ຂ້ອຍເກືອບຢືນຢູ່ຂ້າງຜູ້ຕໍ່ຕ້ານພຣະຄຣິດ

22 ເດືອນສິງຫາ 2023

ໃນເດືອນສິງຫາຂອງປີ 2021, ຂ້ອຍໄດ້ຍອມຮັບພາລະກິດໃນຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສາມເດືອນຕໍ່ມາ, ທັງມາຈໍຣີ ແລະ ຂ້ອຍຖືກເລືອກເປັນຜູ້ນຳຄຣິສຕະຈັກ. ມາຈໍຣີໄດ້ຍອມຮັບພາລະກິດໃນຍຸກສຸດທ້າຍສາມເດືອນກ່ອນໜ້າຂ້ອຍ ແລະ ເຖິງແມ່ນວ່າບໍ່ໄດ້ຢູ່ໃນຄຣິສຕະຈັກດຽວກັນ, ພວກເຮົາກໍຈະເຂົ້າຮ່ວມການເຕົ້າໂຮມເພື່ອນຮ່ວມງານພ້ອມກັນ ແລະ ສົນທະນາເຖິງວຽກງານໃນຄຣິສຕະຈັກ. ຄັ້ງໜຶ່ງ, ໃນລະຫວ່າງການເຕົ້າໂຮມ, ມາຈໍຣີເວົ້າກ່ຽວກັບປະສົບການໜຶ່ງທີ່ລາວມີ. ລາວເວົ້າວ່າລາວໄດ້ເຈັບປ່ວຍ, ແຕ່ສືບຕໍ່ເຮັດໜ້າທີ່ຂອງລາວ. ເຖິງແມ່ນວ່າຜົວຂອງລາວຂົ່ມເຫັງລາວ, ລາວກໍຍັງບໍ່ໄດ້ຄິດລົບ ຫຼື ທໍ້ຖອຍ. ຂ້ອຍຊື່ນຊົມລາວແທ້ໆ ແລະ ຄິດວ່າລາວມີວຸດທິພາວະທີ່ດີ. ຖ້າຂ້ອຍຕົກຢູ່ໃນສະຖານະການດຽວກັນ, ມັນອາດມີອິດທິພົນຕໍ່ຄວາມສາມາດໃນການເຮັດວຽກຂອງຂ້ອຍ. ຂ້ອຍມີຄວາມປະທັບໃຈທີ່ດີຕໍ່ລາວແທ້ໆ. ລາວແບກຮັບພາລະໃນໜ້າທີ່ຂອງລາວ ແລະ ບໍ່ໄດ້ຍອມຈຳນົນແມ່ນແຕ່ໃນຂະນະທີ່ຜົວຂອງລາວຂົ່ມເຫັງລາວ. ຂ້ອຍຄິດວ່າສິ່ງນີ້ໄດ້ສະແດງໃຫ້ເຫັນວ່າລາວເປັນຄົນປະເພດທີ່ປະຕິບັດຄວາມຈິງ ແລະ ໄດ້ຮັບການຍ້ອງຍໍຈາກພຣະເຈົ້າ. ຕໍ່ມາ, ຄຣິສຕະຈັກໃໝ່ໄດ້ຖືກສ້າງຕັ້ງຂຶ້ນ ແລະ ມາຈໍຣີ ແລະ ຂ້ອຍໄດ້ແຍກທາງກັນ.

ມື້ໜຶ່ງໃນຫ້າເດືອນຕໍ່ມາ, ຜູ້ດູແລຕິດຕາມຂອງພວກເຮົາ ຄື ມາເຣຍ ໄດ້ໂພສຂໍ້ຄວາມໃນແຊັດກຸ່ມຂອງພວກເຮົາ, ເວົ້າວ່າ ໃນການເຕົ້າໂຮມຂອງພວກເຮົາຄືນນັ້ນ ພວກເຮົາຈະໄດ້ສົນທະນາກັນກ່ຽວກັບວິທີແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ແລະ ຕໍ່ມາລາວໄດ້ສົ່ງລິ້ງໜ້າເຟສບຸກຂອງມາຈໍຣີ ແລະ ບອກພວກເຮົາບໍ່ໃຫ້ພົວພັນກັບລາວ ຍ້ອນລາວເປັນຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຕົກໃຈ. ຂ້ອຍບໍ່ສາມາດເຊື່ອໄດ້ວ່າ ມາຈໍຣີເປັນຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຄິດເຖິງຄວາມກະຕືລືລົ້ນຂອງລາວຕໍ່ໜ້າທີ່ຂອງລາວ, ວິທີທີ່ລາວສາມາດເສຍສະລະ, ອຸທິດຕົນ ແລະ ຮັບເອົາຄວາມທຸກ. ແມ່ນແຕ່ເມື່ອຜະເຊີນກັບຄວາມເຈັບປ່ວຍ ແລະ ການຂົ່ມເຫັງຈາກຄອບຄົວຂອງລາວ, ລາວກໍສາມາດສືບຕໍ່ເຮັດໜ້າທີ່ຂອງລາວ, ຄົນທີ່ສະແຫວງຫາຄວາມຈິງແບບນັ້ນສາມາດເປັນຜູ້ຕໍ່ຕ້ານພຣະຄຣິດໄດ້ແທ້ບໍ? ມາເຣຍຕ້ອງເຮັດຜິດພາດ! ຂ້ອຍບໍ່ສາມາດເຊື່ອໄດ້ວ່ານີ້ເປັນຄວາມຈິງ. ຜູ້ດູແລຕິດຕາມໄດ້ສົ່ງອີກຂໍ້ຄວາມໜຶ່ງ ເວົ້າວ່າ ລາວຫວັງວ່າຂ້ອຍຈະບລັອກມາຈໍຣີໃນເຟສບຸກ ເພື່ອວ່າຂ້ອຍຈະບໍ່ຖືກລາວລົບກວນ ຫຼື ຫຼອກລວງ. ຂ້ອຍມີບັນຫາເລັກນ້ອຍໃນການຍອມຮັບເລື່ອງນັ້ນ. ມັນເບິ່ງຄືວ່າບໍ່ຍຸຕິທຳທີ່ຈະປະຕິບັດຕໍ່ມາຈໍ່ຣີແບບນັ້ນ. ລາວຫ້າວຫັນ ແລະ ກະຕືລືລົ້ນໃນໜ້າທີ່ຂອງລາວ ແລະ ເຖິງກັບໄດ້ໜູນໃຈ ແລະ ຊ່ວຍເຫຼືອຂ້ອຍໃນເມື່ອກ່ອນ. ຂ້ອຍບໍ່ຮູ້ວ່າເກີດຫຍັງຂຶ້ນກັບລາວ ຫຼື ເປັນຫຍັງລາວຈຶ່ງຖືກເບິ່ງວ່າເປັນຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຮູ້ສຶກສັບສົນ ແລະ ເສົ້າໃຈແທ້ໆ ແລະ ຂ້ອຍບໍ່ໄດ້ຕ້ອງການບລັອກລາວ. ດັ່ງນັ້ນ ຂ້ອຍຈຶ່ງເວົ້າວ່າ: “ມາຈໍຣີບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດ, ລາວກໍພຽງມີແນວຄິດບາງຢ່າງ. ມັນບໍ່ຈຳເປັນຕ້ອງບລັອກລາວ. ພະຍາຍາມເບິ່ງສິ່ງຕ່າງໆຈາກມຸມມອງຂອງລາວ ແລະ ຈິນຕະນາການເບິ່ງວ່າລາວຮູ້ສຶກແນວໃດ”. ໃນຕອນນັ້ນ, ຜູ້ດູແລຕິດຕາມໂອ້ລົມກັບຂ້ອຍ, ແຕ່ຂ້ອຍບໍ່ເຂົ້າໃຈ. ລາວຍັງສົ່ງວີດີໂອປະສົບການຄຳພະຍານກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ແລະ ບອກຂ້ອຍໃຫ້ເບິ່ງ ເວົ້າວ່າວິດີໂອຈະເປັນປະໂຫຍດສຳລັບຂ້ອຍ. ແຕ່ຂ້ອຍກໍບໍ່ໄດ້ສົນໃຈມັນ. ຫຼັງຈາກນັ້ນ, ຂ້ອຍກໍສົ່ງຂໍ້ຄວາມຫາມາຈໍຣີ ເພື່ອຖາມລາວວ່າເກີດຫຍັງຂຶ້ນ. ມາຈໍຣີເວົ້າວ່າ: “ຂ້ອຍໄດ້ເຜີຍແຜ່ແນວຄິດບາງຢ່າງ, ດັ່ງນັ້ນຂ້ອຍຈຶ່ງຖືກລຶບອອກຈາກກຸ່ມສົນທະນາ ແລະ ທຸກຄົນໄດ້ບລັອກຂ້ອຍ. ມັນເຈັບປວດແທ້ໆສຳລັບຂ້ອຍ. ຂ້ອຍບໍ່ຈຳເປັນຕ້ອງອະທິບາຍຕົນເອງ, ພຣະເຈົ້າຈະກວດສອບການກະທຳຂອງຂ້ອຍ. ພວກເຈົ້າກຳລັງແຍກແຍະຂ້ອຍຄືກັນບໍ? ຂ້ອຍຮູ້ສຶກບໍ່ດີແທ້ໆ. ທຸກຄົນກຳລັງແຍກແຍະ ແລະ ປະຖິ້ມຂ້ອຍ”. ລາວຍັງເວົ້າຫຼາຍຢ່າງກ່ຽວກັບວ່າລາວບໍ່ພໍໃຈກັບຜູ້ດູແລຕິດຕາມແນວໃດ. ຂ້ອຍກໍມີອັກຄະຕິຕໍ່ຜູ້ດູແລຕິດຕາມເຊັ່ນກັນຫຼັງຈາກທີ່ໄດ້ຟັງລາວເວົ້າ. ຂ້ອຍຄິດວ່າລາວບໍ່ໄດ້ຈັດການສິ່ງຕ່າງໆຢ່າງຍຸດຕິທຳ. ຖ້າມາຈໍຣີມີແນວຄິດ ຫຼື ບັນຫາບາງຢ່າງ, ຜູ້ດູແລຕິດຕາມກໍຄວນຊ່ວຍລາວ ແລະ ໂອ້ລົມກັບລາວ, ບໍ່ແມ່ນສະຫຼຸບທັນທີວ່າລາວເປັນຜູ້ຕໍ່ຕ້ານພຣະຄຣິດ. ສ່ວນການເຕົ້າໂຮມກັນໃນຄືນນັ້ນກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ, ຂ້ອຍບໍ່ໄດ້ເຂົ້າຮ່ວມ ແລະ ພຽງແຕ່ໄປນອນແທນ. ຂ້ອຍຂ້ອນຂ້າງຮູ້ສຶກບໍ່ດີ ແລະ ບໍ່ຮູ້ວ່າຈະຈັດການກັບສະຖານະການດັ່ງກ່າວແນວໃດ. ຂ້ອຍອະທິຖານກ່ອນໄປນອນ, ບໍ່ຕ້ອງການທີ່ຈະຫລົງທາງຈາກພຣະເຈົ້າ ແລະ ຢູ່ໃນສະພາວະແບບນັ້ນ. ຂ້ອຍຂໍໃຫ້ພຣະເຈົ້າສ່ອງສະຫວ່າງຂ້ອຍ ເພື່ອໃຫ້ຂ້ອຍສາມາດເຂົ້າໃຈວ່າແມ່ນຫຍັງຄືຄວາມປະສົງຂອງພຣະອົງໃນທຸກສິ່ງນີ້.

ເຊົ້າມື້ຕໍ່ມາ, ຂ້ອຍຮູ້ສຶກເປັນສຸກຫຼາຍຂຶ້ນ. ຂ້ອຍເບິ່ງເນື້ອໃນການໂອ້ລົມຈາກຄືນກ່ອນ ແລະ ມາເຫັນການຄັດລັອກໜ້າຈໍ ຈາກການສົນທະນາລະຫວ່າງຜູ້ດູແລຕິດຕາມ ແລະ ມາຈໍຣີ. ມາຈໍຣີເວົ້າວ່າ: “ບໍ່ມີທາງທີ່ພຣະເຈົ້າໄດ້ບັງເກີດເປັນມະນຸດໃນເນື້ອໜັງ. ມີໃຜໃນບັນດາອ້າຍເອື້ອຍນ້ອງຂອງພວກເຮົາໄດ້ເຫັນພຣະເຈົ້າ? ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ສອດຄ່ອງກັບພຣະຄຳພີ, ພວກມັນຢູ່ນອກເໜືອພຣະຄຳພີ”. ຂ້ອຍຕົກຕະລຶງເມື່ອໄດ້ເຫັນວ່າມາຈໍຣີໄດ້ເວົ້າສິ່ງເຫຼົ່ານີ້. ລາວເຜີຍແຜ່ແນວຄິດຕາມອຳເພີໃຈ ແລະ ບໍ່ໄດ້ແມ່ນແຕ່ເຊື່ອໃນພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເມື່ອນັ້ນເອງ ຂ້ອຍຈຶ່ງຮູ້ວ່າ ຂ້ອຍບໍ່ໄດ້ເຂົ້າໃຈເຫດຜົນແທ້ໆ ວ່າເປັນຫຍັງ ມາຈໍຣີ ຈຶ່ງຖືກເບິ່ງວ່າເປັນຜູ້ຕໍ່ຕ້ານພຣະຄຣິດ ແລະ ບໍ່ໄດ້ພິຈາລະນາເບິ່ງພຶດຕິກໍາຂອງລາວແທ້ໆ. ຂ້ອຍພຽງແຕ່ສະຫຼຸບວ່າລາວບໍ່ສາມາດເປັນຜູ້ຕໍ່ຕ້ານພຣະຄຣິດໄດ້ໂດຍອີງໃສ່ຄວາມຮູ້ສຶກຂອງຂ້ອຍເອງ. ຂ້ອຍຊ່າງຕາບອດ ແລະ ອວດດີຫຼາຍ! ຂ້ອຍເຫັນຂໍ້ຄວາມໃນພຣະທຳຂອງພຣະເຈົ້າທີ່ເວົ້າວ່າ: “ບາງຄົນສາມາດທົນກັບຄວາມລຳບາກ, ສາມາດຈ່າຍລາຄາ, ປະພຶດທາງພາຍນອກໄດ້ເປັນຢ່າງດີ, ເປັນທີ່ນັບຖື ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນໆ. ພວກເຈົ້າຈະເວົ້າວ່າພຶດຕິກຳພາຍນອກແບບນີ້ສາມາດຖືວ່າເປັນການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ສາມາດກຳນົດໄດ້ບໍວ່າ ຄົນດັ່ງກ່າວກຳລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ? ເປັນຫຍັງຜູ້ຄົນຈຶ່ງເຫັນຄົນດັ່ງກ່າວ ແລະ ຄິດວ່າພວກເຂົາກຳລັງເຮັດໃຫ້ພຣະເຈົ້າພໍໃຈຄັ້ງແລ້ວຄັ້ງເລົ່າ, ຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍຶດໝັ້ນກັບວິທີທາງຂອງພຣະເຈົ້າ? ເປັນຫຍັງບາງຄົນຈຶ່ງຄິດແບບນີ້? ມີພຽງການອະທິບາຍດຽວສຳລັບສິ່ງນັ້ນ. ແມ່ນຫຍັງຄືການອະທິບາຍນັ້ນ? ມັນກໍຄື ສຳລັບຄົນຈຳນວນຫຼວງຫຼາຍແລ້ວ, ຄຳຖາມບາງຢ່າງ ເຊັ່ນວ່າ: ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງຫຍັງ, ການເຮັດໃຫ້ພຣະເຈົ້າພໍໃຈໝາຍເຖິງຫຍັງ ແລະ ການມີຄວາມເປັນຈິງຢ່າງແທ້ຈິງໝາຍເຖິງຫຍັງ, ທຸກສິ່ງເຫຼົ່ານີ້ບໍ່ຈະແຈ້ງ. ສະນັ້ນຈຶ່ງມີບາງຄົນທີ່ຖືກຫຼອກລວງໂດຍຄົນທີ່ພາຍນອກເບິ່ງຄືເຫຼື້ອມໃສ, ປະເສີດ, ສູງສົ່ງ ແລະ ຍິ່ງໃຫຍ່. ແຕ່ສຳລັບຄົນທີ່ສາມາດເວົ້າເຖິງຕົວອັກສອນ ແລະ ທິດສະດີຢ່າງຄ່ອງແຄ່ວ ແລະ ຄົນທີ່ມີຄຳເວົ້າ ແລະ ການກະທຳເບິ່ງຄືສົມຄວນແກ່ການຍ້ອງຍໍ, ຄົນທີ່ຖືກຫຼອກລວງໂດຍຜູ້ຄົນເຫຼົ່ານັ້ນແມ່ນບໍ່ເຄີຍຫຼຽວເບິ່ງແກ່ນແທ້ຂອງການກະທຳຂອງພວກເຂົາ, ບໍ່ເບິ່ງຫຼັກການທີ່ຢູ່ເບື້ອງຫຼັງຂອງພວກເຂົາ ຫຼື ເປົ້າໝາຍຂອງພວກເຂົາຄືຫຍັງຈັກເທື່ອ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຄີຍເບິ່ງວ່າຜູ້ຄົນເຫຼົ່ານີ້ຍອມຢູ່ພາຍໃຕ້ພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ຫຼື ພວກເຂົາບໍ່ເຄີຍກຳນົດວ່າຜູ້ຄົນເຫຼົ່ານີ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງ ຫຼື ບໍ່. ພວກເຂົາບໍ່ເຄີຍແຍກແຍະແກ່ນແທ້ຂອງຄວາມເປັນມະນຸດຂອງຜູ້ຄົນເຫຼົ່ານີ້. ກົງກັນຂ້າມ, ຕັ້ງແຕ່ເລີ່ມຈາກຂັ້ນຕອນທຳອິດໃນການລຶ້ງເຄີຍກັບພວກເຂົາ, ພວກເຂົາພາກັນນັບຖື ແລະ ເຄົາລົບຜູ້ຄົນເຫຼົ່ານີ້ເທື່ອລະໜ້ອຍ ແລະ ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ກໍກາຍມາເປັນພະທຽມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ໃນຄວາມຄິດຂອງບາງຄົນ, ພະທຽມທີ່ພວກເຂົານະມັດສະການ ແລະ ຜູ້ຄົນທີ່ພວກເຂົາເຊື່ອສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ຜູ້ທີ່ ໃນທາງຜິວເຜີນແລ້ວ ເບິ່ງຄືວ່າສາມາດຈ່າຍລາຄາໄດ້, ກໍແມ່ນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ ແລະ ຄົນທີ່ສາມາດບັນລຸຜົນຮັບ ແລະ ຈຸດໝາຍປາຍທາງທີ່ດີຢ່າງແທ້ຈິງ. ໃນຄວາມຄິດຂອງພວກເຂົາ, ພະທຽມເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຍົກຍ້ອງ. ແມ່ນຫຍັງເຮັດໃຫ້ພວກເຂົາເຊື່ອໃນສິ່ງດັ່ງກ່າວ? ແມ່ນຫຍັງຄືແກ່ນແທ້ຂອງເລື່ອງນີ້? ແມ່ນຫຍັງຄືຜົນຕາມມາ? ... ຜົນໂດຍກົງຂອງສິ່ງນີ້ກໍຄື ຜູ້ຄົນໃຊ້ພຶດຕິກຳທີ່ດີຂອງມະນຸດເປັນສິ່ງທົດແທນເພື່ອນໍາຄວາມຈິງເຂົ້າສູ່ການປະຕິບັດ ເຊິ່ງຍັງໄດ້ສະໜອງຄວາມປາຖະໜາຂອງພວກເຂົາໃນການປະຈົບປະແຈງພຣະເຈົ້າ. ສິ່ງນີ້ເຮັດໃຫ້ພວກເຂົາມີທຶນເພື່ອຕໍ່ຕ້ານກັບຄວາມຈິງ ເຊິ່ງພວກເຂົາຍັງໃຊ້ເພື່ອເປັນເຫດຜົນໃນການຕໍ່ຕ້ານພຣະເຈົ້າ. ໃນເວລາດຽວກັນ, ຜູ້ຄົນຍັງໄດ້ປະຖິ້ມພຣະເຈົ້າຢ່າງບໍ່ມີເຫດຜົນ, ແລ້ວຍົກພະທຽມທີ່ພວກເຂົານັບຖືນັ້ນຂຶ້ນແທນພຣະອົງ(ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍເລີ່ມໄຕ່ຕອງ. ຂ້ອຍຕັດສິນຜູ້ຄົນຈາກຄວາມປະພຶດທາງພາຍນອກຂອງພວກເຂົາຢູ່ສະເໝີ, ຄິດວ່າບັນດາຜູ້ທີ່ເສຍສະລະ, ອົດກັ້ນກັບຄວາມທຸກທໍລະມານ ແລະ ຈ່າຍລາຄາ ແມ່ນຜູ້ສະແຫວງຫາຄວາມຈິງ ແລະ ເປັນຜູ້ທີ່ພຣະເຈົ້າຮັກແພງ. ແຕ່ມາດຕະຖານການຕັດສິນນີ້ບໍ່ໄດ້ສອດຄ່ອງກັບຄວາມຈິງ ແລະ ເຮັດໃຫ້ຂ້ອຍຖືກຫຼອກລວງໂດຍພຶດຕິກຳທາງພາຍນອກຂອງຜູ້ຄົນ. ຂ້ອຍຄິດເຖິງວິທີທີ່ພວກຟາຣີຊາຍ ມັກຈະອະທິບາຍພຣະຄຳພີໃຫ້ແກ່ຜູ້ຄົນໃນທຳມະສາລາ. ໂດຍພາຍນອກແລ້ວ, ພວກເຂົາເບິ່ງຄືວ່າສັດທາ ແລະ ເບິ່ງຄືວ່າທົນທຸກທໍລະມານ, ເສຍສະຫຼະ ແລະ ສ້າງຄວາມດີ, ແຕ່ເມື່ອພຣະເຢຊູເຈົ້າມາປະຕິບັດພາລະກິດຂອງພຣະອົງ, ພວກເຂົາບໍ່ໄດ້ສະແຫວງຫາ ແລະ ກວດສອບ, ໃນທາງກົງກັນຂ້າມ ພວກເຂົາຕໍ່ຕ້ານ ແລະ ກ່າວໂທດພຣະອົງຕາມອຳເພີໃຈ ແລະ ທ້າຍທີ່ສຸດກໍຄຶງພຣະອົງໃສ່ໄມ້ກາງແຂນ. ຈາກເລື່ອງນີ້, ຂ້ອຍຮູ້ວ່າຄົນທີ່ສະແດງພຶດຕິກຳທີ່ດີທາງພາຍນອກບໍ່ຈຳເປັນຕ້ອງເປັນຄົນດີ. ມີພຽງຄົນທີ່ຍອມຕໍ່ພຣະເຈົ້າ, ຮັກ ແລະ ຍອມຮັບຄວາມຈິງເທົ່ານັ້ນ ທີ່ເປັນຄົນດີຢ່າງແທ້ຈິງ. ສ່ວນບັນດາຜູ້ທີ່ບໍ່ຮັກຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງເລີຍ, ເຖິງແມ່ນວ່າ ໂດຍທາງພາຍນອກແລ້ວພວກເຂົາເຮັດສິ່ງທີ່ດີ, ພວກເຂົາເປັນພຽງຄົນສັດທາຈອມປອມເທົ່ານັ້ນ. ໂດຍພາຍນອກ, ມາຈໍຣີສາມາດທົນທຸກກັບຄວາມທຸກທໍລະມານບາງຢ່າງ ແລະ ຈ່າຍລາຄາ, ແຕ່ເລິກລົງໄປແລ້ວ ລາວເບື່ອໜ່າຍຄວາມຈິງ ແລະ ກຽດຊັງພຣະເຈົ້າ. ລາວເຖິງກັບຕັດສິນ ແລະ ປະຕິເສດພຣະເຈົ້າຢ່າງເປີດເຜີຍ. ລາວເປັນໜຶ່ງໃນພັກພວກຂອງຊາຕານ. ແຕ່ຂ້ອຍເຫັນພຽງແຕ່ວ່າ ໂດຍທາງພາຍນອກແລ້ວ ລາວໄດ້ທົນທຸກທໍລະມານ ແລະ ເສຍສະລະແນວໃດ ດ້ວຍເຫດນັ້ນ ຂ້ອຍຈຶ່ງເຊື່ອໂດຍອີງໃສ່ແນວຄິດຂອງຂ້ອຍ ວ່າລາວສະແຫວງຫາຄວາມຈິງ, ມີຄວາມຮັບຜິດຊອບ ແລະ ອຸທິດຕົນໃນໜ້າທີ່ຂອງລາວ ແລະ ບໍ່ສາມາດເປັນຜູ້ຕໍ່ຕ້ານພຣະຄຣິດໄດ້. ເມື່ອຜູ້ດູແລຕິດຕາມຂໍໃຫ້ພວກເຮົາປະຕິບັດການແຍກແຍະ ແລະ ບລັອກມາຈໍຣີ, ຂ້ອຍຍິ່ງມີອັກຄະຕິກັບລາວ ແລະ ບໍ່ຕ້ອງການເຮັດໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ມີຄວາມເຂົ້າໃຈກ່ຽວກັບມາຈໍຣີແມ່ນແຕ່ໜ້ອຍເລີຍ ແລະ ຜົນທີ່ໄດ້ຄືຂ້ອຍຖືກຫຼອກລວງ. ຂ້ອຍຊ່າງໂງ່ຈ້າແທ້ໆ.

ມື້ຕໍ່ມາ, ຂ້ອຍເຫັນວ່າ ມາຈໍຣີກຳລັງເຜີຍແຜ່ຂ່າວລື ແລະ ຄວາມເຊື່ອຜິດໆໃນເຟສບຸກ, ເວົ້າວ່າຄຣິສຕະຈັກຂອງພວກເຂົາຕິດຕາມພຽງແຕ່ບຸກຄົນໜຶ່ງ, ບໍ່ແມ່ນພຣະເຈົ້າ. ເມື່ອເຫັນວ່າລາວໃສ່ຮ້າຍປ້າຍສີຄຣິສຕະຈັກແນວໃດ, ຂ້ອຍກໍເສຍໃຈແທ້ໆທີ່ຂ້ອຍບໍ່ໄດ້ບລັອກ ແລະ ປະຕິເສດລາວ ແລະ ເຖິງກັບພະຍາຍາມປົກປ້ອງລາວ. ດັ່ງນັ້ນ ຂ້ອຍຈຶ່ງສົ່ງຂໍ້ຄວາມຫາລາວ, ຖາມລາວວ່າເປັນຫຍັງລາວຈຶ່ງເຮັດສິ່ງເຫຼົ່ານີ້. ມາຈໍຣີຕອບກັບ ແລະ ໃສ່ຮ້າຍປ້າຍສີຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເຖິງກັບກະຕຸ້ນໃຫ້ຂ້ອຍອອກຈາກຄຣິສຕະຈັກ. ຂ້ອຍພຽງແຕ່ບໍ່ສົນໃຈລາວ. ສອງເດືອນຕໍ່ມາ, ຂ້ອຍຮູ້ຈາກຜູ້ດູແລຕິດຕາມວ່າ ມາຈໍຣີໄດ້ສົ່ງຂໍ້ຄວາມຫາລາວເຊິ່ງລາວໃສ່ຮ້າຍປ້າຍສີ ແລະ ກ່າວໂທດຄຣິສຕະຈັກ ແລະ ເຖິງກັບເວົ້າວ່າລາວຈະສົ່ງວີດີໂອໃສ່ຮ້າຍປ້າຍສີໃຫ້ແກ່ຜູ້ເຊື່ອໃໝ່. ລາວຍັງເຜີຍແຜ່ຄວາມຄິດຫຼາຍຢ່າງຂອງລາວກ່ຽວກັບພາລະກິດຂອງພຣະເຈົ້າໃນແຊັດກຸມອີກດ້ວຍ. ປ້າຂອງມາຈໍຣີກໍມີແນວຄິດ ແລະ ອອກຈາກຄຣິສຕະຈັກໄປ. ການທີ່ມາຈໍຣີເຜີຍແຜ່ແນວຄວາມຄິດເພື່ອຫຼອກລວງຜູ້ຄົນແມ່ນການຕໍ່ຕ້ານຢ່າງຊັດເຈນ ເຖິງແມ່ນວ່າຮູ້ຈັກເສັ້ນທາງທີ່ແທ້ຈິງກໍຕາມ. ນັ້ນເປັນການເຮັດຜິດທີ່ຮ້າຍແຮງຫຼາຍ, ລາວເປັນຜູ້ຕໍ່ຕ້ານພຣະຄຣິດ. ຜ່ານພຶດຕິກຳຂອງມາຈໍຣີ, ຂ້ອຍສາມາດເຫັນໄດ້ວ່າ ລາວມີແນວຄິດກ່ຽວກັບພາລະກິດຂອງພຣະເຈົ້າ, ແຕ່ລາວບໍ່ໄດ້ພະຍາຍາມແກ້ໄຂພວກມັນຜ່ານການສະແຫວງຫາຄວາມຈິງ. ລາວເຖິງກັບເຜີຍແຜ່ຂ່າວລື ແລະ ຄວາມເຊື່ອຜິດໆ, ໝິ່ນປະໝາດພຣະເຈົ້າ, ໃສ່ຮ້າຍປ້າຍສີຄຣິສຕະຈັກ ແລະ ຫຼອກລວງອ້າຍເອື້ອຍນ້ອງໃຫ້ປະຕິເສດ ແລະ ຫຼົງທາງຈາກພຣະເຈົ້າ. ຂ້ອຍຄິດວ່າ ມາຈໍຣີເປັນຄົນທໍລະຍົດ ແລະ ຫຼອກລວງຢ່າງແທ້ຈິງ, ຄືກັບໝາຈອກມີເລ່ຫຼ່ຽມທີ່ຫຼອກລວງຜູ້ຄົນ ໃຫ້ຫຼົງທາງ ແລະ ປະຕິເສດພຣະເຈົ້າ. ລາວເປັນອັນຕະລາຍຫຼາຍແທ້ໆຕໍ່ອ້າຍເອື້ອຍນ້ອງຄົນອື່ນ. ຕໍ່ມາ, ຂ້ອຍໄດ້ພົບຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ. “ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນລູກສະໝຸນຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ເຄົາລົບນັບຖືພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ເຊື່ອຟັງພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ທ້າທາຍພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ເຊື່ອຟັງ ຫຼື ເຄົາລົບນັບຖືພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກໂຍນອອກຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນຊາຕານທີ່ຊົ່ວຮ້າຍຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ, ມັນເຮັດໃຫ້ທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງອ່ອນແອລົງ ແລະ ມັນທໍາລາຍຊີວິດທີ່ປົກກະຕິໃນຄຣິສຕະຈັກ. ບໍ່ໄວກໍຊ້າ ໝາປ່າເຫຼົ່ານີ້ທີ່ສວມໃສ່ເສື້ອຜ້າຂອງແກະຈະຖືກກໍາຈັດອອກ; ທັດສະນະຄະຕິທີ່ຮຸນແຮງ ແລະ ທັດສະນະຄະຕິແຫ່ງການປະຕິເສດ ແມ່ນຄວນຖືກນໍາໃຊ້ຕໍ່ລູກສະໝຸນເຫຼົ່ານີ້ຂອງຊາຕານ. ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຢືນຢູ່ຂ້າງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເຮັດແບບນັ້ນກໍກິ້ງເກືອກຢູ່ໜອງຕົມກັບຊາຕານ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງແມ່ນມີພຣະອົງໃນຫົວໃຈຂອງພວກເຂົາຢູ່ສະເໝີ ແລະ ພວກເຂົາມີຫົວໃຈທີ່ເຄົາລົບນັບຖືພຣະເຈົ້າ ເຊິ່ງນັ້ນກໍຄືຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນພວກເຂົາຢູ່ສະເໝີ. ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ ແລະ ຢ່າງຮອບຄອບ ແລະ ທຸກຢ່າງທີ່ພວກເຂົາເຮັດຄວນເປັນໄປຕາມຄວາມຕ້ອງການຂອງພຣະເຈົ້າ ແລະ ສາມາດເຮັດໃຫ້ພໍໃຈພຣະອົງໄດ້. ພວກເຂົາບໍ່ຄວນຫົວແຂງ ໂດຍເຮັດໃນສິ່ງຫຍັງກໍຕາມທີ່ພວກເຂົາພໍໃຈ; ສິ່ງນັ້ນບໍ່ເໝາະສົມກັບຄວາມເປັນນັກບຸນ. ຜູ້ຄົນຕ້ອງບໍ່ແລ່ນອາລະວາດ ໂດຍແກວ່ງທຸງຂອງພຣະເຈົ້າໄປທົ່ວທຸກບ່ອນ ໃນຂະນະທີ່ຍ່າງວາງທ່າໂອ້ອວດ ແລະ ຫຼອກລວງໄປທຸກແຫ່ງ; ນີ້ແມ່ນການປະພຶດແບບກະບົດທີ່ສຸດ. ຄອບຄົວຕ່າງໆມີກົດລະບຽບຂອງພວກເຂົາ ແລະ ປະເທດຊາດຕ່າງໆກໍມີກົດໝາຍຂອງພວກເຂົາ; ແລ້ວເຮືອນຂອງພຣະເຈົ້າຍິ່ງບໍ່ມີບໍ? ມັນຍິ່ງຈະບໍ່ມີມາດຕະຖານແຮງທີ່ເຂັ້ມງວດກວ່າບໍ? ມັນຍິ່ງຈະບໍ່ມີບົດບັນຍັດແຫ່ງການບໍລິຫານທີ່ຫຼາຍກວ່າບໍ? ຜູ້ຄົນແມ່ນມີອິດສະຫຼະທີ່ຈະເຮັດຕາມສິ່ງທີ່ພວກເຂົາຕ້ອງການ, ແຕ່ບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ຕາມອຳເພີີໃຈ. ພຣະເຈົ້າແມ່ນພຣະເຈົ້າທີ່ບໍ່ອົດທົນຕໍ່ການລ່ວງເກີນຈາກມະນຸດ; ພຣະອົງແມ່ນພຣະເຈົ້າທີ່ເຮັດໃຫ້ຄົນຕາຍໄດ້. ຜູ້ຄົນບໍ່ຮູ້ສິ່ງນີ້ແທ້ບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ). ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍຮູ້ວ່າ ບັນດາຜູ້ທີ່ເຜີຍແຜ່ແນວຄິດ, ຫວ່ານຄວາມຄິດລົບ ແລະ ຂັດຂວາງຄຣິສຕະຈັກຢູ່ສະເໝີແມ່ນພວກລູກນ້ອງຂອງຊາຕານ. ພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ບໍ່ມີຄວາມຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາແມ່ນແຕ່ໜ້ອຍເລີຍ. ບັນດາຜູ້ທີ່ສ້າງພັກສ້າງພວກ ແລະ ກໍ່ໃຫ້ເກີດຄວາມແຕກແຍກ, ບັນດາຜູ້ທີ່ເຜີຍແຜ່ແນວຄິດ ແລະ ຂ່າວລືເພື່ອປະຕິເສດ ແລະ ໝິ່ນປະໝາດພຣະເຈົ້າ, ລ້ວນແລ້ວແຕ່ເປັນມານຮ້າຍ ແລະ ພວກເຂົາທຸກຄົນຕ້ອງຖືກພຣະເຈົ້າຂັບໄລ່ອອກ ແລະ ລົງໂທດ. ຜູ້ທີ່ຖືກນຳພາໃຫ້ຫຼົງທາງດ້ວຍຂ່າວລື ແລະ ຢືນຢູ່ກັບຜູ້ເຮັດການຊົ່ວ ແລະ ພວກຕໍ່ຕ້ານພຣະຄຣິດ ກໍຈະຖືກຂັບໄລ່ອອກເຊັ່ນກັນ ເວັ້ນເສຍແຕ່ວ່າພວກເຂົາປະຕິເສດຄົນເຫຼົ່ານັ້ນ. ມາຈໍຣີບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ຫຼື ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງລາວ ຫຼື ບໍ່ໄດ້ສະແຫວງຫາຄວາມຈິງກັບອ້າຍເອື້ອຍນ້ອງ. ກົງກັນຂ້າມ, ລາວຕັ້ງຄຳຖາມ ແລະ ປະຕິເສດພຣະເຈົ້າ ແລະ ເຖິງກັບເຜີຍແຜ່ຂ່າວລື, ຕັດສິນ ແລະ ໝິ່ນປະໝາດພຣະເຈົ້າຢ່າງເປີດເຜີຍ. ລາວຍັງຫວ່ານຄວາມແຕກແຍກ ແລະ ຜູກມັດອ້າຍເອື້ອຍນ້ອງຄົນອື່ນໆ, ຫຼອກລວງພວກເຂົາໃຫ້ຢູ່ຂ້າງລາວ ແລະ ສ້າງອັກຄະຕິຕໍ່ຜູ້ດູແລຕິດຕາມ ເຊິ່ງໄດ້ຂັດຂວາງວຽກງານຂອງຄຣິສຕະຈັກ. ມາຈໍຣີຊົ່ວຮ້າຍແທ້ໆ. ແກ່ນແທ້ຂອງລາວແມ່ນຂອງຜູ້ຕໍ່ຕ້ານພຣະຄຣິດທີ່ກຽດຊັງຄວາມຈິງ, ກຽດຊັງພຣະເຈົ້າ. ຖ້າບໍ່ແມ່ນຍ້ອນການສ່ອງສະຫວ່າງ ແລະ ການຊີ້ນຳຈາກພຣະທຳຂອງພຣະເຈົ້າ, ຂ້ອງຄົງຈະຖືກຕົວະໃຫ້ຢືນຢູ່ກັບລາວ ແລະ ຖືເອົາພຣະເຈົ້າເປັນສັດຕູຂອງຂ້ອຍ. ຂ້ອຍຍັງຮູ້ອີກວ່າ ຈຸດປະສົງຂອງການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົງກ່ຽວກັບການແຍກແຍະຜູ້ຕໍ່ຕ້ານພຣະຄຣິດ ແມ່ນເພື່ອຊ່ວຍອ້າຍເອື້ອຍນ້ອງໃຫ້ເຂົ້າໃຈຄວາມຈິງ ແລະ ໄດ້ຮັບການຢັ່ງຮູ້ ເພື່ອໃຫ້ພວກເຂົາບໍ່ຖືກລົບກວນ ແລະ ຖືກຫຼອກລວງໂດຍຜູ້ຕໍ່ຕ້ານພຣະຄຣິດ. ການຂັບໄລ່ຜູ້ຕໍ່ຕ້ານພຣະຄຣິດອອກຈາກຄຣິສຕະຈັກແມ່ນເພື່ອປົກປ້ອງຄົນທີ່ຖືກເລືອກຂອງພຣະເຈົ້າ. ເຖິງແມ່ນວ່າເປັນຜູ້ນຳ, ຂ້ອຍກໍບໍ່ມີຄວາມເຂົ້າໃຈກ່ຽວກັບຜູ້ຕໍ່ຕ້ານພຣະຄຣິດຄົນນີ້ ແລະ ເຊື່ອຄຳເວົ້າຕົວະຂອງລາວ. ຂ້ອຍເຖິງກັບຢືນຢູ່ຂ້າງລາວ ແລະ ປົກປ້ອງລາວ. ຂ້ອຍເຫັນວ່າຂ້ອຍໄດ້ກາຍເປັນຜູ້ສົມຮູ້ຮ່ວມຄິດກັບຊາຕານ. ຂ້ອຍເຫັນອົກເຫັນໃຈ, ປົກປ້ອງ ແລະ ສະແດງຄວາມຮັກຕໍ່ຜູ້ຕໍ່ຕ້ານພຣະຄຣິດ. ນີ້ເປັນການກະທຳທີ່ໂຫດຮ້າຍຕໍ່ຜູ້ທີ່ພຣະເຈົ້າເລືອກ. ຂ້ອຍຮູ້ວ່າຂ້ອຍໂງ່ຈ້າສ່ຳໃດ ແລະ ກຽດຊັງຕົວເອງແທ້ໆ, ດັ່ງນັ້ນ ຂ້ອຍຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານ, ກັບໃຈ ແລະ ຂໍໃຫ້ພຣະອົງຍົກໂທດໃຫ້.

ຕໍ່ມາ, ຂ້ອຍໄດ້ເຫັນຂໍ້ຄວາມເຫຼົ່ານີ້ໃນພຣະທຳຂອງພຣະເຈົ້າ: “ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດແມ່ນອີງໃສ່ວ່າ ທາດແທ້ຂອງພວກເຂົາແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ວ່າຄົນນັ້ນຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ວ່າຄໍາເວົ້າຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ). “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ແລະ ມາເຮັດພາລະກິດທ່າມກາງມະນຸດ, ທຸກຄົນກໍ່ເບິ່ງເຫັນພຣະອົງ ແລະ ໄດ້ຍິນພຣະທຳຂອງພຣະອົງ ແລະ ທຸກຄົນໄດ້ເຫັນເຖິງການກະທຳທີ່ພຣະເຈົ້າເຮັດພາລະກິດພາຍໃນຮ່າງກາຍເນື້ອໜັງຂອງພຣະອົງ. ໃນຊ່ວງເວລານັ້ນ, ແນວຄິດທັງໝົດຂອງມະນຸດໄດ້ກາຍມາເປັນຟອງສະບູ່. ສຳລັບຄົນທີ່ເຫັນພຣະເຈົ້າປາກົດຕົວໃນເນື້ອໜັງ, ພວກເຂົາຈະບໍ່ຖືກປະນາມ ຖ້າພວກເຂົາເຕັມໃຈເຊື່ອຟັງພຣະອົງ, ໃນຂະນະທີ່ຄົນທີ່ຢືນຕໍ່ຕ້ານພຣະອົງໂດຍຕັ້ງໃຈຈະຖືກປະນາມດັ່ງຄູ່ປໍລະປັກຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຜູ້ຕໍ່ຕ້ານພຣະຄຣິດ, ສັດຕູທີ່ຕັ້ງໃຈຢືນຕໍ່ຕ້ານພຣະເຈົ້າ. ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າ ແຕ່ຍັງກຽມພ້ອມ ແລະ ເຕັມໃຈທີ່ຈະເຊື່ອພຣະອົງກໍ່ຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດບົນພື້ນຖານເຈດຕະນາ ແລະ ການກະທຳຂອງມະນຸດ, ບໍ່ແມ່ນສຳລັບຄວາມຄິດ ແລະ ແນວຄິດຂອງເຂົາ. ຖ້າພຣະອົງຕ້ອງປະນາມມະນຸດບົນພື້ນຖານຄວາມຄິດ ແລະ ແນວຄິດຂອງເຂົາ, ແລ້ວບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດໜີລອດຈາກມືທີ່ໂຫດຮ້າຍຂອງພຣະເຈົ້າ. ຄົນທີ່ເຕັມໃຈຢືນຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດກໍ່ຈະຖືກລົງໂທດສຳລັບຄວາມບໍ່ເຊື່ອຟັງຂອງພວກເຂົາ. ກ່ຽວກັບຄົນເຫຼົ່ານີ້ທີ່ເຕັມໃຈຕໍ່ຕ້ານພຣະເຈົ້າ, ອຸປະນິໄສຂອງພວກເຂົາເກີດມາຈາກຂໍ້ແທ້ຈິງທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີການກະທຳທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ຕັ້ງໃຈຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ມີແນວຄິດກ່ຽວກັບພຣະເຈົ້າ, ແຕ່ພວກເຂົາຍັງມີສ່ວນຮ່ວມໃນກິດຈະກຳທີ່ຂັດຂວາງພາລະກິດຂອງພຣະອົງ ແລະ ດ້ວຍເຫດຜົນນີ້ ຄົນປະເພດນີ້ຈຶ່ງຖືກປະນາມ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ). ພຣະທຳຂອງພຣະເຈົ້າຊັດເຈນ: ພຣະເຈົ້າພິພາກສາຜູ້ຄົນຕາມແກ່ນແທ້ຂອງພວກເຂົາ ແລະ ຕາມທັດສະນະຂອງພວກເຂົາຕໍ່ຄວາມຈິງ. ບາງຄົນອາດມີແນວຄິດກ່ຽວກັບພາລະກິດຂອງພຣະເຈົ້າ, ແຕ່ຖ້າພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ປະຖິ້ມແນວຄິດຂອງພວກເຂົາ, ພຣະເຈົ້າຈະບໍ່ປະນາມພວກເຂົາ. ບັນດາຜູ້ທີ່ມີຄຳຄິດເຫັນກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ສະເໝີ, ບໍ່ຍອມຮັບຄວາມຈິງ ແລະ ເຖິງກັບຕັ້ງຄຳຖາມ ແລະ ປະຕິເສດພຣະເຈົ້າ ລ້ວນແລ້ວແຕ່ເປັນສັດຕູຂອງພຣະເຈົ້າ ແລະ ເປັນຜູ້ຕໍ່ຕ້ານພຣະຄຣິດ, ບໍ່ວ່າພຶດຕິກຳພາຍນອກຂອງພວກເຂົາຈະດີແນວໃດກໍຕາມ. ພຣະເຈົ້າກ່າວໂທດຄົນເຊັ່ນນີ້ ແລະ ປະຖິ້ມພວກເຂົາ. ຂ້ອຍເຄີຍພິຈາລະນາແຕ່ການປະພຶດທາງພາຍນອກຂອງຜູ້ຄົນເທົ່ານັ້ນ. ຂ້ອຍຄິດວ່າ ມາຈໍຣີຕ້ອງອຸທິດຕົນໃຫ້ກັບພຣະເຈົ້າ ແລະ ເປັນຜູ້ສະແຫວງຫາຄວາມຈິງ, ຍ້ອນລາວມີຄວາມກະຕືລືລົ້ນ, ເສຍສະລະ, ອຸທິດຕົນ ແລະ ເປັນຜູ້ນຳຄຣິສຕະຈັກ, ແຕ່ຂ້ອຍບໍ່ໄດ້ພິຈາລະນາເບິ່ງແກ່ນແທ້ຂອງລາວ ຫຼື ທັດສະນະຂອງລາວຕໍ່ພຣະເຈົ້າ ແລະ ຄວາມຈິງ. ມາຈໍຣີມີແນວຄິດບາງຢ່າງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ລາວບໍ່ໄດ້ຍອມຮັບການໂອ້ລົມຈາກອ້າຍເອື້ອຍນ້ອງຄົນອື່ນ. ລາວຍັງໄດ້ເຜີຍແຜ່ແນວຄິດຂອງລາວ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງເປີດເຜີຍ. ແກ່ນແທ້ຂອງລາວແມ່ນກຽດຊັງພຣະເຈົ້າ ແລະ ກຽດຊັງຄວາມຈິງ, ລາວເປັນຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍໄດ້ຖືກພາບລວງຕາພາຍນອກຂອງມາຈໍຣີນຳພາໃຫ້ຫຼົງຜິດ ແລະ ຫຼອກລວງ ແລະ ເຂົ້າຂ້າງຜູ້ຕໍ່ຕ້ານພຣະຄຣິດ. ຂ້ອຍຂາດການຢັ່ງຮູ້ແທ້ໆ. ເມື່ອນັ້ນເອງຂ້ອຍຈຶ່ງຮູ້ວ່າ ພວກເຮົາຕ້ອງຕັດສິນຜູ້ຄົນ ແລະ ສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການແຫ່ງຄວາມຈິງ, ບໍ່ແມ່ນຕາມຄວາມປະພຶດທາງພາຍນອກຂອງຜູ້ຄົນເທົ່ານັ້ນ.

ຫຼັງຈາກນັ້ນ, ຂ້ອຍກໍເຫັນອີກຂໍ້ຄວາມໜຶ່ງຈາກພຣະທຳຂອງພຣະເຈົ້າທີ່ເວົ້າວ່າ: “ພຣະເຈົ້າກຳລັງຊໍາລະລ້າງຄຣິສຕະຈັກໃຫ້ບໍລິສຸດ, ເຮັດໃຫ້ມັນສະອາດຈາກຜູ້ລົບກວນ ແລະ ຜູ້ຂັດຂວາງ, ຜູ້ຕໍ່ຕ້ານພຣະຄຣິດ, ວິນຍານຊົ່ວຮ້າຍ, ຄົນຊົ່ວຮ້າຍ, ຄົນບໍ່ເຊື່ອ, ຄົນທີ່ບໍ່ໄດ້ເຊື່ອໃນພຣະອົງຢ່າງແທ້ຈິງ ແລະ ຄົນທີ່ບໍ່ສາມາດໃຫ້ການບໍລິການ. ນີ້ຄືກການຊໍາລະລ້າງທົ່ງນາ; ມັນເອີ້ນວ່າການປັດເອົາຂີ້ແກບອອກ... ເຈົ້າສາມາດເຫັນໄດ້ວ່າພຣະເຈົ້າເຮັດທຸກສິ່ງໃນເວລາທີ່ເໝາະສົມ. ພຣະອົງບໍ່ໄດ້ເຮັດພາລະກິດຕາມອຳເພີໃຈ. ພາລະກິດການຄຸ້ມຄອງຂອງພຣະອົງແມ່ນເປັນໄປຕາມແຜນການທີ່ພຣະອົງໄດ້ສ້າງຂຶ້ນ ແລະ ພຣະອົງເຮັດທຸກສິ່ງໃນລັກສະນະທີ່ເປັນບາດກ້າວ, ບໍ່ແມ່ນຕາມອຳເພີໃຈ. ແລ້ວຈະເກີດຫຍັງຂຶ້ນກັບບາດກ້າວເຫຼົ່ານັ້ນ? ແຕ່ລະບາດກ້າວໃນພາລະກິດທີ່ພຣະເຈົ້າເຮັດຕໍ່ຜູ້ຄົນຕ້ອງເກີດຜົນ ແລະ ເມື່ອພຣະອົງເຫັນວ່າມັນເກີດຜົນແລ້ວ, ພຣະອົງກໍເຮັດບາດກ້າວຖັດໄປຂອງພາລະກິດ. ພຣະເຈົ້າຄິດກັບຕົນເອງວ່າພາລະກິດຂອງພຣະອົງອາດຈະເກີດແນວໃດ, ພຣະອົງຕ້ອງເວົ້າ ແລະ ເຮັດຫຍັງ. ພຣະອົງເຮັດພາລະກິດຂອງພຣະອົງຕາມສິ່ງທີ່ຜູ້ຄົນຕ້ອງການ, ບໍ່ແມ່ນຕາມອໍາເພີໃຈ. ພາລະກິດຫຍັງກໍຕາມທີ່ຈະມີປະສິດທິພາບຕໍ່ຜູ້ຄົນ, ພຣະເຈົ້າຈະເຮັດມັນ ແລະ ແມ່ນຫຍັງກໍຕາມທີ່ບໍ່ສຳຄັນໃນເລື່ອງປະສິດທິພາບ ພຣະເຈົ້າກໍຈະບໍ່ເຮັດມັນຢ່າງແນ່ນອນ. ຕົວຢ່າງ: ເມື່ອມີຄວາມຈຳເປັນຕ້ອງມີວິທີການສອນຢ່າງລົບໆເພື່ອໃຫ້ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າສາມາດພັດທະນາຄວາມຢັ່ງຮູ້ຂອງພວກເຂົາ, ພຣະຄຣິດປອມ, ຜູ້ຕໍ່ຕ້ານພຣະຄຣິດ, ວິນຍານຊົ່ວຮ້າຍ, ຄົນຊົ່ວຮ້າຍ ແລະ ຜູ້ລົບກວນ ແລະ ຜູ້ຂັດຂວາງຈະປາກົດຂຶ້ນໃນຄຣິສຕະຈັກ ເຊິ່ງຄົນອື່ນອາດຈະພັດທະນາຄວາມຢັ່ງຮູ້ຂອງພວກເຂົາ. ຖ້າຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າໄດ້ເຂົ້າໃຈຄວາມຈິງ ແລະ ສາມາດລະບຸຄົນເຫຼົ່ານັ້ນໄດ້, ຄົນເຫຼົ່ານັ້ນກໍຈະໄດ້ໃຫ້ບໍລິການຂອງພວກເຂົາແລ້ວ ແລະ ການມີຢູ່ຂອງພວກເຂົາກໍຈະບໍ່ມີຄຸນຄ່າອີກຕໍ່ໄປ. ໃນເວລານັ້ນ, ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າຈະລຸກຂຶ້ນເພື່ອເປີດໂປງ ແລະ ລາຍງານພວກເຂົາ ແລະ ຄຣິສຕະຈັກຈະຊໍາລະລ້າງພວກເຂົາໃນທັນທີ. ພາລະກິດທັງໝົດຂອງພຣະເຈົ້າມີບາດກ້າວຂອງມັນ ແລະ ບາດກ້າວທັງໝົດນັ້ນໄດ້ຖືກຈັດແຈງໂດຍພຣະເຈົ້າບົນພື້ນຖານຂອງສິ່ງທີ່ມະນຸດຕ້ອງການໃນຊີວິດຂອງພວກເຂົາ ແລະ ວຸດທິພາວະຂອງພວກເຂົາ(ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ມີແຕ່ໂດຍການແກ້ໄຂແນວຄິດຂອງຄົນໆໜຶ່ງເທົ່ານັ້ນ, ຄົນໆນັ້ນຈຶ່ງຈະເລີ່ມຕົ້ນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ (3)). ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຂ້ອຍກໍຮູ້ວ່າ ເຖິງແມ່ນວ່າຫຼາຍຄົນເຮັດໜ້າທີ່ໃນຄຣິສຕະຈັກ, ບໍ່ແມ່ນພວກເຂົາທຸກຄົນທີ່ເປັນຜູ້ທີ່ຖືກເລືອກຂອງພຣະເຈົ້າ ແລະ ບໍ່ແມ່ນທຸກຄົນທີ່ເປັນແກະຂອງພຣະອົງ. ໝາປ່າໄດ້ເຊື່ອງຕົວເອງຢູ່ທ່າມກາງຝູງແກະ. ພຣະເຈົ້າອະນຸຍາດໃຫ້ຜູ້ຕໍ່ຕ້ານພຣະຄຣິດ, ຜູ້ເຮັດການຊົ່ວ ແລະ ຜູ້ບໍ່ເຊື່ອເຂົ້າມາໃນຄຣິສຕະຈັກ ເພື່ອຊ່ວຍໃຫ້ພວກເຮົາໄດ້ຮັບຄວາມເຂົ້າໃຈ, ຮຽນຮູ້ບົດຮຽນ ແລະ ສາມາດແຍກແຍະຄົນດີຈາກຄົນຊົ່ວໄດ້. ເຖິງແມ່ນວ່າໄດ້ເຮັດໜ້າທີ່ຂອງລາວໃນຄຣິສຕະຈັກ, ມາຈໍຣີກໍບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ລາວພຽງມາໃນຄຣິສຕະຈັກເພື່ອວິເຄາະພາລະກິດຂອງພຣະເຈົ້າ, ບໍ່ແມ່ນເພື່ອສະແຫວງຫາ ແລະ ເຂົ້າໃຈຄວາມຈິງ. ລາວແມ່ນໝາປ່າໃນຊຸດແກະ ແລະ ເປັນຄົນຊົ່ວຮ້າຍທີ່ພຣະເຈົ້າຂັບໄລ່ອອກ. ຕອນນີ້ ພຣະເຈົ້າກຳລັງເຮັດໃຫ້ຄຣິສຕະຈັກບໍລິສຸດ ແລະ ເປີດໂປງຄົນແຕ່ລະປະເພດ. ບໍ່ມີຜູ້ຕໍ່ຕ້ານພຣະຄຣິດ, ຜູ້ເຮັດການຊົ່ວ ຫຼື ຜູ້ບໍ່ເຊື່ອຄົນໃດທີ່ສາມາດລີ້ຢູ່ໃນຄຣິສຕະຈັກຕໍ່ໄປໄດ້, ແຕ່ຈະຖືກເປີດໂປງ ແລະ ຖືກຂັບໄລ່ອອກທັງໝົດຜ່ານພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ເຊື່ອໃນພຣະເຈົ້າ, ຮັກຄວາມຈິງ ແລະ ສະແຫວງຫາຄວາມຈິງເທົ່ານັ້ນທີ່ຈະຄົງຢູ່ ແລະ ມີພຽງພວກເຂົາເທົ່ານັ້ນທີ່ຈະຖືກເຮັດໃຫ້ບໍລິສຸດ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ.

ຜ່ານປະສົບການນີ້, ຂ້ອຍໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ຮຽນຮູ້ບາງສິ່ງ. ປະການທີໜຶ່ງ, ຂ້ອຍພຽງແຕ່ບໍ່ສາມາດພິຈາລະນາພຶດຕິກຳພາຍນອກຂອງຜູ້ຄົນ, ພວກເຂົາທົນທຸກທໍລະມານ ແລະ ເສຍສະລະຕົວເອງຫຼາຍປານໃດ, ຍ້ອນຫຼາຍຄົນສາມາດເຮັດສິ່ງເຫຼົ່ານີ້ໄດ້, ໂດຍສະເພາະການສໍ້ໂກງໃນສາສະໜາ. ປະການທີສອງ, ຂ້ອຍບໍ່ຄວນເທີດທູນແຕ່ຄົນ, ຍ້ອນພຣະເຈົ້າກຽດຊັງການເທີດທູນຜູ້ຄົນ. ຄົນໆໜຶ່ງຄວນເຊີດຊູ ແລະ ນະມັດສະການແຕ່ພຣະເຈົ້າເທົ່ານັ້ນ. ປະການທີສາມ, ໃນຖານະຜູ້ນຳຄຣິສຕະຈັກ, ຂ້ອຍຈຳເປັນຕ້ອງຄຳນຶງເຖິງການເຂົ້າສູ້ຊີວິດຂອງອ້າຍເອື້ອຍນ້ອງ ແລະ ຈັດລຽງບຸລິມະສິດສິ່ງທີ່ເປັນປະໂຫຍດແກ່ພວກເຂົາ. ປະການທີສີ່, ເມື່ອຜະເຊີນໜ້າກັບບັນຫາ, ຂ້ອຍຄວນມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ຮຽນຮູ້ທີ່ຈະສະແຫວງຫາ ແລະ ລໍຖ້າ. ຂ້ອຍບໍ່ຄວນຕັດສິນ ແລະ ກ່າວໂທດຢ່າງເລິນເລີ້ຕາມແນວຄິດຂອງຂ້ອຍເອງ. ນັ້ນມີແນວໂນ້ມທີ່ຈະເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ປະການທີຫ້າ, ຂ້ອຍຄວນອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ຫຼາຍຂຶ້ນ ເພື່ອຈະໄດ້ເຂົ້າໃຈຄວາມຈິງ. ໂດຍການຊີ້ນຳຈາກພຣະທຳຂອງພຣະເຈົ້າເທົ່ານັ້ນ ພວກເຮົາຈຶ່ງສາມາດເບິ່ງທະລຸແຜນການຊົ່ວຮ້າຍຂອງຊາຕານ ແລະ ຢືນຢູ່ຂ້າງຄວາມຈິງ. ຂ້ອຍຍັງຮູ້ອີກວ່າຄວາມຈິງນັ້ນລ້ຳຄ່າພຽງໃດ. ໂດຍການເຂົ້າໃຈຄວາມຈິງເທົ່ານັ້ນ ພວກເຮົາຈຶ່ງສາມາດເຂົ້າໃຈສິ່ງຕ່າງໆໄດ້ຢ່າງແທ້ຈິງ ແລະ ແຍກແຍະຄົນຊົ່ວຮ້າຍ, ຜູ້ຕໍ່ຕ້ານພຣະຄຣິດ ແລະ ຜູ້ບໍ່ເຊື່ອໄດ້ທຸກປະເພດ. ໃນອະນາຄົດ, ຂ້ອຍຈະອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ອີງການກະທຳຂອງຂ້ອຍ ແລະ ການຕັດສິນຜູ້ຄົນ ແລະ ສິ່ງຕ່າງໆຕາມພຣະທຳຂອງພຣະເຈົ້າ, ໂດຍມີຄວາມຈິງເປັນຫຼັກການຂອງຂ້ອຍ. ຂອບໃຈພຣະເຈົ້າ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພອນທີ່ມາຈາກການເຈັບປ່ວຍ

ໂດຍ ສຽວ ລານ, ປະເທດຈີນໃນປີ 2014, ພັກຄອມມູນິດໄດ້ເລີ່ມເຮັດໃຫ້ຄຣິດຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແປດເປື້ອນດ້ວຍຄະດີຂອງ ເຈົາຍວນ ໃນວັນທີ 28...

ການປິ່ນປົວຄວາມອິດສາ

ໂດຍ ຊຸນຈິ໋ວ, ຈີນພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ, “ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ,...

Leave a Reply