ເປັນຫຍັງມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ?
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ, ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ. ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ. ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ຜູ້ປົກຄອງການຊົງສ້າງທັງມວນ. ນັ້ນຄືຕົວຕົນຂອງພຣະເຈົ້າ ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ. ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້, ຍ້ອນວ່າ ທ່າມກາງທຸກສິ່ງ ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ, ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ: ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ. ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ; ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ. ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ, ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ, ມາຢູ່ຕໍ່ໜ້າຜູ້ຄົນ ແລະ ຮ່ວມສຸກຮ່ວມທຸກກັບພວກເຂົາ, ໃນຂະນະດຽວກັນ ພຣະອົງຊົງບັນຊາທຸກສິ່ງທີ່ມີຢູ່, ກຳນົດໂຊກຊະຕາຂອງທຸກສິ່ງທີ່ມີຢູ່ ແລະ ໃນທິດທາງໃດທີ່ພວກມັນທັງໝົດເຄື່ອນໄປ. ຍິ່ງໄປກວ່ານັ້ນ, ພຣະອົງຊົງນຳທາງໂຊກຊະຕາຂອງມະນຸດຊາດທັງມວນ ແລະ ຊີ້ນຳທິດທາງຂອງມວນມະນຸດ. ພຣະເຈົ້າແບບນີ້ຄວນໄດ້ຮັບການນະມັດສະການ, ເຊື່ອຟັງ ແລະ ຮູ້ຈັກໂດຍທຸກສິ່ງທີ່ມີຊີວິດ. ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນກຸ່ມ ຫຼື ປະເພດໃດທ່າມກາງມະນຸດຊາດ, ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການໃຫ້ຄວາມເຄົາລົບແກ່ພຣະເຈົ້າ, ການຍອມຮັບການປົກຄອງຂອງພຣະອົງ ແລະ ການຍອມຮັບການຈັດແຈງຂອງພຣະອົງສຳລັບໂຊກຊະຕາຂອງເຈົ້າແມ່ນທາງເລືອກດຽວ, ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າສ້າງໂລກໜ່ວຍນີ້ ແລະ ນໍາມະນຸດມາສູ່ໂລກນີ້ ເຊິ່ງເປັນສິ່ງມີຊີວິດທີ່ພຣະອົງມອບຊີວິດໃຫ້. ຕໍ່ມາ ມະນຸດມີພໍ່ແມ່ ແລະ ຍາດພີ່ນ້ອງ ແລະ ບໍ່ໄດ້ຢູ່ໂດດດ່ຽວອີກຕໍ່ໄປ. ຕັ້ງແຕ່ມະນຸດມືນຕາເບິ່ງໂລກແຫ່ງວັດຖຸນີ້ເປັນຄັ້ງທໍາອິດ ເຂົາກໍຖືກກຳນົດຊີວິດໃຫ້ຢູ່ພາຍໃນການປັ້ນແຕ່ງຂອງພຣະເຈົ້າ. ມັນຄືລົມຫາຍໃຈແຫ່ງຊີວິດຈາກພຣະເຈົ້າທີ່ສົ່ງເສີມສັບພະທຸກສິ່ງທີ່ມີຊີວິດຕະຫຼອດການເຕີບໂຕຈົນກາຍເປັນຜູ້ໃຫຍ່. ໃນລະຫວ່າງຂະບວນການນີ້ ບໍ່ມີໃຜຮູ້ສຶກວ່າມະນຸດກຳລັງເຕີບໂຕພາຍໃຕ້ການດູແລຂອງພຣະເຈົ້າ; ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ມະນຸດກຳລັງເຕີບໂຕພາຍໃຕ້ການດູແລອັນເປັນທີ່ຮັກຂອງພໍ່ແມ່ຂອງເຂົາ ແລະ ຍ້ອນມັນຄືສັນຊາດຕະຍານແຫ່ງຊີວິດຂອງເຂົາເອງທີ່ຊີ້ນໍາການເຕີບໃຫຍ່ຂອງເຂົາ. ນີ້ກໍຍ້ອນວ່າ ມະນຸດບໍ່ຮູ້ຈັກວ່າ ໃຜປະທານຊີວິດ ຫຼື ຊີວິດມາຈາກໃສ, ແຮງໄກທີ່ຈະຮູ້ວິທີທາງທີ່ສັນຊາດຕະຍານແຫ່ງຊີວິດສ້າງສິ່ງອັດສະຈັນ. ເຂົາພຽງແຕ່ຮູ້ຈັກວ່າ ອາຫານຄືພື້ນຖານທີ່ຊີວິດຂອງເຂົາຕ້ອງສືບຕໍ່ໄປ, ຄວາມມານະອົດທົນຄືແຫຼ່ງກຳເນີດຂອງການມີຊີວິດຂອງເຂົາ ແລະ ຄວາມເຊື່ອໃນຈິດໃຈຂອງເຂົາແມ່ນຕົ້ນທຶນທີ່ເປັນບ່ອນເພິ່ງພາໃນການເອົາຕົວລອດຂອງເຂົາ. ສຳລັບພຣະຄຸນ ແລະ ການສະໜອງຂອງພຣະເຈົ້ານັ້ນ ມະນຸດບໍ່ໄດ້ຄຳນຶງເຖິງເລີຍ ແລະ ດ້ວຍເຫດນີ້ ເຂົາຈຶ່ງໃຊ້ຊີວິດທີ່ພຣະເຈົ້າປະທານໃຫ້ພວກເຂົາຢ່າງໄຮ້ຈຸດປະສົງ... ບໍ່ມີແມ່ນແຕ່ມະນຸດຄົນດຽວທີ່ພຣະເຈົ້າດູແລທັງກາງເວັນ ແລະ ກາງຄືນຕັ້ງໃຈນະມັດສະການພຣະອົງ. ພຣະເຈົ້າພຽງແຕ່ສືບຕໍ່ປະຕິບັດພາລະກິດໃນມະນຸດ ຍ້ອນພຣະອົງບໍ່ຄາດຫວັງຫຍັງ ຕາມທີ່ພຣະອົງໄດ້ວາງແຜນໄວ້. ພຣະອົງເຮັດແບບນັ້ນກໍຍ້ອນຫວັງວ່າ ມື້ໜຶ່ງມະນຸດຈະຕື່ນຂຶ້ນຈາກຄວາມຝັນຂອງເຂົາ ແລະ ທັນທີໃດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍຂອງຊີວິດ, ລາຄາທີ່ພຣະເຈົ້າໄດ້ຈ່າຍສໍາລັບທຸກສິ່ງທີ່ພຣະອົງມອບໃຫ້ກັບເຂົາ ແລະ ຄວາມເປັນຫ່ວງຢ່າງໜັກທີ່ພຣະເຈົ້າລໍຖ້າໃຫ້ມະນຸດຫັນກັບມາຫາພຣະອົງ. ບໍ່ມີໃຜເຄີຍສຳຫຼວດຄວາມລັບທີ່ປົກຄອງຕົ້ນກຳເນີດ ແລະ ການສືບຕໍ່ມີຊີວິດຂອງມະນຸດເລີຍ. ມີພຽງພຣະເຈົ້າ ຜູ້ເຊິ່ງເຂົ້າໃຈສິ່ງນີ້ທັງໝົດ ທີ່ອົດທົນຕໍ່ຄວາມເຈັບປວດ ແລະ ການໂຈມຕີຢ່າງງຽບໆຈາກມະນຸດ ຜູ້ເຊິ່ງໄດ້ຮັບທຸກຢ່າງຈາກພຣະເຈົ້າແຕ່ບໍ່ຮູ້ສໍານຶກບຸນຄຸນ ແລະ ບໍ່ ມອບສິ່ງໃດໃຫ້ກັບພຣະອົງເລີຍ. ມະນຸດລະເລີຍທຸກສິ່ງທີ່ຊີວິດນໍາມາໃຫ້ ແລະ ໃນທຳນອງດຽວກັນ ມັນແມ່ນ “ເລື່ອງແທ້ແນ່ນອນ” ທີ່ພຣະເຈົ້າຖືກທໍລະຍົດໂດຍມະນຸດ, ຖືກລືມໂດຍມະນຸດ ແລະ ຖືກບີບບັງຄັບໂດຍມະນຸດ. ເປັນໄປໄດ້ບໍ ທີ່ແຜນການຂອງພຣະເຈົ້າຈະສຳຄັນຂະໜາດນັ້ນແທ້? ເປັນໄປໄດ້ບໍ່ທີ່ມະນຸດ ເຊິ່ງເປັນສິ່ງທີ່ມີຊີວິດທີ່ມາຈາກມືຂອງພຣະເຈົ້າ ຈະສຳຄັນຂະໜາດນັ້ນແທ້? ແຜນການຂອງພຣະເຈົ້າແມ່ນສຳຄັນຢ່າງແທ້ແນ່ນອນ; ເຖິງຢ່າງໃດກໍຕາມ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍກໍາມືຂອງພຣະເຈົ້າມີຊີວິດຢູ່ກໍເພື່ອແຜນການຂອງພຣະອົງ. ສະນັ້ນ ພຣະເຈົ້າບໍ່ສາມາດສູນເສຍແຜນການຂອງພຣະອົງຍ້ອນຄວາມກຽດຊັງທີ່ມີຕໍ່ມະນຸດຊາດນີ້. ເພື່ອເຫັນແກ່ແຜນການຂອງພຣະອົງ ແລະ ເພື່ອລົມຫາຍໃຈຂອງພຣະອົງ ພຣະເຈົ້າຈຶ່ງອົດທົນຕໍ່ຄວາມທຸກທໍລະມານທຸກຢ່າງ, ບໍ່ແມ່ນເພື່ອເນື້ອໜັງຂອງມະນຸດ ແຕ່ເພື່ອຊີວິດຂອງມະນຸດ. ພຣະອົງເຮັດແບບນັ້ນບໍ່ແມ່ນເພື່ອນໍາເນື້ອໜັງຂອງມະນຸດກັບຄືນມາ ແຕ່ເພື່ອນໍາເອົາຊີວິດທີ່ເກີດຈາກລົມຫາຍໃຈຂອງພຣະອົງນັ້ນຄືນມາ. ນີ້ຄືແຜນການຂອງພຣະອົງ.
ທຸກຄົນທີ່ເຂົ້າມາໃນໂລກນີ້ຕ້ອງຜ່ານຊີວິດ ແລະ ຄວາມຕາຍ ແລະ ພວກເຂົາສ່ວນຫຼາຍໄດ້ຜ່ານວົງຈອນແຫ່ງຄວາມຕາຍ ແລະ ການເກີດໃໝ່ທັງນັ້ນ. ຄົນທີ່ມີຊີວິດຢູ່ກໍຈະຕາຍໃນອີກບໍ່ດົນ ແລະ ຄົນທີ່ຕາຍກໍຈະກັບມາໃນອີກບໍ່ດົນ. ທຸກສິ່ງຢ່າງແມ່ນເສັ້ນທາງແຫ່ງຊີວິດທີ່ໄດ້ຖືກຈັດແຈງໂດຍພຣະເຈົ້າໃຫ້ກັບທຸກສິ່ງທີ່ມີຊີວິດ. ເຖິງຢ່າງໃດກໍຕາມ ເສັ້ນທາງນີ້ ແລະ ວົງຈອນນີ້ແມ່ນຄວາມຈິງທີ່ພຣະເຈົ້າປາຖະໜາຢາກໃຫ້ມະນຸດເຫັນຢ່າງແນ່ນອນ: ຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດແມ່ນບໍ່ມີຈຳກັດ, ເປັນອິດສະລະຈາກດ້ານຮ່າງກາຍ, ເວລາ ຫຼື ອາກາດ. ສິ່ງດັ່ງກ່າວແມ່ນຄວາມລຶກລັບຂອງຊີວິດທີ່ພຣະເຈົ້າປະທານໃຫ້ກັບມະນຸດ ແລະ ເປັນເຄື່ອງພິສູດວ່າ ຊີວິດມາຈາກພຣະອົງ. ເຖິງແມ່ນວ່າ ຫຼາຍຄົນອາດບໍ່ເຊື່ອວ່າຊີວິດມາຈາກພຣະເຈົ້າ, ມະນຸດກໍມີຄວາມສຸກກັບທຸກສິ່ງທີ່ມາຈາກພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າພວກເຂົາຈະເຊື່ອ ຫຼື ປະຕິເສດການມີຢູ່ຂອງພຣະເຈົ້າກໍຕາມ. ຖ້າມື້ໜຶ່ງພຣະເຈົ້າປ່ຽນໃຈກະທັນຫັນ ແລະ ປາຖະໜາທີ່ຈະຮຽກຮ້ອງເອົາທຸກສິ່ງທີ່ເກີດຂຶ້ນໃນໂລກນີ້ກັບຄືນ ແລະ ເອົາຊີວິດທີ່ພຣະອົງມອບໃຫ້ຄືນມາ ແລ້ວທຸກສິ່ງກໍຈະບໍ່ມີຢູ່ອີກຕໍ່ໄປ. ພຣະເຈົ້າໃຊ້ຊີວິດຂອງພຣະອົງເພື່ອສະໜອງທຸກສິ່ງ ທັງສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ນໍາທຸກຢ່າງມາສູ່ຄວາມເປັນລະບຽບທີ່ດີໂດຍວິທີທາງແຫ່ງລິດທານຸພາບ ແລະ ສິດອຳນາດຂອງພຣະອົງ. ນີ້ຄືຄວາມຈິງທີ່ບໍ່ມີໃຜສາມາດຄົ້ນຄິດຂຶ້ນໄດ້ ຫຼື ເຂົ້າໃຈໄດ້ ແລະ ຄວາມຈິງທີ່ບໍ່ສາມາດເຂົ້າໃຈໄດ້ເຫຼົ່ານີ້ແມ່ນການສະແດງອອກ ແລະ ການປະຈັກພະຍານເຖິງພະລັງຊີວິດຂອງພຣະເຈົ້າ. ບັດນີ້ ເຮົາຈະບອກຄວາມລັບໃຫ້ກັບເຈົ້າ: ຄວາມຍິ່ງໃຫຍ່ຂອງຊີວິດຂອງພຣະເຈົ້າ ແລະ ລິດອຳນາດແຫ່ງຊີວິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ໂດຍສິ່ງຖືກສ້າງໃດໆ. ມັນເປັນແບບນີ້ໃນປັດຈຸບັນ, ດັ່ງທີ່ມັນເປັນໃນອະດີດ ແລະ ມັນກໍຈະເປັນແບບນີ້ໃນອະນາຄົດ. ຄວາມລັບທີສອງທີ່ເຮົາຈະບອກໃຫ້ຮູ້ຄື: ແຫຼ່ງກຳເນີດຊີວິດມາຈາກພຣະເຈົ້າ, ສໍາລັບທຸກສິ່ງທີ່ຖືກສ້າງ ບໍ່ວ່າພວກເຂົາຈະມີລັກສະນະ ຫຼື ໂຄງສ້າງທີ່ແຕກຕ່າງກັນກໍຕາມ. ບໍ່ວ່າເຈົ້າຈະເປັນສິ່ງມີຊີວິດປະເພດໃດກໍຕາມ ເຈົ້າບໍ່ສາມາດຝືນເສັ້ນທາງໂຄຈອນແຫ່ງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້. ຢ່າງໃດກໍຕາມ ທຸກສິ່ງທີ່ເຮົາປາຖະໜາກໍຄືໃຫ້ມະນຸດເຂົ້າໃຈສິ່ງນີ້: ຫາກປາສະຈາກການດູແລ, ການຮັກສາ ແລະ ການຈັດກຽມຂອງພຣະເຈົ້າ, ມະນຸດບໍ່ສາມາດຮັບທຸກສິ່ງທີ່ເຂົາຄວນຈະໄດ້ຮັບ, ບໍ່ວ່າເຂົາຈະພະຍາຍາມຢ່າງພາກພຽນພຽງໃດກໍຕາມ ຫຼື ບໍ່ວ່າເຂົາຈະດີ້ນລົນຢ່າງລໍາບາກພຽງໃດກໍຕາມ. ຖ້າປາສະຈາກການສະໜອງຊີວິດຈາກພຣະເຈົ້າ ມະນຸດກໍຈະສູນເສຍຄວາມຮູ້ສຶກແຫ່ງຄຸນຄ່າຂອງການມີຊີວິດ ແລະ ຄວາມຮູ້ສຶກຂອງຄວາມໝາຍໃນຊີວິດ. ພຣະເຈົ້າຈະປ່ອຍໃຫ້ມະນຸດ ຜູ້ທີ່ເຮັດໃຫ້ຊີວິດຂອງພຣະເຈົ້າເສຍຄຸນຄ່າຢ່າງໄຮ້ເຫດຜົນ ລອຍນວນຢູ່ໄດ້ແນວໃດ? ດັ່ງທີ່ເຮົາໄດ້ກ່າວໄປກ່ອນໜ້ານີ້: ຢ່າລືມວ່າພຣະເຈົ້າແມ່ນແຫຼ່ງກຳເນີດຂອງຊີວິດຂອງເຈົ້າ. ຖ້າມະນຸດລົ້ມເຫຼວທີ່ຈະຖະໜອມທຸກສິ່ງທີ່ພຣະເຈົ້າມອບໃຫ້ ບໍ່ພຽງແຕ່ພຣະເຈົ້າຈະເອົາສິ່ງທີ່ພຣະອົງມອບໃຫ້ໃນເບື້ອງຕົ້ນນັ້ນກັບຄືນ ແຕ່ພຣະອົງຈະບັງຄັບໃຫ້ມະນຸດຊົດໃຊ້ສອງເທົ່າຂອງລາຄາທັງໝົດທີ່ພຣະອົງໄດ້ມອບໃຫ້.
(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ພຣະເຈົ້າໄດ້ສ້າງໂລກນີ້, ພຣະອົງໄດ້ສ້າງມະນຸດຊາດນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນຜູ້ສ້າງວັດທະນະທຳຂອງຊາວເກຣັກບູຮານ ແລະ ອາລິຍະທຳຂອງມະນຸດ. ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ປອບໂຍນມະນຸດຊາດ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ດູແລມະນຸດຊາດທັງກາງຄືນ ແລະ ກາງເວັນ. ການພັດທະນາ ແລະ ຄວາມກ້າວໜ້າຂອງມະນຸດແມ່ນບໍ່ສາມາດແຍກອອກຈາກອຳນາດການປົກຄອງຂອງພຣະເຈົ້າໄດ້ ແລະ ປະຫວັດສາດ ແລະ ອະນາຄົດຂອງມະນຸດຊາດບໍ່ສາມາດໜີລອດຈາກການປະດິດສ້າງຂອງພຣະເຈົ້າໄດ້. ຖ້າເຈົ້າເປັນຄຣິດສຕຽນທີ່ແທ້ຈິງ ແລ້ວເຈົ້າກໍຈະເຊື່ອຢ່າງແນ່ນອນວ່າ ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼົ້ມຈົມຂອງປະເທດ ຫຼື ຊົນຊາດໃດກໍຕາມແມ່ນເກີດຂຶ້ນຕາມການປະດິດສ້າງຂອງພຣະເຈົ້າ. ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊະຕາກໍາຂອງປະເທດຊາດ ຫຼື ຊົນຊາດໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ຄວບຄຸມວິທີທາງຂອງມະນຸດຊາດ. ຖ້າມະນຸດຊາດປາຖະໜາທີ່ຈະມີຊະຕາກໍາທີ່ດີ, ຖ້າປະເທດໃດໜຶ່ງປາຖະໜາທີ່ຈະມີຊະຕາກໍາທີ່ດີ ແລ້ວມະນຸດຕ້ອງກົ້ມລົງນະມັດສະການພຣະເຈົ້າ, ສຳນຶກຜິດ ແລະ ສາລະພາບບາບຕໍ່ໜ້າພຣະເຈົ້າ ຫຼື ບໍ່ດັ່ງນັ້ນ ຊະຕາກໍາ ແລະ ຈຸດໝາຍປາຍທາງຂອງມະນຸດຈະສິ້ນສຸດລົງດ້ວຍຄວາມຫາຍຍະນະຢ່າງແນ່ນອນ.
ໃຫ້ຫວນກັບໄປເບິ່ງໃນຊ່ວງເວລາຂອງໂນອາ ນັ້ນກໍຄື ມະນຸດຊາດເສື່ອມຊາມຫຼາຍ, ພວກເຂົາໄດ້ຫັນໜີຈາກການອວຍພອນຂອງພຣະເຈົ້າ, ພຣະເຈົ້າບໍ່ໄດ້ດູແລພວກເຂົາອີກຕໍ່ໄປ ແລະ ພວກເຂົາໄດ້ສູນເສຍພຣະສັນຍາຂອງພຣະເຈົ້າ. ພວກເຂົາອາໄສຢູ່ໃນຄວາມມືດ ໂດຍປາສະຈາກແສງສະຫວ່າງຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງປາສະຈາກສິນລະທຳໂດຍທຳມະຊາດ, ປະຖິ້ມຕົວພວກເຂົາເອງໃຫ້ກັບຄວາມຊົ່ວຊ້າຢ່າງເສື່ອມເສຍ. ມະນຸດປະເພດນີ້ບໍ່ສາມາດຮັບພຣະສັນຍາຂອງພຣະເຈົ້າອີກຕໍ່ໄປ; ພວກເຂົາບໍ່ສົມຄວນເປັນພະຍານເຖິງໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນສຽງຂອງພຣະເຈົ້າ, ຍ້ອນພວກເຂົາໄດ້ປະຖິ້ມພຣະເຈົ້າ, ໄດ້ປະຖິ້ມທຸກຢ່າງທີ່ພຣະອົງປະທານໃຫ້ກັບພວກເຂົາ ແລະ ໄດ້ລືມຄໍາສັ່ງສອນຂອງພຣະເຈົ້າ. ຫົວໃຈຂອງພວກເຂົາໄດ້ຫັນໜີຈາກພຣະເຈົ້າໄກອອກໄປເລື້ອຍໆ ແລະ ເມື່ອເປັນດັ່ງນັ້ນ ພວກເຂົາຈຶ່ງໄດ້ກາຍມາເປັນຄົນທີ່ຊົ່ວຊ້າເກີນເຫດຜົນ ແລະ ຄວາມເປັນມະນຸດ ແລະ ຍິ່ງຊົ່ວຮ້າຍເພີ່ມຂຶ້ນເລື້ອຍໆ. ພວກເຂົາໄດ້ເຂົ້າໃກ້ຄວາມຕາຍຫຼາຍຂຶ້ນ ແລະ ຕົກຢູ່ພາຍໃຕ້ຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ມີພຽງແຕ່ໂນອາທີ່ນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາມາດໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ຍິນຄຳສັ່ງສອນຂອງພຣະເຈົ້າ. ເພິ່ນໄດ້ສ້າງເຮືອຕາມຄຳສັ່ງແຫ່ງພຣະທຳຂອງພຣະເຈົ້າ ແລະ ຮວບຮວມສິ່ງທີ່ມີຊີວິດທຸກປະເພດ. ດ້ວຍເຫດນີ້ ເມື່ອທຸກສິ່ງຖືກຕຽມການໄວ້ແລ້ວ, ພຣະເຈົ້າກໍປ່ອຍການທຳລາຍຂອງພຣະອົງມາເທິງແຜ່ນດິນໂລກ. ມີພຽງແຕ່ໂນອາ ແລະ ສະມາຊິກເຈັດຄົນໃນຄອບຄົວຂອງເພິ່ນເທົ່ານັ້ນທີ່ລອດຈາກການທຳລາຍນັ້ນ ຍ້ອນໂນອານະມັດສະການພຣະເຢໂຮວາ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍ.
ແລ້ວໃຫ້ມາເບິ່ງໃນຍຸກປັດຈຸບັນ ນັ້ນກໍຄື: ມະນຸດທີ່ມີຄວາມຊອບທຳຄືກັນກັບໂນອາ ຜູ້ເຊິ່ງນະມັດສະການພຣະເຈົ້າ ແລະ ຫຼົບຫຼີກສິ່ງຊົ່ວຮ້າຍນັ້ນ ແມ່ນໄດ້ສູນຫາຍໄປໝົດແລ້ວ. ເຖິງຢ່າງໃດກໍຕາມ ພຣະເຈົ້າຍັງຄົງມີຄວາມເມດຕາຕໍ່ມະນຸດຊາດ ແລະ ໃຫ້ອະໄພແກ່ມະນຸດຊາດໃນລະຫວ່າງຍຸກສຸດທ້າຍນີ້ສະເໝີ. ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປະກົດຕົວ. ພຣະອົງສະແຫວາງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມຄໍາສັ່ງຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າບໍ່ມີອໍານາດໃດຂັດຂວາງເຈົ້າໃນການອຸທິດຕົວໃຫ້ກັບພຣະເຈົ້າ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງທີ່ເປັນຕາເຄົາລົບ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກຮ້ອງຂອງພຣະອົງ ແລະ ການບັນຊາຂອງພຣະອົງເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ສຳຄັນທີ່ສຸດເທິງແຜ່ນດິນໂລກ ແລະ ເປັນສິ່ງທີ່ຊອບທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ຈຸດປະສົງຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ ຫຼື ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ຊອບທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຖອນມະນຸດອອກຈາກການປົກປ້ອງຂອງພຣະເຈົ້າ ແລະ ເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.
(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຈາກຕອນທີ່ມະນຸດໄດ້ມີວິທະຍາສາດສັງຄົມເປັນຄັ້ງທໍາອິດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດ ນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ໂລກໃນຫົວໃຈຂອງມະນຸດເຊິ່ງປາສະຈາກພື້ນທີ່ໃຫ້ກັບພຣະເຈົ້າເປັນໂລກທີ່ມືດ, ຫວ່າງເປົ່າໂດຍປາສະຈາກຄວາມຫວັງ. ແລ້ວດ້ວຍເຫດນັ້ນ ຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການ ແລະ ທິດສະດີອື່ນໆທີ່ລະເມີດຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ. ມະນຸດດຳລົງຊີວິດຢູ່ໃນໂລກທີ່ຫວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ທີ່ໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຍຶດຕິດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ຈາກໄປ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມຫວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະລະຈາກຄວາມຫວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະລະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການບັນເທົາພຽງຊົ່ວຄາວ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຈະເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຍັບຍັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ຍ້ອນມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະລະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ. ມະນຸດຈະດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ຈະບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກຫວ່າງເປົ່າທີ່ຢູ່ໃນໃຈຂອງພວກເຂົາ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ. ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມຫວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້. ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ເທົ່າທຽມກັນ ແລະ ສະເໝີພາບກັນ ແລະ ເປັນອິດສະລະ, ແຕ່ພວກເຂົາຍັງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ ແລະ ການຈັດກຽມຊີວິດຂອງພຣະອົງທີ່ມີໃຫ້ພວກເຂົາເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມຫວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ. ຖ້າປະຊາຊົນຂອງປະເທດ ຫຼື ຊົນຊາດໃດໜຶ່ງບໍ່ສາມາດຮັບເອົາຄວາມລອດພົ້ນ ແລະ ການເບິ່ງແຍງຈາກພຣະເຈົ້າ, ແລ້ວປະເທດ ຫຼື ຊົນຊາດດັ່ງກ່າວກໍຈະເດີນຢູ່ບົນເສັ້ນທາງຄວາມພິນາດ, ເສັ້ນທາງສູ່ຄວາມມືດ ແລະ ຈະຖືກທຳລາຍລ້າງໂດຍພຣະເຈົ້າ.
(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ໃນໂລກທີ່ກວ້າງໃຫຍ່ໄພສານ, ການປ່ຽນແປງຫຼາຍຢ່າງທີ່ນັບບໍ່ຖ້ວນໄດ້ເກີດຂຶ້ນ, ມະຫາສະໝຸດຖືກຖົມດ້ວຍຂີ້ຕົມກາຍເປັນທົ່ງຫຍ້າ, ທົ່ງຫຍ້າຖືກນໍ້າຖ້ວມກາຍເປັນມະຫາສະໝຸດຊໍ້າແລ້ວຊໍ້າອີກ. ນອກຈາກພຣະອົງຜູ້ທີ່ປົກຄອງເໜືອທຸກສິ່ງໃນຈັກກະວານແລ້ວ, ບໍ່ມີໃຜສາມາດນໍາພາ ແລະ ຊີ້ນໍາມະນຸດຊາດນີ້ໄດ້. ບໍ່ມີຄົນຍິ່ງໃຫຍ່ຄົນໃດທີ່ສາມາດປະຕິບັດວຽກງານ ຫຼື ຈັດແຈງໃຫ້ກັບມະນຸດຊາດນີ້ ແຮງໄກທີ່ຈະມີໃຜສາມາດນໍາມະນຸດຊາດນີ້ໄປສູ່ຈຸດໝາຍປາຍທາງແຫ່ງແສງສະຫວ່າງ ແລະ ປົດປ່ອຍພວກເຂົາອອກຈາກຄວາມບໍ່ຍຸຕິທຳແຫ່ງແຜ່ນດິນໂລກນີ້ໄດ້. ພຣະເຈົ້າຄໍ່າຄວນເຖິງອານາຄົດຂອງມະນຸດຊາດ, ພຣະອົງໂສກເສົ້າເສຍໃຈກັບການພິນາດຂອງມະນຸດ ແລະ ເຈັບປວດທີ່ມະນຸດຊາດກຳລັງກ້າວໄປສູ່ຄວາມເນົ່າເປື່ອຍເທື່ອລະຂັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ຫວນກັບຄືນບໍ່ໄດ້. ມະນຸດຊາດທີ່ໄດ້ທຳລາຍຫົວໃຈຂອງພຣະເຈົ້າ ແລະ ປະຖິ້ມພຣະອົງເພື່ອສະແຫວງຫາສິ່ງທີ່ຊົ່ວຮ້າຍ: ມີໃຜແດ່ທີ່ເຄີຍຄຳນຶງເຖິງທິດທາງທີ່ມະນຸດຊາດດັ່ງກ່າວອາດຈະມຸ້ງໜ້າໄປສູ່? ມັນເປັນຍ້ອນເຫດຜົນນີ້ຢ່າງແນ່ນອນທີ່ບໍ່ມີໃຜຮູ້ສຶກເຖິງຄວາມໂກດຮ້າຍຂອງພຣະເຈົ້າ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພະຍາຍາມທີ່ຈະເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາເພື່ອເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງພຣະເຈົ້າເລີຍ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ ມະນຸດກໍຍັງສືບຕໍ່ໃນເສັ້ນທາງຂອງຕົນເອງ, ຢືນຢັນທີ່ຈະອອກຫ່າງຈາກພຣະເຈົ້າ, ຫຼົບຫຼີກພຣະຄຸນ ແລະ ການດູແລຂອງພຣະເຈົ້າ ແລະ ຫຼີກເວັ້ນຄວາມຈິງຂອງພຣະອົງ, ເລືອກທີ່ຈະຂາຍຕົນເອງໃຫ້ກັບຊາຕານ ເຊິ່ງເປັນສັດຕູຂອງພຣະເຈົ້າ. ຜູ້ໃດເຄີຍຄຳນຶງບໍ່ວ່າ ຖ້າມະນຸດຢືນຢັນໃນຄວາມດື້ດ້ານຂອງເຂົາ ແລ້ວພຣະເຈົ້າຈະປະຕິບັດຕໍ່ມະນຸດຊາດນີ້ທີ່ປ່ອຍຖິ້ມພຣະອົງໄປໂດຍບໍ່ຫຼຽວຫຼັງແນວໃດ? ບໍ່ມີໃຜຮູ້ວ່າເຫດຜົນສຳລັບການເຕືອນໃຈ ແລະ ການຕັກເຕືອນຊໍ້າແລ້ວຊໍ້າອີກຈາກພຣະເຈົ້າແມ່ນຍ້ອນພຣະອົງໄດ້ກຽມໄພພິບັດທີ່ບໍ່ເຄີຍມີມາກ່ອນໄວ້ໃນມືຂອງພຣະອົງແລ້ວ ເຊິ່ງຈະເປັນໄພພິບັດທີ່ເນື້ອໜັງ ແລະ ວິນຍານຂອງມະນຸດບໍ່ສາມາດທົນໄດ້. ໄພພິບັດນີ້ບໍ່ແມ່ນພຽງແຕ່ເປັນການລົງໂທດເນື້ອໜັງ ແຕ່ເປັນການລົງໂທດວິນຍານອີກດ້ວຍ. ເຈົ້າຈໍາເປັນຕ້ອງຮູ້ສິ່ງນີ້: ເມື່ອແຜນການຂອງພຣະເຈົ້າບໍ່ສຳເລັດ ແລະ ເມື່ອສິ່ງເຕືອນໃຈ ແລະ ການຕັກເຕືອນຂອງພຣະເຈົ້າບໍ່ໄດ້ຮັບການຕອບສະໜອງ, ພຣະອົງຈະປ່ອຍຄວາມໂກດຮ້າຍແບບໃດ? ມັນຈະເປັນສິ່ງທີ່ບໍ່ມີສິ່ງຖືກສ້າງໃດໆເຄີຍປະສົບ ຫຼື ໄດ້ຍິນມາກ່ອນ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າ ໄພພິບັດນີ້ແມ່ນບໍ່ເຄີຍມີມາກ່ອນ ແລະ ຈະບໍ່ຖືກເຮັດຊໍ້າອີກຈັກເທື່ອ. ເພາະວ່າ ແຜນການຂອງພຣະເຈົ້າແມ່ນເພື່ອສ້າງມະນຸດຊາດພຽງຄັ້ງດຽວເທົ່ານັ້ນ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນພຽງຄັ້ງດຽວເທົ່ານັ້ນ. ນີ້ຄືຄັ້ງທໍາອິດ ແລະ ມັນຍັງເປັນຄັ້ງສຸດທ້າຍ. ດ້ວຍເຫດນັ້ນ ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຢ່າງພາກພຽນ ແລະ ການຄາດຫວັງຢ່າງໃຫຍ່ຫຼວງທີ່ພຣະເຈົ້າຫວັງຊ່ວຍມະນຸດຊາດໃຫ້ລອດພົ້ນໃນຄັ້ງນີ້.
(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ມະນຸດທີ່ເຫີນຮ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາກຽມພ້ອມທີ່ຈະຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້ ໂດຍທໍາລາຍເນື້ອໜັງຢ່າງໄຮ້ຄວາມຮູ້ສຶກຕໍ່ຈິດວິນຍານຂອງຕົນເອງ. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້, ບໍ່ມີຄວາມຫວັງຄືດັ່ງຄົນອື່ນໆ ທີ່ປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ເຖິງປັດຈຸບັນນີ້ ຄວາມເຊື່ອດັ່ງກ່າວກໍຍັງບໍ່ໄດ້ຖືກບັນລຸຜົນໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຍັງສະແຫວງຫາມັນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງກໍເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ໄຮ້ຄວາມຮູ້ສຶກ ເພາະພຣະອົງຕ້ອງໄດ້ລໍຖ້າດົນເກີນໄປສໍາລັບຄໍາຕອບຈາກມະນຸດ. ພຣະອົງປາຖະໜາເພື່ອຄົ້ນຫາ ແລະ ສະແຫວງຫາຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອປຸກເຈົ້າຕື່ນ ເພື່ອວ່າເຈົ້າຈະບໍ່ໄດ້ຫີວເຂົ້າ ແລະ ຫີວນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ້າເລີ່ມຮູ້ສຶກວ່າໂລກນີ້ເຕັມໄປດ້ວຍຄວາມໂດດດ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເບິ່ງແຍງ ຈະຍິນດີອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ ແລະ ລໍຖ້າການກັບຄືນມາຂອງເຈົ້າ. ພຣະອົງລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ໃນບາງເວລາໃດໜຶ່ງ ເຈົ້າໄດ້ຫຼົງທາງເດີນ, ໃນບາງເວລາໃດໜຶ່ງ ເຈົ້າໄດ້ເສຍສະຕິເທິງເສັ້ນທາງ ແລະ ໃນບາງເວລາໃດໜຶ່ງ ແມ່ນໄດ້ຮັບເອົາ “ບິດາ” ດັ່ງກ່າວນັ້ນ; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງໄດ້ເຝົ້າເບິ່ງດ້ວຍຄວາມຫວັງຢ່າງຍິ່ງ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເບິ່ງແຍງຂອງພຣະອົງແມ່ນມີລາຄາເໜືອກວ່າສິ່ງອື່ນໃດ ແລະ ມັນກໍເພື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດ. ບາງເທື່ອການເຝົ້າເບິ່ງແຍງນີ້ອາດບໍ່ມີກໍານົດ ແລະ ບາງເທື່ອມັນອາດຈະສິ້ນສຸດ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈະບັນ.
(ຄັດຈາກບົດ “ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)