ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 160

18 ກຸມພາ 2026

ໃນຕອນຕົ້ນ, ຫຼັງຈາກການເນລະມິດສ້າງມະນຸດຊາດ, ຄົນອິດສະຣາເອນຄືຜູ້ທີ່ໄດ້ເຮັດໜ້າທີ່ພື້ນຖານໃນພາລະກິດຂອງພຣະເຈົ້າ. ທົ່ວອິດສະຣາເອນເປັນຖານສຳລັບພາລະກິດຂອງພຣະເຢໂຮວາເທິງແຜ່ນດິນໂລກ. ພາລະກິດຂອງພຣະເຢໂຮວາແມ່ນເພື່ອນໍາພາ ແລະ ລ້ຽງດູມະນຸດໂດຍກົງໂດຍການສ້າງຕັ້ງພຣະບັນຍັດ ເພື່ອໃຫ້ມະນຸດສາມາດມີຊີວິດປົກກະຕິ ແລະ ບູຊາພຣະເຢໂຮວາໃນລັກສະນະແບບທົ່ວໄປຢູ່ໃນແຜ່ນດິນໂລກ. ພຣະເຈົ້າໃນຍຸກພຣະບັນຍັດບໍ່ສາມາດເບິ່ງເຫັນ ຫຼື ສໍາຜັດໄດ້ໂດຍມະນຸດ. ເພາະສິ່ງທີ່ພຣະອົງເຮັດແມ່ນພຽງແຕ່ນໍາພາຜູ້ຄົນຕົ້ນເດີມສຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສັ່ງສອນ ແລະ ລ້ຽງດູພວກເຂົາ, ພຣະທຳຂອງພຣະອົງປະກອບມີພຽງແຕ່ຂໍ້ບັນຍັດ, ກົດເກນ ແລະ ຄວາມຮູ້ທົ່ວໄປກ່ຽວກັບພຶດຕິກຳຂອງມະນຸດ ແລະ ບໍ່ໄດ້ຈັດຄວາມຈິງກ່ຽວກັບຊີວິດໃຫ້ພວກເຂົາ. ຄົນອິດສະຣາເອນທີ່ຢູ່ພາຍໃຕ້ການນໍາພາຂອງພຣະອົງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພາລະກິດຂອງພຣະອົງກ່ຽວກັບກົດບັນຍັດແມ່ນພຽງຂັ້ນຕອນທໍາອິດໃນພາລະກິດຂອງຄວາມລອດພົ້ນ ເຊິ່ງເປັນຈຸດເລີ່ມຕົ້ນໃນພາລະກິດຂອງຄວາມລອດພົ້ນ ແລະ ບໍ່ໄດ້ກ່ຽວຂ້ອງກັບການປ່ຽນແປງໃນຊີວິດ-ອຸປະນິໄສຂອງມະນຸດເລີຍ. ເພາະສະນັ້ນ ໃນເບື້ອງຕົ້ນຂອງພາລະກິດແຫ່ງຄວາມລອດພົ້ນ ພຣະອົງບໍ່ຈໍາເປັນຕ້ອງຮັບເອົາເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ. ນີ້ຄືເຫດຜົນທີ່ພຣະອົງຕ້ອງການມີວິທີການ ເຊິ່ງນັ້ນກໍຄື ເຄື່ອງມືເພື່ອນໍາໃຊ້ໃນການພົວພັນກັບມະນຸດ. ສະນັ້ນ, ຈຶ່ງເກີດມີຜູ້ຄົນໃນທ່າມກາງສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ເວົ້າ ແລະ ປະຕິບັດພາລະກິດຕາງໜ້າພຣະເຢໂຮວາ ເຊິ່ງນັ້ນຄືວິທີທີ່ບຸດຊາຍຂອງມະນຸດ ແລະ ສາສະດາທັງຫຼາຍໄດ້ມາກະທໍາພາລະກິດທ່າມກາງມະນຸດ. ບຸດຊາຍຂອງມະນຸດໄດ້ປະຕິບັດພາລະກິດທ່າມກາງມະນຸດໂດຍຕາງໜ້າພຣະເຢໂຮວາ. ການທີ່ຖືກພຣະເຢໂຮວາເອີ້ນວ່າ “ບຸດຊາຍຂອງມະນຸດ” ໝາຍຄວາມວ່າ ຜູ້ຄົນດັ່ງກ່າວຕັ້ງຂໍ້ບັນຍັດແທນພຣະເຢໂຮວາ. ພວກເຂົາຍັງເປັນມະຫາປະໂລຫິດທ່າມກາງຜູ້ຄົນຂອງອິດສະຣາເອນ, ມະຫາປະໂລຫິດທີ່ຖືກເບິ່ງແຍງ ແລະ ປົກປ້ອງໂດຍພຣະເຢໂຮວາ ແລະ ເປັນຜູ້ທີ່ຖືກພຣະວິນຍານຂອງພຣະເຢໂຮວາເຮັດພາລະກິດໃນຕົວ; ພວກເຂົາເປັນຜູ້ນໍາໃນທ່າມກາງຜູ້ຄົນ ແລະ ຮັບໃຊ້ພຣະເຢໂຮວາໂດຍກົງ. ໃນທາງກົງກັນຂ້າມ, ສາສະດາແມ່ນຜູ້ອຸທິດຕົນເພື່ອເວົ້າແທນພຣະເຢໂຮວາຕໍ່ຜູ້ຄົນທົ່ວແຜ່ນດິນ ແລະ ຕໍ່ທຸກຊົນເຜົ່າ. ພວກເຂົາຍັງໄດ້ທໍານາຍພາລະກິດຂອງພຣະເຢໂຮວາ. ບໍ່ວ່າຈະເປັນບຸດຊາຍຂອງມະນຸດ ຫຼື ສາສະດາ, ທຸກຄົນແມ່ນຖືກຍົກສູງໂດຍພຣະວິນຍານຂອງພຣະເຢໂຮວາເອງ ແລະ ມີພາລະກິດຂອງພຣະເຢໂຮວາສະຖິດໃນພວກເຂົາ. ໃນທ່າມກາງຜູ້ຄົນ, ພວກເຂົາເປັນຄົນທີ່ເປັນຕົວແທນໃຫ້ກັບ ພຣະເຢໂຮວາໂດຍກົງ; ພວກເຂົາປະຕິບັດພາລະກິດ ເພາະວ່າ ພວກເຂົາຖືກຍົກສູງໂດຍພຣະເຢໂຮວາ ແລະ ບໍ່ແມ່ນຍ້ອນວ່າ ພວກເຂົາເປັນເນື້ອໜັງທີ່ໄດ້ບັງເກີດຈາກພຣະວິນຍານບໍລິສຸດ. ດັ່ງນັ້ນ, ເຖິງແມ່ນວ່າ ພວກເຂົາຈະຄືກັນໃນການເວົ້າ ແລະ ການປະຕິບັດພາລະກິດໃນນາມຂອງພຣະເຈົ້າ, ບຸດຊາຍມະນຸດ ແລະ ສາສະດາເຫຼົ່ານັ້ນທີ່ຢູ່ໃນຍຸກແຫ່ງພຣະບັນຍັດບໍ່ແມ່ນເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ ແລະ ຍຸກສຸດທ້າຍແມ່ນກົງກັນຂ້າມກັນຢ່າງຊັດເຈນ ເພາະວ່າ ພາລະກິດຂອງຄວາມລອດພົ້ນ ແລະ ການພິພາກສາມະນຸດແມ່ນປະຕິບັດໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດເອງ ແລະ ເພາະສະນັ້ນ ຈຶ່ງບໍ່ຈໍາເປັນຕ້ອງຍົກສູງອີກຄັ້ງ ເພື່ອໃຫ້ສາສະດາ ແລະ ບຸດຊາຍຂອງມະນຸດປະຕິບັດພາລະກິດໃນນາມຂອງພຣະອົງ. ໃນສາຍຕາຂອງມະນຸດແມ່ນບໍ່ມີຄວາມແຕກຕ່າງທີ່ສຳຄັນລະຫວ່າງແກ່ນແທ້ ແລະ ວິທີການປະຕິບັດພາລະກິດຂອງພວກເຂົາ. ຍ້ອນສາເຫດນີ້ ຜູ້ຄົນຈຶ່ງສັບສົນຢູ່ສະເໝີ ລະຫວ່າງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ກັບພາລະກິດຂອງສາສະດາ ແລະ ບຸດຊາຍຂອງມະນຸດ. ຮູບລັກສະນະຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ໂດຍພື້ນຖານແລ້ວ ແມ່ນຄືກັນກັບ ສາສະດາ ແລະ ບຸດຊາຍຂອງມະນຸດ. ແລ້ວພຣະເຈົ້າຜູ້ບັງເກີດເປັນມະນຸດຍິ່ງເປັນຄົນປົກກະຕິ ແລະ ເປັນຄວາມຈິງຫຼາຍກວ່າຜູ້ປະກາດພຣະທຳນັ້ນອີກ. ດ້ວຍເຫດນີ້ ມະນຸດຈຶ່ງບໍ່ສາມາດເບິ່ງອອກເຖິງຄວາມແຕກຕ່າງລະຫວ່າງພວກເຂົາ. ມະນຸດໃສ່ໃຈແຕ່ຮູບລັກສະນະ ໂດຍບໍ່ຮູ້ເລີຍວ່າ ທັງສອງບໍ່ມີຄວາມແຕກຕ່າງກັນຫຼາຍ ເຖິງວ່າ ທັງສອງຈະຄ້າຍຄືກັນໃນການເຮັດພາລະກິດ ແລະ ໃນການເວົ້າ, ມີຄວາມແຕກຕ່າງທີ່ສຳຄັນລະຫວ່າງພວກເຂົາ. ເນື່ອງຈາກວ່າ ຄວາມສາມາດຂອງມະນຸດໃນການຈໍາແນກສິ່ງຕ່າງໆແມ່ນຕໍ່າຫຼາຍ, ເຂົາຈຶ່ງບໍ່ສາມາດຈໍາແນກບັນຫາພື້ນຖານໄດ້ ແລ້ວແຮງໄກທີ່ຈະເປັນສິ່ງທີ່ສັບຊ້ອນ. ເມື່ອສາສະດາ ແລະ ຜູ້ຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ໄດ້ເວົ້າ ແລະ ເຮັດພາລະກິດ, ນີ້ກໍເພື່ອປະຕິບັດໜ້າທີ່ຂອງມະນຸດ, ເພື່ອຮັບໃຊ້ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ ແລະ ມັນແມ່ນບາງສິ່ງທີ່ມະນຸດຄວນເຮັດ. ຢ່າງໃດກໍຕາມ, ພຣະທໍາ ແລະ ພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນເພື່ອດໍາເນີນພັນທະກິດຂອງພຣະອົງ. ເຖິງແມ່ນວ່າ ຮູບຮ່າງພາຍນອກຂອງພຣະອົງຈະເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງກໍບໍ່ແມ່ນເພື່ອເຮັດໜ້າທີ່ຂອງພຣະອົງ ແຕ່ແມ່ນເພື່ອພັນທະກິດຂອງພຣະອົງ. ຄໍາວ່າ “ໜ້າທີ່” ແມ່ນໃຊ້ກັບສິ່ງມີຊີວິດທີ່ຖືກສ້າງຂຶ້ນ ໃນຂະນະທີ່ຄໍາວ່າ “ພັນທະກິດ” ແມ່ນໃຊ້ກັບເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ທັງສອງຢ່າງແມ່ນມີຄວາມແຕກຕ່າງທີ່ສໍາຄັນ; ທັງສອງຢ່າງບໍ່ສາມາດນໍາໃຊ້ແທນກັນໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ ໃນຂະນະທີ່ພາລະກິດຂອງພຣະເຈົ້າແມ່ນເພື່ອຄຸ້ມຄອງ ແລະ ດໍາເນີນພັນທະກິດຂອງພຣະອົງ. ດັ່ງນັ້ນ, ເຖິງແມ່ນມີສາວົກຫຼາຍຄົນທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດ ແລະ ມີສາສະດາຫຼາຍຄົນທີ່ມີພຣະອົງສະຖິດຢູ່ໃນພວກເຂົາ, ພາລະກິດ ແລະ ຄໍາເວົ້າຂອງພວກເຂົາແມ່ນພຽງເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນນາມເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນ. ການທໍານາຍຂອງພວກເຂົາອາດຈະເກີນແນວທາງແຫ່ງຊີວິດທີ່ກ່າວໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ແມ່ນແຕ່ຄວາມເປັນມະນຸດຂອງພວກເຂົາອາດພົ້ນເດັ່ນກວ່າພຣະເຈົ້າຜູ້ບັງເກີດເປັນມະນຸດ ແຕ່ພວກເຂົາແມ່ນຍັງເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ໄດ້ປະຕິບັດພັນທະກິດ. ໜ້າທີ່ຂອງມະນຸດໝາຍເຖິງວຽກງານຂອງມະນຸດ; ມັນເປັນສິ່ງທີ່ມະນຸດສາມາດໄດ້ຮັບ. ຢ່າງໃດກໍຕາມ, ພັນທະກິດທີ່ດໍາເນີນໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດແມ່ນກ່ຽວຂ້ອງກັບການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດໄດ້ຮັບສິ່ງນີ້ໄດ້. ບໍ່ວ່າພຣະເຈົ້າຜູ້ບັງເກີດເປັນມະນຸດຈະກ່າວ, ເຮັດພາລະກິດ ຫຼື ສະແດງເຖິງຄວາມມະຫັດສະຈັນ, ພຣະອົງແມ່ນກະທໍາພາລະກິດອັນປະເສີດຢູ່ທ່າມກາງການຄຸ້ມຄອງຂອງພຣະອົງ ແລະ ມະນຸດບໍ່ສາມາດເຮັດພາລະກິດດັ່ງກ່າວແທນພຣະອົງໄດ້. ພາລະກິດຂອງມະນຸດແມ່ນເພື່ອປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນເທົ່ານັ້ນຢູ່ໃນຂັ້ນຕອນໃດໜຶ່ງຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າຂາດການຄຸ້ມຄອງຂອງພຣະເຈົ້າ, ນັ້ນກໍຄື ຖ້າພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສູນເສຍໄປ, ໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຈະສູນເສຍໄປ. ພາລະກິດຂອງພຣະເຈົ້າໃນການດໍາເນີນພັນທະກິດຂອງພຣະອົງແມ່ນເພື່ອຄຸ້ມຄອງມະນຸດ ໃນຂະນະການປະຕິບັດໜ້າທີ່ຂອງມະນຸດແມ່ນການເຮັດພັນທະຂອງຕົວເອງໃຫ້ສໍາເລັດ ເພື່ອຕອບສະໜອງຄວາມຕ້ອງການຂອງພຣະຜູ້ສ້າງ ແລະ ບໍ່ສາມາດຖືວ່າເປັນການດໍາເນີນພັນທະກິດຂອງຄົນເຮົາ. ສໍາລັບທາດແທ້ຂອງພຣະເຈົ້າທີ່ມີຢູ່ໃນຕົວ ກໍຄື ພຣະວິນຍານຂອງພຣະອົງ, ພາລະກິດຂອງພຣະເຈົ້າກໍຄືການຄຸ້ມຄອງຂອງພຣະອົງ, ແຕ່ສໍາລັບພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ມີຮູບຮ່າງພາຍນອກຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ, ພາລະກິດຂອງພຣະອົງຄືການດໍາເນີນພັນທະກິດຂອງພຣະອົງ. ບໍ່ວ່າພາລະກິດໃດທີ່ພຣະອົງກະທໍາແມ່ນເປັນການດໍາເນີນພັນທະກິດຂອງພຣະອົງ; ສິ່ງທີ່ມະນຸດສາມາດເຮັດໄດ້ກໍຄື ປະຕິບັດໃຫ້ດີທີ່ສຸດຢູ່ໃນຂອບເຂດຂອງການຄຸ້ມຄອງ ແລະ ພາຍໃຕ້ການນໍາພາຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ