4. ສິດຍາພິບານຂອງສາສະໜາ ແລະ ພວກເຖົ້າແກ່ແມ່ນຖືກວາງໂດຍພຣະເຈົ້າແທ້ໆ ຫຼື ບໍ່ ແລະ ສິດຍາພິບານ ແລະ ພວກເຖົ້າແກ່ກຳລັງເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າ ຫຼື ບໍ່

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ພວກຂ້ານ້ອຍຄວນເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດ” (ກິດຈະການ 5:29).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ?

(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຄວາມສຳຄັນຫຼັກໃນການປະຕິບັດຕາມພຣະເຈົ້າກໍຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ການບັນລຸເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າພົວພັນ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ປະຕິບັດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດຮັກສາສິ່ງເຫຼົ່ານັ້ນໄວ້ໄດ້ ແລ້ວພວກມັນກໍຈະເປັນອຸປະສັກທີ່ໃຫຍ່ຫຼວງໃນການເຂົ້າຫາຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາກໍປະຕິບັດຕາມບາດກ້າວຂອງພຣະເຈົ້າເຊັ່ນດຽວກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພຣະອົງຈົນຮອດປັດຈຸບັນ; ນີ້ຄືການໄດ້ຮັບພອນຂອງປະຊາຊົນແຫ່ງຍຸກສຸດທ້າຍ. ຄົນທີ່ສາມາດປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າ ທີ່ພວກເຂົາຍອມປະຕິບັດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປທາງໃດກໍຕາມ ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແມ່ນບໍ່ໄດ້ເຂົ້າສູ່ພາລະກິດຂອງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍຕາມ ຫຼື ພວກເຂົາທົນທຸກທໍລະມານຫຼາຍພຽງໃດ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍຕາມ ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສແຫ່ງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ຂ້າງນອກຂອງກະແສແຫ່ງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ບໍ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍບໍ່ສາມາດເຮັດສິ່ງໃດໆທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ອີງຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະອົງໄດ້. ພຣະເຈົ້າຕ້ອງການ ການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດປະຕິບັດຕາມບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍມີຊີວິດຢູ່ທ່າມກາງແນວຄວາມຄິດຕ່າງໆນາໆ. ການຮັບໃຊ້ຂອງຄົນດັ່ງກ່າວແມ່ນຂັດຂວາງ ແລະ ລົບກວນ ແລະ ເປັນການຮັບໃຊ້ທີ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວພຣະເຈົ້າໄດ້ ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຮະເຈົ້າໄດ້. “ການປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ຄວາມສາມາດປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າໃນປັດຈຸບັນ, ມີຄວາມສາມາດໃນການເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ໃຫ້ສອດຄ່ອງກັບຖ້ອຍຄຳໃໝ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຖືວ່າຄົນນັ້ນໄດ້ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການເຫັນພຣະເຈົ້າ, ແຕ່ສາມາດຮູ້ຈັກຈິດໃຈຂອງພຣະເຈົ້າໂດຍຜ່ານພາລະກິດລ້າສຸດຂອງພຣະອົງໄດ້ເຊັ່ນກັນ ແລະ ສາມາດຮູ້ຈັກແນວຄວາມຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ທາດແທ້ຂອງມະນຸດຈາກພາລະກິດລ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບການປ່ຽນແປງອຸປະນິໄສເທື່ອລະໜ້ອຍໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນເຊື່ອຟັງພຣະເຈົ້າ ແລະ ບູຊາພຣະອົງ. ເຈົ້າບໍ່ຄວນສັນລະເສີນ ຫຼື ນັບຖືບຸກຄົນໃດໜຶ່ງ. ເຈົ້າບໍ່ຄວນມອບຕໍາແໜ່ງທີໜຶ່ງໃຫ້ພຣະເຈົ້າ, ຕໍາແໜ່ງທີສອງໃຫ້ຄົນທີ່ເຈົ້ານັບຖື ແລະ ຕໍາແໜ່ງທີສາມໃຫ້ແກ່ຕົວເຈົ້າເອງ. ບໍ່ມີຜູ້ໃດຄູ່ຄວນທີ່ຈະມີຕໍາແໜ່ງຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ຄວນພິຈາລະນາຄົນອື່ນ ໂດຍສະເພາະຄົນທີ່ເຈົ້າເຄົາລົບ ເພື່ອໃຫ້ມີຄວາມເທົ່າທຽມກັບພຣະເຈົ້າ ຫຼື ສະເໝີພາບກັບພຣະອົງ. ພຣະເຈົ້າແມ່ນຈະບໍ່ຍອມຮັບກັບສິ່ງດັ່ງກ່າວນີ້.

(ຄັດຈາກບົດ “ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະລະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຫຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຊາຍທີ່ຈ່ອຍບາງຄົນນີ້ຈະສາມາດເອົາຊະນະຄົນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິະເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ ແລະ ໃຫ້ຊີວິດ.

ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ເຈົ້າພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ເຈົ້າບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມືທີ່ມີອິດທິພົນຂອງພວກເຂົາ. ຢູ່ໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.

ໃນກໍລະນີໃດກໍຕາມ, ເຮົາຂໍບອກວ່າທຸກຄົນທີ່ບໍ່ຊື່ນຊົມຄວາມຈິງແມ່ນຜູ້ທີ່ບໍ່ເຊື່ອ ແລະ ເປັນຜູ້ທໍລະຍົດຕໍ່ຄວາມຈິງ. ຄົນເຊັ່ນນັ້ນຈະບໍ່ມີວັນໄດ້ຮັບການຍອມຮັບຈາກພຣະຄຣິດ. ຕອນນີ້ເຈົ້າໄດ້ຮູ້ແລ້ວບໍວ່າຄວາມບໍ່ເຊື່ອຢູ່ພາຍໃນຕົວເຈົ້ານັ້ນມີຫຼາຍສໍ່າໃດ ແລະ ມີເຈົ້າມີຄວາມທໍລະຍົດຕໍ່ພຣະຄຣິດຫຼາຍສໍ່າໃດ? ເຮົາຂໍເຕືອນເຈົ້າດັ່ງນີ້: ຍ້ອນເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມຈິງແລ້ວ, ເຈົ້າກໍ່ຄວນອຸທິດຕົນເອງ ຢ່າງສຸດໃຈ; ຢ່າສອງຈິດສອງໃຈ ແລະ ລັງເລໃຈ. ເຈົ້າຄວນເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເປັນຂອງໂລກ ຫຼື ຂອງບຸກຄົນໃດໜຶ່ງ, ແຕ່ເປັນຂອງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ, ເປັນຂອງທຸກຄົນທີ່ນະມັດສະການພຣະອົງ ແລະ ທຸກຄົນທີ່ໄດ້ອຸທິດຕົນ ແລະ ຊື່ສັດຕໍ່ພຣະອົງ.

(ຄັດຈາກບົດ “ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມັນຈະດີທີ່ສຸດສໍາລັບຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ ຕົນໄດ້ຕິດຕາມພຣະເຈົ້າ ໃຫ້ເປີດຕາຂອງພວກເຂົາ ແລະ ແຍງເບິ່ງດີໆວ່າ ພວກເຂົາເຊື່ອໃຜກັນແທ້: ເຈົ້າເຊື່ອໃນພຣະເຈົ້າ ຫຼື ຊາຕານກັນແທ້? ຖ້າເຈົ້າຮູ້ວ່າ ສິ່ງທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າ ແຕ່ເປັນເທວະຮູບຂອງເຈົ້າເອງ, ມັນກໍຈະດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ໂຕເອງເປັນຜູ້ທີ່ມີຄວາມເຊື່ອ. ຖ້າເຈົ້າບໍ່ຮູ້ແທ້ໆວ່າ ຈະເຊື່ອໃນຕົວໃຜມັນຈະເປັນການດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ຕົນເອງເປັນຜູ້ທີ່ມີຄວາມເຊື່ອ. ການເວົ້າຢ່າງນັ້ນຈະເປັນການໝິ່ນປະໝາດພຣະເຈົ້າ! ບໍ່ມີໃຜບັງຄັບໃຫ້ເຈົ້າເຊື່ອໃນພຣະເຈົ້າ. ຢ່າເວົ້າວ່າ ພວກເຈົ້າເຊື່ອໃນຕົວເຮົາ; ເຮົາພຽງພໍແລ້ວກັບຄໍາເວົ້າດັ່ງກ່າວ ແລະ ບໍ່ປາຖະໜາຢາກຟັງມັນອີກ ຍ້ອນວ່າ ສິ່ງທີ່ພວກເຈົ້າເຊື່ອແມ່ນເທວະຮູບທີ່ຢູ່ໃນໃຈຂອງພວກເຈົ້າ ແລະ ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນທີ່ຢູ່ທ່າມກາງພວກເຈົ້າ. ຜູ້ທີ່ແກວ່ງຫົວຂອງພວກເຂົາເວລາໄດ້ຍິນຄວາມຈິງ ແລະ ຜູ້ທີ່ຍິ້ມກວ້າງໆເວລາທີ່ໄດ້ຍິນເລື່ອງຄວາມຕາຍ ແມ່ນເປັນລູກຫຼານຂອງຊາຕານ ແລະ ພວກເຂົາຄືຄົນທີ່ຈະຖືກກໍາຈັດ. ຢູ່ໃນຄຣິສຕະຈັກແມ່ນມີຄົນຈໍານວນຫຼາຍທີ່ບໍ່ມີຄວາມສາມາດໃນການຕັດສິນທີ່ດີ. ເມື່ອເກີດມີສິ່ງທີ່ຫຼອກລວງ, ພວກເຂົາແມ່ນຢືນຢູ່ຂ້າງຊາຕານ; ພວກເຂົາເຖິງກັບຮູ້ສຶກຜິດ ເມື່ອຖືກເອີ້ນວ່າ ເປັນຜູ້ຮັບໃຊ້ຂອງຊາຕານ. ບາງຄົນອາດຈະເວົ້າວ່າ ພວກເຂົາບໍ່ມີຄວາມສາມາດໃນການຕັດສິນທີ່ດີ ແຕ່ພວກເຂົາແມ່ນຢືນຢູ່ທາງຂ້າງສະເໝີໂດຍປາສະຈາກຄວາມຈິງ, ພວກເຂົາບໍ່ເຄີຍຢືນຢູ່ຝ່າຍຄວາມຈິງໃນເວລາສໍາຄັນ, ພວກເຂົາບໍ່ເຄີຍຢືນຂຶ້ນ ແລະ ໂຕ້ຖຽງເພື່ອຄວາມຈິງ. ພວກເຂົາຂາດຄວາມສາມາດໃນການຕັດສິນທີ່ດີບໍ? ເປັນຫຍັງພວກເຂົາຄືຢືນຢູ່ຂ້າງຊາຕານຕະຫຼອດມາ? ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍເວົ້າຄໍາໜຶ່ງທີ່ເປັນທໍາ ຫຼື ສົມເຫດສົມຜົນໃນການສະໜັບສະໜູນຄວາມຈິງ? ສາຖານະການແບບນີ້ໄດ້ເກີດຂຶ້ນຍ້ອນຄວາມສັບສົນຊົ່ວໄລຍະໜຶ່ງຂອງພວກເຂົາແທ້ບໍ? ຍິ່ງຜູ້ຄົນມີຄວາມສາມາດໜ້ອຍໃນການຕັດສິນໃຈທີ່ດີ ພວກເຂົາກໍຍິ່ງສາມາດຢືນຢູ່ຂ້າງຂອງຄວາມຈິງໜ້ອຍສໍ່ານັ້ນ. ສິ່ງນີ້ສະແດງເຖິງຫຍັງ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນທີ່ບໍ່ມີຄວາມສາມາດໃນການຕັດສິນໃຈທີ່ດີແມ່ນຮັກໃນສິ່ງທີ່ຊົ່ວຮ້າຍບໍ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ພວກເຂົາແມ່ນລູກຫຼານທີ່ຈົງຮັກພັກດີຂອງຊາຕານບໍ? ເປັນຫຍັງພວກເຂົາຈຶ່ງສາມາດຢືນຢູ່ຂ້າງຊາຕານສະເໝີ ແລະ ເວົ້າພາສາຂອງມັນ? ທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ການສະແດງອອກທາງສີໜ້າຂອງພວກເຂົາ ແມ່ນພຽງພໍທີ່ຈະພິສູດວ່າ ພວກເຂົາບໍ່ແມ່ນຄົນທີ່ມີຄວາມຮັກຕໍ່ຄວາມຈິງ; ໃນທາງກົງກັນຂ້າມ ພວກເຂົາແມ່ນຜູ້ຄົນທີ່ກຽດຊັງຄວາມຈິງ. ການທີ່ພວກເຂົາສາມາດຢືນຢູ່ຂ້າງຊາຕານແມ່ນພຽງພໍທີ່ຈະພິສູດວ່າ ຊາຕານຮັກຜີສາດນ້ອຍເຫຼົ່ານີ້ແທ້ໆ ຜູ້ທີ່ໃຊ້ຊີວິດຂອງພວກເຂົາຕໍ່ສູ້ເພື່ອປະໂຫຍດຂອງຊາຕານ. ຂໍ້ແທ້ຈິງທັງໝົດເຫຼົ່ານີ້ບໍ່ຊັດເຈນອີກບໍ? ຖ້າເຈົ້າແມ່ນຄົນທີ່ຮັກຄວາມຈິງຢ່າງແທ້ຈິງ ແລ້ວເປັນຫຍັງເຈົ້າຄືບໍ່ນັບຖືຜູ້ທີ່ປະຕິບັດຄວາມຈິງ ແລະ ເປັນຫຍັງເຈົ້າຈຶ່ງຕິດຕາມຄົນທີ່ບໍ່ປະຕິບັດຄວາມຈິງ ໃນເວລາທີ່ສີໜ້າຂອງພວກເຂົາປ່ຽນໄປ? ນີ້ແມ່ນບັນຫາປະເພດໃດ? ເຮົາບໍ່ສົນວ່າ ເຈົ້າຈະມີຄວາມສາມາດໃນການຕັດສິນທີ່ດີ ຫຼື ບໍ່. ເຮົາບໍ່ສົນວ່າ ເຈົ້າໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງຫຼາຍຊໍ່າໃດ. ເຮົາບໍ່ສົນວ່າ ກອງກໍາລັງຂອງເຈົ້າຈະຍິ່ງໃຫຍ່ຊໍ່າໃດ ແລະ ເຮົາບໍ່ສົນວ່າ ເຈົ້າຄືຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ ຫຼື ຫົວໜ້າທີມທີ່ຖືທຸງ. ຖ້າກອງກໍາລັງຂອງເຈົ້າຍິ່ງໃຫຍ່, ນັ້ນກໍຍ້ອນຄວາມຊ່ວຍເຫຼືອຈາກກໍາລັງຂອງຊາຕານເທົ່ານັ້ນ. ຖ້າກຽດຂອງເຈົ້າສູງ, ນັ້ນກໍຍ້ອນວ່າ ຫຼາຍຄົນທີ່ຢູ່ອ້ອມຂ້າງເຈົ້າບໍ່ໄດ້ປະຕິບັດຄວາມຈິງ. ຖ້າເຈົ້າບໍ່ໄດ້ຖືກຂັບໄລ່ອອກ, ນັ້ນກໍຍ້ອນວ່າ ຕອນນີ້ບໍ່ແມ່ນເວລາຂອງການເຮັດພາລະກິດການຂັບໄລ່ເທື່ອ; ໃນທາງກົງກັນຂ້າມ ມັນແມ່ນເວລາແຫ່ງພາລະກິດຂອງການກໍາຈັດ. ບໍ່ມີຄວາມຮີບດ່ວນທີ່ຈະຂັບໄລ່ເຈົ້າຕອນນີ້. ເຮົາພຽງແຕ່ລໍຖ້າໃຫ້ມື້ນັ້ນມາເຖິງ ມື້ທີ່ເຮົາຈະລົງໂທດເຈົ້າຫຼັງຈາກທີ່ເຈົ້າຖືກກໍາຈັດ. ຜູ້ໃດທີ່ບໍ່ປະຕິບັດຄວາມຈິງຈະຖືກກໍາຈັດ!

(ຄັດຈາກບົດ “ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ເປັນຫຍັງແຕ່ລະຂັ້ນຕອນໃໝ່ໆໃນພາລະກິດຂອງພຣະເຈົ້າຈຶ່ງພົບກັບການທ້າທາຍທີ່ໂຫດຮ້າຍ ແລະ ການປະນາມຈາກໂລກແຫ່ງສາສະໜາ ແລະ ຕົ້ນຕໍຂອງສິ່ງນີ້ແມ່ນຫຍັງ

ຕໍ່ໄປ: 5. ຜົນຕາມມາຂອງການທີ່ີຄົນໆໜຶ່ງຍອມຕົກຢູ່ພາຍໃຕ້ການຫຼອກລວງ ແລະ ການຄວບຄຸມຂອງພວກຟາຣີຊາຍ ແລະ ຜູ້ຕໍ່ຕ້ານພຣະຄຣິດໃນໂລກແຫ່ງສາສະໜາ ແລະ ພວກເຂົາຈະສາມາດຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ຫຼື ບໍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້