ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 151

28 ເດືອນເມສາ 2021

ພຣະເຈົ້າໃຊ້ການຄຸ້ມຄອງມະນຸດຂອງພຣະອົງເພື່ອເອົາຊະນະຊາຕານ. ຊາຕານນຳພາຊະຕາກຳຂອງຜູ້ຄົນໄປສູ່ຈຸດຈົບ ແລະ ກໍ່ກວນພາລະກິດຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າທີ່ບໍ່ໄດ້ໝາຍເຖິງການຊ່ວຍມະນຸດຊາດໃຫ້ລອດພົ້ນ? ຂັ້ນຕອນໃດທີ່ບໍ່ໄດ້ໝາຍເຖິງການຊໍາລະລ້າງຜູ້ຄົນ ແລະ ເພື່ອເຮັດໃຫ້ພວກເຂົາກະທຳສິ່ງທີ່ຊອບທໍາ ແລະ ດໍາລົງຊີວິດຕາມລັກສະນະຂອງຜູ້ທີ່ສາມາດຖືກຮັກ? ຢ່າງໃດກໍຕາມ, ຊາຕານບໍ່ໄດ້ເຮັດສິ່ງນີ້. ມັນເຮັດໃຫ້ມະນຸດເສື່ອມຊາມ; ມັນດຳເນີນວຽກງານຢ່າງຕໍ່ເນື່ອງເພື່ອເຮັດໃຫ້ມະນຸດເສື່ອມຊາມທົ່ວທັງຈັກກະວານ. ແນ່ນອນ, ພຣະເຈົ້າກໍເຮັດພາລະກິດຂອງພຣະອົງເອງເຊັ່ນກັນ. ພຣະອົງບໍ່ສົນໃຈຊາຕານ. ບໍ່ວ່າອໍານາດຂອງຊາຕານຈະມີຫຼາຍເທົ່າໃດກໍຕາມ, ອໍານາດທີ່ມັນມີກໍແມ່ນມາຈາກພຣະເຈົ້າ; ພຣະເຈົ້າບໍ່ໄດ້ມອບອໍານາດທັງໝົດຂອງພຣະອົງໃຫ້ມັນ ແລະ ດ້ວຍເຫດນັ້ນ ບໍ່ວ່າມັນຈະເຮັດຫຍັງກໍຕາມ, ມັນບໍ່ສາມາດເຮັດເໜືອພຣະເຈົ້າ ແລະ ຈະຢູ່ພາຍໃຕ້ກໍາມືຂອງພຣະເຈົ້າສະເໝີ. ພຣະເຈົ້າບໍ່ໄດ້ເປີດເຜີຍການກະທໍາໃດໆຂອງພຣະອົງເມື່ອຢູ່ໃນສະຫວັນ. ພຣະອົງພຽງແຕ່ມອບອຳນາດສ່ວນເລັກນ້ອຍໃຫ້ກັບຊາຕານ ແລະ ອະນຸຍາດໃຫ້ມັນໃຊ້ເພື່ອຄວບຄຸມທູດສະຫວັນອື່ນໆ. ເພາະສະນັ້ນ, ບໍ່ວ່າມັນຈະເຮັດຫຍັງ, ມັນກໍບໍ່ສາມາດເຮັດເໜືອອໍານາດຂອງພຣະເຈົ້າໄດ້ ເພາະວ່າອໍານາດທີ່ພຣະເຈົ້າມອບໃຫ້ມັນໃນເບື້ອງຕົ້ນແມ່ນມີຂໍ້ຈຳກັດ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ຊາຕານກໍລົບກວນ. ໃນຍຸກສຸດທ້າຍ, ການລົບກວນຂອງມັນຈະສິ້ນສຸດລົງ; ໃນກໍລະນີດຽວກັນ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດລົງ ແລະ ປະເພດຂອງມະນຸດທີ່ພຣະເຈົ້າຕ້ອງການເຮັດໃຫ້ສົມບູນກໍຈະສົມບູນ. ພຣະເຈົ້າຊີ້ນໍາຜູ້ຄົນໄປໃນທາງບວກ; ຊີວິດຂອງພຣະອົງຄືນ້ຳແຫ່ງຊີວິດ, ບໍ່ສາມາດວັດແທກໄດ້ ແລະ ບໍ່ມີຂອບເຂດ. ຊາຕານໄດ້ເຮັດໃຫ້ຜູ້ຄົນເສື່ອມຊາມໃນລະດັບໜຶ່ງ; ສຸດທ້າຍ, ນ້ຳແຫ່ງຊີວິດຈະເຮັດໃຫ້ຜູ້ຄົນສົມບູນ ແລະ ມັນຈະເປັນໄປບໍ່ໄດ້ທີ່ຊາຕານຈະແຊກແຊງ ແລະ ດໍາເນີນວຽກງານຂອງມັນໄດ້ອີກ. ດັ່ງນັ້ນ, ພຣະເຈົ້າຈຶ່ງຈະຮັບເອົາຜູ້ຄົນເຫຼົ່ານີ້ທຸກຄົນຢ່າງສົມບູນ. ເຖິງຢ່າງນັ້ນ ໃນປັດຈຸບັນຊາຕານກໍຍັງປະຕິເສດທີ່ຈະຍອມຮັບສິ່ງນີ້; ມັນສືບຕໍ່ຕັ້ງຕົນເອງເປັນປໍລະປັກກັບພຣະເຈົ້າ ແຕ່ພຣະເຈົ້າບໍສົນໃຈມັນ. ພຣະອົງໄດ້ກ່າວວ່າ: “ເຮົາຈະເອົາຊະນະເໜືອອໍານາດມືດ ແລະ ອິດທິພົນມືດທັງໝົດຂອງຊາຕານ”. ນີ້ແມ່ນພາລະກິດທີ່ຕ້ອງໄດ້ປະຕິບັດໃນເນື້ອໜັງໃນຕອນນີ້ ແລະ ມັນຍັງເປັນສິ່ງທີ່ເຮັດໃຫ້ການກາຍເປັນເນື້ອໜັງມີຄວາມສໍາຄັນ: ນັ້ນກໍຄື ເພື່ອເຮັດສໍາເລັດຂັ້ນຕອນຂອງພາລະກິດໃນການເອົາຊະນະຊາຕານໃນຍຸກສຸດທ້າຍ ແລະ ເພື່ອທໍາລາຍລ້າງທຸກສິ່ງທີ່ເປັນຂອງຊາຕານ. ການເອົາຊະນະຂອງພຣະເຈົ້າເໜືອຊາຕານແມ່ນຫຼີກເວັ້ນບໍ່ໄດ້! ຄວາມຈິງແລ້ວ ຊາຕານໄດ້ລົ້ມເຫຼວມາແຕ່ດົນແລ້ວ. ເມື່ອພຣະກິດຕິຄຸນໄດ້ເລີ່ມແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງມັງກອນແດງທີ່ຍິ່ງໃຫຍ່, ນັ້ນກໍຄື ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ເລີ່ມຕົ້ນເຮັດພາລະກິດ ແລະ ພາລະກິດດັ່ງກ່າວນີ້ກໍໄດ້ເລີ່ມເຄື່ອນໄຫວ, ຊາຕານແມ່ນຖືກເອົາຊະນະຢ່າງສົມບູນແລ້ວ ເພາະວ່າຈຸດປະສົງຂອງການບັງເກີດເປັນມະນຸດແມ່ນເພື່ອທໍາລາຍລ້າງຊາຕານ. ທັນທີໃດທີ່ ຊາຕານໄດ້ເຫັນວ່າພຣະເຈົ້າໄດ້ກາຍເປັນເນື້ອໜັງອີກເທື່ອໜຶ່ງ ແລະ ໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງ ເຊິ່ງບໍ່ມີອຳນາດໃດຈະສາມາດຢຸດຢັ້ງພາລະກິດນັ້ນໄດ້, ສະນັ້ນ, ຊາຕານຈຶ່ງໄດ້ແຕ່ຕົກສະເຫງີ້ເມື່ອເຫັນພາລະກິດດັ່ງກ່າວ ແລະ ບໍ່ກ້າທີ່ຈະເຮັດຄວາມຜິດອີກຕໍ່ໄປ. ໃນເບື້ອງຕົ້ນຊາຕານຄິດວ່າມັນມີສະຕິປັນຍາຢ່າງຫຼວງຫຼາຍ, ມັນຈຶ່ງຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ; ແຕ່ ມັນຄາດບໍ່ເຖິງເລີຍວ່າ ພຣະເຈົ້າຈະກາຍເປັນເນື້ອໜັງອີກເທື່ອຫນຶ່ງ ແລະ ໃນພາລະກິດຂອງພຣະອົງ, ພຣະເຈົ້າໄດ້ໃຊ້ການຕໍ່ຕ້ານຂອງຊາຕານ ເພື່ອເປັນການເປີດເຜີຍ ແລະ ການພິພາກສາມະນຸດຊາດເພື່ອປົກຄອງມະນຸດ ແລະ ເອົາຊະນະຊາຕານ. ພຣະເຈົ້າຊົງສະຫຼາດກວ່າຊາຕານ ແລະ ພາລະກິດຂອງພຣະອົງແມ່ນເໜືອກວ່າມັນຫຼາຍ. ເພາະສະນັ້ນ, ດັ່ງທີ່ເຮົາໄດ້ກ່າວກ່ອນໜ້ານີ້ວ່າ: ພາລະກິດທີ່ເຮົາປະຕິບັດແມ່ນເພື່ອຕອບໂຕ້ກົນອຸບາຍຂອງຊາຕານ; ໃນທີ່ສຸດ ເຮົາຈະເປີດເຜີຍລິດທານຸພາບສູງສຸດຂອງເຮົາ ແລະ ຄວາມບໍ່ມີອຳນາດຂອງຊາຕານ”. ພຣະເຈົ້າກະທຳພາລະກິດຂອງພຣະອົງໃນແຖວໜ້າ ແລະ ຊາຕານຈະນຳຫຼັງພຣະອົງ, ຈົນກວ່າໃນທີ່ສຸດມັນກໍຈະຖືກທໍາລາຍ. ມັນຈະບໍ່ຮູ້ດ້ວຍຊ້ຳວ່າ ແມ່ນຫຍັງຕີມັນ! ເຊື່ອມັນຈະຮູ້ຄວາມຈິງແມ່ນມັນໄດ້ຖືກທຸບຕີ ແລະ ຢຽບຢໍ່າແລ້ວ; ເຖິງເວລານັ້ນ ມັນກໍຈະຖືກເຜົາໄໝ້ຢູ່ໃນທະເລສາບແຫ່ງແປວໄຟ. ແລ້ວໃນຕອນນັ້ນ ມັນຍັງຈະບໍ່ຍອມເຊື່ອຢ່າງເຕັມທີ່ບໍ? ເພາະວ່າມັນບໍ່ມີກົນອຸບາຍເຫຼືອໃຫ້ໃຊ້ອີກແລ້ວ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮູ້ວ່າ ມະນຸດຊາດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ