ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງຄວາມເສື່ອມຊາມຂອງມະນຸດຊາດ | ຄັດຕອນ 349
ປະຫວັດສາດໄດ້ໃຊ້ຫຼາຍສິບຫຼາຍພັນກວ່າປີເພື່ອທີ່ມະນຸດຊາດຈະມາຮອດຈຸດທີ່ຕົນຢູ່ໃນປັດຈຸບັນ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ. ມະນຸດເຂົ້າໃຈໜ້ອຍເກີນໄປ ແລະ ມະນຸດເອງແມ່ນຂາດແຄນເກີນໄປ; ຄວາມສັດທາຂອງເຂົາຕໍ່ກັບເຮົາ ແມ່ນບໍ່ມີສະຕິ ແລະ ບໍ່ສົນໃຈ. ເຖິງແມ່ນວ່າເຂົາບໍ່ຮູ້ວ່າສັດທາແມ່ນຫຍັງ ຫຼື ຍ້ອນຫຍັງເຂົາຈຶ່ງມີຄວາມສັດທາໃນເຮົາ, ເຂົາຍັງສືບຕໍ່ເຊື່ອໃນເຮົາຢ່າງຫຼົງໄຫຼ. ສິ່ງທີ່ເຮົາຮຽກຮ້ອງກັບມະນຸດບໍ່ແມ່ນພຽງແຕ່ໃຫ້ເຂົາຮ້ອງຫາເຮົາຢ່າງຫຼົງໄຫຼແບບວິທີນີ້ ຫຼື ເຊື່ອໃນເຮົາແບບພໍເປັນພິທີ, ຍ້ອນວ່າພາລະກິດທີ່ເຮົາເຮັດແມ່ນເພື່ອວ່າ ມະນຸດອາດໄດ້ເຫັນເຮົາ ແລະ ຮູ້ຈັກເຮົາ, ບໍ່ແມ່ນເພື່ອໃຫ້ມະນຸດໄດ້ປະທັບໃຈ ແລະ ເບິ່ງເຮົາໃນແສງສະຫວ່າງໃໝ່. ຄັ້ງໜຶ່ງ ເຮົາເຄີຍສຳແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຫຼາຍຢ່າງ ແລະ ສະແດງຫຼາຍສິ່ງທີ່ອັດສະຈັນ ແລະ ບັນດາຊາວອິດສະຣາເອນໃນເວລານັ້ນໄດ້ສະແດງຄວາມເຄົາລົບຕໍ່ເຮົາຢ່າງໃຫຍ່ຫຼວງ ແລະ ເຊີດຊູຕໍ່ຄວາມສາມາດພິເສດຂອງເຮົາຢ່າງສູງ ໃນການຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີສາດຮ້າຍ. ໃນເວລານັ້ນ, ຊາວຢິວຄິດວ່າພະລັງອຳນາດໃນການປິ່ນປົວຂອງເຮົາແມ່ນມີຄວາມຊໍານານ, ພິເສດທີ່ສຸດ ແລະ ຍ້ອນການກະທຳຫຼາຍຢ່າງຂອງເຮົາ, ພວກເຂົາທຸກຄົນຈຶ່ງເຄົາລົບບູຊາເຮົາ ແລະ ຮູ້ສຶກເຄົາລົບເຮົາຢ່າງສູງຕໍ່ອໍານາດທັງໝົດຂອງເຮົາ. ດັ່ງນັ້ນ, ຜູ້ຄົນທັງໝົດທີ່ໄດ້ເຫັນເຮົາສະແດງສິ່ງມະຫັດສະຈັນ ໄດ້ຕິດຕາມເຮົາຢ່າງໃກ້ສິດ, ເຊັ່ນວ່າບັນດາຫຼາຍພັນຄົນທີ່ໄດ້ຢູ່ອ້ອມຂ້າງເຮົາ ເພື່ອເບິ່ງເຮົາຮັກສາຄົນເຈັບປ່ວຍ. ເຮົາໄດ້ສະແດງໝາຍສໍາຄັນ ແລະ ສິ່ງມະຫັດສະຈັນຢ່າງຫຼວງຫຼາຍ, ແຕ່ວ່າ ຜູ້ຄົນພຽງແຕ່ເບິ່ງເຮົາເປັນຜູ້ຊ່ຽວຊານທາງການແພດ; ເຊັ່ນດຽວກັນ, ເຮົາໄດ້ເວົ້າພຣະທໍາຢ່າງຫຼວງຫຼາຍເພື່ອສອນຜູ້ຄົນໃນເວລານັ້ນ, ແຕ່ວ່າພວກເຂົາພຽງແຕ່ເຫັນເຮົາເປັນຄູສອນທີ່ມີຄວາມສາມາດເໜືອກວ່າອັກຄະສາວົກຂອງເຂົາເທົ່ານັ້ນ. ແມ່ນແຕ່ທຸກວັນນີ້, ຫຼັງຈາກທີ່ມະນຸດໄດ້ພົບເຫັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງເຮົາ, ການແປຄວາມໝາຍຂອງພວກເຂົາຍັງສືບຕໍ່ເນື່ອງວ່າເຮົາແມ່ນແພດຜູ້ຍິ່ງໃຫຍ່ ຜູ້ທີ່ຮັກສາຄົນເຈັບປ່ວຍ ແລະ ຄູສອນຕໍ່ຜູ້ທີ່ບໍ່ມີຄວາມຮູ້ ແລະ ພວກເຂົາໄດ້ໃຫ້ນິຍາມເຮົາຄືກັບພຣະເຢຊູຄຣິດເຈົ້າ ຜູ້ທີ່ມີຄວາມເມດຕາ. ຜູ້ຄົນເຫຼົ່ານັ້ນທີ່ແປພຣະຄຳພີ ອາດມີຄວາມເໜືອກວ່າທັກສະຂອງເຮົາໃນການປິ່ນປົວ ຫຼື ອາດແມ່ນແຕ່ເປັນອັກຄະສາວົກຜູ້ທີ່ມີຄວາມເໜືອກວ່າອາຈານຂອງພວກເຂົາ, ແຕ່ມະນຸດເຫຼົ່ານັ້ນ ຜູ້ທີ່ມີຊື່ສຽງໂດ່ງດັງ, ຜູ້ທີ່ມີຊື່ເປັນທີ່ຮູ້ຈັກກັນທົ່ວໂລກ ຖືວ່າເຮົານັ້ນຕ່ຳຕ້ອຍຫຼາຍໂດຍເປັນພຽງແຕ່ແພດໝໍເທົ່ານັ້ນ. ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ. ຫຼາຍຄົນເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ. ຫຼາຍຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ. ຫຼາຍຄົນເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ. ຫຼາຍຄົນເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ. ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ຜູ້ຄົນ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ເຂົາກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບຜູ້ຄົນ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ເຂົາກໍໃຈຮ້າຍ. ເມື່ອຜູ້ຄົນຮ້ອງຂໍໃຫ້ເຮົາປິ່ນປົວເຂົາ ແລະ ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງເຂົາ, ເຂົາກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ຜູ້ຄົນຕ້ອງການຈາກເຮົາໄປ, ເຂົາທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ຜູ້ຄົນມີຄວາມສັດທາໃນເຮົາ ເພາະວ່າຄວາມກະລຸນາຂອງເຮົາມີຫຼາຍເກີນໄປ ແລະ ເພາະມີປະໂຫຍດທີ່ຈະໄດ້ຮັບຫລາຍເກີນໄປ. ຊາວຢິວເຊື່ອໃນເຮົາ ເນື່ອງຈາກຄວາມກະລຸນາຂອງເຮົາ ແລະ ຕິດຕາມເຮົາທຸກບ່ອນທີ່ເຮົາໄປ. ບັນດາມະນຸດທີ່ໂງ່ຈ້າເຫຼົ່ານີ້ທີ່ມີຄວາມຮູ້ ແລະ ປະສົບການທີ່ຈຳກັດໄດ້ສະແຫວງຫາພຽງແຕ່ເພື່ອໄດ້ເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນທີ່ເຮົາສະແດງອອກມາ. ພວກເຂົາຖືວ່າເຮົາເປັນຫົວໜ້າຄົວເຮືອນຂອງຊາວຢິວ ເຊິ່ງເປັນຜູ້ທີ່ສາມາດສະແດງສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດ. ສະນັ້ນເມື່ອເຮົາໄດ້ຂັບໄລ່ຜີສາດຮ້າຍຈາກມະນຸດ, ມັນກໍເຮັດໃຫ້ເກີດມີການສົນທະນາຫຼາຍຢ່າງໃນບັນດາພວກເຂົາ: ພວກເຂົາເວົ້າວ່າເຮົາແມ່ນເອລີຢາ, ວ່າເຮົາແມ່ນໂມເຊ, ວ່າເຮົາແມ່ນຜູ້ທີ່ເກົ່າແກ່ທີ່ສຸດຈາກຜູ້ທໍານາຍທັງໝົດ, ວ່າເຮົາມີຄວາມຍິ່ງໃຫຍ່ທີ່ສຸດໃນບັນດາແພດທັງໝົດ. ນອກຈາກຕົວເຮົາເອງແລ້ວທີ່ເວົ້າວ່າເຮົາແມ່ນຊີວິດ, ຫົນທາງ ແລະ ຄວາມຈິງ, ແລ້ວບໍ່ມີໃຜສາມາດຮູ້ການດຳລົງຢູ່ຂອງເຮົາ ຫຼື ຕົວຕົນຂອງເຮົາ. ນອກຈາກຕົວເຮົາເອງແລ້ວທີ່ກ່າວວ່າ ສະຫວັນເປັນສະຖານທີ່ທີ່ພຣະບິດາຂອງເຮົາອາໄສຢູ່, ບໍ່ມີໃຜຮູ້ວ່າເຮົາແມ່ນພຣະບຸດຂອງພຣະເຈົ້າ ແລະ ພ້ອມນັ້ນກໍຍັງເປັນພຣະເຈົ້າອີກດ້ວຍ. ນອກຈາກຕົວເຮົາເອງແລ້ວທີ່ກ່າວວ່າ ເຮົາຈະນຳການໄຖ່ບາບມາສູ່ມະນຸດໂລກທັງໝົດ ແລະ ໄຖ່ບາບມະນຸດໂລກ, ບໍ່ມີໃຜຮູ້ວ່າເຮົາເປັນຜູ້ໄຖ່ບາບຂອງມະນຸດໂລກ ແລະ ມະນຸດພຽງແຕ່ຮູ້ຈັກເຮົາໃນນາມມະນຸດຜູ້ມີນ້ຳໃຈ ແລະ ມີຄວາມເມດຕາກະລຸນາ. ນອກຈາກຕົວເຮົາເອງທີ່ສາມາດອະທິບາຍໄດ້ທັງໝົດກ່ຽວກັບການເປັນຢູ່ຂອງເຮົາ, ບໍ່ມີໃຜຮູ້ຈັກເຮົາ ແລະ ບໍ່ມີໃຜເຊື່ອວ່າເຮົາແມ່ນພຣະບຸດຂອງພຣະເຈົ້າຜູ້ຊົງດໍາລົງຢູ່. ນັ້ນແມ່ນສັດທາຂອງຜູ້ຄົນທີ່ມີຕໍ່ຕົວເຮົາ ແລະ ວິທີທີ່ພວກເຂົາພະຍາຍາມຫຼອກລວງເຮົາ. ພວກເຂົາຈະສາມາດເປັນພະຍານໃຫ້ກັບເຮົາໄດ້ແນວໃດ ໃນເມື່ອພວກເຂົາມີທັດສະນະດັ່ງກ່າວກ່ຽວກັບເຮົາ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ປະຫວັດສາດໄດ້ໃຊ້ຫຼາຍສິບຫຼາຍພັນກວ່າປີເພື່ອທີ່ມະນຸດຊາດຈະມາຮອດຈຸດທີ່ຕົນຢູ່ໃນປັດຈຸບັນ...
ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ...
ໃນເວລານັ້ນ ພາລະກິດຂອງພຣະເຢຊູແມ່ນພາລະກິດເພື່ອໄຖ່ບາບໃຫ້ກັບມວນມະນຸດຊາດ. ຄວາມຜິດບາບຂອງທຸກຄົນທີ່ເຊື່ອໃນພຣະອົງແມ່ນໄດ້ຮັບການອະໄພ;...
ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ,...