(III) ກ່ຽວກັບວິທີການຮູ້ຈັກຕົນເອງ ແລະ ບັນລຸການກັບໃຈທີ່ແທ້ຈິງ
358. ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ? ມະນຸດແມ່ນບໍ່ຮູ້ຈັກອາຍແທ້ໆ! ເຂົາເປັນຄົນອວດດີທີ່ໜ້າເວດທະນາທີ່ສຸດ! ສໍາລັບພວກເຈົ້າທີ່ປາດຖະໜາຢາກໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງຄວາມຂີ້ຮ້າຍຂອງພວກເຈົ້າເອງກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດໄດ້ບໍ? ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນນິໄສຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໆໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງປາດຖະໜາເຖິງອະນາຄົດທີ່ສວຍງາມ. ເຈົ້າກໍາລັງຫຼອກລວງຕົນເອງ! ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາທີ່ໜ້າລັງກຽດສຳລັບການກະທຳທາງໂລກ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະຫຼະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ເຕັມໃຈອ່ອນນ້ອມຕໍ່ພຣະເຈົ້າ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?
ການປ່ຽນແປງອຸປະນິໄສຂອງມະນຸດເລີ່ມຕົ້ນຈາກການຮັບຮູ້ແກ່ນແທ້ຂອງຕົນເອງ ແລະ ຜ່ານການປ່ຽນແປງໃນຄວາມຄິດ, ທາດແທ້ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງດ້ານພື້ນຖານ. ມີພຽງວິທີນີ້ເທົ່ານັ້ນທີ່ຈະບັນລຸການປ່ຽນແປງອຸປະນິໄສຂອງມະນຸດໄດ້ຢ່າງແທ້ຈິງ. ສາເຫດຕົ້ນຕໍຂອງອຸປະນິໄສທີ່ເສື່ອມຊາມເຊິ່ງເກີດຂຶ້ນໃນມະນຸດຄືການຊີ້ນໍາຢ່າງຜິດໆ, ຄວາມເສື່ອມຊາມ ແລະ ພິດຂອງຊາຕານ. ມະນຸດຖືກຜູກມັດ ແລະ ຖືກຄວບຄຸມໂດຍຊາຕານ ແລະ ເຂົາໄດ້ຮັບຄວາມເສຍຫາຍຊົ່ວຮ້າຍທີ່ຊາຕານກໍ່ໃຫ້ເກີດຂຶ້ນກັບຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ສາມາດຍອມຮັບຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ເກີດໃນດິນແດນທີ່ເສື່ອມຊາມທີ່ສຸດແມ່ນຍິ່ງບໍ່ຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ແມ່ນຫຍັງຄືຄວາມໝາຍໃນການເຊື່ອພຣະເຈົ້າ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ເຖິງການມີຢູ່ຂອງພຣະເຈົ້າໜ້ອຍເທົ່ານັ້ນ ແລະ ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຕໍ່າລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດອ່ອນນ້ອມຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍການອ່ອນນ້ອມຂອງເຂົາ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕໍ່ເນື່ອງ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະສອດຄ່ອງຕາມເຈດຕະນາຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້. “ຄວາມຮູ້ສຶກນຶກຄິດທີ່ປົກກະຕິ” ໝາຍເຖິງການອ່ອນນ້ອມ ແລະ ການສັດຊື່ຕໍ່ພຣະເຈົ້າ, ການສະແຫວງຫາພຣະເຈົ້າ, ການມີຄວາມແນ່ນອນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນໝາຍເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຜິດປົກກະຕິຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີການສະແຫວງຫາພຣະເຈົ້າ, ແຮງໄກທີ່ເຂົາຈະມີສາມັນສໍານຶກຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກວ່ານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນກໍຍັງຕັດສິນພຣະອົງຫຼັບຫຼັງ ໂດຍມີຄວາມຮູ້ຢ່າງຊັດເຈນວ່າພຣະອົງເປັນພຣະເຈົ້າ; ມະນຸດບໍ່ມີເຈດຕະນາອ່ອນນ້ອມຕໍ່ພຣະເຈົ້າ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຄົນດັ່ງກ່າວ ນັ້ນກໍຄື ຄົນທີ່ມີຄວາມຮູ້ສຶກນຶກຄິດຜິດປົກກະຕິແມ່ນບໍ່ສາມາດຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການກະບົດຂອງພວກເຂົາ. ຖ້າຜູ້ຄົນສາມາດຮູ້ຈັກຕົນເອງ, ແລ້ວ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນເລັກນ້ອຍ; ຍິ່ງຜູ້ຄົນຕໍ່ຕ້ານພຣະເຈົ້າຫຼາຍເທົ່າໃດ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາກໍຍິ່ງມີຄວາມຮູ້ສຶກນຶກຄິດນ້ອຍເທົ່ານັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຍັງຄົງບໍ່ປ່ຽນແປງອຸປະນິໄສຄືການເປັນສັດຕູຕໍ່ພຣະເຈົ້າ
359. ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ເຂົ້າໃຈຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງເຈົ້າຈິ່ງມີຄວາມຮູ້ສຶກທີ່ແຮງກ້າເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງເພີດເພີນກັບສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າທຸກຄົນກໍໄດ້ມາເຂົ້າໃຈວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືມີພິດຂອງຊາຕານຢຸ່ພາຍໃນມະນຸດ. ສະນັ້ນແມ່ນຫຍັງຄືພິດຂອງຊາຕານ? ມັນສາມາດຖືກສະແດງອອກແນວໃດ? ຕົວຢ່າງເຊັ່ນ: ຖ້າເຈົ້າຖາມວ່າ “ຜູ້ຄົນຄວນດໍາລົງຊີວິດແບບໃດ? ຜູ້ຄົນຄວນດໍາລົງຊີວິເພື່ອຫຍັງ” ຜູ້ຄົນຈະຕອບວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ປັດຊະຍາ ແລະ ເຫດຜົນຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ບໍ່ວ່າຜູ້ຄົນຈະສະແຫວງຫາຫຍັງກໍ່ຕາມ, ພວກເຂົາກໍ່ເຮັດເຊັ່ນນັ້ນເພື່ອຕົນເອງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດໍາລົງຊີວິດເພື່ອຕົນເອງເທົ່ານັ້ນ. “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, ນີ້ແມ່ນຊີວິດ-ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳເວົ້າເຫຼົ່ານີ້ໄດ້ກາຍມາເປັນທຳມະຊາດຂອງມະນຸດຊາດທີ່ເສື່ອມຊາມ ແລະ ພວກມັນເປັນພາບວາດທີ່ແທ້ຈິງຂອງທຳມະຊາດແບບຊາຕານຂອງມະນຸດຊາດທີ່ເສື່ອມຊາມ. ສິ່ງນີ້ໄດ້ກາຍມາເປັນພື້ນຖານສຳລັບການເປັນຢູ່ຂອງມະນຸດຊາດທີ່ເສື່ອມຊາມ. ເປັນເວລາຫຼາຍພັນປີ, ມະນຸດຊາດທີ່ເສື່ອມຊາມໄດ້ດຳລົງຊີວິດຕາມພິດນີ້ຂອງຊາຕານ, ຈົນມາເຖິງທຸກມື້ນີ້. ທຸກສິ່ງທີ່ຊາຕານເຮັດແມ່ນເພື່ອຄວາມກະຫາຍ, ຄວາມທະເຍີທະຍານ ແລະ ຈຸດປະສົງຂອງມັນເອງ. ມັນປາດຖະໜາທີ່ຈະຢູ່ລື່ນພຣະເຈົ້າ, ເປັນອິດສະຫຼະຈາກພຣະເຈົ້າ ແລະ ເຂົ້າຍຶດທຸກສິ່ງທີ່ພຣະເຈົ້າໄດ້ສ້າງ. ໃນປັດຈຸບັນ, ສິ່ງດັ່ງກ່າວຄືຂອບເຂດທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ: ພວກເຂົາທຸກຄົນມີທຳມະຊາດຂອງຊາຕານ, ພວກເຂົາທຸກຄົນພະຍາຍາມປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຕ້ອງການຄວບຄຸມໂຊກຊະຕາຂອງພວກເຂົາເອງ ແລະ ພະຍາຍາມຕໍ່ຕ້ານການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ຄວາມທະເຍີທະຍານ ແລະ ຄວາມກະຫາຍຂອງພວກເຂົາເປັນແບບດຽວກັນກັບຂອງຊາຕານແທ້ໆ. ສະນັ້ນ, ທຳມະຊາດຂອງມະນຸດຄືທຳມະຊາດຂອງຊາຕານ. ໃນຄວາມເປັນຈິງແລ້ວ, ຄຳຂວັນ ແລະ ຄຳພັງເພີຍຂອງຫຼາຍຄົນສື່ເຖິງທຳມະຊາດຂອງມະນຸດ ແລະ ສະທ້ອນເຖິງຄວາມເສື່ອມຊາມຂອງມະນຸດ. ສິ່ງຕ່າງໆທີ່ຜູ້ຄົນເລືອກແມ່ນຄວາມມັກຂອງພວກເຂົາເອງ ແລະ ພວກມັນທັງໝົດກໍເປັນຕົວແທນໃຫ້ກັບອຸປະນິໄສ ແລະ ການສະແຫວງຫາຂອງຜູ້ຄົນ. ໃນທຸກຄຳເວົ້າທີ່ບຸກຄົນໜຶ່ງເວົ້າ ແລະ ໃນທຸກສິ່ງທີ່ພວກເຂົາເຮັດ, ບໍ່ວ່າມັນຈະຖືກປິດບັງແນວໃດກໍຕາມ, ມັນບໍ່ສາມາດປົກປິດທຳມະຊາດຂອງພວກເຂົາ. ຕົວຢ່າງ: ໂດຍປົກກະຕິແລ້ວ ພວກຟາຣີຊາຍເທດສະໜາໄດ້ຂ້ອນຂ້າງດີ, ແຕ່ເມື່ອພວກເຂົາໄດ້ຍິນຄຳເທດສະໜາ ແລະ ຄວາມຈິງທີ່ພຣະເຢຊູກ່າວອອກ, ແທນທີ່ຈະຍອມຮັບພວກມັນ, ພວກເຂົາໄດ້ປະນາມສິ່ງເຫຼົ່ານັ້ນ. ສິ່ງນີ້ໄດ້ເປີດໂປງເຖິງທຳມະຊາດ ແລະ ແກ່ນແທ້ຂອງພວກຟາຣີຊາຍທີ່ເບື່ອໜ່າຍ ແລະ ກຽດຊັງຄວາມຈິງ. ບາງຄົນເວົ້າໄດ້ຂ້ອນຂ້າງດີ ແລະ ເກັ່ງໃນການປິດບັງຕົນເອງ, ແຕ່ຫຼັງຈາກທີ່ຄົນອື່ນພົວພັນກັບພວກເຂົາໄດ້ຊົ່ວໄລຍະໜຶ່ງ, ຄົນອື່ນກໍຄົ້ນພົບວ່າທຳມະຊາດຂອງພວກເຂົາມີເລ່ຫຼ່ຽມ ແລະ ບໍ່ຊື່ສັດຢ່າງຮ້າຍແຮງ. ຫຼັງຈາກທີ່ໄດ້ພົວພັນກັບພວກເຂົາເປັນເວລາດົນນານ, ທຸກຄົນກໍຄົ້ນພົບແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ. ໃນທີ່ສຸດ, ຄົນອື່ນກໍ່ໄດ້ຂໍ້ສະຫຼຸບດັ່ງຕໍ່ໄປນີ້: ພວກເຂົາບໍ່ເຄີຍກ່າວຄຳເວົ້າແຫ່ງຄວາມຈິງ ແລະ ເປັນຄົນທີ່ຫຼອກລວງ. ຖ້ອຍຄຳນີ້ສະແດງເຖິງທຳມະຊາດຂອງຜູ້ຄົນດັ່ງກ່າວ ແລະ ມັນຄືພາບປະກອບ ແລະ ຂໍ້ພິສູດທີ່ດີທີ່ສຸດຂອງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ປັດຊະຍາແຫ່ງການດຳລົງຊີວິດຂອງພວກເຂົາຄືການບໍ່ບອກຄວາມຈິງແກ່ຜູ້ໃດຜູ້ໜຶ່ງ ລວມເຖິງການບໍ່ເຊື່ອໃຈຜູ້ໃດຜູ້ໜຶ່ງ. ທຳມະຊາດແບບຊາຕານຂອງມະນຸດປະກອບມີປັດຊະຍາ ແລະ ພິດຂອງຊາຕານຈຳນວນຫຼວງຫຼາຍ. ບາງເທື່ອ ເຈົ້າເອງກໍເຖິງກັບບໍ່ຮູ້ຈັກກ່ຽວກັບສິ່ງນັ້ນ ແລະ ບໍ່ເຂົ້າໃຈພວກມັນ; ເຖິງຢ່າງໃດກໍ່ຕາມ, ທຸກຊ່ວງເວລາໃນຊີວິດຂອງເຈົ້າກໍອີງຕາມສິ່ງເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ເຈົ້າກໍຄິດວ່າສິ່ງເຫຼົ່ານີ້ຂ້ອນຂ້າງຖືກຕ້ອງ ແລະ ສົມເຫດສົມຜົນ ແລະ ບໍ່ຜິດພາດເລີຍ. ສິ່ງນີ້ກໍພຽງພໍທີ່ຈະສະແດງໃຫ້ເຫັນວ່າ ປັດຊະຍາຂອງຊາຕານໄດ້ກາຍມາເປັນທຳມະຊາດຂອງຜູ້ຄົນ ແລະ ພວກເຂົາກໍດຳລົງຊີວິດຕາມພວກມັນຢ່າງສົມບູນ, ຄິດວ່າວິທີການດຳລົງຊີວິດນີ້ເປັນສິ່ງທີ່ດີ ແລະ ບໍ່ມີຄວາມສຳນຶກທີ່ຢາກກັບໃຈເລີຍ. ສະນັ້ນ ພວກເຂົາກຳລັງເປີດເຜີຍທຳມະຊາດແບບຊາຕານຂອງພວກເຂົາຢ່າງສະໝໍ່າສະເໝີ ແລະ ພວກເຂົາດຳລົງຊີວິດໂດຍປັດຊະຍາຂອງຊາຕານຢ່າງສະໝໍ່າສະເໝີ. ທຳມະຊາດຂອງຊາຕານຄືຊີວິດຂອງມະນຸດ ແລະ ມັນແມ່ນທຳມະຊາດ ແລະ ແກ່ນແທ້ຂອງມະນຸດຊາດ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ
360. ເຈົ້າເຂົ້າໃຈທໍາມະຊາດຂອງມະນຸດແນວໃດ? ສິ່ງທີ່ສໍາຄັນທີ່ສຸດແມ່ນການແຍກແຍະມັນຈາກທັດສະນະຄະຕິມຸມມອງທາງໂລກຂອງມະນຸດ, ມຸມມອງຊີວິດ ແລະ ຄຸນຄ່າ. ຜູ້ທີ່ເປັນຂອງຜີຮ້າຍແມ່ນລ້ວນແລ້ວແຕ່ດໍາລົງຊີວິດເພື່ອພວກເຂົາເອງ. ໂດຍຕົ້ນຕໍ່ແລ້ວ ມຸມມອງຊີວິດ ແລະ ຄະຕິຊີວິດຂອງພວກເຂົາແມ່ນມາຈາກຄໍາເວົ້າຂອງຊາຕານ ເຊັ່ນ: “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ” ແລະ ຄວາມເຊື່ອຜິດໆອື່ນໆ. ທຸກຄຳເວົ້ານີ້ທີ່ກ່າວໂດຍພວກກະສັດຂອງກະສັດຜີຮ້າຍ, ຜູ້ທີ່ຍິ່ງໃຫຍ່ ແລະ ນັກປັດຊະຍາໄດ້ກາຍເປັນຊີວິດຂອງມະນຸດແທ້ໆ. ໂດຍສະເພາະແລ້ວ ຄໍາເວົ້າສ່ວນໃຫຍ່ຂອງຂົງຈື້ ເຊິ່ງເປັນຜູ້ທີ່ປະຊາຊົນຊາວຈີນຍົກຍ້ອງໃນຖານະເປັນ “ນັກປາດ” ໄດ້ກາຍເປັນຊີວິດຂອງມະນຸດ. ຍັງມີຄໍາສຸພາສິດທີ່ມີຊື່ສຽງຂອງສາສະໜາພຸດ ແລະ ລັດທິເຕົ໋າ ແລະ ຄໍາເວົ້າອໍາມະຕະທີ່ຖືກອ້າງເຖິງເປັນປະຈໍາຂອງບຸກຄົນທີ່ມີຊື່ສຽງຕ່າງໆ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ແມ່ນການສັງລວມປັດຊະຍາຂອງຊາຕານ ແລະ ທໍາມະຊາດຂອງຊາຕານ. ພວກມັນຍັງແມ່ນຮູບອະທິບາຍ ແລະ ຄໍາອະທິບາຍທີ່ດີທີ່ສຸດກ່ຽວກັບທໍາມະຊາດຂອງຊາຕານ. ພິດເຫຼົ່ານີ້ທີ່ຖືກສີດເຂົ້າໃນຫົວໃຈຂອງມະນຸດແມ່ນລ້ວນແລ້ວແຕ່ມາຈາກຊາຕານ ແລະ ສິ່ງເຫຼົ່ານັ້ນແມ່ນບໍ່ໄດ້ມາຈາກພຣະເຈົ້າແມ່ນແຕ່ໜ້ອຍ. ຄຳເວົ້າຊົ່ວຮ້າຍດັ່ງກ່າວຍັງຢູ່ຝ່າຍກົງກັນຂ້າມກັບພຣະທໍາຂອງພຣະເຈົ້າໂດຍກົງ. ມັນຊັດເຈນຢ່າງແນ່ນອນວ່າ ຄວາມເປັນຈິງຂອງທຸກສິ່ງທີ່ດີແມ່ນມາຈາກພຣະເຈົ້າ ແລະ ສິ່ງບໍ່ດີທັງໝົດນັ້ນເປັນພິດຕໍ່ມະນຸດແມ່ນມາຈາກຊາຕານ. ດັ່ງນັ້ນ, ເຈົ້າສາມາດຢັ່ງຮູ້ເຖິງທໍາມະຊາດຂອງບຸກຄົນ ແລະ ພວກເຂົາເປັນຄົນຂອງໃຜໂດຍການເບິ່ງມຸມມອງ ແລະ ຄຸນຄ່າຊີວິດຂອງພວກເຂົາ. ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນຊີວິດ ແລະ ທໍາມະຊາດຂອງມະນຸດ. “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ສິ່ງນີ້ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ. ບາງຄົນຮັບໃຊ້ເປັນເຈົ້າໜ້າທີ່ລັດໃນສັງຄົມເປັນເວລາຫຼາຍທົດສະວັດ. ຈົ່ງຈິນຕະນາການວ່າ ກໍາລັງຖາມຄໍາຖາມດັ່ງຕໍ່ໄປນີ້: “ເຈົ້າເຮັດໄດ້ດີຫຼາຍດ້ວຍຄວາມສາມາດນີ້, ຄໍາເວົ້າຫຼັກໆທີ່ມີຊື່ສຽງທີ່ເຈົ້າດໍາລົງຕາມແມ່ນຫຍັງ?” ພວກເຂົາອາດເວົ້າວ່າ “ສິ່ງໜຶ່ງທີ່ຂ້ອຍເຂົ້າໃຈກໍຄື: ‘ເຈົ້າໜ້າທີ່ຈະບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຜູ້ທີ່ມີຂອງປະທານ ແລະ ຜູ້ຄົນທີ່ບໍ່ປະສົບຄວາມສຳເລັດ’”. ນີ້ຄືປັດຊະຍາຂອງຊາຕານທີ່ອາຊີບຂອງພວກເຂົາອີງໃສ່. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຕົວແທນຂອງທໍາມະຊາດຂອງຜູ້ຄົນດັ່ງກ່າວບໍ? ການໃຊ້ວິທີການໃດກໍຕາມທີ່ໄຮ້ສິນທຳເພື່ອຮັບເອົາຕໍາແໜ່ງໄດ້ກາຍມາເປັນທໍາມະຊາດຂອງເຂົາ, ຂ້າລາຊະການ ແລະ ຄວາມສຳເລັດທາງດ້ານອາຊີບແມ່ນເປົ້າໝາຍຂອງພວກເຂົາ. ຍັງມີພິດຂອງຊາຕານຫຼາຍໃນຊີວິດ, ການປະພຶດ ແລະ ພຶດຕິກຳຂອງຜູ້ຄົນ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ສິ່ງເຫຼົ່ານີ້ທັງໝົດແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນເປັນຂອງຊາຕານ. ເຈົ້າໜ້າທີ່ທັງໝົດເຫຼົ່ານັ້ນ ເຊິ່ງແມ່ນຜູ້ທີ່ມີອໍານາດ ແລະ ຜູ້ທີ່ມີຄວາມສໍາເລັດທາງສັງຄົມຫຼາຍ ແມ່ນມີເສັ້ນທາງ ແລະ ຄວາມລັບແຫ່ງຄວາມສໍາເລັດຂອງພວກເຂົາເອງ. ຄວາມລັບດັ່ງກ່າວບໍ່ແມ່ນສິ່ງຕາງໜ້າຂອງທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນບໍ? ພວກເຂົາໄດ້ເຮັດສິ່ງຍິ່ງໃຫຍ່ດັ່ງກ່າວໃນໂລກ ແລະ ບໍ່ມີໃຜສາມາດເຫັນທະລຸແຜນການ ແລະ ກົນອຸບາຍທີ່ຖືກວາງຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນເລີຍ. ນີ້ສະແດງໃຫ້ເຫັນວ່າ ທໍາມະຊາດຂອງພວກເຂົາມີເງື່ອນງໍາ ແລະ ເປັນພິດຮ້າຍແຮງສໍ່າໃດ. ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເວົ້າໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ, ເປັນປໍລະປັກ ແລະ ຕໍ່ສູ້ກັບພຣະເຈົ້າ, ເຕັມ ແລະ ຈົມຢູ່ໃນປັດຊະຍາ ແລະ ພິດຂອງຊາຕານ. ທັງໝົດໄດ້ກາຍມາເປັນທຳມະຊາດ ແລະ ແກ່ນແທ້ຂອງຊາຕານ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ມະນຸດສາມາດເລີ່ມຮູ້ຈັກຕົນເອງໄດ້ຢ່າງງ່າຍດາຍ ຖ້າສາມາດໄຈ້ແຍກທຳມະຊາດຂອງພວກເຂົາໃນລັກສະນະນີ້.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ
361. ເຈົ້າເຂົ້າໃຈທຳມະຊາດຂອງມະນຸດໄດ້ແນວໃດ? ການເຂົ້າໃຈທຳມະຊາດຂອງເຈົ້າໝາຍເຖິງການໄຈ້ແຍກສິ່ງຕ່າງໆເລິກໆຢູ່ພາຍໃນວິນຍານຂອງເຈົ້າແທ້ໆ ນັ້ນກໍຄື ສິ່ງຕ່າງໆທີ່ຢູ່ພາຍໃນຊີວິດຂອງເຈົ້າ ແລະ ເຫດຜົນ ແລະ ປັດຊະຍາທັງໝົດຂອງຊາຕານທີ່ເຈົ້າດຳລົງຊີວິດຕາມ, ເຊິ່ງເປັນຊີວິດຂອງຊາຕານທີ່ເຈົ້າດຳລົງຊີວິດຕາມ. ໂດຍການຂຸດຄົ້ນເຂົ້າໃນສ່ວນເລິກຂອງຈິດວິນຍານຂອງເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເຂົ້າໃຈທຳມະຊາດຂອງເຈົ້າ. ສິ່ງເຫຼົ່ານີ້ຈະສາມາດຖືກຂຸດຄົ້ນໄດ້ແນວໃດ? ພວກມັນບໍ່ສາມາດຖືກຂຸດຄົ້ນ ຫຼື ຖືກກວດສອບໄດ້ຜ່ານໜຶ່ງ ຫຼື ສອງເລື່ອງເທົ່ານັ້ນ. ເປັນເວລາຫຼາຍຄັ້ງ ຫຼັງຈາກທີ່ເຈົ້າໄດ້ສຳເລັດໃນການເຮັດສິ່ງໃດສິ່ງໜຶ່ງ, ເຈົ້າກໍຍັງບໍ່ໄດ້ເຂົ້າໃຈ. ມັນສາມາດໃຊ້ເວລາສາມ ຫຼື ຫ້າປີກ່ອນທີ່ເຈົ້າຈະສາມາດຮັບຮູ້ ຫຼື ເຂົ້າໃຈແມ່ນແຕ່ໜ້ອຍດຽວ. ສະນັ້ນ, ໃນຫຼາຍສະຖານະການ, ເຈົ້າຕ້ອງໄຕ່ຕອງຕົນເອງ ແລະ ມາຮູ້ຈັກຕົນເອງ. ເຈົ້າຕ້ອງຂຸດເລິກ ແລະ ໄຈ້ແຍກຕົນເອງຢ່າງຖີ່ຖ້ວນຕາມພຣະທຳຂອງພຣະເຈົ້າ ເພື່ອທີ່ຈະເຫັນຜົນໄດ້ຮັບໃດໜຶ່ງ. ເມື່ອຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງເຕີບໃຫຍ່ຂຶ້ນ ແລະ ເລິກເຊິ່ງຂຶ້ນ, ເຈົ້າຈະມາຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າເອງເທື່ອລະໜ້ອຍ ຜ່ານການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງ.
ເພື່ອຮູ້ຈັກທຳມະຊາດຂອງເຈົ້າ, ເຈົ້າຕ້ອງຮັບຄວາມເຂົ້າໃຈກ່ຽວກັບມັນຜ່ານສອງສາມຢ່າງ. ກ່ອນອື່ນ, ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງທີ່ເຈົ້າມັກ. ສິ່ງນີ້ບໍ່ໄດ້ໝາຍເຖິງສິ່ງທີ່ເຈົ້າມັກກິນ ຫຼື ນຸ່ງຫົ່ມ: ກົງກັນຂ້າມ ມັນໝາຍເຖິງປະເພດຂອງສິ່ງຕ່າງໆທີ່ເຈົ້າເພີດເພີນ, ສິ່ງຕ່າງໆທີ່ເຈົ້າອິດສາ, ສິ່ງຕ່າງໆທີ່ເຈົ້ານະມັດສະການ, ສິ່ງຕ່າງໆທີ່ເຈົ້າສະແຫວງຫາ ແລະ ສິ່ງຕ່າງໆທີ່ຫົວໃຈຂອງເຈົ້າໃຫ້ຄວາມສົນໃຈ, ປະເພດຂອງຄົນທີ່ເຈົ້າມັກພົວພັນນໍາ, ປະເພດຂອງສິ່ງຕ່າງໆທີ່ເຈົ້າມັກເຮັດ ແລະ ປະເພດຂອງຄົນທີ່ເຈົ້າຊື່ນຊົມ ແລະ ບູຊາໃນຫົວໃຈຂອງເຈົ້າ. ຕົວຢ່າງເຊັ່ນ: ຄົນສ່ວນໃຫຍ່ມັກຜູ້ຄົນທີ່ມີຖານະສູງ, ຜູ້ຄົນທີ່ມີຄຳເວົ້າ ແລະ ພຶດຕິກຳຢ່າງສວຍງາມ ຫຼື ມັກຄົນທີ່ເວົ້າແບບປະຈົບປະແຈງ ຫຼື ຄົນທີ່ທໍາທ່າສະແດງ. ສິ່ງທີ່ກ່າວມານັ້ນແມ່ນກ່ຽວກັບຄົນທີ່ພວກເຂົາມັກພົວພັນນໍາ. ແຕ່ສຳລັບສິ່ງທີ່ຜູ້ຄົນເພີດເພີນ, ສິ່ງເຫຼົ່ານີ້ແມ່ນລວມເຖິງການເຕັມໃຈເຮັດສິ່ງໃດໜຶ່ງທີ່ເຮັດໄດ້ງ່າຍ, ເພີດເພີນກັບການເຮັດສິ່ງຕ່າງໆທີ່ຄົນອື່ນຄິດວ່າດີ ແລະ ຈະເຮັດໃຫ້ຜູ້ຄົນຮ້ອງເພງສັນລະເສີນ ແລະ ຍົກຍ້ອງ. ໃນທຳມະຊາດຂອງຜູ້ຄົນ, ມີລັກສະນະທົ່ວໄປຂອງສິ່ງທີ່ພວກເຂົາມັກ. ນັ້ນກໍຄື ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄົນອື່ນອິດສາຍ້ອນລັກສະນະພາຍນອກ, ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເບິ່ງສວຍງາມ ແລະ ຫຼູຫຼາ ແລະ ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຮັດໃຫ້ຄົນອື່ນນະມັດສະການພວກເຂົາ. ສິ່ງຕ່າງເຫຼົ່ານີ້ທີ່ຜູ້ຄົນມັກແມ່ນຍິ່ງໃຫຍ່, ແວວວາວ, ງົດງາມ ແລະ ສະຫງ່າງາມ. ທຸກຄົນບູຊາສິ່ງເຫຼົ່ານີ້. ມັນສາມາດເຫັນໄດ້ວ່າ ຜູ້ຄົນບໍ່ມີຄວາມຈິງເລີຍ ຫຼື ພວກເຂົາບໍ່ມີລັກສະນະຂອງການເປັນຢູ່ທີ່ແທ້ຈິງຂອງມະນຸດ. ການບູຊາສິ່ງເຫຼົ່ານີ້ແມ່ນບໍ່ມີຄວາມສຳຄັນແມ່ນແຕ່ໜ້ອຍດຽວ, ແຕ່ຜູ້ຄົນກໍຍັງມັກສິ່ງເຫຼົ່ານີ້. ສິ່ງຕ່າງໆເຫຼົ່ານີ້ທີ່ຜູ້ຄົນມັກເບິ່ງຄືວ່າດີເປັນພິເສດຕໍ່ຄົນທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນເຕັມໃຈທີ່ຈະສະແຫວງຫາເປັນຢ່າງຍິ່ງ... ສິ່ງຕ່າງໆທີ່ຜູ້ຄົນສະແຫວງຫາ ແລະ ປາດຖະໜາຫາແມ່ນເປັນຂອງແນວໂນ້ມທາງໂລກ, ສິ່ງເຫຼົ່ານີ້ເປັນຂອງຊາຕານ ແລະ ມານຮ້າຍ, ພວກມັນເປັນທີ່ລັງກຽດໂດຍພຣະເຈົ້າ ແລະ ປາສະຈາກຄວາມຈິງໃດໆ. ສິ່ງຕ່າງໆທີ່ຜູ້ຄົນມີແນວໂນ້ມທີ່ຈະປາດຖະໜາຫາເຮັດໃຫ້ສາມາດຂຸດຄົ້ນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ຄວາມມັກຂອງຜູ້ຄົນສາມາດເຫັນໄດ້ໃນລັກສະນະທີ່ພວກເຂົາແຕ່ງຕົວ: ບາງຄົນເຕັມໃຈທີ່ຈະສວມໃສ່ເສື້ອຜ້າທີ່ດຶງດູດຄວາມສົນໃຈ, ມີສີສັນ ຫຼື ລວດລາຍແປກປະຫຼາດ. ພວກເຂົາເຕັມໃຈທີ່ຈະສວມໃສ່ສິ່ງປະດັບທີ່ບໍ່ມີຜູ້ໃດເຄີຍສວມໃສ່ມາກ່ອນ ແລະ ພວກເຂົາຮັກສິ່ງຕ່າງໆທີ່ສາມາດດຶງດູດເພດກົງຂ້າມ. ການທີ່ພວກເຂົາສວມໃສ່ເສື້ອຜ້າ ແລະ ສິ່ງປະດັບກໍ່ສະແດງເຖິງຄວາມມັກທີ່ພວກເຂົາມີສຳລັບສິ່ງຕ່າງໆເຫຼົ່ານີ້ໃນຊີວິດຂອງພວກເຂົາ ແລະ ເລິກຢູ່ພາຍໃນຫົວໃຈຂອງພວກເຂົາ. ສິ່ງຕ່າງໆທີ່ພວກເຂົາມັກບໍ່ມີສັກສີ ຫຼື ບໍ່ເປັນທີ່ຍອມຮັບ. ພວກມັນບໍ່ແມ່ນສິ່ງຂອງທີ່ຄົນປົກກະຕິຄວນສະແຫວງຫາ. ໃນຄວາມຫຼົງໄຫຼຂອງພວກເຂົາສຳລັບສິ່ງເຫຼົ່ານັ້ນ, ມີຄວາມບໍ່ຊອບທຳ. ທັດສະນະຄະຕິຂອງພວກເຂົາເປັນຄືກັນກັບຄົນທາງໂລກຢ່າງແທ້ໆ. ຄົນໆໜຶ່ງບໍ່ສາມາດເຫັນສ່ວນໃດສ່ວນໜຶ່ງທີ່ສອດຄ່ອງກັບຄວາມຈິງ. ສະນັ້ນ, ສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າໃຫ້ຄວາມສຳຄັນ, ສິ່ງທີ່ເຈົ້າບູຊາ, ສິ່ງທີ່ເຈົ້າອິດສາ ແລະ ສິ່ງທີ່ເຈົ້າຄິດເຖິງໃນຫົວໃຈຂອງເຈົ້າທຸກມື້ ແມ່ນລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ທຳມະຊາດຂອງເຈົ້າ. ຄວາມຫຼົງໄຫຼສຳລັບສິ່ງທາງໂລກເຫຼົ່ານີ້ແມ່ນພຽງພໍທີ່ຈະພິສູດວ່າທຳມະຊາດຂອງເຈົ້າມັກຄວາມບໍ່ຊອບທຳ ແລະ ໃນສະຖານະການທີ່ຮ້າຍແຮງ ທຳມະຊາດຂອງເຈົ້າແມ່ນຊົ່ວຮ້າຍ ແລະ ບໍ່ສາມາດປິ່ນປົວໄດ້. ເຈົ້າຄວນໄຈ້ແຍກທຳມະຊາດຂອງເຈົ້າໃນລັກສະນະນີ້: ກວດສອບສິ່ງທີ່ເຈົ້າມັກ ແລະ ສິ່ງທີ່ເຈົ້າປະຖິ້ມໃນຊີວິດຂອງເຈົ້າ. ເຈົ້າອາດດີກັບບາງຄົນໃນຊ່ວງເວລາໃດໜຶ່ງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າມັກພວກເຂົາ. ສິ່ງທີ່ເຈົ້າມັກຢ່າງແທ້ຈິງແມ່ນສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າ; ເຖິງແມ່ນວ່າກະດູກຂອງເຈົ້າຫັກ, ເຈົ້າກໍຍັງຈະເພີດເພີນກັບມັນ ແລະ ບໍ່ສາມາດປະຖິ້ມມັນໄດ້ຈັກເທື່ອ. ສິ່ງນີ້ບໍ່ໄດ້ງ່າຍທີ່ຈະປ່ຽນແປງ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ
363. ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າໄດ້ຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຜ່ານພົ້ນໄດ້ ແລະ ເຖິງຂັ້ນມີຄວາມໂສກເສົ້າຢ່າງໜັກ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີຕໍ່ພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າພຽງຢ່າງດຽວ, ເຂົາແມ່ນບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ແຮງໄກທີ່ເຂົາຈະສາມາດຮູ້ຈັກແກ່ນແທ້ຂອງມະນຸດ. ມີພຽງຜ່ານການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ ແລະ ໃນລະຫວ່າງຂະບວນການຫຼໍ່ຫຼອມດັ່ງກ່າວນັ້ນເອງ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ