ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 35
10 ຕຸລາ 2025
ພຣະເຈົ້າໄດ້ມາໃນແຜ່ນດິນໂລກເພື່ອກ່າວພຣະທໍາຂອງພຣະອົງເປັນຫຼັກ; ສິ່ງທີ່ເຈົ້າພົວພັນນໍາແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າເຫັນແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າໄດ້ຍິນແມ່ນພຣະທຳຂອງພຣະເຈົ້າ, ສິ່ງທີ່ເຈົ້າປະຕິບັດຕາມແມ່ນພຣະທໍາຂອງພຣະເຈົ້າ, ສິ່ງທີ່ເຈົ້າປະສົບແມ່ນພຣະທໍາຂອງພຣະເຈົ້າ ແລະ ການບັງເກີດເປັນມະນຸດໃນຄັ້ງນີ້ຂອງພຣະເຈົ້າໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບເປັນຫຼັກ. ພຣະອົງບໍ່ໄດ້ສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນ ແລະ ໂດຍພິເສດແລ້ວ ພຣະອົງບໍ່ໄດ້ເຮັດພາລະກິດທີ່ພຣະເຢຊູໄດ້ເຮັດໃນອະດີດ. ເຖິງແມ່ນວ່າພຣະອົງທັງສອງເປັນພຣະເຈົ້າ ແລະ ເປັນເນື້ອໜັງ, ພັນທະກິດຂອງພຣະອົງທັງສອງນັ້ນບໍ່ຄືກັນ. ເມື່ອພຣະເຢຊູມາ, ພຣະອົງຍັງໄດ້ເຮັດສ່ວນໜຶ່ງໃນພາລະກິດຂອງພຣະເຈົ້າ ແລະ ກ່າວພຣະທໍາບາງຂໍ້, ແຕ່ແມ່ນຫຍັງຄືພາລະກິດຫຼັກທີ່ພຣະອົງໄດ້ເຮັດສຳເລັດ? ສິ່ງທີ່ພຣະອົງໄດ້ເຮັດສຳເລັດຫຼັກໆຄືພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ. ພຣະອົງໄດ້ກາຍເປັນລັກສະນະຂອງເນື້ອໜັງທີ່ຜິດບາບເພື່ອສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ ແລະ ໄຖ່ມະນຸດຊາດທັງປວງຈາກຄວາມຜິດບາບ ແລະ ເພື່ອເຫັນແກ່ຄວາມຜິດບາບຂອງມະນຸດຊາດທັງປວງ ພຣະອົງຈຶ່ງເຮັດໜ້າທີ່ເປັນເຄື່ອງບູຊາແທນຄວາມຜິດບາບ. ນີ້ແມ່ນພາລະກິດຫຼັກທີ່ພຣະອົງໄດ້ສຳເລັດ. ໃນທີ່ສຸດແລ້ວ ພຣະອົງໄດ້ຈັດຕຽມເສັ້ນທາງແຫ່ງໄມ້ກາງແຂນເພື່ອຊີ້ນຳຄົນທີ່ມາຕາມຫຼັງ. ເມື່ອພຣະເຢຊູມາ, ມັນແມ່ນເພື່ອສຳເລັດພາລະກິດແຫ່ງການໄຖ່ບາບເປັນຫຼັກ. ພຣະອົງໄດ້ໄຖ່ບາບມະນຸດຊາດທັງປວງ ແລະ ໄດ້ນຳເອົາຂ່າວປະເສີດແຫ່ງອານາຈັກສະຫວັນມາສູ່ມະນຸດ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ນຳເສັ້ນທາງໄປສູ່ອານາຈັກສະຫວັນອີກດ້ວຍ. ຜົນຕາມມາກໍ່ຄື ທຸກຄົນທີ່ມາຕາມຫຼັງພຣະອົງໄດ້ເວົ້າວ່າ “ພວກເຮົາຄວນຍ່າງຕາມເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສຍສະຫຼະຕົນເອງເພື່ອໄມ້ກາງແຂນ”. ແນ່ນອນ ໃນເບື້ອງຕົ້ນ ພຣະເຢຊູຍັງໄດ້ເຮັດພາລະກິດອີກບາງຢ່າງ ແລະ ກ່າວພຣະທໍາບາງຂໍ້ເພື່ອເຮັດໃຫ້ມະນຸດກັບໃຈ ແລະ ສາລະພາບຄວາມຜິດບາບຂອງເຂົາ. ແຕ່ພັນທະກິດຂອງພຣະອົງຍັງເປັນການຖືກຄຶງເທິງໄມ້ກາງແຂນ ແລະ ສາມປີເຄິ່ງທີ່ພຣະອົງໃຊ້ໃນການເທດສະໜາຄືການກະກຽມສຳລັບການຖືກຄຶງເທິງໄມ້ກາງແຂນທີ່ຕາມມາຫຼັງຈາກນັ້ນ. ຫຼາຍຄັ້ງທີ່ພຣະເຢຊູອະທິຖານແມ່ນເພື່ອເຫັນແກ່ການຖືກຄຶງເທິງໄມ້ກາງແຂນ. ຊີວິດຂອງມະນຸດທຳມະດາທີ່ພຣະອົງມີ ແລະ ເວລາສາມສິບສາມປີເຄິ່ງທີ່ພຣະອົງໄດ້ດຳລົງຊີວິດຢູ່ເທິງແຜນດິນໂລກແມ່ນເພື່ອເຫັນແກ່ການສຳເລັດພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນ; ສິ່ງເຫຼົ່ານັ້ນແມ່ນເພື່ອເຮັດໃຫ້ພຣະອົງມີກຳລັງທີ່ຈະດຳເນີນພາລະກິດນີ້ ເຊິ່ງເປັນພາລະກິດແຫ່ງການຖືກຄຶງເທິງໄມ້ກາງແຂນທີ່ພຣະເຈົ້າໄດ້ຝາກຝັງໃຫ້ແກ່ພຣະອົງ. ມື້ນີ້ ແມ່ນຫຍັງຄືພາລະກິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດຈະເຮັດໃຫ້ສຳເລັດ? ມື້ນີ້, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເພື່ອສຳເລັດພາລະກິດຂອງ “ພຣະທໍາທີ່ປາກົດໃນເນື້ອໜັງ” ເປັນຫຼັກ, ນໍາໃຊ້ພຣະທໍາເພື່ອເຮັດໃຫ້ມະນຸດສົມບູນແບບ ແລະ ເຮັດໃຫ້ມະນຸດຍອມຮັບການລິຮານຈາກພຣະທຳ ແລະ ການຫຼໍ່ຫຼອມຈາກພຣະທໍາ. ໃນພຣະທໍາຂອງພຣະອົງ ພຣະອົງເຮັດໃຫ້ເຈົ້າໄດ້ຮັບການຈັດກຽມ ແລະ ຮັບເອົາຊີວິດ; ໃນພຣະທໍາຂອງພຣະອົງ, ເຈົ້າຈະເຫັນພາລະກິດ ແລະ ການກະທຳຂອງພຣະອົງ. ພຣະເຈົ້າໃຊ້ພຣະທໍາເພື່ອຕີສອນ ແລະ ຫຼໍ່ຫຼອມເຈົ້າ ແລະ ດ້ວຍເຫດນັ້ນ ເຖິງວ່າເຈົ້າຈະທົນທຸກກັບຄວາມຍາກລຳບາກ ມັນຍັງເປັນຍ້ອນພຣະທໍາຂອງພຣະເຈົ້າ. ມື້ນີ້ ພຣະເຈົ້າບໍ່ໄດ້ເຮັດພາລະກິດດ້ວຍຂໍ້ແທ້ຈິງ, ແຕ່ໃຊ້ພຣະທໍາ. ພຽງແຕ່ຫຼັງຈາກທີ່ພຣະທໍາຂອງພຣະອົງໄດ້ມາເຖິງເຈົ້າ, ພຣະວິນຍານບໍລິສຸດຈຶ່ງສາມາດປະຕິບັດພາລະກິດພາຍໃນຕົວເຈົ້າ ແລະ ເຮັດໃຫ້ເຈົ້າອົດທົນກັບຄວາມເຈັບປວດ ຫຼື ຮູ້ສຶກເຖິງຄວາມຫວານຊື່ນ. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດພາເຈົ້າໄປສູ່ຄວາມເປັນຈິງໄດ້ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໃຫ້ເຈົ້າສົມບູນແບບໄດ້. ແລ້ວດ້ວຍເຫດນັ້ນ ຢ່າງໜ້ອຍທີ່ສຸດ ເຈົ້າກໍ່ຕ້ອງເຂົ້າໃຈໃນສິ່ງນີ້: ພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກສຸດທ້າຍຄືການໃຊ້ພຣະທໍາຂອງພຣະອົງເພື່ອເຮັດໃຫ້ທຸກຄົນສົມບູນ ແລະ ເພື່ອນຳພາມະນຸດເປັນຫຼັກ. ພາລະກິດທັງໝົດທີ່ພຣະອົງກະທຳແມ່ນຜ່ານທາງພຣະທໍາ; ພຣະອົງບໍ່ໄດ້ໃຊ້ຂໍ້ແທ້ຈິງເພື່ອຕີສອນເຈົ້າ. ມີບາງເວລາທີ່ບາງຄົນຕໍ່ຕ້ານພຣະເຈົ້າ. ພຣະເຈົ້າບໍ່ເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈຫຼາຍ, ເນື້ອໜັງຂອງເຈົ້າບໍ່ໄດ້ຖືກຕີສອນ ຫຼື ເຈົ້າບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ແຕ່ທັນທີທີ່ພຣະທໍາຂອງພຣະເຈົ້າມາເຖິງເຈົ້າ ແລະ ຫຼໍ່ຫຼອມເຈົ້າ, ເຈົ້າກໍ່ບໍ່ສາມາດທົນມັນໄດ້. ມັນບໍ່ໄດ້ເປັນແບບນັ້ນບໍ? ໃນລະຫວ່າງເວລາຂອງຜູ້ໃຫ້ບໍລິການ, ພຣະເຈົ້າໄດ້ກ່າວເພື່ອໂຍນມະນຸດລົງສູ່ຂຸມເລິກ. ມະນຸດໄດ້ລົງໄປຮອດຂຸມເລິກແທ້ໆບໍ? ມີພຽງແຕ່ຜ່ານການໃຊ້ພຣະທໍາເພື່ອຫຼໍ່ຫຼອມມະນຸດເທົ່ານັ້ນ, ມະນຸດຈຶ່ງເຂົ້າສູ່ຂຸມເລິກ. ແລ້ວດ້ວຍເຫດນັ້ນ, ໃນລະຫວ່າງຍຸກສຸດທ້າຍ, ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ທຸກສິ່ງສຳເລັດ ແລະ ເປີດເຜີຍທຸກສິ່ງເປັນຫຼັກ. ມີພຽງແຕ່ໃນພຣະທໍາຂອງພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດເຫັນໄດ້ໃນສິ່ງທີ່ພຣະອົງເປັນ; ມີພຽງແຕ່ໃນພຣະທໍາຂອງພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສາມາດເຫັນໄດ້ວ່າພຣະອົງເອງເປັນພຣະເຈົ້າ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດລົງມາເທິງແຜ່ນດິນໂລກ, ພຣະອົງບໍ່ໄດ້ປະຕິບັດພາລະກິດອື່ນ ນອກຈາກກ່າວພຣະທໍາ, ດັ່ງນັ້ນ ບໍ່ຈຳເປັນຕ້ອງມີຂໍ້ແທ້ຈິງ; ພຣະທໍາເທົ່ານັ້ນກໍ່ພຽງພໍແລ້ວ. ນັ້ນກໍຍ້ອນວ່າ ພຣະອົງໄດ້ມາເພື່ອປະຕິບັດພາລະກິດນີ້ເປັນຫຼັກ, ເພື່ອເຮັດໃຫ້ມະນຸດເບິ່ງເຫັນລິດອຳນາດທີ່ຍິ່ງໃຫຍ່ ແລະ ອຳນາດສູງສຸດຂອງພຣະອົງໃນພຣະທຳຂອງພຣະອົງ, ເພື່ອເຮັດໃຫ້ມະນຸດເຫັນຄວາມຖ່ອມຕົວ ແລະ ຄວາມລີ້ລັບໃນພຣະທໍາຂອງພຣະອົງວ່າເປັນແນວໃດ ແລະ ເພື່ອເຮັດໃຫ້ມະນຸດຮູ້ຈັກເຖິງຄວາມສົມບູນຂອງພຣະອົງໃນພຣະທຳຂອງພຣະອົງ. ສິ່ງດຽວທີ່ພຣະອົງມີ ແລະ ສິ່ງດຽວທີ່ພຣະອົງເປັນແມ່ນຢູ່ໃນພຣະທໍາຂອງພຣະອົງ. ສະຕິປັນຍາ ແລະ ຄວາມມະຫັດສະຈັນຂອງພຣະອົງແມ່ນຢູ່ໃນພຣະທໍາຂອງພຣະອົງ. ໃນສິ່ງນີ້, ເຈົ້າຈະຖືກເຮັດໃຫ້ເຫັນວິທີການທີ່ຫຼາກຫຼາຍໃນການກ່າວພຣະທໍາຂອງພຣະເຈົ້າ. ພຣະເຈົ້າໄດ້ເຮັດພາລະກິດເປັນເວລາດົນນານ, ສ່ວນໃຫຍ່ແມ່ນເປັນການສະໜອງໃຫ້ມະນຸດເພື່ອເປີດໂປງ ຫຼື ລິຮານເຂົາ. ພຣະເຈົ້າບໍ່ໄດ້ສາບແຊ່ງຄົນແມ່ນແຕ່ໜ້ອຍດຽວ ແລະ ເຖິງແມ່ນວ່າພຣະອົງສາບແຊ່ງ, ພຣະອົງກໍ່ສາບແຊ່ງຜ່ານພຣະທໍາ. ແລ້ວດ້ວຍເຫດນັ້ນ, ໃນຍຸກນີ້ທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ຢ່າພະຍາຍາມເບິ່ງພຣະເຈົ້າຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ມານຮ້າຍອີກ ແລະ ໃຫ້ເຊົາຊອກຫາໝາຍສໍາຄັນຢູ່ເລື້ອຍໆ. ບໍ່ມີປະໂຫຍດຫຍັງເລີຍ! ໝາຍສຳຄັນເຫຼົ່ານັ້ນບໍ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້! ເວົ້າຢ່າງຈະແຈ້ງກໍ່ຄື: ມື້ນີ້, ພຣະເຈົ້າທີ່ແທ້ຈິງໃນເນື້ອໜັງບໍ່ໄດ້ເຮັດຫຍັງ; ພຣະອົງພຽງແຕ່ເວົ້າ. ນີ້ແມ່ນຄວາມຈິງ! ພຣະອົງໃຊ້ພຣະທໍາເພື່ອເຮັດໃຫ້ເຈົ້າສົມບູນແບບ ແລະ ໃຊ້ພຣະທໍາເພື່ອລ້ຽງດູ ແລະ ຫົດນ້ຳເຈົ້າ. ພຣະອົງຍັງໃຊ້ພຣະທໍາເພື່ອປະຕິບັດພາລະກິດ ແລະ ພຣະອົງໃຊ້ພຣະທຳແທນຂໍ້ແທ້ຈິງເພື່ອເຮັດໃຫ້ເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ. ຖ້າເຈົ້າສາມາດຮັບຮູ້ພາລະກິດລັກສະນະນີ້ຂອງພຣະເຈົ້າ, ແລ້ວມັນກໍ່ຍາກທີ່ຈະຄິດລົບ. ແທນທີ່ຈະສົນໃຈກັບສິ່ງທີ່ບໍ່ດີ, ເຈົ້າຄວນສົນໃຈກັບສິ່ງທີ່ດີ ເຊິ່ງໝາຍຄວາມວ່າ ບໍ່ວ່າພຣະທໍາຂອງພຣະເຈົ້າຈະບັນລຸຜົນ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າຈະເກີດມີຂໍ້ແທ້ຈິງ ຫຼື ບໍ່ກໍ່ຕາມ, ພຣະເຈົ້າເຮັດໃຫ້ມະນຸດຮັບເອົາຊີວິດຈາກພຣະທໍາຂອງພຣະອົງ ແລະ ນີ້ຄືໝາຍສຳຄັນທີ່ຍິ່ງໃຫຍ່ທີ່ສຸດໃນບັນດາໝາຍສຳຄັນທັງປວງ ແລະ ຍິ່ງໄປກວ່ານັ້ນ ມັນຄືຂໍ້ແທ້ຈິງທີ່ບໍ່ສາມາດໂຕ້ຖຽງໄດ້. ນີ້ແມ່ນຫຼັກຖານທີ່ດີທີ່ສຸດທີ່ຈະຮູ້ຈັກພຣະເຈົ້າ ແລະ ມັນຍິ່ງເປັນໝາຍສໍາຄັນທີ່ຍິ່ງໃຫຍ່ກວ່າໝາຍສໍາຄັນໃດໆ. ມີພຽງແຕ່ພຣະທໍາເຫຼົ່ານີ້ເທົ່ານັ້ນທີ່ສາມາດເຮັດໃຫ້ມະນຸດສົມບູນແບບໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ