ໄພພິບັດເປັນປະຈຳ, ວິທີທີ່ຈະເປັນຍິງສາວບໍລິສຸດທີ່ສະຫຼາດໃນການຮັບເອົາພຣະຜູ້ເປັນເຈົ້າ
ພຣະເຢຊູເຈົ້າກ່າວວ່າ: “ເຈົ້າຈະໄດ້ຍິນກ່າວກັບສົງຄາມ ແລະ ຂ່າວເລົ່າລືກ່ຽວກັບສົງຄາມ, ພວກເຈົ້າຕ້ອງບໍ່ວຸ້ນວາຍ ຍ້ອນທຸກສິ່ງເຫຼົ່ານີ້ຕ້ອງເກີດຂຶ້ນ ແຕ່ຍັງບໍ່ເຖິງຕອນສຸດທ້າຍ. ຍ້ອນປະເທດຊາດຈະລຸກຂຶ້ນຕໍ່ສູ້ກັບປະເທດຊາດ ແລະ ອານາຈັກຕໍ່ສູ້ກັບອານາຈັກ ແລະ ຈະມີຄວາມອຶດຢາກ ແລະ ໂຣກລະບາດ ແລະ ແຜ່ນດິນໄຫວໃນທົ່ວທຸກແຫ່ງ. ທຸກສິ່ງເຫຼົ່ານີ້ເປັນການເລີ່ມຕົ້ນຂອງຄວາມໂສກເສົ້າ” (ມັດທາຍ 24:6-8). ບັດນີ້ ໄພພິບັດກຳລັງເກີດຂຶ້ນໃນຈຳນວນທີ່ຫຼາຍຂຶ້ນກວ່າເກົ່າ ທົ່ວແຜ່ນດິນໂລກ: ເຊື້ອຈຸລະໂຣກໂຄໂຣນາແຫ່ງເມືອງວູຫານ, ຕັກກະແຕນໃນອາຝຣິກາ, ໄຟໄໝ້ປ່າໃນປະເທດອົດສະຕຣາລີ ແລະ ໄພພິບັດອື່ນໆໄດ້ປາກົດຂຶ້ນຕິດຕໍ່ກັນ. ດວງເດືອນສີເລືອດສີ່ໜ່ວຍກໍໄດ້ປາກົດຂຶ້ນເຊັ່ນດຽວກັນ. ຫຼັກໆແລ້ວ ຄຳທຳນາຍຂອງການມາເຖິງຂອງພຣະຜູ້ເປັນເຈົ້າແມ່ນໄດ້ສຳເລັດແລ້ວ; ພຣະຜູ້ເປັນເຈົ້າຕ້ອງໄດ້ກັບຄືນມາແລ້ວ. ບັນຫາທີ່ຄອບງວໍາຄວາມຄິດຂອງຜູ້ເຊື່ອຫຼາຍຄົນໃນພຣະຜູ້ເປັນເຈົ້າກໍຄືສິ່ງນີ້: ພວກເຮົາຈະສາມາດກາຍມາເປັນຍິງສາວບໍລິສຸດທີ່ສະຫຼາດເພື່ອຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າໄດ້ແນວໃດ? ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ: “ແລ້ວອານາຈັກສະຫວັນກໍເປັນຄືກັບຍິງສາວບໍລິສຸດສິບຄົນ ທີ່ຖືຕະກຽງຂອງພວກເຂົາ ແລະ ອອກໄປເພື່ອພົບກັບເຈົ້າບ່າວ. ແລ້ວພວກເຂົາຫ້າຄົນນັ້ນສະຫຼາດ ແລະ ອີກຫ້າຄົນນັ້ນໂງ່ຈ້າ. ພວກເຂົາທີ່ໂງ່ຈ້າກໍຖືຕະກຽງຂອງພວກເຂົາ ແລະ ບໍ່ໄດ້ເອົານໍ້າມັນໄປກັບພວກເຂົາ: ແຕ່ຄົນທີ່ສະຫຼາດກໍຖືນໍ້າມັນໃສ່ໃນພາຊະນະຂອງພວກເຂົາພ້ອມກັບຕະກຽງຂອງພວກເຂົາ” (ມັດທາຍ 25:1–4). ພວກເຮົາສາມາດເຫັນໄດ້ຈາກຂໍ້ພຣະຄຳພີດັ່ງກ່າວວ່າ ຍິງສາວບໍລິສຸດທີ່ສະຫຼາດໄດ້ກະກຽມນໍ້າມັນຕະກຽງ ແລະ ລໍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າຢ່າງເຫຼື້ອມໃສ. ໃນທີ່ສຸດແລ້ວ ພວກເຂົາກໍສາມາດຕ້ອນຮັບພຣະອົງ ແລະ ເຂົ້າຮ່ວມງານລ້ຽງສະຫຼອງໃນອານາຈັກສະຫວັນ. ສະນັ້ນ ອ້າຍເອື້ອຍນ້ອງຫຼາຍຄົນຈຶ່ງເຊື່ອວ່າ ຕາບໃດທີ່ພວກເຂົາອ່ານຂໍ້ພຣະຄຳພີຢ່າງສະໝໍ່າສະເໝີ, ເຂົ້າຮ່ວມການຊຸມນຸມ, ເຮັດພາລະກິດຂອງພຣະຜູ້ເປັນເຈົ້າຢ່າງດຸໝັ່ນ ແລະ ລໍຖ້າຢ່າງເຫຼື້ອມໃສ, ນີ້ກໍໝາຍຄວາມວ່າ ພວກເຂົາໄດ້ກຽມນໍ້າມັນ ແລະ ເປັນຍິງບໍລິສຸດທີ່ສະຫຼາດ ແລະ ພວກເຂົາຈະຖືກຍົກຂຶ້ນສູ່ອານາຈັກສະຫວັນ ເມື່ອພຣະຜູ້ເປັນເຈົ້າມາເຖິງ. ແຕ່ນີ້ຄືການປະຕິບັດຂອງພວກເຮົາເປັນເວລາຫຼາຍປີ ແລະ ບັດນີ້ ໄພພິບັດທຸກຮູບແບບໄດ້ມາເຖິງ, ແຕ່ພວກເຮົາຍັງບໍ່ໄດ້ຮັບເອົາພຣະຜູ້ເປັນເຈົ້າ. ສິ່ງນີ້ໄດ້ປ່ອຍໃຫ້ພວກເຮົາບໍ່ມີທາງເລືອກ ນອກຈາກຈະໄຕ່ຕອງ ແລະ ຖາມຕົນເອງວ່າ: ການປະຕິບັດພາລະກິດຂອງພຣະຜູ້ເປັນເຈົ້າຢ່າງດຸໝັ່ນໃນລັກສະນະນີ້ແມ່ນການເປັນສາວຍິງບໍລິສຸດທີ່ສະຫຼາດຢ່າງແທ້ຈິງບໍ? ພວກເຮົາຈະສາມາດຮັບພຣະຜູ້ເປັນເຈົ້າ ແລະ ຖືກຍົກຂຶ້ນຕໍ່ໜ້າຄວາມລໍາບາກຍາກແຄ້ນບໍ?
ການອ່ານຂໍ້ພຣະຄຳພີ, ການອະທິຖານ ແລະ ການປະຕິບັດພາລະກິດຂອງພຣະຜູ້ເປັນເຈົ້າຢ່າງດຸໝັ່ນ: ສິ່ງນີ້ເຮັດໃຫ້ກາຍເປັນຍິງສາວບໍລິສຸດທີ່ສະຫຼາດບໍ?
ໃຫ້ພວກເຮົາຫວນຄິດເຖິງພວກທຳມະຈານ, ປະໂລຫິດຕົນໃຫຍ່ ແລະ ພວກຟາຣິຊາຍ. ພວກເຂົາລ້ວນແລ້ວແຕ່ຮູ້ດີຈາກການອ່ານໃນຂໍ້ພຣະຄຳພີ ແລະ ຄອບຄົວຂອງພວກເຂົາກໍຮັບໃຊ້ພຣະເຈົ້າເປັນເວລາຫຼາຍຮຸ່ນ. ພວກເຂົາເຊື່ອຟັງກົດໝາຍຢ່າງເຄັ່ງຄັດ, ປະຕິບັດຕາມພຣະບັນຍັດ, ປະຕິບັດພາລະກິດຢ່າງດຸໝັ່ນ ແລະ ເຖິງກັບເດີນທາງໄປທົ່ວໂລກເພື່ອເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ. ມັນອາດເວົ້າໄດ້ວ່າ ພວກເຂົາເຮັດພາລະກິດຂ້ອນຂ້າງຫຼາຍ, ອົດກັ້ນຕໍ່ການທົນທຸກ ແລະ ລໍຖ້າການມາເຖິງຂອງພຣະເມຊີອາຢ່າງເຫຼື້ອມໃສ. ຕາມແນວຄິດ ແລະ ຈິນຕະນາການຂອງພວກເຮົາ, ພວກເຂົາຄວນເປັນຍິງສາວບໍລິສຸດທີ່ສະຫຼາດ ຜູ້ເຊິ່ງໄດ້ກະກຽມນໍ້າມັນ; ພວກເຂົາຄວນມີຄຸນສົມບັດຫຼາຍກວ່າຄົນອື່ນໆທີ່ຈະຮັບພຣະຜູ້ເປັນເຈົ້າ ແລະ ຮັບເອົາຄວາມລອດພົ້ນ ແລະ ຄວາມກະລຸນາຂອງພຣະອົງ. ແຕ່ແມ່ນຫຍັງຄືຂໍ້ແທ້ຈິງ? ເມື່ອພຣະເຢຊູເຈົ້າກາຍມາເປັນເນື້ອໜັງ ແລະ ມາເພື່ອປະຕິບັດພາລະກິດ, ບໍ່ພຽງແຕ່ຄົນເຫຼົ່ານີ້ລົ້ມເຫຼວທີ່ຈະຮັບຮູ້ພຣະເຢຊູເຈົ້າ, ແຕ່ພວກເຂົາເຖິງກັບເຊື່ອບົນພື້ນຖານຂອງແນວຄິດ ແລະ ຈິນຕະນາການຂອງພວກເຂົາວ່າ “ຜູ້ໃດກໍຕາມທີ່ບໍ່ຖືກເອີ້ນວ່າ ‘ເມຊີອາ’ ບໍ່ແມ່ນພຣະເຈົ້າ”. ພວກເຂົາໄດ້ຍິນຢ່າງຊັດເຈນວ່າ ພຣະທຳຂອງພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ ແລະ ເຖິງຢ່າງໃດກໍຕາມ ບົນພື້ນຖານຂອງແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາກ່າວຮ້າຍພາລະກິດ ແລະ ພຣະທຳຂອງພຣະເຢຊູເຈົ້າ ໃນຂະນະທີ່ອອກຈາກຂໍ້ພຣະຄຳພີ. ພວກເຂົາໃຊ້ສິ່ງນີ້ເພື່ອເປັນຂໍ້ອ້າງໃນການປະຕິເສດວ່າພຣະຜູ້ເປັນເຈົ້ານັ້ນເປັນພຣະເຈົ້າເອງ ແລະ ພວກເຂົາເຖິງກັບນໍາເອົາສິ່ງນີ້ມາຕັດສິນ ແລະ ໝິ່ນປະໝາດພຣະເຢຊູເຈົ້າ. ພວກເຂົາບໍ່ມີຄວາມເຄົາລົບແມ່ນແຕ່ໜ້ອຍດຽວສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ; ພວກເຂົາບໍ່ເຂົ້າໃຈ ຫຼື ພວກເຂົາບໍ່ສະແຫວງຫາ ຫຼື ສືບຄົ້ນສິ່ງນີ້. ພວກເຂົາເຖິງກັບເຮັດວຽກກັບລັດຖະບານໂຣມັນເພື່ອຄຶງພຣະເຢຊູເຈົ້າເທິງໄມ້ກາງແຂນ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຖືກພຣະເຈົ້າລົງໂທດ. ແລ້ວມັນສາມາດເວົ້າໄດ້ບໍວ່າ ພວກຟາຣີຊາຍເປັນຍິງສາວບໍລິສຸດທີ່ສະຫຼາດ? ພວກເຂົາເຮັດໃຫ້ຕົນເອງຫຍຸ້ງຢູ່ກັບການເຮັດວຽກໜັກ ແລະ ການປະຕິບັດພາລະກິດ, ການຍຶດຖືກົດໝາຍໃນພຣະສັນຍາເດີມ, ແຕ່ພວກເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍກ່ຽວກັບພຣະເຈົ້າ; ພວກເຂົາບໍ່ສາມາດໄດ້ຍິນສຽງຂອງພຣະເຈົ້າ. ພວກເຂົາສາມາດຖືກເອີ້ນໄດ້ວ່າຍິງສາວບໍລິສຸດທີ່ໂງ່ຈ້າທີ່ສຸດ. ແລ້ວແມ່ນຫຍັງເຮັດໃຫ້ເປັນຍິງສາວບໍລິສຸດທີ່ສະຫຼາດແທ້ໆ? ອ່ານຕໍ່ເພື່ອຄົ້ນຫາຕື່ມ.
ແມ່ນຫຍັງຄືຍິງສາວບໍລິສຸດທີ່ສະຫຼາດ?
ພຣະຜູ້ເປັນເຈົ້າເຄີຍເວົ້າຢູ່ຄັ້ງໜຶ່ງວ່າ: “ຝູງແກະຂອງເຮົາໄດ້ຍິນສຽງຂອງເຮົາ ແລະ ເຮົາກໍຮູ້ຈັກຝູງແກະນັ້ນ ແລະ ຝູງແກະນັ້ນກໍຕິດຕາມເຮົາ” (ໂຢຮັນ 10:27). “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ” (ມັດທາຍ 25:6). ຈາກຂໍ້ພຣະຄຳພີ, ພວກເຮົາສາມາດເຫັນໄດ້ວ່າ ຍິງສາວບໍລິສຸດທີ່ສະຫຼາດແມ່ນສາມາດຮັບເອົາເຈົ້າບ່າວຫຼັກໆກໍຍ້ອນພວກເຂົາໃຫ້ຄວາມສຳຄັນອັນໃຫຍ່ຫຼວງໃນການຟັງສຽງຂອງພຣະເຈົ້າ. ເມື່ອພວກເຂົາໄດ້ຍິນຜູ້ໃດຜູ້ໜຶ່ງຮ້ອງວ່າ ເຈົ້າບ່າວກຳລັງມາ, ຍິງສາວບໍລິສຸດທີ່ສະຫຼາດກໍເລີ່ມອອກໄປຮັບເອົາເຂົາ ແລະ ພວກເຂົາກໍສະແຫວງຫາ ແລະ ສືບຄົ້ນ. ໃນທີ່ສຸດແລ້ວ ພວກເຂົາບໍ່ໄດ້ຍິນສຽງຂອງພຣະເຈົ້າໃນພຣະທຳຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮັບເອົາພຣະຜູ້ເປັນເຈົ້າ. ດັ່ງທີ່ຖືກບັນທຶກໄວ້ໃນຂໍ້ພຣະຄຳພີ, ມັນເປັນຄືກັບເມື່ອຍິງສາວຊາມາເລຍໄດ້ຍິນພຣະເຢຊູເຈົ້າເວົ້າວ່າ: “ຍ້ອນເຈົ້າມີຜົວຫ້າຄົນ; ແລະ ເຂົາຜູ້ທີ່ເຈົ້າມີໃນຕອນນີ້ກໍບໍ່ແມ່ນຜົວຂອງເຈົ້າ: ເຈົ້າຈຶ່ງເວົ້າຢ່າງແທ້ຈິງໃນສິ່ງນັ້ນ” (ໂຢຮັນ 4:18). ແລ້ວນາງກໍຮູ້ຈັກວ່າມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຮູ້ຈັກ ແລະ ເວົ້າກ່ຽວກັບສິ່ງຕ່າງໆທີ່ລີ້ລັບຢູ່ໃນຫົວໃຈຂອງນາງ. ດ້ວຍຄວາມປະຫຼາດໃຈ, ນາງຮ້ອງໃສ່ຄົນອື່ນວ່າ “ມາແມະ, ເບິ່ງຜູ້ຊາຍ ທີ່ບອກຂ້ານ້ອຍທຸກສິ່ງທີ່ຂ້ານ້ອຍເຄີຍເຮັດ: ນີ້ບໍ່ແມ່ນພຣະຄຣິດບໍ?” (ໂຢຮັນ 4:29). ນາງຮູ້ຈັກຈາກພຣະທຳຂອງພຣະອົງວ່າພຣະເຢຊູເຈົ້າເປັນພຣະເມຊີອາ ຜູ້ເຊິ່ງການມາເຖິງຂອງພຣະອົງໄດ້ຖືກທຳນາຍລ່ວງໜ້າໄວ້ແລ້ວ. ແລ້ວຫຼັງຈາກນັ້ນກໍມີເປໂຕ, ຕະຫຼອດຊ່ວງເວລາຂອງລາວກັບພຣະຜູ້ເປັນເຈົ້າ, ລາວໄດ້ເຫັນວ່າ ພຣະທຳທີ່ກ່າວອອກ ແລະ ພາລະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດນັ້ນບໍ່ແມ່ນສິ່ງທີ່ມະນຸດທຳມະດາສາມາດເວົ້າ ແລະ ເຮັດໄດ້. ຈາກພຣະທຳ ແລະ ພາລະກິດຂອງພຣະຜູ້ເປັນເຈົ້າ, ລາວຮັບຮູ້ວ່າພຣະເຢຊູເຈົ້າເປັນພຣະຄຣິດ, ພຣະບຸດຂອງພຣະເຈົ້າ. ຍັງມີນະທານນາເອັນ, ໂຢຮັນ, ອັນເດອາ ແລະ ຄົນອື່ນໆອີກທີ່ລ້ວນແລ້ວແຕ່ໄດ້ຍິນສຽງຂອງພຣະເຈົ້າໃນພຣະທຳຂອງພຣະເຢຊູເຈົ້າ. ພວກເຂົາກໍຮູ້ຈັກຢ່າງໝັ້ນໃຈວ່າພຣະເຢຊູເຈົ້າເປັນພຣະເຈົ້າເອງ ແລະ ພວກເຂົາກໍປະຖິ້ມທຸກສິ່ງເພື່ອຕິດຕາມພຣະອົງ. ມີພຽງແຕ່ຄົນເຫຼົ່ານີ້ຈຶ່ງເປັນຍິງສາວບໍລິສຸດທີ່ສະຫຼາດ.
ຂໍ້ແທ້ຈິງຂ້າງເທິງເຮັດໃຫ້ມັນຊັດເຈນວ່າ ບໍ່ແມ່ນທຸກຄົນທີ່ອ່ານຂໍ້ພຣະຄຳພີ, ເຂົ້າຮ່ວມການຊຸມນຸມ, ເຮັດພາລະກິດຂອງພຣະຜູ້ເປັນເຈົ້າຢ່າງດຸໝັ່ນ ແລະ ລໍຖ້າຢ່າງເຫຼື້ອມໃສແມ່ນຍິງສາວບໍລິສຸດທີ່ສະຫຼາດ. ນອກເໜືອສິ່ງອື່ນໃດ, ຍິງສາວບໍລິສຸດທີ່ສະຫຼາດແມ່ນຄົນທີ່ໃສ່ໃຈໃນສຽງຂອງພຣະເຈົ້າ ແລະ ເມື່ອພວກເຂົາໄດ້ຍິນຄົນອື່ນເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ, ພວກເຂົາກໍສາມາດປະວາງແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງລົງ ແລະ ສືບຄົ້ນພາລະກິດຂອງພຣະເຈົ້າດ້ວຍຫົວໃຈທີ່ຖ່ອມຕົນ ແລະ ສະແຫວງຫາ. ໃນທີ່ສຸດແລ້ວ ພວກເຂົາກໍໄດ້ຮັບແສງສະຫວ່າງຂອງພຣະເຈົ້າ, ຮັບຮູ້ສຽງຂອງພຣະເຈົ້າ ແລະ ຮັບເອົາພຣະຜູ້ເປັນເຈົ້າ. ແຕ່ສຳລັບຄົນທີ່ບໍ່ເອົາໃຈໃສ່ຟັງສຽງຂອງພຣະເຈົ້າ, ຜູ້ທີ່ບໍ່ໄດ້ສະແຫວງຫາແມ່ນແຕ່ຫຼັງຈາກທີ່ໄດ້ຍິນຄວາມຈິງດັ່ງກ່າວຖືກກ່າວອອກມາ, ຜູ້ທີ່ຂາດການຢັ່ງຮູ້, ຜູ້ທີ່ພຽງແຕ່ຍຶດຕິດກັບຄຳເວົ້າຕາມຕົວອັກສອນຈາກຂໍ້ພຣະຄຳພີຢ່າງດື້ດຶງ ແລະ ຜູ້ທີ່ເຊື່ອວ່າ ໂດຍການເຮັດວຽກໜັກ, ໂດຍການເສຍສະຫຼະຕົນເອງ ແລະ ຖວາຍເຄື່ອງບູຊາ, ພວກເຂົາຈະສາມາດທັກທາຍການປາກົດຕົວຂອງພຣະເຈົ້າ, ພວກເຂົາລ້ວນແລ້ວແຕ່ເປັນຍິງສາວບໍລິສຸດທີ່ໂງ່ຈ້າ ແລະ ໃນທີ່ສຸດແລ້ວ ພວກເຂົາກໍຈະສູນເສຍຄວາມລອດພົ້ນ ແລະ ຄວາມກະລຸນາຂອງພຣະເຈົ້າ.
ເພື່ອທີ່ຈະຫຼີກຫຼ່ຽງການກາຍມາເປັນຍິງສາວບໍລິສຸດທີ່ໂງ່ຈ້າ ແລະ ການຖືກພຣະເຈົ້າປະຖິ້ມ ແລະ ກຳຈັດໃນທ່າມກາງໄພພິບັດ, ໃນຊ່ວງເວລາທີ່ສຳຄັນນີ້ ເມື່ອການມາເຖິງຂອງພຣະຜູ້ເປັນເຈົ້າໃກ້ຈະຖືກຮັບເອົາ, ພວກເຮົາຄວນກາຍເປັນຍິງສາວບໍລິສຸດທີ່ສະຫຼາດ ແລະ ເຮັດໃຫ້ຕົນເອງຕັ້ງໃຈໃສ່ໃນການສະແຫວງຫາເພື່ອຟັງສຽງຂອງພຣະເຈົ້າ. ມັນຖືກຂຽນໄວ້ໃນໜັງສຶພຣະນິມິດວ່າ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ” (ພຣະນິມິດ 2:7). “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” (ພຣະນິມິດ 3:20). ຄຳທຳນາຍເຫຼົ່ານີ້ສະແດງວ່າ ເມື່ອພຣະຜູ້ເປັນເຈົ້າກັບຄືນມາໃນເວລາສຸດທ້າຍ, ພຣະອົງຕ້ອງກ່າວພຣະທຳ. ສະນັ້ນ ພວກເຮົາຈະສາມາດແຍກແຍະສຽງຂອງພຣະເຈົ້າໄດ້ແນວໃດ? ຕໍ່ໄປ, ໃຫ້ພວກເຮົາສົນທະນາກ່ຽວກັບສອງສາມຫຼັກການເພີ່ມເຕີ່ມ.
1) ພຣະຄຳທີ່ພຣະເຈົ້າກ່າວອອກມາມີສິດອຳນາດ ແລະ ລິດອຳນາດ ແລະ ພວກມັນເປັນການສະແດງອອກຂອງອຸປະນິໄສຂອງພຣະເຈົ້າ
ດັ່ງທີ່ພວກເຮົາທຸກຄົນໄດ້ຮູ້ແລ້ວ, ມັນຄືພຣະຄຳທີ່ພຣະເຈົ້າໃຊ້ໃນຕອນຕົ້ນເພື່ອເນລະມິດສ້າງແຜ່ນດິນໂລກ. ພຣະຄຳຂອງພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ; ທັນທີທີ່ພຣະຄຳຂອງພຣະເຈົ້າຖືກກ່າວອອກມາ, ມັນກໍຖືກບັນລຸໃນຄວາມເປັນຈິງ. ມັນເປັນຄືດັ່ງທີ່ພຣະເຈົ້າກ່າວໃນໜັງສືປະຖົມມະການວ່າ: “ຈົ່ງມີແສງສະຫວ່າງ ແລ້ວກໍມີແສງສະຫວ່າງ” (ປະຖົມມະການ 1:3). “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າໂຮມກັນໃນບ່ອນດຽວ ແລະ ໃຫ້ແຜ່ນດິນປາກົດຂຶ້ນ ແລ້ວມັນກໍເປັນດັ່ງນັ້ນ” (ປະຖົມມະການ 1:9). ພຣະເຢໂຮວາກ່າວຕໍ່ໂມເຊ “ກ່າວຕໍ່ລູກຫຼານທຸກຄົນແຫ່ງອິດສະຣາເອັນທີ່ເຕົ້າໂຮມກັນ ແລະ ເວົ້າຕໍ່ພວກເຂົາວ່າ ພວກເຈົ້າຄວນສັກສິດ: ຍ້ອນເຮົາ ພຣະເຢໂຮວາ ຜູ້ທີ່ເປັນພຣະເຈົ້າຂອງພວກເຈົ້າກໍສັກສິດ” (ລະ-ບຽບພວກເລວີ 19:2). ຍັງມີພຣະທຳຂອງພຣະເຢຊູເຈົ້າທີ່ເປີດໂປງພວກຟາຣີຊາຍ: “ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ” (ມັດທາຍ 23:13).
ຫຼັງຈາກທີ່ພວກເຮົາໄດ້ຍິນພຣະທຳຂອງພຣະເຈົ້າ, ພວກເຮົາກໍຮູ້ວ່າບໍ່ມີມະນຸດທຳມະດາຄົນໃດສາມາດເວົ້າພວກມັນໄດ້. ພຣະທຳຂອງພຣະເຈົ້າສາມາດບັນຊາສິ່ງທັງປວງ; ພວກມັນຖືກກໍ່ຂຶ້ນ ແລະ ຖືກເຮັດໃຫ້ຄົບຖ້ວນໂດຍພຣະທຳຂອງພຣະອົງ. ທຸກຄົນທີ່ຕໍ່ຕ້ານ ແລະ ບໍ່ເຊື່ອຟັງພຣະເຈົ້າສາມາດຖືກສາບແຊ່ງໂດຍພຣະທຳຂອງພຣະອົງ. ການໄດ້ຍິນພຣະທຳເຫຼົ່ານັ້ນເປັນສິ່ງທີ່ເປັນຕາອັດສະຈັນສຳລັບພວກເຮົາ ແລະ ພວກເຮົາສາມາດຮູ້ສຶກໄດ້ວ່າອຸປະນິໄສຂອງພຣະເຈົ້າບໍ່ຍອມທົນຕໍ່ການທ້າທາຍຈາກມະນຸດຄົນໃດ, ພຣະທຳຂອງພຣະເຈົ້າເປັນຕົວແທນໃຫ້ກັບສະຖານະ ແລະ ສິດອຳນາດຂອງພຣະອົງຢ່າງສົມບູນ ແລະ ໃນຍຸກສຸດທ້າຍ ພວກເຮົາຕ້ອງຮູ້ຈັກວ່າສິ່ງທີ່ພວກເຮົາໄດ້ຍິນແມ່ນສຽງຂອງພຣະຜູ້ເປັນເຈົ້າທີ່ໄດ້ກັບຄືນມາ ຫຼື ບໍ່. ນີ້ແມ່ນວິທີທີ່ພວກເຮົາຈະສາມາດຮັບເອົາການຢັ່ງຮູ້.
2) ພຣະທຳຂອງພຣະເຈົ້າເປີດເຜີຍຄວາມລຶກລັບ ແລະ ເປີດໂປງຄວາມເສື່ອມຊາມ ແລະ ຄວາມລັບຂອງມະນຸດຊາດ
ດັ່ງທີ່ພວກເຮົາທຸກຄົນໄດ້ຮູ້ແລ້ວ, ພຣະເຢຊູເຈົ້າທີ່ບັງເກີດເປັນມະນຸດໄດ້ເປີດເຜີຍຄວາມລຶກລັບຫຼາຍຢ່າງໃນລະຫວ່າງເວລາທີ່ພຣະອົງມາປະຕິບັດພາລະກິດ. ມີ “ພວກເຈົ້າຈົ່ງສຳນຶກຜິດ ຍ້ອນອານາຈັກແຫ່ງສະຫວັນໃກ້ມາເຖິງແລ້ວ” (ມັດທາຍ 4:17). ເຊັ່ນດຽວກັນກັບ “ບໍ່ແມ່ນໝົດທຸກຄົນທີ່ໄດ້ເວົ້າກັບເຮົາວ່າ ‘ພຣະຜູ້ເປັນເຈົ້າ ພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າສູ່ອານາຈັກແຫ່ງສະຫວັນ, ມີພຽງແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາຂອງເຮົາຜູ້ເຊິ່ງຢູ່ໃນສະຫວັນເທົ່ານັ້ນ” (ມັດທາຍ 7:21). ມັນພຽງແຕ່ຍ້ອນພຣະຜູ້ເປັນເຈົ້າໄດ້ເປີດເຜີຍຄວາມລຶກລັບທີ່ຢູ່ອ້ອມຮ້ອມທາງເຂົ້າສູ່ອານາຈັກສະຫວັນ, ພວກເຮົາຈຶ່ງຮູ້ວ່າມີພຽງແຕ່ຄົນທີ່ກັບໃຈຢ່າງແທ້ຈິງ ແລະ ກາຍມາເປັນຄົນທີ່ເຮັດຄວາມປະສົງຂອງພຣະບິດາໃນສະຫວັນຈຶ່ງສາມາດເຂົ້າສູ່ອານາຈັກສະຫວັນໄດ້. ນີ້ແມ່ນສິ່ງທີ່ພວກເຮົາບໍ່ຮູ້ຈັກເທື່ອ ຖ້າພຣະເຢຊູເຈົ້າບໍ່ໄດ້ເປີດເຜີຍຄວາມລຶກລັບນີ້ຕໍ່ພວກເຮົາ.
ຍິ່ງໄປກວ່ານັ້ນ ພຣະເຈົ້າເປັນພຣະເຈົ້າທີ່ວິເຄາະຄວາມເລິກໃນຫົວໃຈຂອງຜູ້ຄົນຢ່າງຖີ່ຖ້ວນ. ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພວກເຮົາຢ່າງທົ່ວເຖິງ; ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເປີດເຜີຍຄວາມເສື່ອມຊາມຂອງພວກເຮົາ ແລະ ສິ່ງທີ່ອາໄສຢູ່ໃນຫົວໃຈຂອງພວກເຮົາ. ຕົວຢ່າງເຊັ່ນ ພຣະເຢຊູເຈົ້າໄດ້ກ່າວເຖິງເລື່ອງຂອງນະທານນາເອັນກ້ອງຕົ້ນເດື່ອ, ເຮັດໃຫ້ນະທານນາເອັນໄດ້ຮູ້ວ່າພຣະເຢຊູເຈົ້າແມ່ນພຣະເມຊີອາ ຜູ້ເຊິ່ງການມາເຖິງຂອງພຣະອົງໄດ້ຖືກທຳນາຍໄວ້ລ່ວງໜ້າແລ້ວ. ຍັງມີມັດທາຍຄົນເກັບພາສີ ຜູ້ທີ່ຮູ້ວ່າພຣະເຢຊູເຈົ້າເປັນພຣະເຈົ້າ ຍ້ອນພຣະເຢຊູກ່າວເຖິງເນື້ອຫາຂອງຄຳອະທິຖານຂອງເພິ່ນ. ໃນທີ່ນີ້ ພວກເຮົາສາມາດເຫັນໄດ້ວ່າ ພຣະທຳຂອງພຣະເຈົ້າບໍ່ພຽງແຕ່ເປີດເຜີຍເຖິງຄວາມລຶກລັບ, ແຕ່ຍັງເປີດໂປງຄວາມເສື່ອມຊາມ ແລະ ຄວາມລັບຂອງມະນຸດຊາດ; ສິ່ງນີ້ກໍຍັງເປັນວິທີທີ່ໜຶ່ງທີ່ພວກເຮົາສາມາດແຍກແຍະໄດ້ວ່າ ສິ່ງໃດສິ່ງໜຶ່ງແມ່ນສຽງຂອງພຣະເຈົ້າ ຫຼື ບໍ່.
3) ພຣະຄຳຂອງພຣະເຈົ້າສາມາດໃຫ້ການບໍາລຸງລ້ຽງແກ່ຊີວິດ ແລະ ໃຫ້ເສັ້ນທາງແກ່ຜູ້ຄົນ
ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ພຣະເຢຊູໄດ້ກ່າວກັບເຂົາວ່າ ເຮົາເປັນຫົນທາງ, ຄວາມຈິງ ແລະ ຊີວິດ ບໍ່ມີມະນຸດຄົນໃດສາມາດມາເຖິງພຣະບິດາໄດ້ ນອກຈາກຜ່ານທາງເຮົາ” (ໂຢຮັນ 14:6). ພຣະເຈົ້າເອງເປັນຄວາມຈິງ; ພຣະເຈົ້າສາມາດສະແດງຄວາມຈິງສຳລັບການບໍາລຸງລ້ຽງຂອງມະນຸດຊາດຕາມຄວາມຕ້ອງການຂອງພວກເຂົາ ໃນທຸກເວລາ ແລະ ທຸກສະຖານທີ່. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ມະນຸດຊາດບໍ່ໄດ້ຮູ້ຈັກວິທີດຳລົງຊີວິດ ຫຼື ວິທີນະມັດສະການພຣະເຈົ້າ, ສະນັ້ນ ພຣະເຈົ້າຈະຈຶ່ງປະກາດກົດໝາຍຜ່ານທາງໂມເຊໃຫ້ນໍາພາຜູ້ຄົນໃນຊີວິດຂອງພວກເຂົາ. ດັ່ງທີ່ມັນຖືກກ່າວໄວ້ໃນພຣະບັນຍັດສິບປະການ: “ເຮົາເປັນພຣະເຢໂຮວາ ພຣະເຈົ້າຂອງພວກເຈົ້າ ເຊິ່ງນໍາພວກເຈົ້າອອກຈາກດິນແດນອີຢິບ, ຈາກເຮືອນແຫ່ງການເປັນທາດ. ເຈົ້າບໍ່ຄວນມີພຣະເຈົ້າອື່ນໃດຕໍ່ໜ້າເຮົາ” (ພຣະບັນຍັດສອງ 5:6–7). “ເຈົ້າບໍ່ຄວນຂ້າ. ເຈົ້າບໍ່ຄວນຫຼິ້ນຊູ້... ເຈົ້າບໍ່ຄວນເປັນພະຍານປອມຕໍ່ເພື່ອນບ້ານຂອງພວກເຈົ້າ. ເຈົ້າບໍ່ຄວນປາຖະໜາເອົາເມຍຂອງເພື່ອນບ້ານຂອງເຈົ້າ...” (ພຣະບັນຍັດສອງ 5:17–21). ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຈົ້າ, ແລ້ວຜູ້ຄົນໃນເວລານັ້ນກໍຮູ້ວ່າພວກເຂົາຄວນດຳລົງຊີວິດແນວໃດ ແລະ ພວກເຂົາຄວນນະມັດສະການພຣະເຈົ້າແນວໃດ. ແລ້ວເມື່ອພຣະເຢຊູເຈົ້າມາເພື່ອປະຕິບັດພາລະກິດ ແລະ ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ, ພຣະອົງກໍເລີ່ມສັ່ງສອນຜູ້ຄົນວ່າພວກເຂົາຕ້ອງສາລະພາບຄວາມຜິດບາບຂອງພວກເຂົາ ແລະ ກັບໃຈ, ພວກເຂົາຕ້ອງອົດກັ້ນ ແລະ ອົດທົນ, ພວກເຂົາຕ້ອງຮັກຄົນອື່ນຄືກັບຕົນເອງ, ພວກເຂົາຕ້ອງເປັນເກືອ ແລະ ແສງສະຫວ່າຂອງໂລກ ແລະ ອື່ນໆອີກ. ເຊັ່ນດຽວກັນເມື່ອເປໂຕຖາມຄຳຖາມນີ້ກັບພຣະເຢຊູເຈົ້າ “ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ?” (ມັດທາຍ 18:21). ພຣະເຢຊູບອກເປໂຕໂດຍກົງວ່າ “ເຮົາບໍ່ໄດ້ເວົ້າກັບເຈົ້າວ່າ ຈົນຮອດເຈັດຄັ້ງ, ແຕ່ຈົນຮອດເຈັດສິບຄູນເຈັດຄັ້ງ” (ມັດທາຍ 18:22). ຫຼັງຈາກທີ່ໄດ້ຍິນພຣະທຳເຫຼົ່ານີ້ຈາກພຣະຜູ້ເປັນເຈົ້າ, ເປໂຕກໍເຂົ້າໃຈວ່າ ການໃຫ້ອະໄພແມ່ນສິ່ງທີ່ພວກເຮົາຄວນປະຕິບັດຕາມ; ນີ້ບໍ່ມີເງື່ອນໄຂ ຫຼື ບໍ່ຈຳກັດກັບຈຳນວນໃດໜຶ່ງເທົ່ານັ້ນ. ແລ້ວເປໂຕກໍມີເສັ້ນທາງແຫ່ງການປະຕິບັດ.
ສະນັ້ນ ບັດນີ້ ຖ້າຜູ້ໃດຜູ້ໜຶ່ງມອບຂ່າວດີວ່າພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ ແລະ ເປັນພະຍານໃຫ້ແກ່ພວກເຮົາວ່າ ພຣະວິນຍານບໍລິສຸດກຳລັງກ່າວຕໍ່ຄຣິສຕະຈັກ, ພວກເຮົາກໍສາມາດຟັງ ແລະ ປະເມີນວ່າວິທີນີ້ສາມາດໃຫ້ການບໍາລຸງລ້ຽງແກ່ພວກເຮົາສຳລັບຄວາມຕ້ອງການໃນປັດຈຸບັນຂອງພວກເຮົາໄດ້ ຫຼື ບໍ່. ບັດນີ້ ພວກເຮົາທຸກຄົນກຳລັງດຳລົງຊີວິດຢູ່ໃນສະພາວະທີ່ເຮັດບາບ ແລະ ຫຼັງຈາກນັ້ນກໍສາລະພາບພວກມັ, ເຊິ່ງເປັນສິ່ງທີ່ພວກເຮົາບໍ່ສາມາດເຮັດໃຫ້ຕົນເອງຫຼຸດພົ້ນໄດ້. ຖ້າຄຳເວົ້າທີ່ພວກເຂົາແບ່ງປັນສາມາດຊີ້ເຖິງເສັ້ນທາງເພື່ອປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກຄວາມຜິດບາບ ແລະ ຮັບເອົາຄວາມບໍລິສຸດ, ນີ້ກໍໝາຍຄວາມວ່າ ພຣະເຢຊູເຈົ້າໄດ້ກັບຄືນມາ. ພວກເຮົາສາມາດແຍກແຍະສຽງຂອງພຣະເຈົ້າອີງຕາມຫຼັກການດຽວນີ້.
ການສົນທະນານີ້ໄດ້ໃຫ້ເສັ້ນທາງແກ່ເຈົ້າເພື່ອກາຍມາເປັນຍິງສາວບໍລິສຸດທີ່ສະຫຼາດ ແລະ ຮັບເອົາພຣະຜູ້ເປັນເຈົ້າບໍ? ເຮົາຫວັງວ່າເຈົ້າຈະແບ່ງປັນສິ່ງນີ້ກັບຄົນອື່ນ ຖ້າມັນເປັນປະໂຫຍດສຳລັບເຈົ້າ. ຄວາມປາຖະໜາຂອງເຮົາກໍຄືພວກເຮົາທຸກຄົນຈະໄດ້ກາຍມາເປັນຍິງສາວບໍລິສຸດທີ່ສະຫຼາດ, ຖອກເທຫົວໃຈຂອງພວກເຮົາໃນການສະແຫວງຫາ ແລະ ຟັງສຽງຂອງພຣະຜູ້ເປັນເຈົ້າຢ່າງຈົດຈໍ່. ຂໍໃຫ້ພວກເຮົາທັກທາຍການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ເຂົ້າຮ່ວມງານລ້ຽງສະຫຼອງກັບພຣະອົງໃນອີກບໍ່ດົນ!
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?