ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 461

25 ກໍລະກົດ 2025

ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ ພວກເຈົ້າຫຼາຍຄົນບໍ່ສາມາດຮຽນຮູ້ບົດຮຽນໃດເລີຍໃນຂະນະທີ່ປະສານງານກັບຄົນອື່ນ; ພວກເຈົ້າສ່ວນໃຫຍ່ຍຶດຕິດກັບທັດສະນະຂອງພວກເຈົ້າເອງ. ເມື່ອປະຕິບັດພາລະກິດໃນຄຣິສຕະຈັກ, ເຈົ້າກໍເວົ້າສ່ວນຂອງເຈົ້າ ແລະ ຄົນອື່ນກໍເວົ້າສ່ວນຂອງພວກເຂົາ ແລະ ຜູ້ທີ່ບໍ່ໄດ້ມີການພົວພັນກັບຄົນອື່ນ; ເຈົ້າກໍບໍ່ຮ່ວມມືນໍາເລີຍ. ພວກເຈົ້າໝົກມຸ້ນກັບການສື່ສານເຖິງຄວາມເຂົ້າໃຈຂອງພວກເຈົ້າເອງເທົ່ານັ້ນ, ໝົກມຸ້ນກັບການປົດປ່ອຍ “ພາລະ” ທີ່ຢູ່ພາຍໃນພວກເຈົ້າໂດຍບໍ່ສະແຫວງຫາຊີວິດແມ່ນແຕ່ນ້ອຍເລີຍ. ເບິ່ງຄືກັບວ່າ ເຈົ້າພຽງແຕ່ເຮັດພາລະກິດພໍເປັນພິທີ, ໂດຍເຊື່ອຢູ່ສະເໝີວ່າ ເຈົ້າຄວນປະຕິບັດຕາມວິທີຂອງເຈົ້າເອງ ບໍ່ສົນໃຈວ່າຄົນອື່ນຈະເວົ້າຫຍັງ ຫຼື ເຮັດຫຍັງກໍຕາມ; ເຈົ້າຄິດວ່າເຈົ້າຄວນສົນທະນາຕາມທີ່ພຣະວິນຍານບໍລິສຸດນໍາພາເຈົ້າ ໂດຍບໍ່ຄຳນຶງເຖິງວ່າສະຖານະພາບຂອງຄົນອື່ນຈະເປັນແນວໃດ. ພວກເຈົ້າບໍ່ສາມາດຄົ້ນພົບຄວາມເຂັ້ມແຂງຂອງຄົນອື່ນໄດ້ ແລະ ບໍ່ສາມາດກວດສອບຕົນເອງໄດ້. ຄວາມເຂົ້າໃຈຂອງພວກເຈົ້າມີຄວາມບິດເບືອນຫຼາຍແທ້ໆ. ມັນສາມາດເວົ້າໄດ້ວ່າ ແມ່ນແຕ່ໃນປັດຈຸບັນ ພວກເຈົ້າກໍຍັງສະແດງຄວາມຄິດທີ່ວ່າຕົນເອງຊອບທຳຫຼາຍ ຄືກັບວ່າຄວາມເຈັບໄຂ້ໄດ້ກັບຄືນສູ່ສະພາບເດີມ. ພວກເຈົ້າບໍ່ສື່ສານກັນໃນທາງທີ່ຈະບັນລຸຄວາມເປີດເຜີຍຢ່າງສົມບູນ, ຍົກຕົວຢ່າງ: ພວກເຈົ້າໄດ້ບັນລຸຜົນຈາກພາລະກິດຫຍັງແດ່ໃນຄຣິສຕະຈັກໃດໜຶ່ງ ຫຼື ກ່ຽວກັບສະພາວະພາຍໃນຕົວພວກເຈົ້າໃນປັດຈຸບັນ ແລະ ອື່ນໆ; ພວກເຈົ້າບໍ່ເຄີຍສື່ສານກ່ຽວກັບສິ່ງນີ້ເລີຍ. ແທ້ຈິງແລ້ວ ພວກເຈົ້າບໍ່ມີການປະຕິບັດໃນການລົ້ມເລີກແນວຄິດຂອງພວກເຈົ້າ ຫຼື ກະບົດຕໍ່ຕົນເອງ. ຜູ້ນໍາ ແລະ ຜູ້ປະຕິບັດພາລະກິດພຽງແຕ່ຄິດເຖິງວິທີທີ່ຈະຮັກສາອ້າຍເອື້ອຍນ້ອງບໍ່ໃຫ້ເຮັດໃນສິ່ງທີ່ເປັນລົບ ແລະ ວິທີທີ່ຈະເຮັດໃຫ້ພວກເຂົາສາມາດຕິດຕາມຢ່າງຕັ້ງໜ້າ. ຢ່າງໃດກໍຕາມ, ພວກເຈົ້າທຸກຄົນຄິດວ່າພຽງຕິດຕາມຢ່າງຕັ້ງໜ້າກໍພຽງພໍ ແລະ ໂດຍພື້ນຖານແລ້ວ ພວກເຈົ້າບໍ່ເຂົ້າໃຈວ່າ ການຮູ້ຈັກຕົນເອງ ແລະ ການກະບົດຕໍ່ຕົນເອງໝາຍເຖິງຫຍັງ, ແຮງໄກທີ່ພວກເຈົ້າຈະເຂົ້າໃຈວ່າການຮັບໃຊ້ແບບຮ່ວມມືກັບຄົນອື່ນໝາຍເຖິງຫຍັງ. ພວກເຈົ້າພຽງແຕ່ຄິດກ່ຽວກັບຄວາມປະສົງຂອງຕົນເອງເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ກ່ຽວກັບຄວາມປະສົງຂອງຕົນເອງເພື່ອດຳລົງຊີວິດຕາມຮູບແບບຂອງເປໂຕ. ນອກຈາກສິ່ງເຫຼົ່ານີ້ແລ້ວ ເຈົ້າບໍ່ໄດ້ຄິດກ່ຽວກັບສິ່ງອື່ນເລີຍ. ເຈົ້າເຖິງກັບເວົ້າວ່າ ບໍ່ວ່າຄົນອື່ນຈະເຮັດຫຍັງກໍຕາມ, ເຈົ້າກໍຈະບໍ່ຍອມເຊື່ອຟັງຢ່າງຫຼັບຫູຫຼັບຕາ ແລະ ບໍ່ວ່າຄົນອື່ນຈະເປັນແບບໃດກໍຕາມ, ເຈົ້າເອງກໍຈະສະແຫວງຫາຄວາມສົມບູນຈາກພຣະເຈົ້າ ແລະ ນັ້ນກໍຈະພຽງພໍແລ້ວ. ຢ່າງໃດກໍຕາມ, ຄວາມຈິງກໍຄື ຄວາມປະສົງຂອງເຈົ້າໃນຄວາມເປັນຈິງແມ່ນບໍ່ມີການສະແດງອອກຢ່າງເປັນຮູບປະທໍາໃດໆ. ສິ່ງທັງໝົດນີ້ບໍ່ແມ່ນຄວາມປະພຶດທີ່ພວກເຈົ້າສະແດງອອກໃນປັດຈຸບັນນີ້ບໍ? ພວກເຈົ້າແຕ່ລະຄົນເຊື່ອໝັ້ນໃນຄວາມເຂົ້າໃຈຂອງພວກເຈົ້າເອງ ແລະ ພວກເຈົ້າທຸກຄົນກໍປາດຖະໜາທີ່ຈະຖືກເຮັດໃຫ້ສົມບູນ. ເຮົາເຫັນວ່າ ພວກເຈົ້າໄດ້ຮັບໃຊ້ເປັນເວລາດົນນານໂດຍບໍ່ມີການກ້າວໜ້າພໍເທົ່າໃດເລີຍ; ໂດຍສະເພາະໃນບົດຮຽນນີ້ທີ່ກ່ຽວກັບການເຮັດວຽກຮ່ວມກັນຢ່າງສາມັກຄີ, ພວກເຈົ້າບໍ່ໄດ້ບັນລຸຫຍັງເລີຍ! ເມື່ອໄປຄຣິສຕະຈັກ ເຈົ້າກໍສື່ສານໃນວິທີຂອງເຈົ້າ ແລະ ຄົນອື່ນກໍສົນທະນາໃນວິທີຂອງພວກເຂົາ. ຫາຍາກທີ່ຈະມີການຮ່ວມມືກັນຢ່າງສາມັກຄີ ແລະ ນີ້ຍິ່ງເປັນຄວາມຈິງສໍາລັບຜູ້ຕິດຕາມທີ່ມີຕໍາແໜ່ງຕໍ່າກວ່າເຈົ້າ. ໝາຍຄວາມວ່າ ຍາກທີ່ຈະມີຜູ້ຄົນທ່າມກາງພວກເຈົ້າເຂົ້າໃຈຄວາມໝາຍຂອງການຮັບໃຊ້ພຣະເຈົ້າ ຫຼື ວິທີທີ່ຄົນໃດໜຶ່ງຄວນຮັບໃຊ້ພຣະເຈົ້າ. ພວກເຈົ້າສັບສົນ ແລະ ຖືວ່າບົດຮຽນແບບນີ້ເປັນເລື່ອງບໍ່ສຳຄັນ. ຍັງມີຫຼາຍຄົນທີ່ບໍ່ພຽງແຕ່ຈະບໍ່ປະຕິບັດຄວາມຈິງໃນລັກສະນະນີ້, ແຕ່ ພວກເຂົາຍັງເຮັດຜິດໂດຍຕັ້ງໃຈອີກດ້ວຍ. ແມ່ນແຕ່ຄົນທີ່ຮັບໃຊ້ເປັນເວລາຫຼາຍປີກໍຍັງຕໍ່ສູ້ ແລະ ເຮັດກົນອຸບາຍໃສ່ກັນ, ອິດສາ ແລະ ແຂ່ງຂັນກັນ; ທຸກຄົນແມ່ນຄິດເຫັນແຕ່ຕົນເອງ ແລະ ພວກເຂົາບໍ່ຮ່ວມມືກັນເລີຍ. ທຸກສິ່ງເຫຼົ່ານີ້ບໍ່ໄດ້ສະແດງເຖິງວຸດທິພາວະແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າທຸກຄົນຮັບໃຊ້ຮ່ວມກັນໃນແຕ່ລະມື້ ຄືກັນກັບຊາວອິດສະຣາເອນທີ່ຮັບໃຊ້ພຣະເຈົ້າເອງໃນພຣະວິຫານໂດຍກົງທຸກມື້. ເປັນໄປໄດ້ແນວໃດທີ່ພວກເຈົ້າທຸກຄົນທີ່ຮັບໃຊ້ພຣະເຈົ້າ ບໍ່ຮູ້ຈັກວິທີການຮ່ວມມື ແລະ ວິທີການຮັບໃຊ້?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຮັບໃຊ້ດັ່ງທີ່ຊາວອິດສະຣາເອນເຮັດ

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ