ພຣະທຳກ່ຽວກັບການຮູ້ຈັກພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ
ຕອນຄັດເລືອກທີ 20
ມະນຸດທີ່ເສື່ອມຊາມທຸກຄົນລ້ວນແຕ່ມີທໍາມະຊາດ ແລະ ແນວຄວາມຄິດຂອງຊາຕານ ແລະ ສາມາດທໍລະຍົດພຣະເຈົ້າໄດ້ທຸກເວລາ, ທຸກສະຖານທີ. ບາງຄົນຖາມວ່າ “ພຣະເຈົ້າໄດ້ສ້າງມະນຸດ ແລະ ພວກເຂົາກໍຢູ່ໃນພຣະຫັດຂອງພຣະອົງ. ເປັນຫຍັງພຣະເຈົ້າຈຶ່ງບໍ່ປົກປ້ອງມະນຸດແທນທີ່ຈະປ່ອຍໃຫ້ພວກເຂົາທໍລະຍົດຕໍ່ພຣະເຈົ້າ? ບໍ່ແມ່ນພຣະເຈົ້າມີລິດເດດສູງສຸດບໍ?” ນີ້ຄືຄໍາຖາມຈິງ. ບັນຫາຫຍັງທີ່ເຈົ້າເຫັນໃນນີ້? ພຣະເຈົ້າມີທັງດ້ານທີ່ມີລິດເດດສູງສຸດ ແລະ ດ້ານການປະຕິບັດດ້ວຍ. ຜູ້ຄົນສາມາດທໍລະຍົດພຣະເຈົ້າໄດ້ ໂດຍປາສະຈາກການຖືກຊາຕານເຮັດໃຫ້ເສື່ອມຊາມ. ມະນຸດທີ່ເສື່ອມຊາມບໍ່ມີຄວາມຕັ້ງໃຈທີ່ແນ່ນອນເປັນຂອງຕົນເອງ ແລະ ບໍ່ສາມາດເລືອກສິ່ງທີ່ຖືກຕ້ອງເມື່ອກ່າວເຖິງເລື່ອງທີ່ວ່າ ພວກເຂົາຄວນນະມັດສະການພຣະເຈົ້າແນວໃດ, ພວກເຂົາຄວນປະຕິເສດຊາຕານ ແລະ ບໍ່ພົວພັນກັບຊາຕານແນວໃດ, ພວກເຂົາຄວນອ່ອນນ້ອມຕໍ່ພຣະເຈົ້າແນວໃດ, ລວມທັງຄວາມຈິງທີ່ວ່າ ພຣະເຈົ້າມີຄວາມຈິງ, ຊີວິດ ແລະ ຫົນທາງ ແລະ ບໍ່ສາມາດລ່ວງເກີນພຣະເຈົ້າໄດ້... ມະນຸດບໍ່ມີສິ່ງເຫຼົ່ານີ້ຢູ່ພາຍໃນພວກເຂົາ ແລະ ພວກເຂົາບໍ່ເຫັນທະລຸສິ່ງຕ່າງໆໃນທໍາມະຊາດຂອງຊາຕານ ແລະ ບໍ່ເຂົ້າໃຈຄວາມຈິງໃດໆເລີຍ, ສະນັ້ນພວກເຂົາຈຶ່ງສາມາດທໍລະຍົດພຣະເຈົ້າໄດ້ທຸກເວລາ, ທຸກສະຖານທີ. ຍິ່ງໄປກວ່ານັ້ນ, ຫຼັງຈາກທີ່ຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມແລ້ວ, ພວກເຂົາກໍມີສິ່ງຕ່າງໆຂອງຊາຕານຢູ່ພາຍໃນຕົນ ແລະ ມັນກໍເປັນໄປໄດ້ຫຼາຍທີ່ພວກເຂົາຈະທໍລະຍົດພຣະເຈົ້າ. ນີ້ຄືບັນຫາ. ຖ້າເຈົ້າເຫັນພຽງດ້ານການປະຕິບັດຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ເຫັນດ້ານລິດເດດອັນສູງສຸດຂອງພຣະເຈົ້າ, ມັນກໍເປັນໄປໄດ້ທີ່ເຈົ້າຈະທໍລະຍົດພຣະເຈົ້າ ແລະ ເຫັນພຣະຄຣິດເປັນພຽງບຸກຄົນທຳມະດາຄົນໜຶ່ງ ແລະ ເຈົ້າຈະບໍ່ຮູ້ວ່າ ພຣະອົງສາມາດສະແດງຄວາມຈິງຫຼາຍຢ່າງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແນວໃດ. ຖ້າເຈົ້າເຫັນພຽງດ້ານລິດເດດອັນສູງສຸດຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ເຫັນດ້ານການປະຕິບັດຂອງພຣະເຈົ້າ, ມັນຈະຍັງເປັນໄປໄດ້ທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າບໍ່ເຫັນທັງສອງດ້ານ, ເຈົ້າກໍຈະມີແນວໂນ້ມທີ່ຈະຕໍ່ຕ້ານພຣະເຈົ້າຫຼາຍຍິ່ງຂຶ້ນ. ດັ່ງນັ້ນ, ບໍ່ແມ່ນວ່າການຮູ້ຈັກພຣະເຈົ້າເປັນສິ່ງທີ່ຍາກທີ່ສຸດໃນໂລກບໍ? ຍິ່ງຜູ້ຄົນຮູ້ຈັກພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງເຂົ້າໃຈເຈດຕະນາຂອງພຣະອົງຫຼາຍຂຶ້ນເທົ່ານັ້ນ ແລະ ເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າໄດ້ກະທໍານັ້ນລ້ວນມີຄວາມໝາຍ. ຖ້າຜູ້ຄົນມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ພວກເຂົາຈະສາມາດບັນລຸຜົນດັ່ງກ່າວໄດ້. ເຖິງແມ່ນວ່າ ພຣະເຈົ້າມີດ້ານການປະຕິບັດ ຜູ້ຄົນກໍບໍ່ສາມາດຮູ້ຈັກພຣະເຈົ້າໄດ້ຢ່າງຄົບຖ້ວນ. ພຣະເຈົ້າຍິ່ງໃຫຍ່ຫຼາຍ, ພຣະອົງມະຫັດສະຈັນ ແລະ ບໍ່ສາມາດຍັ່ງເຖິງໄດ້ ໃນຂະນະທີ່ຄວາມຄິດຂອງມະນຸດນັ້ນມີຄວາມຈຳກັດເກີນໄປ. ເປັນຫຍັງຈຶ່ງເວົ້າວ່າ ມະນຸດນັ້ນເປັນເດັກອ່ອນໃນສາຍຕາຂອງພຣະເຈົ້າຕະຫຼອດໄປ? ນີ້ຄືຄວາມໝາຍຂອງສິ່ງທີ່ໄດ້ກ່າວມານັ້ນ.
ເມື່ອພຣະເຈົ້າກ່າວ ຫຼື ເຮັດສິ່ງໃດສິ່ງໜຶ່ງແລ້ວ, ຜູ້ຄົນ ເຂົ້າໃຈຜິດຢູ່ສະເໝີວ່າ “ພຣະເຈົ້າສາມາດເຮັດແບບນັ້ນໄດ້ແນວໃດ? ພຣະເຈົ້າຜູ້ຍິ່ງໃຫຍ່!” ຜູ້ຄົນມີຄວາມຄິດເປັນຂອງຕົນເອງຢູ່ສະເໝີ. ກ່ຽວກັບການທີ່ພຣະເຈົ້າໄດ້ຊີມລົດຊາດຂອງຄວາມທຸກທາງໂລກນັ້ນ, ບາງຄົນຄິດວ່າ “ບໍ່ແມ່ນພຣະເຈົ້າບໍ່ໄດ້ມີລິດທານຸພາບສູງສຸດບໍ? ພຣະອົງຈໍາເປັນຕ້ອງຊີມລົດຊາດຂອງຄວາມທຸກທາງໂລກບໍ? ພຣະເຈົ້າບໍ່ຮູ້ບໍວ່າ ຄວາມທຸກທາງໂລກນັ້ນເປັນແນວໃດ?” ດ້ານການປະຕິບັດວຽກງານຂອງພຣະເຈົ້າກໍບັນຈຸຢູ່ໃນນີ້. ໃນສະໄໝຂອງພຣະຄຸນ, ພຣະເຢຊູໄດ້ຖືກຄຶງເພື່ອໄຖ່ມະນຸດຊາດໃຫ້ລອດພົ້ນ ແຕ່ມະນຸດບໍ່ໄດ້ຮູ້ຈັກພຣະເຈົ້າ ແລະ ມັກມີຄວາມຄິດບາງຢ່າງກ່ຽວກັບພຣະເຈົ້າຢູ່ສະເໝີໂດຍການເວົ້າວ່າ “ເພື່ອໄຖ່ມະນຸດຊາດທັງໝົດ, ພຣະເຈົ້າພຽງແຕ່ກ່າວກັບຊາຕານວ່າ ‘ເຮົາເປັນຜູ້ທີ່ມີລິດທານຸະພາບສູງສຸດ. ເຈົ້າກ້າທີ່ຈະກັກຂັງມະນຸດໄວ້ຈາກເຮົາບໍ? ເຈົ້າຕ້ອງມອບພວກເຂົາໃຫ້ແກ່ເຮົາ’. ດ້ວຍຄໍາເວົ້າພຽງສອງສາມຄຳເຫຼົ່ານີ້, ທຸກສິ່ງກໍສາມາດແກ້ໄຂໄດ້ແລ້ວ. ບໍ່ແມ່ນພຣະເຈົ້າມີສິດອໍານາດບໍ? ສິ່ງດຽວທີ່ຈໍາເປັນແມ່ນເພື່ອໃຫ້ພຣະເຈົ້າກ່າວວ່າ ມະນຸດຊາດໄດ້ຮັບການໄຖ່ໃຫ້ພົ້ນ ແລະ ຄວາມບາບຂອງມະນຸດໄດ້ຮັບການອະໄພແລ້ວ, ຈາກນັ້ນມະນຸດກໍຈະບໍ່ມີບາບ. ສິ່ງເຫຼົ່ານີ້ບໍ່ສາມາດຕັດສິນໄດ້ດ້ວຍຄໍາດຽວຈາກພຣະເຈົ້າບໍ? ພຣະເຈົ້າໄດ້ກ່າວພຽງຄໍາດຽວ ແລະ ທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງທັງປວງກໍເກີດຂຶ້ນ, ສະນັ້ນ ພຣະເຈົ້າຈະບໍ່ສາມາດແກ້ໄຂບັນຫານີ້ໄດ້ແນວໃດ? ເປັນຫຍັງພຣະເຈົ້າຈຶ່ງຖືກຄຶງເປັນໆ?” ທັງດ້ານລິດທານຸະພາບສູງສຸດ ແລະ ດ້ານການປະຕິບັດຂອງພຣະເຈົ້າກໍໄດ້ບັນຈຸຢູ່ໃນນີ້ແລ້ວ. ດ້ານການປະຕິບັດນັ້ນກໍຄື ພຣະເຈົ້າໄດ້ກາຍເປັນເນື້ອໜັງ, ດໍາລົງຊີວິດສາມສິບສາມປີ ແລະ ອີກເຄິ່ງປີທີ່ເທິງແຜ່ນດິນໂລກ, ໄດ້ອົດທົນຕໍ່ຄວາມທຸກທໍລະມານຫຼາຍປະການ ແລະ ໃນທີ່ສຸດກໍຖືກຄຶງ, ໄດ້ອົດທົນຕໍ່ຄວາມທຸກທໍລະມານທີ່ຮ້າຍແຮງທີ່ສຸດ. ຈາກນັ້ນ, ພຣະອົງໄດ້ຟື້ນຄືນມາຈາກຄວາມຕາຍ ແລະ ການຟື້ນຄືນມາຈາກຄວາມຕາຍຂອງພຣະອົງກໍຄືດ້ານທີ່ມີລິດທານຸະພາບສູງສຸດຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ໃຫ້ໝາຍສໍາຄັນ ຫຼື ຫຼັ່ງເລືອດພຽງໜ້ອຍໜຶ່ງ ຫຼື ເຮັດໃຫ້ຝົນຕົກໜ້ອຍໜຶ່ງ ແລະ ກ່າວວ່ານີ້ຄືການຖວາຍບາບ. ພຣະອົງບໍ່ໄດ້ເຮັດສິ່ງໃດໆແບບນັ້ນເລີຍ ແຕ່ແທນທີ່ຈະເປັນແບບນັ້ນ, ພຣະອົງໄດ້ມາເກີດເປັນເນື້ອໜັງດ້ວຍພຣະອົງເອງເພື່ອໄຖ່ມະນຸດຊາດໃຫ້ລອດພົ້ນ ແລະ ຖືກຕະປູຕອກຕິດທີ່ໄມ້ກາງແຂນ ແລະ ດ້ວຍເຫດນັ້ນມະນຸດຊາດຈຶ່ງໄດ້ມາຮູ້ເຖິງຄວາມຈິງນີ້. ໂດຍຜ່ານຄວາມຈິງນີ້, ມະນຸດຊາດຈຶ່ງໄດ້ມາຮູ້ຈັກວ່າ ພຣະເຈົ້າໄດ້ໄຖ່ມະນຸດຢ່າງແທ້ຈິງ ແລະ ນີ້ກໍເປັນຫຼັກຖານ. ທຸກຄັ້ງທີ່ພຣະເຈົ້າໄດ້ມາເກີດເປັນເນື້ອໜັງເພື່ອປະຕິບັດພາລະກິດ ຫຼື ພຣະວິຍານໄດ້ປະຕິບັດພາລະກິດໂດຍກົງ, ທັງໝົດນັ້ນແມ່ນມີຄວາມຈໍາເປັນ. ນີ້ກໍໝາຍຄວາມວ່າ ການປະຕິບັດພາລະກິດດ້ວຍວິທີນີ້ເປັນສິ່ງທີ່ມີຄ່າ ແລະ ມີຄວາມໝາຍທີ່ສຸດ ແລະ ມີພຽງການປະຕິບັດພາລະກິດໃນວິທີນີ້ເທົ່ານັ້ນຈຶ່ງຈະເປັນປະໂຫຍດຕໍ່ມະນຸດຊາດ. ນີ້ກໍຍ້ອນວ່າ ມະນຸດຊາດທັງໝົດຄືວັດຖຸປະສົງຂອງການຄຸ້ມຄອງຂອງພຣະເຈົ້າ. ໄດ້ມີການກ່າວເຖິງກ່ອນໜ້ານີ້ແລ້ວວ່າ ນີ້ຄືການເຮັດສົງຄາມກັບຊາຕານ ແລະ ເພື່ອໃຫ້ມັນອັບອາຍ. ແຕ່ແທ້ຈິງແລ້ວ, ສິ່ງນີ້ບໍ່ແມ່ນເພື່ອຄວາມດີຂອງມະນຸດໃນທີ່ສຸດບໍ? ສໍາລັບມະນຸດແລ້ວ, ນີ້ຄືເຫດການທີ່ໜ້າຈົດຈໍາ ແລະ ມັນເປັນສິ່ງທີ່ມີຄ່າ ແລະ ມີຄວາມສໍາຄັນທີ່ສຸດ. ເພາະວ່າ ສິ່ງທີ່ພຣະເຈົ້າປະສົງຢາກຈະສ້າງນັ້ນຄືກຸ່ມຄົນທີ່ພົ້ນຈາກຄວາມທຸກຍາກລໍາບາກ, ຜູ້ທີ່ຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແລ້ວ ແລະ ຜູ້ທີ່ໄດ້ຜ່ານຄວາມເສື່ອມຊາມຂອງຊາຕານມາແລ້ວ, ມັນຈໍາເປັນຢ່າງຍິ່ງທີ່ພາລະກິດນີ້ຈະຕ້ອງດໍາເນີນໄປໃນວິທີການນີ້. ພຣະເຈົ້າໄດ້ເລືອກວິທີການເຮັດວຽກທີ່ຈະນໍາໃຊ້ໃນທຸກໆຂັ້ນຕອນຂອງໜ້າວຽກ ຂອງພຣະອົງໂດຍອີງໃສ່ຄວາມຈໍາເປັນຂອງມະນຸດຊາດ; ມັນແນ່ນອນແລ້ວວ່າ ບໍ່ແມ່ນວິທີການໃດກໍໄດ້ທີ່ຈະໃຊ້ໄດ້. ແຕ່ຜູ້ຄົນກໍມີທາງເລືອກ ແລະ ມີຄວາມຄິດເປັນຂອງຕົນເອງ. ເຊັ່ນດຽວກັບການຄຶງທີ່ໄມ້ກາງແຂນຂອງພຣະເຢຊູນັ້ນ, ຜູ້ຄົນຄິດວ່າ “ການທີ່ພຣະເຈົ້າຖືກຄຶງນັ້ນກ່ຽວຫຍັງກັບພວກເຮົາ?” ພວກເຂົາຄິດວ່າ ບໍ່ມີຫຍັງກ່ຽວພັນກັນ ແຕ່ພຣະເຈົ້າຕ້ອງຖືກຄຶງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ການຖືກຄຶງເປັນການທໍລະມານທີ່ຮ້າຍແຮງທີ່ສຸດໃນເວລານັ້ນ. ພຣະວິນຍານສາມາດຖືກຄຶງໄດ້ບໍ? ພຣະວິນຍານບໍ່ສາມາດຖືກຄຶງໄດ້ ແລະ ບໍ່ອາດເປັນການທໍານວາຍໄວ້ກ່ອນລວງໜ້າຂອງພຣະເຈົ້າໄດ້, ຍິ່ງໄປກວ່ານັ້ນກໍບໍ່ຕ້ອງຫຼັ່ງເລືອດ ແລະ ຖວາຍເປັນເຄື່ອງບູຊາ. ມີພຽງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຖືກຄຶງໄດ້ ແລະ ນີ້ຄືຫຼັກຖານຂອງເຄື່ອງຖວາຍບາບ. ເນື້ອໜັງຂອງພຣະອົງມີຮູບຮ່າງລັກສະນະຄືກັບເນື້ອໜັງທີ່ມີບາບ ແລະ ຕ້ອງທົນທຸກທໍລະມານເພື່ອມະນຸດຊາດ, ໃນຂະນະທີ່ພຣະວິນຍານບໍ່ສາມາດທົນທຸກເພື່ອມະນຸດຊາດ, ທັງບໍ່ສາມາດຊົດໃຊ້ແທນບາບຂອງຜູ້ຄົນໄດ້. ພຣະເຢຊູໄດ້ຖືກຄຶງເພື່ອມະນຸດຊາດ. ນີ້ຄືດ້ານການປະຕິບັດຂອງພຣະເຈົ້າ. ພຣະເຈົ້າສາມາດເຮັດສິ່ງນີ້ ແລະ ຮັກຜູ້ຄົນໃນວິທີການນີ້, ໃນຂະນະທີ່ມະນຸດບໍ່ສາມາດເຮັດໄດ້. ນີ້ຄືດ້ານລິດທານຸພາບສູງສຸດຂອງພຣະເຈົ້າ.
ທຸກສິ່ງທີ່ພຣະເຈົ້າໄດ້ກະທໍານັ້ນກ່ຽວຂ້ອງກັນທັງດ້ານລິດທານຸພາບສູງສຸດຂອງພຣະອົງເຊັ່ນດຽວກັນກັບດ້ານການປະຕິບັດຂອງພຣະອົງ. ລິດທານຸພາບອັງສູງສຸດຂອງພຣະເຈົ້ານັ້ນຄືແກ່ນແທ້ຂອງພຣະອົງ ແລະ ການປະຕິບັດຂອງພຣະອົງກໍຄືແກ່ນແທ້ຂອງພຣະອົງຄືກັນ; ທັງສອງດ້ານນີ້ແຍກອອກຈາກກັນບໍ່ໄດ້. ການທີ່ພຣະເຈົ້າໄດ້ປະຕິບັດສິ່ງຕ່າງໆ ດ້ວຍວິທີການປະຕິບັດນັ້ນຄືດ້ານການປະຕິບັດຂອງພຣະອົງ ແລະ ການທີ່ພຣະອົງສາມາດເຮັດວຽກດ້ວຍວິທີການນີ້ກໍສະແດງເຖິງດ້ານລິດທານຸພາບສູງສຸດຂອງພຣະອົງຄືກັນ. ເຈົ້າບໍ່ສາມາດເວົ້າວ່າ “ເພາະພຣະເຈົ້າໄດ້ປະຕິບັດພາລະກິດໃນຮູບແບບທີ່ເປັນຈິງ, ດັ່ງນັ້ນ, ພຣະອົງຈຶ່ງເປັນຈິງ; ນີ້ຄືດ້ານການປະຕິບັດຂອງພຣະອົງ ແລະ ບໍ່ມີລິດທານຸພາບສູງສຸດຢູ່ໃນນັ້ນ”; ຖ້າເຈົ້າເວົ້າແບບນັ້ນ, ມັນກໍຈະກາຍເປັນຂໍ້ບັງຄັບ. ນີ້ຄືດ້ານການປະຕິບັດ ແລະ ມັນຍັງເປັນດ້ານລິດທານຸພາບສູງສຸດຄືກັນ. ທຸກສິ່ງທີ່ພຣະເຈົ້າກະທຳນັ້ນປະກອບດ້ວຍທັງສອງດ້ານເຫຼົານີ້ຄື ດ້ານລິດທານຸພາບສູງສຸດ ແລະ ດ້ານການປະຕິບັດຂອງພຣະອົງ ແລະ ທຸກສິ່ງລ້ວນແລ້ວແຕ່ໄດ້ເຮັດຕາມແກ່ນແທ້ຂອງພຣະອົງ; ມັນເປັນການສະແດງອອກເຖິງອຸປະນິໄສຂອງພຣະອົງ ລວມທັງການເປີດເຜີຍແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງເປັນ. ໃນຍຸກແຫ່ງພຣະຄຸນ, ຜູ້ຄົນຄິດວ່າພຣະເຈົ້າມີຄວາມເມດຕາ ແລະ ຄວາມຮັກ; ແຕ່ພຣະອົງຍັງມີດ້ານໂກດຮ້າຍ ແລະ ດ້ານແຫ່ງການພິພາກສາຂອງພຣະອົງ. ການສາບແຊ່ງພວກຟາຣິຊາຍ ແລະ ຊາວຢິວທັງໝົດຂອງພຣະເຈົ້າ, ນີ້ບໍ່ແມ່ນຄວາມໂກດຮ້າຍ ແລະ ຄວາມຊອບທຳຂອງພຣະອົງບໍ? ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າມີຄວາມເມດຕາ ແລະ ຄວາມຮັກໃນຍຸກແຫ່ງພຣະຄຸນເທົ່ານັ້ນ, ວ່າພຣະອົງບໍ່ໄດ້ສະແດງຄວາມໂກດຮ້າຍ, ການພິພາກສາ ຫຼື ຄໍາສາບແຊ່ງໃດໆເລີຍ. ການກ່າວແບບນີ້ສະແດງໃຫ້ເຫັນວ່າ ຜູ້ຄົນບໍ່ມີຄວາມເຂົ້າໃຈພະລາກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນລ້ວນແຕ່ເປັນການສະແດງອອກເຖິງອຸປະນິໄສຂອງພຣະອົງ. ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາທີ່ມະນຸດສາມາດເຫັນ ເປັນການພິສູດວ່າ ພຣະອົງເອງເປັນພຣະເຈົ້າ ແລະ ພຣະອົງມີລິດທານຸພາບສູງສຸດ ເຊິ່ງພິສູດແລ້ວວ່າ ພຣະອົງເອງມີແກ່ນແທ້ຂອງພຣະເຈົ້າ. ໃນໄລຍະນີ້, ພຣະເຈົ້າກໍາລັງເຮັດພາລະກິດແຫ່ງການພິພາກສາ ແລະ ການລົງໂທດ. ສິ່ງນີ້ສາມາດໝາຍເຖິງວ່າ ພຣະອົງນັ້ນບໍ່ມີຄວາມເມດຕາ ຫຼື ຄວາມຮັກບໍ? ບໍ່ແມ່ນແນວນັ້ນ, ພຣະອົງກໍມີຄວາມເມດຕາ ແລະ ຄວາມຮັກເຊັ່ນກັນ. ຖ້າເຈົ້າສະຫຼຸບແກ່ນແທ້ຂອງພຣະເຈົ້າໃນພຽງປະໂຫຍກດຽວ ຫຼື ຂໍ້ຄວາມດຽວ, ເຈົ້າກໍເປັນຄົນທີ່ອວດດີ ແລະ ຖືໂຕວ່າຊອບທໍາເກີນໄປ, ໂງ່ ແລະ ຈ້າ ແລະ ມັນສະແດງໃຫ້ເຫັນວ່າ ເຈົ້າບໍ່ຮູ້ຈັກພຣະເຈົ້າ. ບາງຄົນເວົ້າວ່າ “ຈົ່ງໂອ້ລົມກັບພວກເຮົາກ່ຽວກັບຄວາມຈິງໃນການຮູ້ຈັກພຣະເຈົ້າ, ຈົ່ງອະທິບາຍມັນຢ່າງຊັດເຈນ”. ຄົນທີ່ຮູ້ຈັກພຣະເຈົ້າຈະເວົ້າຫຍັງແດ່? ພວກເຂົາຈະເວົ້າວ່າ “ເລື່ອງຂອງການຮູ້ຈັກພຣະເຈົ້ານັ້ນເລິກເຊິ່ງຫຼາຍຈົນຂ້ອຍບໍ່ສາມາດອະທິບາຍມັນໃຫ້ຊັດເຈນໄດ້ໃນສອງສາມປະໂຫຍກ. ຂ້ອຍບໍ່ສາມາດເຮັດໃຫ້ເຂົ້າໃຈມັນໄດ້, ບໍ່ວ່າຂ້ອຍຈະອະທິບາຍມັນແບບໃດກໍຕາມ. ມັນດີພໍແລ້ວທີ່ຈະໄດ້ຮັບພຽງໃຈຄວາມຂອງມັນ. ບໍ່ມີໃຜສາມາດຮູ້ຈັກພຣະເຈົ້າໄດ້ຢ່າງລະອຽດຖີ່ຖ້ວນໄດ້”. ຄົນທີ່ອວດດີທີ່ບໍ່ຮູ້ຈັກພຣະເຈົ້າຈະເວົ້າວ່າ “ຂ້ອຍຮູ້ວ່າພຣະອົງແມ່ນພຣະເຈົ້າແບບໃດ, ຂ້ອຍຮູ້ຈັກພຣະເຈົ້າເປັນຢ່າງດີ”. ນີ້ບໍ່ແມ່ນການໂອ້ອວດບໍ? ຜູ້ໃດກໍຕາມທີ່ເວົ້າແບບນີ້ຄືຄົນອວດດີທີ່ສຸດ! ຖ້າຫາກວ່າຜູ້ຄົນບໍ່ໄດ້ປະສົບກັບ ແລະ ບໍ່ໄດ້ເຫັນຄວາມຈິງບາງຢ່າງ, ມີບາງສິ່ງທີ່ພວກເຂົາບໍ່ສາມາດຮູ້ຈັກ ຫຼື ປະສົບກັບຢ່າງແທ້ຈິງໄດ້, ສະນັ້ນ, ພວກເຂົາຈຶ່ງຮູ້ສຶກວ່າ ການຮູ້ຈັກພຣະເຈົ້າເປັນສິ່ງທີ່ຂ້ອນຂ້າງເປັນນາມມະທຳ. ຕໍ່ບັນດາຜູ້ທີ່ບໍ່ເຂົ້າໃຈ, ມັນກໍເປັນພຽງແຕ່ຄໍາເວົ້າຊະນິດໜຶ່ງ; ພວກເຂົາພຽງເຂົ້າໃຈມັນຕາມຫຼັກຄຳສອນ ແຕ່ບໍ່ມີຄວາມຮູ້ທີ່ແທ້ຈິງ. ການທີ່ເຈົ້າບໍ່ເຂົ້າໃຈມັນນັ້ນກໍບໍ່ໄດ້ໝາຍຄວາມວ່າ ມັນບໍ່ແມ່ນຄວາມຈິງ. ການຮູ້ຈັກພຣະເຈົ້າເປັນສິ່ງທີ່ເປັນນາມມະທຳສຳລັບຄົນທີ່ບໍ່ມີປະສົບການ ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ແມ່ນສິ່ງທີ່ເປັນນາມມະທຳ. ຖ້າຄົນຜູ້ໜຶ່ງມີປະສົບການຢ່າງແທ້ຈິງ, ພວກເຂົາກໍຈະສາມາດຈັບຄູ່ພຣະທໍາຂອງພຣະເຈົ້າກັບບໍລິບົດທີ່ເໝາະສົມ ແລະ ນຳໃຊ້ພວກມັນ ແລະ ນຳພວກມັນໄປປະຕິບັດໄດ້. ສິ່ງນີ້ສະແດງໃຫ້ເຫັນວ່າ ພວກເຂົາເຂົ້າໃຈຄວາມຈິງ. ເຈົ້າສາມາດເຂົ້າໃຈຄວາມຈິງໄດ້ບໍ່ ຖ້າເຈົ້າພຽງແຕ່ຟັງຄວາມໝາຍຕາມຕົວອັກສອນຂອງພຣະທໍາຂອງພຣະເຈົ້າ ແຕ່ບໍ່ມີຄວາມຮູ້ໃນການປະຕິບັດໃດໆທັງສິ້ນ? ເຈົ້າຕ້ອງນຳພວກມັນໄປປະຕິບັດ ແລະ ປະສົບກັບພວກມັນ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈຄວາມຈິງ.
ພຣະເຈົ້າໄດ້ໄຖ່ມະນຸດຊາດທັງໝົດໃນຍຸກແຫ່ງພຣະຄຸນ; ນີ້ຄືດ້ານທີ່ລິດທານຸພາບສູງສຸດຂອງພຣະເຈົ້າ. ລິດທານຸພາບສູງສຸດນີ້ລວມເຖິງການທີ່ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງໃນວິທີການປະຕິບັດ ກໍຄືການເອົາຊະນະຜູ້ຄົນໂດຍການປະຕິບັດພາລະກິດຂອງພຣະອົງ ໂດຍການທີ່ທຸກຄົນຂາບລົງຕໍ່ໜ້າພຣະເຈົ້າ ແລະ ສາມາດທີ່ຈະຍອມຮັບພຣະອົງ. ຖ້າມີລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ການປະຕິບັດຂອງພຣະເຈົ້າເປັນພຽງແຕ່ຖືກກ່າວວ່າເປັນສອງດ້ານທີ່ແຍກຈາກກັນ, ຜູ້ຄົນກໍຈະບໍ່ສາມາດເຂົ້າໃຈພວກມັນໄດ້ຢ່າງລະອຽດຖີ່ຖ້ວນ. ຜູ້ຄົນຕ້ອງມາຮູ້ຈັກທັງສອງດ້ານໄປພ້ອມໆກັນ ແລະ ເມື່ອນັ້ນເທົ່ານັ້ນພວກເຂົາຈຶ່ງຈະສາມາດບັນລຸຜົນໄດ້. ພຣະເຈົ້າປະຕິບັດພາລະກິດໃນທາງປະຕິບັດ ໂດຍການສະແດງຄວາມຈິງເພື່ອຊໍາລະລ້າງ ແລະ ແກ້ໄຂຄວາມເສື່ອມຊາມຂອງມະນຸດ ແລະ ນໍາພາຜູ້ຄົນໂດຍກົງ. ນີ້ແມ່ນດ້ານການປະຕິບັດຂອງພຣະເຈົ້າ. ພຣະເຈົ້າສະແດງອຸປະນິໄສຂອງພຣະອົງເອງ ແລະ ສິ່ງທີ່ພຣະອົງເປັນ ແລະ ພຣະອົງສາມາດປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໄດ້. ດ້ານລິດທານຸພາບສູງສຸດຂອງພຣະເຈົ້າແມ່ນຢູ່ໃນນີ້. ພຣະເຈົ້າມີສິດອຳນາດ: ສິ່ງທີ່ພຣະອົງກ່າວມີຕົວຕົນ, ສິ່ງທີ່ພຣະອົງບັນຊາຢືນຢັດໄວ ແລະ ສິ່ງທີ່ພຣະອົງໄດ້ກ່າວນັ້ນກໍສຳເລັດ. ໃນຂະນະທີ່ພຣະເຈົ້າກ່າວ, ລິດທານຸພາບອັນສູງສຸດຂອງພຣະອົງກໍຖືກເປີດເຜີຍ. ພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ, ຫຼອກລໍ້ຊາຕານເພື່ອໃຫ້ຮັບໃຊ້ພຣະອົງ, ຈັດແຈງສະພາບແວດລ້ອມເພື່ອທົດລອງ ແລະ ຫຼໍ່ຫຼອມຜູ້ຄົນ ແລະ ຊໍາລະລ້າງ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ທັງໝົດນີ້ລ້ວນເປັນການສະແດງອອກເຖິງດ້ານລິດທານຸພາບສູງສຸດຂອງພຣະເຈົ້າ. ແກ່ນແທ້ຂອງພຣະເຈົ້ານັ້ນເປັນທັງລິດທານຸພາບສູງສຸດ ແລະ ການປະຕິບັດ ແລະ ທັງສອງດ້ານນີ້ຕ່າງກໍເສີມກັນ ແລະ ກັນ. ທຸກສິ່ງທີ່ພຣະເຈົ້າກະທຳຄືການສະແດງອອກເຖິງອຸປະນິໄສຂອງພຣະອົງເອງ ແລະ ເປັນການເປີດເຜີຍສິ່ງທີ່ພຣະອົງເປັນ. ສິ່ງທີ່ພຣະອົງເປັນນັ້ນລວມເຖິງລິດທານຸພາບສູງສຸດຂອງພຣະອົງ, ຄວາມຊອບທຳຂອງພຣະອົງ ແລະ ເດຊານຸພາບຂອງພຣະອົງ. ໃນຂະນະທີ່ກໍາລັງປະຕິບັດພາລະກິດ, ພຣະເຈົ້າໄດ້ເປີດເຜີຍແກ່ນແທ້ຂອງພຣະອົງເອງ ແລະ ສະແດງອອກເຖິງສິ່ງທີ່ພຣະອົງເປັນຕະຫຼອດ. ແກ່ນແທ້ຂອງພຣະອົງນັ້ນມີສອງດ້ານຄື: ດ້ານໜຶ່ງແມ່ນດ້ານລິດທານຸພາບສູງສຸດຂອງພຣະອົງ, ອີກດ້ານແມ່ນດ້ານການປະຕິບັດຂອງພຣະອົງ. ບໍ່ວ່າເຈົ້າຈະເບິ່ງພາລະກິດຂອງພຣະເຈົ້າໃນໄລຍະໃດກໍຕາມ, ເຈົ້າຈະສາມາດເຫັນໄດ້ທັງສອງດ້ານນີ້; ໃນທຸກສິ່ງທີ່ພຣະເຈົ້າກະທຳ, ທັງສອງດ້ານນີ້ກໍຢູໃນນັ້ນ. ນີ້ແມ່ນເສັ້ນທາງໜຶ່ງໃນການຮູ້ຈັກພຣະເຈົ້າ.
ຕອນຄັດເລືອກທີ 25
ໃນສອງສາມປີທຳອິດຫຼັງຈາກຂັ້ນຕອນພາລະກິດນີ້ໄດ້ເລີ່ມຕົ້ນຂຶ້ນ, ມີຜູ້ຊາຍຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາຄວາມຈິງ. ສິ່ງດຽວທີ່ລາວຄິດຫາກໍຄືການຫາເງິນໃຫ້ຫຼາຍຂຶ້ນ, ຊອກຫາຄູ່ຄອງ ແລະ ໃຊ້ຊີວິດແບບຄົນລວຍ ແລະ ດ້ວຍເຫດນັ້ນ ລາວຈຶ່ງອອກຈາກຄຣິດຕະຈັກ. ໂດຍບໍ່ຄາດຄິດ ຫຼັງຈາກທີ່ລາວພະເນຈອນໄປມາສອງສາມປີ, ລາວກໍໄດ້ກັບຄືນມາ. ລາວຮູ້ສຶກສຳນຶກຜິດຢ່າງຍິ່ງໃນຫົວໃຈຂອງລາວ ແລະ ຮ້ອງໄຫ້ຈົນນັບຄັ້ງບໍ່ໄດ້. ສິ່ງນີ້ໄດ້ພິສູດວ່າ ຫົວໃຈຂອງລາວບໍ່ໄດ້ອອກຈາກພຣະເຈົ້າຢ່າງສິ້ນເຊີງ ເຊິ່ງເປັນສິ່ງທີ່ດີ; ລາວຍັງມີໂອກາດ ແລະ ຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ. ຖ້າລາວເຊົາເຊື່ອ, ເລີ່ມເປັນແບບດຽວກັນກັບຄົນບໍ່ເຊື່ອ, ແລ້ວລາວກໍຄົງຈະຊ່ວຍຫຍັງບໍ່ໄດ້ແລ້ວ. ຍ້ອນລາວສາມາດກັບໃຈຢ່າງແທ້ຈິງ, ມັນກໍຍັງມີຄວາມຫວັງສຳລັບລາວ; ນີ້ຄືສິ່ງທີ່ຫາຍາກ ແລະ ລໍ້າຄ່າ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ ແລະ ບໍ່ວ່າພຣະອົງຈະປະຕິບັດຕໍ່ຜູ້ຄົນແນວໃດກໍຕາມ ນັ້ນກໍຄື ເຖິງແມ່ນວ່າພຣະອົງກຽດຊັງ, ລັງກຽດ ຫຼື ສາບແຊ່ງພວກເຂົາ, ຖ້າຍັງມີວັນໜຶ່ງທີ່ພວກເຂົາສາມາດຫັນກັບມາໄດ້, ແລ້ວເຮົາກໍຈະສະບາຍໃຈຫຼາຍ, ຍ້ອນນີ້ຈະໝາຍຄວາມວ່າ ພວກເຂົາຍັງມີພື້ນທີ່ເລັກນ້ອຍໃນຫົວໃຈຂອງພວກເຂົາສຳລັບພຣະເຈົ້າ, ພວກເຂົາບໍ່ໄດ້ສູນເສຍເຫດຜົນທີ່ເປັນມະນຸດຂອງພວກເຂົາ ຫຼື ຄວາມເປັນມະນຸດຂອງພວກເຂົາຢ່າງສົມບູນ, ຍັງມີຮ່ອງຮອຍຄວາມເຊື່ອທີ່ຫຼົງເຫຼືອໃນພວກເຂົາ ແລະ ຢ່າງໜ້ອຍ ພວກເຂົາມີເຈດຕະນາບາງຢ່າງເພື່ອຮັບຮູ້ ແລະ ກັບຄືນມາຢູ່ຕໍ່ໜ້າພຣະອົງ. ຕາບໃດທີ່ຄົນໃດຄົນໜຶ່ງມີພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງແທ້ຈິງ, ບໍ່ວ່າພວກເຂົາໄດ້ອອກຈາກເຮືອນຂອງພຣະເຈົ້າເມື່ອໃດກໍຕາມ, ຖ້າພວກເຂົາກັບຄືນມາ ແລະ ຍັງມີຄອບຄົວນີ້ໃນຫົວໃຈຂອງພວກເຂົາ, ແລ້ວເຮົາກໍຈະຮູ້ສຶກຜູກພັນ ແລະ ສະບາຍໃຈພໍສົມຄວນໃນສິ່ງນັ້ນ. ເຖິງຢ່າງໃດກໍຕາມ, ຖ້າພວກເຂົາບໍ່ເຄີຍກັບຄືນມາຈັກເທື່ອ, ເຮົາກໍຈະຮູ້ສຶກວ່າ ມັນໜ້າເສຍດາຍ. ຖ້າພວກເຂົາສາມາດກັບຄືນມາ ແລະ ກັບໃຈຢ່າງແທ້ຈິງ, ແລ້ວເຮົາຈະຮູ້ສຶກພໍໃຈ ແລະ ສະບາຍໃຈເປັນພິເສດໃນຫົວໃຈຂອງເຮົາ. ການທີ່ຄົນນີ້ຍັງສາມາດກັບຄືນມາ ເບິ່ງຄືຈະໝາຍຄວາມວ່າ ລາວບໍ່ໄດ້ລືມພຣະເຈົ້າ ແລະ ລາວຍັງຮູ້ສຶກຜູກພັນກັບພຣະເຈົ້າໃນຫົວໃຈຂອງລາວ. ນັ້ນຄືເຫດຜົນທີ່ລາວກັບຄືນມາ. ເຮົາຮູ້ສຶກຊາບຊຶ້ງໃຈພໍສົມຄວນ ເມື່ອພວກເຮົາພົບປະກັນ. ເມື່ອລາວກຳລັງຈາກໄປ, ລາວຂ້ອນຂ້າງຄິດລົບຢ່າງແນ່ນອນ ແລະ ລາວຢູ່ໃນສະພາວະທີ່ບໍ່ດີ. ການທີ່ລາວສາມາດກັບຄືນມາກໍໄດ້ພິສູດວ່າ ລາວຍັງມີຄວາມເຊື່ອໃນພຣະເຈົ້າຢູ່. ເຖິງຢ່າງໃດກໍຕາມ, ບໍ່ວ່າລາວຈະສາມາດສືບຕໍ່ໄປ ຫຼື ບໍ່ ແມ່ນບໍ່ມີຜູ້ໃດຮູ້, ເພາະຄົນປ່ຽນໄວຫຼາຍ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູມີຄວາມເມດຕາ ແລະ ຄວາມກະລຸນາສຳລັບຜູ້ຄົນ. ພຣະອົງກ່າວວ່າ ຖ້າຊາຍຄົນໜຶ່ງມີແກະຮ້ອຍໂຕ ແລະ ມີໜຶ່ງໂຕໃນນັ້ນທີ່ເສຍໄປ, ລາວຈະປະເກົ້າສິບເກົ້າໂຕ ເພື່ອຊອກຫາໜຶ່ງໂຕນັ້ນ. ວັກນີ້ບໍ່ໄດ້ສະແດງເຖິງຮູບແບບການປະຕິບັດທີ່ເປັນກົນໄກ, ທັງບໍ່ແມ່ນກົດລະບຽບ; ໃນທາງກົງກັນຂ້າມ, ມັນສະແດງເຖິງເຈດຕະນາທີ່ຮີບດ່ວນຂອງພຣະເຈົ້າ ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ, ພ້ອມທັງຄວາມຮັກທີ່ເລິກຊຶ້ງຂອງພຣະອົງສຳລັບພວກເຂົາ. ມັນບໍ່ແມ່ນການປະຕິບັດປະເພດທີ່ທຳມະດາເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ເປັນປະເພດຂອງອຸປະນິໄສ, ຮູບແບບຂອງຄວາມຄິດ. ສະນັ້ນ, ຖ້າບາງຄົນອອກຈາກຄຣິດຕະຈັກເປັນເວລາຫົກເດືອນ ຫຼື ໜຶ່ງປີ ຫຼື ມີຄວາມອ່ອນແອຫຼາຍສໍ່າໃດກໍຕາມ ຫຼື ມີຄວາມເຂົ້າໃຈຜິດຫຼາຍສໍ່າໃດກໍຕາມ ແລະ ພວກເຂົາຍັງສາມາດມີຄວາມສຳນຶກໃນພາຍຫຼັງ, ຮັບຄວາມຮູ້ ແລະ ຫັນກັບຄືນມາ ແລະ ກັບເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ແລ້ວສິ່ງນີ້ກໍເຮັດໃຫ້ເຮົາສະບາຍໃຈຢ່າງແທ້ຈິງ ແລະ ນໍາເອົາຄວາມສຸກເລັກໆນ້ອຍໆມາໃຫ້ເຮົາ.