ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 521

26 ເດືອນທັນວາ 2025

ມີຈຸດສູງສຸດໃນປະສົບການຂອງເປໂຕ ເມື່ອຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູຍັງໃຫ້ການໜູນໃຈແກ່ລາວຈາກພາຍໃນ. ແລ້ວມີຄັ້ງໜຶ່ງ ພຣະອົງໄດ້ເຄີຍປາກົດໃຫ້ເປໂຕ. ໃນເວລາເປໂຕທົນທຸກທໍລະມານຢ່າງສາຫັດ ແລະ ຮູ້ສຶກວ່າຈິດໃຈຂອງລາວເຕັມໄປດ້ວຍຄວາມສິ້ນຫວັງ ພຣະເຢຊູໄດ້ກ່າວຕໍ່ລາວວ່າ: “ທ່ານ ເຄີຍຢູ່ກັບເຮົາໃນແຜ່ນດິນໂລກນີ້ ແລະ ເຮົາກໍເຄີຍຢູ່ແຜ່ນດິນໂລກນີ້ກັບທ່ານ. ເຖິງແມ່ນວ່າ ເມື່ອກ່ອນພວກເຮົາໄດ້ຢູ່ນໍາກັນໃນສະຫວັນ ແຕ່ໃນຄວາມຈິງແລ້ວມັນກໍຄືໂລກແຫ່ງວິນຍານ. ດຽວນີ້ ເຮົາໄດ້ກັບມາຍັງໂລກແຫ່ງວິນຍານນີ້ແລ້ວ ແລະ ທ່ານແມ່ນຍັງຢູ່ແຜ່ນດິນໂລກ. ຍ້ອນເຮົາບໍ່ໄດ້ມາຈາກແຜ່ນດິນໂລກ ແລະ ເຖິງແມ່ນວ່າ ທ່ານເອງກໍບໍ່ໄດ້ມາຈາກແຜ່ນດິນໂລກເຊັ່ນກັນ ແຕ່ທ່ານຈໍາເປັນຕ້ອງບັນລຸພາລະໜ້າທີ່ຂອງທ່ານໃນແຜ່ນດິນໂລກນີ້. ເພາະວ່າທ່ານຄືຜູ້ຮັບໃຊ້ພຣະເຈົ້າ, ທ່ານຕ້ອງປະຕິບັດຕໍ່ໜ້າທີ່ຂອງທ່ານ”. ການທີ່ໄດ້ຍິນວ່າລາວຈະສາມາດຢູ່ຄຽງຂ້າງກັບພຣະເຈົ້າອີກ ລາວກໍອົບອຸ່ນໃຈຂຶ້ນ. ໃນເວລາທີ່ເປໂຕປະສົບກັບຄວາມທຸກທໍລະມານດັ່ງກ່າວທີ່ລາວເກືອບຕ້ອງໄດ້ນອນພັກຟື້ນຢູ່ໃນບ່ອນ, ລາວຮູ້ສຶກເສຍໃຈຫຼາຍຈົນເຖິງຂັ້ນໄດ້ອ້ອນວອນວ່າ: “ຂ້ານ້ອຍເປັນຄົນຊົ່ວຊ້າຫຼາຍ ຂ້ານ້ອຍບໍ່ສາມາດເປັນທີ່ເພິ່ງພໍໃຈພຣະເຈົ້າໄດ້”. ພຣະເຢຊູກໍປາກົດຕໍ່ໜ້າລາວ ແລ້ວກ່າວວ່າ: “ເປໂຕ, ບໍ່ແມ່ນເປັນເພາະວ່າທ່ານລືມຄຳໝັ້ນສັນຍາທີ່ທ່ານເຄີຍຕັ້ງໄວ້ກັບເຮົາແລ້ວບໍ? ທ່ານລືມທຸກສິ່ງທີ່ເຮົາໄດ້ກ່າວກັບທ່ານແລ້ວບໍ? ທ່ານລືມເປົ້າໝາຍຂອງທ່ານທີ່ທ່ານຕັ້ງໄວ້ກັບເຮົາແລ້ວບໍ?” ເມື່ອເຫັນວ່ານັ້ນຄືພຣະເຢຊູ ເປໂຕຈຶ່ງລຸກຂຶ້ນຈາກບ່ອນນອນ ແລະ ພຣະເຢຊູກໍປອບໃຈລາວອີກວ່າ: “ເຮົາບໍ່ໄດ້ມາຈາກແຜ່ນດິນໂລກນີ້ ເຮົາໄດ້ບອກທ່ານໄປແລ້ວ ທ່ານຕ້ອງເຂົ້າໃຈໃນເລື່ອງນີ້ ທ່ານລືມອີກສິ່ງໜຶ່ງທີ່ເຮົາໄດ້ບອກທ່ານໄປແລ້ວບໍ? ‘ທ່ານບໍ່ໄດ້ມາຈາກແຜ່ນດິນໂລກນີ້ເຊັ່ນກັນ ບໍ່ໄດ້ເປັນຂອງໂລກໜ່ວຍນີ້’. ຕອນນີ້ຍັງມີພາລະກິດທີ່ທ່ານຈໍາເປັນຕ້ອງເຮັດ ທ່ານຈະໂສກເສົ້າແບບນີ້ບໍ່ໄດ້ ທ່ານຈະທົນທຸກທໍລະມານແບບນີ້ບໍ່ໄດ້. ເຖິງແມ່ນວ່າ ມະນຸດ ແລະ ພຣະເຈົ້າຈະບໍ່ສາມາດຢູ່ຮ່ວມກັນໃນໂລກນີ້ໄດ້ ເຮົາກໍມີພາລະກິດຂອງເຮົາ ທ່ານກໍມີພາລະກິດຂອງທ່ານ ແລະ ມື້ໜຶ່ງ ເມື່ອພາລະກິດຂອງທ່ານສໍາເລັດ ພວກເຮົາກໍຈະໄດ້ຢູ່ຮ່ວມໂລກດຽວກັນ ແລະ ເຮົາຈະນໍາເອົາທ່ານມາຢູ່ກັບເຮົາຕະຫຼອດໄປ”. ຫລັງຈາກໄດ້ຍິນຄໍາກ່າວເຫຼົ່ານີ້ ເປໂຕກໍຮູ້ສຶກສະບາຍໃຈຂຶ້ນ. ລາວຮູ້ວ່າຄວາມທໍລະມານດັ່ງກ່າວແມ່ນສິ່ງທີ່ລາວຕ້ອງໄດ້ອົດທົນ ແລະ ຜະເຊີນກັບມັນ ແລະ ນັບຕັ້ງແຕ່ນັ້ນມາ ລາວກໍ່ໄດ້ຮັບການດົນບັນດານໃຈ. ພຣະເຢຊູປາກົດຕໍ່ໜ້າເປໂຕທຸກຄັ້ງໃນເວລາສໍາຄັນ ເພື່ອໃຫ້ຄວາມສະຫວ່າງ ແລະ ໃຫ້ການຊີ້ນໍາທີ່ພິເສດ ແລະ ພຣະອົງກໍ່ປະຕິບັດວຽກງານເພື່ອຊ່ວຍກະຕຸ້ນຈິດວິນຍານຂອງລາວ. ແລ້ວເປໂຕເສຍໃຈກັບສິ່ງໃດຫຼາຍທີ່ສຸດ? ບໍ່ດົນຫລັງຈາກເປໂຕໄດ້ເວົ້າວ່າ: “ພຣະອົງແມ່ນພຣະບຸດຂອງພຣະເຈົ້າທີ່ຊົງມີຊີວິດ”, ພຣະເຢຊູຖາມຄໍາຖາມຕໍ່ໄປກັບເປໂຕ (ເຖິງແມ່ນວ່າມັນຈະບໍ່ໄດ້ຖືກບັນທຶກໄວ້ໃນພຣະຄໍາພີໃນທາງນີ້). ພຣະເຢຊູຖາມລາວວ່າ: “ເປໂຕ! ທ່ານບໍ່ເຄີຍຮັກເຮົາເລີຍບໍ?” ເປໂຕເຂົ້າໃຈຄວາມໝາຍຂອງພຣະເຢຊູດີ ແລະ ຕອບວ່າ: “ພຣະຜູ້ເປັນເຈົ້າ! ເມື່ອກ່ອນຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ ຂ້ານ້ອຍຍອມຮັບວ່າ ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫຼັງຈາກນັ້ນ ພຣະເຢຊູເລີຍຕອບວ່າ: “ຖ້າຜູ້ຄົນບໍ່ຮັກພຣະບິດາໃນສະຫວັນແລ້ວ ພວກເຂົາຈະຮັກພຣະບຸດໃນແຜ່ນດິນໂລກນີ້ໄດ້ແນວໃດ? ຖ້າຜູ້ຄົນບໍ່ຮັກພຣະບຸດທີ່ຖືກສົ່ງມາໂດຍພຣະເຈົ້າຜູ້ເປັນພຣະບິດາ ແລ້ວພວກເຂົາຈະຮັກພຣະບິດາໃນສະຫວັນໄດ້ແນວໃດ? ຖ້າຜູ້ຄົນຮັກພຣະບຸດໃນໂລກນີ້ແທ້ຈິງ ພວກເຂົາກໍຕ້ອງຮັກພຣະບິດາໃນສະຫວັນຢ່າງແທ້ຈິງເຊັ່ນກັນ”. ເມື່ອເປໂຕໄດ້ຍິນຄໍາກ່າວເຫຼົ່ານີ້ ລາວຮູ້ສຶກວ່າຕົນເອງຍັງຂາດເຂີນຫຼາຍ. ລາວຮູ້ສຶກເສຍໃຈສະເໝີຈົນເຖິງກັບຮ້ອງໄຫ້ ພ້ອມທັງເວົ້າວ່າ: “ຂ້ານ້ອຍເຄີຍຮັກພຣະບິດາໃນສະຫວັນ ແຕ່ຂ້ານ້ອຍບໍ່ເຄີຍຮັກພຣະອົງເລີຍ”. ຫລັງຈາກການຟື້ນຄືນຊີວິດ ແລະ ການສະເດັດໄປຍັງສະຫວັນຂອງພຣະເຢຊູ ເປໂຕແຮງຮູ້ສຶກສໍານຶກຜິດ ແລະ ເສຍໃຈກັບຄຳເວົ້າເຫຼົ່ານີ້. ເມື່ອລາວຫວນຄິດຄືນຫລັງເຖິງພາລະກິດທີ່ຜ່ານມາ ແລະ ພາລະກິດໃນປັດຈຸບັນ ລາວມັກຈະຮຽກຮ້ອງຫາພຣະເຢຊູດ້ວຍຄໍາອະທິຖານສະເໝີ, ລາວຮູ້ສຶກເສຍໃຈ ແລະ ຮູ້ສຶກຕິດໜີ້ພຣະຄຸນພຣະເຈົ້າຍ້ອນວ່າລາວບໍ່ສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະອົງ ແລະ ບໍ່ສາມາດປະຕິບັດຕົນເອງໃຫ້ໄດ້ມາດຕະຖານທີ່ພຣະເຈົ້າໄດ້ຕັ້ງໄວ້. ບັນຫາເຫຼົ່ານີ້ກາຍເປັນພາລະທີ່ໜັກໜ່ວງ. ລາວກ່າວວ່າ: “ມື້ໜຶ່ງ ຂ້ານ້ອຍຈະອຸທິດທຸກຢ່າງ ແລະ ທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ ແລະ ຂ້ານ້ອຍຈະມອບທຸກສິ່ງທີ່ເປັນຄຸນຄ່າໃຫ້ກັບພຣະອົງ”. ລາວກ່າວອີກວ່າ: “ພຣະເຈົ້າ! ຂ້ານ້ອຍມີພຽງຄວາມເຊື່ອດຽວ ແລະ ຄວາມຮັກດຽວ. ຊີວິດຂອງຂ້ານ້ອຍບໍ່ມີຄຸນຄ່າຫຍັງ ແລະ ຮ່າງກາຍຂອງຂ້ານ້ອຍກໍບໍ່ມີຄຸນຄ່າຫຍັງ. ຂ້ານ້ອຍມີພຽງຄວາມເຊື່ອດຽວ ແລະ ຄວາມຮັກດຽວ. ຂ້ານ້ອຍມີຄວາມເຊື່ອໃນພຣະເຈົ້າດ້ວຍຫົວໃຈ ແລະ ຄວາມຮັກທີ່ຈະມອບໃຫ້ພຣະອົງໃນຫົວໃຈ; ຂ້ານ້ອຍມີພຽງສອງສິ່ງນີ້ເທົ່ານັ້ນທີ່ຂໍມອບໃຫ້ພຣະອົງ ແລະ ບໍ່ມີຫຍັງອີກ”. ເປໂຕໄດ້ຮັບກໍາລັງໃຈຢ່າງຫຼວງຫຼາຍຈາກພຣະທຳຂອງພຣະເຢຊູ ເພາະວ່າ ກ່ອນພຣະເຢຊູຈະຖືກຄຶງຢູ່ເທິງໄມ້ກາງແຂນ ພຣະອົງໄດ້ກ່າວຕໍ່ເປໂຕວ່າ: “ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້”. ຕໍ່ມາເມື່ອເປໂຕປະສົບກັບຄວາມເຈັບປວດຢ່າງຮ້າຍແຮງ ພຣະເຢຊູກໍໄດ້ເຕືອນລາວອີກວ່າ: “ເປໂຕ, ທ່ານໄດ້ລືມແລ້ວບໍ? ເຮົາບໍ່ໄດ້ມາຈາກໂລກນີ້ ແລະ ຍ້ອນໜ້າທີ່ຂອງເຮົາໆຈິ່ງຕ້ອງຈາກໂລກນີ້ໄປ. ທ່ານເຊັ່ນກັນບໍ່ໄດ້ມາຈາກໂລກນີ້ ທ່ານລືມແລ້ວບໍ? ເຮົາໄດ້ບອກທ່ານສອງເທື່ອແລ້ວ ທ່ານບໍ່ຈື່ບໍ?” ເມື່ອໄດ້ຍິນແບບນັ້ນ, ເປໂຕກໍຕອບວ່າ: “ຂ້ານ້ອຍບໍ່ໄດ້ລືມ!” ພຣະເຢຊູເລີຍກ່າວຕໍ່ອີກວ່າ: “ຄັ້ງໜຶ່ງທ່ານເຄີຍໃຊ້ເວລາຢູ່ກັບເຮົາ ໃນສະຫວັນຢ່າງມີຄວາມສຸກ ແລະ ຊ່ວງເວລາໜຶ່ງກໍ່ຢູ່ຄຽງຂ້າງເຮົາ. ທ່ານຄິດຮອດເຮົາ ແລະ ເຮົາກໍຄິດຮອດທ່ານເຊັ່ນກັນ. ເຖິງແມ່ນວ່າ ໃນສາຍຕາເຮົາສິ່ງທີ່ມີຊີວິດທັງຫຼາຍແມ່ນບໍ່ມີຄຸນຄ່າພໍທີ່ເຮົາຈະກ່າວເຖິງ ແຕ່ຈະບໍ່ໃຫ້ເຮົາຮັກບຸກຄົນທີ່ໄຮ້ດຽງສາ ແລະ ມີຈິດໃຈງົດງາມຢ່າງທ່ານໄດ້ແນວໃດ? ທ່ານລືມຄໍາສັນຍາຂອງເຮົາແລ້ວບໍ? ທ່ານຕ້ອງຮັບເອົາການຝາກຝັງຂອງເຮົາໃນໂລກນີ້; ທ່ານຕ້ອງບັນລຸໜ້າທີ່ທີ່ເຮົາມອບໝາຍໃຫ້ທ່ານ. ແນ່ນອນ ມື້ໜຶ່ງເຮົາຈະພາທ່ານມາຢືນຢູ່ຄຽງຂ້າງເຮົາ”. ຫລັງຈາກໄດ້ຍິນແບບນີ້, ເປໂຕຈຶ່ງມີກໍາລັງໃຈຂຶ້ນ ແລະ ໄດ້ຮັບແຮງບັນດານໃຈຢ່າງໃຫຍ່ຫຼວງ, ເມື່ອເວລາທີ່ລາວຖືກຄຶງຢູ່ເທິງໄມ້ກາງແຂນນັ້ນ ລາວກໍ່ສາມາດກ່າວວ່າ: “ພຣະເຈົ້າ! ຂ້ານ້ອຍຮັກພຣະອົງຢ່າງສຸດຫົວໃຈ! ເຖິງແມ່ນວ່າ ພຣະອົງບອກໃຫ້ຂ້ານ້ອຍຕາຍ ຂ້ານ້ອຍກໍຈະຍັງຮັກພຣະອົງຢ່າງສຸດຫົວໃຈ. ບໍ່ວ່າພຣະອົງຈະສົ່ງວິນຍານຂອງຂ້ານ້ອຍໄປໃສກໍຕາມ, ບໍ່ວ່າພຣະອົງຈະປະຕິບັດຕາມຄໍາສັນຍາໃນອະດີດຂອງພຣະອົງ ຫຼື ບໍ່, ຈາກນີ້ໄປບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ ຂ້ານ້ອຍຂໍຮັກພຣະອົງ ແລະ ເຊື່ອໃນພຣະອົງຕະຫຼອດໄປ”. ສິ່ງທີ່ເປໂຕຍຶດໝັ້ນກໍຄືຄວາມເຊື່ອ ແລະ ຄວາມຮັກທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ