ບົດທີ 72

ຖ້າເຈົ້າຄົ້ນພົບຂໍ້ບົກຜ່ອງ ຫຼື ຄວາມອ່ອນແອໃດໜຶ່ງໃນຕົວເຈົ້າເອງ, ເຈົ້າຕ້ອງເພິ່ງພາເຮົາເພື່ອທີ່ຈະກຳຈັດມັນໃຫ້ອອກຈາກຕົວເຈົ້າໃນທັນທີ. ຢ່າຊັກຊ້າເລີຍ; ບໍ່ດັ່ງນັ້ນ ພາລະກິດຂອງພຣະວິນຍານບໍລິສຸດຈະຢູ່ຫ່າງໄກຈາກເຈົ້າຫຼາຍ ແລະ ເຈົ້າຈະຕົກຢູ່ຂ້າງຫຼັງຫຼາຍ. ພາລະກິດທີ່ເຮົາໄດ້ຝາກຝັງໄວ້ກັບເຈົ້ານັ້ນສາມາດຖືກເຮັດໃຫ້ສຳເລັດໄດ້ໂດຍພຽງແຕ່ຜ່ານທາງການຫຍັບເຂົ້າໃກ້, ການອະທິຖານ ແລະ ການສົນທະນາຕໍ່ໜ້າເຮົາຢູ່ເລື້ອຍໆເທົ່ານັ້ນ. ຖ້າເຈົ້າບໍ່ເຮັດສິ່ງເຫຼົ່ານີ້, ແລ້ວມັນກໍຈະບໍ່ບັນລຸຜົນຫຍັງເລີຍ ແລະ ທຸກສິ່ງຖືກປະຕິບັດໂດຍສູນເປົ່າ. ພາລະກິດຂອງເຮົາໃນປັດຈຸບັນບໍ່ຄືກັບໃນອະດີດ; ຂອບເຂດຊີວິດໃນຜູ້ຄົນທີ່ເຮົາຮັກກໍແຕກຕ່າງກັນຫຼາຍຈາກສິ່ງທີ່ມັນເຄີຍເປັນມາກ່ອນ. ພວກເຂົາທຸກຄົນມີຄວາມເຂົ້າໃຈພຣະທຳຂອງເຮົາຢ່າງຊັດເຈນ ພ້ອມທັງມີຄວາມເຂົ້າໃຈແຫຼມຄົມໃນພຣະທຳເຫຼົ່ານັ້ນ. ນີ້ແມ່ນລັກສະນະທີ່ຊັດເຈນທີ່ສຸດ ເຊິ່ງສາມາດສະທ້ອນຄວາມມະຫັດສະຈັນຂອງພາລະກິດຂອງເຮົາໄດ້ຫຼາຍທີ່ສຸດ. ບາດກ້າວຂອງພາລະກິດຂອງເຮົາໄດ້ໄວຂຶ້ນ ແລະ ພາລະກິດຂອງເຮົາແມ່ນແຕກຕ່າງຈາກອະດີດຢ່າງແນ່ນອນ. ມັນຍາກທີ່ຈະໃຫ້ຜູ້ຄົນຈິນຕະນາການ ແລະ ຍິ່ງໄປກວ່ານັ້ນ ມັນເປັນໄປບໍ່ໄດ້ທີ່ຈະໃຫ້ຜູ້ຄົນຢັ່ງເຖິງ. ບໍ່ມີຫຍັງທີ່ເປັນຄວາມເລິກລັບຕໍ່ພວກເຈົ້າອີກຕໍ່ໄປ; ກົງກັນຂ້າມ ທຸກສິ່ງຖືກເຮັດໃຫ້ເປັນທີ່ຮູ້ຈັກ ແລະ ຊັດແຈ້ງຂຶ້ນ. ມັນໂປງໃສ, ມັນຖືກປົດປ່ອຍໃຫ້ເປັນອິດສະຫຼະ ແລະ ຍິ່ງໄປກວ່ານັ້ນ ມັນເສລີແທ້ໆ. ຄົນທີ່ເຮົາຮັກຈະບໍ່ຖືກຈຳກັດໂດຍຄົນໃດໜຶ່ງ, ເຫດການ, ສິ່ງຂອງ ຫຼື ອາວະກາດ ຫຼື ພູມມີສາດໃດໜຶ່ງ; ພວກເຂົາຈະຢູ່ເໜືອການຄວບຄຸມທີ່ກຳນົດຂຶ້ນໂດຍສະພາບແວດລ້ອມທັງໝົດ ແລະ ປາກົດອອກມາຈາກເນື້ອໜັງ. ນີ້ແມ່ນຄວາມສຳເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາ. ຫຼັງຈາກນັ້ນ ຈະບໍ່ມີຫຍັງທີ່ຫຼົງເຫຼືອໃຫ້ເຮັດອີກ; ມັນຈະຖືກເຮັດໃຫ້ສຳເລັດຢ່າງສົມບູນ.

ຄວາມສຳເລັດຂອງພາລະກິດທີ່ຍິ່ງໃຫຍ່ແມ່ນຖືກກ່າວເພື່ອອ້າງອີງເຖິງລູກຊາຍກົກທຸກຄົນ ແລະ ເຖິງທຸກຄົນທີ່ເຮົາຮັກ. ຕໍ່ຈາກນີ້ໄປ ເຈົ້າຈະບໍ່ຖືກຄວບຄຸມໂດຍຄົນ, ເຫດການ ຫຼື ສິ່ງຂອງໃດໜຶ່ງ. ເຈົ້າຈະເດີນທາງທົ່ວບັນດາປະຊາຊາດຕ່າງໆໃນຈັກກະວານ, ຂ້າມຜ່ານຈັກກະວານທັງປວງ ແລະ ຖິ້ມຮອຍຕີນຂອງພວກເຈົ້າຢູ່ທຸກຫົນແຫ່ງ. ຢ່າຖືວ່ານີ້ເປັນສິ່ງໄກຫຼາຍ; ມັນແມ່ນສິ່ງທີ່ຈະເກີດຂຶ້ນຈິງໃນໄວໆນີ້ຢູ່ຕໍ່ຕາຂອງພວກເຈົ້າ. ສິ່ງທີ່ເຮົາເຮັດຈະຖືກຝາກຝັງໄວ້ກັບພວກເຈົ້າ ແລະ ສະຖານທີ່ໆເຮົາຢຽບກໍຈະມີຮອຍຕີນຂອງພວກເຈົ້ານໍາ. ຍິ່ງໄປກວ່ານັ້ນ ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການທີ່ພວກເຮົາ ນັ້ນກໍຄື ພວກເຈົ້າ ແລະ ເຮົາປົກຄອງຮ່ວມກັນດັ່ງກະສັດ. ເຈົ້າໄດ້ໄຕ່ຕອງແລ້ວບໍວ່າເປັນຫຍັງການເປີດເຜີຍທີ່ເຮົາມອບໃຫ້ຈຶ່ງຊັດເຈນຍິ່ງຂຶ້ນ ແລະ ຊັດແຈ້ງຫຼາຍຍິ່ງຂຶ້ນເລື້ອຍໆ ໂດຍບໍ່ລີ້ລັບແມ່ນແຕ່ໜ້ອຍດຽວ? ເປັນຫຍັງເຮົາຈຶ່ງເປັນພະຍານສູງສຸດ ແລະ ບອກຄວາມເລິກລັບທຸກຢ່າງ ແລະ ພຣະທຳທຸກຂໍ້ໃຫ້ກັບພວກເຈົ້າ? ເຫດຜົນກໍບໍ່ໄດ້ຫຼາຍກວ່າພາລະກິດທີ່ກ່າວມາຂ້າງເທິງ. ເຖິງຢ່າງໃດກໍຕາມ ຄວາມຄືບໜ້າຂອງພາລະກິດຂອງພວກເຈົ້າໃນປັດຈຸບັນແມ່ນຊ້າຫຼາຍເກີນໄປ. ເຈົ້າບໍ່ສາມາດນໍາທັນກ້າວຍ່າງຂອງເຮົາ, ເຈົ້າບໍ່ສາມາດຮ່ວມມືກັບເຮົາດ້ວຍດີ ແລະ ສຳລັບປັດຈຸບັນນີ້ ເຈົ້າຍັງບໍ່ສາມາດບັນລຸຄວາມປະສົງຂອງເຮົາໄດ້. ເຮົາຕ້ອງຝຶກຝົນພວກເຈົ້າໃຫ້ໜັກຍິ່ງຂຶ້ນ ແລະ ເລັ່ງການທີ່ເຮົາຈະເຮັດໃຫ້ພວກເຈົ້າຄົບຖ້ວນ, ເພື່ອວ່າພວກເຈົ້າຈະສາມາດເຮັດໃຫ້ເຮົາພໍໃຈໄດ້ໄວເທົ່າທີ່ຈະໄວໄດ້.

ສິ່ງຊັດເຈນທີ່ສຸດໃນຕອນນີ້ກໍຄືກຸ່ມຂອງລູກຊາຍກົກໄດ້ກໍ່ຕົວຂຶ້ນຢ່າງສົມບູນ. ທຸກຄົນໄດ້ຮັບການເຫັນດີຈາກເຮົາ ແລະ ຖືກເຮົາໄດ້ກຳນົດລ່ວງໜ້າ ແລະ ໄດ້ເລືອກໄວ້ຕັ້ງແຕ່ການສ້າງໂລກ. ແຕ່ລະຄົນຖືກສົ່ງເສີມໂດຍມືຂອງເຮົາເອງ. ບໍ່ມີພື້ນທີ່ວ່າງໃຫ້ມະນຸດໄດ້ຄຳນຶງໃນສິ່ງນີ້ເລີຍ. ມັນຢູ່ນອກເໜືອການຄວບຄຸມຂອງເຈົ້າ. ຢ່າພູມໃຈ; ມັນລ້ວນແລ້ວແຕ່ເປັນຄວາມກະລຸນາ ແລະ ຄວາມຮັກຂອງເຮົາ. ຈາກທັດສະນະຂອງເຮົາ, ທຸກສິ່ງຖືກເຮັດໃຫ້ສຳເລັດແລ້ວ. ມັນພຽງແຕ່ວ່າຕາຂອງພວກເຈົ້າມົວຫຼາຍເກີນໄປ ແລະ ແມ່ນແຕ່ໃນປັດຈຸບັນນີ້ ພວກເຈົ້າກໍບໍ່ສາມາດໄດ້ຮັບມຸມມອງທີ່ຊັດເຈນກ່ຽວກັບຄວາມມະຫັດສະຈັນແຫ່ງການກະທຳຂອງເຮົາ. ບໍ່ມີຜູ້ໃດໃນພວກເຈົ້າທີ່ມີຄວາມເຂົ້າໃຈທີ່ຊັດເຈນ ຫຼື ແທ້ຈິງຢ່າງສົມບູນກ່ຽວກັບອຳນາດອັນໄພສານຂອງເຮົາ, ສະຕິປັນຍາຂອງເຮົາ, ທຸກການປະພຶດຂອງເຮົາ ຫຼື ພຣະທຳທຸກຂໍ້ ແລະ ທຸກການກະທຳຂອງເຮົາ. ຍ້ອນເຫດຜົນນີ້ ເຮົາຈຶ່ງເວົ້າຢ່າງຊັດເຈນ. ສຳລັບລູກຊາຍຂອງເຮົາ, ຜູ້ເປັນທີ່ຮັກຂອງເຮົາ, ເຮົາເຕັມໃຈທີ່ຈະຈ່າຍລາຄາທັງໝົດ, ເຕັມໃຈທີ່ເຮັດວຽກໜັກ ແລະ ເຕັມໃຈທີ່ຈະສະຫຼະຕົນເອງ. ເຈົ້າຮູ້ຈັກເຮົາຜ່ານທາງພຣະທຳຂອງເຮົາບໍ? ເຈົ້າຕ້ອງການໃຫ້ເຮົາເວົ້າມັນຢ່າງຊັດເຈນຫຼາຍຍິ່ງຂຶ້ນບໍ? ຢ່າເສເພອີກຕໍ່ໄປ; ໃຫ້ຄຳນຶງເຖິງຫົວໃຈຂອງເຮົາ! ບັດນີ້ ຄວາມເລິກລັບທີ່ຍິ່ງໃຫຍ່ດັ່ງກ່າວໄດ້ຖືກເປີດເຜີຍໃຫ້ກັບພວກເຈົ້າແລ້ວ, ພວກເຈົ້າມີຫຍັງໃຫ້ເວົ້າອີກ? ເຈົ້າຍັງມີຄຳຕໍ່ວ່າອີກບໍ? ຖ້າເຈົ້າບໍ່ຈ່າຍລາຄາ ແລະ ເຮັດວຽກໜັກ, ແລ້ວເຈົ້າຈະເໝາະສົມກັບຄວາມພະຍາຍາມອັນພາກພຽນທັງໝົດທີ່ເຮົາໄດ້ຮັບເອົາບໍ?

ຜູ້ຄົນໃນປັດຈຸບັນບໍ່ສາມາດຄວບຄຸມຕົນເອງໄດ້. ຄວາມຮັກທີ່ມີຕໍ່ເຮົາບໍ່ສາມາດເກີດຂຶ້ນໄດ້ໃນຄົນທີ່ເຮົາບໍ່ຊື່ນຊົມ ເຖິງແມ່ນວ່າພວກເຂົາຕ້ອງການໄດ້ຮັບຄວາມຮັກນັ້ນ. ເຖິງຢ່າງໃດກໍຕາມ ຜູ້ຄົນທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ໄດ້ເລືອກໄວ້ນັ້ນຈະບໍ່ສາມາດຫຼີກໜີໄດ້ ເຖິງແມ່ນພວກເຂົາອາດຕ້ອງການເຮັດ; ບໍ່ວ່າພວກເຂົາຈະໄປໃສກໍຕາມ ພວກເຂົາຈະບໍ່ສາມາດຫຼົບໜີຈາກມືຂອງເຮົາໄດ້. ສິ່ງດັ່ງກ່າວແມ່ນຄວາມສະຫງ່າຜ່າເຜີຍຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນຄືການພິພາກສາຂອງເຮົາ. ທຸກຄົນຕ້ອງເລີ່ມວຽກງານຂອງພວກເຂົາຕາມແຜນການຂອງເຮົາ ແລະ ຕາມຄວາມປະສົງຂອງເຮົາ. ແນ່ນອນ ທຸກສິ່ງຕັ້ງແຕ່ມື້ນີ້ເປັນຕົ້ນໄປແມ່ນກັບຄືນສູ່ມືຂອງເຮົາ ແລະ ຢູ່ນອກເໜືອການຄວບຄຸມຂອງພວກເຂົາ. ທຸກສິ່ງຖືກຄວບຄຸມ ແລະ ຈັດແຈງໂດຍເຮົາ. ຖ້າຜູ້ຄົນມີສ່ວນຮ່ວມໃນວິທີທີ່ເລັກນ້ອຍ, ເຮົາກໍຈະບໍ່ປ່ອຍພວກເຂົາໄປຢ່າງງ່າຍດາຍ. ເລີ່ມຕັ້ງແຕ່ມື້ນີ້, ເຮົາຈະໃຫ້ທຸກຄົນເລີ່ມຮູ້ຈັກເຮົາ ຜູ້ເຊິ່ງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ທີ່ສ້າງທຸກສິ່ງ, ເປັນຜູ້ທີ່ມາຢູ່ທ່າມກາງມະນຸດ ແລະ ຖືກປະຕິເສດ ແລະ ຖືກພວກເຂົາກ່າວຮ້າຍປ້າຍສີ ແລະ ເປັນຜູ້ທີ່ຄວບຄຸມ ແລະ ຈັດແຈງທຸກສິ່ງທັງໝົດ; ເປັນກະສັດຜູ້ທີ່ຄວບຄຸມອານາຈັກ, ເປັນພຣະເຈົ້າເອງທີ່ຄຸ້ມຄອງຈັກກະວານ; ແລະ ຍິ່ງໄປກວ່ານັ້ນກໍຍັງເປັນພຣະເຈົ້າທີ່ຄວບຄຸມຊີວິດ ແລະ ຄວາມຕາຍຂອງມະນຸດ ແລະ ເປັນຜູ້ທີ່ຖືກະແຈແຫ່ງດິນແດນມໍລະນາ. ເຮົາຈະໃຫ້ທຸກຄົນ (ຜູ້ໃຫຍ່, ເດັກນ້ອຍ ບໍ່ວ່າພວກເຂົາມີວິນຍານ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຈະເປັນຄົນໂງ່ ຫຼື ເສຍອົງຄະ, ອື່ນໆ) ຮູ້ຈັກເຮົາ. ເຮົາບໍ່ຍົກເວັ້ນໃຜກໍຕາມຈາກພາລະກິດນີ້; ມັນເປັນພາລະກິດທີ່ເຄັ່ງຄັດທີ່ສຸດ, ເປັນພາລະກິດທີ່ເຮົາໄດ້ຈັດກຽມເປັນຢ່າງດີ ແລະ ເປັນພາລະກິດທີ່ກຳລັງຖືກປະຕິບັດ ເຊິ່ງເລີ່ມຕົ້ນຈາກຕອນນີ້. ສິ່ງທີ່ເຮົາເວົ້າກໍຈະຖືກເຮັດໃຫ້ສຳເລັດ. ໃຫ້ເປີດຕາຝ່າຍວິນຍານຂອງເຈົ້າ, ໃຫ້ປະຖິ້ມແນວຄິດຂອງເຈົ້າເອງ ແລະ ຮັບຮູ້ວ່າເຮົາເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ ຜູ້ເຊິ່ງປົກຄອງຈັກກະວານ! ເຮົາບໍ່ໄດ້ລີ້ລັບຈາກຜູ້ໃດ ແລະ ປະຕິບັດບົດບັນຍັດການບໍລິຫານຂອງເຮົາຕໍ່ທຸກຄົນ.

ໃຫ້ປະຖິ້ມທຸກສິ່ງຂອງເຈົ້າເອງ. ສິ່ງທີ່ເຈົ້າໄດ້ຮັບຈາກເຮົາບໍ່ແມ່ນສິ່ງທີ່ມີຄຸນຄ່າທີ່ຍິ່ງໃຫຍ່ກວ່າ ແລະ ມີຄວາມສຳຄັນຫຼາຍກວ່າບໍ? ບໍ່ແມ່ນມີຄວາມແຕກຕ່າງກັນຫຼາຍລະຫວ່າງສິ່ງເຫຼົ່ານັ້ນ ແລະ ເສດຂີ້ເຫຍື້ອຂອງເຈົ້າບໍ? ຢ່າຊັກຊ້າ ແລະ ໂຍນຖິ້ມທຸກສິ່ງທີ່ບໍ່ມີປະໂຫຍດ! ບັດນີ້ ມັນຖືກກຳນົດແລ້ວວ່າເຈົ້າຈະໄດ້ຮັບພອນ ຫຼື ຈະພົບກັບຄວາມໂຊກຮ້າຍ. ນີ້ແມ່ນຊ່ວງເວລາທີ່ສຳຄັນ; ມັນຍິ່ງເປັນຊ່ວງເວລາທີ່ສຳຄັນທີ່ສຸດ. ເຈົ້າສາມາດເຫັນສິ່ງນີ້ຢ່າງແທ້ຈິງບໍ?

ກ່ອນນີ້: ບົດທີ 71

ຕໍ່ໄປ: ບົດທີ 73

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້