ການທົດລອງຂອງເຊື້ອສາຍຂອງໂມອາບ

24 ເດືອນທັນວາ 2021

ໂດຍ ຈວນຢີ, ຈີນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)). “ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ). ການອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າເຮັດໃຫ້ຂ້ານ້ອຍຄິດເຖິງການທົດລອງຂອງຂ້ານ້ອຍໃນຖານະເຊື້ອສາຍຂອງໂມອາບ.

ຂ້ານ້ອຍຈື່ໄດ້ໃນປີ 1993, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ກ່າວ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ແລະ “ທາດແທ້ ແລະ ຕົວຕົນຂອງມະນຸດ”. ພຣະອົງເປີດເຜີຍວ່າໃນປະເທດຈີນ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນເຊື້ອສາຍຂອງໂມອາບ. ຂ້ານ້ອຍໄດ້ອ່ານພຣະທຳເຫຼົ່ານີ້ຂອງພຣະເຈົ້າໃນເວລານັ້ນ: “ເຊື້ອສາຍຂອງໂມອາບແມ່ນຜູ້ຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຜູ້ຄົນທັງໝົດໃນໂລກ. ບາງຄົນຖາມວ່າ ‘ເຊື້ອສາຍຂອງຮາມບໍ່ແມ່ນຄົນທີ່ຕໍ່າຕ້ອຍທີ່ສຸດໃນບັນດາຄົນທັງປວງບໍ?’ ຜູ້ສືບຕະກູນຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ເຊື້ອສາຍຂອງຮາມແມ່ນມີຄວາມສຳຄັນເຊິ່ງເປັນຕົວແທນທີ່ແຕກຕ່າງກັນ ແລະ ເຊື້ອສາຍຂອງຮາມກໍເປັນເລື່ອງທີ່ແຕກຕ່າງ: ບໍ່ວ່າພວກເຂົາຈະຖືກສາບແຊ່ງແບບໃດກໍຕາມ, ພວກເຂົາກໍຍັງເປັນເຊື້ອສາຍຂອງໂນອາ; ໃນຂະນະດຽວກັນ, ຕົ້ນກໍາເນີດຂອງໂມອາບບໍ່ໄດ້ບໍລິສຸດ: ໂມອາບມາຈາກພຶດຕິກໍາທີ່ຜິດສິນທໍາ ແລະ ໃນທີ່ນີ້ກໍໄດ້ມີຄວາມແຕກຕ່າງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)). “ຜູ້ທີ່ເຮົາຊ່ວຍໃຫ້ພົ້ນແມ່ນຜູ້ຄົນທີ່ເຮົາໄດ້ກໍານົດລ່ວງໜ້າແຕ່ດົນນານ ແລະ ຖືກເຮົາໄຖ່ບາບໃຫ້ແລ້ວ ໃນຂະນະທີ່ພວກເຈົ້າແມ່ນວິນຍານທີ່ໜ້າສົງສານ ທີ່ຖືກຈັດໃຫ້ຢູ່ໃນທ່າມກາງມະນຸດແມ່ນຂໍ້ຍົກເວັ້ນຈາກກົດລະບຽບນີ້. ພວກເຈົ້າຄວນຮູ້ວ່າ ພວກເຈົ້າບໍ່ເໝາະສົມທີ່ຈະຢູ່ໃນເຮືອນຂອງເດວິດ ຫຼື ຢາໂຄບ ແຕ່ເໝາະສົມທີ່ຈະຢູ່ກັບໂມອັບ ທີ່ເປັນສະມາຊິກຂອງຊົນເຜົ່າຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເນື່ອງຈາກເຮົາບໍ່ໄດ້ສ້າງສັນຍາກັບພວກເຈົ້າ, ແຕ່ພຽງປະຕິບັດພາລະກິດ, ກ່າວໃນທ່າມກາງພວກເຈົ້າ ແລະ ນໍາພາພວກເຈົ້າເທົ່ານັ້ນ. ເລືອດຂອງເຮົາບໍ່ໄດ້ລັ່ງອອກມາເພື່ອພວກເຈົ້າ; ເຮົາພຽງດໍາເນີນພາລະກິດໃນທ່າມກາງພວກເຈົ້າ ເພື່ອຄໍາພະຍານຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ຮູ້ສິ່ງນີ້ບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທາດແທ້ ແລະ ຕົວຕົນຂອງມະນຸດ). ຂ້ານ້ອຍຕົກໃຈຫຼາຍ. ຂ້ານ້ອຍສົງໄສວ່າ, “ພວກເຮົາເປັນເຊື້ອສາຍຂອງໂມອາບບໍ? ສິ່ງນີ້ເປັນຄວາມຈິງບໍ? ໂມອາບເກີດຈາກໂລດ ແລະ ລູກສາວຂອງລາວ. ລາວເປັນຜະລິດຕະຜົນຈາກຄວາມໝົກໝົ້ນທາງເພດ, ບໍ່ແມ່ນຕົ້ນກໍາເນີດທີ່ບໍລິສຸດ, ສະນັ້ນ ພວກເຮົາຈະສາມາດເປັນເຊື້ອສາຍຂອງລາວໄດ້ແນວໃດ? ໃນຄວາມເຊື່ອຂອງຂ້ານ້ອຍໃນພຣະຜູ້ເປັນເຈົ້າ, ພວກເຂົາເຄີຍເວົ້າວ່າພວກເຮົາເປັນເຊື້ອສາຍຂອງຊາວອິດສະຣາເອັນ, ພວກເຮົາເປັນເຊື້ອສາຍຂອງຢາໂຄບ. ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າພວກເຮົາເປັນເຊື້ອສາຍຂອງໂມອາບ?” ຂ້ານ້ອຍບໍ່ສາມາດຍອມຮັບສິ່ງນີ້ໄດ້ແທ້ໆ, ແຕ່ຫຼັງຈາກນັ້ນ ຂ້ານ້ອຍກໍ່ຄິດວ່າ, “ພຣະທຳທຸກຂໍ້ຂອງພຣະເຈົ້າເປັນຄວາມຈິງ ແລະ ພຣະອົງເປີດເຜີຍແຕ່ຄວາມຈິງເທົ່ານັ້ນ. ມັນບໍ່ສາມາດຜິດພາດໄດ້! ເປັນຫຍັງຂ້ານ້ອຍຈຶ່ງເປັນເຊື້ອສາຍຂອງໂມອາບ ແລະ ເປັນຫຍັງຂ້ານ້ອຍຈຶ່ງເກີດໃນປະເທດຈີນ?” ຂ້ານ້ອຍຄິດວ່າ ໃນຖານະຜູ້ທໍາອິດທີ່ປະສົບກັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ຢູ່ໃນບັນດາຜູ້ທໍາອິດສໍາລັບພາລະກິດແຫ່ງການພິພາກສາ ແລະ ການຊໍາລະລ້າງຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເປັນຄົນທີ່ຈະຖືກເຮັດໃຫ້ກາຍເປັນຜູ້ເອົາຊະນະ, ເປັນຜູ້ເຊື່ອຕົ້ນແບບກ່ອນເກີດໄພພິບັດ, ສະຖານະຂອງຂ້ານ້ອຍຕ້ອງຍິ່ງໃຫຍ່ກວ່າທີ່ຄົນທີ່ພຣະເຈົ້າໄດ້ເລືອກໄວ້ໃນປະເທດອື່ນ. ແຕ່ດ້ວຍຄວາມປະຫຼາດໃຈຂອງຂ້ານ້ອຍ, ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ ແລະ ຢູ່ເທິງສຸດຂອງການຖືກສາບແຊ່ງຈາກພຣະເຈົ້າ, ຂ້ານ້ອຍເປັນຜົນຜະລິດມາຈາກຄວາມໝົກໝົ້ນທາງເພດ. ຂ້ານ້ອຍເປັນຄົນຕ້ອຍຕໍ່າທີ່ສຸດ, ຊົ່ວຊ້າທີ່ສຸດໃນບັນດາມະນຸດຊາດທັງປວງ. ຄົນບໍ່ເຊື່ອຈະຄິດແນວໃດກ່ຽວກັບຂ້ານ້ອຍ ຖ້າພວກເຂົາຮູ້ກ່ຽວກັບເລື່ອງນັ້ນ? ສະມາຊິກໃນຄອບຄົວທີ່ບໍ່ເຊື່ອຂອງຂ້ານ້ອຍຈະເວົ້າແນວໃດ? ຂ້ານ້ອຍໄດ້ປະຖິ້ມເຮືອນ ແລະ ອາຊີບຂອງຂ້ານ້ອຍເພື່ອຄວາມເຊື່ອ, ທົນທຸກ ແລະ ສະລະຕົນເອງ, ແຕ່ສຸດທ້າຍແລ້ວ ຂ້ານ້ອຍກໍ່ເປັນເຊື້ອສາຍຂອງໂມອາບ. ມັນເປັນສິ່ງທີ່ໜ້າອັບອາຍ ແລະ ລະອາຍໃຈຫຼາຍ. ຂ້ານ້ອຍຮູ້ສຶກວ່າຂ້ານ້ອຍຕ້ອງທົນທຸກຢ່າງງຽບໆ. ຕະຫຼອດຊ່ວງເວລານັ້ນ ເຊິ່ງເປັນຊ່ວງເວລາທີ່ຂ້ານ້ອຍຄິດກ່ຽວກັບການເປັນເຊື້ອສາຍຂອງໂມອາບ, ຜະລິດຕະຜົນຂອງການໝົກໝົ້ນທາງເພດ, ຂ້ານ້ອຍມີຄວາມລະອາຍຢ່າງບໍ່ໜ້າເຊື່ອ ແລະ ບໍ່ສາມາດສະແດງໃບໜ້າຂອງຂ້ານ້ອຍໄດ້. ຂ້ານ້ອຍຢູ່ເຮືອນເປັນເວລາຫຼາຍມື້, ບໍ່ກິນ ຫຼື ນອນ ແລະ ບໍ່ມີຫົວໃຈທີ່ຈະເຮັດຫຍັງຢູ່ໃນເຮືອນເລີຍ. ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍໄດ້ຈົ່ມຢູ່ສະເໝີວ່າ, “ຂ້ານ້ອຍຈະເປັນໜຶ່ງໃນເຊື້ອສາຍຂອງໂມອາບໄດ້ແນວໃດ? ມໍລະດົກ ແລະ ສະຖານະຂອງຂ້ານ້ອຍຈະຕໍ່າຕ້ອຍໄດ້ແນວໃດ?” ຂ້ານ້ອຍເປັນຄືກັບຄົນທີ່ເຕີບໃຫຍ່ຢູ່ໃນຄອບຄົວທີ່ຮັ່ງມີ, ພູມໃຈຢ່າງບໍ່ໜ້າເຊື່ອ, ຄິດວ່າຂ້ານ້ອຍເກີດມາຢ່າງສູງສົ່ງ, ແຕ່ຫຼັງຈາກນັ້ນ ມື້ໜຶ່ງກໍ່ຮຽນຮູ້ໂດຍຄາດຄິດວ່າຂ້ານ້ອຍຖືກຕັກຂຶ້ນມາຈາກຂີ້ເຫຍື້ອ ແລະ ບໍ່ໄດ້ຢູ່ໃນສາຍຕະກູນນັ້ນເລີຍ. ຂ້ານ້ອຍຮູ້ສຶກເຖິງຄວາມວຸ້ນວາຍທີ່ໂສກເສົ້າ, ສິ້ນຫວັງ ແລະ ໝົດຫວັງຢູ່ພາຍໃນ ແລະ ຂ້ານ້ອຍບໍ່ສາມາດຍອມຮັບຂໍ້ແທ້ຈິງນີ້ໄດ້. ຂ້ານ້ອຍເຕັມໄປດ້ວຍຄວາມບໍ່ພໍໃຈ, ຄວາມຄິດລົບ ແລະ ຄວາມເຂົ້າໃຈຜິດ. ຂ້ານ້ອຍຄິດວ່າໃນຖານະທີ່ເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍຖືກສາບແຊ່ງ ແລະ ພຣະເຈົ້າຈະບໍ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນເລີຍ. ຍິ່ງຂ້ານ້ອຍຄິດກ່ຽວກັບມັນຫຼາຍສໍ່າໃດ, ຂ້ານ້ອຍກໍ່ຮູ້ສຶກຜິດຫຼາຍສໍ່ານັ້ນ. ມັນຄ້າຍຄືກັບວ່າມີສິ່ງຂອງໜັກມະຫາສານກົດໃສ່ໜ້າເອິກຂອງຂ້ານ້ອຍ ແລະ ຂ້ານ້ອຍເກືອບຫາຍໃຈບໍ່ອອກ. ຂ້ານ້ອຍຈະລັກໜີໄປຮ້ອງໄຫ້ຄົນດຽວຢູ່ໃນຫ້ອງນໍ້າ. ທຸກຄົນກຳລັງທົນທຸກໃນເວລານັ້ນ. ບາງຄົນຮ້ອງໄຫ້ເມື່ອໃດກໍ່ຕາມທີ່ມີການກ່າວເຖິງມັນ.

ເມື່ອພວກເຮົາກຳລັງທົນທຸກດ້ວຍຄວາມທໍລະມານນີ້ເອງ, ພຣະເຈົ້າອົງຊົງລິດທານຸພາບສູງສຸດກໍ່ໄດ້ອອກພຣະທຳຂອງພຣະອົງ “ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ” ໂດຍເປີດເຜີຍສະພາວະຂອງພວກເຮົາ ແລະ ບອກພວກເຮົາວ່າຄວາມປະສົງຂອງພຣະອົງແມ່ນຫຍັງ. ຂ້ານ້ອຍອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ໃນຕອນເລີ່ມຕົ້ນ, ເມື່ອເຮົາມອບຖານະຂອງຜູ້ຄົນຂອງພຣະເຈົ້າໃຫ້ກັບພວກເຈົ້າ ພວກເຈົ້າໂດດເຕັ້ນຂຶ້ນ ແລະ ລົງດ້ວຍຄວາມປິຕິຍິນດີຫຼາຍກວ່າຄົນອື່ນໆ. ແຕ່ທັນທີທີ່ເຮົາບອກວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ ພວກເຈົ້າເປັນແນວໃດ? ພວກເຈົ້າທຸກຄົນລົ້ມລົງ! ວຸດທິພາວະຂອງພວກເຈົ້າຢູ່ໃສ? ແນວຄິດຂອງພວກເຈົ້າກ່ຽວກັບຖານະແມ່ນໜັກແໜ້ນເກີນໄປ! ... ແມ່ນຫຍັງຄືການທົນທຸກທີ່ພວກເຈົ້າໄດ້ຮັບທີ່ ພວກເຈົ້າຮູ້ສຶກວ່າຜິດຫຼາຍ? ພວກເຈົ້າຄິດວ່າ ທັນທີທີ່ພຣະເຈົ້າໄດ້ທໍລະມານພວກເຈົ້າຈົນຮອດຈຸດໃດໜຶ່ງ ພຣະອົງຈະມີຄວາມສຸກ, ຄືກັບວ່າພຣະເຈົ້າມາເພື່ອກ່າວໂທດພວກເຈົ້າໂດຍເຈດຕະນາ ແລະ ຫຼັງຈາກທີ່ກ່າວໂທດ ແລະ ທຳລາຍພວກເຈົ້າ, ພາລະກິດຂອງພຣະອົງກໍສຳເລັດລົງ. ນັ້ນແມ່ນສິ່ງທີ່ເຮົາເວົ້າບໍ? ພວກເຈົ້າບໍ່ໄດ້ຄິດແບບນັ້ນຍ້ອນຄວາມຕາບອດຂອງພວກເຈົ້າບໍ? ມັນເປັນຍ້ອນພວກເຈົ້າເອງບໍທີ່ບໍ່ພະຍາຍາມຢ່າງດີ ຫຼື ເປັນຍ້ອນເຮົາທີ່ກ່າວໂທດພວກເຈົ້າໂດຍເຈດຕະນາ? ເຮົາບໍ່ເຄີຍເຮັດແບບນັ້ນຈັກເທື່ອ, ນັ້ນແມ່ນສິ່ງທີ່ພວກເຈົ້າຄິດຂຶ້ນເອງ. ເຮົາບໍ່ໄດ້ປະຕິບັດພາລະກິດແບບນັ້ນເລີຍ ຫຼື ເຮົາບໍ່ມີເຈດຕະນານັ້ນ. ຖ້າເຮົາຕ້ອງການທຳລາຍພວກເຈົ້າແທ້ໆ, ເຮົາຈຳເປັນຕ້ອງຜະເຊີນກັບຄວາມລໍາບາກຂະໜາດນັ້ນບໍ? ຖ້າເຮົາຕ້ອງການທຳລາຍພວກເຈົ້າແທ້ໆ, ເຮົາຈຳເປັນຕ້ອງເວົ້າກັບພວກເຈົ້າຢ່າງເອົາຈິງເອົາຈັງບໍ? ຄວາມປະສົງຂອງເຮົາກໍຄື: ເມື່ອເຮົາໄດ້ຊ່ວຍພວກເຈົ້າໃຫ້ລອດພົ້ນແລ້ວ ນັ້ນກໍຈະເປັນເວລາທີ່ເຮົາສາມາດພັກຜ່ອນໄດ້. ຍິ່ງຄົນຕໍ່າຕ້ອຍຫຼາຍສໍ່າໃດ, ພວກເຂົາຍິ່ງເປັນເປົ້າໝາຍແຫ່ງຄວາມລອດພົ້ນຂອງເຮົາຫຼາຍສໍ່ານັ້ນ. ຍິ່ງພວກເຈົ້າສາມາດເຂົ້າເຖິງຢ່າງກະຕືລືລົ້ນຫຼາຍສໍ່າໃດ, ເຮົາຍິ່ງຈະມີຄວາມສຸກຫຼາຍສໍ່ານັ້ນ. ຍິ່ງພວກເຈົ້າແຕກແຍກກັນຫຼາຍສໍ່າໃດ ເຮົາກໍຍິ່ງບໍ່ສະບາຍໃຈຫຼາຍສໍ່ານັ້ນ. ພວກເຈົ້າຕ້ອງການຍ່າງວາງມາດຊົງ ແລະ ຍຶດເອົາບັນລັງສະເໝີ, ເຮົາຂໍບອກພວກເຈົ້າວ່າ ນັ້ນບໍ່ແມ່ນເສັ້ນທາງໃນການຊ່ວຍພວກເຈົ້າໃຫ້ລອດພົ້ນຈາກຄວາມສົກກະປົກ. ຄວາມເພີ້ຝັນຂອງການນັ່ງເທິງບັນລັງບໍ່ສາມາດເຮັດໃຫ້ພວກເຈົ້າສົມບູນໄດ້; ນັ້ນບໍ່ແມ່ນຄວາມຈິງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ). ຂ້ານ້ອຍຮູ້ສຶກຜິດຫຼາຍເມື່ອຂ້ານ້ອຍອ່ານສິ່ງນີ້. ຂ້ານ້ອຍໄດ້ຄິດກ່ຽວກັບວ່າ ກ່ອນໜ້ານີ້ ເມື່ອພຣະເຈົ້າເວົ້າວ່າພວກເຮົາຈະກາຍມາເປັນປະຊາຊົນຂອງອານາຈັກ ແລະ ພວກເຮົາຈະກາຍເປັນຜູ້ເອົາຊະນະ, ກາຍເປັນຕົ້ນແບບ, ຂ້ານ້ອຍກໍ່ຈອງຫອງ ແລະ ບໍ່ຮູ້ວ່າຂ້ານ້ອຍແມ່ນໃຜ, ເຊື່ອວ່າ ຍ້ອນຂ້ານ້ອຍເປັນຄົນໜຶ່ງໃນຄົນທຳອິດທີ່ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ໃນບັນດາຜູ້ທຳອິດທີ່ຖືກເຮັດໃຫ້ສົມບູນ, ຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າຄົນທີ່ພຣະເຈົ້າໄດ້ເລືອກໄວ້ຈາກປະເທດອື່ນ. ຂ້ານ້ອຍພູມໃຈກັບຕົວເອງຫຼາຍ, ພໍໃຈກັບຕົນເອງຫຼາຍ. ເມື່ອພຣະເຈົ້າເປີດເຜີຍວ່າພວກເຮົາວ່າເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍກໍ່ເຫັນວ່າຂ້ານ້ອຍມີຕົ້ນກຳເນີນ ແລະ ສະຖານະທີ່ຕໍ່າຕ້ອຍ ແລະ ຂ້ານ້ອຍຖືກສາບແຊ່ງໂດຍພຣະເຈົ້າ. ຂ້ານ້ອຍຄິດວ່າພຣະເຈົ້າຈະບໍ່ຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ສະນັ້ນ ຂ້ານ້ອຍຈຶ່ງຄິດລົບ ແລະ ບໍ່ສາມາດເອົາມັນອອກໄດ້. ຂ້ານ້ອຍຮູ້ວ່າຄວາມປາຖະໜາຢາກໄດ້ສະຖານະຂອງຂ້ານ້ອຍແມ່ນແຮງກ້າເກີນໄປ ແລະ ວຸດທິພາວະຂອງຂ້ານ້ອຍກໍ່ຂາດເຂີນແທ້ໆ. ໃນຄວາມເປັນຈິງ, ເຖິງແມ່ນພຣະເຈົ້າໄດ້ເປີດໂປງວ່າພວກເຮົາເປັນເຊື້ອສາຍຂອງໂມອາບ, ແຕ່ພຣະອົງບໍ່ເຄີຍເວົ້າວ່າພຣະອົງຈະບໍ່ຊ່ວຍພວກເຮົາໃຫ້ລອດພົ້ນ. ໃນທີ່ສຸດແລ້ວ, ພຣະອົງໄດ້ກາຍເປັນເນື້ອໜັງຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ ແລະ ສະແດງຄວາມຈິງເພື່ອພິພາກສາ, ຂ້ຽນຕີ, ລ້ຽງດູ ແລະ ສະໜອງໃຫ້ພວກເຮົາ ເພື່ອວ່າພວກເຮົາ ເຊິ່ງເປັນຄົນສົກກະປົກ ແລະ ເສື່ອມຊາມທີ່ສຸດ ຈະສາມາດມີໂອກາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ເຈດຕະນາດີຂອງພຣະເຈົ້າຢູ່ເບື້ອງຫຼັງມັນທັງໝົດ! ແຕ່ຂ້ານ້ອຍບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຂ້ານ້ອຍຄິດວ່າໃນຖານະເປັນເຊື້ອສາຍຂອງໂມອາບ, ຄົນທີ່ສົກກະປົກ ແລະ ຕໍ່າຕ້ອຍຄືກັບຂ້ານ້ອຍຈະຖືກພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ, ບໍ່ມີທາງທີ່ພຣະອົງຈະຊ່ວຍຂ້ານ້ອຍໃຫ້ລອດພົ້ນໄດ້. ຂ້ານ້ອຍເຂົ້າໃຈຜິດ ແລະ ຈົ່ມຕໍ່ວ່າ, ຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍບໍ່ມີເຫດຜົນຫຼາຍ! ຫຼັງຈາກນັ້ນບໍ່ດົນ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າ: “ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ, ທຳມະຊາດຂອງພວກເຈົ້າ ແລະ ບ່ອນເກີດຂອງພວກເຈົ້າສູງສົ່ງທີ່ສຸດບໍ? ເຖິງຈະບໍ່ສົນໃຈວ່າ ພວກເຈົ້າເປັນເຊື້ອສາຍຂອງລາວ, ແຕ່ເຖິງຢ່າງໃດພວກເຈົ້າທຸກຄົນກໍຍັງແມ່ນລູກຫຼານຂອງໂມອາບຢູ່ດີບໍ່ແມ່ນບໍ? ຄວາມເປັນຈິງໃນຂໍ້ແທ້ຈິງນີ້ສາມາດປ່ຽນແປງໄດ້ບໍ? ການເປີດໂປງທຳມະຊາດຂອງພວກເຈົ້າໃນປັດຈຸບັນຄັດຄ້ານກັບຄວາມເປັນຈິງໃນຂໍ້ແທ້ຈິງບໍ? ໃຫ້ເບິ່ງຄວາມເປັນທາດຂອງພວກເຈົ້າ, ຊີວິດຂອງພວກເຈົ້າ ແລະ ລັກສະນະຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດຂອງສິ່ງທີ່ຕໍ່າຕ້ອຍທ່າມກາງມະນຸດຊາດ? ພວກເຈົ້າມີຫຍັງແດ່ໃຫ້ໂອ້ອວດ? ໃຫ້ເບິ່ງຖານະຂອງພວກເຈົ້າໃນສັງຄົມ. ພວກເຈົ້າບໍ່ໄດ້ຢູ່ໃນລະດັບທີ່ຕໍ່າຕ້ອຍທີ່ສຸດບໍ? ພວກເຈົ້າຄິດວ່າ ເຮົາໄດ້ເວົ້າຜິດບໍ? ອັບຣາຮາມຖວາຍອີຊາກ. ພວກເຈົ້າໄດ້ຖວາຍຫຍັງແດ່? ໂຢບຖວາຍທຸກສິ່ງທຸກຢ່າງ. ພວກເຈົ້າໄດ້ຖວາຍຫຍັງແດ່? ມີຫຼາຍຄົນທີ່ໄດ້ມອບຊີວິດຂອງພວກເຂົາ, ກົ້ມຫົວພວກເຂົາລົງ, ຫຼັ່ງເລືອດຂອງພວກເຂົາເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ພວກເຈົ້າໄດ້ຈ່າຍລາຄາດັ່ງກ່າວແລ້ວບໍ? ເມື່ອປຽບທຽບກັນແລ້ວ ພວກເຈົ້າບໍ່ມີຄຸນສົມບັດທີ່ຈະໄດ້ຮັບຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວເລີຍ, ແລ້ວມັນຜິດພວກເຈົ້າບໍ ທີ່ຈະເວົ້າໃນປັດຈຸບັນວ່າ ພວກເຈົ້າເປັນເຊື້ອສາຍຂອງໂມອາບ? ຢ່າເຫັນຕົນເອງເປັນຄົນສູງສົ່ງເກີນໄປ. ເຈົ້າບໍ່ໄດ້ມີຫຍັງໃຫ້ໂອ້ອວດ. ຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວ, ຄວາມເມດຕາທີ່ຍິ່ງໃຫຍ່ດັ່ງກ່າວ ແມ່ນຖືກມອບໃຫ້ກັບພວກເຈົ້າລ້າໆ. ພວກເຈົ້າບໍ່ໄດ້ເສຍສະຫຼະຫຍັງເລີຍ, ແຕ່ໄດ້ຮັບຄວາມເມດຕາລ້າໆ. ພວກເຈົ້າບໍ່ຮູ້ສຶກອັບອາຍບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ). ຄໍາຖາມແຕ່ລະຂໍ້ຂອງພຣະເຈົ້າໄດ້ເຄາະປະຕູຫົວໃຈຂອງຂ້ານ້ອຍ. ຂ້ານ້ອຍຮູ້ສຶກລະອາຍໃຈຫຼາຍ, ອັບອາຍຫຼາຍ! ຂ້ານ້ອຍຄິດເຖິງໄພ່ພົນຕະຫຼອດຍຸກຕ່າງໆ, ພວກເຂົາໄດ້ອຸທິດຕົນ ແລະ ເຊື່ອຟັງພຣະເຈົ້າ ແລະ ບໍ່ເຄີຍກ່າວໂທດພຣະອົງເມື່ອກຳລັງຜະເຊີນໜ້າກັບການທົດລອງທີ່ໃຫຍ່ຫຼວງ. ພວກເຂົາຢືນເປັນພະຍານໃຫ້ກັບພຣະເຈົ້າ ແລະ ໄດ້ຮັບຄວາມເຫັນດີ ແລະ ພອນຂອງພຣະອົງ. ອັບຣາຮາມເຊື່ອຟັງຄຳສັ່ງຂອງພຣະເຈົ້າ, ຖວາຍອີຊາກ ເຊິ່ງເປັນລູກຊາຍສຸດທີ່ຮັກຂອງລາວໃຫ້ແກ່ພຣະເຈົ້າ. ລາວບໍ່ໄດ້ເຈລະຈາເງື່ອນໄຂໃດໆ ຫຼື ພະຍາຍາມໂຕ້ຖຽງກັບພຣະເຈົ້າ, ແຕ່ພຽງແຕ່ເຊື່ອຟັງຢ່າງແທ້ຈິງ. ແລ້ວເມື່ອໂຢບໄດ້ຜ່ານການທົດລອງທີ່ຍິ່ງໃຫຍ່, ໂດຍສູນເສຍຊັບສິນທັງໝົດໃນຄອບຄົວ ແລະ ລູກທຸກຄົນຂອງລາວ, ຮ່າງກາຍຂອງລາວເຕັມໄປດ້ວຍຕຸ່ມ, ລາວກໍ່ຍັງສັນລະເສີນພຣະເຈົ້າ ໂດຍກ່າວວ່າ “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:21). ແຕ່ຂ້ານ້ອຍເກີດຢູ່ໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່, ໄດ້ຮັບການສຶກສາກ່ຽວກັບອະເທວານິຍົມ, ວິວັດທະນາການ ແລະ ວັດຖຸນິຍົມຕັ້ງແຕ່ຍັງນ້ອຍ. ຂ້ານ້ອຍບໍ່ເຄີຍຮູ້ວ່າມີພຣະເຈົ້າ, ແຮງໄກທີ່ຈະຮູ້ຈັກວິທີນະມັດສະການພຣະອົງ. ຄວາມເຊື່ອຂອງຂ້ານ້ອຍຄືການພຽງແຕ່ໄດ້ຮັບຄວາມກະລຸນາ ແລະ ພອນຂອງພຣະເຈົ້າ, ເພື່ອວ່າຕໍ່ມາ ຂ້ານ້ອຍຈະສາມາດເຂົ້າໄປໃນອານາຈັກສະຫວັນ ແລະ ມີຈຸດໝາຍປາຍທາງທີ່ດີ. ເມື່ອຜະເຊີນໜ້າກັບການທົດລອງ, ບໍ່ມີສະຖານະ ແລະ ບໍ່ໄດ້ຮັບພອນອັນໃດເລີຍ, ຂ້ານ້ອຍກໍ່ພຽງແຕ່ເຂົ້າໃຈຜິດ ແລະ ຈົ່ມຕໍ່ວ່າ, ມີຄວາມຄິດລົບ ແລະ ຕໍ່ຕ້ານພຣະເຈົ້າ. ຂ້ານ້ອຍບໍ່ໄດ້ເຊື່ອຟັງແທ້ໆ ແລະ ຂ້ານ້ອຍບໍ່ໄດ້ປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ. ຕະຫຼອດໄລຍະເວລາແຫ່ງຄວາມເຊື່ອເຫຼົ່ານັ້ນ, ຂ້ານ້ອຍມີຄວາມສຸກກັບການບຳລຸງລ້ຽງຈາກພຣະທຳຂອງພຣະເຈົ້າໂດຍບໍ່ເສຍຄ່າຫຍັງ ແລະ ການຊີ້ນຳເທື່ອລະຂັ້ນຕອນໃນພາລະກິດຂອງພຣະເຈົ້າ. ບໍ່ພຽງແຕ່ຂ້ານ້ອຍບໍ່ໄດ້ເຮັດໜ້າທີ່ຂອງຂ້ານ້ອຍໃຫ້ດີເພື່ອຕອບແທນຄວາມຮັກຂອງພຣະອົງເທົ່ານັ້ນ, ແຕ່ສິ່ງທີ່ຂ້ານ້ອຍມອບໃຫ້ກັບພຣະອົງເປັນການຕອບແທນມີພຽງແຕ່ຄວາມເຂົ້າໃຈຜິດ ແລະ ການຈົ່ມຕໍ່ວ່າ, ຄວາມກະບົດ ແລະ ການຕໍ່ຕ້ານ. ຂ້ານ້ອຍເປັນຜູ້ເຊື່ອແບບໃດ? ເຖິງປານນັ້ນ, ຂ້ານ້ອຍກໍ່ຄິດວ່າຕົນເອງເປັນແກ້ວຕາດວງໃຈຂອງພຣະເຈົ້າ, ເປັນຄົນທີ່ສຳຄັນຕໍ່ພຣະອົງ ແລະ ຂ້ານ້ອຍຄິດວ່າຂ້ານ້ອຍມີສະຖານະສູງກວ່າຄົນທີ່ພຣະເຈົ້າເລືອກຈາກປະເທດອື່ນ, ຂ້ານ້ອຍມີຄຸນສົມບັດທີ່ສຸດສຳລັບລາງວັນ ແລະ ພອນຂອງພຣະເຈົ້າ. ຂ້ານ້ອຍຈອງຫອງຫຼາຍຈົນບໍ່ຮູ້ວ່າຫຍັງເປັນຫຍັງ. ຂ້ານ້ອຍບໍ່ມີຄວາມຮູ້ກ່ຽວກັບຕົນເອງເລີຍ! ຖ້າພຣະເຈົ້າບໍ່ໄດ້ເປີດເຜີຍແຫຼ່ງກໍາເນີດທີ່ສົກກະປົກ ແລະ ຕໍ່າຕ້ອຍຂອງຂ້ານ້ອຍ, ຂ້ານ້ອຍຍັງຄິດວ່າຂ້ານ້ອຍມາຈາກໜຶ່ງໃນ 12 ເຜົ່າຂອງຢາໂຄບ, ຂ້ານ້ອຍເປັນລູກຂອງອິດສະຣາເອນ, ເປັນເຊື້ອສາຍຂອງດາວິດ. ຂ້ານ້ອຍບໍ່ຮູ້ຈັກຢາງອາຍແທ້ໆ! ຕອນນີ້, ຂ້ານ້ອຍຮູ້ຕົວຕົນ ແລະ ສະຖານະຂອງຂ້ານ້ອຍ, ສະນັ້ນ ຂ້ານ້ອຍຈຶ່ງບໍ່ພະຍາຍາມດຶງດູດຫຼາຍ. ຂ້ານ້ອຍບໍ່ໄດ້ເປັນຄົນອວດດີຄືກັບທີ່ຂ້ານ້ອຍເຄີຍເປັນມາກ່ອນ. ຂ້ານ້ອຍຍັງໄດ້ຮັບເຫດຜົນບາງຢ່າງຕໍ່ໜ້າພຣະເຈົ້າ. ນີ້ແມ່ນຄວາມລອດຂອງພຣະເຈົ້າສໍາລັບຂ້ານ້ອຍ! ຂ້ານ້ອຍບໍ່ຄວນເກັບເອົາຄວາມຮຽກຮ້ອງໃດໜຶ່ງທີ່ເກີນເລີຍຈາກພຣະເຈົ້າ ແລະ ເຖິງແມ່ນວ່າຂ້ານ້ອຍຈະບໍ່ມີຈຸດຈົບ ຫຼື ຈຸດໝາຍປາຍທາງທີ່ດີໃນທີ່ສຸດ, ຂ້ານ້ອຍກໍ່ຍັງຍອມຕໍ່ສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ ແລະ ສັນລະເສີນຄວາມຊອບທໍາຂອງພຣະອົງ.

ຕໍ່ມາ, ຂ້ານ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂຶ້ນ ແລະ ເຂົ້າໃຈຄວາມໝາຍຂອງການທີ່ພຣະເຈົ້າປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບຫຼາຍຂຶ້ນ. ຂ້ານ້ອຍເຫັນວ່ານີ້ແມ່ນສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ “ການປະຕິບັດພາລະກິດໃນເຊື້ອສາຍຂອງໂມອາບໃນປັດຈຸບັນແມ່ນການຊ່ວຍຄົນເຫຼົ່ານັ້ນທີ່ໄດ້ຕົກລົງສູ່ຄວາມມືດມິດທີ່ສຸດ. ເຖິງແມ່ນວ່າພວກເຂົາຖືກສາບແຊ່ງ, ພຣະເຈົ້າເຕັມໃຈທີ່ຈະຮັບເອົາສະຫງ່າລາສີຈາກພວກເຂົາ, ຍ້ອນວ່າ ໃນຕອນທຳອິດ ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຂາດພຣະເຈົ້າໃນຫົວໃຈຂອງພວກເຂົາ; ພຽງແຕ່ການເຮັດໃຫ້ພວກເຂົາເຫຼົ່ານັ້ນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈກາຍເປັນຄົນທີ່ເຊື່ອຟັງ ແລະ ຮັກພຣະເຈົ້າຄືການເອົາຊະນະທີ່ແທ້ຈິງ ແລະ ຜົນຂອງພາລະກິດດັ່ງກ່າວແມ່ນສິ່ງທີ່ມີຄ່າທີ່ສຸດ ແລະ ໜ້າເຊື່ອຖືທີ່ສຸດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຮັບເອົາສະຫງ່າລາສີ, ນີ້ແມ່ນສະຫງ່າລາສີທີ່ພຣະເຈົ້າຕ້ອງການຮັບເອົາໃນຍຸກສຸດທ້າຍ. ເຖິງແມ່ນວ່າຄົນເຫຼົ່ານີ້ມີຖານະທີ່ຕໍ່າຕ້ອຍ ແລະ ບັດນີ້ ພວກເຂົາກໍສາມາດຮັບເອົາຄວາມລອດພົ້ນທີ່ຍິ່ງໃຫຍ່ດັ່ງກ່າວຄືການຍົກຂຶ້ນຂອງພຣະເຈົ້າຢ່າງແທ້ຈິງ. ພາລະກິດນີ້ມີຄວາມໝາຍຫຼາຍ ແລະ ພຣະອົງກໍຮັບເອົາຄົນເຫຼົ່ານີ້ຜ່ານການພິພາກສາ. ມັນບໍ່ແມ່ນເຈດຕະນາຂອງພຣະອົງທີ່ຈະລົງໂທດພວກເຂົາ, ແຕ່ເພື່ອຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນ. ຖ້າພຣະອົງຍັງປະຕິບັດພາລະກິດແຫ່ງການເອົາຊະນະໃນອິດສະຣາເອນໃນລະຫວ່າງຍຸກສຸດທ້າຍ ມັນກໍຈະບໍ່ມີຄ່າຫຍັງ; ເຖິງແມ່ນມັນຈະເກີດຜົນ, ມັນກໍຈະບໍ່ມີຄຸນຄ່າ ຫຼື ຄວາມສຳຄັນທີ່ຍິ່ງໃຫຍ່ໃດເລີຍ ແລະ ພຣະອົງຈະບໍ່ສາມາດຮັບເອົາສະຫງ່າລາສີທັງໝົດໄດ້... ການປະຕິບັດພາລະກິດໃນພວກເຈົ້າໃນປັດຈຸບັນ ເຊິ່ງເປັນເຊື້ອສາຍຂອງໂມອາບ ບໍ່ແມ່ນການເຮັດໃຫ້ພວກເຈົ້າອັບອາຍໂດຍເຈດຕະນາ, ແຕ່ມັນແມ່ນເພື່ອເປີດເຜີຍຄວາມສຳຄັນຂອງພາລະກິດດັ່ງກ່າວ. ມັນຄືການຍົກຂຶ້ນທີ່ຍິ່ງໃຫຍ່ສຳລັບພວກເຈົ້າ. ຖ້າບຸກຄົນໜຶ່ງມີເຫດຜົນ ແລະ ຄວາມເຂົ້າໃຈ, ພວກເຂົາຈະເວົ້າວ່າ ‘ຂ້ານ້ອຍເປັນເຊື້ອສາຍຂອງໂມອາບ. ຂ້ານ້ອຍບໍ່ສົມຄວນສຳລັບການທີ່ຖືກພຣະເຈົ້າຍົກຂຶ້ນຢ່າງຍິ່ງໃຫຍ່ດັ່ງທີ່ຂ້ານ້ອຍໄດ້ຮັບໃນປັດຈຸບັນແທ້ໆ ຫຼື ບໍ່ສົມຄວນສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ. ໃນທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ເວົ້າ ແລະ ອີງຕາມສະຖານະ ແລະ ຄຸນຄ່າຂອງຂ້ານ້ອຍ, ຂ້ານ້ອຍບໍ່ເໝາະສົມສຳລັບການອວຍພອນທີ່ຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ. ຊາວອິດສະຣາເອນມີຄວາມຮັກທີ່ຍິ່ງໃຫຍ່ສຳລັບພຣະເຈົ້າ ແລະ ຄວາມເມດຕາທີ່ພວກເຂົາໄດ້ຮັບແມ່ນຖືກປະທານໃຫ້ກັບພວກເຂົາໂດຍພຣະອົງ, ແຕ່ສະຖານະຂອງພວກເຂົາແມ່ນສູງສົ່ງກວ່າຂອງພວກຂ້ານ້ອຍຫຼາຍ. ອັບຣາຮາມອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢໂຮວາ ແລະ ເປໂຕກໍອຸທິດຕົນຢ່າງຫຼາຍໃຫ້ກັບພຣະເຢຊູ, ການອຸທິດຂອງພວກເຂົາລື່ນພວກຂ້ານ້ອຍເປັນຮ້ອຍເທົ່າ. ອີງຕາມການກະທຳຂອງພວກຂ້ານ້ອຍ, ພວກຂ້ານ້ອຍແມ່ນບໍ່ສົມຄວນທີ່ຈະໄດ້ຮັບຄວາມເມດຕາຂອງພຣະເຈົ້າຢ່າງແນ່ນອນ’(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳຄັນຂອງການຊ່ວຍເຊື້ອສາຍຂອງໂມອາບໃຫ້ລອດພົ້ນ). “ເຊື້ອສາຍຂອງໂມອາບຖືກສາບແຊ່ງ ແລະ ພວກເຂົາເກີດໃນປະເທດທີ່ຫຼ້າຫຼັງນີ້; ໂດຍບໍ່ຕ້ອງສົງໄສ, ທຸກຄົນຢູ່ພາຍໃຕ້ອິດທິພົນຂອງຄວາມມືດມົວ, ລູກຫຼານຂອງໂມອັບມີສະຖານະທີ່ຕໍ່າຕ້ອຍທີ່ສຸດ. ເພາະວ່າຜູ້ຄົນເຫຼົ່ານີ້ມີສະຖານະຕໍ່າທີ່ສຸດໃນອະດີດຜ່ານມາ, ພາລະກິດທີ່ປະຕິບັດເຮັດຕໍ່ພວກເຂົາແມ່ນສາມາດລົບລ້າງແນວຄວາມເຊື່ອຂອງມະນຸດໄດ້ ແລະ ຍັງເປັນພາລະກິດທີ່ເປັນປະໂຫຍດທີ່ສຸດຕໍ່ກັບແຜນການຄຸ້ມຄອງຫົກພັນປີຂອງພຣະອົງອີກ. ການດຳເນີນພາລະກິດກັບຜູ້ຄົນເຫຼົ່ານີ້ ແມ່ນການກະທຳທີ່ສາມາດລົບລ້າງແນວຄວາມເຊື່ອຂອງມະນຸດ. ດ້ວຍເຫດນີ້ພຣະອົງຈຶ່ງເປີດຍຸກໃໝ່, ດ້ວຍເຫດນີ້ພຣະອົງຈຶ່ງລົບລ້າງຄວາມເຊື່ອຂອງມະນຸດທັງໝົດ, ດ້ວຍເຫດນີ້ ພຣະອົງຈຶ່ງຢຸດຕິພາລະກິດຂອງຍຸກແຫ່ງພຣະກະລຸນາທັງໝົດ. ພາລະກິດຂອງພຣະອົງແມ່ນໄດ້ດຳເນີນໃນຢູດາຍພາຍໃນຂອບເຂດຂອງອິດສະຣາເອນ, ໃນຊາດທີ່ບໍ່ແມ່ນຊາວຢິວ ພຣະອົງບໍ່ໄດ້ເຮັດພາລະກິດເປີດຍຸກໃໝ່ໃດໆທັງນັ້ນ. ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງບໍ່ພຽງແຕ່ຖືກດຳເນີນຕໍ່ກັບຜູ້ຄົນໃນຊາດທີ່ບໍ່ແມ່ນຊາວຢິວເທົ່ານັ້ນ ແຕ່ຍິ່ງໄປກວ່ານັ້ນແມ່ນຖືກດຳເນີນໃນຜູ້ຄົນທີ່ຖືກສາບອີກດ້ວຍ. ເຫດຜົນອັນດຽວນີ້ສາມາດເຮັດໃຫ້ຊາຕານຂາຍໜ້າໄດ້. ສະນັ້ນພຣະເຈົ້າຈຶ່ງ ‘ກາຍເປັນ’ ພຣະເຈົ້າທີ່ສ້າງສັບພະສິ່ງທັງປວງໃນຈັກກະວານນີ້, ພຣະຜູ້ເປັນເຈົ້າຂອງທຸກສິ່ງ, ເປັນສິ່ງບູຊາສຳລັບທຸກສິ່ງທຸກຢ່າງໃນຊີວິດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງທັງປວງ). ຂ້ານ້ອຍເຄີຍມີແນວຄິດທີ່ວ່າພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າວ່າພຣະອົງຈະຊ່ວຍຜູ້ໃດ, ພວກເຂົາເປັນຄົນທີ່ພຣະອົງໄດ້ເລືອກໄວ້, ສະນັ້ນເນື່ອງຈາກວ່າຄົນຈີນເປັນເຊື້ອສາຍຂອງໂມອາບ, ຍ້ອນພວກເຮົາເປັນຄົນທີ່ຕໍ່າຕ້ອຍທີ່ສຸດ, ຄົນທີ່ຮັບຮູ້ພຣະເຈົ້າໜ້ອຍທີ່ສຸດ ແລະ ຕໍ່ຕ້ານພຣະເຈົ້າຫຼາຍທີ່ສຸດ ແລະ ພວກເຮົາຖືກສາບແຊ່ງ ແລະ ຖືກປະຕິເສດໂດຍພຣະເຈົ້າ, ພຣະອົງຈະບໍ່ຊ່ວຍພວກເຮົາໃຫ້ລອດພົ້ນ. ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າເຮັດເລີຍ. ພຣະອົງບໍ່ໄດ້ປະຖິ້ມພວກເຮົາເພາະວ່າພວກເຮົາຕໍ່າຕ້ອຍ ແລະ ພຣະອົງບໍ່ໄດ້ຍອມແພ້ທີ່ຈະບໍ່ຊ່ວຍພວກເຮົາ ເພາະວ່າພວກເຮົາສົກກະປົກ ແລະ ເສື່ອມຊາມ. ກົງກັນຂ້າມ, ພຣະອົງເອງໄດ້ກາຍມາເປັນເນື້ອໜັງ, ແບກຮັບຄວາມອັບອາຍ ແລະ ການທົນທຸກທີ່ໃຫຍ່ຫຼວງເພື່ອມາຢູ່ໃນທ່າມກາງພວກເຮົາ ເຊິ່ງເປັນເຊື້ອສາຍຂອງໂມອາບ, ເພື່ອປະຕິບັດພາລະກິດ, ພິພາກສາ, ຂ້ຽນຕີ, ທົດສອບ ແລະ ຫຼໍ່ຫຼອມພວກເຮົາຄັ້ງແລ້ວຄັ້ງເລົ່າດ້ວຍພຣະທຳຂອງພຣະອົງ. ມັນລ້ວນແລ້ວແຕ່ເກີດຂຶ້ນເພື່ອຊໍາລະລ້າງ ແລະ ຊ່ວຍພວກເຮົາໃຫ້ລອດພົ້ນ. ຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ສໍ່າໃດ! ມັນຄືກັນກັບການທີ່ພຣະເຢຊູເຈົ້າກິນຮ່ວມໂຕະດຽວກັນກັບຄົນບາບ. ຍິ່ງພວກເຮົາສົກກະປົກ ແລະ ຕໍ່າຕ້ອຍສໍ່າໃດ, ພວກເຮົາກໍ່ຍິ່ງເຫັນວ່າຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າຍິ່ງໃຫຍ່ສໍ່ານັ້ນ. ໃນທີ່ສຸດ, ພຣະເຈົ້າກໍ່ຈະຊ່ວຍພວກເຮົາເຊິ່ງເປັນຄົນທີ່ເສື່ອມຊາມຢ່າງເລິກເຊິ່ງທີ່ສຸດ, ສົກກະປົກ ແລະ ຕໍ່າຕ້ອຍທີ່ສຸດ ໃຫ້ລອດພົ້ນຢ່າງສົມບູນ ຈາກກອງກໍາລັງທີ່ມືດມົວຂອງຊາຕານ ເພື່ອວ່າພວກເຮົາຈະສາມາດເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະອົງ. ນີ້ແມ່ນສິ່ງທີ່ຈະເຮັດໃຫ້ຊາຕານອັບອາຍທີ່ສຸດ. ນີ້ແມ່ນຄວາມໝາຍຂອງພາລະກິດຂອງພຣະເຈົ້າໃນເຊື້ອສາຍຂອງໂມອາບ! ອີກຢ່າງ, ພາລະກິດຂອງພຣະເຈົ້າຢູ່ໃນເຊື້ອສາຍຂອງໂມອາບໃນຍຸກສຸດທ້າຍໄດ້ທໍາລາຍແນວຄິດຂອງພວກເຮົາທັງໝົດ, ອະນຸຍາດໃຫ້ພວກເຮົາເຫັນວ່າພຣະອົງບໍ່ພຽງແຕ່ເປັນພຣະເຈົ້າຂອງຊາວອິດສະຣາເອັນເທົ່ານັ້ນ, ແຕ່ພຣະອົງຍັງເປັນພຣະເຈົ້າຂອງສິ່ງຖືກສ້າງທັງປວງ. ພຣະອົງບໍ່ໄດ້ເບິ່ງວ່າພວກເຮົາເກີດເປັນຫຍັງ, ເປັນຂອງປະເທດໃດ ຫຼື ຊົນເຜົ່າໃດ, ພວກເຮົາເປັນຊາວອິດສະຣາເອັນ ຫຼື ເຊື້ອສາຍຂອງໂມອາບ ແລະ ບໍ່ວ່າພວກເຮົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງຈາກພຣະເຈົ້າກໍ່ຕາມ. ຕາບໃດທີ່ພວກເຮົາເປັນສິ່ງຖືກສ້າງ ແລະ ຕາບໃດທີ່ພວກເຮົາສະແຫວງຫາຄວາມຈິງ ແລະ ຍອມຕໍ່ພາລະກິດຂອງພຣະເຈົ້າ, ພວກເຮົາກໍ່ສາມາດໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ພຣະເຈົ້າຍຸຕິທຳ ແລະ ຊອບທຳກັບທຸກສິ່ງທີ່ຖືກສ້າງຂຶ້ນ ແລະ ທຸກຄົນມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນຈາກພຣະອົງ. ຍິ່ງຂ້ານ້ອຍໄຕ່ຕອງພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຂ້ານ້ອຍກໍ່ຍິ່ງຮູ້ສຶກວ່າພາລະກິດຂອງພຣະເຈົ້າໃນເຊື້ອສາຍຂອງໂມອາບສໍາຄັນຫຼາຍສໍ່ານັ້ນ ແລະ ຄວາມຮັກ ແລະ ຄວາມລອດພົ້ນຂອງພຣະເຈົ້າເປັນຈິງກັບມະນຸດຊາດທີ່ເສື່ອມຊາມແນວໃດ. ແຕ່ຊ່າງໂຊກຮ້າຍ, ຄວາມສາມາດຂອງຂ້ານ້ອຍຂາດເຂີນຫຼາຍ ແລະ ຄວາມເຂົ້າໃຈຂອງຂ້ານ້ອຍກ່ຽວກັບພາລະກິດຂອງພຣະເຈົ້າກໍ່ມີຂໍ້ຈໍາກັດ. ຂ້ານ້ອຍພຽງແຕ່ສາມາດແບ່ງປັນຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງຂ້ານ້ອຍໜ້ອຍໜຶ່ງ, ແຕ່ຂ້ານ້ອຍບໍ່ສາມາດເປັນພະຍານທີ່ດີ. ຂ້ານ້ອຍເປັນໜີ້ພຣະເຈົ້າຫຼາຍແທ້ໆ.

ເມື່ອຄິດຍ້ອນຄືນຫາມັນໃນຕອນນີ້, ເມື່ອຜ່ານການທົດລອງຂອງການເປັນເຊື້ອສາຍຂອງໂມອາບ, ເຖິງແມ່ນຂ້ານ້ອຍໄດ້ທົນທຸກໃນຕອນນັ້ນ, ຂ້ານ້ອຍກໍ່ມາຮູ້ຈັກຕົວຕົນ ແລະ ຄຸນຄ່າຂອງຂ້ານ້ອຍເອງ. ຂ້ານ້ອຍໄດ້ຮັບຄວາມເຂົ້າໃຈໜ້ອຍໜຶ່ງກ່ຽວກັບພາລະກິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ອຸປະນິໄສທີ່ຊອບທໍາຂອງພຣະອົງ ແລະ ຂ້ານ້ອຍບໍ່ເຄີຍຈອງຫອງ ແລະ ພໍໃຈກັບຕົວເອງນັບຕັ້ງແຕ່ນັ້ນມາ. ຂ້ານ້ອຍເລີ່ມຮູ້ສຶກວ່າຂ້ານ້ອຍຕໍ່າຕ້ອຍ ແລະ ເສື່ອມຊາມສໍ່າໃດ, ຂ້ານ້ອຍບໍ່ສົມຄວນໄດ້ຮັບຄວາມຮັກ ແລະ ຄວາມລອດພົ້ນຂອງພຣະອົງ ແລະ ຂ້ານ້ອຍບໍ່ກ້າຮຽກຮ້ອງຫຍັງຈາກພຣະອົງອີກ. ບໍ່ວ່າພຣະເຈົ້າປະຕິບັດຕໍ່ຂ້ານ້ອຍແນວໃດ ຫຼື ສິ່ງທີ່ພຣະອົງຈັດແຈງໃຫ້ຂ້ານ້ອຍເປັນຫຍັງກໍ່ຕາມ, ຂ້ານ້ອຍກໍ່ເຕັມໃຈຍອມຮັບມັນ ແລະ ຍອມອ່ອນນ້ອມ. ຂ້ານ້ອຍພຽງແຕ່ຕ້ອງການຍອມຮັບການພິພາກສາ ແລະ ການຂ້ຽນຕີຈາກພຣະທຳຂອງພຣະເຈົ້າຢ່າງຊື່ສັດ ແລະ ສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງຂ້ານ້ອຍ. ເຖິງແມ່ນວ່າເປັນເຊື້ອສາຍຂອງໂມອາບ, ຂ້ານ້ອຍຍັງຕ້ອງສະແຫວງຫາຄວາມຈິງ ແລະ ຢືນເປັນພະຍານໃຫ້ກັບພຣະເຈົ້າ. ມັນເປັນໄປຕາມທີ່ເພງສັນລະເສີນກ່າວໄວ້, “ພວກຂ້ານ້ອຍບໍ່ແມ່ນຊາວອິດສະຣາເອນ, ແຕ່ແມ່ນເຊື້ອສາຍຂອງໂມອາບທີ່ຖືກປະຖິ້ມ, ພວກຂ້ານ້ອຍບໍ່ແມ່ນເປໂຕ ຜູ້ທີ່ມີຄວາມສາມາດທີ່ພວກຂ້ານ້ອຍບໍ່ສາມາດມີ ຫຼື ບໍ່ແມ່ນໂຢບ ແລະ ພວກຂ້ານ້ອຍບໍ່ສາມາດແມ່ນແຕ່ຈະໄປປຽບທຽບກັບຄວາມຕັ້ງໃຈຂອງໂປໂລໃນການທົນທຸກເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ແກ່ພຣະເຈົ້າ ແລະ ພວກຂ້ານ້ອຍກໍຫຼ້າຫຼັງຫຼາຍ ແລະ ດ້ວຍເຫດນັ້ນ ພວກຂ້ານ້ອຍຈຶ່ງບໍ່ມີຄຸນສົມບັດທີ່ຈະໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຍັງໄດ້ຍົກພວກຂ້ານ້ອຍຂຶ້ນໃນປັດຈຸບັນ; ສະນັ້ນ ພວກຂ້ານ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ພວກຂ້ານ້ອຍຈະມີຄວາມສາມາດ ຫຼື ຄຸນສົມບັດທີ່ບໍ່ພຽງພໍ, ພວກຂ້ານ້ອຍກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ, ພວກຂ້ານ້ອຍມີຄວາມຕັ້ງໃຈນີ້. ພວກຂ້ານ້ອຍແມ່ນເຊື້ອສາຍຂອງໂມອາບ ແລະ ພວກຂ້ານ້ອຍຖືກສາບແຊ່ງ. ນີ້ແມ່ນຄໍາບັນຊາຂອງພຣະເຈົ້າ ແລະ ພວກຂ້ານ້ອຍກໍບໍ່ສາມາດປ່ຽນແປງມັນໄດ້, ແຕ່ການດໍາລົງຊີວິດຂອງພວກຂ້ານ້ອຍ ແລະ ຄວາມຮູ້ຂອງພວກຂ້ານ້ອຍແມ່ນສາມາດປ່ຽນແປງໄດ້ ແລະ ພວກຂ້ານ້ອຍຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ(ຈາກບົດເພງ “ການແກ້ໄຂທີ່ລູກຫຼານຂອງຊາວໂມອາບຄວນມີ” ໃນໜັງສືເພງຕິດຕາມລູກແກະ ແລະ ຮ້ອງເພງໃໝ່).

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຈະລາຍງານ ຫຼື ບໍ່ລາຍງານ

ໂດຍ ຢາງຢີ່, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ພວກເຈົ້າຄວນສະແຫວງຫາການຖືກ ຍອມຮັບໂດຍພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ ຊາຕາກໍາຂອງພວກເຈົ້າ....

ການຮູ້ຈັກສິດອຳນາດ ແລະ ອຳນາດອະທິປະໄຕຂອງພຣະເຈົ້າໃນຊີວິດ

ໂດຍ ຊິ່ນຊິນ, ສະຫະລັດອາເມຣິກາພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ຄວາມຮູ້ກ່ຽວກັບສິດອຳນາດຂອງພຣະເຈົ້າ, ລິດອຳນາດຂອງພຣະເຈົ້າ,...

ຄວາມລອດພົ້ນຂອງພຣະເຈົ້າ

ໂດຍ ຢີ່ເຊີນ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ທຸກບາດກ້າວຂອງພາລະກິດຂອງພຣະເຈົ້າ ບໍ່ວ່າຈະເປັນພຣະທຳທີ່ໂຫດຮ້າຍ ຫຼື ການພິພາກສາ ຫຼື...