ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 12

26 ເດືອນຕຸລາ 2020

ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະລະພຣະອົງເອງ ແລະ ຍອມຖືກຄືງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

Leave a Reply

ແບ່ງປັນ

ຍົກເລີກ