ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 432

ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ຕາບໃດທີ່ຜູ້ຄົນປະຕິບັດຢ່າງດຸໝັ່ນ ແລະ ຢ່າງຈິງໃຈ, ພວກເຂົາຈະໄດ້ຮັບ “ຄະແນນຜ່ານ”. ຄວາມຈິງທີ່ຈະເວົ້າເຖິງກໍຄື ການບັນລຸຄວາມເຂົ້າໃຈ, ຄວາມຮູ້ ແລະ ການຢັ່ງເຖິງຄວາມຈິງເປັນສິ່ງທີ່ຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ກ່ອນອື່ນແມ່ນໃຫ້ປະຕິບັດຫຼາຍເທົ່າທີ່ເຈົ້າເຂົ້າໃຈ ແລະ ປະຕິບັດສິ່ງທີ່ເຈົ້າຢັ່ງເຖິງ. ດ້ວຍວິທີນີ້, ເຈົ້າຈະສາມາດບັນລຸຄວາມຮູ້ທີ່ແທ້ຈິງ ແລະ ຢັ່ງເຖິງຄວາມຈິງເທື່ອລະໜ້ອຍ. ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການທີ່ພຣະວິນຍານບໍລິສຸດເຮັດພາລະກິດ. ຖ້າເຈົ້າບໍ່ປະຕິບັດຄວາມອ່ອນນ້ອມດ້ວຍວິທີນີ້, ເຈົ້າຈະບໍ່ບັນລຸຫຍັງເລີຍ. ຖ້າເຈົ້າເຮັດຕາມຄວາມປາຖະໜາຂອງເຈົ້າເອງຢູ່ສະເໝີ ແລະ ບໍ່ປະຕິບັດຄວາມອ່ອນນ້ອມ, ພຣະວິນຍານບໍລິສຸດຈະເຮັດພາລະກິດພາຍໃນເຈົ້າບໍ? ພຣະວິນຍານບໍລິສຸດເຮັດພາລະກິດຕາມທີ່ເຈົ້າປາຖະໜາບໍ? ຫຼື ພຣະອົງເຮັດພາລະກິດຕາມສິ່ງທີ່ເຈົ້າຂາດ ແລະ ບົນພື້ນຖານພຣະທຳຂອງພຣະເຈົ້າ? ຖ້າສິ່ງນີ້ບໍ່ຊັດເຈນສຳລັບເຈົ້າ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມຈິງ-ຄວາມເປັນຈິງ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ, ມີພຽງແຕ່ຄວາມຮູ້ ແລະ ສຸດທ້າຍກໍບໍ່ສາມາດເວົ້າສິ່ງໃດໄດ້ເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບເມັດດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງໄດ້ສໍ່ານັ້ນ. ຍິ່ງທິດສະດີສູງສົ່ງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ຢ່າປົກປ້ອງທິດສະດີຝ່າຍວິນຍານຫຼາຍເກີນໄປ, ມັນບໍ່ມີປະໂຫຍດຫຍັງ! ບາງຄົນກຳລັງເວົ້າກ່ຽວກັບທິດສະດີຝ່າຍວິນຍານເປັນເວລາຫຼາຍທົດສະວັດ ແລະ ພວກເຂົາໄດ້ກາຍມາເປັນບຸກຄົນທາງຈິດວິນຍານທີ່ຍິ່ງໃຫຍ່, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍຍັງບໍ່ສາມາດເຂົ້າສູ່ຄວາມຈິງ-ຄວາມເປັນຈິງ. ເພາະພວກເຂົາບໍ່ໄດ້ປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ມີຫຼັກການ ຫຼື ເສັ້ນທາງໃຫ້ປະຕິບັດ. ຜູ້ຄົນແບບນີ້ຂາດຄວາມຈິງ-ຄວາມເປັນຈິງ, ສະນັ້ນ ພວກເຂົາຈະສາມາດນໍາຄົນອື່ນມາສູ່ເສັ້ນທາງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າໄດ້ແນວໃດ? ພວກເຂົາພຽງແຕ່ສາມາດພາໃຫ້ຜູ້ຄົນຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນການທຳຮ້າຍຄົນອື່ນ ແລະ ຕົນເອງບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຢູ່ຕໍ່ໜ້າເຈົ້າ. ນັ້ນໝາຍຄວາມວ່າ ເຈົ້າຕ້ອງສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມອ່ອນນ້ອມຕໍ່ພຣະເຈົ້າ. ມີແຕ່ເມື່ອເຈົ້າໄດ້ເຂົ້າສູ່ຊີວິດເທົ່ານັ້ນ, ເຈົ້າຈຶ່ງມີຄຸນສົມບັດທີ່ຈະເຮັດວຽກໃຫ້ກັບພຣະເຈົ້າ ແລະ ມີແຕ່ເມື່ອເຈົ້າເສຍສະຫຼະໃຫ້ກັບພຣະເຈົ້າຢ່າງຈິງໃຈເທົ່ານັ້ນ, ເຈົ້າຈຶ່ງຈະຖືກຮອງຮັບໂດຍພຣະເຈົ້າ. ຢ່າເວົ້າໃຫຍ່ ແລະ ເວົ້າເຖິງທິດສະດີທີ່ໂອ້ອວດຢູ່ສະເໝີ; ນີ້ຄືສິ່ງທີ່ບໍ່ມີຈິງ. ການເທດສະໜາກ່ຽວກັບທິດສະດີຝ່າຍວິນຍານເພື່ອເຮັດໃຫ້ຜູ້ຄົນເທີດທູນເຈົ້າບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ມັນຄືການໂອ້ອວດຕົນເອງ. ມັນບໍ່ໄດ້ເປັນປະໂຫຍດຫຍັງຕໍ່ຜູ້ຄົນແທ້ໆ ແລະ ບໍ່ໄດ້ອົບຮົມພວກເຂົາ ແລະ ສາມາດພາພວກເຂົາໃຫ້ນະມັດສະການທິດສະດີຝ່າຍວິນຍານຢ່າງງ່າຍດາຍ ແລະ ບໍ່ເອົາໃຈໃສ່ໃນການປະຕິບັດຄວາມຈິງ, ແລ້ວນີ້ບໍ່ແມ່ນການພາໃຫ້ຜູ້ຄົນຫຼົງທາງບໍ? ການເຮັດແບບນີ້ຈະກໍ່ໃຫ້ເກີດທິດສະດີ ແລະ ກົດລະບຽບທີ່ວ່າງເປົ່າຫຼາຍຢ່າງ ເຊິ່ງຈະຈຳກັດ ແລະ ສ້າງກັບດັກໃຫ້ແກ່ຜູ້ຄົນ; ມັນເປັນຕາອັບອາຍແທ້ໆ. ສະນັ້ນ ໃຫ້ເວົ້າສິ່ງທີ່ເປັນຈິງຫຼາຍຂຶ້ນ, ເວົ້າກ່ຽວກັບບັນຫາທີ່ມີຢູ່ຈິງໃຫ້ຫຼາຍຂຶ້ນ, ໃຊ້ເວລາຫຼາຍຂຶ້ນໃນການຄົ້ນຫາຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງ; ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຢ່າຊັກຊ້າໃນການຮຽນຮູ້ເພື່ອປະຕິບັດຄວາມຈິງ: ນີ້ຄືເສັ້ນທາງຂອງການເຂົ້າສູ່ຄວາມເປັນຈິງ. ຢ່າຮັບເອົາປະສົບການ ແລະ ຄວາມຮູ້ຂອງຄົນອື່ນມາເປັນຊັບສິນສ່ວນຕົວຂອງເຈົ້າເອງ ແລະ ເຊີດຊູພວກມັນເພື່ອໃຫ້ຄົນອື່ນໄດ້ເທີດທູນ. ເຈົ້າຕ້ອງມີທາງເຂົ້າສູ່ຊີວິດຂອງເຈົ້າເອງ. ໂດຍການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະມີທາງເຂົ້າສູ່ຊີວິດ. ສິ່ງນີ້ຄວນເປັນສິ່ງທີ່ທຸກຄົນປະຕິບັດ ແລະ ໃຫ້ຄວາມສົນໃຈ.

ຖ້າສິ່ງທີ່ເຈົ້າສົນທະນາສາມາດມອບເສັ້ນທາງໃຫ້ຜູ້ຄົນຍ່າງໄດ້ ນັ້ນກໍທຽບເທົ່າກັບຄວາມເປັນຈິງທີ່ເຈົ້າມີແລ້ວ. ບໍ່ວ່າເຈົ້າຈະເວົ້າຫຍັງ, ເຈົ້າຕ້ອງນໍາເອົາຜູ້ຄົນມາສູ່ການປະຕິບັດ ແລະ ມອບເສັ້ນທາງໃຫ້ພວກເຂົາທັງໝົດເພື່ອພວກເຂົາຈະສາມາດຍ່າງຕາມ. ຢ່າເຮັດສິ່ງນັ້ນເພື່ອໃຫ້ຄົນມີຄວາມຮູ້ເທົ່ານັ້ນ ແຕ່ທີ່ສໍາຄັນຄືການມີເສັ້ນທາງທີ່ຈະຍ່າງ. ສໍາລັບຄົນທີ່ຈະເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຍ່າງເທິງເສັ້ນທາງທີ່ນໍາພາໂດຍພຣະເຈົ້າໃນພາລະກິດຂອງພຣະອົງ. ນັ້ນກໍຄືຂະບວນການແຫ່ງການເຊື່ອໃນພຣະເຈົ້າ ແມ່ນຂະບວນການໃນການຍ່າງຕາມເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າຫຍັງກໍຕາມເຈົ້າຕ້ອງມີເສັ້ນທາງທີ່ເຈົ້າສາມາດຍ່າງ ແລະ ເຈົ້າຕ້ອງຍ່າງຢູ່ເສັ້ນທາງແຫ່ງການຖືກພຣະເຈົ້າເຮັດໃຫ້ສົມບູນ. ຢ່າຕົກໄປຢູ່ຂ້າງຫຼັງຫຼາຍ ແລະ ຢ່າສົນໃຈຕົນເອງກັບຫຼາຍສິ່ງເກີນໄປ. ຖ້າເຈົ້າຍ່າງຢູ່ເສັ້ນທາງທີ່ນໍາພາໂດຍພຣະເຈົ້າໂດຍບໍ່ມີການຂັດຂວາງ, ເຈົ້າກໍຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີເສັ້ນທາງເຂົ້າສູ່ຄວາມເປັນຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດນັບໄດ້ວ່າ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນການເຮັດໜ້າທີ່ຂອງມະນຸດໃຫ້ສໍາເລັດ. ໃນຖານະທີ່ເປັນຄົນໜຶ່ງໃນກະແສດັ່ງກ່າວນີ້, ແຕ່ລະຄົນຄວນເຮັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດຢ່າງເໝາະສົມ, ເຮັດໃນສິ່ງທີ່ຄົນຄວນເຮັດໃຫ້ຫຼາຍຂຶ້ນ ແລະ ບໍ່ໃຫ້ປະຕິບັດຢ່າງຫົວແຂງ. ຄົນທີ່ປະຕິບັດພາລະກິດຕ້ອງເຮັດໃຫ້ຄໍາເວົ້າຂອງພວກເຂົາຊັດເຈນ, ຄົນທີ່ຕິດຕາມຕ້ອງໃສ່ໃຈກັບການອົດທົນຕໍ່ຄວາມລໍາບາກ ແລະ ການອ່ອນນ້ອມໃຫ້ຫຼາຍຂຶ້ນ ແລະ ທຸກຄົນຕ້ອງຢູ່ບ່ອນຂອງພວກເຂົາ ແລະ ບໍ່ໃຫ້ອອກນອກຂອບເຂດ. ໃນໃຈຂອງທຸກຄົນຕ້ອງຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດ ແລະ ໜ້າທີ່ທີ່ພວກເຂົາຄວນເຮັດໃຫ້ສໍາເລັດ. ໃຫ້ເລືອກເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ; ບໍ່ໃຫ້ຫຼົງທາງ ຫຼື ເຮັດໃນສິ່ງທີ່ຜິດ. ເຈົ້າຕ້ອງເຫັນພາລະກິດໃນປັດຈຸບັນໃຫ້ຊັດເຈນ. ການເຂົ້າສູ່ວິທີການປະຕິບັດພາລະກິດໃນປັດຈຸບັນຄືສິ່ງທີ່ພວກເຈົ້າຄວນປະຕິບັດ. ມັນແມ່ນສິ່ງທໍາອິດທີ່ພວກເຈົ້າຕ້ອງເຂົ້າສູ່. ຈົ່ງຢ່າໃຊ້ຄໍາເວົ້າໃຫ້ສິ້ນເປືອງກັບສິ່ງອື່ນໆໄປຫຼາຍກວ່ານີ້. ການເຮັດພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າໃນປັດຈຸບັນແມ່ນຄວາມຮັບຜິດຊອບຂອງພວກເຈົ້າ, ການເຂົ້າສູ່ວິທີການປະຕິບັດພາລະກິດໃນປັດຈຸບັນແມ່ນໜ້າທີ່ຂອງພວກເຈົ້າ ແລະ ການປະຕິບັດຄວາມຈິງໃນປັດຈຸບັນກໍແມ່ນພາລະຂອງພວກເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ | ຄັດຕອນ 46

ຄຳສັນລະເສີນໄດ້ມາເຖິງພູເຂົາຊີໂອນ ແລະ ບ່ອນຢູ່ອາໄສຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. ນາມບໍລິສຸດອັນສະຫງ່າລາສີທີ່ທຸກຄົນສັນລະເສີນນັ້ນໄດ້ແຜ່ຂະຫຍາຍອອກ. ໂອ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 448

ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ....