ແຜ່ນດິນໂລກແມ່ນອ້ອມລ້ອມໄປດ້ວຍໄພພິບັດ: ພວກເຮົາຈະຖືກຍົກຂຶ້ນເມືອກ່ອນຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່ໄດ້ແນວໃດ?
ໂດຍ ເບັກກີ, ສະຫະລັດອາເມຣິກາ ໃນປັດຈຸບັນ, ໄພພິບັດທົ່ວແຜ່ນດິນໂລກກຳລັງຮຸນແຮງຂຶ້ນເລື້ອຍໆ. ຂ່າວຕ່າງໆແມ່ນເຕັມໄປດ້ວຍເລື່ອງລາວຂອງໂຣກຮ່າ, ແຜ່ນດິນໄຫວ,...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ: ແຕ່ລູກຊາຍຈະຢູ່ໃນເຮືອນຕະຫຼອດໄປ” (ໂຢຮັນ 8:34-35). ພຣະທຳຂອງພຣະຜູ້ເປັນເຈົ້າບອກພວກເຮົາວ່າຖ້າຜູ້ຄົນບໍ່ສາມາດເຮັດໃຫ້ໂຕເອງຫຼຸດພົ້ນຈາກຄວາມເປັນທາດ ແລະ ໂສ້ລ່າມຂອງບາບ ແລະ ພວກເຂົາສືບຕໍ່ເຮັດບາບຕໍ່ໄປ, ພວກເຂົາກໍ່ເປັນຜູ້ຮັບໃຊ້ຂອງບາບ ແລະ ຈະບໍ່ມີວັນເຂົ້າໃນອະນາຈັກຂອງພຣະເຈົ້າໄດ້. ອ່ານບົດຄວາມນີ້ຈາກພຣະຄຳພີ, ອ້າຍເອື້ອຍນ້ອງທີ່ສັດທາຫຼາຍຄົນຈະຄິດວ່າພວກເຂົາເຮັດບາບແນວໃດໃນຕອນກາງເວັນພຽງເພື່ອສາລະພາບໃນຕອນກາງຄືນ, ດັ່ງນັ້ນ ພວກເຂົາຈະກັງວົນວ່າພວກເຂົາຢູ່ໃນບາບ ແລະ ບໍ່ສາມາດເຂົ້າອານາຈັກຂອງພຣະເຈົ້າໄດ້ ແລະ ພວກເຂົາຈະທຸກລະທົມຢູ່ໃນໃຈຂອງຕົນ. ພວກເຂົາເຊື່ອໃນພຣະຜູ້ເປັນເຈົ້າ, ແລ້ວເປັນຫຍັງພວກເຂົາຈິ່ງບໍ່ສາມາດເຮັດໃຫ້ໂຕເອງຫຼຸດພົ້ນຈາກບາບໄດ້? ແລ້ວພວກເຮົາຈະສາມາດເຮັດໃຫ້ໂຕເອງພົ້ນຈາກໂສ້ລ່າມຂອງບາບໄດ້ແນວໃດ? ຕອນນີ້ ພວກເຮົາຈະສົນທະນາເຖິງຄວາມຈິງດ້ານນີ້.

ເມື່ອເວົ້າເຖິງຄໍາຖາມວ່າເປັນຫຍັງພວກເຮົາເຊື່ອໃນອົງພຣະຜູ້ເປັນເຈົ້າແຕ່ຍັງບໍ່ສາມາດກໍາຈັດບາບຂອງຕົນເອງໄດ້, ກ່ອນອື່ນໃຫ້ພວກເຮົາອ່ານຂໍ້ຄວາມນີ້ຈາກພຣະທຳຂອງພຣະເຈົ້າ: “ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). ພຣະທຳຂອງພຣະເຈົ້າສະແດງໃຫ້ພວກເຮົາເຫັນວ່າ ເຖິງແມ່ນວ່າພວກເຮົາໄດ້ຜ່ານການກູ້ໄຖ່ຂອງພຣະເຢຊູເຈົ້າ ແລະ ບາບຂອງພວກເຮົາໄດ້ຮັບການອະໄພ ແລະ ເຖິງແມ່ນວ່າຫຼັງຈາກເຮັດບາບ, ພວກເຮົາກໍ່ອະທິຖານ, ສາລະພາບ ແລະ ກັບໃຈຫາພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າບໍ່ເບິ່ງວ່າພວກເຮົາເປັນຄົນບາບອີກຕໍ່ໄປ, ທຳມະຊາດທີ່ເປັນບາບຂອງພວກເຮົາກໍ່ຍັງມີຢູ່; ພວກເຮົາຍັງມີແນວໂນ້ມທີ່ຈະເຮັດບາບເລື້ອຍໆ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ດຳລົງຊີວິດຢູ່ໃນບາບ ຕອນກາງເວັນເພື່ອສາລະພາບບາບຕອນກາງຄືນເທົ່ານັ້ນ. ຕົວຢ່າງ: ເມື່ອຄົນອື່ນເວົ້າ ຫຼື ເຮັດບາງສິ່ງທີ່ທຳຮ້າຍຜົນປະໂຫຍດຂອງພວກເຮົາເອງ, ພວກເຮົາກໍ່ກຽດຊັງພວກເຂົາ; ພວກເຮົາຮູ້ເປັນຢ່າງດີວ່າພຣະເຈົ້າຮັກຄົນທີ່ຊື່ສັດ, ແຕ່ພວກເຮົາມັກຕົວະ ແລະ ຂີ້ໂກງເພື່ອເຫັນແກ່ຜົນປະໂຫຍດຂອງພວກເຮົາເອງ; ເມື່ອຖືກພຣະເຈົ້າອວຍພອນ, ພວກເຮົາກໍ່ຂອບໃຈພຣະເຈົ້າຢູ່ຕະຫຼອດ; ເມື່ອປະສົບກັບໄພພິບັດ, ພວກເຮົາກໍ່ເລີ່ມຈົ່ມວ່າໃຫ້ພຣະເຈົ້າ ແລະ ພວກເຮົາອາດແມ່ນແຕ່ຕໍ່ວ່າພຣະເຈົ້າ ໂດຍສົບປະໝາດພຣະອົງຢ່າງເປີດເຜີຍ. ສາມາດເຫັນໄດ້ວ່າ ເຖິງແມ່ນວ່າບາບຂອງພວກເຮົາໄດ້ຮັບການອະໄພແລ້ວ, ອຸປະນິໄສທີ່ເສື່ອມຊາມພາຍໃນຕົວພວກເຮົາຍັງບໍ່ໄດ້ຮັບການຊຳລະລ້າງ, ເພາະວ່າສິ່ງທີ່ພຣະເຢຊູເຈົ້າກະທຳແມ່ນພາລະກິດແຫ່ງການຄືງການແຂນ ແລະ ການກູ້ໄຖ່ມວນມະນຸດ, ບໍ່ແມ່ນພາລະກິດແຫ່ງການພິພາກສາ ແລະ ການເຮັດໃຫ້ສະອາດບໍລິສຸດໃນຍຸກສຸດທ້າຍເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຢ່າງສົມບູນ. ພວກເຮົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມມາເປັນເວລາຫຼາຍພັນປີ ແລະ ອຸປະນິໄສແບບຊາຕານຂອງພວກເຮົາໄດ້ຢັ່ງຮາກເລິກໃນຕົວພວກເຂົາຢ່າງໜັກແໜ້ນ. ຄວາມຈອງຫອງ, ກົນອຸບາຍ, ຄວາມແຂງກະດ້າງ, ຄວາມໂຫດຮ້າຍ, ຄວາມຊົ່ວ ແລະ ການກຽດຊັງຄວາມຈິງ, ສິ່ງເຫຼົ່ານີ້ລ້ວນປ່ຽນແປງໄດ້ຍາກຫຼາຍກວ່າບາບ ແລະ ສາມາດເຮັດໃຫ້ຜູ້ຄົນຕໍ່ຕ້ານພຣະເຈົ້າໂດຍກົງ. ຖ້າຕົ້ນເຫດເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ແລ້ວພວກເຮົາກໍ່ຈະເຮັດບາບມື້ນີ້ ແລະ ມື້ອື່ນກໍ່ຈະເຮັດບາບເຊັ່ນດຽວກັນ, ໃນທີ່ສຸດກໍ່ບໍ່ສາມາດຫຼຸດພົ້ນຈາກພັນທະ ແລະ ຂໍ້ຈໍາກັດຂອງບາບໄດ້ຢ່າງສິ້ນເຊີງ.
ແລ້ວພວກເຮົາຈະສາມາດເຮັດໃຫ້ໂຕພວກເຮົາເອງພົ້ນຈາກໂສ້ລ່າມຂອງບາບໄດ້ແນວໃດ? ພຣະເຢຊູເຈົ້າຊົງທຳນວາຍວ່າ “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ ເພາະພຣະອົງຈະບໍ່ກ່າວເຖິງເລື່ອງພຣະອົງ ແຕ່ ຈະກ່າວໃນສິ່ງທີ່ພຣະອົງໄດ້ຍິນ ແລະ ສະແດງໃຫ້ພວກເຈົ້າເຫັນສິ່ງທີ່ຈະເກີດຂຶ້ນ” (ໂຢຮັນ 16:12-13). “ແລະ ຖ້າມະມຸດຄົນໃດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ເຊື່ອ, ເຮົາບໍ່ພິພາກສາເຂົາ ຍ້ອນເຮົາບໍ່ໄດ້ມາເພື່ອພິພາກສາໂລກ, ແຕ່ເພື່ອຊ່ວຍໂລກໃຫ້ພົ້ນ. ຜູ້ທີ່ປະຕິເສດເຮົາ ແລະ ບໍ່ຮັບເອົາພຣະທໍາຂອງເຮົາ ກໍຈະມີສິ່ງທີ່ຕັດສິນພວກເຂົາ, ພຣະທໍາທີ່ເຮົາໄດ້ກ່າວກໍຈະຕັດສິນພວກເຂົາໃນວັນສຸດທ້າຍເຊັ່ນກັນ” (ໂຢຮັນ 12:47-48).
ພຣະທຳຂອງພຣະເຈົ້າຍັງເວົ້າອີກວ່າ “ການຊ່ວຍໃຫ້ມະນຸດລອດພົ້ນຢ່າງສົມບູນຈາກອິດທິພົນຂອງຊາຕານບໍ່ແມ່ນພຽງຕ້ອງການໃຫ້ພຣະເຢຊູກາຍເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ ແລະ ແບກຮັບຄວາມຜິດບາບຂອງມະນຸດເທົ່ານັ້ນ, ແຕ່ມັນຍັງຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດທີ່ຍິ່ງໃຫຍ່ຂຶ້ນເພື່ອກຳຈັດອຸປະນິໄສເສື່ອມຊາມຂອງຊາຕານຂອງເຂົາໃຫ້ອອກຈາກມະນຸດ. ດັ່ງນັ້ນ ບັດນີ້ເມື່ອມະນຸດໄດ້ຮັບການໃຫ້ອະໄພຄວາມຜິດບາບຂອງເຂົາ, ພຣະເຈົ້າຈຶ່ງໄດ້ກັບຄືນສູ່ເນື້ອໜັງ ເພື່ອນໍາພາມະນຸດໄປສູ່ຍຸກໃໝ່ ແລະ ເລີ່ມຕົ້ນພາລະກິດຂອງການຂ້ຽນຕີ ແລະ ການພິພາກສາ. ພາລະກິດນີ້ໄດ້ນໍາພາມະນຸດໄປສູ່ອານາຈັກທີ່ສູງສົ່ງຍິ່ງຂຶ້ນ. ທຸກຄົນທີ່ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງຈະໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ ແລະ ໄດ້ຮັບພອນທີ່ຍິ່ງໃຫຍ່ຂຶ້ນ. ພວກເຂົາຈະດຳລົງຊີວິດຢູ່ໃນແສງສະຫວ່າງຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບເອົາຄວາມຈິງ, ຫົນທາງ ແລະ ຊີວິດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ)
ພຣະທຳຂອງພຣະເຈົ້າບອກພວກເຮົາວ່າ ພຣະເຈົ້າຈະກັບມາໃນວັນສຸດທ້າຍເພື່ອກ່າວພຣະທຳຂອງພຣະອົງ ແລະ ປະຕິບັດພາລະກິດແຫ່ງການພິພາກສາ, ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງມະນຸດ ແລະ ຊ່ວຍລາວໃຫ້ລອດພົ້ນຈາກບາບຢ່າງສິ້ນເຊີງ. ມື້ນີ້, ພຣະເຢຊູເຈົ້າໄດ້ກັບຄືນມາແລ້ວໃນເນື້ອໜັງເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ບັງເກີດເປັນມະນຸດ. ບົນພື້ນຖານແຫ່ງພາລະກິດການໄຖ່ຂອງອົງພຣະເຢຊູເຈົ້າ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ປະຕິບັດພາລະກິດຂອງພຣະອົງຂັ້ນຕອນໜຶ່ງ ນັ້ນຄືການພິພາກສາທີ່ເລີ່ມຕົ້ນໃນເຮືອນຂອງພຣະເຈົ້າ. ພຣະອົງຊົງສຳແດງຄວາມຈິງທັງໝົດເພື່ອການຊຳລະລ້າງ ແລະ ຄວາມລອດພົ້ນຂອງມະນຸດ, ແກ້ໄຂທຳມະຊາດທີ່ເປັນບາບຂອງພວກເຮົາຕັ້ງແຕ່ຮາກຂຶ້ນມາ ແລະ ເຮັດໃຫ້ພວກເຮົາເຂົ້າໃຈຄວາມຈິງ, ເຮັດໃຫ້ໂຕເອງຫຼຸດພົ້ນຈາກບາບ, ເຊົາເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ, ກາຍເປັນຄົນທີ່ເຊື່ອຟັງ ແລະ ຢຳເກງພຣະເຈົ້າ ໃນເວລາທີ່ພວກເຮົາຖືກເຮັດໃຫ້ໄດ້ຮັບຢ່າງແທ້ຈິງໂດຍພຣະເຈົ້າ. ເມື່ອພວກເຮົາຍອມຮັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍເທົ່ານັ້ນ ພວກເຮົາຈິ່ງຈະມີໂອກາດເຮັດໃຫ້ໂຕເອງຫຼຸດພົ້ນຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ ແລະ ຖືກຊຳລະລ້າງໃຫ້ບໍລິສຸດ.
ແລ້ວພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດພາລະກິດແຫ່ງການພິພາກສາເພື່ອຊຳລະລ້າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ, ເຮັດໃຫ້ມະນຸດປົດປ່ອຍໂຕເອງຈາກບາບແນວໃດ? ໃຫ້ພວກເຮົາອ່ານອີກບົດຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ໃນຍຸກສຸດທ້າຍ ພຣະຄຣິດໃຊ້ຫຼາກຫຼາຍຄວາມຈິງເພື່ອສັ່ງສອນມະນຸດ, ເປີດໂປງແກ່ນແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ແກ່ນແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ວິທີການເປີດໂປ່ງ, ຈັດການ ແລະ ລິຮານເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ທີ່ຈະສາມາດເອົາຊະນະມະນຸດ ແລະ ເຮັດໃຫ້ມະນຸດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກທາດແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າທາດແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ)
ໃນການກ່າວເຖິງວຽກງານການພິພາກສາ, ບາງຄົນອາດຄິດວ່າ: ການພິພາກສາບໍ່ແມ່ນການກ່າວໂທດໂດຍພຣະເຈົ້າບໍ? ແລ້ວຄົນໆໜຶ່ງຍັງຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າໄດ້ແນວໃດ? ທີ່ພວກເຮົາມີຄວາມຄິດເຊັ່ນກັນກໍ່ຍ້ອນວ່າພວກເຮົາບໍ່ຮູ້ຈັກພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ. ພຣະທຳຂອງພຣະເຈົ້າບອກພວກເຮົາວ່າພາລະກິດແຫ່ງການພິພາກສາທີ່ຖືກປະຕິບັດໂດຍພຣະເຈົ້າໃນຍຸກສຸດທ້າຍ ສ່ວນໃຫຍ່ແມ່ນການສຳແດງຄວາມຈິງເພື່ອພິພາກສາ ແລະ ຊຳລະລ້າງມະນຸດ, ດັ່ງນັ້ນ ຈາກການເປີດເຜີຍແຫ່ງພຣະທຳຂອງພຣະເຈົ້າ ເຮັດໃຫ້ພວກເຮົາຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງພວກເຮົເອງ ແລະ ຈົ່ງເບິ່ງຄວາມຈິງຕົວຈິງຂອງອຸປະນິໄສຂອງພວກເຮົາຢູ່ໃນມືຂອງຊາຕານ. ພຣະທຳຂອງພຣະເຈົ້າເປັນຄືດາບສອງຄົມ; ເມື່ອພວກເຮົາອ່ານພຣະທຳຂອງພຣະເຈົ້າ, ຄືກັບວ່າພຣະອົງກຳລັງພິພາກສາ ແລະ ເປີດໂປງພວກເຮົາໜ້າຕໍ່ໜ້າ, ເຮັດໃຫ້ພວກເຮົາຮັບຮູ້ອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຮົາ, ອຸປະນິໄສທີ່ຈອງຫອງ, ເຈົ້າເລ່, ຊົ່ວຮ້າຍ ແລະ ອື່ນໆ. ຕົວຢ່າງ ເມື່ອພວກເຮົາເລີ່ມເຊື່ອໃນພຣະຜູ້ເປັນເຈົ້າ, ພວກເຮົາຊື່ນຊົມພຣະຄຸນຂອງພຣະຜູ້ເປັນເຈົ້າ, ມີຄວາມສະຫງົບ ແລະ ຄວາມສຸກຢູ່ໃນຫົວໃຈຂອງພວກເຮົາ ແລະ ໂດຍສະເພາະຫຼັງຈາກທີ່ພວກເຮົາເຫັນພອນ ແລະ ຄຳສັນຍາທີ່ພຣະຜູ້ເປັນເຈົ້າມອບໃຫ້ແກ່ພວກເຮົາ. ພວກເຮົາຍິ່ງມີຄວາມກະຕືລືລົ້ນຫຼາຍຂຶ້ນໃນການເສຍສະຫຼະຕົວເອງເພື່ອພຣະອົງ. ພວກເຮົາບໍ່ເຄີຍພາດການຊຸມນຸມ ຫຼື ຂ້າມການອ່ານພຣະຄໍາພີ; ພວກເຮົາສະໜັບສະໜູນອ້າຍເອື້ອຍນ້ອງທີ່ອ່ອນແອເລື້ອຍໆ, ເຜີຍແຜ່ຂ່າວປະເສີດໃນທຸກບ່ອນທີ່ພວກເຮົາໄປ, ໃຈທຸ່ນທ່ຽງໃນການອຸທິດຕົນ ແລະ ຄວາມໃຈບຸນຂອງພວກເຮົາ, ເຊື່ອໝັ້ນວ່າຖ້າພວກເຮົາເສຍສະຫຼະໂຕເອງ, ພຣະຜູ້ເປັນເຈົ້າຈະຮັບປະກັນວ່າທຸກສິ່ງຈະດຳເນີນໄປຢ່າງປອດໄພ ແລະ ຢ່າງລາບລື້ນສຳລັບພວກເຮົາ ແລະ ຫຼັງຈາກນັ້ນ ພວກເຮົາກໍ່ຈະສາມາດເຂົ້າສູ່່ອານາຈັກສະຫວັນ ແລະ ໄດ້ຮັບຊີວິດນິລັນດອນ. ແຕ່ເມື່ອຄວາມໂຊກຮ້າຍເກີດຂຶ້ນກັບພວກເຮົາ, ເມື່ອພຣະຜູ້ເປັນເຈົ້າບໍ່ດູແລ ແລະ ປົກປ້ອງພວກເຮົາ, ພວກເຮົາກໍ່ເສຍໃຈທີ່ໄດ້ເສຍສະຫຼະໂຕເອງເພື່ອພຣະເຈົ້າໃນເມື່ອກ່ອນ ແລະ ເຖິງກັບເລີ່ມໂທດພຣະເຈົ້າຢູ່ໃນໃຈຂອງພວກເຮົາ. ເມື່ອພວກເຮົາຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຮົາເຫັນພຣະອົງກ່າວວ່າ “ທຸກມື້ນີ້, ຄົນສ່ວນໃຫຍ່ຢູ່ໃນສະພາວະແບບນີ້: ‘ເພື່ອຮັບເອົາພອນ, ຂ້ອຍຕ້ອງສະລະຕົນເອງເພື່ອພຣະເຈົ້າ ແລະ ຈ່າຍລາຄາສຳລັບພຣະອົງ. ເພື່ອຮັບເອົາພອນ, ຂ້ອຍຕ້ອງປະຖິ້ມທຸກສິ່ງສຳລັບພຣະເຈົ້າ; ຂ້ອຍຕ້ອງເຮັດສິ່ງທີ່ພຣະອົງຝາກຝັງໄວ້ໃຫ້ຂ້ອຍນັ້ນສຳເລັດ ແລະ ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີ’. ສິ່ງນີ້ຖືກຄອບງໍາໂດຍເຈດຕະນາເພື່ອຮັບເອົາພອນ ເຊິ່ງເປັນຕົວຢ່າງຂອງການສະລະຕົນເອງເພື່ອຈຸດປະສົງໃນການຮັບເອົາລາງວັນຈາກພຣະເຈົ້າ ແລະ ການຮັບເອົາມົງກຸດທັງສິ້ນ. ຄົນດັ່ງກ່າວບໍ່ມີຄວາມຈິງໃນຫົວໃຈຂອງພວກເຂົາ ແລະ ແນ່ນອນ ຄວາມເຂົ້າໃຈຂອງພວກເຂົາກໍພຽງແຕ່ປະກອບມີຄຳເວົ້າສອງສາມຄຳທີ່ເປັນຄຳສອນ ເຊິ່ງພວກເຂົາໂອ້ອວດໃນທຸກບ່ອນທີ່ພວກເຂົາໄປ. ເສັ້ນທາງຂອງພວກເຂົາແມ່ນເສັ້ນທາງຂອງໂປໂລ” (“ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ). “ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້” (ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ).
ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຕົງປະເດັນໃນການເປີດເຜີຍແຮງຈູງໃຈ ແລະ ມຸມມອງທີ່ຜິດພາດຂອງຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ. ຜ່ານການໄຕ່ຕົງຕົວເອງເທົ່ານັ້ນ ພວກເຮົາຈິ່ງຮັບຮູ້ວ່າພວກເຮົາບໍ່ໄດ້ເຮັດວຽກໜັກຈາກຄວາມຮັກຂອງພວກເຮົາຕໍ່ພຣະເຈົ້າ ແລະ ເພາະວ່າພວກເຮົາປາຖະໜາເຮັດໃຫ້ພຣະເຈົ້າພໍໃຈ; ກົງກັນຂ້າມ, ພວກເຮົາກຳລັງແນມຫາການເສຍສະຫຼະຕົວເອງເພື່ອແລກກັບພອນ ແລະ ຄຳສັນຍາຂອງພຣະເຈົ້າ ນັ້ນຄືການປະພຶດີ ແລະ ການປະທຳຂອງພວກເຮົາແມ່ນເພື່ອບັນລຸເປົ້າໝາຍຂອງພວກເຮົາເອງເທົ່ານັ້ນ. ໃນເວລາເຊັ່ນນັ້ນ, ພວກເຮົາເຫັນໄດ້ວ່າພວກເຮົາເຫັນແກ່ຕົວ ແລະ ເຍີ່ຍິ່ງພຽງໃດ. ພວກເຮົາດຳລົງຊີວິດຕາມກົດເກນຂອງຊາຕານກ່ຽວກັບ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”; ທຸກສິ່ງທີ່ພວກເຮົາເຮັດແມ່ນເພື່ອຜົນປະໂຫຍດຂອງພວກເຮົາເອງ ແລະ ແມ່ນແຕ່ເມື່ອພວກເຮົາເສຍສະຫຼະຕົວເອງເລັກນ້ອຍໃນຄວາມເຊື່ອຂອງພວກເຮົາໃນພຣະເຈົ້າ, ນີ້ກໍ່ແມ່ນເພື່ອໄດ້ຮັບຜົນປະໂຫຍດ ແລະ ພອນຈາກພຣະເຈົ້າເຊັ່ນກັນ. ພວກເຮົາຕ້ອງການແລກປ່ຽນການເສຍສະຫຼະເລັກນ້ອຍເພື່ອພອນທີ່ຍິ່ງໃຫຍ່ ແລະ ພວກເຮົາສະແຫວງຫາເພື່ອໄດ້ຮັບເປັນຮ້ອຍເທົ່າໃນຊີວິດນີ້ ແລະ ໄດ້ຮັບຊີວິດນິລັນດອນໃນໂລກໜ້າ. ພວກເຮົາບໍ່ໄດ້ເສຍສະຫຼະຕົວເອງເພື່ອປະຕິບັດໜ້າທີ່ຂອງພວກເຮົາໃນນາມສິ່ງມີຊີວິດທີ່ຖືກສ້າງ ແລະ ເພື່ອຕອບແທນຄວາມຮັກຂອງພຣະເຈົ້າເລີຍ. ເມື່ອຄວາມຕັ້ງໃຈ ແລະ ຄວາມປາຖະໜາຂອງພວກເຮົາບໍ່ສຳເລັດຜົນ, ພວກເຮົາກໍ່ກາຍເປັນຄົນຄິດລົບ, ຈົ່ມວ່າ, ທໍລະຍົດ ແລະ ຕໍ່ຕ້ານພຣະເຈົ້າ. ເມື່ອພວກເຮົາເຫັນວ່າພວກເຮົາສົກກະປົກ ແລະ ເສື່ອມຊາມພຽງໃດ, ພວກເຮົາຂາດມະໂນທຳ ແລະ ເຫດຜົນ ແລະ ບໍ່ເໝາະສົມຢ່າງສິ້ນເຊີງທີ່ຈະໄດ້ຮັບລາງວັນ ແລະ ພອນຂອງພຣະເຈົ້າ, ໃນໃຈຂອງພວກເຮົາ ພວກເຮົາຮູ້ສຶກເສຍໃຈ ແລະ ຕຳນິຕົນເອງ. ພວກເຮົາດູໝິ່ນຕົນເອງ ແລະ ຖືກບັງຄັບໃຫ້ລົ້ມລົງຕໍ່ໜ້າພຣະເຈົ້າເພື່ອສາລະພາບບາບຂອງພວກເຮົາ, ຫວັງວ່າຈະເລີ່ມຕົ້ນໃໝ່, ເຕັມໃຈທີ່ສະເສຍສະຫຼະຕົວເອງເພື່ອພຣະເຈົ້າ ແລະ ບໍ່ຂໍຫຍັງເປັນການຕອບແທນອີກຕໍ່ໄປ. ຜ່ານການປະສົບກັບການພິພາກສາ ແລະ ການຕິສອນຂອງພຣະເຈົ້າ, ພວກເຮົາໄດ້ມາຮັບຮູ້ອຸປະນິໄສຊາຕານຂອງພວກເຮົາເອງ ແລະ ພວກເຮົາເຫັນວ່າບ່ອນໃດກໍ່ຕາມທີ່ມີຄວາມສົກກະປົກ, ບ່ອນນັ້ນກໍ່ມີການພິພາກສາຂອງພຣະເຈົ້າ ແລະ ພວກເຮົາໄດ້ມາຮູ້ຈັກເນື້ອແທ້ຂອງພຣະເຈົ້າ ແລະ ອຸປະນິໄສທີ່ຊອບທຳ, ລ່ວງລະເມີດບໍ່ໄດ້ຂອງພຣະອົງ, ດັ່ງນັ້ນຫົວໃຈທີ່ຢຳເກງພຣະເຈົ້າຈຶ່ງເກີດມາຢູ່ໃນໂຕພວກເຮົາ. ພາຍໃຕ້ການຊີ້ນຳແຫ່ງພຣະທຳຂອງພຣະເຈົ້າ, ພວກເຮົາຄ່ອຍໆມາເຂົ້າໃຈຄວາມປະສົງ ແລະ ຂໍ້ກຳນົດຂອງພຣະເຈົ້າ, ພວກເຮົາຍຶດໝັ້ນໃນຕຳແໜ່ງຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນເພື່ອປະຕິບັດໜ້າທີ່ເລັກນ້ອຍຂອງມະນຸດ, ມີການເຮັດທຸລະກໍາໃນການມີສ່ວນຮ່ວມຂອງພວກເຮົາກັບພຣະເຈົ້າໜ້ອຍລົງເລື້ອຍໆ, ຄວາມສໍາພັນຂອງພວກເຮົາກັບພຣະອົງກາຍຍິ່ງໃກ້ຊິດກັນຫຼາຍຂຶ້ນ, ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາມີການປ່ຽນແປງບາງຢ່າງ ແລະ ໃນທີ່ສຸດພວກເຮົາດໍາລົງຊີວິດຄືກັນກັບມະນຸດແທ້.
ການທີ່ພວກເຮົາສາມາດປ່ຽນແປງດັ່ງທີ່ພວກເຮົາມີໃນທຸກມື້ນີ້ ລ້ວນເປັນຜົນສຳເລັດໃນຕົວພວກເຮົາໂດຍພາລະກິດແຫ່ງການພິພາກສາຂອງພຣະເຈົ້າທັງສິ້ນ. ທຸກຄົນທີ່ໄດ້ປະສົບກັບການພິພາກສາ ແລະ ການຕິສອນຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ຜູ້ທີ່ຮັກຄວາມຈິງຢ່າງແທ້ຈິງ, ຫຼັງຈາກຫຼາຍປີພວກເຂົາເຫັນການປ່ຽນແປງຢ່າງຊັດເຈນ ແລະ ເກັບກ່ຽວຜົນເກັບກ່ຽວ; ໃນໃຈພວກເຂົາ, ພວກເຂົາສາມາດຮູ້ສຶກໄດ້ວ່າຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດຍິ່ງໃຫຍ່ພຽງໃດ ແລະ ຄວາມລອດພົ້ນຂອງພຣະອົງຕໍ່ມະນຸດຍິ່ງໃຫຍ່ພຽງໃດ ແລະ ພວກເຂົາມີຄວາມຊາບຊຶ້ງຢ່າງເລິກເຊິ່ງວ່າພາລະກິດຂອງພຣະເຈົ້ານັ້ນຈິ່ງແທ້ພຽງໃດ. ພວກເຂົາຮັບຮູ້ວ່າມີແຕ່ການພິພາກສາ ແລະ ການຕິສອນຂອງພຣະເຈົ້າເທົ່ານັ້ນແມ່ນຄວາມລອດພົ້ນທີ່ແທ້ຈິງທີ່ສຸດ ແລະ ໂດຍການຍອມຮັບພາລະກິດຍຸກສຸດທ້າຍຂອງພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ ແລະ ປະສົບກັບການພິພາກສາ ແລະ ການຕິສອນຂອງພຣະເຈົ້າເທົ່ານັ້ນ ພວກເຂົາຈິ່ງສາມາດຖືກຊຳລະລ້າງ ແລະ ປ່ຽນແປງໄດ້; ນີ້ແມ່ນເສັ້ນທາງດຽວເຊິ່ງພວກເຮົາສາມາດເຮັດໃຫ້ຕົວເອງພົ້ນຈາກບາບໄດ້.
ໝາຍເຫດຈາກຜູ້ກວດແກ້: ການສົນທະນານີ້ໄດ້ແກ້ໄຂຄວາມສັບສົນຂອງທ່ານບໍ? ທ່ານພົບວ່າໃນການສົນທະນານີ້ມີເສັ້ນທາງທີ່ຈະເຮັດໃຫ້ໂຕເອງພົ້ນຈາກບາບບໍ? ຖ້າທ່ານຄິດວ່າສິ່ງນີ້ຊ່ວຍທ່ານໄດ້, ໃຫ້ຈັບຕາເບິ່ງເວັບໄຊທ໌ນີ້ ແລະ ພວກເຮົາຈະສືບຕໍ່ອັບເດດມັນດ້ວຍເນື້ອຫາໃໝ່ໆ. ຖ້າຄົນທີ່ທ່ານຮູ້ຈັກມີຄວາມສັບສົນຄືກັນກັບທ່ານ, ກາລຸນາແບ່ງປັນບົດເລື່ອງນີ້ກັບພວກເຂົາ. ຖ້າທ່ານມີຄຳຖາມ ຫຼື ຂໍ້ຫຍຸ້ງຍາກໃດໆ, ກາລຸນາຕິດຕໍ່ພວກເຮົາໄດ້ຕະຫຼອດເວລາ ແລະ ພວກເຮົາສາມາດກວດສອບເບິ່ງພວກມັນ ແລະ ສະແຫວງຫາຮ່ວມກັນ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ໂດຍ ເບັກກີ, ສະຫະລັດອາເມຣິກາ ໃນປັດຈຸບັນ, ໄພພິບັດທົ່ວແຜ່ນດິນໂລກກຳລັງຮຸນແຮງຂຶ້ນເລື້ອຍໆ. ຂ່າວຕ່າງໆແມ່ນເຕັມໄປດ້ວຍເລື່ອງລາວຂອງໂຣກຮ່າ, ແຜ່ນດິນໄຫວ,...
ທຸກມື້ນີ້, ພະຍາດລະບາດໄດ້ແຜ່ລາມໄປທົ່ວໂລກ. ຜູ້ຄົນກຳລັງຈະຕາຍຈາກກັນໃນທົ່ວໂລກ ແລະ ອີກຫຼາຍຄົນຕົກຢູ່ໃນສະພາວະຕົກຕະລຶງຢູ່ຕະຫຼອດ...
ໂດຍ ຊິນເຈຍ ດວງເດືອນສີເລືອດສີ່ດວງໄດ້ປາກົດຂຶ້ນ ແລະ ໄພພິບັດ ເຊັ່ນ ແຜ່ນດິນໄຫວ, ໄພອຶດຢາກ ແລະ ໂຣກລະບາດເກີດຂຶ້ນເປັນປະຈຳຢູ່ເລື້ອຍໆ....
ໂດຍ ແອນຢວນ, ປະເທດຟິລິບປິນ ສອງພັນປີກ່ອນ, ຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າຖາມພຣະເຢຊູວ່າ “ແມ່ນຫຍັງຈະເປັນໝາຍສຳຄັນຂອງການມາຂອງພຣະອົງ ແລະ...