ຖ້າພວກເຮົາບໍ່ເຊື່ອໃນພຣະເຈົ້າ, ພຽງແຕ່ສະສົມຄຸນງາມຄວາມດີ ແລະ ເຮັດຄວາມດີ ບໍ່ເຮັດຊົ່ວເທົ່ານັ້ນ ພວກເຮົາຈະສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ່?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດແມ່ນອີງໃສ່ວ່າ ທາດແທ້ຂອງພວກເຂົາແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ວ່າຄົນນັ້ນຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ວ່າຄໍາເວົ້າຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ບາງຄົນປາດຖະໜານໍາໃຊ້ການກະກຳທີ່ດີ ເພື່ອໃຫ້ໄດ້ຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ບາງຄົນປາດຖະໜານຳໃຊ້ຄໍາເວົ້າທີ່ດີເພື່ອຮັບເອົາຈຸດໝາຍປາຍທາງທີ່ດີ. ທຸກຄົນເຊື່ອແບບຜິດໆວ່າ ພຣະເຈົ້າກຳນົດຜົນໄດ້ຮັບຂອງມະນຸດຫຼັງຈາກໄດ້ເບິ່ງພຶດຕິກໍາ ຫຼື ຫຼັງຈາກໄດ້ຟັງຄຳເວົ້າຂອງພວກເຂົາ; ດັ່ງນັ້ນ ຫຼາຍຄົນຈຶ່ງມີປະສົງທີ່ຈະໃຊ້ສິ່ງນີ້ ເພື່ອລໍ້ລວງພຣະເຈົ້າໃຫ້ພໍໃຈພວກເຂົາຊົ່ວຄາວ. ໃນອະນາຄົດ ຜູ້ຄົນທີ່ຈະມີຊີວິດລອດໃນສະພາບທີ່ສະຫງົບສຸກ ຈະຕ້ອງໄດ້ທົນຕໍ່ວັນແຫ່ງຄວາມຍາກລໍາບາກ ແລະ ຍັງຈະໄດ້ເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ; ພວກເຂົາທັງໝົດຈະເປັນຄົນທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາ ແລະ ເປັນຄົນທີ່ຕັ້ງໃຈເຊື່ອຟັງພຣະເຈົ້າ. ຜູ້ທີ່ພຽງແຕ່ຕ້ອງການໃຊ້ໂອກາດ ເພື່ອເຮັດການຮັບໃຊ້ດ້ວຍຕັ້ງໃຈ ເພື່ອຫຼີກເວັ້ນການປະຕິບັດຄວາມຈິງຈະບໍ່ຖືກອະນຸຍາດໃຫ້ຄົງຢູ່ໄດ້. ພຣະເຈົ້າແມ່ນມີມາດຕະຖານທີ່ເໝາະສົມສໍາລັບການຈັດແຈງຜົນໄດ້ຮັບຂອງທຸກຄົນ; ພຣະອົງບໍ່ພຽງແຕ່ເຮັດການຕັດສິນໃຈເຫຼົ່ານີ້ຕາມຄໍາເວົ້າ ແລະ ພຶດຕິກຳຂອງຄົນເທົ່ານັ້ນ ຫຼື ພຣະອົງບໍ່ໄດ້ຕັດສິນໃຈຕາມການກະທໍາຂອງພວກເຂົາໃນເວລາໃດໜຶ່ງເທົ່ານັ້ນ. ພຣະອົງຈະບໍ່ຜ່ອນຜັນຕໍ່ການກະທໍາຊົ່ວຮ້າຍຂອງຄົນຢ່າງເດັດຂາດຍ້ອນການຮັບໃຊ້ພຣະເຈົ້າຜ່ານມາຂອງພວກເຂົາ ແລະ ພຣະອົງຈະບໍ່ລະເວັ້ນຜູ້ໃດຈາກຄວາມຕາຍຍ້ອນວ່າພວກເຂົາໄດ້ເສຍສະລະຄັ້ງໃດຄັ້ງໜຶ່ງໃຫ້ກັບພຣະເຈົ້າ. ບໍ່ມີໃຜສາມາດຫຼີກເວັ້ນການລົງໂທດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ມີໃຜສາມາດປົກປິດການກະທໍາຊົ່ວຮ້າຍຂອງພວກເຂົາ ເພື່ອຫຼີກເວັ້ນການທໍລະມານຈາກການທໍາລາຍໄດ້. ຖ້າບຸກຄົນໃດໜຶ່ງສາມາດເຮັດໜ້າທີ່ຂອງຕົວເອງໄດ້ຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຕາມ, ພວກເຂົາແມ່ນຊື່ສັດຕໍ່ພຣະເຈົ້າຕະຫຼອດໄປ ແລະ ບໍ່ໄດ້ສະແຫວງຫາລາງວັນ, ຖ້າຜູ້ຄົນມີຄວາມຊື່ສັດຕໍ່ພຣະເຈົ້າເມື່ອເວລາທີ່ພວກເຂົາເຫັນພອນ ແຕ່ເສຍຄວາມຊື່ສັດເມື່ອພວກເຂົາບໍ່ສາມາດເຫັນພອນໃດໆ ແລະ ໃນທີ່ສຸດ ຖ້າພວກເຂົາຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າ ແລະ ຍັງບໍ່ສາມາດເຮັດສໍາເລັດໜ້າທີ່ໄດ້ຕາມທີ່ພວກເຂົາຄວນເຮັດ, ເຖິງແມ່ນວ່າພວກເຂົາຈະໄດ້ຮັບໃຊ້ພຣະເຈົ້າຢ່າງຊື່ສັດມາກ່ອນກໍຕາມ ພວກເຂົາກໍຍັງຈະເປັນເປົ້າໝາຍຂອງການທໍາລາຍ. ສະຫຼຸບແລ້ວ, ຄົນຊົ່ວບໍ່ສາມາດຢູ່ລອດໄດ້ຕະຫຼອດການ ຫຼື ພວກເຂົາສາມາດເຂົ້າສູ່ບ່ອນພັກເຊົາໄດ້; ມີພຽງແຕ່ຄົນຊອບທໍາເທົ່ານັ້ນທີ່ຈະເປັນເຈົ້ານາຍຂອງການພັກເຊົາ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນອີງຕາມວ່າພວກເຂົາມີຄວາມຈິງຫຼືບໍ່ ບໍ່ແມ່ນອີງໃສ່ອາຍຸ, ລະດັບອາວຸໂສ, ລະດັບຄວາມທຸກທໍລະມານ ຫຼື ລະດັບຄວາມໜ້າສົງສານ. ບໍ່ມີທາງເລືອກອື່ນ ມີແຕ່ທາງນີ້ທາງດຽວ. ພວກເຈົ້າຕ້ອງຮູ້ເອົາໄວ້ວ່າ ຄົນທັງໝົດທີ່ບໍ່ປະຕິບັດຕາມຄວາມຕັ້ງໃຈຂອງພຣະເຈົ້າຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ ບັນດາຜູ້ທີ່ຖືກລົງໂທດກໍຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນຕອບແທນຕາມຄວາມຜິດບາບທັງຫຼາຍຂອງພວກເຂົາ.

(ຄັດຈາກບົດ “ກະກຽມຄວາມດີໃຫ້ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຽງແຕ່ການປ່ຽນແປງພຶດຕິກຳແມ່ນບໍ່ຍືນຍົງ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສໃນຊີວິດຂອງຜູ້ຄົນ, ແລ້ວບໍ່ໄວກໍຊ້າ, ດ້ານທີ່ໂຫດຮ້າຍຂອງພວກເຂົາກໍຈະສະແດງຕົວພວກມັນເອງ. ຍ້ອນແຫຼ່ງທີ່ມາຂອງການປ່ຽນແປງໃນພຶດຕິກຳຂອງພວກເຂົາແມ່ນຄວາມຮ້ອນຮົນ, ເຊື່ອມໂຍງກັບບາງພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນ, ມັນຈຶ່ງງ່າຍຫຼາຍທີ່ພວກເຂົາຈະຮ້ອນຮົນ ຫຼື ທີ່ຈະສະແດງຄວາມເມດຕາຊົ່ວຄາວ. ດັ່ງທີ່ຜູ້ບໍ່ເຊື່ອເວົ້າວ່າ “ການເຮັດດີແມ່ນເລື່ອງງາຍ; ສິ່ງທີ່ຍາກກໍຄືການເຮັດດີຕະຫຼອດຊີວິດ”. ຜູ້ຄົນບໍ່ສາມາດເຮັດດີຕະຫຼອດຊີວິດຂອງພວກເຂົາໄດ້. ພຶດຕິກຳຂອງຄົນໆໜຶ່ງແມ່ນຖືກຊີ້ນໍາໂດຍຊີວິດ; ບໍ່ວ່າຊີວິດຂອງຄົນໆໜຶ່ງຈະເປັນຫຍັງກໍຕາມ, ພຶດຕິກຳຂອງຄົນໆໜຶ່ງກໍຈະເປັນແບບນັ້ນ ແລະ ມີພຽງແຕ່ສິ່ງທີ່ຖືກເປີດເຜີຍຢ່າງເປັນທຳມະຊາດເທົ່ານັ້ນຈຶ່ງເປັນຕົວແທນໃຫ້ແກ່ຊີວິດ ເຊັ່ນດຽວກັນກັບທຳມະຊາດຂອງຄົນໆໜຶ່ງ. ສິ່ງຕ່າງໆທີ່ປອມແມ່ນບໍ່ສາມາດທົນຢູ່ໄດ້. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ມັນບໍ່ແມ່ນເພື່ອປະດັບປະດາມະນຸດດ້ວຍພຶດຕິກຳທີ່ດີ, ຈຸດປະສົງຂອງພາລະກິດຂອງພຣະເຈົ້າແມ່ນເພື່ອປັບປ່ຽນອຸປະນິໄສຂອງຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາເກີດໃໝ່ເປັນຄົນໃໝ່. ສະນັ້ນ, ການພິພາກສາຂອງພຣະເຈົ້າ, ການຕິສອນ, ການທົດລອງ ແລະ ການເຮັດໃຫ້ມະນຸດບໍລິສຸດລ້ວນແລ້ວແຕ່ກະທໍາເພື່ອປ່ຽນແປງອຸປະນິໄສຂອງເຂົາ ເພື່ອວ່າເຂົາອາດບັນລຸການຍອມຢ່າງແທ້ຈິງ ແລະ ການອຸທິດຕົນຕໍ່ພຣະເຈົ້າ ແລະ ມານະມັດສະການພຣະອົງຕາມປົກກະຕິ. ນີ້ແມ່ນເປົ້າໝາຍແຫ່ງພາລະກິດຂອງພຣະເຈົ້າ. ການປະພຶດດີບໍ່ຄືກັບການຍອມຕໍ່ພຣະເຈົ້າ, ແຮງໄກທີ່ມັນຈະທຽບເທົ່າການເຂົ້າກັບພຣະຄຣິດໄດ້. ການປ່ຽນແປງໃນພຶດຕິກຳແມ່ນອີງຕາມຄຳສັ່ງສອນ ແລະ ເກີດມາຈາກຄວາມຮ້ອນຮົນ; ພວກມັນບໍ່ໄດ້ຢູ່ບົນພື້ນຖານຂອງຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ຫຼື ບົນຄວາມຈິງ ແລ້ວແຮງໄກທີ່ສິ່ງເຫຼົ່ານັ້ນຈະອີງໃສ່ການນໍາພາຈາກພຣະວິນຍານບໍລິສຸດ. ເຖິງແມ່ນມີຫຼາຍຄັ້ງ ເມື່ອບາງສິ່ງທີ່ຜູ້ຄົນໄດ້ເຮັດແມ່ນຖືກຊີ້ນໍາໂດຍພຣະວິນຍານບໍລິສຸດ ແຕ່ນີ້ບໍ່ແມ່ນການສະແດງອອກເຖິງຊີວິດ ແລ້ວແຮງໄກທີ່ມັນຈະຄືກັນກັບການຮູ້ຈັກພຣະເຈົ້າ; ບໍ່ວ່າພຶດຕິກຳຂອງບຸກຄົນໃດໜຶ່ງຈະດີສໍ່າໃດກໍຕາມ, ມັນກໍບໍ່ໄດ້ພິສູດວ່າ ພວກເຂົາໄດ້ຍອມຕໍ່ພຣະເຈົ້າ ຫຼື ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ. ການປ່ຽນແປງໃນພຶດຕິກຳເປັນພຽງພາບລວງຕາທີ່ຊົ່ວຄາວ; ພວກມັນເປັນພຽງການສະແດງອອກເຖິງຄວາມກະຕືລືລົ້ນ. ພວກມັນບໍ່ສາມາດຖືກນັບເປັນການສະແດງອອກເຖິງຊີວິດ.

(“ຄວາມແຕກຕ່າງລະຫວ່າງການປ່ຽນແປງພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ແລ້ວການກະທຳດີຂອງເຈົ້າຈະມີຄຸນຄ່າຫຍັງ? ພວກມັນສາມາດແທນຫົວໃຈທີ່ເຄົາລົບຕໍ່ພຣະເຈົ້າໄດ້ບໍ? ເຈົ້າບໍ່ສາມາດຮັບການອວຍພອນຈາກພຣະເຈົ້າດ້ວຍການກະທຳດີພຽງບາງຢ່າງເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າຍ້ອນເຈົ້າຕົກເປັນເຫຍື່ອ ແລະ ຖືກກົດຂີ່ເທົ່ານັ້ນ. ຄົນທີ່ເຊື່ອພຣະເຈົ້າແຕ່ບໍ່ຮູ້ຈັກພຣະເຈົ້າ ແຕ່ເປັນຜູ້ທີ່ກະທຳດີ ພວກເຂົາທັງໝົດຈະບໍ່ຖືກຕີສອນຄືກັນບໍ? ເຈົ້າພຽງແຕ່ເຊື່ອໃນພຣະເຈົ້າ, ພຽງແຕ່ຕ້ອງການໃຫ້ພຣະເຈົ້າແກ້ໄຂ ແລະ ແກ້ແຄ້ນສິ່ງຊົ່ວຮ້າຍທີ່ເກີດຂຶ້ນກັບເຈົ້າ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍໃຫ້ເຈົ້າຫຼຸດພົ້ນຈາກຄວາມເຈັບປວດ. ແຕ່ເຈົ້າປະຕິເສດທີ່ຈະສົນໃຈກັບຄວາມຈິງ ຫຼື ເຈົ້າບໍ່ກະຫາຍທີ່ຈະດຳລົງຊີວິດໃນຄວາມຈິງ. ຢ່າວ່າແຕ່ເຈົ້າສາມາດຫຼຸດພົ້ນຈາກຊີວິດທີ່ລຳບາກ ແລະ ຫວ່າງເປົ່ານີ້ເລີຍ. ກົງກັນຂ້າມ ໃນຂະນະທີ່ເຈົ້າດຳລົງຊີວິດໃນຝ່າຍເນື້ອໜັງ ແລະ ຊີວິດທີ່ຜິດບາບຂອງເຈົ້ານັ້ນ, ເຈົ້າຫວັງອາໄສໃຫ້ພຣະເຈົ້າແກ້ໄຂຄວາມຜິດຂອງເຈົ້າ ແລະ ປັດເປົ່າເອົາໝອກໜາອອກຈາກຊີວິດຂອງເຈົ້າ. ສິ່ງນີ້ຈະເປັນໄປໄດ້ແນວໃດ? ຖ້າເຈົ້າມີຄວາມຈິງ ເຈົ້າສາມາດຕິດຕາມພຣະເຈົ້າໄດ້. ຖ້າເຈົ້າດໍາລົງຊີວິດຕາມນັ້ນ ເຈົ້າສາມາດສະແດງອອກເຖິງພຣະທຳຂອງພຣະເຈົ້າ. ຖ້າເຈົ້າມີຊີວິດແບບນັ້ນ ເຈົ້າສາມາດໄດ້ຮັບການອວຍພອນຈາກພຣະເຈົ້າໄດ້. ຄົນທີ່ມີຄວາມຈິງສາມາດຮັບການອວຍພອນຈາກພຣະເຈົ້າ. ພຣະເຈົ້າຮັບຮອງເອົາການແກ້ໄຂສຳລັບຄົນທີ່ຮັກພຣະອົງຢ່າງເຕັມໃຈ ຜູ້ທີ່ອົດທົນຕໍ່ຄວາມລຳບາກ ແລະ ຄວາມທຸກທໍລະມານ, ແຕ່ຄວາມອົດທົນດັ່ງກ່າວ ບໍ່ແມ່ນສຳລັບຄົນທີ່ພຽງແຕ່ຮັກຕົວເອງ ແລະ ໄດ້ຕົກເປັນເຫຍື່ອໃຫ້ກັບກົນອຸບາຍຂອງຊາຕານ. ຄົນທີ່ບໍ່ຮັກຄວາມຈິງຈະສາມາດມີຄວາມດີໄດ້ແນວໃດ? ຄົນທີ່ພຽງແຕ່ຮັກເນື້ອໜັງຂອງຕົນຈະສາມາດມີຄວາມຊອບທໍາໄດ້ແນວໃດ? ຄວາມຊອບທຳ ແລະ ຄວາມດີທັງໝົດບໍ່ແມ່ນຄວາມຈິງບໍ? ຄວາມຈິງເຫຼົ່ານີ້ບໍ່ໄດ້ຖືກສະຫງວນໄວ້ສຳລັບຄົນທີ່ຮັກພຣະເຈົ້າຢ່າງສຸດໃຈບໍ? ຄົນທີ່ບໍ່ຮັກຄວາມຈິງ ແລະ ຄົນທີ່ເປັນພຽງຊາກສົບທີ່ເນົ່າເປື່ອຍ ທຸກຄົນເຫຼົ່ານີ້ບໍ່ໄດ້ເຊື່ອງຄວາມຊົ່ວຮ້າຍໄວ້ບໍ? ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງ ພວກເຂົາທັງໝົດບໍ່ແມ່ນສັດຕູຂອງຄວາມຈິງບໍ?

(ຄັດຈາກບົດ “ມີພຽງແຕ່ມະນຸດທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນສາມາດມີຊີວິດທີ່ມີຄວາມໝາຍໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມັນງ່າຍບໍທີ່ຈະເຮັດໃຫ້ເປັນຄົນບໍລິສຸດ ສົມບູນແບບ ຫຼື ຄົນຊອບທຳຢູ່ຕໍ່ໜ້າພຣະເຈົ້າ? ມັນແມ່ນຄວາມຈິງທີ່ຊັດເຈນທີ່ວ່າ “ບໍ່ມີຄົນຊອບທຳໃນໂລກນີ້ ຄົນຊອບທຳແມ່ນບໍ່ໄດ້ຢູ່ໃນໂລກນີ້”. ເວລາພວກເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ ຈົ່ງພິຈາລະນາສິ່ງທີ່ພວກເຈົ້ານຸ່ງຮົ່ມ, ພິຈາລະນາທຸກຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າ; ຄວາມນຶກຄິດ ແລະ ຄວາມຄິດເຫັນຂອງພວກເຈົ້າ ແລະ ແມ່ນແຕ່ຄວາມຝັນທີ່ພວກເຈົ້າຝັນເຫັນທຸກມື້. ສິ່ງເຫຼົ່ານີ້ແມ່ນເພື່ອປະໂຫຍດຂອງພວກເຈົ້າ. ນີ້ບໍ່ແມ່ນສະພາບການທີ່ແທ້ຈິງບໍ? “ຄວາມທ່ຽງທໍາ” ບໍ່ໄດ້ໝາຍເຖິງການໃຫ້ທານ, ມັນບໍ່ໄດ້ໝາຍເຖິງການຮັກເພື່ອນບ້ານຄືດັ່ງຮັກຕົວເຈົ້າເອງ ແລະ ມັນບໍ່ໄດ້ໝາຍເຖິງການຕໍ່ສູ້, ການຖົກຖຽງ, ການປຸ້ນຈີ້ ຫຼື ການລັກຂະໂມຍ. ຄວາມຊອບທຳໝາຍເຖິງການຮັບເອົາວຽກງານຂອງພຣະເຈົ້າມາເປັນໜ້າທີ່ຂອງເຈົ້າ ແລະ ການເຊື່ອໃນສິ່ງທີ່ພຣະເຈົ້າປັ້ນແຕ່ງ ແລະ ລິຂິດໄວ້ ຄືກັບວ່າເປັນພາລະໜ້າທີ່ທີ່ສະຫວັນສົ່ງມາໃຫ້ ໂດຍບໍ່ຄໍານຶງເຖິງເວລາ ຫຼື ສະຖານທີ່ ຄືກັບທຸກຢ່າງທີ່ພຣະເຢຊູໄດ້ກະທໍາຜ່ານມາ. ນີ້ຄືຄວາມຊອບທຳທີ່ແທ້ຈິງທີ່ພຣະເຈົ້າກ່າວເຖິງ. ການທີ່ສາມາດເອີ້ນໂລດວ່າ ເປັນຄົນທີ່ມີ ຄວາມຊອບທຳ ກໍຍ້ອນວ່າລາວໄດ້ຊ່ວຍຊີວິດເທວະດາສອງຕົນທີ່ພຣະເຈົ້າໄດ້ສົ່ງມາ ໂດຍລາວບໍ່ໄດ້ຫ່ວງວ່າລາວຈະໄດ້ ຫຼື ເສຍຫຍັງ. ສະນັ້ນ, ຈຶ່ງສາມາດເອີ້ນສິ່ງທີ່ລາວກະທໍາໃນເວລານັ້ນວ່າແມ່ນຄວາມຊອບທຳ, ແຕ່ບໍ່ສາມາດເອີ້ນລາວວ່າເປັນຄົນທີ່ມີຄວາມຊອບທຳໄດ້. ນີ້ກໍຍ້ອນວ່າໂລດໄດ້ເຫັນພຣະເຈົ້າ ຈົນລາວໄດ້ມອບລູກສາວຂອງລາວສອງຄົນ ເພື່ອເປັນການແລກປ່ຽນກັບເທວະດາສອງຕົນ. ແຕ່ພຶດຕິກໍາຂອງລາວທັງໝົດໃນອະດີດບໍ່ໄດ້ສະແດງເຖິງຄວາມຊອບທຳ ແລະ ດ້ວຍເຫດນີ້ ເຮົາຈຶ່ງຂໍເວົ້າວ່າ “ບໍ່ມີຄວາມຊອບທຳຢູ່ໃນແຜ່ນດິນໂລກນີ້”. ແມ່ນແຕ່ຢູ່ໃນທ່າມກາງຜູ້ຄົນທີ່ຢູ່ໃນສາຍນໍ້າແຫ່ງການຟື້ນຟູ ກໍຍັງບໍ່ສາມາດເອີ້ນຜູ້ໃດໄດ້ວ່າມີຄວາມຊອບທຳ. ເຖິງການກະທໍາຂອງເຈົ້າຈະດີປານໃດກໍຕາມ, ເຖິງຈະປາກົດວ່າ ເຈົ້າສັນລະເສີນພຣະນາມຂອງພຣະເຈົ້າ, ບໍ່ໄດ້ຕົບຕີ ແລະ ສາບແຊ່ງຄົນອື່ນ ຫຼື ປຸ້ນຈີ້ ແລະ ລັກຂະໂມຍຈາກພວກເຂົາ ແຕ່ກໍຍັງບໍ່ສາມາດເອີ້ນເຈົ້າວ່າເປັນຄົນຊອບທຳ ເນື່ອງຈາກວ່າຄົນທໍາມະດາກໍສາມາດເຮັດໃນສິ່ງດັ່ງກ່າວນັ້ນໄດ້ຄືກັນ. ປັດຈຸບັນນີ້ ສິ່ງສໍາຄັນກໍຄືການທີ່ເຈົ້າບໍ່ຮູ້ຈັກພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ໃນປັດຈຸບັນ ເຈົ້າມີຄວາມເປັນມະນຸດປົກກະຕິພຽງໜ້ອຍດຽວ ແຕ່ບໍ່ມີອົງປະກອບຂອງຄວາມຊອບທຳທີ່ພຣະເຈົ້າໄດ້ກ່າວເຖິງ ແລະ ດ້ວຍເຫດນີ້ ສິ່ງທີ່ເຈົ້າກະທໍາຈຶ່ງບໍ່ແມ່ນສິ່ງທີ່ພິສູດເຖິງຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າ.

(ຄັດຈາກບົດ “ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າອາດຈະຈິງໃຈ ແລະ ຊື່ສັດຕໍ່ກັບຍາດພີ່ນ້ອງ, ໝູ່ເພື່ອນ, ເມຍ (ຫຼື ຜົວ), ລູກຊາຍ ແລະ ລູກສາວ ແລະ ພໍ່ແມ່ຂອງເຈົ້າເປັນພິເສດ ແລະ ບໍ່ເຄີຍເອົາປຽບຄົນອື່ນເລີຍ; ແຕ່ຖ້າເຈົ້າບໍ່ສາມາດເຂົ້າຫາ ແລະ ພົວພັນກັບພຣະຄຣິດໄດ້, ເຖິງແມ່ນວ່າເຈົ້າຈະເສຍສະລະຊັບສິນທັງໝົດຂອງເຈົ້າເພື່ອຊ່ວຍເຫຼືອເພື່ອນບ້ານຂອງເຈົ້າ ຫຼື ເອົາໃຈໃສ່ດູແລເບິ່ງແຍງພໍ່, ແມ່ ແລະ ສະມາຊິກໃນຄອບຄົວຂອງເຈົ້າ, ເຮົາຂໍບອກເຈົ້າເລີຍວ່າ ເຈົ້າຍັງຊົ່ວຮ້າຍຢູ່ ແລະ ຍິ່ງໄປກວ່ານັ້ນ ຍັງເປັນຄົນຫຼອກລວງເກັ່ງທີ່ສຸດ. ຢ່າຄິດວ່າ ເຈົ້າສາມາດເຂົ້າກັນໄດ້ດີກັບພຣະຄຣິດ ເປັນພຽງຍ້ອນວ່າເຈົ້າເຂົ້າກັບຄົນອື່ນໄດ້ດີ ຫຼື ເຮັດດີພຽງສອງສາມຢ່າງເທົ່ານັ້ນ. ເຈົ້າຄິດວ່າເຈດຕະນາທີ່ເຕັມໄປດ້ວຍກຸສົນຂອງເຈົ້າຈະສາມາດຫຼອກລວງການໃຫ້ພອນຈາກສະຫວັນໄດ້ຊັ້ນບໍ? ເຈົ້າຄິດວ່າການເຮັດດີສອງສາມຢ່າງຈະສາມາດປ່ຽນແທນການເຊື່ອຟັງຂອງເຈົ້າໄດ້ຊັ້ນບໍ? ບໍ່ມີໃຜໃນບັນດາພວກເຈົ້າສາມາດຍອມຮັບເອົາການຖືກຈັດການ ແລະ ລິຮານ; ທຸກຄົນເຫັນວ່າມັນຫຍຸ້ງຍາກໃນການຮັບເອົາຄວາມເປັນມະນຸດປົກກະຕິຂອງພຣະຄຣິດ, ເຖິງແມ່ນວ່າເຈົ້າຈະປ່າວປະກາດການເຊື່ອຟັງຂອງເຈົ້າຕໍ່ພຣະເຈົ້າດ້ວຍວິທີໃດກໍຕາມ. ການສັດທາດັ່ງກ່າວຂອງພວກເຈົ້າຈະນຳມາເຊິ່ງຜົນກຳສະໜອງຢ່າງເໝາະສົມ.

(ຄັດຈາກບົດ “ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີ ແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງ ແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ມີບາງຄົນເວົ້າວ່າ ໃນໂລກນີ້ບໍ່ມີພຣະເຈົ້າ ເພາະວ່າບໍ່ເຄີຍເຫັນພຣະເຈົ້າ, ແຕ່ບາງຄົນກໍ່ໃຊ້ປະສົບການສ່ວນຕົວຂອງຕົນເອງເພື່ອເປັນພະຍານເຖິງການມີຢູ່ຂອງພຣະເຈົ້າ. ເມື່ອພວກເຮົາບໍ່ຮູ້ວ່າ ພຣະເຈົ້າມີຢູ່ແທ້ ຫຼືບໍ່ນັ້ນ, ພວກເຮົາຈະຢືນຢັນການມີຢູ່ຂອງພຣະເຈົ້າໄດ້ແນວໃດ?

ຕໍ່ໄປ: ຂ້ອຍແຕ່ງງານໄດ້ 20 ປີແລ້ວ, ຂ້ອຍຄິດວ່າພື້ນຖານຄວາມສຳພັນລະຫວ່າງຜົວກັບຂ້ອຍນັ້ນ ແມ່ນອາດຈະໝັ້ນຄົງແລ້ວ, ແຕ່ຕອນນີ້ ຜົວຂອງຂ້ອຍກໍ່ມີຊູ້, ເຮັດໃຫ້ຂ້ອຍເຈັດປວດຫລາຍ ແລະ ກໍບໍ່ຮູ້ວ່າ ຊິຜະເຊີນໜ້າກັບເລື່ອງນີ້ແນວໃດ? ຂໍຖາມແດ່: ຂ້ອຍຈະອອກຈາກຄວາມເຈັບປວດນີ້ໄດ້ແນວໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເປັນຫຍັງມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້