1. ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງສາບແຊ່ງພວກຟາຣີຊາຍ ແລະ ແກ່ນແທ້ຂອງພວກຟາຣີຊາຍແມ່ນຫຍັງ

ຂໍ້ຄວາມຈາກພຣະຄໍາພີເພື່ອອ້າງອີງ:

“ຄົນເຫຼົ່ານີ້ເຂົ້າໃກ້ເຮົາແຕ່ປາກ ແລະ ໃຫ້ກຽດເຮົາແຕ່ຮີມສົບຂອງພວກເຂົາ; ແຕ່ຫົວໃຈຂອງພວກເຂົາຢູ່ຫ່າງໄກເຮົາ. ການທີ່ພວກເຂົານະມັດສະການເຮົານັ້ນ ບໍ່ມີປະໂຫຍດຫຍັງໝົດ ເພາະພວກເຂົາເທດສະໜາຫຼັກຄຳສອນກົດບັນຍັດຂອງມະນຸດ” (ມັດທາຍ 15:8-9).

“ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າກືນກິນບ້ານຂອງຍິງໝ້າຍ ແລະ ແກ້ງອະທິຖານຍືດຍາວ, ດ້ວຍເຫດນັ້ນ ເຈົ້າຈະໄດ້ຮັບຄຳສາບແຊ່ງທີ່ຍິ່ງໃຫຍ່.

“ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະລົກຫຼາຍກວ່າເຈົ້າຕັ້ງສອງເທົ່າ.

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່? ພວກເຂົາເຕັມໄປດ້ວຍຄວາມເພີ້ຝັນກ່ຽວກັບພຣະເມຊີອາ. ນອກເໜືອໄປກວ່ານັ້ນ ພວກເຂົາພຽງແຕ່ເຊື່ອວ່າ ພຣະເມຊີອາຈະລົງມາ ແຕ່ບໍ່ສະແຫວງຫາຄວາມຈິງແຫ່ງຊີວິດ. ດ້ວຍເຫດນັ້ນ ພວກເຂົາຍັງຄົງລໍຖ້າພຣະເມຊີອາໃນປັດຈຸບັນ ເພາະພວກເຂົາບໍ່ມີຄວາມຮູ້ກ່ຽວກັບຫົນທາງແຫ່ງຊີວິດ ແລະ ບໍ່ຮູ້ວ່າ ຫົນທາງແຫ່ງຄວາມຈິງຄືຫຍັງ. ພວກເຈົ້າເວົ້າວ່າ ຄົນທີ່ໂງ່ຈ້າ, ດື້ດ້ານ ແລະ ຂາດຄວາມຮູ້ແບບນີ້ຈະຮັບພອນຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະເຫັນພຣະເມຊີອາໄດ້ແນວໃດ? ພວກເຂົາຕໍ່ຕ້ານພຣະເຢຊູ ກໍຍ້ອນພວກເຂົາບໍ່ຮູ້ທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຫົນທາງແຫ່ງຄວາມຈິງທີ່ພຣະເຢຊູກ່າວເຖິງ ແລະ ນອກເໜືອໄປກວ່ານັ້ນ ກໍຍ້ອນພວກເຂົາບໍ່ເຂົ້າໃຈກ່ຽວກັບພຣະເມຊີອາ. ເນື່ອງຈາກວ່າ ພວກເຂົາບໍ່ເຄີຍເຫັນພຣະເມຊີອາ ແລະ ບໍ່ເຄີຍຢູ່ຮ່ວມກັບພຣະເມຊີອາ ພວກເຂົາໄດ້ເຮັດຜິດພາດໃນການຍຶດຕິດຢ່າງໄຮ້ປະໂຫຍດກັບນາມມະຍົດຂອງພຣະເມຊີອາ ໃນຂະນະດຽວກັນພວກເຂົາກໍຕໍ່ຕ້ານທາດແທ້ຂອງພຣະເມຊີອາດ້ວຍທຸກວິທີທາງທີ່ເປັນໄປໄດ້. ທາດແທ້ຂອງພວກຟາລີຊາຍແມ່ນຄວາມດື້ດ້ານ, ຄວາມອວດດີ ແລະ ບໍ່ເຊື່ອຟັງຄວາມຈິງ. ຫຼັກການແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນ: ເຖິງວ່າເຈົ້າຈະມີການເທດສະໜາທີ່ມີຄວາມໝາຍເລິກເຊິ່ງ, ເຖິງເຈົ້າຈະມີອຳນາດທີ່ສູງສົ່ງ ເຈົ້າກໍບໍ່ແມ່ນພຣະຄຣິດ ນອກຈາກເຈົ້າຈະຖືກເອີ້ນວ່າ ພຣະເມຊີອາ. ຄວາມຄິດເຫັນເຫຼົ່ານີ້ບໍ່ແມ່ນສິ່ງທີ່ຂັດກັບເຫດຜົນ ແລະ ເປັນຕາເບື່ອນ່າຍບໍ່?

(ຄັດຈາກບົດ “ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກຟາລິຊາຍທີ່ເປັນຊາວຢິວໃຊ້ກົດບັນຍັດຂອງໂມເຊເພື່ອກ່າວໂທດພຣະເຢຊູ. ພວກເຂົາບໍ່ສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະເຢຊູໃນເວລານັ້ນ ແຕ່ພາກັນປະຕິບັດຕາມກົດບັນຍັດ, ປະຕິບັດຕາມໜັງສືຢ່າງເຂັ້ມງວດ ຈົນເຖິງຂັ້ນຄຶງພຣະເຢຊູຜູ້ບໍລິສຸດໃສ່ໄມ້ການແຂນ ແລ້ວກໍກ່າວຫາວ່າ ພຣະອົງບໍ່ປະຕິບັດຕາມກົດບັນຍັດໃນພັນທະສັນຍາເດີມ ແລະ ບໍ່ແມ່ນພຣະເມຊີອາ. ທາດແທ້ຂອງພວກເຂົາແມ່ນຫຍັງ? ບໍ່ແມ່ນຍ້ອນພວກເຂົາບໍ່ໄດ້ສະແຫວງຫາຫົນທາງເຂົ້າກັບຄວາມຈິງບໍ? ພວກເຂົາຫຼົງໄຫຼກັບພຣະທຳທຸກຂໍ້ໃນພຣະຄຳພີ, ແຕ່ບໍ່ສົນໃຈຕໍ່ຄວາມປະສົງ, ຂັ້ນຕອນ ແລະ ແນວທາງພາລະກິດຂອງເຮົາ. ພວກເຂົາບໍ່ແມ່ນຄົນທີ່ສະແຫວງຫາຄວາມຈິງ ແຕ່ເປັນຄົນທີ່ຍຶດຕິດຕໍ່ພຣະທຳຢ່າງເຂັ້ມງວດ; ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ເປັນຄົນທີ່ເຊື່ອໃນພຣະຄຳພີ. ແທ້ຈິງແລ້ວ ພວກເຂົາເປັນໝາເຝົ້າພຣະຄຳພີ. ເພື່ອຮັກສາຜົນປະໂຫຍດຂອງພຣະຄຳພີ ແລະ ສົ່ງເສີມຄວາມສະຫງ່າງາມຂອງພຣະຄຳພີ ແລະ ປົກປ້ອງຊື່ສຽງຂອງພຣະຄຳພີ, ພວກເຂົາເຮັດຈົນເຖິງຂັ້ນຄຶງພຣະເຢຊູຜູ້ເຕັມໄປດ້ວຍຄວາມເມດຕາໃສ່ໄມ້ກາງແຂນ. ພວກເຂົາເຮັດພຽງແຕ່ເພື່ອປົກປ້ອງພຣະຄຳພີ ແລະ ເພື່ອຜົນປະໂຫຍດໃນການຮັກສາສະພາບຂອງພຣະທຳທຸກຂໍ້ໃນພຣະຄຳພີໄວ້ໃນຫົວໃຈຂອງມະນຸດເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງເລືອກທີ່ຈະປະຖິ້ມອະນາຄົດຂອງພວກເຂົາ ແລະ ການໄຖ່ບາບ ເພື່ອກ່າວລົງໂທດພຣະເຢຊູຈົນສິ້ນພະຊົນ ຍ້ອນວ່າພຣະອົງບໍ່ສອດຄ່ອງກັບທິດສະດີພຣະຄຳພີຂອງພວກເຂົາ. ພວກເຂົາບໍ່ແມ່ນຂີ້ຂ້າຂອງພຣະທຳທຸກໆຂໍ້ໃນພຣະຄຳພີບໍ?

(ຄັດຈາກບົດ “ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພວກຟາຣີຊາຍຕັດສິນພຣະເຢຊູ

ມາລະໂກ 3:21–22 ແລະ ເມື່ອເພື່ອນຂອງພຣະອົງໄດ້ຍິນກ່ຽວກັບເລື່ອງນີ້ ພວກເຂົາກໍອອກໄປຈັບກຸມພຣະອົງ ຍ້ອນພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ. ແລະ ພວກທຳມະຈານ ເຊິ່ງມາຈາກເມືອງເຢລູຊາເລັມກໍເວົ້າວ່າ ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ.

ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ

ມັດທາຍ 12:31–32 ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດນັ້ນ ມະນຸດຈະໄດ້ຮັບການອະໄພ ແຕ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດນັ້ນ ມະນຸດຈະບໍ່ໄດ້ຮັບການອະໄພ. ແລະ ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ ເຂົາກໍຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ.

............

ໃນພຣະຄຳພີ, ການທີ່ພວກຟາຣີຊາຍປະເມີນພຣະເຢຊູເອງ ແລະ ສິ່ງຕ່າງໆທີ່ພຣະອົງເຮັດແມ່ນ: “ພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ... ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21–22). ການທີ່ພວກທຳມະຈານ ແລະ ພວກຟາຣີຊາຍຕັດສິນພຣະເຢຊູເຈົ້າບໍ່ແມ່ນວ່າພວກເຂົາພຽງແຕ່ລອກແບບຄຳເວົ້າຂອງຄົນອື່ນເທົ່ານັ້ນ ແລະ ມັນບໍ່ແມ່ນການຄາດເດົາທີ່ໄຮ້ມູນຄວາມຈິງ, ມັນຄືຂໍ້ສະຫຼຸບທີ່ພວກເຂົາຖອດຖອນກ່ຽວກັບພຣະເຢຊູເຈົ້າຈາກສິ່ງທີ່ພວກເຂົາເຫັນ ແລະ ໄດ້ຍິນກ່ຽວກັບການກະທຳຂອງພຣະອົງ. ເຖິງແມ່ນຂໍ້ສະຫຼຸບຂອງພວກເຂົາຖືກສ້າງຂຶ້ນໃນນາມຂອງຄວາມຍຸຕິທຳຢ່າງເຫັນໄດ້ຊັດເຈນ ແລະ ປາກົດຕໍ່ຜູ້ຄົນຄືກັບວ່າສົມເຫດສົມຜົນ, ຄວາມອວດດີທີ່ພວກເຂົາຕັດສິນພຣະເຢຊູເຈົ້າກໍຍາກທີ່ແມ່ນແຕ່ພວກເຂົາເອງຈະຢັບຢັ້ງໄດ້. ພະລັງອັນບ້າປ່ວງແຫ່ງຄວາມກຽດຊັງຂອງພວກເຂົາສຳລັບພຣະເຢຊູເຈົ້າໄດ້ເປີດໂປງຄວາມທະເຍີທະຍານຂອງພວກເຂົາເອງ ແລະ ໃບໜ້າແບບຊາຕານທີ່ຊົ່ວຮ້າຍຂອງພວກເຂົາ ພ້ອມທັງທຳມະຊາດທີ່ເປັນອັນຕະລາຍຂອງພວກເຂົາ ທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ສິ່ງເຫຼົ່ານີ້ທີ່ພວກເຂົາກ່າວໃນການທີ່ພວກເຂົາຕັດສິນພຣະເຢຊູເຈົ້າແມ່ນຖືກຂັບເຄື່ອນໂດຍຄວາມທະເຍີທະຍານອັນປ່າເຖື່ອນຂອງພວກເຂົາ, ຄວາມອິດສາ ແລະ ທຳມະຊາດທີ່ຂີ້ຮ້າຍ ແລະ ເປັນອັນຕະລາຍຂອງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ. ພວກເຂົາບໍ່ໄດ້ສືບສວນແຫຼ່ງທີ່ມາຂອງການກະທຳຂອງພຣະເຢຊູເຈົ້າ ຫຼື ພວກເຂົາບໍ່ສືບສວນແກ່ນແທ້ຂອງສິ່ງທີ່ພຣະອົງກ່າວ ຫຼື ເຮັດ. ກົງກັນຂ້າມ ພວກເຂົາໂຈມຕີ ແລະ ຫຼຸດຄວາມໜ້າເຊື່ອຖືຂອງສິ່ງທີ່ພຣະອົງໄດ້ເຮັດ ຢ່າງຫຼັບຫູຫຼັບຕາ, ໃນສະພາວະທີ່ປັ່ນປ່ວນຢ່າງບ້າບໍ ແລະ ດ້ວຍເຈດຕະນາຫວັງທໍາຮ້າຍ. ພວກເຂົາເຖິງກັບຕັ້ງໃຈຫຼຸດຄວາມໜ້າເຊື່ອຖືຂອງພຣະວິນຍານຂອງພຣະອົງ ນັ້ນກໍຄື ພຣະວິນຍານບໍລິສຸດທີ່ເປັນພຣະວິນຍານຂອງພຣະເຈົ້າ. ນີ້ຄືສິ່ງທີ່ພວກເຂົາໝາຍເຖິງເມື່ອພວກເຂົາເວົ້າວ່າ: “ພຣະອົງເປັນບ້າໄປແລ້ວ”, “ມານຮ້າຍເບເອນເຊບຸບ” ແລະ “ເຈົ້າຊາຍຂອງມານຮ້າຍ”. ນັ້ນໝາຍຄວາມວ່າ ພວກເຂົາເວົ້າວ່າພຣະວິນຍານຂອງພຣະເຈົ້າແມ່ນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ. ພວກເຂົາບອກລັກສະນະພາລະກິດຂອງພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໄດ້ປົກຄຸມພຣະອົງເອງໃນເນື້ອໜັງ ວ່າເປັນຄວາມບ້າບໍ. ພວກເຂົາບໍ່ພຽງແຕ່ໝິ່ນປະໝາດພຣະວິນຍານຂອງພຣະເຈົ້າວ່າເປັນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ, ແຕ່ຍັງກ່າວໂທດພາລະກິດຂອງພຣະເຈົ້າ ແລະ ກ່າວໂທດ ແລະ ໝິ່ນປະໝາດພຣະເຢຊູຄຣິດເຈົ້າ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາ ແລະ ການໝິ່ນປະໝາດພຣະເຈົ້າແມ່ນເປັນແກ່ນແທ້ດຽວກັນກັບການຕໍ່ຕ້ານ ແລະ ການໝິ່ນປະໝາດພຣະເຈົ້າທີ່ຊາຕານ ແລະ ຜີຮ້າຍສະແດງອອກທັງສິ້ນ. ພວກເຂົາບໍ່ພຽງແຕ່ເປັນຕົວແທນຂອງມະນຸດທີ່ເສື່ອມຊາມເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກເຂົາເປັນຕົວຕົນຂອງຊາຕານ. ພວກເຂົາເປັນຊ່ອງທາງສຳລັບຊາຕານທີ່ຢູ່ທ່າມກາງມະນຸດຊາດ ແລະ ພວກເຂົາເປັນຜູ້ສົມຮູ້ຮ່ວມຄິດ ແລະ ຂີ້ຂ້າຂອງຊາຕານ. ແກ່ນແທ້ຂອງການໝິ່ນປະໝາດຂອງພວກເຂົາ ແລະ ການທີ່ພວກເຂົາໃສ່ຮ້າຍປ້າຍສີພຣະເຢຊູຄຣິດເຈົ້າແມ່ນການຕໍ່ສູ້ຂອງພວກເຂົາກັບພຣະເຈົ້າເພື່ອສະຖານະ, ການຕໍ່ຕ້ານຂອງພວກເຂົາກັບພຣະເຈົ້າ ແລະ ການທີ່ພວກເຂົາທົດສອບພຣະເຈົ້າຢ່າງບໍ່ສິ້ນສຸດ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາຕໍ່ພຣະເຈົ້າ ແລະ ທ່າທີແຫ່ງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະອົງ ພ້ອມທັງຄຳເວົ້າຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາ ໄດ້ໝິ່ນປະໝາດ ແລະ ເຮັດໃຫ້ພຣະວິນຍານຂອງພຣະເຈົ້າໃຈຮ້າຍໂດຍກົງ. ສະນັ້ນ ພຣະເຈົ້າຈຶ່ງກຳນົດການພິພາກສາທີ່ສົມເຫດສົມຜົນ ໂດຍອີງຕາມສິ່ງທີ່ພວກເຂົາກ່າວ ແລະ ເຮັດ ແລະ ພຣະເຈົ້າຕັດສິນການກະທຳຂອງພວກເຂົາວ່າເປັນຄວາມຜິດບາບທີ່ໝິ່ນປະໝາດພຣະວິນຍານບໍລິສຸດ. ຄວາມຜິດບາບນີ້ແມ່ນບໍ່ສາມາດໃຫ້ອະໄພໄດ້ທັງໃນໂລກນີ້ ແລະ ໂລກທີ່ກຳລັງຈະມາເຖິງ ເຊິ່ງເກີດອອກຈາກຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດນັ້ນ ມະນຸດຈະບໍ່ໄດ້ຮັບການອະໄພ” ແລະ “ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 2. ເປັນຫຍັງພຣະເຈົ້າຈຶ່ງອວຍພອນຄຣິສຕະຈັກທີ່ຍອມຮັບ ແລະ ເຊື່ອຟັງພາລະກິດຂອງພຣະອົງເທົ່ານັ້ນ ແລະ ເປັນຫຍັງໂລກແຫ່ງສາສະໜາຈຶ່ງຖືກສາບແຊ່ງໂດຍພຣະເຈົ້າ

ຕໍ່ໄປ: 2. ເປັນຫຍັງຈຶ່ງມີການເວົ້າວ່າ ສິດຍາພິບານຂອງສາສະໜາ ແລະ ພວກເຖົ້າແກ່ຈຶ່ງລ້ວນແລ້ວແຕ່ຍ່າງຕາມເສັ້ນທາງຂອງພວກຟາຣີຊາຍ ແລະ ແກ່ນແທ້ຂອງພວກເຂົາແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້