ຕອນນີ້ໄພພິບັດນັບມື້ນັບໃຫຍ່ຂຶ້ນເລື້ອຍໆ ສັນຍານເຫຼົ່ານີ້ຊີ້ບອກວ່າໄພພິບັດໃນຍຸກສຸດທ້າຍທີ່ພຣະຄໍາພີໄດ້ຄາດຄະເນໄວ້ຈະເລີ່ມຕົ້ນໃນໄວໆນີ້ແລ້ວ,ແລ້ວພວກເຮົາເຮັດແນວໃດຈຶ່ງຈະໄດ້ຮັບປົກປ້ອງພຣະເຈົ້າ ແລະ ລອດພົ້ນຢູ່ໃນທ່າມກາງໄພພິບັດທີ່ໃຫ່ຍ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ.

ໃຫ້ຫວນກັບໄປເບິ່ງໃນຊ່ວງເວລາຂອງໂນອາ ນັ້ນກໍຄື ມະນຸດຊາດເສື່ອມຊາມຫຼາຍ, ພວກເຂົາໄດ້ຫັນໜີຈາກການອວຍພອນຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ດູແລພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ສູນເສຍພຣະສັນຍາຂອງພຣະເຈົ້າ. ພວກເຂົາອາໄສຢູ່ໃນຄວາມມືດ ໂດຍປາສະຈາກແສງສະຫວ່າງຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງປາສະຈາກສິນລະທຳໂດຍທຳມະຊາດ, ປະຖິ້ມຕົວພວກເຂົາເອງໃຫ້ກັບຄວາມຊົ່ວຊ້າຢ່າງເສື່ອມເສຍ. ມະນຸດປະເພດນີ້ບໍ່ສາມາດຮັບພຣະສັນຍາຂອງພຣະເຈົ້າອີກຕໍ່ໄປ; ພວກເຂົາບໍ່ສົມຄວນເປັນພະຍານເຖິງໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນສຽງຂອງພຣະເຈົ້າ, ຍ້ອນພວກເຂົາໄດ້ປະຖິ້ມພຣະເຈົ້າ, ໄດ້ປະຖິ້ມທຸກຢ່າງທີ່ພຣະອົງປະທານໃຫ້ກັບພວກເຂົາ ແລະ ໄດ້ລືມຄໍາສັ່ງສອນຂອງພຣະເຈົ້າ. ຫົວໃຈຂອງພວກເຂົາໄດ້ຫັນໜີຈາກພຣະເຈົ້າໄກອອກໄປເລື້ອຍໆ ແລະ ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຄົນທີ່ຊົ່ວຊ້າເກີນເຫດຜົນ ແລະ ຄວາມເປັນມະນຸດ ແລະ ຍິ່ງຊົ່ວຮ້າຍເພີ່ມຂຶ້ນເລື້ອຍໆ. ພວກເຂົາໄດ້ເຂົ້າໃກ້ຄວາມຕາຍຫຼາຍຂຶ້ນ ແລະ ຕົກຢູ່ພາຍໃຕ້ຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ມີພຽງແຕ່ໂນອາທີ່ນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຍິນຄຳສັ່ງສອນຂອງພຣະເຈົ້າ. ເພິ່ນໄດ້ສ້າງເຮືອຕາມຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ຮວບຮວມສິ່ງທີ່ມີຊີວິດທຸກປະເພດ. ດ້ວຍເຫດນີ້ ເມື່ອທຸກສິ່ງຖືກຕຽມການໄວ້ແລ້ວ, ພຣະເຈົ້າກໍປ່ອຍການທຳລາຍຂອງພຣະອົງມາເທິງແຜ່ນດິນໂລກ. ມີພຽງແຕ່ໂນອາ ແລະ ສະມາຊິກເຈັດຄົນໃນຄອບຄົວຂອງເພິ່ນເທົ່ານັ້ນທີ່ລອດຈາກການທຳລາຍນັ້ນ ຍ້ອນໂນອານະມັດສະການພຣະເຢໂຮວາ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ.

ແລ້ວໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື: ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ ແມ່ນໄດ້ສູນຫາຍໄປໝົດແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດ ແລະ ໃຫ້ອະໄພແກ່ມະນຸດຊາດໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປາກົດຕົວ. ພຣະອົງສະແຫວງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມຄໍາສັ່ງຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າຫາກບໍ່ມີອໍານາດໃດຂັດຂວາງເຈົ້າໃນການອຸທິດຕົວໃຫ້ກັບພຣະເຈົ້າ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າແມ່ນບໍ່ແປກ, ແຕ່ການກັບໃຈທີ່ແທ້ຈິງຂອງມະນຸດແມ່ນແປກ

ບໍ່ວ່າພຣະເຈົ້າຈະໃຈຮ້າຍຫຼາຍສໍ່າໃດກັບຊາວນີນາເວກໍຕາມ, ທັນທີທີ່ພວກເຂົາປະກາດການອົດອາຫານ ແລະ ນຸ່ງຜ້າກະສອບ ແລະ ນັ່ງເທິງຂີ້ເຖົ່າ, ຫົວໃຈຂອງພຣະອົງກໍເລີ່ມອ່ອນລົງ ແລະ ພຣະອົງກໍເລີ່ມປ່ຽນຄວາມຄິດຂອງພຣະອົງ. ເມື່ອພຣະອົງປະກາດຕໍ່ພວກເຂົາວ່າ ພຣະອົງຈະທຳລາຍເມືອງຂອງພວກເຂົາ, ພຣະອົງແມ່ນຍັງໃຈຮ້າຍກັບພວກເຂົາຢູ່ ເຊິ່ງເປັນຊ່ວງເວລາກ່ອນການສາລະພາບ ແລະ ການກັບໃຈຈາກຄວາມຜິດບາບຂອງພວກເຂົາ. ຫຼັງຈາກທີ່ພວກເຂົາໄດ້ກັບໃຈ, ຄວາມໃຈຮ້າຍຂອງພຣະເຈົ້າສຳລັບປະຊາຊົນແຫ່ງເມືອງນີນາເວກໍປ່ຽນແປງເປັນຄວາມເມດຕາ ແລະ ຄວາມອົດກັ້ນຕໍ່ພວກເຂົາເທື່ອລະໜ້ອຍ. ບໍ່ມີສິ່ງໃດຂັດແຍ້ງກ່ຽວກັບການເປີດເຜີຍທັງສອງດ້ານຂອງອຸປະນິໄສເຫຼົ່ານີ້ຂອງພຣະເຈົ້າທີ່ເກີດຂຶ້ນຈາກເຫດການດຽວກັນ. ແລ້ວຜູ້ຄົນຈະເຂົ້າໃຈ ແລະ ຮູ້ຈັກການຂາດຂໍ້ຂັດແຍ້ງນີ້ໄດ້ແນວໃດ? ພຣະເຈົ້າສະແດງ ແລະ ເປີດເຜີຍທາດແທ້ທັງສອງດ້ານທີ່ກົງກັນຂ້າມກັນຕາມລຳດັບ ໃນຂະນະທີ່ປະຊາຊົນແຫ່ງເມືອງນີນາເວກັບໃຈ ເຊິ່ງເຮັດໃຫ້ຜູ້ຄົນເຫັນເຖິງຄວາມເປັນຈິງ ແລະ ຄວາມບໍ່ສາມາດລ່ວງເກີນໄດ້ຂອງທາດແທ້ຂອງພຣະເຈົ້າ. ພຣະເຈົ້າໃຊ້ທັດສະນະຄະຕິຂອງພຣະອົງເພື່ອບອກຜູ້ຄົນກັບສິ່ງດັ່ງຕໍ່ໄປນີ້: ມັນບໍ່ແມ່ນພຣະເຈົ້າທີ່ບໍ່ອົດກັ້ນຕໍ່ຜູ້ຄົນ ຫຼື ບໍ່ແມ່ນວ່າ ພຣະອົງບໍ່ຕ້ອງການສະແດງຄວາມເມດຕາກັບພວກເຂົາ; ກົງກັນຂ້າມ ມັນແມ່ນພວກເຂົາທີ່ບໍ່ຄ່ອຍກັບໃຈຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ມັນຍາກສໍາລັບຜູ້ຄົນທີ່ຈະຫັນຫຼັງຈາກຫົນທາງອັນຊົ່ວຮ້າຍຂອງພວກເຂົາຢ່າງແທ້ຈິງ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ເວົ້າອີກຢ່າງກໍຄື ເມື່ອພຣະເຈົ້າໃຈຮ້າຍກັບມະນຸດ, ພຣະອົງຫວັງວ່າມະນຸດຈະສາມາດກັບໃຈຢ່າງແທ້ຈິງ ແລະ ແນ່ນອນ ພຣະອົງຫວັງຢ່າງຍິ່ງທີ່ຈະເຫັນການກັບໃຈຢ່າງແທ້ຈິງຂອງມະນຸດ ເຊິ່ງໃນກໍລະນີນີ້ ພຣະອົງກໍຈະສືບຕໍ່ປະທານຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງໃຫ້ແກ່ມະນຸດຢ່າງໃຫຍ່ຫຼວງ. ນີ້ໝາຍຄວາມວ່າ ຄວາມປະພຶດທີ່ຊົ່ວຮ້າຍຂອງມະນຸດກໍ່ໃຫ້ເກີດຄວາມໂກດຮ້າຍຂອງພຣະເຈົ້າ, ໃນຂະນະທີ່ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າຖືກປະທານໃຫ້ແກ່ຄົນທີ່ເຊື່ອຟັງພຣະເຈົ້າ ແລະ ກັບໃຈຕໍ່ໜ້າພຣະອົງຢ່າງແທ້ຈິງ, ປະທານໃຫ້ແກ່ຄົນທີ່ສາມາດຫັນອອກຈາກຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມວຸ້ນວາຍທີ່ຢູ່ໃນມືຂອງພວກເຂົາ. ທ່າທີຂອງພຣະເຈົ້າຖືກເປີດເຜີຍຢ່າງຊັດເຈນຫຼາຍໃນການປະຕິບັດຂອງພຣະອົງຕໍ່ຊາວນີນາເວ: ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້າບໍ່ໄດ້ຍາກເລີຍທີ່ຈະຮັບເອົາ ແລະ ສິ່ງທີ່ພຣະອົງຮຽກຮ້ອງກໍຄືການກັບໃຈຂອງຜູ້ຄົນ. ຕາບໃດທີ່ຜູ້ຄົນປະຖິ້ມຫົນທາງທີ່ຊົ່ວຮ້າຍຂອງພວກເຂົາ ແລະ ປະຖິ້ມຄວາມໂຫດຮ້າຍທີ່ຢູ່ໃນໃຈຂອງພວກເຂົາ, ພຣະເຈົ້າກໍຈະປ່ຽນໃຈ ແລະ ທັດສະນະຄະຕິຂອງພຣະອົງຕໍ່ພວກເຂົາ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມເມດຕາຂອງເຮົາຊົງສໍາແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເອົາຊະນະຕົວເອງ ແລະ ການລົງໂທດທີ່ຄົນຜິດບາບທີ່ໄດ້ຮັບກໍເປັນການພິສູດອຸປະນິໄສອັນຊອບທໍາຂອງເຮົາແລ້ວ ແລະ ຍິ່ງກວ່ານັ້ນ ກໍຍັງເປັນພະຍານຄວາມຮ້າຍກາດຂອງເຮົາ. ເມື່ອໄພພິບັດມາເຖິງ, ຄວາມອຶດຫິວອາຫານ ແລະ ໂລກລະບາດຈະຕົກຖືກທຸກຄົນທີ່ຕໍ່ຕ້ານເຮົາ ແລະ ພວກເຂົາຈະຮ້ອງໄຫ້ນໍ້າຕາໄຫຼ. ບັນດາຜູ້ທີ່ເຮັດບາບທຸກຮູບແບບ ເຖິງວ່າຈະຕິດຕາມເຮົາໄດ້ຫຼາຍປີກໍຕາມ ຈະບໍ່ພົ້ນຈາກການຈ່າຍຄ່າບາບຂອງພວກເຂົາ; ພ້ອມນັ້ນ ພວກເຂົາກໍຍັງຈະຖືກຕົກສູ່ໄພພິບັດທີ່ຮ້າຍແຮງກວ່າເຄີຍປະກົດໃຫ້ເຫັນໃນຫຼາຍລ້ານປີຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດຢູ່ກັບຄວາມຕື່ນຕົກໃຈ ແລະ ຢ້ານກົວ. ມີແຕ່ບັນດາຜູ້ທີ່ຕິດຕາມ ແລະ ຈົງຮັກພັກດີຕໍ່ເຮົາເທົ່ານັ້ນທີ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະໄດ້ພົບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ໄດ້ຮັບຄວາມເບີກບານໃຈທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າ ເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດ ຈິດໃຈເຮົາຈົດຈໍ່ສະແຫວງຫາຄົນທີ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ. ເຮົາບໍ່ເຄີຍລືມຜູ້ທີ່ບໍ່ເປັນຈິດໜຶ່ງໃຈດຽວກັນກັບເຮົາ, ຈິດໃຈຂອງເຮົາກຽດຊັງຄົນເຫຼົ່ານັ້ນ ລໍຄອຍໃຫ້ຮອດເວລາລົງໂທດພວກເຂົາ ເຮົາຈິ່ງຈະເພິ່ງພໍໃຈ. ເວລາຂອງເຮົາມາຮອດມື້ນີ້ແລ້ວ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

ພາລະກິດຂັ້ນຕອນສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອລິຂີດຊະຕາກໍາຂອງມະນຸດ. ຍິ່ງໄປກວ່ານັ້ນ ກໍແມ່ນເພື່ອຮັບເອົາການຍອມຮັບຈາກຄົນທັງປວງສໍາລັບທຸກສິ່ງທີ່ເຮົາໄດ້ກະທໍາ. ເຮົາຕ້ອງການ ໃຫ້ມະນຸດທຸກຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສໍາແດງເຖິງອຸປະນິໄສຂອງເຮົາ, ບໍ່ແມ່ນການກະທໍາຂອງມະນຸດ ແລະ ກໍບໍ່ແມ່ນທໍາມະຊາດ ເປັນສິ່ງທີ່ສ້າງມະນຸດຊາດຂຶ້ນມາ. ແຕ່ກົງກັນຂ້າມ ເຮົາເປັນຜູ້ຊົງສ້າງ ແລະ ດູແລທຸກຊີວິດທັງປວງ. ຖ້າປາສະຈາກເຮົາ ມະນຸດກໍຈະມີແຕ່ຄວາມຕາຍ ແລະ ປະສົບກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວໜ່ວຍນີ້ອີກ. ມະນຸດຈະປະເຊີນກັບກາງຄືນທີ່ໜາວຈັດ ແລະ ໂລກທີ່ເຕັມໄປດ້ວຍຄວາມມືດ ແລະ ຄວາມຕາຍ. ເຮົາເປັນຄວາມພົ້ນດຽວຂອງມະນຸດ ເຮົາເປັນຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ການດໍາລົງຢູ່ຂອງມະນຸດກໍຂຶ້ນຢູ່ກັບເຮົາ. ປາສະຈາກເຮົາແລ້ວ ມະນຸດກໍຈະດໍາລົງຢູ່ບໍ່ໄດ້. ປາສະຈາກເຮົາແລ້ວ ມະນຸດກໍຈະປະເຊີນກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກມານຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງປານນັ້ນກໍຍັງບໍ່ມີຜູ້ໃດເຊື່ອຟັງເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ເຮົາຫວັງຢ່າງດຽວວ່າມະນຸດຈະຕອບແທນເຮົາດ້ວຍການກະທໍາຄວາມດີ. ເຖິງວ່າຜູ້ທີ່ຕອບແທນເຮົາດ້ວຍການເຮັດຄວາມດີມີໜ້ອຍ ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມປະຕິບັດພາລະກິດຂອງເຮົາໃນຂັ້ນຕອນຕໍ່ໄປ ເຊິ່ງກໍາລັງປະກົດໃຫ້ເຫັນ ເພາະວ່າວຽກງານຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ເຮົາບໍ່ໄດ້ສົນໃຈຈໍານວນຄົນ ແຕ່ສົນໃຈການກະທໍາຄວາມດີຂອງພວກເຂົາ. ຢ່າງໃດກໍຕາມເຮົາຫວັງວ່າ ພວກເຈົ້າຈະກະທໍາຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍຈະເພິ່ງພໍໃຈ, ຖ້າບໍ່ດັ່ງນັ້ນ ບໍ່ມີຄົນໃດໃນລະຫວ່າງ ພວກເຈົ້າຈະໜີພົ້ນໄພພິບັດທີ່ຈະມາເຖິງນັ້ນໄດ້. ໄພພິບັດນັ້ນແມ່ນມາຈາກເຮົາ ແລະ ເຮົາເປັນຜູ້ກໍານົດ. ຖ້າພວກເຈົ້າບໍ່ສົມບູນດີພໍໃນສາຍຕາເຮົາ ພວກເຈົ້າຈະໜີບໍ່ພົ້ນໄພພິບັດດັ່ງກ່າວ.

(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໄພພິບັດທັງໝົດຈະເກີດຂຶ້ນຢ່າງຕໍ່ເນື່ອງ; ທຸກຊາດ ແລະ ທຸກສະຖານທີ່ ຈະປະສົບກັບໄພພິບັດເຊັ່ນ: ໂລກລະບາດ, ໄພອຶດຫີວ, ນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ແຜ່ນດິນໄຫວຈະເກີດຂຶ້ນຢູ່ທຸກບ່ອນ. ໄພພິບັດເຫຼົ່ານີ້ ຈະເກີດຂຶ້ນບໍ່ສະເພາະຢູ່ບ່ອນໜຶ່ງບ່ອນດຽວ ຫລື ສອງບ່ອນ ຫຼື ຈະບໍ່ເກີດຂຶ້ນພຽງແຕ່ພາຍໃນໜຶ່ງມື້ ຫຼື ສອງມື້, ແຕ່ພວກມັນຈະແຜ່ລາມໄປທົ່ວທຸກແຫ່ງຫົນ ແລະ ໄພພິບັດເຫຼົ່ານັ້ນ ຈະຮ້າຍແຮງຂຶ້ນເລື້ອຍໆ. ຢູ່ໃນໄລຍະນີ້ ຈະເກີດການລະບາດຂອງແມງໄມ້ທຸກຊະນິດເກີດຂຶ້ນຢ່າງຕໍ່ເນື່ອງກັນ ແລະ ຈະເກີດມີປະກົດການກິນຊີ້ນມະນຸດເກີດຂຶ້ນຢູ່ທຸກຫົນແຫ່ງ. ນີ້ແມ່ນການພິພາກສາຂອງເຮົາຕໍ່ທຸກຊາດ ແລະ ທຸກຊົນຊາດ. ລູກຊາຍທັງຫລາຍຂອງເຮົາເອີຍ! ພວກເຈົ້າ ບໍ່ຕ້ອງທົນທຸກທໍລະມານກັບຄວາມເຈັບປວດ ຫຼື ຄວາມລໍາບາກຈາກໄພພິບັດເຫລົ່ານັ້ນ. ເຮົາປາຖະໜາໃຫ້ພວກເຈົ້າເຕີບໃຫຍ່ ແລະ ຮັບເອົາພາລະຢູ່ເທິງບ່າຂອງເຮົາໃຫ້ໄວທີ່ຈະໄວໄດ້; ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈຄວາມປະສົງຂອງເຮົາ? ພາລະກິດຢູ່ເບື້ອງໜ້າ ຍິ່ງຈະຫຍຸ້ງຍາກຂຶ້ນເລື້ອຍໆ. ພວກເຈົ້າໃຈແຂງເຖິງຂັ້ນຈະໜີ້ຈາກເຮົາໂດຍທີ່ມືຂອງເຮົາບໍ່ຫວ່າງທີ່ຈະປະຕິບັດພາລະກິດອັນໜັກໜ່ວງດ້ວຍຕົນເອງແບບນີ້ບໍ່? ເຮົາຂໍເວົ້າຢ່າງຈະແຈ້ງ: ຄົນທີ່ມີຊີວິດເປັນຜູ້ໃຫຍ່ ຈະເຂົ້າສູ່ບ່ອນລີ້ໄພ ແລະ ຈະບໍ່ທົນທຸກທໍລະມານກັບຄວາມເຈັບປວດ ຫລື ຄວາມຫຍຸ້ງຍາກ; ຜູ້ທີ່ມີຊີວິດບໍ່ເຕີບໃຫຍ່ ຕ້ອງທົນທຸກທໍລະມານກັບຄວາມເຈັບປວດ ແລະ ໄພອັນຕະລາຍ. ພຣະທຳຂອງເຮົາຊັດເຈນ ແມ່ນບໍ່?

(ຄັດຈາກ “ບົດທີ 65” ຂອງພາກພຣະຄຳຂອງພຣະຄຣິດໃນຕົ້ນເດີມໃນໜັງສືພຣະທຳປາກົດໃນຮ່າງກາຍ)

ໃນອະນາຄົດ, ການທົດລອງທີ່ຍິ່ງໃຫຍ່ອາດເກີດຂຶ້ນກັບເຈົ້າ, ແຕ່ໃນປັດຈຸບັນ ຖ້າເຈົ້າຮັກພຣະເຈົ້າດ້ວຍໃຈຈິງ ແລະ ບໍ່ວ່າຈະມີການທົດລອງທີ່ຍິ່ງໃຫຍ່ສໍ່າໃດກໍຕາມຢູ່ຂ້າງໜ້າ ແລະ ບໍ່ວ່າຈະມີຫຍັງເກີດຂຶ້ນກັບເຈົ້າກໍຕາມ, ຖ້າເຈົ້າສາມາດຍຶດໝັ້ນໃນຄຳພະຍານຂອງເຈົ້າ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ແລ້ວຫົວໃຈຂອງເຈົ້າກໍຈະໄດ້ຮັບການປອບໂຍນ ແລະ ເຈົ້າຈະບໍ່ຢ້ານການທົດລອງ ບໍ່ວ່າຈະຮ້າຍແຮງສໍ່າໃດກໍຕາມ ທີ່ເຈົ້າຜະເຊີນໃນອະນາຄົດ. ພວກເຈົ້າບໍ່ສາມາດເຫັນວ່າແມ່ນຫຍັງຈະເກີດຂຶ້ນໃນອະນາຄົດ; ພວກເຈົ້າພຽງແຕ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນລະຫວ່າງສະຖານະການໃນປັດຈຸບັນ. ພວກເຈົ້າບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ໃດກໍຕາມ ແລະ ຄວນເອົາໃຈໃສ່ໃນການເຮັດໃຫ້ພຣະເຈົ້າພໍໃຈ ໂດຍການຜະເຊີນກັບພຣະທຳຂອງພຣະອົງໃນຊີວິດຈິງ ແລະ ເປັນພະຍານທີ່ໜັກແໜ້ນ ແລະ ກ້ອງກັງວານ ເຊິ່ງຈະນໍາຄວາມອັບອາຍມາສູ່ຊາຕານ. ເຖິງແມ່ນວ່າ ເນື້ອໜັງຂອງເຈົ້າຍັງບໍ່ຖືກເຮັດໃຫ້ພໍໃຈ ແລະ ຍັງທົນທຸກຢູ່, ເຈົ້າກໍໄດ້ເຮັດໃຫ້ພຣະເຈົ້າພໍໃຈແລ້ວ ແລະ ນໍາຄວາມອັບອາຍມາສູ່ຊາຕານ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ພຣະເຈົ້າກໍຈະເປີດເຜີຍເສັ້ນທາງທີ່ຢູ່ຕໍ່ໜ້າເຈົ້າ. ມື້ໜຶ່ງເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງ, ຄົນອື່ນຈະລົ້ມລົງ, ແຕ່ເຈົ້າຍັງສາມາດຍຶດໝັ້ນ ນັ້ນກໍຄື ຍ້ອນລາຄາທີ່ເຈົ້າໄດ້ຈ່າຍ ພຣະເຈົ້າຈະປົກປ້ອງເຈົ້າ ເພື່ອເຈົ້າຈະສາມາດຍຶດໝັ້ນ ແລະ ບໍ່ລົ້ມລົງ. ໂດຍທົ່ວໄປແລ້ວ ຖ້າເຈົ້າສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຫົວໃຈທີ່ຮັກພຣະອົງຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະປົກປ້ອງເຈົ້າຢ່າງແນ່ນອນໃນລະຫວ່າງການທົດລອງໃນອະນາຄົດ. ເຖິງແມ່ນວ່າ ເຈົ້າໂງ່ຈ້າ ແລະ ມີວຸດທິພາວະໜ້ອຍ ແລະ ຄວາມສາມາດຕໍ່າ, ພຣະເຈົ້າກໍຈະບໍ່ຈຳແນກເຈົ້າອອກ. ມັນຂຶ້ນກັບວ່າ ແຮງຈູງໃຈຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ເຊິ່ງເຈົ້າໃສ່ໃຈກັບລາຍລະອຽດເລັກນ້ອຍທີ່ສຸດ, ເຈົ້າເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ, ເຈົ້າມີຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຈົ້າມອບຫົວໃຈທີ່ແທ້ຈິງໃຫ້ກັບພຣະເຈົ້າ ແລະ ເຖິງແມ່ນວ່າມີບາງສິ່ງທີ່ເຈົ້າຍັງບໍ່ເຂົ້າໃຈ, ເຈົ້າກໍສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອແກ້ໄຂບັນຫາຄ້າງຄາຢູ່ໃນໃຈຂອງເຈົ້າ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ບາງເທື່ອ ອ້າຍເອື້ອຍນ້ອງຂອງເຈົ້າຈະປະຖິ້ມເຈົ້າ, ແຕ່ຫົວໃຈຂອງເຈົ້າກໍຈະຍັງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະບໍ່ປາຖະໜາຄວາມສຸກທາງເນື້ອໜັງ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ, ເຈົ້າກໍຈະໄດ້ຮັບການປົກປ້ອງ ເມື່ອການທົດລອງທີ່ຍິ່ງໃຫຍ່ມາເຖິງເຈົ້າ.

ແມ່ນຫຍັງຄືສະພາວະພາຍໃນຜູ້ຄົນ ທີ່ການທົດລອງເຫຼົ່ານີ້ແນໃສ່? ພວກມັນແນໃສ່ອຸປະນິໄສທີ່ເປັນປໍລະປັກໃນຜູ້ຄົນ ເຊິ່ງບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ມີຫຼາຍສິ່ງທີ່ບໍ່ບໍລິສຸດພາຍໃນຜູ້ຄົນ ແລະ ມີຫຼາຍສິ່ງທີ່ບໍ່ຈິງໃຈ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງເຮັດໃຫ້ພວກເຂົາໄດ້ຮັບການທົດລອງເພື່ອເຮັດໃຫ້ພວກເຂົາບໍລິສຸດ, ແຕ່ຖ້າໃນປັດຈຸບັນ ເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະເປັນການເຮັດໃຫ້ເຈົ້າສົມບູນແບບ. ຖ້າໃນປັດຈຸບັນ ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລ້ວການທົດລອງໃນອະນາຄົດກໍຈະລໍ້ລວງເຈົ້າ ແລະ ເຈົ້າກໍຈະລົ້ມລົງໂດຍບໍ່ໄດ້ເຈດຕະນາ ແລະ ໃນເວລານັ້ນ ເຈົ້າກໍຈະບໍ່ສາມາດຊ່ວຍຕົນເອງໄດ້ ຍ້ອນເຈົ້າບໍ່ສາມາດນໍາທັນພາລະກິດຂອງພຣະເຈົ້າ ແລະ ບໍ່ມີວຸດທິພາວະທີ່ແທ້ຈິງ. ດ້ວຍເຫດນັ້ນ ຖ້າເຈົ້າປາຖະໜາທີ່ຈະສາມາດຍຶດໝັ້ນໃນອະນາຄົດ ກໍຈົ່ງເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕິດຕາມພຣະອົງໄປຈົນເຖິງຈຸດສິ້ນສຸດ, ໃນປັດຈຸບັນ ເຈົ້າຕ້ອງສ້າງພື້ນຖານທີ່ເຂັ້ມແຂງ, ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ໂດຍການນໍາຄວາມຈິງເຂົ້າສູ່ການປະຕິບັດໃນທຸກສິ່ງທຸກຢ່າງ ແລະ ຕັ້ງໃຈໃນຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະຕິບັດໃນລັກສະນະນີ້ຢູ່ສະເໝີ ກໍຈະມີພື້ນຖານຢູ່ພາຍໃນຕົວເຈົ້າ ແລະ ພຣະເຈົ້າຈະດົນບັນດານຫົວໃຈ ທີ່ຮັກພຣະອົງພາຍໃນຕົວເຈົ້າ ແລະ ພຣະອົງກໍຈະມອບຄວາມເຊື່ອໃຫ້ກັບເຈົ້າ. ມື້ໜຶ່ງ ເມື່ອການທົດລອງເກີດຂຶ້ນກັບເຈົ້າແທ້ໆ, ເຈົ້າອາດທົນທຸກກັບຄວາມເຈັບປວດບາງຢ່າງ ແລະ ຮູ້ສຶກເສົ້າເສຍໃຈຈົນເຖິງທີ່ສຸດ ແລະ ທົນທຸກກັບຄວາມໂສກເສົ້າຢ່າງຮຸນແຮງ ເໝືອນກັບວ່າເຈົ້າຈະຕາຍ, ແຕ່ຄວາມຮັກພຣະເຈົ້າຂອງເຈົ້າຈະບໍ່ປ່ຽນແປງ ແລະ ຈະເລິກເຊິ່ງຫຼາຍຍິ່ງຂຶ້ນ. ສິ່ງດັ່ງກ່າວແມ່ນການອວຍພອນຂອງພຣະເຈົ້າ. ຖ້າເຈົ້າສາມາດຍອມຮັບທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳໃນປັດຈຸບັນດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວເຈົ້າກໍຈະໄດ້ຮັບການອວຍພອນໂດຍພຣະເຈົ້າຢ່າງແນ່ນອນ ແລະ ດ້ວຍເຫດນັ້ນ ເຈົ້າກໍຈະກາຍເປັນຄົນທີ່ໄດ້ຮັບການອວຍພອນໂດຍພຣະເຈົ້າ ແລະ ຮັບພຣະສັນຍາຂອງພຣະອົງ. ຖ້າໃນປັດຈຸບັນ ເຈົ້າບໍ່ປະຕິບັດ, ເມື່ອການທົດລອງເກີດຂຶ້ນກັບເຈົ້າໃນມື້ໜຶ່ງ ເຈົ້າກໍຈະປາສະຈາກຄວາມເຊື່ອ ຫຼື ຫົວໃຈແຫ່ງຄວາມຮັກ ແລະ ໃນເວລານັ້ນ ການທົດລອງກໍຈະກາຍມາເປັນການລໍ້ລວງ; ເຈົ້າກໍຈະຕົກລົງທ່າມກາງການລໍ້ລວງຂອງຊາຕານ ແລະ ຈະບໍ່ມີວິທີຫຼົບໜີໄດ້. ໃນປັດຈຸບັນ, ເຈົ້າອາດຍຶດໝັ້ນ ເມື່ອການທົດລອງເລັກໆນ້ອຍໆເກີດຂຶ້ນກັບເຈົ້າ, ແຕ່ເຈົ້າອາດຈະບໍ່ສາມາດຍຶດໝັ້ນກັບການທົດລອງອັນຍິ່ງໃຫຍ່ໆເກີດຂຶ້ນກັບເຈົ້າໃນມື້ໜຶ່ງ. ບາງຄົນອວດດີ ແລະ ຄິດວ່າ ພວກເຂົາໃກ້ຈະສົມບູນແລ້ວ. ຖ້າເຈົ້າບໍ່ຈິງໃຈຫຼາຍຂຶ້ນໃນເວລາດັ່ງກ່າວ ແລະ ຍັງຄົງພໍໃຈໃນຕົນເອງ, ແລ້ວເຈົ້າກໍຈະຕົກຢູ່ໃນອັນຕະລາຍ. ໃນປັດຈຸບັນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດແຫ່ງການທົດລອງທີ່ຍິ່ງໃຫຍ່, ໃນລັກສະນະພາຍນອກ ທຸກສິ່ງເບິ່ງຄືປົກກະຕິ, ແຕ່ເມື່ອພຣະເຈົ້າທົດລອງເຈົ້າ, ເຈົ້າຈະຄົ້ນພົບວ່າ ເຈົ້າຍັງຂາດເຂີນຫຼາຍ, ຍ້ອນວຸດທິພາວະຂອງເຈົ້າຕໍ່າເກີນໄປ ແລະ ເຈົ້າບໍ່ສາມາດອົດກັ້ນຕໍ່ການທົດລອງທີ່ຍິ່ງໃຫຍ່ນັ້ນໄດ້. ຖ້າເຈົ້າຍັງຢູ່ບ່ອນເກົ່າໃນແບບທີ່ເຈົ້າເປັນ ແລະ ຢູ່ໃນສະຖານະຂອງຄວາມເຊື່ອງຊ້າ, ແລ້ວເມື່ອມີການທົດລອງມາ ເຈົ້າກໍຈະລົ້ມ. ພວກເຈົ້າຄວນເບິ່ງສະເໝີວ່າ ວຸດທິພາວະຂອງພວກເຈົ້າຕໍ່າສໍ່າໃດ; ມີແຕ່ດ້ວຍວິທີນີ້ເທົ່ານັ້ນ ພວກເຈົ້າຈຶ່ງຈະກ້າວໜ້າ. ຖ້າມີພຽງແຕ່ໃນລະຫວ່າງການທົດລອງເທົ່ານັ້ນ ທີ່ເຮັດໃຫ້ເຈົ້າເຫັນວ່າ ວຸດທິພາວະຂອງເຈົ້າຕໍ່າຫຼາຍ, ກຳລັງໃຈກໍອ່ອນແອຫຼາຍ, ຄວາມຈິງໃນຕົວເຈົ້າກໍມີພຽງໜ້ອຍດຽວ ແລະ ເຈົ້າຂາດຄວາມບົກຜ່ອງຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ຖ້າເຈົ້າພຽງແຕ່ເຂົ້າໃຈສິ່ງເຫຼົ່ານີ້ໃນຕອນນັ້ນ, ມັນກໍຈະຊ້າເກີນໄປແລ້ວ.

(ຄັດຈາກບົດ “ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອກະກຽມພວກເຂົາສໍາລັບການພັກເຊົາຄັ້ງສຸດທ້າຍຂອງພວກເຂົາ; ຖ້າບໍ່ມີການຊໍາລະລ້າງບາບ ມວນມະນຸດຊາດກໍຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ... ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດທຸກຄົນກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ຢ່າງສະຫງົບ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ຂ້ອຍແຕ່ງງານໄດ້ 20 ປີແລ້ວ, ຂ້ອຍຄິດວ່າພື້ນຖານຄວາມສຳພັນລະຫວ່າງຜົວກັບຂ້ອຍນັ້ນ ແມ່ນອາດຈະໝັ້ນຄົງແລ້ວ, ແຕ່ຕອນນີ້ ຜົວຂອງຂ້ອຍກໍ່ມີຊູ້, ເຮັດໃຫ້ຂ້ອຍເຈັດປວດຫລາຍ ແລະ ກໍບໍ່ຮູ້ວ່າ ຊິຜະເຊີນໜ້າກັບເລື່ອງນີ້ແນວໃດ? ຂໍຖາມແດ່: ຂ້ອຍຈະອອກຈາກຄວາມເຈັບປວດນີ້ໄດ້ແນວໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຖ້າພວກເຮົາບໍ່ເຊື່ອໃນພຣະເຈົ້າ, ພຽງແຕ່ສະສົມຄຸນງາມຄວາມດີ ແລະ ເຮັດຄວາມດີ ບໍ່ເຮັດຊົ່ວເທົ່ານັ້ນ ພວກເຮົາຈະສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ່?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ...

ເປັນຫຍັງມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້