ພຣະທຳກ່ຽວກັບວິທີປະຕິບັດຕໍ່ຄວາມຈິງ ແລະ ພຣະເຈົ້າ

ຕອນຄັດເລືອກທີ 1

ບາງຄົນມາເຊື່ອໃນພຣະເຈົ້າ ເມື່ອພວກເຂົາເຫັນວ່າພຣະທຳທີ່ພຣະເຈົ້າກ່າວອອກນັ້ນແມ່ນຄວາມຈິງແທ້. ແຕ່ເມື່ອພວກເຂົາມາຮອດເຮືອນຂອງພຣະເຈົ້າ ແລະ ເຫັນວ່າພຣະເຈົ້າເປັນຄົນທຳມະດາ, ພວກເຂົາກໍເກີດມີແນວຄິດຂຶ້ນໃນຫົວໃຈຂອງພວກເຂົາ. ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍບໍ່ມີການຄວບຄຸມ, ພວກເຂົາກາຍເປັນຄົນປ່ອຍຕົວ ແລະ ພວກເຂົາເວົ້າຈາແບບບໍ່ຮັບຜິດຊອບ, ພິພາກສາ ແລະ ໃສ່ຮ້າຍປ້າຍສີຕາມທີ່ພວກເຂົາພໍໃຈ. ນີ້ຄືວີທີການທີ່ຄົນຊົ່ວຮ້າຍຖືກເປີດເຜີຍອອກ. ສິ່ງຖືກສ້າງທີ່ບໍ່ມີຄວາມເປັນມະນຸດເຫຼົ່ານີ້ມັກຈະເຮັດຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ ແລະ ຈະບໍ່ມີສິ່ງໃດດີເກີດຂຶ້ນກັບພວກເຂົາ! ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ, ໃສ່ຮ້າຍປ້າຍສີພຣະເຈົ້າຢ່າງເປີດເຜີຍ, ພິພາກສາ ແລະ ຫຍາມຫຍຽດພຣະເຈົ້າຢ່າງເປີດເຜີຍ ແລະ ໝິ່ນປະໝາດພຣະເຈົ້າແບບນີ້ຢ່າງເປີດເຜີຍ, ຕັ້ງຕົນເປັນປໍລະປັກຕໍ່ພຣະອົງ. ຄົນເຊັ່ນນັ້ນຈະກາຍເປັນເປົ້າໝາຍຂອງການລົງໂທດຢ່າງໜັກໜ່ວງ. ບາງຄົນເປັນຜູ້ນໍາປອມ ແລະ ຫຼັງຈາກທີ່ຖືກປົດອອກ, ພວກເຂົາກໍຮູ້ສຶກຄຽດແຄ້ນຕໍ່ພຣະເຈົ້າຢູ່ສະເໝີ. ພວກເຂົາສວຍໂອກາດໃນການເຕົ້າໂຮມ ເພື່ອເຜີຍແຜ່ແນວຄິດຂອງພວກເຂົາ ແລະ ລະບາຍຄຳຈົ່ມວ່າຢ່າງບໍ່ຢຸດຢັ້ງ; ພວກເຂົາອາດຈະເຖິງຂັ້ນກ່າວຄຳເວົ້າທີ່ຮຸນແຮງ ຫຼື ຄຳເວົ້າທີ່ລະບາຍຄວາມກຽດຊັງຂອງພວກເຂົາອອກມາ. ຄົນເຊັ່ນນັ້ນບໍ່ແມ່ນມານຮ້າຍບໍ? ຫຼັງຈາກທີ່ຖືກກຳຈັດອອກໂດຍເຮືອນຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກສຳນຶກຜິດ, ໂດຍອ້າງວ່າພວກເຂົາເວົ້າສິ່ງທີ່ຜິດໃນຊ່ວງເວລາແຫ່ງຄວາມໂງ່ຈ້າ. ບາງຄົນບໍ່ສາມາດແຍກແຍະພວກເຂົາໄດ້, ໂດຍເວົ້າວ່າ “ພວກເຂົາໜ້າສົງສານຫຼາຍ ແລະ ພວກເຂົາກໍສຳນຶກຜິດໃນໃຈ. ພວກເຂົາຍັງເວົ້າວ່າພວກເຂົາເປັນໜີ້ພຣະເຈົ້າ ແລະ ບໍ່ຮູ້ຈັກພຣະອົງ, ສະນັ້ນ ກະລຸນາອະໄພໃຫ້ພວກເຂົາເຖີດ”. ການອະໄພຈະສາມາດໃຫ້ໄດ້ງ່າຍດາຍປານນັ້ນບໍ? ແມ່ນແຕ່ມະນຸດກໍຍັງມີສັກສີຂອງຕົນ, ຍິ່ງເປັນພຣະເຈົ້າກໍ່ຍິ່ງມີສັກສີ! ຫຼັງຈາກທີ່ຄົນເຫຼົ່ານີ້ໄດ້ໝິ່ນປະໝາດ ແລະ ໃສ່ຮ້າຍປ້າຍສີ, ບາງຄົນເມື່ອເຫັນວ່າຄົນເຫຼົ່ານັ້ນສຳນຶກຜິດ, ກໍຢາກໃຫ້ພວກເຂົາໄດ້ຮັບການອະໄພ ແລະ ເວົ້າວ່າພວກເຂົາກະທຳໄປໃນຊ່ວງເວລາແຫ່ງຄວາມໂງ່ຈ້າ, ແຕ່ມັນແມ່ນຊ່ວງເວລາແຫ່ງຄວາມໂງ່ຈ້າແທ້ບໍ? ພວກເຂົາເວົ້າໂດຍມີເຈດຕະນາບາງຢ່າງຢູ່ສະເໝີ ແລະ ພວກເຂົາແມ່ນແຕ່ກ້າທີ່ຈະພິພາກສາພຣະເຈົ້າ. ເມື່ອເຮືອນຂອງພຣະເຈົ້າປົດພວກເຂົາອອກ, ພວກເຂົາກໍສູນເສຍຜົນປະໂຫຍດຈາກສະຖານະ ແລະ ເກີດຄວາມຢ້ານກົວວ່າພວກເຂົາຈະຖືກກຳຈັດ, ສະນັ້ນ ພວກເຂົາຈຶ່ງຈົ່ມຕໍ່ວ່າຫຼາຍຢ່າງ. ຕໍ່ມາພວກເຂົາກໍຮູ້ສຶກສຳນຶກຜິດ ແລະ ຮ້ອງໄຫ້ຢ່າງຂົມຂື່ນ. ສິ່ງນີ້ມີປະໂຫຍດຫຍັງບໍ? ຫຼັງຈາກທີ່ຄຳເວົ້າຂອງເຈົ້າໄດ້ຖືກເວົ້າອອກໄປແລ້ວ, ພວກມັນກໍຄືກັບນໍ້າທີ່ຖອກລົງພື້ນ, ເຊິ່ງບໍ່ສາມາດເກັບຄືນໄດ້. ພຣະເຈົ້າຈະສາມາດທົນໃຫ້ຜູ້ຄົນຕໍ່ຕ້ານພຣະອົງ, ພິພາກສາພຣະອົງ ແລະ ໝິ່ນປະໝາດພຣະອົງຕາມທີ່ພວກເຂົາພໍໃຈ ແລະ ບໍ່ສົນໃຈຫຍັງເລີຍໄດ້ບໍ? ຖ້າເປັນເຊັ່ນນັ້ນ, ພຣະເຈົ້າກໍຈະບໍ່ມີສັກສີ. ຫຼັງຈາກທີ່ພວກເຂົາໄດ້ຕໍ່ຕ້ານ, ບາງຄົນກໍເວົ້າວ່າ “ຂ້າແດ່ພຣະເຈົ້າ, ພຣະໂລຫິດອັນປະເສີດຂອງພຣະອົງໄດ້ໄຖ່ບາບຂ້ານ້ອຍ. ພຣະອົງໃຫ້ພວກຂ້ານ້ອຍອະໄພຄົນເຈັດສິບເທື່ອຄູນເຈັດ, ພຣະອົງກໍຄວນອະໄພໃຫ້ຂ້ານ້ອຍເຊັ່ນກັນ!” ຊ່າງບໍ່ມີຄວາມລະອາຍແທ້ໆ! ບາງຄົນເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພຣະເຈົ້າ ແລະ ຮູ້ສຶກຢ້ານກົວຫຼັງຈາກທີ່ໃສ່ຮ້າຍປ້າຍສີພຣະອົງ. ຍ້ອນຢ້ານວ່າຈະຖືກລົງໂທດ, ພວກເຂົາຈຶ່ງຟ້າວຄຸເຂົ່າລົງ ແລະ ອະທິຖານວ່າ: “ຂ້າແດ່ພຣະເຈົ້າ! ຂໍຢ່າປະຖິ້ມຂ້ານ້ອຍ, ຂໍຢ່າລົງໂທດຂ້ານ້ອຍ. ຂ້ານ້ອຍຂໍສາລະພາບບາບ, ຂ້ານ້ອຍຂໍກັບໃຈ, ຂ້ານ້ອຍເປັນໜີ້ພຣະອົງ, ຂ້ານ້ອຍເຮັດຜິດໄປແລ້ວ”. ບອກເຮົາມາເບິ່ງ, ຄົນເຊັ່ນນັ້ນຈະສາມາດໄດ້ຮັບການອະໄພບໍ? ບໍ່ໄດ້! ເປັນຫຍັງຈຶ່ງບໍ່ໄດ້? ສິ່ງທີ່ພວກເຂົາໄດ້ເຮັດນັ້ນແມ່ນການເຮັດຜິດຕໍ່ພຣະວິນຍານບໍລິສຸດ ແລະ ບາບຂອງການໝິ່ນປະໝາດພຣະວິນຍານບໍລິສຸດຈະບໍ່ມີທາງໄດ້ຮັບການອະໄພ, ທັງໃນຊີວິດນີ້ ຫຼື ໃນໂລກທີ່ຈະມາເຖິງ! ພຣະເຈົ້າຮັກສາສັດຈະ. ພຣະອົງມີສັກສີ, ມີຄວາມໂກດຮ້າຍ ແລະ ມີອຸປະນິໄສທີ່ຊອບທຳ. ເຈົ້າຄິດວ່າພຣະເຈົ້າຄືກັນກັບມະນຸດບໍ, ທີ່ວ່າຖ້າຄົນໃດໜຶ່ງດີຕໍ່ພຣະອົງພຽງເລັກນ້ອຍ, ພຣະອົງກໍຈະບໍ່ສົນໃຈການລ່ວງລະເມີດທີ່ຜ່ານມາຂອງພວກເຂົາບໍ? ບໍ່ມີທາງເປັນແບບນັ້ນ! ສິ່ງຕ່າງໆ ຈະດີຂຶ້ນສຳລັບເຈົ້າບໍ ຖ້າເຈົ້າຕໍ່ຕ້ານພຣະເຈົ້າ? ມັນເປັນສິ່ງທີ່ສາມາດອະໄພໄດ້ ຖ້າເຈົ້າເຮັດສິ່ງທີ່ຜິດຍ້ອນຄວາມໂງ່ຈ້າຊົ່ວຄາວ ຫຼື ເປີດເຜີຍອຸປະນິໄສທີ່ເສື່ອມຊາມເລັກນ້ອຍເປັນບາງຄັ້ງບາງຄາວ. ແຕ່ຖ້າເຈົ້າຕໍ່ຕ້ານ, ກະບົດ ແລະ ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າໂດຍກົງ ແລະ ຖ້າເຈົ້າໃສ່ຮ້າຍປ້າຍສີ, ໝິ່ນປະໝາດ ແລະ ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງກ່ຽວກັບພຣະອົງ, ແລ້ວເຈົ້າກໍຈິບຫາຍຢ່າງສົມບູນ. ບໍ່ຈຳເປັນທີ່ຄົນເຊັ່ນນັ້ນຈະຕ້ອງອະທິຖານອີກຕໍ່ໄປ; ພວກເຂົາຄວນພຽງແຕ່ລໍຖ້າຮັບການລົງໂທດ. ພວກເຂົາບໍ່ສາມາດໄດ້ຮັບການອະໄພ! ເມື່ອເວລານັ້ນມາເຖິງ, ຢ່າເວົ້າຢ່າງບໍ່ມີຄວາມລະອາຍວ່າ “ຂ້າແດ່ພຣະເຈົ້າ, ກະລຸນາອະໄພໃຫ້ຂ້ານ້ອຍແດ່ທ້ອນ!” ບໍ່ວ່າເຈົ້າຈະອ້ອນວອນສໍ່າໃດ, ເຮົາຢ້ານວ່າມັນຈະໄຮ້ປະໂຫຍດ. ເມື່ອເຂົ້າໃຈຄວາມຈິງບາງຢ່າງແລ້ວ, ຖ້າຜູ້ຄົນຍັງລ່ວງລະເມີດໂດຍເຈດຕະນາ, ພວກເຂົາກໍບໍ່ສາມາດໄດ້ຮັບການອະໄພ. ກ່ອນໜ້ານີ້, ມີການກ່າວວ່າພຣະເຈົ້າບໍ່ຈົດຈຳການລ່ວງລະເມີດຂອງຄົນເຮົາ. ນັ້ນໝາຍເຖິງການລ່ວງລະເມີດເລັກນ້ອຍທີ່ບໍ່ກ່ຽວຂ້ອງກັບພຣະດຳລັດອງພຣະເຈົ້າ ແລະ ບໍ່ໄດ້ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ສິ່ງເຫຼົ່ານີ້ບໍ່ໄດ້ປະກອບເປັນການໝິ່ນປະໝາດ ແລະ ການໃສ່ຮ້າຍປ້າຍສີຕໍ່ພຣະເຈົ້າ. ແຕ່ຖ້າເຈົ້າໝິ່ນປະໝາດ, ພິພາກສາ ຫຼື ໃສ່ຮ້າຍປ້າຍສີພຣະເຈົ້າພຽງຄັ້ງດຽວ, ສິ່ງນີ້ກໍຈະເປັນຮອຍດ່າງຖາວອນທີ່ບໍ່ສາມາດລຶບລ້າງໄດ້. ຜູ້ຄົນເຖິງກັບຢາກໝິ່ນປະໝາດ ແລະ ດ່າພຣະເຈົ້າຕາມທີ່ພວກເຂົາພໍໃຈ ແລະ ຈາກນັ້ນກໍສວຍໃຊ້ພຣະອົງເພື່ອໃຫ້ໄດ້ຮັບພອນ. ບໍ່ມີສິ່ງໃດໃນໂລກທີ່ຈະໄດ້ມາງ່າຍດາຍປານນັ້ນ! ຜູ້ຄົນຄິດຢູ່ສະເໝີວ່າພຣະເຈົ້າມີຄວາມເມດຕາ ແລະ ຄວາມຮັກ, ພຣະອົງມີຄວາມກະລຸນາ, ພຣະອົງມີຫົວໃຈທີ່ກວ້າງຂວາງ ແລະ ບໍ່ສາມາດວັດແທກໄດ້, ພຣະອົງບໍ່ຈົດຈຳການລ່ວງລະເມີດຂອງຜູ້ຄົນ ແລະ ໃຫ້ອະດີດຜ່ານໄປສຳລັບການລ່ວງລະເມີດ ແລະ ການກະທຳໃນອະດີດຂອງຜູ້ຄົນ. ການໃຫ້ອະດີດຜ່ານໄປນັ້ນເກີດຂຶ້ນກັບເລື່ອງເລັກນ້ອຍ. ພຣະເຈົ້າຈະບໍ່ມີທາງອະໄພໃຫ້ຜູ້ທີ່ຕໍ່ຕ້ານ ແລະ ໝິ່ນປະໝາດພຣະອົງຢ່າງເປີດເຜີຍ.

ເຖິງແມ່ນວ່າຄົນສ່ວນໃຫຍ່ໃນຄຣິດຕະຈັກເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ, ສະນັ້ນ ມັນຈຶ່ງຍາກສຳລັບພວກເຂົາທີ່ຈະຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍ. ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຜູ້ຄົນບໍ່ຢຳເກງພຣະເຈົ້າ ຫຼື ຢ້ານກົວພຣະອົງ; ຫຼັງຈາກທີ່ພາລະກິດຂອງພຣະເຈົ້າສົ່ງຜົນກະທົບຕໍ່ຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາກໍເວົ້າຕາມທີ່ພວກເຂົາຕ້ອງການ. ເມື່ອພວກເຂົາເວົ້າຈົບ, ມັນຈະຈົບລົງພຽງເທົ່ານັ້ນບໍ? ຈາກນັ້ນ ພວກເຂົາກໍຕ້ອງຈ່າຍລາຄາສຳລັບສິ່ງທີ່ພວກເຂົາເວົ້າ ແລະ ນີ້ບໍ່ແມ່ນເລື່ອງທຳມະດາ! ເມື່ອບາງຄົນໝິ່ນປະໝາດພຣະເຈົ້າ, ເມື່ອພວກເຂົາພິພາກສາພຣະເຈົ້າ, ພວກເຂົາຮູ້ໃນຫົວໃຈຂອງພວກເຂົາບໍວ່າ ພວກເຂົາກຳລັງເວົ້າຫຍັງຢູ່? ທຸກຄົນທີ່ເວົ້າສິ່ງເຫຼົ່ານີ້ລ້ວນແຕ່ຮູ້ໃນຫົວໃຈຂອງພວກເຂົາວ່າ ພວກເຂົາເວົ້າຫຍັງ. ນອກຈາກຜູ້ທີ່ຖືກວິນຍານຊົ່ວຮ້າຍສິງ ແລະ ມີເຫດຜົນທີ່ຜິດປົກກະຕິ, ຄົນປົກກະຕິຈະຮູ້ໃນຫົວໃຈຂອງພວກເຂົາວ່າ ພວກເຂົາກຳລັງເວົ້າຫຍັງຢູ່. ຖ້າພວກເຂົາເວົ້າວ່າພວກເຂົາບໍ່ຮູ້, ນັ້ນກໍຄືພວກເຂົາກຳລັງເວົ້າຕົວະ. ເມື່ອພວກເຂົາເວົ້າ, ພວກເຂົາຄິດວ່າ: “ຂ້ານ້ອຍຮູ້ວ່າພຣະອົງຄືພຣະເຈົ້າ. ຂ້ານ້ອຍກຳລັງບອກວ່າສິ່ງທີ່ພຣະອົງເຮັດນັ້ນບໍ່ຖືກ, ພຣະອົງຈະເຮັດຫຍັງຂ້ານ້ອຍໄດ້? ພຣະອົງຈະເຮັດຫຍັງ ເມື່ອຂ້ານ້ອຍເວົ້າຈົບ?” ພວກເຂົາຂ້ອນຂ້າງຕັ້ງໃຈເຮັດສິ່ງນີ້, ລົບກວນຄົນອື່ນໂດຍຕັ້ງໃຈ, ດຶງດູດຄົນອື່ນໃຫ້ມາຢູ່ຂ້າງພວກເຂົາ ແລະ ເຮັດໃຫ້ຄົນອື່ນເວົ້າ ແລະ ກະທຳໃນແບບດຽວກັນ. ພວກເຂົາຮູ້ວ່າສິ່ງທີ່ພວກເຂົາເວົ້ານັ້ນເປັນການຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ, ມັນເປັນການຕໍ່ຕ້ານພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າ. ຫຼັງຈາກທີ່ພວກເຂົາໄດ້ຄິດໄຕ່ຕອງກ່ຽວກັບມັນ, ພວກເຂົາກໍຮັບຮູ້ວ່າມີບາງຢ່າງຜິດພາດ: “ຂ້ານ້ອຍເວົ້າຫຍັງໄປ? ມັນເປັນຊ່ວງເວລາທີ່ຫົວຮ້ອນ ແລະ ຂ້ານ້ອຍເສຍໃຈແທ້ໆ!” ການສຳນຶກຜິດຂອງພວກເຂົາພິສູດໃຫ້ເຫັນວ່າ ພວກເຂົາຮູ້ຢູ່ແລ້ວວ່າພວກເຂົາກຳລັງເຮັດຫຍັງຢູ່ໃນເວລານັ້ນ; ມັນບໍ່ແມ່ນວ່າພວກເຂົາບໍ່ຮູ້. ຖ້າເຈົ້າຄິດວ່າພວກເຂົາໂງ່ ແລະ ສັບສົນພຽງຊົ່ວຄາວ, ພວກເຂົາບໍ່ເຫັນສິ່ງຕ່າງໆ ຢ່າງຊັດເຈນ, ສິ່ງນີ້ກໍບໍ່ຖືກຕ້ອງທັງໝົດ. ເຖິງແມ່ນວ່າຜູ້ຄົນຈະບໍ່ເຫັນສິ່ງຕ່າງໆ ຢ່າງຊັດເຈນ, ຖ້າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍຕ້ອງມີຄວາມຮູ້ສາມັນຂັ້ນຕ່ຳສຸດ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຄວນຢ້ານກົວພຣະອົງ ແລະ ຢຳເກງພຣະອົງ. ພວກເຂົາບໍ່ສາມາດໝິ່ນປະໝາດພຣະເຈົ້າ ຫຼື ພິພາກສາ ຫຼື ໃສ່ຮ້າຍປ້າຍສີພຣະອົງຕາມທີ່ພວກເຂົາພໍໃຈ. ເຈົ້າຮູ້ບໍ່ວ່າ “ການພິພາກສາ”, “ການໝິ່ນປະໝາດ” ແລະ “ການໃສ່ຮ້າຍປ້າຍສີ” ໝາຍຄວາມວ່າແນວໃດ? ເຈົ້າບໍ່ຮູ້ບໍວ່າ ຄຳເວົ້າທີ່ເຈົ້າເວົ້າອອກມານັ້ນເປັນການພິພາກສາພຣະເຈົ້າ? ບາງຄົນເວົ້າຢູ່ສະເໝີກ່ຽວກັບຂໍ້ແທ້ຈິງທີ່ວ່າ ພວກເຂົາໄດ້ຕ້ອນຮັບພຣະເຈົ້າ ແລະ ມັກຈະເຫັນພຣະເຈົ້າ ແລະ ໄດ້ຟັງການໂອ້ລົມຂອງພຣະເຈົ້າແບບຊ່ອງໜ້າ. ພວກເຂົາເວົ້າເຖິງສິ່ງເຫຼົ່ານີ້ກັບໃຜກໍຕາມທີ່ພວກເຂົາພົບເຫັນ, ເວົ້າໄປເລື້ອຍໆ ກ່ຽວກັບສິ່ງພາຍນອກເທົ່ານັ້ນ; ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງເລີຍ. ພວກເຂົາອາດຈະບໍ່ມີເຈດຕະນາຮ້າຍ ເມື່ອພວກເຂົາເວົ້າສິ່ງເຫຼົ່ານີ້. ພວກເຂົາອາດຈະມີເຈດຕະນາດີຕໍ່ອ້າຍເອື້ອຍນ້ອງ ແລະ ປາຖະໜາທີ່ຈະກະຕຸ້ນທຸກຄົນ. ແຕ່ເປັນຫຍັງພວກເຂົາຈຶ່ງເລືອກເອົາສິ່ງເຫຼົ່ານີ້ມາເວົ້າ? ຖ້າພວກເຂົາເລີ່ມຍົກເອົາສິ່ງເຫຼົ່ານີ້ຂຶ້ນມາເວົ້າ, ແລ້ວພວກເຂົາກໍມີເຈດຕະນາບາງຢ່າງ: ໂດຍຫຼັກໆ ແລ້ວແມ່ນເພື່ອອວດອ້າງ ແລະ ໃຫ້ຜູ້ຄົນນັບຖືພວກເຂົາ. ຖ້າພວກເຂົາປາຖະໜາທີ່ຈະເຮັດໃຫ້ຜູ້ຄົນມີຄວາມເຊື່ອ ແລະ ກະຕຸ້ນຜູ້ຄົນໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາອາດອ່ານພຣະທຳຂອງພຣະອົງໃຫ້ພວກເຂົາຟັງຫຼາຍຂຶ້ນ ເຊິ່ງເປັນຄວາມຈິງ. ແລ້ວເປັນຫຍັງພວກເຂົາຈຶ່ງຢືນຢັນທີ່ຈະເວົ້າກ່ຽວກັບສິ່ງພາຍນອກເຫຼົ່ານັ້ນ? ສິ່ງທີ່ເປັນຮາກເຫງົ້າຂອງການທີ່ພວກເຂົາເວົ້າສິ່ງເຫຼົ່ານີ້ກໍຄື ພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າໂດຍສິ້ນເຊີງ. ພວກເຂົາບໍ່ຢ້ານກົວພຣະເຈົ້າ. ຜູ້ຄົນຈະສາມາດເຮັດຕົວບໍ່ດີ ແລະ ເວົ້າຈາໂອຫັງຕໍ່ໜ້າພຣະເຈົ້າໄດ້ແນວໃດ? ພຣະເຈົ້າມີສັກສີ! ຖ້າພວກເຂົາຮັບຮູ້ສິ່ງນີ້, ພວກເຂົາຈະຍັງເວົ້າສິ່ງເຫຼົ່ານັ້ນຢູ່ບໍ? ຜູ້ຄົນບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາເວົ້າຕາມອຳເພີໃຈວ່າ ພຣະເຈົ້າເປັນແນວໃດ ແລະ ພຣະເຈົ້າມີລັກສະນະແນວໃດ ເພື່ອແຮງຈູງໃຈຂອງພວກເຂົາເອງ, ເພື່ອບັນລຸເປົ້າໝາຍສ່ວນຕົວຂອງພວກເຂົາໃນການເຮັດໃຫ້ຄົນອື່ນຄິດສູງສົ່ງກ່ຽວກັບພວກເຂົາ. ນີ້ເປັນພຽງການພິພາກສາພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າ. ຄົນເຊັ່ນນັ້ນບໍ່ມີຮ່ອງຮອຍຂອງຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ພວກເຂົາລ້ວນແຕ່ເປັນຄົນທີ່ຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ. ພວກເຂົາລ້ວນແຕ່ເປັນວິນຍານຊົ່ວຮ້າຍ ແລະ ມານຮ້າຍ. ບາງຄົນໄດ້ເຊື່ອໃນພຣະເຈົ້າເປັນເວລາສອງສາມປີ, ແຕ່ຫຼັງຈາກທີ່ຖືກຈັບກຸມໂດຍມັງກອນແດງທີ່ຍິ່ງໃຫຍ່, ພວກເຂົາກໍກາຍເປັນຢູດາ, ເຖິງກັບຕິດຕາມມັງກອນແດງທີ່ຍິ່ງໃຫຍ່ໃນການໝິ່ນປະໝາດພຣະເຈົ້າ. ໃນຂະນະທີ່ເທດສະໜາຂ່າວປະເສີດ, ບາງຄົນກໍເວົ້າຕາມຄົນເຄັ່ງສາສະໜາ ໂດຍເວົ້າສິ່ງທີ່ພິພາກສາພາລະກິດຂອງພຣະເຈົ້າ ແລະ ປະນາມພຣະເຈົ້າ. ພວກເຂົາຮູ້ດີວ່າການເວົ້າສິ່ງເຫຼົ່ານັ້ນເປັນການຕໍ່ຕ້ານພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າ, ແຕ່ພວກເຂົາບໍ່ສົນໃຈ. ການເວົ້າສິ່ງເຫຼົ່ານັ້ນບໍ່ເໝາະສົມ, ບໍ່ວ່າແຮງຈູງໃຈຂອງເຈົ້າຈະເປັນແນວໃດກໍຕາມ. ເຈົ້າແນວອື່ນບໍ່ໄດ້ບໍ? ເປັນຫຍັງເຈົ້າຈຶ່ງຕ້ອງເວົ້າສິ່ງເຫຼົ່ານີ້? ມັນບໍ່ແມ່ນການໝິ່ນປະໝາດພຣະເຈົ້າບໍ? ຖ້າຄຳເວົ້າດັ່ງກ່າວອອກມາຈາກປາກຂອງເຈົ້າ, ແລ້ວເຈົ້າກໍກຳລັງໝິ່ນປະໝາດພຣະເຈົ້າ. ມັນບໍ່ແມ່ນການນັບຖືພຣະເຈົ້າທີ່ເຈົ້າຈະເວົ້າສິ່ງເຫຼົ່ານີ້, ບໍ່ວ່າເຈົ້າຈະເຮັດໂດຍເຈດຕະນາ ຫຼື ບໍ່ກໍຕາມ. ເຈົ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຢ່າງແນ່ນອນ. ເຈົ້າເຫັນດີນຳຄົນອື່ນ ແລະ ເວົ້າຄຳໝິ່ນປະໝາດເພື່ອເຮັດໃຫ້ຄົນອື່ນພໍໃຈ ແລະ ໄດ້ໃຈພວກເຂົາ. ເຈົ້າຊ່າງບໍ່ນັບຖືພຣະເຈົ້າແທ້ໆ! ເຈົ້າກິ້ງເກືອກໃນຄວາມສົກກະປົກຮ່ວມກັບພວກມານຮ້າຍເຫຼົ່ານີ້! ເຈົ້າສາມາດຢອກຫຼິ້ນ, ພິພາກສາ, ກຳນົດຂອບເຂດ ແລະ ໝິ່ນປະໝາດພຣະເຈົ້າຕາມອຳເພີໃຈໄດ້ບໍ? ການເຮັດເຊັ່ນນັ້ນໂຫດຮ້າຍຫຼາຍ! ຖ້າເຈົ້າເວົ້າສິ່ງທີ່ຜິດ ແລະ ມັນເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າກໍຈິບຫາຍ. ນີ້ເປັນເລື່ອງຄໍຂາດບາດຕາຍ! ບາງຄົນຄິດວ່າ “ຄົນໃນສາສະໜາຖືກນໍາພາຢ່າງຜິດໆ ໂດຍສິດຍາພິບານ ແລະ ຜູ້ອາວຸໂສ ແລະ ພວກເຂົາສ່ວນໃຫຍ່ໄດ້ເວົ້າສິ່ງທີ່ໝິ່ນປະໝາດພຣະເຈົ້າ ແລະ ພິພາກສາ ແລະ ປະນາມພາລະກິດຂອງພຣະອົງ. ພວກເຂົາບາງຄົນໄດ້ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ກັບໃຈ. ແລ້ວພຣະເຈົ້າຈະຊ່ວຍຄົນເຫຼົ່ານັ້ນໃຫ້ລອດພົ້ນແທ້ບໍ? ຖ້າພວກເຂົາທັງໝົດຖືກປະຖິ້ມໂດຍພຣະເຈົ້າ, ກໍຈະມີຄົນໜ້ອຍເກີນໄປທີ່ຈະໄດ້ຮັບຄວາມລອດພົ້ນ; ເກືອບຈະບໍ່ມີໃຜໄດ້ຮັບຄວາມລອດພົ້ນ”. ເຈົ້າບໍ່ສາມາດເຫັນເລື່ອງນີ້ຢ່າງຊັດເຈນ, ແມ່ນບໍ່? ອຸປະນິໄສຂອງພຣະເຈົ້າຄືຄວາມຊອບທຳ ແລະ ພຣະອົງກໍຊອບທຳຕໍ່ທຸກຄົນ. ໃນສະໄໝຂອງໂນອາ, ມີພຽງແປດຄົນທີ່ເຂົ້າໄປໃນເຮືອນາວາ ແລະ ໄດ້ຮັບຄວາມລອດພົ້ນ; ສ່ວນທີ່ເຫຼືອກໍຖືກທຳລາຍ. ເຈົ້າກ້າເວົ້າບໍວ່າພຣະເຈົ້າບໍ່ຊອບທຳ? ມະນຸດຊາດເສື່ອມຊາມຢ່າງເລິກເຊິ່ງ. ພວກເຂົາລ້ວນແຕ່ເປັນຂອງຊາຕານ; ພວກເຂົາລ້ວນແຕ່ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາລ້ວນແຕ່ຕໍ່າຊ້າ ແລະ ໄຮ້ຄ່າ. ຖ້າພວກເຂົາບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າ, ພວກເຂົາກໍຈະຖືກທຳລາຍເຊັ່ນກັນ. ບາງຄົນອາດຈະຄິດໃນໃຈວ່າ: “ຖ້າພວກເຮົາບໍ່ມີໃຜສາມາດໄດ້ຮັບຄວາມລອດພົ້ນໂດຍພຣະເຈົ້າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ໄຮ້ປະໂຫຍດບໍ? ຕາມທີ່ຂ້ານ້ອຍເຫັນ, ພຣະເຈົ້າບໍ່ສາມາດຂາດຜູ້ຄົນໃນການຊ່ວຍໃຫ້ມະນຸດຊາດລອດພົ້ນຂອງພຣະອົງ; ຖ້າບໍ່ມີມະນຸດ, ການຄຸ້ມຄອງຂອງພຣະເຈົ້າກໍຈະໝົດໄປ”. ເຈົ້າຄິດຜິດແລ້ວ. ເຖິງແມ່ນວ່າຈະບໍ່ມີຜູ້ໃດເລີຍ, ພຣະເຈົ້າກໍຈະສືບຕໍ່ແຜນການຄຸ້ມຄອງຂອງພຣະອົງຄືເກົ່າທັງໝົດ. ຜູ້ຄົນຕີລາຄາຕົນເອງສູງເກີນໄປ. ຖ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ຜູ້ຄົນກໍຈະບໍ່ເຫຼື້ອມໃສໃນພຣະເຈົ້າເລີຍ ແລະ ພວກເຂົາກໍບໍ່ປະພຶດຕົນດີ. ຍ້ອນຜູ້ຄົນດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ເປັນຂອງຊາຕານ, ພວກເຂົາຈຶ່ງມີແນວໂນ້ມທີ່ຈະພິພາກສາພຣະເຈົ້າ ແລະ ໝິ່ນປະໝາດພຣະເຈົ້າທຸກເວລາ ແລະ ທຸກບ່ອນ. ນີ້ເປັນສິ່ງທີ່ໂຫດຮ້າຍຫຼາຍ ນັ້ນກໍຄື ມັນເປັນການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ.

ຕອນຄັດເລືອກທີ 5

ກ່ຽວກັບຖ້ອຍຄຳທີ່ກ່າວຈາກພຣະເຈົ້າ ເມື່ອພວກເຈົ້າຟັງ ພວກເຈົ້າໄດ້ປຽບທຽບຖ້ອຍຄໍາເຫຼົ່ານັ້ນກັບຕົວເຈົ້າເອງຫຼືບໍ ຫຼື ພຽງແຕ່ຟັງເປັນຫຼັກຄຳສອນ, ມີຄວາມຄິດເຂົ້າມາໃນຫົວຂອງເຈົ້າພຽງເທື່ອດຽວ ເພື່ອໃຫ້ເຂົ້າໃຈຄວາມໝາຍ ແລ້ວກໍຈົບພຽງເທົ່ານັ້ນບໍ? ໃນຂະນະທີ່ຟັງພວກເຈົ້າມີທ່າທີ ແລະ ເຈດຕະນາແນວໃດ? ຖ້າພວກເຈົ້າເຂົ້າໃຈຢ່າງແທ້ຈິງສິ່ງທີ່ພຣະເຈົ້າຊົງກ່າວວ່າຜູ້ໃດທີ່ບໍ່ປະຕິບັດຕາມຄວາມຈິງຈະຖືກກຳຈັດໄປ; ຜູ້ໃດທີ່ບໍ່ປະຕິບັດຕາມຄວາມຈິງນັ້ນບໍ່ແມ່ນຄົນດີ ແຕ່ເປັນຄົນຊົ່ວໃນສາຍພຣະເນດຂອງພຣະເຈົ້າ, ພວກເຈົ້າກໍຄວນຕຶກຕອງຕົນເອງ ແລະ ກວດເບິ່ງວ່າການກະທຳອັນໃດທີ່ບໍ່ປະຕິບັດຕາມຄວາມຈິງ ແລະ ການປະຕິບັດ ແລະ ທ່າທີອັນໃດຂອງພວກເຈົ້າທີ່ຖືກພຣະເຈົ້າເບິ່ງວ່າເປັນການສະແດງອອກເຖິງການທີ່ບໍ່ປະຕິບັດຕາມຄວາມຈິງ. ພວກເຈົ້າເຄີຍພະຍາຍາມພິຈາລະນາຄິດຕຶກຕອງເລື່ອງເຫຼົ່ານີ້ຫຼືບໍ? ພວກເຈົ້າເຄີຍຕຶກຕອງຕົນເອງແລ້ວຫຼືບໍ? ການອ່ານພຣະຄໍາຂອງພຣະເຈົ້າພຽງຜ່ານໆ ນັ້ນບໍ່ພຽງພໍ ແຕ່ພວກເຈົ້າຕ້ອງຮູ້ຈັກຄິດຕຶກຕອງ ແລະ ຕຶກຕອງຕົນເອງ ໂດຍປຽບທຽບຄວາມຄິດ ແລະ ການກະທຳຂອງຕົນເອງ ກັບຖ້ອຍຄໍາທີ່ ພຣະເຈົ້າເປີດເຜີຍ ແລະ ນຳໄປສູ່ການຮູ້ຈັກຕົນເອງໄດ້ຈິງ; ພຽງວິທີນີ້ເທົ່ານັ້ນພວກເຈົ້າຈຶ່ງສາມາດ ເກີດການກັບໃຈ ແລະ ການປ່ຽນແປງທີ່ແທ້ຈິງໄດ້. ຖ້າພວກເຈົ້າອ່ານພຣະຄຳຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກຄິດຕຶກຕອງ ແລະ ຕຶກຕອງຕົນເອງ ແຕ່ກັບສຸມໃສ່ແຕ່ພຽງເຂົ້າໃຈຫຼັກຄຳສອນຢ່າງດຽວ ພວກເຈົ້າຈະບໍ່ມີທາງເຂົ້າຂອງຊີວິດຜ່ານທາງຄວາມເຊື່ອໃນພຣະເຈົ້າ ແລະ ຈະບໍ່ໄດ້ຮັບການປ່ຽນແປງທີ່ແທ້ຈິງ. ເຫດສະນັ້ນ, ການຮູ້ຈັກຄິດຕຶກຕອງ, ສະແຫວງຫາຄວາມຈິງ ແລະ ການຕຶກຕອງຕົນເອງເມື່ອອ່ານພຣະຄຳຂອງພຣະເຈົ້າ ຈຶ່ງເປັນສິ່ງທີ່ສຳຄັນທີ່ສຸດ. ພຣະຄຳຂອງພຣະເຈົ້າແມ່ນຫຍັງ? ພຣະຄຳຂອງພຣະເຈົ້າແມ່ນຄວາມເປັນຈິງທຸກສິ່ງທີ່ດີ, ຄືຄວາມຈິງ, ຄືຫົນທາງ, ຄືຊີວິດທີ່ພຣະເຈົ້າປະທານໃຫ້ແກ່ມະນຸດ. ພຣະຄຳຂອງພຣະເຈົ້າບໍ່ແມ່ນຫຼັກຄຳສອນ, ບໍ່ແມ່ນຄຳຂວັນ, ບໍ່ແມ່ນທິດສະດີ ຫຼື ການສັ່ງສອນ ແລະ ບໍ່ແມ່ນຄວາມຮູ້ທາງດ້ານປັດຊະຍາ ແຕ່ເປັນຄວາມຈິງທີ່ມະນຸດຈຳເປັນຕ້ອງເຂົ້າໃຈ ແລະ ສະແຫວງຫາ ແລະ ຍັງເປັນຊີວິດທີ່ມະນຸດຕ້ອງໄດ້ຮັບ. ດັ່ງນັ້ນ, ພຣະຄຳຂອງພຣະເຈົ້າຈຶ່ງກ່ຽວຂ້ອງຢ່າງເລິກເຊິ່ງກັບຊີວິດຂອງມະນຸດ, ການດຳເນີນຊີວິດຂອງພວກເຂົາ, ເສັ້ນທາງທີ່ພວກເຂົາຄວນຍ່າງ ແລະ ຜົນຮັບສຸດທ້າຍ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າວ່າມີໃຜເຂົ້າໃຈຄວາມຈິງແທ້ໆ ແລະ ໄດ້ຮັບຄວາມຈິງແລ້ວ ທຸກສິ່ງພາຍໃນຕົວພວກເຂົາຈະປ່ຽນແປງໄປນຳ. ຖ້າວ່າໃຜບໍ່ສາມາດເຂົ້າໃຈຄວາມຈິງ ຫຼື ດຳເນີນຊີວິດຕາມພຣະຄຳຂອງພຣະເຈົ້າໄດ້ ພວກເຂົາບໍ່ມີທາງທີ່ຈະສາມາດບັນລຸການປ່ຽນແປງທີ່ແທ້ຈິງ ຫຼື ໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້. ຜົນຮັບສຸດທ້າຍ ແລະ ຈຸດໝາຍປາຍທາງຂອງພວກເຂົາກໍມີພຽງການພັງພິນາດ ແລະ ຖືກທຳລາຍ. ນີ້ຄືເຫດຜົນວ່າພຣະຄຳຂອງພຣະເຈົ້າ ແລະ ຄວາມຈິງທີ່ພຣະອົງຊົງສຳແດງນັ້ນສຳຄັນຕໍ່ມະນຸດພຽງໃດ. ຖ້າເຈົ້າອ່ານພຣະຄຳຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກຄິດຕຶກຕອງ, ສຳຫຼວດຕົນເອງ ຫຼື ເຊື່ອມໂຍງພຣະຄຳກັບບັນຫາ ແລະ ຄວາມຍາກລຳບາກທີ່ແທ້ຈິງຂອງເຈົ້າເອງ, ແລ້ວສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ກໍມີພຽງຜິວເຜີນ ແລະ ເຈົ້າບໍ່ມີທາງເຂົ້າໃຈຄວາມຈິງ ຫຼື ຮັບຮູ້ເຖິງພຣະປະສົງຂອງພຣະເຈົ້າໄດ້. ດັ່ງນັ້ນ, ເຈົ້າຕ້ອງຮຽນຮູ້ທີ່ຈະຄິດຕຶກຕອງພຣະຄຳຂອງພຣະເຈົ້າ ເພື່ອເຂົ້າໃຈຄວາມຈິງ. ນີ້ເປັນສິ່ງທີ່ສຳຄັນຫຼາຍ. ມີຫຼາຍວິທີທີ່ຈະຄິດຕຶກຕອງພຣະຄຳຂອງພຣະເຈົ້າ: ເຈົ້າອາດຈະອ່ານພຣະຄຳຢ່າງສະຫງົບໃນໃຈ ແລະ ອະທິຖານໃນໃຈຂອງເຈົ້າ, ສະແຫວງຫາຄວາມສະຫວ່າງ ແລະ ການສ່ອງສະຫວ່າງຈາກພຣະວິນຍານບໍລິສຸດ; ເຈົ້າອາດຈະມີການໂອ້ລົມກັນ ແລະ ອ່ານພຣະຄຳ-ອະທິຖານ ຮ່ວມກັນກັບຜູ້ທີ່ສະແຫວງຫາຄວາມຈິງ; ແລະ ແນ່ນອນວ່າ ເຈົ້າຍັງສາມາດນຳເອົາການໂອ້ລົມກັນ ແລະ ຄຳເທດສະໜາເຂົ້າມາໃນການຄິດຕຶກຕອງຂອງເຈົ້າ ເພື່ອທຳຄວາມເຂົ້າໃຈພຣະຄຳຂອງພຣະເຈົ້າໃຫ້ເລິກເຊິ່ງຍິ່ງຂຶ້ນ. ມີຫຼາຍວິທີ ແລະ ຫຼາກຫຼາຍຮູບແບບ. ສະຫລຸບແລ້ວ ຖ້າວ່າເມື່ອອ່ານພຣະຄຳຂອງພຣະເຈົ້າ ແລ້ວເຈົ້າປາຖະໜາທີ່ຈະເຂົ້າໃຈຢ່າງແທ້ຈິງ ສິ່ງທີ່ສຳຄັນເປັນຢ່າງຍິ່ງກໍຄືການຄິດຕຶກຕອງ ແລະ ການອ່ານ ພ້ອມກັບການອະທິຖານໃນພຣະຄຳຂອງພຣະເຈົ້າ.

ຕອນຄັດເລືອກທີ 8

ທຳມະຊາດຂອງບັນຫາຂອງການປອມແປງພຣະທຳຂອງພຣະເຈົ້າແມ່ນຫຍັງ? ຖ້າເຈົ້າປ່ຽນແປງພຣະວັດຈະນະຂອງພຣະເຈົ້າ ແລະ ປອມແປງພຣະທຳຂອງພຣະອົງ, ສິ່ງນີ້ໝາຍເຖິງການຕໍ່ຕ້ານ ແລະ ການໝິ່ນປະໝາດຕໍ່ພຣະເຈົ້າທີ່ຮ້າຍແຮງທີ່ສຸດ. ມີພຽງແຕ່ຜູ້ທີ່ມີລັກສະນະແບບດຽວກັນກັບຊາຕານເທົ່ານັ້ນທີ່ມີຄວາມສາມາດໃນການກະທຳທີ່ຊົ່ວຊ້າແບບນີ້ ແລະ ພວກເຂົາກໍຄືກັນກັບອັກຄະເທວະດາ. ອັກຄະເທວະດາໄດ້ເວົ້າວ່າ: “ພຣະເຈົ້າ, ພຣະອົງສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງ ແລະ ເຮັດເຄື່ອງໝາຍສຳຄັນ ແລະ ການອັດສະຈັນໄດ້, ຂ້ານ້ອຍກໍສາມາດເຮັດສິ່ງນີ້ໄດ້ຄືກັນ. ພຣະອົງໄດ້ຂຶ້ນຄອງບັນລັງແລ້ວ ແລະ ຂ້ານ້ອຍກໍຈະຂຶ້ນຄອງບັນລັງຄືກັນ. ພຣະອົງປົກຄອງປະຊາຊາດທັງຫຼາຍ ແລະ ຂ້ານ້ອຍກໍປົກຄອງຄືກັນ. ພຣະອົງໄດ້ສ້າງມະນຸດ ແລະ ຂ້ານ້ອຍກໍຄຸ້ມຄອງພວກເຂົາ!” ນີ້ຄືຄວາມອວດດີຂອງອັກຄະເທວະດາ; ມັນບໍ່ມີເຫດຜົນອັນໃດເລີຍ. ທຳມະຊາດຂອງການປອມແປງພຣະທຳຂອງພຣະເຈົ້າກໍຄືກັນກັບການກະທຳຂອງອັກຄະເທວະດາ, ສະນັ້ນ, ການປອມແປງພຣະທຳຂອງພຣະເຈົ້າຈຶ່ງເປັນການຕໍ່ຕ້ານຕໍ່ພຣະເຈົ້າໂດຍກົງ ແລະ ເປັນການໝິ່ນປະໝາດຕໍ່ພຣະເຈົ້າ. ຜູ້ຄົນທີ່ປອມແປງພຣະທຳຂອງພຣະເຈົ້າແມ່ນຜູ້ທີ່ຕໍ່ຕ້ານພຣະອົງຫຼາຍທີ່ສຸດ ແລະ ພວກເຂົາກໍລ່ວງເກີນອຸປະນິດໄສຂອງພຣະອົງໂດຍກົງ. ພຣະເຈົ້າບໍ່ກຽດຊັງຜູ້ໃດຫຼາຍໄປກວ່າຜູ້ທີ່ປອມແປງພຣະທຳຂອງພຣະອົງ. ສາມາດເວົ້າໄດ້ວ່າການປອມແປງພຣະທຳຂອງພຣະເຈົ້າເປັນການໝິ່ນປະໝາດຕໍ່ພຣະເຈົ້າ ແລະ ພຣະວິນຍານບໍລິສຸດ ແລະ ເປັນບາບທີ່ບໍ່ສາມາດໃຫ້ອະໄພໄດ້. ນອກເໜືອຈາກຜູ້ຄົນທີ່ປອມແປງພຣະທຳຂອງພຣະເຈົ້າແລ້ວ, ຍັງມີອີກສິ່ງໜຶ່ງທີ່ລ່ວງເກີນອຸປະນິດໄສຂອງພຣະເຈົ້າ, ນັ້ນກໍຄື ເມື່ອຜູ້ຄົນກ້າທີ່ຈະປ່ຽນແປງການຈັດແຈງວຽກງານຢ່າງບໍ່ໃສ່ໃຈ ແລະ ຈາກນັ້ນກໍສົ່ງຕໍ່ການຈັດແຈງເຫຼົ່ານັ້ນໃຫ້ຄຣິດຕະຈັກເພື່ອນໍາພາຜູ້ຄົນທີ່ພຣະເຈົ້າເລືອກຢ່າງຜິດໆ, ເປັນການຂັດຂວາງ ແລະ ການລົບກວນວຽກງານຂອງຄຣິດຕະຈັກ. ສິ່ງນີ້ຍັງເປັນການສະແດງອອກຂອງການຕໍ່ຕ້ານພຣະເຈົ້າໂດຍກົງ ແລະ ເປັນສິ່ງທີ່ລ່ວງເກີນອຸປະນິດໄສຂອງພຣະເຈົ້າອີກດ້ວຍ. ບາງຄົນບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າເລີຍ. ພວກເຂົາເຊື່ອວ່າການຈັດແຈງວຽກງານນັ້ນແມ່ນຖືກຂຽນຂຶ້ນໂດຍມະນຸດ, ວ່າພວກມັນມາຈາກມະນຸດ ແລະ ບ່ອນໃດກໍຕາມທີ່ພວກມັນບໍ່ສອດຄ່ອງກັບແນວຄິດຂອງຄົນເຫຼົ່ານີ້, ພວກເຂົາກໍປ່ຽນແປງພວກມັນຕາມທີ່ພວກເຂົາຕ້ອງການ. ພວກເຈົ້າຮູ້ບໍ່ວ່າສິ່ງນີ້ລະເມີດພຣະດໍາລັດຂໍ້ໃດຂອງພຣະເຈົ້າ? (7. “ໃນພາລະກິດ ແລະ ເລື່ອງໃນຄຣິດຕະຈັກ ນອກຈາກການອ່ອນນ້ອມຕໍ່ພຣະເຈົ້າແລ້ວ, ໃຫ້ປະຕິບັດຕາມຄໍາສັ່ງຂອງຄົນທີ່ພຣະວິນຍານບໍລິສຸດໃຊ້ໃນທຸກສິ່ງ. ແມ່ນແຕ່ການລະເມີດກົດລະບຽບພຽງແຕ່ໜ້ອຍດຽວກໍ່ບໍ່ສາມາດຍອມຮັບໄດ້. ໃຫ້ເດັດຂາດໃນການປະຕິບັດຂອງເຈົ້າ ແລະ ບໍ່ຕ້ອງວິເຄາະສິ່ງທີ່ຖືກ ຫຼື ຜິດ; ສິ່ງທີ່ຖືກ ຫຼື ຜິດບໍ່ກ່ຽວຫຍັງກັບເຈົ້າ. ເຈົ້າຕ້ອງເຮັດໃຫ້ຕົນເອງສົນໃຈກັບຄວາມອ່ອນນ້ອມຢ່າງສົມບູນເທົ່ານັ້ນ” (ພຣະທຳ, ເຫຼັ້ມທີ 1. ການປາກົດ ແລະ ພາລະກິດຂອງພຣະເຈົ້າ. ພຣະດໍາລັດສິບປະການທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງເຊື່ອຟັງໃນຍຸກແຫ່ງລາຊະອານາຈັກ).) ສິ່ງທີ່ລະເມີດພຣະດໍາລັດແມ່ນສິ່ງທີ່ລ່ວງເກີນອຸປະນິດໄສຂອງພຣະເຈົ້າ. ເຈົ້າບໍ່ສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນບໍ? ບາງຄົນມີທັດສະນະຄະຕິທີ່ບໍ່ມີສຳມາຄາລະວະຢ່າງຍິ່ງຕໍ່ການຈັດແຈງວຽກງານຂອງເບື້ອງເທິງ. ພວກເຂົາເຊື່ອວ່າ: “ເບື້ອງເທິງຈັດແຈງວຽກງານ ແລະ ພວກເຮົາເຮັດວຽກໃນຄຣິດຕະຈັກ. ຄຳເວົ້າ ແລະ ວຽກງານບາງຢ່າງສາມາດນຳໄປປະຕິບັດໄດ້ຢ່າງຍືດຍຸ່ນ. ໂດຍສະເພາະແລ້ວ, ມັນຂຶ້ນກັບພວກເຮົາວ່າພວກມັນຈະຕ້ອງເຮັດໃຫ້ສຳເລັດແນວໃດ. ເບື້ອງເທິງພຽງແຕ່ກ່າວ ແລະ ຈັດແຈງວຽກງານ; ພວກເຮົາເປັນຜູ້ທີ່ລົງມືປະຕິບັດຕົວຈິງ, ສະນັ້ນ, ຫຼັງຈາກທີ່ເບື້ອງເທິງມອບໝາຍວຽກງານໃຫ້ພວກເຮົາແລ້ວ, ພວກເຮົາກໍສາມາດເຮັດຕາມທີ່ພວກເຮົາຕ້ອງການໄດ້. ມັນບໍ່ເປັນຫຍັງ, ເຖິງຈະເຮັດມັນສຳເລັດດ້ວຍວິທີໃດກໍຕາມ. ບໍ່ມີໃຜມີສິດເຂົ້າມາແຊກແຊງ”. ຫຼັກການທີ່ພວກເຂົາປະຕິບັດຕາມມີດັ່ງນີ້: ຖ້າພວກເຂົາເຊື່ອວ່າບາງສິ່ງຖືກຕ້ອງ ຫຼື ຖ້າພວກເຂົາມັກມັນ, ພວກເຂົາກໍຍອມຮັບມັນ; ຖ້າພວກເຂົາເຊື່ອວ່າບາງສິ່ງບໍ່ຖືກຕ້ອງ ຫຼື ພວກເຂົາບໍ່ມັກມັນ, ແລ້ວເຖິງແມ່ນວ່າມັນຈະສອດຄ່ອງກັບຫຼັກການຄວາມຈິງກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ. ຫຼັກການ ແລະ ມາດຕະຖານຂອງພວກເຂົາແມ່ນສິ່ງທີ່ພວກເຂົາເຊື່ອ. ຖ້າບາງສິ່ງບໍ່ສອດຄ່ອງກັບຄວາມປະສົງຂອງພວກເຂົາ, ພວກເຂົາກໍເຊື່ອວ່າມັນບໍ່ຖືກຕ້ອງ. ບໍ່ພຽງແຕ່ພວກເຂົາປະຕິເສດທີ່ຈະຍອມຮັບມັນເທົ່ານັ້ນ, ແຕ່ພວກເຂົາຍັງຕໍ່ຕ້ານມັນ ແລະ ກາຍເປັນຜູ້ຕໍ່ຕ້ານຄົນອື່ນຢ່າງບໍ່ສາມາດປອງດອງກັນໄດ້. ຖ້າພຣະທຳ ຫຼື ການຈັດແຈງຂອງເບື້ອງເທິງບໍ່ສອດຄ່ອງກັບຄວາມປະສົງຂອງພວກເຂົາ, ພວກເຂົາກໍຕ້ອງການທີ່ຈະປ່ຽນແປງພວກມັນ ແລະ ຈະສົ່ງຕໍ່ກໍຕໍ່ເມື່ອມັນໄດ້ຮັບຄວາມເຫັນດີຈາກພວກເຂົາແລ້ວເທົ່ານັ້ນ. ຖ້າບໍ່ໄດ້ຮັບຄວາມເຫັນດີຈາກພວກເຂົາ, ກໍບໍ່ມີໃຜສາມາດສົ່ງຕໍ່ໄດ້. ໃນຂະນະທີ່ຢູ່ໃນຂົງເຂດອື່ນໆ, ການຈັດແຈງວຽກງານຂອງເບື້ອງເທິງຖືກສົ່ງຕໍ່ຕາມທີ່ພວກມັນຖືກຈັດແຈງ, ຄົນເຫຼົ່ານີ້ກໍສົ່ງຕໍ່ການຈັດແຈງວຽກງານສະບັບທີ່ຖືກປ່ຽນແປງຂອງພວກເຂົາໄປໃຫ້ຄຣິດຕະຈັກທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງພວກເຂົາ. ຄົນປະເພດນີ້ປາດຖະໜາທີ່ຈະວາງພຣະເຈົ້າໄວ້ຂ້າງໆສະເໝີ; ພວກເຂົາກະຕືລືລົ້ນທີ່ຈະເຮັດໃຫ້ທຸກຄົນເຊື່ອໃນພວກເຂົາ, ຕິດຕາມພວກເຂົາ ແລະ ອ່ອນນ້ອມຕໍ່ພວກເຂົາ. ໃນຄວາມຄິດຂອງພວກເຂົາ, ມີບາງດ້ານທີ່ພຣະເຈົ້າບໍ່ທຽບເທົ່າກັບພວກເຂົາ, ພວກເຂົາຄວນຈະເປັນພຣະເຈົ້າເອງ ແລະ ຄົນອື່ນກໍຄວນຈະເຊື່ອໃນພວກເຂົາ. ນີ້ຄືທຳມະຊາດຂອງເລື່ອງນີ້. ຖ້າພວກເຈົ້າເຂົ້າໃຈເລື່ອງນີ້, ພວກເຈົ້າຈະຍັງຮ້ອງໄຫ້ເມື່ອພວກເຂົາຖືກປົດອອກຢູ່ບໍ? ພວກເຈົ້າຈະຍັງຮູ້ສຶກເສຍໃຈກັບພວກເຂົາຢູ່ບໍ? ພວກເຈົ້າຈະຍັງຄິດຢູ່ບໍວ່າ: “ເບື້ອງເທິງໄດ້ກະທຳການຢ່າງບໍ່ເໝາະສົມ. ພວກເຂົາປະຕິບັດຕໍ່ຜູ້ຄົນຢ່າງບໍ່ຍຸຕິທຳ. ພວກເຂົາປົດຄົນທີ່ໄດ້ທົນທຸກມາຫຼາຍອອກໄດ້ແນວໃດ?” ຄົນທີ່ເວົ້າແບບນີ້ແມ່ນຄົນທີ່ບໍ່ມີຄວາມສາມາດໃນການແຍກແຍະ. ພວກເຂົາກຳລັງທົນທຸກເພື່ອເຫັນແກ່ໃຜ? ເພື່ອເຫັນແກ່ພຣະເຈົ້າບໍ? ເພື່ອເຫັນແກ່ວຽກງານຂອງຄຣິດຕະຈັກບໍ? ພວກເຂົາກຳລັງທົນທຸກເພື່ອເຮັດໃຫ້ສະຖານະຂອງພວກເຂົາໝັ້ນຄົງ; ພວກເຂົາກຳລັງທົນທຸກເພື່ອສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງ. ພວກເຂົາກຳລັງຮັບໃຊ້ພຣະເຈົ້າຢູ່ບໍ? ພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາຢູ່ບໍ? ພວກເຂົາຈົງຮັກພັກດີ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? ພວກເຂົາເປັນຄົນຮັບໃຊ້ຂອງຊາຕານຢ່າງສົມບູນ ແລະ ເມື່ອພວກເຂົາເຮັດວຽກ, ມັນຄືມານຮ້າຍທີ່ປົກຄອງ. ພວກເຂົາທຳລາຍພາລະກິດຄຸ້ມຄອງຂອງພຣະເຈົ້າ ແລະ ລົບກວນພາລະກິດຂອງພຣະເຈົ້າ. ພວກເຂົາຄືຜູ້ຕໍ່ຕ້ານພຣະຄຣິດທີ່ແທ້ຈິງ! ບາງຄົນເວົ້າວ່າ: “ພວກເຂົາໄດ້ອົດທົນກັບຄວາມທົນທຸກອັນຍິ່ງໃຫຍ່. ມັນຕ້ອງໃຊ້ຄວາມພະຍາຍາມຫຼາຍພໍສົມຄວນເພື່ອຂຽນສິ່ງທັງໝົດເຫຼົ່ານັ້ນທີ່ພວກເຂົາສົ່ງຕໍ່ໃຫ້ຄຣິດຕະຈັກ”. ແລ້ວໃຫ້ເຮົາຖາມພວກເຈົ້າແດ່ວ່າ: ສິ່ງທີ່ພວກເຂົາຂຽນນັ້ນເປັນການຊ່ວຍເສີມສ້າງກັບຜູ້ຄົນບໍ? ເປົ້າໝາຍທີ່ແທ້ຈິງທີ່ພວກເຂົາຕ້ອງການບັນລຸແມ່ນຫຍັງ? ເຈົ້າສາມາດແຍກແຍະເລື່ອງເຫຼົ່ານີ້ໄດ້ບໍ? ຜົນທີ່ຈະຕາມມາຈະເປັນແນວໃດຖ້າເຈົ້າຖືກພວກເຂົານໍາພາຢ່າງຜິດໆ? ເຈົ້າໄດ້ພິຈາລະນາເຖິງເລື່ອງນັ້ນແລ້ວບໍ? ບາງຄົນຮູ້ສຶກສົງສານຄົນແບບນີ້, ໂດຍເວົ້າວ່າ: “ພວກເຂົາໄດ້ທົນທຸກມາຢ່າງຫຼວງຫຼາຍ ແລະ ມັນກໍບໍ່ງ່າຍທີ່ຈະຂຽນສິ່ງທັງໝົດເຫຼົ່ານັ້ນ, ສະນັ້ນ, ເຮືອນຂອງພຣະເຈົ້າຄວນຈະໃຫ້ອະໄພພວກເຂົາ ຖ້າມີບາງສິ່ງທີ່ບ່ຽງເບນ ຫຼື ບິດເບືອນໃນສິ່ງທີ່ພວກເຂົາໄດ້ຂຽນ”. ບັນຫາຂອງການທີ່ພວກເຂົາເວົ້າແບບນີ້ແມ່ນຫຍັງ? ຄົນໆໜຶ່ງຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າພຽງແຕ່ໂດຍການອົດທົນກັບຄວາມທົນທຸກອັນຍິ່ງໃຫຍ່ໄດ້ແທ້ບໍ? ຄົນເຫຼົ່ານັ້ນກຳລັງທົນທຸກເພື່ອເຫັນແກ່ໃຜ? ຖ້າພວກເຂົາບໍ່ໄດ້ທົນທຸກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ນຳເອົາສະຫງ່າລາສີມາໃຫ້ພຣະເຈົ້າ, ແຕ່ເພື່ອໃຫ້ພວກເຂົາສາມາດໄດ້ຮັບສະຖານະ, ແລ້ວບໍ່ວ່າພວກເຂົາຈະທົນທຸກຫຼາຍສໍ່າໃດ, ມັນຈະມີຄວາມໝາຍ ຫຼື ຄຸນຄ່າໃດໆບໍ? ຄວາມທົນທຸກປະເພດນີ້ເປັນຄວາມທົນທຸກທີ່ເຫັນແກ່ຕົວ ແລະ ຊົ່ວຊ້າ, ຊົ່ວຮ້າຍ ແລະ ໜ້າດ້ານໄຮ້ຢາງອາຍ! ຜົນທີ່ຈະຕາມມາຈະເປັນແນວໃດ ຖ້າຜູ້ຕໍ່ຕ້ານພຣະຄຣິດປະເພດນີ້ບໍ່ຖືກປົດອອກ? ຜູ້ຄົນຈະລົບກວນວຽກງານຂອງຄຣິດຕະຈັກຕາມທີ່ພວກເຂົາຕ້ອງການ ແລະ ກາຍເປັນຜູ້ຕໍ່ຕ້ານພຣະເຈົ້າກ່ອນທີ່ພວກເຂົາຈະຮັບຮູ້ມັນ. ນີ້ບໍ່ແມ່ນການຂັດຂວາງ ແລະ ການລົບກວນພາລະກິດຂອງພຣະເຈົ້າບໍ? ຄົນເຫຼົ່ານັ້ນອົດທົນກັບຄວາມທົນທຸກບາງຢ່າງໃນວຽກງານຂອງພວກເຂົາເພື່ອບັນລຸເປົ້າໝາຍຂອງພວກເຂົາເອງ, ແຕ່ສິ່ງນັ້ນເຮັດໃຫ້ພວກເຂົາມີສິດທີ່ຈະຕໍ່ຕ້ານພຣະເຈົ້າບໍ? ແລ້ວພວກເຂົາຄວນຈະຕໍ່ຕ້ານພຣະອົງ ແລະ ກະບົດຕໍ່ພຣະອົງບໍ? ພວກເຂົາຄວນຈະເຮັດຕາມອຳເພີໃຈ ແລະ ບໍ່ຮອບຄອບ ແລະ ປະຕິເສດທີ່ຈະອ່ອນນ້ອມຕໍ່ພຣະອົງບໍ? ພວກເຂົາສາມາດເຮັດສິ່ງໃດກໍໄດ້ຕາມທີ່ພວກເຂົາຕ້ອງການບໍ? ພວກເຂົາບໍ່ມີຄວາມຈິງ, ແຕ່ພວກເຂົາກໍບໍ່ອ່ອນນ້ອມຕໍ່ພຣະເຈົ້າ ແລະ ພຽງແຕ່ຕ້ອງການທີ່ຈະກະທຳການຢ່າງບໍ່ຄິດ, ໂດຍຄິດວ່າທຸກສິ່ງທີ່ພວກເຂົາເຮັດນັ້ນສົມເຫດສົມຜົນ ແລະ ຖືກຕ້ອງ. ພວກເຂົາເປັນມານຮ້າຍຢ່າງສິ້ນເຊີງ ແລະ ພວກເຂົາເປັນຄົນຮັບໃຊ້ຂອງຊາຕານຢ່າງແທ້ຈິງທີ່ມາເພື່ອຂັດຂວາງ ແລະ ລົບກວນວຽກງານຂອງຄຣິດຕະຈັກ! ຖ້າເຈົ້າບໍ່ພຽງແຕ່ບໍ່ສາມາດແຍກແຍະຄົນແບບນີ້ໄດ້, ແຕ່ຍັງເຫັນອົກເຫັນໃຈພວກເຂົາ, ຫຼັ່ງນ້ຳຕາໃຫ້ພວກເຂົາ ແລະ ປົກປ້ອງພວກເຂົາ, ແລ້ວເຈົ້າກໍເປັນຄົນໄຮ້ປະໂຫຍດຄືກັນ, ເຈົ້າເປັນຄົນສັບສົນ ແລະ ເປັນຄົນໂງ່ຈ້າ. ເຈົ້າອາດຈະຄິດວ່າ: “ເບື້ອງເທິງບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງພວກເຂົາ. ພວກເຂົາໄດ້ທົນທຸກມາຫຼາຍ ແລະ ເບື້ອງເທິງກໍປົດພວກເຂົາອອກແບບນັ້ນ”. ຖ້າເຈົ້າເວົ້າແບບນີ້, ແລ້ວເຈົ້າກໍເປັນຄົນຮັບໃຊ້ຂອງຊາຕານ ແລະ ເຈົ້າກໍເປັນມານຮ້າຍຄືກັນ. ມີຫຼາຍຄົນທີ່ດຳລົງຊີວິດຕາມປັດຊະຍາຂອງຊາຕານ, ບໍ່ເຄີຍເປີດໂປງ ຫຼື ລາຍງານຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ, ຈົນກ່ວາມື້ໜຶ່ງທີ່ຜູ້ຕໍ່ຕ້ານພຣະຄຣິດໄດ້ເຮັດບາງສິ່ງທີ່ເປັນໄພພິບັດ ແລະ ໃນທີ່ສຸດພວກເຂົາກໍຮັບຮູ້ວ່າ ສິ່ງນີ້ເປັນການຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນຢ່າງຜິດໆຢ່າງແທ້ຈິງ. ບາງຄົນເຖິງກັບມີແນວຄິດກ່ຽວກັບເລື່ອງນີ້, ໂດຍຄິດວ່າ: “ພຣະເຈົ້າຊົງລິດທານຸພາບສູງສຸດ, ສະນັ້ນ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍຄວນຈະຮູ້ວ່າມີຜູ້ຕໍ່ຕ້ານພຣະຄຣິດຈັກຄົນໃນຄຣິດຕະຈັກ. ມີຄວາມຈຳເປັນໃດໆທີ່ພວກເຮົາຈະຕ້ອງລາຍງານພວກເຂົາບໍ?” ຜູ້ຄົນທີ່ເວົ້າແບບນີ້ບໍ່ແມ່ນຄົນປະເພດແປກໆບໍ? ໃນຕອນນີ້, ພຣະເຈົ້າກຳລັງເຮັດວຽກຢູ່ພາຍໃນຄວາມເປັນມະນຸດ ແລະ ຄົນທີ່ພຣະເຈົ້າໃຊ້ກໍເປັນຄົນທຳມະດາ, ສະນັ້ນ, ຖ້າພວກເຂົາບໍ່ໄດ້ຕິດຕໍ່ກັບເລື່ອງຕ່າງໆຂອງຄຣິດຕະຈັກໂດຍກົງ, ພວກເຂົາຈະຮູ້ເລື່ອງເຫຼົ່ານີ້ໄດ້ແນວໃດ? ມີຫຼາຍຄັ້ງທີ່ເມື່ອມີເຫດການຂອງຜູ້ຕໍ່ຕ້ານພຣະຄຣິດ, ບັນຫາກໍໄດ້ຮັບການແກ້ໄຂພຽງແຕ່ຫຼັງຈາກມີບາງຄົນລາຍງານ ແລະ ເປີດໂປງພວກເຂົາ ແລະ ເບື້ອງເທິງກໍໄດ້ສັ່ງໃຫ້ມີການກວດສອບ. ພາລະກິດຂອງພຣະເຈົ້າ ແລະ ການນຳພາຜູ້ຄົນໃນຄວາມເປັນມະນຸດທຳມະດານັ້ນບໍ່ໄດ້ເປັນສິ່ງທີ່ເໜືອທຳມະຊາດເລີຍ, ມັນເປັນສິ່ງທີ່ເປັນຈິງທີ່ສຸດ, ແຕ່ພຣະອົງກໍເອົາຊະນະ, ເຮັດໃຫ້ປະລາໄຊ ແລະ ເຮັດໃຫ້ຊາຕານອັບອາຍ. ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ຄວາມຊົງລິດທານຸພາບອັນສູງສຸດ ແລະ ສະຕິປັນຍາຂອງພຣະອົງຈະສາມາດຖືກເປີດເຜີຍໄດ້. ນີ້ຄືຄວາມເປັນຈິງຂອງພາລະກິດຂອງພຣະເຈົ້າ; ພຣະອົງຊົງຈັດແຈງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດເຫຼົ່ານີ້ເພື່ອໃຫ້ຜູ້ຄົນທີ່ພຣະອົງເລືອກສາມາດຮຽນຮູ້ບົດຮຽນ ແລະ ໄດ້ຮັບຄວາມສາມາດໃນການແຍກແຍະ ແລະ ການຮູ້ແຈ້ງ. ເມື່ອຜູ້ຄົນທີ່ພຣະອົງເລືອກໄດ້ຮັບຄວາມສາມາດໃນການແຍກແຍະແລ້ວ, ຜູ້ນຳປອມ, ຜູ້ຕໍ່ຕ້ານພຣະຄຣິດ ແລະ ຄົນຊົ່ວຊ້າກໍຈະບໍ່ສາມາດຫຼົບໜີຈາກ “ອຳນາດອັນກວ້າງໃຫຍ່ຂອງກົດໝາຍ” ໄດ້. ພຣະເຈົ້າຈະໃຊ້ຄວາມຈິງເພື່ອເປີດເຜີຍພວກເຂົາ ແລະ ເຮັດໃຫ້ຜູ້ຄົນທີ່ພຣະອົງເລືອກທັງໝົດໄດ້ເຫັນຢ່າງຊັດເຈນ ແລະ ເຂົ້າໃຈ. ໃນອະດີດ, ຄົນຊົ່ວຊ້າ ແລະ ຜູ້ຕໍ່ຕ້ານພຣະຄຣິດຫຼາຍຄົນບໍ່ໄດ້ຖືກເປີດເຜີຍ ແລະ ຖືກກຳຈັດບໍ? ເຈົ້າຍັງບໍ່ສາມາດເຫັນເລື່ອງນີ້ໄດ້ຢ່າງຊັດເຈນອີກບໍ? ແລ້ວເຈົ້າກໍເປັນຄົນສັບສົນເກີນໄປແລ້ວ!

ເຖິງແມ່ນວ່າບາງຄົນບໍ່ເຂົ້າໃຈບາງສ່ວນຂອງການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາກໍຍັງສາມາດອ່ອນນ້ອມໄດ້, ໂດຍເວົ້າວ່າ: “ທຸກສິ່ງທຸກຢ່າງທີ່ພຣະເຈົ້າເຮັດລ້ວນແຕ່ຖືກຕ້ອງ ແລະ ມີຄວາມໝາຍ. ຖ້າພວກເຮົາບໍ່ເຂົ້າໃຈການຈັດແຈງວຽກງານຢ່າງຄົບຖ້ວນ, ພວກເຮົາຄວນອ່ອນນ້ອມຕໍ່ສິ່ງເຫຼົ່ານັ້ນກ່ອນ. ພວກເຮົາບໍ່ສາມາດຕັດສິນພຣະເຈົ້າໄດ້! ພວກເຮົາຍັງຄວນເຊື່ອຟັງການຈັດແຈງວຽກງານ, ເຖິງແມ່ນວ່າສິ່ງເຫຼົ່ານັ້ນຈະບໍ່ສອດຄ່ອງກັບແນວຄິດຂອງພວກເຮົາກໍຕາມ, ເພາະວ່າພວກເຮົາເປັນມະນຸດ, ແລ້ວຈິດໃຈຂອງມະນຸດສາມາດເຂົ້າໃຈຫຍັງໄດ້ແດ່? ພວກເຮົາພຽງແຕ່ຄວນອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າ; ມື້ນັ້ນຈະມາເຖິງ ເມື່ອພວກເຮົາເຂົ້າໃຈການຈັດແຈງເຫຼົ່ານັ້ນ. ເຖິງແມ່ນວ່າ ເມື່ອພວກເຮົາໄປຮອດມື້ນັ້ນແລ້ວ, ພວກເຮົາກໍຍັງບໍ່ສາມາດເຂົ້າໃຈການຈັດແຈງເຫຼົ່ານັ້ນໄດ້ຢ່າງຄົບຖ້ວນ, ພວກເຮົາກໍຄວນອ່ອນນ້ອມດ້ວຍຄວາມເຕັມໃຈ. ພວກເຮົາເປັນມະນຸດ, ສະນັ້ນ, ພວກເຮົາຄວນອ່ອນນ້ອມຕໍ່ພຣະເຈົ້າ. ນີ້ແມ່ນສິ່ງທີ່ພວກເຮົາຄວນເຮັດ”. ແຕ່ບາງຄົນກໍແຕກຕ່າງ ແລະ ເມື່ອພວກເຂົາເຫັນການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ, ພວກເຂົາຈະສຶກສາພວກມັນກ່ອນ, ໂດຍເວົ້າວ່າ: “ນີ້ແມ່ນສິ່ງທີ່ພຣະເຈົ້າເວົ້າ ແລະ ສິ່ງເຫຼົ່ານີ້ແມ່ນຂໍ້ຮຽກຮ້ອງຂອງພຣະອົງ. ຂໍ້ທຳອິດເບິ່ງຄືວ່າບໍ່ເປັນຫຍັງ, ແຕ່ຂໍ້ທີສອງບໍ່ເໝາະສົມຫຼາຍ. ຂ້ອຍຈະດຳເນີນການປ່ຽນແປງມັນ”. ຜູ້ຄົນແບບນີ້ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ເຈົ້າປ່ຽນແປງການຈັດແຈງວຽກງານຕາມທີ່ເຈົ້າຕ້ອງການ, ສະນັ້ນ, ທຳມະຊາດຂອງບັນຫານີ້ແມ່ນຫຍັງ? ນີ້ບໍ່ແມ່ນການຂັດຂວາງ ແລະ ການລົບກວນວຽກງານຂອງເຮືອນຂອງພຣະເຈົ້າບໍ? ສິ່ງທີ່ເຈົ້າມີຢູ່ນັ້ນແມ່ນຄວາມຈິງບໍ? ຖ້າເຈົ້າມີຄວາມຈິງແທ້, ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສະແດງມັນອອກມາ? ເປັນຫຍັງເຈົ້າຈຶ່ງປ່ຽນແປງພຣະທຳຂອງພຣະເຈົ້າ? ອຸປະນິດໄສໃດທີ່ເຈົ້າເປີດເຜີຍໂດຍການເຮັດແບບນີ້? ມັນຄືຄວາມອວດດີ ແລະ ຄວາມຖືຕົນວ່າຊອບທຳ ແລະ ການປະຕິເສດທີ່ຈະອ່ອນນ້ອມຕໍ່ໃຜ. ເຈົ້າຍັງກ້າແມ່ນແຕ່ຈະຈັບເອົາ ແລະ ເລືອກເອົາເມື່ອເວົ້າເຖິງເລື່ອງການຈັດແຈງຂອງພຣະເຈົ້າ. ສິ່ງນີ້ສະແດງໃຫ້ເຫັນວ່າມີບັນຫາຮ້າຍແຮງກັບແນວຄິດ ແລະ ອຸປະນິດໄສຂອງເຈົ້າ. ຜູ້ທີ່ພຣະເຈົ້າເລືອກຄວນມີຄວາມສາມາດໃນການແຍກແຍະຄົນແບບນີ້. ຂໍ້ທຳອິດ, ຄົນປະເພດນີ້ບໍ່ສາມາດໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໄດ້, ແຕ່ພວກເຂົາເຊື່ອວ່າພວກເຂົາເຂົ້າໃຈຄວາມຈິງ ແລະ ຈະບໍ່ເຊື່ອຟັງໃຜ. ຂໍ້ທີສອງ, ເມື່ອພວກເຂົາມີແນວຄິດກ່ຽວກັບການຈັດແຈງວຽກງານ, ພວກເຂົາບໍ່ໄດ້ກ່າວເຖິງແນວຄິດດັ່ງກ່າວຕໍ່ເຮືອນຂອງພຣະເຈົ້າ; ໃນທາງກົງກັນຂ້າມ, ພວກເຂົາພຽງແຕ່ເຜີຍແຜ່ແນວຄິດດັ່ງກ່າວອອກໄປ. ຂໍ້ທີສາມ, ເມື່ອພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ ແລະ ວຽກງານຂອງເຮືອນຂອງພຣະເຈົ້າ, ບໍ່ພຽງແຕ່ພວກເຂົາບໍ່ແກ້ໄຂແນວຄິດດັ່ງກ່າວ, ແຕ່ພວກເຂົາຍັງພະຍາຍາມຍຸຍົງຜູ້ທີ່ພຣະເຈົ້າເລືອກໃຫ້ພັດທະນາແນວຄິດກ່ຽວກັບພຣະອົງ ແລະ ໃຫ້ລຸກຂຶ້ນ ແລະ ຕໍ່ສູ້ຕ້ານພຣະອົງ, ເພື່ອບັງຄັບໃຫ້ພຣະອົງເຮັດຕາມຄວາມປາດຖະໜາຂອງພວກເຂົາ ແລະ ໃນທີ່ສຸດກໍເຮັດໃຫ້ພຣະອົງຍອມ. ໂດຍອີງໃສ່ພຶດຕິກຳສາມຢ່າງນີ້, ຄົນໆໜຶ່ງສາມາດແນ່ໃຈໄດ້ວ່າຄົນເຫຼົ່ານີ້ເປັນສິ່ງມີຊີວິດປະເພດໃດ. ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາຍັງຮູ້ສຶກຄຽດແຄ້ນຕໍ່ພຣະເຈົ້າອີກດ້ວຍ. ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ ແລະ ພວກເຂົາເຜີຍແຜ່ແນວຄິດເຫຼົ່ານີ້, ເຮັດໃຫ້ທຸກຄົນພັດທະນາແນວຄິດກ່ຽວກັບພຣະອົງ ແລະ ລຸກຂຶ້ນຕໍ່ສູ້ ແລະ ຕໍ່ຕ້ານພຣະອົງ. ໂດຍອີງໃສ່ສິ່ງນີ້, ພວກເຂົາສາມາດຖືກກຳນົດລັກສະນະວ່າເປັນຜູ້ຕໍ່ຕ້ານພຣະຄຣິດທີ່ແທ້ຈິງ ແລະ ສົມບູນ. ຄວນຈັດການກັບຜູ້ຄົນແບບນີ້ແນວໃດ? ຄວນຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກບໍ? ສິ່ງນີ້ໄຮ້ປະໂຫຍດ, ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ. ແລ້ວການລິຮານພວກເຂົາເດ? ສິ່ງນີ້ກໍໄຮ້ປະໂຫຍດເຊັ່ນກັນ, ເພາະວ່າພວກເຂົາບໍ່ຍອມຮັບຄວາມຈິງ. ຖ້າຜູ້ທີ່ເຊື່ອໃນພຣະເຈົ້າບໍ່ສາມາດຍອມຮັບຄວາມຈິງໄດ້, ສິ່ງນີ້ເປັນບັນຫາຮ້າຍແຮງ ແລະ ເປັນສິ່ງທີ່ໜ້າຢ້ານ! ຖ້າເຈົ້າເບິ່ງເລື່ອງນີ້ຢ່າງລຽບງ່າຍເກີນໄປ ແລະ ເຊື່ອວ່າມັນບໍ່ແມ່ນເລື່ອງໃຫຍ່, ແລ້ວຈະມີມື້ໜຶ່ງທີ່ເຈົ້າຈະເຮັດໃຫ້ພຣະເຈົ້າເຄືອງໃຈ. ຂ້ອຍເຄີຍເຫັນບາງຄົນເປັນແບບນີ້ ແລະ ເຖິງແມ່ນວ່າພວກເຂົາຍັງບໍ່ທັນຖືກກຳຈັດອອກໄປ, ຜົນສຸດທ້າຍຂອງພວກເຂົາກໍໄດ້ຖືກກຳນົດໄວ້ແລ້ວວ່າ: ພວກເຂົາຈະຖືກກຳຈັດ.

ຢ່າງໜ້ອຍທີ່ສຸດ, ຜູ້ທີ່ເຊື່ອໃນພຣະເຈົ້າຈະຕ້ອງມີຫົວໃຈທີ່ຢຳເກງພຣະເຈົ້າ. ແລ້ວການຢຳເກງພຣະເຈົ້າໝາຍຄວາມວ່າແນວໃດ? ຜູ້ຄົນຕ້ອງຢຳເກງພຣະເຈົ້າ, ພວກເຂົາຕ້ອງເຮັດທຸກສິ່ງທຸກຢ່າງດ້ວຍຄວາມລະມັດລະວັງ ແລະ ຮອບຄອບ, ເຫຼືອຊ່ອງວ່າງໄວ້ໃຫ້ຕົນເອງ ແລະ ບໍ່ແມ່ນພຽງແຕ່ເຮັດສິ່ງໃດກໍໄດ້ຕາມໃຈມັກ. ຕົວຢ່າງ: ເມື່ອຄຣິດຕະຈັກປົດຜູ້ນຳປອມບາງຄົນອອກ, ບາງຄົນກໍເວົ້າວ່າ: “ຂ້ອຍບໍ່ແນ່ໃຈໃນເລື່ອງນີ້. ພວກເຮົາບໍ່ຮູ້ແນ່ນອນວ່າພວກເຂົາໄດ້ເຮັດຫຍັງລົງໄປ ແລະ ເຖິງແມ່ນວ່າພວກເຮົາຈະຮູ້, ພວກເຮົາກໍບໍ່ສາມາດເຂົ້າໃຈທໍາມະຊາດຂອງສິ່ງທີ່ພວກເຂົາເຮັດໄດ້ຢ່າງເລິກເຊິ່ງ. ທຸກສິ່ງທຸກຢ່າງທີ່ພຣະເຈົ້າເຮັດລ້ວນແຕ່ຖືກຕ້ອງ ແລະ ຈະມີມື້ໜຶ່ງທີ່ພຣະອົງຈະເຮັດໃຫ້ທຸກສິ່ງທຸກຢ່າງຊັດເຈນ ແລະ ເຮັດໃຫ້ພວກເຮົາເຂົ້າໃຈໃນເຈດຕະນາຂອງພຣະອົງ”. ຖ້າຫາກເຈົ້າບໍ່ເຂົ້າໃຈວ່າ ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງເຮັດສິ່ງຕ່າງໆໃນລັກສະນະນີ້ ແຕ່ເຈົ້າຍັງສາມາດອ່ອນນ້ອມໄດ້, ສະແດງວ່າເຈົ້າເປັນຄົນທີ່ເຫຼື້ອມໃສພໍສົມຄວນ ແລະ ສາມາດເວົ້າໄດ້ວ່າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າຢູ່. ຖ້າຫາກເຈົ້າບໍ່ເຂົ້າໃຈ ແລະ ຍັງຕັ້ງຕົວຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ, ເຈົ້າກໍມີບັນຫາ. ເມື່ອໃດກໍຕາມທີ່ຄຣິດຕະຈັກປົດຜູ້ນຳປອມອອກ ແລະ ຂັບໄລ່ຜູ້ຕໍ່ຕ້ານພຣະຄຣິດອອກໄປ, ມັກຈະມີຜູ້ຕິດຕາມທີ່ຈົງຮັກພັກດີຂອງພວກເຂົາລຸກຂຶ້ນມາປົກປ້ອງສະເໝີ, ພິພາກສາພຣະເຈົ້າຢ່າງເປີດເຜີຍຍ້ອນເລື່ອງນີ້ ໂດຍເວົ້າວ່າພຣະອົງບໍ່ຍຸຕິທຳ ແລະ ວອນຂໍໃຫ້ພຣະວິນຍານບໍລິສຸດເປີດເຜີຍຄວາມຈິງ. ສຳລັບຄົນເຊັ່ນນີ້, ບໍ່ວ່າການອຸທິດຕົນຂອງພວກເຂົາໃນການປະກາດພຣະກິດຕິຄຸນ ແລະ ການເຮັດໜ້າທີ່ຂອງພວກເຂົາຈະຍິ່ງໃຫຍ່ພຽງໃດ, ມັນກໍໄຮ້ປະໂຫຍດ. ການທໍລະຍົດຄັ້ງດຽວຈະຕັດສິນຊະຕາກຳຂອງເຈົ້າຕະຫຼອດໄປ. ເຈົ້າຕ້ອງເຫັນແກ່ນແທ້ຂອງການທໍລະຍົດຢ່າງຊັດເຈນ; ຢ່າຄິດວ່າມັນບໍ່ແມ່ນເລື່ອງໃຫຍ່. ສາມາດເວົ້າໄດ້ວ່າ ພວກເຈົ້າທຸກຄົນໄດ້ຕໍ່ຕ້ານພຣະເຈົ້າ, ພວກເຈົ້າທຸກຄົນໄດ້ລ່ວງລະເມີດ. ເຖິງຢ່າງໃດກໍຕາມ, ທາດແທ້ຂອງເລື່ອງທີ່ຂ້ອຍຫາກໍເວົ້າເຖິງນັ້ນແຕກຕ່າງອອກໄປ. ມັນຮ້າຍແຮງຫຼາຍ ແລະ ປະກອບເປັນການພິພາກສາ ແລະ ການຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ບາງຄົນມັກຂຽນບົດຄວາມ ແລະ ຈົດໝາຍຢູ່ສະເໝີ ແລະ ນຳໄປເຜີຍແຜ່ໃນຄຣິດຕະຈັກຢ່າງບໍ່ໄຕ່ຕອງ. ສິ່ງນີ້ສອດຄ່ອງກັບຫຼັກການບໍ? ສິ່ງທີ່ພວກເຂົາຂຽນເປັນຄຳພະຍານທີ່ແທ້ຈິງບໍ? ມັນເປັນປະສົບການຊີວິດບໍ? ມັນຊ່ວຍເສີມສ້າງໃຫ້ກັບຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ບໍ? ຖ້າຫາກບໍ່ແມ່ນ ແຕ່ຄົນເຫຼົ່ານີ້ຍັງຄົງນຳໄປເຜີຍແຜ່ໃນຄຣິດຕະຈັກຢ່າງບໍ່ໄຕ່ຕອງ, ພວກເຂົາກໍກຳລັງຊັກນຳຄົນໄປໃນທາງທີ່ຜິດ, ເຜີຍແຜ່ຄຳສອນນອກຮີດ ແລະ ຄວາມເຊື່ອທີ່ຜິດໆ, ບິດເບືອນຄວາມຈິງ, ປ່ຽນດຳໃຫ້ເປັນຂາວ ແລະ ເວົ້າແຕ່ເລື່ອງທີ່ໄຮ້ສາລະ. ບາງຄົນກໍເຖິງຂັ້ນຢາກຂຽນໜັງສືຂອງຕົນເອງ, ແລ້ວສົ່ງໄປໃຫ້ຄຣິດຕະຈັກ ແລະ ກາຍເປັນຄົນທີ່ມີຊື່ສຽງ. ຜູ້ຄົນບໍ່ໄດ້ຮຽນຮູ້ບົດຮຽນອັນເລິກເຊິ່ງຈາກຕົວຢ່າງຂອງໂປໂລບໍ? ເຈົ້າຍັງຢາກຂຽນໜັງສື, ຂຽນ “ຊີວະປະຫວັດຂອງຄົນດັງ” ແລະ ຂຽນ “ບົດສະຫຼຸບຄວາມຈິງ”. ເຈົ້າບໍ່ມີເຫດຜົນໃດໆເລີຍ! ຖ້າຫາກເຈົ້າມີຄວາມສາມາດ, ກໍຈົ່ງຂຽນຄຳພະຍານຈາກປະສົບການຈັກສອງສາມບົດ. ເຈົ້າຍັງຜ່ານການພິພາກສາ ແລະ ຄວາມທຸກທໍລະມານມາບໍ່ພຽງພໍອີກບໍໃນຊ່ວງສອງສາມປີທີ່ເຈົ້າໄດ້ເຊື່ອໃນພຣະເຈົ້າ? ເຈົ້າຍັງບໍ່ສາມາດເຫັນເລື່ອງນີ້ໄດ້ຢ່າງຊັດເຈນອີກບໍ? ມະນຸດເຂົ້າໃຈຫຍັງແດ່? ຄຳເວົ້າ ແລະ ຫຼັກຄຳສອນທີ່ເຈົ້າເວົ້ານັ້ນ ບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາຂອງເຈົ້າເອງໄດ້, ແຕ່ເຈົ້າຍັງຢາກຈະສົ່ງມັນຕໍ່ໄປໃຫ້ຄົນອື່ນອີກ. ເຈົ້າບໍ່ມີຄວາມຮັບຮູ້ຕົວເອງເລີຍ! ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງພິມ ແລະ ສົ່ງໜັງສືອອກໄປໃນລັກສະນະດຽວກັນທັງໝົດ? ເພາະວ່າໜັງສືສ່ວນໃຫຍ່ເຫຼົ່ານີ້ແມ່ນໜັງສືພຣະທຳຂອງພຣະເຈົ້າ ແລະ ສ່ວນທີ່ເຫຼືອແມ່ນໜັງສືຄຳພະຍານຈາກປະສົບການທີ່ແທ້ຈິງຂອງຜູ້ຄົນທີ່ພຣະເຈົ້າເລືອກ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນສິ່ງດີໆທີ່ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງການ, ແລ້ວດ້ວຍເຫດນັ້ນ, ໜັງສືທີ່ເຮືອນຂອງພຣະເຈົ້າໄດ້ພິມອອກໄປໃນລັກສະນະດຽວກັນທັງໝົດນັ້ນ ລ້ວນແຕ່ມີຄວາມຈຳເປັນສຳລັບວຽກງານຂອງຄຣິດຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ສິ່ງນີ້ກໍຍັງໄດ້ເຮັດຂຶ້ນພາຍໃຕ້ການນຳພາຂອງພຣະວິນຍານບໍລິສຸດ. ພວກເຈົ້າທຸກຄົນສາມາດເຫັນໄດ້ຢ່າງຊັດເຈນວ່າໜັງສືທີ່ເຮືອນຂອງພຣະເຈົ້າໄດ້ພິມອອກໄປໃນລັກສະນະດຽວກັນນັ້ນມີຄຸນຄ່າ ແລະ ມີຄວາມຈຳເປັນຢ່າງສູງສຸດ. ພວກເຈົ້າຍັງຮູ້ດີອີກວ່າພວກເຈົ້າຈະໄດ້ຮັບປະໂຫຍດອັນໃດຈາກການຟັງຄຳເທດສະໜາ. ສະນັ້ນ, ຖ້າພວກເຈົ້າມີຄວາມສາມາດໃນການແຍກແຍະສິ່ງຕ່າງໆທີ່ຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດເຜີຍແຜ່, ພວກເຈົ້າກໍຈະສາມາດແຍກແຍະຜູ້ນຳປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດໄດ້ຢ່າງແທ້ຈິງ. ແຕ່ດ້ວຍສະຖານະໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າເຂົ້າໃຈພຽງແຕ່ຫຼັກຄຳສອນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຈິງກໍຍັງບໍ່ຊັດເຈນຕໍ່ພວກເຈົ້າ. ຍັງມີເລື່ອງທີ່ສຳຄັນບາງຢ່າງທີ່ພວກເຈົ້າຍັງບໍ່ສາມາດເຂົ້າໃຈໄດ້ຢ່າງຄົບຖ້ວນ, ເຊິ່ງເບິ່ງຄືວ່າບໍ່ຊັດເຈນ ແລະ ມືດມົວສຳລັບພວກເຈົ້າ. ສະນັ້ນ, ພວກເຈົ້າຈຶ່ງຍັງບໍ່ມີຄວາມຈິງທີ່ເປັນຈິງໃດໆ ແລະ ຍັງບໍ່ມີຄວາມສາມາດໃນການແຍກແຍະຫຼາຍເທົ່າທີ່ຄວນ. ບໍ່ວ່າຜູ້ໃດໃນຄຣິດຕະຈັກຈະປະພຶດຕົນ ຫຼື ເວົ້າແນວໃດກໍຕາມ, ພວກເຈົ້າກໍຂາດການແຍກແຍະທີ່ຊັດເຈນຕໍ່ສິ່ງນັ້ນ. ບາງຄົນເຊື່ອວ່າ ຕາບໃດທີ່ຄົນໆໜຶ່ງເວົ້າຢ່າງຄ່ອງແຄ້ວ, ພວກເຂົາກໍສາມາດເປັນພະຍານຕໍ່ພຣະເຈົ້າໄດ້ ແລະ ຜູ້ທີ່ເວົ້າບໍ່ຄ່ອງແຄ້ວກໍບໍ່ສາມາດເວົ້າກ່ຽວກັບຄຳພະຍານຈາກປະສົບການໄດ້ ເຖິງແມ່ນວ່າພວກເຂົາຈະມີມັນກໍຕາມ. ພວກເຂົາຄິດຖືກແລ້ວບໍ? ພວກເຂົາຄິດຜິດຢ່າງຮ້າຍແຮງ. ຖ້າຄົນໆໜຶ່ງມີຄຳພະຍານຈາກປະສົບການ, ແລ້ວສິ່ງໃດກໍຕາມທີ່ພວກເຂົາເວົ້າກໍເປັນສິ່ງທີ່ເປັນຈິງ ແລະ ຖ້າຄົນໆໜຶ່ງບໍ່ມີຄຳພະຍານຈາກປະສົບການ, ສິ່ງໃດກໍຕາມທີ່ພວກເຂົາເວົ້າກໍບໍ່ເປັນສິ່ງທີ່ເປັນຈິງ, ບໍ່ວ່າພວກເຂົາຈະສາມາດເວົ້າຫຼັກຄຳສອນໄດ້ດີສ່ຳໃດກໍຕາມ. ເປັນຫຍັງຈຶ່ງເປັນເຊັ່ນນີ້? ການກ່າວຄຳເວົ້າ ແລະ ຫຼັກຄຳສອນບໍ່ໄດ້ສະແດງວ່າບຸກຄົນນັ້ນມີຄວາມຈິງທີ່ເປັນຈິງ ແລະ ເຖິງແມ່ນວ່າພວກເຂົາຈະເຂົ້າໃຈຄວາມຈິງຢູ່ໜ້ອຍໜຶ່ງ, ຄວາມເຂົ້າໃຈນີ້ກໍຍັງຄົງຂ້ອນຂ້າງຕື້ນເຂີນ ແລະ ຈຳກັດ ແລະ ພວກເຂົາກໍບໍ່ສາມາດຂຽນຄຳພະຍານຈາກປະສົບການໄດ້ເລີຍ. ຖ້າຄົນໆໜຶ່ງບໍ່ມີຄຳພະຍານຈາກປະສົບການ, ແຕ່ພວກເຂົາກໍຍັງກ່າວຄຳເວົ້າ ແລະ ຫຼັກຄຳສອນ ແລະ ສັ່ງສອນຜູ້ຄົນຢ່າງໜ້າບໍ່ອາຍ, ແລ້ວພວກເຂົາກໍໄດ້ກາຍເປັນຟາຣີຊາຍໜ້າຊື່ໃຈຄົດ. ພວກເຂົາສາມາດເຮັດໄດ້ພຽງແຕ່ສ້າງຄຳພະຍານປອມເພື່ອນຳພາຜູ້ຄົນຢ່າງຜິດໆ. ສິ່ງນີ້ຖືກສາບແຊ່ງໂດຍພຣະເຈົ້າ. ການທີ່ຄົນໆໜຶ່ງຈະສາມາດເປັນພະຍານທີ່ແທ້ຈິງໄດ້ ຫຼື ບໍ່ນັ້ນ ບໍ່ໄດ້ຂຶ້ນຢູ່ກັບວ່າພວກເຂົາເວົ້າຄ່ອງແຄ້ວ ຫຼື ບໍ່. ຈົ່ງເບິ່ງວ່າເປໂຕມີຄຳພະຍານຈາກປະສົບການຫຼາຍສ່ຳໃດ, ແຕ່ເພິ່ນໄດ້ຂຽນຈົດໝາຍຈັກສະບັບ? ເພິ່ນໄດ້ຂຽນບົດຄວາມຄຳພະຍານຈັກບົດ? ອາດຈະມີພຽງແຕ່ສອງສາມບົດ, ແຕ່ພຣະເຈົ້າໄດ້ຮັບຮອງວ່າເປໂຕເປັນບຸກຄົນທີ່ຮູ້ຈັກພຣະອົງດີທີ່ສຸດ ແລະ ເປັນຜູ້ທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າເຈົ້າມີຄຳພະຍານຈາກປະສົບການຢ່າງແທ້ຈິງ, ເຈົ້າກໍຈະໄດ້ປ່ຽນແປງຢ່າງແນ່ນອນ ແລະ ເຈົ້າກໍຈະກາຍເປັນຄົນທີ່ມີການປະພຶດຕົນທີ່ດີຂຶ້ນຫຼາຍ. ເຈົ້າຈະບໍ່ເຮັດສິ່ງທີ່ກະຕືລືລົ້ນເຫຼົ່ານັ້ນອີກຕໍ່ໄປ, ສິ່ງເຫຼົ່ານັ້ນທີ່ເຈົ້າຄິດວ່າເປັນສິ່ງທີ່ດີ. ເມື່ອເຈົ້າຮັບຮູ້ວ່າ ມະນຸດນັ້ນບໍ່ສຳຄັນ, ທຸກຍາກ ແລະ ໜ້າສົງສານສ່ຳໃດ, ເຈົ້າກໍຈະບໍ່ກ້າເຮັດຕາມໃຈ ຫຼື ຂຽນໜັງສື ຫຼື ຊີວະປະຫວັດຫຍໍ້. ທຸກຄົນທີ່ປາດຖະໜາຈະຂຽນໜັງສື ຫຼື ຊີວະປະຫວັດຫຍໍ້ ຫຼື ສ້າງຊື່ສຽງໃຫ້ຕົນເອງໃນນາມຂອງການປະກອບສ່ວນບາງຢ່າງ ລ້ວນແຕ່ເປັນຄົນທີ່ອວດດີ, ທະນົງໂຕ ແລະ ທະເຍີທະຍານ ຜູ້ຄົນທີ່ປະເມີນຄວາມສາມາດຂອງຕົນເອງສູງເກີນໄປ. ພວກເຂົາບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ມັກຈະເຮັດຕາມຄວາມປະສົງຂອງພວກເຂົາເອງໃນການກະທຳຂອງພວກເຂົາ. ຜູ້ຄົນທີ່ໄລ່ຕາມຄວາມຈິງຢ່າງແທ້ຈິງລ້ວນໃຫ້ຄວາມສຳຄັນກັບການເຮັດໜ້າທີ່ຂອງຕົນໃຫ້ດີ, ການເຂົ້າໃຈຄວາມຈິງ ແລະ ການເຮັດຕາມຫຼັກການ. ພວກເຂົາຄິດວ່າການເຮັດໜ້າທີ່ຂອງຕົນໃຫ້ດີ, ການປ່ຽນແປງອຸປະນິດໄສ, ການເຂົ້າສູ່ຄວາມຈິງທີ່ເປັນຈິງ ແລະ ການມີຄຳພະຍານຈາກປະສົບການທີ່ແທ້ຈິງນັ້ນສໍາຄັນກວ່າສິ່ງອື່ນໃດ. ຜູ້ທີ່ສາມາດໄລ່ຕາມດ້ວຍແນວທາງນີ້ແມ່ນຄົນທີ່ສະຫຼາດ ແລະ ມີເຫດຜົນທີ່ສຸດ.

ກ່ອນນີ້: ຫຼັກການທີ່ຄົນໆໜຶ່ງຄວນມີໃນການປະພຶດຕົນເອງ

ຕໍ່ໄປ: ພຣະທຳກ່ຽວກັບການສະແຫວງຫາ ແລະ ການປະຕິບັດຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້