ຄຳທຳນາຍເຖິງເວລາສຸດທ້າຍໄດ້ຖືກບັນລຸແລ້ວ: ວິທີການຕ້ອນຮັບເອົາການມາເຖິງຄັ້ງທີສອງຂອງພຣະຜູ້ເປັນເຈົ້າ

25 ເດືອນທັນວາ 2021

ໂດຍ ແອນຢວນ, ປະເທດຟິລິບປິນ

ສອງພັນປີກ່ອນ, ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າຖາມພຣະເຢຊູວ່າ “ແມ່ນຫຍັງຈະເປັນໝາຍສຳຄັນຂອງການມາຂອງພຣະອົງ ແລະ ຂອງການສິ້ນສຸດໂລກ?” (ມັດທາຍ 24:3). ພຣະເຢຊູເຈົ້າຕອບກັບວ່າ “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ ແຕ່ຍັງບໍ່ເຖິງຕອນສຸດທ້າຍ. ຍ້ອນປະເທດຊາດຈະລຸກຂຶ້ນຕໍ່ສູ້ກັບປະເທດຊາດ ແລະ ອານາຈັກຕໍ່ສູ້ກັບອານາຈັກ ແລະ ຈະມີຄວາມອຶດຢາກ ແລະ ໂຣກລະບາດ ແລະ ແຜ່ນດິນໄຫວໃນທົ່ວທຸກແຫ່ງ. ທຸກສິ່ງເຫຼົ່ານີ້ເປັນການເລີ່ມຕົ້ນຂອງຄວາມໂສກເສົ້າ(ມັດທາຍ 24:6–8). ໃນປັດຈຸບັນ, ໄພພິບັດກຳລັງເກີດຂຶ້ນຫຼາຍຂຶ້ນເລື້ອຍໆທົ່ວແຜ່ນດິນໂລກ. ແຜ່ນດິນໄຫວ, ໂຣກລະບາດ, ຄວາມອຶດຢາກ, ສົງຄາມ ແລະ ໄພນໍ້າຖ້ວມເກີດຂຶ້ນຕາມໆກັນມາ. ທ້າຍປີ 2019, ເຊື້ອຈຸລະໂຣກໂຄໂຣນາສາຍພັນໃໝ່ໄດ້ເກີດຂຶ້ນທີ່ເມືອງອູຮານ, ປະເທດຈີນ. ອັດຕາການແຜ່ລະບາດຂອງມັນກຳລັງເປັນຕາວິຕົກ; ໃນພຽງແຕ່ສອງສາມເດືອນ, ຄົນເຈັບໄດ້ປາກົດທົ່ວປະເທດ ແລະ ປະເທດຈີນໄດ້ຕົກລົງສູ່ຄວາມອົນລະວົນທັນທີ. ຫຼາຍແຂວງ, ເມືອງ ແລະ ໝູ່ບ້ານກຳລັງຖືກກັກກັນຕາມໆກັນ ໃນຂະນະທີ່ຍອດຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ. ຈຸລະໂຣກດັ່ງກ່າວຍັງໄດ້ແຜ່ຂະຫຍາຍໄປໃນຫຼາຍກວ່າຊາວປະເທດທົ່ວແຜ່ນດິນໂລກ. ນອກຈາກນີ້, ໃນລະຫວ່າງເດືອນກັນຍາ 2019 ແລະ ເດືອນມັງກອນ 2020, ໄຟປ່າໃນປະເທດອົດສະຕຣາລີໄດ້ທຳລາຍຕຶກອາຄານຫຼາຍກວ່າ 5.900 ຕຶກ ແລະ ຂ້າສັດຫຼາຍກວ່າໜຶ່ງຕື້ໂຕ. ໃນເດືອນມັງກອນ 2020, ທະວີບດຽວກັນແມ່ນຖືກໂຈມຕີໂດຍຫ່າຝົນທີ່ເກີດຂຶ້ນພຽງໜຶ່ງຄັ້ງໃນສັດຕະວັດ, ເຮັດໃຫ້ນໍ້າຖ້ວມ ເຊິ່ງຂ້າສິ່ງມີຊີວິດນໍ້າຈືດຫຼາຍ. ໃນເດືອນດຽວກັນນັ້ນ, ຜູ້ຄົນຫຼາຍສິບພັນຄົນຖືກປ່ອຍໃຫ້ບໍ່ມີບ້ານ ເຊິ່ງເປັນຜົນຕາມມາຂອງນໍ້າຖ້ວມໃນປະເທດອິນໂດນີເຊຍ. ຍັງມີການລະເບີດຂອງພູເຂົາໄຟໃນປະເທດຟິລິບປິນ, ການສ້າງບັນຫາຈາກຕັກກະແຕນທີ່ຮຸນແຮງທີ່ສຸດໃນຮອບ 25 ປີໃນທະວີບອາຝຣິກາ, ແຜ່ນດິນໄຫວຂະໜາດ 6,4 ໃນເຂດຊິນຈຽງ... ລາຍການດັ່ງກ່າວກໍຈະສືບຕໍ່ໄປເລື້ອຍໆ. ຄຳທຳນາຍໃນພຣະຄຳພີເຖິງການມາເຖິງຂອງພຣະຜູ້ເປັນເຈົ້າແມ່ນຖືກເຮັດໃຫ້ສຳເລັດແລ້ວ. ມັນມີເຫດຜົນຊັດເຈນວ່າ ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ, ສະນັ້ນ ເປັນຫຍັງພວກເຮົາຈຶ່ງຍັງບໍ່ຕ້ອນຮັບເອົາການມາເຖິງຂອງພຣະອົງ? ພວກເຮົາຈະບໍ່ຖືກໂຍນລົງໃນຄວາມລຳບາກຍາກແຄ້ນທີ່ຍິ່ງໃຫຍ່ບໍ ຖ້າມັນສືບຕໍ່ເປັນແບບນີ້? ແລ້ວພວກເຮົາຄວນເຮັດຫຍັງເພື່ອຕ້ອນຮັບເອົາການມາເຖິງຂອງພຣະຜູ້ເປັນເຈົ້າ?

ພຣະຜູ້ເປັນເຈົ້າຈະມາເຖິງແນວໃດ?

ຫຼາຍຄົນໄດ້ອ່ານພຣະທຳເຫຼົ່ານີ້ໃນພຣະຄຳພີ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ(ພຣະນິມິດ 1:7). “ພວກເຂົາຈະເຫັນບຸດມະນຸດມາໃນເມກແຫ່ງສະຫວັນພ້ອມກັບລິດອຳນາດ ແລະ ສະຫງ່າລາສີທີ່ຍິ່ງໃຫຍ່(ມັດທາຍ 24:30). ພວກເຂົາໝັ້ນໃຈວ່າ ພຣະຜູ້ເປັນເຈົ້າຈະມາດ້ວຍກ້ອນເມກ. ເຖິງຢ່າງໃດກໍຕາມ, ເປັນຫຍັງພວກເຮົາຈຶ່ງຍັງບໍ່ໄດ້ເຫັນພາບດັ່ງກ່າວ? ນີ້ແມ່ນວິທີດຽວທີ່ພຣະຜູ້ເປັນເຈົ້າຈະມາບໍ? ໃນຄວາມເປັນຈິງແລ້ວແມ່ນມີສິ່ງສຳຄັນໜຶ່ງຢ່າງທີ່ພວກເຮົາເບິ່ງຂ້າມກ່ຽວກັບການມາເຖິງຂອງພຣະຜູ້ເປັນເຈົ້າ. ໃນຂໍ້ພຣະຄຳພີແມ່ນຍັງມີຄຳທຳນາຍກ່ຽວກັບການທີ່ພຣະເຈົ້າມາຢ່າງລັບໆ ເຊັ່ນ: “ເບິ່ງແມ, ເຮົາມາເໝືອນກັບຄົນຂີ້ລັກ(ພຣະນິມິດ 16:15). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). “ສະນັ້ນ ພວກເຈົ້າຈົ່ງກຽມພ້ອມສະເໝີ ຍ້ອນບຸດມະນຸດຈະມາໃນເວລາທີ່ທ່ານຄິດບໍ່ເຖິງ(ມັດທາຍ 24:44). “ເປັນເໝືອນດັ່ງຟ້າແມບເຫຼື້ອມ ທີ່ສ່ອງແສງຈາກດ້ານໜຶ່ງຂອງສະຫວັນ, ສ່ອງໄປສູ່ອີກດ້ານໜຶ່ງຂອງສະຫວັນ; ບຸດມະນຸດກໍຈະເປັນດັ່ງນັ້ນໃນມື້ຂອງພຣະອົງ. ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້(ລູກາ 17:24–25).

ການທີ່ຂໍ້ພຣະຄຳພີອ້າງເຖິງ “ເໝືອນກັບຄົນຂີ້ລັກ” ແລະ “ໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ” ໄດ້ບົ່ງບອກວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາໃນລະຫວ່າງຍຸກສຸດທ້າຍ, ພຣະອົງຈະເຮັດຢ່າງງຽບໆ ແລະ ຢ່າງລັບໆ. ແລ້ວ “ບຸດມະນຸດ” ໝາຍເຖິງຫຍັງ? “ບຸດມະນຸດ” ແມ່ນເກີດມາຈາກບຸກຄົນຢ່າງແນ່ນອນ, ໂດຍມີແມ່ ແລະ ພໍ່ ແລະ ມີເນື້ອໜັງ ແລະ ເລືອດ. ຍົກຕົວຢ່າງແມ່ນພຣະເຢຊູເຈົ້າ, ພຣະອົງບັງເກີດເປັນມະນຸດໃນລັກສະນະຂອງບຸກຄົນທຳມະດາ ທີ່ດຳລົງຊີວິດທ່າມກາງມະນຸດ. ສະນັ້ນ ພວກເຮົາສາມາດເຫັນວ່າ “ບຸດມະນຸດ” ໝາຍເຖິງພຣະເຈົ້າທີ່ບັງເກີດເປັນມະນຸດ; ພຣະວິນຍານບໍ່ສາມາດຖືກເອີ້ນວ່າບຸດມະນຸດໄດ້. ອີກຢ່າງ, ຂໍ້ພຣະຄຳພີຍັງກ່າວວ່າ “ແຕ່ກ່ອນອື່ນ ພຣະອົງຕ້ອງທົນທຸກກັບຫຼາຍສິ່ງ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້”. ຂໍ້ຄວາມນີ້ຂອງພຣະຄຳພີໄດ້ລະບຸຢ່າງຊັດເຈນວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາ, ພຣະອົງຈະອົດກັ້ນກັບຄວາມທົນທຸກຢ່າງຫຼວງຫຼາຍ ແລະ ຖືກປະຕິເສດໂດຍຄົນຮຸ່ນນີ້. ພວກເຮົາທຸກຄົນຮູ້ວ່າ ພຣະເຈົ້າສາມາດຖືກປະຕິເສດເມື່ອໄດ້ບັງເກີດເປັນມະນຸດດັ່ງບຸດມະນຸດເທົ່ານັ້ນ, ຍ້ອນພຣະເຈົ້າທີ່ຢູ່ໃນເນື້ອໜັງແມ່ນທຳມະດາຫຼາຍ ແລະ ຜູ້ຄົນບໍ່ຮູ້ຈັກພຣະອົງ; ພວກເຂົາປະຕິບັດຕໍ່ພຣະອົງດັ່ງບຸກຄົນທຳມະດາ ແລະ ຜົນຕາມມາກໍຄືພຣະອົງທົນທຸກກັບຄວາມລຳບາກຢ່າງໃຫຍ່ຫຼວງ. ເຖິງແມ່ນຖ້າພຣະຜູ້ເປັນເຈົ້າປາກົດຕໍ່ມະນຸດດັ່ງພຣະວິນຍານ, ແລ້ວບໍ່ວ່າພວກເຂົາຈະດີ ຫຼື ຊົ່ວ, ເປັນຜູ້ເຊື່ອ ຫຼື ບໍ່ເຊື່ອ ຫຼື ແມ່ນແຕ່ຄົນທີ່ຕໍ່ຕ້ານພຣະເຈົ້າ, ທຸກຄົນກໍຈະລົ້ມລົງຕໍ່ໜ້າພຣະເຈົ້າເພື່ອນະມັດສະການ, ເພາະຜູ້ໃດຈະສາມາດປະຕິເສດພຣະເຈົ້າໄດ້? ແລ້ວພຣະອົງຈະທົນທຸກແນວໃດ? ສິ່ງນີ້ສະແດງໃຫ້ເຫັນວ່າ ພຣະຜູ້ເປັນເຈົ້າແຫ່ງຍຸກສຸດທ້າຍປາກົດຕໍ່ມະນຸດຊາດດັ່ງບຸດມະນຸດທີ່ບັງເກີດເປັນມະນຸດ.

ພຣະຜູ້ເປັນເຈົ້າຈະປະຕິບັດພາລະກິດຫຍັງເມື່ອພຣະອົງກັບຄືນມາ?

ໃນຈຸດນີ້, ອ້າຍເອື້ອຍນ້ອງບາງຄົນອາດຈະສັບສົນວ່າ: ຖ້າພຣະຜູ້ເປັນເຈົ້າມາເພື່ອປະຕິບັດພາລະກິດທ່າມກາງມະນຸດຢ່າງລັບໆໃນລະຫວ່າງຍຸກສຸດທ້າຍ, ຄຳທຳນາຍເຖິງການມາເຖິງຂອງພຣະອົງເທິງກ້ອນເມກຈະຖືກເຮັດໃຫ້ສຳເລັດໄດ້ແນວໃດ? ມີບາດກ້າວ ແລະ ແຜນການໃນພາລະກິດຂອງພຣະເຈົ້າ. ພຣະເຈົ້າກາຍມາເປັນເນື້ອໜັງ ແລະ ມາເຖິງຢ່າງລັບໆເພື່ອປະຕິບັດພາລະກິດຂອງພຣະອົງໃນການຊ່ວຍມະນຸດໃຫ້ລອດພົ້ນ ແລະ ຫຼັງຈາກນັ້ນກໍປາກົດຕໍ່ມະນຸດຢ່າງເປີດເຜີຍເທິງກ້ອນເມກ. ເພື່ອທີ່ຈະເຂົ້າໃຈຄຳຖາມນີ້, ພວກເຮົາຕ້ອງຮຽນຮູ້ເພີ່ມເຕີ່ມກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດ ເມື່ອພຣະອົງກັບຄືນມາໃນລະຫວ່າງຍຸກສຸດທ້າຍ ພຣະເຢຊູເຈົ້າກ່າວວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ(ໂຢຮັນ 16:12–13). “ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ(ໂຢຮັນ 12:48). “ເພາະວ່າ ພຣະບິດາບໍ່ພິພາກສາຄົນໃດຄົນໜຶ່ງ, ແຕ່ມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ(ໂຢຮັນ 5:22). ພຣະຄຳພີຍັງກ່າວວ່າ “ເຖິງເວລາທີ່ການຄໍາພິພາກສາເລີ້ມຕົ້ນທີ່ຄົວເຮືອນຂອງພຣະເຈົ້າ(1 ເປໂຕ 4:17). ຂໍ້ຄວາມເຫຼົ່ານີ້ທີ່ຢູ່ຂໍ້ພຣະຄຳພີໄດ້ບອກພວກເຮົາວ່າ ພຣະເຈົ້າແຫ່ງຍຸກສຸດທ້າຍໄດ້ມາເພື່ອກ່າວພຣະທຳເປັນຫຼັກ, ເພື່ອປະຕິບັດພາລະກິດແຫ່ງການພິພາກສາ ເລີ່ມຕົ້ນຈາກຄົວເຮືອນຂອງພຣະເຈົ້າ. ຜົນຕາມມາກໍຄື ຄົນທີ່ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າແຫ່ງຍຸກສຸດທ້າຍກຳລັງຕ້ອນຮັບການມາເຖິງຂອງພຣະຜູ້ເປັນເຈົ້າ ແລະ ຖືກຍົກຂຶ້ນຕໍ່ໜ້າພຣະເຈົ້າ! ໃນປັດຈຸບັນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ກ່າວພຣະທຳລ້ານຂໍ້ທີ່ລ້ວນແລ້ວແຕ່ຖືກບັນທຶກໄວ້ໃນໜັງສື ພຣະທໍາປາກົດໃນຮ່າງກາຍ. ໃນໜັງສືເຫຼັ້ມນີ້, ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເປີດເຜີຍຄວາມເລິກລັບຫຼາຍຢ່າງທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້ກ່ອນໜ້ານີ້ ເຊັ່ນ: ປະຫວັດສາດການພັດທະນາຂອງມະນຸດຊາດ, ວິທີທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ວິທີທີ່ພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ, ຜູ້ຄົນປະເພດໃດທີ່ເປັນທີ່ຮັກຂອງພຣະເຈົ້າ, ຜູ້ຄົນແບບໃດທີ່ເປັນທີ່ລັງກຽດໂດຍພຣະອົງ, ຜົນຕາມມາ ແລະ ຈຸດໝາຍປາຍທາງຂອງຜູ້ຄົນຫຼາກຫຼາຍປະເພດ ແລະ ອື່ນໆ. ບໍ່ພຽງເທົ່ານີ້, ແຕ່ພຣະເຈົ້າຍັງໄດ້ກ່າວພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີ, ເປີດໂປງອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ທຸກຄົນທີ່ຍອມຮັບພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າຈະໄດ້ຮັບການຊໍາລະລ້າງ ແລະ ການປ່ຽນແປງມາຍັງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ພວກເຂົາຈະຖືກເຮັດໃຫ້ກາຍເປັນຜູ້ເອົາຊະນະກ່ອນຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າໃນທີ່ສຸດເພື່ອຮັບເອົາຄວາມສຸກຊົ່ວນິດນິລັນ. ຄົນທີ່ບໍ່ພະຍາຍາມໄດ້ຍິນສຽງຂອງພຣະເຈົ້າໃນລະຫວ່າງໄລຍະເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ ແລະ ກຳລັງປະຕິບັດພາລະກິດຢ່າງລັບໆ, ຜູ້ທີ່ບໍ່ຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າແຫ່ງຍຸກສຸດທ້າຍ, ຜູ້ທີ່ກ່າວໂທດ ແລະ ໝິ່ນປະໝາດພຣະເຈົ້າທີ່ບັງເກີດເປັນມະນຸດຕາມແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແມ່ນຈະຖືກພຣະເຈົ້າເປີດໂປງ ແລະ ກຳຈັດ. ແລ້ວດ້ວຍເຫດນັ້ນ, ເຂົ້າດີ ແລະ ເຂົ້ານົກ, ແກະ ແລະ ແບ້, ຍິງສາວບໍລິສຸດທີ່ສະຫຼາດ ແລະ ຍິງສາວບໍລິສຸດທີ່ໂງ່, ຜູ້ຮັບໃຊ້ທີ່ດີ ແລະ ຜູ້ຮັບໃຊ້ທີ່ຊົ່ວ, ຄົນທີ່ຮັກຄວາມຈິງ ແລະ ຄົນທີ່ກຽດຊັງຄວາມຈິງ, ແຕ່ລະຢ່າງຈະຖືກເປີດໂປງ ແລະ ຈັດແບ່ງຕາມປະເພດຂອງໃຜມັນ. ຫຼັງຈາກນັ້ນ ພຣະເຈົ້າຈະມາເທິງກ້ອນເມກ, ປາກົດຢູ່ຕໍ່ໜ້າຊົນຊາດ ແລະ ປະຊາຊົນເທິງແຜ່ນດິນໂລກຢ່າງເປີດເຜີຍ ແລະ ເລີ່ມໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ, ແລ້ວກໍບັນລຸຕາມຄຳທຳນາຍໃນພຣະຄຳພີ: “ເບິ່ງແມ, ພຣະອົງສະເດັດມາກັບກ້ອນເມກ, ຕາທຸກໜ່ວຍຈະເຫັນພຣະອົງ ແລະ ພວກເຂົາທີ່ໄດ້ແທງພຣະອົງກໍຈະເຫັນເຊັ່ນກັນ ແລະ ທຸກຊົນຊາດເທິງແຜ່ນດິນໂລກນີ້ຈະຮ້ອງໄຫ້ຍ້ອນພຣະອົງ. ເປັນດັ່ງນັ້ນແລ້ວ, ອາແມນ(ພຣະນິມິດ 1:7). “ແລ້ວຫຼັງຈາກນັ້ນ ໝາຍສຳຄັນແຫ່ງບຸດມະນຸດຈະປາກົດໃນສະຫວັນ ແລະ ຫຼັງຈາກນັ້ນ ທຸກຊົນເຜົ່າເທິງແຜ່ນດິນໂລກຈະໄວ້ທຸກ ແລະ ພວກເຂົາຈະເຫັນບຸດມະນຸດສະເດັດມາເທິງເມກແຫ່ງສະຫວັນດ້ວຍລິດອຳນາດ ແລະ ສະຫງ່າລາສີທີ່ຍິ່ງໃຫຍ່(ມັດທາຍ 24:30). ໃນເວລານັ້ນ, ທຸກຄົນທີ່ຕໍ່ຕ້ານ, ປະຕິເສດ ແລະ ກ່າວໂທດພຣະເຈົ້າຈະທຸບໜ້າເອິກຂອງພວກເຂົາ ແລະ ເຕັມໄປດ້ວຍຄວາມເສຍໃຈ ຍ້ອນການກະທຳທີ່ຊົ່ວຮ້າຍຂອງພວກເຂົາ. ຈາກພາລະກິດຂອງພຣະເຈົ້າ ພວກເຮົາໄດ້ເຫັນວ່າ ພຣະເຈົ້າຊອບທຳ, ລິດທານຸພາບ ແລະ ມີສະຕິປັນຍາຫຼາຍສໍ່າໃດ!

ວິທີການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ

ໃນປັດຈຸບັນ, ພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດໄດ້ເອົາຊະນະ ແລະ ຊ່ວຍກຸ່ມຄົນໃຫ້ລອດພົ້ນແລ້ວ. ແລ້ວຜູ້ເອົາຊະນະກໍຖືກເຮັດໃຫ້ຄົບຖ້ວນເຊັ່ນກັນ. ພາລະກິດຂອງພຣະເຈົ້າຢ່າງລັບໆຈະມາເຖິງທີ່ສຸດ, ຫຼັງຈາກນັ້ນ ຄວາມລໍາບາກຍາກແຄ້ນທຸກຮູບແບບຈະເກີດຂຶ້ນເທິງແຜ່ນດິນໂລກທັນທີ. ພວກເຮົາມີໜ້າທີ່ອັນຮີບດ່ວນຢູ່ຕໍ່ໜ້າພວກເຮົາ: ພວກເຮົາຈະຕ້ອນຮັບເອົາການກັບຄືນມາຂອງພຣະເຢຊູເຈົ້າ ແລະ ກອດຮັບເອົາພາລະກິດຂອງພຣະເຈົ້າແຫ່ງຍຸກສຸດທ້າຍໄດ້ແນວໃດ? ພຣະເຢຊູເຈົ້າກ່າວວ່າ “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ(ໂຢຮັນ 10:27). ຄຳທຳນາຍເຫຼົ່ານີ້ຍັງປາກົດໃນພຣະຄຳພີ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ 2:7). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ(ພຣະນິມິດ 3:20). ແລ້ວພຣະເຈົ້າອົງຊົງລິດທານຸພາບສູງສຸດກ່າວວ່າ: “ພາລະກິດຂອງພຣະເຈົ້າເໝືອນກັບຄື້ນທະເລຊັດສາດ. ບໍ່ມີໃຜສາມາດກັກຂັງພຣະອົງໄດ້ ແລະ ບໍ່ມີໃຜສາມາດຢັບຢັ້ງບາດກ້າວຂອງພຣະອົງໄດ້. ມີພຽງແຕ່ຄົນທີ່ຟັງພຣະທຳຂອງພຣະອົງຢ່າງໃກ້ຊິດ ແລະ ຜູ້ທີ່ສະແຫວງຫາ ແລະ ກະຫາຍຫາພຣະອົງເທົ່ານັ້ນ ທີ່ສາມາດຕິດຕາມບາດກ້າວຂອງພຣະອົງ ແລະ ຮັບເອົາພຣະສັນຍາຂອງພຣະອົງ. ຄົນທີ່ບໍ່ຍອມປະຕິບັດຕາມພຣະອົງ ກໍຈະປະສົບກັບໄພພິບັດທີ່ບໍ່ອາດຕ້ານທານໄດ້ ແລະ ຈະໄດ້ຮັບການລົງໂທດທີ່ເໝາະສົມທີ່ສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 2: ພຣະເຈົ້າຊົງຄຸ້ມຄອງຢູ່ເໜືອຊະຕາກໍາຂອງມະນຸດຊາດທັງມວນ). ເຈົ້າປາຖະໜາທີ່ຈະຕິດຕາມບາດກ້າວຂອງພຣະເມສານ້ອຍບໍ? ເຈົ້າປາຖະໜາທີ່ຈະຕ້ອນຮັບພຣະຜູ້ເປັນເຈົ້າບໍ? ເຈົ້າປາຖະໜາທີ່ຈະຖືກຮັບຂຶ້ນເມືອກ່ອນຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ບໍ? ພຣະທຳຂອງພຣະເຈົ້າບອກພວກເຮົາວ່າ ຖ້າພວກເຮົາຈະຕ້ອນຮັບເອົາພຣະຜູ້ເປັນເຈົ້າ, ມັນສຳຄັນທີ່ພວກເຮົາຈະຮຽນຮູ້ກ່ຽວກັບວິທີການໄດ້ຍິນສຽງຂອງພຣະເຈົ້າ ໂດຍເບິ່ງວ່າພຣະທຳທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວນັ້ນເປັນຄວາມຈິງ ຫຼື ບໍ່, ພຣະທຳເຫຼົ່ານັ້ນແມ່ນພຣະທຳຂອງພຣະວິນຍານບໍລິສຸດຕໍ່ຄຣິສຕະຈັກ ຫຼື ບໍ່. ຂ້ານ້ອຍເຊື່ອວ່າ ຖ້າພວກເຮົາມີຫົວໃຈທີ່ຖ່ອມຕົນໃນການສະແຫວງຫາ ແລະ ການປາຖະໜາຫາຄວາມຈິງ, ພຣະເຈົ້າຈະນໍາພາພວກເຮົາໃນການຕ້ອນຮັບພຣະຜູ້ເປັນເຈົ້າໃນໄວໆນີ້!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ໄພພິບັດມາແລ້ວ: ຄຣິສຕຽນຄວນກັບໃຈແນວໃດເພື່ອໄດ້ຮັບການປົກປ້ອງຈາກພະເຈົ້າ?

ທຸກມື້ນີ້, ພະຍາດລະບາດໄດ້ແຜ່ລາມໄປທົ່ວໂລກ. ຜູ້ຄົນກຳລັງຈະຕາຍຈາກກັນໃນທົ່ວໂລກ ແລະ ອີກຫຼາຍຄົນຕົກຢູ່ໃນສະພາວະຕົກຕະລຶງຢູ່ຕະຫຼອດ...

ການໄຂຄວາມລຶກລັບທີ່ຢູ່ເບື້ອງຫຼັງພຣະທຳມັດທາຍ 24:36: “ແຕ່ສຳລັບເລື່ອງຂອງວັນ ແລະ ເວລານັ້ນ ບໍ່ມີມະນຸດຄົນໃດຮູ້”

ໂດຍ ຊິນເຈຍ ດວງເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນ ແລະ ໄພພິບັດ ເຊັ່ນ ແຜ່ນດິນໄຫວ, ໄພອຶດຢາກ ແລະ ໂຣກລະບາດເກີດຂຶ້ນເປັນປະຈຳຢູ່ເລື້ອຍໆ....

ມັນສຳຄັນຢ່າງຍິ່ງທີ່ຊາວຄຣິສຕຽນຕ້ອງເຂົ້າຮ່ວມກອງປະຊຸມເປັນປະຈຳ

ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ຢ່າປະຖິ້ມການເຕົ້ມໂຮມຮ່ວມກັນຂອງພວກເຮົາເອງດັ່ງທີ່ບາງຄົນມີລັກສະນະແບບນັ້ນ; ແຕ່ໃຫ້ຕັກເຕືອນກັນ: ຍິ່ງຫຼາຍແຮງດີ...

ແກະຂອງພຣະເຈົ້າຟັງສຽງຂອງພຣະເຈົ້າ: ພວກເຮົາຄວນໄດ້ຍິນພຣະທຳຂອງພຣະເຈົ້າເມື່ອກວດສອບເສັ້ນທາງທີ່ແທ້ຈິງ

ໂດຍ ສູຊິງ, ປະເທດຈີນ ໂລກລະບາດໄດ້ແຜ່ລະບາດຢ່າງຕໍ່ເນື່ອງໃນຫຼາຍເດືອນທີ່ຜ່ານມາ ແລະ ຈຳນວນກໍລະນີ ແລະ ການຕາຍທີ່ໄດ້ຮັບການຢືນຢັນກໍມີຈຳນວນເພີ່ມຂຶ້ນສູງ....

Leave a Reply