ມະນຸດດຳລົງຊີວິດຢູ່ໃນໂລກນີ້ ເພື່ອຊື່ສຽງ, ເພື່ອຜົນປະໂຫຍດ, ເພື່ອເຄື່ອງນຸ່ງຫົ່ມ, ເພື່ອອາຫານ, ເພື່ອຊື່ນຊົມ ແລະ ຊີວິດທີ່ວຸ້ນວາຍຂອງມະນຸດ ແຕ່ສຸດທ້າຍກໍ່ຍັງວ່າງເປົ່າຢູ່. ຈຶ່ງເຮັດໃຫ້ຂ້ອຍບໍ່ເຂົ້າໃຈວ່າ ຊີວິດຂອງຄົນເຮົາຈະມີຊີວິດທີ່ມີຄວາມໝາຍ ແລະ ມີຄຸນຄ່າໄດ້ແນວໃດ?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຈາກຕອນທີ່ມະນຸດໄດ້ມີວິທະຍາສາດສັງຄົມເປັນຄັ້ງທໍາອິດ, ຄວາມຄິດຂອງມະນຸດກໍວຸ້ນຢູ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດ ນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ໂລກໃນຫົວໃຈຂອງມະນຸດເຊິ່ງປາສະຈາກພື້ນທີ່ໃຫ້ກັບພຣະເຈົ້າເປັນໂລກທີ່ມືດ, ຫວ່າງເປົ່າໂດຍປາສະຈາກຄວາມຫວັງ. ແລ້ວດ້ວຍເຫດນັ້ນ ຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການ ແລະ ທິດສະດີອື່ນໆທີ່ລະເມີດຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ. ມະນຸດດຳລົງຊີວິດຢູ່ໃນໂລກທີ່ຫວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ທີ່ໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຍຶດຕິດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ຈາກໄປ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມຫວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະລະຈາກຄວາມຫວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະລະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການບັນເທົາພຽງຊົ່ວຄາວ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຈະເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຍັບຍັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ຍ້ອນມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະລະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ. ມະນຸດຈະດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ຈະບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກຫວ່າງເປົ່າທີ່ຢູ່ໃນໃຈຂອງພວກເຂົາ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາກສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ. ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມຫວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້. ໃນທີ່ສຸດ ມະນຸດກໍຍັງເປັນມະນຸດ. ຕໍາແໜ່ງ ແລະ ຊີວິດຂອງພຣະເຈົ້າບໍ່ສາມາດແທນທີ່ໂດຍມະນຸດຄົນໃດໄດ້. ມະນຸດຊາດບໍ່ພຽງແຕ່ຕ້ອງການສັງຄົມທີ່ຍຸຕິທຳ ເຊິ່ງທຸກຄົນໄດ້ຮັບການລ້ຽງດູເປັນຢ່າງດີ ແລະ ເທົ່າທຽມກັນ ແລະ ສະເໝີພາບກັນ ແລະ ເປັນອິດສະລະ, ແຕ່ພວກເຂົາຍັງຕ້ອງການຄວາມລອດພົ້ນຂອງພຣະເຈົ້າ ແລະ ການຈັດກຽມຊີວິດທີ່ພຣະອົງມີໃຫ້ກັບພວກເຂົາ. ມີພຽງແຕ່ເມື່ອມະນຸດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ ແລະ ການຈັດກຽມຊີວິດຂອງພຣະອົງທີ່ມີໃຫ້ພວກເຂົາເທົ່ານັ້ນ ຄວາມຕ້ອງການ, ຄວາມປາຖະໜາເພື່ອຄົ້ນຫາ ແລະ ຄວາມຫວ່າງເປົ່າຝ່າຍວິນຍານຂອງມະນຸດຈຶ່ງຈະໄດ້ຮັບການແກ້ໄຂ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າສະແຫວງຫາຄົນທີ່ປາຖະໜາຢາກໃຫ້ພຣະອົງປະກົດຕົວ. ພຣະອົງສະແຫວາງຫາຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະອົງ, ຄົນທີ່ບໍ່ໄດ້ລືມຄໍາສັ່ງຂອງພຣະອົງ ແລະ ຖວາຍຫົວໃຈ ແລະ ຮ່າງກາຍຂອງພວກເຂົາໃຫ້ກັບພຣະອົງ. ພຣະອົງສະແຫວງຫາຄົນທີ່ເຊື່ອຟັງຄືກັນກັບເດັກນ້ອຍທີ່ຢູ່ຕໍ່ໜ້າພຣະອົງ ແລະ ຜູ້ຄົນທີ່ບໍ່ຕໍ່ຕ້ານພຣະອົງ. ຖ້າບໍ່ມີອໍານາດໃດຂັດຂວາງເຈົ້າໃນການອຸທິດຕົວໃຫ້ກັບພຣະເຈົ້າ ແລ້ວພຣະເຈົ້າກໍຈະເບິ່ງເຈົ້າດ້ວຍຄວາມຊົມຊອບ ແລະ ຈະປະທານພອນຂອງພຣະອົງມາຍັງເຈົ້າ. ຖ້າເຈົ້າມີຖານະທີ່ສູງສົ່ງ, ມີຊື່ສຽງທີ່ເປັນຕາເຄົາລົບ, ປະກອບດ້ວຍຄວາມຮູ້ທີ່ເຫຼືອລົ້ນ, ເປັນເຈົ້າຂອງຊັບສິນທີ່ອຸດົມສົມບູນ ແລະ ມີໜ້າມີຕາໃນສັງຄົມ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຂັດຂວາງເຈົ້າຈາກການມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາການຮຽກຮ້ອງຂອງພຣະອົງ ແລະ ການບັນຊາຂອງພຣະອົງເພື່ອເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການ, ແລ້ວທຸກສິ່ງທີ່ເຈົ້າເຮັດກໍຈະເປັນສິ່ງທີ່ສຳຄັນທີ່ສຸດເທິງແຜ່ນດິນໂລກ ແລະ ເປັນສິ່ງທີ່ຊອບທຳທີ່ສຸດຂອງມະນຸດຊາດ. ຖ້າເຈົ້າປະຕິເສດການເອີ້ນຂອງພຣະເຈົ້າ ຍ້ອນເຫັນແກ່ຖານະ ແລະ ຈຸດປະສົງຂອງເຈົ້າເອງ, ທຸກສິ່ງທີ່ເຈົ້າເຮັດກໍຈະຖືກສາບແຊ່ງ ແລະ ຍິ່ງໄປກວ່ານັ້ນ ກໍຈະຖືກພຣະເຈົ້າກຽດຊັງ. ບາງເທື່ອ ເຈົ້າເປັນປະທານປະເທດ ຫຼື ນັກວິທະຍາສາດ, ສິດຍາພິບານ ຫຼື ເຖົ້າແກ່, ແຕ່ບໍ່ວ່າຕໍາແໜ່ງຂອງເຈົ້າຈະສູງສົ່ງສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາຄວາມຮູ້ ແລະ ຄວາມສາມາດຂອງເຈົ້າໃນພາລະໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຈະເປັນຄົນລົ້ມເຫຼວຢູ່ສະເໝີ ແລະ ຈະສູນເສຍການອວຍພອນຂອງພຣະເຈົ້າຕະຫຼອດເວລາ, ເພາະພຣະເຈົ້າບໍ່ຍອມຮັບຫຍັງເລີຍທີ່ເຈົ້າເຮັດ ແລະ ພຣະອົງຈະບໍ່ຍອມຮັບວ່າ ອາຊີບຂອງເຈົ້າເປັນອາຊີບທີ່ຊອບທຳ ຫຼື ຍອມຮັບວ່າ ເຈົ້າກຳລັງເຮັດວຽກເພື່ອຜົນປະໂຫຍດຂອງມະນຸດຊາດ. ພຣະອົງຈະເວົ້າວ່າ ທຸກສິ່ງທີ່ເຈົ້າເຮັດແມ່ນການນໍາໃຊ້ຄວາມຮູ້ ແລະ ອໍານາດຂອງມະນຸດເພື່ອຖອນມະນຸດອອກຈາກການປົກປ້ອງຂອງພຣະເຈົ້າ ແລະ ເພື່ອປະຕິເສດການອວຍພອນຂອງພຣະເຈົ້າ. ພຣະອົງຈະກ່າວວ່າ ເຈົ້າກຳລັງນໍາພາມະນຸດຊາດໄປສູ່ຄວາມມືດ, ສູ່ຄວາມຕາຍ ແລະ ສູ່ການເລີ່ມຕົ້ນຂອງການເປັນຢູ່ທີ່ປາສະຈາກຂໍ້ຈຳກັດ ເຊິ່ງມະນຸດໄດ້ສູນເສຍພຣະເຈົ້າ ແລະ ການອວຍພອນຂອງພຣະອົງ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ໃນລັກສະນະນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ. ເມື່ອເບິ່ງການກະທຳຂອງຊາຕານໃນຕອນນີ້ແລ້ວ, ແຮງຈູງໃຈໃນການກະທໍາຊົ່ວຂອງມັນບໍ່ເປັນຕາລັງກຽດທີ່ສຸດບໍ? ບາງເທື່ອ ໃນປັດຈຸບັນ ພວກເຈົ້າຍັງບໍ່ສາມາດເບິ່ງອອກເຖິງແຮງຈູງໃຈອັນຊົ່ວຊ້າຂອງຊາຕານ ຍ້ອນພວກເຈົ້າຄິດວ່າມະນຸດບໍ່ສາມາດດຳລົງຊີວິດຢູ່ໄດ້ຫາກຂາດຊື່ສຽງ ແລະ ຜົນປະໂຫຍດ. ເຈົ້າຄິດວ່າ ຖ້າຜູ້ຄົນປະຖິ້ມຊື່ສຽງ ແລະ ຜົນປະໂຫຍດໄວ້ເບື້ອງຫຼັງ, ພວກເຂົາກໍຈະບໍ່ສາມາດເຫັນຫົນທາງທີ່ຢູ່ເບື້ອງໜ້າໄດ້ອີກຕໍ່ໄປ, ບໍ່ສາມາດເຫັນເປົ້າໝາຍຂອງພວກເຂົາໄດ້ອີກຕໍ່ໄປ, ອະນາຄົດຂອງພວກເຂົາກໍຈະມືດມິດ, ມືດມົວ ແລະ ເສົ້າໝອງ. ແຕ່ມື້ໜຶ່ງ ພວກເຈົ້າທຸກຄົນຈະຄ່ອຍໆເຂົ້າໃຈວ່າ ຊື່ສຽງ ແລະ ຜົນປະໂຫຍດແມ່ນໂສ້ແຫ່ງວິບັດທີ່ຊາຕານໃຊ້ເພື່ອຜູກມັດມະນຸດ. ເມື່ອມື້ນັ້ນມາເຖິງ, ເຈົ້າກໍຈະຕໍ່ຕ້ານການຄວບຄຸມຂອງຊາຕານຢ່າງສຸດຂີດ ແລະ ຕໍ່ຕ້ານໂສ້ທີ່ຊາຕານໃຊ້ເພື່ອຜູກມັດເຈົ້າຈົນເຖິງທີ່ສຸດ. ເມື່ອເຖິງເວລາທີ່ເຈົ້າຕ້ອງການໂຍນທຸກສິ່ງທີ່ຊາຕານໄດ້ປູກຝັງໃນຕົວເຈົ້ານັ້ນອອກໄປ, ເຈົ້າກໍຈະຕັດຂາດຈາກຊາຕານຢ່າງສົມບູນ ແລະ ເຈົ້າຈະກຽດຊັງທຸກສິ່ງທີ່ຊາຕານນໍາມາໃຫ້ເຈົ້າຢ່າງແທ້ຈິງ. ພຽງແຕ່ເມື່ອນັ້ນ ມະນຸດຊາດຈຶ່ງຈະມີຄວາມຮັກ ແລະ ປາຖະໜາພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ສໍາລັບບາງຄົນທີ່ເປັນຄົນທຳມະດາ ແລະ ຄົນທີ່ສະແຫວງຫາຄວາມຮັກສໍາລັບພຣະເຈົ້າ, ການເຂົ້າສູ່ອານາຈັກເພື່ອກາຍເປັນປະຊາຊົນຂອງພຣະເຈົ້າແມ່ນອະນາຄົດຢ່າງແທ້ຈິງຂອງພວກເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າພວກເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ໃນປັດຈຸບັນ ພວກເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງພວກເຈົ້າແມ່ນມີຄວາມໝາຍທີ່ສຸດ. ມີພຽງແຕ່ຄົນກຸ່ມນີ້ ເຊິ່ງເປັນຄົນທີ່ຖືກຄັດເລືອກໂດຍພຣະເຈົ້າຈຶ່ງສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດໄດ້: ບໍ່ມີໃຜທີ່ຢູ່ເທິງແຜ່ນດິນໂລກສາມາດດຳລົງຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍດັ່ງກ່າວນັ້ນໄດ້.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອຄົນໃດໜຶ່ງຫວນຄືນເບິ່ງເສັ້ນທາງທີ່ເຂົາໄດ້ຍ່າງ, ເມື່ອຄົນໃດໜຶ່ງຈື່ຈໍາທຸກໄລຍະແຫ່ງການເດີນທາງຂອງຕົນເອງ, ເຂົາຈະເຫັນໄດ້ວ່າ ໃນທຸກບາດກ້າວ ບໍ່ວ່າຈະເປັນການເດີນທາງທີ່ຍາກລຳບາກ ຫຼື ລາບລື້ນ, ພຣະເຈົ້າໄດ້ຊີ້ນຳຫົນທາງດັ່ງກ່າວ ແລະ ວາງແຜນໄວ້ທຸກສິ່ງແລ້ວ. ມັນແມ່ນການຈັດແຈງຢ່າງລະອຽດທີ່ສຸດຂອງພຣະເຈົ້າ, ມັນແມ່ນການວາງແຜນຢ່າງຮອບຄອບຂອງພຣະອົງ ທີ່ນຳພາຜູ້ຄົນຈົນມາຮອດທຸກມື້ນີ້ໂດຍບໍ່ຮູ້ຕົວ. ການສາມາດຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮັບເອົາຄວາມລອດພົ້ນຂອງພຣະອົງ, ນັ້ນແມ່ນໂຊກລາບອັນໃຫຍ່ຫຼວງແທ້ໆ! ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານລົບຕໍ່ໂຊກຊະຕາ ນັ້ນກໍພິສູດວ່າ ພວກເຂົາກຳລັງຕໍ່ຕ້ານທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ພວກເຂົາ, ພວກເຂົາບໍ່ມີທັດສະນະຄະຕິທີ່ອ່ອນນ້ອມ. ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານບວກຕໍ່ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ແລ້ວເມື່ອເຂົາຫວນຄືນເບິ່ງການເດີນທາງຂອງເຂົາ, ເມື່ອເຂົາຜະເຊີນກັບອຳນາດອະທິປະໄຕຂອງພຣະເຈົ້າຢ່າງແທ້ຈິງ, ເຂົາກໍຈະປາດຖະໜາຢ່າງຈິງໃຈທີ່ຈະຍອມຮັບເອົາທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້, ຈະມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈຫຼາຍຂຶ້ນທີ່ຈະປ່ອຍໃຫ້ພຣະເຈົ້າລິຂິດໂຊກຊະຕາຂອງເຂົາ ແລະ ຢຸດກະບົດຕໍ່ພຣະເຈົ້າ. ຍ້ອນຜູ້ຄົນເຫັນວ່າ ພວກເຂົາບໍ່ເຂົ້າໃຈໂຊກຊະຕາ, ເມື່ອພວກເຂົາບໍ່ເຂົ້າໃຈອຳນາດອະທິປະໄຕຂອງພຣະເຈົ້າ, ເມື່ອພວກເຂົາງົມທາງໄປຂ້າງໜ້າຢ່າງເຕັມໃຈ, ຍ່າງໂຊເຊ ແລະ ໂດກເດກຜ່ານໝອກ, ການເດີນທາງແມ່ນຍາກລຳບາກ, ເຮັດໃຫ້ເຈັບປວດໃຈຫຼາຍເກີນໄປ. ດັ່ງນັ້ນ ເມື່ອຜູ້ຄົນຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ຜູ້ທີ່ສະຫຼາດກໍຈະເລືອກທີ່ຈະຮູ້ຈັກ ແລະ ຍອມຮັບມັນ, ໂຍນຖິ້ມວັນທີ່ເຈັບປວດໃນຕອນທີ່ພວກເຂົາພະຍາຍາມສ້າງຊີວິດທີ່ດີດ້ວຍສອງມືຂອງຕົວເອງ ແລະ ຢຸດເຊົາການຝືນຕໍ່ໂຊກຊະຕາ ແລະ ຢຸດການສະແຫວງຫາຂອງພວກເຂົາທີ່ເອີ້ນວ່າ “ເປົ້າໝາຍຊີວິດ” ໃນແບບຂອງພວກເຂົາເອງ. ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ, ມີອາຊີບຫຍັງ, ວິທີການດຳລົງຊີວິດຂອງພວກເຂົາ ແລະ ການສະແຫວງຫາເປົ້າໝາຍຂອງພວກເຂົາບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ກັບນຳເອົາຄວາມປວດໃຈອັນບໍ່ຮູ້ຈົບ ແລະ ຄວາມທຸກທໍລະມານທີ່ບໍ່ລົດລະ ເຊິ່ງພວກເຂົາບໍ່ສາມາດທົນທີ່ຈະຫວນຄືນເບິ່ງອະດີດຂອງຕົນເອງໄດ້. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໂຢບໄດ້ດຳລົງຊີວິດທີ່ມີຄຸນຄ່າບໍ? ຄຸນຄ່າດັ່ງກ່າວຢູ່ໃສ? ເປັນຫຍັງຈຶ່ງມີການເວົ້າວ່າ ເພິ່ນດຳລົງຊີວິດທີ່ມີຄຸນຄ່າ? ສຳລັບມະນຸດແລ້ວ, ແມ່ນຫຍັງຄືຄຸນຄ່າຂອງເພິ່ນ? ຈາກມຸມມອງຂອງມະນຸດ, ເພິ່ນຄືຕົວແທນໃຫ້ກັບມະນຸດຊາດທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ, ເປັນພະຍານທີ່ກຶກກ້ອງໃຫ້ແກ່ພຣະເຈົ້າຕໍ່ໜ້າຊາຕານ ແລະ ຜູ້ຄົນໃນແຜ່ນດິນໂລກ. ເພິ່ນໄດ້ປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າຄວນປະຕິບັດ, ເປັນແບບຢ່າງ ແລະ ເຮັດໜ້າທີ່ເປັນແບບຢ່າງສຳລັບທຸກຄົນທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ, ເຮັດໃຫ້ຜູ້ຄົນໄດ້ເຫັນວ່າ ມັນເປັນໄປໄດ້ທີ່ຈະເອົາຊະນະເໜືອຊາຕານໂດຍການເພິ່ງພາພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າຂອງເພິ່ນຕໍ່ພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ຄຸນຄ່າໃນຊີວິດຂອງໂຢບແມ່ນນອນຢູ່ໃນຄວາມສາມາດຂອງເພິ່ນທີ່ຈະຢຳເກງພຣະເຈົ້າ, ນະມັດສະການພຣະເຈົ້າ, ເປັນພະຍານເຖິງການກະທຳຂອງພຣະເຈົ້າ ແລະ ສັນລະເສີນການກະທຳຂອງພຣະເຈົ້າ, ນໍາຄວາມປອບໃຈ ແລະ ບາງສິ່ງມາໃຫ້ພຣະເຈົ້າຍິນດີ; ສຳລັບພຣະເຈົ້າແລ້ວ, ຄຸນຄ່າໃນຊີວິດຂອງໂຢບຍັງຢູ່ໃນວິທີທີ່ໂຢບໄດ້ຜະເຊີນກັບການທົດລອງ ແລະ ເອົາຊະນະເໜືອຊາຕານກ່ອນທີ່ເພິ່ນຈະຕາຍ ແລະ ເປັນພະຍານທີ່ກຶກກ້ອງໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ ແລະ ຜູ້ຄົນເທິງແຜ່ນດິນໂລກ, ຖວາຍສະຫງ່າລາສີໃຫ້ແກ່ພຣະເຈົ້າທ່າມກາງມະນຸດຊາດ, ປອບໂຍນຫົວໃຈຂອງພຣະເຈົ້າ ແລະ ເຮັດໃຫ້ຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າໄດ້ຫຼຽວເຫັນຜົນຕາມມາ ແລະ ເຫັນຄວາມຫວັງ. ຄຳພະຍານຂອງເພິ່ນໄດ້ເປັນແບບຢ່າງທີ່ບໍ່ເຄີຍມີມາກ່ອນສຳລັບຄວາມສາມາດຍຶດໝັ້ນໃນຄຳພະຍານຂອງຜູ້ໃດຜູ້ໜຶ່ງຕໍ່ພຣະເຈົ້າ ແລະ ສຳລັບຄວາມສາມາດທີ່ຈະເຮັດໃຫ້ຊາຕານອັບອາຍແທນພຣະເຈົ້າ, ໃນພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ນີ້ບໍ່ແມ່ນຄຸນຄ່າໃນຊີວິດຂອງໂຢບບໍ? ໂຢບໄດ້ນໍາຄວາມປອບໂຍນມາສູ່ຫົວໃຈຂອງພຣະເຈົ້າ, ເພິ່ນໄດ້ເຮັດໃຫ້ພຣະເຈົ້າຊີມລົດຊາດເຖິງຄວາມເບີກບານໃນການໄດ້ຮັບສະຫງ່າລາສີ ແລະ ເພິ່ນໄດ້ສະໜອງການເລີ່ມຕົ້ນຢ່າງອັດສະຈັນຕໍ່ແຜນການຄຸ້ມຄອງຂອງພຣະເຈົ້າ. ຈາກຈຸດນີ້ເປັນຕົ້ນໄປ, ຊື່ຂອງໂຢບຈະກາຍມາເປັນສັນຍາລັກສຳລັບສະຫງ່າລາສີຂອງພຣະເຈົ້າ ແລະ ເປັນສັນຍາລັກເຖິງໄຊຊະນະຂອງມະນຸດຊາດເໜືອຊາຕານ. ສິ່ງທີ່ໂຢບດຳລົງຊີວິດຕາມໃນລະຫວ່າງຊົ່ວຊີວິດຂອງເພິ່ນ, ພ້ອມທັງໄຊຊະນະທີ່ໂດດເດັ່ນຂອງເພິ່ນເໜືອຊາຕານຈະຖືກຖະໜອມໂດຍພຣະເຈົ້າຕະຫຼອດໄປ ແລະ ຄວາມສົມບູນ, ຄວາມຊື່ສັດ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນຈະເປັນທີ່ເຄົາລົບ ແລະ ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຕໍ່ໄປ ຕະຫຼອດໄປ. ເຂົາຈະຖືກຖະໜອມໂດຍພຣະເຈົ້າຕະຫຼອດໄປ ຄືກັບໄຂ່ມຸກທີ່ແຈ່ມໃສ, ມີແສງແວວວາວ ແລະ ເຂົາກໍສົມຄວນແກ່ການເຊີດຊູໂດຍມະນຸດເຊັ່ນກັນ!

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມະນຸດຕ້ອງສະແຫວງຫາເພື່ອດຳລົງຊີວິດທີ່ມີຄວາມໝາຍ ແລະ ບໍ່ຄວນພໍໃຈກັບສະຖານະການໃນປັດຈຸບັນຂອງເຂົາ. ເພື່ອດຳລົງຊີວິດຕາມລັກສະນະຂອງເປໂຕ, ເຂົາຕ້ອງປະກອບດ້ວຍຄວາມຮູ້ ແລະ ປະສົບການຂອງເປໂຕ. ມະນຸດຕ້ອງສະແຫວງຫາສິ່ງຕ່າງໆທີ່ສູງສົ່ງກວ່າເກົ່າ ແລະ ເລິກເຊິ່ງຫຼາຍຍິ່ງຂຶ້ນ. ເຂົາຕ້ອງສະແຫວງຫາຄວາມຮັກພຣະເຈົ້າທີ່ເລິກເຊິ່ງຂຶ້ນ ແລະ ບໍລິສຸດຫຼາຍຍິ່ງຂຶ້ນ ແລະ ຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊີວິດ; ມີແຕ່ເມື່ອນັ້ນ ມະນຸດຈຶ່ງຈະເປັນເໝືອນກັບເປໂຕ. ເຈົ້າຕ້ອງໃຫ້ຄວາມສຳຄັນກັບການມີທ່າທີຕໍ່ການເຂົ້າສູ່ດ້ານບວກຂອງເຈົ້າ ແລະ ຕ້ອງບໍ່ຍອມຈຳນົນໃຫ້ຕົນເອງຖອຍຫຼັງໂດຍເຫັນແກ່ຄວາມສະບາຍຊົ່ວໄລຍະໜຶ່ງ ໃນຂະນະທີ່ບໍ່ຫົວຊາກັບຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ, ເຈາະຈົງຍິ່ງຂຶ້ນ ແລະ ຕາມຄວາມເປັນຈິງຍິ່ງຂຶ້ນ. ຄວາມຮັກຂອງເຈົ້າຕ້ອງຕາມຄວາມເປັນຈິງ ແລະ ເຈົ້າຕ້ອງຄົ້ນຫາຫົນທາງທີ່ຈະປົດປ່ອຍຕົນເອງອອກຈາກຊີວິດທີ່ຊົ່ວຊ້ານີ້ ແລະ ມີຊີວິດທີ່ບໍ່ມີຫຍັງກັງວົນທີ່ບໍ່ແຕກຕ່າງຫຍັງຈາກຊີວິດຂອງສັດ. ເຈົ້າຕ້ອງດຳລົງຊີວິດທີ່ມີຄວາມໝາຍ, ຊີວິດທີ່ມີຄຸນຄ່າ ແລະ ເຈົ້າບໍ່ຕ້ອງຫຼອກລວງຕົນເອງ ຫຼື ປະຕິບັດກັບຊີວິດຂອງເຈົ້າເໝືອນກັບເຄື່ອງຫຼິ້ນສຳລັບຫຼິ້ນໄປມາ. ສຳລັບທຸກຄົນທີ່ສະແຫວງຫາເພື່ອຮັກພຣະເຈົ້າ, ບໍ່ມີຄວາມຈິງໃດທີ່ບໍ່ສາມາດໄດ້ມາ ແລະ ບໍ່ມີຄວາມຍຸຕິທຳໃດທີ່ພວກເຂົາບໍ່ສາມາດຍຶດໝັ້ນໄດ້. ເຈົ້າຄວນດຳລົງຊີວິດຂອງເຈົ້າແນວໃດ? ເຈົ້າຄວນຮັກພຣະເຈົ້າ ແລະ ໃຊ້ຄວາມຮັກນີ້ເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະອົງແນວໃດ? ບໍ່ມີບັນຫາໃດທີ່ຍິ່ງໃຫຍ່ກວ່າໃນຊີວິດຂອງເຈົ້າ. ເໜືອສິ່ງອື່ນໃດ, ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມພາກພຽນດັ່ງກ່າວ ແລະ ບໍ່ຄວນເປັນຄືກັນກັບຄົນອ່ອນແອທີ່ບໍ່ມີຄວາມກ້າຫານ. ເຈົ້າຕ້ອງຮຽນຮູ້ຈັກວິທີປະສົບກັບຊີວິດທີ່ມີຄວາມໝາຍ ແລະ ປະສົບກັບຄວາມຈິງທີ່ມີຄວາມໝາຍ ແລະ ບໍ່ຄວນປະຕິບັດກັບຕົນເອງພຽງພໍແຕ່ເປັນພິທີໃນລັກສະນະນັ້ນ. ຊີວິດຂອງເຈົ້າກໍຈະຜ່ານເຈົ້າໄປໂດຍບໍ່ຮູ້ສຶກຕົວ; ແລ້ວຫຼັງຈາກນັ້ນ ເຈົ້າຈະມີໂອກາດທີ່ຈະຮັກພຣະເຈົ້າອີກຄັ້ງບໍ? ມະນຸດສາມາດຮັກພຣະເຈົ້າຫຼັງຈາກເຂົາໄດ້ຕາຍໄປແລ້ວບໍ? ເຈົ້າຕ້ອງມີຄວາມປາຖະໜາ ແລະ ຄວາມສຳນຶກເໝືອນກັບເປໂຕ; ຊີວິດຂອງເຈົ້າຕ້ອງມີຄວາມໝາຍ ແລະ ເຈົ້າຕ້ອງບໍ່ຫຼິ້ນເກມກັບຕົວເຈົ້າເອງ. ໃນຖານະທີ່ເປັນມະນຸດ ແລະ ເປັນຄົນທີ່ສະແຫວງຫາພຣະເຈົ້າ, ເຈົ້າຕ້ອງສາມາດພິຈາລະນາຢ່າງລະມັດລະວັງ ວ່າເຈົ້າຈະປະຕິບັດກັບຊີວິດຂອງເຈົ້າແນວໃດ, ເຈົ້າຄວນຖວາຍຕົນເອງໃຫ້ກັບພຣະເຈົ້າແນວໃດ, ເຈົ້າຄວນມີຄວາມເຊື່ອທີ່ມີຄວາມໝາຍຂຶ້ນຕື່ມໃນພຣະເຈົ້າແນວໃດ ແລະ ໃນເມື່ອເຈົ້າຮັກພຣະເຈົ້າ ເຈົ້າຄວນຮັກພຣະອົງໃນວິທີທາງທີ່ບໍລິສຸດຍິ່ງຂຶ້ນ, ສວຍງາມຍິ່ງຂຶ້ນ ແລະ ດີຍິ່ງຂຶ້ນແນວໃດ... ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຕ້ອງໂຍນຄວາມຈິງຖິ້ມເພື່ອເຫັນແກ່ຊີວິດຄອບຄົວທີ່ສະຫງົບສຸກ ແລະ ເຈົ້າບໍ່ຕ້ອງສູນເສຍສັກສີ ແລະ ຄວາມໝັ້ນຄົງໃນຊີວິດຂອງເຈົ້າເພື່ອເຫັນແກ່ຄວາມສຸກຊົ່ວໄລຍະໜຶ່ງ. ເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ຄວນສະແຫວງຫາເສັ້ນທາງໃນຊີວິດທີ່ມີຄວາມໝາຍຫຼາຍຍິ່ງຂຶ້ນ. ຖ້າເຈົ້າມີຊີວິດທີ່ຕໍ່າຊ້າແບບນີ້ ແລະ ບໍ່ສະແຫວງຫາຈຸດປະສົງໃດເລີຍ, ເຈົ້າບໍ່ໄດ້ເຮັດໃຫ້ຊີວິດຂອງເຈົ້າເສຍຖິ້ມຊື່ໆບໍ? ເຈົ້າຈະສາມາດຮັບເອົາຫຍັງແດ່ຈາກຊີວິດດັ່ງກ່າວ? ເຈົ້າຄວນປະຖິ້ມຄວາມສຸກທຸກຢ່າງຈາກຝ່າຍເນື້ອໜັງເພື່ອເຫັນແກ່ຄວາມຈິງ ແລະ ບໍ່ຄວນໂຍນຄວາມຈິງທັງໝົດຖິ້ມເພື່ອເຫັນແກ່ຄວາມສຸກເລັກນ້ອຍ. ຄົນແບບນີ້ບໍ່ມີຄວາມໝັ້ນຄົງ ຫຼື ສັກສີ; ຊ່າງບໍ່ມີຄວາມໝາຍໃນການເປັນຢູ່ຂອງພວກເຂົາເລີຍ!

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຮັບເອົາຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດແບບນີ້? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?

(ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອຜູ້ຄົນມີປະສົບການຈົນຮອດມື້ທີ່ທັດສະນະຄະຕິຂອງພວກເຂົາກ່ຽວກັບຊີວິດ ແລະ ຄວາມໝາຍແລ້ວ, ພື້ນຖານຂອງການມີຢູ່ຂອງພວກເຂົາກໍໄດ້ປ່ຽນແປງຢ່າງສິ້ນເຊີງ, ເມື່ອພວກເຂົາຖືກປ່ຽນແປງຈົນເຂົ້າເຖິງກະດູກດໍາຂອງພວກເຂົາ ແລະ ໄດ້ກາຍເປັນຄົນອື່ນ, ສິ່ງນີ້ຈະບໍ່ແມ່ນສິ່ງທີ່ເຫຼືອເຊື່ອບໍ? ນີ້ແມ່ນການປ່ຽນແປງທີ່ຍິ່ງໃຫຍ່ ເຊິ່ງເປັນການປ່ຽນແປງທີ່ສະເທືອນໂລກ. ເມື່ອເຈົ້າຂາດຄວາມສົນໃຈໃນຊື່ສຽງ ແລະ ໂຊກລາບ, ສະຖານະ, ເງິນ, ຄວາມສຸກ, ອໍານາດ ແລະ ຄວາມສະຫງ່າລາສີຂອງໂລກ ແລະ ສາມາດປະຖິ້ມສິ່ງເຫຼົ່ານັ້ນໄດ້ຢ່າງງ່າຍດາຍ, ເຈົ້າກໍຈະມີຄວາມຄ້າຍຄືກັບມະນຸດ. ໃນທີ່ສຸດ ຜູ້ຄົນທີ່ຈະຖືກເຮັດໃຫ້ສົມບູນກໍຄືກຸ່ມຄົນປະເພດນີ້; ພວກເຂົາມີຊີວິດເພື່ອຄວາມຈິງ, ມີຊີວິດເພື່ອພຣະເຈົ້າ ແລະ ມີຊີວິດເພື່ອສິ່ງທີ່ຍຸຕິທໍາ. ນີ້ແມ່ນຄວາມຄ້າຍຄືຂອງມະນຸດທີ່ແທ້ຈິງ.

(“ຄົນໆໜຶ່ງຕ້ອງເຂົ້າໃຈວ່າ ມີຄວາມເໝືອນ ແລະ ຄວາມແຕກຕ່າງໃນທ່າມກາງທໍາມະຊາດຂອງຜູ້ຄົນ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

ເຫດຜົນທີ່ວ່າ ເປັນຫຍັງມີພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດໃນຊີວິດຂອງພວກເຂົາ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ກໍຍ້ອນຄົນເຫຼົ່ານີ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ, ພວກເຂົາສາມາດດຳລົງຊີວິດເພື່ອພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນຄວາມມືດ, ແຕ່ດຳລົງຊີວິດໃນແສງສະຫວ່າງ; ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງບໍ່ມີຄວາມໝາຍ ແຕ່ເປັນຊີວິດທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ. ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ, ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຣະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ, ພວກເຂົາເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ, ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ, ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ເປັນຫຍັງມະນຸດຈຶ່ງຕ້ອງເຊື່ອໃນພຣະເຈົ້າ?

ຕໍ່ໄປ: ມີບາງຄົນເວົ້າວ່າ ໃນໂລກນີ້ບໍ່ມີພຣະເຈົ້າ ເພາະວ່າບໍ່ເຄີຍເຫັນພຣະເຈົ້າ, ແຕ່ບາງຄົນກໍ່ໃຊ້ປະສົບການສ່ວນຕົວຂອງຕົນເອງເພື່ອເປັນພະຍານເຖິງການມີຢູ່ຂອງພຣະເຈົ້າ. ເມື່ອພວກເຮົາບໍ່ຮູ້ວ່າ ພຣະເຈົ້າມີຢູ່ແທ້ ຫຼືບໍ່ນັ້ນ, ພວກເຮົາຈະຢືນຢັນການມີຢູ່ຂອງພຣະເຈົ້າໄດ້ແນວໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຖ້າພວກເຮົາບໍ່ເຊື່ອໃນພຣະເຈົ້າ, ພຽງແຕ່ສະສົມຄຸນງາມຄວາມດີ ແລະ ເຮັດຄວາມດີ ບໍ່ເຮັດຊົ່ວເທົ່ານັ້ນ ພວກເຮົາຈະສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າບໍ່?

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ: ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້