5. ຜົນຕາມມາຂອງການທີ່ີຄົນໆໜຶ່ງຍອມຕົກຢູ່ພາຍໃຕ້ການຫຼອກລວງ ແລະ ການຄວບຄຸມຂອງພວກຟາຣີຊາຍ ແລະ ຜູ້ຕໍ່ຕ້ານພຣະຄຣິດໃນໂລກແຫ່ງສາສະໜາ ແລະ ພວກເຂົາຈະສາມາດຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ຫຼື ບໍ່

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ປະຊາຊົນຂອງເຮົາຖືກທຳລາຍ ຍ້ອນຂາດຄວາມຮູ້” (ໂຮເຊອາ 4:6).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຖ້າຄຣິສຕະຈັກມີຄົນພາຍໃນຫຼາຍຄົນທີ່ມັກຂົ່ມເຫັງຄົນອື່ນ ແລະ ພວກເຂົາກໍຖືກຕິດຕາມໂດຍ “ແມງວັນນ້ອຍ” ທີ່ຂາດຄວາມສາມາດໃນການຕັດສິນທີ່ດີ ແລະ ຖ້າຜູ້ຊຸມນຸມຍັງບໍ່ສາມາດປະຕິເສດຄວາມຜູກມັດ ແລະ ການເປົ່າຫູຂອງຄົນທີ່ມັກຂົ່ມເຫັງຄົນອື່ນເຫຼົ່ານີ້ ເຖິງແມ່ນວ່າຈະໄດ້ເຫັນຄວາມຈິງແລ້ວກໍຕາມ, ຄົນໂງ່ຈ້າທັງໝົດເຫຼົ້່ານັ້ນກໍຈະຕ້ອງຖືກກໍາຈັດໃນທີ່ສຸດ. ແມງວັນໂຕນ້ອຍໆເຫຼົ່ານີ້ອາດຈະບໍ່ໄດ້ເຮັດຫຍັງຮ້າຍແຮງ ແຕ່ພວກເຂົາກໍຍິ່ງຫຼອກລວງຫຼາຍກວ່າ, ຍິ່ງຊໍານານ ແລະ ຫຼົບຫຼີກເກັ່ງຫຼາຍກວ່າ ແລະ ທຸກຄົນທີ່ເປັນຄືດັ່ງນີ້ຈະຖືກກໍາຈັດ. ຈະບໍ່ຖືກຈົ່ງໄວ້ແມ່ນແຕ່ຄົນດຽວ! ຜູ້ທີ່ເປັນຄົນຂອງຊາຕານຈະຖືກສົ່ງກັບຄືນໄປຫາຊາຕານ ໃນຂະນະທີ່ຜູ້ທີ່ເປັນຄົນຂອງພຣະເຈົ້າຈະໄປຄົ້ນຫາຄວາມຈິງຢ່າງແນ່ນອນ; ສິ່ງນີ້ແມ່ນຕັດສິນໂດຍທໍາມະຊາດຂອງພວກເຂົາ. ຈົ່ງໃຫ້ຜູ້ທີ່ຕິດຕາມຊາຕານດັບສະຫຼາຍໄປ! ຈະບໍ່ມີການສະແດງຄວາມປານີປານອມຕໍ່ຜູ້ຄົນເຫຼົ່ານີ້ອີກຕໍ່ໄປ. ຈົ່ງໃຫ້ຜູ້ທີ່ຄົ້ນຫາຄວາມຈິງໄດ້ຮັບສິ່ງທີ່ຈັດກຽມໄວ້ໃຫ້ ແລະ ຂໍໃຫ້ພວກເຂົາມີຄວາມສຸກກັບພຣະທໍາຂອງພຣະເຈົ້າຢ່າງສຸດໃຈ. ພຣະເຈົ້າແມ່ນຄວາມຊອບທໍາ; ພຣະອົງບໍ່ເຂົ້າຂ້າງຜູ້ໃດ. ຖ້າເຈົ້າເປັນຜີສາດ ເຈົ້າກໍຈະບໍ່ສາມາດປະຕິບັດຄວາມຈິງ; ຖ້າເຈົ້າເປັນຄົນທີ່ຄົ້ນຫາຄວາມຈິງ ມັນກໍແນ່ຊັດຢູ່ແລ້ວວ່າເຈົ້າກໍຈະບໍ່ຖືກຊາຕານຈັບກຸມຢ່າງແນ່ນອນ. ສິ່ງດັ່ງກ່າວນີ້ແມ່ນເກີນຂໍ້ສົງໄສທັງປວງ.

(ຄັດຈາກບົດ “ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເນື່ອງຈາກຄວາມສະຫຼາດໜ້ອຍດຽວຂອງພວກເຂົາ, ຜູ້ທີ່ບໍ່ມີຄວາມສາມາດໃນການຕັດສິນທີ່ດີຈະພິນາດດ້ວຍມືຂອງຄົນທີ່ຊົ່ວຮ້າຍ, ພວກເຂົາຈະຖືກຫຼອກລວງອອກໄປໂດຍຄົນຊົ່ວຮ້າຍນັ້ນ ເຊິ່ງຈະບໍ່ສາມາດກັບຄືນມາໄດ້. ການປະຕິບັດດັ່ງກ່າວຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນວ່າ ພວກເຂົາບໍ່ຮັກຄວາມຈິງ, ຍ້ອນວ່າ ພວກເຂົາບໍ່ສາມາດຢືນຢູ່ຂ້າງຄວາມຈິງ, ຍ້ອນວ່າ ພວກເຂົາຕິດຕາມຄົນທີ່ຊົ່ວຮ້າຍ ແລະ ຢືນຢູ່ຂ້າງຄົນທີ່ຊົ່ວຮ້າຍ ແລະ ຍ້ອນວ່າ ພວກເຂົາສົມຮູ້ຮ່ວມຄິດກັບຄົນທີ່ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາຮູ້ດີວ່າ ຜູ້ຄົນທີ່ຊົ່ວຮ້າຍເຫຼົ່ານັ້ນແຜ່ລັດສະໝີຂອງຄວາມຊົ່ວຮ້າຍ ແຕ່ພວກເຂົາເຮັດໃຫ້ຫົວໃຈຂອງພວກເຂົາແຂງກະດ້າງ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຄວາມຈິງທີ່ຕິດຕາມພວກເຂົາ. ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງ ແຕ່ເຮັດໃນສິ່ງທີ່ກໍ່ເກີດຄວາມພິນາດ ແລະ ໜ້າກຽດຊັງ ແມ່ນບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍບໍ? ເຖິງແມ່ນວ່າ ຈະມີຄົນເຫຼົ່ານັ້ນໃນທ່າມກາງພວກເຂົາທີ່ເອີ້ນໂຕເອງວ່າ ພະລາຊາ ແລະ ຜູ້ອື່ນທີ່ຕິດຕາມພວກເຂົາ ແຕ່ທໍາມະຊາດຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າບໍ່ຄືກັນທັງໝົດບໍ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊອບທໍາ? ມັນບໍ່ແມ່ນຄວາມຊົ່ວຮ້າຍຂອງພວກເຂົາເອງບໍ ທີ່ທໍາລາຍພວກເຂົາ? ບໍ່ແມ່ນຄວາມກະບົດຂອງພວກເຂົາບໍ ທີ່ດຶງພວກເຂົາລົງໄປສູ່ນາຮົກ? ໃນທີ່ສຸດ ຜູ້ຄົນທີ່ປະຕິບັດຄວາມຈິງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນຍ້ອນຄວາມຈິງ. ໃນທີ່ສຸດ ຜູ້ທີ່ບໍ່ປະຕິບັດຄວາມຈິງຈະດຶງຄວາມພິນາດມາສູ່ພວກເຂົາຍ້ອນຄວາມຈິງ. ສິ່ງເຫຼົ່ານີ້ແມ່ນຈຸດຈົບທີ່ລໍຖ້າຜູ້ທີ່ປະຕິບັດຄວາມຈິງ ແລະ ຜູ້ທີ່ບໍ່ປະຕິບັດຄວາມຈິງ.

(ຄັດຈາກບົດ “ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ມັນຈະດີທີ່ສຸດສໍາລັບຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ ຕົນໄດ້ຕິດຕາມພຣະເຈົ້າ ໃຫ້ເປີດຕາຂອງພວກເຂົາ ແລະ ແຍງເບິ່ງດີໆວ່າ ພວກເຂົາເຊື່ອໃຜກັນແທ້: ເຈົ້າເຊື່ອໃນພຣະເຈົ້າ ຫຼື ຊາຕານກັນແທ້? ຖ້າເຈົ້າຮູ້ວ່າ ສິ່ງທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າ ແຕ່ເປັນເທວະຮູບຂອງເຈົ້າເອງ, ມັນກໍຈະດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ໂຕເອງເປັນຜູ້ທີ່ມີຄວາມເຊື່ອ. ຖ້າເຈົ້າບໍ່ຮູ້ແທ້ໆວ່າ ຈະເຊື່ອໃນຕົວໃຜມັນຈະເປັນການດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ຕົນເອງເປັນຜູ້ທີ່ມີຄວາມເຊື່ອ. ການເວົ້າຢ່າງນັ້ນຈະເປັນການໝິ່ນປະໝາດພຣະເຈົ້າ! ບໍ່ມີໃຜບັງຄັບໃຫ້ເຈົ້າເຊື່ອໃນພຣະເຈົ້າ. ຢ່າເວົ້າວ່າ ພວກເຈົ້າເຊື່ອໃນຕົວເຮົາ; ເຮົາພຽງພໍແລ້ວກັບຄໍາເວົ້າດັ່ງກ່າວ ແລະ ບໍ່ປາຖະໜາຢາກຟັງມັນອີກ ຍ້ອນວ່າ ສິ່ງທີ່ພວກເຈົ້າເຊື່ອແມ່ນເທວະຮູບທີ່ຢູ່ໃນໃຈຂອງພວກເຈົ້າ ແລະ ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນທີ່ຢູ່ທ່າມກາງພວກເຈົ້າ. ຜູ້ທີ່ແກວ່ງຫົວຂອງພວກເຂົາເວລາໄດ້ຍິນຄວາມຈິງ ແລະ ຜູ້ທີ່ຍິ້ມກວ້າງໆເວລາທີ່ໄດ້ຍິນເລື່ອງຄວາມຕາຍ ແມ່ນເປັນລູກຫຼານຂອງຊາຕານ ແລະ ພວກເຂົາຄືຄົນທີ່ຈະຖືກກໍາຈັດ. ຢູ່ໃນຄຣິສຕະຈັກແມ່ນມີຄົນຈໍານວນຫຼາຍທີ່ບໍ່ມີຄວາມສາມາດໃນການຕັດສິນທີ່ດີ. ເມື່ອເກີດມີສິ່ງທີ່ຫຼອກລວງ, ພວກເຂົາແມ່ນຢືນຢູ່ຂ້າງຊາຕານ; ພວກເຂົາເຖິງກັບຮູ້ສຶກຜິດ ເມື່ອຖືກເອີ້ນວ່າ ເປັນຜູ້ຮັບໃຊ້ຂອງຊາຕານ. ບາງຄົນອາດຈະເວົ້າວ່າ ພວກເຂົາບໍ່ມີຄວາມສາມາດໃນການຕັດສິນທີ່ດີ ແຕ່ພວກເຂົາແມ່ນຢືນຢູ່ທາງຂ້າງສະເໝີໂດຍປາສະຈາກຄວາມຈິງ, ພວກເຂົາບໍ່ເຄີຍຢືນຢູ່ຝ່າຍຄວາມຈິງໃນເວລາສໍາຄັນ, ພວກເຂົາບໍ່ເຄີຍຢືນຂຶ້ນ ແລະ ໂຕ້ຖຽງເພື່ອຄວາມຈິງ. ພວກເຂົາຂາດຄວາມສາມາດໃນການຕັດສິນທີ່ດີບໍ? ເປັນຫຍັງພວກເຂົາຄືຢືນຢູ່ຂ້າງຊາຕານຕະຫຼອດມາ? ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍເວົ້າຄໍາໜຶ່ງທີ່ເປັນທໍາ ຫຼື ສົມເຫດສົມຜົນໃນການສະໜັບສະໜູນຄວາມຈິງ? ສາຖານະການແບບນີ້ໄດ້ເກີດຂຶ້ນຍ້ອນຄວາມສັບສົນຊົ່ວໄລຍະໜຶ່ງຂອງພວກເຂົາແທ້ບໍ? ຍິ່ງຜູ້ຄົນມີຄວາມສາມາດໜ້ອຍໃນການຕັດສິນໃຈທີ່ດີ ພວກເຂົາກໍຍິ່ງສາມາດຢືນຢູ່ຂ້າງຂອງຄວາມຈິງໜ້ອຍສໍ່ານັ້ນ. ສິ່ງນີ້ສະແດງເຖິງຫຍັງ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນທີ່ບໍ່ມີຄວາມສາມາດໃນການຕັດສິນໃຈທີ່ດີແມ່ນຮັກໃນສິ່ງທີ່ຊົ່ວຮ້າຍບໍ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ພວກເຂົາແມ່ນລູກຫຼານທີ່ຈົງຮັກພັກດີຂອງຊາຕານບໍ? ເປັນຫຍັງພວກເຂົາຈຶ່ງສາມາດຢືນຢູ່ຂ້າງຊາຕານສະເໝີ ແລະ ເວົ້າພາສາຂອງມັນ? ທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ການສະແດງອອກທາງສີໜ້າຂອງພວກເຂົາ ແມ່ນພຽງພໍທີ່ຈະພິສູດວ່າ ພວກເຂົາບໍ່ແມ່ນຄົນທີ່ມີຄວາມຮັກຕໍ່ຄວາມຈິງ; ໃນທາງກົງກັນຂ້າມ ພວກເຂົາແມ່ນຜູ້ຄົນທີ່ກຽດຊັງຄວາມຈິງ. ການທີ່ພວກເຂົາສາມາດຢືນຢູ່ຂ້າງຊາຕານແມ່ນພຽງພໍທີ່ຈະພິສູດວ່າ ຊາຕານຮັກຜີສາດນ້ອຍເຫຼົ່ານີ້ແທ້ໆ ຜູ້ທີ່ໃຊ້ຊີວິດຂອງພວກເຂົາຕໍ່ສູ້ເພື່ອປະໂຫຍດຂອງຊາຕານ. ຂໍ້ແທ້ຈິງທັງໝົດເຫຼົ່ານີ້ບໍ່ຊັດເຈນອີກບໍ? ຖ້າເຈົ້າແມ່ນຄົນທີ່ຮັກຄວາມຈິງຢ່າງແທ້ຈິງ ແລ້ວເປັນຫຍັງເຈົ້າຄືບໍ່ນັບຖືຜູ້ທີ່ປະຕິບັດຄວາມຈິງ ແລະ ເປັນຫຍັງເຈົ້າຈຶ່ງຕິດຕາມຄົນທີ່ບໍ່ປະຕິບັດຄວາມຈິງ ໃນເວລາທີ່ສີໜ້າຂອງພວກເຂົາປ່ຽນໄປ? ນີ້ແມ່ນບັນຫາປະເພດໃດ? ເຮົາບໍ່ສົນວ່າ ເຈົ້າຈະມີຄວາມສາມາດໃນການຕັດສິນທີ່ດີ ຫຼື ບໍ່. ເຮົາບໍ່ສົນວ່າ ເຈົ້າໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງຫຼາຍຊໍ່າໃດ. ເຮົາບໍ່ສົນວ່າ ກອງກໍາລັງຂອງເຈົ້າຈະຍິ່ງໃຫຍ່ຊໍ່າໃດ ແລະ ເຮົາບໍ່ສົນວ່າ ເຈົ້າຄືຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ ຫຼື ຫົວໜ້າທີມທີ່ຖືທຸງ. ຖ້າກອງກໍາລັງຂອງເຈົ້າຍິ່ງໃຫຍ່, ນັ້ນກໍຍ້ອນຄວາມຊ່ວຍເຫຼືອຈາກກໍາລັງຂອງຊາຕານເທົ່ານັ້ນ. ຖ້າກຽດຂອງເຈົ້າສູງ, ນັ້ນກໍຍ້ອນວ່າ ຫຼາຍຄົນທີ່ຢູ່ອ້ອມຂ້າງເຈົ້າບໍ່ໄດ້ປະຕິບັດຄວາມຈິງ. ຖ້າເຈົ້າບໍ່ໄດ້ຖືກຂັບໄລ່ອອກ, ນັ້ນກໍຍ້ອນວ່າ ຕອນນີ້ບໍ່ແມ່ນເວລາຂອງການເຮັດພາລະກິດການຂັບໄລ່ເທື່ອ; ໃນທາງກົງກັນຂ້າມ ມັນແມ່ນເວລາແຫ່ງພາລະກິດຂອງການກໍາຈັດ. ບໍ່ມີຄວາມຮີບດ່ວນທີ່ຈະຂັບໄລ່ເຈົ້າຕອນນີ້. ເຮົາພຽງແຕ່ລໍຖ້າໃຫ້ມື້ນັ້ນມາເຖິງ ມື້ທີ່ເຮົາຈະລົງໂທດເຈົ້າຫຼັງຈາກທີ່ເຈົ້າຖືກກໍາຈັດ. ຜູ້ໃດທີ່ບໍ່ປະຕິບັດຄວາມຈິງຈະຖືກກໍາຈັດ!

(ຄັດຈາກບົດ “ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 4. ສິດຍາພິບານຂອງສາສະໜາ ແລະ ພວກເຖົ້າແກ່ແມ່ນຖືກວາງໂດຍພຣະເຈົ້າແທ້ໆ ຫຼື ບໍ່ ແລະ ສິດຍາພິບານ ແລະ ພວກເຖົ້າແກ່ກຳລັງເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າ ຫຼື ບໍ່

ຕໍ່ໄປ: 1. ເປັນຫຍັງລັດຖະບານພັກກອມມູນິດຈີນຈຶ່ງກົດຂີ່ີ ແລະ ຂົມເຫັງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຢ່າງປ່າເຖື່ອນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້