ການໄຈ້ແຍກຂ່າວລື ແລະ ຄວາມເຊື່ອທີ່ຜິດເພື່ອຫຼີກລ່ຽງການຖືກຫຼອກລວງ

21 ເດືອນມີນາ 2020

ໃນຍຸກສຸດທ້າຍ, ພຣະເຢຊູເຈົ້າກັບຄືນມາປາກົດຕົວ ແລະ ປະຕິບັດພາລະກິດໃນໂລກເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ ແລະ ເພື່ອສະແດງຄວາມຈິງ ແລະ ປະຕິບັດຂັ້ນຕອນຂອງພາລະກິດເຊິ່ງມະນຸດຊາດຈະຖືກພິພາກສາ ແລະ ຖືກຊຳລະໃຫ້ບໍລິສຸດ. ຫຼາຍຄົນຈາກທຸກນິກາຍຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຢ່າງຈິງໃຈ ແລະ ປາຖະໜາການປາກົດຕົວຂອງພຣະອົງໄດ້ຍິນສຽງຂອງພຣະເຈົ້າ ແລະ ໄດ້ເລີ້ມຕົ້ນຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງນີ້ບໍ່ໄດ້ຊ່ວຍຫຍັງ ແຕ່ເຮັດໃຫ້ເກີດຄວາມຕື່ນຕົກໃຈທີ່ສຸດຈາກບັນດາຜູ້ນຳຂອງໂລກສາສະໜາ; ພວກເຂົາຢ້ານວ່າ ຜູ້ທີ່ເຊື່ອທັງໝົດຈະເລີ້ມເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຈະບໍ່ນະມັດສະການ ຫຼື ຕິດຕາມພວກເຂົາອີກຕໍ່ໄປ, ເພາະສະນັ້ນ ພວກເຂົາຈິ່ງເຜີຍແຜ່ຂ່າວລື ແລະ ຄວາມເຊື່ອທີ່ຜິດທຸກຮູບແບບເພື່ອກ່າວຮ້າຍພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ພວກເຂົາກໍ່ຜູກມັດ ແລະ ເຂັ້ມງວດກັບອ້າຍເອື້ອຍນ້ອງໃນການສະແຫວງຫາ ແລະ ສຶກສາເສັ້ນທາງທີ່ແທ້ຈິງ. ອ້າຍເອື້ອຍນ້ອງຫຼາຍຄົນທີ່ບໍ່ມີການໄຈ້ແຍກ, ພວກເຂົາເຊື່ອຂ່າວລື ແລະ ການຕົວະຫຼອກແບບກົງໄປກົງມາເຫຼົ່ານີ້ ແລະ ບໍ່ກ້າສຶກສາເສັ້ນທາງທີ່ແທ້ຈິງ. ກົງກັນຂ້າມ ພວກເຂົາດຳລົງຊີວິດຢ່າງດິ້ນລົນຢູ່ໃນຄວາມມືດໂດຍປາສະຈາກພາລະກິດ ແລະ ການນຳພາຂອງພຣະວິນຍານບໍລິສຸດຫຼາຍກວ່າການອອກໄປສະແຫວງຫາພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ຢູ່ບ່ອນນີ້, ພວກເຮົາຈະສົນທະນາກັນ ແລະ ວິເຄາະຢ່າງລະອຽດບາງຂ່າວລື ແລະ ຄວາມເຊື່ອທີ່ຜິດທີ່ເຜີຍແຜ່ໂລດຍໂລກສາສະໜາ ເພື່ອວ່າອ້າຍເອື້ອຍນ້ອງທຸກຄົນຜູ້ທີ່ຄອຍຖ້າການມາເຖິງຂອງພຣະຜູ້ເປັນເຈົ້າຈະສາມາດໄຈ້ແຍກພວກມັນໄດ້ ແລະ ສາມາດຫຼີກລ່ຽງການຖືກຫຼອກລວງໂດຍຜູ້ຮັບໃຊ້ທີ່ຊົ່ວຮ້າຍ ແລະ ບໍ່ສູນເສຍຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ. ຂ້າງລຸ່ມນີ້, ພວກເຮົາເຮັດລາຍຊື່ ແລະ ວິເຄາະບາງຂ່າວລື ແລະ ຄວາມເຊື່ອທີ່ຜິດທີ່ມັກໄດ້ຍິນເລື້ອຍໆ.

1. ບັນດາຜູ້ນຳທາງສາສະໜາມັກຈະປິດຜະນຶກຄຣິສຕະຈັກ ແລະ ກະຕຸ້ນໃຫ້ຜູ້ທີ່ເຊື່ອ “ບໍ່ໃຫ້ຮັບເອົາຄົນແປກໜ້າ ແລະ ບໍ່ໃຫ້ພວກເຂົາກິນນ້ຳແມ່ນແຕ່ໂອດຽວ ຍ້ອນວ່າພວກເຂົາມາຈາກຟ້າຜ່າທາງທິດຕາເວັນຕົກ ແລະ ເປັນຄົນຫຼອກລວງ”. ຜູ້ນຳທາງສາສະໜາບໍ່ອະນຸຍາດໃຫ້ອ້າຍເອື້ອຍນ້ອງໃຫ້ຮັບຄົນແປກໜ້າ, ແຕ່ວ່າເລື່ອງນີ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າບໍ? ພຣະເຢຊູເຈົ້າບອກພວກເຂົາວ່າ: “ແລ້ວຜູ້ໃດກໍຕາມທີ່ເຢັ້ນນໍ້າເຢັນໃສ່ຈອກໃຫ້ໜຶ່ງໃນບັນດາຄົນທີ່ເລັກນ້ອຍເຫຼົ່ານີ້ໄດ້ດື່ມພຽງແຕ່ໃນນາມຂອງສາວົກ, ເຮົາຈະເວົ້າກັບເຈົ້າຢ່າງແທ້ຈິງວ່າ ເຂົາຈະບໍ່ມີທາງສູນເສຍລາງວັນຂອງເຂົາ(ມັດທາຍ 10:42). ມັນຊັດເຈນແລ້ວວ່າ ເພື່ອຄວາມເຊື່ອຂອງຄົນໆໜຶ່ງໃນພຣະເຈົ້າ, ການຮັບເອົາຄົນແປກໜ້າແມ່ນບາງສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຮົາ. ຕະຫຼອດຍຸກຕ່າງໆ, ຫຼາຍຄົນໄດ້ຖືກພຣະເຈົ້າອວຍພອນສຳລັບການຮັບຄົນແປກໜ້າ. ມັນຖືກບັນທຶກໄວ້ໃນພຣະຄຳພີເຖິງວິທີການທີ່ອັບຣາຮາມໄດ້ຮັບເອົາຊາຍສາມຄົນໂດຍບໍ່ຮູ້ວ່າພວກເພິ່ນແມ່ນທູດສະຫວັນ, ເພາະສະນັ້ນ ອັບຣາຮາມຈຶ່ງຖືກອວຍພອນໂດຍພຣະເຈົ້າ (ເບິ່ງ ປະຖົມມະການ 18:1–16); ໂລດຮັບເອົາຜູ້ສົ່ງສານຂອງພຣະເຈົ້າສອງຄົນ, ເພິ່ນ ແລະ ຄອບຄົວຂອງເພິ່ນຈຶ່ງຖືກຍົກເວັ້ນຈາກໄພພິບັດຍ້ອນການກະທຳທີ່ດີ ແລະ ໃຈກວ້າງນີ້ (ເບິ່ງ ປະຖົມມະການ 19:1–25); ຣາຮັບຍິງແພດສະຍາຮັບເອົານັກສອດແນມຊາວອິດສະຣາເອັນສອງຄົນ ເຊິ່ງເປັນຄົນແປກໜ້າທັງສອງຄົນສຳລັບນາງ, ສະນັ້ນ ນາງ ແລະ ຄອບຄົວຂອງນາງຈຶ່ງໄດ້ມາຢູ່ພາຍໃຕ້ການປົກປ້ອງຂອງພຣະເຈົ້າ (ເບິ່ງ ໂຢຊວຍ 2:1–21); ຂຸນນາງຊາວເອທີໂອເປຍໄດ້ຮັບຄວາມລອດພົ້ນຂອງພຣະເຢຊູເຈົ້າຍ້ອນລາວເຊື່ອຄຳເທດສອນຂອງພວກອັກຄະທຳມະທູດ (ເບິ່ງ ກິດຈະການ 8:27–40), ບໍ່ແມ່ນເພິ່ນກໍ່ຮັບເອົາຄົນແປກໜ້າເຊັ່ນກັນບໍ? ພວກເຮົາສາມາດເຫັນຈາກຄວາມຈິງທີ່ຖືກບັນທຶກໄວ້ໃນພຣະຄຳພີວ່າ ຜູ້ທີ່ຮັບເອົາຄົນແປກໜ້າບໍ່ພຽງແຕ່ບໍ່ໄດ້ຖືກຫຼອກລວງເທົ່ານັ້ນ, ກົງກັນຂ້າມ, ພວກເຂົາໄດ້ຮັບພອນຈາກພຣະເຈົ້າໂດຍບໍ່ຮູ້ຕົວ. ດັ່ງທີ່ພວກເຮົາທຸກຄົນຮູ້, ພຣະກິດຕະຄຸນຂອງພຣະເຈົ້າໄດ້ຮັບການຖ່າຍທອດຈາກຜູ້ຄົນໃນຍຸກຕ່າງໆ ແລະ ພຣະເຢຊູເຈົ້າປະຕິບັດພາລະກິດຂອງພຣະອົງໃນການໄຖ່ບາບມວນມະນຸດໃນຢູເດອາ; ຂ່າວປະເສີດແຫ່ງອາຈາຈັກສະຫວັນໄດ້ແຜ່ຂະຫຍາຍອອກໄປຈາກຢູເດອາ ແລະ ຕອນນີ້ໄດ້ໄປຮອດທຸກດິນແດນທີ່ຢູ່ໃຕ້ດວງຕາເວັນຈາກຄົນສູ່ຄົນ. ໃນເວລານັ້ນ, ນອກຈາກຄົນກຸ່ມນ້ອຍໆໃນຢູເດອາທີ່ເຫັນພຣະອົງ, ກໍ່ບໍ່ມີຄົນອື່ນອີກທີ່ຮູ້ຈັກພຣະເຢຊູເຈົ້າ ແລະ ບໍ່ມີໃຜຮູ້ຈັກພວກສານຸສິດ ແລະ ອັກຄະສາວົກຜູ້ເຜີຍແຜ່ຂ່າວປະເສີດຂອງພຣະເປັນເຈົ້າ ແລະ ເປັນປະຈັກພະຍານໃຫ້ແກ່ຂ່າວປະເສີດນັ້ນ. ຖ້າທຸກຄົນເປັນຄືພວກເຮົາທຸກມື້ນີ້ ແລະ ຈະບໍ່ຮັບເອົາໃຜກໍ່ຕາມທີ່ພວກເຂົາບໍ່ຮູ້ຈັກ, ແລ້ວໃຜຈະສາມາດຮັບເອົາຂ່າວປະເສີດຂອງພຣະເຢຊູເຈົ້າໄດ້? ເປັນທີ່ຈະແຈ້ງວ່າ ບໍ່ແມ່ນຄວາມປະສົງຂອງພຣະເຈົ້າທີ່ວ່າ ພວກເຮົາບໍ່ຄວນຮັບຄົນແປກໜ້າໃດໆ ແລະ ສິ່ງນີ້ເໜືອກວ່າຄຳເທດສອນຂອງພຣະຄຣິດ. ມີກ່າວໄວ້ໃນບົດທີສາມ, ຂໍ້ທີ 20 ຂອງໜັງສີພຣະນິມິດວ່າ: “ເບິ່ງແມ, ເຮົາຢືນ ແລະ ເຄາະຢູ່ທີ່ປະຕູ: ຖ້າຄົນໃດໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູໃຫ້ເຮົາ, ເຮົາຈະເຂົ້າໄປຫາຄົນນັ້ນ ແລະ ເຮົາຈະກິນອາຫານຮ່ວມກັບຄົນນັ້ນ ແລະ ຄົນນັ້ນຈະກິນອາຫານຮ່ວມກັບເຮົາ” ຖ້າພຣະເຈົ້າສົ່ງຄົນແປກໜ້າມາເຄາະປະຕູເຮືອນຂອງພວກເຮົາ ແລະ ພວກເຮົາບໍ່ສົນໃຈ, ພວກເຮົາຈະບໍ່ຖືກປະຕິເສດໃຫ້ເຂົ້າຫາພຣະເຈົ້າບໍ່? ພວກເຮົາຈະບໍ່ຖືກປະນາມໂດຍປະຫວັດສາດວ່າເປັນຄົນທໍລະຍົດທີ່ຕໍ່ຕ້ານ ແລະ ປະຕິເສດພຣະເຈົ້າບໍ? ສິ່ງນີ້ບໍ່ເຮັດໃຫ້ພວກເຮົາຮູ້ສືກຢ້ານກົວບໍ? ເພາະສະນັ້ນ, ສຳລັບຜູ້ນຳທີ່ກີດກັນພວກເຈົາຈາກການຮັບເອົາຄົນແປກໜ້າແມ່ນການລະເມີດຕໍ່ຄຳເທດສອນຂອງພຣະເປັນເຈົ້າຢ່າງຊັດເຈນ ແລະ ມັນເປັນວິທີການໜຶ່ງທີ່ໃຊ້ເພື່ອຫຼອກລວງຄົນ!

2. ຜູ້ນຳທາງສາສະໜາມັກຈະເວົ້າກັບອ້າຍເອື້ອຍນ້ອງເລື້ອຍໆວ່າ: “ບໍ່ວ່າຄຳເທດສະໜາອື່ນຈະຟັງເບິ່ງດີປານໃດກໍ່ຕາມ, ພວກເຈົ້າຕ້ອງບໍ່ໄປຟັງມັນ, ເຖິງແມ່ນວ່າພວກເຂົາເທດສອນຄວາມຈິງກໍ່ຕາມ. ເຈົ້າຕ້ອງຍຶດຕິດຢູ່ກັບຄຣິສຕະຈັກຂອງເຈົ້າເອງເພື່ອຫຼີກລ່ຽງບໍ່ໃຫ້ຖືກຫຼອກລວງ”. ຜູ້ນຳທາງສາສະໜາບໍ່ອະນຸຍາດໃຫ້ອ້າຍເອື້ອຍນ້ອງໄປຟັງຄຳເທດສະໜາອື່ນໆ ແລະ ພວກເຂົາເຮັດໃຫ້ຄົນຍຶດຕິດຢູ່ກັບຄຣິສຕະຈັກຂອງພວກເຂົາເອງ. ເລື່ອງນີ້ກົງກັນຂ້າມກັບຄຳຮຽກຮ້ອງຂອງພຣະຜູ້ເປັນເຈົ້າ. ພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ແລ້ວໃນເວລາທ່ຽງຄືນ ກໍມີສຽງຮ້ອງມາວ່າ, ເບິ່ງແມ, ເຈົ້າບ່າວມາແລ້ວ ເຈົ້າຈົ່ງອອກໄປພົບກັບເພິ່ນ(ມັດທາຍ 25:6). ມີກ່າວໃນພຣະນິມິດວ່າ: “ຄົນໃດມີຫູ ຄົນນັ້ນຈົ່ງຟັງສິ່ງທີ່ພຣະວິນຍານກ່າວຕໍ່ຄຣິສຕະຈັກ(ພຣະນິມິດ 2:7).ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ(ພຣະນິມິດ 14:4). ຄວາມປະສົງຂອງພຣະເຈົ້າແມ່ນເພື່ອໃຫ້ພວກເຂົາສະແຫວງຫາຄວາມຈິງ, ໃສ່ໃຈສຽງຂອງພຣະເຈົ້າ ແລະ ນຳຮອຍຕີນຂອງລູກແກະໃຫ້ທັນ, ເພາະມີພຽງວິທີນີ້ເທົ່ານັ້ນພວກເຮົາຈຶ່ງສມາດໄດ້ຮັບຄວາມຮອດພົ້ນຂອງພຣະເຈົ້າໄດ້. ໃນຍຸກແຫ່ງພຣະບັນຢັດ, ຊາວອິດສະຣາເອັນທັງໝົດເຊື່ອໃນພຣະເຈົ້າເຢໂຮວາ ແລະ ພວກເຂົາເກັບຮັກສາພຣະບັນຢັດ ແລະ ພຣະດຳລັດຂອງພຣະເຢໂຮວາໄວ້. ປະໂລຫິດຮັບໃຊ້ພຣະເຢໂຮວາໃນວິຫານທຸກໆວັນ ແລະ ບັນດາຜູ້ທີ່ຕິດຕາມພຣະເຢໂຮວາກໍ່ໄດ້ຮັກສາວັນສັບບາໂຕໄວ້ໃນວິຫານ. ເມື່ອພຣະເຢຊູເຈົ້າມາເພື່ອປະຕິບັດພາລະກິດຂອງພຣະອົງ, ຢ່າງໃດກໍ່ຕາມ ພຣະອົງບໍ່ໄດ້ເທດສອນ ຫຼື ປະຕິບັດພາລະກິດໃນວິຫານ, ແຕ່ກົງກັນຂ້າມ ພຮະອົງໄດ້ເທດສອນ ແລະ ປະຕິບັດພາລະກິດນອກວິຫານ ແລະ ໄປເທດສອນຢູ່ຂ້າງທະເລ, ເທິງພູ, ໃນປ່າ ແລະ ໃນໝູ່ບ້ານ, ເຜີຍແຜ່ຂ່າວປະເສີດແຫ່ງອານາຈັກສະຫວັນ. ບັນດາຜູ້ທີ່ອອກຈາກວິຫານ ແລະ ຕິດຕາມພຣະເຢຊູ ແລະ ຜູ້ທີ່ຕັ້ງຕົ້ນສະແຫວງຫາເສັ້ນທາງທີ່ແທ້ຈິງກໍ່ລ້ວນແຕ່ໄດ້ຮັບຄວາມລອດພົ້ນຂອງພຣະເຢຊູເຈົ້າ ເຊັ່ນ: ເປໂຕ, ໂຢຮັນ, ຢາໂຄບ, ນາທານີເອນ ແລະ ນີໂກແດມ. ຈົ່ງຄິດເບິ່ງເລື່ອງນີ້ຢ່າງຮອບຄອບ, ຖ້າພວກເຂົາບໍ່ອອກຈາກວິຫານ ແລະ ຕິດຕາມພຣະເຢຊູ, ພວກເຂົາຈະສາມາດຮັບຮຸ້ພຣະອົງວ່າເປັນພຣະເມຊີອາທີ່ພວກເຂົາໄດ້ຄອງຖ້າຢູ່ໄດ້ບໍ? ພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນຂອງພຣະເປັນເຈົ້າໄດ້ບໍ? ແນ່ນອນວ່າບໍ່. ໃນທຳນອງດຽວກັນ, ພຣະເຢຊູເຈົ້າຜູ້ກັບຄືນມາໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍ່ບໍ່ໄດ້ປາກົດຕົວ ຫຼື ປະຕິບັດພາລະກິດໃນນິກາຍໃດໆ, ແຕ່ກົງກັນຂ້າມ ພຣະອົງປະຕິບັດຂັ້ນຕອນໃໝ່ຂອງພາລະກິດທ່າມກາງກຸ່ມໜຶ່ງຂອງຜູ້ທີ່ຖືກເລືອກຂອງພຣະອົງ. ຖ້າຜູ້ຄົນບໍ່ປ່ອຍນິກາຍຂອງພວກເຂົາໄວ້ເບື້ອງຫຼັງ ແລະ ສະແຫວງຫາພາລະກິດໃໝ່ຂອງພຣະວິນຍານບໍລິສຸດ, ແຕ່ພຽງແຕ່ຍັງຄົງຈົມປັກຢູ່ພາຍໃນສາສະໜາຢູ່ສະເໝີ, ແລ້ວມັນກໍ່ຈະເປັນໄປບໍ່ໄດ້ທີ່ພວກເຂົາຈະຕ້ອນຮັບການກັບມາຂອງພຣະເປັນເຈົ້າ. ເພາະສະນັ້ນ, ເມື່ອໃດກໍ່ຕາມທີ່ພຣະເຈົ້າປະຕິບັດຂັ້ນຕອນໃໝ່ຂອງພາລະກິດ, ມີພຽງໂດຍການປ່ອຍສາສະໜາໄວ້ເບື້ອງຫຼັງ, ສະແຫວງຫາພາລິກິດໃໝ່ ແລະ ພຣະທຳຂອງພຣະເຈົ້າ ແລະ ນຳຮອຍຕີນຂອງລູກແກະໃຫ້ທັນເທົ່ານັ້ນ ຄົນຈຶ່ງສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ບັນລຸຄວາມລອດພົ້ນຂອງພຣະເຈົ້າໄດ້. ເໝືອນດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ ‘ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ’. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະ ຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ ‘ພຣະເຢໂຮວາເປັນພຣະເຈົ້າ’ ແລະ ‘ພຣະເຢຊູເປັນພຣະຄຣິດ’ ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເພາະສະນັ້ນຈຶ່ງສາມາດເຫັນໄດ້ວ່າຄໍາຖະແຫຼງທີ່ກ່າວໂດຍຜູ້ນຳທາງສາສະໜາ ທີ່ວ່າຕ້ອງບໍ່ໄປຟັງຄຳເທດສະໜາອື່ນ ແຕ່ຕ້ອງຍຶດຕິດຢູ່ກັບຄຣິສຕະຈັກຂອງຕົນເອງນັ້ນ ແມ່ນຂັດກັບຄວາມປະສົງຂອງພຣະເຈົ້າໂດຍສິ້ນເຊີງ. ຖ້າພວກເຮົາຟັງ ແລະ ປະຕິບັດຕາມຂ່າວລືືີ່ເຜີຍແຜ່ໂດຍຜູ້ນຳທາງສາສະໜາແບບບໍ່ມືນຫູມືນຕາ ແລະ ພວກເຮົາຍັງຈົມປັກຢູ່ໃນສາສະໜາ ແລະ ບໍ່ສະແຫວງຫາຄວາມຈິງ ແລະ ສືກສາເສັ້ນທາງທີ່ແທ້ຈິງແລ້ວ ພວກເຮົາກໍ່ຈະສູນເສຍຄວາມລອດພົ້ນນິລັນດອນ ແລະ ນີ້ແມ່ນຄວາມຈິງແທ້ແນ່ນອນ.

3. ສິດຍາພິບານ ແລະ ຜູ້ອາວຸໂສເຜີຍແຜ່ຂ່າວລືໂດຍເວົ້າວ່າ “ທຸກຄຳເທດສອນທີ່ເວົ້າວ່າພຣະເປັນເຈົ້າໄດ້ມາເຖິງແລ້ວນັ້ນແມ່ນບໍ່ເປັນຈິງ ແລະ ຫຼອກລວງ”. ອີງຕາມຄຳຖະແຫຼງການນີ້, ນັ້ນໝາຍຄວາມວ່າພຣະເຢຊູເຈົ້າຈະບໍ່ມີວັນມາແມ່ນບໍ? ພຣະເຢຊູຊົງກ່າວຫຼາຍຄັ້ງແລ້ວວ່າພຣະອົງຈະມາອີກຄັ້ງ ແລະ ພຣະອົງໄດ້ທຳນາຍໄວ້ວ່າ ເມື່ອຍຸກສຸດທ້າຍຂອງໂລກມາເຖິງ ພຣະອົງຈະກັບມາ ແລະ ປະຕິບັດພາລະກິດແຫ່ງການພິພາກສາຂອງພຣະອົງ, ພຣະອົງຈະແຍກແກະອອກຈາກແບ້ ແລະ ແຍກເຂົ້າສາລີອອກຈາກຂີ້ແກບ, ພຣະອົງຈະແຍກແຕ່ລະຢ່າງຕາມຊະນິດຂອງພວກມັນ ແລະ ໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວ... ພາລະກິດເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດໃນຍຸກສຸດທ້າຍຢ່າງແນ່ນອນ, ແຕ່ສິດຍາພິບານ ແລະ ຜູ້ອາວຸໂສເວົ້າວ່າ “ທຸກຄຳເທດສອນທີ່ເວົ້າວ່າພຣະເປັນເຈົ້າໄດ້ມາເຖິງແລ້ວນັ້ນຫຼອກລວງ ແລະ ບໍ່ເປັນຄວາມຈິງ”. ນີ້ບໍ່ແມ່ນການພິສູດຄຳເວົ້າຂອງພຣະເຢຊູເຈົ້າເອງບໍ? ນີ້ບໍ່ແມ່ນການປະຕິເສດ ແລະ ການກ່າວໂທດທີ່ປິດບັງໄວ້ເຖິງການມາເຖິງຄັ້ງທີສອງຂອງພຣະເຢຊູເຈົ້າບໍ? ຄົນແບບນີ້ແມ່ນຜູ້ທີ່ເຊື່ອໃນພຣະເປັນເຈົ້າແທ້ໆບໍ? ຫຼາຍຄົນເຊື່ອໃນພຣະເປັນເຈົ້າ ແລະ ຄອງຖ້າການກັບມາຂອງພຣະອົງ ແລະ ພວກເຂົາທຸກຄົນເຝົ້າລະວັງຕໍ່ຕ້ານພຣະຄຣິດຈອມປອມ ແລະ ຜູ້ປະກາດພຣະຄຳຈອມປອມດັ່ງເປັນໜ້າວຽກຫຼັກຂອງພວກເຂົາ. ແຕ່ພວກເຂົາບໍ່ໄດ້ໃສ່ໃຈຟັງສຽງຂອງພຣະເຈົ້າ ແລະ ຕ້ອນຮັບການກັບມາຂອງພຣະເປັນເຈົ້າ, ໂດຍການກະທຳສິ່ງນີ້ ພວກເຂົາກຳລັງຄິດຮອດປ່າຍ້ອນຕົ້ນໄມ້ ແລະ ຍອມແພ້ອາຫານຍ້ອນຢ້ານສະມັກ. ບໍ່ວ່າບາງຄົນອາດຈະປ້ອງກັນພຣະຄຣິດຈອມປອມແນວກໍ່ຕາມ, ຖ້າພວກເຂົາບໍ່ສາມາດຕ້ອນຮັບການກັບມາຂອງພຣະເປັນເຈົ້າແລ້ວ ພວກເຂົາກໍ່ເປັນຍິ່ງສາວພົມມະຈັນທີ່ໂງ່ຈ້າ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າຈະຈົບລົງດ້ວຍຄວາມລົ້ມເຫຼວ. ຕອນນີ້, ພຣະເປັນເຈົ້າໄດ້ກັບຄືນມາດົນແລ້ວ ແລະ ມີພຽງໂດຍການຍອມຮັບພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍຂອງພຣະເຈົ້າເທົ່ານັ້ນ ຄົນຈຶ່ງສາມາດຖືກຊຳລະລ້າງໃຫ້ບໍລິສຸດ ແລະ ບັນລຸຄວາມລອດພົ້ນແຫ່ງຍຸກສຸດທ້າຍຂອງພຣະເຈົ້າໄດ້. ແຕ່ວ່າສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານີ້ເຮັດໃຫ້ຄົນເຝົ້າລະວັງຢ່າງຕາບອດ ແລະ ພວກເພິ່ນບໍ່ອະນຸຍາດໃຫ້ພວກເຂົາສະແຫວງຫາ ຫຼື ສຶກສາພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ, ສະນັ້ນພວກເຂົາໄດ້ທຳລາຍໂອກາດຂອງຄົນທີ່ຈະບັນລຸຄວາມລອດພົ້ນຂອງພຣະເຈົ້າ. ໂດຍການເຮັດແບບນີ້, ບໍ່ແມ່ນພວກເຂົາກາຍເປັນອຸປະສັກ ແລະ ສິ່ງກີດຂວາງທີ່ກັນຄົນຈາການເຂົ້າສູ່ອານາຈັກສະຫວັນບໍ? ນີ້ເປັນຄືກັບສິ່ງທີ່ພຣະເຢຊູໄດ້ກ່າວກັບພວກຟາຣີຊາຍເມື່ອພຣະອົງຊົງຕິຕຽນພວກເຂົາວ່າ: “ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາລິຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ(ມັດທາຍ 23:13). ຖ້າພວກເຮົາເຊື່ອສິ່ງທີ່ຜູ້ນໍາເຫຼົ່ານີ້ເວົ້າ ແລະ ພວກເຮົາຖືວ່າຄຳສອນໃດໆທີ່ວ່າພຣະເປັນເຈົ້າໄດ້ມາເຖິງແລ້ວນັ້ນບໍ່ເປັນຈິງ, ພວກເຮົາບໍ່ສະແຫວງຫາ ຫຼື ສຶກສາເສັ້ນທາງນີ້ເລີຍ, ແລ້ວພວກເຮົາກໍ່ຈະສູນເສຍໂອກາດຂອງພວກເຮົາທີ່ຈະຕ້ອນຮັບພຣະເປັນເຈົ້າ ແລະ ຖືກຍົກຂຶ້ນສູ່ອານາຈັກສະຫວັນ. ແລ້ວບໍ່ແມ່ນພວກເຮົາກຳລັງຈະເຮັດໃຫ້ຕົວເອງພິນາດໄປບໍ?

4. ຜູ້ນຳທາງສາສະໜາແຕ່ງຂ່າວລືຂຶ້ນໂດຍເວົ້າວ່າ “ເມື່ອຄົນເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໃນຊ່ວງເວລາພວກເຂົາເຂົ້າໄປໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາກໍຈະບໍ່ສາມາດອອກຈາກຄຣິສຕະຈັກໄດ້ອີກ. ຖ້າພວກເຂົາຢາກອອກ, ພວກເຂົາຕ້ອງຄວັກຕາຂອງພວກເຂົາອອກ ພ້ອມຕັດຫູ ແລະ ຕັດດັງຂອງພວກເຂົາອອກ”. ນີ້ແມ່ນເລື່ອງໄຮ້ສາລະທົ່ວໄປ ແລະ ຄົນທີ່ມີສະໝອງສາມາດເຫັນໄດ້ທັນທີວ່ານີ້ເປັນພຽງຂ່າວລືທີ່ທຳມະດາ ແລະ ສາມັນ ແລະ ນັ້ນເປັນການໝິ່ນປະໝາດ ແລະ ໃສ່ຮ້າຍພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ. ດັ່ງທີ່ທຸກຄົນຮູ້, ພັກຄອມມູນິດແມ່ນພັກການເມືອງທີ່ເຊື່ອວ່າບໍ່ມີພຣະເຈົ້າ ແລະ ເປັນລະບອບຊາຕານທີ່ກຽດຊັງພຣະເຈົ້າຫຼາຍທີ່ສຸດ. ຖ້າຢູ່ປະເທດຈີນມີບາງຄົນທີ່ຄວັດຕາຂອງພວກເຂົາອອກ ແລະ ຕັດຫູ ແລະ ຕັດດັງຂອງພວກເຂົາອອກຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ແລ້ວລັດຖະບານຈີນຈະເຮັດໃຫ້ເປັນຄະດີໃຫຍ່ອອກມາຈາກມັນ ໂດຍປະຕິບັດກັບມັນດັ່ງເປັນອາຊະຍາກຳທີ່ໃຫຍ່ໂຕ ແລະ ລົງໂທດຜູ້ຮັບຜິດຊອບເຫຼົ່ານັ້ນ. ຍິ່ງໄປກວ່ານັ້ນ, ສື່ເຊິ່ງເປັນກະບອກສຽງຂອງພັກຄອມມູນິດຈີນຈະເຮັດໃຫ້ມັນກະຕຸ້ນຄວາມສົນໃຈຂອງປວງຊົນຈົນເຖິງຂັ້ນປະສາດເສຍ ແລະ ເຮັດໃຫ້ແນ່ໃຈວ່າທຸກຄົນຮູ້ກ່ຽວກັບມັນ. ແຕ່ຫຼາຍປີຜ່ານພົ້ນໄປນັບຕັ້ງແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ໄດ້ຄວັກລູກຕາຂອງພວກເຂົາອອກ ຫຼື ຕັດຫູ ແລະ ຕັດດັງຂອງພວກເຂົາອອກຍ້ອນການເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ໃຫ້ພວກເຂົາເບິ່ງຄົນອ້ອມຂ້າງພວກເຮົາ ຍ້ອນວ່າມີສະຖານະການທຸກປະເພດ ເຊັ່ນ: ບາງຄົນໄດ້ຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍປີມາແລ້ວ; ບາງຄົນໄດ້ສຶກສາພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ກໍກັບຄືນຍ້ອນພວກເຂົາເຊື່ອຂ່າວລືທີ່ເຜີຍແຜ່ໂດຍສິດຍາພິບານ ແລະ ຜູ້ອາວຸໂສຕ່າງໆ; ບາງຄົນໄດ້ຍິນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຄັ້ງ ແລະ ກໍຍັງປະຕິເສດທີ່ຈະຍອມຮັບມັນ; ຈາກນັ້ນກໍມີບາງຄົນທີ່ຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຫຼັງຈາກນັ້ນກໍໄດ້ຖືກກວາດລ້າງ ແລະ ໄລ່ອອກໂດຍຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຍ້ອນໄດ້ເຮັດຄວາມຊົ່ວ. ແລ້ວມີໃຜໃນບັນດາຄົນເຫຼົ່ານີ້ທີ່ເຄີຍຕັດດັງຂອງພວກເຂົາອອກ ແລະ ຄວັກລູກຕາຂອງພວກເຂົາອອກ ຫຼື ແຂນ ແລະ ຂາຂອງພວກເຂົາຖືກຕັດອອກບໍ? ນີ້ແມ່ນຫຼັກຖານທີ່ຊົງພະລັງທີ່ສຸດ. ຍິ່ງໄປກວ່ານັ້ນ, ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ເຄີຍບັງຄັບໃຫ້ໃຜເຂົ້າຮ່ວມຄຣິສຕະຈັກ ດັ່ງທີ່ໄດ້ກຳນົດໄວ້ຢ່າງຊັດເຈນໃນພຣະດຳລັດແຫ່ງການປົກຄອງຂອງອານາຈັກວ່າ: “ບໍ່ຄວນບັງຄັບຍາດຕິພີ່ນ້ອງຜູ້ທີ່ບໍ່ມີສັດທາ (ລູກຂອງເຈົ້າ, ຜົວ ຫຼື ເມຍຂອງເຈົ້າ, ເອື້ອຍນ້ອງຂອງເຈົ້າ ຫຼື ພໍ່ແມ່ຂອງເຈົ້າ ແລະ ຄົນອື່ນໆ) ໃຫ້ເຂົ້າຮ່ວມສາສະໜາຈັກ. ພຣະວິຫານຂອງພຣະເຈົ້າແມ່ນມີຈໍານວນສະມາຊິກບໍ່ໜ້ອຍ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງເພີ່ມຈໍານວນຄົນທີ່ບໍ່ມີປະໂຫຍດ. ບໍ່ຄວນນໍາພາຜູ້ຄົນທີ່ບໍ່ເຕັມໃຈທີ່ຈະເຊື່ອເຂົ້າມາໃນສາສະໜາຈັກ(ຄັດຈາກບົດ “ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ບັນດາຜູ້ທີ່ເຂົ້າຮ່ວມຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທັງໝົດຕ້ອງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ. ຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດບໍ່ໄດ້ຮັບເອົາຄົນທີ່ບໍ່ເຕັມໃຈເຊື່ອໃນພຣະເຈົ້າພຽງເພື່ອໃຫ້ມີຈຳນວນຫຼາຍຂຶ້ນ; ບັນດາຜູ້ທີ່ເຂົ້າມາທັງໝົດຕ້ອງໄປຜ່ານການກວດສອບທີ່ເຂັ້ມງວດເສຍກ່ອນ ແລະ ຜູ້ທີ່ບໍ່ເຊື່ອຄົນໃດໜຶ່ງ ແລະ ຄົນຊົ່ວຮ້າຍທີ່ພະຍາຍາມໃຊ້ເລ່ຫຼ່ຽມວິທີການຂອງພວກເຂົາເຂົ້າໄປໃນນັ້ນຈະຖືກກວາດລ້າງ ແລະ ຂັບໄລ່ອອກຈາກຄຣິສຕະຈັກ. ຖ້າບາງຄົນຕ້ອງການຫັນກັບໄປ ແລະ ບໍ່ເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດອີກແລ້ວ, ກໍບໍ່ມີໃຜທີ່ຈະຢຸດພວກເຂົາ. ປະຕູເຮືອນຂອງພຣະເຈົ້ານັ້ນເປີດອອກກວ້າງ ແລະ ຄົນມີອິດສະຫຼະທີ່ຈະຈາກໄປເມື່ອໃດກໍຕາມທີ່ພວກເຂົາປາດຖະໜາ. ເພາະສະນັ້ນ ເປັນທີ່ຊັດເຈນແລ້ວວ່າ ຄຳຖະແຫຼງການທີ່ກ່າວໂດຍຜູ້ນຳສາສະໜາທີ່ວ່າ “ເມື່ອຄົນເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ, ໃນຊ່ວງເວລາທີ່ພວກເຂົາເຂົ້າໄປໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ພວກເຂົາກໍຈະບໍ່ສາມາດອອກຈາກຄຣິສຕະຈັກໄດ້ອີກ. ຖ້າພວກເຂົາຢາກອອກ, ພວກເຂົາຕ້ອງຄວັກຕາຂອງພວກເຂົາອອກ ພ້ອມຕັດຫູ ແລະ ຕັດດັງຂອງພວກເຂົາອອກ” ແມ່ນຄຳຕົວະຫຼອກຂອງຜີຊົ່ວຮ້າຍທີ່ທຳມະດາ ແລະ ສາມັນ ແລະ ຄົນໃດທີ່ມີສະໝອງຈະສາມາດໄຈ້ແຍກສິ່ງນີ້ໄດ້.

5. ສິດຍາພິບານ ແລະ ຜູ້ອາວຸໂສກ່າວໂທດບັນດາຜູ້ທີ່ສັ່ງສອນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າກຳລັງມາລັກແກະຂອງພວກເຂົາ. ເນື່ອງຈາກວ່າທຸກຄົນທີ່ເຊື່ອໃນພຣະຜູ້ເປັນເຈົ້າຢ່າງຈິງໃຈຮູ້ວ່າບັນດາຜູ້ທີ່ເຊື່ອໃນພຣະເຈົ້າເປັນຂອງພຣະເຈົ້າ ແລະ ບໍ່ໄດ້ເປັນຂອງນິກາຍທາງສາສະໜາໃດໆຢ່າງແນ່ນອນ ທັງບໍ່ໄດ້ເປັນຂອງຜູ້ນຳນິກາຍທາງສາສະໜາໃດໆດ້ວຍ. ບໍ່ວ່າຜູ້ທີ່ເຊື່ອຈະເຕົ້າໂຮມກັນໃນນິກາຍໃດ ຫຼື ໃຜນຳພາພວກເຂົາກໍຕາມ, ພວກເຂົາລ້ວນແລ້ວແຕ່ເປັນແກະຂອງພຣະເຈົ້າ. ເໝືອນດັ່ງພຣະເຢຊູເຈົ້າຊົງກ່າວໄວ້ວ່າ: “ເຮົາເປັນຄົນລ້ຽງແກະທີ່ດີ ແລະ ຮູ້ຈັກແກະຂອງເຮົາ ແລະ ແກະຂອງເຮົາກໍຮູ້ຈັກເຮົາ(ໂຢຮັນ 10:14). ແນວໃດກໍຕາມ, ສິດຍາພິບານ ແລະ ຜູ້ອາວຸໂສຫຼາຍຄົນເວົ້າວ່າຜູ້ທີ່ເຊື່ອເປັນແກະຂອງພວກເຂົາ ເຊິ່ງນີ້ບໍ່ແມ່ນຄວາມຜິດພາດທີ່ຍິ່ງໃຫຍ່ບໍ? ບໍ່ແມ່ນພວກເຂົາກຳລັງພະຍາຍາມແທນທີ່ຂອງພຣະເຈົ້າໂດຍການເວົ້າສິ່ງນີ້ບໍ? ບໍ່ແມ່ນຄົນເຫຼົ່ານີ້ກຳລັງແຂ່ງຂັນກັບພຣະເຈົ້າເພື່ອຝູງສັດຂອງພຣະອົງ ແລະ ເພື່ອຜູ້ຄົນທີ່ຖືກເລືອກຂອງພຣະອົງບໍ? ພຣະເຢຊູຜູ້ໄດ້ກັບຄືນມາໃນຍຸກສຸດທ້າຍຈະເອົາແກະຂອງພຣະອົງກັບຄືນເມືອເຮືອນຂອງພຣະອົງ ແລະ ນີ້ແມ່ນບໍ່ມີຫຍັງໜ້ອຍໄປກວ່າກົດສະຫວັນທີ່ບໍ່ອາດປ່ຽນແປງໄດ້. ປານນັ້ນກໍດີ, ພຣະອົງກໍຢູ່ພາຍໃຕ້ການຂັດຂວາງ ແລະ ການກ່າວໂທດທີ່ບໍ່ມີເຫດຜົນຂອງຜູ້ນຳໃນໂລກສາສະໜາ, ຜູ້ນຳທີ່ເບິ່ງພຣະເຈົ້າວ່າເປັນສັດຕູ ແລະ ຜູ້ທີ່ບໍ່ພຽງແຕ່ປະຕິເສດທີ່ຈະມອບຜູ້ທີ່ເຊື່ອໃຫ້ພຣະເຈົ້າ, ແຕ່ກົງກັນຂ້າມ ແມ່ນຜູ້ທີ່ຈັບພວກເຂົາໄວ້ພາຍໃຕ້ການຄວບຄຸມຂອງຕົນ ແລະ ເວົ້າວ່າພວກເຂົາແມ່ນແກະຂອງຕົນເອງ. ພວກເພິ່ນປະກາດວ່າອ້າຍເອື້ອຍນ້ອງຈາກຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຜູ້ເທດສອນຂ່າວປະເສີດວ່າກຳລັງມາລັກແກະຂອງພວກເພິ່ນ, ພວກເພິ່ນຖອກເທອຸປະສັກທຸກຮູບແບບລົງໃນເສັ້ນທາງຂອງພວກເຂົາ ແລະ ກ່າວໂທດພວກເຂົາ ແລະ ພວກເພິ່ນເຖິງກັບແຈ້ງພວກເຂົາໃຫ້ກັບເຈົ້າໜ້າທີ່ ແລະ ເຮັດໃຫ້ພວກເຂົາຖືກຈັບ. ພວກເຂົາບໍ່ແມ່ນຊາວນາຊົ່ວຮ້າຍທີ່ໄດ້ຖືກກ່າວເຖິງຢ່າງເຈາະຈົງໂດຍພຣະເຢຊູເຈົ້າບໍ?

ຜູ້ນຳທາງສາສະໜາເຫຼົ່ານີ້ທຳທ່າວ່າກຳລັງປົກປ້ອງແກະຂອງຕົົນໃນຂະນະທີ່ຈົງໃຈວາງແຜນທີ່ຈະຂັດຂວາງອ້າຍເອື້ອຍນ້ອງຈາກການສຶກສາພາລະກິດ ແລະ ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ຈົນເຖິງຈຸດທີ່ພວກເພິ່ນຕີຄວາມໝາຍພຣະຄຳພີແບບບໍ່ສົມເຫດສົມຜົນ, ສ້າງຂ່າວລື, ຂີ້ຕົວະ ແລະ ຂົ່ມຂູ່ອ້າຍເອື້ອຍນ້ອງ, ໃນຂະນະທີ່ເວົ້າແບບນັ້ນ ພວກເພິ່ນເຮັດສິ່ງນີ້ໂດຍບໍ່ໄດ້ຄຳນຶງເຖິງຊີວິດຂອງອ້າຍເອື້ອຍນ້ອງ. ຖ້າພວກເພິ່ນມີຄວາມຮັບຜິດຊອບຕໍ່ຊີວິດຂອງອ້າຍເອື້ອຍນ້ອງແທ້ໆແລ້ວ, ເປັນຫຍັງພວກເພິ່ນຈຶ່ງບໍ່ນຳພາພວກເຂົາໃຫ້ສະແຫວງຫາເສັ້ນທາງທີ່ແທ້ຈິງ? ເປັນຫຍັງພວກເພິ່ນຈຶ່ງບໍ່ກ້າປະຕິບັດຕາມພຣະທຳຂອງພຣະເຈົ້າຜູ້ຊົງລິດທານຸພາບສູງສຸດ ແລະ ອະນຸຍາດໃຫ້ອ້າຍເອື້ອຍນ້ອງສຶກສາສິ່ງເຫຼົ່ານັ້ນນຢ່າງເປີດເຜີຍ? ເປັນຫຍັງພວກເຂົາຈຶ່ງຢ້ານຫຼາຍເຖິງການຍອມຮັບພາລະກິດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງອ້າຍເອື້ອຍນ້ອງ? ຄວາມຈິງແລ້ວ, ຜູ້ນຳທາງສາສະໜາຫຼາຍຄົນໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແລ້ວ ແລະ ພວກເຂົາຮູ້ວ່າພຣະທຳຂອງພຣະອົງມີສິດອຳນາດ ແລະ ມີພະລັງ. ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບພຣະທໍາດ້ວຍຕົວເອງ ແລະ ຍັງຫ້າມອ້າຍເອື້ອຍນ້ອງຈາການຍອມຮັບພຣະທໍາອີກດ້ວຍ? ແທ້ຈິງແລ້ວ, ພວກເຂົາຢ້ານວ່າອ້າຍເອື້ອຍນ້ອງຈະຮັບຮູ້ພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດວ່າເປັນສຽງຂອງພຣະເຈົ້າ ແລະ ເປັນຄວາມຈິງເມື່ອພວເຂົາອ່ານພວກພຣະທໍາ ແລະ ຢ້ານວ່າຈາກນັ້ນອ້າຍເອື້ອຍນ້ອງຈະຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ. ແລ້ວຜູ້ນຳທາງສາສະໜາກໍຈະບໍ່ສາມາດເພີດເພີນກັບການຖືກນະມັດສະການໂດຍອ້າຍເອື້ອຍນ້ອງອີກຕໍ່ໄປ ແລະ ພວກເຂົາກໍຈະສູນເສຍຕຳແໜ່ງ ແລະ ຊີວິດການເປັນຢູ່ຂອງພວກເຂົາໄປ. ເພາະສະນັ້ນ ພວກເຂົາຈຶ່ງດັກຈັບ ແລະ ຄວບຄຸມອ້າຍເອື້ອຍນ້ອງ, ພວກເຂົາແຕ່ງຂ່າວລືທີ່ເປັນຕາຢ້ານທຸກຊະນິດເພື່ອຫຼອກລວງ ແລະ ຂົ່ມຂູ່ອ້າຍເອື້ອຍນ້ອງ ແລະ ພວກເພິ່ນກໍຂັດຂວາງອ້າຍເອື້ອຍນ້ອງຈາກການສະແຫວງຫາ ແລະ ສຶກສາເສັ້ນທາງທີ່ແທ້ຈິງ ເຊິ່ງນີ້ແມ່ນຈຸດປະສົງທີ່ແທ້ຈິງຂອງພວກເຂົາ ແລະ ເຈດຕະນາຮ້າຍຂອງພວກເຂົາ. ພວກເຂົາເປັນຄືກັນກັບພວກປະໂລຫິດໃຫຍ່ຊາວຢິວ, ພວກທຳມະຈານ ແລະ ພວກຟາຣີຊາຍຈາກຍຸກຂອງພຣະເຢຊູ. ພວກເຂົາຮູ້ດີຢ່າງສົມບູນວ່າພຣະເຢຊູໄດ້ຮັບສີດອຳນາດ ແລະ ອຳນາດຂອງພຣະເຈົ້າ, ແຕ່ຍ້ອນພວກເຂົາຢ້ານວ່າທຸກໆຄົນຈະເລີ່ມເຊື່ອໃນພຣະເຢຊູ ແລະ ຈະໜີຈາກພວກເຂົາໄປ ເຊິ່ງຈະເຮັດໃຫ້ພວກເຂົາສູນເສຍຕຳແໜ່ງຂອງພວກເຂົາ, ຊີວິດການເປັນຢູ່ຂອງພວກເຂົາ ແລະ ຄວາມສຸກໃຈຂອງພວກເຂົາ, ເພາະສະນັ້ນ ພວກເຂົາຈຶ່ງບໍ່ສະແຫວງຫາ ຫຼື ສຶກສາເສັ້ນທາງທີ່ແທ້ຈິງ, ແຕ່ກົງກັນຂ້າມ ພວກເຂົາກັບກ່າວຮ້າຍ ແລະ ຕໍ່ຕ້ານພຣະເຢຊູຢ່າງຕັ້ງໃຈ ດັ່ງທີ່ມີບັນທຶກໄວ້ໃນພຣະຄຳພີວ່າ: “ແລ້ວປະໂລຫິດຕົນໃຫຍ່ ແລະ ພວກຟາຣີຊາຍກໍເຕົ້າໂຮມກັນເປັນຄະນະ ແລະ ກ່າວວ່າ ພວກເຮົາຄວນເຮັດແນວໃດ? ຍ້ອນຊາຍຄົນນີ້ເຮັດສິ່ງມະຫັດສະຈັນຫຼາຍຢ່າງ. ຖ້າພວກເຮົາປ່ອຍໃຫ້ລາວເຮັດແນວນັ້ນຢູ່ລຳພັງ, ທຸກຄົນຈະເຊື່ອໃນຕົວລາວ: ແລະ ຊາວໂຣມັນຈະມາ ແລະ ນໍາເອົາທັງສະຖານທີ່ ແລະ ຊົນຊາດຂອງພວກເຮົາໄປ... ແລ້ວຕັ້ງແຕ່ມື້ນັ້ນເປັນຕົ້ນມາ ພວກເຂົາກໍປຶກສາກັນເພື່ອທີ່ຈະເຮັດໃຫ້ລາວຕາຍ” (ໂຢຮັນ 11:47-48, 53). ໃນທີ່ສຸດ, ພວກເຂົາກໍຄຶງພຣະເຢຊູເຈົ້າເທິງໄມ້ກາງແຂນ ເຊິ່ງລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ກະທຳບາບອັນຊົ່ວຮ້າຍ ແລະ ກາຍເປັນຄົນທີ່ຈະຖືກກ່າວໂທດວ່າເປັນຜູ້ທໍລະຍົດຕະຫຼອດການ. ສາເຫດຕົ້ນຕໍຂອງການຕໍ່ຕ້ານ ແລະ ການກ່າວຮ້າຍພຣະເຢຊູຂອງພວກຟາຣີຊາຍ ແທ້ຈິງແລ້ວແມ່ນອັນດຽວກັນກັບການຕໍ່ຕ້ານ ແລະ ການກ່າວຮ້າຍພຣະເຈົ້າອົງຊົງລິດທານຸພາບສູງສຸດຂອງພວກສິດຍາພິບານ ແລະ ພວກອາວຸໂສໃນໂລກສາສະໜາໃນປັດຈຸບັນນີ້, ພວກເຂົາທັງໝົດຢູ່ພາຍໃຕ້ນິກາຍຄອບງຳຂອງທຳມະຊາດຂອງຊາຕານເຊິ່ງເບື່ອໜ່າຍຄວາມຈິງ, ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດປະຕິບັດພາລະກິດເພື່ອນຳເອົາຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈທັງໝົດກັບຄືນມາເຮືອນຂອງພຣະອົງ. ປານນັ້ນກໍດີ, ຜູ້ນໍາທາງສາສະໜາບໍ່ພຽງແຕ່ບໍ່ຍອມຍົກຝູງສັດຂອງພວກເຂົາໃຫ້, ກົງກັນຂ້າມ ພັດເຮັດທຸກສິ່ງທີ່ພວກເຂົາເຮັດໄດ້ເພື່ອລົບກວນພາລະກິດຂອງພຣະເຈົ້າ ແລະ ຂັດຂວາງຄົນຈາການປັນໄປຫາພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພວກເຂົາຖືວ່າຄຣິສຕະຈັກຂອງພວກເຂົາເປັນອານາເຂດຂອງພວກເຂົາ ແລະ ອ້າຍເອື້ອຍນ້ອງກໍເປັນຊັບສົມບັດສ່ວນຕົວຂອງພວກເຂົາເອງ. ຄົນເຫຼົ່ານີ້ບໍ່ແມ່ນຜູ້ຮັບໃຊ້ທີ່ຊົ່ວຮ້າຍທີ່ໄດ້ກ່າວເຖິງໂດຍພຣະເຢຊູເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດທີ່ໄດ້ຖືກເປີດໂປງໃນຍຸກສຸດທ້າຍບໍ? ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ‘ເນື້ອໜັງທີ່ແຂງແຮງ’ ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ?(ຄັດຈາກບົດ “ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ຖ້າພວກເຮົາໃສ່ໃຈ ແລະ ຕິດຕາມຂ່າວລືທີ່ເຜີຍແຜ່ໂດຍສິດຍາພິບານ ແລະ ຜູ້ອາວຸໂສທາງສາສະໜາແບບບໍ່ມືນຫູມືນຕາ ແລະ ບໍ່ໃຊ້ຄວາມຮອບຮູ້ຂອງພວກເຮົາ, ພວກເຮົາກໍຈະຖືກຈັບໄປໂດຍຜູ້ຮັບໃຊ້ທີ່ຊົ່ວຮ້າຍຂອງອຸບາຍທີ່ສະຫຼາດຫຼັກແຫຼມ ແລະ ພວກເຮົາກໍຈະບໍ່ກາຍເປັນຫຍັງຫຼາຍໄປກວ່າຊາກສົບທີ່ຈະຖືກຝັງຢູ່ຂ້າງຜູ້ທີ່ຕໍ່ຕ້ານພຣະຄຣິດ.

ຢູ້ຂ້າງເທິງ, ພວກເຮົາໄດ້ຕັດ ແລະ ວິເຄາະບາງຂ່າວລື ແລະ ຄວາມເຊື່ອທີ່ຜິດທີ່ໄດ້ເຜີຍແຜ່ໂດຍຜູ້ນຳທາງສາສະໜາດ້ວຍມີເປົ້າໝາຍເພື່ອຊ່ວຍອ້າຍເອື້ອຍນ້ອງໃຫ້ພັດທະນາການໄຈ້ແຍກຂອງພວກເຂົາ, ເພື່ອເບິ່ງຊອດກົນອຸບາຍຂອງຊາຕານ ແລະ ເພື່ອຫຼີກລ່ຽງການຖືກຫຼອກລວງໂດຍຂ່າວລື ແລະ ຄວາມເຊື່ອທີ່ຜິດ. ອ້າຍເອື້ອຍນ້ອງເອີຍ, ພາລະກິດແຫ່ງການພິພາກສາຂອງພຣະເຈົ້າຕໍ່ປະເທດຈີນແຜ່ນດິນໃຫຍ່ໄດ້ມາຮອດຈຸດຈົບແລ້ວ ແລະ ຂ່າວປະເສີດແຫ່ງອານາຈັກຂອງພຣະອົງກໍ່ໄດ້ແຜ່ຂະຫຍາຍໄປຂ້າມທະເລໄປສູ່ທຸກປະເທດ. ອ້າຍເອື້ອຍນ້ອງສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຜູ້ທີ່ສະແຫວງຫາຄວາມຈິງໄດ້ເບິ່ງຊອດກົນອຸບາຍຂອງຊາຕານ ແລະ ໄດ້ທະລຸຜ່ານກັບດັກຂອງຜູ້ຮັບໃຊ້ທີ່ຊົ່ວຮ້າຍແລ້ວ, ພວກເຂົາໄດ້ກັບຄືນມາຢູ່ຕໍ່ໜ້າພຣະເຈົ້າແລ້ວ. ພວກເຂົາເພີດເພີນກັບການຫົດນ້ຳ ແລະ ການສະໜອງນ້ຳຊົງຊີວິດແຫ່ງຊີວິດຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຫວັງແຫ່ງຄວາມລອດພົ້ນ. ມີພຽງພຣະຄຣິດຂອງຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ສາມາດປະທານຄວາມຈິງແລະ ຊີວິດໃຫ້ແກ່ພວກເຮົາໄດ້, ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດນຳພາພວກເຮົາໄປສູ່ຈຸດໝາຍປາຍທາງທີ່ງົດງາມໄດ້; ບໍ່ມີຜູ້ນຳຄົນໃດສາມາເປັນບໍ່ນ້ຳພຸແຫ່ງຊີວິດຂອງມະນຸດໄດ້. ພວກເຮົາຈະເປັນຄົນໂງ່ຈ້າທີ່ເຊື່ອໃນຂ່າວລືແບບບໍ່ມືນຫູມືນຕາ. ມີພຽງໂດຍການທະລຸຜ່ານການຫຼອກລວງຂອງຂ່າວລື ແລະ ຄວາມເຊື່ອທີ່ຜິດເຫຼົ່ານີ້ ແລະ ສະແຫວງຫາເສັ້ນທາງທີ່ແທ້ຈິງເທົ່ານັ້ນ ພວກເຮົາຈຶ່ງສາມາດໄດ້ຮັບຄວາມຈິງທີ່ສະແດງອອກໂດຍພຣະເຈົ້າໃນຍຸກສຸດທ້າຍ, ບັນລຸຄວາມລອດພົ້ນຂອງພຣະເຈົ້າ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ເພາະສະນັ້ນ, ການຍອມຮັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າແມ່ນທາງດຽວທີ່ຈະບັນລຸຄວາມລອດພົ້ນໄດ້ ແລະ ແນ່ນອນ ພວກເຮົາຕ້ອງບໍ່ພາດໂອກາດຂອງພວກເຮົາທີ່ຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ, ບໍ່ດັ່ງນັ້ນພວກເຮົາກໍ່ຈະເສຍໃຈໄປຕະລອດຊີວິດຂອງພວກເຮົາ!

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ຊາວຄຣິສຕຽນຈະເປັນອິດສະຫຼະຈາກພັນທະຂອງບາບໄດ້ແນວໃດ?

ພຣະເຢຊູເຈົ້າຊົງກ່າວໄວ້ວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຜູ້ໃດກໍຕາມທີ່ເຮັດບາບແມ່ນທາດຮັບໃຊ້ບາບ. ແລ້ວທາດຮັບໃຊ້ບໍ່ຢູ່ໃນເຮືອນຕະຫຼອດໄປ:...

ມັນສຳຄັນຢ່າງຍິ່ງທີ່ຊາວຄຣິສຕຽນຕ້ອງເຂົ້າຮ່ວມກອງປະຊຸມເປັນປະຈຳ

ມັນຖືກຂຽນໄວ້ໃນພຣະຄຳພີວ່າ “ຢ່າປະຖິ້ມການເຕົ້ມໂຮມຮ່ວມກັນຂອງພວກເຮົາເອງດັ່ງທີ່ບາງຄົນມີລັກສະນະແບບນັ້ນ; ແຕ່ໃຫ້ຕັກເຕືອນກັນ: ຍິ່ງຫຼາຍແຮງດີ...

Leave a Reply