ພຣະທຳປະຈຳວັນຂອງພຣະເຈົ້າ: ການພິພາກສາໃນຍຸກສຸດທ້າຍ | ຄັດຕອນ 95

13 ເດືອນກໍລະກົດ 2025

ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນເຫຼົ່ານັ້ນຈາກດິນແດນທັງປວງ ແລະ ທຸກຄົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍຍອມຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ສະຫວັນ ແລະ ແຜ່ນດິນໂລກທັງປວງໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ? ແລ້ວດ້ວຍເຫດນັ້ນ ການກະທຳແຫ່ງຄວາມກະບົດຂອງພວກເຈົ້າຈະສືບຕໍ່ອີກດົນສໍ່າໃດ? ເຈົ້າບໍ່ເຫັນບໍວ່າມື້ສຸດທ້າຍຂອງເຈົ້າກຳລັງຈະເກີດຂຶ້ນແລ້ວ? ຄົນທີ່ຢໍາເກງພຣະເຈົ້າ ແລະ ປາຖະໜາໃຫ້ພຣະອົງປາກົດຕົວຈະບໍ່ສາມາດເຫັນມື້ແຫ່ງການປາກົດຕົວຂອງຄວາມຊອບທຳຂອງພຣະເຈົ້າໄດ້ແນວໃດ? ພວກເຂົາຈະບໍ່ສາມາດຮັບເອົາລາງວັນສຸດທ້າຍສຳລັບຄວາມດີໄດ້ແນວໃດ? ເຈົ້າເປັນຄົນທີ່ເຮັດຄວາມດີ ຫຼື ເປັນຄົນທີ່ເຮັດຄວາມຊົ່ວຮ້າຍບໍ? ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວອ່ອນນ້ອມ ຫຼື ເຈົ້າເປັນຄົນທີ່ຍອມຮັບການພິພາກສາທີ່ຊອບທຳ ແລະ ແລ້ວກໍຖືກສາບແຊ່ງ? ເຈົ້າດຳລົງຊີວິດຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາໃນແສງສະຫວ່າງ ຫຼື ເຈົ້າດໍາລົງຊີວິດໃນແດນມໍລະນາໃນທ່າມກາງຄວາມມືດມິດ? ຕົວເຈົ້າເອງບໍ່ແມ່ນຄົນທີ່ຮູ້ຢ່າງຊັດເຈນທີ່ສຸດວ່າຈຸດຈົບຂອງເຈົ້າຈະເປັນຈຸດຈົບແຫ່ງລາງວັນ ຫຼື ຈຸດຈົບແຫ່ງການລົງໂທດບໍ? ເຈົ້າບໍ່ແມ່ນຄົນທີ່ຮູ້ຈັກຢ່າງຊັດເຈນທີ່ສຸດ ແລະ ເຂົ້າໃຈຢ່າງເລິກເຊິ່ງທີ່ສຸດວ່າພຣະເຈົ້າຊອບທຳບໍ? ແລ້ວການປະພຶດ ແລະ ຫົວໃຈຂອງເຈົ້າເປັນແບບໃດ? ໃນຂະນະທີ່ເຮົາເອົາຊະນະເຈົ້າໃນມື້ນີ້, ເຈົ້າຕ້ອງການໃຫ້ເຮົາສະກົດອອກໃຫ້ເຈົ້າເຫັນແທ້ບໍວ່າ ພຶດຕິກຳຂອງເຈົ້າດີ ຫຼື ຊົ່ວຮ້າຍ? ເຈົ້າໄດ້ເສຍສະຫຼະຫຼາຍສໍ່າໃດເພື່ອເຮົາ? ເຈົ້າໄດ້ນະມັດສະການເຮົາຢ່າງເລິກເຊິ່ງສໍ່າໃດ? ຕົວເຈົ້າເອງບໍ່ຮູ້ຈັກຢ່າງຊັດເຈນແທ້ບໍ່ວ່າເຈົ້າປະພຶດຕໍ່ເຮົາແນວໃດ? ເຈົ້າຄວນຮູ້ດີກວ່າຄົນອື່ນວ່າ ຈຸດຈົບທີ່ເຈົ້າຈະພົບແມ່ນເປັນແບບໃດ! ເຮົາບອກເຈົ້າຕາມຄວາມຈິງ: ເຮົາພຽງແຕ່ສ້າງມະນຸດຊາດ ແລະ ເຮົາສ້າງເຈົ້າ, ແຕ່ເຮົາບໍ່ໄດ້ມອບພວກເຈົ້າໃຫ້ກັບຊາຕານ; ຫຼື ເຮົາມີເຈດຕະນາເຮັດໃຫ້ພວກເຈົ້າກະບົດ ຫຼື ຕໍ່ຕ້ານເຮົາ ແລະ ໃນທີ່ສຸດຖືກເຮົາລົງໂທດ. ໄພພິບັດ ແລະ ຄວາມທຸກທໍລະມານທັງໝົດເຫຼົ່ານີ້ບໍ່ແມ່ນຍ້ອນຫົວໃຈຂອງພວກເຈົ້າແຂງເກີນໄປ ແລະ ການປະພຶດຂອງພວກເຈົ້າຊົ່ວຊ້າເກີນໄປບໍ? ແລ້ວຈຸດຈົບທີ່ພວກເຈົ້າຈະພົບບໍ່ໄດ້ຖືກກຳນົດໂດຍພວກເຈົ້າເອງບໍ? ເຈົ້າບໍ່ໄດ້ຮູ້ດີກວ່າຄົນອື່ນບໍວ່າ ໃນຫົວໃຈຂອງພວກເຈົ້າ, ພວກເຈົ້າຈະຈົບລົງແນວໃດ? ເຫດຜົນທີ່ເຮົາເອົາຊະນະຜູ້ຄົນແມ່ນເພື່ອເປີດເຜີຍສິ່ງເຫຼົ່ານັ້ນ ແລະ ຍິ່ງດີກວ່ານັ້ນກໍຄືເພື່ອນໍາຄວາມລອດພົ້ນມາໃຫ້ກັບເຈົ້າ. ມັນບໍ່ແມ່ນເພື່ອເຮັດໃຫ້ເຈົ້າກະທຳຄວາມຊົ່ວຮ້າຍ ຫຼື ຕັ້ງໃຈເຮັດໃຫ້ເຈົ້າຍ່າງໄປສູ່ນະຮົກແຫ່ງຫາຍະນະ. ເມື່ອເວລາມາເຖິງ, ການທົນທຸກຢ່າງໃຫຍ່ຫຼວງຂອງເຈົ້າທັງໝົດ, ການຮ້ອງໄຫ້ ແລະ ການກັດແຂ້ວຂອງເຈົ້າ, ມັນຈະບໍ່ລ້ວນແລ້ວແຕ່ເປັນຍ້ອນຄວາມບາບຂອງເຈົ້າເອງບໍ? ສະນັ້ນ ຄວາມດີຂອງເຈົ້າ ຫຼື ຄວາມຊົ່ວຂອງເຈົ້າບໍ່ແມ່ນການພິພາກສາທີ່ດີທີ່ສຸດສຳລັບເຈົ້າບໍ? ມັນບໍ່ແມ່ນເຄື່ອງພິສູດສໍາຄັນທີ່ສຸດທີ່ພິສູດໃຫ້ເຫັນວ່າຈຸດຈົບຂອງເຈົ້າຈະເປັນແບບໃດບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ