2. ເປັນຫຍັງຈຶ່ງມີການເວົ້າວ່າ ສິດຍາພິບານຂອງສາສະໜາ ແລະ ພວກເຖົ້າແກ່ຈຶ່ງລ້ວນແລ້ວແຕ່ຍ່າງຕາມເສັ້ນທາງຂອງພວກຟາຣີຊາຍ ແລະ ແກ່ນແທ້ຂອງພວກເຂົາແມ່ນຫຍັງ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຍ້ອນຜູ້ຫຼອກລວງຫຼາຍຄົນໄດ້ອອກໄປໃນໂລກ ໂດຍປະຕິເສດທີ່ຈະຍອມຮັບການມາເຖິງຂອງພຣະເຢຊູຄຣິດໃນເນື້ອໜັງ. ບຸກຄົນໃດກໍຕາມທີ່ເປັນແບບນັ້ນກໍເປັນຜູ້ຫຼອກລວງ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ” (2 ໂຢຮັນ 1:7).

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ?

(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?

(ຄັດຈາກບົດ “ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມີສັດທາໃນພຣະທໍາທຸກຂໍ້ຂອງພຣະເຈົ້າ ແລະ ໃນພາລະກິດຂອງພຣະອົງທັງໝົດ. ນັ້ນໝາຍຄວາມວ່າ ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສະຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ?

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໃສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໃສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໃສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໃສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນອັນຕະລາຍທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ເປັນເຈົ້ານາຍຢຸ່ເໜືອພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ເປັນຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບຸນ. ການຮັບໃຊ້ແບບນີ້ລົບກວນພາລະກິດຂອງພຣະເຈົ້າ. ຜູ້ຄົນມັກຢຶດຕິດກັບສິ່ງເກົ່າ. ພວກເຂົາຍຶດຕິດກັບແນວຄວາມຄິດໃນອະດີດ, ຍຶດຕິດກັບສິ່ງຕ່າງໆຈາກອະດີດ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງຕໍ່ການຮັບໃຊ້ຂອງພວກເຂົາ. ຖ້າເຈົ້າບໍ່ສາມາດປະຖິ້ມພວກມັນ, ສິ່ງເຫຼົ່ານີ້ຈະບີບຮັດເຈົ້າຕະຫຼອດຊີວິດ. ພຣະເຈົ້າຈະບໍ່ຍົກຍໍເຈົ້າແມ່ນແຕ່ໜ້ອຍດຽວ ບໍ່ວ່າເຈົ້າຈະຫັກຂາແລ່ນ ຫຼື ຫັກຫຼັງເຈົ້າໂດຍໃຊ້ແຮງງານໜັກກໍ່ຕາມ, ບໍ່ວ່າເຈົ້າຈະຖືກຂ້າໃນການຮັບໃຊ້ພຣະເຈົ້າກໍຕາມ. ກົງກັນຂ້າມ, ພຣະອົງຈະບອກວ່າເຈົ້າເປັນຄົນຊົ່ວຊ້າ.

(ຄັດຈາກບົດ “ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່? ເຮົາຖາມພວກເຈົ້າອີກຄັ້ງ: ມັນບໍ່ງ່າຍສຳລັບພວກເຈົ້າຫຼາຍໄປບໍທີ່ຈະເຮັດຜິດພາດຄືກັບພວກຟາລິຊາຍກ່ອນໜ້ານີ້ ໂດຍທີ່ພວກເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະເຢຊູແມ່ນແຕ່ໜ້ອຍດຽວ? ເຈົ້າສາມາດເບິ່ງຫົນທາງແຫ່ງຄວາມຈິງອອກບໍ່? ເຈົ້າສາມາດຮັບປະກັນໄດ້ບໍ່ວ່າ ເຈົ້າຈະບໍ່ຕໍ່ຕ້ານພຣະຄຣິດ? ເຈົ້າສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ບໍ່? ຖ້າເຈົ້າບໍ່ຮູ້ຈັກວ່າ ເຈົ້າຈະຕໍ່ຕ້ານພຣະຄຣິດ ຫຼື ບໍ່, ແລ້ວເຮົາເວົ້າວ່າ ເຈົ້າດຳລົງຊີວິດຢູ່ໃນຂອບເຂດໃກ້ຄວາມຕາຍແລ້ວ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເມຊີອາສາມາດຕໍ່ຕ້ານພຣະເຢຊູ, ປະຕິເສດພຣະເຢຊູ ແລະ ກ່າວຮ້າຍພຣະອົງໄດ້ທັງໝົດ. ຄົນທີ່ບໍ່ເຂົ້າໃຈພຣະເຢຊູສາມາດປະຕິເສດພຣະອົງ ແລະ ດ່າພຣະອົງໄດ້ທັງໝົດ. ຍິ່ງໄປກວ່ານັ້ນ ພວກເຂົາສາມາດເຫັນການກັບມາຂອງພຣະເຢຊູເປັນການຫຼອກລວງຂອງຊາຕານ ແລະ ມີຄົນຈຳນວນຫຼາຍຂຶ້ນຈະກ່າວໂທດພຣະເຢຊູທີ່ກັບມາເປັນມະນຸດ. ສິ່ງທັງໝົດນີ້ບໍ່ເຮັດໃຫ້ພວກເຈົ້າຢ້ານບໍ? ສິ່ງທີ່ພວກເຈົ້າພະເຊີນຈະເປັນການໝິ່ນປະໝາດພຣະວິນຍານບໍລິສຸດ, ການຫຼົ້ມຈົມຂອງພຣະທຳຂອງພຣະວິນຍານບໍລິສຸດທີ່ມີຕໍ່ຄຣິສຕະຈັກ ແລະ ການປະຕິເສດແບບດູຖູກໃນທຸກສິ່ງທີ່ພຣະເຢຊູໄດ້ສຳແດງອອກ. ພວກເຈົ້າສາມາດຮັບຫຍັງຈາກພຣະເຢຊູຖ້າພວກເຈົ້າສັບສົນມືນເມົາເຊັ່ນນີ້? ຖ້າພວກເຈົ້າປະຕິເສດບໍ່ຍອມຮັບເອົາຄວາມຜິດພາດຂອງພວກເຈົ້າຢ່າງດື້ດ້ານ, ພວກເຈົ້າຈະສາມາດເຂົ້າໃຈພາລະກິດຂອງພຣະເຢຊູເມື່ອພຣະອົງກັບມາເປັນມະນຸດເທິງເມກສີຂາວໄດ້ແນວໃດ? ເຮົາບອກພວກເຈົ້າສິ່ງນີ້: ຄົນທີ່ບໍ່ຍອມຮັບຄວາມຈິງ ແຕ່ລໍຖ້າການມາເຖິງຂອງພຣະເຢຊູເທິງເມກສີຂາວຢ່າງຕາບອດຈະໝິ່ນປະໝາດພຣະວິນຍານບໍລິສຸດຢ່າງແນ່ນອນ ແລະ ພວກເຂົາເປັນກຸ່ມຄົນທີ່ສົມຄວນຖືກທຳລາຍ. ພວກເຈົ້າພຽງແຕ່ຕ້ອງການພຣະຄຸນຂອງພຣະເຢຊູ ແລະ ພຽງແຕ່ຕ້ອງການຮັບອານາຈັກສະຫວັນທີ່ມີແຕ່ຄວາມສຸກ, ແຕ່ພວກເຈົ້າບໍ່ເຄີຍເຊື່ອຟັງພຣະທຳທີ່ພຣະເຢຊູກ່າວ ແລະ ບໍ່ເຄີຍຮັບເອົາຄວາມຈິງທີ່ພຣະເຢຊູສຳແດງອອກໃນເວລາທີ່ພຣະອົງກັບມາເປັນມະນຸດ. ພວກເຈົ້າຈະຍຶດຖືສິ່ງໃດເພື່ອແລກປ່ຽນກັບຄວາມຈິງທີ່ພຣະເຢຊູກັບມາເທິງເມກສີຂາວ? ຍຶດຖືຄວາມຈິງໃຈທີ່ພວກເຈົ້າເຮັດບາບຢູ່ຕະຫຼອດ ແລະ ຫຼັງຈາກນັ້ນກໍສາລະພາບມັນຊໍ້າແລ້ວຊໍ້າອີກນັ້ນບໍ? ພວກເຈົ້າຈະຖວາຍເຄື່ອງບູຊາຫຍັງໃຫ້ແກ່ພຣະເຢຊູ ຜູ້ທີ່ຈະກັບມາເທິງເມກສີຂາວ? ມັນເປັນປີແຫ່ງພາລະກິດທີ່ພວກເຈົ້າສັນລະເສີນຕົນເອງບໍ່? ພວກເຈົ້າຈະຍຶດຖືສິ່ງໃດເພື່ອເຮັດໃຫ້ພຣະເຢຊູ ຜູ້ທີ່ຈະກັບມາ ເຊື່ອໃນຕົວເຈົ້າ? ຍຶດຖືເອົາທຳມະຊາດແຫ່ງການອວດດີຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຖືຄວາມຈິງນັ້ນບໍ?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 1. ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງສາບແຊ່ງພວກຟາຣີຊາຍ ແລະ ແກ່ນແທ້ຂອງພວກຟາຣີຊາຍແມ່ນຫຍັງ

ຕໍ່ໄປ: 3. ເປັນຫຍັງແຕ່ລະຂັ້ນຕອນໃໝ່ໆໃນພາລະກິດຂອງພຣະເຈົ້າຈຶ່ງພົບກັບການທ້າທາຍທີ່ໂຫດຮ້າຍ ແລະ ການປະນາມຈາກໂລກແຫ່ງສາສະໜາ ແລະ ຕົ້ນຕໍຂອງສິ່ງນີ້ແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້