອດໃນສະພາບແວດລ້ອມທີ່ສົມດຸນເພື່ອຄວາມຢູ່ລອດໄດ້ແນວໃດ? ຄຳຕອບຄື: ໂດຍການຄຸ້ມຄອງອາຍຸໄຂ, ອັດຕາການຈະເລີນເຕີບໂຕ ແລະ ອັດຕາການສືບພັນຂອງພືດພັນຫຼາກຫຼາຍຊະນິດເພື່ອປົກປ້ອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນ. ໃຫ້ພວກເຮົາເອົາຫຍ້ານ້ອຍໆເປັນຕົວຢ່າງ. ລະດູໃບໄມ້ປົ່ງແຕກໜໍ່, ລະດູຮ້ອນອອກດອກ ແລະ ລະດູໃບໄມ້ຫຼົ່ນກາຍເປັນເມັດພືດ. ເມັດພືດຕົກລົງດິນ. ປີຕໍ່ມາ, ແກ່ນຈາກເມັດພືດກໍແຕກໜໍ່ ແລະ ສືບຕໍ່ຕາມກົດເກນແບບເກົ່າ. ອາຍຸໄຂຂອງຫຍ້ານັ້ນສັ້ນຫຼາຍ; ທຸກໆເມັດຕົກລົງສູ່ພື້ນດິນ, ປົ່ງຮາກ ແລະ ແຕກໜໍ່, ອອກດອກ ແລະ ເກີດເປັນເມັດພືດ, ຂະບວນການທັງໝົດສຳເລັດລົງຫຼັງຈາກສາມລະດູການເທົ່ານັ້ນ ເຊິ່ງມີລະດູໃບໄມ້ປົ່ງ, ລະດູຮ້ອນ ແລະ ລະດູໃບໄມ້ຫຼົ່ນ. ຕົ້ນໄມ້ທຸກຊະນິດກໍມີອາຍຸໄຂຂອງພວກມັນເອງເຊັ່ນກັນ ແລະ ມີຊ້ວງເວລາທີ່ແຕກຕ່າງກັນສຳລັບການແຕກໜໍ່ ແລະ ອອກໝາກ. ຕົ້ນໄມ້ບາງຕົ້ນຕາຍໄປຫຼັງຈາກອາຍຸໄດ້ 30 ຫາ 50 ປີ, ນີ້ແມ່ນອາຍຸໄຂຂອງພວກມັນ. ແຕ່ໝາກຂອງພວກມັນຕົກລົງພື້ນດິນ ເຊິ່ງຕໍ່ມາໄດ້ປົ່ງຮາກ ແລະ ແຕກໜໍ່, ອອກດອກ ແລະ ເປັນໝາກ ແລະ ມີອາຍຸຕໍ່ໄປອີກ 30 ຫາ 50 ປີ. ນີ້ແມ່ນໄລຍະການເກີດໃໝ່ຂອງພວກມັນ. ຕົ້ນໄມ້ແກ່ຕາຍໄປ ແລະ ຕົ້ນໄມ້ອ່ອນເຕີບໃຫຍ່ຂຶ້ນ; ນີ້ແມ່ນເຫດຜົນທີ່ພວກເຈົ້າສາມາດເຫັນຕົ້ນໄມ້ເຕີບໃຫຍ່ຂຶ້ນໃນປ່າສະເໝີ. ແຕ່ມັນກໍ່ມີວົງຈອນ, ມີຂະບວນການເກີດ ແລະ ການຕາຍທີ່ເໝາະສົມຂອງມັນ. ຕົ້ນໄມ້ບາງຕົ້ນສາມາດຢູ່ໄດ້ຫຼາຍກວ່າພັນປີ ແລະ ບາງຕົ້ນສາມາດມີຊີວິດຢູ່ໄດ້ຮອດສາມພັນປີ. ບໍ່ວ່າມັນຈະເປັນພືດຊະນິດໃດ ຫຼື ອາຍຸໄຂຂອງມັນຍາວປານໃດກໍຕາມ, ເວົ້າໂດຍລວມແລ້ວ ແມ່ນພຣະເຈົ້າເປັນຜູ້ຄຸ້ມຄອງຄວາມສົມດຸນຂອງມັນໂດຍອີງຕາມອາຍຸການຂອງມັນ, ຄວາມສາມາດຂອງມັນໃນການສືບພັນ, ຄວາມໄວ ແລະ ຄວາມຖີ່ໃນການສືບພັນ ແລະ ຈຳນວນສາຍພັນທີ່ມັນຜະລິດ. ສິ່ງນີ້ເຮັດໃຫ້ພືດ, ຈາກຫຍ້າສູ່ຕົ້ນໄມ້ ສາມາດສືບຕໍ່ຈະເລີນເຕີບໃຫຍ່ໃນສະພາບແວດລ້ອມລະບົບນິເວດທີ່ສົມດຸນ. ດັ່ງນັ້ນ, ເມື່ອເຈົ້າເບິ່ງປ່າໃນແຜ່ນດິນໂລກ, ທຸກສິ່ງທຸກຢ່າງທີ່ເຕີບໃຫຍ່ຂຶ້ນໃນປ່ານັ້ນ, ທັງຫຍ້າ ແລະ ຕົ້ນໄມ້ແມ່ນກຳລັງສືບພັນ ແລະ ເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງໂດຍອີງຕາມກົດເກນຂອງພວກມັນເອງ. ພວກມັນບໍ່ຕ້ອງການແຮງງານ ຫຼື ການຊ່ວຍເຫຼືອເພີ່ມເຕີມໃດໆຈາກມະນຸດ. ນັ້ນກໍຍ້ອນວ່າພວກມັນມີຄວາມສົມດຸນແບບນີ້ທີ່ພວກມັນສາມາດຮັກສາສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງໄດ້. ນັ້ນກໍຍ້ອນວ່າພວກມັນມີສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເໝາະສົມ ທີ່ປ່າ ແລະ ທົ່ງຫຍ້າໃນໂລກສາມາດມີຊີວິດຢູ່ຕໍ່ໄປເທິງແຜ່ນດິນໂລກ. ການດຳລົງຢູ່ຂອງພວກມັນບຳລຸງລ້ຽງຄົນຈາກຮຸ່ນສູ່ຮຸ່ນ ແລະ ສິ່ງມີຊີວິດທຸກຊະນິດຈາກຮຸ່ນສູ່ຮຸ່ນພ້ອມດ້ວຍສິ່ງທີ່ອາໄສຢູ່ໃນປ່າ ແລະ ທົ່ງຫຍ້າ ເຊັ່ນ: ນົກ ແລະ ສັດປ່າຕ່າງໆ, ແມງໄມ້ ແລະ ຈຸລິນຊີທຸກຊະນິດ.
ພຣະເຈົ້າຍັງຄວບຄຸມຄວາມສົມດຸນລະຫວ່າງສັດທຸກຊະນິດອີກດ້ວຍ. ພຣະອົງຄວບຄຸມຄວາມສົມດຸນນີ້ແນວໃດ? ມັນຄ້າຍຄືກັບພືດ; ພຣະອົງຄຸ້ມຄອງຄວາມສົມດຸນຂອງພວກມັນ ແລະ ກຳນົດຈຳນວນຂອງພວກມັນໂດຍອີງຕາມຄວາມສາມາດສືບພັນຂອງພວກມັນ, ປະລິມານ ແລະ ຄວາມຖີ່ໃນການສືບພັນຂອງພວກມັນ ພ້ອມບົດບາດຂອງພວກມັນໃນໂລກຂອງສັດ. ຕົວຢ່າງ: ສິງໂຕກິນມ້າລາຍ, ດັ່ງນັ້ນ ຖ້າຈຳນວນຂອງສິງຫຼາຍກວ່າຈຳນວນຂອງມ້າລາຍແລ້ວ ຊະຕາກຳຂອງມ້າລາຍຈະເປັນແນວໃດ? ພວກມັນກໍຈະສູນພັນໄປ. ຖ້າມ້າລາຍອຸກລູກໜ້ອຍກວ່າສິງໂຕ, ຊະຕາກຳຂອງພວກມັນຈະເປັນແນວໃດ? ພວກມັນກໍຈະສູນພັນໄປເຊັ່ນກັນ. ດັ່ງນັ້ນ, ຈຳນວນຂອງມ້າລາຍຕ້ອງຫຼາຍກວ່າຈຳນວນຂອງສິງໂຕ. ນີ້ກໍຍ້ອນວ່າ ມ້າລາຍບໍ່ພຽງແຕ່ມີຊີວິດຢູ່ເພື່ອພວກມັນເອງເທົ່ານັ້ນ, ແຕ່ພວກມັນຍັງມີຊີວິດຢູ່ເພື່ອສິງໂຕອີກດ້ວຍ. ເວົ້າໄດ້ອີກຢ່າງໜຶ່ງກໍຄື: ມ້າລາຍທຸກໂຕເປັນພາກສ່ວນໜຶ່ງຂອງມ້າລາຍທັງໝົດ, ແຕ່ມັນຍັງເປັນອາຫານສຳລັບປາກຂອງສິງໂຕອີກດ້ວຍ. ຄວາມໄວໃນການສືບພັນຂອງສິງໂຕບໍ່ສາມາດໄວໄປກວ່າມ້າລາຍໄດ້, ດັ່ງນັ້ນຈຳນວນຂອງພວກມັນຈິ່ງບໍ່ເຄີຍຫຼາຍກວ່າຈຳນວນຂອງມ້າລາຍ. ມີພຽງວິທີນີ້ເທົ່ານັ້ນທີ່ແຫຼ່ງອາຫານຂອງສິງໂຕຈຶ່ງສາມາດຖືກຮັບປະກັນໄດ້. ເພາະສະນັ້ນ ເຖິງແມ່ນວ່າ ສິງໂຕເປັນສັດຕູທາງທຳມະຊາດຂອງມ້າລາຍ, ຄົນມັກຈະເຫັນສັດທັງສອງສາຍພັນນີ້ພັກເຊົາຢູ່ໃນບໍລິເວນດຽວກັນ. ມ້າລາຍຈະບໍ່ມີວັນຫຼຸດຈຳນວນລົງ ຫຼື ສູນພັນໄປຍ້ອນສິງໂຕລ້າ ແລະ ກິນພວກມັນ, ສິງໂຕກໍຈະບໍ່ມີວັນເພີ່ມຈຳນວນຂຶ້ນຍ້ອນສະຖານະເປັນ “ລາຊາ” ຂອງພວກມັນ. ຄວາມສົມດຸນນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມາເປັນເວລາດົນນານແລ້ວ. ນັ້ນກໍຄື ພຣະເຈົ້າໄດ້ສ້າງກົດເກນແຫ່ງຄວາມສົມດຸນລະຫວ່າງສັດຕ່າງໆທັງໝົດ ເພື່ອວ່າພວກມັນຈະສາມາດບັນລຸຄວາມສົມດຸນແບບນີ້ໄດ້ ແລະ ນີ້ກໍແມ່ນສິ່ງທີ່ຄົນເຫັນຢູ່ເລື້ອຍໆ. ສິງໂຕເປັນສັດຕູໂດຍທຳມະຊາດຂອງມ້າລາຍເທົ່ານັ້ນບໍ? ບໍ່, ແຂ້ກໍ່ກິນມ້າລາຍເຊັ່ນກັນ. ເບິ່ງຄືວ່າ ມ້າລາຍເປັນປະເພດສັດທີ່ຊ່ວຍໂຕເອງບໍ່ໄດ້ເລີຍ. ພວກມັນບໍ່ມີຄວາມໂຫດຮ້າຍຂອງສິງໂຕ, ເມື່ອຜະເຊີນໜ້າກັບສິງໂຕ ສັດຕູຜູ້ເປັນຕາຢ້ານນີ້, ສິ່ງທີ່ພວມມັນເຮັດໄດ້ກໍຄືແລ່ນ. ພວກມັນບໍ່ມີກຳລັງແມ່ນແຕ່ຈະຕໍ່ຕ້ານ. ເມື່ອພວກມັນບໍ່ສາມາດແລ່ນໜີຈາກສິງໂຕໄດ້, ພວກມັນກໍປ່ອຍໃຫ້ໂຕເອງຖືກກິນໂດຍສິງໂຕ. ນີ້ສາມາດເຫັນຢູ່ເລື້ອຍໆໃນໂລກຂອງສັດ. ເມື່ອພວກເຈົ້າເຫັນສິ່ງດັ່ງກ່າວນີ້ ພວກເຈົ້າມີຄວາມຮູ້ສຶກ ຫຼື ຄວາມຄິດແນວໃດ? ເຈົ້າຮູ້ສຶກເສຍໃຈກັບມ້າລາຍບໍ່? ເຈົ້າກຽດຊັງສິງໂຕບໍ? ມ້າລາຍເປັນສັດທີ່ເບິ່ງງາມຫຼາຍ! ສ່ວນສິງໂຕ, ພວກມັນເບິ່ງມ້າລາຍຢ່າງໂລບມາກສະເໝີ. ໂງ່ແທ້ໆ, ມ້າລາຍບໍ່ເຄີຍແລ່ນໜີໄປໄກ. ພວກມັນເຫັນສິງໂຕຖ້າພວກມັນຢູ່ບ່ອນນັ້ນ ຢູ່ຮົ່ມຕົ້ນໄມ້ເຢັນໆ. ສິງໂຕອາດມາ ແລະ ກິນມ້າລາຍຍາມໃດກໍໄດ້. ໃນໃຈຂອງມ້າລາຍ ພວກມັນຮູ້ເລື່ອງນີ້ດີ ແຕ່ພວກມັນກໍຍັງບໍ່ໜີຈາກດິນຜືນນັ້ນ. ນີ້ເປັນສິ່ງທີ່ໜ້າອັດສະຈັນ, ເປັນສິ່ງມະຫັດສະຈັນທີ່ສະແດງໃຫ້ເຫັນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ແລະ ການປົກຄອງຂອງພຣະອົງ. ເຈົ້າຮູ້ສຶກເສຍໃຈກັບມ້າລາຍ ແຕ່ເຈົ້າບໍ່ສາມາດຊ່ວຍມັນໄດ້, ເຈົ້າກຽດຊັງສິງໂຕ ແຕ່ເຈົ້າບໍ່ສາມາດທຳລາຍມັນໄດ້. ມ້າລາຍແມ່ນອາຫານທີ່ພຣະເຈົ້າໄດ້ກະກຽມໄວ້ໃຫ້ສິງໂຕ, ບໍ່ວ່າສິງໂຕຈະກິນມ້າລາຍຈັກໂຕ ມ້າລາຍກໍຈະບໍ່ສູນພັນ. ຈຳນວນລູກຂອງສິງໂຕແມ່ນມີໜ້ອຍ ແລະ ພວກມັນເກີດລູກຊ້າ, ເພາະສະນັ້ນ ບໍ່ວ່າພວກມັນຈະກິນມ້າລາຍໝົດຈັກໂຕ ຈຳນວນຂອງພວກມັນກໍຈະບໍ່ຫຼາຍກວ່າຈຳນວນຂອງມ້າລາຍໄດ້ຈັກເທື່ອ. ນີ້ຄືຄວາມສົມດຸນ.
ແມ່ນຫຍັງຄືເປົ້າໝາຍຂອງພຣະເຈົ້າໃນການຮັກສາຄວາມສົມດຸນແບບນີ້? ສິ່ງນີ້ກ່ຽວຂ້ອງກັບສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຄົນ ແລະ ຄວາມຢູ່ລອດຂອງມະນຸດຊາດ. ຖ້າມ້າລາຍ ຫຼື ເຫຍື່ອທີ່ຄ້າຍຄືກັນຂອງສິງໂຕ ເຊັ່ນ: ກວາງ ຫຼື ສັດອື່ນໆສືບພັນຊ້າເກີນໄປ ແລະ ຈຳນວນຂອງສິງໂຕເພີ່ມຂຶ້ນຢ່າງໄວ, ມວນມະນຸດຈະຜະເຊີນກັບອັນຕະລາຍແບບໃດ? ສິງໂຕທີ່ກໍາລັງກິນເຍື່ອຂອງພວກມັນແມ່ນປາກົດການປົກກະຕິ, ແຕ່ສິງໂຕທີ່ກໍາລັງກິນຄົນແມ່ນໂສກກະນາດຕະກໍາ. ໂສກກະນາດຕະກຳນີ້ບໍ່ແມ່ນສິ່ງທີ່ຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ, ບໍ່ແມ່ນສິ່ງທີ່ເກີດຂຶ້ນພາຍໃຕ້ການປົກຄອງຂອງພຣະອົງ, ແຮງໄກທີ່ມັນຈະແມ່ນສິ່ງທີ່ພຣະອົງໄດ້ນຳມາສູ່ມະນຸດ. ກົງກັນຂ້າມ, ມັນແມ່ນສິ່ງທີ່ມະນຸດນຳມາສູ່ຕົວພວກເຂົາເອງ. ດັ່ງນັ້ນ, ຕາມທີ່ພຣະເຈົ້າເຫັນ, ຄວາມສົມດຸນລະຫວ່າງທຸກສິ່ງນັ້ນສຳຄັນສຳລັບຄວາມຢູ່ລອດຂອງມະນຸດຊາດ. ບໍ່ວ່າຈະເປັນພືດ ຫຼື ສັດ, ບໍ່ມີຫຍັງສາມາດສູນເສຍຄວາມສົມດຸນທີ່ເໝາະສົມຂອງມັນໄດ້. ພືດ, ສັດ, ພູ ແລະ ທະເລສາບ; ພຣະເຈົ້າໄດ້ກະກຽມສະພາບແວດລ້ອມລະບົບນິເວດປົກກະຕິໃຫ້ແກ່ມະນຸດຊາດແລ້ວ. ມີພຽງແຕ່ເມື່ອຜູ້ຄົນມີສະພາບແວດລ້ອມລະບົບນິເວດທີ່ມີຄວາມສົມດຸນແບບນີ້ເທົ່ານັ້ນ ຄວາມຢູ່ລອດຂອງພວກເຂົາຈິ່ງປອດໄພ. ຖ້າຕົ້ນໄມ້ ຫຼື ຫຍ້າມີຄວາມສາມາດຕ່ຳໃນການສືບພັນ ຫຼື ຄວາມໄວໃນການສືບພັນຂອງພວກມັນນັ້ນຊ້າຫຼາຍ, ດິນກໍຈະບໍ່ເສຍຄວາມຊຸ່ມຂອງມັນບໍ? ຖ້າຫາກວ່າດິນໄດ້ເສຍຄວາມຊຸ່ມຂອງມັນແລ້ວ, ມັນຍັງຈະອຸດົມສົມບູນຢູ່ບໍ? ຖ້າດິນສູນເສຍພືດພັນ ແລະ ຄວາມຊຸ່ມຂອງມັນ, ມັນກໍຈະຖືກທຳລາຍໂດຍໄວ ແລະ ດິນຊາຍກໍຈະເກີດຂຶ້ນແທນທີ່ມັນ. ເມື່ອດິນເສື່ອມລົງ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະຖືກທຳລາຍເຊັ່ນດຽວກັນ. ໄພພິບັດຫຼາຍຢ່າງກໍຈະມາພ້ອມກັບການທຳລາຍນີ້. ປາດສະຈາກຄວາມສົມດຸນທາງລະບົບນິເວດແບບນີ້, ປາດສະຈາກສະພາບແວດລ້ອມທາງລະບົບນິເວດແບບນີ້, ຜູ້ຄົນກໍຈະປະສົບໄພພິບັດຈາກຄວາມບໍ່ສົມດຸນຂອງສິ່ງຕ່າງໆທັງໝົດ. ຕົວຢ່າງ: ເມື່ອມີຄວາມບໍ່ສົມດຸນທາງສະພາບແວດລ້ອມທີ່ທຳລາຍລະບົບນິເວດຂອງກົບ, ພວກມັນທັງໝົດຈະເຕົ້າໂຮມກັນ, ຈຳນວນຂອງພວກມັນເພິ່ມຂຶ້ນຢ່າງໄວວາ ແລະ ຄົນຍັງເຫັນກົບຈຳນວນຫຼວງຫຼາຍຂ້າມທາງໃນເມືອງ. ຖ້າກົບຈຳນວນຫຼວງຫຼາຍຢຶດຄອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດ, ນັ້ນຈະເອີ້ນວ່າແນວໃດ? ໄພພິບັດ. ເປັນຫຍັງມັນຈິ່ງຖືກເອີ້ນວ່າໄພພິບັດ? ສັດນ້ອຍເຫຼົ່ານີ້ທີ່ເປັນປະໂຫຍດຕໍ່ມະນຸດມີປະໂຫຍດສຳລັບຄົນເມື່ອພວກມັນຢູ່ບ່ອນທີ່ເໝາະສົມຂອງພວກມັນ; ພວກມັນສາມາດຮັກສາຄວາມສົມດຸນຂອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງຄົນໄດ້. ແຕ່ຖ້າພວກມັນກາຍເປັນໄພພິບັດ, ພວກມັນກໍຈະສົ່ງຜົນກະທົບຕໍ່ຄວາມເປັນລະບຽບຂອງຊີວິດຄົນ. ສິ່ງຕ່າງໆທັງໝົດ ແລະ ທຸກອົງປະກອບທີ່ກົບນຳມາໃນຮ່າງກາຍຂອງພວກມັນສາມາດສົ່ງຜົນກະທົບຕໍ່ຄຸນນະພາບຊີວິດຂອງຄົນໄດ້. ພວກມັນຍັງສາມາດເຮັດໃຫ້ອະໄວຍະວະຮ່າງກາຍຂອງຄົນຖືກໂຈມຕີໄດ້ອີກດ້ວຍ, ນີ້ແມ່ນໄພພິບັດປະເພດໜຶ່ງ. ອີກໄພພິບັດປະເພດໜຶ່ງເຊິ່ງເປັນສິ່ງທີ່ມະນຸດໄດ້ປະສົບຢູ່ເລື້ອຍໆກໍຄືການປາກົດຕົວຂອງຕັກແຕນເປັນຈຳນວນຫຼວງຫຼາຍ. ນີ້ບໍ່ແມ່ນໄພພິບັດບໍ? ແມ່ນ, ມັນເປັນໄພພິບັດທີ່ໜ້າຢ້ານກົວ. ມັນບໍ່ສຳຄັນວ່າມະນຸດມີຄວາມສາມາດສ່ຳໃດ, ຄົນສາມາດຜະລິດຍົນ, ປືນໃຫຍ່ ແລະ ລະເບີດປະລາມະນູ, ເມື່ອຕັກແຕນເຂົ້າໂຈມຕີ, ມະນຸດມີວິທີແກ້ໄຂແນວໃດແດ່? ພວກເຂົາໃຊ້ປືນໃຫຍ່ກັບພວກມັນໄດ້ບໍ? ພວກເຂົາຍິງພວກມັນດ້ວຍປືນກົນໄດ້ບໍ? ບໍ່, ພວກເຂົາບໍ່ສາມາດເຮັດໄດ້. ແລ້ວພວກເຂົາສາມາດສີດຢາຂ້າແມງໄມ້ເພື່ອຂັບໄລ່ພວກມັນໄດ້ບໍ? ນັ້ນກໍບໍ່ແມ່ນເປັນສິ່ງງ່າຍເຊັ່ນກັນ. ຕັກແຕນນ້ອຍໆເຫຼົ່ານັ້ນມາເຮັດຫຍັງ? ພວກມັນກິນພືດພັນ ແລະ ເມັດພືດໂດຍສະເພາະ. ບໍ່ວ່າຕັກແຕນໄປບ່ອນໃດ, ພືດພັນຈະຖືກທຳລາຍຈົນໝົດກ້ຽງ. ໃນເວລາຕັກແຕນບຸກລຸກ, ອາຫານທັງໝົດທີ່ຊາວນາເພິ່ງພາທັງປີແມ່ນຖືກຕັກແຕນກິນຈົນໝົດພາຍໃນພິບຕາດຽວ. ສຳລັບມະນຸດ, ການມາຂອງຕັກແຕນບໍ່ພຽງແຕ່ກໍ່ໃຫ້ເກີດຄວາມເຄືອງໃຈເທົ່ານັ້ນ ແຕ່ມັນແມ່ນໄພພິບັດ. ດັ່ງນັ້ນ, ພວກເຮົາຮູ້ວ່າການປາກົດຕົວຂອງຕັກແຕນຈຳນວນຫຼວງຫຼາຍແມ່ນໄພພິບັດປະເພດໜຶ່ງ, ແຕ່ວ່າໜູເດ? ຖ້າບໍ່ມີນົກລ້າເຫຍື່ອທີ່ກິນໜູເປັນອາຫານ, ພວກມັນກໍຈະເພີ່ມຈຳນວນຢ່າງໄວວາ, ໄວກວ່າທີ່ເຈົ້າຈະສາມາດຈິນຕະນາການໄດ້ອີກ. ຖ້າໜູແຜ່ກະຈາຍແບບບໍ່ມີຈຳກັດ, ມະນຸດຈະສາມາດມີຊີວິດທີ່ດີໄດ້ບໍ? ມະນຸດຈະຜະເຊີນກັບບັນຫາຫຍັງ? (ການລະບາດ). ແຕ່ເຈົ້າຄິດວ່າການລະບາດຄືຜົນໄດ້ຮັບພຽງຢ່າງດຽວເທົ່ານັ້ນບໍ? ໜູຈະກັດກິນທຸກສິ່ງ ແລະ ແມ່ນແຕ່ໄມ້ພວກມັນກໍຈະກັດ. ຖ້າມີໜູສອງໂຕຢູ່ໃນເຮືອນຫຼັງໜຶ່ງ, ພວກມັນກໍຈະສ້າງຄວາມລຳຄານໃຫ້ກັບທຸກຄົນທີ່ອາໄສຢູ່ເຮືອນຫຼັງນັ້ນ. ບາງຄັ້ງພວກມັນກໍລັກກິນນ້ຳມັນພືດ ແລະ ບາງຄັ້ງພວກມັນກໍກິນເຂົ້າຈີ່ ຫຼື ທັນຍາພືດ. ສ່ວນສິ່ງທີ່ພວກມັນບໍ່ກິນ ພວກມັນກໍກັດ ແລະ ເຮັດໃຫ້ເປັນບ່ອນເປິເປື້ອນ. ພວກມັນກັດເສື້ອຜ້າ, ເກີບ, ເຄື່ອງຕົກແຕ່ງເຮືອນ; ພວກມັນກັດທຸກສິ່ງ. ບາງຄັ້ງພວກມັນຈະປີນຂຶ້ນເທິ່ງຕູ້ມ້ຽນຈານ; ຈານເຫຼົ່ານັ້ນຍັງສາມາດໃຊ້ໄດ້ບໍ່ຫຼັງຈາກທີ່ໜູຢຽບແລ້ວ? ເຖິງແມ່ນວ່າເຈົ້າຈະຂ້າເຊື່ອພວກມັນ ເຈົ້າກໍຍັງຮູ້ສຶກບໍ່ສະບາຍໃຈ, ທາງດຽວຄື ເຈົ້າໂຍນພວກມັນຖິ້ມ. ທັງໝົດນີ້ແມ່ນຄວາມລຳຄານທີ່ໜູນຳມາສູ່ຜູ້ຄົນ. ເຖິງແມ່ນວ່າໜູເປັນສັດນ້ອຍໆ, ຄົນບໍ່ມີວິທີທີ່ຈະຈັດການກັບພວກມັນ, ກົງກັນຂ້າມ ຕ້ອງໄດ້ທົນກັບການປຸ້ນສະດົມຂອງພວກມັນ. ໜູພຽງແຕ່ສອງໂຕກໍຍັງສາມາດເຮັດໃຫ້ເກີດຄວາມວຸ້ນວາຍແລ້ວ, ແຮງໄກຖ້າມີໜູເປັນຈຳນວນຫຼວງຫຼາຍ. ຖ້າຈຳນວນຂອງພວກມັນເພີ່ມຂຶ້ນ ແລະ ກາຍເປັນໄພພິບັດ, ຜົນທີ່ຈະຕາມມາແມ່ນບໍ່ສາມາດນຶກຄິດໄດ້. ແມ່ນແຕ່ສິ່ງມີຊີວິດນ້ອຍໆເຊັ່ນມົດກໍອາດຈະເປັນໄພພິບັດໄດ້. ຖ້າສິ່ງນັ້ນເກີດຂຶ້ນ ຄວາມເສຍຫາຍທີ່ພວກມັນຈະສ້າງໃຫ້ກັບມະນຸດຊາດແມ່ນບໍ່ສາມາດລະເລີຍໄດ້ເຊັ່ນກັນ. ມົດສາມາດສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ບ້ານທີ່ມັນພັງລົງ. ຄວາມແຂງແກ່ນຂອງພວກມັນບໍ່ສາມາດຖືກເບິ່ງຂ້າມໄດ້. ມັນຈະບໍ່ເປັນຕາຢ້ານບໍຖ້ານົກຊະນິດຕ່າງໆໄດ້ສ້າງໄພພິບັດຂຶ້ນ? (ແມ່ນແລ້ວ). ເວົ້າອີກຢ່າງໜຶ່ງກໍຄື, ເມື່ອໃດກໍຕາມທີ່ສັດ ຫຼື ສິ່ງມີຊີວິດ, ບໍ່ວ່າພວກມັນເປັນສັດຊະນິດໃດກໍ່ຕາມ ສູນເສຍຄວາມສົມດຸນຂອງພວກມັນ, ພວກມັນກໍຈະເຕີບໃຫຍ່ຂຶ້ນ, ສືບພັນ ແລະ ອາໄສຢູ່ໃນຂອບເຂດທີ່ຜິດປົກກະຕິ, ຂອບເຂດທີ່ບໍ່ປົກກະຕິ. ນັ້ນຈະນຳເອົາຜົນສະທ້ອນທີ່ບໍ່ສາມາດຈິນຕະນາການໄດ້ມາສູ່ມະນຸດ. ນັ້ນຈະບໍ່ສົ່ງຜົນກະທົບພຽງແຕ່ສະເພາະຄວາມຢູ່ລອດ ແລະ ຊີວິດຂອງຄົນເທົ່ານັ້ນ ແຕ່ມັນຍັງຈະນຳເອົາໄພພິບັດມາສູ່ມວນມະນຸດອີກດ້ວຍ, ຈົນເຖິງຈຸດທີ່ຜູ້ຄົນອາດຕອງປະສົບກັບຊະຕາກຳແຫ່ງການທຳລາຍລ້າງ ແລະ ການສູນພັນຢ່າງສົມບູນ.
ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງໃຊ້ທຸກວິທີທາງ ແລະ ວີທີການຕ່າງໆເພື່ອສ້າງຄວາມສົມດຸນ, ເພື່ອຊັ່ງຊາສະພາບການດຳລົງຢູ່ຂອງພູ ແລະ ທະເລສາບ, ຂອງພືດ ແລະ ສັດທຸກຊະນິດ, ນົກ ແລະ ແມງໄມ້. ເປົ້າໝາຍຂອງພຣະອົງແມ່ນເພື່ອເຮັດໃຫ້ສິ່ງມີຊີວິດທຸກຊະນິດອາໄສຢູ່ ແລະ ອອກແມ່ແຜ່ລູກຢູ່ໃຕ້ກົດເກນທີ່ພຣະອົງໄດ້ສ້າງຂຶ້ນ. ບໍ່ມີສິ່ງໃດແຫ່ງການຊົງສ້າງສາມາດຢູ່ນອກເໜືອກົດເກນເຫຼົ່ານີ້ໄດ້ ແລະ ກົດເກນເຫຼົ່ານີ້ກໍບໍ່ສາມາດທໍາລາຍໄດ້. ຢູ່ໃນສະພາບແວດລ້ອມພື້ນຖານແບບນີ້ເທົ່ານັ້ນມະນຸດຈຶ່ງສາມາດມີຊີວິດຢູ່ໄດ້ ແລະ ເພີ່ມທະວີຈຳນວນໄດ້ຢ່າງປອດໄພຈາກຮຸນສູ່ຮຸ່ນ. ຖ້າສິ່ງມີຊີວິດໃດທີ່ເກີນປະລິມານ ຫຼື ຂອບເຂດທີ່ພຣະເຈົ້າກຳນົດໄວ້ ຫຼື ຖ້າມັນເກີນອັດຕາການເຕີບໃຫຍ່, ຄວາມຖີ່ໃນການສືບພັນ ຫຼື ຈຳນວນທີ່ຖືກກຳນົດໄວ້ໂດຍພຣະອົງແລ້ວ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະປະສົບກັບຄວາມພິນາດໃນຫຼາຍລະດັບ. ໃນເວລາດຽວກັນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມ. ຖ້າສິ່ງມີຊີວິດຊະນິດໜຶ່ງມີຈຳນວນຫຼາຍເກີນໄປ, ມັນຈະປຸ້ນສະດົມອາຫານຂອງຄົນ, ທຳລາຍແຫຼ່ງນ້ຳຂອງຄົນ ແລະ ທຳລາຍບ້ານເກີດເມືອງນອນຂອງພວກເຂົາ. ໃນທຳນອງນັ້ນ, ການສືບພັນຂອງມະນຸດ ຫຼື ສະຖານະຄວາມຢູ່ລອດກໍຈະໄດ້ຮັບຜົນກະທົບທັນທີ. ຕົວຢ່າງ: ນ້ຳນັ້ນສຳຄັນຫຼາຍສຳລັບທຸກສິ່ງ. ຖ້າມີໜູ, ມົດ, ຕັກແຕນ, ກົບ ຫຼື ສັດຊະນິດອື່ນໆຫຼາຍເກີນໄປ ພວກມັນກໍຈະກິນນ້ຳຫຼາຍຂຶ້ນ. ເນື່ອງຈາກປະລິມານນ້ຳທີ່ພວກມັນກິນເພີ່ມຂຶ້ນ, ນ້ຳດື່ມຂອງຄົນ ແລະ ແຫຼ່ງນ້ຳຢູ່ໃນບໍລີເວນແຫຼ່ງນ້ຳດື່ມ ແລະ ພື້ນທີ່ນ້ຳທີ່ໄດ້ກຳນົດໄວ້ຈະລົດລົງ ແລະ ພວກເຂົາຈະປະສົບກັບພາວະຂາດແຄນນ້ຳ. ຖ້າແຫຼ່ງນ້ຳດື່ມຂອງຄົນຖືກທຳລາຍໄປ, ຖືກເຮັດໃຫ້ເປື້ອນ ຫຼື ຖືກຕັດອອກຍ້ອນສັດທຸກຊະນິດທີ່ໄດ້ເພີ່ມຈຳນວນຂຶ້ນ, ພາຍໃຕ້ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໂຫດຮ້າຍແບບນັ້ນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມຢ່າງໜັກ. ຖ້າມີພຽງສິ່ງມີຊີວິດຊະນິດດຽວ ຫຼື ຫຼາຍໆຊະນິດເກີນຈຳນວນທີ່ເໝາະສົມຂອງພວກມັນ, ແລ້ວອາກາດ, ອຸນຫະພູມ, ຄວາມຊຸ່ມແລະ ແມ່ນແຕ່ອົງປະກອບຂອງອາກາດຢູ່ໃນພື້ນທີ່ຄວາມຢູ່ລອດຂອງມະນຸດກໍຈະໄດ້ຮັບສານພິດ ແລະ ຖືກທຳລາຍໃນຫຼາຍລະດັບ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມຢູ່ລອດ ແລະ ໂຊກຊະຕາຂອງມະນຸດກໍຈະຖືກຄຸກຄາມຈາກປັດໄຈດ້ານນິເວດວິທະຍາເຫຼົ່ານີ້ເຊັ່ນກັນ. ດັ່ງນັ້ນ, ຖ້າຄວາມສົມດຸນເຫຼົ່ານີ້ສູນເສຍໄປ, ອາກາດທີ່ຄົນເຮົາຫາຍໃຈກໍຈະຖືກທຳລາຍ, ນ້ຳທີ່ຄົນດື່ມກໍຈະຖືກເຈືອປົນ, ອຸນຫະພູມທີ່ພວກເຂົາຕ້ອງການກໍຈະປ່ຽນໄປ ແລະ ສົ່ງຜົນກະທົບໃນຫຼາຍລະດັບເຊັ່ນດຽວກັນ. ຖ້າສິ່ງນັ້ນເກີດຂຶ້ນ, ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນຂອງມະນຸດໂດຍທຳມະຊາດກໍຈະໄດ້ຮັບຜົນກະທົບ ແລະ ຖືກທ້າທາຍຢ່າງໃຫຍ່ຫຼວງ. ໃນກໍລະນີທີ່ສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດໄດ້ຖືກທຳລາຍໄປ, ຊະຕາກຳ ແລະ ໂອກາດຂອງມວນມະນຸດຈະເປັນແນວໃດ? ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍ! ຍ້ອນວ່າ ພຣະເຈົ້າຮູ້ວ່າ ເຫດຜົນຂອງແຕ່ລະສິ່ງທີ່ຖືກສ້າງມີຢູ່ເພື່ອມະນຸດຄືຫຍັງ, ແມ່ນຫຍັງຄືບົດບາດຂອງສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນ, ແຕ່ລະສິ່ງມີຜົນກະທົບແບບໃດຕໍ່ມະນຸດ ແລະ ມັນມີຜົນປະໂຫຍດຕໍ່ມະນຸດໃນລະດັບໃດ, ຍ້ອນວ່າຢູ່ໃນຫົວໃຈຂອງພຣະເຈົ້າມີແຜນການສຳລັບທັງໝົດນີ້ ແລະ ພຣະອົງຄຸ້ມຄອງທຸກດ້ານຂອງທຸກສິ່ງທີ່ພຣະອົງສ້າງ, ດ້ວຍເຫດນີ້ ທຸກສິ່ງທີ່ພຣະອົງກະທໍາຈຶ່ງມີຄວມສຳຄັນ ແລະ ຈຳເປັນຫຼາຍສຳລັບມະນຸດ. ດັ່ງນັ້ນ, ນັບແຕ່ນີ້ໄປ, ເມື່ອໃດກໍ່ຕາມທີ່ເຈົ້າສັງເກດເຫັນປະກົດການດ້ານລະບົບນິເວດທ່າມກາງສິ່ງຕ່າງໆທີ່ພຣະເຈົ້າສ້າງ ຫຼື ບາງກົດເກນທຳມະຊາດສ້າງຜົນກະທົບທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງຂອງພຣເຈົ້າ, ເຈົ້າກໍຈະບໍ່ສົງໄສເຖິງຄວາມຈຳເປັນຂອງທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າອີກຕໍ່ໄປ. ເຈົ້າຈະບໍ່ໃຊ້ຄຳເວົ້າໂງ່ໆອີກຕໍ່ໄປເພື່ອຕັດສິນຕາມອຳເພີໃຈຕໍ່ການຈັດແຈງທຸກສິ່ງຂອງພຣະເຈົ້າ ແລະ ວິທີຕ່າງໆທີ່ພຣະອົງສະໜອງໃຫ້ກັບມະນຸດ. ເຈົ້າຈະບໍ່ສະຫຼຸບຕາມອຳເພີໃຈກ່ຽວກັບກົດເກນຕ່າງໆຂອງພຣະເຈົ້າສຳລັບສັບພະທຸກສິ່ງທີ່ພຣະອົງສ້າງ. ສິ່ງນີ້ບໍ່ຖືກຕ້ອງບໍ?
ທັງໝົດນີ້ທີ່ພວກເຮົາຫາກໍເວົ້າເຖິງນັ້ນແມ່ນຫຍັງ? ຈົ່ງຄິດເບິ່ງໜ້ອຍໜຶ່ງ. ພຣະເຈົ້າມີຄວາມປະສົງຂອງພຣະອົງເອງໃນທຸກໆສິ່ງທີ່ພຣະອົງກະທຳ. ເຖິງແມ່ນວ່າຄວາມປະສົງຂອງພຣະອົງນັ້ນເລິກລັບຍາກທີ່ຈະເຂົ້າໃຈສຳລັບມະນຸດ, ມັນກໍກ່ຽວຂ້ອງກັບຄວາມຢູ່ລອດຂອງມະນຸດຢ່າງແຍກບໍ່ອອກ ແລະ ຢ່າງມີພະລັງສະເໝີ. ເປັນສິ່ງທີ່ຂາດບໍ່ໄດ້ແທ້ໆ. ນີ້ກໍຍ້ອນວ່າພຣະເຈົ້າບໍ່ເຄີຍເຮັດສິ່ງໃດທີ່ໄຮ້ປະໂຫຍດ. ຫຼັກການຕ່າງໆທີ່ຢູ່ເບື້ອງຫຼັງທຸກສິ່ງທີ່ພຣະອົງກະທຳນັ້ນແມ່ນຖືກຫຼອມເຂົ້າໃນແຜນການ ແລະ ສະຕິປັນຍາຂອງພຣະອົງ. ເປົ້າໝາຍ ແລະ ຄວາມປະສົງທີ່ຢູ່ເບື່ອງຫຼັງແຜນການນັ້ນແມ່ນເພື່ອການປົກປ້ອງມະນຸດ, ເພື່ອຊ່ວຍມະນຸດໃຫ້ຫຼີກເວັ້ນໄພພິບັດ, ປົກປ້ອງການທໍາລາຍສິ່ງມີຊີວິດອື່ນໆ ແລະ ຄວາມເສຍຫາຍໃດໆທີ່ເກີດກັບມະນຸດຈາກສິ່ງທີ່ພຣະເຈົ້າສ້າງຂຶ້ນ. ດັ່ງນັ້ນ, ເວົ້າໄດ້ບໍວ່າການກະທຳຂອງພຣະເຈົ້າທີ່ພວກເຮົາໄດ້ເຫັນຢູ່ໃນຫົວຂໍ້ນີ້ເປັນອີກວິທີໜຶ່ງທີ່ພຣະເຈົ້າສະໜອງໃຫ້ກັບມະນຸດ? ພວກເຮົາເວົ້າໄດ້ບໍວ່າ ຜ່ານການກະທຳເຫຼົ່ານີ້, ພຣະເຈົ້າກຳລັງລ້ຽງດູ ແລະ ບຳລຸງລ້ຽງມວນມະນຸດຊາດຢູ່? (ແມ່ນ). ມີຄວາມສຳພັນຢ່າງແໜ້ນແຟ້ນລະຫວ່າງຫົວຂໍ້ນີ້ ແລະ ຫົວຂໍ້ແຫ່ງການສົນທະນາຂອງພວກເຮົາກ່ຽວກັບ “ພຣະເຈົ້າຄືແຫຼ່ງກຳເນີດແຫ່ງຊີວິດສຳລັບທຸກສິ່ງ” ບໍ່? (ມີ). ມີຄວາມສຳພັນທີ່ແໜ້ນແຟ້ນຫຼາຍ ແລະ ຫົວຂໍ້ນີ້ກໍແມ່ນອີກມຸມມອງໜຶ່ງໃນນັ້ນ. ກ່ອນເວົ້າເຖິງຫົວຂໍ້ເຫຼົ່ານີ້, ຜູ້ຄົນແມ່ນມີພຽງບາງຈິນຕະນາການທີ່ເລື່ອນລອຍກ່ຽວກັບພຣະເຈົ້າ, ກ່ຽວກັບພຣະອົງເຈົ້າເອງ ແລະ ການກະທຳຂອງພຣະອົງ. ພວກເຂົາຂາດຄວາມເຂົ້າໃຈທີ່ແທ້ຈິງ. ແນວໃດກໍຕາມ, ເມື່ອຄົນຖືກບອກເລົ່າກ່ຽວກັບການກະທຳຂອງພຣະອົງ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ກະທຳ, ພວກເຂົາຈິ່ງສາມາດເຂົ້າໃຈ ແລະ ຢັ່ງເຖິງຫຼັກການຂອງສິ່ງທີ່ພຣະເຈົ້າກະທຳ ແລະ ພວກເຂົາສາມາດໄດ້ຮັບຄວາມເຂົ້າໃຈ ແລະ ສາມາດເຂົ້າເຖິງພວກມັນໄດ້. ສິ່ງນີ້ບໍ່ຖືກຕ້ອງບໍ? ເຖິງແມ່ນວ່າໃນຫົວໃຈຂອງພຣະເຈົ້າ, ເມື່ອໃດກໍຕາມທີ່ພຣະອົງເຮັດສິ່ງໃດໜຶ່ງ ເຊັ່ນ: ການສ້າງ ແລະ ການປົກຄອງເໜືອທຸກສິ່ງ, ພຣະອົງຈະມີທິດສະດີ, ຫຼັກການ ແລະ ກົດເກນທີ່ຊັບຊ້ອນທຸກປະເພດ, ມັນເປັນໄປບໍ່ໄດ້ທີ່ເຈົ້າຈະໄດ້ຮັບຄວາມເຂົ້າໃຈໃນຫົວໃຈຂອງພວກເຈົ້າວ່າ ທັງໝົດນີ້ແມ່ນການກະທຳຂອງພຣະເຈົ້າ ແລະ ພວກມັນກໍເປັນຈິງແທ້ ໂດຍປ່ອຍໃຫ້ພວກເຈົ້າຮຽນຮູ້ກ່ຽວກັບພາກສ່ວນດຽວຂອງພວກມັນເທົ່ານັ້ນ ໃນການສົນທະນາຂອງພວກເຮົາ? (ແມ່ນແລ້ວ). ແລ້ວຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າແຕກຕ່າງຈາກແຕ່ກ່ອນບໍ? ມັນແຕກຕ່າງຢູ່ໃນໃຈຄວາມຂອງມັນ. ກ່ອນໜ້ານີ້, ຄວາມເຂົ້າໃຈຂອງເຈົ້ານັ້ນໂຂ່ງເກີນໄປ, ເລືອນລອຍເກີນໄປ, ແຕ່ປັດຈຸບັນນີ້ຄວາມເຂົ້າໃຈຂອງເຈົ້າມີຫຼັກຖານທີ່ເປັນຮູບປະທຳທີ່ກົງກັນກັບການກະທຳຂອງພຣະເຈົ້າ, ທີ່ກົງກັນກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ. ເພາະສະນັ້ນ, ທັງໝົດທີ່ເຮົາໄດ້ກ່າວມານັ້ນແມ່ນເປັນບົດຮຽນທີ່ດີເລີດສຳລັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຂອງພວກເຈົ້າ.
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IX).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?