(II) ກ່ຽວກັບວິທີການປະຕິບັດຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງ

344. ຕອນນີ້ແມ່ນຍຸກແຫ່ງລາຊະອານາຈັກ. ບໍ່ວ່າເຈົ້າໄດ້ເຂົ້າສູ່ຍຸກໃໝ່ນີ້ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ ຫຼື ບໍ່, ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຊີວິດ-ຄວາມເປັນຈິງຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ຖືກເປີດເຜີຍຕໍ່ທຸກຄົນ ເພື່ອວ່າໃນທີ່ສຸດແລ້ວ ທຸກຄົນຈະດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ຈະສ່ອງແສງ ແລະ ເຍືອງທາງໃຫ້ແຕ່ລະຄົນຈາກພາຍໃນ. ໃນລະຫວ່າງເວລານີ້ ຖ້າເຈົ້າປະໝາດໃນການອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈໃນພຣະທໍາຂອງພຣະອົງ, ແລ້ວນີ້ກໍ່ສະແດງວ່າ ສະພາວະຂອງເຈົ້າບໍ່ຖືກຕ້ອງ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ແລ້ວພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ; ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍ່ຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ເມື່ອຍຸກແຫ່ງພຣະທໍາໄດ້ເລີ່ມຕົ້ນຂຶ້ນ ເພື່ອຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ແລະ ໃນບັນດາພວກເຈົ້າ, ພຣະເຈົ້າຈະສຳເລັດຕາມຂໍ້ແທ້ຈິງດັ່ງຕໍ່ໄປນີ້: ທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ; ການທີ່ທຸກຄົນຈະໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນຄວາມເປັນຈິງຂອງພວກເຂົາ ແລະ ມີຫົວໃຈທີ່ຢໍາເກງພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບລິດອໍານາດຂອງກະສັດຮ່ວມກັບພຣະເຈົ້າ. ນີ້ແມ່ນພາລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດດຳເນີນຊີວິດຕໍ່ໄປໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ໃນປັດຈຸບັນນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ພວກເຂົາຈະບໍ່ສາມາດດຳເນີນຊີວິດຕໍ່ໄປໄດ້ແມ່ນແຕ່ໜຶ່ງມື້ ຫຼື ສອງມື້ ຖ້າບໍ່ໄດ້ອ່ານພຣະທຳຂອງພຣະອົງ. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າເວລາບໍ່ເອື້ອອຳນວຍ, ການຟັງພຣະທຳເຫຼົ່ານັ້ນກໍ່ພຽງພໍແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ຜູ້ຄົນ ແລະ ມັນເປັນວິທີທີ່ພຣະອົງເລີ່ມຕົ້ນດົນບັນດານພວກເຂົາ. ນັ້ນກໍ່ຄື ພຣະອົງປົກຄອງຜູ້ຄົນຜ່ານພຣະທໍາ ເພື່ອວ່າມະນຸດຈະສາມາດເຂົ້າສູ່ຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ. ຫຼັງຈາກພຽງແຕ່ມື້ດຽວທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ຖ້າເຈົ້າຮູ້ສຶກມືດມົວ ແລະ ຫິວກະຫາຍ ແລະ ບໍ່ສາມາດທົນໄດ້, ນີ້ກໍ່ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢູ່ໃນກະແສນີ້. ເຖິງຢ່າງໃດກໍຕາມ, ຖ້າບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເປັນເວລາໜຶ່ງ ຫຼື ສອງມື້, ຖ້າເຈົ້າບໍ່ຮູ້ສຶກຫຍັງເລີຍ, ຖ້າເຈົ້າບໍ່ກະຫາຍ ແລະ ບໍ່ໄດ້ຮັບການດົນບັນດານຫຍັງເລີຍ, ສິ່ງນີ້ກໍ່ສະແດງວ່າພຣະວິນຍານບໍລິສຸດໄດ້ຫັນໜີຈາກເຈົ້າແລ້ວ. ແລ້ວນີ້ກໍ່ໝາຍຄວາມວ່າ ມີບາງສິ່ງທີ່ບໍ່ຖືກຕ້ອງກັບສະພາວະພາຍໃນຂອງເຈົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນໜຶ່ງໃນຄົນທີ່ຖືກປະໄວ້ຂ້າງຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງຜູ້ຄົນ; ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍ່ຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າໄດ້ກາຍມາເປັນອາຫານຂອງຜູ້ຄົນ ແລະ ພະລັງທີ່ຂັບເຄື່ອນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ” (ມັດທາຍ 4:4). ມື້ນີ້, ພຣະເຈົ້າຈະເຮັດໃຫ້ພາລະກິດນີ້ສໍາເລັດ ແລະ ພຣະອົງຈະສຳເລັດຕາມຂໍ້ແທ້ຈິງໃນພວກເຈົ້າ. ມັນເປັນໄປໄດ້ແນວໃດທີ່ໃນອະດີດ ຜູ້ຄົນສາມາດດໍາເນີນຊີວິດໄປຫຼາຍມື້ໂດຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ເປັນປົກກະຕິ, ແຕ່ສິ່ງນີ້ບໍ່ແມ່ນຄວາມຈິງໃນມື້ນີ້? ໃນຍຸກນີ້, ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງທຸກສິ່ງເປັນຫຼັກ. ມະນຸດຖືກພິພາກສາ ແລະ ຖືກເຮັດໃຫ້ສົມບູນໂດຍຜ່ານພຣະທໍາຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍຖືກນໍາເຂົ້າສູ່ອານາຈັກໂດຍພຣະທຳເຫຼົ່ານີ້. ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງໃຫ້ແກ່ຊີວິດຂອງມະນຸດ ແລະ ມີພຽງແຕ່ພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດມອບແສງສະຫວ່າງ ແລະ ເສັ້ນທາງແຫ່ງການປະຕິບັດໃຫ້ແກ່ມະນຸດ ໂດຍສະເພາະໃນຍຸກແຫ່ງລາຊະອານາຈັກ. ຕາບໃດທີ່ເຈົ້າບໍ່ຫັນເຫຈາກຄວາມເປັນຈິງຂອງພຣະທຳຂອງພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ

345. ພາຍໃນພຣະທໍາຂອງພຣະເຈົ້າແມ່ນຄວາມຈິງທີ່ມະນຸດຕ້ອງມີ, ສິ່ງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ, ຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ ແລະ ຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ພວກເຂົາສາມາດໄດ້ຮັບຄວາມເປັນຈິງຈາກວະລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ໂດຍການເຮັດສິ່ງນີ້ບໍ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊີວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບົກຜ່ອງ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ກ່ອນອື່ນໝົດຄົນໆໜຶ່ງຕ້ອງເຂົ້າໃຈຄວາມຈິງກ່ອນທີ່ພວກເຂົາຈະສາມາດປະຕິບັດມັນໄດ້, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ, ນີ້ເປັນພຽງການມີຄຳເວົ້າຕາມຕົວອັກສອນແຫ່ງຄວາມຈິງເທົ່ານັ້ນ ແລະ ມັນບໍ່ຄືກັບການເຂົ້າໃຈຄວາມໝາຍທີ່ແທ້ຈິງທີ່ຢູ່ໃນນັ້ນ. ການມີພຽງແຕ່ຄວາມຮູ້ຜິວເຜີນກ່ຽວກັບຄວາມຈິງ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ຫຼື ມີຄວາມຮູ້ກ່ຽວກັບມັນ; ຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນມາຈາກການມີປະສົບການກັບຄວາມຈິງນັ້ນ. ສະນັ້ນ, ມີແຕ່ເມື່ອເຈົ້າມີປະສົບການກັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງໄດ້ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງເຂົ້າໃຈສ່ວນລີ້ລັບຂອງຄວາມຈິງໄດ້. ການເຮັດໃຫ້ປະສົບການຂອງເຈົ້າເລິກເຊິ່ງເປັນພຽງວິທີດຽວທີ່ຈະເຂົ້າໃຈຄວາມໝາຍແອບແຝງຂອງຄວາມຈິງ ແລະ ເຂົ້າໃຈເຖິງໃຈແກ່ນແທ້ຂອງຄວາມຈິງ. ສະນັ້ນ, ເຈົ້າສາມາດໄປໄດ້ທຸກບ່ອນດ້ວຍຄວາມຈິງ, ແຕ່ຖ້າບໍ່ມີຄວາມຈິງໃນຕົວເຈົ້າ, ແລ້ວຢ່າຄິດພະຍາຍາມແມ່ນແຕ່ຈະເຮັດໃຫ້ສະມາຊິກໃນຄອບຄົວຂອງເຈົ້າເຊື່ອເລີຍ, ແຮງໄກຖ້າເປັນຜູ້ຄົນຂອງສາສະໜາ. ຫາກປາສະຈາກຄວາມຈິງ, ເຈົ້າກໍເປັນເໝືອນກັບຫິມະທີ່ປິວໄປມາ, ແຕ່ເມື່ອມີຄວາມຈິງ, ເຈົ້າສາມາດມີຄວາມສຸກ ແລະ ເປັນອິດສະຫຼະ ໂດຍບໍ່ມີໃຜສາມາດໂຈມຕີເຈົ້າໄດ້. ບໍ່ວ່າທິດສະດີຈະເຂັ້ມແຂງສໍ່າໃດກໍຕາມ, ມັນກໍບໍ່ສາມາດເອົາຊະນະຄວາມຈິງໄດ້. ເມື່ອມີຄວາມຈິງ, ໂລກກໍສາມາດແກວ່ງໄກວໄດ້ ແລະ ພູເຂົາ ແລະ ທະເລເຄື່ອນຍ້າຍ ໃນຂະນະທີ່ການຂາດຄວາມຈິງສາມາດເຮັດໃຫ້ກຳແພງເມືອງອັນເຂັ້ມແຂງຖືກໜອນກັດຫຼຸດລົງເປັນເສດດິນໄດ້. ນີ້ແມ່ນຄວາມຈິງທີ່ຊັດເຈນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ

346. ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມເປັນຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອານາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຊີວິດຕາມຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າໃນຊີວິດຂອງພວກເຂົາ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດດໍາລົງຊີວິດຕາມພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຄວາມປາດຖະໜາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ທຸກຄົນດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ວ່າໃຫ້ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ເທົ່ານັ້ນ, ແຕ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ທຸກຄົນສາມາດດໍາລົງຊີວິດຕາມຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ

347. ການມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍເລີຍ. ຢ່າຄິດໃນລັກສະນະນີ້: “ຂ້ານ້ອຍສາມາດຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວອັກສອນ ແລະ ທຸກຄົນເວົ້າວ່າ ການຕີຄວາມໝາຍຂອງຂ້ານ້ອຍແມ່ນດີ ແລະ ຍົກໂປ້ໃຫ້ກັບຂ້ານ້ອຍ, ສະນັ້ນ ສິ່ງນີ້ຈຶ່ງໝາຍຄວາມວ່າ ຂ້ານ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າ”. ນັ້ນບໍ່ໄດ້ຄືກັນກັບຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າໄດ້ຮັບແສງສະຫວ່າງບາງຢ່າງຈາກພາຍໃນພຣະຄຳຂອງພຣະເຈົ້າ ແລະ ເຈົ້າໄດ້ຮັບຄວາມຮູ້ສຶກກ່ຽວກັບຄວາມໝາຍໃນພຣະທຳຂອງພຣະອົງ; ແລະ ຖ້າເຈົ້າສາມາດສະແດງເຈດຕະນາທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ແລະ ພວກມັນຈະບັນລຸຜົນຫຍັງໃນທີ່ສຸດ, ຖ້າເຈົ້າມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຖືວ່າມີຄວາມເຂົ້າໃຈໃນລະດັບໃດໜຶ່ງກ່ຽວກັບພຣະທຳຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນບໍ່ໄດ້ງ່າຍເລີຍ. ພຽງແຕ່ຍ້ອນເຈົ້າສາມາດອະທິບາຍຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວຢ່າງສວຍງາມໄດ້ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈພຣະທຳເຫຼົ່ານັ້ນ. ບໍ່ວ່າເຈົ້າຈະສາມາດອະທິບາຍຄວາມໝາຍຕາມຕົວຂອງພຣະທຳເຫຼົ່ານັ້ນໄດ້ຫຼາຍສໍ່າໃດກໍຕາມ, ການອະທິບາຍຂອງເຈົ້າກໍຍັງອີງໃສ່ຈິນຕະນາການຂອງມະນຸດ ແລະ ວິທີການຄິດຂອງມະນຸດ. ມັນບໍ່ມີປະໂຫຍດຫຍັງເລີຍ! ເຈົ້າຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ແນວໃດ? ກະແຈສໍາຄັນກໍຄືການສະແຫວງຫາຄວາມຈິງຈາກພາຍໃນພຣະທຳເຫຼົ່ານັ້ນ. ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ພຣະເຈົ້າບໍ່ເຄີຍກ່າວຄຳພຣະທຳທີ່ວ່າງເປົ່າ. ເມື່ອໃດກໍຕາມທີ່ພຣະເຈົ້າກ່າວ, ແນ່ນອນ ພຣະອົງບໍ່ໄດ້ກ່າວດ້ວຍພຽງຫຼັກການທົ່ວໄປເທົ່ານັ້ນ. ແຕ່ລະປະໂຫຍກທີ່ພຣະອົງກ່າວອອກມາແມ່ນມີລາຍລະອຽດທີ່ຈະຖືກເປີດເຜີຍເພີ່ມເຕີ່ມໃນພຣະທຳຂອງພຣະອົງຢ່າງແນ່ນອນ ແລະ ພວກມັນອາດຖືກກ່າວອອກຢ່າງແຕກຕ່າງກັນ. ມະນຸດບໍ່ສາມາດຢັ່ງເຖິງວິທີທີ່ພຣະເຈົ້າສະແດງຄວາມຈິງ. ພຣະຄຳຂອງພຣະເຈົ້າແມ່ນເລິກເຊິ່ງຫຼາຍ ແລະ ບໍ່ສາມາດຖືກຢັ່ງເຖິງຢ່າງງ່າຍດາຍດ້ວຍຄວາມຄິດຂອງມະນຸດ. ຜູ້ຄົນສາມາດຄົ້ນພົບເກືອບຄວາມໝາຍທັງໝົດຂອງທຸກດ້ານຂອງຄວາມຈິງ ຕາບໃດທີ່ພວກເຂົາພະຍາຍາມ. ລາຍລະອຽດທີ່ຍັງເຫຼືອຈະຖືກເຕີມເຕັມໃຫ້ພວກເຂົາຢ່າງຄົບຖ້ວນໃນລະຫວ່າງປະສົບການທີ່ຈະຕາມມາ, ໂດຍການສ່ອງສະຫວ່າງຈາກພຣະວິນຍານບໍລິສຸດ. ສ່ວນໜຶ່ງແມ່ນການໄຕ່ຕອງ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການສະແຫວງຫາເນື້ອຫາສະເພາະຂອງພວກມັນ ໂດຍການອ່ານພຣະທຳເຫຼົ່ານັ້ນ. ອີກສ່ວນແມ່ນການເຂົ້າໃຈຄວາມໝາຍພຣະທຳຂອງພຣະເຈົ້າໂດຍການປະສົບກັບພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ຜ່ານຄວາມຄືບໜ້າຢ່າງສະໝໍ່າສະເໝີໃນສອງລັກສະນະເຫຼົ່ານີ້, ເຈົ້າສາມາດເລີ່ມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າຕີຄວາມໝາຍມັນໃນລະດັບຕາມຕົວອັກສອນ ແລະ ຕາມໃຈຄວາມ ຫຼື ຈາກຄວາມຄິດ ແລະ ຈິນຕະນາການຂອງເຈົ້າເອງ, ແລ້ວເຖິງແມ່ນວ່າເຈົ້າອະທິບາຍມັນຢ່າງຫຼູຫຼາ ແລະ ຢ່າງຄ່ອງແຄ້ວ, ເຈົ້າກໍຍັງບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ມັນຍັງລ້ວນແລ້ວແຕ່ອີງໃສ່ຄວາມຄິດ ແລະ ຈິນຕະນາການຂອງມະນຸດ. ມັນບໍ່ໄດ້ຖືກຮັບເອົາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຜູ້ຄົນມີແນວໂນ້ມທີ່ຈະຕີຄວາມໝາຍພຣະທຳຂອງພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາອາດເຖິງກັບຕີຄວາມໝາຍພຣະທຳຂອງພຣະເຈົ້າອອກຈາກບໍລິບົດຢ່າງຜິດໆ, ເຮັດໃຫ້ພວກເຂົາມີແນວໂນ້ມທີ່ຈະເຂົ້າໃຈຜິດ ແລະ ຕັດສິນພຣະເຈົ້າ ແລະ ນີ້ຄືບັນຫາ. ເພາະສະນັ້ນ, ຄວາມຈິງແມ່ນໄດ້ຮັບໂດຍການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເປັນຫຼັກ. ການທີ່ສາມາດເຂົ້າໃຈ ແລະ ອະທິບາຍຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ ບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງ. ຖ້າການເຂົ້າໃຈຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າໝາຍຄວາມວ່າເຈົ້າໄດ້ເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຈະພຽງແຕ່ຈຳເປັນຕ້ອງມີການສຶກສາ ແລະ ຄວາມຮູ້ໜ້ອຍໜຶ່ງ, ສະນັ້ນເປັນຫຍັງເຈົ້າຈຶ່ງຈຳເປັນຕ້ອງມີແສງສະຫວ່າງຂອງພຣະວິນຍານບໍລິສຸດ? ພາລະກິດຂອງພຣະເຈົ້າເປັນສິ່ງທີ່ຄວາມຄິດຂອງມະນຸດສາມາດຢັ່ງຮູ້ໄດ້ບໍ? ສະນັ້ນ, ການເຂົ້າໃຈຄວາມຈິງຈຶ່ງບໍ່ໄດ້ອີງໃສ່ແນວຄິດ ຫຼື ຈິນຕະນາການຂອງມະນຸດ. ເຈົ້າຕ້ອງການແສງສະຫວ່າງ, ແສງເຍືອງທາງ ແລະ ການຊີ້ນໍາຈາກພຣະວິນຍານບໍລິສຸດເພື່ອມີປະສົບການ ແລະ ຄວາມຮູ້ຢ່າງແທ້ຈິງ. ນີ້ຄືຂະບວນການເຂົ້າໃຈ ແລະ ຮັບເອົາຄວາມຈິງ ແລະ ມັນຍັງເປັນເງື່ອນໄຂທີ່ຈຳເປັນອີກດ້ວຍ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ

348. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຄໍາສັບ ແລະ ບໍ່ພະຍາຍາມມີປະສົບການກັບພຣະທຳຂອງພຣະເຈົ້າຜ່ານການພົບພໍ້ແທ້, ແລ້ວເຈົ້າກໍຈະບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ. ຕາມຄວາມຄິດຂອງເຈົ້າແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນຊີວິດ ແຕ່ເປັນພຽງຄໍາສັບທີ່ບໍ່ມີຊີວິດ. ແລ້ວຖ້າເຈົ້າພຽງແຕ່ດຳລົງຊີວິດໂດຍປະຕິບັດຕາມຄໍາສັບທີ່ບໍ່ມີຊີວິດເທົ່ານັ້ນ, ແລ້ວເຈົ້າກໍບໍ່ສາມາດເຂົ້າໃຈເຖິງແກ່ນແທ້ຂອງພຣະທຳຂອງພຣະເຈົ້າໄດ້ ແລະ ເຈົ້າຈະບໍ່ເຂົ້າໃຈເຈດຕະນາຂອງພຣະອົງເລີຍ. ມີແຕ່ເມື່ອເຈົ້າມີປະສົບການກັບພຣະທຳຂອງພຣະເຈົ້າໃນປະສົບການທີ່ແທ້ຈິງຂອງເຈົ້າເທົ່ານັ້ນ ຄວາມໝາຍຝ່າຍວິນຍານຂອງພຣະທຳຂອງພຣະເຈົ້າຈຶ່ງຈະເປີດເຜີຍຕົວມັນເອງໃຫ້ແກ່ເຈົ້າ ແລະ ໃນປະສົບການເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມໝາຍຝ່າຍວິນຍານກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ໄຂຄວາມລຶກລັບແຫ່ງພຣະທຳຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ນໍາພຣະທຳເຂົ້າສູ່ການປະຕິບັດ ແລ້ວບໍ່ວ່າພຣະທຳຂອງພຣະອົງຈະຊັດເຈນສໍ່າໃດກໍຕາມ, ສິ່ງດຽວທີ່ເຈົ້າເຂົ້າໃຈກໍເປັນພຽງຄໍາສັບ ແລະ ຄຳສັ່ງສອນທີ່ວ່າງເປົ່າເທົ່ານັ້ນ ເຊິ່ງໄດ້ກາຍເປັນກົດລະບຽບທາງສາສະໜາໃຫ້ກັບເຈົ້າ. ສິ່ງນີ້ບໍ່ແມ່ນສິ່ງທີ່ພວກຟາຣີຊາຍເຮັດບໍ? ຖ້າພວກເຈົ້າປະຕິບັດ ແລະ ປະສົບກັບພຣະທຳຂອງພຣະເຈົ້າ, ພຣະທຳນັ້ນກໍຈະເປັນຈິງກັບພວກເຈົ້າ; ຖ້າພວກເຈົ້າບໍ່ສະແຫວງຫາເພື່ອປະຕິບັດພຣະທຳນັ້ນ, ແລ້ວພຣະທຳຂອງພຣະເຈົ້າສໍາລັບພວກເຈົ້າແລ້ວ ກໍບໍ່ຕ່າງຫຍັງກັບເລື່ອງເລົ່າລືໃນສະຫວັນຊັ້ນສາມ. ໃນຄວາມເປັນຈິງແລ້ວ, ຂະບວນການຂອງການເຊື່ອໃນພຣະເຈົ້າແມ່ນຂະບວນການທີ່ພວກເຈົ້າປະສົບກັບພຣະທຳຂອງພຣະອົງ ພ້ອມທັງຖືກພຣະເຈົ້າຮັບເອົາ ຫຼື ເພື່ອເວົ້າໃຫ້ຊັດເຈນຂຶ້ນກວ່ານີ້ກໍຄື ການເຊື່ອໃນພຣະເຈົ້າແມ່ນການມີຄວາມຮູ້ ແລະ ຄວາມເຂົ້າໃຈໃນພຣະທຳຂອງພຣະອົງ ແລະ ການປະສົບກັບ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ; ນັ້ນແມ່ນຄວາມເປັນຈິງທີ່ຢູ່ເບື້ອງຫຼັງຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ. ຖ້າພວກເຈົ້າເຊື່ອໃນພຣະເຈົ້າ ແລະ ພຽງແຕ່ຫວັງມີຊີວິດຕະຫຼອດໄປເປັນນິດ ໂດຍບໍ່ສະແຫວງຫາເພື່ອປະຕິບັດພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ຄວາມຈິງ-ຄວາມເປັນຈິງ, ແລ້ວພວກເຈົ້າກໍໂງ່ຈ້າ. ນີ້ເປັນຄືກັບການໄປງານລ້ຽງສະຫຼອງ ແລະ ເບິ່ງອາຫານ ແລະ ຮຽນຮູ້ສິ່ງຂອງແຊບໆດ້ວຍໃຈເທົ່ານັ້ນ ໂດຍບໍ່ໄດ້ຊີມມັນເລີຍ, ມັນຈະຄືກັບການບໍ່ກິນ ຫຼື ການບໍ່ດື່ມຫຍັງເລີຍ. ຄົນປະເພດນັ້ນບໍ່ແມ່ນຄົນໂງ່ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ

349. ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ຕາບໃດທີ່ຜູ້ຄົນປະຕິບັດຢ່າງດຸໝັ່ນ ແລະ ຢ່າງຈິງໃຈ, ພວກເຂົາຈະໄດ້ຮັບ “ຄະແນນຜ່ານ”. ຄວາມຈິງທີ່ຈະເວົ້າເຖິງກໍຄື ການບັນລຸຄວາມເຂົ້າໃຈ, ຄວາມຮູ້ ແລະ ການຢັ່ງເຖິງຄວາມຈິງເປັນສິ່ງທີ່ຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ກ່ອນອື່ນແມ່ນໃຫ້ປະຕິບັດຫຼາຍເທົ່າທີ່ເຈົ້າເຂົ້າໃຈ ແລະ ປະຕິບັດສິ່ງທີ່ເຈົ້າຢັ່ງເຖິງ. ດ້ວຍວິທີນີ້, ເຈົ້າຈະສາມາດບັນລຸຄວາມຮູ້ທີ່ແທ້ຈິງ ແລະ ຢັ່ງເຖິງຄວາມຈິງເທື່ອລະໜ້ອຍ. ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການທີ່ພຣະວິນຍານບໍລິສຸດເຮັດພາລະກິດ. ຖ້າເຈົ້າບໍ່ປະຕິບັດຄວາມອ່ອນນ້ອມດ້ວຍວິທີນີ້, ເຈົ້າຈະບໍ່ບັນລຸຫຍັງເລີຍ. ຖ້າເຈົ້າເຮັດຕາມຄວາມປາຖະໜາຂອງເຈົ້າເອງຢູ່ສະເໝີ ແລະ ບໍ່ປະຕິບັດຄວາມອ່ອນນ້ອມ, ພຣະວິນຍານບໍລິສຸດຈະເຮັດພາລະກິດພາຍໃນເຈົ້າບໍ? ພຣະວິນຍານບໍລິສຸດເຮັດພາລະກິດຕາມທີ່ເຈົ້າປາຖະໜາບໍ? ຫຼື ພຣະອົງເຮັດພາລະກິດຕາມສິ່ງທີ່ເຈົ້າຂາດ ແລະ ບົນພື້ນຖານພຣະທຳຂອງພຣະເຈົ້າ? ຖ້າສິ່ງນີ້ບໍ່ຊັດເຈນສຳລັບເຈົ້າ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມຈິງ-ຄວາມເປັນຈິງ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ, ມີພຽງແຕ່ຄວາມຮູ້ ແລະ ສຸດທ້າຍກໍບໍ່ສາມາດເວົ້າສິ່ງໃດໄດ້ເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບເມັດດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງໄດ້ສໍ່ານັ້ນ. ຍິ່ງທິດສະດີສູງສົ່ງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ຢ່າປົກປ້ອງທິດສະດີຝ່າຍວິນຍານຫຼາຍເກີນໄປ, ມັນບໍ່ມີປະໂຫຍດຫຍັງ! ບາງຄົນກຳລັງເວົ້າກ່ຽວກັບທິດສະດີຝ່າຍວິນຍານເປັນເວລາຫຼາຍທົດສະວັດ ແລະ ພວກເຂົາໄດ້ກາຍມາເປັນບຸກຄົນທາງຈິດວິນຍານທີ່ຍິ່ງໃຫຍ່, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍຍັງບໍ່ສາມາດເຂົ້າສູ່ຄວາມຈິງ-ຄວາມເປັນຈິງ. ເພາະພວກເຂົາບໍ່ໄດ້ປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ມີຫຼັກການ ຫຼື ເສັ້ນທາງໃຫ້ປະຕິບັດ. ຜູ້ຄົນແບບນີ້ຂາດຄວາມຈິງ-ຄວາມເປັນຈິງ, ສະນັ້ນ ພວກເຂົາຈະສາມາດນໍາຄົນອື່ນມາສູ່ເສັ້ນທາງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າໄດ້ແນວໃດ? ພວກເຂົາພຽງແຕ່ສາມາດພາໃຫ້ຜູ້ຄົນຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນການທຳຮ້າຍຄົນອື່ນ ແລະ ຕົນເອງບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຢູ່ຕໍ່ໜ້າເຈົ້າ. ນັ້ນໝາຍຄວາມວ່າ ເຈົ້າຕ້ອງສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມອ່ອນນ້ອມຕໍ່ພຣະເຈົ້າ. ມີແຕ່ເມື່ອເຈົ້າໄດ້ເຂົ້າສູ່ຊີວິດເທົ່ານັ້ນ, ເຈົ້າຈຶ່ງມີຄຸນສົມບັດທີ່ຈະເຮັດວຽກໃຫ້ກັບພຣະເຈົ້າ ແລະ ມີແຕ່ເມື່ອເຈົ້າເສຍສະຫຼະໃຫ້ກັບພຣະເຈົ້າຢ່າງຈິງໃຈເທົ່ານັ້ນ, ເຈົ້າຈຶ່ງຈະຖືກຮອງຮັບໂດຍພຣະເຈົ້າ. ຢ່າເວົ້າໃຫຍ່ ແລະ ເວົ້າເຖິງທິດສະດີທີ່ໂອ້ອວດຢູ່ສະເໝີ; ນີ້ຄືສິ່ງທີ່ບໍ່ມີຈິງ. ການເທດສະໜາກ່ຽວກັບທິດສະດີຝ່າຍວິນຍານເພື່ອເຮັດໃຫ້ຜູ້ຄົນເທີດທູນເຈົ້າບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ມັນຄືການໂອ້ອວດຕົນເອງ. ມັນບໍ່ໄດ້ເປັນປະໂຫຍດຫຍັງຕໍ່ຜູ້ຄົນແທ້ໆ ແລະ ບໍ່ໄດ້ອົບຮົມພວກເຂົາ ແລະ ສາມາດພາພວກເຂົາໃຫ້ນະມັດສະການທິດສະດີຝ່າຍວິນຍານຢ່າງງ່າຍດາຍ ແລະ ບໍ່ເອົາໃຈໃສ່ໃນການປະຕິບັດຄວາມຈິງ, ແລ້ວນີ້ບໍ່ແມ່ນການພາໃຫ້ຜູ້ຄົນຫຼົງທາງບໍ? ການເຮັດແບບນີ້ຈະກໍ່ໃຫ້ເກີດທິດສະດີ ແລະ ກົດລະບຽບທີ່ວ່າງເປົ່າຫຼາຍຢ່າງ ເຊິ່ງຈະຈຳກັດ ແລະ ສ້າງກັບດັກໃຫ້ແກ່ຜູ້ຄົນ; ມັນເປັນຕາອັບອາຍແທ້ໆ. ສະນັ້ນ ໃຫ້ເວົ້າສິ່ງທີ່ເປັນຈິງຫຼາຍຂຶ້ນ, ເວົ້າກ່ຽວກັບບັນຫາທີ່ມີຢູ່ຈິງໃຫ້ຫຼາຍຂຶ້ນ, ໃຊ້ເວລາຫຼາຍຂຶ້ນໃນການຄົ້ນຫາຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງ; ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຢ່າຊັກຊ້າໃນການຮຽນຮູ້ເພື່ອປະຕິບັດຄວາມຈິງ: ນີ້ຄືເສັ້ນທາງຂອງການເຂົ້າສູ່ຄວາມເປັນຈິງ. ຢ່າຮັບເອົາປະສົບການ ແລະ ຄວາມຮູ້ຂອງຄົນອື່ນມາເປັນຊັບສິນສ່ວນຕົວຂອງເຈົ້າເອງ ແລະ ເຊີດຊູພວກມັນເພື່ອໃຫ້ຄົນອື່ນໄດ້ເທີດທູນ. ເຈົ້າຕ້ອງມີທາງເຂົ້າສູ່ຊີວິດຂອງເຈົ້າເອງ. ໂດຍການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະມີທາງເຂົ້າສູ່ຊີວິດ. ສິ່ງນີ້ຄວນເປັນສິ່ງທີ່ທຸກຄົນປະຕິບັດ ແລະ ໃຫ້ຄວາມສົນໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

350. ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງແມ່ນກ່ຽວຂ້ອງກັບສະພາວະຂອງພວກເຈົ້າເອງບໍ? ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຄິດກ່ອນວ່າ ຄວາມຈິງອັນໃດກ່ຽວພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ; ທ່າມກາງຄວາມຈິງເຫຼົ່ານີ້ ເຈົ້າຈະຄົ້ນພົບຄວາມປະສົງຂອງພຣະເຈົ້າ ແລະ ເຊື່ອມໂຍງສິ່ງທີ່ເຈົ້າໄດ້ຜະເຊີນກັບຄວາມປະສົງຂອງພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ດ້ານໃດຂອງຄວາມຈິງທີ່ກ່ຽວພັນກັບສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ ແຕ່ກົງກັນຂ້າມ ເຈົ້າໄປສະແຫວງຫາຄວາມປະສົງຂອງພຣະເຈົ້າໂດຍກົງ, ນີ້ຄືວິທີສະແຫວງແບບຫຼັບຫູຫຼັບຕາ ທີ່ບໍ່ສາມາດບັນລຸຜົນໄດ້. ຖ້າເຈົ້າຕ້ອງການສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຈຳເປັນຕ້ອງເບິ່ງວ່າສິ່ງໃດເກີດຂຶ້ນກັບເຈົ້າ, ເບິ່ງດ້ານຄວາມຈິງທີ່ກ່ຽວຂ້ອງ ແລະ ຊອກຫາຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າໄດ້ຜະເຊີນ. ແລ້ວເຈົ້າກໍຈະຄົ້ນພົບເສັ້ນທາງແຫ່ງການປະຕິບັດທີ່ເໝາະສົມສຳລັບເຈົ້າໃນຄວາມຈິງນັ້ນ; ໃນລັກສະນະນີ້ ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈທາງອ້ອມກ່ຽວກັບຄວາມປະສົງຂອງພຣະເຈົ້າ. ການຄົ້ນຫາ ແລະ ການປະຕິບັດຄວາມຈິງບໍ່ແມ່ນການນໍາໃຊ້ທິດສະດີຄືກັບເຄື່ອງຈັກ ຫຼື ການປະຕິບັດຕາມສູດຕໍາລາ. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ນອກຈາກການຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ການເຂົ້າໃຈອຸປະນິໄສຂອງພຣະອົງຈາກພຣະທຳຂອງພຣະອົງ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຕ້ອງການເພື່ອບັນລຸຄວາມເຂົ້າໃຈນີ້ຜ່ານທາງປະສົບການຕົວຈິງ. ຖ້າບຸກຄົນໃດໜຶ່ງເອົາຕົນເອງອອກຈາກຊີວິດທີ່ເປັນຈິງເພື່ອຮູ້ຈັກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າມີຜູ້ຄົນທີ່ສາມາດຮັບເອົາຄວາມເຂົ້າໃຈບາງຢ່າງຈາກພຣະທຳຂອງພຣະເຈົ້າໄດ້, ຄວາມເຂົ້າໃຈຂອງພວກເຂົາກໍຖືກຈຳກັດໃນທິດສະດີ ແລະ ຄຳເວົ້າ ແລະ ເກີດມີຄວາມບໍ່ສອດຄ່ອງກັນຢ່າງໃຫຍ່ຫຼວງກັບສິ່ງທີ່ພຣະເຈົ້າເປັນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

351. ຕັ້ງແຕ່ຜູ້ຄົນເລິ່ມເຊື່ອໃນພຣະເຈົ້າ, ພວກເຂົາກໍໄດ້ເຊື່ອງຊ້ອນເຈດຕະນາທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ເຈດຕະນາທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ເຈດຕະນາທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີຄວາມຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ເຈດຕະນາຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມຄວາມຄິດ ແລະ ເຈດຕະນາຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມຄວາມຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆ ກໍແມ່ນເພື່ອລິຮານສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອລິຮານຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳຜັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ ເບື້ອງຫຼັງທຸກສິ່ງຢ່າງທີ່ເກີດຂຶ້ນແມ່ນມີການຕໍ່ສູ້ ນັ້ນກໍຄື: ທຸກຄັ້ງທີ່ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ນໍາຄວາມຮັກທີ່ມີຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດກໍຈະມີການຕໍ່ສູ້ຢ່າງຍິ່ງໃຫຍ່ ແລະ ເຖິງແມ່ນວ່າທຸກສິ່ງທຸກຢ່າງຈະເບິ່ງຄືປົກກະຕິກັບເນື້ອໜັງຂອງພວກເຂົາ, ໃນຄວາມຈິງແລ້ວ ການຕໍ່ສູ້ເອົາເປັນເອົາຕາຍໄດ້ດໍາເນີນຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພຽງແຕ່ຫຼັງຈາກການຕໍ່ສູ້ທີ່ຮຸນແຮງນີ້, ຫຼັງຈາກການໄຕ່ຕອງຢ່າງໜັກຈຶ່ງຈະສາມາດຕັດສິນໄຊຊະນະ ຫຼື ຄວາມພ່າຍແພ້ໄດ້. ຄົນໃດໜຶ່ງບໍ່ຮູ້ຈັກວ່າຈະຫົວ ຫຼື ຈະໄຫ້ດີ. ເພາະເຈດຕະນາຫຼາຍຢ່າງທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ຖືກຕ້ອງ ຫຼື ບໍ່ດັ່ງນັ້ນກໍຍ້ອນວ່າ ພາລະກິດສ່ວນຫຼາຍຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບຄວາມຄິດຂອງພວກເຂົາ, ເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ການຕໍ່ສູ້ຢ່າງຍິ່ງໃຫຍ່ແມ່ນເກີດຂຶ້ນຢູ່ເບື້ອງຫຼັງ. ເມື່ອເວລານໍາຄວາມຈິງນີ້ເຂົ້າສູ່ການປະຕິບັດ ແລະ ກ່ອນທີ່ຈະຕັດສິນໃຈເຮັດໃຫ້ພຣະເຈົ້າພໍໃຈໃນທີ່ສຸດ ຢູ່ເບື້ອງຫຼັງຈະມີຜູ້ຄົນລັ່ງນໍ້າຕາແຫ່ງຄວາມໂສກເສົ້າຢ່າງນັບບໍ່ຖ້ວນ. ເປັນຍ້ອນການຕໍ່ສູ້ນີ້, ຜູ້ຄົນຈຶ່ງອົດກັ້ນຕໍ່ການທົນທຸກທໍລະມານ ແລະ ການຫຼໍ່ຫຼອມ; ນີ້ແມ່ນການທົນທຸກທໍລະມານທີ່ແທ້ຈິງ. ເມື່ອການຕໍ່ສູ້ມາເຖິງເຈົ້າ, ຖ້າເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າຢ່າງແທ້ຈິງໄດ້, ເຈົ້າກໍຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນລະຫວ່າງການປະຕິບັດຄວາມຈິງ ມັນບໍ່ສາມາດຫຼີກເວັ້ນໄດ້ທີ່ຄົນໜຶ່ງຈະທົນທຸກທໍລະມານພາຍໃນ; ເມື່ອພວກເຂົານໍາຄວາມຈິງເຂົ້າໃນການປະຕິບັດ ຖ້າທຸກສິ່ງທຸກຢ່າງຢູ່ພາຍໃນຜູ້ຄົນນັ້ນຖືກຕ້ອງ, ພວກເຂົາຈະບໍ່ຈຳເປັນຕ້ອງຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ກໍຈະບໍ່ມີການຕໍ່ສູ້ ແລະ ພວກເຂົາກໍຈະບໍ່ທົນທຸກທໍລະມານ. ຍ້ອນວ່າ ມີຫຼາຍສິ່ງທີ່ຢູ່ພາຍໃນຜູ້ຄົນເຊິ່ງບໍ່ເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ ແລະ ຍ້ອນວ່າມີອຸປະນິໄສຂອງເນື້ອໜັງຫຼາຍຢ່າງທີ່ເປັນປໍລະປັກ, ຜູ້ຄົນຈຳເປັນຕ້ອງຮຽນຮູ້ບົດຮຽນແຫ່ງການກໍ່ການກະບົດຕໍ່ເນື້ອໜັງໃຫ້ເລິກເຊິ່ງຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພຣະເຈົ້າເອີ້ນວ່າ ການທົນທຸກທໍລະມານ ທີ່ພຣະອົງຮຽກຮ້ອງໃຫ້ມະນຸດປະສົບກັບພຣະອົງ. ເມື່ອເຈົ້າຜະເຊີນກັບຄວາມຫຍຸ້ງຍາກ ໃຫ້ຟ້າວ ແລະ ອະທິຖານຫາພຣະເຈົ້າວ່າ “ໂອ ຂ້າແດ່ພຣະອົງເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍພຣະໄທ, ຂ້ານ້ອຍປາຖະໜາທີ່ຈະອົດທົນຕໍ່ຄວາມຍາກລໍາບາກຂັ້ນສຸດທ້າຍເພື່ອເຮັດໃຫ້ພຣະອົງພໍພຣະໄທ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນກັບຄວາມລົ້ມເຫຼວທີ່ຍິ່ງໃຫຍ່ພຽງໃດກໍຕາມ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ. ເຖິງແມ່ນວ່າ ຂ້ານ້ອຍຕ້ອງເສຍສະຫຼະຊີວິດທັງໝົດຂອງຂ້ານ້ອຍ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ!” ດ້ວຍຄວາມຕັ້ງໃຈແບບນີ້, ເມື່ອເຈົ້າອະທິຖານແບບນັ້ນ ເຈົ້າກໍຈະສາມາດຍຶດໝັ້ນໃນຄໍາພະຍານຂອງເຈົ້າ. ທຸກເທື່ອທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ, ທຸກເທື່ອທີ່ພວກເຂົາປະສົບກັບການຫຼໍ່ຫຼອມ, ທຸກເທື່ອທີ່ພວກເຂົາຖືກທົດລອງ ແລະ ທຸກເທື່ອທີ່ພາລະກິດຂອງພຣະເຈົ້າມາເຖິງພວກເຂົາ, ຜູ້ຄົນກໍຕ້ອງອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ. ທຸກສິ່ງນີ້ແມ່ນເປັນການທົດສອບສຳລັບຜູ້ຄົນ ແລະ ດ້ວຍເຫດນັ້ນ ຈຶ່ງມີການຕໍ່ສູ້ພາຍໃນພວກເຂົາໝົດທຸກຄົນ. ນີ້ແມ່ນລາຄາແທ້ຈິງທີ່ພວກເຂົາຈ່າຍ. ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ການດິ້ນຮົນຫຼາຍຂຶ້ນແມ່ນພາກສ່ວນຂອງລາຄານັ້ນ. ແຕ່ມັນແມ່ນສິ່ງທີ່ຜູ້ຄົນຄວນເຮັດ, ມັນຄືໜ້າທີ່ຂອງພວກເຂົາ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ, ແຕ່ຜູ້ຄົນຕ້ອງປະຖິ້ມສິ່ງທີ່ຢູ່ພາຍໃນພວກເຂົາທີ່ຈຳເປັນຕ້ອງປະຖິ້ມ. ຖ້າເຈົ້າບໍ່ປະຖິ້ມ, ບໍ່ວ່າການທົນທຸກພາຍນອກຂອງເຈົ້າຈະຫຼາຍສໍ່າໃດ ແລະ ບໍ່ວ່າເຈົ້າຈະດິ້ນຮົນຫຼາຍພຽງໃດກໍຕາມ, ທຸກສິ່ງກໍຈະສູນເປົ່າ! ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ການປ່ຽນແປງພາຍໃນເຈົ້າເທົ່ານັ້ນທີ່ສາມາດກຳນົດວ່າ ຄວາມຍາກລຳບາກພາຍນອກຂອງເຈົ້າມີຄຸນຄ່າ ຫຼື ບໍ່. ເມື່ອອຸປະນິໄສພາຍໃນຂອງເຈົ້າໄດ້ຮັບການປ່ຽນແປງ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ, ການທົນທຸກພາຍນອກທັງໝົດຂອງເຈົ້າກໍຈະໄດ້ຮັບການເຫັນດີຈາກພຣະເຈົ້າ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສພາຍໃນຂອງເຈົ້າ, ບໍ່ວ່າເຈົ້າຈະອົດທົນກັບການທົນທຸກຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະດິ້ນຮົນດ້ານພາຍນອກພຽງໃດກໍຕາມ, ກໍຈະບໍ່ມີການເຫັນດີຈາກພຣະເຈົ້າ ແລະ ຄວາມຍາກລຳບາກທີ່ພຣະເຈົ້າບໍ່ຮອງຮັບກໍສູນເປົ່າ. ສະນັ້ນ, ບໍ່ວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນໄດ້ຮັບການເຫັນດີຈາກພຣະເຈົ້າ ຫຼື ບໍ່ ແມ່ນຖືກກຳນົດໂດຍເງື່ອນໄຂທີ່ວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ກະບົດຕໍ່ເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງເພື່ອຮັບເອົາຄວາມພໍໃຈຕາມເຈດຕະນາຂອງພຣະເຈົ້າ, ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ຫຼື ບໍ່. ບໍ່ວ່າເຈົ້າຈະດິ້ນຮົນສໍ່າໃດກໍຕາມ, ຖ້າເຈົ້າບໍ່ຮູ້ຈັກທີ່ຈະກະບົດຕໍ່ເຈດຕະນາຂອງເຈົ້າເອງ, ແຕ່ມີພຽງແຕ່ສະແຫວງຫາການກະທຳພາຍນອກ ແລະ ຄວາມກະຕືລືລົ້ນ ແລະ ບໍ່ເຄີຍສົນໃຈຊີວິດຂອງເຈົ້າ, ແລ້ວຄວາມຍາກລຳບາກຂອງເຈົ້າກໍຈະສູນເປົ່າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

352. ຖ້າຈະເວົ້າໃຫ້ຊັດເຈນ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ຢ່າງທຳອິດ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນໝາຍຄວາມວ່າ ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ. ໃນກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດ, ແກ່ນແທ້ ແລະ ຂໍ້ຜົດພາດຕົວຈິງຂອງມະນຸດ ແລ້ວຈຶ່ງບັນລຸຕາມເງື່ອນໄຂຂອງພຣະເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ເປໂຕມີການປະຕິບັດທີ່ຖືກຕ້ອງຫຼາຍຢ່າງທີ່ເພິ່ນປະຕິບັດຕາມພຣະທຳຂອງພຣະເຈົ້າ. ສິ່ງນີ້ແມ່ນສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ສຸດ ແລະ ມັນເປັນວິທີທີ່ດີທີ່ສຸດສໍາລັບບຸກຄົນໃດໜຶ່ງສາມາດປະຕິບັດ ໃນຂະນະທີ່ກຳລັງຜະເຊີນກັບພາລະກິດຂອງພຣະເຈົ້າ. ເມື່ອຜະເຊີນກັບການທົດລອງຫຼາຍຮ້ອຍປະການທີ່ສົ່ງໂດຍພຣະເຈົ້າ, ເປໂຕກໍກວດສອບຕົນເອງໃສ່ພຣະທຳທຸກຂໍ້ທີ່ພຣະເຈົ້າພິພາກສາ ແລະ ເປີດໂປງມະນຸດ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ພະຍາຍາມຢັ່ງເຖິງຄວາມໝາຍຂອງພຣະທຳເຫຼົ່ານັ້ນຢ່າງຖືກຕ້ອງ. ເພິ່ນພະຍາຍາມຢ່າງຕັ້ງໃຈເພື່ອໄຕ່ຕອງ ແລະ ທ່ອງຈໍາພຣະທຳທຸກຂໍ້ທີ່ພຣະເຢຊູໄດ້ເວົ້າຕໍ່ເພິ່ນ ແລະ ເພິ່ນໄດ້ຮັບຜົນເປັນຢ່າງດີຫຼາຍ. ໂດຍການປະຕິບັດດ້ວຍວິທີນີ້, ເພິ່ນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຈາກພຣະທຳຂອງພຣະເຈົ້າ ແລະ ເພິ່ນບໍ່ພຽງແຕ່ໄດ້ເຂົ້າໃຈສະພາວະອັນເສື່ອມຊາມຕ່າງໆ ແລະ ຂໍ້ບົກຜ່ອງຂອງມະນຸດ, ແຕ່ເພິ່ນຍັງໄດ້ເຂົ້າໃຈແກ່ນແທ້ ແລະ ທຳມະຊາດຂອງມະນຸດອີກດ້ວຍ. ນີ້ແມ່ນຄວາມໝາຍຂອງການເຂົ້າໃຈຕົນເອງຢ່າງແທ້ຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕບໍ່ພຽງແຕ່ບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຢ່າງແທ້ຈິງ, ແຕ່ເພິ່ນຍັງເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຄວາມປະສົງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ຈາກພຣະທຳເຫຼົ່ານີ້ ເພິ່ນມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເພິ່ນມາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ; ເພິ່ນມາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພ້ອມທັງຄວາມສະຫງ່າງາມຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າໃນຕອນນັ້ນຫຼາຍສໍ່າທີ່ພຣະອົງເວົ້າໃນມື້ນີ້, ເຖິງຢ່າງນັ້ນກໍຕາມ ຜົນຮັບໃນສິ່ງເຫຼົ່ານີ້ກໍຖືກບັນລຸໃນເປໂຕ. ນີ້ແມ່ນສິ່ງທີ່ຫາໄດ້ຍາກ ແລະ ມີຄຸນຄ່າທີ່ສຸດ. ເປໂຕໄດ້ຜ່ານການທົດລອງຮ້ອຍປະການ, ແຕ່ເພິ່ນບໍ່ໄດ້ທົນທຸກຢ່າງສູນເປົ່າ. ເພິ່ນບໍ່ພຽງແຕ່ເຂົ້າໃຈຕົນເອງຈາກພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ແຕ່ເພິ່ນຍັງໄດ້ຮູ້ຈັກພຣະເຈົ້າ. ອີກຢ່າງ, ເພິ່ນໄດ້ຕັ້ງໃຈໂດຍມີຄວາມສົນໃຈເປັນພິເສດໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດເຊິ່ງມີຢູ່ພາຍໃນພຣະທຳຂອງພຣະອົງ. ໃນລັກສະນະໃດກໍຕາມທີ່ມະນຸດຄວນເຮັດໃຫ້ພຣະເຈົ້າພໍໃຈເພື່ອສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເປໂຕກໍສາມາດໃຊ້ຄວາມພະຍາຍາມຢ່າງຫຼາຍໃນລັກສະນະເຫຼົ່ານີ້ ແລະ ໄດ້ຮັບຄວາມຊັດເຈນຢ່າງສົມບູນ. ສິ່ງນີ້ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງເພິ່ນ. ບໍ່ວ່າພຣະເຈົ້າໄດ້ເວົ້າຫຍັງກໍຕາມ, ຕາບໃດທີ່ພຣະທຳເຫຼົ່ານີ້ສາມາດກາຍມາເປັນຊີວິດ ແລະ ເປັນຄວາມຈິງ, ເປໂຕກໍສາມາດສະລັກພຣະທຳເຫຼົ່ານີ້ໃສ່ໃນຫົວໃຈຂອງເພິ່ນເພື່ອໄຕ່ຕອງ ແລະ ເຂົ້າໃຈຢູ່ເລື້ອຍໆ. ເມື່ອໄດ້ຍິນພຣະທຳຂອງພຣະເຢຊູ, ເພິ່ນກໍສາມາດນໍາພຣະທຳເຫຼົ່ານີ້ເຂົ້າສູ່ຫົວໃຈ ເຊິ່ງສະແດງໃຫ້ເຫັນວ່າ ເພິ່ນຕັ້ງໃຈໃສ່ໃນພຣະທຳຂອງພຣະເຈົ້າເປັນພິເສດ ແລະ ໃນທີ່ສຸດເພິ່ນກໍບັນລຸຜົນຢ່າງແທ້ຈິງ. ນັ້ນກໍຄື ເພິ່ນສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຢ່າງເຕັມໃຈ, ປະຕິບັດຄວາມຈິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ປະຕິບັດໂດຍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຖິ້ມຄວາມຄິດເຫັນ ແລະ ຈິນຕະນາການສ່ວນຕົວຂອງເພິ່ນເອງ. ໃນລັກສະນະນີ້, ເປໂຕເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ການຮັບໃຊ້ຂອງເປໂຕເລີ່ມສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຕົ້ນຕໍແລ້ວ ກໍແມ່ນຍ້ອນເພິ່ນໄດ້ປະຕິບັດໃນສິ່ງນີ້.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ

353. ຖ້າເຈົ້າສາມາດອຸທິດຫົວໃຈຂອງເຈົ້າ, ຮ່າງກາຍ ແລະ ຄວາມຮັກທີ່ແທ້ຈິງທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ, ຈັດວາງພວກມັນຕໍ່ໜ້າພຣະເຈົ້າ, ອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ ແລະ ຄຳນຶງເຖິງເຈດຕະນາຂອງພຣະອົງຫຼາຍທີ່ສຸດ, ບໍ່ແມ່ນເພື່ອເນື້ອໜັງ, ບໍ່ແມ່ນເພື່ອຄອບຄົວ ແລະ ບໍ່ແມ່ນເພື່ອຄວາມປາຖະໜາສ່ວນຕົວຂອງເຈົ້າເອງ, ແຕ່ເພື່ອຜົນປະໂຫຍດຂອງຄົວເຮືອນຂອງພຣະເຈົ້າ, ນໍາເອົາພຣະທຳຂອງພຣະເຈົ້າເປັນຫຼັກການ ແລະ ເປັນພື້ນຖານໃນທຸກສິ່ງ, ແລ້ວໂດຍການເຮັດແບບນີ້, ເຈດຕະນາຂອງເຈົ້າ ແລະ ທັດສະນະຂອງເຈົ້າກໍຈະຢູ່ຖືກບ່ອນທັງໝົດ ແລະ ຫຼັງຈາກນັ້ນ ເຈົ້າກໍຈະເປັນຄົນຢູ່ຕໍ່ໜ້າພຣະເຈົ້າທີ່ໄດ້ຮັບການສັນລະເສີນຂອງພຣະອົງ. ຄົນທີ່ພຣະເຈົ້າມັກແມ່ນຄົນທີ່ເດັດຂາດຕໍ່ພຣະອົງ; ພວກເຂົາເປັນຄົນທີ່ສາມາດອຸທິດຕໍ່ພຣະອົງພຽງຜູ້ດຽວ. ຄົນທີ່ພຣະເຈົ້າກຽດຊັງແມ່ນຄົນທີ່ສອງຈິດສອງໃຈຕໍ່ພຣະອົງ ແລະ ຄົນທີ່ກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ເຊື່ອໃນພຣະອົງ ແລະ ຕ້ອງການມີຄວາມສຸກກັບພຣະອົງຢູ່ສະເໝີ ໃນຂະນະທີ່ບໍ່ສາມາດເສຍສະຫຼະຕົນເອງເພື່ອພຣະອົງຢ່າງສົມບູນ. ພຣະອົງກຽດຊັງຄົນທີ່ເວົ້າວ່າພວກເຂົາຮັກພຣະອົງ ແຕ່ກະບົດຕໍ່ພຣະອົງໃນຫົວໃຈຂອງພວກເຂົາ; ພຣະອົງກຽດຊັງຄົນທີ່ໃຊ້ຄຳເວົ້າທີ່ຄ່ອງແຄ່ວ ແລະ ສວຍຫຼູເພື່ອຫຼອກລວງ. ຄົນທີ່ບໍ່ໄດ້ອຸທິດຕົນຢ່າງແທ້ຈິງຕໍ່ພຣະເຈົ້າ ຫຼື ຄົນທີ່ບໍ່ໄດ້ຍອມອ່ອນນ້ອມຕໍ່ພຣະອົງຢ່າງແທ້ຈິງແມ່ນຄົນທີ່ທໍລະຍົດ ແລະ ອວດດີເກີນໄປໂດຍທຳມະຊາດ. ຄົນທີ່ບໍ່ສາມາດຍອມອ່ອນນ້ອມຕໍ່ໜ້າພຣະເຈົ້າທີ່ປົກກະຕິ ແລະ ເປັນຈິງແທ້ໆກໍຍິ່ງເປັນຄົນທີ່ອວດດີ ແລະ ໂດຍສະເພາະແລ້ວ ພວກເຂົາເປັນລູກຫຼານທີ່ເຮັດໜ້າທີ່ຕໍ່ຈາກອັກຄະເທວະດາ. ຜູ້ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງແທ້ຈິງກໍອຸທິດການເປັນຢູ່ທັງໝົດຂອງພວກເຂົາຕໍ່ພຣະອົງ ແລະ ວາງພວກມັນຢູ່ຕໍ່ໜ້າພຣະອົງ; ພວກເຂົາສາມາດຍອມອ່ອນນ້ອມຕໍ່ພຣະທຳ ແລະ ພາລະກິດທັງໝົດຂອງພຣະອົງ ແລະ ສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ. ພວກເຂົາສາມາດຮັບພຣະທຳຂອງພຣະເຈົ້າເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ ແລະ ພວກເຂົາສາມາດຄົ້ນຫາຢ່າງຈິງໃຈພາຍໃນພຣະທຳຂອງພຣະເຈົ້າເພື່ອຊອກຫາສ່ວນຕ່າງໆທີ່ຈະປະຕິບັດ. ນີ້ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າປະຕິບັດໃນລັກສະນະນີ້, ມັນກໍຈະເປັນປະໂຫຍດສຳລັບຊີວິດຂອງເຈົ້າ ແລະ ຜ່ານການກິນ ແລະ ການດື່ມພຣະທຳຂອງພຣະອົງ, ເຈົ້າກໍຈະສາມາດບັນລຸຄວາມຕ້ອງການພາຍໃນ ແລະ ຄວາມບໍ່ພຽງພໍຂອງເຈົ້າ ເພື່ອວ່າຊີວິດ-ອຸປະນິໄສຂອງເຈົ້າຈະໄດ້ຮັບການປ່ຽນແປງ, ແລ້ວນີ້ກໍຈະເປັນການປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ຖ້າເຈົ້າປະພຶດຕາມສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຖ້າເຈົ້າບໍ່ເຮັດໃຫ້ເນື້ອໜັງພໍໃຈ ແຕ່ປະຕິບັດຕາມເຈດຕະນາຂອງພຣະອົງແທນ, ແລ້ວໃນນີ້ ເຈົ້າກໍຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າໝາຍຄວາມວ່າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ບັນລຸຕາມຂໍ້ກໍານົດຂອງພາລະກິດຂອງພຣະເຈົ້າ. ມີພຽງແຕ່ການກະທຳຕົວຈິງປະເພດນີ້ເທົ່ານັ້ນ ຈຶ່ງສາມາດເອີ້ນວ່າການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງນີ້ໄດ້, ເຈົ້າກໍຈະມີຄວາມຈິງ. ນີ້ແມ່ນການເລີ່ມຕົ້ນຂອງການເຂົ້າສູ່ຄວາມເປັນຈິງ; ເຈົ້າຕ້ອງຮັບເອົາການຝຶກຝົນນີ້ກ່ອນ ແລະ ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງທີ່ເລິກເຊິ່ງຍິ່ງຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ

354. ພຣະເຈົ້າແມ່ນພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນແທ້ຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນແທ້ຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນແທ້ຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງແມ່ນຄວາມຫວ່າງເປົ່າ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າທີ່ແທ້ຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມເປັນຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ ແລະ ເຈົ້າກໍຈະສາມາດແຍກຕົວເອງອອກຈາກແນວຄິດທາງສາສະໜາ ແລະ ການປະຕິບັດທີ່ເກົ່າແກ່ຈາກອະດີດໄດ້ຫຼາຍຂຶ້ນ. ໃນປັດຈຸບັນ ຄວາມເປັນຈິງແມ່ນສຸມໃສ່ສິ່ງນີ້: ຍິ່ງຜູ້ຄົນມີຄວາມເປັນຈິງຫຼາຍສໍ່າໃດ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາກໍຈະຊັດເຈນຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈກ່ຽວກັບເຈດຕະນາຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄວາມເປັນຈິງສາມາດເອົາຊະນະຄໍາສັບ ແລະ ຄຳສັ່ງສອນທຸກຢ່າງ, ມັນສາມາດເອົາຊະນະທິດສະດີ ແລະ ຄວາມຊຳນານທັງໝົດ ແລະ ຍິ່ງຜູ້ຄົນເອົາໃຈໃສ່ຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັກພຣະເຈົ້າຢ່າງແທ້ຈິງ, ຫິວ ແລະ ກະຫາຍຫາພຣະທຳຂອງພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າເອົາໃຈໃສ່ຄວາມເປັນຈິງ, ແລ້ວປັດຊະຍາສຳລັບຄວາມສໍາພັນທາງໂລກຂອງເຈົ້າ, ແນວຄິດທາງສາສະໜາ ແລະ ລັກສະນະທາງທຳມະຊາດຈະຖືກລຶບອອກໂດຍທຳມະຊາດໄປຕາມພາລະກິດຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງ ມັກຈະສະແຫວງຫາສິ່ງທີ່ເໜືອທຳມະຊາດ ແລະ ພວກເຂົາກໍຈະຖືກຫຼອກລວງໄດ້ງ່າຍ. ພຣະວິນຍານບໍລິສຸດບໍ່ມີທາງປະຕິບັດພາລະກິດໃນຄົນປະເພດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກວ່າງເປົ່າ ແລະ ຊີວິດຂອງພວກເຂົາກໍຈະບໍ່ມີຄວາມໝາຍຫຍັງເລີຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮູ້ຈັກຄວາມເປັນຈິງ

355. ຄົນທີ່ຮັກພຣະເຈົ້າຄືຄົນທີ່ຮັກຄວາມຈິງ ແລະ ຍິ່ງຄົນທີ່ຮັກຄວາມຈິງນໍາຄວາມຈິງໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົານໍາມັນໄປປະຕິບັດຫຼາຍສໍ່າໃດ, ພວກເຂົາກໍຈະຖືກພຣະເຈົ້າອວຍພອນຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງຄືເຫດຜົນດຽວທີ່ພຣະອົງສົມຄວນໄດ້ຮັບຄວາມຮັກຂອງຜູ້ຄົນບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳຜັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊີວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍ່ພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ; ເຈົ້າຈະເຫັນວ່າ ພຣະອົງສາມາດຍ່າງທ່າມກາງມະນຸດໄດ້ ແລະ ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜຶ່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ້ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

356. ຄວາມຜິດທີ່ໃຫຍ່ຫຼວງຂອງຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືພວກເຂົາເຊື່ອແຕ່ໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າຫາຍໄປຈາກຊີວິດປະຈຳວັນຂອງພວກເຂົາຢ່າງສິ້ນເຊີງ. ແນ່ນອນ ທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ປາກຂອງຄົນກ່າວຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງ ແຕ່ພຣະເຈົ້າມີພື້ນທີ່ພຽງໜ້ອຍດຽວໃນຫົວໃຈຂອງພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງພວກເຂົາຊໍ້າແລ້ວຊໍ້າອີກ. ຍ້ອນວ່າພວກເຂົາບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງພວກເຂົາ ເພື່ອວ່າພວກເຂົາອາດຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕພວກເຂົາເອງໃນທ່າມກາງການທົດລອງເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ ມະນຸດຈະກັບກາຍເປັນລູກຫຼານຂອງອັກຄະເທວະດາ ແລະ ເລີ່ມເສື່ອມຊາມຫຼາຍຂຶ້ນເລື້ອຍໆ. ໃນຂະບວນການແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ລະຄົນປະຖິ້ມຄວາມຕັ້ງໃຈຫຼາຍຢ່າງ ແລະ ເປົ້າໝາຍພາຍໃຕ້ການຊຳລະລ້າງທີ່ບໍ່ຢຸດຢັ້ງຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນຜູ້ຄົນໄດ້. ກ່ອນອື່ນ ພຣະເຈົ້າຊຳລະລ້າງຜູ້ຄົນໃຫ້ບໍລິສຸດ ແລະ ຜ່ານຂະບວນການນີ້ ພວກເຂົາອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງພວກເຂົາ. ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາພວກເຂົາໄດ້ ແລະ ເມື່ອນັ້ນເທົ່ານັ້ນ ຫົວໃຈຂອງພວກເຂົາຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນເຮົາຈຶ່ງເວົ້າວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ ແລະ ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ຄົນເຮົາສາມາດມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ. ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ເປັນເປົ້າໝາຍແຫ່ງການສະແຫວງຫາຂອງມະນຸດ. ເຈົ້າຄວນພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະເກີດໝາກຜົນໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະບໍ່ມີຄ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງຈະຖືວ່າສົມບູນ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນເສັ້ນທາງນີ້ ຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢູ່ຈົນແກ່ເຖົ້າຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ຫຼື ເປັນພະຍານໃຫ້ກັບພຣະເຈົ້າໄດ້; ກົງກັນຂ້າມ, ພວກເຂົາທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ ແລະ ເມື່ອພວກເຂົາໃກ້ຕາຍເທົ່ານັ້ນ ພວກເຂົາຈຶ່ງເຫັນໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ຜູ້ຄົນສາມາດເຮັດໄດ້ ພຽງແຕ່ເຂົາທຸ້ມເທຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຍ້ອນຫົວໃຈຂອງຜູ້ຄົນເຄີຍຖືກຄອບງຳໂດຍຜີຮ້າຍ ພວກເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້ ແລະ ຟ້າວຟັ່ງເພື່ອເຫັນແກ່ເນື້ອໜັງຂອງຕົນຢູ່ເລື້ອຍໆ ໂດຍມີຫຍັງທີ່ຈະສະແດງໃຫ້ເຫັນໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ຜູ້ຄົນຈຶ່ງປະສົບກັບບັນຫາ ແລະ ຄວາມຍາກລຳບາກຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນຄວາມເສື່ອມຊາມຂອງເນື້ອໜັງບໍ? ເຈົ້າບໍ່ຄວນພະຍາຍາມຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ເຮັດແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ດິ້ນລົນເພື່ອຜົນປະໂຫຍດ ແລະ ຊື່ສຽງ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

357. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແມ່ນຜູ້ທີ່ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຜູ້ຄົນທີ່ສາມາດຢືນຢ່າງເດັດດ່ຽວໃນການເປັນພະຍານຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງແທ້ຈິງແມ່ນຜູ້ທີ່ເຕັມໃຈຮັບເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ສາມາດຢືນຢູ່ຂ້າງຄວາມຈິງຢ່າງແທ້ຈິງ. ຜູ້ຄົນທີ່ອາໄສເລ່ກົນ ແລະ ຄວາມບໍ່ຍຸຕິທໍາແມ່ນລ້ວນແລ້ວແຕ່ຂາດຄວາມຈິງ ແລະ ພວກເຂົານໍາເອົາຄວາມອັບອາຍມາສູ່ພຣະເຈົ້າ. ຜູ້ທີ່ສ້າງຄວາມຂັດແຍ້ງໃນຄຣິສຕະຈັກແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານ. ຄົນດັ່ງກ່າວແມ່ນຊົ່ວຮ້າຍຫຼາຍ. ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະ ແລະ ບໍ່ສາມາດຢືນຢູ່ຂ້າງຄວາມຈິງລ້ວນແລ້ວແຕ່ເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ ແລະ ທໍາລາຍຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຕົວແທນຂອງຊາຕານໂດຍທາດແທ້. ພວກເຂົາແມ່ນເກີນກວ່າທີ່ຈະໄຖ່ບາບໄດ້ ແລະ ກໍຈະຖືກກໍາຈັດໂດຍທໍາມະຊາດ. ຄອບຄົວຂອງພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງຍັງຄົງເຫຼືອຢູ່ ຫຼື ບໍ່ອະນຸຍາດໃຫ້ຜູ້ຄົນທີ່ຮື້ມ້າງຄຣິສຕະຈັກໂດຍເຈດຕະນາຄົງເຫຼືອຢູ່. ຢ່າງໃດກໍຕາມ, ຕອນນີ້ບໍ່ແມ່ນເວລາທີ່ຈະເຮັດພາລະກິດຂັບໄລ່; ໃນທີ່ສຸດ ຜູ້ຄົນດັ່ງກ່າວແມ່ນຈະຖືກເປີດໂປງ ແລະ ກໍາຈັດຢູ່ດີ. ຈະບໍ່ມີການເຮັດພາລະກິດທີ່ບໍ່ມີປະໂຫຍດກັບຄົນເຫຼົ່ານີ້; ຜູ້ທີ່ເປັນຄົນຂອງຊາຕານບໍ່ສາມາດຢືນຢູ່ຂ້າງຄວາມຈິງ ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະສາມາດຢືນຢູ່ຂ້າງຄວາມຈິງໄດ້. ຜູ້ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ຄູ່ຄວນທີ່ຈະໄດ້ຍິນວິທີທາງແຫ່ງຄວາມຈິງ ແລະ ບໍ່ຄູ່ຄວນໃນການເປັນພະຍານຕໍ່ຄວາມຈິງ. ຄວາມຈິງບໍ່ແມ່ນມີໄວ້ເພື່ອຫູຂອງພວກເຂົາຟັງເທົ່ານັ້ນ; ໃນທາງກົງກັນຂ້າມ, ມັນແມ່ນມີໄວ້ເພື່ອໃຫ້ຄົນທີ່ປະຕິບັດຄວາມຈິງ. ກ່ອນທີ່ຈຸດຈົບຂອງທຸກຄົນຈະຖືກເປີດເຜີຍ, ຜູ້ທີ່ລົບກວນຄຣິສຕະຈັກ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ຕອນນີ້ ແມ່ນຈະຖືກຈັດແຈງໄວ້ທາງຂ້າງກ່ອນ ເພື່ອຈະໄດ້ຈັດການພວກເຂົານໍາພາຍຫຼັງ. ເມື່ອພາລະກິດສໍາເລັດແລ້ວ, ຜູ້ຄົນເຫຼົ່ານີ້ຈະຖືກເປີດໂປງເທື່ອລະຄົນ ແລະ ຫຼັງຈາກນັ້ນກໍຈະຖືກກໍາຈັດ. ສໍາລັບຕອນນີ້, ພວກເຂົາຈະຖືກເບິ່ງຂ້າມໄປກ່ອນ ໃນຂະນະທີ່ມີການສະໜອງຄວາມຈິງ. ເມື່ອຄວາມຈິງທັງໝົດຖືກເປີດເຜີຍຕໍ່ມວນມະນຸດແລ້ວ, ຜູ້ຄົນເຫຼົ່ານັ້ນຈະໄດ້ຖືກກໍາຈັດ; ນັ້ນຈະເປັນເວລາທີ່ທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ເນື່ອງຈາກຄວາມສະຫຼາດໜ້ອຍດຽວຂອງພວກເຂົາ, ຜູ້ທີ່ບໍ່ມີຄວາມສາມາດໃນການແຍກແຍະຈະພິນາດດ້ວຍມືຂອງຄົນທີ່ຊົ່ວຮ້າຍ, ພວກເຂົາຈະຖືກຫຼອກລວງອອກໄປໂດຍຄົນຊົ່ວຮ້າຍນັ້ນ ເຊິ່ງຈະບໍ່ສາມາດກັບຄືນມາໄດ້. ການປະຕິບັດດັ່ງກ່າວຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນວ່າ ພວກເຂົາບໍ່ຮັກຄວາມຈິງ, ຍ້ອນວ່າ ພວກເຂົາບໍ່ສາມາດຢືນຢູ່ຂ້າງຄວາມຈິງ, ຍ້ອນວ່າ ພວກເຂົາຕິດຕາມຄົນທີ່ຊົ່ວຮ້າຍ ແລະ ຢືນຢູ່ຂ້າງຄົນທີ່ຊົ່ວຮ້າຍ ແລະ ຍ້ອນວ່າ ພວກເຂົາສົມຮູ້ຮ່ວມຄິດກັບຄົນທີ່ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາຮູ້ດີວ່າ ຜູ້ຄົນທີ່ຊົ່ວຮ້າຍເຫຼົ່ານັ້ນແຜ່ລັດສະໝີຂອງຄວາມຊົ່ວຮ້າຍ ແຕ່ພວກເຂົາເຮັດໃຫ້ຫົວໃຈຂອງພວກເຂົາແຂງກະດ້າງ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຄວາມຈິງທີ່ຕິດຕາມພວກເຂົາ. ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງ ແຕ່ເຮັດໃນສິ່ງທີ່ກໍ່ເກີດຄວາມພິນາດ ແລະ ໜ້າກຽດຊັງ ແມ່ນບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍບໍ? ເຖິງແມ່ນວ່າ ຈະມີຄົນເຫຼົ່ານັ້ນໃນທ່າມກາງພວກເຂົາທີ່ເອີ້ນໂຕເອງວ່າ ພະລາຊາ ແລະ ຜູ້ອື່ນທີ່ຕິດຕາມພວກເຂົາ ແຕ່ທໍາມະຊາດຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າບໍ່ຄືກັນທັງໝົດບໍ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊອບທໍາ? ມັນບໍ່ແມ່ນຄວາມຊົ່ວຮ້າຍຂອງພວກເຂົາເອງບໍ ທີ່ທໍາລາຍພວກເຂົາ? ບໍ່ແມ່ນຄວາມກະບົດຂອງພວກເຂົາບໍ ທີ່ດຶງພວກເຂົາລົງໄປສູ່ນະຮົກ? ໃນທີ່ສຸດ ຜູ້ຄົນທີ່ປະຕິບັດຄວາມຈິງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນຍ້ອນຄວາມຈິງ. ໃນທີ່ສຸດ ຜູ້ທີ່ບໍ່ປະຕິບັດຄວາມຈິງຈະດຶງຄວາມພິນາດມາສູ່ພວກເຂົາຍ້ອນຄວາມຈິງ. ສິ່ງເຫຼົ່ານີ້ແມ່ນຈຸດຈົບທີ່ລໍຖ້າຜູ້ທີ່ປະຕິບັດຄວາມຈິງ ແລະ ຜູ້ທີ່ບໍ່ປະຕິບັດຄວາມຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ກ່ອນນີ້: (I) ກ່ຽວກັບການເປີດເຜີຍຄວາມໝາຍຂອງການມີຄວາມເຊື່ອໃນພຣະເຈົ້າ

ຕໍ່ໄປ: (III) ກ່ຽວກັບວິທີການຮູ້ຈັກຕົນເອງ ແລະ ບັນລຸການກັບໃຈທີ່ແທ້ຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້