ຂ້ອຍແຕ່ງງານໄດ້ 20 ປີແລ້ວ, ຂ້ອຍຄິດວ່າພື້ນຖານຄວາມສຳພັນລະຫວ່າງຜົວກັບຂ້ອຍນັ້ນ ແມ່ນອາດຈະໝັ້ນຄົງແລ້ວ, ແຕ່ຕອນນີ້ ຜົວຂອງຂ້ອຍກໍ່ມີຊູ້, ເຮັດໃຫ້ຂ້ອຍເຈັດປວດຫລາຍ ແລະ ກໍບໍ່ຮູ້ວ່າ ຊິຜະເຊີນໜ້າກັບເລື່ອງນີ້ແນວໃດ? ຂໍຖາມແດ່: ຂ້ອຍຈະອອກຈາກຄວາມເຈັບປວດນີ້ໄດ້ແນວໃດ?
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະລະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?
(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ອິດທິພົນທີ່ເປັນອັນຕະລາຍຫຼາຍພັນປີຂອງ “ວິນຍານແຫ່ງຊາດນິຍົມຢ່າງສູງ” ທີ່ໄດ້ຝັງເລິກເຂົ້າໃນຫົວໃຈມະນຸດ ພ້ອມກັບຄວາມຄິດແບບສັກດີນາທີ່ຜູກມັດ ແລະ ລ່າມໂສ້ຜູ້ຄົນໂດຍບໍ່ມີອິດສະຫຼະແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມປະສົງທີ່ຈະສະແຫວງຫາ ຫຼື ຄວາມພາກພຽນ, ບໍ່ມີຄວາມປາຖະໜາທີ່ຈະກ້າວໜ້າ, ແຕ່ກົງກັນຂ້າມ ຍັງເປັນຄົນຂີ້ຄ້ານ ແລະ ຖອຍຫຼັງ, ຍຶດຕິດໃນຄວາມຄິດທາງດ້ານຂ້າທາດ ແລະ ອື່ນໆອີກ, ປັດໄຈແທ້ຈິງເຫຼົ່ານີ້ໄດ້ຖ່າຍທອດແບບພິມຂອງຄວາມສົກກະປົກ ແລະ ຂີ້ຮ້າຍທີ່ລຶບບໍ່ອອກ ໃຫ້ກັບທັດສະນະຕາມອຸດົມຄະຕິ, ອຸດົມການ, ສິນທຳ ແລະ ອຸປະນິໄສຂອງມະນຸດ. ມັນເບິ່ງຄືກັບວ່າ ມະນຸດກຳລັງດຳລົງຊີວິດຢູ່ໃນໂລກຂອງຜູ້ກໍ່ການຮ້າຍທີ່ມືດມົວ ເຊິ່ງບໍ່ມີຜູ້ໃດທ່າມກາງພວກເຂົາສະແຫວງຫາຢູ່ເໜືອມັນ ແລະ ບໍ່ມີຜູ້ໃດທ່າມກາງພວກເຂົາຄິດຍ້າຍໄປຢູ່ໂລກອຸດົມຄະຕິ; ກົງກັນຂ້າມ ພວກເຂົາພໍໃຈກັບໂຊກຊະຕາໃນຊີວິດຂອງພວກເຂົາ, ໃຊ້ເວລາແຕ່ລະມື້ຂອງພວກເຂົາເພື່ອເກີດ ແລະ ລ້ຽງລູກຫຼານ, ດີ້ນຮົນ, ໃຊ້ເຫື່ອແຮງ, ໝົກມຸ້ນຢູ່ກັບວຽກເຮືອນຂອງພວກເຂົາ, ຝັນຢາກມີຄອບຄົວທີ່ສະບາຍ ແລະ ມີຄວາມສຸກ, ຄວາມຮັກໃນຊີວິດຄູ່, ລູກຫຼານທີ່ກະຕັນຍູ, ຄວາມສຸກໃນບັ້ນປາຍຊີວິດທີ່ພວກເຂົາຈະໄດ້ດຳລົງຊີວິດຂອງພວກເຂົາຢ່າງສະຫງົບສຸກ... ເປັນເວລາຫຼາຍສິບ, ຫຼາຍພັນ, ຫຼາຍໝື່ນປີຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເສຍເວລາຂອງພວກເຂົາໃນລັກສະນະນີ້ ໂດຍບໍ່ມີໃຜສ້າງຊີວິດທີ່ສົມບູນ, ທຸກຄົນພຽງແຕ່ເຈດຕະນາເຂັນຂ້າກັນໃນໂລກທີ່ມືດມົວນີ້, ແຂ່ງຂັນເພື່ອຊື່ສຽງ ແລະ ຊັບສິນ ແລະ ເຈດຕະນາວາງແຜນທໍາລາຍເຊິ່ງກັນແລະກັນ. ມີໃຜແດ່ທີ່ເຄີຍສະແຫວງຫາຄວາມປະສົງຂອງພຣະເຈົ້າ? ມີໃຜແດ່ທີ່ເຄີຍໃສ່ໃຈພາລະກິດຂອງພຣະເຈົ້າ? ທຸກພາກສ່ວນຂອງມະນຸດຊາດທີ່ຖືກຄອບງໍາໂດຍອິດທິພົນແຫ່ງຄວາມມືດໄດ້ກາຍເປັນທຳມະຊາດຂອງມະນຸດຕັ້ງແຕ່ໃດມາ ແລະ ດ້ວຍເຫດນັ້ນ ມັນຈຶ່ງຍາກທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ ແລະ ນອກນັ້ນ ຜູ້ຄົນກໍຍິ່ງບໍ່ມີຈິດໃຈທີ່ຈະສົນໃຈຕໍ່ສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບພວກເຂົາໃນປັດຈຸບັນ.
(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ມະນຸດທີ່ເຫີນຮ່າງຈາກການສະໜອງຊີວິດຂອງອົງຊົງລິດທານຸພາບສູງສຸດ ແມ່ນຂາດຄວາມຮູ້ກ່ຽວກັບຈຸດປະສົງຂອງການດໍາລົງຢູ່ ແຕ່ເຖິງຢ່າງໃດ ພວກເຂົາກໍຢ້ານກົວຄວາມຕາຍ. ພວກເຂົາປາສະຈາກຄວາມຊ່ວຍເຫຼືອ ແລະ ການສະໜັບສະໜູນ ແຕ່ກໍຍັງລັງເລໃຈທີ່ຈະຫຼັບຕາຂອງພວກເຂົາລົງ ແລະ ພວກເຂົາກຽມພ້ອມທີ່ຈະຍືດເຍືອການເປັນຢູ່ທີ່ໄຮ້ຄຸນຄ່າຢູ່ໃນໂລກນີ້ ໂດຍທໍາລາຍເນື້ອໜັງຢ່າງໄຮ້ຄວາມຮູ້ສຶກຕໍ່ຈິດວິນຍານຂອງຕົນເອງ. ເຈົ້າດໍາລົງຊີວິດຢູ່ດ້ວຍວິທີນີ້, ບໍ່ມີຄວາມຫວັງຄືດັ່ງຄົນອື່ນໆ ທີ່ປາສະຈາກເປົ້າໝາຍ. ມີພຽງພຣະຜູ້ບໍລິສຸດແຫ່ງຕໍານານທີ່ຈະຊ່ວຍຜູ້ຄົນທີ່ຮ້ອງໄຫ້ໃນທ່າມກາງຄວາມທົນທຸກທໍລະມານຂອງຕົນ ແລະ ຜູ້ທີ່ປາຖະໜາຢ່າງຍິ່ງໃນການສະເດັດມາຂອງພຣະອົງ. ເຖິງປັດຈຸບັນນີ້ ຄວາມເຊື່ອດັ່ງກ່າວກໍຍັງບໍ່ໄດ້ຖືກບັນລຸຜົນໃນຜູ້ຄົນທີ່ຂາດສະຕິເຫຼົ່ານັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນກໍຍັງສະແຫວງຫາມັນ. ອົງຊົງລິດທານຸພາບສູງສຸດມີຄວາມເມດຕາຕໍ່ຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງ; ໃນເວລາດຽວກັນນັ້ນ ພຣະອົງກໍເບື່ອໜ່າຍກັບຜູ້ຄົນເຫຼົ່ານີ້ທີ່ໄຮ້ຄວາມຮູ້ສຶກ ເພາະພຣະອົງຕ້ອງໄດ້ລໍຖ້າດົນເກີນໄປສໍາລັບຄໍາຕອບຈາກມະນຸດ. ພຣະອົງປາຖະໜາເພື່ອຄົ້ນຫາ ແລະ ສະແຫວງຫາຫົວໃຈ ແລະ ຈິດໃຈຂອງເຈົ້າ ເພື່ອນໍາເອົານໍ້າ ແລະ ອາຫານມາໃຫ້ກັບເຈົ້າ ເພື່ອປຸກເຈົ້າຕື່ນ ເພື່ອວ່າເຈົ້າຈະບໍ່ໄດ້ຫີວເຂົ້າ ແລະ ຫີວນໍ້າອີກຕໍ່ໄປ. ເມື່ອເຈົ້າເມື່ອຍໃຈ ແລະ ເມື່ອເຈົ້າເລີ່ມຮູ້ສຶກວ່າໂລກນີ້ເຕັມໄປດ້ວຍຄວາມໂດດດ່ຽວ ແລະ ດຽວດາຍ ກໍຈົ່ງຢ່າຫຼົງທາງ ແລະ ຈົ່ງຢ່າຮ້ອງໄຫ້. ພຣະເຈົ້າອົງຊົງລິດທານຸພາບສູງສຸດ ພຣະຜູ້ເບິ່ງແຍງ ຈະຍິນດີອ້ອມກອດເອົາການມາຂອງເຈົ້າທຸກເວລາ. ພຣະອົງເຝົ້າເບິ່ງຢູ່ຄຽງຂ້າງເຈົ້າ ແລະ ລໍຖ້າການກັບຄືນມາຂອງເຈົ້າ. ພຣະອົງລໍຖ້າມື້ທີ່ເຈົ້າໄດ້ຮັບຄວາມຈໍາຂອງເຈົ້າຄືນມາຢ່າງກະທັນຫັນ: ເມື່ອເຈົ້າຮູ້ວ່າ ເຈົ້າມາຈາກພຣະເຈົ້າ ແລະ ໃນບາງເວລາໃດໜຶ່ງ ເຈົ້າໄດ້ຫຼົງທາງເດີນ, ໃນບາງເວລາໃດໜຶ່ງ ເຈົ້າໄດ້ເສຍສະຕິເທິງເສັ້ນທາງ ແລະ ໃນບາງເວລາໃດໜຶ່ງ ແມ່ນໄດ້ຮັບເອົາ “ບິດາ” ດັ່ງກ່າວນັ້ນ; ຍິ່ງໄປກວ່ານັ້ນ ເມື່ອເຈົ້າຮູ້ວ່າ ອົງຊົງລິດທານຸພາບສູງສຸດໄດ້ຄອຍເຝົ້າເບິ່ງແຍງ ແລະ ລໍຖ້າຢູ່ທີ່ນັ້ນເປັນເວລາດົນນານເພື່ອການກັບມາຂອງເຈົ້າ. ພຣະອົງໄດ້ເຝົ້າເບິ່ງດ້ວຍຄວາມຫວັງຢ່າງຍິ່ງ ແລະ ລໍຖ້າການຕອບທີ່ປາສະຈາກຄໍາຕອບ. ການເບິ່ງແຍງຂອງພຣະອົງແມ່ນມີລາຄາເໜືອກວ່າສິ່ງອື່ນໃດ ແລະ ມັນກໍເພື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດ. ບາງເທື່ອການເຝົ້າເບິ່ງແຍງນີ້ອາດບໍ່ມີກໍານົດ ແລະ ບາງເທື່ອມັນອາດຈະສິ້ນສຸດ. ແຕ່ເຈົ້າຄວນຮູ້ຢ່າງແນ່ນອນວ່າ ຫົວໃຈ ແລະ ຈິດວິນຍານຂອງເຈົ້າຢູ່ໃສໃນປັດຈະບັນ.
(ຄັດຈາກບົດ “ການຄໍ່າຄວນຂອງອົງຊົງລິດທານຸພາບສູງສຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
ຍ້ອນຄົນບໍ່ຮູ້ຈັກການປັ້ນແຕ່ງ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ, ພວກເຂົາຈິ່ງຜະເຊີນກັບໂຊກຊະຕາດ້ວຍຄວາມຄັດຄ້ານ ແລະ ມີທັດສະນະຄະຕິກະບົດຢູ່ສະເໝີ ແລະ ພວກເຂົາຢາກປະຖິ້ມສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ສິ່ງຕ່າງໆທີ່ໂຊກຊະຕາກໍານົດຢູ່ສະເໝີ, ຫວັງລົມໆແລ້ງໆເພື່ອປ່ຽນແປງສະຖານະການປັດຈຸບັນຂອງພວກເຂົາ ແລະ ປ່ຽນແປງໂຊກຊະຕາຂອງຕົນ. ແຕ່ພວກເຂົາບໍ່ສາມາດເຮັດສຳເລັດໄດ້ ແລະ ຖືກຂັດຂວາງທຸກດ້ານ. ການດີ້ນຮົນນີ້ ເຊິ່ງຝັງເລິກຢູ່ໃນຈິດວິນຍານຂອງພວກເຂົາ ນຳເອົາຄວາມເຈັບປວດຢ່າງຮ້າຍແຮງ ທີ່ຕັດເຂົ້າໃນກະດູກຂອງພວກເຂົາ ໃນຂະນະທີ່ພວກເຂົາປະຖິ້ມຊີວິດຂອງພວກເຂົາຕະຫຼອດເວລາ. ແມ່ນຫຍັງຄືສາເຫດຂອງຄວາມເຈັບປວດນີ້? ມັນແມ່ນຍ້ອນອຳນາດອະທິປະໄຕຂອງພຣະເຈົ້າບໍ ຫຼື ຍ້ອນຄົນເກີດມາຢ່າງໂຊກຮ້າຍ? ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນຈັກຢ່າງ. ໂດຍພື້ນຖານແລ້ວ ມັນເກີດຈາກເສັ້ນທາງທີ່ຜູ້ຄົນຍ່າງ, ວິທີທີ່ພວກເຂົາເລືອກດຳເນີນຊີວິດຂອງພວກເຂົາ. ບາງຄົນອາດຈະບໍ່ໄດ້ຄຳນຶງເຖິງສິ່ງເຫຼົ່ານີ້. ແຕ່ເມື່ອເຈົ້າຮູ້ຈັກຢ່າງແທ້ຈິງ, ເມື່ອເຈົ້າຮັບຮູ້ຢ່າງແທ້ຈິງວ່າພຣະເຈົ້າມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ, ເມື່ອເຈົ້າເຂົ້າໃຈຢ່າງແທ້ຈິງວ່າ ທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ວາງແຜນໄວ້ໃຫ້ເຈົ້າ ແລະ ຕັດສິນສໍາລັບເຈົ້າແມ່ນຜົນປະໂຫຍດທີ່ຍິ່ງໃຫຍ່ ແລະ ການປົກປ້ອງເຈົ້າ, ເມື່ອນັ້ນເຈົ້າຈະຮູ້ສຶກວ່າຄວາມເຈັບປວດຂອງເຈົ້າເລີ່ມເບົາບາງລົງ ແລະ ເຈົ້າຈະຮູ້ສຶກຜ່ອນຄາຍ, ເປັນອິດສະຫຼະ ແລະ ມີສິດເສລີພາບ. ຕັດສິນຈາກສະຖານະຄວາມເປັນຜູ້ໃຫຍ່ຂອງຄົນ, ແທ້ຈິງແລ້ວພວກເຂົາບໍ່ສາມາດເຂົ້າໃຈເຖິງຄຸນຄ່າ ແລະ ຄວາມໝາຍທີ່ແທ້ຈິງແຫ່ງອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ເຖິງແມ່ນວ່າ ໃນລະດັບສ່ວນຕົວ ພວກເຂົາແມ່ນບໍ່ຢາກມີຊີວິດຢູ່ຕໍ່ໄປຄືກັບເມື່ອກ່ອນ ແລະ ຕ້ອງການຕັດຂາດຈາກຄວາມເຈັບປວດຂອງພວກເຂົາ; ແທ້ຈິງແລ້ວ ພວກເຂົາບໍ່ສາມາດຮັບຮູ້ໄດ້ຢ່າງແທ້ຈິງ ແລະ ຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ ແລະ ແຮງໄກທີ່ພວກເຂົາຈະຮູ້ເຖິງວິທີການສະແຫວງຫາ ແລະ ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະຜູ້ຊົງສ້າງ. ດັ່ງນັ້ນ, ຖ້າຄົນບໍ່ສາມາດຮັບຮູ້ຄວາມຈິງທີ່ວ່າພຣະຜູ້ຊົງສ້າງມີອຳນາດອະທິປະໄຕເໜືອໂຊກຊະຕາມະນຸດ ແລະ ເໜືອທຸກເລື່ອງຂອງມະນຸດໄດ້ຢ່າງແທ້ຈິງ, ຖ້າພວກເຂົາບໍ່ສາມາດຍອມຮັບການປົກຄອງຂອງພຣະຜູ້ຊົງສ້າງຢ່າງແທ້ຈິງ, ແລ້ວມັນກໍຍາກສຳລັບພວກເຂົາທີ່ຈະບໍ່ໃຫ້ຖືກຊັກຈູງ ແລະ ຖືກລ່າມໂສ້ດ້ວຍຄວາມຄິດທີ່ວ່າ “ໂຊກຊະຕາຂອງຄົນຢູ່ໃນກໍາມືຂອງເຂົາເອງ”. ມັນຍາກສຳລັບພວກເຂົາທີ່ຈະຫຼຸດພົ້ນອອກຈາກຄວາມເຈັບປວດໃນການພະຍາຍາມຝືນໂຊກຊະຕາ ແລະ ສິດອຳນາດຂອງພຣະຜູ້ຊົງສ້າງ ແລະ ແນ່ນອນ ມັນຍັງຈະຍາກສຳລັບພວກເຂົາທີ່ຈະໄດ້ຮັບເສລີພາບ ແລະ ອິດສະຫຼະຢ່າງແທ້ຈິງ ເພື່ອກາຍເປັນຄົນທີ່ຍອມນະມັດສະການພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນຍັງມີວິທີທີ່ງ່າຍທີ່ສຸດທີ່ຈະປົດປ່ອຍຕົວເອງອອກຈາກສະຖານະພາບນີ້ ເຊິ່ງນັ້ນກໍຄືປະຖິ້ມວິຖີຊີວິດດັ່ງເດີມຂອງຕົນ; ປະຖິ້ມເປົ້າໝາຍຊີວິດທີ່ຜ່ານມາຂອງຕົນ; ສະຫຼຸບຄວາມ ແລະ ວິເຄາະວິຖີຊີວິດຜ່ານມາ, ທັດສະນະຄະຕິຊີວິດ, ການສະແຫວງຫາ, ຄວາມປາດຖະໜາ ແລະ ອຸດົມຄະຕິ; ແລະ ຈາກນັ້ນ ຈົ່ງປຽບທຽບພວກມັນກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າຕໍ່ມະນຸດ ແລະ ເບິ່ງວ່າມີອັນໃດສອດຄ່ອງກັບຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າແດ່, ມີອັນໃດແດ່ທີ່ສະໜອງຄຸນຄ່າທີ່ຖືກຕ້ອງຂອງຊີວິດ, ນຳພາຜູ້ຄົນໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ຜູ້ຄົນມີຊີວິດຢູ່ກັບຄວາມເປັນມະນຸດ ແລະ ຢູ່ໃນຮູບລັກສະນະຂອງມະນຸດ. ເມື່ອເຈົ້າກວດສອບຢູ່ຕະຫຼອດ ແລະ ຈໍາແນກເປົ້າໝາຍຕ່າງໆທີ່ຄົນສະແຫວງຫາໃນຊີວິດ ແລະ ວິຖີຊີວິດອັນນັບບໍ່ຖ້ວນຂອງພວກເຂົາຢ່າງຮອບຄອບ ເຈົ້າຈະພົບວ່າບໍ່ມີອັນໃດສອດຄ່ອງກັບຄວາມປະສົງເດີມຂອງພຣະຜູ້ຊົງສ້າງ ເຊິ່ງພຣະອົງໄດ້ຊົງສ້າງມະນຸດ. ສິ່ງທັງໝົດເຫຼົ່ານັ້ນດຶງຜູ້ຄົນອອກຈາກອຳນາດອະທິປະໄຕ ແລະ ການດູແລຂອງພຣະຜູ້ຊົງສ້າງ; ພວກມັນທັງໝົດເປັນກັບດັກທີ່ເຮັດໃຫ້ຜູ້ຄົນຊົ່ວຊ້າ ແລະ ເປັນສິ່ງທີ່ນຳພາພວກເຂົາໄປສູ່ນະຮົກ. ຫຼັງຈາກທີ່ເຈົ້າຮັບຮູ້ເລື່ອງນີ້, ໜ້າທີ່ຂອງເຈົ້າກໍ່ຄືໃຫ້ປະຖິ້ມທັດສະນະຊີວິດດັ່ງເດີມຂອງເຈົ້າ, ຈົ່ງຢູ່ຫ່າງຈາກກັບດັກຕ່າງໆ, ປ່ອຍໃຫ້ພຣະເຈົ້າຮັບຜິດຊອບຊີວິດຂອງເຈົ້າ ແລະ ຈັດແຈງໃຫ້ກັບເຈົ້າ; ຈົ່ງພະຍາຍາມອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຊີ້ນຳຂອງພຣະເຈົ້າເທົ່ານັ້ນ, ຈົ່ງດຳລົງຊີວິດໂດຍບໍ່ມີການເລືອກ ແລະ ຈົ່ງເປັນຄົນທີ່ນະມັດສະການພຣະເຈົ້າ.
(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)