ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 205
10 ເດືອນກໍລະກົດ 2025
ເຈົ້າຄວນອຸທິດທັງໝົດຂອງເຈົ້າໃຫ້ແກ່ພາລະກິດຂອງເຮົາ. ເຈົ້າຄວນເຮັດພາລະກິດທີ່ເປັນປະໂຫຍດຕໍ່ເຮົາ. ເຮົາເຕັມໃຈອະທິບາຍໃຫ້ແກ່ເຈົ້າກ່ຽວກັບທຸກສິ່ງທຸກຢ່າງທີ່ເຈົ້າຍັງບໍ່ເຂົ້າໃຈ ເພື່ອວ່າເຈົ້າຈະສາມາດໄດ້ຮັບທຸກສິ່ງທີ່ເຈົ້າຂາດຈາກເຮົາ. ເຖິງແມ່ນວ່າຄວາມບົກຜ່ອງຂອງເຈົ້າມີຫຼາຍຈົນນັບບໍ່ໄດ້, ເຮົາກໍ່ເຕັມໃຈທີ່ຈະສືບຕໍ່ເຮັດພາລະກິດທີ່ເຮົາຄວນເຮັດໃນຕົວເຈົ້າ ໂດຍມອບຄວາມເມດຕາຄັ້ງສຸດທ້າຍໃຫ້ແກ່ເຈົ້າ ເພື່ອວ່າເຈົ້າອາດໄດ້ຮັບປະໂຫຍດຈາກເຮົາ ແລະ ໄດ້ຮັບສະຫງ່າລາສີທີ່ບໍ່ມີຢູ່ໃນຕົວເຈົ້າ ແລະ ເປັນສິ່ງທີ່ໂລກຍັງບໍ່ເຄີຍເຫັນ. ເຮົາໄດ້ເຮັດພາລະກິດເປັນເວລາຫຼາຍປີ ແຕ່ກໍ່ບໍ່ມີມະນຸດຜູ້ໃດທີ່ຮູ້ຈັກເຮົາ. ເຮົາຕ້ອງການບອກພວກເຈົ້າກ່ຽວກັບຄວາມລັບທີ່ເຮົາບໍ່ເຄີຍບອກໃຜມາກ່ອນ.
ໃນບັນດາມະນຸດທັງຫຼາຍ, ເຮົາແມ່ນພຣະວິນຍານທີ່ພວກເຂົາບໍ່ສາມາດແນມເຫັນໄດ້, ເປັນພຣະວິນຍານທີ່ພວກເຂົາຈະບໍ່ສາມາດມີປະຕິສຳພັນນໍາໄດ້. ຍ້ອນພາລະກິດຂອງເຮົາທັງສາມຂັ້ນຕອນເທິງແຜ່ນດິນໂລກ (ການສ້າງໂລກ, ການໄຖ່ບາບ ແລະ ການທຳລາຍລ້າງ), ເຮົາຈຶ່ງໄດ້ປາກົດໃນທ່າມກາງພວກເຂົາໃນເວລາທີ່ແຕກຕ່າງກັນ (ບໍ່ເຄີຍປາກົດຢ່າງເປີດເຜີຍ) ເພື່ອເຮັດພາລະກິດຂອງເຮົາໃນທ່າມກາງພວກເຂົາ. ຄັ້ງທຳອິດທີ່ເຮົາປາກົດໃນທ່າມກາງມະນຸດແມ່ນຢູ່ໃນຍຸກແຫ່ງການໄຖ່ບາບ. ແນ່ນອນ, ເຮົາມາປາກົດໃນຄອບຄົວຂອງຄົນຢິວ; ສະນັ້ນ, ຄົນທຳອິດທີ່ໄດ້ເຫັນພຣະເຈົ້າລົງມາສູ່ແຜ່ນດິນໂລກແມ່ນຄົນຢິວ. ເຫດຜົນທີ່ເຮົາເຮັດພາລະກິດນີ້ດ້ວຍຕົນເອງກໍ່ເພາະວ່າເຮົາຕ້ອງການໃຊ້ເນື້ອໜັງທີ່ບັງເກີດເປັນມະນຸດຂອງເຮົາເພື່ອເປັນເຄື່ອງບູຊາແທນຄວາມຜິດບາບໃນພາລະກິດແຫ່ງການໄຖ່ບາບຂອງເຮົາ. ສະນັ້ນ, ຄົນທຳອິດທີ່ເຫັນເຮົາແມ່ນຄົນຢິວໃນຍຸກແຫ່ງພຣະຄຸນ. ນັ້ນເປັນຄັ້ງທຳອິດທີ່ເຮົາເຮັດພາລະກິດໃນເນື້ອໜັງ. ໃນຍຸກແຫ່ງລາຊະອານາຈັກ, ພາລະກິດຂອງເຮົາແມ່ນເພື່ອເອົາຊະນະ ແລະ ເຮັດໃຫ້ສົມບູບແບບ, ສະນັ້ນ ເຮົາຈຶ່ງໄດ້ເຮັດພາລະກິດແຫ່ງການລ້ຽງດູຂອງເຮົາໃນເນື້ອໜັງ. ນີ້ແມ່ນເທື່ອທີສອງທີ່ເຮົາໄດ້ເຮັດພາລະກິດໃນເນື້ອໜັງ. ໃນສອງຂັ້ນຕອນສຸດທ້າຍໃນພາລະກິດ, ສິ່ງທີ່ຜູ້ຄົນພົວພັນກັນກໍ່ບໍ່ແມ່ນພຣະວິນຍານທີ່ບໍ່ສາມາດແນມເຫັນ ແລະ ບໍ່ສາມາດຈັບຕ້ອງໄດ້ອີກຕໍ່ໄປ, ແຕ່ເປັນບຸກຄົນທີ່ເປັນພຣະວິນຍານເຊິ່ງໄດ້ກາຍເປັນຈິງໃນເນື້ອໜັງ. ສະນັ້ນ ໃນສາຍຕາຂອງມະນຸດ, ເຮົາໄດ້ກາຍມາເປັນມະນຸດອີກຄັ້ງ, ບໍ່ມີລັກສະນະ ແລະ ຄວາມຮູ້ສຶກຂອງພຣະເຈົ້າອີກ. ຍິ່ງໄປກວ່ານັ້ນ, ພຣະເຈົ້າທີ່ຜູ້ຄົນໄດ້ເຫັນບໍ່ແມ່ນມີແຕ່ເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງນໍາ ເຊິ່ງເປັນສິ່ງທີ່ເຮັດໃຫ້ພວກເຂົາປະຫຼາດໃຈ ແລະ ເຂົ້າໃຈຍາກ. ຫຼາຍຄັ້ງຫຼາຍຄາວ, ພາລະກິດທີ່ພິເສດຂອງເຮົາໄດ້ທຳລາຍຄວາມເຊື່ອເກົ່າໆທີ່ມີມາເປັນເວລາຫຼາຍໆປີ. ຜູ້ຄົນຕົກຕະລຶງ! ພຣະເຈົ້າບໍ່ພຽງແຕ່ເປັນພຣະວິນຍານບໍລິສຸດ, ພຣະວິນຍານ, ພຣະວິນຍານທີ່ມີຄວາມຮຸນແຮງຫຼາຍຂຶ້ນເຖິງເຈັດເທົ່າ ຫຼື ພຣະວິນຍານທີ່ຮອບຮູ້, ແຕ່ຍັງເປັນມະນຸດ ນັ້ນກໍ່ຄື ມະນຸດທີ່ທໍາມະດາ, ມະນຸດທຳມະດາທີ່ພິເສດ. ພຣະອົງບໍ່ພຽງແຕ່ເປັນເພດຊາຍເທົ່ານັ້ນ, ແຕ່ຍັງເປັນເພດຍິງອີກດ້ວຍ. ພຣະອົງຄ້າຍຄືກັນຢູ່ບ່ອນທີ່ວ່າພຣະອົງເກີດໃນມະນຸດ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າອົງໜຶ່ງເກີດຈາກພຣະວິນຍານບໍລິສຸດ ແລະ ອີກອົງໜຶ່ງເກີດຈາກມະນຸດ ເຖິງຢ່າງໃດກໍ່ຕາມກໍ່ມາຈາກພຣະວິນຍານໂດຍກົງ. ພຣະອົງທັງສອງມີຄວາມຄ້າຍຄືກັນຢູ່ບ່ອນວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງເຮັດພາລະກິດຂອງພຣະເຈົ້າພຣະບິດາ ແລະ ມີຄວາມແຕກຕ່າງກັນຢູ່ບ່ອນວ່າອົງໜຶ່ງປະຕິບັດພາລະກິດແຫ່ງການໄຖ່ບາບ ໃນຂະນະທີ່ອີກອົງໜຶ່ງປະຕິບັດພາລະກິດແຫ່ງການເອົາຊະນະ. ພຣະອົງທັງສອງເປັນຕົວແທນໃຫ້ກັບພຣະເຈົ້າພຣະບິດາ, ແຕ່ອົງໜຶ່ງເປັນພຣະຜູ້ໄຖ່ທີ່ເຕັມໄປດ້ວຍຄວາມຮັກຄວາມເມດຕາ ແລະ ຄວາມກະລຸນາ ແລະ ອີກອົງເປັນພຣະເຈົ້າແຫ່ງຄວາມຊອບທຳທີ່ເຕັມໄປດ້ວຍຄວາມໂກດຮ້າຍ ແລະ ການພິພາກສາ. ອົງໜຶ່ງແມ່ນຜູ້ບັນຊາການສູງສຸດທີ່ລິເລີ່ມພາລະກິດແຫ່ງການໄຖ່ບາບ ໃນຂະນະທີ່ອີກອົງເປັນພຣະເຈົ້າຊອບທຳທີ່ເຮັດສຳເລັດພາລະກິດແຫ່ງການເອົາຊະນະ. ອົງໜຶ່ງຄືຈຸດເລີ່ມຕົ້ນ ແລະ ອີກອົງໜຶ່ງຄືຈຸດຈົບ. ອົງໜຶ່ງເປັນເນື້ອໜັງທີ່ບໍ່ມີບາບ, ສ່ວນອີກອົງໜຶ່ງເປັນເນື້ອໜັງທີ່ສຳເລັດການໄຖ່ບາບ, ສືບຕໍ່ພາລະກິດ ແລະ ບໍ່ເຄີຍເຮັດບາບຈັກເທື່ອ. ພຣະອົງທັງສອງຄືພຣະວິນຍານອົງດຽວກັນ ແຕ່ພຣະອົງສະຖິດຢູ່ໃນເນື້ອໜັງທີ່ແຕກຕ່າງກັນ ແລະ ເກີດຢູ່ໃນສະຖານທີ່ແຕກຕ່າງກັນ ແລະ ພຣະອົງຖືກແຍກອອກຈາກກັນດ້ວຍການເວລາຫຼາຍພັນປີ. ເຖິງຢ່າງໃດກໍ່ຕາມ, ພາລະກິດທັງໝົດຂອງພວກພຣະອົງສອດຄ່ອງກັນ, ບໍ່ເຄີຍຂັດແຍ້ງກັນ ແລະ ສາມາດເວົ້າເຖິງໃນລັກສະນະດຽວກັນ. ພຣະອົງທັງສອງເປັນຄົນ ແຕ່ອົງໜຶ່ງແມ່ນເດັກນ້ອຍເພດຊາຍ ແລະ ອີກອົງໜຶ່ງແມ່ນເດັກນ້ອຍເພດຍິງ. ສຳລັບເວລາຫຼາຍປີມານີ້, ສິ່ງທີ່ຜູ້ຄົນໄດ້ເຫັນບໍ່ແມ່ນພຽງແຕ່ພຣະວິນຍານ ແລະ ບໍ່ແມ່ນພຽງແຕ່ມະນຸດຄົນໜຶ່ງ ເຊິ່ງເປັນເພດຊາຍ, ແຕ່ຍັງແມ່ນຫຼາຍສິ່ງຫຼາຍຢ່າງທີ່ບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ; ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສາມາດເຂົ້າໃຈເຮົາໄດ້ຢ່າງເຕັມທີ່. ພວກເຂົາຍັງຄົງເຊື່ອເຮົາເຄິ່ງໜຶ່ງ ແລະ ສົງໄສເຮົາອີກເຄິ່ງໜຶ່ງ, ຄືກັບວ່າເຮົາມີຕົວຕົນ ແຕ່ຍັງເປັນຄວາມຝັນທີ່ເປັນພາບລວງ, ນັ້ນຄືເຫດຜົນທີ່ຜູ້ຄົນຍັງບໍ່ຮູ້ວ່າພຣະເຈົ້າແມ່ນຫຍັງຈົນມາຮອດປັດຈຸບັນ. ເຈົ້າສາມາດສະຫຼຸບເປັນປະໂຫຍກງ່າຍໆໜຶ່ງປະໂຫຍດໃຫ້ເຮົາໄດ້ບໍ່? ເຈົ້າກ້າເວົ້າແທ້ໆບໍວ່າ “ພຣະເຢຊູບໍ່ແມ່ນຜູ້ໃດນອກຈາກພຣະເຈົ້າ ແລະ ພຣະເຈົ້າກໍ່ບໍ່ແມ່ນຜູ້ໃດນອກຈາກພຣະເຢຊູ”? ເຈົ້າກ້າເວົ້າແທ້ໆບໍວ່າ “ພຣະເຈົ້າບໍ່ແມ່ນຜູ້ໃດນອກຈາກພຣະວິນຍານ ແລະ ພຣະວິນຍານບໍ່ແມ່ນຜູ້ໃດນອກຈາກພຣະເຈົ້າ”? ເຈົ້າເວົ້າໄດ້ຢ່າງສະບາຍບໍວ່າ “ພຣະເຈົ້າເປັນພຽງແຕ່ມະນຸດທີ່ສວມໃສ່ເນື້ອໜັງ”? ເຈົ້າມີຄວາມກ້າຫານແທ້ໆທີ່ຈະຢືນຢັນບໍວ່າ “ພາບລັກຂອງພຣະເຢຊູເປັນພາບລັກອັນຍິ່ງໃຫຍ່ຂອງພຣະເຈົ້າ”? ເຈົ້າສາມາດໃຊ້ຄວາມຄ່ອງແຄ້ວຂອງເຈົ້າເພື່ອອະທິບາຍຢ່າງລະອຽດກ່ຽວກັບອຸປະນິໄສ ແລະ ພາບລັກຂອງພຣະເຈົ້າບໍ? ເຈົ້າກ້າເວົ້າແທ້ໆບໍວ່າ “ພຣະເຈົ້າໄດ້ສ້າງເພດຊາຍພາບລັກຂອງພຣະອົງເອງເທົ່ານັ້ນ, ແຕ່ບໍ່ແມ່ນເພດຍິງ”? ຖ້າເຈົ້າເວົ້າແບບນີ້, ແລ້ວມັນກໍ່ຈະບໍ່ມີແມ່ຍິງໃນບັນດາຜູ້ທີ່ເຮົາໄດ້ເລືອກ, ແຮງໄກທີ່ແມ່ຍິງຈະເປັນຊົນຊັ້ນໜຶ່ງໃນມະນຸດຊາດ. ຕອນນີ້ ເຈົ້າຮູ້ແທ້ໆແລ້ວບໍວ່າພຣະເຈົ້າແມ່ນຫຍັງ? ພຣະເຈົ້າແມ່ນມະນຸດບໍ? ພຣະເຈົ້າເປັນພຣະວິນຍານບໍ? ພຣະເຈົ້າເປັນຜູ້ຊາຍແທ້ໆບໍ? ມີພຽງແຕ່ພຣະເຢຊູເທົ່ານັ້ນບໍທີ່ສາມາດເຮັດສໍາເລັດພາລະກິດທີ່ເຮົາຕ້ອງເຮັດ? ຖ້າເຈົ້າເລືອກເອົາພຽງໜຶ່ງຂໍ້ຈາກຂ້າງເທິງນີ້ເພື່ອສະຫຼຸບແກ່ນແທ້ຂອງເຮົາ, ແລ້ວເຈົ້າກໍ່ຈະເປັນຜູ້ເຊື່ອທີ່ຈົງຮັກພັກດີຢ່າງໂງ່ຈ້າຫຼາຍ. ຖ້າເຮົາເຮັດພາລະກິດດັ່ງເນື້ອໜັງທີ່ບັງເກີດເປັນເນື້ອໜັງມະນຸດໜຶ່ງຄັ້ງ ແລະ ພຽງຄັ້ງດຽວເທົ່ານັ້ນ, ພວກເຈົ້າຈະຈຳກັດເຮົາບໍ? ເຈົ້າສາມາດເຂົ້າໃຈເຮົາຢ່າງຖີ່ຖ້ວນແທ້ໆໂດຍແນມເບິ່ງພຽງແຕ່ຄັ້ງດຽວບໍ? ເຈົ້າສາມາດສະຫຼຸບເຮົາແທ້ໆໂດຍອີງໃສ່ສິ່ງທີ່ເຈົ້າໄດ້ຮັບການເປີດເຜີຍໃນຊ່ວງເວລາທີ່ເຈົ້າມີຊີວິດບໍ? ຖ້າເຮົາໄດ້ເຮັດພາລະກິດທີ່ຄ້າຍຄືກັນໃນການບັງເກີດເປັນມະນຸດຂອງເຮົາທັງສອງຄັ້ງ, ເຈົ້າຈະຮັບຮູ້ເຮົາແນວໃດ? ເຈົ້າຈະປ່ອຍໃຫ້ເຮົາຖືກຕອກຢູ່ເທິງໄມ້ກາງແຂນຕະຫຼອດການບໍ? ພຣະເຈົ້າງ່າຍຄືດັ່ງທີ່ເຈົ້າກ່າວອ້າງບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ