ການໄດ້ຮັບພອນຜ່ານຄວາມໂຊກຮ້າຍ

24 ເດືອນທັນວາ 2021

ໂດຍ ຕູ່ຈວນ, ຍີ່ປຸ່ນ

ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ເມື່ອຄົນໃດໜຶ່ງຫວນຄືນເບິ່ງເສັ້ນທາງທີ່ເຂົ້າໄດ້ຍ່າງ, ເມື່ອຄົນໃດໜຶ່ງຈື່ຈໍາທຸກໄລຍະແຫ່ງການເດີນທາງຂອງຕົນເອງ, ເຂົາຈະເຫັນໄດ້ວ່າ ໃນທຸກບາດກ້າວ ບໍ່ວ່າຈະເປັນການເດີນທາງທີ່ຍາກລຳບາກ ຫຼື ລາບລື້ນ, ພຣະເຈົ້າໄດ້ຊີ້ນຳຫົນທາງດັ່ງກ່າວ ແລະ ວາງແຜນໄວ້ທຸກສິ່ງແລ້ວ. ມັນແມ່ນການຈັດແຈງຢ່າງລະອຽດທີ່ສຸດຂອງພຣະເຈົ້າ, ມັນແມ່ນການວາງແຜນຢ່າງຮອບຄອບຂອງພຣະອົງ ທີ່ນຳພາຜູ້ຄົນຈົນມາຮອດທຸກມື້ນີ້ໂດຍບໍ່ຮູ້ຕົວ. ການສາມາດຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮັບເອົາຄວາມລອດພົ້ນຂອງພຣະອົງ, ນັ້ນແມ່ນໂຊກລາບອັນໃຫຍ່ຫຼວງແທ້ໆ! ... ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ, ມີອາຊີບຫຍັງ, ວິທີການດຳລົງຊີວິດຂອງພວກເຂົາ ແລະ ການສະແຫວງຫາເປົ້າໝາຍຂອງພວກເຂົາບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ກັບນຳເອົາຄວາມປວດໃຈອັນບໍ່ຮູ້ຈົບ ແລະ ຄວາມທຸກທໍລະມານທີ່ບໍ່ລົດລະ ເຊິ່ງພວກເຂົາບໍ່ສາມາດທົນທີ່ຈະຫວນຄືນເບິ່ງອະດີດຂອງຕົນເອງໄດ້. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III). ພຣະທຳເຫຼົ່ານີ້ຂອງພຣະເຈົ້າດົນບັນດານໃຈຂ້ອຍແທ້ໆ ເນື່ອງຈາກວ່າພວກມັນເປັນການພັນລະນາຊີວິດຂອງຂ້ອຍເອງຢ່າງຖືກຕ້ອງ.

ຂ້ອຍເກີດໃນຄອບຄົວຊົນນະບົດທີ່ທຸກຍາກ ແລະ ຜູ້ຄົນໄດ້ດູຖູກຂ້ອຍຕະຫຼອດຊີວິດຂອງຂ້ອຍ. ຄອບຄົວຂອງຂ້ອຍທຸກຍາກ, ດັ່ງນັ້ນ ບາງຄັ້ງຂ້ອຍບໍ່ຮູ້ຊ້ຳວ່າອາຫານຄາບຕໍ່ໄປຈະມາຈາກໃສ ແລະ ຂ້ອຍໃສ່ເຄື່ອງນຸ່ງມືສອງຂອງເອື້ອຍຂ້ອຍສະເໝີ. ເຄື່ອງນຸ່ງຫົ່ມໂຕໃຫຍ່ຂ້ອຍ. ໝູ່ຮ່ວມຫ້ອງຂອງຂ້ອຍທຸກຄົນເຍາະເຍີ້ຍຂ້ອຍ ແລະ ບໍ່ຢາກຄົບຫາກັບຂ້ອຍ. ຂ້ອຍມີໄວເດັກທີ່ເຈັບປວດຫຼາຍແທ້ໆ. ນັບແຕ່ນັ້ນມາ, ຂ້ອຍຈຶ່ງຕັ້ງໃຈວ່າ: ເມື່ອຂ້ອຍໃຫຍ່ຂຶ້ນ, ຂ້ອຍຈະຫາເງິນໃຫ້ໄດ້ຫຼາຍໆ, ມີຊີວິດທີ່ດີ ແລະ ຈະບໍ່ມີໃຜດູຖູກຂ້ອຍອີກ. ເນື່ອງຈາກວ່າຄອບຄົວຂອງຂ້ອຍບໍ່ມີເງິນເລີຍ, ຂ້ອຍຕ້ອງອອກໂຮງຮຽນກ່ອນທີ່ຂ້ອຍຈະຈົບມັດທະຍົມຕົ້ນເພື່ອໄປເຮັດວຽກຢູ່ໂຮງງານຜະລິດຢາຂອງເທດສະບານ. ຂ້ອຍເຮັດວຽກກາຍເວລາຈົນຮອດ 10 ໃນຕອນກາງຄືນຫຼາຍຄັ້ງ ເພື່ອວ່າຂ້ອຍຈະສາມາດຫາເງິນໄດ້ຕື່ມອີກໜ້ອຍໜຶ່ງ. ຕໍ່ມາຂ້ອຍໄດ້ຍິນວ່າເອື້ອຍຂອງຂ້ອຍສາມາດຫາເງິນສໍ່າກັບເງິນເດືອນຂອງຂ້ອຍຈາກການຂາຍຜັກເປັນເວລາຫ້າວັນ. ຂ້ອຍກໍ່ອອກຈາກວຽກຢູ່ໂຮງງານຜະລິດຢາທັນທີ່ເພື່ອມາຂາຍຜັກ. ພາຍຫຼັງທີ່ແຕ່ງງານແລ້ວ, ສາມີ ແລະ ຂ້ອຍກໍ່ເປີດຮ້ານອາຫານ. ຂ້ອຍຄິດວ່າຂ້ອຍຈະຫາເງິນໄດ້ຫຼາຍຈາກການເປີດຮ້ານອາຫານ, ແລ້ວຂ້ອຍກໍ່ສາມາດດຳລົງຊີວິດທີ່ຍິ່ງໃຫຍ່ ແລະ ມີກຽດ, ຖືກຄົນອື່ນອິດສາ ແລະ ໄດ້ຮັບຄວາມເຄົາລົບຈາກຄົນອື່ນ. ແຕ່ການແຂ່ງຂັນແມ່ນຮຸນແຮງຢູ່ໃນທຸລະກິດນັ້ນ ແລະ ພວກເຮົາຈ້າງພະນັກງານເສີບພຽງຄົນດຽວເພື່ອປະຢັດເງິນ. ຂ້ອຍໄດ້ເຮັດທຸກຢ່າງ, ແລ່ນກັບໄປກັບມາລະຫວ່າງເຮືອນຄົວ ແລະ ພື້ນທີ່ກິນເຂົ້າ. ບາງຄັ້ງຂ້ອຍເມື່ອຍເກີນໄປຈົນຢືນບໍ່ໄຫວ. ພະນັກງານລັດບາງຄົນຈະແວ່ມາກິນ ແຕ່ບໍ່ເຄີຍຈ່າຍເງິນ, ແລ້ວກໍ່ມີເງິນປັບໄໝ ແລະ ອາກອນທຸກປະເພດທີ່ຕ້ອງຈ່າຍ. ບາງຄັ້ງພວກເຂົາຈະໃຊ້ຂໍ້ອ້າງເພື່ອປັບໄໝພວກເຮົາ ແລະ ຍ່າງຈາກໄປພ້ອມກັບລາຍໄດ້ຂອງມື້ນັ້ນ. ສິ່ງນີ້ເຮັດໃຫ້ຂ້ອຍໃຈຮ້າຍແທ້ໆ ແຕ່ບໍ່ມີຫຍັງທີ່ຂ້ອຍສາມາດເຮັດໄດ້ຢູ່ປະເທດຈີນ. ຂ້ອຍພຽງແຕ່ຕ້ອງກົ້ມຫົວລົງຕໍ່ໄປ. ເຖິງແມ່ນວ່າພວກເຮົາໄດ້ເຮັດວຽກຢ່າງໜັກ, ພວກເຮົາກໍ່ຫາເງິນບໍ່ໄດ້ຫຼາຍ. ຂ້ອຍເລີ່ມກັງວົນໃຈຫຼັງຈາກທີ່ພວກເຮົາໄດ້ດຳເນີນທຸລະກິດໄດ້ໄລຍະໜຶ່ງ, ຄິດວ່າ “ເມື່ອໃດຂ້ອຍຈຶ່ງຈະໄດ້ໃຊ້ຊີວິດທີ່ດີ ໂດຍມີເງິນຫຼາຍໆ?”

ໃນປີ 2008, ເພື່ອນຄົນໜຶ່ງບອກຂ້ອຍວ່າໃນການເຮັດວຽກມື້ໜຶ່ງຢູ່ປະເທດຍີ່ປຸ່ນ, ຜູ້ຄົນສາມາດຫາເງິນສໍ່າກັບທີ່ພວກເຂົາຫາໄດ້ຈາກການເຮັດວຽກ 10 ມື້ຢູ່ປະເທດຈີນ. ຂ້ອຍດີໃຈຫຼາຍທີ່ໄດ້ຍິນເລື່ອງນີ້. ຂ້ອຍຄິດວ່າ ໃນທີ່ສຸດຂ້ອຍກໍ່ໄດ້ພົບໂອກາດທີ່ຈະຫາເງິນໄດ້. ຄ່າຄົນກາງໃນການໄປປະເທດຍີ່ປຸ່ນນັ້ນສູງ, ແຕ່ຂ້ອຍຄິດວ່າ “ເຈົ້າບໍ່ສາມາດເຮັດຂົ້ວໄຂ່ໂດຍບໍ່ໄດ້ປອກໄຂ່. ຕາບໃດທີ່ພວກເຮົາໄດ້ວຽກຢູ່ປະເທດຍີ່ປຸ່ນ, ພວກເຮົາຈະໄດ້ເງິນນັ້ນຄືນໂດຍໄວແທ້ໆ”. ສາມີຂອງຂ້ອຍ ແລະ ຂ້ອຍຈຶ່ງຕັດສິນໃຈໄປປະເທດຍີ່ປຸ່ນທັນທີເພື່ອໄລ່ຕາມຄວາມຝັນນັ້ນ. ເມື່ອໄປຮອດທີ່ນັ້ນ, ພວກເຮົາຕ້ອງເຮັດວຽກ 13-14 ຊົ່ວໂມງທຸກໆມື້. ພວກເຮົາເມື່ອຍປານຕາຍ. ຫຼັງຈາກເຮັດວຽກ ພວກເຮົາພຽງແຕ່ຕ້ອງການນອນລົງ ແລະ ພັກຜ່ອນ. ພວກເຮົາບໍ່ຢາກກິນ. ຫຼັງສ່ວນລຸ່ມຂອງຂ້ອຍເຈັບຕະຫຼອດເວລາ ແລະ ຂ້ອຍບໍ່ມີເງິນພໍທີ່ໄປພົບທ່ານໝໍໄດ້. ດັ່ງນັ້ນ ຂ້ອຍຈຶ່ງກິນພຽງຢາແກ້ປວດເພື່ອຊ່ວຍຂ້ອຍຮັບມືກັບມັນ. ຂ້ອຍບໍ່ພຽງແຕ່ເຈັບປວດເທົ່ານັ້ນ, ແຕ່ຂ້ອຍຍັງຖືກຫົວໜ້າປ້ອຍດ່າ ແລະ ຖືກເພື່ອນຮ່ວມງານຂົ່ມເຫັງ. ເທື່ອໜຶ່ງ, ຂ້ອຍໄດ້ເຮັດຜິດພາດເລັກນ້ອຍເມື່ອຂ້ອຍຫາກໍ່ເຂົ້າມາເຮັດວຽກໃໝ່. ຫົວໜ້າຂອງຂ້ອຍວິຈານຂ້ອຍແທ້ໆ ແລະ ຂ້ອຍກໍ່ເສຍໃຈຫຼາຍຈົນຂ້ອຍຮ້ອງໄຫ້. ແຕ່ຂ້ອຍສາມາດເຮັດຫຍັງໄດ້ອີກແດ່? ຂ້ອຍຕ້ອງເກັບຄວາມຮູ້ສຶກຂອງຕົນໄວ້ເພື່ອໃຫ້ຂ້ອຍສາມາດຫາເງິນໄດ້ຕໍ່ໄປ. ຂ້ອຍບອກກັບໂຕເອງຊ້ຳແລ້ວຊ້ຳອີກວ່າ “ຕອນນີ້ມັນຍາກ, ແຕ່ເມື່ອຂ້ອຍຫາເງິນໄດ້ຈຳນວນໜຶ່ງແລ້ວ, ຂ້ອຍຈະສາມາດຢືນໂຕຊື່ ແລະ ສົບຕາກັບຜູ້ຄົນ. ຂ້ອຍຕ້ອງອົດທົນ”. ດັ່ງນັ້ນ, ຂ້ອຍສືບຕໍ່ເຮັດວຽກທຸກມື້ຄືກັບເຄື່ອງຈັກຜະລິດເງິນ. ໂດຍບໍ່ຄາດຄິດ, ໃນປີ 2015, ຂ້ອຍໄດ້ລົ້ມປ່ວຍດ້ວຍຄວາມອິດເມື່ອຍຈາກວຽກໜັກ. ຂ້ອຍໄປໂຮງໝໍເພື່ອກວດສຸຂະພາບ ແລະ ທ່ານໝໍບອກຂ້ອຍວ່າຂ້ອຍມີໝອນຮອງກະດູກທີ່ກົດທັບເສັ້ນປະສາດ ແລະ ຖ້າຂ້ອຍສືບຕໍ່ເຮັດວຽກຕໍ່ໄປ, ຂ້ອຍຈະລົ້ມປ່ວຍຕິດຕຽງ ແລະ ບໍ່ສາມາດເບິ່ງແຍງໂຕເອງໄດ້. ສິ່ງນີ້ເຮັດໃຫ້ຂ້ອຍຮູ້ສຶກຄືກັບຖືກສາຍຟ້າຟາດໃນທັນທີ ແລະ ຂ້ອຍຮູ້ສຶກອ່ອນແອໄປໝົດທັງໂຕພ້ອມກັນບາດດຽວ. ສິ່ງຕ່າງໆໃນຊີວິດຂອງຂ້ອຍກຳລັງໄປໄດ້ດີ ແລະ ຄວາມຝັນຂອງຂ້ອຍກໍ່ໃກ້ເຂົ້າມາແລ້ວ. ແຕ່ກົງກັນຂ້າມ, ຂ້ອຍຈົບລົງດ້ວຍການບາດເຈັບ. ຂ້ອຍບໍ່ສາມາດຍອມຮັບມັນໄດ້ ແລະ ຂ້ອຍຄິດວ່າ “ຂ້ອຍຍັງໜຸ່ມຢູ່. ຖ້າຂ້ອຍພຽງແຕ່ກັດແຂ້ວສູ້, ຂ້ອຍກໍ່ຈະສາມາດຜ່ານເລື່ອງນີ້ໄປໄດ້. ຖ້າຕອນນີ້ຂ້ອຍຫາເງິນບໍ່ໄດ້ ແລະ ຂ້ອຍກັບເມືອປະເທດຈີນດ້ວຍມືເປົ່າ, ນັ້ນຈະບໍ່ໜ້າອັບອາຍບໍ?” ດັ່ງນັ້ນ, ຂ້ອຍຈຶ່ງກັດແຂ້ວສູ້ ແລະ ສືບຕໍ່ລາກເອົາຮ່າງກາຍທີ່ບາດເຈັບຂອງຂ້ອຍໄປເຮັດວຽກ. ເມື່ອຄວາມເຈັບປວດຮ້າຍແຮງຂຶ້ນ ຂ້ອຍກໍ່ຈັບຢາມາກິນ ແລະ ດິ້ນລົນຕໍ່ໄປ. ຂ້ອຍເຮັດວຽກໝົດມື້, ແລ້ວໃນຕອນກາງຄືນຄວາມເຈັບປວດກໍ່ຮ້າຍແຮງຂຶ້ນຈົນຂ້ອຍບໍ່ສາມາດນອນຫຼັບໄດ້. ຂ້ອຍຈະພິກຄີງກໍ່ຍັງຍາກ. ພຽງສອງສາມມື້ຕໍ່ມາ, ຂ້ອຍບໍ່ສະບາຍແຮງຈົນຂ້ອຍບໍ່ສາມາດຄານອອກຈາກຕຽງໄດ້.

ນອນຢູ່ເທິງຕຽງ, ຂ້ອຍຮູ້ສຶກໄຮ້ປະໂຫຍດ ແລະ ໂດດດ່ຽວຫຼາຍ ແລະ ຂ້ອຍສົງໄສວ່າ “ຂ້ອຍມາຢູ່ທີ່ນີ້ໄດ້ແນວໃດ ໂດຍອາຍຸຍັງນ້ອຍຂະໜາດນີ້? ຂ້ອຍຈະລົງເອີຍດ້ວຍການເປັນຄົນປ່ວຍຕິດຕຽງແທ້ໆບໍ?” ຂ້ອຍຮູ້ສຶກໂສກເສົ້າເສຍໃຈທີ່ຂ້ອຍບໍ່ສາມາດສະແດງອອກໄດ້ ແລະ ຂ້ອຍພຽງແຕ່ສົງໄສວ່າ “ມະນຸດມີຊີວິດຢູ່ເພື່ອຫຍັງແທ້ໆ? ມັນເປັນພຽງການຫາເງິນ ແລະ ເພື່ອທີ່ຈະໂດດເດັ່ນແທ້ບໍ? ເງິນໝາຍເຖິງຄວາມສຸກແທ້ໆບໍ? ການທີ່ຂ້ອຍພະຍາຍາມເຮັດວຽກຢ່າງໜັກເພື່ອເງິນນັ້ນຄຸ້ມຄ່າແທ້ໆບໍ?” ເກືອບສາມສິບປີທີ່ຂ້ອຍເຮັດວຽກຢ່າງໜັກໜ່ວງ, ຂ້ອຍໄດ້ເຮັດວຽກໃນໂຮງງານ, ຂາຍຜັກ, ເປີດຮ້ານອາຫານ ແລະ ມາປະເທດຍີ່ປຸ່ນເພື່ອເຮັດວຽກ. ຂ້ອຍຫາເງິນໄດ້ຈຳນວນໜຶ່ງ, ແຕ່ກໍ່ມີຄວາມທຸກຍາກຫຼາຍ. ທຳອິດ ຂ້ອຍຄິດວ່າ ຂ້ອຍຈະເຮັດໃຫ້ຄວາມຝັນຂອງຂ້ອຍເປັນຈິງໂດຍການມາປະເທດຍີ່ປຸ່ນ, ຂ້ອຍຈະເປັນຄົນລວຍໃນຊົ່ວຂ້າມຄືນ ແລະ ໃຊ້ຊີວິດທີ່ໜ້າອິດສາ. ແຕ່ກົງກັນຂ້າມ, ຂ້ອຍຕິດຢູ່ໃນຕຽງ ແລະ ອາດໃຊ້ຊີວິດທີ່ຍັງເຫຼືອຂອງຂ້ອຍໃນລໍ້ຍູ້. ໃນຄວາມຄິດນັ້ນ, ຂ້ອຍເສຍໃຈເປັນພິເສດທີ່ຂ້ອຍທຸ້ມເທຫາເງິນ ແລະ ຖືກບັນທອນລົງ. ຂ້ອຍຮູ້ສຶກເສຍໃຈ, ທໍລະມານໃຈ ແລະ ໂສກເສົ້າ. ຂ້ອຍອົດບໍ່ໄດ້ທີ່ຈະຮ້ອງໄຫ້. ຂ້ອຍຮ້ອງອອກໃນໃຈຂອງຕົນວ່າ: “ສະຫວັນ, ໂຜດຊ່ວຍຂ້ອຍໃຫ້ລອດພົ້ນດ້ວຍເທີ້ນ! ເປັນຫຍັງຊີວິດຂອງຂ້ອຍຈຶ່ງອິດເມື່ອຍຫຼາຍ, ລຳບາກຫຼາຍ?”

ມັນແມ່ນຕອນທີ່ຂ້ອຍສິ້ນຫວັງ ແລະ ເຈັບປວດທີ່ຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍໄດ້ມາເຖິງຂ້ອຍ. ຂ້ອຍໄດ້ພົບເອື້ອຍນ້ອງສອງຄົນທີ່ໄດ້ເຊື່ອໃນພຣະເຈົ້າໂດຍບັງເອີນ. ຜ່ານການອ່ານພຣະທຳຂອງພຣະເຈົ້າຮ່ວມກັບພວກເຂົາ ແລະ ຟັງການສົນທະນາຂອງພວກເຂົາກ່ຽວກັບຄວາມຈິງ, ຂ້ອຍເຂົ້າໃຈວ່າສິ່ງທັງປວງລ້ວນແລ້ວແຕ່ຖືກສ້າງຂຶ້ນໂດຍພຣະເຈົ້າ, ພຣະເຈົ້າປົກຄອງໂລກຈັກກະວານທັງປວງ, ໂຊກຊະຕາຂອງທຸກຄົນຢູ່ໃນມືຂອງພຣະເຈົ້າ, ພຣະເຈົ້າໄດ້ຊີ້ນຳ ແລະ ບຳລຸງລ້ຽງມະນຸດຊາດຕະຫຼອດມາ ແລະ ພຣະອົງເບິ່ງແຍງ ແລະ ປົກປ້ອງມະນຸດຊາດສະເໝີ. ແຕ່ຂ້ອຍຍັງສັບສົນກ່ຽວກັບບາງສິ່ງບາງຢ່າງ. ໂຊກຊະຕາຂອງພວກເຮົາຖືກຄວບຄຸມໂດຍພຣະເຈົ້າ ແລະ ພຣະເຈົ້າໄດ້ຊີ້ນຳ ແລະ ປົກປ້ອງພວກເຮົາຕະຫຼອດມາ, ດັ່ງນັ້ນພວກເຮົາຄວນມີຄວາມສຸກ. ແລ້ວເປັນຫຍັງພວກເຮົາຈຶ່ງຍັງທົນທຸກການເຈັບເປັນ ແລະ ຄວາມເຈັບປວດ? ເປັນຫຍັງຊີວິດຈຶ່ງລຳບາກຫຼາຍ? ຄວາມເຈັບປວດທັງໝົດນີ້ມາຈາກໃສແທ້? ຂ້ອຍຖາມອ້າຍເອື້ອຍນ້ອງກ່ຽວກັບເລື່ອງນີ້.

ເອື້ອຍຊິນອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບາງຂໍ້ໃຫ້ຂ້ອຍຟັງ: “ແມ່ນຫຍັງຄືແຫຼ່ງກຳເນີດຂອງການທົນທຸກຕະຫຼອດຊີວິດນັບຕັ້ງແຕ່ເກີດ, ຄວາມຕາຍ, ຄວາມເຈັບປ່ວຍ ແລະ ອາຍຸແກ່ທີ່ມະນຸດໄດ້ທົນທຸກ? ແມ່ນຫຍັງທີ່ເຮັດໃຫ້ຜູ້ຄົນມີສິ່ງເຫຼົ່ານີ້? ມະນຸດບໍ່ມີສິ່ງເຫຼົ່ານີ້ ເມື່ອພວກເຂົາຖືກສ້າງຂຶ້ນມາ ແມ່ນບໍ? ແລ້ວສິ່ງເຫຼົ່ານີ້ມາຈາກໃສ? ພວກມັນເກີດຂຶ້ນຫຼັງຈາກທີ່ມະນຸດຖືກລໍ້ລວງໂດຍຊາຕານ ແລະ ເນື້ອໜັງຂອງພວກເຂົາຖືກເສື່ອມຊາມ. ຄວາມເຈັບປວດໃນເນື້ອໜັງຂອງມະນຸດ, ຄວາມຍາກລຳບາກຂອງມັນ ແລະ ຄວາມວ່າງເປົ່າຂອງມັນ ພ້ອມທັງເລື່ອງທຸກໃຈທີ່ສຸດໃນໂລກຂອງມະນຸດ ພຽງແຕ່ເກີດຂຶ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ມະນຸດຊາດເສື່ອມຊາມ. ຫຼັງຈາກທີ່ມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ມັນກໍເລີ່ມທໍລະມານພວກເຂົາ. ຜົນຕາມມາກໍຄື ພວກເຂົາຍິ່ງເສື່ອມຊາມຂຶ້ນເລື້ອຍໆ. ພະຍາດຂອງມະນຸດຊາດຍິ່ງຮ້າຍແຮງຂຶ້ນເລື້ອຍໆ ແລະ ການທົນທຸກຂອງພວກເຂົາຮ້າຍແຮງຂຶ້ນເລື້ອຍໆ. ຜູ້ຄົນຮູ້ສຶກເຖິງຄວາມວ່າງເປົ່າ ແລະ ໂສກອະນາດຕະກຳໃນໂລກຂອງມະນຸດຢ່າງເພີ່ມຂຶ້ນ; ຜູ້ຄົນບໍ່ມີທາງມີຊີວິດລອດ ແລະ ບໍ່ມີຫວັງແມ່ນແຕ່ໜ້ອຍດຽວ. ສະນັ້ນ ການທົນທຸກນີ້ແມ່ນນໍາມາສູ່ມະນຸດໂດຍຊາຕານ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມສຳຄັນຂອງການທີ່ພຣະເຈົ້າຊີມລົດຊາດການທົນທຸກທາງໂລກ). ແລ້ວລາວໄດ້ແບ່ງປັນການສົນທະນານີ້: “ເມື່ອພຣະເຈົ້າສ້າງມະນຸດ, ພວກເຂົາຖືກຕິດຕາມ, ຖືກດູແລ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ບໍ່ມີການເກີດ, ການແກ່ໂຕ, ຄວາມເຈັບປ່ວຍ ຫຼື ຄວາມຕາຍ ແລະ ບໍ່ມີຄວາມກັງວົນ ຫຼື ການລົບກວນໃຈ. ມະນຸດອາໄສຢູ່ໂດຍປາສະຈາກຄວາມກັງວົນໃນສວນເອເດນ, ຊື່ນຊົມທຸກສິ່ງທີ່ສາມາດຊື່ນຊົມໄດ້ເຊິ່ງຖືກປະທານໃຫ້ໂດຍພຣະເຈົ້າ. ພວກເຂົາດຳລົງຊີວິດຢ່າງມີຄວາມສຸກ ແລະ ຢ່າງເບີກບານພາຍໃຕ້ການຊີ້ນຳຂອງພຣະເຈົ້າ. ແຕ່ແລ້ວມະນຸດກໍ່ຖືກຫຼອກລວງ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ພວກເຂົາເຊື່ອໃນຄຳເວົ້າຕົວະຫຼອກຂອງມັນ, ເຮັດຜິດບາບ ແລະ ທໍລະຍົດພຣະເຈົ້າ ແລະ ໄດ້ສູນເສຍການດູແລ ແລະ ການປົກປ້ອງຂອງພຣະເຈົ້າ. ພວກເຂົາໄດ້ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານນັບຕັ້ງແຕ່ນັ້ນມາ ແລະ ໄດ້ຕົກລົງສູ່ຄວາມມືດມົນ. ພວກເຮົາດຳລົງຊີວິດດ້ວຍຄວາມອິດເມື່ອຍ, ເປັນຫ່ວງ, ເຈັບປວດ ແລະ ໂສກເສົ້າ. ນັບເປັນເວລາຫຼາຍພັນປີ, ຊາຕານໄດ້ໃຊ້ຄວາມຄິດນອກຄອກ ແລະ ຄວາມເຂົ້າໃຈຜິດມາໂດຍຕະຫຼອດ ເຊັ່ນ: ລັດທິວັດຖຸນິຍົມ, ລັດທິອະເທວະນິຍົມ, ວິວັດທະນາການ ແລະ ຄະຕິພົດທີ່ເຜີຍແຜ່ໂດຍຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່ເພື່ອເຮັດໃຫ້ເຂົ້າໃຈຜິດ ແລະ ທຳຮ້າຍຜູ້ຄົນ ເຊັ່ນ: ‘ບໍ່ມີພຣະເຈົ້າເລີຍ’, ‘ໂຊກຊະຕາຂອງຄົນໆໜຶ່ງແມ່ນຢູ່ໃນມືຂອງເຂົາເອງ’, ‘ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ’, ‘ໃຫ້ໂດດເດັ່ນເໜືອຄົນທີ່ເຫຼືອ ແລະ ນໍາກຽດສັກສີມາໃຫ້ບັນພະບຸລຸດຂອງເຈົ້າ’ ແລະ ‘ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ’, ‘ເງິນເຮັດໃຫ້ໂລກໝຸນ’ ແລະ ອື່ນໆ. ຫຼັງຈາກຍອມຮັບຄວາມເຊື່ອຜິດໆເຫຼົ່ານີ້ຂອງຊາຕານ, ຜູ້ຄົນໄດ້ປະຕິເສດການດຳລົງຢູ່ ແລະ ກົດເກນຂອງພຣະເຈົ້າ, ຕີໂຕອອກຫ່າງຈາກພຣະເຈົ້າ ແລະ ທໍລະຍົດພຣະອົງ. ພວກເຂົາໄດ້ອວດດີ ແລະ ຫຼອກລວງຍິ່ງຂຶ້ນ, ເຫັນແກ່ໂຕຫຼາຍຂຶ້ນ, ເຈົ້າເລ່ ແລະ ຊົ່ວຮ້າຍ. ຜູ້ຄົນມີສ່ວນຮ່ວມໃນກົນອຸບາຍ, ຕໍ່ສູ້ ແລະ ຂ້າເພື່ອເຫັນແກ່ຊື່ສຽງ, ສະຖານະ ແລະ ຄວາມຮັ່ງມີ. ຜົວ ແລະ ເມຍ, ໝູ່ເພື່ອນໂກງ ແລະ ທໍລະຍົດກັນ, ແມ່ນແຕ່ພໍ່ ແລະ ລູກຊາຍກໍ່ຍັງຕີກັນ ແລະ ອ້າຍນ້ອງກໍ່ໂຈມຕີກັນ. ພວກເຮົາໄດ້ສູນເສຍຄວາມເປັນມະນຸດປົກກະຕິຂອງພວກເຮົາຢ່າງສິ້ນເຊີງ ແລະ ໃຊ້ຊີວິດຄືກັບສັດຮ້າຍຫຼາຍກວ່າມະນຸດ. ຄວາມເຊື່ອຜິດໆຂອງຊາຕານໄດ້ທຳຮ້າຍຜູ້ຄົນຢ່າງຫຼວງຫຼາຍ. ຄິດວ່າພວກເຂົາສາມາດຄວບຄຸມ ຫຼື ປ່ຽນແປງມັນໄດ້, ພວກເຂົາຕໍ່ສູ້ກັບໂຊກຊະຕາຂອງຕົນເອງ. ພວກເຂົາຕໍ່ສູ້ຕະຫຼອດຊີວິດຂອງພວກເຂົາ ແລະ ພວກເຂົາບໍ່ພຽງແຕ່ລົ້ມເຫຼວໃນການປ່ຽນແປງໂຊກຊະຕາຂອງພວກເຂົາເທົ່ານັ້ນ, ແຕ່ຍັງພະຍາຍາມທຳລາຍໂຕເອງອີກດ້ວຍ. ມະນຸດຊາດໄດ້ຖືກເຮັດໃຫ້ເຂົ້າໃຈຜິດ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ. ພວກເຮົາເຮັດວຽກໜັກຕະຫຼອດມື້, ທໍລະມານທັງກາຍ ແລະ ຈິດໃຈ. ຄວາມເຈັບປ່ວຍ ແລະ ຄວາມທຸກທໍລະມານທຸກຊະນິດກຳລັງເພີ່ມຂື້ນ. ຄວາມທຸກທໍລະມານ ແລະ ຄວາມວິຕົກກັງວົນເຫຼົ່ານີ້ເຮັດໃຫ້ພວກເຮົາຮູ້ສຶກວ່າຊີວິດຂອງມະນຸດຢູ່ໃນໂລກນີ້ນັ້ນຍາກ ແລະ ເມື່ອຍເກີນໄປ. ທັງໝົດນີ້ເກີດຂຶ້ນຫຼັງຈາກທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ແມ່ນຊາຕານທີ່ກຳລັງທຳຮ້າຍພວກເຮົາ ແລະ ຍັງແມ່ນໝາກຜົນທີ່ຂົມຂື່ນຂອງມະນຸດຊາດທີ່ກຳລັງປະຕິເສດພຣະເຈົ້າ ແລະ ທໍລະຍົດພຣະເຈົ້າ”.

ການສົນທະນາຂອງເອື້ອຍຊິນສະແດງໃຫ້ຂ້ອຍເຫັນວ່າ ຄວາມເຈັບປ່ວຍຂອງມະນຸດມາຈາກຊາຕານ. ຫຼັງຈາກທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມ, ພວກເຮົາກໍ່ສູນເສຍການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເລີ່ມມີຄວາມເຈັບປ່ວຍ ແລະ ຄວາມເຈັບປວດທຸກຮູບແບບຂຶ້ນມາ. ແລ້ວເອື້ອຍກໍ່ເວົ້າສິ່ງນີ້ວ່າ: “ພຣະເຈົ້າທົນບໍ່ໄດ້ທີ່ເຫັນມະນຸດຖືກຊາຕານເປັນຕົວຕະຫຼົກ ແລະ ຖືກທໍລະມານໂດຍຊາຕານ. ພຣະອົງໄດ້ບັງເກີດເປັນມະນຸດສອງຄັ້ງເພື່ອໄຖ່ບາບ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ. ຄັ້ງທຳອິດ, ພຣະອົງໄດ້ບັງເກີດເປັນມະນຸດເປັນພຣະເຢຊູເຈົ້າ, ຖືກຄຶງໄມ້ກາງແຂນເປັນເຄື່ອງບູຊາໄຖ່ບາບສຳລັບມະນຸດຊາດ ເພື່ອກູ້ໄຖ່ພວກເຮົາຈາກບາບ. ໂດຍການເຊື່ອໃນພຣະເຢຊູເຈົ້າ, ຄວາມຜິດບາບຂອງພວກເຮົາໄດ້ຮັບການໃຫ້ອະໄພ ແຕ່ທຳມະຊາດທີ່ເປັນບາບຂອງພວກເຮົາຍັງຄົງຢູ່ ແລະ ພວກເຮົາຍັງບໍ່ທັນເປັນອິດສະຫຼະຈາກບາບຢ່າງສົມບູນ. ພຣະເຈົ້າໄດ້ບັງເກີດເປັນມະນຸດອີກຄັ້ງໜຶ່ງທ່າມກາງມະນຸດໃນຍຸກສຸດທ້າຍເພື່ອສຳແດງຄວາມຈິງ ແລະ ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຊຳລະລ້າງ ເພື່ອໃຫ້ພວກເຮົາສາມາດຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກຊາຕານ, ປະຖິ້ມຄວາມຜິດບາບ ແລະ ຖືກຊຳລະລ້າງ, ຈົນໃນທີ່ສຸດພວກເຮົາຖືກນຳໄປສູ່ອານາຈັກຂອງພຣະເຈົ້າ. ໂດຍການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ພວກເຮົາສາມາດເຂົ້າໃຈຄວາມຈິງ ແລະ ມີການແຍກແຍະ. ພວກເຮົາຈະເຂົ້າໃຈວ່າຊາຕານເຮັດໃຫ້ມະນຸດເສື່ອມຊາມແນວໃດແທ້ໆ ແລະ ເຫັນຜ່ານແກ່ນແທ້ທີ່ຊົ່ວຮ້າຍຂອງມັນ. ແລ້ວພວກເຮົາບໍ່ສາມາດປະຕິເສດຊາຕານ ແລະ ຫຼົບໜີຈາກອິດທິພົນຂອງມັນໄດ້, ແລ້ວມັນຈະບໍ່ສາມາດຍອກຫຼິ້ນ ຫຼື ທຳຮ້າຍພວກເຮົາໄດ້ອີກຕໍ່ໄປ”. ຂ້ອຍຕື່ນເຕັ້ນຫຼາຍທີ່ໄດ້ຍິນວ່າພຣະເຈົ້າສະເດັດມາເພື່ອຊ່ວຍພວກເຮົາໃຫ້ລອດພົ້ນໂດຍພຣະອົງເອງ. ຂ້ອຍບໍ່ຕ້ອງການໃຫ້ຊາຕານສືບຕໍ່ທຳຮ້າຍຂ້ອຍແບບນີ້ອີກແທ້ໆ, ແຕ່ຂ້ອຍບໍ່ຄ່ອຍເຂົ້າໃຈວ່າ ແທ້ຈິງແລ້ວມັນທຳຮ້າຍຂ້ອຍແນວໃດ, ດັ່ງນັ້ນ ຂ້ອຍຈຶ່ງຖາມເອື້ອຍນ້ອງວ່າ: “ຂ້ອຍໄດ້ເຮັດວຽກຢ່າງໜັກເພື່ອໃຫ້ດີກວ່າຄົນອື່ນທີ່ເຫຼືອ ແລະ ໂດດເດັ່ນ, ແຕ່ມັນເຮັດໃຫ້ຂ້ອຍເຈັບປວດເກີນທີ່ຈະທົນໄດ້. ມັນແມ່ນຊາຕານທີ່ໄດ້ເຮັດສິ່ງນີ້ກັບຂ້ອຍບໍ?”

ແລ້ວເອື້ອຍຈາງກໍ່ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບາງຂໍ້ທີ່ກ່ຽວຂ້ອງກັບຄຳຖາມຂອງຂ້ອຍ. “ຊາຕານໃຊ້ວິທີການທີ່ສະຫຼາດຫຼັກແຫຼມຫຼາຍ, ເປັນວິທີການທີ່ສອດຄ່ອງກັບແນວຄິດຂອງຜູ້ຄົນ ເຊິ່ງບໍ່ໄດ້ຮຸນແຮງເລີຍ ໂດຍທີ່ມັນເຮັດໃຫ້ຜູ້ຄົນຍອມຮັບເອົາວິທີການດຳລົງຊີວິດຂອງມັນ, ກົດລະບຽບຂອງມັນໃນການດຳລົງຊີວິດໂດຍບໍ່ຮູ້ຕົວ ແລະ ສ້າງເປົ້າໝາຍຊີວິດ ແລະ ທິດທາງໃນຊີວິດຂອງພວກເຂົາ ແລະ ໃນການເຮັດແບບນັ້ນ ພວກເຂົາກໍມີຄວາມທະເຍີທະຍານໃນຊີວິດໂດຍບໍ່ຮູ້ຕົວ. ບໍ່ວ່າຄວາມທະເຍີທະຍານໃນຊີວິດເຫຼົ່ານີ້ ເບິ່ງຄືກັບວ່າ ຍິ່ງໃຫຍ່ສໍ່າໃດກໍຕາມ, ພວກມັນກໍເຊື່ອມໂຍງກັບ ‘ຊື່ສຽງ’ ແລະ ‘ຜົນປະໂຫຍດ’ ໂດຍຕັດຂາດຈາກກັນບໍ່ໄດ້. ທຸກສິ່ງທີ່ບຸກຄົນມີອໍານາດ ຫຼື ມີຊື່ສຽງ ໂດຍທີ່ຈິງແລ້ວກໍຄືທຸກຄົນ ປະຕິບັດໃນຊີວິດແມ່ນກ່ຽວຂ້ອງກັບຄຳເວົ້າເຫຼົ່ານີ້ເທົ່ານັ້ນ: ‘ຊື່ສຽງ’ ແລະ ‘ຜົນປະໂຫຍດ’. ຜູ້ຄົນຄິດວ່າ ຫຼັງຈາກທີ່ພວກເຂົາມີຊື່ສຽງ ແລະ ຜົນປະໂຫຍດ, ແລ້ວພວກເຂົາກໍໄດ້ຜົນປະໂຫຍດຈາກສິ່ງເຫຼົ່ານີ້ເພື່ອມີຄວາມສຸກກັບສະຖານະທີ່ສູງສົ່ງ ແລະ ຄວາມຮັ່ງມີທີ່ຍິ່ງໃຫຍ່ ແລະ ເພື່ອມີຄວາມສຸກກັບຊີວິດ. ພວກເຂົາຄິດວ່າຊື່ສຽງ ແລະ ຜົນປະໂຫຍດເປັນທຶນປະເພດໜຶ່ງທີ່ພວກເຂົາສາມາດນໍາໃຊ້ເພື່ອຮັບເອົາຊີວິດແຫ່ງການສະແຫວງຫາຄວາມສຸກ ແລະ ເພື່ອໝົກມຸ້ນຢູ່ກັບຄວາມສຸກຝ່າຍເນື້ອໜັງ. ເພື່ອເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້ ເຊິ່ງມະນຸດຊາດປາຖະໜາຫຼາຍ, ຜູ້ຄົນຈຶ່ງເຕັມໃຈທີ່ຈະມອບຮ່າງກາຍຂອງພວກເຂົາ, ຄວາມຄິດ, ທຸກສິ່ງທີ່ພວກເຂົາມີ, ອະນາຄົດຂອງພວກເຂົາ ແລະ ໂຊກຊະຕາຂອງພວກເຂົາໃຫ້ກັບຊາຕານ ເຖິງແມ່ນຈະບໍ່ຮູ້ຕົວກໍຕາມ. ພວກເຂົາເຮັດແບບນັ້ນໂດຍບໍ່ລັງເລແມ່ນແຕ່ວິນາທີດຽວເລີຍ, ເຖິງກັບບໍ່ຮູ້ຈັກຄວາມຕ້ອງການທີ່ຈະຟື້ນຟູທຸກສິ່ງທີ່ພວກເຂົາໄດ້ມອບໃຫ້. ຜູ້ຄົນສາມາດຄວບຄຸມຕົນເອງໄດ້ບໍ ຫຼັງຈາກທີ່ພວກເຂົາໄດ້ພາກັນລີ້ໄພຢູ່ກັບຊາຕານໃນລັກສະນະແບບນີ້ ແລະ ພາກັນຈົງຮັກພັກດີກັບມັນແບບນີ້? ບໍ່ໄດ້ແນ່ນອນ. ພວກເຂົາຖືກຄວບຄຸມໂດຍຊາຕານທັງສິ້ນ ແລະ ໂດຍສິ້ນເຊີງ. ພວກເຂົາຈົມລົງສູ່ບວກຕົມທັງສິ້ນ ແລະ ໂດຍສິ້ນເຊີງ ແລະ ບໍ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະໄດ້. ຫຼັງຈາກທີ່ບາງຄົນຈົມປັກຢູ່ກັບຊື່ສຽງ ແລະ ຜົນປະໂຫຍດ, ພວກເຂົາກໍຈະບໍ່ສະແຫວງສິ່ງທີ່ສົດໃສ, ສິ່ງທີ່ຊອບທຳ ຫຼື ທຸກສິ່ງທີ່ສວຍງາມ ແລະ ດີອີກຕໍ່ໄປ. ນີ້ເປັນຍ້ອນອຳນາດຈູງໃຈທີ່ຊື່ສຽງ ແລະ ຜົນປະໂຫຍດມີຕໍ່ຜູ້ຄົນແມ່ນມີຫຼາຍເກີນໄປ; ພວກມັນກາຍເປັນສິ່ງທີ່ຜູ້ຄົນໄດ້ສະແຫວງຫາຕະຫຼອດຊີວິດຂອງພວກເຂົາ ແລະ ເຖິງກັບຕະຫຼອດໄປເປັນນິດໂດຍບໍ່ມີຈຸດຈົບ. ນີ້ບໍ່ແມ່ນຄວາມຈິງບໍ?” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI). “ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ຈົນສິ່ງດຽວທີ່ຜູ້ຄົນຄິດເຖິງກໍຄືຊື່ສຽງ ແລະ ຜົນປະໂຫຍດ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ VI).

ຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ລາວໄດ້ສົນທະນາເຖິງຄວາມຈິງກ່ຽວກັບວິທີທີ່ຊາຕານໃຊ້ຊື່ສຽງ ແລະ ຜົນປະໂຫຍດເພືອເຮັດໃຫ້ມະນຸດເສື່ອມຊາມ. ເມື່ອນັ້ນເອງຂ້ອຍຈຶ່ງຮັບຮູ້ວ່າຊາຕານໜ້າກຽດຊັງສ່ຳໃດ! ຊາຕານໃຊ້ການສຶກສາທາງການ ແລະ ອິດທິພົນທາງສັງຄົນເພື່ອປູກຝັງພວກເຮົາດ້ວຍກົດເກນສຳລັບຊີວິດ ເຊັ່ນ: “ບໍ່ເຈັບ, ບໍ່ໄດ້”, “ຖ້າເຈົ້າຕ້ອງການເບິ່ງຄືວ່າມີກຽດສັກສີເມື່ອຜູ້ຄົນກຳລັງເບິ່ງ, ເຈົ້າຕ້ອງທົນທຸກເມື່ອພວກເຂົາບໍ່ທົນທຸກ”, ແລະ “ເງິນເຮັດໃຫ້ໂລກໝຸນ”. ໂດຍຖືກຫຼອກລວງໂດຍກົດເກນຊີວິດເຫຼົ່ານີ້, ຜູ້ຄົນຮູ້ສຶກວ່າພວກເຂົາບໍ່ສາມາດມີຊີວິດຢູ່ໄດ້ໂດຍບໍ່ມີເງິນ, ເມື່ອພວກເຂົາຮັ່ງມີແລ້ວ, ຄົນອື່ນຈະນັບຖືພວກເຂົາ ແລະ ພວກເຂົາຈະມີກຽດສັກສີ ແລະ ການເປັນຄົນທຸກໝາຍເຖິງການບໍ່ມີຄ່າ. ນັ້ນແມ່ນເຫດຜົນວ່າເປັນຫຍັງຜູ້ຄົນຈຶ່ງດິ້້ນລົນຕະຫຼອດຊີວິດຂອງຕົນເພື່ອເງິນ, ຊື່ສຽງ ແລະ ຜົນປະໂຫຍດ, ເຖິງກັບພະຍາຍາມສຸດຄວາມສາມາດເພື່ອເຮັດໃຫ້ບັນລຸສິ່ງດັ່ງກ່າວ ບໍ່ວ່າຈະມີຜົນຮັບທີ່ຕາມມາໃດໆກໍ່ຕາມ. ຜູ້ຄົນເສື່ອມຊາມຍິ່ງຂຶ້ນ ແລະ ຊີວິດຂອງພວກເຂົາກໍ່ເຈັບປວດຫຼາຍຂຶ້ນ. ນີ້ແມ່ນໂສ້ລ່າມທີ່ຊາຕານໃຊ້ຜູກມັດກັບພວກເຮົາ ແລະ ຍັງເປັນອຸບາຍຂອງຊາຕານເພື່ອເຮັດໃຫ້ພວກເຮົາເສື່ອຊາມ. ການພະຍາຍາມເຮັດໂຕໃຫ້ດີກວ່າຄົນອື່ນ, ການຫາເງິນໃຫ້ໄດ້ຫຼາຍຂຶ້ນເພື່ອວ່າຄົນອື່ນຈະຄິດກັບຂ້ອຍຢ່າງສູງ, ຂ້ອຍຈະກາຍເປັນເຄື່ອງຈັກຜະລິດເງິນ. ຄວາມປາຖະໜາຂອງຂ້ອຍເຕີບໃຫຍ່ຂຶ້ນ, ຂ້ອຍບໍ່ເຄີຍພໍ່ໃຈ ແລະ ຂ້ອຍຖືກບັງຄັບໃຫ້ຢຸດກໍ່ຕໍ່ເມື່ອຂ້ອຍທຳລາຍຊີວິດຂອງໂຕເອງເທົ່ານັ້ນ. ຂ້ອຍຈະກາຍເປັນທາດຂອງເງິນ, ຊື່ສຽງ ແລະ ຜົນປະໂຫຍດ. ການສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດໄດ້ເຮັດໃຫ້ຊີວິດຂອງຂ້ອຍຍາກລຳບາກແທ້ໆ, ອິດເມື່ອຍຫຼາຍ! ການສະແຫວງຫາຕະຫຼອດຫຼາຍປີທີ່ຜ່ານມາ, ຂ້ອຍເຈັບປວດຫຼາຍໂພດ ແລະ ຈົບລົງໂດຍການໄດ້ຮັບບາດເຈັບ. ຄວາມທຸກທໍລະມານທັງໝົດນັ້ນມາຈາກການຖືກທຳຮ້າຍ ແລະ ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ! ຖ້າບໍ່ມີການເປີດເຜີຍຈາກພຣະທຳຂອງພຣະເຈົ້າ, ຂ້ອຍຈະບໍ່ມີວັນຮູ້ວ່າຊາຕານໃຊ້ເງິນ, ຊື່ສຽງ ແລະ ຜົນປະໂຫຍດເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ແຮງໄກທີ່ຈະຮູ້ວ່າຊື່ສຽງ ແລະ ຜົນປະໂຫຍດແມ່ນໂສ້ລ່າມຂອງຊາຕານກັບມະນຸດ.

ເອື້ອຍຊິນມາສົນທະນາກັບຂ້ອຍຫຼາຍຫຼັງຈາກນັ້ນ. ເມື່ອເວລາຜ່ານໄປ, ຂ້ອຍເລີ່ມເຫັນກົນລະຍຸດທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ. ຂ້ອຍຍັງໄດ້ມາເຂົ້າໃຈວ່າແມ່ນຫຍັງທີ່ສຳຄັນທີ່ສຸດ: ການອ່ານພຣະທຳຂອງພຣະເຈົ້າ, ການສະແຫວງຫາຄວາມຈິງ ແລະ ການເຊື່ອຟັງກົດເກນ ແລະ ການຈັດແຈງຂອງພຣະເຈົ້າ. ນັ້ນເປັນວິທີດໍາລົງຊີວິດທີ່ມີຄວາມໝາຍ, ມີຄວາມສຸກທີ່ສຸດ ແລະ ເປັນວິທີດຽວທີ່ພຣະເຈົ້າຍົກຍ້ອງ!

ມື້ໜຶ່ງ, ຂ້ອຍພົບວ່າ ຂ້ອຍມີເພື່ອນຮ່ວມງານທີ່ໄດ້ມາປະເທດຍີ່ປຸ່ນກັບຜົວຂອງລາວເພື່ອອອກໄປຫາເງິນ. ເຖິງແມ່ນວ່າພວກເຂົາຫາເງິນໄດ້ຈຳນວນໜຶ່ງ, ຕໍ່ມາສຸຂະພາບຂອງຜົວລາວຊຸດໂຊມລົງ ແລະ ລາວຕ້ອງກັບໄປປະເທດຈີນເພື່ອຮັບການປິ່ນປົວ. ລາວຖືກບົ່ງມະຕິວ່າເປັນມະເຮັງໄລຍະສຸດທ້າຍ. ຄອບຄົວຂອງພວກເຂົາດຳລົງຊີວິດຢູ່ໃນຄວາມຢ້ານກົວ ແລະ ຄວາມໂສກເສົ້າ. ຜ່ານຄວາມໂຊກຮ້າຍຂອງລາວ, ຂ້ອຍຮູ້ສຶກໄດ້ຢ່າງເລິກເຊິ່ງເຖິງຄວາມບອບບາງ ແລະ ຄວາມມີຄ່າຂອງຊີວິດ. ຖ້າບໍ່ມີຊີວິດ, ຈະມີເງິນຫຼາຍໄປເຮັດຫຍັງ? ເງິນສາມາດຊື້ຊີວິດໄດ້ບໍ? ຫຼັງຈາກນັ້ນ, ຂ້ອຍໄດ້ອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ຄົນໃຊ້ທັງຊີວິດຂອງພວກເຂົາຕາມຫາເງິນ ແລະ ຊື່ສຽງ; ພວກເຂົາຈ່ອງດຶງເຟືອງເຫຼົ່ານີ້ໂດຍຄິດວ່າ ພວກມັນແມ່ນວິທີການຊ່ວຍເຫຼືອດຽວຂອງພວກເຂົາ, ຄືກັບວ່າ ການມີພວກມັນ ພວກເຂົາສາມາດມີຊີວິດຢູ່ຕໍ່ໄປໄດ້ ແລະ ພົ້ນຈາກຄວາມຕາຍໄດ້. ມີພຽງແຕ່ເມື່ອພວກເຂົາໃກ້ຈະຕາຍເທົ່ານັ້ນ ພວກເຂົາຈິ່ງຮູ້ວ່າ ສິ່ງເຫຼົ່ານີ້ຢູ່ຫ່າງໃກຈາກພວກເຂົາພຽງໃດ, ພວກເຂົາອ່ອນແອພຽງໃດເມື່ອຜະເຊີນກັບຄວາມຕາຍ, ພວກເຂົາໝົດກໍາລັງໃຈງ່າຍພຽງໃດ, ພວກເຂົາໂດດດ່ຽວ ແລະ ສິ້ນຫວັງພຽງໃດ ໂດຍບໍ່ມີບ່ອນທີ່ຈະເພິ່ງພາ. ພວກເຂົາຮູ້ວ່າຊີວິດບໍ່ສາມາດຊື້ດ້ວຍເງິນ ຫຼື ດ້ວຍຊື່ສຽງໄດ້, ບໍ່ວ່າຜູ້ຄົນຈະລ້ຳລວຍພຽງໃດ, ບໍ່ວ່າຖານະຂອງພວກເຂົາຈະສູງສົ່ງພຽງໃດ, ທຸກຄົນລ້ວນແລ້ວແຕ່ເປັນຄົນທຸກຍາກ ແລະ ບໍ່ມີຄວາມສຳຄັນຫຍັງເມື່ອຢູ່ຕໍ່ໜ້າຄວາມຕາຍ. ພວກເຂົາຮູ້ວ່າເງິນບໍ່ສາມາດຊື້ຊີວິດໄດ້, ຊື່ສຽງບໍ່ສາມາດລົບລ້າງຄວາມຕາຍໄດ້ ແລະ ທັງເງິນ ແລະ ຊື່ສຽງບໍ່ສາມາດເຮັດໃຫ້ຊີວິດຂອງຜູ້ຄົນຍືນຍາວໄດ້ແມ່ນແຕ່ນາທີດຽວ ຫຼື ວິນາທີດຽວ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III). ພຣະທຳຂອງພຣະເຈົ້າເຮັດໃຫ້ຂ້ອຍເຫັນໄດ້ດີຂຶ້ນວ່າຖ້າພວກເຮົາບໍ່ເຊື່ອໃນພຣະເຈົ້າ ຫຼື ເຂົ້າໃຈຄວາມຈິງ, ພວກເຮົາບໍ່ສາມາດເບິ່ງເຫັນແຜນການຂອງຊາຕານໄດ້ ແລະ ພວກເຮົາບໍ່ສາມາດເຫັນໄດ້ວ່າຊາຕານໃຊ້ເງິນ ແລະ ຊື່ສຽງເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ. ພວກເຮົາຖືກດູດເຂົ້າໄປໃນວົງຈອນນີ້ທີ່ພວກເຮົາບໍ່ສາມາດອອກໄປໄດ້. ພວກເຮົາຖືກຊາຕານຫຼອກລວງ ແລະ ທຳຮ້າຍເຖິງແມ່ນວ່າພວກເຮົາບໍ່ຕ້ອງການ ແລະ ເຖິງກັບທຳລາຍຊີວິດຂອງພວກເຮົາເອງ. ຊ່າງໜ້າໂສກເສົ້າຫຼາຍ. ຂໍຂອບໃຈຄວາມເຊື່ອຂອງຂ້ອຍ ແລະ ການອ່ານພຣະທຳຂອງພຣະເຈົ້າຫຼາຍໆຂໍ້, ໃນທີ່ສຸດ ຂ້ອຍກໍ່ມາເຂົ້າໃຈສິ່ງເຫຼົ່ານີ້. ຖ້າຂ້ອຍບໍ່ໄດ້ມີຄວາມເຊື່ອ ຫຼື ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍຄົງບໍ່ມີວັນສາມາດປະຖິ້ມອຸປະນິໄສຂອງຊາຕານໄດ້. ຂ້ອຍຄົງຈະພຽງແຕ່ດີ້ນລົນຢູ່ໃນຄວາມມືດ ແລະ ຄວາມເຈັບປວດທີ່ບໍ່ມີທາງອອກ.

ໃນລະຫວ່າງທີ່ຂ້ອຍໄດ້ຮັບບາດເຈັບ, ເອື້ອຍນ້ອງຈາກຄຣິດຕະຈັກໄດ້ມາຢ້ຽມຢາມຂ້ອຍຫຼາຍຄັ້ງ ແລະ ຊ່ວຍບັນເທົາຄວາມເຈັບປວດຂອງຂ້ອຍ. ພວກເຂົາຍັງໄດ້ເຮັດວຽກເຮືອນ ແລະ ເບິ່ງແຍງຂ້ອຍຄືກັບວ່າຂ້ອຍເປັນຄອບຄົວຂອງພວກເຂົາເອງ. ຢູ່ໃນຕ່າງປະເທດ, ຂ້ອຍຮູ້ສຶກຕື້ນຕັນໃຈຫຼາຍທີ່ເອື້ອຍນ້ອງໄດ້ເບິ່ງແຍງຂ້ອຍຢ່າງເອົາໃຈໃສ່. ຂ້ອຍຮູ້ສຶກຮູ້ບຸນຄຸນພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຍິ່ງຂຶ້ນ. ດ້ວຍການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ຂ້ອຍດີຂຶ້ນກ່ອນທີ່ຂ້ອຍຈະຮູ້ຕົວ.

ຕໍ່ມາຂ້ອຍອ່ານພຣະທຳນີ້ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ: “ເມື່ອຄົນໃດໜຶ່ງຫວນຄືນເບິ່ງເສັ້ນທາງທີ່ເຂົາໄດ້ຍ່າງ, ເມື່ອຄົນໃດໜຶ່ງຈື່ຈໍາທຸກໄລຍະແຫ່ງການເດີນທາງຂອງຕົນເອງ, ເຂົາຈະເຫັນໄດ້ວ່າ ໃນທຸກບາດກ້າວ ບໍ່ວ່າຈະເປັນການເດີນທາງທີ່ຍາກລຳບາກ ຫຼື ລາບລື້ນ, ພຣະເຈົ້າໄດ້ຊີ້ນຳຫົນທາງດັ່ງກ່າວ ແລະ ວາງແຜນໄວ້ທຸກສິ່ງແລ້ວ. ມັນແມ່ນການຈັດແຈງຢ່າງລະອຽດທີ່ສຸດຂອງພຣະເຈົ້າ, ມັນແມ່ນການວາງແຜນຢ່າງຮອບຄອບຂອງພຣະອົງ ທີ່ນຳພາຜູ້ຄົນຈົນມາຮອດທຸກມື້ນີ້ໂດຍບໍ່ຮູ້ຕົວ. ການສາມາດຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຮັບເອົາຄວາມລອດພົ້ນຂອງພຣະອົງ, ນັ້ນແມ່ນໂຊກລາບອັນໃຫຍ່ຫຼວງແທ້ໆ! ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານລົບຕໍ່ໂຊກຊະຕາ ນັ້ນກໍພິສູດວ່າ ພວກເຂົາກຳລັງຕໍ່ຕ້ານທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ພວກເຂົາ, ພວກເຂົາບໍ່ມີທັດສະນະຄະຕິທີ່ອ່ອນນ້ອມ. ຖ້າຄົນໃດໜຶ່ງມີທັດສະນະຄະຕິດ້ານບວກຕໍ່ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ແລ້ວເມື່ອເຂົາຫວນຄືນເບິ່ງການເດີນທາງຂອງເຂົາ, ເມື່ອເຂົາຜະເຊີນກັບອຳນາດອະທິປະໄຕຂອງພຣະເຈົ້າຢ່າງແທ້ຈິງ, ເຂົາກໍຈະປາດຖະໜາຢ່າງຈິງໃຈທີ່ຈະຍອມຮັບເອົາທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້, ຈະມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈຫຼາຍຂຶ້ນທີ່ຈະປ່ອຍໃຫ້ພຣະເຈົ້າລິຂິດໂຊກຊະຕາຂອງເຂົາ ແລະ ຢຸດກະບົດຕໍ່ພຣະເຈົ້າ. ຍ້ອນຜູ້ຄົນເຫັນວ່າ ພວກເຂົາບໍ່ເຂົ້າໃຈໂຊກຊະຕາ, ເມື່ອພວກເຂົາບໍ່ເຂົ້າໃຈອຳນາດອະທິປະໄຕຂອງພຣະເຈົ້າ, ເມື່ອພວກເຂົາງົມທາງໄປຂ້າງໜ້າຢ່າງເຕັມໃຈ, ຍ່າງໂຊເຊ ແລະ ໂດກເດກຜ່ານໝອກ, ການເດີນທາງແມ່ນຍາກລຳບາກ, ເຮັດໃຫ້ເຈັບປວດໃຈຫຼາຍເກີນໄປ. ດັ່ງນັ້ນ ເມື່ອຜູ້ຄົນຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າເໜືອໂຊກຊະຕາມະນຸດ, ຜູ້ທີ່ສະຫຼາດກໍຈະເລືອກທີ່ຈະຮູ້ຈັກ ແລະ ຍອມຮັບມັນ, ໂຍນຖິ້ມວັນທີ່ເຈັບປວດໃນຕອນທີ່ພວກເຂົາພະຍາຍາມສ້າງຊີວິດທີ່ດີດ້ວຍສອງມືຂອງຕົວເອງ ແລະ ຢຸດເຊົາການຝືນຕໍ່ໂຊກຊະຕາ ແລະ ຢຸດການສະແຫວງຫາຂອງພວກເຂົາທີ່ເອີ້ນວ່າ ‘ເປົ້າໝາຍຊີວິດ’ ໃນແບບຂອງພວກເຂົາເອງ. ເມື່ອຜູ້ຄົນບໍ່ມີພຣະເຈົ້າ, ເມື່ອຜູ້ຄົນບໍ່ສາມາດເຫັນພຣະອົງໄດ້, ເມື່ອຜູ້ຄົນບໍ່ສາມາດຮັບຮູ້ອຳນາດອະທິປະໄຕຂອງພຣະເຈົ້າໄດ້ຢ່າງຊັດເຈນ, ທຸກມື້ກໍຈະບໍ່ມີຄວາມໝາຍ, ໄຮ້ຄ່າ ແລະ ມົວໝອງ. ບໍ່ວ່າຜູ້ຄົນຈະຢູ່ໃສ, ມີອາຊີບຫຍັງ, ວິທີການດຳລົງຊີວິດຂອງພວກເຂົາ ແລະ ການສະແຫວງຫາເປົ້າໝາຍຂອງພວກເຂົາບໍ່ໄດ້ຊ່ວຍຫຍັງເລີຍ ແຕ່ກັບນຳເອົາຄວາມປວດໃຈອັນບໍ່ຮູ້ຈົບ ແລະ ຄວາມທຸກທໍລະມານທີ່ບໍ່ລົດລະ ເຊິ່ງພວກເຂົາບໍ່ສາມາດທົນທີ່ຈະຫວນຄືນເບິ່ງອະດີດຂອງຕົນເອງໄດ້. ເມື່ອຜູ້ຄົນຍອມຮັບອຳນາດອະທິປະໄຕຂອງພຣະຜູ້ຊົງສ້າງ, ຍອມຮັບການປັ້ນແຕ່ງ ແລະ ການຈັດແຈງຂອງພຣະອົງ ແລະ ສະແຫວງຫາຊີວິດມະນຸດທີ່ແທ້ຈິງເທົ່ານັ້ນ ພວກເຂົາຈິ່ງຈະຄ່ອຍໆເລີ່ມຫຼຸດພົ້ນອອກຈາກຄວາມທຸກໃຈ ແລະ ຄວາມທຸກທໍລະມານທັງໝົດ ແລະ ກຳຈັດຄວາມວ່າງເປົ່າທັງໝົດຂອງຊີວິດ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ III). ພຣະທຳຂອງພຣະເຈົ້ານັ້ນເປັນຈິງຫຼາຍ, ແຕ່ລະປະໂຫຍກເວົ້າໄປເຖິງກົ້ນບຶ້ງຂອງຫົວໃຈຂ້ອຍ. ຂ້ອຍເຂົ້າໃຈຈາກພຣະທຳຂອງພຣະເຈົ້າວ່າພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ພວກເຮົາແມ່ນສິ່ງຊົງສ້າງຂອງພຣະອົງ. ຊີວິດຂອງທຸກຄົນຢູ່ໃນມືຂອງພຣະເຈົ້າ, ຢູ່ໃຕ້ການຄວບຄຸມ ແລະ ການຈັດແຈງຂອງພຣະອົງ. ທຸກສິ່ງທີ່ພວກເຮົາໄດ້ຮັບໃນຊີວິດແມ່ນຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ ແລະ ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງ. ການຫຍຸ້ງເຮັດນີ້ ແລະ ເຮັດນັ້ນ ແລະ ບໍ່ມີປັດໄຈຕັດສິນໃຈຢ່າງແນ່ນອນ. ເຖິງແນວໃດກໍ່ຕາມ, ການທີ່ພຣະເຈົ້າປະທານໃຫ້ພວກເຮົາຫຼາຍພຽງໃດແມ່ນການພວກເຮົາກໍ່ໄດ້ຮັບຫຼາຍພຽງໃດ. ຖ້າພຣະເຈົ້າບໍ່ປະທານບາງສິ່ງໃຫ້ພວກເຮົາ, ບໍ່ວ່າພວກເຮົາຈະເຮັດວຽກຫຼາຍປານໃດກໍ່ຕາມ ມັນກໍ່ຈະບໍ່ມີຜົນປະໂຫຍດຫຍັງເລີຍ. ມັນກໍ່ເປັນຄືກັບຄຳເວົ້າທີ່ວ່າ “ມະນຸດວາງແກ່ນພືດ, ແຕ່ສະຫວັນກຳນົດການເກັບກ່ຽວ” ແລະ “ມະນຸດສະເໜີ, ພຣະເຈົ້າຈັດການ”. ພວກເຮົາຄວນອ່ອນນ້ອມຕໍ່ກົດເກນ ແລະ ການຈັດແຈງຂອງພຣະຜູ້ສ້າງໃນຊີວິດຂອງພວກເຮົາ. ນີ້ຄືຄວາມລັບສູ່ຄວາມສຸກໃນຊີວິດ! ຂ້ອຍຍັງຮູ້ອີກວ່າເງິນ ແລະ ຕໍາແໜ່ງເປັນຊັບສົມບັດຂອງໂລກ. ໂດຍການອຸທິດຕົນເອງເພື່ອສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດ, ສິ່ງທີ່ພວກເຮົາໄດ້ຮັບໃນຕອນທ້າຍແມ່ນຄວາມວ່າງເປົ່າ ແລະ ຄວາມເຈັບປວດ. ໃນທີ່ສຸດ ພວກເຮົາກໍ່ຖືກຊາຕານກືນກິນ. ຂ້ອຍຄິດຄືນວ່າຂ້ອຍໄດ້ດຳລົງຊີວິດຕາມປັດຊະຍາຂອງຊາຕານແນວໃດ ເຊັ່ນ “ບໍ່ເຈັບ, ບໍ່ໄດ້” ແລະ ຂ້ອຍໄດ້ສະແຫວງຫາເງິນ ແລະ ຊື່ສຽງ. ຂ້ອຍຄິດວ່າຂ້ອຍສາມາດມີຊີວິດທີ່ມີຄວາມສຸກ, ຖືກຄົນອື່ນເຄົາລົບຢ່າງສູງ ແລະ ອິດສາ, ແຕ່ຂ້ອຍບໍ່ໄດ້ຄາດຫວັງວ່າສິ່ງທີ່ຂ້ອຍຈະໄດ້ຮັບເປັນການຕອບແທນຈະແມ່ນຄວາມເຈັບປວດ ແລະ ຄວາມຂົ່ມຂື່ນ, ຂ້ອຍບໍ່ມີຄວາມສະຫງົບສຸກ ຫຼື ຄວາມສຸກເລີຍ. ປັດຈຸບັນນີ້ເມື່ອຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຂ້ອຍບໍ່ຕ້ອງການຕໍ່ສູ້ກັບໂຊກຊະຕາຂອງຂ້ອຍອີກຕໍ່ໄປ ແລະ ຂ້ອຍບໍ່ຕ້ອງຕ້ອງການທີ່ຈະສະແຫວງຫາຊື່ສຽງ ແລະ ຜົນປະໂຫຍດແທ້ໆ. ນັ້ນບໍ່ແມ່ນຊີວິດທີ່ຂ້ອຍຕ້ອງການອີກຕໍ່ໄປ. ຂ້ອຍຕັດສິນໃຈທີ່ຈະຍ່າງບົນທາງສາຍອື່ນແຫ່ງຊີວິດ ແລະ ທັງໝົດທີ່ຂ້ອຍຕ້ອງການແມ່ນມອບຊີວິດທີ່ຍັງເຫຼືອຂອງຂ້ອຍໄວ້ໃນມືຂອງພຣະເຈົ້າເພື່ອໃຫ້ພຣະອົງຈັດແຈງ, ພະຍາຍາມເຊື່ອຟັງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນ.

ເພື່ອໃຫ້ເວລາກັບຄວາມເຊື່ອຂອງຂ້ອຍຫຼາຍຂຶ້ນ ແລະ ເພື່ອເຂົ້າຮ່ວມການຊຸມນຸມ, ຂ້ອຍອອກຈາກວຽກເກົ່າ ແລະ ໄດ້ວຽກໃໝ່ເຊິ່ງເປັນວຽກທີ່ງ່າຍກວ່າ. ຂ້ອຍອ່ານພຣະທຳຂອງພຣະເຈົ້າເລື້ອຍໆເມື່ອຂ້ອຍບໍ່ໄດ້ເຮັດວຽກ ແລະ ຍິ່ງຂ້ອຍອ່ານຫຼາຍເທົ່າໃດ ຫົວໃຈຂອງຂ້ອຍຍິ່ງສົດໃສຂຶ້ນ. ຂ້ອຍຍັງໄດ້ຮຽນຮູ້ທີ່ມາຂອງການເຮັດບາບຂອງມະນຸດ, ຂ້ອຍເຂົ້າໃຈວິທີທີ່ພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນເທື່ອລະບາດກ້າວ, ມະນຸດຄວນມີຊີວິດຢູ່ເພື່ອຫຍັງ ແລະ ລາວຄວນໃຊ້ຊີວິດທີ່ມີຄວາມໝາຍແນວໃດ. ຂ້ອຍເຕົ້າໂຮມກັນກັບອ້າຍເອື້ອຍນ້ອງເລື້ອຍໆເພື່ອແລກປ່ຽນປະສົບການຂອງພວກເຮົາ ແລະ ຮຽນຮ້ອງເພງສັນລະເສີນໃນພຣະທຳຂອງພຣະເຈົ້າ. ຕອນນີ້ ຊີວິດຂອງຂ້ອຍມີຄວາມສຸກຫຼາຍ. ຂ້ອຍບໍ່ໄດ້ມີລາຍຮັບຄືກັບທີ່ຂ້ອຍເຄີຍໄດ້, ແຕ່ຂ້ອຍຮູ້ສຶກໄດ້ເຖິງຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງທີ່ຂ້ອຍບໍ່ເຄີຍມີມາກ່ອນ. ເມື່ອແນມກັບໄປໃນຕອນນີ້, ຂ້ອຍໄດ້ຮັບພອນຜ່ານຄວາມໂຊກຮ້າຍ! ນີ້ແມ່ນຄວາມລອດພົ້ນຂອງພຣະອົງສຳລັບຂ້ອຍຢ່າງແທ້ຈິງ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ເບື້ອງຫຼັງຄວາມງຽບ

ໂດຍ ຫຼີຈື້, ເກຣັກຂ້ອຍເປັນຄົນທີ່ບໍ່ເວົ້າຫຼາຍ ແລະ ມັນບໍ່ເລື້ອຍປານໃດທີ່ຂ້ອຍຈະເປີດໃຈ ແລະ ເວົ້າຈາກໃຈ. ຂ້ອຍຄິດສະເໝີວ່າ...

Leave a Reply