(I) ກ່ຽວກັບການເປີດເຜີຍຄວາມໝາຍຂອງການມີຄວາມເຊື່ອໃນພຣະເຈົ້າ
331. ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາຕ້ອງກະທຳແນວໃດແທ້ໆເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງແມ່ນວ່າຜູ້ຄົນຮູ້ຈັກຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຫ່າງໄກຫຼາຍທີ່ຈະບັນລຸຂໍ້ກຳນົດຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມເຈດຕະນາຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ເພື່ອກ້າວໄປອີກຂັ້ນໜຶ່ງ, ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເໜັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງປະສົບກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ແລະ ດ້ວຍເຫດນີ້ຈຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມຕ່າງໆຂອງຕົນເອງ, ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນຫຼາຍ. ເມື່ອຜູ້ຄົນເຊື່ອໃນພຣະເຈົ້າໃນລັກສະນະນີ້, ມັນສູນເສຍຄວາມໝາຍຂອງມັນ ແລະ ເຖິງແມ່ນວ່າ ພວກເຂົາອາດສືບຕໍ່ເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ, ນັ້ນກໍຍ້ອນວ່າ ພວກເຂົາຍ່າງໃນເສັ້ນທາງທີ່ຜິດ. ຜູ້ທີ່ເຊື່ອໃນພຣະເຈົ້າມາຈົດຮອດທຸກມື້ນີ້ ຕາມຄໍາເວົ້າ ແລະ ໃນທິດສະດີທີ່ວ່າງເປົ່າ, ຍັງບໍ່ຮູ້ວ່າ ພວກເຂົາຂາດແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ວ່າພວກເຂົາບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ. ແຕ່ພວກເຂົາກໍຍັງອະທິຖານຂໍໃຫ້ພຣະເຈົ້າອວຍພອນພວກເຂົາດ້ວຍສັນຕິສຸກ ແລະ ຄວາມກະລຸນາຢ່າງພຽງພໍ. ໃຫ້ພວກເຮົາເຮັດໃຫ້ຫົວໃຈຂອງພວກເຮົາສະຫງົບ ແລະ ຄິດຢ່າງໜັກເບິ່ງວ່າ: ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າເປັນເລື່ອງທີ່ງ່າຍທີ່ສຸດໃນໂລກບໍ? ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າບໍ່ມີຄວາມໝາຍຫຍັງນອກຈາກເປັນການຮັບເອົາຄວາມກະລຸນາຢ່າງໃຫຍ່ຫຼວງຈາກພຣະເຈົ້າ? ຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ຫຼື ເຊື່ອໃນພຣະອົງ ແຕ່ຕໍ່ຕ້ານພຣະອົງ ຈະສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ
332. ມື້ນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ມັນຄື ການຮັບເອົາພຣະທໍາຂອງພຣະເຈົ້າໃຫ້ເປັນຊີວິດ-ຄວາມເປັນຈິງຂອງເຈົ້າ ແລະ ການຮູ້ຈັກພຣະເຈົ້າຈາກພຣະທໍາຂອງພຣະອົງ ເພື່ອບັນລຸຄວາມຮັກທີ່ແທ້ຈິງຕໍ່ພຣະອົງ. ເພື່ອຈະເວົ້າຢ່າງຈະແຈ້ງກໍ່ຄື: ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ເຈົ້າອ່ອນນ້ອມຕໍ່ພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດ. ນີ້ຄືຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ, ພຣະເຈົ້າສົມຄວນແກ່ການເຄົາລົບນັບຖືສໍ່າໃດ ແລະ ໃນສິ່ງຖືກສ້າງຂອງພຣະອົງ ພຣະເຈົ້າປະຕິບັດພາລະກິດແຫ່ງການລອດພົ້ນ ແລະ ເຮັດໃຫ້ພວກເຂົາສົມບູນແນວໃດ, ສິ່ງເຫຼົ່ານີ້ຄືພື້ນຖານທີ່ແທ້ຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າເປັນຫຼັກ; ຈາກການດໍາລົງຊີວິດພາຍໃນຄວາມເສື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດແຫ່ງພຣະທໍາຂອງພຣະເຈົ້າ; ມັນຄືການອອກຈາກການຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ການດຳລົງຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ມັນຄືການທີ່ສາມາດບັນລຸຄວາມອ່ອນນ້ອມຕໍ່ພຣະເຈົ້າ ແລະ ບໍ່ແມ່ນຄວາມອ່ອນນ້ອມຕໍ່ເນື້ອໜັງ; ມັນຄືການປ່ອຍໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານ. ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ລິດອຳນາດທີ່ຍິ່ງໃຫຍ່ ແລະ ສະຫງ່າລາສີຂອງພຣະເຈົ້າຈະໄດ້ສຳແດງອອກໃນຕົວເຈົ້າເປັນຫຼັກ, ເພື່ອວ່າເຈົ້າອາດເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ຄວາມເຊື່ອໃນພຣະເຈົ້າບໍ່ຄວນກ່ຽວກັບຄວາມປາຖະໜາທີ່ຈະເບິ່ງເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນບໍ່ຄວນເຫັນແກ່ເນື້ອໜັງສ່ວນຕົວຂອງເຈົ້າ. ມັນຄວນກ່ຽວກັບການສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການທີ່ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເຊື່ອຟັງພຣະອົງຈົນເຖິງຕາຍເຊັ່ນດຽວກັບເປໂຕ. ສິ່ງເຫຼົ່ານີ້ຄືຈຸດປະສົງຫຼັກຂອງການເຊື່ອໃນພຣະເຈົ້າ. ຄົນໜຶ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ, ພຽງແຕ່ຫຼັງຈາກນັ້ນ ເຈົ້າຈຶ່ງສາມາດອ່ອນນ້ອມຕໍ່ພຣະເຈົ້າໄດ້. ດ້ວຍຄວາມຮູ້ກ່ຽວກັບພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍທີ່ມະນຸດຄວນມີໃນຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຖ້າເຈົ້າພະຍາຍາມເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່ສະເໝີ, ແລ້ວມຸມມອງຄວາມເຊື່ອໃນພຣະເຈົ້າແບບນີ້ກໍ່ບໍ່ຖືກຕ້ອງ. ຄວາມເຊື່ອໃນພຣະເຈົ້າຄືການຍອມຮັບພຣະທໍາຂອງພຣະເຈົ້າໃຫ້ເປັນຊີວິດ-ຄວາມເປັນຈິງເປັນຫຼັກ. ຈຸດປະສົງຂອງພຣະເຈົ້າແມ່ນພຽງແຕ່ຖືກບັນລຸໂດຍການນໍາພຣະທຳຂອງພຣະເຈົ້າຈາກປາກຂອງພຣະເຈົ້າໄປປະຕິບັດ ແລະ ການປະຕິບັດພວກມັນພາຍໃນຕົວເຈົ້າເອງ. ໃນຄວາມເຊື່ອໃນພຣະເຈົ້າ, ມະນຸດຄວນດີ້ນຮົນເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດອ່ອນນ້ອມຕໍ່ພຣະເຈົ້າໂດຍບໍ່ມີການຈົ່ມຕໍ່ວ່າໃດໆ, ຄໍານຶງເຖິງເຈດຕະນາຂອງພຣະເຈົ້າ, ບັນລຸວຸດທິພາວະຂອງເປໂຕ ແລະ ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວເຖິງ, ແລ້ວນັ້ນກໍ່ຈະເປັນເວລາທີ່ເຈົ້າໄດ້ບັນລຸຄວາມສຳເລັດໃນຄວາມເຊື່ອໃນພຣະເຈົ້າ ແລະ ມັນຈະເປັນການສະແດງໃຫ້ເຫັນວ່າເຈົ້າຖືກຮັບເອົາໂດຍພຣະເຈົ້າແລ້ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງສໍາເລັດໄດ້ໂດຍພຣະທໍາຂອງພຣະເຈົ້າ
333. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ, ຜະເຊີນກັບພຣະທໍາຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທໍາຂອງພຣະອົງ. ມີພຽງແຕ່ສິ່ງນີ້ຈຶ່ງສາມາດເອີ້ນໄດ້ວ່າເປັນການເຊື່ອໃນພຣະເຈົ້າ! ຖ້າເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າດ້ວຍປາກຂອງເຈົ້າ ແຕ່ຍັງບໍ່ສາມາດນໍາພຣະທໍາຂໍ້ໃດຂອງພຣະອົງໄປປະຕິບັດ ຫຼື ກໍ່ໃຫ້ເກີດຄວາມເປັນຈິງໃດເລີຍ, ສິ່ງນີ້ບໍ່ເອີ້ນວ່າເປັນການເຊື່ອໃນພຣະເຈົ້າ. ກົງກັນຂ້າມ, ມັນຄື “ການຊອກຫາກິນເຂົ້າຈີ່ຈົນອີ່ມ”. ການເວົ້າເຖິງຄຳພະຍານຕື້ນໆ, ສິ່ງທີ່ບໍ່ມີປະໂຫຍດ ແລະ ເລື່ອງຜິວເຜີນເທົ່ານັ້ນ ໂດຍບໍ່ມີຄວາມເປັນຈິງແມ່ນແຕ່ໜ້ອຍດຽວ, ສິ່ງເຫຼົ່ານີ້ບໍ່ໄດ້ປະກອບເປັນຄວາມເຊື່ອໃນພຣະເຈົ້າ ແລະ ເຈົ້າບໍ່ໄດ້ເຂົ້າໃຈວິທີທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ໄດ້ຫຼາຍເທົ່າທີ່ເປັນໄປໄດ້? ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ແຕ່ ສະແຫວງຫາພຽງແຕ່ເພື່ອຂຶ້ນສະຫວັນ, ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ແມ່ນຫຍັງຄືຂັ້ນຕອນທໍາອິດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຮັດ? ພຣະເຈົ້າເຮັດໃຫ້ມະນຸດສົມບູນດ້ວຍເສັ້ນທາງໃດ? ເຈົ້າສາມາດຖືກເຮັດໃຫ້ສົມບູນ ໂດຍບໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າບໍ? ເຈົ້າສາມາດຖືວ່າເປັນປະຊາຊົນໃນອານາຈັກ ໂດຍບໍ່ມີພຣະທໍາຂອງພຣະເຈົ້າທີ່ເຮັດໜ້າທີ່ເປັນຄວາມເປັນຈິງຂອງເຈົ້າບໍ? ຄວາມເຊື່ອໃນພຣະເຈົ້າແມ່ນໝາຍເຖິງຫຍັງແທ້ໆ? ຢ່າງໜ້ອຍທີ່ສຸດ, ຜູ້ເຊື່ອໃນພຣະເຈົ້າຄວນປະພຶດດີໃນພາຍນອກ; ສິ່ງທີ່ສໍາຄັນທີ່ສຸດກໍ່ຄື ການມີພຣະທໍາຂອງພຣະເຈົ້າ. ບໍ່ວ່າດ້ວຍຫຍັງກໍ່ຕາມ ເຈົ້າບໍ່ສາມາດຫັນໜີຈາກພຣະທໍາຂອງພຣະອົງໄດ້. ການຮູ້ຈັກພຣະເຈົ້າ ແລະ ການຕອບສະໜອງຕໍ່ເຈດຕະນາຂອງພຣະອົງລ້ວນແລ້ວແຕ່ຖືກບັນລຸຜ່ານພຣະທໍາຂອງພຣະອົງ. ໃນອະນາຄົດ, ທຸກຊາດ, ທຸກນິກາຍ, ທຸກສາສະໜາ ແລະ ທຸກພາກສ່ວນຈະຖືກເອົາຊະນະຜ່ານພຣະທຳຂອງພຣະເຈົ້າ. ພຣະເຈົ້າຈະກ່າວໂດຍກົງ ແລະ ທຸກຄົນຈະຮັບເອົາພຣະທໍາຂອງພຣະອົງໄວ້ໃນມືຂອງພວກເຂົາ ແລະ ດ້ວຍວິທີນີ້, ມະນຸດຊາດກໍ່ຈະຖືກເຮັດໃຫ້ສົມບູນ. ພຣະທໍາຂອງພຣະເຈົ້າຈະເຜີຍແຜ່ໄປທົ່ວທັງພາຍໃນ ແລະ ພາຍນອກ, ມະນຸດຊາດຈະກ່າວພຣະທໍາຂອງພຣະເຈົ້າດ້ວຍປາກຂອງພວກເຂົາ, ປະຕິບັດຕາມພຣະທໍາຂອງພຣະເຈົ້າ ແລະ ຮັກສາພຣະທໍາຂອງພຣະອົງໄວ້ພາຍໃນ, ຍັງຄົງແຊ່ໃນພຣະທຳຂອງພຣະເຈົ້າທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ມະນຸດຊາດຈຶ່ງຈະຖືກເຮັດໃຫ້ສົມບູນ. ຄົນທີ່ຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງ, ຄົນເຫຼົ່ານີ້ຄືຄົນທີ່ມີພຣະທໍາຂອງພຣະເຈົ້າເປັນຄວາມເປັນຈິງຂອງພວກເຂົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
334. ວັນນີ້ ເພື່ອເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງວາງຕີນບົນ ເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ ສະແຫວງຫາເພື່ອຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການສ່ອງສະຫວ່າງຂອງພຣະອົງ ແລະ ຜ່ານການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈສ່ວນເລິກຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ແລະ ບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຢູ່ໃນການຄອບຄອງຂອງພຣະເຈົ້າແລ້ວ ແລະ ບໍ່ມີສິ່ງອື່ນອີກທີ່ສາມາດຄອບຄອງເຈົ້າໄດ້. ຜ່ານປະສົບການຂອງເຈົ້າ, ຜ່ານຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ຜ່ານພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ ແລະ ເມື່ອເຈົ້າເຮັດໄດ້ເຊັ່ນນັ້ນ, ເຈົ້າຈະເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຈະມາດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດເວົ້າໄດ້ວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີພວກເຈົ້າຄົນໃດທີ່ຄວນພໍໃຈກັບສະພາບການປັດຈຸບັນຂອງເລື່ອງຕ່າງໆ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ເຈົ້າບໍ່ສາມາດຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອໃດກໍ່ຕາມທີ່ພວກເຈົ້າກ່າວ ຫຼື ກະທຳ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ເມື່ອນັ້ນ ເຈົ້າຈຶ່ງຈະສາມາດສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
335. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອຍ້ອນເປົ້າໝາຍເຫຼົ່ານີ້, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ເຈົ້າຈະຖືກເຮັດໃຫ້ສົມບູນ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ການມີຄວາມເຂົ້າໃຈແບບນີ້, ເຈົ້າຄວນໃຊ້ມັນເພື່ອກຳຈັດຄວາມຮຽກຮ້ອງ, ຄວາມຫວັງ ແລະ ແນວຄິດສ່ວນຕົວທຸກຢ່າງທີ່ຢູ່ໃນຫົວໃຈຂອງເຈົ້າອອກໄປ. ໂດຍການກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ ແລະ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືເຈດຕະນາຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້. ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດສັບສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາພອນມາສູ່ພວກເຂົາ, ແຕ່ແລ້ວກໍສູນເສຍກຳລັງທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການອ່ອນນ້ອມຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີແນວຄິດຫຼາຍຢ່າງກ່ຽວກັບສາສະໜາທີ່ເຈົ້າບໍ່ສາມາດປະຖິ້ມໄດ້ ແລະ ເຈົ້າຍັງສະແຫວງຫາພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ, ທຸກສິ່ງເຫຼົ່ານີ້ແມ່ນພຶດຕິກຳຂອງຜູ້ຄົນທີ່ມີທັດສະນະທີ່ຜິດ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມຄືສະແຫວງຫາ ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ; ນີ້ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈທີ່ກຽມພ້ອມທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກຜູ້ຄົນຈະບັນລຸເງື່ອນໄຂສອງຢ່າງນີ້, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ
336. ຫຼັງຈາກເວລາຫຼາຍປີ, ເຮົາໄດ້ເຫັນຫຼາຍຄົນທີ່ເຊື່ອໃນພຣະເຈົ້າ. ຄວາມເຊື່ອຂອງພວກເຂົາໄດ້ປ່ຽນແປງໃຫ້ພຣະເຈົ້າກາຍເປັນຫຍັງໃນຄວາມຄິດຂອງພວກເຂົາ? ບາງຄົນເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນພຽງອາກາດທີ່ວ່າງເປົ່າ. ຄົນເຫຼົ່ານີ້ບໍ່ມີຄຳຕອບຕໍ່ຄຳຖາມທີ່ກ່ຽວກັບການເປັນຢູ່ຂອງພຣະເຈົ້າ, ຍ້ອນພວກເຂົາບໍ່ສາມາດຮູ້ສຶກ ຫຼື ຮັບຮູ້ການສະຖິດຢູ່ຂອງພຣະອົງ ຫຼື ການບໍ່ສະຖິດຢູ່ຂອງພຣະອົງ, ແຮງໄກທີ່ພວກເຂົາຈະເຫັນສິ່ງນັ້ນຢ່າງຊັດເຈນ ຫຼື ເຂົ້າໃຈເຖິງສິ່ງນັ້ນ. ພາຍໃນຈິດໃຕ້ສຳນຶກ, ຄົນເຫຼົ່ານີ້ຄິດວ່າພຣະເຈົ້າບໍ່ມີຢູ່ຈິງ. ບາງຄົນກໍເຊື່ອໃນພຣະເຈົ້າຄືກັບວ່າພຣະອົງເປັນມະນຸດ. ຄົນເຫຼົ່ານີ້ຄິດວ່າ ພຣະອົງບໍ່ສາມາດເຮັດທຸກສິ່ງທຸກຢ່າງທີ່ພວກເຂົາເອງກໍບໍ່ສາມາດເຮັດເຊັ່ນດຽວກັນ ແລະ ພຣະອົງຄວນຄິດຕາມທີ່ພວກເຂົາຄິດ. ນິຍາມຂອງພວກເຂົາກ່ຽວກັບພຣະເຈົ້າກໍຄື “ບຸກຄົນທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້”. ຍັງມີກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນຫຸ່ນຕຸກກະຕາ; ຄົນເຫຼົ່ານີ້ເຊື່ອວ່າ ພຣະເຈົ້າບໍ່ມີຄວາມຮູ້ສຶກ. ພວກເຂົາຄິດວ່າພຣະເຈົ້າເປັນຮູບປັ້ນດິນດາກ ແລະ ເມື່ອຜະເຊີນກັບບັນຫາ, ພຣະເຈົ້າກໍບໍ່ມີທ່າທີ, ມຸມມອງ ຫຼື ແນວຄິດໃດໆ; ພວກເຂົາເຊື່ອວ່າພຣະອົງຖືກຄວບຄຸມໂດຍມະນຸດຊາດ. ຜູ້ຄົນພຽງເຊື່ອໃນສິ່ງທີ່ພວກເຂົາຕ້ອງການເຊື່ອ. ຖ້າພວກເຂົາເຮັດໃຫ້ພຣະອົງຍິ່ງໃຫຍ່, ແລ້ວພຣະອົງກໍຍິ່ງໃຫຍ່; ຖ້າພວກເຂົາເຮັດໃຫ້ພຣະອົງເລັກນ້ອຍ, ແລ້ວພຣະອົງກໍເລັກນ້ອຍ. ເມື່ອຜູ້ຄົນເຮັດບາບ ແລະ ຕ້ອງການຄວາມເມດຕາ, ຄວາມອົດທົນ ແລະ ຄວາມຮັກຂອງພຣະເຈົ້າ, ພວກເຂົາກໍຄິດເອງວ່າພຣະເຈົ້າຄວນປະທານຄວາມເມດຕາຂອງພຣະອົງ. ຄົນເຫຼົ່ານີ້ປະດິດ “ພຣະເຈົ້າ” ໃນຄວາມຄິດຂອງພວກເຂົາເອງ ແລະ ຫຼັງຈາກນັ້ນກໍເຮັດໃຫ້ “ພຣະເຈົ້າ” ນີ້ປະຕິບັດຕາມຄຳຮຽກຮ້ອງຂອງພວກເຂົາ ແລະ ສະໜອງຄວາມປາຖະໜາຂອງພວກເຂົາທັງໝົດ. ບໍ່ວ່າເມື່ອໃດ ຫຼື ຢູ່ໃສ ແລະ ບໍ່ວ່າຄົນດັ່ງກ່າວຈະເຮັດຫຍັງກໍຕາມ, ພວກເຂົາຈະນໍາໃຊ້ຄວາມເພີ້ຝັນນີ້ໃນການປະຕິບັດຕໍ່ພຣະເຈົ້າ ແລະ ໃນຄວາມເຊື່ອຂອງພວກເຂົາ. ເຖິງກັບມີຄົນທີ່ຍັງເຊື່ອວ່າພຣະອົງສາມາດຊ່ວຍພວກເຂົາໃຫ້ລອດພົ້ນ ຫຼັງຈາກທີ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຍ້ອນພວກເຂົາຖືວ່າຄວາມຮັກຂອງພຣະເຈົ້າບໍ່ມີຂອບເຂດ ແລະ ອຸປະນິໄສຂອງພຣະອົງກໍຊອບທຳ ແລະ ບໍ່ວ່າຜູ້ຄົນຈະທ້າທາຍພຣະອົງຫຼາຍສໍ່າໃດກໍຕາມ, ພຣະອົງກໍຈະບໍ່ຈົດຈໍາສິ່ງນັ້ນໄວ້. ພວກເຂົາຄິດວ່າ ຍ້ອນຄວາມບົກຜ່ອງຂອງມະນຸດ, ການລ່ວງເກີນຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດເປັນການສະແດງອອກເຖິງອຸປະນິໄສຂອງພວກເຂົາເປັນການຊົ່ວຄາວ, ພຣະເຈົ້າຈະໃຫ້ໂອກາດແກ່ຜູ້ຄົນ ແລະ ອົດກັ້ນ ແລະ ອົດທົນກັບພວກເຂົາ; ພວກເຂົາເຊື່ອວ່າພຣະເຈົ້າຈະຍັງຮັກພວກເຂົາຄືກັບແຕ່ກ່ອນ. ສະນັ້ນ ພວກເຂົາຈຶ່ງຍັງຮັກສາຄວາມຫວັງສູງທີ່ຈະບັນລຸຄວາມລອດພົ້ນ. ໃນຄວາມເປັນຈິງແລ້ວ, ບໍ່ວ່າຜູ້ຄົນຈະເຊື່ອໃນພຣະເຈົ້າແນວໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ສະແຫວງຫາຄວາມຈິງ, ພຣະອົງກໍຈະມີທ່າທີທາງດ້ານລົບຕໍ່ພວກເຂົາ. ນີ້ກໍຍ້ອນວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ, ເຖິງແມ່ນເຈົ້າໄດ້ຈັບເອົາໜັງສືແຫ່ງພຣະທຳຂອງພຣະເຈົ້າ ແລະ ເຫັນວ່າມັນເປັນຄືກັບຊັບສົມບັດ ແລະ ສຶກສາ ແລະ ອ່ານມັນທຸກໆມື້, ເຈົ້າກໍຍັງປະວາງພຣະເຈົ້າທີ່ແທ້ຈິງໄວ້ທາງຂ້າງ. ເຈົ້ານັບຖືພຣະອົງວ່າເປັນພຽງອາກາດທີ່ວ່າງເປົ່າ ຫຼື ເປັນພຽງບຸກຄົນໜຶ່ງ ແລະ ພວກເຈົ້າບາງຄົນນັບຖືພຣະອົງເປັນພຽງແຕ່ຫຸ່ນຕຸກກະຕາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍອີງ ຕາມທີ່ເຮົາໄດ້ເຫັນ, ບໍ່ວ່າພວກເຈົ້າຈະຜະເຊີນກັບບັນຫາ ຫຼື ຜະເຊີນກັບສະຖານະການໃດໆກໍຕາມ, ສິ່ງເຫຼົ່ານັ້ນທີ່ຢູ່ໃນຈິດໃຕ້ສຳນຶກຂອງເຈົ້າ, ສິ່ງຕ່າງໆເຫຼົ່ານີ້ທີ່ເຈົ້າຍົກຂຶ້ນຢູ່ພາຍໃນ ແມ່ນບໍ່ເຄີຍກ່ຽວພັນກັບພຣະທຳຂອງພຣະເຈົ້າເລີຍ ຫຼື ການສະແຫວງຫາຄວາມຈິງຈັກເທື່ອ. ເຈົ້າພຽງແຕ່ຮູ້ຈັກວ່າເຈົ້າເອງກຳລັງຄິດຫຍັງ, ມຸມມອງຂອງເຈົ້າເອງແມ່ນຫຍັງ ແລະ ຫຼັງຈາກນັ້ນ ເຈົ້າກໍບັງຄັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງໃຫ້ກັບພຣະເຈົ້າ. ໃນຄວາມຄິດຂອງເຈົ້າ, ພວກມັນໄດ້ກາຍມາເປັນມຸມມອງຂອງພຣະເຈົ້າ ແລະ ເຈົ້າສ້າງມາດຕະຖານຂອງມຸມມອງເຫຼົ່ານີ້ທີ່ເຈົ້າຕ້ອງການສົ່ງເສີມຢ່າງແທ້ຈິງ. ດົນນານໄປ, ການປະຕິບັດແບບນີ້ຈະພາໃຫ້ເຈົ້າຫ່າງອອກຈາກພຣະເຈົ້າເລື້ອຍໆ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ
337. ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອອ່ອນນ້ອມຕໍ່ພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງອ່ອນນ້ອມ. ການອ່ອນນ້ອມຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊະຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການອ່ອນນ້ອມຕໍ່ພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມອ່ອນນ້ອມຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການອ່ອນນ້ອມຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງນີ້ແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ ຄໍາອະທິຖານຕໍ່ໜ້າພຣະເຈົ້າ ແລະ ແມ່ນແຕ່ທຸກການກະທໍາຂອງເຈົ້າກໍຈະເປັນສິ່ງທີ່ຕໍ່ຕ້ານພຣະອົງ. ເຈົ້າອາດຈະເປັນຄົນທີ່ເວົ້າອ່ອນໂຍນ ແລະ ມີມາລະຍາດອ່ອນນ້ອມ, ທຸກການກະທໍາ ແລະ ທຸກຖ້ອຍຄໍາຂອງເຈົ້າອາດຈະເບິ່ງຄືຖືກຕ້ອງ ແລະ ເຈົ້າອາດຈະເບິ່ງຄືຄົນທີ່ອ່ອນນ້ອມ ແຕ່ເມື່ອເວົ້າເຖິງເຈດຕະນາຂອງເຈົ້າ ແລະ ຄວາມມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອຕໍ່ພຣະເຈົ້າແລ້ວ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນການຕໍ່ຕ້ານພຣະເຈົ້າ; ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ຊົ່ວຮ້າຍ. ຜູ້ຄົນທີ່ເບິ່ງຄືຄົນເຊື່ອຟັງ ປຽບເໝືອນດັ່ງໂຕແກະ ແຕ່ພັດມີຫົວໃຈທີ່ມີເຈດຕະນາອັນຊົ່ວຮ້າຍ ຜູ້ຄົນເຫຼົ່ານັ້ນກໍເປັນຄືກັບໝາປ່າທີ່ແຕ່ງກາຍເປັນໂຕແກະ. ພວກເຂົາລ່ວງເກີນພຣະເຈົ້າໂດຍກົງ ແລະ ພຣະເຈົ້າຈະບໍ່ລະເວັ້ນພວກເຂົາແມ່ນແຕ່ຄົນດຽວ. ພຣະວິນຍານບໍລິສຸດຈະເປີດເຜີຍພວກເຂົາແຕ່ລະຄົນ ແລະ ສະແດງໃຫ້ທຸກຄົນສາມາດເຫັນວ່າ ພຣະວິນຍານບໍລິສຸດຈະປະຕິເສດຜູ້ຄົນເຫຼົ່ານັ້ນທີ່ໜ້າຊື່ໃຈຄົດຢ່າງແນ່ນອນ. ບໍ່ຕ້ອງກັງວົນ: ພຣະເຈົ້າຈະຈັດການ ແລະ ແກ້ໄຂພວກເຂົາແຕ່ລະຄົນຕາມລໍາດັບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນອ່ອນນ້ອມຕໍ່ພຣະເຈົ້າ
338. ຄວາມຜິດທີ່ໃຫຍ່ຫຼວງຂອງຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຄືພວກເຂົາເຊື່ອແຕ່ໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າຫາຍໄປຈາກຊີວິດປະຈຳວັນຂອງພວກເຂົາຢ່າງສິ້ນເຊີງ. ແນ່ນອນ ທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ປາກຂອງຄົນກ່າວຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງ ແຕ່ພຣະເຈົ້າມີພື້ນທີ່ພຽງໜ້ອຍດຽວໃນຫົວໃຈຂອງພວກເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງພວກເຂົາຊໍ້າແລ້ວຊໍ້າອີກ. ຍ້ອນວ່າພວກເຂົາບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງພວກເຂົາ ເພື່ອວ່າພວກເຂົາອາດຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕພວກເຂົາເອງໃນທ່າມກາງການທົດລອງເຫຼົ່ານີ້. ຖ້າບໍ່ດັ່ງນັ້ນ ມະນຸດຈະກັບກາຍເປັນລູກຫຼານຂອງອັກຄະເທວະດາ ແລະ ເລີ່ມເສື່ອມຊາມຫຼາຍຂຶ້ນເລື້ອຍໆ. ໃນຂະບວນການແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແຕ່ລະຄົນປະຖິ້ມຄວາມຕັ້ງໃຈຫຼາຍຢ່າງ ແລະ ເປົ້າໝາຍພາຍໃຕ້ການຊຳລະລ້າງທີ່ບໍ່ຢຸດຢັ້ງຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນຜູ້ຄົນໄດ້. ກ່ອນອື່ນ ພຣະເຈົ້າຊຳລະລ້າງຜູ້ຄົນໃຫ້ບໍລິສຸດ ແລະ ຜ່ານຂະບວນການນີ້ ພວກເຂົາອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງພວກເຂົາ. ເມື່ອນັ້ນເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາພວກເຂົາໄດ້ ແລະ ເມື່ອນັ້ນເທົ່ານັ້ນ ຫົວໃຈຂອງພວກເຂົາຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນເຮົາຈຶ່ງເວົ້າວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ ແລະ ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈທີ່ຮັກພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ຄົນເຮົາສາມາດມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ. ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ເປັນເປົ້າໝາຍແຫ່ງການສະແຫວງຫາຂອງມະນຸດ. ເຈົ້າຄວນພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະເກີດໝາກຜົນໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະບໍ່ມີຄ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງຈະຖືວ່າສົມບູນ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
339. ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຕ້ອງມີຫົວໃຈທີ່ຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ເຈົ້າຕ້ອງສະແຫວງຫາເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນອ່ອນນ້ອມຕໍ່ພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າເອງ. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ເຈົ້າຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ກົງກັນຂ້າມ ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງທີ່ມະນຸດຍ່າງ
340. ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ອ່ອນນ້ອມຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ. ນີ້ແມ່ນສິ່ງທີ່ຄົນລົ້ມເຫຼວບໍ່ສາມາດບັນລຸໄດ້ ແລະ ຄົນທີ່ບໍ່ສາມາດຄົ້ນພົບພຣະຄຣິດກໍແຮງບໍ່ສາມາດບັນລຸມັນໄດ້. ຍ້ອນມະນຸດບໍ່ເກັ່ງໃນການອຸທິດຕົນເອງທັງໝົດໃຫ້ກັບພຣະເຈົ້າ, ຍ້ອນມະນຸດບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຂົາໃຫ້ພຣະຜູ້ສ້າງ, ຍ້ອນມະນຸດໄດ້ເຫັນຄວາມຈິງ ແຕ່ຫຼີກເວັ້ນຄວາມຈິງນັ້ນ ແລະ ຍ່າງຕາມເສັ້ນທາງຂອງເຂົາເອງ, ຍ້ອນມະນຸດສະແຫວງຫາໂດຍຕິດຕາມເສັ້ນທາງຂອງຄົນທີ່ລົ້ມເຫຼວຢູ່ສະເໝີ, ຍ້ອນມະນຸດກະບົດຕໍ່ສະຫວັນຢູ່ສະເໝີ ສະນັ້ນ ມະນຸດຈຶ່ງລົ້ມເຫຼວຢູ່ສະເໝີ, ຕົກຢູ່ໃນກົນອຸບາຍຂອງຊາຕານຢູ່ຕະຫຼອດເວລາ ແລະ ຕິດດາງແຫຂອງຕົນເອງ. ຍ້ອນມະນຸດບໍ່ຮູ້ຈັກພຣະຄຣິດ, ຍ້ອນມະນຸດບໍ່ເກັ່ງໃນການເຂົ້າໃຈ ແລະ ຜະເຊີນກັບຄວາມຈິງ, ຍ້ອນມະນຸດນະມັດສະການໂປໂລຫຼາຍເກີນໄປ ແລະ ປາຖະໜາຢາກໄປສະຫວັນຫຼາຍເກີນໄປ, ຍ້ອນມະນຸດຮຽກຮ້ອງໃຫ້ພຣະຄຣິດເຊື່ອຟັງເຂົາຢູ່ສະເໝີ ແລະ ສັ່ງພຣະເຈົ້າໃຫ້ເຮັດແບບນັ້ນແບບນີ້, ສະນັ້ນ ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ຄົນທີ່ໄດ້ຜະເຊີນກັບຄວາມລຳບາກເທິງແຜ່ນດິນໂລກ ກໍຍັງຕ້ອງຕາຍ ແລະ ຍັງຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າອີກດ້ວຍ. ສິ່ງທີ່ເຮົາເວົ້າໄດ້ ກ່ຽວກັບຄົນປະເພດດັ່ງກ່າວກໍຄື ພວກເຂົາຕາຍຢ່າງອະນາດ ແລະ ຜົນຕາມມາສຳລັບພວກເຂົາກໍຄືຄວາມຕາຍຂອງພວກເຂົາແມ່ນບໍ່ໄດ້ປາສະຈາກເຫດຜົນ. ຄວາມລົ້ມເຫຼວຂອງພວກເຂົາບໍ່ແມ່ນຍິ່ງບໍ່ທົນຕໍ່ກົດເກນແຫ່ງສະຫວັນບໍ? ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ນີ້ບໍ່ແມ່ນສິ່ງທີ່ມະນຸດສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ ພຣະຄຣິດສະໜອງພຽງຄວາມຈິງ; ພຣະອົງບໍ່ໄດ້ມາເພື່ອຕັດສິນວ່າ ມະນຸດຈະປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງຂອງເຂົາ ຫຼື ບໍ່. ສະນັ້ນ ຄວາມຈິງຈຶ່ງເປັນໄປດັ່ງນີ້, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມຈິງແມ່ນລ້ວນແລ້ວແຕ່ຂຶ້ນກັບການສະແຫວງຫາຂອງມະນຸດ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງມະນຸດທີ່ຢູ່ໃນຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິດ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການສະແຫວງຫາຂອງພວກເຂົາເອງ. ຈຸດໝາຍປາຍທາງຂອງມະນຸດ ແລະ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງເຂົາບໍ່ສາມາດເອົາມາຢອງຢູ່ເທິງຫົວຂອງພຣະເຈົ້າໄດ້ ເພື່ອໃຫ້ພຣະເຈົ້າແບກຮັບເອົາມັນ, ເພາະວ່າ ນີ້ບໍ່ແມ່ນບັນຫາຂອງພຣະເຈົ້າເອງ, ແຕ່ກ່ຽວຂ້ອງກັບໜ້າທີ່ໆສິ່ງຖືກສ້າງຄວນປະຕິບັດໂດຍກົງ. ຄົນສ່ວນໃຫຍ່ມີຄວາມຮູ້ເລັກນ້ອຍກ່ຽວກັບການສະແຫວງຫາ ແລະ ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕ, ແຕ່ຜູ້ຄົນບໍ່ຮູ້ຫຍັງເລີຍ ນອກຈາກຜົນໄດ້ຮັບຂອງເປໂຕ ແລະ ໂປໂລ ແລະ ບໍ່ຮູ້ເຖິງຄວາມລັບທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງເປໂຕ ຫຼື ຄວາມບົກຜ່ອງທີ່ນໍາໄປສູ່ຄວາມລົ້ມເຫຼວຂອງໂປໂລ. ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສາມາດເບິ່ງເຫັນແກ່ນແທ້ຂອງການສະແຫວງຫາຂອງພວກເຂົາຢ່າງສົມບູນ, ແລ້ວການສະແຫວງຫາຂອງພວກເຈົ້າສ່ວນໃຫຍ່ກໍຍັງຈະລົ້ມເຫຼວ ແລະ ເຖິງແມ່ນວ່າ ພວກເຈົ້າຈຳນວນໜ້ອຍຄົນຈະປະສົບຄວາມສຳເລັດ, ພວກເຈົ້າກໍຍັງບໍ່ເທົ່າກັບເປໂຕ. ຖ້າເສັ້ນທາງຂອງການສະແຫວງຫາຂອງເຈົ້າເປັນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າຈະມີຄວາມຫວັງແຫ່ງຄວາມສຳເລັດ; ຖ້າເສັ້ນທາງທີ່ເຈົ້າຍ່າງໃນການສະແຫວງຫາຄວາມຈິງນັ້ນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າຈະບໍ່ສາມາດມີຄວາມສຳເລັດຕະຫຼອດໄປ ແລະ ຈະພົບກັບຈຸດຈົບຄືກັນກັບໂປໂລ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງທີ່ມະນຸດຍ່າງ
341. ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງອ່ອນນ້ອມຕໍ່ພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກລິຮານ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ລິຮານກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນກໍລະນີຂອງການຫຼໍ່ຫຼອມແບບນີ້, ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ພວກເຂົາຍິ່ງຈະມີຫົວໃຈທີ່ຮັກພຣະເຈົ້າໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງໃຫ່ຍຫຼວງໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກລິຮານ ແລະ ຖືກລົງວິໄນຫຼາຍຢ່າງ, ແມ່ນຄວາມຮັກຂອງພວກເຂົາຈະເລິກເຊິ່ງຕໍ່ພຣະເຈົ້າ ແລະ ຄວາມຮູ້ກໍຈະເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ ແລະ ຄົນທີ່ບໍ່ໄດ້ຜະເຊີນກັບການຖືກລິຮານ ກໍມີພຽງຄວາມຮູ້ຕື້ນໆ. ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ
342. ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີການອ່ອນນ້ອມຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ, ເຈົ້າຍັງຄົງມີຄວາມໝັ້ນໃຈທີ່ເຕັມປ່ຽມ ແລະ ບໍ່ເຄີຍສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ເຈົ້າປະຕິບັດສິ່ງທີ່ມະນຸດຄວນປະຕິບັດ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ຫົວໃຈຂອງມະນຸດຄວນສາມາດກັບມາຫາພຣະອົງໄດ້ຢ່າງເຕັມທີ່ ແລະ ກັບມາຫາພຣະອົງໃນທຸກຊ່ວງເວລາ ນີ້ແມ່ນຜູ້ມີໄຊ. ບັນດາຜູ້ທີ່ພຣະເຈົ້າອ້າງອີງເຖິງວ່າເປັນ “ຜູ້ຊະນະ” ແມ່ນບັນດາຜູ້ທີ່ຍັງສາມາດຢືນຢັດຢ່າງໜັກແໜ້ນໃນການເປັນພະຍານ ແລະ ຮັກສາຄວາມໝັ້ນໃຈດັ່ງເດີມ ແລະ ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າເມື່ອຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ, ນັ້ນຄື ເມື່ອຕົກຢູ່ໃນລິດອຳນາດຂອງຄວາມມືດ. ເມື່ອເຈົ້າຍັງສາມາດຮັກສາຫົວໃຈທີ່ບໍລິສຸດ ແລະ ຄວາມຮັກແທ້ທີ່ມີຕໍ່ພຣະເຈົ້າໄດ້ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ເຈົ້າຢືນຢັດຢ່າງໜັກແໜ້ນໃນການເປັນພະຍານຢູ່ຕໍ່ໜ້າພຣະເຈົ້າ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າອ້າງອີງເຖິງວ່າ ເປັນ “ຜູ້ຊະນະ”. ຖ້າການສະແຫວງຫາຂອງເຈົ້ານັ້ນດີເລີດເມື່ອພຣະເຈົ້າອວຍພອນເຈົ້າ, ແຕ່ເຈົ້າທໍ້ຖອຍໂດຍບໍ່ໄດ້ຮັບພອນພຣະອົງ, ນີ້ແມ່ນຄວາມບໍລິສຸດບໍ? ໃນເມື່ອເຈົ້າແນ່ໃຈວ່າ ເສັ້ນທາງນີ້ເປັນຈິງ, ເຈົ້າຕ້ອງຕິດຕາມມັນຈົນເຖິງທີ່ສຸດ; ເຈົ້າຄວນຮັກສາໄວ້ເຊິ່ງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ. ໃນເມື່ອເຈົ້າໄດ້ເຫັນວ່າ ພຣະເຈົ້າເອງໄດ້ມາໃນໂລກເພື່ອເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຄວນມອບຫົວໃຈທັງໝົດໃຫ້ພຣະອົງ. ຖ້າເຈົ້າຍັງສາມາດຕິດຕາມພຣະອົງບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຖິງແມ່ນວ່າພຣະອົງກຳນົດຜົນໄດ້ຮັບທີ່ບໍ່ພໍໃຈສຳລັບເຈົ້າໃນຕອນສຸດທ້າຍ, ກໍນີ້ແມ່ນການຮັກສາຄວາມບໍລິສຸດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖວາຍຮ່າງກາຍຝ່າຍວິນຍານອັນບໍລິສຸດ ແລະ ພົມມະຈັນອັນບໍລິສຸດໃຫ້ແກ່ພຣະເຈົ້າ ໝາຍເຖິງການຮັກສາຫົວໃຈແຫ່ງຄວາມຈິງໃຈຕໍ່ໜ້າພຣະເຈົ້າ. ສຳລັບມວນມະນຸດ, ຄວາມຈິງໃຈແມ່ນຄວາມບໍລິສຸດ ແລະ ການສາມາດມີຄວາມຈິງໃຈຕໍ່ພຣະເຈົ້ານັ້ນ ແມ່ນການຮັກສາຄວາມບໍລິສຸດ. ນີ້ແມ່ນສິ່ງທີ່ເຈົ້າຄວນນຳເອົາໄປປະຕິບັດ. ເມື່ອເຈົ້າຄວນອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າຄວນຊຸມນຸມເພື່ອໂອ້ລົມກັນ ກໍຈົ່ງເຮັດເຊັ່ນນັ້ນ; ເມື່ອເຈົ້າຄວນຮ້ອງເພງສັນລະເສີນ ກໍຈົ່ງຮ້ອງເພງສັນລະເສີນ ແລະ ເມື່ອເຈົ້າຄວນກະບົດຕໍ່ເນື້ອໜັງ ກໍຈົ່ງກະບົດຕໍ່ເນື້ອໜັງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຈະບໍ່ເບິ່ງຂ້າມມັນ; ເມື່ອເຈົ້າຜະເຊີນກັບການທົດລອງ ກໍຈົ່ງໝັ້ນຄົງ. ນີ້ແມ່ນຄວາມຈົງຮັກພັກດີຕໍ່ພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນຮັກສາຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ
343. ເມື່ອໂມເຊຕີກ້ອນຫີນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມເຊື່ອຂອງໂມເຊ. ເມື່ອເດວິດຫຼິ້ນພິນໃຫຍ່ ແລະ ພິນນ້ອຍສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມເຊື່ອຂອງເດວິດ. ເມື່ອໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມເຊື່ອຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມເຊື່ອຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິສ ກໍຍ້ອນຄວາມເຊື່ອຂອງເປໂຕ. ລາວສາມາດຖືກຕອກຕະປູຄຶງໃສ່ໄມ້ກາງແຂນເພື່ອເຮົາ ແລະ ສາມາດເປັນພະຍານອັນສະຫງ່າລາສີ ກໍຍ້ອນຄວາມເຊື່ອຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງບຸດມະນຸດ ກໍຍ້ອນຄວາມເຊື່ອຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍິ່ງເປັນຍ້ອນຄວາມເຊື່ອຂອງລາວ. ສາເຫດກຸ່ມທີ່ຖືກເອີ້ນວ່າ ມວນຊົນຂອງຊາດທີ່ບໍ່ແມ່ນຊາວຢິວໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນເນື້ອໜັງເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມເຊື່ອຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງໄດ້ຮັບການປອບໃຈຈາກສິ່ງນີ້ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຮັບການປອບໃຈ ແລະ ຖືກຊ່ວຍໃຫ້ລອດພົ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຍ້ອນຄວາມເຊື່ອຂອງພວກເຂົາ, ຜູ້ຄົນໄດ້ຮັບຫຼາຍສິ່ງຫຼາຍຢ່າງ ແລະ ມັນກໍບໍ່ຈຳເປັນຕ້ອງແມ່ນພຣະພອນ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບພອນຈາກພຣະເຢໂຮວາຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍໄດ້ຮັບຄວາມທຸກຍາກລຳບາກເຊັ່ນກັນ. ບໍ່ວ່າເຈົ້າໄດ້ຮັບພຣະພອນ ຫຼື ຄວາມທຸກຍາກລຳບາກ, ທັງສອງແມ່ນເຫດການແຫ່ງພອນ. ຫາກບໍ່ແມ່ນຍ້ອນຄວາມເຊື່ອຂອງເຈົ້າ, ເຈົ້າຈະບໍ່ສາມາດຮັບເອົາພາລະກິດແຫ່ງການເອົາຊະນະນີ້ໄດ້, ແລ້ວແຮງໄກທີ່ເຈົ້າຈະສາມາດເຫັນເຖິງການກະທຳຂອງພຣະເຢໂຮວາທີ່ສະແດງອອກຕໍ່ໜ້າຂອງເຈົ້າໃນປັດຈຸບັນ, ເຈົ້າຈະບໍ່ສາມາດເຫັນສິ່ງນີ້ໄດ້ ແລະ ຍິ່ງແຮງໄກທີ່ເຈົ້າຈະສາມາດໄດ້ຮັບມັນ. ຄວາມທຸກຍາກລຳບາກເຫຼົ່ານີ້, ໄພໃຫຍ່ຫຼວງເຫຼົ່ານີ້ ແລະ ການພິພາກສາທັງໝົດ, ຖ້າພວກມັນບໍ່ໄດ້ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດເຫັນການກະທຳຂອງພຣະເຢໂຮວາໃນປັດຈຸບັນບໍ? ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການລົງໂທດ ແລະ ການພິພາກສາດັ່ງກ່າວ. ຜ່ານການລົງໂທດ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຖ້າບໍ່ແມ່ນຍ້ອນການລົງໂທດ ແລະ ການພິພາກສາໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະເປັນພຽງຄໍາເວົ້າທີ່ວ່າງເປົ່າ ແລະ ບໍ່ມີຄວາມເປັນຈິງໃດໆເລີຍ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າອ່ອນນ້ອມຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງສິ່ງຊົງສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະເຈົ້າ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງອົງຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ນ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເລື່ອງຈິງຂອງພາລະກິດແຫ່ງການເອົາຊະນະ (1)