ພຣະທຳກ່ຽວກັບການສະແຫວງຫາ ແລະ ການປະຕິບັດຄວາມຈິງ
ຕອນຄັດເລືອກທີ 16
ຈຸດປະສົງຂອງການທີ່ຄົນເຮົາເຂົ້າໃຈແລະປະຕິບັດຄວາມຈິງ ແມ່ນເພື່ອໃຫ້ພວກເຂົາໃຊ້ຊີວິດທີ່ເປັນຄວາມຈິງ, ໃຊ້ຊີວິດທີ່ມີຄວາມເໝືອນມະນຸດ, ແລະ ເຮັດໃຫ້ຄວາມຈິງທີ່ພວກເຂົາເຂົ້າໃຈ ແລະ ສາມາດນໍາໄປປະຕິບັດ ກາຍເປັນຊີວິດຂອງພວກເຂົາ. ການເຮັດໃຫ້ພວກມັນກາຍເປັນຊີວິດຂອງຄົນຜູ້ໜຶ່ງ ມັນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພວກມັນໄດ້ກາຍເປັນພື້ນຖານ ແລະ ບໍ່ເກີດຂອງການກະທຳ, ການໃຊ້ຊີວິດ, ການປະພຶດ, ແລະ ການມີຢູ່ຂອງຄົນຜູ້ໜຶ່ງ-ພວກມັນປ່ຽນແປງວິຖີທີ່ຄົນຜູ້ໜຶ່ງໃຊ້ຊີວິດ. ແລ້ວທີ່ຜ່ານມາ, ຜູ້ຄົນໃຊ້ຊີວິດແບບໃດ? ບໍ່ວ່າພວກເຂົາມີຄວາມເຊື່ອ ຫຼື ບໍ່, ພວກເຂົາກໍໃຊ້ຊີວິດຕາມອຸປະນິໄສແບບຊາຕານ, ບໍ່ແມ່ນຕາມພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ. ນັ້ນແມ່ນລັກສະນະຂອງສິ່ງທີ່ຖືກສ້າງຄວນຈະມີບໍ່? (ບໍ່ແມ່ນ.) ແມ່ນຫຍັງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ? (ມະນຸດນັ້ນໃຊ້ຊີວິດຕາມພຣະທຳຂອງພຣະອົງ.) ໃຊ້ຊິວິດຕາມພຣະທໍາຂອງພຣະເຈົ້າ-ນີ້ບໍ່ແມ່ນເປົ້າໝາຍທີ່ຄົນຜູ້ທີ່ເຊື່ອໃນພຣະອົງຢ່າງແທ້ຈິງຄວນມີບໍ່? (ແມ່ນ.) ການໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າແມ່ນຄວາມຄ້າຍຄືກັນທີ່ສິ່ງທີ່ຖືກສ້າງຄວນມີ. ໃນສາຍຕາຂອງພຣະເຈົ້າ, ຜູ້ຄົນເຊັ່ນນັ້ນເປັນສິ່ງທີ່ຖືກສ້າງຂື້ນທີ່ແທ້ຈິງ. ເພາະສະນັ້ນ, ໃນຊີວິດປະຈໍາວັນຂອງພວກເຈົ້າ, ພວກເຈົ້າຄວນຈະຕຶກຕອງວ່າ ຄໍາເວົ້າ, ການກະທຳ, ຫຼັກການໃນການປະພຶດ, ຈຸດມຸ່ງໝາຍຂອງການມີຢູ່, ແລະ ວິທີການໃນການຈັດການກັບທາງໂລກອັນໃດທີ່ກົງກັນກັບຫຼັກການຄວາມຈິງ, ທີ່ເປັນໄປຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ສິ່ງທີ່ບໍ່ກ່ຽວຂ້ອງກັບພຣະທໍາ ແລະ ຂໍ້ກຳນົດຂອງພຣະອົງ. ຖ້າພວກເຈົ້າຕຶກຕອງສິ່ງເຫຼົ່ານີ້ຢູ່ເລື້ອຍໆ, ພວກເຈົ້າຈະຄ່ອຍໆໄດ້ຮັບການເຂົ້າສູ່. ຖ້າຫາກເຈົ້າບໍ່ຕຶກຕອງສິ່ງເຫຼົ່ານີ້ ແລະ ມີຄວາມພະຍາຍາມພຽງແບບຜິວເຜີນ, ມັນກໍບໍ່ມີປະໂຫຍດ; ໃນທ້າຍທີ່ສຸດ, ພວກເຈົ້າຈະບໍ່ໄດ້ຮັບສິ່ງໃດຈາກການເຮັດພໍເປັນພິທີ, ການເຮັດໄປຕາມລະບຽບ ແລະ ການເຂົ້າຮ່ວມຕາມພິທີການຕ່າງໆ. ດັ່ງນັ້ນແລ້ວ ຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າແທ້ຈິງແລ້ວແມ່ນຂະບວນການແຫ່ງການໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ, ລວມໄປເຖິງຂະບວນການແຫ່ງການປ່ຽນແປງຈາກການເປັນມະນຸດທີ່ເສື່ອມຊາມໂດຍຊາຕານ ໄປສູ່ສິ່ງທີ່ຖືກສ້າງຢ່າງແທ້ຈິງ ໃນສາຍຕາຂອງພຣະເຈົ້າ. ຖ້າຫາກຄົນຜູ້ໜຶ່ງສືບຕໍ່ໃຊ້ຊີວິດດ້ວຍອຸປະນິໄສ ແລະ ທໍາມະຊາດແບບຊາຕານ, ໃນສາຍຕາຂອງພຣະເຈົ້າແລ້ວ, ພວກເຂົາຖືເປັນສິ່ງທີ່ຖືກສ້າງທີ່ໄດ້ມາດຕະຖານບໍ່? (ບໍ່.) ເຈົ້າອ້າງວ່າເຊື່ອໃນພຣະເຈົ້າ, ເຈົ້າຮັບຮູ້ເຖິງພຣະເຈົ້າ, ເຈົ້າຮັບຮູ້ເຖິງອໍານາດສູງສຸດຂອງພຣະເຈົ້າ ແລະ ຮັບຮູ້ວ່າພຣະເຈົ້າໄດ້ມອບທຸກສິ່ງທຸກຢ່າງໃຫ້ແກ່ເຈົ້າ, ແຕ່ວ່າເຈົ້າໄດ້ໃຊ້ຊີວິດທີ່ເປັນໄປຕາມພຣະທຳຂອງພຣະເຈົ້າບໍ່? ເຈົ້າໄດ້ໃຊ້ຊີວິດຕາມຂໍ້ກຳນົດຂອງພຣະເຈົ້າບໍ່? ເຈົ້າໄດ້ຕິດຕາມຫົນທາງຂອງພຣະເຈົ້າບໍ່? ສິ່ງທີ່ຖືກສ້າງຄືພວກເຈົ້າສາມາດໄປຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ່? ເຈົ້າສາມາດຢູ່ຮ່ວມກັບພຣະເຈົ້າໄດ້ບໍ່? ເຈົ້າມີຫົວໃຈທີ່ຢໍາເກງພຣະເຈົ້າບໍ່? ສິ່ງທີ່ພວກເຈົ້າໃຊ້ຊີວິດທີ່ເປັນໄປຕາມຢູ່ນັ້ນ ແລະ ເສັ້ນທາງພວກເຈົ້າເດີນຢູ່ ແມ່ນສອດຄ່ອງກັບພຣະເຈົ້າບໍ່? (ບໍ່.) ແລ້ວແບບນີ້ ແມ່ນຫຍັງທີ່ເປັນຄວາມໝາຍຂອງການເຊື່ອໃນພຣະເຈົ້າຂອງເຈົ້າ? ເຂົ້າສູ່ຫົນທາງທີ່ຖືກຕ້ອງແລ້ວບໍ່? ຄວາມເຊື່ອໃນພຣະເຈົ້າຂອງເຈົ້າແມ່ນເປັນແຕ່ພຽງຮູບການ ແລະ ຄໍາເວົ້າລ້າໆ. ເຈົ້າເຊື່ອ ແລະ ຍອມຮັບພຣະນາມຂອງພຣະເຈົ້າ ແລະ ເຈົ້າຮັບຮູ້ວ່າພຣະເຈົ້າເປັນພຣະຜູ້ສ້າງ ແລະ ຜູ້ຊົງອໍານາດສູງສຸດຂອງເຈົ້າ, ແຕ່ວ່າເຈົ້າບໍ່ຍອມຮັບໄປເຖິງແກ່ນແທ້ ໃນອໍານາດສູງສຸດຂອງພຣະເຈົ້າ ແລະ ການລິຂິດຂອງພຣະເຈົ້າ, ແລະ ເຈົ້າບໍ່ສາມາດເຂົ້າກັນໄດ້ກັບພຣະເຈົ້າໄດ້ຢ່າງສົມບູນ. ເມື່ອເປັນເຊັ່ນນັ້ນ, ຄວາມໝາຍຂອງການເຊື່ອໃນພຣະເຈົ້າຂອງເຈົ້າແມ່ນຍັງບໍ່ໄດ້ເຕີມເຕັມຢ່າງເຕັມທີ່. ເຖິງວ່າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າກໍບໍ່ຖອດຖິ້ມຄວາມເສື່ອມຊາມຂອງເຈົ້າ ແລະ ໄດ້ຮັບຄວາມລອດພົ້ນ, ແລະ ເຈົ້າບໍ່ໄດ້ເຂົ້າເຖິງຄວາມຈິງຄວາມເປັນຈິງທີ່ວ່າເຈົ້າຄວນກ້າວເຂົ້າໄປສູ່ການມີຄວາມເຊື່ອໃນພຣະເຈົ້າຂອງເຈົ້າເອງ. ນີ້ເປັນຄວາມຜິດພາດຂອງເຈົ້າຢ່າງແທ້ຈິງ. ເມື່ອເບິ່ງຈາກມຸມມອງນີ້ແລ້ວ, ການມີຄວາມເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງງ່າຍໆ.
ໃນຕອນນີ້, ໃນຫົວໃຈຂອງພວກເຈົ້າຮູ້ສຶກບໍ່ວ່າ ການເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ການປະຕິບັດຄວາມຈິງແມ່ນເລື່ອງສໍາຄັນ? (ພວກເຮົາເຂົ້າໃຈ.) ພວກເຈົ້າຮູ້ວ່າການປະຕິບັດຄວາມຈິງແມ່ນເລື່ອງສໍາຄັນ ແຕ່ການຈະເຮັດແບບນັ້ນໄດ້ບໍ່ແມ່ນເລື່ອງທີ່ງ່າຍດາຍ. ມັນນໍາມາເຊິ່ງຄວາມຫຍຸ້ງຍາກຫຼາຍໆປະການ. ສິ່ງເຫຼົ່ານີ້ສາມາດແກ້ໄຂໄດ້ແນວໃດ? ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າໂດຍການອະທິຖານ ທຸກຄັ້ງທີ່ເຈົ້າປະສົບກັບຄວາມຫຍຸ້ງຍາກຕ່າງໆ ແລະ ເຈົ້າຕ້ອງສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າ, ເພື່ອທີ່ເຈົ້າຈະສາມາດແກ້ໄຂຄວາມຫຍຸ້ງຍາກຕ່າງໆຂອງເຈົ້າເອງ, ແກ້ໄຂຈຸດອ່ອນຂອງໂຕເຈົ້າເອງ ແລະ ຄວາມທ້າທາຍຕ່າງໆຈາກພາຍນອກ ແລະ ບັນລຸການນຳເອົາຄວາມຈິງມາປະຕິບັດ. ໃນການປະສົບກັບສິ່ງນີ້, ເຈົ້າຈະມີຄວາມຫວັງໃນການຮັບເອົາການຮັບຮອງຂອງພຣະເຈົ້າ. ມີແຕ່ການເຂົ້າໃຈກ່ຽວກັບຄວາມຈິງໃຫ້ຫຼາຍຂຶ້ນ ແລະ ການທີ່ສາມາດປະຕິບັດຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະກາຍເປັນຜູ້ທີ່ຕິດຕາມຫົນທາງຂອງພຣະເຈົ້າ ແລະ ໃນການເຮັດແນວນັ້ນ, ຄວາມເຊື່ອຂອງເຈົ້າຈະເປັນໄປຕາມການຮັບຮອງຂອງພຣະເຈົ້າ. ຖ້າເຈົ້າເວົ້າວ່າເຈົ້າຍອມຮັບໃນນາມຂອງພຣະເຈົ້າ ແລະ ວ່າເຈົ້າເຊື່ອວ່າພຣະອົງມີອໍານາດສູງສຸດ ເໜືອກວ່າທຸກສິ່ງ ແລະ ເປັນພຣະຜູ້ສ້າງ ແຕ່ໃນຊີວິດຂອງເຈົ້າ ແມ່ນແຕ່ດ້ານດຽວກໍບໍ່ກ່ຽວຂ້ອງກັບຄວາມຈິງ, ກັບຂໍ້ກໍານົດຂອງພຣະເຈົ້າ ຫຼື ກັບສິ່ງທີ່ສິ່ງທີ່ຖືກສ້າງຄວນເຮັດ, ດັ່ງນັ້ນ ທ້າຍທີ່ສຸດແລ້ວຜົນໄດ້ຮັບຂອງເຈົ້າຈະບໍ່ເປັນສິ່ງທີ່ມີບັນຫາບໍ? ຄົນຜູ້ໜຶ່ງສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ ຖ້າຫາກຊີວິດຂອງເຂົາບໍ່ມີສິ່ງໃດເລີຍທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້? ເຈົ້າເວົ້າວ່າເຈົ້າສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ ແຕ່ວ່າພຣະເຈົ້າຮັບຮອງຄວາມເຊື່ອເຊັ່ນນັ້ນຂອງເຈົ້າບໍ? ພຣະອົງບໍ່ຮັບຮອງ ແລະ ນັ້ນໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ຮັບຮູ້ ແລະ ບໍ່ຕ້ອງການສິ່ງທີ່ຖືກສ້າງເຊັ່ນເຈົ້າ. ຖ້າພຣະເຈົ້າບໍ່ໄດ້ຮັບຮູ້ ແລະ ບໍ່ໄດ້ຮັບຮອງຄວາມເຊື່ອຂອງເຈົ້າ, ແລ້ວພຣະອົງສາມາດຮັບຮອງເຈົ້າໄດ້ບໍ່? (ພຣະອົງເຮັດບໍ່ໄດ້.) ເຈົ້າຈະຈົບສິ້ນລົງ. ພຣະເຈົ້າຈະບໍ່ຊ່ວຍເຈົ້າ ແລະ ຜົນໄດ້ຮັບຂອງເຈົ້າກໍຖືກກຳນົດໄວ້ແລ້ວ! ນີ້ແມ່ນຜົນໄດ້ຮັບທີ່ພວກເຈົ້າເອງຕ້ອງການບໍ? (ບໍ່ຕ້ອງການ.) ຜົນໄດ້ຮັບແບບໃດທີ່ພວກເຈົ້າຕ້ອງການ? (ໄດ້ຮັບການຮັບຮອງຂອງພຣະເຈົ້າ.) ເພື່ອໃຫ້ຖືກຮັບຮອງໂດຍພຣະເຈົ້າ, ເຈົ້າຄວນຈະເຂົ້າໃຈຫຍັງກ່ອນ? ເຈົ້າຄວນຈະເຂົ້າສູ່ສິ່ງໃດເປັນອັນດັບທຳອິດ? ກ່ອນອື່ນໝົດ, ເຈົ້າຄວນຈະຮູ້ສິ່ງທີ່ພຣະເຈົ້າມັກໃຫ້ຜູ້ຄົນເຮັດ ແລະ ສິ່ງທີ່ພຣະອົງບໍ່ມັກ. ຈົ່ງສະຫຼຸບສິ່ງເຫຼົ່ານີ້ເປັນຢ່າງທໍາອິດ ເພື່ອທີ່ເຈົ້າຈະມີຄວາມເຂົ້າໃຈກ່ຽວກັບພວກມັນຢ່າງແຈ່ມແຈ້ງ ແລ້ວເຈົ້າຈະຮູ້ສຶກໝັ້ນໃຈເມື່ອເຮັດສິ່ງຕ່າງໆ. ມັນເປັນເລື່ອງງ່າຍໆເທົ່ານີ້ ເມື່ອເວົ້າເປັນຄຳເວົ້າ. ການສະຫຼຸບສິ່ງຕ່າງໆເຊັ່ນນີ້ແມ່ນເລື່ອງງ່າຍບໍ? ມັນງ່າຍຫຼາຍ. ສໍາລັບຜູ້ທີ່ເຮັດຄວາມຊົ່ວຮ້າຍ ແລະ ຖືກກຳຈັດໄປໃນເມື່ອກ່ອນ, ຈົ່ງສະຫຼຸບສິ່ງທີ່ພຣະເຈົ້າລັງກຽດທີ່ພວກເຂົາໄດ້ເຮັດລົງໄປ, ສະຫຼຸບບົດຮຽນທີ່ເຈົ້າສາມາດຮຽນຮູ້ໄດ້ຈາກຄວາມລົ້ມເຫຼວຂອງພວກເຂົາ ແລະ ຈົ່ງຢ່າເຮັດສິ່ງທີ່ບໍ່ດີເຫຼົ່ານັ້ນ. ຫຼັງຈາກນັ້ນ ໃຫ້ສະຫຼຸບການສະແດງອອກທີ່ດີຂອງບັນດາຄົນຜູ້ທີ່ພຣະເຈົ້າຮັບຮອງ ແລະ ຈົ່ງເຮັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ດ້ວຍວິທີນີ້, ເຈົ້າຈະສາມາດໄດ້ຮັບການຮັບຮອງຂອງພຣະເຈົ້າ. ເຈົ້າຕ້ອງໄຕ່ຕອງເຖິງວິທີການກະທໍາ ແລະ ການປະຕິບັດທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າຫຼາຍທີ່ສຸດ ແລະ ເຈົ້າຕ້ອງເຂົ້າໃຈໃນຫົວໃຈວ່າຜູ້ຄົນ ຫຼື ສິ່ງໃດທີ່ພຣະເຈົ້າລັງກຽດທີ່ສຸດ ແລະ ຜູ້ຄົນ ແລະ ສິ່ງໃດທີ່ພຣະເຈົ້າພໍໃຈທີ່ສຸດ. ເຈົ້າຕ້ອງຮູ້ວິທີແຍກແຍະສິ່ງເຫຼົ່ານີ້ ແລະ ການຈັດປະເພດ ແລະ ສະຫຼຸບພວກມັນເປັນສິ່ງທີ່ດີທີ່ສຸດ ເພື່ອໃຫ້ພວກມັນມີຄວາມແຈ່ມແຈ້ງໃນຫົວໃຈຂອງເຈົ້າ. ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງມີມາດຕະຖານ ແລະ ຂອບເຂດແບບນີ້ໃນຫົວໃຈຂອງເຈົ້າ. ດ້ວຍຫຼັກການ, ມາດຕະຖານ ແລະ ຂອບເຂດນີ້, ເຈົ້າຈະມີຫຼັກການໃນການເຮັດສິ່ງຕ່າງໆ ແລະ ເຈົ້າຈະສາມາດເຮັດສິ່ງຕ່າງໆຕາມຫຼັກການ. ຖ້າເຈົ້າບໍ່ມີຫຼັກການ ແລະ ມາດຕະຖານນີ້, ການກະທຳຂອງເຈົ້າຈະຄາດເດົາບໍ່ໄດ້. ບໍ່ມີສິ່ງໃດບອກໄດ້ວ່າເມື່ອໃດເຈົ້າຈະເຮັດສິ່ງຊົ່ວຮ້າຍ ແລະ ເມື່ອໃດເຈົ້າຈະເຮັດສິ່ງດີ. ເຈົ້າອາດຈະຮູ້ສຶກວ່າບາງສິ່ງບໍ່ແມ່ນຄວາມຊົ່ວ ແຕ່ໃນສາຍຕາຂອງພຣະເຈົ້າ, ມັນແມ່ນຄວາມຊົ່ວ; ຫຼື ເຈົ້າອາດຈະຮູ້ສຶກວ່າບາງສິ່ງແມ່ນຄວາມດີໃນຂະນະທີ່ໃນສາຍຕາຂອງພຣະເຈົ້າແລ້ວ, ມັນແມ່ນຄວາມຊົ່ວ. ຖ້າທຸກສິ່ງທີ່ເຈົ້າເຮັດເປັນແບບນັ້ນ, ມັນບໍ່ເປັນບັນຫາບໍ? ຖ້າຫາກເຈົ້າຢືນຢັນທີ່ຈະເຮັດໃນສິ່ງທີ່ພຣະເຈົ້າບໍ່ຮັບຮອງຕໍ່ໄປ ແລະ ບໍ່ມີທ່າທາງວ່າຈະເຊົາເຮັດ ແຕ່ເຈົ້າກໍເກືອບຈະບໍ່ໄດ້ເຮັດໃນສິ່ງໃດເລີຍທີ່ພຣະເຈົ້າຮັບຮອງ ແລະ ຍັງຄິດວ່າເຈົ້າໄດ້ເຮັດຫຼາຍແລ້ວ, ບໍ່ແມ່ນເຈົ້າເປັນຄົນເບົາປັນຍາບໍ? ຖ້າສິ່ງທີ່ເຈົ້າເຮັດສ່ວນໃຫຍ່ຖືວ່າເປັນຄວາມຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າ, ພຣະອົງຈະຍັງສາມາດຮັບຮອງເຈົ້າໄດ້ຢູ່ບໍ? (ພຣະອົງເຮັດບໍ່ໄດ້.) ການທີ່ຮູ້ວ່າພຣະເຈົ້າບໍ່ຮັບຮອງໃນສິ່ງເຫຼົ່ານີ້, ເຈົ້າຄວນຈະເຮັດພວກມັນ ຫຼື ບໍ່? (ພວກເຮົາບໍ່ຄວນເຮັດ.) ສະນັ້ນ, ຖ້າເຈົ້າເຮັດພວກມັນ, ພວກມັນເປັນການກະທຳທີ່ດີ ຫຼື ການກະທຳທີ່ຊົ່ວຊ້າ? (ການກະທຳທີ່ຊົ່ວຊ້າ.) ຖ້າເຈົ້າຮູ້ວ່າພວກມັນແມ່ນການກະທຳທີ່ຊົ່ວຊ້າ, ເຈົ້າກໍບໍ່ຄວນເຮັດພວກມັນອີກ. ແບບນີ້ເອີ້ນວ່າຫຍັງ? ການປະຖິ້ມຄວາມຮຸນແຮງໃນມືຂອງເຈົ້າ. ນີ້ແມ່ນການສະແດງອອກເຖິງການກັບໃຈທີ່ແທ້ຈິງ. ຖ້າເຈົ້າຮູ້ວ່າເຈົ້າໄດ້ເຮັດຄວາມຊົ່ວຮ້າຍ ແລະ ໝັ້ນໃຈວ່າພຣະເຈົ້າບໍ່ຮັບຮອງມັນ, ເຈົ້າກໍຄວນຈະມີຫົວໃຈທີ່ກັບໃຈ. ຖ້າເຈົ້າບໍ່ທົບທວນໂຕເຈົ້າເອງ ແຕ່ພັດປົກປ້ອງ ແລະ ຫາເຫດຜົນໃຫ້ແກ່ການກະທຳທີ່ຊົ່ວຮ້າຍຂອງເຈົ້າແທນ, ເຈົ້າກໍຈະມີບັນຫາ: ເຈົ້າຈະຖືກກຳຈັດຢ່າງແນ່ນອນ ແລະ ເຈົ້າຈະບໍ່ມີຄຸນສົມບັດໃນການເຮັດໜ້າທີ່ໄດ້ອີກຕໍ່ໄປ. ແລ້ວຫຼັກການທີ່ຕ້ອງເຮັດໃຫ້ຊ່ຽວຊານ ແລະ ແນວທາງທີ່ຕ້ອງເລືອກໃນການເຮັດໜ້າທີ່ຂອງຄົນຜູ້ໜຶ່ງແມ່ນຫຍັງ? ຄົນຜູ້ໜຶ່ງຄວນເຮັດມັນດ້ວຍເຈດຕະນາແບບໃດ ເພື່ອໃຫ້ໄດ້ຮັບການຮັບຮອງຂອງພຣະເຈົ້າ? (ດ້ວຍເຈດຕະນາທີ່ຈະສະແຫວງຫາຄວາມຈິງ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນທຸກໆສິ່ງ.) ທຸກໆຄົນຮູ້ເລື່ອງນີ້ ແຕ່ການຮູ້ຈັກມັນໝາຍຄວາມວ່າເຈົ້າສາມາດນຳເອົາມັນມາປະຕິບັດໄດ້ບໍ? ການເຂົ້າໃຈມັນໝາຍຄວາມວ່າເຈົ້າສາມາດນຳເອົາມັນມາປະຕິບັດບໍ? (ບໍ່ເລີຍ.) ແລ້ວເຈົ້າຄວນຈະເຮັດຫຍັງ? ເຈົ້າຕ້ອງອະທິຖານຫາ ແລະ ເພິ່ງພາພຣະເຈົ້າ, ເຈົ້າຕ້ອງທົນທຸກເພື່ອຄວາມຈິງ ແລະ ປ່ອຍວາງຄວາມທະເຍີທະຍານ, ຄວາມປາຖະໜາ, ເຈດຕະນາ ແລະ ຄວາມສະບາຍຂອງເນື້ອໜັງ. ຖ້າຫາກເຈົ້າບໍ່ປ່ອຍວາງພວກມັນ ແຕ່ຍັງຕ້ອງການໄດ້ຮັບຄວາມຈິງ, ບໍ່ແມ່ນເຈົ້າກຳລັງເພີດເພີນຢູ່ໃນຄວາມຝັນຢູ່ບໍ? ບາງຄົນຕ້ອງການເຂົ້າໃຈຄວາມຈິງ, ໄດ້ຮັບຄວາມຈິງ ພ້ອມທັງເສຍສະລະເພື່ອພຣະເຈົ້າ ແຕ່ພວກເຂົາບໍ່ສາມາດປະຖິ້ມສິ່ງໃດໆໄດ້ເລີຍ. ພວກເຂົາບໍ່ສາມາດປະຖິ້ມໂອກາດຂອງພວກເຂົາ, ພວກເຂົາບໍ່ສາມາດປະຖິ້ມຄວາມສະບາຍທາງເນື້ອໜັງ, ຄວາມເປັນອັນໜຶ່ງອັນດຽວຂອງຄອບຄົວພວກເຂົາ, ລູກເຕົ້າ ແລະ ພໍ່ແມ່ຂອງພວກເຂົາ ແລະ ພວກເຂົາກໍຍັງບໍ່ສາມາດປ່ອຍວາງເຈດຕະນາ, ເປົ້າໝາຍ ຫຼື ຄວາມປາດຖະໜາຂອງພວກເຂົາໄດ້. ບໍ່ວ່າຈະຢູ່ໃນສະຖານະການໃດກໍຕາມ, ພວກເຂົາກໍຈະໃຫ້ຄວາມສຳຄັນກັບຕົນເອງສູງສຸດສະເໝີ. ພວກເຂົາເອົາວຽກງານຂອງຕົນ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງຕົນມາກ່ອນ ແລະ ເອົາຄວາມຈິງໄວ້ທ້າຍສຸດ; ສຳລັບພວກເຂົາແລ້ວ, ການຕອບສະໜອງຜົນປະໂຫຍດທາງເນື້ອໜັງ ແລະ ອຸປະນິໄສແບບຊາຕານທີ່ເສື່ອມຊາມແມ່ນມາເປັນອັນດັບທໍາອິດໃນຂະນະທີ່ການປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ການເຮັດໃຫ້ພຣະເຈົ້າພໍໃຈເປັນເລື່ອງຮອງ ແລະ ມາເປັນອັນດັບສຸດທ້າຍ. ຜູ້ຄົນເຊັ່ນນັ້ນຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າບໍ? ເມືີ່ອໃດທີ່ພວກເຂົາສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງດ້ວຍແນວທາງນີ້? ເມື່ອໃດທີ່ພວກເຂົາສາມາດຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ? (ບໍ່ມີເລີຍ.) ຖ້າພາຍນອກເຈົ້າໄດ້ເຮັດໜ້າທີ່ຂອງເຈົ້າ ແລະ ບໍ່ໄດ້ຢູ່ລ້າໆ ແຕ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ຮັບການແກ້ໄຂເລີຍ, ນີ້ສາມາດເອີ້ນໄດ້ວ່າເປັນການຕິດຕາມຫົນທາງຂອງພຣະເຈົ້າບໍ? (ບໍ່ໄດ້.) ພວກເຈົ້າທຸກຄົນເຂົ້າໃຈສິ່ງເຫຼົ່ານີ້ ແຕ່ເມື່ອມາເຖິງການນຳເອົາຄວາມຈິງໄປປະຕິບັດ, ພວກເຈົ້າກໍພົບວ່າມັນຫຍຸ້ງຍາກ. ເຈົ້າຕ້ອງໃຊ້ຄວາມທົນທຸກ ແລະ ການເສຍສະຫຼະເພື່ອການປະຕິບັດຄວາມຈິງ, ບໍ່ແມ່ນເພື່ອການປະຕິບັດຕາມກົດລະບຽບ ແລະ ການເຮັດໄປຕາມຮູບການ. ບໍ່ວ່າເຈົ້າຈະທົນທຸກເພື່ອຄວາມຈິງຫຼາຍປານໃດກໍຕາມ, ມັນເປັນສິ່ງທີ່ຄຸ້ມຄ່າ. ຄວາມທົນທຸກທີ່ເຈົ້າໄດ້ອົດທົນເພື່ອປະຕິບັດຄວາມຈິງເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າເປັນສິ່ງທີ່ພຣະເຈົ້າຍອມຮັບ ແລະ ຮັບຮອງໂດຍພຣະອົງ.
ບັນຫາທີ່ຢູ່ຕໍ່ໜ້າພວກເຈົ້າຕອນນີ້ແມ່ນຫຍັງ? ສິ່ງໜຶ່ງກໍຄື ພວກເຈົ້າບໍ່ເຂົ້າໃຈລາຍລະອຽດຂອງຄວາມຈິງຫຼາຍປະການ ແລະ ພວກເຈົ້າກໍບໍ່ມີມາດຕະຖານໃນຫົວໃຈຂອງພວກເຈົ້າ ທີ່ຈະໃຊ້ຈໍາແນກພວກມັນ; ຍິ່ງໄປກວ່ານັ້ນ, ມັນເປັນເລື່ອງຫຍຸ້ງຍາກສໍາລັບເຈົ້າທີ່ຈະນໍາເອົາຄວາມຈິງທີ່ເຈົ້າເຂົ້າໃຈໄປປະຕິບັດ. ໃນຊ່ວງທີ່ເຈົ້າພະຍາຍາມປະຕິບັດຄວາມຈິງ, ສົມມຸດວ່າມັນຫຍຸ້ງຍາກໃນຕອນທໍາອິດ ແຕ່ຍິ່ງເຈົ້າປະຕິບັດມັນຫຼາຍເທົ່າໃດ ມັນກໍຍິ່ງຈະງ່າຍຂຶ້ນເທົ່ານັ້ນ; ຍິ່ງເຈົ້າປະຕິບັດຫຼາຍເທົ່າໃດ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍຍິ່ງຄອບງໍາໜ້ອຍລົງເທົ່ານັ້ນ; ຄວາມຈິງຈະເໜືອກວ່າຫຼາຍຍິ່ງຂຶ້ນ ດັ່ງທີ່ຄວາມເດັດດ່ຽວທີ່ຈະປະຕິບັດຄວາມຈິງຂອງເຈົ້າເພີ່ມຂຶ້ນ; ສະພາວະຂອງເຈົ້າຈະເປັນປົກກະຕິຫຼາຍຍິ່ງຂຶ້ນ; ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງເນື້ອໜັງຂອງເຈົ້າ ແລະ ແນວຄວາມຄິດແບບມະນຸດກໍຄອບງໍາໜ້ອຍລົງເລື້ອຍໆ. ນີ້ແມ່ນເລື່ອງປົກກະຕິ ແລະ ຄວາມຫວັງທີ່ວ່າເຈົ້າຈະໄດ້ຮັບການຮັບຮອງຈາກພຣະເຈົ້າກໍມີຢູ່. ແຕ່ສົມມຸດວ່າເຈົ້າໄດ້ປະຕິບັດຄວາມຈິງມາເປັນເວລາດົນແລ້ວ ແຕ່ຜົນປະໂຫຍດສ່ວນຕົວ, ຄວາມປາດຖະໜາທີ່ເຫັນແກ່ຕົວ, ເຈດຕະນາ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງຄົງນໍາພາ, ຄອບງໍາຊີວິດຂອງເຈົ້າໃນທຸກໆດ້ານ ແລະ ທຸກໆລາຍລະອຽດ. ການປະຕິບັດຄວາມຈິງກໍຍັງຄົງຫຍຸ້ງຍາກສໍາລັບເຈົ້າຄືເກົ່າ ແລະ ເຖິງແມ່ນວ່າເຈົ້າຈະກໍາລັງເຮັດໜ້າທີ່ຂອງເຈົ້າຢູ່, ສິ່ງທີ່ເຈົ້າກໍາລັງເຮັດສ່ວນໃຫຍ່ກໍບໍ່ກ່ຽວຂ້ອງກັບການປະຕິບັດຄວາມຈິງ. ສິ່ງນີ້ຈະບໍ່ພາໃຫ້ເກີດບັນຫາບໍ? ມັນຈະເປັນແບບນັ້ນຢ່າງແນ່ນອນ! ບໍ່ວ່າເຈົ້າຈະຢູ່ໃນຄຣິສຕະຈັກໃດກໍຕາມ, ບໍ່ວ່າສະພາບແວດລ້ອມອ້ອມຕົວເຈົ້າຈະເປັນແບບໃດກໍຕາມ, ສິ່ງເຫຼົ່ານີ້ບໍ່ສໍາຄັນ. ສິ່ງສໍາຄັນກໍຄືສະພາວະຂອງການສະແຫວງຫາຄວາມຈິງຂອງເຈົ້າກໍາລັງດີຂຶ້ນ ຫຼື ບໍ່, ຄວາມສໍາພັນຂອງເຈົ້າກັບພຣະເຈົ້າກໍາລັງເປັນປົກກະຕິຫຼາຍຂຶ້ນ ຫຼື ບໍ່, ຈິດສໍານຶກ, ເຫດຜົນ ແລະ ຄວາມເປັນມະນຸດຂອງເຈົ້າກໍາລັງເປັນປົກກະຕິຫຼາຍຂຶ້ນ ຫຼື ບໍ່ ແລະ ຄວາມຈົງຮັກພັກດີ ແລະ ຄວາມອ່ອນນ້ອມຕໍ່ພຣະເຈົ້າຂອງເຈົ້າກໍາລັງເພີ່ມຂຶ້ນ ຫຼື ບໍ່. ຖ້າວ່າສິ່ງທີ່ດີໃນໂຕເຈົ້າເພີ່ມຂຶ້ນ ແລະ ມີອໍານາດເໜືອກວ່າ, ກໍມີຄວາມຫວັງວ່າເຈົ້າຈະໄດ້ຮັບຄວາມຈິງ. ຖ້າໃນໂຕຂອງເຈົ້າບໍ່ເຄີຍມີສັນຍານຂອງສິ່ງທີ່ດີເຫຼົ່ານີ້, ໃນຕອນນັ້ນ ເຈົ້າຈະບໍ່ມີຄວາມກ້າວໜ້າແມ່ນແຕ່ໜ້ອຍດຽວ ແລະ ອຸປະນິໄສຂອງເຈົ້າຈະບໍ່ປ່ຽນແປງເລີຍ. ເຈົ້າຈະສາມາດມີທາງເຂົ້າຂອງຊີວິດໄດ້ແນວໃດ ຖ້າເຈົ້າບໍ່ໄດ້ປະຕິບັດຄວາມຈິງເລີຍ? ບາງຄົນເວົ້າວ່າ, “ຂ້ອຍໄດ້ປະຕິບັດມັນ ແລະ ໄດ້ພະຍາຍາມຢ່າງຍິ່ງ. ມັນເປັນໄປໄດ້ແນວໃດທີ່ຂ້ອຍບໍ່ເຫັນຜົນຫຍັງເລີຍ?” ການທີ່ບໍ່ເຫັນຜົນແບບນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າບໍ່ໄດ້ປະຕິບັດຄວາມຈິງ. ບໍ່ສໍາຄັນວ່າເຈົ້າຈະພະຍາຍາມປະຕິບັດມັນຫຼາຍເທົ່າໃດກໍຕາມ, ຜົນທີ່ຕາມມາສຸດທ້າຍແມ່ນອຸປະນິໄສທີ່ເສື່ອມຊາມ ແລະ ທຳມະຊາດແບບຊາຕານຂອງເຈົ້າກໍຍັງຄອບງໍາຢູ່ ເຊິ່ງໝາຍຄວາມວ່າເຈົ້າບໍ່ສາມາດໃຊ້ຄວາມເປັນຈິງຂອງຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ ເພື່ອເອົາຊະນະອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າ. ການເວົ້າແບບນີ້ຍຸຕິທຳບໍ? (ຍຸຕິທຳ.) ແລ້ວເຈົ້າແມ່ນຜູ້ຊະນະ ຫຼື ຜູ້ລົ້ມເຫຼວ? (ຜູ້ລົ້ມເຫຼວ.) ເຈົ້າແມ່ນຜູ້ລົ້ມເຫຼວ, ບໍ່ແມ່ນຜູ້ຊະນະ. ເມື່ອເຈົ້າປະຕິບັດຄວາມຈິງ, ມີການຕໍ່ສູ້ທີ່ກໍາລັງດໍາເນີນໄປໃນຫົວໃຈຂອງເຈົ້າ. ເຈົ້າບໍ່ສາມາດປ່ອຍວາງເຈດຕະນາຂອງເຈົ້າ ແຕ່ເຈົ້າເຂົ້າໃຈວ່າສິ່ງທີ່ຄວາມຈິງໄດ້ກ່າວໄວ້ແມ່ນຫຍັງ ແລະ ຂໍ້ກໍານົດຂອງພຣະເຈົ້າແມ່ນຫຍັງ. ໃນຂະນະທີ່ການຕໍ່ສູ້ໄດ້ດຳເນີນໄປ, ເຈົ້າໄດ້ປະຖິ້ມຄວາມຈິງ; ເຈົ້າບໍ່ໄດ້ປະຕິບັດມັນ. ໃນທີ່ສຸດ, ເຈົ້າກໍຍັງຕອບສະໜອງຕໍ່ຄວາມປາດຖະໜາທີ່ເຫັນແກ່ຕົວຂອງໂຕເຈົ້າເອງ, ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ສິ່ງທີ່ເຈົ້າໃຊ້ຊີວິດຕາມກໍຍັງແມ່ນທຳມະຊາດແບບຊາຕານ ທີ່ປາສະຈາກການປະຕິບັດຄວາມຈິງ. ຜົນຕາມມາສຸດທ້າຍແມ່ນຫຍັງ? (ຄວາມລົ້ມເຫຼວ.) ສົມມຸດວ່າເຈົ້າບໍ່ສາມາດເອົາຊະນະການຕໍ່ສູ້ໃນຕອນສຸດທ້າຍ ແລະ ເຈົ້າກໍສືບຕໍ່ດໍາລົງຊີວິດຕາມອຸປະນິໄສແບບຊາຕານຂອງເຈົ້າຄືດັ່ງເມື່ອກ່ອນ. ເຈົ້າເລືອກທີ່ຈະບໍ່ປະຕິບັດຕາມພຣະທຳຂອງພຣະເຈົ້າ, ຜົນປະໂຫຍດສ່ວນໂຕຂອງເຈົ້າແມ່ນມາກ່ອນ, ເຈົ້າຕອບສະໜອງຕໍ່ຄວາມປາດຖະໜາ ແລະ ເຈດຕະນາທີ່ເຫັນແກ່ຕົວຂອງເຈົ້າ ແຕ່ບໍ່ໄດ້ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າບໍ່ໄດ້ຢືນຢູ່ຂ້າງຄວາມຈິງ. ນີ້ໝາຍຄວາມວ່າເຈົ້າເປັນຜູ້ລົ້ມເຫຼວຢ່າງສິ້ນເຊິງ ແລະ ນີ້ແມ່ນເສັ້ນທາງໜຶ່ງທີ່ການຕໍ່ສູ້ອາດໄປສິ້ນສຸດລົງ. ອີກເສັ້ນທາງໜຶ່ງທີ່ມັນສາມາດໄປສິ້ນສຸດລົງແມ່ນຫຍັງ? ເມື່ອເຫດການຕ່າງໆເກີດຂຶ້ນກັບພວກເຂົາ, ຜູ້ຄົນກໍຈະປະສົບກັບການຕໍ່ສູ້ພາຍໃນເຊັ່ນກັນ. ພວກເຂົາຮູ້ສຶກກຸ້ມອົກກຸ້ມໃຈ, ເຈັບປວດ ແລະ ອ່ອນແອ; ແມ່ນແຕ່ກຽດສັກສີ ແລະ ຄວາມຊື່ສັດຂອງພວກເຂົາກໍຖືກທ້າທາຍ ແລະ ຄວາມທະນົງໂຕຂອງພວກເຂົາບໍ່ສາມາດໄດ້ຮັບການຕອບສະໜອງ. ຍິ່ງໄປກວ່ານັ້ນ, ພວກເຂົາອາດຈະປະເຊີນໜ້າກັບການຖືກລິຮານ ຫຼື ການຖືກດູຖູກໂດຍບຸກຄົນອື່ນ ຫຼື ຖືກເຮັດໃຫ້ອັບອາຍ, ສູນເສຍທັງກຽດສັກສີ ແລະ ຄວາມຊື່ສັດຂອງພວກເຂົາ. ແຕ່ເມື່ອໄດ້ປະເຊີນໜ້າກັບສະຖານະການແບບນີ້, ພວກເຂົາສາມາດອະທິຖານຕໍ່ພຣະເຈົ້າ ແລະ ຫຼັງຈາກພວກເຂົາໄດ້ເຮັດແບບນັ້ນແລ້ວ, ຫົວໃຈຂອງພວກເຂົາກໍເຂັ້ມແຂງຂຶ້ນ ແລະ ພວກເຂົາກໍເບິ່ງສິ່ງເຫຼົ່ານີ້ອອກໂດຍການສະແຫວງຫາຄວາມຈິງ. ພວກເຂົາຈະປະຕິບັດຄວາມຈິງດ້ວຍກໍາລັງທີ່ດີເລີດ, ມີຄວາມໜັກແໜ້ນໃນຄວາມເດັດດ່ຽວຂອງພວກເຂົາ: “ຂ້ອຍບໍ່ສົນໃຈກຽດຂອງຂ້ອຍ ແລະ ຂ້ອຍບໍ່ໄດ້ຕ້ອງການສະຖານະ ຫຼື ເພື່ອຕອບສະໜອງຕໍ່ຄວາມທະນົງໂຕຂອງຂ້ອຍ. ເຖິງວ່າຂ້ອຍຈະຖືກດູຖູກ ແລະ ຖືກຄົນອື່ນເຂົ້າໃຈຜິດ ແຕ່ເທື່ອນີ້ຂ້ອຍເລືອກທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ເລືອກທີ່ຈະປະຕິບັດຄວາມຈິງ ເພື່ອທີ່ພຣະເຈົ້າຈະຮັບຮອງຂ້ອຍ ແລະ ພໍໃຈກັບຂ້ອຍໃນເລື່ອງນີ້ ແລະ ເພື່ອທີ່ຂ້ອຍຈະບໍ່ທໍາຮ້າຍຫົວໃຈຂອງພຣະເຈົ້າ”. ໃນທີ່ສຸດພວກເຂົາກໍຈະປະຖິ້ມກຽດ ແລະ ຄວາມທະນົງໂຕຂອງພວກເຂົາ, ເຈດຕະນາຂອງພວກເຂົາ, ຄວາມທະເຍີທະຍານ ແລະ ເຈດຕະນາທີ່ເຫັນແກ່ຕົວຂອງພວກເຂົາ ແລະ ຫຼັງຈາກນັ້ນ ກໍຢືນຢູ່ຂ້າງພຣະເຈົ້າ, ຂ້າງຄວາມຈິງ ແລະ ຂ້າງຄວາມຍຸຕິທຳ. ຫຼັງຈາກພວກເຂົາປະຕິບັດຄວາມຈິງ, ຫົວໃຈຂອງພວກເຂົາກໍເພິ່ງພໍໃຈຢ່າງຍິ່ງ, ມີຄວາມສະຫງົບຢ່າງແທ້ຈິງ ແລະ ເຕັມໄປດ້ວຍຄວາມປິຕິຍິນດີ. ພວກເຂົາຮູ້ສຶກເຖິງພອນຂອງພຣະເຈົ້າ ແລະ ຮູ້ສຶກວ່າດີຢ່າງຍິ່ງທີ່ປະຕິບັດຄວາມຈິງ. ໂດຍການປະຕິບັດຄວາມຈິງ, ຫົວໃຈຂອງພວກເຂົາຈະໄດ້ຮັບຄວາມພໍໃຈ ແລະ ການບໍາລຸງລ້ຽງ ແລະ ພວກເຂົາຮູ້ສຶກວ່າພວກເຂົາດຳລົງຊີວິດດ້ວຍຄວາມຄ້າຍຄືກັບຂອງມະນຸດ, ແທນທີ່ຈະຖືກຄວບຄຸມ ແລະ ກັກຂັງໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ແລະ ພວກເຂົາໄດ້ເປັນພະຍານໃຫ້ແກ່ພຣະເຈົ້າໃນເລື່ອງນີ້ ແລະ ຍຶດໝັ້ນໃນການເປັນພະຍານ ແລະ ຕໍາແໜ່ງ ດັ່ງສິ່ງທີ່ຖືກສ້າງຄວນເຮັດ. ພວກເຂົາຮູ້ສຶກເຖິງຈິດໃຈທີ່ສະຫງົບ, ຄວາມມ່ວນຊື່ນ ແລະ ຄວາມສຸກພາຍໃນໃຈຂອງພວກເຂົາ. ນີ້ເປັນອີກເສັ້ນທາງໜຶ່ງທີ່ການຕໍ່ສູ້ສາມາດສິ້ນສຸດລົງໄດ້. ເຈົ້າຄິດແນວໃດກັບການສິ້ນສຸດລົງແບບນີ້? (ມັນເປັນສິ່ງທີ່ດີ.) ແຕ່ ຄວາມ “ດີ” ນີ້ ໄດ້ມາຢ່າງງ່າຍດາຍບໍ? (ບໍ່ເລີຍ.) ຄວາມ “ດີ” ນີ້ ແມ່ນຕ້ອງໄດ້ມາຈາກການຕໍ່ສູ້; ມັນເປັນໄປໄດ້ທີ່ຜູ້ຄົນອາດຮ່ວມການຕໍ່ສູ້ ຄັ້ງໜຶ່ງ ຫຼື ສອງຄັ້ງ ແລະ ຈົບລົງດ້ວຍຄວາມລົ້ມເຫຼວ ແຕ່ຄວາມລົ້ມເຫຼວນຳບົດຮຽນມາໃຫ້. ມັນເຮັດໃຫ້ຜູ້ຄົນຮູ້ສຶກເຖິງການກ່າວໂທດໃນຈິດສຳນຶກຂອງພວກເຂົາ ທີ່ບໍ່ໄດ້ປະຕິບັດຄວາມຈິງ. ເຮັດໃຫ້ພວກເຂົາຮູ້ສຶກເປັນໜີ້ຕໍ່ພຣະເຈົ້າ ແລະ ນຳພາຄວາມທໍລະມານ ແລະ ຄວາມເຈັບປວດພາຍໃນມາໃຫ້. ດັ່ງນັ້ນ, ເມື່ອປະເຊີນກັບສະຖານະການເຊັ່ນນີ້ໃນຕໍ່ໜ້າ, ພວກເຂົາຈະເອົາຊະນະອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ໄດ້ດີຂື້ນເລື້ອຍໆ ໂດຍທີ່ແມ່ນແຕ່ພວກເຂົາເອງກໍບໍ່ຮູ້ໂຕ; ພວກເຂົາຈະຄ່ອຍໆເລືອກປະຕິບັດຄວາມຈິງ ເພື່ອຕອບສະໜອງຕໍ່ຫົວໃຈຂອງພຣະເຈົ້າ ຢ່າງແນ່ນອນ. ນີ້ເປັນຂະບວນການປົກກະຕິຂອງການເອົາຊະນະອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ການປະຕິບັດຄວາມຈິງເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ.
ໃນຕອນນີ້ພວກເຈົ້າພົບວ່າການປະຕິບັດຄວາມຈິງເປັນເລື່ອງຫຍຸ້ງຍາກບໍ? ຫຼືການເຮັດຕາມຄວາມປະສົງຂອງພວກເຈົ້າເອງ ໂດຍທີ່ບໍ່ປະຕິບັດຄວາມຈິງຫຍຸ້ງຍາກບໍ? (ການປະຕິບັດຄວາມຈິງເປັນເລື່ອງຍາກ.) ແລ້ວການປະຕິບັດຕາມຄວາມປະສົງຂອງເຈົ້າເດ? (ນັ້ນເປັນເລື່ອງງ່າຍ.) ສິ່ງນີ້ເປີດເຜີຍສະຖານະທີ່ແທ້ຈິງຂອງພວກເຈົ້າ: ພວກເຈົ້າບໍ່ໄດ້ປ່ຽນໄປແມ່ນແຕ່ໜ້ອຍໜຶ່ງເລີຍ ແລະ ເຈົ້າຍັງບໍ່ສາມາດປະຕິບັດຄວາມຈິງໄດ້. ສະຖານະແບບນີ້ຄືຂາດເຂີນແທ້! ພວກເຈົ້າທຸກຄົນຮູ້ສຶກວ່າການປະຕິບັດຄວາມຈິງເປັນເລື່ອງຍາກ ແລະ ການເຮັດຕາມຄວາມປະສົງຂອງໂຕເຈົ້າເອງເປັນເລື່ອງງ່າຍ ເຊິ່ງພິສູດໃຫ້ເຫັນວ່າພວກເຈົ້າຍັງບໍ່ສາມາດປະຕິບັດຄວາມຈິງໄດ້. ການເຮັດຕາມຄວາມມັກທາງເນື້ອໜັງໄດ້ກາຍເປັນທໍາມະຊາດຢ່າງທີສອງສໍາລັບພວກເຈົ້າ; ເຈົ້າລຶ້ງເຄີຍມັນຢ່າງຍິ່ງ ເຊິ່ງມັນໄດ້ກາຍເປັນກົດເກນຢ່າງແທ້ຈິງ. ດ້ວຍເຫດນີ້, ເຈົ້າຈຶ່ງຮູ້ສຶກວ່າການປະຕິບັດຄວາມຈິງເປັນເລື່ອງທີ່ຫຍຸ້ງຍາກເກີນໄປ. ເຈົ້າມີຄວາມຢ້ານກົວການໄດ້ຮັບຄວາມເສຍຫາຍຕໍ່ກຽດ ແລະ ສະຖານະຂອງເຈົ້າ, ດັ່ງນັ້ນເຈົ້າຈຶ່ງບໍ່ປະຕິບັດຄວາມຈິງ, ແຕ່ເຮັດຕາມແນວຄວາມຄິດຂອງໂຕເຈົ້າເອງແທນ. ຍ້ອນຄວາມຄິດພຽງຢ່າງດຽວນີ້, ຄົນຜູ້ໜຶ່ງກໍກາຍເປັນຄົນຂີ້ຢ້ານ ແລະ ເປັນຄົນລົ້ມເຫຼວທີ່ຖືກກັກຂັງໄວ້ໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ສູນເສຍການເປັນພະຍານຂອງເຂົາ ແລະ ການຮັບຮອງຂອງພຣະເຈົ້າ. ນັ້ນແມ່ນມັນງ່າຍພຽງໃດ. ແຕ່ການກາຍເປັນຜູ້ທີ່ປະຕິບັດຄວາມຈິງ ແລະ ເປັນພະຍານຕໍ່ພຣະເຈົ້າມັນເປັນເລື່ອງງ່າຍແບບນັ້ນຄືກັນບໍ? ສິ່ງນີ້ອາໄສຂະບວນການ. ເມື່ອຄົນຜູ້ໜຶ່ງເລີ່ມທີ່ຈະຮັບເອົາຄວາມຈິງ, ກໍຈະມີການຕໍ່ສູ້ຢູ່ພາຍໃນຈິດໃຈຂອງຄົນຜູ້ນັ້ນຢູ່ສະເໝີ, ໂດຍທີ່ສິ່ງຕ່າງໆກໍໂອນອຽງກັບໄປກັບມາ, ຖືກດຶງໄປຄົນລະທິດລະທາງ. ມີການຕໍ່ສູ້ພາຍໃນຢູ່ສະເໝີ ແຕ່ໃນທ້າຍທີ່ສຸດຄວາມວຸ້ນວາຍກໍສະຫງົບລົງ: ບັນດາຄົນຜູ້ທີ່ຮັກຄວາມຈິງກໍຈະປະຕິບັດມັນ, ເປັນພະຍານ ແລະ ກາຍເປັນຜູ້ມີໄຊຊະນະ, ໃນຂະນະທີ່ ບັນດາຄົນຜູ້ທີ່ບໍ່ຮັກຄວາມຈິງ, ຜູ້ທີ່ມີຄວາມປະສົງທີ່ເຕັມປ່ຽມ, ຜູ້ທີ່ຄວາມເປັນມະນຸດຂອງພວກເຂົາຊົ່ວຊ້າເກີນໄປ ແລະ ຜູ້ທີ່ມີລັກສະນະຕໍ່າຕ້ອຍ ແລະ ຕໍ່າຊ້າກໍເລືອກຕອບສະໜອງຕໍ່ຄວາມຕ້ອງການ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງໂຕພວກເຂົາເອງ ແລະ ຖືກຄວບຄຸມໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານໄປໂດຍສົມບູນ. ເມື່ອສິ່ງຕ່າງໆເກີດຂຶ້ນໃນຊີວິດປະຈໍາຂອງພວກເຈົ້າ, ພວກເຈົ້າຈະເອົາຊະນະອຸປະນິໄສທີ່ເສື່ອມຊາມແບບຊາຕານໄດ້ບໍ? ຫຼືວ່າເຈົ້າຈະຖືກມັນກັກຂັງ ແລະ ຄວບຄຸມໄວ້? ສ່ວນໃຫຍ່ແລ້ວເຈົ້າຢູ່ໃນສະພາວະແບບໃດ? ອີງໃສ່ປະເດັນນີ້, ມັນຈຶ່ງຈະສາມາດວັດແທກໄດ້ວ່າເຈົ້າແມ່ນຄົນຜູ້ທີ່ປະຕິບັດຄວາມຈິງ ຫຼື ບໍ່. ຖ້າຫາກສ່ວນໃຫຍ່ ເຈົ້າສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ ແລະ ກາຍເປັນຄົນຜູ້ໜຶ່ງທີ່ເປັນພະຍານ, ເມື່ອນັ້ນ ເຈົ້າກໍເປັນຄົນຜູ້ໜຶ່ງທີ່ປະຕິບັດ ແລະ ຮັກຄວາມຈິງ. ຖ້າຫາກສ່ວນໃຫຍ່ເຈົ້າຕອບສະໜອງຕໍ່ຄວາມປາດຖະໜາທີ່ເຫັນແກ່ຕົວຂອງໂຕເຈົ້າເອງ ແລະ ເຈົ້າບໍ່ສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມແບບຊາຕານ ແລະ ຢືນຢູ່ຂ້າງຄວາມຈິງ, ເພື່ອປະຕິບັດຄວາມຈິງ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ເມື່ອນັ້ນ ເຈົ້າກໍຈະເປັນຄົນຜູ້ໜຶ່ງທີ່ບໍ່ປະຕິບັດຄວາມຈິງ ຫຼື ບໍ່ມີຄວາມຈິງຄວາມເປັນຈິງ. ບັນດາຜູ້ທີ່ບໍ່ມີຄວາມຈິງຄວາມເປັນຈິງເປັນຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ມີທາງເຂົ້າຂອງຊີວິດ, ນີ້ແມ່ນສິ່ງທີ່ຊັດເຈນ. ດັ່ງນັ້ນ, ຈົ່ງວັດແທກໂຕຂອງເຈົ້າເອງວ່າ: ສ່ວນໃຫຍ່ ພວກເຈົ້າຢືນຢູ່ຂ້າງເນື້ອໜັງ ຫຼື ເຈົ້າຢືນຢູ່ຂ້າງຄວາມຈິງ? ບໍ່ນັບສິ່ງນ້ອຍໆທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແຕ່ເມື່ອສິ່ງສໍາຄັນທີ່ຮຽກຮ້ອງໃຫ້ເຈົ້າຕ້ອງເລືອກເກີດຂື້ນ, ເຈົ້າຈະຢືນຢູ່ຂ້າງຄວາມຈິງ ຫຼື ເຈົ້າຈະຢືນຢູ່ຂ້າງເນື້ອໜັງ? (ໃນຕອນທໍາອິດ, ພວກເຮົາຢືນຢູ່ຂ້າງເນື້ອໜັງ; ແຕ່ຫຼັງຈາກການຕໍ່ສູ້ ໂດຍການອະທິຖານ ແລະ ການສະແຫວງຫາ, ພວກເຮົາກໍເຂົ້າໃຈເຖິງຄວາມຈິງບາງປະການ ແລະ ຕໍ່ມາ ກໍຢືນຢູ່ຂ້າງຄວາມຈິງ.) ມັນຖືກຕ້ອງແລ້ວ ທີ່ເວົ້າວ່າເຈົ້າສາມາດຢືນຢູ່ຂ້າງຄວາມຈິງ ເມື່ອເຈົ້າເຂົ້າໃຈຄວາມຈິງ ແຕ່ການກະບົດຕໍ່ເນື້ອໜັງບໍ່ໄດ້ໝາຍຄວາມວ່າເຈົ້າກໍາລັງປະຕິບັດຄວາມຈິງສະເໝີໄປ. ມັນບໍ່ແມ່ນວ່າ ການກະບົດຕໍ່ເນື້ອໜັງ ແລະ ການບໍ່ເຮັດຕາມຄວາມປະສົງຂອງເຈົ້າ ເທົ່າກັບການປະຕິບັດຄວາມຈິງ; ແຕ່ຫາກແມ່ນວ່າ, ຕ້ອງມີການປະຕິບັດຕາມ ແລະ ການປະຕິບັດຫຼັກການແຫ່ງຄວາມຈິງເທົ່ານັ້ນ ຈຶ່ງຈະແມ່ນວ່າເຈົ້າກໍາລັງປະຕິບັດຄວາມຈິງຢ່າງແທ້ຈິງ. ເພາະສະນັ້ນ, ປົກກະຕິແລ້ວພວກເຈົ້າເປັນແນວໃດ? (ສິ່ງທີ່ພວກເຮົາເອີ້ນວ່າການກະບົດຕໍ່ເນື້ອໜັງບໍ່ແມ່ນການປະຕິບັດຄວາມຈິງຢ່າງແທ້ຈິງ; ແທ້ຈິງແລ້ວ ມັນແມ່ນການຄວບຄຸມຕົນເອງ.) ສິ່ງນີ້ເບິ່ງຄືວ່າຈະເປັນສິ່ງທີ່ເກີດກັບຄົນສ່ວນໃຫຍ່ ແມ່ນແບບນັ້ນບໍ? (ແມ່ນແລ້ວ.) ແລ້ວໃນຕອນນີ້ພວກເຈົ້າຢູ່ໃນສະພາວະແບບໃດ? ເຈົ້າຍັງເຂົ້າບໍ່ເຖິງຄວາມຈິງຄວາມເປັນຈິງ ແມ່ນບໍ? (ພວກເຮົາຍັງເຂົ້າບໍ່ເຖິງ.) ການເຊື່ອໃນພຣະເຈົ້າໂດຍປາສະຈາກທາງເຂົ້າສູ່ຊີວິດໝາຍຄວາມວ່າເຈົ້າຍັງເຂົ້າບໍ່ເຖິງຄວາມຈິງຄວາມເປັນຈິງ; ເຊິ່ງເປັນສະພາວະທີ່ເມື່ອເຈົ້າເປັນແລ້ວ ພວກເຈົ້າຈະບໍ່ສາມາດແຍກແຍະສິ່ງຕ່າງໆໄດ້. ເປັນຫຍັງພວກເຈົ້າຈຶ່ງບໍ່ສາມາດແຍກແຍະພວກມັນຢ່າງຊັດເຈນໄດ້? ມັນເປັນຍ້ອນວ່າພວກເຈົ້າເຂົ້າໃຈພຽງຄໍາເວົ້າ ແລະ ຫຼັກຄໍາສອນເທົ່ານັ້ນ ແລະ ບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ. ສິ່ງນີ້ພິສູດໃຫ້ເຫັນວ່າພວກເຈົ້າຍັງເຂົ້າບໍ່ເຖິງຄວາມຈິງຄວາມເປັນຈິງ. ເມື່ອປະເຊີນກັບສະຖານະການຫຼາຍໆຮູບແບບ, ພວກເຈົ້າຍັງບໍ່ຮູ້ວ່າຈະປະສົບກັບພວກມັນ ຫຼື ສະແຫວງຫາຄວາມຈິງໄດ້ແນວໃດ ສະນັ້ນ, ພວກເຈົ້າຈຶ່ງບໍ່ສາມາດເບິ່ງສິ່ງຕ່າງໆອອກ ແລະ ແມ່ນແຕ່ພວກເຈົ້າຕ້ອງການໂອ້ລົມກ່ຽວກັບຄວາມຈິງ, ພວກເຈົ້າກໍບໍ່ສາມາດສະແດງມັນອອກມາຢ່າງຊັດເຈນ. ນັ້ນແມ່ນສິ່ງທີ່ມັນເປັນ. ບໍ່ວ່າມັນຈະເປັນແນວໃດ, ເຈົ້າຈະຕ້ອງປະສົບກັບມັນດ້ວຍຕົວຂອງເຈົ້າເອງ ແລະ ໂດຍການປະສົບກັບມັນ, ເຈົ້າຈະຮູ້ວ່າມັນມີລາຍລະອຽດຫຍັງແນ່. ຈະມີລາຍລະອຽດກ່ຽວກັບຄວາມຮູ້ສຶກຂອງເຈົ້າ, ຄວາມຄິດ ແລະ ຂະບວນການຂອງປະສົບການຂອງເຈົ້າ ແລະ ລາຍລະອຽດເຫຼົ່ານີ້ແມ່ນສິ່ງທີ່ເປັນຄວາມຈິງແທ້. ຖ້າເຈົ້າບໍ່ມີສິ່ງເຫຼົ່ານີ້ ແລະ ເຈົ້າມີຄວາມຮູ້ແຕ່ພຽງເປືອກນອກເທົ່ານັ້ນ, ໃນຕອນນັ້ນ ເຈົ້າກໍພຽງແຕ່ເວົ້າທວນຄໍາເວົ້າຢູ່ເທົ່ານັ້ນ. ຄວາມຮູ້ພຽງເປືອກນອກໝາຍຄວາມວ່າເຈົ້າຢຸດຢູ່ທີ່ຄວາມເຂົ້າໃຈແບບຕົງໂຕ; ເຈົ້າຍັງບໍ່ທັນເຮັດໃຫ້ມັນເປັນຂອງເຈົ້າ ແລະ ຍັງຫ່າງໄກຈາກການເຂົ້າເຖິງຄວາມເປັນຈິງຂອງຄວາມຈິງ. ຍຸຕິທໍາບໍ່ທີ່ເວົ້າແບບນີ້? (ຍຸຕິທໍາ.) ພວກເຈົ້າຕ້ອງປະຕິບັດຕາມການໂອ້ລົມໃນມື້ນີ້ ແລະ ພວກເຈົ້າຕ້ອງຮຽນຮູ້ທີ່ຈະໄຕ່ຕອງ. ເພື່ອປະຕິບັດຄວາມຈິງ, ເຈົ້າຕ້ອງໄຕ່ຕອງເຊັ່ນກັນ ແລະ ໃນການໄຕ່ຕອງໃນຂະນະທີ່ປະຕິບັດ ແລະ ປະຕິບັດໃນຂະນະທີ່ໄຕ່ຕອງ, ເຈົ້າຈະຕ້ອງເຂົ້າໃຈລາຍລະອຽດຂອງຄວາມຈິງໃຫ້ຫຼາຍຍິ່ງໆຂຶ້ນໄປ, ຄວາມຮູ້ກ່ຽວກັບຄວາມຈິງຂອງເຈົ້າກໍຈະເລິກເຊິ່ງຍິ່ງຂຶ້ນເລື້ອຍໆ ແລະ ດ້ວຍວິທີນີ້, ເຈົ້າກໍສາມາດປະສົບໄດ້ວ່າຄວາມຈິງຄວາມເປັນຈິງແມ່ນຫຍັງຢ່າງແທ້ຈິງ. ມີແຕ່ການທີ່ເຈົ້າໄດ້ປະສົບກັບມັນເທົ່ານັ້ນ, ເຈົ້າຈຶ່ງຈະສາມາດມີຄວາມຈິງຄວາມເປັນຈິງໄດ້.