ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ
ໃຫ້ພວກເຮົາມາເລີ່ມຕົ້ນດ້ວຍວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ. ຫຼັງຈາກຕາຍ, ຜູ້ຄົນຖືກພາກຕົວໄປໂດຍບໍລິວານຈາກໂລກຝ່າຍວິນຍານ. ແທ້ຈິງແລ້ວ ພາກສ່ວນໃດຂອງຄົນທີ່ຖືກພາກເອົາໄປ? ບໍ່ແມ່ນເນື້ອໜັງ ແຕ່ແມ່ນວິນຍານຂອງເຂົາ. ເມື່ອດວງວິນຍານຂອງຄົນຖືກພາກໄປ, ເຂົາຈະຖືກນໍາໄປສະຖານທີ່ໜຶ່ງທີ່ເປັນບ່ອນຂອງໂລກຝ່າຍວິນຍານຮັບເອົາດວງວິນຍານຂອງຄົນທີ່ຫາກໍຕາຍໂດຍສະເພາະ. (ໝາຍເຫດ: ສະຖານທີ່ທຳອິດທີ່ທຸກຄົນໄປຫຼັງຈາກຕາຍແມ່ນແປກປະຫຼາດສຳລັບດວງວິນຍານ). ເມື່ອພວກເຂົາຖືກນຳໄປສູ່ສະຖານທີ່ນີ້, ເຈົ້າໜ້າທີ່ຈະດຳເນີນການກວດສອບຄັ້ງທຳອິດ, ຢືນຢັນຊື່ຂອງພວກເຂົາ, ທີ່ຢູ່, ອາຍຸ ແລະ ປະສົບການທັງໝົດຂອງພວກເຂົາ. ທຸກສິ່ງທີ່ພວກເຂົາເຮັດໃນຂະນະທີ່ພວກເຂົາມີຊີວິດຢູ່ໄດ້ຖືກບັນທຶກລົງໃນປຶ້ມ ແລະ ຖືກກວດສອບເພື່ອຄວາມຖືກຕ້ອງ. ຫຼັງຈາກທີ່ທັງໝົດໄດ້ຖືກກວດສອບແລ້ວ, ພຶດຕິກຳ ແລະ ການກະທຳຂອງພວກເຂົາຕະຫຼອດຊີວິດຂອງພວກເຂົາແມ່ນຖືກໃຊ້ເພື່ອກຳນົດວ່າພວກເຂົາຈະຖືກລົງໂທດ ຫຼື ສືບຕໍ່ກັບຊາດມາເກີດເປັນມະນຸດອີກ, ເຊິ່ງນີ້ແມ່ນຂັ້ນຕອນທຳອິດ. ຂັ້ນຕອນທຳອິດນີ້ໜ້າຢ້ານກົວບໍ? ມັນບໍ່ໜ້າຢ້ານກົວເທົ່າໃດ, ຍ້ອນວ່າສິ່ງດຽວທີ່ເກີດຂຶ້ນກໍຄື ຄົນໄດ້ມາຮອດສະຖານທີ່ມືດ ແລະ ບໍ່ຄຸ້ນເຄີຍເທົ່ານັ້ນ.
ໃນຂັ້ນຕອນທີສອງ, ຖ້າບຸກຄົນນີ້ໄດ້ເຮັດສິ່ງບໍ່ດີຫຼາຍປະການຕະຫຼອດຊີວິດຂອງເຂົາ ແລະ ໄດ້ກະທຳຄວາມຊົ່ວຫຼາຍຢ່າງ, ແລ້ວເຂົາກໍຈະຖືກພາໄປບ່ອນລົງໂທດເພື່ອຮັບການລົງໂທດ. ນັ້ນຈະເປັນບ່ອນທີ່ໃຊ້ສຳລັບການລົງໂທດຜູ້ຄົນໂດຍສະເພາະ. ລັກສະນະການລົງໂທດນັ້ນຂຶ້ນຢູ່ກັບຄວາມບາບທີ່ພວກເຂົາໄດ້ເຮັດ ລວມທັງຈຳນວນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດກ່ອນຕາຍ, ນີ້ແມ່ນສະພາບທຳທິດທີ່ເກີດຂຶ້ນໃນຂັ້ນຕອນທີສອງ. ຍ້ອນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ ແລະ ຄວາມຊົ່ວທີ່ພວກເຂົາໄດ້ກະທຳກ່ອນຕາຍ, ເມື່ອພວກເຂົາກັບຊາດມາເກີດຫຼັງຈາກການລົງໂທດແລ້ວ ຫຼື ເມື່ອພວກເຂົາກັບມາເກີດໃນໂລກແຫ່ງວັດຖຸອີກຄັ້ງ, ບາງຄົນກໍຈະສືບຕໍ່ເກີດເປັນຄົນ ແລະ ບາງຄົນກໍຈະກາຍເປັນສັດ. ເວົ້າໄດ້ວ່າ, ຫຼັງຈາກທີ່ຄົນກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາຖືກລົງໂທດຍ້ອນຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ; ຍິ່ງໄປກວ່ານັ້ນ, ຍ້ອນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ກະທຳ, ໃນການກັບຊາດມາເກີດຄັ້ງຕໍ່ໄປຂອງພວກເຂົາ, ພວກເຂົາອາດຈະບໍ່ໄດ້ກັບມາເກີດເປັນມະນຸດ ແຕ່ຈະເປັນສັດ. ປະເພດຂອງສັດທີ່ພວກເຂົາອາດຈະກາຍມາເປັນລວມເຖິງງົວ, ມ້າ, ໝູ ແລະ ໝາ. ບາງຄົນອາດຈະກັບມາເກີດເປັນນົກ, ເປັດ ຫຼື ຫ່ານ... ຫຼັງຈາກທີ່ພວກເຂົາໄດ້ກັບຊາດມາເກີດເປັນສັດແລ້ວ, ເມື່ອພວກເຂົາຕາຍໄປອີກ, ພວກເຂົາກໍຈະກັບໄປສູ່ໂລກຝ່າຍວິນຍານອີກຄັ້ງ ແລະ ຄືກັບຄັ້ງກ່ອນ, ອີງຕາມພຶດຕິກຳຂອງພວກເຂົາກ່ອນຕາຍ, ໂລກຝ່າຍວິນຍານຈະຕັດສິນວ່າພວກເຂົາຈະກັບໄປເກີດເປັນມະນຸດອີກ ຫຼື ບໍ່. ຄົນສ່ວນໃຫຍ່ສ້າງຄວາມຊົ່ວຫຼາຍເກີນໄປ ແລະ ບາບຂອງພວກເຂົາກໍໜ້າເສົ້າໃຈຫຼາຍ, ດັ່ງນັ້ນ ພວກເຂົາຕ້ອງເກີດເປັນສັດເຈັດຫາສິບສອງເທື່ອ. ເຈັດຫາສິບສອງເທື່ອ, ນັ້ນບໍ່ເປັນຕາຢ້ານບໍ? (ເປັນຕາຢ້ານ). ແມ່ນຫຍັງເຮັດໃຫ້ພວກເຂົ້າຢ້ານ? ຄົນກາຍເປັນສັດ, ນັ້ນຄືສິ່ງທີ່ເປັນຕາຢ້ານ. ສຳລັບຄົນ, ແມ່ນຫຍັງຄືສິ່ງທີ່ເຈັບປວດທີ່ສຸດກ່ຽວກັບການເປັນສັດ? ບໍ່ມີພາສາ, ມີພຽງຄວາມຄິດສາມັນເທົ່ານັ້ນ, ສາມາດເຮັດໄດ້ພຽງສິ່ງທີ່ສັດເຮັດ ແລະ ກິນອາຫານທີ່ສັດກິນ, ມີແນວຄິດງ່າຍໆ ແລະ ພາສາກືກຂອງສັດ, ບໍ່ສາມາດຍ່າງທ່ຽງໄດ້, ບໍ່ສາມາດສື່ສານກັບມະນຸດໄດ້ ແລະ ຄວາມຈິງທີ່ວ່າບໍ່ມີພຶດຕິກຳ ຫຼື ກິດຈະກຳໃດໆຂອງມະນຸດທີ່ມີຄວາມສຳພັນກັບສັດ. ນັ້ນກໍຄື ທ່າມກາງທຸກສິ່ງ, ເກີດເປັນສັດເຮັດໃຫ້ເຈົ້າຕ່ຳຕ້ອຍທີ່ສຸດໃນບັນດາສິ່ງມີຊີວິດທັງມວນ ແລະ ມີຄວາມທຸກທໍລະມານຫຼາຍກວ່າການເປັນມະນຸດ. ນີ້ແມ່ນດ້ານໜຶ່ງຂອງການລົງໂທດຂອງໂລກຝ່າຍວິນຍານຕໍ່ບັນດາຜູ້ທີ່ສ້າງຄວາມຊົ່ວຫຼາຍ ແລະ ໄດ້ເຮັດບາບຢ່າງໃຫຍ່ຫຼວງ. ສໍາລັບຄວາມຮຸນແຮງຂອງການລົງໂທດພວກເຂົານັ້ນ ແມ່ນຖືກຕັດສິນຕາມປະເພດຂອງສັດທີ່ພວກເຂົາເປັນ. ຕົວຢ່າງ: ເປັນໝູດີກວ່າເປັນໝາບໍ? ໝູມີຊີວິດທີ່ດີກວ່າ ຫຼື ຮ້າຍກວ່າໝາບໍ? ຮ້າຍກວ່າແມ່ນບໍ່? ຖ້າຄົນກາຍເປັນງົວ ຫຼື ມ້າ, ພວກເຂົາຈະມີຊີວິດທີ່ດີກວ່າ ຫຼື ຮ້າຍກວ່າເປັນໝູບໍ? (ດີກວ່າ). ຄົນຈະຮູ້ສຶກສະບາຍກວ່າບໍ່ ຖ້າໄດ້ກັບມາເກີດເປັນແມວ? ເຂົາຈະເປັນສັດເຊັ່ນດຽວກັນ ແລະ ການເປັນແມວຈະງ່າຍກວ່າການເປັນງົວ ຫຼື ມ້າ, ຍ້ອນແມວປ່ອຍເວລາຂອງພວກມັນໃຫ້ຜ່ານໄປໃນການນອນ. ການເປັນງົວ ຫຼື ມ້ານັ້ນລຳບາກຫຼາຍ. ເພາະສະນັ້ນ, ຖ້າຄົນກັບຊາດມາເກີດເປັນງົວ ຫຼື ມ້າ, ພວກເຂົາຕ້ອງເຮັດວຽກໜັກ ເຊິ່ງຄ້າຍຄືກັບການລົງໂທດທີ່ໂຫດຮ້າຍ. ເກີດເປັນໝາຍັງຈະດີກວ່າເກີດເປັນງົວ ຫຼື ມ້າ, ຍ້ອນວ່າໝາມີຄວາມສຳພັນທີ່ໃກ້ຊິດກັນຫຼາຍກັບນາຍຂອງມັນ. ຍິ່ງໄປກວ່ານັ້ນ, ທຸກມື້ນີ້ຫຼາຍຄົນມີໝາເປັນສັດລ້ຽງ ແລະ ຫຼັງຈາກສາມ ຫຼື ຫ້າປີສັດເຫຼົ່ານີ້ໄດ້ຮຽນຮູ້ທີ່ຈະເຂົ້າໃຈຫຼາຍສິ່ງທີ່ນາຍຂອງພວກມັນເວົ້າ! ຍ້ອນວ່າໝາມີຄວາມສຳພັນທີ່ໃກ້ຊິດກວ່າກັບເຈົ້ານາຍຂອງມັນ. ໝາບາງໂຕ ຫຼັງຈາກທີ່ໄດ້ເປັນສັດລ້ຽງເປັນເວລາຫຼາຍປີ, ກໍສາມາດເຂົ້າໃຈຫຼາຍຄຳເວົ້າຂອງນາຍຂອງມັນ. ບາງຄັ້ງ ໝາສາມາດປັບໃຫ້ເຂົ້າກັບອາລົມ ແລະ ຄວາມຕ້ອງການຂອງເຈົ້ານາຍຂອງມັນ ແລະ ນາຍຈຶ່ງປະຕິບັດກັບໝາດີກວ່າ ແລະ ໝາກໍ່ໄດ້ກິນ ແລະ ດື້ມດີກວ່າ, ເມື່ອມັນເຈັບ, ມັນກໍໄດ້ຮັບການດູແລດີກວ່າ. ໝາບໍ່ໄດ້ມີຊີວິດຢ່າງສຸກສະບາຍບໍ? ສະນັ້ນ, ເປັນໝາດີກວ່າເປັນງົວ ຫຼື ມ້າ. ໃນນີ້, ຄວາມຮ້າຍແຮງໃນການລົງໂທດຜູ້ຄົນແມ່ນກຳນົດດ້ວຍການກັບຊາດມາເກີດເປັນສັດຈັກຄັ້ງ ພ້ອມທັງເປັນສັດປະເພດໃດ.
ຍ້ອນວ່າພວກເຂົາໄດ້ເຮັດບາບຫຼາຍປະການໃນເວລາທີ່ພວກເຂົາຍັງມີຊີວິດຢູ່, ບາງຄົນຖືກລົງໂທດໂດຍການກັບຊາດມາເກີດເປັນສັດເຈັດຫາສິບສອງເທື່ອ. ເມື່ອຖືກລົງໂທດພຽງພໍແລ້ວ, ຫຼັງຈາກກັບສູ່ໂລກຝ່າຍວິນຍານ, ພວກເຂົາກໍຖືກພາໄປບ່ອນອື່ນອີກ, ເປັນບ່ອນທີ່ດວງວິນຍານຫຼາຍດວງຖືກລົງໂທດແລ້ວ ແລະ ເປັນປະເພດທີ່ກຳລັງຕຽມພ້ອມຈະກັບຊາດມາເກີດເປັນຄົນ. ໃນສະຖານທີ່ນີ້, ດວງວິນຍານແຕ່ລະດວງຖືກຈັດອອກອີງຕາມປະເພດຄອບຄົວທີ່ພວກເຂົາຈະໄປເກີດນໍາ, ບົດບາດແບບໃດທີ່ພວກເຂົາຈະຫຼິ້ນເມື່ອພວກເຂົາໄດ້ກັບຊາດມາເກີດ ແລະ ອື່ນໆອີກ. ຕົວຢ່າງ: ບາງຄົນຈະກາຍເປັນນັກຮ້ອງເມື່ອພວກເຂົາມາໃນໂລກນີ້, ດັ່ງນັ້ນຈຶ່ງຖືກຈັດວາງໄວ້ທ່າມກາງນັກຮ້ອງ; ບາງຄົນຈະກາຍເປັນນັກທຸລະກິດເມື່ອພວກເຂົາມາໃນໂລກນີ້, ດັ່ງນັ້ນຈຶ່ງຖືກຈັດວາງໄວ້ທ່າມກາງນັກທຸລະກິດ; ແລະ ຖ້າບາງຄົນຈະກາຍເປັນນັກຄົ້ນຄວ້າວິທະຍາສາດຫຼັງຈາກເກີດເປັນມະນຸດ, ພວກເຂົາກໍຈະຖືກຈັດວາງໄວ້ທ່າມກາງນັກຄົ້ນຄວ້າວິທະຍາສາດ. ຫຼັງຈາກທີ່ພວກເຂົາຖືກຈັດປະເພດແລ້ວ, ແຕ່ລະຄົນກໍຈະຖືກສົ່ງອອກໄປຕາມເວລາທີ່ແຕກຕ່າງກັນ ແລະ ວັນທີທີ່ໄດ້ກຳນົດໄວ້ ຄືກັບຄົນສົ່ງອີເມວໃນມື້ນີ້. ໃນນີ້ຈະສຳເລັດໜຶ່ງວົງຈອນຊີວິດ ແລະ ຄວາມຕາຍ. ນັບຈາກມື້ທີ່ຄົນມາຮອດໂລກຝ່າຍວິນຍານຈົນເຖິງວາລະສຸດທ້າຍແຫ່ງການລົງໂທດຂອງພວກເຂົາ ຫຼື ຈົນກວ່າພວກເຂົາໄດ້ກັບຊາດມາເກີດເປັນສັດຫຼາຍຄັ້ງ ແລະ ຕຽມພ້ອມທີ່ຈະກັບຊາດມາເກີດເປັນມະນຸດ, ຂະບວນການນີ້ຖືວ່າສໍາເລັດ.
ສ່ວນບັນດາຜູ້ທີ່ໄດ້ຖືກລົງໂທດແລ້ວ ແລະ ຍັງບໍ່ທັນໄດ້ກັບຊາດມາເກີດເປັນສັດ, ພວກເຂົາຈະຖືກສົ່ງໄປໂລກວັດຖຸໂດຍໄວເພື່ອເກີດເປັນມະນຸດບໍ? ຫຼື ມັນຈະດົນປານໃດກ່ອນທີ່ພວກເຂົາຈະຖືກສົ່ງມາທ່າມກາງມະນຸດ? ແມ່ນຫຍັງຄືໄລຍະເວລາສໍາລັບສິ່ງນີ້ທີ່ຈະສາມາດເກີດຂຶ້ນໄດ? ມີຂໍ້ຈຳກັດທາງໂລກຕໍ່ສິ່ງນີ້. ທຸກສິ່ງທີ່ເກີດຂຶ້ນໃນໂລກຝ່າຍວິນຍານແມ່ນຂຶ້ນຢູ່ກັບຂໍ້ຈຳກັດ ແລະ ກົດລະບຽບທາງໂລກໂດຍສະເພາະ, ເຊິ່ງ ຖ້າເຮົາອະທິບາຍດ້ວຍຈຳນວນຕົວເລກ, ພວກເຈົ້າຈະເຂົ້າໃຈ. ສຳລັບບັນດາຜູ້ທີ່ກັບຊາດມາເກີດພາຍໃນຊ່ວງເວລາສັ້ນໆ, ເມື່ອພວກເຂົາຕາຍໄປ, ການກະກຽມຈະຖືກກຽມໄວ້ໃຫ້ພວກເຂົາກັບຊາດມາເກີດເປັນມະນຸດແລ້ວ. ເວລາທີ່ສັ້ນທີ່ສຸດເຊິ່ງສິ່ງນີ້ສາມາດເກີດຂຶ້ນໄດ້ແມ່ນສາມມື້. ສຳລັບບາງຄົນ, ມັນໃຊ້ເວລາສາມເດືອນ, ສຳລັບບາງຄົນມັນໃຊ້ເວລາສາມປີ, ສຳລັບບາງຄົນມັນໃຊ້ເວລາສາມສິບປີ, ສຳລັບບາງຄົນມັນໃຊ້ເວລາສາມຮ້ອຍປີ ແລະ ອື່ນໆອີກ. ດັ່ງນັ້ນ, ແມ່ນຫຍັງທີ່ສາມາດເວົ້າໄດ້ກ່ຽວກັບກົດລະບຽບທາງໂລກເຫຼົ່ານີ້ ແລະ ແມ່ນຫຍັງຄືລັກສະນະສະເພາະຂອງພວກມັນ? ພວກມັນອີງຕາມສິ່ງທີ່ໂລກວັດຖຸ ຫຼື ໂລກຂອງມະນຸດຕ້ອງການຈາກດວງວິນຍານ ແລະ ຂຶ້ນຢູ່ກັບບົດບາດທີ່ດວງວິນຍານນີ້ຈະຫຼິ້ນໃນໂລກນີ້. ເມື່ອຄົນກັບຊາດມາເກີດເປັນມະນຸດທຳມະດາ, ພວກເຂົາສ່ວນໃຫຍ່ໄດ້ກັບຊາດມາເກີດຢ່າງໄວວາ ຍ້ອນວ່າໂລກຂອງມະນຸດມີຄວາມຕ້ອງການອັນຮີບດ່ວນສຳລັບຄົນທຳມະດາ, ເພາະສະນັ້ນ ພາຍໃນສາມມື້, ພວກເຂົາກໍຈະຖືກສົ່ງມາເກີດກັບຄອບຄົວທີ່ແຕກຕ່າງກັບຄອບຄົວທີ່ພວກເຂົາເຄີຍຢູ່ກ່ອນພວກເຂົາຕາຍ. ແນວໃດກໍຕາມ, ມີບາງຄົນທີ່ຫຼິ້ນບົດບາດພິເສດໃນໂລກນີ້. “ພິເສດ” ໝາຍຄວາມວ່າ ບໍ່ມີຄວາມຕ້ອງການຢ່າງຫຼວງຫຼາຍສຳລັບຄົນເຫຼົ່ານີ້ໃນໂລກຂອງມະນຸດ; ມີບໍ່ພໍເທົ່າໃດຄົນທີ່ຈຳເປັນຕ້ອງຫຼິ້ນບົດບາດດັ່ງກ່າວ, ດັ່ງນັ້ນ ມັນອາດໃຊ້ເວລາສາມຮ້ອຍປີ. ເວົ້າອີກຢ່າງໜຶ່ງກໍຄື ດວງວິນຍານນີ້ຈະກັບມາເກີດໜຶ່ງຄັ້ງໃນທຸກໆສາມຮ້ອຍປີ ຫຼື ແມ່ນແຕ່ໜຶ່ງຄັ້ງໃນທຸກໆສາມພັນປີ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນຍ້ອນຄວາມຈິງທີ່ວ່າ ໃນເວລາສາມຮ້ອຍ ຫຼື ສາມພັນປີ ບົດບາດດັ່ງກ່າວນີ້ບໍ່ຈຳເປັນໃນໂລກຂອງມະນຸດ, ດັ່ງນັ້ນ ພວກເຂົາຈຶ່ງຖືກເກັບຮັກສາໄວ້ບ່ອນໃດບ່ອນໜຶ່ງໃນໂລກຝ່າຍວິນຍານ. ໃຫ້ເອົາຂົງຈື້ເປັນຕົວຢ່າງ: ລາວມີຜົນກະທົບຢ່າງໃຫຍ່ຕໍ່ວັດທະນະທຳຈີນດັ່ງເດີມ ແລະ ການມາຂອງລາວແມ່ນສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ວັດທະນະທຳ, ຄວາມຮູ້, ປະເພນີ ແລະ ອຸດົມຄະຕິຂອງຄົນໃນຍຸກນັ້ນ. ແຕ່ຄົນປະເພດນີ້ບໍ່ຈຳເປັນຕ້ອງມີໃນທຸກຍຸກ, ດັ່ງນັ້ນລາວຕ້ອງຢູ່ໃນໂລກຝ່າຍວິນຍານ, ລໍຖ້າຢູ່ທີ່ນັ້ນເປັນເວລາສາມຮ້ອຍປີ ຫຼື ສາມພັນປີກ່ອນກັບຊາດມາເກີດ. ຍ້ອນວ່າໂລກມະນຸດບໍ່ຕ້ອງການຄົນແບບນີ້, ລາວຕ້ອງໄດ້ລໍຖ້າຢູ່ລ້າໆ ເພາະຄວາມຕ້ອງການບົດບາດແບບລາວແມ່ນມີໜ້ອຍຫຼາຍ ແລະ ບໍ່ມີຫຍັງຫຼາຍໃຫ້ລາວເຮັດ. ດັ່ງນັ້ນ ລາວຕ້ອງໄດ້ຖືກເກັບຮັກສາໄວ້ບ່ອນໃດໜຶ່ງໃນໂລກຝ່າຍວິນຍານຕະຫຼອດຊ່ວງເວລານັ້ນ, ຢູ່ລ້າໆ ເພື່ອຖືກສົ່ງລົງມາອີກຄັ້ງເມື່ອໂລກມະນຸດຕ້ອງການລາວ. ນັ້ນແມ່ນກົດທາງໂລກຂອງອານາຈັກຝ່າຍວິນຍານ ສຳລັບໄລຍະເວລາຂອງຄົນສ່ວນໃຫຍ່ທີ່ຈະໄດ້ກັບຊາດມາເກີດ. ບໍ່ວ່າຄົນຈະເປັນຄົນທະມະດາ ຫຼື ຄົນພິເສດ, ໂລກຝ່າຍວິນຍານກໍມີກົດເກນທີ່ເໝາະສົມ ແລະ ການປະຕິບັດທີ່ຖືກຕ້ອງເພື່ອດຳເນີນການກັບຊາດມາເກີດຂອງພວກເຂົາ ແລະ ກົດລະບຽບ ແລະ ການປະຕິບັດເຫຼົ່ານີ້ແມ່ນຖືກສົ່ງລົງມາຈາກພຣະເຈົ້າ ເຊິ່ງບໍ່ໄດຖືກຕັດສິນໃຈ ຫຼື ຄວບຄຸມໂດຍບໍລິວານ ຫຼື ສິ່ງມີຊີວິໃດໆຂອງໂລກຝ່າຍວິນຍານ. ຕອນນີ້ ພວກເຈົ້າເຂົ້າໃຈເລື່ອງນີ້ແລ້ວແມ່ນບໍ?
ສຳລັບທຸກໆດວງວິນຍານ ເຊັ່ນ: ການກັບຊາດມາເກີດຂອງພວກມັນ, ແມ່ນຫຍັງຄືບົດບາດຂອງມັນໃນຊີວິດນີ້, ຄອບຄົວໃດທີ່ມັນເກີດ ແລະ ຊີວິດຂອງມັນເປັນແນວໃດນັ້ນ ແມ່ນກ່ຽວຂ້ອງກັນຢ່າງໃກ້ຊິດກັບດວງວິນຍານຂອງຊາດກ່ອນ. ຄົນທຸກປະເພດມາໃນໂລກຂອງມະນຸດ ແລະ ບົດບາດທີ່ພວກເຂົາຫຼິ້ນກໍແຕກຕ່າງກັນ, ເຊັ່ນດຽວກັນ ໜ້າວຽກທີ່ພວກເຂົາປະຕິບັດກໍແຕກຕ່າງກັນ. ແລ້ວໜ້າທີ່ເຫຼົ່ານີ້ມີຫຍັງແດ່? ບາງຄົນມາເພື່ອໃຊ້ໜີ້: ຖ້າພວກເຂົາເປັນໜີ້ເງິນຄົນອື່ນຫຼາຍເກີນໄປໃນຊີວິດທີ່ຜ່ານມາຂອງພວກເຂົາ, ພວກເຂົາກໍມາເພື່ອໃຊ້ໜີ້ເຫຼົ່ານັ້ນໃນຊີວິດນີ້. ໃນຂະນະທີ່ບາງຄົນໄດ້ມາເພື່ອທວງໜີ້: ພວກເຂົາຖືກຫຼອກລວງຈາກຫຼາຍສິ່ງຫຼາຍຢ່າງ ແລະ ສູນເສຍເງິນຈຳນວນຫຼາຍຕະຫຼອດຊີວິດທີ່ຜ່ານມາຂອງພວກເຂົາ; ດ້ວຍເຫດນັ້ນ, ຫຼັງຈາກທີ່ພວກເຂົາເຂົ້າສູ່ໂລກຝ່າຍວິນຍານ, ພວກເຂົາຈຶ່ງຖືກປະທານຄວາມຍຸດຕິທຳ ແລະ ອະນຸຍາດໃຫ້ພວກເຂົາທວງໜີ້ຂອງພວກເຂົາຕະຫຼອດຊີວິດນີ້. ບາງຄົນມາເພື່ອໃຊ້ໜີ້ບຸນຄຸນ: ຕະຫຼອດຊີວິດທີ່ຜ່ານມາ, ນັ້ນກໍຄື ການກັບຊາດມາເກີດຄັ້ງທີ່ຜ່ານມາຂອງພວກເຂົາ, ບາງຄົນໃຈດີກັບພວກເຂົາ ແລະ ເນື່ອງຈາກໄດ້ຮັບໂອກາດດີທີ່ຈະໄດ້ກັບຊາດມາເກີດໃນຊີວິດນີ້, ພວກເຂົາກັບມາເກີດເພື່ອໃຊ້ໜີ້ບຸນຄຸນເຫຼົ່ານັ້ນ. ໃນຂະນະທີ່ບາງຄົນໄດ້ເກີດໃໝ່ໃນຊີວິດນີ້ເພື່ອຮຽກຮ້ອງຊີວິດ. ແລ້ວພວກເຂົາຮຽກຮ້ອງຊີວິດຂອງໃຜ? ພວກເຂົາຮຽກຮ້ອງຊີວິດຂອງຄົນທີ່ຂ້າພວກເຂົາໃນຊາດກ່ອນ. ສະຫຼຸບກໍຄື ຊີວິດປັດຈຸບັນຂອງແຕ່ລະຄົນມີຄວາມເຊື່ອມໂຍງກັນຢ່າງແໜ້ນແຟ້ນກັບຊີວິດຜ່ານມາຂອງພວກເຂົາ; ຄວາມເຊື່ອມໂຍງນີ້ແມ່ນບໍ່ສາມາດແຍກອອກຈາກກັນໄດ້. ເຊິ່ງເວົ້າໄດ້ວ່າ, ຊີວິດປັດຈຸບັນຂອງແຕ່ລະຄົນໄດ້ຮັບຜົນກະທົບຢ່າງມະຫາສານຈາກຊາດກ່ອນ. ຕົວຢ່າງ: ໃຫ້ພວກເຮົາສົມມຸດວ່າກ່ອນຊາງຕາຍ, ຊາງໂກງເງິນລີເປັນຈຳນວນຫຼາຍ. ແລ້ວຊາງເປັນໜີ້ລີບໍ? ແນ່ນອນ ລາວເປັນໜີ້ລີ, ສະນັ້ນ ມັນເປັນເລື່ອງທຳມະຊາດທີ່ລີຄວນທວງໜີ້ຂອງລາວຈາກຊາງແມ່ນບໍ? ດັ່ງນັ້ນ, ຫຼັງຈາກພວກເຂົາຕາຍ ຈຶ່ງມີໜີ້ສິນລະຫວ່າງພວກເຂົາທີ່ຕ້ອງໄດ້ຊຳລະ. ເມື່ອພວກເຂົາກັບຊາດມາເກີດໃໝ່ ແລະ ຊາງເກີດເປັນມະນຸດ, ແລ້ວລີຈະທວງໜີ້ຂອງລາວຈາກຊາງໄດ້ແນວໃດ? ວິທີໜຶ່ງກໍຄື ລີຕ້ອງເກີດໃໝ່ເປັນລູກຊາຍຂອງຊາງ; ຊາາງຫາເງິນໄດ້ເປັນຈຳນວນຫຼວງຫຼາຍ ແລ້ວກໍຖືກຜານໂດຍລີ. ບໍ່ວ່າຊາງຈະຫາເງິນໄດ້ຫຼາຍເທົ່າໃດ, ລູກຊາຍຂອງລາວ ລີ ກໍຈະຈ່າຍມັນຢ່າງສິ້ນເປືອງ. ບໍ່ວ່າຊາງຈະຫາເງິນໄດ້ຫຼາຍເທົ່າໃດ, ມັນກໍບໍ່ເຄີຍພໍ; ໃນຂະນະດຽວກັນ, ດ້ວຍເຫດຜົນບາງຢ່າງ ລູກຊາຍຂອງລາວກໍໃຊ້ຈ່າຍເງິນຂອງພໍ່ຈົນໝົດກ້ຽງຕະຫຼອດດ້ວຍຫຼາກຫຼາຍວິທີ. ຊາງໄດ້ແຕ່ປະຫຼາດໃຈ, ສົງໄສວ່າ: “ເປັນຫຍັງລູກຊາຍຂອງຂ້ານ້ອຍຄົນນີ້ຈຶ່ງນຳແຕ່ຄວາມໂຊກຮ້າຍເຊັ່ນນີ້ມາໃຫ້ຂ້ານ້ອຍຕະຫຼອດເວລາ? ເປັນຫຍັງລູກຊາຍຂອງຄົນອື່ນຄືວ່າປະພຶດຕົນດີແທ້? ເປັນຫຍັງລູກຂອງຂ້ານ້ອຍເອງຈຶ່ງບໍ່ມີຄວາມທະເຍີທະຍານ, ເປັນຫຍັງລາວຈຶ່ງໄຮ້ປະໂຫຍດ ແລະ ບໍ່ສາມາດຫາເງິນໄດ້ເລີຍ, ເປັນຫຍັງຂ້ານ້ອຍຈຶ່ງຕ້ອງລ້ຽງດູລາວຕະຫຼອດ? ເນື່ອງຈາກວ່າຂ້ານ້ອຍຕ້ອງໄດ້ລ້ຽງດູລາວ, ເຊິ່ງເປັນສິ່ງທີ່ຂ້ານ້ອຍຕ້ອງເຮັດ, ແຕ່ວ່າ ເປັນຫຍັງ ບໍ່ວ່າຂ້ານ້ອຍຈະໃຫ້ເງິນລາວຫຼາຍປານໃດ, ລາວກໍຍັງຕ້ອງການຢູ່ສະເໝີ? ເປັນຫຍັງລາວຈຶ່ງບໍ່ສາມາດເຮັດວຽກເປັນຫຼັກເປັນຖານໄດ້, ແຕ່ກົງກັນຂ້າມ ລາວເຮັດແຕ່ສິ່ງທີ່ບໍ່ເປັນປະໂຫຍດ ເຊັ່ນ: ທ່ຽວຫຼິ້ນ, ກິນ, ດື່ມ, ຫຼິ້ນສາວ ແລະ ຫຼິ້ນການພະນັນ? ມັນເກີດຫຍັງຂຶ້ນກັບຂ້ານ້ອຍ?” ຫຼັງຈາກນັ້ນຊາງກໍຄິດຢູ່ໄລຍະໜຶ່ງ ແລ້ວເວົ້າວ່າ: “ອາດເປັນໄປໄດ້ວ່າຂ້ານ້ອຍເປັນໜີ້ລາວຈາກຊາດປາງກ່ອນ. ເອົາລະ, ຂ້ານ້ອຍຈະຊຳລະມັນໃຫ້ໝົດສາ! ເລື່ອງນີ້ຈະບໍ່ຈົບຈົນກວ່າຂ້ານ້ອຍຈະຈ່າຍຈົນຄົບ!” ມື້ນັ້ນອາດຈະມາເຖິງເມື່ອລີໄດ້ກູ້ຄືນໜີ້ຂອງລາວທັງໝົດ ແລະ ໃນເວລານັ້ນລາວກໍອາດຈະມີອາຍຸສີ່ສິບປີ ຫຼື ຫ້າສິບປີ, ລາວອາດຈະຮູ້ສຶກໄດ້ ແລະ ຮູ້ຕົວວ່າ: “ຂ້ານ້ອຍບໍ່ໄດ້ເຮັດສິ່ງທີ່ດີແມ່ນແຕ່ສິ່ງດຽວໃນຊ້ວງເຄິ່ງຊີວິດທຳອິດຂອງຂ້ານ້ອຍ! ຂ້ານ້ອຍໄດ້ຜານເງິນທັງໝົດທີ່ພໍ່ຂອງຂ້ານ້ອຍຫາມາໄດ້, ສະນັ້ນ ຂ້ານ້ອຍຄວນເລີ່ມເປັນຄົນດີໄດ້ແລ້ວ! ຂ້ານ້ອຍຈະຕັ້ງໃຈໃໝ່; ຂ້ານ້ອຍຈະເປັນຄົນທີ່ສັດຊື່ ແລະ ໃຊ້ຊີວິດຢ່າງຖືກຕ້ອງ, ຂ້ານ້ອຍຈະບໍ່ນຳເອົາຄວາມໂສກເສົ້າມາໃຫ້ພໍ່ຂອງຂ້ານ້ອຍອີກ!” ເປັນຫຍັງລາວຈຶ່ງຄິດແບບນີ້? ເປັນຫຍັງທັນໃດລາວຈຶ່ງຢາກປ່ຽນເປັນຄົນດີ? ມີເຫດຜົນສຳລັບສິ່ງນີ້ບໍ? ແມ່ນຫຍັງຄືເຫດຜົນ? (ກໍຍ້ອນວ່າ ລີ ໄດ້ທວງໜີ້ຂອງລາວຄືນໝົດແລ້ວ; ຊາງ ໄດ້ໃຊ້ໜີ້ຂອງລາວແລ້ວ). ໃນເລື່ອງນີ້, ມີເຫດ ແລະ ຜົນຂອງມັນ. ເລື່ອງນີ້ໄດ້ເລີ້ມມາແຕ່ດົນແລ້ວ, ກ່ອນຊີວິດປັດຈຸບັນຂອງພວກເຂົາອີກ; ເລື່ອງລາວໃນຊີວິດຊາດກ່ອນຂອງພວກເຂົາໄດ້ຖືກນຳມາສູ່ປັດຈຸບັນ ແລະ ທັງສອງບໍ່ສາມາດຕຳໜິໃຜໄດ້. ບໍ່ວ່າຊາງໄດ້ສອນຫຍັງໃຫ້ລູກຊາຍຂອງລາວ, ລູກຊາຍຂອງລາວກໍບໍ່ເຄີຍຟັງ ແລະ ບໍ່ໄດ້ເຮັດວຽກທີ່ເປັນຫຼັກເປັນຖານ. ແຕ່ເມື່ອໜີ້ສິນຖືກຊຳລະ ຊາງກໍບໍ່ຈຳເປັນຕ້ອງສອນລູກຂອງລາວອີກ, ລູກຂອງລາວເຂົ້າໃຈເອງໂດຍທຳມະຊາດ. ນີ້ແມ່ນຕົວຢ່າງໂດຍທົ່ວໄປ. ມີຕົວຢ່າງແບບນີ້ຫຼາຍບໍ? (ມີຫຼາຍ). ແລ້ວສິ່ງນີ້ໄດ້ບອກຫຍັງແກ່ຜູ້ຄົນ? (ພວກເຂົາຄວນເປັນຄົນດີ ແລະ ບໍ່ເຮັດຄວາມຊົ່ວ). ພວກເຂົາບໍ່ຄວນເຮັດຄວາມຊົ່ວ ເພາະວ່າ ຈະມີກຳຕາມສະໜອງສຳລັບການເຮັດຜິດຂອງພວກເຂົາ! ຄົນທີ່ບໍ່ເຊື່ອສວນຫຼາຍເຮັດຄວາມຊົ່ວ ແລະ ການເຮັດຜິດຂອງພວກເຂົາໄດ້ຖືກຳຕາມສະໜອງ, ແມ່ນບໍ? ແນວໃດກໍຕາມ, ກຳຕາມສະໜອງນັ້ນແມ່ນເກີດຂຶ້ນໂດຍບັງເອີນບໍ? ສຳລັບທຸກການກະທຳ, ມີຄວາມເປັນມາ ແລະ ເຫດຜົນຢູ່ເບື້ອງຫຼັງຜົນກໍາຂອງມັນ. ເຈົ້າຄິດວ່າຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າຫຼັງຈາກທີ່ເຈົ້າໄດ້ໂກງເງິນຄົນອື່ນບໍ? ເຈົ້າຄິດວ່າຫຼັງຈາກທີ່ໄດ້ໂກງເງິນນັ້ນໄປແລ້ວ, ເຈົ້າຈະບໍ່ຜະເຊີນກັບຜົນສະທ້ອນໃດໆບໍ? ຄົງຈະເປັນໄປບໍ່ໄດ້; ມັນຈະມີຜົນສະທ້ອນຢ່າງແນ່ນອນ! ບໍ່ວ່າພວກເຂົາເປັນໃຜ ຫຼື ບໍ່ວ່າພວກເຂົາເຊື່ອ ຫຼື ບໍ່ ວ່າມີພຣະເຈົ້າກໍຕາມ, ທຸກຄົນຕ້ອງຮັບຜິດຊອບຕໍ່ພຶດຕິກຳຂອງຕົນເອງ ແລະ ແບກຮັບຜົນແຫ່ງການກະທຳຂອງພວກເຂົາ. ສໍາລັບກ່ຽວກັບເຖິງຕົວຢ່າງງ່າຍໆນີ້, ຊາງໄດ້ຖືກລົງໂທດ ແລະ ລີກໍໄດ້ຖືກຈ່າຍຄືນ, ແລ້ວນີ້ບໍ່ຍຸດຕິທຳບໍ? ເມື່ອຄົນເຮັດສິ່ງດັ່ງກ່າວ, ນີ້ຄືຜົນໄດ້ຮັບທີ່ເກີດຂຶ້ນ. ມັນບໍ່ສາມາດແຍກອອກຈາກການບໍລິຫານຂອງໂລກຝ່າຍວິນຍານໄດ້. ເຖິງແມ່ນວ່າຈະເປັນຜູ້ທີ່ບໍ່ເຊື່ອກໍຕາມ, ການດຳລົງຢູ່ຂອງບັນດາຜູ້ທີ່ບໍ່ເຊື່ອໃນພຣະເຈົ້າກໍຢູ່ພາຍໃຕ້ກົດບັນຍັດ ແລະ ກົດແຫ່ງສະຫວັນດັ່ງກ່າວນີ້. ບໍ່ມີໃຜສາມາດໜີພົ້ນມັນໄດ້ ແລະ ບໍ່ມີໃຜສາມາດຫຼີກເວັ້ນຄວາມເປັນຈິງນີ້ໄດ້.
ບັນດາຜູ້ທີ່ບໍ່ມີຄວາມສັດທາມັກຈະເຊື່ອວ່າທຸກສິ່ງທີ່ມະນຸດສາມາດເບິ່ງເຫັນໄດ້ນັ້ນມີຢູ່ຈິງ ໃນຂະນະທີ່ທຸກສິ່ງທີ່ບໍ່ສາມາດເບິ່ງເຫັນ ຫຼື ຢູ່ຫ່າງໄກຈາກຄົນນັ້ນບໍ່ມີຢູ່ຈິງ. ພວກເຂົາມັກເຊື່ອວ່າບໍ່ມີ “ວົງຈອນຊີວິດ ແລະ ຄວາມຕາຍ” ແລະ ບໍ່ມີ ”ການລົງໂທດ”; ດັ່ງນັ້ນ ພວກເຂົາຈຶ່ງເຮັດບາບ ແລະ ເຮັດຄວາມຊົ່ວໂດຍປາສະຈາກຄວາມຮູ້ສຶກກິນແໜງໃຈ. ໃນທີ່ສຸດ ພວກເຂົາກໍຖືກລົງໂທດ ຫຼື ກັບຊາດມາເກີດເປັນສັດ. ຄົນຫຼາກຫຼາຍປະເພດສ່ວນໃຫຍ່ໃນທ່າມກາງຜູ້ທີ່ບໍ່ເຊື່ອແມ່ນຕົກເຂົ້າສູ່ວົງຈອນອຸບາດນີ້. ນີ້ກໍຍ້ອນວ່າພວກເຂົາບໍ່ຮູ້ວ່າໂລກຝ່າຍວິນຍານນັ້ນເຂັ້ມງວດໃນການບໍລິຫານສິ່ງມີຊີວິດທັງໝົດ. ບໍ່ວ່າເຈົ້າຈະເຊື່ອ ຫຼືບໍ່ ກໍຕາມ, ຄວາມຈິງນີ້ກໍມີຢູ່ຈິງ, ຍ້ອນວ່າບໍ່ມີແມ່ນແຕ່ຄົນດຽວ ຫຼື ວັດຖຸໃດສາມາດຫຼົບໜີຈາກຂອບເຂດທີ່ພຣະເຈົ້າສັງເກດດ້ວຍຕາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວ ຫຼື ວັດຖຸໃດສາມາດຫຼົບໜີຈາກກົດ ຫຼື ຂໍ້ຈຳກັດແຫ່ງກົດບັນຍັດ ແລະ ກົດສະຫວັນຂອງພຣະອົງໄດ້. ສະນັ້ນ, ຕົວຢ່າງງ່າຍໆນີ້ບອກທຸກຄົນວ່າ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່ ກໍຕາມ, ການເຮັດບາບ ແລະ ການກະທຳຄວາມຊົ່ວແມ່ນຮັບບໍ່ໄດ້ ແລະ ທຸກການກະທຳລ້ວນແລ້ວແຕ່ມີຜົນຕາມມາ. ເມື່ອບາງຄົນໂກງເງິນຄົນອື່ນຖືກລົງໂທດ, ການລົງໂທດດັ່ງກ່າວນັ້ນກໍຍຸດຕິທຳ. ພຶດຕິກຳທີ່ເຫັນກັນໂດຍທົ່ວໄປເຊັ່ນນີ້ຖືກລົງໂທດໃນໂລກຝ່າຍວິນຍານ ແລະ ການລົງໂທດດັ່ງກ່າວແມ່ນຖືກປະຕິບັດໂດຍກົດບັນຍັດ ແລະ ກົດສະຫວັນຂອງພຣະເຈົ້າ. ເພາະສະນັ້ນ, ຄວາມຜິດທາງອາຍາຢ່າງຮຸນແຮງ ແລະ ພຶດຕິກຳອັນຊົ່ວຮ້າຍ ເຊັ່ນ: ການຂົ່ມຂືນ ແລະ ການປຸ້ນສະດົມ, ການທຸດຈະລິດ ແລະ ການຫຼອກລວງ, ການໂຈລະກຳ ແລະ ການປຸ້ນ, ການຄາດຕະກຳ ແລະ ການຈູດເຜົາ ແລະ ອື່ນໆ ແມ່ນຂຶ້ນກັບຂະບວນການລົງໂທດຕໍ່ກັບຄວາມຮຸນແຮງທີ່ແຕກຕ່າງກັນໄປ. ການລົງໂທດຕໍ່ກັບຄວາມຮຸນແຮງທີ່ແຕກຕ່າງກັນໄປເຫຼົ່ານີ້ປະກອບມີຫຍັງແດ່? ບາງຢ່າງສ້າງລະດັບຄວາມຮຸນແຮງໂດຍໃຊ້ເວລາ, ໃນຂະນະທີ່ບາງຢ່າງເຮັດຜ່ານວິທີການທີ່ແຕກຕ່າງກັນ; ແລ້ວຍັງມີບາງຢ່າງທີ່ເຮັດໂດຍການກຳນົດບ່ອນທີ່ຄົນໄປເມື່ອພວກເຂົາກັບຊາດມາເກີດ. ຕົວຢ່າງ: ບາງຄົນເປັນຄົນປາກເສຍ. ການເປັນຄົນ “ປາກເສຍ” ໝາຍເຖິງຫຍັງ? ມັນໝາຍເຖິງການດ່າຄົນອື່ນເລື້ອຍໆ ແລະ ໃຊ້ພາສາທີ່ເປັນອັນຕະລາຍເພື່ອສາບແຊ່ງຄົນອື່ນ. ພາສາທີ່ເປັນອັນຕະລາຍໝາຍເຖິງຫຍັງ? ມັນຊີ້ໃຫ້ເຫັນວ່າຄົນມີຫົວໃຈທີ່ໂຫດຮ້າຍ. ຄຳຫຍາບຄາຍທີ່ສາບແຊ່ງຄົນອື່ນມັກຈະມາຈາກປາກຂອງຄົນເຊັ່ນນີ້ ແລະ ພາສາທີ່ເປັນອັນຕະລາຍດັ່ງກ່າວນຳມາເຊິ່ງຜົນກະທົບທີ່ຮ້າຍແຮງ. ຫຼັງຈາກທີ່ຄົນເຫຼົ່ານີ້ຕາຍໄປ ແລະ ໄດ້ຮັບການລົງໂທດທີ່ເໝາະສົມແລ້ວ, ພວກເຂົາອາດຈະກັບມາເກີດເປັນຄົນປາກກືກ. ບາງຄົນເປັນຄົນມານຍາຫຼາຍໃນຂະນະທີ່ຍັງມີຊີວິດຢູ່; ພວກເຂົາເອົາປຽບຄົນອື່ນເລື້ອຍໆ, ກົນອຸບາຍເລັກນ້ອຍຂອງພວກເຂົາຖືກວາງແຜນຢ່າງດີເປັນພິເສດ ແລະ ພວກເຂົາສ້າງອັນຕະລາຍຫຼາຍໃຫ້ກັບຜູ້ຄົນ. ເມື່ອພວກເຂົາກັບມາເກີດໃໝ່, ອາດຈະເປັນຄົນປັນຍາອ່ອນ ຫຼື ເປັນຄົນພິການທາງຈິດ. ບາງຄົນມັກສອດແນມເລື່ອງສ່ວນຕົວຂອງຄົນອື່ນ; ຕາຂອງພວກເຂົາເຫັນຫຼາຍສິ່ງທີ່ພວກເຂົາບໍ່ຄວນເຫັນ ແລະ ພວກເຂົາຮຽນຮູ້ຫຼາຍສິ່ງທີ່ພວກເຂົາບໍ່ຄວນຮູ້. ຜົນທີ່ຕາມມາກໍຄື ເມື່ອພວກເຂົາກັບມາເກີດໃໝ່, ພວກເຂົາອາດຈະຕາບອດ. ບາງຄົນວ່ອງໄວຫຼາຍເມື່ອພວກເຂົາຍັງມີຊີວິດຢູ່; ພວກເຂົາມັກຕໍ່ສູ້ ແລະ ເຮັດສິ່ງທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້, ພວກເຂົາອາດຈະກັບມາເກີດເປັນຄົນພິການ, ຂາຂາດ ຫຼື ແຂນຂາດ; ບໍ່ດັ່ງນັ້ນ ພວກເຂົາກໍອາດຈະກັບຊາດມາເກີດເປັນຄົນຫຼັງກົ່ງ ຫຼື ຄໍບິດ, ຍ່າງຂາເຄ, ມີຂາເບື້ອງໜຶ່ງສັ້ນກວ່າອີກເບື້ອງ ແລະ ອື່ນໆອີກ. ໃນນີ້, ພວກເຂົາຈະຖືກລົງໂທດຕາມລະດັບຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດໃນເວລາທີ່ຍັງມີຊີວິດຢູ່. ເປັນຫຍັງພວກເຈົ້າຈຶ່ງຄິດວ່າບາງຄົນເປັນຄົນຕາເຫຼ່ວ? ຄົນເຊັ່ນນີ້ມີຫຼາຍບໍ? ທຸກມື້ນີ້ແມ່ນມີຫຼາຍກວ່າສອງສາມຄົນ. ບາງຄົນເປັນຄົນຕາເຫຼ່ວ ຍ້ອນວ່າໃນຊີວິດທີ່ຜ່ານມາຂອງພວກເຂົາ, ພວກເຂົາໄດ້ໃຊ້ຕາຂອງພວກເຂົາຫຼາຍເກີນໄປ ແລະ ໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງເກີນໄປ, ດັ່ງນັ້ນ ພວກເຂົາຈຶ່ງເກີດມາໃນຊີວິດນີ້ດ້ວຍຕາເຫຼ່ວ ແລະ ໃນກໍລິນີທີ່ຮຸນແຮງ, ພວກເຂົາເຖິງຂັ້ນເກີດມາຕາບອດ. ນີ້ແມ່ນກຳຕາມສະໜອງ! ບາງຄົນເຂົ້າກັບຄົນອື່ນໄດ້ດີກ່ອນພວກເຂົາຕາຍ; ພວກເຂົາເຮັດສິ່ງທີ່ດີຫຼາຍຢ່າງໃຫ້ແກ່ຍາດພີ່ນ້ອງ, ໝູ່ເພື່ອນ, ເພື່ອນຮ່ວມງານ ຫຼື ຄົນທີ່ພົວພັນກັບພວກເຂົາ. ພວກເຂົາໃຫ້ຄວາມກາລຸນາ ແລະ ດູແລຄົນອື່ນ ຫຼື ຊ່ວຍເຫຼືອຄົນອື່ນດ້ານເງິນ ແລະ ເປັນຄົນທີ່ມີຄວາມຄິດທີ່ດີກັບຄົນອື່ນ. ເມື່ອຄົນດັ່ງກ່າວກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາບໍ່ໄດ້ຖືກລົງໂທດ. ສຳລັບຜູ້ທີ່ບໍ່ເຊື່ອທີ່ບໍ່ໄດ້ຖືກລົງໂທດຢ່າງໃດເລີຍ ໝາຍຄວາມວ່າ ພວກເຂົາໄດ້ເປັນຄົນດີຫຼາຍ. ແທນທີ່ຈະເຊື່ອໃນການດຳລົງຢູ່ຂອງພຣະເຈົ້າ, ພວກເຂົາເຊື່ອແຕ່ຊາຍຊະລາທີ່ຢູ່ເທິງຟ້າເທົ່ານັ້ນ. ຄົນດັ່ງກ່າວເຊື່ອພຽງແຕ່ວ່າ ມີວິນຍານຢູ່ເໜືອພວກເຂົາ, ເບິ່ງທຸກສິ່ງທີ່ພວກເຂົາເຮັດ, ນັ້ນຄືສິ່ງດຽວທີ່ຄົນດັ່ງກ່າວເຊື່ອ. ຜົນຮັບກໍຄື ບຸກຄົນນີ້ປະພຶດຕົນເປັນຄົນດີຫຼາຍ. ຄົນແບບນີ້ເປັນຄົນໃຈດີ ແລະ ໂອບເອື້ອອາລີ, ໃນທີ່ສຸດ ເມື່ອພວກເຂົາກັບໄປສູ່ໂລກຝ່າຍວິນຍານ, ພວກເຂົາຖືກປະຕິບັດຕໍ່ເປັນຢ່າງດີ ແລະ ພວກເຂົາຈະໄດ້ກັບຊາດມາເກີດໂດຍໄວ. ເມື່ອພວກເຂົາເກີດໃໝ່, ພວກເຂົາຈະມາຢູ່ໃນຄອບຄົວແບບໃດ? ເຖິງແມ່ນວ່າຄອບຄົວດັ່ງກ່າວຈະບໍ່ຮັ່ງມີ, ພວກເຂົາກໍຈະພົ້ນຈາກໄພອັນຕະລາຍໃດໆ, ມີຄວາມປອງດອງກັນລະຫວ່າງສະມາຊິກຄອບຄົວຂອງພວກເຂົາ; ໃນນັ້ນ, ຄົນທີ່ກັບຊາດມາເກີດເຫຼົ່ານີ້ຈະມີຄວາມປອດໄພ, ມີຄວາມສຸກ, ທຸກຄົນຈະເບີກບານມ່ວນຊື່ນ ແລະ ມີຊີວິດທີ່ດີ. ເມື່ອຄົນເຫຼົ່ານີ້ເປັນຜູ້ໃຫຍ່, ພວກເຂົາຈະມີຄອບຄົວທີ່ໃຫຍ່ ແລະ ຂະຫຍາຍອອກຢ່າງກວ້າງຂວາງ, ລູກໆຂອງພວກເຂົາຈະເປັນຄົນທີ່ມີພອນສະຫວັນ ແລະ ປະສົບຜົນສຳເລັດ, ຄອບຄົວຂອງພວກເຂົາຈະໄດ້ຮັບແຕ່ໂຊກລາບ ເຊິ່ງຜົນໄດ້ຮັບດັ່ງກ່າວແມ່ນກ່ຽວພັນກັບຊີວິດທີ່ຜ່ານມາຂອງຄົນເຫຼົ່ານີ້. ນັ້ນກໍຄື, ບ່ອນທີ່ຄົນໄປຫຼັງຈາກພວກເຂົາຕາຍ ແລະ ກັບຊາດມາເກີດ, ບໍ່ວ່າພວກເຂົາຈະເປັນເພດຊາຍ ຫຼື ເພດຍິງ, ແມ່ນຫຍັງຄືພັນທະກິດຂອງພວກເຂົາ, ສິ່ງທີ່ພວກເຂົາຈະຕ້ອງຜ່ານໃນຊີວິດ, ຄວາມຍາກລໍາບາກແບບໃດທີ່ພວກເຂົາຕ້ອງອົດທົນ, ພອນອັນໃດທີ່ພວກເຂົາຈະໄດ້ຮັບ, ພວກເຂົາຈະພົບໃຜ ແລະ ແມ່ນຫຍັງທີ່ຈະເກີດຂຶ້ນກັບພວກເຂົາ; ບໍ່ມີໃຜສາມາດທຳນວາຍສິ່ງເຫຼົ່ານີ້ໄດ້, ຫຼີກເວັ້ນມັນໄດ້ ຫຼື ລີ້ຈາກມັນໄດ້. ເຊິ່ງເວົ້າໄດ້ວ່າ, ເມື່ອຊີວິດຂອງເຈົ້າໄດ້ຖືກກຳນົດຂຶ້ນແລ້ວ, ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ບໍ່ວ່າເຈົ້າຈະພະຍາຍາມຫຼີກເວັ້ນມັນແນວໃດກໍຕາມ ແລະ ດ້ວຍວິທີການໃດກໍຕາມ, ເຈົ້າຈະບໍ່ມີທາງລະເມີດແນວທາງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ເຈົ້າໃນໂລກຝ່າຍວິນຍານ. ຍ້ອນວ່າ ເມື່ອເຈົ້າກັບຊາດມາເກີດ, ໂຊກຊະຕາຊີວິດຂອງເຈົ້າໄດ້ຖືກກຳນົດໄວ້ແລ້ວ. ບໍ່ວ່າມັນຈະດີ ຫຼື ຊົ່ວ, ທຸກຄົນຄວນຜະເຊີນໜ້າກັບມັນ ແລະ ສືບຕໍ່ກ້າວໄປຂ້າງໜ້າ. ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດທີ່ອາໄສຢູ່ໃນໂລກນີ້ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີສິ່ງໃດທີ່ເປັນຈິງຫຼາຍກວ່ານີ້. ພວກເຈົ້າທຸກຄົນເຂົ້າໃຈສິ່ງທີ່ເຮົາໄດ້ເວົ້າມາທັງໝົດນີ້ແລ້ວ ແມ່ນບໍ່?
ເມື່ອໄດ້ເຂົ້າໃຈສິ່ງເຫຼົ່ານີ້, ຕອນນີ້ພວກເຈົ້າເຫັນແລ້ວບໍ່ວ່າ ພຣະເຈົ້າມີການກວດສອບ ແລະ ການບໍລິຫານທີ່ແນ່ນອນ ແລະ ເຂັ້ມງວດສຳລັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ? ກ່ອນອື່ນໝົດ, ພຣະອົງໄດ້ສ້າງກົດບັນຍັດ, ກົດສະຫວັນ ແລະ ລະບົບໃນອານາຈັກຝ່າຍວິນຍານ, ເມື່ອສິ່ງເຫຼົ່ານີ້ໄດ້ຖືກປະກາດໃຊ້ແລ້ວ, ພວກມັນໄດ້ຖືກປະຕິບັດຢ່າງເຂັ້ມງວດ, ກໍານົດໂດຍພຣະເຈົ້າ ແລະ ສິ່ງມີຊີວິດໃນຕຳແໜ່ງທາງການຕ່າງໆໃນໂລກຝ່າຍວິນຍານ ແລະ ບໍ່ມີໃຜກ້າລະເມີດພວກມັນ. ເພາະສະນັ້ນ, ໃນວົງຈອນຊີວິດ ແລະ ຄວາມຕາຍຂອງມະນຸດຊາດໃນໂລກຂອງມະນຸດ, ບໍ່ວ່າຄົນຈະເກີດມາເປັນສັດ ຫຼື ເປັນມະນຸດ ກໍມີກົດໝາຍສຳລັບທັງສອງ. ຍ້ອນວ່າກົດໝາຍເຫຼົ່ານີ້ມາຈາກພຣະເຈົ້າ, ບໍ່ມີໃຜກ້າທີ່ຈະລະເມີດມັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້. ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ແລະ ຍ້ອນວ່າກົດໝາຍດັ່ງກ່າວມີຢູ່ ໂລກວັດຖຸທີ່ຄົນເຫັນຈຶ່ງເປັນປົກກະຕິ ແລະ ເປັນລະບຽບຮຽບຮ້ອຍ; ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງສາມາດຢູ່ຮ່ວມກັນຢ່າງສະຫງົບສຸກກັບໂລກອື່ນທີ່ບໍ່ສາມາດເບິ່ງເຫັນໄດ້ຢ່າງສິ້ນເຊີງສຳລັບພວກເຂົາ ແລະ ສາມາດດຳລົງຊີວິດຢູ່ຢ່າງສັນຕິ ເຊິ່ງທັງໝົດນີ້ບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້. ຫຼັງຈາກຊີວິດຝ່າຍເນື້ອໜັງຂອງຄົນຕາຍໄປ, ດວງວິນຍານກໍຍັງມີຊີວິດຢູ່, ສະນັ້ນ ມັນຈະເກີດຫຍັງຂຶ້ນຖ້າມັນບໍ່ໄດ້ຢູ່ພາຍໃຕ້ການບໍລິຫານຂອງພຣະເຈົ້າ? ດວງວິນຍານຈະຊັດເຊພະເນຈອນໄປທົ່ວທຸກບ່ອນ, ບຸກລຸກໄປທຸກບ່ອນ ແລະ ເຖິງຂັ້ນສ້າງອັນຕະລາຍໃຫ້ກັບສິ່ງມີຊີວິດໃນໂລກຂອງມະນຸດ. ອັດຕະລາຍດັ່ງກ່າວຈະບໍ່ເກີດຂຶ້ນແຕ່ກັບມະນຸດເທົ່ານັ້ນ ແຕ່ອາດຈະເກີດຂຶ້ນກັບພືດ ແລະ ສັດອີກດ້ວຍ. ແນວໃດກໍຕາມ, ຜູ້ທຳອິດທີ່ຈະໄດ້ຮັບອັນຕະລາຍກໍຈະແມ່ນຄົນ. ຖ້າດວງຍິນຍານດັ່ງກ່າວປາດສະຈາກການຄວບຄຸມ ແລ້ວສ້າງຄວາມອັນຕະລາຍໃຫ້ກັບຜູ້ຄົນຢ່າງແທ້ຈິງ ແລະ ເຮັດສິ່ງຊົ່ວຮ້າຍແທ້ຈິງ, ແລ້ວວິນຍານດວງນີ້ກໍຈະໄດ້ຮັບການລົງໂທດຢ່າງເໝາະສົມໃນໂລກຝ່າຍວິນຍານເຊັ່ນດຽວກັນ: ຖ້າສິ່ງນັ້ນຮຸນແຮງ, ດວງວິນຍານກໍຈະບໍ່ມີຢູ່ອີກຕໍ່ໄປ ແລະ ຈະຖືກທຳລາຍ. ຖ້າຫາກເປັນໄປໄດ້, ມັນກໍອາດຈະຖືກວາງໄວ້ບ່ອນໃດບ່ອນຫນຶ່ງ ແລະ ຫຼັງຈາກນັ້ນກໍຈະກັບຊາດມາເກີດ. ໝາຍຄວາມວ່າ, ການບໍລິຫານດວງວິນຍານຕ່າງໆຂອງໂລກຝ່າຍວິນຍານນັ້ນເປັນລະບຽບ ແລະ ຖືກດຳເນີນການຕາມຂັ້ນຕອນ ແລະ ອີງຕາມກົດລະບຽບ. ເປັນຍ້ອນການບໍລິຫານດັ່ງກ່າວເທົ່ານັ້ນທີ່ໂລກວັດຖຸຂອງມະນຸດຈຶ່ງບໍ່ໄດ້ຕົກຢູ່ໃນຄວາມສັບສົນວຸ້ນວາຍ, ທີ່ມະນຸດຂອງໂລກວັດຖຸຈຶ່ງມີຈິດໃຈທີ່ປົກກະຕິ, ມີເຫດຜົນທີ່ປົກກະຕິ ແລະ ຊີວິດຝ່າຍເນື້ອໜັງທີ່ເປັນລະບຽບ. ຫຼັງຈາກທີ່ມະນຸດຊາດມີຊີວິດທີ່ປົກກະຕິແບບນີ້ເທົ່ານັ້ນ ບັນດາຜູ້ທີ່ອາໄສຢູ່ໃນເນື້ອໜັງຈຶ່ງຈະສາມາດສືບຕໍ່ຈະເລີນເຕີບໃຫຍ່ ແລະ ຂະຫຍາຍພັນຊົ່ວຮຸ່ນສູ່ຮຸ່ນຄົນ.
... ເມື່ອເວົ້າເຖິງຜູ້ທີ່ບໍ່ເຊື່ອ, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ ແມ່ນການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍບໍ? ມີຂໍ້ຍົກເວັ້ນຫຍັງບໍ? (ບໍ່). ພວກເຈົ້າເຫັນບໍໍວ່າ ມີຫຼັກການຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ? ຄວາມຈິງແລ້ວ ຜູ້ທີ່ບໍ່ເຊື່ອ ແມ່ນບໍ່ເຊື່ອໃນພຣະເຈົ້າ ແລະ ຍອມຮັບຕໍ່ການປັ້ນແຕ່ງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຮູ້ອຳນາດອະທິປະໄຕຂອງພຣະອົງ, ແລ້ວແຮງໄກທີ່ພວກເຂົາຈະຍອມຮັບພຣະອົງ. ຮ້າຍແຮງໄປກວ່ານັ້ນ, ພວກເຂົາໝິ່ນປະໝາດພຣະເຈົ້າ ແລະ ສາບແຊ່ງພຣະອົງ ແລະ ເປັນສັດຕູກັບບັນດາຜູ້ທີ່ເຊື່ອໃນພຣະເຈົ້າ. ເຖິງແມ່ນວ່າ ພວກເຂົາມີທັດສະນະຕະຕິແບບນີ້ຕໍ່ພຣະເຈົ້າ, ການບໍລິຫານພວກເຂົາຂອງພຣະອົງກໍຍັງເປັນໄປຕາມຫຼັກການຂອງພຣະອົງ; ພຣະອົງຄຸ້ມຄອງພວກເຂົາຢ່າງເປັນລະບຽບ ອີງຕາມຫຼັກການ ແລະ ອຸປະນິໄສຂອງພຣະອົງ. ພຣະອົງເຫັນຄວາມເປັນສັດຕູຂອງພວກເຂົາແນວໃດ? ເປັນຄົນໂງ່ຈ້າ! ຜົນຕາມມາກໍຄື ໃນອະດີດ ພຣະອົງໄດ້ເຮັດໃຫ້ຄົນທີ່ບໍ່ເຊື່ອຈຳນວນຫຼວງຫຼາຍເຫຼົ່ານີ້ກັບຊາດມາເກີດເປັນສັດ. ແລ້ວໃນສາຍຕາຂອງພຣະເຈົ້າ, ຜູ້ທີ່ບໍ່ເຊື່ອຄືຫຍັງກັນແທ້? ພວກເຂົາທັງໝົດຄືສັດເດຍລະສານ. ພຣະເຈົ້າຄຸ້ມຄອງສັດ ແລະ ມະນຸດຊາດ, ສຳລັບຄົນດັ່ງກ່າວພຣະອົງແມ່ນມີຫຼັກການດຽວກັນ. ແມ່ນແຕ່ໃນການບໍລິຫານຄົນເຫຼົ່ານີ້ຂອງພຣະອົງ, ອຸປະນິໄສຂອງພຣະອົງກໍຍັງສາມາດເຫັນໄດ້ໃນສິ່ງນີ້, ເຊັ່ນດຽວກັນກັບກົດລະບຽບຂອງພຣະອົງທີ່ຢູ່ເບື້ອງຫຼັງການປົກຄອງເໜືອທຸກສິ່ງຂອງພຣະອົງ. ດັ່ງນັ້ນ, ພວກເຈົ້າເຫັນອຳນາດອະທິປະໄຕຂອງພຣະເຈົ້າໃນຫຼັກການທີ່ພຣະອົງບໍລິຫານຜູ້ທີ່ບໍ່ເຊື່ອງທີ່ເຮົາຫາກໍກ່າວມານັ້ນບໍ? ພວກເຈົ້າເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າບໍ? (ພວກຂ້ານ້ອຍເຫັນ). ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າພຣະເຈົ້າຈະຈັດການກັບສິ່ງໃດກໍຕາມ, ພຣະອົງປະຕິບັດຕາມຫຼັກການ ແລະ ອຸປະນິໄສຂອງພຣະອົງເອງ. ນີ້ແມ່ນແກ່ນແທ້ຂອງພຣະເຈົ້າ; ພຣະອົງຈະບໍ່ມີວັນລະເມີດກົດບັນຍັດ ແລະ ກົດສະຫວັນທີ່ພຣະອົງໄດ້ຕັ້ງຂຶ້ນພຽງຍ້ອນພຣະອົງຖືວ່າຜູ້ຄົນເຫຼົ່ານັ້ນເປັນສັດ. ພຣະເຈົ້າປະຕິບັດຕາມຫຼັກການ, ຢ່າງນ້ອຍກໍບໍ່ເຮັດອໍາເພີໃຈ ແລະ ການກະທໍາຂອງພຣະອົງບໍ່ໄດ້ຮັບຜົກກະທົບຈາກປັດໄຈໃດໆທັ່ງນັ້ນ. ທຸກສິ່ງທີ່ພຣະອົງເຮັດແມ່ນຕາມຫຼັກການຂອງພຣະອົງເອງ. ນີ້ກໍຍ້ອນວ່າພຣະເຈົ້າມີທາດແທ້ຂອງພຣະອົງເຈົ້າເອງ; ນີ້ແມ່ນດ້ານໜຶ່ງແຫ່ງທາດແທ້ຂອງພຣະອົງທີ່ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ. ພຣະເຈົ້າມີສະຕິ ແລະ ມີຄວາມຮັບຜິດຊອບໃນການຈັດການຂອງພຣະອົງ, ການເຂົ້າຫາ, ການຄຸ້ມຄອງ, ການບໍລິຫານ ແລະ ການປົກຄອງເໜືອທຸກສິ່ງ, ຜູ້ຄົນ ແລະ ສິ່ງມີຊີວິດທ່າມກາງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ, ໃນນີ້ ພຣະອົງບໍ່ເຄີຍປະໝາດ. ສຳລັບບັນດາຄົນດີ, ພຣະອົງມີຄວາມກາລຸນາ ແລະ ເມດຕາ; ສໍາລັບຄົນຊົ່ວ, ພຣະອົງລົງໂທດຢ່າງຮຸນແຮງ; ສ່ວນສິ່ງມີຊີວິດທັງຫຼາຍ, ພຣະອົງໄດ້ຈັດແຈງໄວ້ຢ່າງເໝາະສົມໃນເວລາທີ່ເໝາະສົມ ແລະ ດ້ວຍລັກສະນະທີ່ເປັນປົກກະຕິອີງຕາມຂໍ້ຮຽກຮ້ອງທີ່ແຕກຕ່າງກັນຂອງໂລກມະນຸດໃນເວລາທີ່ແຕກຕ່າງກັນ, ດັ່ງນັ້ນ ສິ່ງມີຊີວິດຕ່າງໆເຫຼົ່ານີ້ຈຶ່ງໄດ້ກັບຊາດມາເກີດຕາມບົດບາດທີ່ພວກເຂົາຫຼິ້ນຢ່າງເປັນລະບຽບ ແລະ ເຄື່ອນຍ້າຍໄປມາລະຫວ່າງໂລກວັດຖຸ ແລະ ໂລກຝ່າຍວິນຍານດ້ວຍວິທີທີ່ເປັນລະບຽບ.
ຄວາມຕາຍຂອງສິ່ງມີຊີວິດ, ການສິ້ນສຸດຂອງຊີວິດຝ່າຍຮ່າງກາຍ ບົ່ງບອກວ່າສິ່ງມີຊີວິດໄດ້ຜ່ານຈາກໂລກວັດຖຸສູ່ໂລກຝ່າຍວິນຍານ, ໃນຂະນະທີ່ການເກີດຂອງຊີວິດໃໝ່ຝ່າຍຮ່າງກາຍບົ່ງບອກວ່າສິ່ງມີຊີວິດໄດ້ມາຈາກໂລກຝ່າຍວິນຍານສູ່ໂລກວັດຖຸ ແລະ ເລີ່ມທີ່ຈະດຳເນີນການ ແລະ ເຮັດບົດບາດຂອງມັນ. ບໍ່ວ່າຈະເປັນການຈາກໄປ ຫຼື ການມາຂອງສິ່ງມີຊີວິດ, ທັງສອງແມ່ນບໍ່ສາມາດແຍກອອກຈາກພາລະກິດຂອງໂລກຝ່າຍວິນຍານໄດ້. ເມື່ອເຖິງເວລາທີ່ຄົນເຂົ້າມາໃນໂລກວັດຖຸ, ການຈັດແຈງທີ່ເໝາະສົມ ແລະ ຄຳນິຍາມໄດ້ຖືກສ້າງຂຶ້ນແລ້ວໂດຍພຣະເຈົ້າໃນໂລກຝ່າຍວິນຍານ ວ່າຄອບຄົວໃດທີ່ຄົນນັ້ນຈະໄປເກີດນໍາ, ຍຸກສະໄໝໃດທີ່ພວກເຂົາຈະມາ, ເວລາໃດພວກເຂົາຈະມາຮອດ ແລະ ບົດບາດທີ່ພວກເຂົາຈະຫຼິ້ນ. ສະນັ້ນ, ຕະຫຼອດຊີວິດຂອງຄົນນີ້, ສິ່ງຕ່າງໆທີ່ເຂົາເຮັດ ແລະ ເສັ້ນທາງທີ່ເຂົາຍ່າງຈະດຳເນີນໄປຕາມການຈັດແຈງໄວ້ໃນໂລກຝ່າຍວິນຍານ ໂດຍບໍ່ມີການບ່ຽງເບນແມ່ນແຕ່ໜ້ອຍດຽວ. ຍິ່ງໄປກວ່ານັ້ນ, ເວລາເມື່ອຊີວິດຝ່າຍຮ່າງກາຍສິ້ນສຸດລົງ, ລັກສະນະ ແລະ ສະຖານທີ່ໆມັນສິ້ນສຸດລົງນັ້ນຊັດເຈນ ແລະ ແຍກແຍະໄດ້ຕໍ່ໂລກຝ່າຍວິນຍານ. ພຣະເຈົ້າປົກຄອງໂລກວັດຖຸ ແລະ ພຣະອົງປົກຄອງໂລກຝ່າຍວິນຍານເຊັ່ນດຽວກັນ ແລະ ພຣະອົງຈະບໍ່ເຮັດໃຫ້ວົງຈອນຊີວິດ ແລະ ຄວາມຕາຍຊ້າລົງ ແລະ ພຣະອົງບໍ່ເຄີຍເຮັດຜິດພາດໃນການຈັດແຈງວົງຈອນນັ້ນ. ແຕ່ລະຄົນທີ່ຖືຕຳແໜ່ງທາງການຂອງໂລກຝ່າຍວິນຍານແມ່ນປະຕິບັດໜ້າທີ່ສ່ວນຕົວຂອງຕົນ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ ໂດຍອີງຕາມຄຳແນະນຳ ແລະ ກົດລະບຽບຂອງພຣະເຈົ້າ. ສະນັ້ນ, ໃນໂລກຂອງມະນຸດຊາດ, ທຸກປາກົດການທາງວັດຖຸທີ່ມະນຸດເຫັນນັ້ນເປັນໄປຕາມລະບຽບການ ແລະ ບໍ່ມີຄວາມວຸ້ນວາຍ. ທັງໝົດນີ້ແມ່ນເນື່ອງມາຈາກການປົກຄອງເໜືອທຸກສິ່ງຢ່າງເປັນລະບຽບຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະອົງປົກຄອງຢູ່ເໜືອທຸກສິ່ງ. ການປົກຄອງຂອງພຣະອົງປະກອບດ້ວຍໂລກວັດຖຸທີ່ມະນຸດອາໄສຢູ່ ແລະ ຍິ່ງໄປກວ່ານັ້ນກໍປະກອບດ້ວຍໂລກຝ່າຍວິນຍານທີ່ລີ້ລັບຢູ່ເບື້ອງຫຼັງມະນຸດ. ເພາະສະນັ້ນ, ຖ້າມະນຸດປາດຖະໜາຢາກມີຊີວິດທີ່ດີ ແລະ ຫວັງຈະອາໄສຢູ່ໃນສະພາບແວດລ້ອມທີ່ດີ ນອກຈາກຈະຖືກສະໜອງດ້ວຍໂລກວັດຖຸທີ່ເບິ່ງເຫັນໄດ້ທັງໝົດແລ້ວ, ພວກເຂົາຍັງຕ້ອງຖືກສະໜອງດ້ວຍໂລກຝ່າຍວິນຍານອີກດ້ວຍ ເຊິ່ງບໍ່ມີຜູ້ໃດສາມາເບິ່ງເຫັນໄດ້, ທີ່ປົກຄອງທຸກສິ່ງມີຊີວິດໃນນາມຂອງມະນຸດ ແລະ ເປັນລະບຽບຮຽບຮ້ອຍດີ. ສະນັ້ນ, ການເວົ້າວ່າພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ, ບໍ່ແມ່ນພວກເຮົາໄດ້ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບ “ທຸກສິ່ງ” ບໍ? (ແມ່ນ).
(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ X).
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?