ມີບາງຄົນເວົ້າວ່າ ໃນໂລກນີ້ບໍ່ມີພຣະເຈົ້າ ເພາະວ່າບໍ່ເຄີຍເຫັນພຣະເຈົ້າ, ແຕ່ບາງຄົນກໍ່ໃຊ້ປະສົບການສ່ວນຕົວຂອງຕົນເອງເພື່ອເປັນພະຍານເຖິງການມີຢູ່ຂອງພຣະເຈົ້າ. ເມື່ອພວກເຮົາບໍ່ຮູ້ວ່າ ພຣະເຈົ້າມີຢູ່ແທ້ ຫຼືບໍ່ນັ້ນ, ພວກເຮົາຈະຢືນຢັນການມີຢູ່ຂອງພຣະເຈົ້າໄດ້ແນວໃດ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ, ຕົວຕົນຂອງພຣະເຈົ້າເອງ ແລະ ທາດແທ້ຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍເພິ່ງພາຈິນຕະນາການຂອງເຈົ້າ. ຍ້ອນເຈົ້າບໍ່ສາມາດເພິ່ງພາຈິນຕະນາການເພື່ອຮູ້ຈັກສິດອຳນາດຂອງພຣະເຈົ້າ, ແລ້ວເຈົ້າສາມາດບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າດ້ວຍວິທີໃດ? ວິທີທີ່ຈະສາມາດບັນລຸສິ່ງນີ້ແມ່ນຜ່ານທາງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜ່ານທາງການສົນທະນາ ແລະ ຜ່ານການຜະເຊີນກັບພຣະທຳຂອງພຣະເຈົ້າ. ດ້ວຍເຫດນັ້ນ, ເຈົ້າຈະມີປະສົບການ ແລະ ການພິສູດເທື່ອລະໜ້ອຍກ່ຽວກັບສິດອຳນາດຂອງພຣະເຈົ້າ ແລະ ເຈົ້າຈະຮັບເອົາຄວາມເຂົ້າໃຈເທື່ອລະໜ້ອຍ ແລະ ຄວາມຮູ້ກ່ຽວກັບສິດອຳນາດເພີ່ມຂຶ້ນ. ນີ້ແມ່ນວິທີດຽວເທົ່ານັ້ນທີ່ຈະບັນລຸຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ; ບໍ່ມີທາງລັດ. ການຂໍໃຫ້ພວກເຈົ້າບໍ່ຈິນຕະນາການ ບໍ່ຄືກັນກັບການເຮັດໃຫ້ພວກເຈົ້ານັ່ງຢູ່ລ້າໆເພື່ອລໍຖ້າຄວາມພິນາດ ຫຼື ການຫ້າມພວກເຈົ້າບໍ່ໃຫ້ເຮັດຫຍັງເລີຍ. ການບໍ່ໃຊ້ສະໝອງຂອງເຈົ້າເພື່ອຄິດ ແລະ ຈິນຕະນາການໝາຍເຖິງການບໍ່ໃຊ້ເຫດຜົນເພື່ອຄາດຄະເນ, ບໍ່ໃຊ້ຄວາມຮູ້ເພື່ອວິເຄາະ, ບໍ່ໃຊ້ວິທະຍາສາດເປັນພື້ນຖານ, ແຕ່ກົງກັນຂ້າມກໍຄືການເຫັນຄຸນຄ່າ, ການພິສູດ ແລະ ການຢືນຢັນວ່າພຣະເຈົ້າທີ່ເຈົ້າເຊື່ອແມ່ນມີສິດອຳນາດ, ຢືນຢັນວ່າພຣະອົງປົກຄອງເໜືອໂຊກຊະຕາຂອງເຈົ້າ ແລະ ລິດອຳນາດຂອງພຣະອົງກໍພິສູດໃຫ້ພຣະອົງເປັນພຣະເຈົ້າທີ່ແທ້ຈິງຢູ່ຕະຫຼອດເວລາ, ຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານຄວາມຈິງ, ຜ່ານທຸກສິ່ງທີ່ປະສົບໃນຊີວິດ. ນີ້ແມ່ນວິທີດຽວທີ່ຜູ້ຄົນຈະສາມາດບັນລຸຄວາມເຂົ້າໃຈກ່ຽວກັບພຣະເຈົ້າໄດ້. ບາງຄົນເວົ້າວ່າ ພວກເຂົາປາຖະໜາທີ່ຈະຄົ້ນຫາວິທີງ່າຍໆໃນການບັນລຸຄວາມຕັ້ງໃຈນີ້, ແຕ່ພວກເຈົ້າສາມາດຄິດເຖິງວິທີດັ່ງກ່າວໄດ້ບໍ? ເຮົາຈະບອກກັບເຈົ້າ ບໍ່ຈຳເປັນຕ້ອງຄິດ ເພາະບໍ່ມີວິທີອື່ນໆອີກແລ້ວ! ວິທີດຽວກໍຄືຮູ້ຈັກ ແລະ ພິສູດສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງຕັ້ງໃຈ ແລະ ຢ່າງແນວແນ່ ຜ່ານພຣະທຳທຸກຂໍ້ທີ່ພຣະອົງກ່າວອອກ ແລະ ທຸກສິ່ງທີ່ພຣະອົງເຮັດ. ນີ້ແມ່ນວິທີດຽວທີ່ຈະຮູ້ຈັກພຣະເຈົ້າ. ຍ້ອນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າບໍ່ແມ່ນສິ່ງທີ່ບໍ່ມີຄວາມໝາຍ ແລະ ວ່າງເປົ່າ, ແຕ່ເປັນຄວາມຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດທີ່ໝູນວຽນໄປມາ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຂອງການດຳລົງຊີວິດ ແລະ ຜູ້ທີ່ຍັງດຳລົງຊີວິດເຮັດຊໍ້າຮອຍປະຫວັດສາດທີ່ເປັນຕາສະລົດໃຈແບບດຽວກັນກັບຄົນທີ່ຈິບຫາຍ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍແມ່ທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ່ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດອອກຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໝົດຫວັງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອປອບໃຈຂອງເຂົາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ປົກຄອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບຸລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການເປັນຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຖືກສະແດງບົນຂໍ້ແທ້ຈິງທີ່ວ່າ ສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນທີ່ເຮັດໃຫ້ພວກມັນຫຼັບລົງ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການອອກແບບຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຊົ່ວນິດນິລັນ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜ່ນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ ໃນການກຳນົດໄວ້ລ່ວງໜ້າຂອງພຣະອົງ, ເຈົ້າກໍເລີ່ມຕົ້ນການເດີນທາງໃນຊີວິດຂອງເຈົ້າ. ເບື້ອງຫຼັງຂອງເຈົ້າຈະເປັນແນວໃດກໍຕາມ ແລະ ການເດີນທາງຂ້າງໜ້າຂອງເຈົ້າຈະເປັນແນວໃດກໍຕາມ, ບໍ່ມີໃຜສາມາດໜີພົ້ນຈາກການປັ້ນແຕ່ງ ແລະ ການຈັດແຈງຈາກສະຫວັນ ແລະ ບໍ່ມີໃຜຄວບຄຸມຊະຕາກໍາຂອງພວກເຂົາເອງໄດ້, ຍ້ອນວ່າ ມີພຽງແຕ່ພຣະອົງທີ່ປົກຄອງເໜືອທຸກສິ່ງເທົ່ານັ້ນຈຶ່ງສາມາດປະຕິບັດພາລະກິດດັ່ງກ່າວນີ້ໄດ້. ນັບຕັ້ງແຕ່ມື້ທີ່ມະນຸດເກີດຂຶ້ນມາ ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍວິທີນີ້, ຄຸ້ມຄອງຈັກກະວານ, ຊີ້ນຳກົດລະບຽບຂອງການປ່ຽນແປງສຳລັບສິ່ງທັງປວງ ແລະ ເສັ້ນໂຄຈອນຂອງການເຄື່ອນໄຫວຂອງສິ່ງເຫຼົ່ານັ້ນ. ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດໄດ້ຮັບການບຳລຸງຢ່າງງ່ຽບໆ ແລະ ໂດຍບໍ່ຮູ້ຕົວຈາກຄວາມຫວານ ແລະ ນໍ້າຝົນ ແລະ ນໍ້າຄ້າງຈາກພຣະເຈົ້າ; ເຊັ່ນດຽວກັບສັບພະສິ່ງທັງປວງ ມະນຸດມີຊິວິດຢູ່ພາຍໃຕ້ການປັ້ນແຕ່ງດ້ວຍມືຂອງພຣະເຈົ້າຢ່າງບໍ່ຮູ້ຕົວ. ຫົວໃຈ ແລະ ວິນຍານຂອງມະນຸດແມ່ນຢູ່ໃນມືຂອງພຣະເຈົ້າ, ທຸກສິ່ງໃນຊີວິດຂອງເຂົາແມ່ນຢູ່ໃນສາຍຕາຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຊື່ອສິ່ງນີ້ ຫຼື ບໍ່, ສິ່ງໃດກໍຕາມ ແລະ ທຸກສິ່ງ ບໍ່ວ່າຈະມີຊີວິດ ຫຼື ບໍ່ມີຊີວິດກໍຕາມ, ຈະຜັນປ່ຽນ, ປ່ຽນແປງ, ເກີດໃໝ່ ແລະ ຫາຍໄປໂດຍອີງຕາມຄວາມຄິດຂອງພຣະເຈົ້າ. ສິ່ງດັ່ງກ່າວແມ່ນວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງທັງໝົດ.

(ຄັດຈາກບົດ “ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຈາກເວລາທີ່ພຣະອົງເລີ່ມສ້າງສິ່ງທັງປວງ, ລິດອຳນາດຂອງພຣະເຈົ້າກໍເລີ່ມສະແດງອອກ ແລະ ເລີ່ມເປີດເຜີຍອອກ ຍ້ອນພຣະເຈົ້າໃຊ້ພຣະທຳເພື່ອສ້າງທຸກສິ່ງ. ບໍ່ວ່າພຣະອົງໄດ້ສ້າງພວກມັນໃນລັກສະນະໃດກໍຕາມ, ບໍ່ວ່າເປັນຫຍັງພຣະອົງຈຶ່ງສ້າງພວກມັນ, ທຸກສິ່ງກໍມີຊີວິດ ແລະ ຍຶດໝັ້ນ ແລະ ເປັນຢູ່ຍ້ອນພຣະທຳຂອງພຣະເຈົ້າ; ນີ້ແມ່ນສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງ. ໃນເວລາກ່ອນມະນຸດຊາດປາກົດເທິງແຜ່ນດິນໂລກ, ພຣະຜູ້ສ້າງໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງເພື່ອສ້າງທຸກສິ່ງໃຫ້ກັບມະນຸດຊາດ ແລະ ໃຊ້ວິທີການໜຶ່ງດຽວຂອງພຣະອົງເພື່ອຈັດແຈງສະພາບແວດລ້ອມແຫ່ງຊີວິດທີ່ເໝາະສົມສໍາລັບມະນຸດຊາດ. ທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອຈັດແຈງສຳລັບມະນຸດຊາດ ຜູ້ເຊິ່ງຈະຮັບເອົາລົມຫາຍໃຈຂອງພຣະອົງໃນອີກບໍ່ດົນ. ນີ້ໝາຍຄວາມວ່າ ໃນເວລາກ່ອນມະນຸດຊາດຈະຖືກສ້າງ, ສິດອຳນາດຂອງພຣະເຈົ້າຖືກສະແດງອອກໃນສິ່ງຖືກສ້າງທັງໝົດທີ່ແຕກຕ່າງຈາກມະນຸດຊາດ, ໃນສິ່ງທີ່ຍິ່ງໃຫຍ່ສໍ່າກັບສະຫວັນ, ແສງສະຫວ່າງ, ທະເລ, ແຜ່ນດິນ ແລະ ໃນສິ່ງທີ່ເລັກນ້ອຍສໍ່າກັບສັດ ແລະ ນົກ ພ້ອມທັງໃນແມງໄມ້ ແລະ ເຊື້ອຈຸລິນຊີທຸກຊະນິດ ລວມເຖິງເຊື້ອແບັກເທເຣຍຫຼາກຫຼາຍຊະນິດທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ. ແຕ່ລະຢ່າງຖືກມອບຊີວິດໂດຍພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງເພີ່ມທະວີຍ້ອນພຣະທຳຂອງພຣະຜູ້ສ້າງ ແລະ ແຕ່ລະຢ່າງດຳລົງຊີວິດຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງ ຍ້ອນພຣະທຳຂອງພຣະອົງ. ເຖິງແມ່ນວ່າ ພວກມັນບໍ່ໄດ້ຮັບລົມຫາຍໃຈຂອງພຣະຜູ້ສ້າງ, ພວກມັນກໍຍັງສະແດງອອກເຖິງຄວາມມີພະລັງແຫ່ງຊີວິດທີ່ພຣະຜູ້ສ້າງປະທານໃຫ້ກັບພວກມັນ ຜ່ານທາງຮູບຮ່າງ ແລະ ໂຄງສ້າງທີ່ແຕກຕ່າງກັນຂອງພວກມັນ; ເຖິງແມ່ນວ່າພວກມັນບໍ່ໄດ້ຮັບຄວາມສາມາດໃນການເວົ້າດັ່ງທີ່ພຣະຜູ້ສ້າງມອບໃຫ້ກັບມະນຸດຊາດ, ພວກມັນແຕ່ລະຢ່າງກໍໄດ້ຮັບວິທີແຫ່ງການສຳແດງຊີວິດຂອງພວກມັນ ທີ່ພຣະຜູ້ສ້າງໄດ້ປະທານໃຫ້ກັບພວກມັນ ແລະ ທີ່ແຕກຕ່າງຈາກພາສາຂອງມະນຸດ. ສິດອຳນາດຂອງພຣະຜູ້ສ້າງບໍ່ພຽງແຕ່ມອບພະລັງຊີວິດໃຫ້ກັບວັດຖຸທີ່ເບິ່ງຄືກັບວ່າບໍ່ເໜັງຕີງ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ, ແຕ່ພຣະອົງຍັງໄດ້ມອບສັນຊາດຕະຍານໃນການອອກລູກ ແລະ ການທະວີຄູນໃຫ້ກັບທຸກສິ່ງທີ່ມີຊີວິດ ເພື່ອພວກມັນຈະບໍ່ຫາຍໄປຈັກເທື່ອ ແລະ ເພື່ອພວກມັນຈະສືບທອດກົດເກນ ແລະ ຫຼັກການແຫ່ງການເອົາຕົວລອດທີ່ພຣະຜູ້ສ້າງມອບໃຫ້ກັບພວກມັນຈາກຮຸ່ນສູ່ຮຸ່ນ. ລັກສະນະທີ່ພຣະຜູ້ສ້າງໃຊ້ສິດອຳນາດຂອງພຣະອົງບໍ່ໄດ້ຍຶດຕິດຢູ່ກັບມຸມມອງມະຫາພາກ ຫຼື ຈຸລະພາກຢ່າງໜຽວແໜ້ນ ແລະ ບໍ່ໄດ້ຈຳກັດກັບຮູບຮ່າງໃດໜຶ່ງ; ພຣະອົງສາມາດບັນຊາການກິດຈະການຂອງຈັກກະວານ ແລະ ປົກຄອງເໜືອຊີວິດ ແລະ ຄວາມຕາຍຂອງທຸກສິ່ງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດກຳນົດທິດທາງໃຫ້ກັບທຸກສິ່ງເພື່ອພວກມັນຈະຮັບໃຊ້ພຣະອົງ; ພຣະອົງສາມາດຄຸ້ມຄອງທຸກການເຮັດວຽກຂອງພູເຂົາ, ແມ່ນໍ້າ ແລະ ທະເລສາບ ແລະ ປົກຄອງທຸກສິ່ງທີ່ຢູ່ພາຍໃນສິ່ງເຫຼົ່ານັ້ນ ແລະ ນອກເໜືອໄປກວ່ານັ້ນ ພຣະອົງສາມາດສະໜອງສິ່ງທີ່ຈຳເປັນຕໍ່ສິ່ງທັງປວງ. ນີ້ແມ່ນການສະແດງອອກຂອງສິດອຳນາດໜຶ່ງດຽວຂອງພຣະຜູ້ສ້າງທ່າມກາງສິ່ງທັງປວງນອກຈາກມະນຸດຊາດ. ການສະແດງອອກດັ່ງກ່າວບໍ່ແມ່ນພຽງສຳລັບຊ່ວງເວລາຊີວິດໃດໜຶ່ງເທົ່ານັ້ນ; ມັນຈະບໍ່ເຊົາຈັກເທື່ອ ຫຼື ພັກ ແລະ ມັນບໍ່ສາມາດຖືກປ່ຽນແປງ ຫຼື ຖືກທຳລາຍໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ ຫຼື ມັນບໍ່ສາມາດຖືກເພີ່ມເຕີມ ຫຼື ລົດລົງໂດຍບຸກຄົນ ຫຼື ສິ່ງໃດໜຶ່ງ, ຍ້ອນບໍ່ມີໃຜສາມາດແທນຕົວຕົນຂອງພຣະຜູ້ສ້າງ ແລະ ສະນັ້ນ ສິດອຳນາດຂອງພຣະຜູ້ສ້າງຈຶ່ງບໍ່ສາມາດຖືກແທນທີ່ໂດຍສິ່ງຖືກສ້າງໃດໆ; ມັນບໍ່ສາມາດບັນລຸໂດຍສິ່ງທີ່ບໍ່ຖືກສ້າງໃດໆ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນມະນຸດຊາດນີ້ເກີດມີຊີວິດ, ຈັກກະວານພ້ອມທັງດາວເຄາະທຸກດວງ ແລະ ດວງດາວທຸກດວງໃນສະຫວັນໄດ້ມີຢູ່ແລ້ວ. ໃນລະດັບມະຫາພາກ, ອົງປະກອບສະຫວັນເຫຼົ່ານີ້ໄດ້ໂຄຈອນຢູ່ເປັນປະຈຳ ພາຍໃຕ້ການຄວບຄຸມຂອງພຣະເຈົ້າເພື່ອການມີຢູ່ທັງໝົດຂອງພວກມັນມາເປັນເວລາຫຼາຍປີແລ້ວ. ດາວເຄາະດວງໃດໄປໃສໃນສະເພາະເວລາໃດໜຶ່ງ; ດາວເຄາະດວງໃດເຮັດໜ້າທີ່ອັນໃດ ແລະ ເມື່ອໃດ; ສິ່ງທີ່ດາວເຄາະໝຸນຮອບຕາມວົງໂຄຈອນ ແລະ ເມື່ອມັນຫາຍໄປ ຫຼື ຖືກແທນທີ່, ທຸກສິ່ງເຫຼົ່ານີ້ດຳເນີນການໂດຍບໍ່ມີຂໍ້ຜິດພາດແມ່ນແຕ່ນ້ອຍດຽວ. ຕຳແໜ່ງຂອງດາວເຄາະຕ່າງໆ ແລະ ໄລຍະຫ່າງລະຫວ່າງພວກມັນທຸກດວງ ແມ່ນປະຕິບັດຕາມແບບແຜນຢ່າງເຂັ້ມງວດ ເຊິ່ງທັງໝົດນີ້ສາມາດອະທິບາຍໄດ້ດ້ວຍຂໍ້ມູນທີ່ແນ່ນອນ; ເສັ້ນທາງທີ່ພວກມັນເດີນທາງ, ຄວາມໄວ ແລະ ແບບແຜນຂອງວົງໂຄຈອນຂອງພວກມັນ, ເວລາທີ່ພວກມັນຢູ່ໃນຕຳແໜ່ງຕ່າງໆທັງໝົດນີ້ສາມາດປະເມີນໄດ້ຢ່າງຖືກຕ້ອງ ແລະ ອະທິບາຍໂດຍກົດໝາຍພິເສດ. ດາວເຄາະຕ່າງໆໄດ້ປະຕິບັດຕາມກົດໝາຍເຫຼົ່ານີ້ມາເປັນເວລາດົນນານແລ້ວ ແລະ ບໍ່ເຄີຍອອກນອກທິດທາງແມ່ນແຕ່ໜ້ອຍ. ບໍ່ມີອຳນາດໃດສາມາດປ່ຽນແປງ ຫຼື ລົບກວນວົງໂຄຈອນຂອງພວກມັນ ຫຼື ແບບແຜນທີ່ພວກມັນປະຕິບັດຕາມໄດ້. ຍ້ອນກົດໝາຍພິເສດເຫຼົ່ານີ້ທີ່ຄວບຄຸມການເຄື່ອນໄຫວຂອງພວກມັນ ແລະ ຂໍ້ມູນແນ່ນອນຂອງພວກມັນແມ່ນໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວໂດຍສິດອຳນາດຂອງພຣະຜູ້ຊົງສ້າງ, ພວກມັນປະຕິບັດຕາມກົດໝາຍເຫຼົ່ານີ້ດ້ວຍຄວາມສອດຄ່ອງຂອງພວກມັນເອງ ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະຜູ້ຊົງສ້າງ. ໃນລະດັບມະຫາພາກ, ມັນບໍ່ຍາກສຳລັບມະນຸດທີ່ຈະຄົ້ນພົບບາງແບບແຜນ, ບາງຂໍ້ມູນ ແລະ ບາງກົດໝາຍ ຫຼື ປະກົດການທີ່ແປກປະຫຼາດ ແລະ ບໍ່ສາມາດອະທິບາຍໄດ້. ເຖິງແມ່ນວ່າມະນຸດຊາດບໍ່ຍອມຮັບວ່າພຣະເຈົ້າມີຢູ່ຈິງ, ບໍ່ຍອມຮັບຄວາມຈິງທີ່ວ່າພຣະຜູ້ຊົງສ້າງໄດ້ສ້າງ ແລະ ມີອຳນາດເໜືອທຸກສິ່ງ ແລະ ຍິ່ງໄປກວ່ານັ້ນຄືບໍ່ຍອມຮັບຮູ້ການມີຢູ່ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ, ເຖິງຢ່າງໃດກໍ່ຕາມ ນັກມະນຸດວິທະຍາ, ນັກດາລາສາດ, ນັກຟິຊິກຍັງຄົ້ນພົບເລື້ອຍໆວ່າ ການມີຢູ່ຂອງທຸກສິ່ງໃນຈັກກະວານ ພ້ອມຫຼັກການ ແລະ ແບບແຜນທີ່ກຳນົດການເຄື່ອນໄຫວຂອງພວກມັນ ລ້ວນແລ້ວແຕ່ຖືກປົກຄອງ ແລະ ຄວບຄຸມໂດຍພະລັງມືດທີ່ກວ້າງໃຫຍ່ ແລະ ເບິ່ງບໍ່ເຫັນ. ຄວາມຈິງນີ້ບີບບັງຄັບໃຫ້ມະນຸດຜະເຊີນໜ້າ ແລະ ຍອມຮັບຮູ້ວ່າມີຜູ້ຍິ່ງໃຫຍ່ຄົນໜຶ່ງທ່າມກາງແບບແຜນການເຄື່ອນໄຫວເຫຼົ່ານີ້ເປັນຜູ້ປັ້ນແຕ່ງທຸກສິ່ງຢ່າງ. ພະລັງຂອງພຣະອົງນັ້ນມະຫັດສະຈັນ ແຕ່ເຖິງຢ່າງນັ້ນກໍຕາມ ບໍ່ມີໃຜສາມາດເຫັນໜ້າອັນແທ້ຈິງຂອງພຣະອົງໄດ້, ພຣະອົງປົກຄອງ ແລະ ຄວບຄຸມທຸກສິ່ງຢ່າງຢູ່ທຸກເວລາ. ບໍ່ມີມະນຸດຄົນໃດ ຫຼື ພະລັງໃດສາມາດເຂົ້າເຖິງອຳນາດອະທິປະໄຕຂອງພຣະອົງໄດ້. ໃນການຜະເຊີນໜ້າກັບຄວາມຈິງນີ້, ມະນຸດຕ້ອງຍອມຮັບຮູ້ວ່າກົດໝາຍທີ່ປົກຄອງການດຳລົງຢູ່ຂອງທຸກສິ່ງຢ່າງບໍ່ສາມາດຄວບຄຸມໄດ້ໂດຍມະນຸດ, ບໍ່ມີໃຜສາມາດປ່ຽນແປງໄດ້; ພ້ອມກັນນັ້ນ ມະນຸດຕ້ອງຍອມຮັບວ່າມະນຸດບໍ່ສາມາດເຂົ້າໃຈກົດນີ້ໄດ້ຢ່າງເຕັມສ່ວນ ແລະ ພວກມັນບໍ່ໄດ້ເກີດຂຶ້ນດ້ວຍທຳມະຊາດ ແຕ່ຖືກກຳນົດໂດຍຜູ້ມີອໍານາດອະທິປະໄຕ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງສິດອຳນາດຂອງພຣະເຈົ້າທີ່ມະນຸດຊາດສາມາດຮັບຮູ້ໄດ້ໃນລະດັບມະຫາພາກ.

ໃນລະດັບຈຸລະພາກ, ພູເຂົາທຸກໜ່ວຍ, ແມ່ນ້ຳ, ທະເລສາບ, ທະເລ ແລະ ດິນແດນທີ່ມະນຸດເບິ່ງເຫັນຢູ່ເທິງແຜ່ນດິນໂລກ, ທຸກລະດູການທີ່ເຂົາປະສົບ, ທຸກສິ່ງທີ່ອາໄສຢູ່ໃນແຜ່ນດິນໂລກ ລວມທັງພືດ, ສັດ, ຈຸລິນຊີ ແລະ ມະນຸດລ້ວນແລ້ວແຕ່ຢູ່ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ຖືກຄວບຄຸມໂດຍພຣະເຈົ້າ. ພາຍໃຕ້ອຳນາດອະທິປະໄຕ ແລະ ການຄວບຄຸມຂອງພຣະເຈົ້າ ທຸກສິ່ງເກີດມີຊີວິດ ຫຼື ຫາຍໄປຕາມຄວາມຄິດຂອງພຣະອົງ, ກົດໝາຍເກີດຂຶ້ນເພື່ອປົກຄອງການເປັນຢູ່ຂອງພວກມັນ, ພວກມັນເຕີບໃຫຍ່ຂຶ້ນ ແລະ ເພີ່ມທະວີຈຳນວນຂຶ້ນເລື້ອຍໆເພື່ອຮັບຮອງພວກມັນ. ບໍ່ມີມະນຸດຄົນໃດ ຫຼື ສິ່ງໃດຢູ່ເໜືອກົດໝາຍເຫຼົ່ານີ້. ຍ້ອນຫຍັງ? ຄຳຕອບດຽວກໍ່ຄື: ຍ້ອນສິດອຳນາດຂອງພຣະເຈົ້າ. ຫຼື ເວົ້າອີກຢ່າງໜຶ່ງກໍຄື ມັນເປັນຍ້ອນຄວາມຄິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ; ຍ້ອນການກະທຳສ່ວນຕົວຂອງພຣະເຈົ້າເອງ. ເຊິ່ງເວົ້າໄດ້ວ່າ ມັນແມ່ນສິດອຳນາດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າທີ່ກໍ່ໃຫ້ເກີດກົດໝາຍເຫຼົ່ານີ້ ທີ່ຖືກຜັດປ່ຽນ ຫຼື ປ່ຽນແປງຕາມຄວາມຄິດຂອງພຣະອົງ, ການຜັດປ່ຽນ ແລະ ການປ່ຽນແປງເຫຼົ່ານີ້ລ້ວນແລ້ວແຕ່ເກີດຂຶ້ນ ຫຼື ຈາງຫາຍໄປເພື່ອແຜນການຂອງພຣະອົງ. ຕົວຢ່າງ ເຊັ່ນພະຍາດລະບາດ. ມັນລະບາດໂດຍບໍ່ມີການແຈ້ງເຕືອນໃດໆ, ບໍ່ມີໃຜຮູ້ທີ່ມາຂອງມັນ ຫຼື ເຫດຜົນແທ້ຈິງວ່າເປັນຫຍັງມັນຈິ່ງເກີດຂຶ້ນ ແລະ ເມື່ອໃດພະຍາດລະບາດເກີດຂຶ້ນ ບໍ່ວ່າສະຖານທີ່ໃດກໍຕາມ, ບັນດາຜູ້ທີ່ຕິດເຊື້ອແມ່ນຈະບໍ່ສາມາດໜີພົ້ນໄພພິບັດນັ້ນໄດ້. ວິທະຍາສາດຂອງມະນຸດເຂົ້າໃຈພະຍາດລະບາດທີ່ເກີດຈາກການແຜ່ກະຈາຍຂອງແມ່ພະຍາດທີ່ໂຫດຮ້າຍ ຫຼື ເປັນອັນຕະລາຍ ແລະ ຄວາມໄວ, ຂອດເຂດ ແລະ ວິທີການສົ່ງຕໍ່ຂອງພວກມັນບໍ່ສາມາດຖືກຄາດເດົາໄດ້ ຫຼື ຄວບຄຸມໄດ້ໂດຍວິທະຍາສາດຂອງມະນຸດ. ເຖິງແມ່ນວ່າຄົນຕໍ່ຕ້ານພະຍາດລະບາດດ້ວຍທຸກວິທີທາງທີ່ເປັນໄປໄດ້ ແຕ່ພວກເຂົາບໍ່ສາມາດຄວບຄຸມໄດ້ວ່າບຸກຄົນໃດ ຫຼື ສັດໂຕໃດຈະໄດ້ຮັບຜົນກະທົບຢ່າງບໍ່ສາມາດຫຼີກເວັ້ນໄດ້ເມື່ອມີພະຍາດລະບາດເກີດຂຶ້ນ. ສິ່ງດຽວທີ່ມະນຸດສາມາດເຮັດໄດ້ກໍ່ຄືພະຍາຍາມປ້ອງກັນພວກມັນ, ຕໍ່ຕ້ານພວກມັນ ແລະ ວິໄຈພວກມັນ. ແຕ່ບໍ່ມີໃຜຮູ້ຕົ້ນປາຍສາເຫດໃນການເລີ່ມຕົ້ນ ແລະ ການສິ້ນສຸດຂອງພະຍາດລະບາດໃດໜຶ່ງໄດ້ ແລະ ກໍບໍ່ມີໃຜສາມາດຄວບຄຸມພວກມັນໄດ້. ເມື່ອຜະເຊີນກັບການເພີ່ມຂຶ້ນ ຫຼື ການແຜ່ກະຈາຍຂອງພະຍາດລະບາດ, ມາດຕະການທຳອິດທີ່ມະນຸດໃຊ້ຄືການພັດທະນາຢາວັກຊີນ, ແຕ່ຫຼາຍຄັ້ງພະຍາດລະບາດໄດ້ຕາຍໄປເອງກ່ອນທີ່ຢາວັກຊິນຈະມີໃຊ້. ເປັນຫຍັງພະຍາດລະບາດຈິ່ງຕາຍໄປ? ບາງຄົນເວົ້າວ່າ ຍ້ອນພະຍາດໄດ້ຖືກຄວບຄຸມໄວ້ ແລະ ບາງຄົນເວົ້າວ່າ ພວກມັນຕາຍຍ້ອນການປ່ຽນແປງຂອງລະດູການ... ບໍ່ວ່າການສັນນິຖານລົມໆແລ້ງໆເຫຼົ່ານີ້ຈະສາມາດຢັ້ງຢືນໄດ້ ຫຼື ບໍ່ນັ້ນ, ທາງວິທະຍາສາດແມ່ນບໍ່ສາມາດອະທິບາຍ ແລະ ສາມາດໃຫ້ຄຳຕອບໄດ້ຢ່າງແນ່ນອນ. ມະນຸດຕ້ອງບໍ່ຄິດໃສ່ພຽງແຕ່ການສັນນິຖານເຫຼົ່ານີ້ເທົ່ານັ້ນ ແຕ່ຍັງຕ້ອງຄິດໃສ່ການຂາດຄວາມເຂົ້າໃຈ ແລະ ຄວາມຢ້ານກົວພະຍາດລະບາດຂອງມະນຸດອີກດ້ວຍ. ໃນການວິເຄາະສຸດທ້າຍ ບໍ່ມີໃຜຮູ້ວ່າເປັນຫຍັງພະຍາດລະບາດຈິ່ງເລີ່ມຕົ້ນຂຶ້ນ ຫຼື ເປັນຫຍັງມັນຈິ່ງສິ້ນສຸດລົງ. ຍ້ອນວ່າມະນຸດມີຄວາມເຊື່ອພຽງໃນວິທະຍາສາດເທົ່ານັ້ນ, ເພິ່ງພາອາໄສທຸກສິ່ງຕໍ່ວິທະຍາສາດ ແລະ ບໍ່ຍອມຮັບຮູ້ສິດອຳນາດຂອງພຣະຜູ້ຊົງສ້າງ ຫຼື ຍອມຮັບອຳນາດອະທິປະໄຕຂອງພຣະອົງ, ພວກເຂົາຈຶ່ງຈະບໍ່ໄດ້ຮັບຄຳຕອບໃດໆເລີຍ.

ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າ, ທຸກສິ່ງແຜ່ຂະຫຍາຍ, ເປັນຢູ່ ແລະ ຈິບຫາຍໄປຍ້ອນສິດອຳນາດ ແລະ ການຄຸ້ມຄອງຂອງພຣະອົງ. ບາງສິ່ງມາ ແລະ ໄປຢ່າງງຽບໆ ແລະ ມະນຸດບໍ່ສາມາດບອກໄດ້ວ່າພວກມັນມາຈາກໃສ ຫຼື ເຂົ້າໃຈແບບແຜນທີ່ພວກເຂົາປະຕິບັດ ແລ້ວແຮງໄກທີ່ຈະເຂົ້າໃຈເຫດຜົນວ່າເປັນຫຍັງພວກເຂົາຈິ່ງມາ ແລະ ໄປ. ເຖິງແມ່ນວ່າມະນຸດສາມາດເຫັນທຸກຢ່າງທີ່ເກີດຂຶ້ນໃນທຸກສິ່ງດ້ວຍຕາຂອງເຂົາເອງ ແລະ ສາມາດໄດ້ຍິນມັນດ້ວຍຫູຂອງເຂົາເອງ, ສາມາດປະສົບມັນດ້ວຍຕົວຂອງເຂົາເອງ; ເຖິງແມ່ນວ່າມັນຈະມີຜົນກະທົບຕໍ່ມະນຸດ ແລະ ເຖິງແມ່ນວ່າມະນຸດຈະເຂົ້າໃຈຄວາມຜິດປົກກະຕິ, ຄວາມສະໝ່ຳສະເໝີ ຫຼື ແມ່ນແຕ່ຄວາມແປກປະຫຼາດຂອງຫຼາກຫຼາຍເຫດການທີ່ກ່ຽວພັນກັນດ້ວຍຈິດໃຕ້ສຳນຶກກໍ່ຕາມ ແຕ່ເຂົາກໍບໍ່ຮູ້ຫຍັງເລີຍກ່ຽວກັບສິ່ງທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນ ເຊິ່ງມັນແມ່ນຄວາມປະສົງ ແລະ ຄວາມຄິດຂອງພຣະຜູ້ຊົງສ້າງ. ມີເລື່ອງລາວຕ່າງໆຢູ່ເບື້ອງຫຼັງປະກົດການເຫຼົ່ານີ້ ແລະ ມີຄວາມຈິງຫຼາຍປະການທີ່ປິດບັງຢູ່. ຍ້ອນວ່າມະນຸດໄດ້ຍ່າງຊັດເຊພະເນຈອນໄປໄກຈາກພຣະຜູ້ຊົງສ້າງ ແລະ ຍ້ອນເຂົາບໍ່ຍອມຮັບຄວາມຈິງທີ່ວ່າສິດອຳນາດຂອງພຣະຜູ້ຊົງສ້າງປົກຄອງທຸກສິ່ງ, ເຂົາຈະບໍ່ມີທາງຮູ້ ແລະ ເຂົ້າໃຈທຸກສິ່ງທີ່ເກີດຂຶ້ນພາຍໃຕ້ອຳນາດອະທິປະໄຕແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງໄດ້. ສ່ວນໃຫຍ່ແລ້ວ ການຄວບຄຸມ ແລະ ອຳນາດອະທິປະໄຕຂອງພຣະເຈົ້ານັ້ນເກີນຂອບເຂດທີ່ມະນຸດຈະຈິນຕະນາການໄດ້, ເກີນຄວາມຮູ້ຂອງມະນຸດ, ເກີນຄວາມເຂົ້າໃຈຂອງມະນຸດ ແລະ ເກີນສິ່ງທີ່ວິທະຍາສາດຂອງມະນຸດສາມາດບັນລຸໄດ້; ມັນເກີນຄວາມຮູ້ຂອງມະນຸດທີ່ຖືກສ້າງຂຶ້ນ. ບາງຄົນເວົ້າວ່າ “ເນື່ອງຈາກວ່າເຈົ້າບໍ່ໄດ້ເປັນພະຍານເຖິງອຳນາດອະທິປະໄຕຂອງພຣະເຈົ້າດ້ວຍຕົວເຈົ້າເອງ ແລ້ວເຈົ້າຈະເຊື່ອໄດ້ແນວໃດວ່າທຸກສິ່ງທຸກຢ່າງຂຶ້ນກັບສິດອຳນາດຂອງພຣະອົງ?” ການເບິ່ງເຫັນບໍ່ແມ່ນການເຊື່ອສະເໝີໄປ ແລະ ບໍ່ແມ່ນການຮັບຮູ້ ແລະ ຄວາມເຂົ້າໃຈສະເໝີໄປ. ແລ້ວຄວາມເຊື່ອມາຈາກໃສ? ເຮົາກ້າເວົ້າຢ່າງໝັ້ນໃຈວ່າ “ຄວາມເຊື່ອມາຈາກລະດັບ ແລະ ຄວາມເລິກເຊິ່ງດ້ານຄວາມເຂົ້າໃຈຂອງຄົນ, ປະສົບການ, ຄວາມເປັນຈິງ ແລະ ສາເຫດຕົ້ນຕໍຂອງສິ່ງຕ່າງໆ”. ຖ້າເຈົ້າເຊື່ອວ່າພຣະເຈົ້າມີຢູ່ຈິງ ແຕ່ເຈົ້າບໍ່ສາມາດຮັບຮູ້ໄດ້ ທັງບໍ່ຍອມຮັບຄວາມຈິງແຫ່ງການຄວບຄຸມ ແລະ ສິດອຳນາດຂອງພຣະເຈົ້າເໜືອທຸກສິ່ງ, ແລ້ວໃນໃຈຂອງເຈົ້າຈະບໍ່ມີທາງຍອມຮັບວ່າພຣະເຈົ້າມີສິດອຳນາດແບບນີ້ ແລະ ຍອມຮັບວ່າສິດອຳນາດຂອງພຣະເຈົ້ານັ້ນເປັນເອກະລັກ. ເຈົ້າຈະບໍ່ມີທາງຍອມຮັບພຣະຜູ້ຊົງສ້າງໃຫ້ເປັນພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງເຈົ້າໄດ້ຢ່າງແທ້ຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນມັກເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ຈະຮູ້ຈັກພຣະເຈົ້າ. ແຕ່, ເຮົາເວົ້າວ່າ ການຮູ້ຈັກພຣະເຈົ້າບໍ່ແມ່ນເລື່ອງຍາກເລີຍ ເພາະວ່າ ພຣະອົງສະແດງການກະທຳຂອງພຣະເຈົ້າໃຫ້ມະນຸດເຫັນຢູ່ເລື້ອຍໆ. ພຣະເຈົ້າບໍ່ເຄີຍເຊົາສົນທະນາກັບມະນຸດ ແລະ ພຣະອົງບໍ່ເຄີຍປິດບັງພຣະອົງເອງຈາກມະນຸດຈັກເທື່ອ ແລະ ພຣະອົງບໍ່ເຄີຍເຊື່ອງຊ້ອນພຣະອົງເອງ. ຄວາມຄິດຂອງພຣະອົງ, ແນວຄິດຂອງພຣະອົງ ແລະ ການກະທຳຂອງພຣະອົງລ້ວນແລ້ວແຕ່ຖືກເປີດເຜີຍໃຫ້ແກ່ມະນຸດຊາດ. ສະນັ້ນ ຕາບໃດທີ່ມະນຸດປາຖະໜາທີ່ຈະຮູ້ຈັກພຣະເຈົ້າ, ເຂົາສາມາດມາເຂົ້າໃຈ ແລະ ຮູ້ຈັກກັບພຣະອົງຜ່ານຫຼາຍຫົນທາງ ແລະ ວິທີການຕ່າງໆ. ເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຄິດຢ່າງຕາບອດວ່າ ພຣະເຈົ້າຕັ້ງໃຈຫຼີກເວັ້ນພວກເຂົາ, ພຣະເຈົ້າຕັ້ງໃຈເຊື່ອງຊ້ອນພຣະອົງເອງຈາກມະນຸດຊາດ, ພຣະເຈົ້າບໍ່ມີເຈດຕະນາທີ່ຈະຍອມໃຫ້ມະນຸດເຂົ້າໃຈ ແລະ ຮູ້ຈັກກັບພຣະອົງ ແມ່ນຍ້ອນພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ປາຖະໜາທີ່ຈະເຂົ້າໃຈພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມະນຸດບໍ່ໃສ່ໃຈກັບການພົວພັນກັບຄວາມຄິດ, ພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ... ເວົ້າຢ່າງແທ້ຈິງກໍຄື ຖ້າຜູ້ຄົນໃຊ້ເວລາວ່າງຂອງພວກເຂົາເພື່ອໃສ່ໃຈ ແລະ ເຂົ້າໃຈພຣະທຳ ຫຼື ການກະທຳຂອງພຣະຜູ້ສ້າງ ແລະ ຖ້າພວກເຂົາໃສ່ໃຈພຽງເລັກນ້ອຍຕໍ່ຄວາມຄິດຂອງພຣະຜູ້ສ້າງ ແລະ ສຽງຫົວໃຈຂອງພຣະອົງ, ມັນກໍຈະບໍ່ຍາກສຳລັບຜູ້ຄົນທີ່ຈະເຂົ້າໃຈວ່າ ຄວາມຄິດ, ພຣະທຳ ແລະ ການກະທຳຂອງພຣະຜູ້ສ້າງແມ່ນສາມາດເບິ່ງເຫັນໄດ້ ແລະ ໂປ່ງໃສ. ໃນທຳນອງດຽວກັນ, ມັນພຽງໃຊ້ຄວາມພະຍາຍາມເລັກນ້ອຍທີ່ຈະເຂົ້າໃຈວ່າ ພຣະຜູ້ສ້າງຢູ່ທ່າມກາງມະນຸດຕະຫຼອດເວລາ, ພຣະອົງສົນທະນາກັບມະນຸດ ແລະ ການເນລະມິດສ້າງທັງໝົດຢູ່ສະເໝີ ແລະ ພຣະອົງກຳລັງປະຕິບັດກິດຈະການໃໝ່ໃນແຕ່ລະມື້. ທາດແທ້ ແລະ ອຸປະນິໄສຂອງພຣະອົງແມ່ນຖືກສະແດງອອກໃນບົດສົນທະນາຂອງພຣະອົງກັບມະນຸດ; ຄວາມຄິດ ແລະ ແນວຄິດຂອງພຣະອົງຖືກເປີດເຜີຍອອກໃນການກະທຳຂອງພຣະອົງຢ່າງສົມບູນ; ພຣະອົງຕິດຕາມ ແລະ ສັງເກດເບິ່ງມະນຸດຊາດຢູ່ຕະຫຼອດເວລາ. ພຣະອົງເວົ້າຢ່າງງຽບໆຕໍ່ມະນຸດຊາດ ແລະ ການເນລະມິດສ້າງທັງໝົດດ້ວຍພຣະທຳຂອງພຣະອົງ: “ເຮົາຢູ່ໃນສະຫວັນ ແລະ ເຮົາຢູ່ທ່າມກາງການເນລະມິດສ້າງຂອງເຮົາ. ເຮົາກຳລັງສືບຕໍ່ເຝົ້າເບິ່ງ; ເຮົາກຳລັງລໍຖ້າ; ເຮົາຢູ່ຄຽງຂ້າງເຈົ້າ...” ມືຂອງພຣະອົງອົບອຸ່ນ ແລະ ໜັກແໜ້ນ; ບາດກ້າວຂອງພຣະອົງເບົາ; ສຽງຂອງພຣະອົງອ່ອນໂຍນ ແລະ ມີຄວາມເມດຕາ; ຮູບຮ່າງຂອງພຣະອົງຜ່ານໄປ ແລະ ຫັນມາ ໂອບກອດເອົາມະນຸດຊາດທັງໝົດ; ໃບໜ້າຂອງພຣະອົງງົດງາມ ແລະ ອ່ອນໂຍນ. ພຣະອົງບໍ່ເຄີຍຈາກໄປ, ບໍ່ເຄີຍຫາຍໄປ. ທັງກາງເວັນ ແລະ ກາງຄືນ ພຣະອົງເປັນເພື່ອນຂອງມະນຸດຊາດຢ່າງສະໝໍ່າສະເໝີ, ບໍ່ເຄີຍຫ່າງຈາກຂ້າງຂອງພວກເຂົາໄປຈັກເທື່ອ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາຍໃຕ້ສິດອຳນາດຂອງພຣະເຈົ້າ, ທຸກຄົນບໍ່ວ່າ ຫ້າວຫັນ ຫຼື ກຽດຄ້ານແມ່ນຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ ແລະ ບໍ່ວ່າຄົນໃດໜຶ່ງຈະຕໍ່ສູ້ດິ້ນລົນແນວໃດກໍຕາມໃນຊ່ວງເວລາແຫ່ງຊີວິດຂອງເຂົາ, ບໍ່ວ່າຜູ້ຄົນຈະຍ່າງບົນເສັ້ນທາງຄົດລ້ຽວຈັກເສັ້ນທາງກໍຕາມ, ສຸດທ້າຍແລ້ວ ພວກເຂົາກໍຈະກັບໄປສູ່ວົງໂຄຈອນແຫ່ງໂຊກຊະຕາທີ່ພຣະຜູ້ຊົງສ້າງໄດ້ຂີດໄວ້ໃຫ້ພວກເຂົາ. ນີ້ແມ່ນຄວາມບໍ່ສາມາດເອົາຊະນະໄດ້ແຫ່ງສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ວິທີການທີ່ສິດອຳນາດຂອງພຣະອົງຄວບຄຸມ ແລະ ປົກຄອງຈັກກະວານ. ມັນແມ່ນຄວາມບໍ່ສາມາດກີດກັ້ນໄດ້ນີ້, ຮູບແບບການຄວບຄຸມ ແລະ ການປົກຄອງດັ່ງກ່າວຈຶ່ງເປັນສິ່ງທີ່ຮັບຜິດຊອບຕໍ່ກົດເກນໃນການກຳນົດຊີວິດຂອງທຸກສິ່ງ, ເຮັດໃຫ້ມະນຸດກັບຊາດມາເກີດຊ້ຳແລ້ວຊ້ຳອີກໂດຍບໍ່ມີການແຊກແຊງ, ທີ່ເຮັດໃຫ້ໂລກໝູນວຽນເປັນປົກກະຕິ ແລະ ໝຸນໄປຂ້າງໜ້າມື້ຕໍ່ມື້ ແລະ ປີຕໍ່ປີ. ພວກເຈົ້າໄດ້ເປັນພະຍານຕໍ່ຄວາມຈິງເຫຼົ່ານີ້ທັງໝົດ ແລະ ພວກເຈົ້າເຂົ້າໃຈພວກມັນ ບໍ່ວ່າຈະແບບຜິວເຜີນ ຫຼື ຢ່າງເລິກເຊິ່ງກໍຕາມ ແລະ ຄວາມເລິກແຫ່ງຄວາມເຂົ້າໃຈຂອງພວກເຈົ້ານັ້ນຂຶ້ນຢູ່ກັບປະສົບການ ແລະ ຄວາມຮູ້ຂອງພວກເຈົ້າກ່ຽວກັບຄວາມຈິງ ແລະ ຂຶ້ນຢູ່ກັບຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າ. ຂຶ້ນຢູ່ກັບວ່າ ເຈົ້າຮູ້ຈັກຄວາມເປັນຈິງແຫ່ງຄວາມຈິງດີປານໃດ, ເຈົ້າໄດ້ປະສົບກັບພຣະທຳຂອງພຣະເຈົ້າຫຼາຍປານໃດ, ເຈົ້າຮູ້ຈັກແກ່ນແທ້ ແລະ ອຸປະນິໄສຂອງພຣະເຈົ້າດີປານໃດ. ທັງໝົດນີ້ສະແດງເຖິງຄວາມເຂົ້າໃຈຂອງເຈົ້າກ່ຽວກັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ ວ່າເຈົ້າເຂົ້າໃຈເລິກເຊິ່ງພຽງໃດ. ການມີຢູ່ຂອງອໍານາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຂຶ້ນຢູ່ກັບວ່າມະນຸດຊາດຍອມຮັບສິ່ງເຫຼົ່ານີ້ ຫຼື ບໍ່? ຄວາມຈິງທີ່ວ່າ ພຣະເຈົ້າຄອບຄອງສິດອຳນາດນີ້ ແມ່ນຖືກກຳນົດໂດຍການຍອມຮັບຂອງມະນຸດບໍ່? ບໍ່ວ່າຈະໃນສະຖານະການໃດໆກໍຕາມ ສິດອຳນາດຂອງພຣະເຈົ້າກໍຍັງຄົງມີຢູ່. ໃນທຸກສະພາບການ, ພຣະເຈົ້າຊົງກຳນົດ ແລະ ຈັດແຈງໂຊກຊະຕາຂອງມະນຸດທຸກຄົນ ແລະ ທຸກສິ່ງອີງຕາມຄວາມຄິດ ແລະ ຄວາມປາດຖະໜາຂອງພຣະອົງ. ສິ່ງນີ້ຈະບໍ່ປ່ຽນແປງຍ້ອນການປ່ຽນແປງມະນຸດ; ມັນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ, ບໍ່ສາມາດຖືກປ່ຽນແປງໂດຍການປ່ຽນແປງໃດໆເຊັ່ນ ເວລາ, ອາກາດແລະ ສະພາບພູມີສາດ ເພາະວ່າສິດອຳນາດຂອງພຣະເຈົ້າແມ່ນແກ່ນແທ້ຂອງພຣະອົງ. ບໍ່ວ່າມະນຸດຈະສາມາດຮູ້ຈັກ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່ກໍ່ຕາມ, ບໍ່ວ່າມະນຸດຈະສາມາດຍອມຮັບມັນໄດ້ ຫຼື ບໍ່ກໍ່ຕາມ ສະພາບການເຫຼົ່ານີ້ບໍ່ສາມາດປ່ຽນແປງຄວາມເປັນຈິງກ່ຽວກັບອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດແມ່ນແຕ່ໜ້ອຍດຽວ. ເຊິ່ງເວົ້າໄດ້ວ່າ ບໍ່ວ່າມະນຸດຈະມີທັດສະນະຄະຕິແນວໃດກໍຕາມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ມັນກໍບໍ່ສາມາດປ່ຽນແປງຄວາມຈິງທີ່ວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກສິ່ງໄດ້. ເຖິງແມ່ນວ່າເຈົ້າບໍ່ຍອມຮັບອຳນາດອະທິປະໄຕຂອງພຣະເຈົ້າ, ພຣະອົງກໍ່ຍັງຄວບຄຸມໂຊກຊະຕາຂອງເຈົ້າຢູ່ດີ; ເຖິງແມ່ນວ່າເຈົ້າບໍ່ສາມາດຮູ້ຈັກອຳນາດອະທິປະໄຕຂອງພຣະອົງໄດ້, ສິດອຳນາດຂອງພຣະອົງກໍ່ຍັງຄົງດຳລົງຢູ່ຄືເກົ່າ. ສິດອຳນາດຂອງພຣະເຈົ້າ ແລະ ຄວາມຈິງແຫ່ງສິດອຳນາດຂອງພຣະເຈົ້າເໜືອໂຊກຊະຕາຂອງມະນຸດນັ້ນເປັນອິດສະຫຼະຈາກຄວາມປະສົງຂອງມະນຸດ ແລະ ມັນຈະບໍ່ປ່ຽນແປງໂດຍອີງຕາມຄວາມມັກຂອງມະນຸດ ແລະ ເສັ້ນທາງເລືອກຂອງພວກເຂົາ. ສິດອຳນາດຂອງພຣະເຈົ້າຢູ່ທົ່ວທຸກບ່ອນ, ທຸກເວລາ ແລະ ທຸກເມື່ອ. ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແຕ່ສິດອຳນາດຂອງພຣະອົງຈະບໍ່ມີວັນຜ່ານພົ້ນໄປໄດ້ ຍ້ອນວ່າພຣະອົງເອງແມ່ນພຣະເຈົ້າ, ພຣະອົງຄອບຄອງສິດອຳນາດທີ່ເປັນເອກະລັກ ແລະ ສິດອຳນາດຂອງພຣະອົງບໍ່ໄດ້ຖືກຈຳກັດ ຫຼື ກຳນົດໂດຍຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ຫຼື ກໍານົດໂດຍອາກາດ ຫຼື ສະພາບພູມີສາດ. ພຣະເຈົ້າຊົງໃຊ້ສິດອຳນາດຂອງພຣະອົງສະແດງໃຫ້ເຫັນເຖິງລິດທານຸພາບຂອງພຣະອົງ, ສືບຕໍ່ພາລະກິດການຄຸ້ມຄອງດັ່ງທີ່ພຣະອົງເຄີຍປະຕິບັດສະເໝີມາ; ພຣະອົງປົກຄອງທຸກສິ່ງ, ປະທານໃຫ້ທຸກສິ່ງ ແລະ ປັ້ນແຕ່ງທຸກສິ່ງດັ່ງທີ່ພຣະອົງຊົງປະຕິບັດສະເໝີມາ. ບໍ່ມີໃຜສາມາດປ່ຽນແປງສິ່ງນີ້ໄດ້. ມັນແມ່ນຄວາມຈິງ; ມັນຄືຄວາມຈິງທີບໍ່ມີການປ່ຽນແປງມາແຕ່ດົນນານແລ້ວ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ມະນຸດດຳລົງຊີວິດຢູ່ໃນໂລກນີ້ ເພື່ອຊື່ສຽງ, ເພື່ອຜົນປະໂຫຍດ, ເພື່ອເຄື່ອງນຸ່ງຫົ່ມ, ເພື່ອອາຫານ, ເພື່ອຊື່ນຊົມ ແລະ ຊີວິດທີ່ວຸ້ນວາຍຂອງມະນຸດ ແຕ່ສຸດທ້າຍກໍ່ຍັງວ່າງເປົ່າຢູ່. ຈຶ່ງເຮັດໃຫ້ຂ້ອຍບໍ່ເຂົ້າໃຈວ່າ ຊີວິດຂອງຄົນເຮົາຈະມີຊີວິດທີ່ມີຄວາມໝາຍ ແລະ ມີຄຸນຄ່າໄດ້ແນວໃດ?

ຕໍ່ໄປ: ຖ້າພວກເຮົາບໍ່ເຊື່ອໃນພຣະເຈົ້າ, ພຽງແຕ່ສະສົມຄຸນງາມຄວາມດີ ແລະ ເຮັດຄວາມດີ ບໍ່ເຮັດຊົ່ວເທົ່ານັ້ນ ພວກເຮົາຈະສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ່?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຖ້າພວກເຮົາບໍ່ເຊື່ອໃນພຣະເຈົ້າ, ພຽງແຕ່ສະສົມຄຸນງາມຄວາມດີ ແລະ ເຮັດຄວາມດີ ບໍ່ເຮັດຊົ່ວເທົ່ານັ້ນ ພວກເຮົາຈະສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ່?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ...

ເປັນຫຍັງມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້