​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 73

ພຣະທຳຂອງເຮົາຖືກເຮັດໃຫ້ສຳເລັດທັນທີທີ່ກ່າວອອກມາ; ພຣະທຳເຫຼົ່ານັ້ນບໍ່ເຄີຍປ່ຽນແປງຈັກເທື່ອ ແລະ ຖືກຕ້ອງທັງໝົດ. ຈົ່ງຈື່ສິ່ງນີ້ໄວ້! ພຣະທຳ ແລະ ວະລີທຸກຂໍ້ທີ່ອອກມາຈາກປາກຂອງເຮົາຕ້ອງຖືກພິຈາລະນາຢ່າງລະອຽດ. ຈົ່ງລະມັດລະວັງເພີ່ມຂຶ້ນຕື່ມ ເພື່ອບໍ່ໃຫ້ເຈົ້າໄດ້ຮັບຄວາມສູນເສຍ ແລະ ໄດ້ຮັບແຕ່ການພິພາກສາຂອງເຮົາ, ຄວາມໂກດຮ້າຍຂອງເຮົາ, ການເຜົາໄໝ້ຂອງເຮົາເທົ່ານັ້ນ. ບັດນີ້ ພາລະກິດຂອງເຮົາກຳລັງເຄື່ອນໄປຢ່າງໄວຫຼາຍ, ແຕ່ມັນບໍ່ເປັນທໍາມະຊາດ ແລະ ພຽງປານີດໃນລະດັບໜຶ່ງ, ເກືອບບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ບໍ່ສາມາດຈັບຕ້ອງໄດ້ດ້ວຍມືຂອງມະນຸດ. ມັນປານີດ ເປັນພິເສດ. ພຣະທຳຂອງເຮົາບໍ່ວ່າງເປົ່າຈັກເທື່ອ ແລະ ລ້ວນແລ້ວແຕ່ເປັນຈິງ. ເຈົ້າຄວນເຊື່ອວ່າ ພຣະທຳທຸກຂໍ້ເປັນຈິງ ແລະ ຖືກຕ້ອງ. ຢ່າເລີນເລີ້; ນີ້ຄືຊ່ວງເວລາທີ່ສຳຄັນ! ພອນ ຫຼື ຄວາມໂຊກຮ້າຍແມ່ນເກີດຂຶ້ນໃນຊ່ວງເວລານີ້. ຄວາມແຕກຕ່າງແມ່ນຄືກັບສະຫວັນ ແລະ ແຜ່ນດິນໂລກ. ບໍ່ວ່າເຈົ້າຈະໄປສະຫວັນ ຫຼື ດິນແດນມໍລະນາ ກໍຢູ່ໃນການຄວບຄຸມຂອງເຮົາທັງໝົດ. ຄົນທີ່ໄປດິນແດນມໍລະນາກໍຕໍ່ສູ້ກັບການດີ້ນລົນຄັ້ງສຸດທ້າຍກ່ອນຕາຍ, ໃນຂະນະທີ່ຄົນໄປສະຫວັນກຳລັງທົນທຸນເປັນຄັ້ງສຸດທ້າຍ ແລະ ເສຍສະຫຼະເປັນຄັ້ງສຸດທ້າຍສຳລັບເຮົາ ແລະ ທຸກສິ່ງທີ່ພວກເຂົາຈະເຮັດໃນອະນາຄົດກໍຄືການເພີດເພີນ ແລະ ສັນລະເສີນ ໂດຍບໍ່ມີສິ່ງເລັກນ້ອຍໃດໆມາລົບກວນພວກເຂົາ (ການແຕ່ງດອງ, ວຽກງານ, ຄວາມຮັ່ງມີທີ່ເປັນຕາລຳຄານ, ສະຖານະ ແລະ ອື່ນໆອີກ). ແຕ່ສຳລັບຄົນທີ່ໄປດິນແດນມໍລະນາ, ການທົນທຸກຂອງພວກເຂົາແມ່ນຕະຫຼອດການ (ສິ່ງນີ້ໝາຍເຖິງຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາ), ບໍ່ສາມາດໜີຈາກມືແຫ່ງການພິພາກສາຂອງເຮົາໄດ້ຈັກເທື່ອ. ສອງດ້ານນີ້ບໍ່ສາມາດເຂົ້າກັນໄດ້ຄືກັບໄຟ ແລະ ນໍ້າ. ບໍ່ມີການພົວພັນ: ຄົນທີ່ໄດ້ທົນທຸກກັບຄວາມໂຊກຮ້າຍກໍຈະສືບຕໍ່ທົນທຸກກັບຄວາມໂຊກຮ້າຍ, ໃນຂະນະທີ່ຄົນທີ່ເປັນສຸກກໍຈະມີຄວາມສຸກຈົນພວກເຂົາພໍໃຈ.

ທຸກເຫດການ ແລະ ທຸກສິ່ງແມ່ນຖືກຄວບຄຸມໂດຍເຮົາ ຍິ່ງໄປກວ່ານັ້ນ ພວກເຈົ້າ ຜູ້ເປັນລູກຊາຍຂອງເຮົາ, ຜູ້ເປັນທີ່ຮັກຂອງເຮົາແມ່ນຍິ່ງເປັນຄົນຂອງເຮົາ. ເຈົ້າເປັນແກ້ວຜະລຶກຂອງແຜນການຄຸ້ມຄອງ 6.000 ປີ ຂອງເຮົາ, ເປັນຊັບສົມບັດຂອງເຮົາ. ທຸກຄົນທີ່ເຮົາຮັກເປັນທີ່ພໍໃຈໃນສາຍຕາເຮົາ, ເພາະວ່າ ພວກເຂົາສຳແດງອອກເຖິງເຮົາ; ທຸກຄົນທີ່ເຮົາຊັງ ເຮົາກໍກຽດຊັງໂດຍບໍ່ຫຼຽວເບິ່ງເລີຍ, ເພາະວ່າ ພວກເຂົາເປັນເຊື້ອສາຍຂອງຊາຕານ ແລະ ເປັນຄົນຂອງຊາຕານ. ໃນປັດຈຸບັນ, ທຸກຄົນຄວນວິເຄາະເບິ່ງຕົນເອງ: ຖ້າເຈດຕະນາຂອງເຈົ້າຖືກຕ້ອງ ແລະ ເຈົ້າຮັກເຮົາຢ່າງແທ້ຈິງ, ແລ້ວເຈົ້າກໍຈະຖືກເຮົາຮັກຢ່າງແນ່ນອນ. ເຈົ້າຕ້ອງຮັກເຮົາຢ່າງແທ້ຈິງ ແລະ ຕ້ອງບໍ່ຫຼອກລວງເຮົາ! ເຮົາເປັນພຣະເຈົ້າທີ່ສໍາຫຼວດເຖິງຈຸດສ່ວນເລິກສຸດໃນຫົວໃຈຂອງຜູ້ຄົນ! ຖ້າເຈດຕະນາຂອງເຈົ້າຜິດ ແລະ ເຈົ້າເຢັນຊາ ແລະ ບໍ່ຊື່ສັດຕໍ່ເຮົາ, ແລ້ວເຈົ້າກໍຈະຖືກເຮົາກຽດຊັງຢ່າງແນ່ນອນ ແລະ ເຈົ້າກໍຈະບໍ່ຖືກເຮົາເລືອກ ຫຼື ຖືກເຮົາແຕ່ງຕັ້ງໄວ້ລ່ວງໜ້າ. ເຈົ້າມີແຕ່ລໍຖ້າເພື່ອໄປນະລົກເລີຍ! ຄົນອື່ນອາດບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້, ແຕ່ມີພຽງເຈົ້າ ແລະ ເຮົາ ຜູ້ເຊິ່ງເປັນພຣະເຈົ້າທີ່ເບິ່ງເລິກລົງໄປໃນຫົວໃຈຂອງຜູ້ຄົນ ທີ່ຮູ້ຈັກສິ່ງເຫຼົ່ານີ້ໄດ້. ສິ່ງເຫຼົ່ານີ້ຈະຖືກເປີດເຜີຍໃນເວລາໃດໜຶ່ງຢ່າງແນ່ນອນ. ຄົນຈິງໃຈບໍ່ຈຳເປັນຕ້ອງໃຈຮ້ອນ ແລະ ຄົນບໍ່ຈິງໃຈບໍ່ຈຳເປັນຕ້ອງຢ້ານ. ມັນລ້ວນແລ້ວແຕ່ເປັນສ່ວນໜຶ່ງຂອງແຜນການອັນຫຼັກແຫຼມຂອງເຮົາ.

ພາລະກິດແມ່ນຮີບດ່ວນ ແລະ ລໍາບາກ ແລະ ຕ້ອງການໃຫ້ພວກເຈົ້າເສຍສະຫຼະເພື່ອເຮົາຄັ້ງສຸດທ້າຍເພື່ອເຮັດໃຫ້ພາລະກິດສຸດທ້າຍນີ້ສຳເລັດ. ເງື່ອນໄຂຂອງເຮົາກໍບໍ່ໄດ້ສູງ: ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າສາມາດປະສານງານກັບເຮົາໃຫ້ດີ, ເຮັດໃຫ້ເຮົາພໍໃຈໃນທຸກສິ່ງ, ປະຕິບັດຕາມການນໍາພາຂອງເຮົາທີ່ຢູ່ພາຍໃນຕົວເຈົ້າ. ຢ່າຕາບອດ; ໃຫ້ມີເປົ້າໝາຍ ແລະ ພະຍາຍາມຮຽນຮູ້ເຈດຕະນາຂອງເຮົາຈາກທຸກດ້ານ ແລະ ໃນທຸກໆສິ່ງ. ນີ້ກໍຍ້ອນວ່າ ເຮົາບໍ່ໄດ້ເປັນພຣະເຈົ້າທີ່ລີ້ລັບສຳລັບພວກເຈົ້າອີກຕໍ່ໄປ. ເຈົ້າຕ້ອງຊັດເຈນໃນສິ່ງນີ້ເພື່ອຈະໄດ້ເຂົ້າໃຈເຈດຕະນາຂອງເຮົາ. ໃນໄລຍະເວລາສັ້ນໆນີ້, ພວກເຈົ້າຈະບໍ່ພຽງແຕ່ພົບກັບຄົນຕ່າງຊາດທີ່ສະແຫວງຫາຫົນທາງທີ່ແທ້ຈິງ, ສິ່ງທີ່ຍິ່ງສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຄວນມີຄວາມສາມາດທີ່ຈະລ້ຽງດູພວກເຂົາ. ນັ້ນແມ່ນເຈດຕະນາອັນຮີບດ່ວນຂອງເຮົາ. ມັນຮັບບໍ່ໄດ້ຖ້າເຈົ້າບໍ່ສາມາດເຫັນສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ ເຈົ້າຕ້ອງເຊື່ອໃນອຳນາດອັນຍິ່ງໃຫຍ່ຂອງເຮົາ. ຕາບໃດທີ່ຜູ້ຄົນຖືກຕ້ອງ, ເຮົາຈະຝຶກຝົນພວກເຂົາໃຫ້ເປັນທະຫານທີ່ດີຢ່າງແນ່ນອນ. ທຸກສິ່ງຖືກຈັດແຈງໂດຍເຮົາຢ່າງເໝາະສົມແລ້ວ. ພວກເຈົ້າຕ້ອງມີຄວາມປາຖະໜາທີ່ຈະທົນທຸກເພື່ອເຮົາ. ນີ້ແມ່ນຊ່ວງເວລາທີ່ສຳຄັນ. ຢ່າພາດມັນເລີຍ! ເຮົາຈະບໍ່ຈື່ສິ່ງຕ່າງໆຈາກອະດີດຂອງພວກເຈົ້າ. ພວກເຈົ້າຕ້ອງອະທິຖານ ແລະ ອ້ອນວອນຢູ່ຕໍ່ໜ້າເຮົາເລື້ອຍໆ; ເຮົາຈະປະທານຄວາມກະລຸນາຢ່າງພຽງພໍໃຫ້ກັບເຈົ້າເພື່ອຄວາມສຸກ ແລະ ການນໍາໃຊ້ຂອງເຈົ້າ. ຄວາມກະລຸນາ ແລະ ພອນແມ່ນບໍ່ຄືກັນ. ສິ່ງທີ່ພວກເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້ແມ່ນຄວາມກະລຸນາຂອງເຮົາ ແລະ ໃນສາຍຕາຂອງເຮົາແລ້ວ ສິ່ງນີ້ບໍ່ສົມຄວນເອີຍເຖິງເລີຍ, ແຕ່ສໍາລັບການອວຍພອນແມ່ນສິ່ງທີ່ພວກເຈົ້າຈະໄດ້ຮັບໂດຍບໍ່ມີສິ້ນສຸດໃນອະນາຄົດ. ສິ່ງເຫຼົ່ານັ້ນແມ່ນພອນທີ່ຜູ້ຄົນບໍ່ໄດ້ຄິດເຖິງ ແລະ ບໍ່ສາມາດຈິນຕະນາການໄດ້. ເຮົາກ່າວວ່າ ພວກເຈົ້າໄດ້ຮັບພອນຍ້ອນເຫດຜົນນີ້, ນັ້ນກໍຄື ມັນຄືພອນທີ່ມະນຸດຍັງບໍ່ໄດ້ຮັບຕັ້ງແຕ່ການເນລະມິດສ້າງ.

ເຮົາໄດ້ເປີດເຜີຍທຸກສິ່ງຂອງເຮົາຕໍ່ພວກເຈົ້າແລ້ວ. ເຮົາພຽງແຕ່ຫວັງວ່າ ພວກເຈົ້າຈະຄຳນຶງເຖິງຫົວໃຈຂອງເຮົາ, ຄິດເຫັນແກ່ເຮົາໃນທຸກສິ່ງ ແລະ ຄຳນຶງເຖິງເຮົາໃນທຸກສິ່ງ ເພື່ອວ່າສິ່ງທີ່ເຮົາເຫັນຢູ່ສະເໝີຈະເປັນໃບໜ້າແຫ່ງຮອຍຍິ້ມຂອງພວກເຈົ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ, ຄົນທີ່ໄດ້ຮັບສະຖານະຂອງລູກຊາຍກົກແມ່ນຄົນທີ່ຈະປົກຄອງດັ່ງກະສັດຄຽງຂ້າງເຮົາ. ພວກເຂົາຈະບໍ່ຖືກອ້າຍນ້ອງຄົນອື່ນຂົ່ມເຫັງ ຫຼື ພວກເຂົາຈະບໍ່ຖືກເຮົາຕີສອນ ຫຼື ຈັດການ, ເພາະຫຼັກການຂອງເຮົາໃນການເຮັດສິ່ງຕ່າງໆກໍຄື ຄົນທີ່ຢູ່ໃນກຸ່ມຂອງລູກຊາຍກົກແມ່ນຄົນທີ່ຖືກດູຖູກ ແລະ ຖືກຄົນອື່ນຂົ່ມເຫັງ ແລະ ໄດ້ທົນທຸກກັບຄວາມລຳບາກທຸກປະການໃນຊີວິດ. (ພວກເຂົາຖືກຈັດການ ແລະ ຖືກເຮົາເຮັດໃຫ້ແຕກຫັກກ່ອນລ່ວງໜ້າ ແລະ ຖືກເຮັດໃຫ້ເປັນຄົນບໍລິບູນມາກ່ອນລ່ວງໜ້າແລ້ວ.) ຄົນເຫຼົ່ານີ້ໄດ້ເພີດເພີນກັບພອນທີ່ພວກເຂົາຄວນໄດ້ຮັບກ່ອນລ່ວງໜ້າຮ່ວມກັບເຮົາ. ເຮົາຊອບທຳ ແລະ ບໍ່ເຄີຍລຳອຽງຕໍ່ຄົນໃດຄົນໜຶ່ງ.

​ກ່ອນ​ນີ້ :ບົດທີ 71

ຕໍ່​ໄປ:ບົດທີ 74

ເນື່ອຫາທີ່ກ່ຽວຂ້ອງ