3. ເປັນຫຍັງແຕ່ລະຂັ້ນຕອນໃໝ່ໆໃນພາລະກິດຂອງພຣະເຈົ້າຈຶ່ງພົບກັບການທ້າທາຍທີ່ໂຫດຮ້າຍ ແລະ ການປະນາມຈາກໂລກແຫ່ງສາສະໜາ ແລະ ຕົ້ນຕໍຂອງສິ່ງນີ້ແມ່ນຫຍັງ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ເປັນຫຍັງເຮົາຈຶ່ງກ່າວວ່າ ຜູ້ທີ່ຢູ່ໃນໂລກແຫ່ງສາສະໜາບໍ່ໄດ້ເຊື່ອຖືໃນພຣະເຈົ້າ ແລະ ເປັນຄົນຊົ່ວ ທີ່ເປັນຄົນປະເພດດຽວກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຄົນຊົ່ວ, ນັ້ນກໍຍ້ອນວ່າ ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ເຫັນໄດ້ເຖິງປັນຍາຂອງພຣະອົງ. ບໍ່ວ່າຈະເວລາໃດກໍຕາມ ພຣະເຈົ້າຈະບໍ່ເປີດເຜີຍພາລະກິດຂອງພຣະອົງຕໍ່ພວກເຂົາ; ພວກເຂົາເປັນຄົນຕາບອດ ເຊິ່ງເປັນຜູ້ທີ່ບໍ່ເຫັນການກະທຳຂອງພຣະເຈົ້າ. ພວກເຂົາເປັນຜູ້ທີ່ພຣະເຈົ້າປະຖີ້ມ ແລະ ບໍ່ໄດ້ຮັບການເອົາໃຈໃສ່ ແລະ ການປົກປ້ອງຈາກພຣະເຈົ້າເລີຍແມ່ນແຕ່ໜ້ອຍ ເຊິ່ງຍິ່ງໜ້ອຍກວ່າພາລະກິດຂອງພຣະວິນຍານບໍລິສຸດດ້ວຍຊ້ຳ. ຜູ້ທີ່ບໍ່ມີພາລະກິດຂອງພຣະເຈົ້າ ລ້ວນແມ່ນຄົນຊົ່ວ ແລະ ຢືນເປັນປໍລະປັກກັບພຣະເຈົ້າ. ຜູ້ທີ່ເຮົາບອກວ່າ ເປັນປໍລະປັກກັບພຣະເຈົ້າ ລ້ວນແຕ່ແມ່ນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ, ຜູ້ທີ່ຍອມຮັບພຣະເຈົ້າດ້ວຍຄຳເວົ້າທີ່ຫວ່າງເປົ່າ ແຕ່ບໍ່ຮູ້ຈັກພຣະອົງ, ຜູ້ທີ່ຕິດຕາມຕາມພຣະເຈົ້າ ແຕ່ບໍ່ເຊື່ອຟັງພຣະອົງ ແລະ ຜູ້ທີ່ຍົກຍ້ອງໃນພຣະຄຸນຂອງພຣະເຈົ້າ ແຕ່ບໍ່ສາມາດເປັນພະຍານໃຫ້ພຣະອົງໄດ້. ຫາກປາດສະຈາກຄວາມເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ, ມະນຸດກໍບໍ່ສາມາດທີ່ຈະປະຕິບັດຕາມຫົວໃຈຂອງພຣະເຈົ້າໄດ້ ແລະ ບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ເຫດຜົນທີ່ມະນຸດຕໍ່ຕ້ານພຣະເຈົ້ານັ້ນ ດ້ານໜຶ່ງແມ່ນເກີດຈາກນິໃສທີ່ເສື່ອມຊາມຂອງມະນຸດ ແລະ ອີກດ້ານໜຶ່ງແມ່ນເກີດຈາກຄວາມບໍ່ຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈຕໍ່ບັນດາຫຼັກການຂອງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດ. ທັງສອງດ້ານນີ້ປະສານກັນເຂົ້າໃນປະຫວັດສາດຂອງການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ບັນດາຜູ້ທີ່ຫາກໍມີຄວາມສັດທາແມ່ນຕໍ່ຕ້ານພຣະເຈົ້າ ກໍຍ້ອນວ່າ ການຕໍ່ຕ້ານນັ້ນ ນອນຢູ່ໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າ ຂອງຜູ້ຄົນທີ່ມີຄວາມສັດທາເປັນເວລາຫຼາຍປີ ກໍເປັນຜົນມາຈາກຄວາມບໍ່ຮູ້ກ່ຽວກັບພຣະເຈົ້າ ນອກເໜືອຈາກນິໃສທີ່ເສື່ອມຊາມຂອງພວກເຂົາ.

(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຢູ່ໃນໄລຍະເວລາທີ່ພຣະເຈົ້າຍັງບໍ່ທັນກາຍມາເປັນເນື້ອໜັງ, ການປະເມີນວ່າ ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ນັ້ນ ແມ່ນ ອີງໃສ່ວ່າ ມະນຸດຄົນນັ້ນໄດ້ບູຊາ ແລະ ແຫງນໜ້າຂຶ້ນເບິ່ງພຣະເຈົ້າທີ່ລ້ອງຫົນຢູ່ໃນສະຫວັນ ຫຼື ບໍ່. ຄຳນິຍາມຂອງການຕໍ່ຕ້ານພຣະເຈົ້າ ໃນເວລານັ້ນ ແມ່ນຍັງບໍ່ເປັນຄວາມຈິງ ເນື່ອງຈາກວ່າ ມະນຸດບໍ່ສາມາດແນມເຫັນ ຫຼື ຮູ້ຈັກຮູບໂສມຂອງພຣະເຈົ້າ ຫຼື ວິທີທີ່ພຣະອົງເຮັດພາລະກິດ ແລະ ເວົ້າ. ມະນຸດບໍ່ມີແນວຄວາມຄິດເລື່ອງພຣະເຈົ້າ ແລະ ເຊື່ອໃນພຣະເຈົ້າໃນຄວາມຄຸມເຄືອ ເນື່ອງຈາກວ່າ ພຣະອົງບໍ່ໄດ້ປະກົດຕົວຕໍ່ໜ້າມະນຸດ. ດັ່ງນັ້ນ, ເຖິງວ່າມະນຸດຈະເຊື່ອໃນພຣະເຈົ້າ ຢູ່ໃນຈິນຕະນາການຂອງພວກເຂົາ, ພຣະເຈົ້າກໍບໍ່ໄດ້ປະນາມມະນຸດ ຫຼື ຮຽກຮ້ອງຫຍັງຫຼາຍຈາກມະນຸດ ເນື່ອງຈາກວ່າ ມະນຸດບໍ່ສາມາດແນມເຫັນພຣະເຈົ້າໄດ້ເລີຍຜູ້ທີ່ບໍ່ໄດ້ເຫັນພຣະເຈົ້າເລີຍ. ເມື່ອພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ເຮັດພາລະກິດໃນທ່າມກາງມະນຸດທັງຫລາຍ, ທຸກຄົນຈະເຫັນ ແລະ ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ທຸກຄົນຈະເຫັນການປະຕິບັດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ໃນຊ່ວງເວລານັ້ນ, ແນວຄິດຂອງມະນຸດທຸກຄົນກໍກາຍເປັນຟອງນ້ຳ. ສຳລັບຜູ້ທີ່ເຫັນພຣະເຈົ້າທີ່ປະກົດຕົວເປັນເນື້ອໜັງ, ຜູ້ທີ່ມີຄວາມເຊື່ອຟັງຢູ່ໃນໃຈຂອງພວກເຂົາ ກໍຈະບໍ່ຖືກປະນາມ, ໃນຂະນະທີ່ຈະມີການຖືວ່າ ຜູ້ທີ່ເຈດຕະນາຕໍ່ຕ້ານພຣະອົງກໍແມ່ນເປັນປໍລະປັກກັບພຣະເຈົ້າ. ມະນຸດພວກນີ້ ແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ແລະ ເປັນສັດຕູ ຊຶ່ງຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ທີ່ມີຄວາມເຂົ້າໃຈເລື່ອງພຣະເຈົ້າ ແຕ່ຍັງໄດ້ເຊື່ອຟັງພຣະເຈົ້າດ້ວຍຄວາມຍິນດີນັ້ນ ກໍຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດ ບົນພື້ນຖານຄວາມຕັ້ງໃຈ ແລະ ການກະທຳຂອງຜູ້ກ່ຽວ ໂດຍບໍ່ແມ່ນຍ້ອນຄວາມຄິດ ແລະ ແນວຄິດຂອງຜູ້ກ່ຽວ. ຖ້າຫາກມະນຸດໄດ້ຖືກປະນາມຕາມພື້ນຖານນັ້ນ, ກໍຈະບໍ່ມີມະນຸດຄົນໃດທີ່ສາມາດລົບໜີຈາກອຸ້ງມືທີ່ເຕັມໄປດ້ວຍຄວາມໂມໂຫຂອງພຣະເຈົ້າ. ຜູ້ທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດ ຈະຕ້ອງຖືກລົງໂທດ ຍ້ອນຄວາມດື້ດ້ານຂອງພວກເຂົາ. ການຕໍ່ຕ້ານໂດຍເຈດຕະນາຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແມ່ນມາຈາກແນວຄວາມຄິດກ່ຽວກັບພຣະອົງ ເຊິ່ງເປັນຜົນເຮັດໃຫ້ພວກເຂົາລົບກວນພາລະກິດຂອງພຣະເຈົ້າ. ມະນຸດດັ່ງກ່າວຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າໂດຍຕັ້ງໃຈ. ພວກເຂົາບໍ່ພຽງແຕ່ມີແນວຄວາມຄິດກ່ຽວກັບພຣະເຈົ້າເທົ່ານັ້ນ, ແຕ່ວ່າພວກເຂົາ ເຮັດແນວນັ້ນ ເຊິ່ງມັນກໍລົບກວນພາລະກິດຂອງພຣະອົງ ແລະ ກໍຍ້ອນເຫດນັ້ນ ທີ່ການກະທໍາຂອງມະນຸດຈຶ່ງຖືກປະນາມ. ຜູ້ທີ່ບໍ່ມີສ່ວນຮ່ວມໃນການລົບກວນຕໍ່ພາລະກິດຂອງພຣະເຈົ້າ ໂດຍເຈດຕະນາ ຈະບໍ່ຖືກປະນາມວ່າເປັນຄົນບາບ ຍ້ອນວ່າພວກເຂົາສາມາດເຊື່ອຟັງດ້ວຍຄວາມເຕັມໃຈ ແລະ ບໍ່ໄດ້ເຮັດໃຫ້ເກີດການຂັດຂວາງ ແລະ ການລົບກວນ. ມະນຸດດັ່ງກ່າວຈະບໍ່ຖືກປະນາມ.

(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າຢູ່ສະເໝີ ແລະ ເຖິງແມ່ນວ່າຈຸດປະສົງຂອງພາລະກິດຂອງພຣະເຈົ້າບໍ່ໄດ້ປ່ຽນແປງ, ວິທີການທີ່ພຣະອົງໃຊ້ດຳເນີນພາລະກິດແມ່ນປ່ຽນແປງຕະຫຼອດເວລາ ເຊິ່ງໝາຍຄວາມວ່າຜູ້ຄົນທີ່ຕິດຕາມພຣະເຈົ້າກໍປ່ຽນແປງເຊັ່ນດຽວກັນ. ຍິ່ງພຣະເຈົ້າປະຕິບັດພາລະກິດຫຼາຍຂຶ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າກໍຍິ່ງທົ່ວເຖິງຫຼາຍຂຶ້ນ. ການປ່ຽນແປງທີ່ສອດຄ່ອງກັນກໍເກີດຂຶ້ນໃນອຸປະນິໄສຂອງມະນຸດເຊັ່ນກັນ ດ້ວຍການປຸກຈາກພາລະກິດຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ມັນແມ່ນຍ້ອນພາລະກິດຂອງພຣະເຈົ້າທີ່ປ່ຽນແປງຢູ່ເປັນປະຈຳ, ຜູ້ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນໂງ່ຈ້າເຫຼົ່ານັ້ນທີ່ບໍ່ຮູ້ຈັກຄວາມຈິງຈຶ່ງໄດ້ເລີ່ມຕໍ່ຕ້ານພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍສອດຄ່ອງກັບແນວຄວາມຄິດຂອງມະນຸດ ເພາະພາລະກິດຂອງພຣະອົງໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ພຣະອົງບໍ່ເຄີຍເຮັດຊໍ້າພາລະກິດແບບເກົ່າ, ແຕ່ກົງກັນຂ້າມ ພຣະອົງດໍາເນີນພາລະກິດແບບໃໝ່ທີ່ບໍ່ເຄີຍເຮັດມາກ່ອນຢ່າງກ້າວໜ້າ. ໃນເມື່ອພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ ແລະ ມະນຸດຕັດສິນພາລະກິດໃນປັດຈຸບັນຂອງພຣະເຈົ້າດ້ວຍພາລະກິດທີ່ພຣະອົງປະຕິບັດໃນອະດີດໂດຍບໍ່ປ່ຽນແປງ, ມັນຈຶ່ງຍາກຫຼາຍທີ່ພຣະເຈົ້າຈະດຳເນີນແຕ່ລະຂັ້ນຕອນຂອງພາລະກິດແຫ່ງຍຸກໃໝ່. ມະນຸດສ້າງມີຄວາມຫຍຸ້ງຍາກຫຼາຍເກີນໄປ! ເຂົາມີການຄິດທີ່ມີຂອບເຂດຫຼາຍເກີນໄປ! ບໍ່ມີໃຜຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ທຸກຄົນຈຳກັດພາລະກິດດັ່ງກ່າວ. ເມື່ອເຂົາອອກຈາກພຣະເຈົ້າ ມະນຸດກໍສູນເສຍຊີວິດ, ຄວາມຈິງ ແລະ ພອນຂອງພຣະເຈົ້າ, ແຕ່ມະນຸດກໍບໍ່ຍອມຮັບຊີວິດ ຫຼື ຄວາມຈິງເລີຍ, ແຮງໄກທີ່ຈະໄດ້ຮັບພອນອັນຍິ່ງໃຫຍ່ກວ່າທີ່ພຣະເຈົ້າໄດ້ປະທານໃຫ່ແກ່ມະນຸດຊາດ. ມະນຸດທຸກຄົນຫວັງຈະໄດ້ຮັບພຣະເຈົ້າ ແຕ່ບໍ່ສາມາດອົດທົນຕໍ່ການປ່ຽນແປງຕ່າງໆໃນພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊື່ອວ່າ ພາລະກິດຂອງພຣະເຈົ້າບໍ່ມີການປ່ຽນແປງ, ພາລະກິດຂອງພຣະເຈົ້າຍັງຄົງຢຸດຢູ່ບ່ອນເກົ່າຕະຫຼອດໄປ. ໃນຄວາມເຊື່ອຂອງພວກເຂົາ ທຸກສິ່ງທີ່ຈຳເປັນເພື່ອຮັບເອົາຄວາມລອດພົ້ນຕະຫຼອດໄປເປັນນິດຈາກພຣະເຈົ້າແມ່ນເພື່ອປະຕິບັດຕາມກົດເກນ ແລະ ຕາບໃດທີ່ພວກເຂົາກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ ຄວາມປະສົງຂອງພຣະເຈົ້າກໍຈະເປັນທີ່ພໍໃຈຢູ່ສະເໝີ. ພວກເຂົາມີຄວາມຄິດເຫັນວ່າ ພຣະເຈົ້າສາມາດເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ພຣະເຈົ້າທີ່ຖືກຄຶງເທິງໄມ້ກາງແຂນເພື່ອມະນຸດ; ມັນແມ່ນຄວາມຄິດເຫັນຂອງພວກເຂົາເຊັ່ນທີ່ຄິດວ່າ ພຣະເຈົ້າບໍ່ຄວນ ແລະ ບໍ່ສາມາດເໜືອກວ່າພຣະຄຳພີໄດ້. ມັນເປັນຍ້ອນຄວາມຄິດເຫັນເຫຼົ່ານີ້ທີ່ເປັນໂສ້ມັດພວກເຂົາຢ່າງແໜ້ນຕິດຢູ່ກັບກົດບັນຍັດແຫ່ງຍຸກເດີມ ແລະ ຄຶງພວກເຂົາໃສ່ກົດລະບຽບທີ່ຕາຍ. ເຖິງກັບມີຄົນທີ່ເຊື່ອອີກວ່າ ພາລະກິດໃໝ່ຂອງພຣະເຈົ້າອາດເປັນແນວໃດກໍຕາມ ມັນຕ້ອງຖືກສະໜັບສະໜູນໂດຍຄຳທຳນວາຍ ແລະ ໃນແຕ່ລະຂັ້ນຕອນຂອງພາລະກິດດັ່ງກ່າວ ທຸກຄົນທີ່ຕິດຕາມພຣະອົງດ້ວຍຫົວໃຈທີ່ “ແທ້ຈິງ” ຕ້ອງໄດ້ຮັບການເປີດເຜີຍ; ຖ້າບໍ່ດັ່ງນັ້ນ ພາລະກິດດັ່ງກ່າວກໍບໍ່ສາມາດເປັນຂອງພຣະເຈົ້າໄດ້. ມັນບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ມະນຸດມາຮູ້ຈັກກັບພຣະເຈົ້າ. ນອກຈາກຫົວໃຈທີ່ໂງ່ຈ້າຂອງມະນຸດ ແລະ ທຳມະຊາດແຫ່ງການກະບົດທີ່ໃຫ້ຄວາມສຳຄັນກັບຕົນເອງ ແລະ ຄວາມທະນົງຕົນ, ມັນຍິ່ງຍາກຫຼາຍຂຶ້ນສຳລັບເຂົາທີ່ຈະຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ມະນຸດບໍ່ພິຈາລະນາພາລະກິດໃໝ່ຂອງພຣະເຈົ້າຢ່າງລະມັດລະວັງ ຫຼື ບໍ່ຍອມຮັບມັນດ້ວຍຄວາມອ່ອນນ້ອມຖ່ອມຕົນ; ກົງກັນຂ້າມ ເຂົານໍາໃຊ້ທ່າທີ່ໆດູຖູກ ໃນຂະນະທີ່ເຂົາລໍຖ້າການເປີດເຜີຍ ແລະ ການຊີ້ນໍາຂອງພຣະເຈົ້າ. ນີ້ບໍ່ແມ່ນການປະພຶດຂອງຄົນທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າບໍ? ມະນຸດປະເພດນີ້ຈະສາມາດຮັບການເຫັນພ້ອມຈາກພຣະເຈົ້າໄດ້ແນວໃດ?

(ຄັດຈາກບົດ “ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຍ້ອນວ່າພາລະກິດຂອງພຣະເຈົ້າມີການພັດທະນາໃໝ່ຢູ່ເປັນປະຈຳ, ຈຶ່ງມີພາລະກິດທີ່ຫຼ້າສະໄໝ ແລະ ເກົ່າ ໃນຂະນະທີ່ພາລະກິດໃໝ່ເກີດຂຶ້ນ. ພາລະກິດເກົ່າ ແລະ ໃໝ່ນີ້ບໍ່ໄດ້ຂັດແຍ່ງກັນ ແຕ່ສົ່ງເສີມກັນ; ທຸກບາດກ້າວຂອງພາລະກິດດັ່ງກ່າວແມ່ນສືບຕໍ່ຈົນຮອດຍຸກສຸດທ້າຍ. ຍ້ອນມີພາລະກິດໃໝ່, ສິ່ງເກົ່າໆ ແນ່ນອນ ກໍຕ້ອງໄດ້ທຳລາຍຖິ້ມ. ຕົວຢ່າງ: ການປະຕິບັດບາງຢ່າງທີ່ຖືກຈັດຕັ້ງເປັນເວລາດົນນານ ແລະ ຖ້ອຍຄຳທີ່ເປັນນິໄສຂອງມະນຸດ ປະກອບດ້ວຍປະສົບການ ແລະ ການສັ່ງສອນເປັນເວລາຫຼາຍປີຂອງມະນຸດ ໄດ້ສ້າງແນວຄວາມຄິດທຸກປະເພດໃນຈິດໃຈຂອງມະນຸດ. ແຕ່ສິ່ງທີ່ຄາດຫວັງໄປຫຼາຍກວ່ານັ້ນກ່ຽວກັບການສ້າງແນວຄວາມຄິດດັ່ງກ່າວຂອງມະນຸດກໍຄື ພຣະເຈົ້າຍັງບໍ່ເປີດເຜີຍໃບໜ້າທີ່ແທ້ຈິງຂອງພຣະອົງຢ່າງສົມບູນ ແລະ ຈິດໃຈໂດຍທຳມະຊາດໃຫ້ມະນຸດໄດ້ເຫັນ ຮ່ວມກັບການແຜ່ຂະຫຍາຍຂອງທິດສະດີຕາມປະເພນີຕັ້ງແຕ່ສະໄໝບູຮານມາເປັນເວລາຫຼາຍປີ. ມັນຖືກຕ້ອງທີ່ຈະເວົ້າວ່າ ໃນລະຫວ່າງເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຂອງມະນຸດ ໄດ້ມີອິດທິພົນແຫ່ງແນວຄິດທີ່ຫຼາກຫຼາຍເກີດຂຶ້ນ ແລະ ເກີດວິວັດທະນາການແຫ່ງຄວາມເຂົ້າໃຈຕາມແນວຄິດທຸກປະເພດກ່ຽວກັບພຣະເຈົ້າໃນຜູ້ຄົນ ເຊິ່ງເຮັດໃຫ້ຜູ້ຄົນທາງສາສະໜາຫຼາຍຄົນທີ່ຮັບໃຊ້ພຣະເຈົ້າກາຍມາເປັນສັດຕູຂອງພຣະອົງ. ດ້ວຍເຫດນັ້ນ ເມື່ອແນວຄວາມຄິດທາງສາສະໜາຂອງຄົນໜັກແໜັນຂຶ້ນ ພວກເຂົາກໍຈະກາຍເປັນສັດຕູ ແລະ ຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ. ພາລະກິດຂອງພຣະເຈົ້າແມ່ນໃໝ່ຢູ່ສະເໝີ, ບໍ່ເຄີຍເກົ່າ ແລະ ບໍ່ເຄີຍສ້າງທິດສະດີ ແຕ່ທາງກົງກັນຂ້າມ ພາລະກິດດັ່ງກ່າວໄດ້ປ່ຽນແປງຢ່າງຕໍ່ເນື່ອງ ແລະ ເລີ່ມຕົ້ນໃໝ່ໃນຂອບເຂດທັງນ້ອຍ ແລະ ກວ້າງກວ່າເກົ່າ. ພາລະກິດນີ້ແມ່ນເປັນການສະແດງອອກເຖິງຈິດໃຈໂດຍທຳມະຊາດຂອງພຣະເຈົ້າເອງ. ມັນຍັງແມ່ນຫຼັກການໂດຍທຳມະຊາດຂອງພາລະກິດຂອງພຣະເຈົ້າ ແລະ ໜຶ່ງໃນວິທີທີ່ພຣະເຈົ້າເຮັດໃຫ້ການຄຸ້ມຄອງຂອງພຣະອົງບັນລຸຕາມເປົ້າໝາຍ. ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້ ມະນຸດຈະບໍ່ປ່ຽນແປງ ຫຼື ສາມາດຮູ້ຈັກພຣະເຈົ້າໄດ້ ແລະ ຊາຕານກໍຈະບໍ່ຖືກປາບປາມ. ດ້ວຍເຫດນີ້ ພາລະກິດຂອງພຣະອົງຈຶ່ງມີການປ່ຽນແປງຢ່າງຕໍ່ເນື່ອງ ເຊິ່ງເບິ່ງຄືວ່າບໍ່ເປັນປົກກະຕິ ແຕ່ແທ້ຈິງແລ້ວ ແມ່ນເປັນປົກກະຕິດີ. ເຖິງຢ່າງໃດກໍຕາມ ວິທີທີ່ມະນຸດເຊື່ອໃນພຣະເຈົ້າແຕກຕ່າງກັນພໍສົມຄວນ. ພວກເຂົາຍຶດຕິດກັບທິດສະດີ ແລະ ລະບົບເກົ່າແກ່ທີ່ຕົນລຶ້ງເຄີຍ ແລະ ຍິ່ງສິ່ງເຫຼົ່ານັ້ນເກົ່າຫຼາຍສໍ່າໃດ ຍິ່ງຖືກໃຈພວກເຂົາຫຼາຍສໍ່ານັ້ນ. ຄວາມຄິດທີ່ໂງ່ຈ້າຂອງມະນຸດ, ຈິດໃຈເໝືອນດັ່ງກ້ອນຫີນທີ່ບໍ່ຍອມອ່ອນນ້ອມ ຈະສາມາດຍອມຮັບພາລະກິດ ແລະ ພຣະທໍາໃໝ່ຂອງພຣະເຈົ້າຢ່າງເລິກເຊິ່ງໄດ້ແນວໃດ? ມະນຸດມັກຈະກຽດຊັງພຣະເຈົ້າທີ່ໃໝ່ ແລະ ບໍ່ເຄີຍເກົ່າສະເໝີ; ເຂົາພຽງແຕ່ມັກພຣະເຈົ້າອົງເດີມ, ຜູ້ທີ່ມີແຂ້ວຍາວ, ຜົມສີຂາວ ແລະ ຢູ່ກັບທີ່. ຍ້ວນວ່າ ພຣະເຈົ້າ ແລະ ມະນຸດມີຄວາມມັກສ່ວນຕົວທີ່ແຕກຕ່າງກັນ, ມະນຸດຈຶ່ງໄດ້ກາຍເປັນສັດຕູຂອງພຣະເຈົ້າ. ຂໍ້ຂັດແຍ້ງເຫຼົ່ານີ້ມີມາຕັ້ງແຕ່ພຣະເຈົ້າເລີ່ມປະຕິບັດພາລະກິດໃໝ່ຂອງພຣະອົງໄດ້ເກືອບຫົກພັນປີ ແລະ ໃນປັດຈຸບັນນີ້ຂໍ້ຂັດແຍ້ງດັ່ງກ່າວກໍຍັງມີຢູ່. ມະນຸດແມ່ນນອກເໜືອທີ່ຈະໄດ້ຮັບການແກ້ໄຂແລ້ວ.

(ຄັດຈາກບົດ “ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ແຕ່ລະຂັ້ນຕອນໃນທັງພາລະກິດສາມຂັ້ນຕອນແມ່ນປະຕິບັດໂດຍອີງຕາມພື້ນຖານຂອງຂັ້ນຕອນກ່ອນໜ້າ; ມັນບໍ່ໄດ້ປະຕິບັດຢ່າງອິດສະຫຼະ ແລະ ແຍກຈາກພາລະກິດແຫ່ງຄວາມລອດພົ້ນ. ເຖິງແມ່ນວ່າ ຈະມີຄວາມແຕກຕ່າງຫຼາຍໃນຍຸກ ແລະ ປະເພດຂອງພາລະກິດທີ່ຕ້ອງປະຕິບັດ, ແຕ່ຄວາມລອດພົ້ນຂອງມະນຸດກໍຍັງເປັນຫົວໃຈສຳຄັນຂອງມັນ ແລະ ແຕ່ລະຂັ້ນຕອນຂອງພາລະກິດແຫ່ງຄວາມລອດພົ້ນແມ່ນເລິກເຊິ່ງກວ່າຂັ້ນຕອນກ່ອນໜ້າ. ແຕ່ລະຂັ້ນຕອນຂອງພາລະກິດສືບຕໍ່ຈາກພື້ນຖານຂອງຂັ້ນຕອນກ່ອນໜ້າ ເຊິ່ງບໍ່ສາມາດປະຖິ້ມໄດ້. ດ້ວຍວິທີນີ້ເອງ, ໃນພາລະກິດທີ່ໃໝ່ສະເໝີ ແລະ ບໍ່ເຄີຍເກົ່າຂອງພຣະອົງ, ພຣະເຈົ້າຍັງຄົງສຳແດງລັກສະນະຕ່າງໆຂອງອຸປະນິໄສຂອງພຣະອົງຢູ່ສະເໝີ ເຊິ່ງເປັນສິ່ງທີ່ບໍ່ເຄີຍສຳແດງໃຫ້ມະນຸດມາກ່ອນ ແລະ ເປີດເຜີຍພາລະກິດໃໝ່ຂອງພຣະອົງ ແລະ ການເປັນຢູ່ແບບໃໝ່ຂອງພຣະອົງໃຫ້ມະນຸດຢູ່ສະເໝີ ແລະ ເຖິງແມ່ນວ່າ ທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາໄດ້ເຮັດທຸກວິທີທາງເພື່ອຂັດຂືນສິ່ງນີ້ ແລະ ຕໍ່ຕ້ານຢ່າງເປີດເຜີຍ, ພຣະເຈົ້າຍັງປະຕິບັດພາລະກິດໃໝ່ທີ່ພຣະອົງເຈດຈະນາທີ່ຈະເຮັດຢູ່ສະເໝີ. ພາລະກິດຂອງພຮະເຈົ້າປ່ຽນແປງຢູ່ສະເໝີ ແລະ ດ້ວຍເຫດນີ້ ມັນກໍປະເຊີນກັບການຕໍ່ຕ້ານຂອງມະນຸດຢຸ່ສະເໝີ. ດ້ວຍເຫດນັ້ນ, ອຸປະນິໄສຂອງພຣະອົງຈຶ່ງປ່ຽນແປງຢູ່ສະເໝີພ້ອມກັບຍຸກ ແລະ ຜູ້ຮັບພາລະກິດຂອງພຣະອົງເຊັ່ນກັນ. ຍິ່ງໄປກວ່ານັ້ນ, ພຣະອົງປະຕິບັດພາລະກິດທີ່ບໍ່ມີປະຕິບັດມາກ່ອນຢ່າງສະເໝີ ແມ່ນແຕ່ປະຕິບັດພາລະກິດທີ່ປະກົດໃຫ້ມະນຸດເຫັນເປັນການຂັດແຍ້ງກັບພາລະກິດທີ່ປະຕິບັດກ່ອນໜ້ານີ້ ເພື່ອໃຫ້ມະນຸດໄດ້ຕໍ່ຕ້ານ. ມະນຸດສາມາດຍອມຮັບພຽງແຕ່ພາລະກິດໜຶ່ງປະເພດ ຫຼື ວິທີການປະຕິບັດໜຶ່ງຢ່າງເທົ່ານັ້ນ. ມັນຍາກສຳລັບມະນຸດທີ່ຈະຍອມຮັບພາລະກິດ ຫຼື ວິທີການປະຕິບັດ ທີ່ບໍ່ຖືກກັນ ຫຼື ສູງກວ່າ-ແຕ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃໝ່ຢູ່ສະເໝີ ແລະ ດ້ວຍເຫດນັ້ນ ຈຶ່ງປະກົດມີກຸ່ມຜູ້ຊ່ຽວຊານທາງສາສະໜາຫຼາຍກຸ່ມທີ່ຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າ. ຄົນເຫຼົ່ານີ້ໄດ້ກາຍມາເປັນຜູ້ຊ່ຽວຊານຢ່າງແນ່ນອນ ເພາະມະນຸດບໍ່ມີຄວາມຮູ້ວ່າ ພຣະເຈົ້າໃໝ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ ແລະ ບໍ່ມີຄວາມຮູ້ກ່ຽວກັບຫຼັກການຂອງພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນບໍ່ມີຄວາມຮູ້ກ່ຽວກັບຫຼາຍວິທີທີ່ພຣະເຈົ້າຊ່ວຍຊີວິດມະນຸດ. ເມື່ອເປັນດັ່ງນັ້ນ, ມະນຸດກໍບໍ່ສາມາດເວົ້າໄດ້ທັງໝົດວ່າ ມັນເປັນພາລະກິດທີ່ມາຈາກພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ມັນເປັນພາລະກິດຂອງພຣະເຈົ້າພຣະອົງເອງບໍ. ຫຼາຍຄົນທີ່ຍຶດຕິດກັບທ່າທີ່ທີ່ວ່າ ຖ້າມັນສອດຄ່ອງກັບພຣະທຳທີ່ມາກ່ອນໜ້າ, ພວກເຂົາກໍຈະຍອມຮັບມັນ ແລະ ຖ້າມີຄວາມແຕກຕ່າງກັບພາລະກິດທີ່ມາກ່ອນໜ້າ, ພວກເຂົາກໍຈະຕໍ່ຕ້ານ ແລະ ປະຕິເສດມັນ. ໃນປັດຈຸບັນ, ພວກເຈົ້າທັງໝົດບໍ່ໄດ້ດຳລົງຊີວິດໂດຍໃຊ້ຫຼັກການດັ່ງກ່າວບໍ? ... ຈົ່ງຮູ້ໄວ້ວ່າ ພວກເຈົ້າຕໍ່ຕ້ານພາລະກິດຂອງພຣະເຈົ້າ ຫຼື ໃຊ້ແນວຄວາມຄິດຂອງພວກເຈົ້າເອງເພື່ອປະເມີນພາລະກິດໃນປັດຈຸບັນ ຍ້ອນພວກເຈົ້າບໍ່ຮູ້ຈັກຫຼັກການການປະຕິບັດພາລະກິດຈອງພຣະເຈົ້າ ແລະ ຍ້ອນພວກເຈົ້າບໍ່ໄດ້ຈິງຈັງກັບພາລະກິດຂອງພຣະວິນຍານບໍລິສຸດຢ່າງພຽງພໍ. ການທີ່ພວກເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກີດຂອງພຣະວິນຍານບໍລິສຸດແມ່ນມາຈາກແນວຄວາມຄິດຂອງພວກເຈົ້າ ແລະ ຄວາມອວດດີໂດຍທຳມະຊາດ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າຜິດພາດ ແຕ່ຍ້ອນພວກເຈົ້າເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ຫຼັງຈາກທີ່ພົບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ບາງຄົນບໍ່ສາມາດເວົ້າຢ່າງແນ່ນອນວ່າ ມະນຸດມາຈາກໃສ ແຕ່ພວກເຂົາຍັງກ້າກ່າວຄຳປາໄສໃນທີ່ສາທາລະນະທີ່ປະເມີນຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສັ່ງສອນອັກຄະສາວົກທີ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ໂດຍສະແດງຄວາມຄິດເຫັນ ແລະ ເວົ້າສິ່ງທີ່ບໍ່ຄວນເວົ້າອອກມາ; ຄວາມເປັນມະນຸດຂອງພວກເຂົາຕໍ່າຫຼາຍ ແລະ ບໍ່ມີຄວາມສຳນຶກໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ມື້ທີ່ຄົນປະເພດນີ້ຈະຖືກປະຕິເສດໂດຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກເຜົາໄໝ້ດ້ວຍໄຟແຫ່ງນະລົກຈະບໍ່ມາຮອດບໍ? ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ວິຈານພາລະກິດຂອງພຣະອົງແທນ ແລະ ຍັງພະຍາຍາມແນະນໍາພຣະເຈົ້າກ່ຽວກັບວິທີການປະຕິບັດພາລະກິດ. ຄົນທີ່ບໍ່ມີເຫດຜົນແບບນີ້ຈະຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດມາຮູ້ຈັກພຣະເຈົ້າໃນໄລຍະຂະບວນການສະແຫວງຫາ ແລະ ປະສົບກັບພຣະອົງ; ມັນບໍ່ແມ່ນຍ້ອນການວິຈານພຣະອົງຕາມຄວາມອຳເພີໃຈທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າຜ່ານການເຮັດໃຫ້ສະຫວ່າງໂດຍພຣະວິນຍານບໍລິສຸດ. ເມື່ອຄົນມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງຖືກຕ້ອງຫຼາຍສໍ່າໃດ, ພວກເຂົາກໍຈະຕໍ່ຕ້ານພຣະອົງໜ້ອຍສໍ່ານັ້ນ. ໃນທາງກົງກັນຂ້າມ, ມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ, ມັນກໍມີຄວາມເປັນໄປໄດ້ທີ່ພວກເຂົາຈະຕໍ່ຕ້ານພຣະອົງຫຼາຍສໍ່ານັ້ນ. ແນວຄວາມຄິດຂອງເຈົ້າ, ທຳມະຊາດເກົ່າແກ່ຂອງເຈົ້າ ແລະ ຄວາມເປັນມະນຸດ, ບຸກຄະລິກ ແລະ ທັດສະນະທາງສິນທຳຂອງເຈົ້າແມ່ນ “ຕົ້ນທຶນ” ທີ່ເຮັດໃຫ້ຕໍ່ຕ້ານພຣະເຈົ້າ ແລະ ເມື່ອເຈົ້າເປັນຄົນທີ່ເສື່ອມຊາມ, ເສຍກຽດ ແລະ ຕໍ່າຕ້ອຍຫຼາຍສໍ່າໃດ, ເຈົ້າກໍຈະກາຍເປັນສັດຕູຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນເຫຼົ່ານັ້ນທີ່ປະກອບມີແນວຄວາມຄິດທີ່ຮ້າຍແຮງ ແລະ ມີອຸປະນິໄສທີ່ເຊື່ອວ່າຕົນເອງດີແຮງເປັນສັດຕູກັບພຣະເຈົ້າຜູ້ມາບັງເກີດເປັນມະນຸດ ແລະ ຄົນປະເພດນີ້ກໍເປັນຜູ້ຕໍ່ຕ້ານພຣະຄຣິດ. ຖ້າແນວຄວາມຄິດຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ມັນກໍຈະຕໍ່ຕ້ານພຣະເຈົ້າຢູ່ສະເໝີ; ເຈົ້າຈະບໍ່ສາມາດເຂົ້າກັບພຣະເຈົ້າໄດ້ຈັກເທື່ອ ແລະ ຈະຫ່າງໄກຈາກພຣະອົງຕະຫຼອດເວລາ.

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ທຸກຄົນທີ່ຖືກເຮັດໃຫ້ເສື່ອມໂຊມແມ່ນດຳລົງຊີວິດຢູ່ໃນກັບດັກຂອງຊາຕານ, ພວກເຂົາດຳລົງຊີວິດໂດຍເນື້ອໜັງ, ດຳລົງຊີວິດໃນຄວາມປາຖະໜາທີ່ເຫັນແກ່ຕົວ ແລະ ບໍ່ມີຜູ້ໃດໃນກຸ່ມຄົນເຫຼົ່ານັ້ນທີ່ສາມາດເຂົ້າກັນກັບເຮົາໄດ້. ມີຄົນທີ່ເວົ້າວ່າ ພວກເຂົາສາມາດເຂົ້າກັນກັບເຮົາໄດ້ ແຕ່ຄົນເຫຼົ່ານັ້ນນະມັດສະການຮູບປັ້ນແບບງົມງວາຍ. ເຖິງແມ່ນພວກເຂົາຈະຮັບຮູ້ຊື່ຂອງເຮົາວ່າເປັນສິ່ງທີ່ບໍລິສຸດ, ພວກເຂົາກໍຍັງຍ່າງຕາມເສັ້ນທາງທີ່ກົງກັນຂ້າມກັບເຮົາ ແລະ ຄຳເວົ້າຂອງພວກເຂົາກໍເຕັມໄປດ້ວຍຄວາມອວດດີ ແລະ ຄວາມໝັ້ນໃຈໃນຕົນເອງທີ່ສຸດ; ຍ້ອນວ່າ ໃນສ່ວນເລິກແລ້ວ ພວກເຂົາທຸກຄົນແມ່ນຕໍ່ຕ້ານເຮົາ ແລະ ບໍ່ສາມາດເຂົ້າກັນກັບເຮົາໄດ້. ແຕ່ລະມື້ ພວກເຂົາສະແຫວງຫາຮ່ອງຮອຍຂອງເຮົາຢູ່ໃນພຣະຄຳພີ ແລະ ຊອກຫາຂໍ້ຄວາມທີ່ “ເໝາະສົມ” ແບບຕາມໃຈມັກ ແລ້ວກໍພາກັນອ່ານ ແລະ ທ່ອງຂໍ້ຄວາມພຣະຄໍາພີນັ້ນໃສ່ໃນໃຈຕະຫຼອດມາ. ພວກເຂົາບໍ່ຮູ້ຈັກເລີຍວ່າ ຈະສາມາດເຂົ້າກັນກັບເຮົາໄດ້ດ້ວຍວິທີໃດ, ບໍ່ຮູ້ວ່າ ການຢູ່ແບບເປັນສັດຕູກັບເຮົານັ້ນໝາຍເຖິງຫຍັງ ແລະ ບໍ່ຮູ້ວ່າການອ່ານແຕ່ຂໍ້ພຣະຄຳພີ ຄືການອ່ານແບບຄົນຕາບອດ. ພວກເຂົາສັດທາໃນພຣະເຈົ້າທີ່ເລື່ອນລອຍຢູ່ໃນພຣະຄຳພີ. ພວກເຂົາເຊື່ອໃນພຣະເຈົ້າທີ່ພວກເຂົາບໍ່ເຄີຍເຫັນຈັກເທື່ອ, ພຣະເຈົ້າທີ່ບໍ່ສາມາດເຫັນໄດ້ ແລະ ພຣະເຈົ້າທີ່ບໍ່ສາມາດເອົາອອກມາເບິ່ງໄດ້ໃນເວລາຫວ່າງ. ພວກເຂົາເຊື່ອວ່າເຮົາມີຕົວຕົນພຽງແຕ່ຢູ່ໃນຂອບເຂດພຣະຄຳພີເທົ່ານັ້ນ. ສຳລັບພວກເຂົາ ເຮົາກໍຄືພຣະຄຳພີ; ຫາກປາດສະຈາກພຣະຄຳພີກໍບໍ່ມີເຮົາ ແລະ ຫາກປາດສະຈາກເຮົາກໍບໍ່ມີພຣະຄຳພີ. ພວກເຂົາບໍ່ສົນໃຈກັບການເປັນຢູ່ ຫຼື ການກະທຳຂອງເຮົາ, ແຕ່ກົງກັນຂ້າມ ພວກເຂົາອຸທິດຕົນ ແລະ ໃສ່ໃຈເປັນພິເສດຫຼາຍໃນທຸກຂໍ້ຄວາມຂອງພຣະຄຳພີ. ພວກເຂົາທຸກຄົນຍັງເຊື່ອວ່າ ເຮົາບໍ່ຄວນເຮັດໃນສິ່ງທີ່ເຮົາປາດຖະໜາຢາກເຮັດ ນອກຈາກວ່າສິ່ງນັ້ນຈະໄດ້ທຳນວາຍໄວ້ລ່ວງໜ້າແລ້ວ. ພວກເຂົາໃຫ້ຄວາມສຳຄັນກັບຂໍ້ຄວາມພຣະຄຳພີຫຼາຍເກີນໄປ. ສາມາດເວົ້າໄດ້ວ່າ ພວກເຂົາເຫັນພຣະທຳ ແລະ ການສະແດງອອກເປັນສິ່ງສຳຄັນເກີນໄປ ຈົນເຖິງກັບໃຊ້ຂໍ້ພຣະຄຳພີເພື່ອວັດແທກພຣະທຳທຸກຂໍ້ທີ່ເຮົາກ່າວອອກໄປ ແລະ ເພື່ອຕໍານິເຮົາ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຫົນທາງທີ່ຈະເຂົ້າເຖິງເຮົາ ຫຼື ຫົນທາງທີ່ສາມາດເຂົ້າເຖິງຄວາມຈິງໄດ້, ແຕ່ເປັນຫົນທາງເຂົ້າເຖິງພຣະທຳໃນພຣະຄຳພີ ແລະ ພວກເຂົາເຊື່ອວ່າ ສິ່ງໃດກໍຕາມທີ່ບໍ່ຖືກກັບພຣະຄຳພີ ສິ່ງນັ້ນບໍ່ແມ່ນພາລະກິດຂອງເຮົາ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນເຊື້ອສາຍທີ່ເຮັດຕາມພວກຟາລິຊາຍບໍ? ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

ແລ້ວ ຄົນໃນປັດຈຸບັນນີ້ເດ? ພຣະຄຣິດລົງມາເພື່ອເປີດເຜີຍຄວາມຈິງ ແຕ່ພວກເຂົາເລືອກທີ່ຈະຂັບໄລ່ພຣະອົງໃຫ້ອອກຈາກກຸ່ມມະນຸດເພື່ອຮັບສິດໃນການເຂົ້າສູ່ສະຫວັນ ແລະ ເພື່ອຮັບພຣະຄຸນ. ພວກເຂົາເລືອກທີ່ຈະປະຕິເສດການມາຂອງຄວາມຈິງ ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ເລືອກທີ່ຈະຄຶງພຣະຄຣິດ ຜູ້ທີ່ກັບມາເປັນມະນຸດ ຢູ່ເທິງໄມ້ກາງແຂນອີກຄັ້ງ ເພື່ອຮັບຮອງການເປັນຢູ່ຊົ່ວນິດນິລັນຂອງພຣະຄຳພີ. ມະນຸດສາມາດຮັບຄວາມລອດພົ້ນຂອງເຮົາໄດ້ແນວໃດ ໃນເມື່ອຫົວໃຈຂອງເຂົາຊົ່ວຮ້າຍເຖິງຂະໜາດນີ້ ແລະ ໃນເມື່ອທຳມະຊາດຂອງເຂົາຕໍ່ຕ້ານເຮົາເຊັ່ນນີ້? ເຮົາອາໄສຢູ່ທ່າມກາງມະນຸດ ແຕ່ມະນຸດບໍ່ຮູ້ເຖິງການເປັນຢູ່ຂອງເຮົາ. ເມື່ອເຮົາສ່ອງແສງສະຫວ່າງມາໃສ່ມະນຸດ, ເຂົາກໍຍັງຄົງບໍ່ຮູ້ກ່ຽວກັບການດໍາລົງຢູ່ຂອງເຮົາ. ເມື່ອເຮົາປ່ອຍຄວາມໂກດຮ້າຍມາໃສ່ມະນຸດ, ເຂົາກໍຈະປະຕິເສດການດໍາລົງຢູ່ຂອງເຮົາເພີ່ມຂຶ້ນອີກ. ມະນຸດຄົ້ນຫາເສັ້ນທາງເຂົ້າກັບພຣະທຳ ແລະ ກັບພຣະຄຳພີ ແຕ່ບໍ່ມີມະນຸດຄົນໃດທີ່ມາຢູ່ຕໍ່ໜ້າເຮົາເພື່ອສະແຫວງຫາຫົນທາງເຂົ້າກັບຄວາມຈິງ. ມະນຸດຫຼຽວເບິ່ງເຮົາຢູ່ເທິງສະຫວັນ ແລະ ອຸທິດຈິດໃຈຕໍ່ການດໍາລົງຢູ່ຂອງເຮົາຢູ່ໃນສະຫວັນເທົ່ານັ້ນ ແຕ່ບໍ່ມີຜູ້ໃດສົນໃຈເຮົາ ຜູ້ທີ່ສະຖິດຢູ່ໃນເນື້ອໜັງ ຍ້ອນວ່າເຮົາຜູ້ທີ່ອາໄສຢູ່ທ່າມກາງມະນຸດເປັນສິ່ງທີ່ບໍ່ສຳຄັນ. ຜູ້ທີ່ພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະທຳໃນພຣະຄຳພີ ແລະ ຜູ້ທີ່ພຽງແຕ່ສະແຫວງຫາເສັ້ນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ. ແມ່ນເປັນພາບທີ່ເປັນຕາສົມເພດຫຼາຍສໍາລັບເຮົາ. ນັ້ນກໍຍ້ອນວ່າ ສິ່ງທີ່ພວກເຂົາບູຊາແມ່ນພຣະທຳທີ່ຕາຍແລ້ວ ແລະ ເປັນພຽງພຣະເຈົ້າທີ່ສາມາດມອບຊັບສົມບັດທີ່ນັບບໍ່ຖ້ວນໃຫ້ກັບພວກເຂົາເທົ່ານັ້ນ. ສິ່ງທີ່ພວກເຂົາບູຊາແມ່ນພຣະເຈົ້າທີ່ຕັ້ງຕົນເອງຢູ່ໃນຄວາມເມດຕາຂອງມະນຸດ ເຊິ່ງບໍ່ມີຕົວຕົນຢູ່ຈິງ. ແລ້ວມະນຸດປະເພດດັ່ງກ່າວຈະສາມາດຮັບຫຍັງໄດ້ແດ່ຈາກເຮົາ? ມະນຸດຕໍ່າເກີນໄປສຳລັບພຣະທຳ. ຄົນທີ່ຕໍ່ຕ້ານເຮົາ, ຄົນທີ່ມີແຕ່ຮຽກຮ້ອງ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ, ຄົນທີ່ກະບົດຕໍ່ເຮົາ ແລ້ວພວກເຂົາຈະສາມາດເຂົ້າກັບເຮົາໄດ້ແນວໃດ?

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ເປັນຫຍັງຈຶ່ງມີການເວົ້າວ່າ ສິດຍາພິບານຂອງສາສະໜາ ແລະ ພວກເຖົ້າແກ່ຈຶ່ງລ້ວນແລ້ວແຕ່ຍ່າງຕາມເສັ້ນທາງຂອງພວກຟາຣີຊາຍ ແລະ ແກ່ນແທ້ຂອງພວກເຂົາແມ່ນຫຍັງ

ຕໍ່ໄປ: 4. ສິດຍາພິບານຂອງສາສະໜາ ແລະ ພວກເຖົ້າແກ່ແມ່ນຖືກວາງໂດຍພຣະເຈົ້າແທ້ໆ ຫຼື ບໍ່ ແລະ ສິດຍາພິບານ ແລະ ພວກເຖົ້າແກ່ກຳລັງເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າ ຫຼື ບໍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້