ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (17)

ຂໍ້ທີສິບສອງ: ລະບຸຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີຫ້າ)

ບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ

IX. ການລະບາຍຄວາມເປັນລົບ

ມື້ນີ້, ພວກເຮົາສືບຕໍ່ການໂອ້ລົມຂອງພວກເຮົາກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ຽວກັບການຂັດຂວາງ ແລະ ການລົບກວນຕ່າງໆທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ, ຄັ້ງກ່ອນພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີແປດ ນັ້ນກໍຄື ການເຜີຍແຜ່ແນວຄິດ ແລະ ມື້ນີ້ພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາທີເກົ້າ ນັ້ນກໍຄື ການລະບາຍຄວາມເປັນລົບ. ການລະບາຍຄວາມເປັນລົບກໍເປັນສິ່ງທີ່ໄດ້ຍິນເລື້ອຍໆໃນຊີວິດປະຈຳວັນເຊັ່ນກັນ. ໃນທຳນອງດຽວກັນ, ການກະທຳ ຫຼື ຄຳເວົ້າໃນການລະບາຍຄວາມເປັນລົບ ກໍຄວນຖືກຈຳກັດ ແລະ ຢຸດຢັ້ງເຊັ່ນກັນ ເມື່ອພວກມັນປາກົດຂຶ້ນໃນຊີວິດຄຣິສຕະຈັກ, ເພາະວ່າການລະບາຍຄວາມເປັນລົບບໍ່ແມ່ນສິ່ງທີ່ເສີມສ້າງຜູ້ໃດເລີຍ; ແຕ່ກົງກັນຂ້າມ, ມັນສົ່ງຜົນກະທົບ, ລົບກວນ ແລະ ກໍ່ໃຫ້ເກີດານສູນເສຍຕໍ່ຜູ້ຄົນ. ສະນັ້ນ, ການລະບາຍຄວາມເປັນລົບຈຶ່ງເປັນສິ່ງທີ່ເປັນລົບ, ເຊິ່ງມີລັກສະນະຄ້າຍຄືກັນກັບພຶດຕິກຳ, ການກະທຳ ແລະ ຄຳເວົ້າອື່ນໆທີ່ລົບກວນຊີວິດຄຣິສຕະຈັກ; ມັນຍັງສາມາດລົບກວນຜູ້ຄົນ ແລະ ສົ່ງຜົນກະທົບໃນທາງລົບໄດ້. ບໍ່ມີໃຜສາມາດເສີມສ້າງຄົນອື່ນ ຫຼື ນໍາຜົນປະໂຫຍດມາສູ່ພວກເຂົາໄດ້ໂດຍການລະບາຍຄວາມເປັນລົບ; ມັນນໍາມາພຽງແຕ່ຜົນກະທົບທີ່ເປັນອັນຕະລາຍ ແລະ ຍັງສາມາດສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຕາມປົກກະຕິຂອງຜູ້ຄົນໄດ້ອີກດ້ວຍ. ດັ່ງນັ້ນ, ເມື່ອການລະບາຍຄວາມເປັນລົບເກີດຂຶ້ນໃນຄຣິສຕະຈັກ, ມັນກໍຄວນຖືກຢຸດຢັ້ງ ແລະ ຖືກຈຳກັດເຊັ່ນດຽວກັນ, ບໍ່ແມ່ນປ່ອຍປະລະເລີຍ ຫຼື ສົ່ງເສີມ.

1. ການລະບາຍຄວາມເປັນລົບແມ່ນຫຍັງ

ກ່ອນອື່ນ ໃຫ້ພວກເຮົາມາເບິ່ງວ່າ ການລະບາຍຄວາມເປັນລົບຄວນຖືກເຂົ້າໃຈ ແລະ ຖືກແຍກແຍະແນວໃດ. ຄວນແຍກແຍະການລະບາຍຄວາມເປັນລົບແນວໃດ? ຄຳເວົ້າແບບໃດ ແລະ ການສະແດງອອກແບບໃດຂອງຜູ້ຄົນ ຈຶ່ງແມ່ນການລະບາຍຄວາມເປັນລົບ? ເໜືອສິ່ງອື່ນໃດ, ຄວາມເປັນລົບທີ່ຜູ້ຄົນລະບາຍອອກມານັ້ນບໍ່ແມ່ນສິ່ງທີ່ເປັນບວກ, ແຕ່ແມ່ນສິ່ງທີ່ເປັນລົບ ເຊິ່ງຂັດແຍ້ງກັບຄວາມຈິງ ແລະ ມັນແມ່ນສິ່ງທີ່ເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ການມີອຸປະນິໄສທີ່ເສື່ອມຊາມນຳໄປສູ່ຄວາມຫຍຸ້ງຍາກໃນການປະຕິບັດຄວາມຈິງ ແລະ ການອ່ອນນ້ອມຕໍ່ພຣະເຈົ້າ. ຍ້ອນຄວາມຫຍຸ້ງຍາກເຫຼົ່ານີ້, ຄວາມຄິດທີ່ເປັນລົບ ແລະ ສິ່ງທີ່ເປັນລົບອື່ນໆ ຈຶ່ງຖືກເປີດເຜີຍອອກມາໃນຕົວຜູ້ຄົນ. ສິ່ງເຫຼົ່ານີ້ເກີດຂຶ້ນໃນສະພາບການທີ່ພວກເຂົາພະຍາຍາມປະຕິບັດຄວາມຈິງ; ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ມຸມມອງທີ່ສົ່ງຜົນກະທົບ ແລະ ຂັດຂວາງຜູ້ຄົນ ເມື່ອພວກເຂົາພະຍາຍາມປະຕິບັດຄວາມຈິງ ແລະ ເປັນສິ່ງທີ່ເປັນລົບຢ່າງສິ້ນເຊີງ. ບໍ່ວ່າຄວາມຄິດ ແລະ ມຸມມອງທີ່ເປັນລົບເຫຼົ່ານີ້ຈະຟັງເບິ່ງສອດຄ່ອງກັບແນວຄິດຂອງມະນຸດ ແລະ ມີເຫດຜົນສໍ່າໃດກໍຕາມ, ພວກມັນກໍບໍ່ໄດ້ມາຈາກຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ຍິ່ງບໍ່ຕ້ອງເວົ້າເຖິງຄວາມຮູ້ຈາກປະສົບການກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພວກມັນເກີດມາຈາກຈິດໃຈຂອງມະນຸດ ແລະ ບໍ່ສອດຄ່ອງກັບຄວາມຈິງເລີຍ. ສະນັ້ນ, ພວກມັນຈຶ່ງເປັນດ້ານຕ່າງໆຂອງຄວາມເປັນລົບ, ເປັນສິ່ງທີ່ເປັນລົບ. ເຈດຕະນາຂອງຜູ້ທີ່ລະບາຍຄວາມເປັນລົບແມ່ນເພື່ອຊອກຫາເຫດຜົນທາງພາວະວິໄສຫຼາຍຢ່າງສຳລັບຄວາມລົ້ມເຫຼວຂອງພວກເຂົາໃນການປະຕິບັດຄວາມຈິງ, ເພື່ອໃຫ້ໄດ້ຮັບຄວາມເຫັນໃຈ ແລະ ຄວາມເຂົ້າໃຈຈາກຄົນອື່ນ. ຄຳເວົ້າທີ່ເປັນລົບເຫຼົ່ານີ້ສົ່ງຜົນກະທົບ ແລະ ບັ່ນທອນຄວາມລິເລີ່ມຂອງຜູ້ຄົນໃນການປະຕິບັດຄວາມຈິງໃນລະດັບທີ່ແຕກຕ່າງກັນ ແລະ ແມ່ນແຕ່ສາມາດຢຸດຢັ້ງຫຼາຍຄົນຈາກການປະຕິບັດຄວາມຈິງໄດ້. ຜົນສະທ້ອນ ແລະ ຜົນກະທົບທາງລົບເຫຼົ່ານີ້ ເຮັດໃຫ້ສິ່ງເຫຼົ່ານີ້ສົມຄວນຍິ່ງຂຶ້ນທີ່ຈະຖືກກຳນົດລັກສະນະວ່າເປັນສິ່ງທີ່ເປັນລົບ, ເປັນການຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ຄວາມຈິງຢ່າງສິ້ນເຊີງ. ບາງຄົນບໍ່ສາມາດເບິ່ງທະລຸເຖິງແກ່ນແທ້ຂອງຄວາມເປັນລົບ ແລະ ຄິດວ່າການເປັນລົບເລື້ອຍໆນັ້ນເປັນເລື່ອງປົກກະຕິ ແລະ ມັນບໍ່ມີຜົນກະທົບຫຍັງຫຼາຍຕໍ່ການໄລ່ຕາມຄວາມຈິງຂອງຜູ້ຄົນ. ຄວາມຄິດແບບນີ້ແມ່ນຜິດ; ໃນຄວາມເປັນຈິງແລ້ວ, ມັນມີຜົນກະທົບຢ່າງຫຼວງຫຼາຍ ແລະ ຖ້າຄວາມເປັນລົບຂອງຄົນໃດໜຶ່ງມີຫຼາຍເກີນກວ່າທີ່ພວກເຂົາຈະແບກຮັບໄດ້, ມັນກໍສາມາດນຳໄປສູ່ການທໍລະຍົດໄດ້ຢ່າງງ່າຍດາຍ. ຜົນສະທ້ອນທີ່ຮ້າຍແຮງນີ້ເກີດມາຈາກຄວາມເປັນລົບນັ້ນເອງ. ສະນັ້ນ, ການລະບາຍຄວາມເປັນລົບຄວນຖືກແຍກແຍະ ແລະ ຖືກເຂົ້າໃຈແນວໃດ? ເວົ້າງ່າຍໆກໍຄື ການລະບາຍຄວາມເປັນລົບແມ່ນການນໍາພາຜູ້ຄົນຢ່າງຜິດໆ ແລະ ຢຸດຢັ້ງພວກເຂົາຈາກການປະຕິບັດຄວາມຈິງ; ມັນຄືການໃຊ້ກົນອຸບາຍທີ່ແນບນຽນ, ໃຊ້ວິທີການທີ່ເບິ່ງຄືວ່າປົກກະຕິ ເພື່ອນໍາພາຜູ້ຄົນຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາສະດຸດລົ້ມ. ນີ້ແມ່ນການທຳຮ້າຍພວກເຂົາບໍ? ທີ່ຈິງແລ້ວ ມັນທຳຮ້າຍພວກເຂົາຢ່າງໜັກແທ້ໆ. ດັ່ງນັ້ນ, ການລະບາຍຄວາມເປັນລົບຈຶ່ງເປັນສິ່ງທີ່ເປັນລົບ, ມັນຖືກພຣະເຈົ້າກ່າວໂທດ. ນີ້ຄືການຕີຄວາມໝາຍທີ່ງ່າຍດາຍທີ່ສຸດຂອງການລະບາຍຄວາມເປັນລົບ. ສະນັ້ນ ອົງປະກອບທີ່ເປັນລົບຂອງການລະບາຍຄວາມເປັນລົບແມ່ນຫຍັງແທ້? ສິ່ງໃດແດ່ທີ່ເປັນລົບ ແລະ ມີແນວໂນ້ມທີ່ຈະສົ່ງຜົນກະທົບທາງລົບຕໍ່ຜູ້ຄົນ ແລະ ກໍ່ໃຫ້ເກີດການລົບກວນ ແລະ ຄວາມເສຍຫາຍຕໍ່ຊີວິດຄຣິສຕະຈັກ? ຄວາມເປັນລົບລວມມີຫຍັງແດ່? ຖ້າຜູ້ຄົນມີການຢັ່ງຮູ້ພຣະທຳຂອງພຣເຈົ້າຢ່າງບໍລິສຸດ, ຄຳເວົ້າທີ່ພວກເຂົາໂອ້ລົມຈະມີສ່ວນປະກອບຂອງຄວາມເປັນລົບບໍ? ຖ້າຜູ້ຄົນມີທັດສະນະຄະຕິແຫ່ງການອ່ອນນ້ອມທີ່ແທ້ຈິງຕໍ່ສະຖານະການທີ່ພຣະເຈົ້າຈັດແຈງໃຫ້ພວກເຂົາ, ແລ້ວຄວາມຮູ້ຂອງພວກເຂົາກ່ຽວກັບສະຖານະການເຫຼົ່ານີ້ຈະມີສ່ວນປະກອບຂອງຄວາມເປັນລົບບໍ? ເມື່ອພວກເຂົາແບ່ງປັນຄວາມຮູ້ຈາກປະສົບການຂອງພວກເຂົາໃຫ້ກັບທຸກຄົນ, ມັນຈະມີສ່ວນປະກອບຂອງຄວາມເປັນລົບບໍ? ແນ່ນອນວ່າບໍ່ມີ. ກ່ຽວກັບທຸກສິ່ງທີ່ເກີດຂຶ້ນໃນຄຣິສຕະຈັກ ຫຼື ອ້ອມຮອບພວກເຂົາ, ຖ້າຜູ້ຄົນສາມາດຍອມຮັບສິ່ງນັ້ນຈາກພຣະເຈົ້າ, ມີວິທີການທີ່ຖືກຕ້ອງ ແລະ ສາມາດມີທັດສະນະຄະຕິແຫ່ງການສະແຫວງຫາ ແລະ ການອ່ອນນ້ອມ, ແລ້ວຄວາມຮູ້, ຄວາມເຂົ້າໃຈ ແລະ ປະສົບການຂອງພວກເຂົາກ່ຽວກັບສິ່ງທີ່ເກີດຂຶ້ນນັ້ນ ຈະມີສ່ວນປະກອບຂອງຄວາມເປັນລົບບໍ? (ບໍ່.) ມັນຈະບໍ່ມີຢ່າງແນ່ນອນ. ສະນັ້ນ ເມື່ອເບິ່ງຈາກດ້ານເຫຼົ່ານີ້, ຄວາມເປັນລົບແມ່ນຫຍັງແທ້? ມັນສາມາດຖືກເຂົ້າໃຈໄດ້ແນວໃດ? ຄວາມເປັນລົບບໍ່ໄດ້ປະກອບດ້ວຍສິ່ງທີ່ມີລັກສະນະແບບນີ້ບໍ ນັ້ນກໍຄື: ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ, ການຈົ່ມວ່າ ແລະ ຄວາມຂຸ່ນເຄືອງໃຈຂອງຜູ້ຄົນ? ກໍລະນີຂອງຄວາມເປັນລົບທີ່ຮ້າຍແຮງກວ່ານັ້ນຍັງລວມມີການຕໍ່ຕ້ານ, ການຂັດຂືນ ແລະ ແມ່ນແຕ່ການຮ້ອງໂວຍວາຍທ້າທາຍ. ການເວົ້າຄຳເວົ້າທີ່ປະກອບດ້ວຍອົງປະກອບເຫຼົ່ານີ້ສາມາດຖືກກຳນົດລັກສະນະວ່າເປັນການລະບາຍຄວາມເປັນລົບ. ສະນັ້ນ ເມື່ອພິຈາລະນາຈາກການສະແດງອອກເຫຼົ່ານີ້, ເມື່ອຄົນໃດໜຶ່ງລະບາຍຄວາມເປັນລົບ, ມີການອ່ອນນ້ອມໃດໆຕໍ່ພຣະເຈົ້າຢູ່ໃນໃຈຂອງພວກເຂົາບໍ? ແນ່ນອນວ່າບໍ່ມີ. ມີຄວາມເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງ ແລະ ແກ້ໄຂຄວາມເປັນລົບຂອງພວກເຂົາບໍ? ບໍ່, ມັນບໍ່ມີຫຍັງເລີຍນອກຈາກການຕໍ່ຕ້ານ, ຄວາມກະບົດ ແລະ ການຂັດຂືນ. ຖ້າຫົວໃຈຂອງຜູ້ຄົນເຕັມໄປດ້ວຍສິ່ງເຫຼົ່ານີ້, ຖ້າຫົວໃຈຂອງພວກເຂົາຖືກຄອບງຳໂດຍສິ່ງທີ່ເປັນລົບເຫຼົ່ານີ້, ແລ້ວສິ່ງນີ້ກໍຈະກໍ່ໃຫ້ເກີດການຕໍ່ຕ້ານ, ຄວາມກະບົດ ແລະ ການຂັດຂືນຕໍ່ພຣະເຈົ້າ. ແລ້ວຖ້າເປັນເຊັ່ນນີ້, ພວກເຂົາຍັງຈະສາມາດປະຕິບັດຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ພວກເຂົາຈະບໍ່ສາມາດເຮັດໄດ້; ສິ່ງທີ່ຈະເກີດຂຶ້ນກໍຄືພວກເຂົາຈະຫ່າງເຫີນຈາກພຣະເຈົ້າ ແລະ ເປັນລົບຫຼາຍຂຶ້ນ ແລະ ອາດຈະເຖິງຂັ້ນສົງໄສ, ປະຕິເສດ ແລະ ທໍລະຍົດພຣະເຈົ້າ. ສິ່ງນີ້ບໍ່ອັນຕະລາຍບໍ? ຜູ້ໃດກໍຕາມທີ່ເປັນລົບເລື້ອຍໆກໍສາມາດລະບາຍຄວາມເປັນລົບໄດ້ ແລະ ການລະບາຍຄວາມເປັນລົບກໍຄືການຕໍ່ຕ້ານ ແລະ ປະຕິເສດພຣະເຈົ້າ; ດ້ວຍເຫດນີ້, ຄົນທີ່ລະບາຍຄວາມເປັນລົບເລື້ອຍໆຈຶ່ງມີແນວໂນ້ມທີ່ຈະທໍລະຍົດພຣະເຈົ້າ ແລະ ຈາກພຣະອົງໄປໄດ້ທຸກເວລາ ຫຼື ທຸກບ່ອນ.

ເມື່ອຕັດສິນຈາກຄວາມໝາຍຂອງຄຳວ່າ “ຄວາມເປັນລົບ”, ເມື່ອຄົນໃດໜຶ່ງກາຍເປັນຄົນຄິດລົບ, ອາລົມຂອງພວກເຂົາກໍຈະຕົກເຂົ້າສູ່ສະພາວະທີ່ຕໍ່າຫຼາຍ ແລະ ພວກເຂົາກໍຈະເຂົ້າສູ່ສະພາບຈິດໃຈທີ່ບໍ່ດີ. ອາລົມຂອງພວກເຂົາເຕັມໄປດ້ວຍອົງປະກອບທີ່ເປັນລົບ, ພວກເຂົາຂາດທັດສະນະຄະຕິໃນການສ້າງຄວາມກ້າວໜ້າຢ່າງຫ້າວຫັນ ແລະ ພະຍາຍາມກ້າວໄປຂ້າງໜ້າ ແລະ ພວກເຂົາຂາດການຮ່ວມມື ແລະ ການສະແຫວງຫາທີ່ເປັນບວກ ແລະ ຫ້າວຫັນ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສະແດງໃຫ້ເຫັນເຖິງຄວາມເຕັມໃຈທີ່ຈະອ່ອນນ້ອມ, ແຕ່ກັບສະແດງອາລົມທີ່ໝົດຫວັງຢ່າງທີ່ສຸດ. ອາລົມທີ່ໝົດຫວັງສະແດງເຖິງຫຍັງ? ມັນສະແດງເຖິງດ້ານບວກຂອງຄວາມເປັນມະນຸດບໍ? ມັນສະແດງເຖິງການມີມະໂນທຳ ແລະ ເຫດຜົນບໍ? ມັນສະແດງເຖິງການດຳລົງຊີວິດດ້ວຍກຽດສັກສີ, ການດຳລົງຊີວິດພາຍໃນກຽດສັກສີຂອງຄວາມເປັນມະນຸດບໍ? (ບໍ່.) ຖ້າມັນບໍ່ໄດ້ສະແດງເຖິງສິ່ງທີ່ເປັນບວກເຫຼົ່ານີ້, ແລ້ວມັນສະແດງເຖິງຫຍັງ? ມັນສາມາດສະແດງເຖິງການຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ພ້ອມທັງການຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວໃນການໄລ່ຕາມຄວາມຈິງ ແລະ ການສ້າງຄວາມກ້າວໜ້າໃນທາງບວກໄດ້ບໍ? ມັນສາມາດສະແດງເຖິງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ສະຖານະການ ແລະ ຄວາມຫຍຸ້ງຍາກໃນປັດຈຸບັນຂອງຄົນໃດໜຶ່ງ ແລະ ຄວາມລຳບາກໃນການເຂົ້າໃຈສິ່ງເຫຼົ່ານັ້ນ, ພ້ອມທັງຄວາມບໍ່ເຕັມໃຈທີ່ຈະຍອມຮັບຄວາມເປັນຈິງໃນປັດຈຸບັນໄດ້ບໍ? ມັນສາມາດສະແດງເຖິງສະຖານະການທີ່ຫົວໃຈຂອງຄົນໃດໜຶ່ງເຕັມໄປດ້ວຍຄວາມບໍ່ເຊື່ອຟັງ, ຄວາມປາຖະໜາທີ່ຈະທ້າທາຍ ແລະ ຄວາມປາຖະໜາທີ່ຈະຫຼົບໜີ ແລະ ປ່ຽນແປງສະຖານະການໃນປັດຈຸບັນໄດ້ບໍ? (ໄດ້.) ສິ່ງເຫຼົ່ານີ້ຄືສະພາວະທີ່ຜູ້ຄົນສະແດງອອກ ເມື່ອພວກເຂົາຜະເຊີນກັບສະຖານະການໃນປັດຈຸບັນດ້ວຍຄວາມເປັນລົບ. ໂດຍສັງເຂບ, ບໍ່ວ່າຈະເປັນແນວໃດກໍຕາມ, ເມື່ອຜູ້ຄົນຄິດລົບ, ຄວາມບໍ່ພໍໃຈຂອງພວກເຂົາຕໍ່ສະຖານະການໃນປັດຈຸບັນ ແລະ ຕໍ່ສິ່ງທີ່ພຣະເຈົ້າໄດ້ຈັດແຈງນັ້ນ ບໍ່ໄດ້ທຽບເທົ່າກັບສິ່ງທີ່ງ່າຍດາຍຄືກັບການທີ່ພວກເຂົາພຽງແຕ່ມີຄວາມເຂົ້າໃຈຜິດ, ບໍ່ເຂົ້າໃຈ, ບໍ່ຢັ່ງຮູ້ ຫຼື ບໍ່ສາມາດມີປະສົບການໄດ້. ການບໍ່ຢັ່ງຮູ້ອາດຈະເປັນເລື່ອງຂອງຄວາມສາມາດ ຫຼື ເວລາ, ເຊິ່ງເປັນການສະແດງອອກປົກກະຕິຂອງຄວາມເປັນມະນຸດ. ການບໍ່ສາມາດມີປະສົບການກໍອາດຈະເປັນຍ້ອນເຫດຜົນທາງພາວະວິໄສບາງຢ່າງ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ຖືກພິຈາລະນາວ່າເປັນສິ່ງທີ່ເປັນລົບ. ບາງຄົນກໍບໍ່ສາມາດມີປະສົບການເຊັ່ນກັນ, ແຕ່ເມື່ອຜະເຊີນກັບສິ່ງທີ່ພວກເຂົາບໍ່ເຂົ້າໃຈ ຫຼື ເບິ່ງບໍ່ທະລຸ ຫຼື ສິ່ງທີ່ພວກເຂົາບໍ່ສາມາດຢັ່ງຮູ້ ຫຼື ມີປະສົບການໄດ້, ພວກເຂົາຈະອະທິຖານຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມປາດຖະໜາຂອງພຣະອົງ, ລໍຖ້າຄວາມສະຫວ່າງ ແລະ ການສ່ອງແສງຈາກພຣະເຈົ້າ ແລະ ສະແຫວງຫາຈາກຄົນອື່ນ ແລະ ໂອ້ລົມກັບຄົນອື່ນຢ່າງຫ້າວຫັນ. ຢ່າງໃດກໍຕາມ, ບາງຄົນກໍແຕກຕ່າງກັນ; ພວກເຂົາບໍ່ມີເສັ້ນທາງແຫ່ງການປະຕິບັດເຫຼົ່ານີ້, ທັງບໍ່ມີທັດສະນະຄະຕິດັ່ງກ່າວ. ແທນທີ່ຈະລໍຖ້າ, ສະແຫວງຫາ ຫຼື ຊອກຫາບາງຄົນເພື່ອໂອ້ລົມນຳ, ພວກເຂົາກັບພັດທະນາຄວາມເຂົ້າໃຈຜິດໃນໃຈຂອງພວກເຂົາ ໂດຍຮູ້ສຶກວ່າເຫດການ ແລະ ສະພາບການທີ່ພວກເຂົາພົບພໍ້ນັ້ນບໍ່ສອດຄ່ອງກັບຄວາມປາຖະໜາ, ຄວາມມັກ ຫຼື ຈິນຕະນາການຂອງພວກເຂົາ, ດ້ວຍເຫດນີ້ຈຶ່ງນຳໄປສູ່ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ, ການຕໍ່ຕ້ານ, ການຈົ່ມວ່າ, ການຂັດຂືນ, ການຮ້ອງໂວຍວາຍທ້າທາຍ ແລະ ສິ່ງທີ່ເປັນລົບອື່ນໆ. ຫຼັງຈາກທີ່ໄດ້ສ້າງສິ່ງທີ່ເປັນລົບເຫຼົ່ານີ້ຂຶ້ນມາ, ພວກເຂົາກໍບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບພວກມັນ, ທັງບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ທົບທວນ ເພື່ອໃຫ້ໄດ້ຮັບຄວາມຮູ້ກ່ຽວກັບສະພາວະ ແລະ ຄວາມເສື່ອມຊາມຂອງຕົນເອງ. ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າເພື່ອສະແຫວງຫາຄວາມປາດຖະໜາຂອງພຣະເຈົ້າ ຫຼື ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂບັນຫາ ແຮງໄກທີ່ຈະສະແຫວງຫາຈາກຄົນອື່ນ ແລະ ໂອ້ລົມກັບຄົນອື່ນ. ແຕ່ກົງກັນຂ້າມ, ພວກເຂົາຍືນຍັນວ່າສິ່ງທີ່ພວກເຂົາເຊື່ອນັ້ນຖືກຕ້ອງ ແລະ ແມ່ນຍໍາ, ໂດຍເກັບຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈໄວ້ໃນໃຈຂອງພວກເຂົາ ແລະ ຍັງຄົງຕິດຢູ່ໃນອາລົມທີ່ເປັນລົບ. ເມື່ອຕິດຢູ່ໃນອາລົມເຫຼົ່ານີ້, ພວກເຂົາອາດຈະສາມາດເກັບພວກມັນໄວ້ ແລະ ທົນກັບພວກມັນໄດ້ເປັນເວລາໜຶ່ງ ຫຼື ສອງມື້, ແຕ່ເມື່ອເວລາຜ່ານໄປດົນນານ, ຫຼາຍສິ່ງຫຼາຍຢ່າງກໍເກີດຂຶ້ນໃນຄວາມຄິດຂອງພວກເຂົາ, ລວມທັງແນວຄິດ ແລະ ຈິນຕະນາການຂອງມະນຸດ, ຈັນຍາບັນ ແລະ ສິນທຳຂອງມະນຸດ, ວັດທະນະທຳ, ປະເພນີ ແລະ ຄວາມຮູ້ຂອງມະນຸດ ແລະ ອື່ນໆ. ພວກເຂົາໃຊ້ສິ່ງເຫຼົ່ານີ້ເພື່ອວັດແທກ, ຄິດໄລ່ ແລະ ເຂົ້າໃຈບັນຫາທີ່ພວກເຂົາຜະເຊີນ, ໂດຍຕິດຢູ່ໃນກັບດັກຂອງຊາຕານຢ່າງສົມບູນ, ດ້ວຍເຫດນີ້ຈຶ່ງກໍ່ໃຫ້ເກີດສະພາວະຕ່າງໆຂອງຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງ. ຈາກສະພາວະທີ່ເສື່ອມຊາມເຫຼົ່ານີ້, ຄວາມຄິດ ແລະ ມຸມມອງທີ່ຜິດພາດຕ່າງໆກໍປາກົດຂຶ້ນ ແລະ ໃນໃຈຂອງພວກເຂົາ ສິ່ງທີ່ເປັນລົບເຫຼົ່ານີ້ກໍບໍ່ສາມາດຄວບຄຸມໄດ້ອີກຕໍ່ໄປ. ຈາກນັ້ນ ພວກເຂົາກໍຊອກຫາໂອກາດເພື່ອເທ ແລະ ລະບາຍສິ່ງເຫຼົ່ານີ້ອອກມາ. ເມື່ອຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມເປັນລົບ, ພວກເຂົາເວົ້າບໍວ່າ “ຂ້ອຍເຕັມໄປດ້ວຍສິ່ງທີ່ເປັນລົບຢູ່ຂ້າງໃນ; ຂ້ອຍບໍ່ຄວນເວົ້າຢ່າງບໍ່ຍັບຍັ້ງຊັ່ງໃຈ ເພື່ອຫຼີກເວັ້ນການທຳຮ້າຍຄົນອື່ນ. ຖ້າຂ້ອຍຮູ້ສຶກຢາກເວົ້າ ແລະ ບໍ່ສາມາດເກັບມັນໄວ້ໄດ້, ຂ້ອຍຈະເວົ້າກັບຝາ ຫຼື ເວົ້າກັບສິ່ງທີ່ບໍ່ເຂົ້າໃຈພາສາມະນຸດ”? ພວກເຂົາໃຈດີພໍທີ່ຈະເຮັດແບບນີ້ບໍ? (ບໍ່.) ແລ້ວພວກເຂົາເຮັດຫຍັງ? ພວກເຂົາຊອກຫາໂອກາດທີ່ຈະມີຜູ້ຟັງເພື່ອຮັບເອົາມຸມມອງ, ຄຳເວົ້າ ແລະ ອາລົມທີ່ເປັນລົບຂອງພວກເຂົາ, ໂດຍໃຊ້ສິ່ງນີ້ເພື່ອເທຄວາມຮູ້ສຶກທີ່ເປັນລົບຕ່າງໆຂອງພວກເຂົາອອກມາ ເຊັ່ນ: ຄວາມບໍ່ພໍໃຈ, ຄວາມບໍ່ເຊື່ອຟັງ ແລະ ຄວາມຂຸ່ນເຄືອງຈາກໃຈຂອງພວກເຂົາ. ພວກເຂົາເຊື່ອວ່າ ໃນລະຫວ່າງຊີວິດຄຣິສຕະຈັກແມ່ນເວລາທີ່ດີທີ່ສຸດທີ່ຈະລະບາຍ ແລະ ເປັນໂອກາດທີ່ດີທີ່ຈະເທຄວາມເປັນລົບ, ຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາອອກມາ ເພາະວ່າມີຜູ້ຟັງຈຳນວນຫຼາຍ ແລະ ຄຳເວົ້າຂອງພວກເຂົາສາມາດຊັກຈູງຄົນອື່ນໃຫ້ກາຍເປັນຄົນຄິດລົບ ແລະ ນໍາຜົນສະທ້ອນທີ່ເປັນອັນຕະລາຍມາສູ່ວຽກງານຂອງຄຣິສຕະຈັກ. ແນ່ນອນວ່າ ຜູ້ທີ່ລະບາຍຄວາມເປັນລົບບໍ່ສາມາດອົດກັ້ນໄດ້ແມ່ນແຕ່ຢູ່ລັບຫຼັງ; ພວກເຂົາເທຄຳເວົ້າທີ່ເປັນລົບຂອງພວກເຂົາອອກມາສະເໝີ. ເມື່ອບໍ່ມີຄົນຈຳນວນຫຼາຍມາຟັງພວກເຂົາລະບາຍ, ພວກເຂົາກໍເຫັນວ່າມັນບໍ່ໜ້າຕື່ນເຕັ້ນ, ແຕ່ເມື່ອທຸກຄົນມາເຕົ້າໂຮມກັນ, ພວກເຂົາກໍມີພະລັງຫຼາຍຂຶ້ນ. ເມື່ອຕັດສິນຈາກອາລົມ, ສະພາວະ ແລະ ດ້ານອື່ນໆຂອງຜູ້ທີ່ລະບາຍຄວາມເປັນລົບ, ຈຸດປະສົງຂອງພວກເຂົາບໍ່ແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ, ເບິ່ງທະລຸສິ່ງທີ່ເປັນຄວາມຈິງ, ລົບລ້າງຄວາມເຂົ້າໃຈຜິດ ຫຼື ຂໍ້ສົງໄສກ່ຽວກັບພຣະເຈົ້າ, ຮູ້ຈັກຕົນເອງ ແລະ ແກ່ນແທ້ທີ່ເສື່ອມຊາມຂອງຕົນເອງ ຫຼື ແກ້ໄຂບັນຫາເລື່ອງຄວາມກະບົດ ແລະ ຄວາມເສື່ອມຊາມຂອງພວກເຂົາ ເພື່ອວ່າພວກເຂົາຈະບໍ່ກະບົດຕໍ່ພຣເຈົ້າ ຫຼື ຕໍ່ຕ້ານພຣະອົງ ແຕ່ອ່ອນນ້ອມຕໍ່ພຣະອົງແທນ. ຈຸດປະສົງຂອງພວກເຂົາມີສອງຢ່າງຫຼັກໆຄື: ໃນດ້ານໜຶ່ງ, ພວກເຂົາລະບາຍຄວາມເປັນລົບເພື່ອເທອາລົມຂອງຕົນເອງອອກມາ; ໃນອີກດ້ານໜຶ່ງ, ພວກເຂົາມີຈຸດປະສົງທີ່ຈະດຶງຄົນຈຳນວນຫຼາຍຂຶ້ນໃຫ້ເຂົ້າສູ່ຄວາມເປັນລົບ ແລະ ເຂົ້າສູ່ກັບດັກຂອງການຕໍ່ຕ້ານ ແລະ ການຮ້ອງໂວຍວາຍທ້າທາຍຕໍ່ພຣະເຈົ້າຮ່ວມກັບພວກເຂົາ. ດັ່ງນັ້ນ, ການກະທຳໃນການລະບາຍຄວາມເປັນລົບຈຶ່ງຄວນຖືກຢຸດຢັ້ງຢ່າງສິ້ນເຊີງພາຍໃນຊີວິດຄຣິສຕະຈັກ.

2. ສະພາວະ ແລະ ການສະແດງອອກຕ່າງໆຂອງຄົນທີ່ລະບາຍຄວາມເປັນລົບ
1). ການລະບາຍຄວາມເປັນລົບເມື່ອຮູ້ສຶກບໍ່ພໍໃຈກ່ຽວກັບການຖືກປົດອອກ

ອາລົມ ແລະ ການສະແດງອອກຂອງຄວາມເປັນລົບໂດຍພື້ນຖານແລ້ວແມ່ນມີດັ່ງນີ້: ຫຼັງຈາກທີ່ເຮົາໄດ້ໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ແລ້ວ, ຜູ້ຄົນຄວນປຽບທຽບຕົນເອງກັບສິ່ງເຫຼົ່ານັ້ນ ແລະ ເບິ່ງວ່າພຶດຕິກຳ, ຄຳເວົ້າ ແລະ ວິທີການໃດຂອງພວກເຂົາໃນຊີວິດຈິງທີ່ເປັນການລະບາຍຄວາມເປັນລົບ ແລະ ສະຖານະການໃດທີ່ເຮັດໃຫ້ພວກເຂົາຕົກຢູ່ໃນຄວາມເປັນລົບ, ດ້ວຍເຫດນີ້ຈຶ່ງນຳໄປສູ່ການລະບາຍຄວາມເປັນລົບ. ບອກເຮົາມາເບິ່ງ, ພາຍໃຕ້ສະຖານະການທົ່ວໄປ, ສະຖານະການໃດແດ່ທີ່ເຮັດໃຫ້ຜູ້ຄົນຄິດລົບ? ຮູບແບບທົ່ວໄປຂອງຄວາມເປັນລົບມີຫຍັງແດ່? (ເມື່ອບາງຄົນຖືກປົດອອກ ຫຼື ເມື່ອພວກເຂົາຖືກລິຮານ, ພວກເຂົາອາດຈະພັດທະນາຄວາມເປັນລົບບາງຢ່າງໃນໃຈຂອງພວກເຂົາ.) ການຖືກປົດອອກແມ່ນສະຖານະການໜຶ່ງ, ການຖືກລິຮານກໍແມ່ນອີກສະຖານະການໜຶ່ງ. ເປັນຫຍັງການຖືກປົດອອກຈຶ່ງນໍາໄປສູ່ຄວາມເປັນລົບ? (ບາງຄົນ ຫຼັງຈາກທີ່ຖືກປົດອອກ ກໍບໍ່ມີຄວາມຮູ້ກ່ຽວກັບຕົນເອງ ແລະ ຄິດວ່າມັນແມ່ນສະຖານະຂອງພວກເຂົາທີ່ນໍາໄປສູ່ຄວາມພິນາດຂອງພວກເຂົາ. ຈາກນັ້ນ ພວກເຂົາກໍເວົ້າວ່າ, “ຍິ່ງປີນຂຶ້ນສູງເທົ່າໃດ, ກໍຍິ່ງຕົກລົງມາເຈັບຫຼາຍເທົ່ານັ້ນ”, ໂດຍການເວົ້າເຖິງມຸມມອງທີ່ເປັນລົບບາງຢ່າງ. ພວກເຂົາບໍ່ມີການຢັ່ງຮູ້ຢ່າງບໍລິສຸດກ່ຽວກັບການຖືກປົດອອກ; ພວກເຂົາບໍ່ເຊື່ອຟັງໃນໃຈຂອງພວກເຂົາ.) ຢູ່ພາຍໃນຕົວພວກເຂົາ, ມີຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈ, ເຊິ່ງເປັນອາລົມທີ່ເປັນລົບ. ພວກເຂົາຈົ່ມວ່າບໍ? (ແມ່ນແລ້ວ. ພວກເຂົາຮູ້ສຶກວ່າພວກເຂົາໄດ້ອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາ, ໂດຍໄດ້ເຮັດວຽກຢ່າງໜັກໜ່ວງສະເໝີມາ ໂດຍບໍ່ໄດ້ຮັບສິ່ງດີໆເປັນການຕອບແທນ, ແຕ່ກໍຍັງຖືກປົດອອກ. ດັ່ງນັ້ນ ພວກເຂົາຈຶ່ງເວົ້າວ່າ, “ການເປັນຜູ້ນໍານັ້ນຍາກ; ໃຜກໍຕາມທີ່ເປັນຜູ້ນໍາກໍໂຊກຮ້າຍ. ໃນທີ່ສຸດ ທຸກຄົນກໍຈະຖືກປົດອອກ”.) ການເຜີຍແຜ່ຄຳເວົ້າເຫຼົ່ານີ້ຄືການລະບາຍຄວາມເປັນລົບ. ຖ້າພວກເຂົາພຽງແຕ່ບໍ່ເຊື່ອຟັງ ແລະ ບໍ່ພໍໃຈ ແຕ່ບໍ່ໄດ້ເຜີຍແຜ່ມັນ, ນັ້ນກໍຍັງບໍ່ຖືວ່າເປັນການລະບາຍຄວາມເປັນລົບ. ຖ້າຈາກຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈ ຄ່ອຍໆກໍ່ໃຫ້ເກີດອາລົມແຫ່ງການຈົ່ມວ່າ ແລະ ພວກເຂົາບໍ່ຍອມຮັບຄວາມຈິງທີ່ວ່າພວກເຂົາມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກໄດ້ ແລະ ຈາກນັ້ນພວກເຂົາກໍເລີ່ມໂຕ້ຖຽງດ້ວຍເຫດຜົນທີ່ບິດເບືອນຂອງພວກເຂົາ, ສ້າງຄຳເວົ້າ, ມຸມມອງ, ຂໍ້ແກ້ຕົວ, ເຫດຜົນ, ຄຳອະທິບາຍ, ຂໍ້ກ່າວອ້າງ ແລະ ອື່ນໆທຸກປະເພດ ໃນຂະນະທີ່ໂຕ້ຖຽງ, ແລ້ວການເວົ້າຄຳເວົ້າປະເພດເຫຼົ່ານີ້ກໍເທົ່າກັບການລະບາຍຄວາມເປັນລົບ. ຜູ້ນໍາປອມບາງຄົນ ທີ່ຖືກປົດອອກຍ້ອນບໍ່ໄດ້ເຮັດວຽກງານຕົວຈິງ, ເກັບຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈໄວ້ໃນໃຈຂອງພວກເຂົາ ໂດຍບໍ່ມີການອ່ອນນ້ອມເລີຍ; ພວກເຂົາຄິດສະເໝີວ່າ, “ມາເບິ່ງກັນວ່າໃຜຈະສາມາດແທນທີ່ຂ້ອຍໃນຖານະຜູ້ນໍາໄດ້. ຄົນອື່ນກໍບໍ່ໄດ້ດີໄປກວ່າຂ້ອຍ; ຖ້າຂ້ອຍເຮັດວຽກບໍ່ໄດ້, ພວກເຂົາກໍເຮັດບໍ່ໄດ້ເຊັ່ນກັນ!” ສິ່ງໃດທີ່ເຮັດໃຫ້ພວກເຂົາບໍ່ເຊື່ອຟັງ? ພວກເຂົາຄິດວ່າຄວາມສາມາດຂອງພວກເຂົາບໍ່ໄດ້ຕໍ່າ ແລະ ພວກເຂົາໄດ້ເຮັດວຽກງານຫຼາຍຢ່າງແລ້ວ, ແລ້ວເປັນຫຍັງພວກເຂົາຈຶ່ງຖືກປົດອອກ? ສິ່ງເຫຼົ່ານີ້ຄືຄວາມຄິດພາຍໃນຂອງຜູ້ນໍາປອມ. ພວກເຂົາບໍ່ໄດ້ສຳຫຼວດເພື່ອຮູ້ຈັກຕົນເອງ ແລະ ເບິ່ງວ່າພວກເຂົາໄດ້ເຮັດວຽກງານຕົວຈິງແທ້ຫຼືບໍ່, ພວກເຂົາໄດ້ແກ້ໄຂບັນຫາຕົວຈິງຈັກຢ່າງ ຫຼື ມັນເປັນຄວາມຈິງຫຼືບໍ່ ທີ່ພວກເຂົາເຮັດໃຫ້ວຽກງານຂອງຄຣິສຕະຈັກເປັນອຳມະພາດ. ພວກເຂົາບໍ່ຄ່ອຍພິຈາລະນາສິ່ງເຫຼົ່ານີ້. ພວກເຂົາບໍ່ຄິດວ່າບັນຫາແມ່ນການທີ່ພວກເຂົາຂາດຄວາມຈິງຄວາມເປັນຈິງ ແລະ ບໍ່ສາມາດເບິ່ງທະລຸສິ່ງຕ່າງໆໄດ້. ແຕ່ກົງກັນຂ້າມ ພວກເຂົາເຊື່ອວ່າ ເມື່ອໄດ້ເຮັດວຽກງານຫຼາຍຢ່າງແລ້ວ, ພວກເຂົາກໍບໍ່ຄວນຖືກກຳນົດລັກສະນະວ່າເປັນຜູ້ນໍາປອມ. ນີ້ຄືເຫດຜົນຫຼັກສຳລັບຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ. ພວກເຂົາຄິດສະເໝີວ່າ: “ຂ້ອຍໄດ້ປະຕິບັດໜ້າທີ່ຂອງຕົນມາເປັນເວລາຫຼາຍປີ, ຕື່ນເດິກລຸກເຊົ້າທຸກມື້ແມ່ນເພື່ອໃຜ? ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ຂ້ອຍກໍປະຖິ້ມຄອບຄົວໄວ້ຂ້າງຫຼັງ, ປະຖິ້ມອາຊີບການງານ ແລະ ເຖິງຂັ້ນສ່ຽງຕໍ່ການຖືກຈັບກຸມ ແລະ ຖືກຂັງຄຸກເພື່ອປະຕິບັດໜ້າທີ່ຂອງຕົນ. ຂ້ອຍໄດ້ອົດທົນຕໍ່ຄວາມລຳບາກຫຼາຍສໍ່າໃດ! ແລ້ວຕອນນີ້ ພວກເຂົາເວົ້າວ່າຂ້ອຍບໍ່ໄດ້ເຮັດວຽກງານຕົວຈິງ ແລະ ພຽງແຕ່ປົດຂ້ອຍອອກ, ມັນຊ່າງບໍ່ຍຸຕິທຳຫຼາຍ! ເຖິງແມ່ນວ່າຂ້ອຍບໍ່ມີຜົນງານຫຍັງເລີຍ, ຂ້ອຍກໍຍັງໄດ້ອົດທົນຕໍ່ຄວາມລຳບາກ; ຖ້າບໍ່ແມ່ນຄວາມລຳບາກ ກໍແມ່ນຄວາມເມື່ອຍລ້າ! ດ້ວຍຄວາມສາມາດຂອງຂ້ອຍ ແລະ ຄວາມສາມາດໃນການຈ່າຍລາຄາໃນວຽກງານຂອງຂ້ອຍ, ຖ້າແມ່ນແຕ່ຂ້ອຍຍັງຖືກພິຈາລະນາວ່າບໍ່ໄດ້ມາດຕະຖານ ແລະ ຖືກປົດອອກ, ຂ້ອຍຄິດວ່າ ກໍຄົງຈະບໍ່ມີຜູ້ນໍາຄົນໃດທີ່ໄດ້ມາດຕະຖານເລີຍ!” ພວກເຂົາກຳລັງລະບາຍຄວາມເປັນລົບໂດຍການເວົ້າຄຳເວົ້າເຫຼົ່ານີ້ບໍ? ໃນຄຳເວົ້າເຫຼົ່ານັ້ນ ມີປະໂຫຍກດຽວບໍທີ່ສື່ເຖິງການອ່ອນນ້ອມ? ມີແມ່ນແຕ່ສັນຍານຂອງການຢາກສະແຫວງຫາຄວາມຈິງບໍ? ມີການສຳຫຼວດຕົນເອງບໍ ເຊັ່ນ: “ພວກເຂົາເວົ້າວ່າວຽກງານຂອງຂ້ອຍບໍ່ໄດ້ມາດຕະຖານ, ແລ້ວຂ້ອຍຂາດເຂີນບ່ອນໃດແທ້? ວຽກງານຕົວຈິງອັນໃດທີ່ຂ້ອຍບໍ່ໄດ້ເຮັດ? ຂ້ອຍສະແດງອອກເຖິງການສະແດງອອກໃດຂອງຜູ້ນໍາປອມ?” ພວກເຂົາໄດ້ສຳຫຼວດຕົນເອງແບບນີ້ບໍ? (ບໍ່.) ສະນັ້ນ, ລັກສະນະຂອງຄຳເວົ້າທີ່ພວກເຂົາເວົ້ານັ້ນແມ່ນຫຍັງ? ພວກເຂົາກຳລັງຈົ່ມວ່າບໍ? ພວກເຂົາກຳລັງແກ້ຕົວໃຫ້ກັບຕົນເອງບໍ? ຈຸດປະສົງຂອງພວກເຂົາໃນການແກ້ຕົວໃຫ້ກັບຕົນເອງແມ່ນຫຍັງ? ມັນບໍ່ແມ່ນເພື່ອໃຫ້ໄດ້ຮັບຄວາມເຫັນໃຈ ແລະ ຄວາມເຂົ້າໃຈຈາກຜູ້ຄົນບໍ? ພວກເຂົາບໍ່ຢາກໃຫ້ຄົນຈຳນວນຫຼາຍຂຶ້ນອອກມາປົກປ້ອງພວກເຂົາ, ມາໂອດຄວນກ່ຽວກັບຄວາມບໍ່ຍຸຕິທຳທີ່ພວກເຂົາໄດ້ຮັບບໍ? (ແມ່ນແລ້ວ.) ແລ້ວພວກເຂົາກຳລັງໂຕ້ຖຽງ ແລະ ຮ້ອງໂວຍວາຍທ້າທາຍຕໍ່ໃຜ? ພວກເຂົາບໍ່ໄດ້ກຳລັງໂຕ້ຖຽງກັບພຣະເຈົ້າ ແລະ ຮ້ອງໂວຍວາຍທ້າທາຍຕໍ່ພຣະອົງບໍ? (ແມ່ນແລ້ວ.) ຄຳເວົ້າຂອງພວກເຂົາແມ່ນການຈົ່ມວ່າຕໍ່ພຣະເຈົ້າ, ເປັນການຕໍ່ຕ້ານພຣະເຈົ້າ. ຫົວໃຈຂອງພວກເຂົາເຕັມໄປດ້ວຍການຈົ່ມວ່າ, ການຕໍ່ຕ້ານ ແລະ ຄວາມກະບົດ. ບໍ່ພຽງແຕ່ເທົ່ານັ້ນ, ແຕ່ໂດຍການລະບາຍຄວາມເປັນລົບ, ພວກເຂົາມີຈຸດປະສົງທີ່ຈະເຮັດໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈພວກເຂົາ, ເຫັນໃຈພວກເຂົາ ແລະ ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນພັດທະນາຄວາມເປັນລົບຄືກັບພວກເຂົາ, ເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນມີການຈົ່ມວ່າ, ການຕໍ່ຕ້ານ ແລະ ການຂັດຂືນຕໍ່ພຣະເຈົ້າ ຫຼື ຮ້ອງໂວຍວາຍທ້າທາຍຕໍ່ພຣະອົງຄືກັບພວກເຂົາ. ພວກເຂົາບໍ່ໄດ້ລະບາຍຄວາມເປັນລົບເພື່ອບັນລຸຈຸດປະສົງນີ້ບໍ? ຈຸດປະສົງຂອງພວກເຂົາເປັນພຽງແຕ່ການໃຫ້ຄົນຈຳນວນຫຼາຍຂຶ້ນຮູ້ສິ່ງທີ່ເອີ້ນວ່າຄວາມຈິງຂອງເລື່ອງດັ່ງກ່າວ ແລະ ເຮັດໃຫ້ຄົນອື່ນເຊື່ອວ່າພວກເຂົາຖືກປັກປຳ, ສິ່ງທີ່ພວກເຂົາເຮັດນັ້ນຖືກຕ້ອງ, ພວກເຂົາບໍ່ຄວນຖືກປົດອອກ ແລະ ການປົດພວກເຂົາອອກນັ້ນເປັນຄວາມຜິດພາດ; ພວກເຂົາຢາກໃຫ້ຄົນຈຳນວນຫຼາຍຂຶ້ນອອກມາປົກປ້ອງພວກເຂົາ. ຜ່ານສິ່ງນີ້, ພວກເຂົາຫວັງທີ່ຈະກອບກູ້ໜ້າຕາ, ສະຖານະ ແລະ ຊື່ສຽງຂອງພວກເຂົາຄືນມາ. ຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສທຸກຄົນ, ຫຼັງຈາກທີ່ຖືກປົດອອກ, ກໍລະບາຍຄວາມເປັນລົບແບບນີ້ເພື່ອໃຫ້ໄດ້ຮັບຄວາມເຫັນໃຈຂອງຜູ້ຄົນ. ບໍ່ມີຜູ້ໃດໃນພວກເຂົາທີ່ສາມາດສຳຫຼວດ ແລະ ມາຮູ້ຈັກຕົນເອງ, ຍອມຮັບຄວາມຜິດພາດຂອງຕົນ ຫຼື ສະແດງຄວາມສຳນຶກຜິດ ແລະ ການກັບໃຈທີ່ແທ້ຈິງ. ຄວາມຈິງນີ້ພິສູດວ່າຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ບໍ່ຍອມຮັບມັນເລີຍ. ດັ່ງນັ້ນ, ຫຼັງຈາກທີ່ຖືກເປີດເຜີຍ ແລະ ຖືກກຳຈັດ, ພວກເຂົາຈຶ່ງບໍ່ສາມາດມາຮູ້ຈັກຕົນເອງຜ່ານຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ບໍ່ມີໃຜເຫັນພວກເຂົາສະແດງຄວາມສຳນຶກຜິດ ຫຼື ມີຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ, ທັງບໍ່ມີໃຜເຫັນພວກເຂົາສະແດງການກັບໃຈທີ່ແທ້ຈິງ. ເບິ່ງຄືວ່າພວກເຂົາບໍ່ເຄີຍໄດ້ຮັບຄວາມຮູ້ກ່ຽວກັບຕົນເອງ ຫຼື ຍອມຮັບຄວາມຜິດພາດຂອງພວກເຂົາເລີຍ. ເມື່ອພິຈາລະນາຈາກຄວາມຈິງນີ້, ການປົດຜູ້ນໍາປອມ ແລະ ຜູ້ຕໍ່ຕ້ານພຣະຄຣິສອອກແມ່ນເໝາະສົມຢ່າງສິ້ນເຊີງ ແລະ ບໍ່ແມ່ນເລື່ອງທີ່ບໍ່ຍຸຕິທຳເລີຍ. ອີງຕາມການທີ່ພວກເຂົາຂາດການສຳຫຼວດ ແລະ ຄວາມຮູ້ກ່ຽວກັບຕົນເອງຢ່າງສິ້ນເຊີງ, ພ້ອມທັງການທີ່ພວກເຂົາປາສະຈາກຄວາມສຳນຶກຜິດທັງປວງ, ມັນຈຶ່ງເຫັນໄດ້ຢ່າງຊັດເຈນວ່າອຸປະນິໄສແບບຜູ້ຕໍ່ຕ້ານພຣະຄຣິສຂອງພວກເຂົານັ້ນຮຸນແຮງ ແລະ ພວກເຂົາບໍ່ຮັກຄວາມຈິງເລີຍ.

ຜູ້ນໍາປອມບາງຄົນ, ຫຼັງຈາກທີ່ຖືກໄລ່ອອກ, ກໍບໍ່ຍອມຮັບຮູ້ຄວາມຜິດພາດຂອງຕົນເລີຍ, ທັງບໍ່ສະແຫວງຫາຄວາມຈິງ ຫຼື ສຳຫຼວດ ແລະ ຮູ້ຈັກຕົນເອງ. ພວກເຂົາບໍ່ມີຫົວໃຈ ຫຼື ທັດສະນະຄະຕິແຫ່ງການອ່ອນນ້ອມແມ່ນແຕ່ໜ້ອຍດຽວ. ແຕ່ກົງກັນຂ້າມ, ພວກເຂົາເຂົ້າໃຈພຣະເຈົ້າຜິດ ແລະ ຈົ່ມວ່າ ວ່າພຣະເຈົ້າປະຕິບັດຕໍ່ພວກເຂົາຢ່າງບໍ່ຍຸຕິທຳ, ໂດຍຄຸ້ນຄິດຫາທຸກວິທີທາງເພື່ອຊອກຫາຂໍ້ແກ້ຕົວ ແລະ ເຫດຜົນຕ່າງໆເພື່ອແກ້ຕ່າງ ແລະ ປົກປ້ອງຕົນເອງ. ບາງຄົນເຖິງຂັ້ນເວົ້າວ່າ, “ແຕ່ກ່ອນ ຂ້ອຍບໍ່ເຄີຍຢາກເປັນຜູ້ນໍາເລີຍ ເພາະຂ້ອຍຮູ້ວ່າມັນເປັນວຽກທີ່ຫຍຸ້ງຍາກ. ຖ້າເຈົ້າເຮັດໄດ້ດີ, ເຈົ້າກໍບໍ່ໄດ້ຮັບລາງວັນ ແລະ ຖ້າເຈົ້າເຮັດບໍ່ໄດ້ດີ, ເຈົ້າກໍຖືກໄລ່ອອກ ແລະ ກາຍເປັນຄົນທີ່ມີຊື່ສຽງບໍ່ດີ, ຖືກອ້າຍເອື້ອຍນ້ອງ ປະຕິເສດ ແລະ ບໍ່ມີໜ້າຕາຫຍັງເລີຍ. ຄົນໆໜຶ່ງຈະສາມາດສູ້ໜ້າຄົນອື່ນຫຼັງຈາກນັ້ນໄດ້ແນວໃດ? ຕອນນີ້ຂ້ອຍຖືກໄລ່ອອກແລ້ວ, ຂ້ອຍຍິ່ງໝັ້ນໃຈວ່າ ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກນັ້ນບໍ່ແມ່ນເລື່ອງງ່າຍ; ມັນເປັນວຽກທີ່ໜັກໜ່ວງ ແລະ ວຽກທີ່ໜັກໜ່ວງແຕ່ບໍ່ໄດ້ດີ!” ຄຳເວົ້າທີ່ວ່າ “ການເປັນຜູ້ນໍາ ຫຼື ຜູ້ເຮັດວຽກເປັນວຽກທີ່ໜັກໜ່ວງ ແລະ ວຽກທີ່ໜັກໜ່ວງແຕ່ບໍ່ໄດ້ດີ” ໝາຍຄວາມວ່າແນວໃດ? ມີເຈດຕະນາທີ່ຈະສະແຫວງຫາຄວາມຈິງທີ່ຖືກຖ່າຍທອດອອກມາຢູ່ທີ່ນີ້ບໍ? ມັນບໍ່ແມ່ນກໍລະນີທີ່ວ່າພວກເຂົາເລີ່ມກຽດຊັງຄວາມຈິງທີ່ວ່າເຮືອນຂອງພຣະເຈົ້າຈັດແຈງໃຫ້ພວກເຂົາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ແລະ ຕອນນີ້ພວກເຂົາກຳລັງໃຊ້ຄຳເວົ້າແບບນີ້ື່ເພື່ອນໍາພາຄົນອື່ນຢ່າງຜິດໆບໍ? (ແມ່ນແລ້ວ.) ຜົນສະທ້ອນທີ່ຄຳເວົ້ານີ້ສາມາດນໍາມາສູ່ມີຫຍັງແດ່? ຈິດໃຈ, ຄວາມຄິດ ແລະ ຄວາມການຢັ່ງຮູ້ ແລະ ການຄວາມເຂົ້າໃຈຂອງຄົນສ່ວນໃຫຍ່ກ່ຽວກັບເລື່ອງດັ່ງກ່າວ ຈະໄດ້ຮັບອິດທິພົນ ແລະ ຖືກລົບກວນໂດຍຄຳເວົ້າເຫຼົ່ານີ້. ນີ້ຄືຜົນສະທ້ອນທີ່ການລະບາຍຄວາມເປັນລົບນໍາມາສູ່ຜູ້ຄົນ. ຕົວຢ່າງ: ຖ້າເຈົ້າບໍ່ແມ່ນຜູ້ນໍາ ແລະ ເຈົ້າໄດ້ຍິນສິ່ງນີ້, ເຈົ້າກໍຈະຕົກໃຈ ໂດຍຄິດວ່າ, “ນັ້ນບໍ່ແມ່ນເລື່ອງຈິງບໍ! ຂ້ອຍຕ້ອງບໍ່ຖືກເລືອກໃຫ້ເປັນຜູ້ນໍາ. ຖ້າຂ້ອຍຖືກເລືອກ, ຂ້ອຍຈະຕ້ອງຟ້າວຊອກຫາເຫດຜົນ ແລະ ຂໍ້ແກ້ຕົວທຸກຢ່າງເພື່ອປະຕິເສດ. ຂ້ອຍຈະເວົ້າວ່າຂ້ອຍຂາດຄວາມສາມາດ ແລະ ບໍ່ສາມາດເຮັດວຽກໄດ້”. ບາງຄົນທີ່ເປັນຜູ້ນໍາກໍໄດ້ຮັບຜົນກະທົບຈາກຄຳເວົ້ານີ້ເຊັ່ນກັນ ໂດຍຄິດວ່າ, “ມັນຊ່າງໜ້າຢ້ານກົວຫຼາຍ! ຂ້ອຍຈະຕ້ອງຜະເຊີນກັບຜົນໄດ້ຮັບດຽວກັນກັບພວກເຂົາໃນອະນາຄົດບໍ? ຖ້າສິ່ງຕ່າງໆຈະເປັນແບບນັ້ນ, ຂ້ອຍຂໍປະຕິເສດຢ່າງເດັດຂາດທີ່ຈະເປັນຜູ້ນໍາ”. ອາລົມທີ່ເປັນລົບ ແລະ ຄຳເວົ້າທີ່ເປັນລົບນີ້ລົບກວນຜູ້ຄົນບໍ? ພວກມັນກໍ່ໃຫ້ເກີດການລົບກວນຢ່າງຊັດເຈນ. ບໍ່ວ່າຈະເປັນຄົນໃດກໍຕາມ, ບໍ່ວ່າພວກເຂົາຈະມີຄວາມສາມາດທີ່ດີ ຫຼື ຄວາມສາມາດທີ່ຕໍ່າ, ເມື່ອພວກເຂົາໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຂົາຈະຮັບເອົາມັນເຂົ້າມາກ່ອນໂດຍບໍ່ຮູ້ຕົວ ແລະ ຄຳເວົ້າເຫຼົ່ານີ້ຈະຄອບງຳຈິດໃຈຂອງພວກເຂົາ ແລະ ສົ່ງຜົນກະທົບຕໍ່ພວກເຂົາໃນລະດັບທີ່ແຕກຕ່າງກັນ. ຜົນສະທ້ອນຂອງການໄດ້ຮັບຜົນກະທົບແມ່ນຫຍັງ? ຄົນສ່ວນໃຫຍ່ຈະບໍ່ສາມາດປະຕິບັດຕໍ່ເລື່ອງຂອງການເປັນຜູ້ນໍາ ແລະ ການຖືກໄລ່ອອກຈາກການເປັນຜູ້ນໍາຢ່າງຖືກຕ້ອງ ແລະ ພວກເຂົາຈະບໍ່ມີທັດສະນະຄະຕິແຫ່ງການອ່ອນນ້ອມ. ແຕ່ກົງກັນຂ້າມ, ພວກເຂົາຈະມີໃຈທີ່ເຂົ້າໃຈຜິດ ແລະ ລະວັງພຣະເຈົ້າຢູ່ສະເໝີ, ພວກເຂົາຈະພັດທະນາອາລົມທີ່ເປັນລົບກ່ຽວກັບບັນຫານີ້ ແລະ ພວກເຂົາຈະອ່ອນໄຫວ ແລະ ຢ້ານກົວເປັນພິເສດ ເມື່ອບັນຫານີ້ຖືກກ່າວເຖິງ. ເມື່ອຜູ້ຄົນສະແດງພຶດຕິກຳເຫຼົ່ານີ້ອອກມາ, ພວກເຂົາບໍ່ໄດ້ຕົກຢູ່ໃນການລໍ້ລວງ ແລະ ການນໍາພາຢ່າງຜິດໆຂອງຊາຕານບໍ? ມັນຊັດເຈນວ່າ ພວກເຂົາຖືກນໍາພາຢ່າງຜິດໆ ແລະ ຖືກລົບກວນໂດຍຄົນທີ່ລະບາຍຄວາມເປັນລົບ. ເພາະວ່າສິ່ງທີ່ຖືກລະບາຍອອກມາໂດຍຄົນທີ່ລະບາຍຄວາມເປັນລົບນັ້ນເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ຈາກຊາຕານ ແລະ ເພາະວ່າພວກມັນບໍ່ແມ່ນຄວາມເຂົ້າໃຈກ່ຽວກັບຄວາມຈິງ ຫຼື ຄວາມເຂົ້າໃຈຈາກປະສົບການທີ່ໄດ້ຮັບຈາກການອ່ອນນ້ອມຕໍ່ສະພາບແວດລ້ອມທີ່ພຣະເຈົ້າຈັດແຈງຂຶ້ນ, ຜູ້ທີ່ໄດ້ຍິນສິ່ງເຫຼົ່ານັ້ນຈຶ່ງຖືກລົບກວນໃນລະດັບທີ່ແຕກຕ່າງກັນ. ຄວາມເປັນລົບທີ່ຜູ້ຄົນລະບາຍອອກມານັ້ນ ກໍ່ໃຫ້ເກີດຜົນກະທົບທີ່ເປັນອັນຕະລາຍ ແລະ ເຮັດໃຫ້ກັງວົນໃຈຕໍ່ທຸກຄົນ. ບາງຄົນທີ່ສະແຫວງຫາຄວາມຈິງຢ່າງຫ້າວຫັນ ກໍຈະໄດ້ຮັບອັນຕະລາຍໜ້ອຍກວ່າ. ສ່ວນຄົນອື່ນໆ ທີ່ບໍ່ມີການຕໍ່ຕ້ານເລີຍ ກໍອົດບໍ່ໄດ້ທີ່ຈະຖືກເຮັດໃຫ້ກັງວົນໃຈ ແລະ ໄດ້ຮັບອັນຕະລາຍຢ່າງເລິກເຊິ່ງ, ເຖິງແມ່ນວ່າພວກເຂົາຮູ້ວ່າຄຳເວົ້າເຫຼົ່ານັ້ນຜິດກໍຕາມ. ບໍ່ວ່າພຣະເຈົ້າຈະກ່າວຫຍັງ, ບໍ່ວ່າພຣະອົງຈະໂອ້ລົມກ່ຽວກັບເລື່ອງດັ່ງກ່າວແນວໃດ ຫຼື ພຣະອົງມີຂໍ້ກຳນົດຫຍັງກໍຕາມ, ພວກເຂົາກໍເມີນເສີຍຕໍ່ສິ່ງທັງໝົດນີ້ ແລະ ແທນທີ່ຈະເປັນແນວນັ້ນ ພວກເຂົາກັບຈົດຈຳຄຳເວົ້າຂອງຜູ້ທີ່ລະບາຍຄວາມເປັນລົບ, ໂດຍເຕືອນຕົນເອງສະເໝີວ່າຢ່າຫຼຸດຜ່ອນຄວາມລະມັດລະວັງຂອງພວກເຂົາລົງ, ຄືກັບວ່າຄຳເວົ້າທີ່ເປັນລົບເຫຼົ່ານີ້ແມ່ນຮົ່ມທີ່ປົກປ້ອງພວກເຂົາ, ເປັນໂລ່ຂອງພວກເຂົາ. ບໍ່ວ່າພຣະເຈົ້າຈະກ່າວຫຍັງກໍຕາມ, ພວກເຂົາກໍບໍ່ສາມາດປ່ອຍວາງຄວາມລະວັງຕົວ ແລະ ຄວາມເຂົ້າໃຈຜິດຂອງພວກເຂົາໄດ້. ຄົນເຫຼົ່ານີ້, ຜູ້ທີ່ບໍ່ມີທາງເຂົ້າສູ່ຄວາມຈິງ ຫຼື ພຣະທຳຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຂົ້າໃຈຄວາມຈິງຄວາມເປັນຈິງ, ບໍ່ມີການແຍກແຍະຄຳເວົ້າທີ່ເປັນລົບເຫຼົ່ານີ້ ແລະ ບໍ່ມີການຕໍ່ຕ້ານຕໍ່ສິ່ງເຫຼົ່ານັ້ນ. ໃນທີ່ສຸດ ພວກເຂົາກໍຖືກລະງັບ ແລະ ຖືກຜູກມັດໂດຍຄຳເວົ້າທີ່ເປັນລົບເຫຼົ່ານີ້ ແລະ ບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ. ພວກເຂົາບໍ່ໄດ້ຮັບອັນຕະລາຍຈາກສິ່ງນີ້ບໍ? ພວກເຂົາໄດ້ຮັບອັນຕະລາຍໃນລະດັບໃດ? ພວກເຂົາບໍ່ສາມາດຮັບເອົາ ຫຼື ເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ ແຕ່ກັບຖືວ່າຄຳເວົ້າທີ່ເປັນລົບ, ຄຳເວົ້າແຫ່ງຄວາມບໍ່ພໍໃຈ, ຄວາມບໍ່ເຊື່ອຟັງ ແລະ ການຈົ່ມວ່າທີ່ຜູ້ຄົນເວົ້າອອກມານັ້ນ ເປັນສິ່ງທີ່ເປັນບວກ, ໂດຍຖືວ່າສິ່ງເຫຼົ່ານັ້ນເປັນຄະຕິປະຈຳໃຈສ່ວນຕົວຂອງພວກເຂົາທີ່ຈະເກັບຮັກສາໄວ້ໃກ້ຫົວໃຈ ແລະ ໃຊ້ສິ່ງເຫຼົ່ານັ້ນເພື່ອຊີ້ນໍາຊີວິດຂອງພວກເຂົາ, ເພື່ອຕໍ່ຕ້ານພຣະເຈົ້າ ແລະ ຂັດຂືນພຣະທຳຂອງພຣະອົງ. ພວກເຂົາບໍ່ໄດ້ຕົກເຂົ້າສູ່ກັບດັກຂອງຊາຕານບໍ? (ແມ່ນແລ້ວ.) ຄົນເຫຼົ່ານີ້ຕົກເຂົ້າສູ່ກັບດັກຂອງຊາຕານໂດຍບໍ່ເຕັມໃຈ ແລະ ພວກເຂົາຖືກຊາຕານຈັບຕົວໄປ. ຄຳເວົ້າທີ່ເປັນລົບທີ່ຄົນເຫຼົ່ານີ້ເວົ້າອອກມາກ່ຽວກັບເລື່ອງທີ່ງ່າຍດາຍເຊັ່ນ: ການຖືກໄລ່ອອກຈາກຕຳແໜ່ງ ກໍຍັງມີຜົນກະທົບຢ່າງມຫາສານຕໍ່ຄົນອື່ນ. ມີຕົ້ນເຫດສຳລັບສິ່ງນີ້: ຜູ້ທີ່ຍອມຮັບຄຳເວົ້າທີ່ເປັນລົບເຫຼົ່ານີ້ ລ້ວນແລ້ວແຕ່ເຕັມໄປດ້ວຍແນວຄິດ ແລະ ຈິນຕະນາການ ແລະ ແມ່ນແຕ່ຄວາມເຂົ້າໃຈຜິດ ແລະ ຄວາມລະວັງຕົວບາງຢ່າງກ່ຽວກັບການເປັນຜູ້ນໍາຢູ່ແລ້ວ. ເຖິງແມ່ນວ່າຄວາມເຂົ້າໃຈຜິດ ແລະ ຄວາມລະວັງຕົວເຫຼົ່ານີ້ຍັງບໍ່ທັນຖືກສ້າງຂຶ້ນຢ່າງສົມບູນໃນຄວາມຄິດຂອງພວກເຂົາ, ຫຼັງຈາກທີ່ໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານີ້, ພວກເຂົາກໍຍິ່ງໝັ້ນໃຈວ່າຄວາມລະວັງຕົວ ແລະ ຄວາມເຂົ້າໃຈຜິດຂອງພວກເຂົານັ້ນຖືກຕ້ອງ; ພວກເຂົາຮູ້ສຶກວ່າພວກເຂົາຍິ່ງມີເຫດຜົນຫຼາຍຂຶ້ນທີ່ຈະເຊື່ອວ່າ ການເປັນຜູ້ນໍານໍາມາເຊິ່ງຄວາມໂຊກຮ້າຍຢ່າງຫຼວງຫຼາຍ ແລະ ສິ່ງທີ່ດີມີໜ້ອຍ ແລະ ພວກເຂົາຄວນປະຕິເສດຢ່າງເດັດຂາດທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກ ເພື່ອຫຼີກເວັ້ນການຖືກໄລ່ອອກ ແລະ ຖືກປະຕິເສດຍ້ອນການເຮັດຜິດ. ພວກເຂົາບໍ່ໄດ້ຖືກນໍາພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຢ່າງສິ້ນເຊີງຈາກຜູ້ທີ່ລະບາຍຄວາມເປັນລົບບໍ? ພຽງແຕ່ຄຳເວົ້າທີ່ເປັນລົບທີ່ເວົ້າອອກມາໂດຍຄົນທີ່ຖືກໄລ່ອອກ, ພ້ອມທັງຄວາມຮູ້ສຶກແຫ່ງຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ ກໍສາມາດກໍ່ໃຫ້ເກີດຜົນກະທົບ ແລະ ຄວາມເສຍຫາຍທີ່ສຳຄັນດັ່ງກ່າວຕໍ່ຜູ້ຄົນໄດ້. ພວກເຈົ້າຄິດວ່າແນວໃດ ມັນເປັນບັນຫາທີ່ຮ້າຍແຮງບໍ ທີ່ອາລົມທີ່ເປັນລົບທີ່ຜູ້ຄົນລະບາຍອອກມານັ້ນເຕັມໄປດ້ວຍບັນຍາກາດແຫ່ງຄວາມຕາຍ? (ແມ່ນແລ້ວ, ມັນຮ້າຍແຮງ.) ສິ່ງໃດທີ່ເຮັດໃຫ້ມັນຮ້າຍແຮງສໍານັ້ນ? ມັນແມ່ນການທີ່ມັນຕອບສະໜອງຢ່າງສົມບູນຕໍ່ຄວາມລະວັງຕົວ ແລະ ຄວາມເຂົ້າໃຈຜິດທີ່ຝັງເລິກຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ, ໃນຂະນະດຽວກັນກໍສະທ້ອນໃຫ້ເຫັນເຖິງສະພາວະຂອງການເຂົ້າໃຈຜິດ ແລະ ການສົງໄສພຣະເຈົ້າຂອງຜູ້ຄົນ, ພ້ອມທັງທັດສະນະຄະຕິພາຍໃນທີ່ພວກເຂົາມີຕໍ່ພຣະອົງ. ດັ່ງນັ້ນ, ຄຳເວົ້າທີ່ຖືກເຜີຍແຜ່ໂດຍຜູ້ທີ່ລະບາຍຄວາມເປັນລົບ ຈຶ່ງໂຈມຕີຈຸດສຳຄັນຂອງຜູ້ຄົນໂດຍກົງ ແລະ ຜູ້ຄົນກໍຍອມຮັບສິ່ງເຫຼົ່ານັ້ນຢ່າງເຕັມທີ, ໂດຍຕົກເຂົ້າສູ່ກັບດັກຂອງຊາຕານຢ່າງສົມບູນ ຈົນພວກເຂົາບໍ່ສາມາດປົດປ່ອຍຕົນເອງໄດ້. ສິ່ງນີ້ເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? (ສິ່ງທີ່ບໍ່ດີ.) ຜົນສະທ້ອນຂອງສິ່ງນີ້ແມ່ນຫຍັງ? (ມັນເຮັດໃຫ້ຜູ້ຄົນທໍລະຍົດພຣະເຈົ້າ.) (ມັນເຮັດໃຫ້ຜູ້ຄົນລະວັງຕົວ ແລະ ເຂົ້າໃຈພຣະເຈົ້າຜິດ, ຫ່າງເຫີນຈາກພຣະເຈົ້າໃນໃຈຂອງພວກເຂົາ, ປະຕິບັດໜ້າທີ່ຂອງພວກເຂົາຢ່າງຄິດລົບ ແລະ ຢ້ານກົວທີ່ຈະຍອມຮັບການຝາກຝັງທີ່ສຳຄັນ. ພວກເຂົາກາຍເປັນຄົນທີ່ພໍໃຈກັບການເຮັດໜ້າທີ່ທຳມະດາ ແລະ ດ້ວຍເຫດນີ້ຈຶ່ງພາດໂອກາດຫຼາຍຢ່າງທີ່ຈະຖືກເຮັດໃຫ້ສົມບູນ.) ຄົນດັ່ງກ່າວສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? (ບໍ່.)

ໂປໂລໄດ້ສະເໜີມຸມມອງຫຼາຍຢ່າງ ແລະ ຂຽນຈົດໝາຍຫຼາຍສະບັບເມື່ອສອງພັນປີກ່ອນ. ໃນຈົດໝາຍເຫຼົ່ານັ້ນ, ລາວໄດ້ເວົ້າຄວາມເຊື່ອຜິດໆຫຼາຍຢ່າງ. ເນື່ອງຈາກວ່າຜູ້ຄົນຂາດການແຍກແຍະ, ຜູ້ທີ່ອ່ານພຣະຄຳພີຕະຫຼອດສອງພັນປີທີ່ຜ່ານມາ ຈຶ່ງຍອມຮັບຄວາມຄິດ ແລະ ມຸມມອງຂອງໂປໂລເປັນສ່ວນໃຫຍ່ ໃນຂະນະທີ່ເມີນເສີຍຕໍ່ພຣະທຳຂອງອົງພຣະເຢຊູເຈົ້າ, ໂດຍບໍ່ຍອມຮັບຄວາມຈິງຈາກພຣະເຈົ້າ. ຜູ້ທີ່ຍອມຮັບຄວາມຄິດ ແລະ ມຸມມອງຂອງໂປໂລ ສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ພວກເຂົາສາມາດຍອມຮັບພຣະທຳຂອງພຣະອົງໄດ້ບໍ? (ບໍ່.) ຖ້າພວກເຂົາບໍ່ສາມາດຍອມຮັບພຣະທຳຂອງພຣະເຈົ້າໄດ້, ພວກເຂົາສາມາດປະຕິບັດຕໍ່ພຣະເຈົ້າໃນຖານະພຣະເຈົ້າໄດ້ບໍ? (ບໍ່ໄດ້.) ເມື່ອພຣະເຈົ້າສະເດັດມາ ແລະ ຢືນຢູ່ຕໍ່ໜ້າພວກເຂົາ, ພວກເຂົາສາມາດຮູ້ຈັກພຣະເຈົ້າໄດ້ບໍ? ພວກເຂົາສາມາດຍອມຮັບພຣະອົງເປັນພຣະເຈົ້າ ແລະ ພຣະຜູ້ເປັນເຈົ້າຂອງພວກເຂົາໄດ້ບໍ? (ບໍ່.) ເປັນຫຍັງພວກເຂົາຈຶ່ງຍອມຮັບບໍ່ໄດ້? ຄວາມຄິດ ແລະ ມຸມມອງທີ່ຫຼອກລວງຂອງໂປໂລໄດ້ເຕັມຢູ່ໃນໃຈຂອງຜູ້ຄົນ, ໂດຍກໍ່ໃຫ້ເກີດທິດສະດີ ແລະ ຄຳເວົ້າທຸກປະເພດ. ເມື່ອຜູ້ຄົນໃຊ້ສິ່ງເຫຼົ່ານີ້ເພື່ອວັດແທກພຣະເຈົ້າ, ວຽກງານຂອງພຣະອົງ, ພຣະທຳຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ທັດສະນະຄະຕິຂອງພຣະອົງທີ່ມີຕໍ່ຜູ້ຄົນ, ພວກເຂົາກໍບໍ່ແມ່ນມະນຸດທີ່ເສື່ອມຊາມປະເພດທຳມະດາ ແລະ ຮຽບງ່າຍອີກຕໍ່ໄປ, ແຕ່ພວກເຂົາຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ, ກວດສອບ ແລະ ວິເຄາະພຣະອົງ ແລະ ກາຍເປັນປໍລະປັກຕໍ່ພຣະອົງ. ພຣະເຈົ້າສາມາດຊ່ວຍຄົນດັ່ງກ່າວໃຫ້ລອດພົ້ນໄດ້ບໍ? (ບໍ່.) ຖ້າພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ, ພວກເຂົາຈະຍັງມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນບໍ? ການກໍານົດລ່ວງໜ້າ ແລະ ການເລືອກສັນຂອງພຣະເຈົ້າໄດ້ມອບໂອກາດໃຫ້ແກ່ຜູ້ຄົນ, ແຕ່ຖ້າຫຼັງຈາກການກໍານົດລ່ວງໜ້າ ແລະ ການເລືອກສັນຂອງພຣະເຈົ້າແລ້ວ ເສັ້ນທາງທີ່ຜູ້ຄົນເລືອກແມ່ນເສັ້ນທາງທີ່ຕິດຕາມໂປໂລ, ໂອກາດສຳລັບຄວາມລອດພົ້ນນີ້ຍັງຈະມີຢູ່ບໍ? ບາງຄົນເວົ້າວ່າ, “ຂ້ອຍຖືກກໍານົດລ່ວງໜ້າ ແລະ ຖືກເລືອກໂດຍພຣະເຈົ້າ, ສະນັ້ນ ຂ້ອຍຈຶ່ງຢູ່ໃນເຂດປອດໄພແລ້ວ. ຂ້ອຍຈະໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ການຖືກກໍານົດລ່ວງໜ້າ ແລະ ຖືກເລືອກໂດຍພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າໄດ້ກາຍເປັນຜູ້ສະໝັກສຳລັບຄວາມລອດພົ້ນ, ແຕ່ວ່າເຈົ້າຈະໄດ້ຮັບຄວາມລອດພົ້ນຫຼືບໍ່ນັ້ນ ແມ່ນຂຶ້ນກັບວ່າເຈົ້າໄລ່ຕາມໄດ້ດີສໍ່າໃດ ແລະ ເຈົ້າໄດ້ເລືອກເສັ້ນທາງທີ່ຖືກຕ້ອງຫຼືບໍ່. ມັນໝາຍຄວາມວ່າຜູ້ສະໝັກທຸກຄົນຈະຖືກເລືອກ ແລະ ໄດ້ຮັບຄວາມລອດພົ້ນໃນທີ່ສຸດບໍ? ບໍ່. ໃນທຳນອງດຽວກັນ, ຖ້າຜູ້ຄົນຍອມຮັບຄວາມຮູ້ສຶກ ເຊັ່ນ: ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າ ຫຼື ຄຳເວົ້າ, ຄວາມຄິດ ແລະ ມຸມມອງທີ່ສະແດງອອກໂດຍຜູ້ທີ່ລະບາຍຄວາມເປັນລົບ ແລະ ຫົວໃຈຂອງພວກເຂົາເຕັມໄປດ້ວຍ ແລະ ຖືກຄອບງຳໂດຍສິ່ງທີ່ເປັນລົບເຫຼົ່ານີ້, ສິ່ງນີ້ບໍ່ໄດ້ຊີ້ບອກວ່າພວກເຂົາພຽງແຕ່ເຫັນດີນຳເລັກນ້ອຍ, ມັນໝາຍຄວາມວ່າພວກເຂົາຍອມຮັບສິ່ງເຫຼົ່ານັ້ນຢ່າງເຕັມທີ ແລະ ຢາກດຳລົງຊີວິດຕາມສິ່ງເຫຼົ່ານີ້. ເມື່ອຜູ້ຄົນດຳລົງຊີວິດຕາມສິ່ງທີ່ເປັນລົບເຫຼົ່ານີ້, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກາຍເປັນແນວໃດ? ມັນກາຍເປັນຄວາມສຳພັນທີ່ເປັນປໍລະປັກ. ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະຜູ້ສ້າງ ແລະ ສິ່ງທີ່ຖືກສ້າງ, ທັງບໍ່ແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດຊາດທີ່ເສື່ອມຊາມ ແລະ ແນ່ນອນວ່າບໍ່ແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຜູ້ທີ່ໄດ້ຮັບຄວາມລອດພົ້ນ. ແຕ່ກົງກັນຂ້າມ, ມັນກາຍເປັນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຊາຕານ, ລະຫວ່າງພຣະເຈົ້າ ແລະ ສັດຕູຂອງພຣະອົງ. ດັ່ງນັ້ນ, ເລື່ອງທີ່ວ່າຜູ້ຄົນຈະສາມາດໄດ້ຮັບຄວາມລອດພົ້ນຫຼືບໍ່ນັ້ນ ຈຶ່ງກາຍເປັນເຄື່ອງໝາຍຄຳຖາມ, ເປັນສິ່ງທີ່ບໍ່ຮູ້ຈັກ. ຄຳເວົ້າທີ່ເປັນລົບເຊິ່ງເວົ້າໂດຍຜູ້ທີ່ຖືກໄລ່ອອກນັ້ນ ເຕັມໄປດ້ວຍການຈົ່ມວ່າ, ຄວາມເຂົ້າໃຈຜິດ, ການແກ້ຕ່າງ ແລະ ການປົກປ້ອງຕົນເອງ; ພວກເຂົາເຖິງຂັ້ນເວົ້າບາງສິ່ງທີ່ນໍາພາຢ່າງຜິດໆ ແລະ ດຶງດູດຜູ້ຄົນໃຫ້ເຂົ້າຫາພວກເຂົາ. ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ຜູ້ຄົນກໍພັດທະນາຄວາມເຂົ້າໃຈຜິດ ແລະ ຄວາມລະວັງຕົວຕໍ່ພຣະເຈົ້າ ແລະ ເຖິງຂັ້ນຕີຕົວອອກຫ່າງ ແລະ ປະຕິເສດພຣະອົງໃນໃຈຂອງພວກເຂົາ. ສະນັ້ນ, ເມື່ອຄົນດັ່ງກ່າວກຳລັງລະບາຍຄວາມເປັນລົບ, ພວກເຂົາຄວນຖືກຈຳກັດ ແລະ ຖືກຢຸດຢັ້ງໂດຍທັນທີ. ການທີ່ພວກເຂົາບໍ່ສາມາດຍອມຮັບສະຖານະການທີ່ພວກເຂົາປະສົບຈາກພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ອ່ອນນ້ອມຕໍ່ພຣະເຈົ້ານັ້ນ ແມ່ນບັນຫາຂອງພວກເຂົາເອງ ແລະ ບໍ່ຄວນອະນຸຍາດໃຫ້ພວກເຂົາສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າພວກເຂົາບໍ່ສາມາດຍອມຮັບມັນໄດ້, ກໍປ່ອຍໃຫ້ພວກເຂົາທຳຄວາມເຂົ້າໃຈ ແລະ ແກ້ໄຂມັນເທື່ອລະເລັກລະນ້ອຍ. ແຕ່ຖ້າພວກເຂົາລະບາຍຄວາມເປັນລົບ ແລະ ສົ່ງຜົນກະທົບ ແລະ ລົບກວນທາງເຂົ້າປົກກະຕິຂອງຄົນອື່ນ, ພວກເຂົາຕ້ອງຖືກຢຸດຢັ້ງ ແລະ ຖືກຈຳກັດຢ່າງທັນເວລາ. ຖ້າພວກເຂົາບໍ່ສາມາດຖືກຈຳກັດໄດ້ ແລະ ພວກເຂົາສືບຕໍ່ລະບາຍຄວາມເປັນລົບເພື່ອນໍາພາຢ່າງຜິດໆ ແລະ ດຶງດູດຜູ້ຄົນມາຢູ່ຝ່າຍພວກເຂົາ, ແລ້ວພວກເຂົາກໍຄວນຖືກກຳຈັດອອກໂດຍທັນທີ. ບໍ່ຄວນອະນຸຍາດໃຫ້ພວກເຂົາສືບຕໍ່ລົບກວນຊີວິດຄຣິສຕະຈັກ.

2). ການລະບາຍຄວາມເປັນລົບເມື່ອປະຕິເສດທີ່ຈະຮັບເອົາການລິຮານ

ຍັງມີອີກສະຖານະການໜຶ່ງທີ່ຄົນມັກຈະລະບາຍຄວາມເປັນລົບ: ເມື່ອພວກເຂົາປະເຊີນກັບການຖືກລິຮານ ແລະ ບໍ່ສາມາດຍອມຮັບບາງຖ້ອຍຄຳແຫ່ງການລິຮານ, ພວກເຂົາຈະເກັບຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ຄວາມຂ້ອງໃຈໄວ້ໃນໃຈ ແລະ ບາງຄັ້ງກໍເຖິງກັບຮູ້ສຶກວ່າບໍ່ໄດ້ຮັບຄວາມເປັນທຳ. ພວກເຂົາເຊື່ອວ່າມີຄວາມບໍ່ຍຸຕິທຳເກີດຂຶ້ນ: “ເປັນຫຍັງຂ້ອຍຈຶ່ງບໍ່ໄດ້ຮັບອະນຸຍາດໃຫ້ອະທິບາຍ ຫຼື ຊີ້ແຈງກ່ຽວກັບຕົນເອງ? ເປັນຫຍັງຂ້ອຍຈຶ່ງຖືກລິຮານຢູ່ຕະຫຼອດ?” ຄົນເຫຼົ່ານີ້ມັກຈະລະບາຍຄວາມເປັນລົບແບບໃດ? ພວກເຂົາຍັງຊອກຫາເຫດຜົນເພື່ອແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ. ແທນທີ່ຈະໄຈ້ແຍກ, ຊົດເຊີຍ ຫຼື ແກ້ໄຂຄວາມຜິດພາດຂອງພວກເຂົາ, ພວກເຂົາກັບອ້າງເຫດຜົນຂອງຕົນ, ໂດຍເວົ້າສິ່ງຕ່າງໆ ເຊັ່ນວ່າ: ເປັນຫຍັງພວກເຂົາຈຶ່ງເຮັດບາງຢ່າງບໍ່ໄດ້ດີ, ສາເຫດທີ່ຢູ່ເບື້ອງຫຼັງສິ່ງນັ້ນແມ່ນຫຍັງ, ປັດໄຈ ແລະ ເງື່ອນໄຂພາວະວິໄສແມ່ນຫຍັງ ແລະ ພວກເຂົາບໍ່ໄດ້ຕັ້ງໃຈເຮັດແນວນັ້ນ; ພວກເຂົາໃຊ້ຂໍ້ອ້າງເຫຼົ່ານີ້ເພື່ອແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ ເພື່ອບັນລຸເປົ້າໝາຍໃນການປະຕິເສດການລິຮານ. ຄົນເຫຼົ່ານີ້ບໍ່ຍອມຮັບວ່າການລິຮານນັ້ນຖືກຕ້ອງ ແລະ ພວກເຂົາວິເຄາະເຫດການການລິຮານກັບຄົນອື່ນໆຫຼາຍຄົນ, ໂດຍພະຍາຍາມອະທິບາຍເລື່ອງດັ່ງກ່າວໃຫ້ຊັດເຈນຕໍ່ໜ້າທຸກຄົນ. ພວກເຂົາເຖິງກັບເຜີຍແຜ່ແນວຄິດທີ່ວ່າ: “ການລິຮານແບບນີ້ຈະເຮັດໃຫ້ຜູ້ຄົນທໍ້ຖອຍໃຈຈາກການເຮັດໜ້າທີ່ຂອງພວກເຂົາ. ຈະບໍ່ມີໃຜເຕັມໃຈເຮັດໜ້າທີ່ຂອງພວກເຂົາອີກຕໍ່ໄປ. ຜູ້ຄົນຈະບໍ່ຮູ້ວ່າຈະດຳເນີນການຕໍ່ໄປແນວໃດ ແລະ ຈະບໍ່ມີເສັ້ນທາງແຫ່ງການປະຕິບັດ”. ຍັງມີບາງຄົນທີ່ພາຍນອກແມ່ນໂອ້ລົມກ່ຽວກັບວິທີທີ່ພວກເຂົາຍອມຮັບການຖືກລິຮານ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງໃຊ້ການໂອ້ລົມເພື່ອແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ, ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນເຊື່ອວ່າ ເຮືອນຂອງພຣະເຈົ້າບໍ່ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນເລີຍໃນວິທີທີ່ປະຕິບັດຕໍ່ພວກເຂົາ ແລະ ເຊື່ອວ່າ ຄວາມຜິດພາດພຽງເລັກນ້ອຍກໍສາມາດສົ່ງຜົນໃຫ້ຖືກລິຮານໄດ້. ຜູ້ທີ່ມີແນວໂນ້ມທີ່ຈະລະບາຍຄວາມເປັນລົບນັ້ນ ບໍ່ເຄີຍສຳຫຼວດຕົນເອງເລີຍ. ແມ່ນແຕ່ເມື່ອປະເຊີນກັບການຖືກລິຮານ, ພວກເຂົາກໍບໍ່ສຳຫຼວດລັກສະນະຂອງຄວາມຜິດພາດຂອງພວກເຂົາ ຫຼື ສິ່ງທີ່ກໍ່ໃຫ້ເກີດຄວາມຜິດພາດເຫຼົ່ານັ້ນ. ພວກເຂົາບໍ່ໄຈ້ແຍກບັນຫາເຫຼົ່ານີ້ ແຕ່ກັບອ້າງເຫດຜົນ, ແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງຢູ່ສະເໝີ. ບາງຄົນເຖິງກັບເວົ້າວ່າ: “ກ່ອນທີ່ຂ້ອຍຖືກລິຮານ, ຂ້ອຍຮູ້ສຶກວ່າມີເສັ້ນທາງໃຫ້ຍ່າງຕາມ. ແຕ່ເມື່ອຂ້ອຍໄດ້ຖືກລິຮານ, ຂ້ອຍກໍມຶນງົງ. ຂ້ອຍບໍ່ຮູ້ວ່າຈະປະຕິບັດແນວໃດ ຫຼື ຈະເຊື່ອໃນພຣະເຈົ້າແນວໃດອີກຕໍ່ໄປ ແລະ ຂ້ອຍກໍເບິ່ງບໍ່ເຫັນຫົນທາງຂ້າງໜ້າເລີຍ”. ພວກເຂົາຍັງບອກຄົນອື່ນວ່າ: “ພວກເຈົ້າຕ້ອງລະມັດລະວັງໃຫ້ຫຼາຍເພື່ອບໍ່ໃຫ້ຖືກລິຮານ; ມັນເຈັບປວດຫຼາຍ, ຄືກັບການລອກໜັງອອກຊັ້ນໜຶ່ງ. ຢ່າໄດ້ຍ່າງຕາມເສັ້ນທາງເກົ່າຂອງຂ້ອຍ. ເບິ່ງສິ່ງທີ່ເກີດຂຶ້ນກັບຂ້ອຍຫຼັງຈາກຖືກລິຮານແມ. ຂ້ອຍຕິດຂັດ, ໄປໜ້າກໍບໍ່ໄດ້ ຫຼື ຖອຍຫຼັງກໍບໍ່ໄດ້; ບໍ່ມີຫຍັງທີ່ຂ້ອຍເຮັດແລ້ວຖືກຕ້ອງເລີຍ!” ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ມີບັນຫາຫຍັງກັບຄຳເວົ້າເຫຼົ່ານີ້ບໍ? (ມີ. ພວກເຂົາກຳລັງແກ້ຕົວໃຫ້ຕົນເອງ ແລະ ໂຕ້ຖຽງ ໂດຍເວົ້າວ່າພວກເຂົາບໍ່ໄດ້ເຮັດຫຍັງຜິດ.) ຂໍ້ຄວາມໃດທີ່ຖືກຖ່າຍທອດຜ່ານການແກ້ຕົວ ແລະ ການໂຕ້ຖຽງນີ້? (ພວກເຂົາກຳລັງເວົ້າວ່າ ເຮືອນຂອງພຣະເຈົ້າເຮັດຜິດທີ່ລິຮານຜູ້ຄົນ.) ບາງຄົນເວົ້າວ່າ: “ກ່ອນທີ່ຈະຖືກລິຮານ, ຂ້ອຍຮູ້ສຶກວ່າຂ້ອຍມີເສັ້ນທາງໃຫ້ຍ່າງຕາມ, ແຕ່ຫຼັງຈາກຖືກລິຮານ, ຂ້ອຍບໍ່ຮູ້ວ່າຈະເຮັດແນວໃດ”. ເປັນຫຍັງພວກເຂົາຈຶ່ງບໍ່ຮູ້ວ່າຈະເຮັດແນວໃດຫຼັງຈາກຖືກລິຮານ? ເຫດຜົນສຳລັບສິ່ງນີ້ແມ່ນຫຍັງ? (ເມື່ອປະເຊີນກັບການລິຮານ, ພວກເຂົາບໍ່ຍອມຮັບຄວາມຈິງ ຫຼື ພະຍາຍາມທີ່ຈະຮູ້ຈັກຕົນເອງ. ພວກເຂົາເກັບແນວຄິດບາງຢ່າງໄວ້ ແລະ ບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດເຫຼົ່ານັ້ນ. ສິ່ງນີ້ເຮັດໃຫ້ພວກເຂົາບໍ່ມີເສັ້ນທາງ. ແທນທີ່ຈະຊອກຫາສາເຫດພາຍໃນຕົນເອງ, ພວກເຂົາກັບອ້າງໃນທາງກົງກັນຂ້າມ ວ່າການຖືກລິຮານນັ້ນແຫຼະທີ່ເຮັດໃຫ້ພວກເຂົາຫຼົງທາງ.) ນີ້ບໍ່ແມ່ນການໂຍນຄວາມຜິດໃສ່ຄືນບໍ? ມັນຄືກັບການເວົ້າວ່າ: “ສິ່ງທີ່ຂ້ອຍເຮັດນັ້ນສອດຄ່ອງກັບຫຼັກການຢູ່ແລ້ວ, ແຕ່ການທີ່ເຈົ້າລິຮານຂ້ອຍ ກໍເຮັດໃຫ້ເຫັນຊັດເຈນວ່າ ເຈົ້າບໍ່ໄດ້ປ່ອຍໃຫ້ຂ້ອຍຈັດການສິ່ງຕ່າງໆຕາມຫຼັກການ. ແລ້ວຂ້ອຍຈະປະຕິບັດໃນອະນາຄົດໄດ້ແນວໃດ?” ນີ້ຄືສິ່ງທີ່ຄົນທີ່ເວົ້າແບບນັ້ນຫມາຍຄວາມເຖິງ. ພວກເຂົາຍອມຮັບການຖືກລິຮານບໍ? ພວກເຂົາຍອມຮັບຄວາມຈິງທີ່ວ່າພວກເຂົາເຮັດຜິດບໍ? (ບໍ່.) ຄຳເວົ້ານີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາຮູ້ວິທີທີ່ຈະເຮັດການຊົ່ວແບບຕາມອຳເພີໃຈ, ແຕ່ເມື່ອຖືກລິຮານ ແລະ ຖືກຂໍໃຫ້ປະຕິບັດຕາມຫຼັກການ, ພວກເຂົາກັບບໍ່ຮູ້ວ່າຈະເຮັດແນວໃດ ແລະ ເກີດຄວາມມຶນງົງບໍ? (ແມ່ນ.) ແລ້ວກ່ອນໜ້ານັ້ນພວກເຂົາເຮັດສິ່ງຕ່າງໆແນວໃດ? ເມື່ອຄົນໃດໜຶ່ງປະເຊີນກັບການຖືກລິຮານ, ມັນບໍ່ແມ່ນຍ້ອນວ່າພວກເຂົາບໍ່ໄດ້ປະຕິບັດຕາມຫຼັກການບໍ? (ແມ່ນ.) ພວກເຂົາເຮັດການຊົ່ວແບບຕາມອຳເພີໃຈ, ບໍ່ສະແຫວງຫາຄວາມຈິງ ແລະ ບໍ່ເຮັດສິ່ງຕ່າງໆຕາມຫຼັກການ ຫຼື ກົດລະບຽບຂອງເຮືອນຂອງພຣະເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຮັບການລິຮານ. ຈຸດປະສົງຂອງການລິຮານແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດຕາມຫຼັກການ, ເພື່ອປ້ອງກັນບໍ່ໃຫ້ພວກເຂົາເຮັດການຊົ່ວແບບຕາມອຳເພີໃຈອີກ. ເຖິງຢ່າງໃດກໍຕາມ, ເມື່ອປະເຊີນກັບການຖືກລິຮານ, ຄົນເຫຼົ່ານັ້ນເວົ້າວ່າພວກເຂົາບໍ່ຮູ້ວ່າຈະປະພຶດ ຫຼື ຈະປະຕິບັດແນວໃດອີກຕໍ່ໄປ, ຄຳເວົ້າເຫຼົ່ານີ້ມີອົງປະກອບຂອງການຮູ້ຈັກຕົນເອງບໍ? (ບໍ່.) ພວກເຂົາບໍ່ມີເຈດຕະນາທີ່ຈະຮູ້ຈັກຕົນເອງ ຫຼື ສະແຫວງຫາຄວາມຈິງ. ກົງກັນຂ້າມ, ພວກເຂົາໝາຍຄວາມວ່າ: “ຂ້ອຍເຄີຍປະຕິບັດໜ້າທີ່ຂອງຂ້ອຍໄດ້ດີຫຼາຍ, ແຕ່ຕັ້ງແຕ່ເຈົ້າລິຮານຂ້ອຍ, ເຈົ້າໄດ້ເຮັດໃຫ້ຄວາມຄິດຂອງຂ້ອຍວຸ້ນວາຍ ແລະ ເຮັດໃຫ້ວິທີການປະຕິບັດໜ້າທີ່ຂອງຂ້ອຍສັບສົນ. ຕອນນີ້ຄວາມຄິດຂອງຂ້ອຍບໍ່ປົກກະຕິ ແລະ ຂ້ອຍກໍບໍ່ຕັດສິນໃຈໄດ້ເດັດຂາດ ຫຼື ກ້າຫານຄືແຕ່ກອນ, ຂ້ອຍບໍ່ກ້າຫານຄືເກົ່າ ແລະ ທັງໝົດນີ້ກໍຍ້ອນການຖືກລິຮານ. ຕັ້ງແຕ່ຂ້ອຍຖືກລິຮານ, ຫົວໃຈຂອງຂ້ອຍກໍບາດເຈັບສາຫັດ. ດັ່ງນັ້ນ, ຂ້ອຍຕ້ອງບອກຄົນອື່ນໃຫ້ລະມັດລະວັງຫຼາຍເວລາປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຕ້ອງບໍ່ເປີດເຜີຍຂໍ້ບົກຜ່ອງຂອງພວກເຂົາ ຫຼື ເຮັດຜິດພາດ; ຖ້າພວກເຂົາເຮັດຜິດພາດ, ພວກເຂົາກໍຈະຖືກລິຮານ ແລະ ຈາກນັ້ນພວກເຂົາກໍຈະກາຍເປັນຄົນຂີ້ຢ້ານຕາຂາວ ແລະ ສູນເສຍແຮງຊຸກດັນທີ່ພວກເຂົາເຄີຍມີ. ຈິດໃຈທີ່ກ້າຫານຂອງພວກເຂົາຈະຫຼຸດໜ້ອຍຖອຍລົງລົງຢ່າງຫຼວງຫຼາຍ ແລະ ຄວາມກ້າຫານແບບໄວໜຸ່ມ ແລະ ຄວາມປາດຖະໜາທີ່ຈະທຸ່ມເທທຸກຢ່າງກໍຈະຫາຍໄປ, ເຮັດໃຫ້ພວກເຂົາອ່ອນແອ ແລະ ຂີ້ຢ້ານ, ຢ້ານໜ້າຢ້ານຫຼັງ ແລະ ຮູ້ສຶກວ່າບໍ່ມີຫຍັງທີ່ພວກເຂົາເຮັດແລ້ວຖືກຕ້ອງ. ພວກເຂົາຈະບໍ່ຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າໃນໃຈຂອງພວກເຂົາອີກຕໍ່ໄປ ແລະ ຈະຮູ້ສຶກຫ່າງເຫີນຈາກພຣະອົງຫຼາຍຂຶ້ນເລື້ອຍໆ. ແມ່ນແຕ່ການອະທິຖານ ແລະ ຮ້ອງທູນຕໍ່ພຣະເຈົ້າກໍເບິ່ງຄືວ່າຈະບໍ່ໄດ້ຮັບຄຳຕອບ. ພວກເຂົາຈະຮູ້ສຶກວ່າພວກເຂົາບໍ່ມີຊີວິດຊີວາ, ຄວາມກະຕືລືລົ້ນ ແລະ ຄວາມໜ້າຮັກຄືເກົ່າ ແລະ ຈະເຖິງກັບເລີ່ມດູຖູກຕົນເອງ”. ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຈາກໃຈຈິງທີ່ໂອ້ລົມໂດຍຄົນທີ່ມີປະສົບການບໍ? ພວກມັນເປັນຈິງບໍ? ພວກມັນເສີມສ້າງ ຫຼື ເປັນປະໂຫຍດຕໍ່ຜູ້ຄົນບໍ? ນີ້ບໍ່ແມ່ນພຽງແຕ່ການບິດເບືອນຄວາມຈິງບໍ? (ແມ່ນ, ຄຳເວົ້າເຫຼົ່ານີ້ຂ້ອນຂ້າງໄຮ້ສາລະ.) ພວກເຂົາເວົ້າວ່າ: “ຢ່າໄດ້ຍ່າງຕາມຮອຍຂອງຂ້ອຍ ຫຼື ຍ່າງຕາມເສັ້ນທາງເກົ່າຂອງຂ້ອຍ! ພວກເຈົ້າເຫັນວ່າຕອນນີ້ຂ້ອຍປະພຶດຕົວດີພໍສົມຄວນ, ແຕ່ຄວາມຈິງແລ້ວ ຂ້ອຍພຽງແຕ່ຢ້ານຫຼັງຈາກການລິຮານນັ້ນ ແລະ ບໍ່ໄດ້ມີອິດສະລະ ແລະ ປົດປ່ອຍຄືແຕ່ກອນ”. ຄຳເວົ້າເຫຼົ່ານີ້ມີຜົນກະທົບແນວໃດຕໍ່ຜູ້ຟັງ? (ມັນເຮັດໃຫ້ຜູ້ຄົນລະວັງຕົວຕໍ່ພຣະເຈົ້າຫຼາຍຂຶ້ນ, ເຮັດໃຫ້ພວກເຂົາປະຕິບັດຢ່າງລະມັດລະວັງ ຍ້ອນຢ້ານວ່າຈະຖືກລິຮານ.) ພວກມັນມີຜົນກະທົບດ້ານລົບແບບນີ້. ຫຼັງຈາກໄດ້ຍິນສິ່ງນີ້, ຜູ້ຄົນກໍຈະຄິດວ່າ: “ເວົ້າອີກກໍຖືກອີກ! ພຽງແຕ່ເຜີເຮັດຜິດເລັກນ້ອຍ ແລະ ເຈົ້າກໍຈົບລົງດ້ວຍການຖືກລິຮານ, ເຈົ້າບໍ່ສາມາດເຮັດຫຍັງເພື່ອປ້ອງກັນມັນໄດ້! ເປັນຫຍັງການເຮັດໜ້າທີ່ໃນເຮືອນຂອງພຣະເຈົ້າຈຶ່ງຍາກແທ້? ເວົ້າເຖິງແຕ່ຫຼັກການຄວາມຈິງຢູ່ຕະຫຼອດ, ມັນຮຽກຮ້ອງສູງແທ້ໆ! ພຽງແຕ່ດຳເນີນຊີວິດທີ່ລຽບງ່າຍ ແລະ ໝັ້ນຄົງບໍ່ໄດ້ບໍ? ນັ້ນບໍ່ແມ່ນຂໍ້ຮຽກຮ້ອງທີ່ສູງ ຫຼື ຄວາມຫວັງທີ່ຟຸ່ມເຟືອຍ, ແຕ່ເປັນຫຍັງມັນຈຶ່ງບັນລຸໄດ້ຍາກແທ້? ຂ້ອຍຫວັງວ່າຂ້ອຍຈະບໍ່ຖືກລິຮານແທ້ໆ. ຂ້ອຍເປັນຄົນຂີ້ຢ້ານຕາຂາວຫຼາຍ; ປົກກະຕິແລ້ວ, ເມື່ອມີຄົນຈ້ອງເບິ່ງຂ້ອຍ ແລະ ເວົ້າສຽງດັງ, ຫົວໃຈຂອງຂ້ອຍກໍເລີ່ມເຕັ້ນແຮງ. ຖ້າຂ້ອຍປະເຊີນກັບການລິຮານແທ້ໆ ແລະ ຄຳເວົ້າຮຸນແຮງແບບນັ້ນ, ໄຈ້ແຍກຄວາມຈິງຂອງຂໍ້ເທັດຈິງແບບນັ້ນ, ຂ້ອຍຈະຮັບມືກັບມັນໄດ້ແນວໃດ? ມັນຈະບໍ່ເຮັດໃຫ້ຂ້ອຍຝັນຮ້າຍບໍ? ທຸກຄົນເວົ້າວ່າການລິຮານນັ້ນດີ, ແຕ່ຂ້ອຍບໍ່ເຫັນວ່າມັນຈະເປັນແນວນັ້ນ. ຄົນນັ້ນບໍ່ໄດ້ຢ້ານຍ້ອນມັນບໍ? ຖ້າຂ້ອຍຖືກລິຮານ, ຂ້ອຍກໍຄົງຈະຢ້ານຄືກັນ”. ນີ້ບໍ່ແມ່ນຜົນກະທົບທີ່ເກີດຈາກຄຳເວົ້າຂອງຜູ້ທີ່ລະບາຍຄວາມເປັນລົບບໍ? ຜົນກະທົບນີ້ເປັນທາງບວກ ຫຼື ທາງລົບ? (ທາງລົບ.) ຖ້ອຍຄຳທີ່ເປັນລົບເຫຼົ່ານີ້ສາມາດກໍ່ໃຫ້ເກີດອັນຕະລາຍຢ່າງໃຫຍ່ຫຼວງຕໍ່ຜູ້ທີ່ເຕັມໃຈໄລ່ຕາມຄວາມຈິງ! ດັ່ງນັ້ນ, ບອກເຮົາມາເບິ່ງ, ຜູ້ທີ່ລະບາຍຄວາມເປັນລົບ ແລະ ເຜີຍແຜ່ຄວາມຕາຍເລື້ອຍໆນັ້ນ ແມ່ນຄົນຮັບໃຊ້ຂອງຊາຕານບໍ? ພວກເຂົາແມ່ນຄົນທີ່ລົບກວນວຽກງານຂອງຄຣິສຕະຈັກບໍ? (ແມ່ນ.)

ມີບາງຄົນເຮັດຕາມຄວາມຄິດຂອງຕົນເອງ ແລະ ເຮັດຂັດກັບຫຼັກການ. ຫຼັງຈາກຖືກລິຮານ, ພວກເຂົາຮູ້ສຶກວ່າເຖິງແມ່ນວ່າຈະເຮັດວຽກຢ່າງໜັກ ແລະ ຈ່າຍລາຄາຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງຖືກລິຮານຢູ່, ດັ່ງນັ້ນ ຫົວໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍຄວາມບໍ່ເຊື່ອຟັງ ແລະ ພວກເຂົາບໍ່ຍອມຮັບການເປີດໂປງ ຫຼື ການໄຈ້ແຍກ. ພວກເຂົາເຊື່ອວ່າພຣະເຈົ້າບໍ່ຊອບທຳ ແລະ ເຮືອນຂອງພຣະເຈົ້າບໍ່ຍຸຕິທຳຕໍ່ພວກເຂົາ, ໂດຍທີ່ວ່າຄົນທີ່ມີຄວາມສາມາດພິເສດທີ່ມີປະໂຫຍດຄືກັບພວກເຂົາ, ຜູ້ທີ່ທົນທຸກຫຼາຍ ແລະ ຈ່າຍລາຄາສູງທີ່ສູງຫຼາຍ ກັບບໍ່ໄດ້ຮັບການຍ້ອງຍໍຈາກເຮືອນຂອງພຣະເຈົ້າ ແລະ ຊໍ້າພັດຍັງຖືກລິຮານ. ຈາກຄວາມບໍ່ເຊື່ອຟັງຂອງພວກເຂົາ ກໍເກີດມີຄວາມຂ້ອງໃຈ ແລະ ພວກເຂົາກໍຈະລະບາຍຄວາມເປັນລົບວ່າ: “ຕາມທີ່ຂ້ອຍເຫັນ, ບໍ່ມີຫຍັງຍາກໄປກວ່າການເຊື່ອໃນພຣະເຈົ້າ; ມັນຍາກແທ້ໆທີ່ຈະໄດ້ຮັບພຣະພອນ ແລະ ເພີດເພີນກັບພຣະຄຸນເລັກນ້ອຍ. ຂ້ອຍໄດ້ຈ່າຍລາຄາສູງສໍ່າໃດ, ແຕ່ຂ້ອຍກັບຖືກລິຮານຍ້ອນເຮັດສິ່ງດຽວບໍ່ດີ. ຖ້າຄົນແບບຂ້ອຍຍັງບໍ່ເໝາະກັບໜ້າທີ່, ແລ້ວໃຜຈະເໝາະສົມ? ພຣະເຈົ້າບໍ່ຊອບທຳບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດຮັບຮູ້ຄວາມຊອບທຳຂອງພຣະອົງ? ເປັນຫຍັງຄວາມຊອບທຳຂອງພຣະເຈົ້າຈຶ່ງຂັດກັບແນວຄິດຂອງຜູ້ຄົນແທ້?” ພວກເຂົາບໍ່ໄຈ້ແຍກສິ່ງທີ່ພວກເຂົາເຮັດລົງໄປເຊິ່ງຂັດກັບຫຼັກການ ຫຼື ອຸປະນິໄສທີ່ເສື່ອມຊາມທີ່ພວກເຂົາເປີດເຜີຍອອກມາ. ພວກເຂົາບໍ່ພຽງແຕ່ຂາດຄວາມສຳນຶກຜິດ ຫຼື ການອ່ອນນ້ອມແມ້ແຕ່ເລັກນ້ອຍ, ແຕ່ພວກເຂົາເຖິງກັບຕັດສິນ ແລະ ຕໍ່ຕ້ານຢ່າງເປີດເຜີຍ. ຫຼັງຈາກໄດ້ຍິນພວກເຂົາເວົ້າຖ້ອຍຄຳດັ່ງກ່າວ, ຄົນສ່ວນໃຫຍ່ກໍເລີ່ມເຫັນໃຈພວກເຂົາບາງສ່ວນ ແລະ ຖືກພວກເຂົາຊັກຈູງ: “ມັນແມ່ນຄວາມຈິງ, ແມ່ນບໍ? ພວກເຂົາເຊື່ອໃນພຣະເຈົ້າມາຊາວປີແລ້ວ ແລະ ຍັງປະເຊີນກັບການຖືກລິຮານແບບນີ້. ຖ້າຄົນທີ່ເຊື່ອມາຊາວປີອາດຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ, ແລ້ວຄົນແບບພວກເຮົາກໍຍິ່ງມີຄວາມຫວັງໜ້ອຍລົງ”. ພວກເຂົາບໍ່ໄດ້ຖືກພິດບໍ? ເມື່ອຄວາມເປັນລົບຖືກລະບາຍອອກມາ, ພິດກໍຖືກຫວ່ານລົງ, ຄືກັບເມັດພືດທີ່ປູກລົງໃນຫົວໃຈຂອງຜູ້ຄົນ, ຢັ່ງຮາກ, ແຕກໜໍ່, ອອກດອກ ແລະ ອອກຜົນໃນຄວາມຄິດຂອງພວກເຂົາ. ໂດຍທີ່ຜູ້ຄົນບໍ່ທັນຮູ້ຕົວ, ພວກເຂົາກໍຖືກພິດ ແລະ ການຕໍ່ຕ້ານ ແລະ ການຈົ່ມວ່າຕໍ່ພຣະເຈົ້າກໍເກີດຂຶ້ນໃນຕົວພວກເຂົາ. ເມື່ອຄົນເຫຼົ່ານັ້ນຖືກລິຮານ, ພວກເຂົາກໍກາຍເປັນຄົນບໍ່ເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ພໍໃຈກັບວິທີທີ່ເຮືອນຂອງພຣະເຈົ້າຈັດການກັບພວກເຂົາ. ແທນທີ່ຈະມີທ່າທີແຫ່ງການກັບໃຈ ແລະ ການສາລະພາບ, ພວກເຂົາກັບໂຕ້ຖຽງ, ແກ້ຕົວ ແລະ ແກ້ຕ່າງໃຫ້ຕົນເອງ. ພວກເຂົາປະກາດໃຫ້ຮູ້ໄປທົ່ວວ່າພວກເຂົາທົນທຸກກັບຄວາມຍາກລຳບາກຫຼາຍສໍ່າໃດ, ໄດ້ເຮັດວຽກຫຍັງແດ່ ແລະ ໄດ້ປະຕິບັດໜ້າທີ່ຫຍັງແດ່ຕະຫຼອດຫຼາຍປີແຫ່ງຄວາມເຊື່ອຂອງພວກເຂົາ ແລະ ແທນທີ່ຈະໄດ້ຮັບລາງວັນໃນຕອນນີ້, ພວກເຂົາກັບປະເຊີນກັບການຖືກລິຮານ. ພວກເຂົາບໍ່ພຽງແຕ່ລົ້ມເຫຼວທີ່ຈະຮັບຮູ້ຄວາມເສື່ອມຊາມຂອງຕົນເອງ ແລະ ຄວາມຜິດພາດທີ່ພວກເຂົາເຮັດຈາກການຖືກລິຮານເທົ່ານັ້ນ, ແຕ່ພວກເຂົາຍັງເຜີຍແຜ່ແນວຄິດທີ່ວ່າ ວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ພວກເຂົານັ້ນບໍ່ຍຸຕິທຳ ແລະ ບໍ່ສົມເຫດສົມຜົນເລີຍ, ວ່າພວກເຂົາບໍ່ຄວນຖືກປະຕິບັດແບບນັ້ນ ແລະ ຖ້າພວກເຂົາຖືກປະຕິບັດແບບນັ້ນ, ແລ້ວພຣະເຈົ້າກໍບໍ່ຊອບທຳ. ເຫດຜົນທີ່ພວກເຂົາລະບາຍຄວາມເປັນລົບນີ້ກໍຄື ພວກເຂົາບໍ່ສາມາດຍອມຮັບການລິຮານ ຫຼື ຄວາມຈິງທີ່ວ່າພວກເຂົາເຮັດຜິດ, ແຮງບໍ່ຕ້ອງເວົ້າເຖິງເລື່ອງຍອມຮັບ ຫຼື ຮັບຮູ້ຄວາມຈິງທີ່ວ່າ ພວກເຂົາກໍ່ໃຫ້ເກີດຄວາມເສຍຫາຍຕໍ່ທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງທັງຫຼາຍ ແລະ ຕໍ່ວຽກງານຂອງຄຣິສຕະຈັກ. ພວກເຂົາເຊື່ອວ່າພວກເຂົາປະຕິບັດຖືກຕ້ອງແລ້ວ ແລະ ເຮືອນຂອງພຣະເຈົ້າຕ່າງຫາກທີ່ຜິດທີ່ລິຮານພວກເຂົາ. ໂດຍການລະບາຍຄວາມເປັນລົບ, ພວກເຂົາໝາຍທີ່ຈະບອກຜູ້ຄົນວ່າ ເຮືອນຂອງພຣະເຈົ້າບໍ່ຍຸຕິທຳໃນວິທີທີ່ປະຕິບັດຕໍ່ຜູ້ຄົນ: ເມື່ອໃດທີ່ຄົນໃດໜຶ່ງເຮັດຜິດ, ເຮືອນຂອງພຣະເຈົ້າກໍຈະໃຊ້ມັນເປັນອາວຸດມາໂຈມຕີພວກເຂົາ, ໂດຍຈັບເອົາປະເດັນນີ້ ແລະ ລິຮານພວກເຂົາຢ່າງໄຮ້ປານີ, ຈົນເຖິງຂັ້ນທີ່ພວກເຂົາກາຍເປັນຄົນຍອມຈຳນົນ ແລະ ຄິດວ່າພວກເຂົາບໍ່ໄດ້ສ້າງຜົນງານໃດໆ, ເຊິ່ງບໍ່ມີໃຜເຫຼື້ອມໃສສັດທາພວກເຂົາອີກຕໍ່ໄປ, ບໍ່ຊື່ນຊົມຕົນເອງອີກຕໍ່ໄປ ແລະ ບໍ່ກ້າຂໍລາງວັນຈາກພຣະເຈົ້າອີກຕໍ່ໄປ, ເມື່ອນັ້ນແຫຼະ ເຮືອນຂອງພຣະເຈົ້າຈຶ່ງຈະບັນລຸຈຸດປະສົງ. ເປົ້າໝາຍຂອງພວກເຂົາໃນການລະບາຍຄວາມເປັນລົບນີ້ ແມ່ນເພື່ອເຮັດໃຫ້ຄົນຈຳນວນຫຼາຍຂຶ້ນມາອອກໜ້າແກ້ຕ່າງໃຫ້ພວກເຂົາ, ເພື່ອໃຫ້ຄົນຈຳນວນຫຼາຍຂຶ້ນເຂົ້າໃຈ “ຄວາມຈິງຂອງເລື່ອງ” ແລະ ເຫັນວ່າພວກເຂົາທົນທຸກຫຼາຍສໍ່າໃດຕະຫຼອດຫຼາຍປີແຫ່ງການເຊື່ອໃນພຣະເຈົ້າ, ຜົນງານຂອງພວກເຂົາສຳຄັນສໍ່າໃດ ແລະ ພວກເຂົາມີຄຸນສົມບັດຫຼາຍສໍ່າໃດ ແລະ ພວກເຂົາເປັນຜູ້ເຊື່ອທີ່ອາວຸໂສສໍ່າໃດ. ດ້ວຍສິ່ງນີ້, ພວກເຂົາຕ້ອງການໃຫ້ຄົນອື່ນມາຢືນຢູ່ຝ່າຍດຽວກັບພວກເຂົາ ໃນການຮ່ວມມືກັນຕໍ່ຕ້ານກົດລະບຽບຂອງເຮືອນຂອງພຣະເຈົ້າ ແລະ ການລິຮານທີ່ເຮືອນຂອງພຣະເຈົ້າກະທຳຕໍ່ພວກເຂົາ. ໂດຍທຳມະຊາດແລ້ວ ນີ້ບໍ່ແມ່ນການດຶງດູດຄົນມາຢູ່ຝ່າຍພວກເຂົາບໍ? (ແມ່ນ.) ເປົ້າໝາຍຂອງພວກເຂົາໃນການລະບາຍຄວາມເປັນລົບໃນລັກສະນະນີ້ ແມ່ນເພື່ອດຶງດູດຄົນມາຢູ່ຝ່າຍພວກເຂົາ ແລະ ນໍາພາພວກເຂົາຢ່າງຜິດໆ ແລະ ພວກເຂົາລົບກວນວຽກງານຂອງຄຣິສຕະຈັກ ເພື່ອລະບາຍຄວາມຄຽດແຄ້ນຂອງພວກເຂົາອອກມາ. ບໍ່ວ່າຜົນກະທົບທີ່ມັນມີຕໍ່ຜູ້ຄົນໃນທີ່ສຸດຈະເປັນແນວໃດ ຫຼັງຈາກທີ່ພວກເຂົາໄດ້ລະບາຍຄວາມເປັນລົບຂອງພວກເຂົາອອກມາ, ຜົນກະທົບ ແລະ ຜົນສະທ້ອນກໍຄື ຜູ້ຄົນຖືກນໍາພາຢ່າງຜິດໆ ແລະ ຖືກລົບກວນ, ພວກເຂົາຖືກທຳຮ້າຍ. ມັນບໍ່ແມ່ນການເສີມສ້າງ. ມັນເປັນຜົນກະທົບທາງລົບ.

ເມື່ອຜູ້ຄົນປະເຊີນກັບການຖືກລິຮານ, ໂດຍພື້ນຖານແລ້ວ ສິ່ງເຫຼົ່ານີ້ຄືປະເພດຂອງຄວາມເປັນລົບທີ່ພວກເຂົາລະບາຍອອກມາ. ພວກເຂົາບໍ່ສາມາດຍອມຮັບການຖືກລິຮານ ແລະ ມີຄວາມບໍ່ພໍໃຈ ແລະ ບໍ່ເຊື່ອຟັງໃນໃຈພວກເຂົາ, ບໍ່ສາມາດຮັບເອົາສິ່ງນັ້ນຈາກພຣະເຈົ້າ. ການໂຕ້ຕອບທຳອິດຂອງພວກເຂົາບໍ່ແມ່ນການສະແຫວງຫາຄວາມຈິງກ່ຽວກັບການລິຮານ ແລະ ສຳຫຼວດ, ຮູ້ຈັກ ແລະ ໄຈ້ແຍກຕົນເອງ, ເພື່ອເບິ່ງວ່າພວກເຂົາເຮັດຫຍັງຜິດແທ້ໆ, ການກະທຳຂອງພວກເຂົາສອດຄ່ອງກັບຫຼັກການ ຫຼື ບໍ່, ເປັນຫຍັງເຮືອນຂອງພຣະເຈົ້າຈຶ່ງລິຮານພວກເຂົາ ແລະ ການທີ່ພວກເຂົາຖືກປະຕິບັດແບບນີ້ແມ່ນຍ້ອນຄວາມຄຽດແຄ້ນສ່ວນຕົວ ຫຼື ເປັນສິ່ງທີ່ຍຸຕິທຳ ແລະ ສົມເຫດສົມຜົນ. ການໂຕ້ຕອບທຳອິດຂອງພວກເຂົາບໍ່ແມ່ນການສະແຫວງຫາສິ່ງເຫຼົ່ານີ້, ແຕ່ການໂຕ້ຕອບທຳອິດຂອງພວກເຂົາແມ່ນການອີງໃສ່ຄຸນສົມບັດ, ຄວາມທົນທຸກ ແລະ ການເສຍສະລະຂອງພວກເຂົາເພື່ອຕໍ່ຕ້ານການລິຮານ. ໃນການເຮັດແບບນັ້ນ, ທຸກສິ່ງທີ່ເກີດຂຶ້ນພາຍໃນໃຈຂອງພວກເຂົາລ້ວນມີແນວໂນ້ມທີ່ຈະເປັນລົບ, ໂດຍບໍ່ມີສິ່ງທີ່ເປັນບວກເລີຍ. ດັ່ງນັ້ນ, ເມື່ອພວກເຂົາໂອ້ລົມກ່ຽວກັບຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາຫຼັງຈາກຖືກລິຮານ, ພວກເຂົາກໍກຳລັງລະບາຍຄວາມເປັນລົບ ແລະ ເຜີຍແຜ່ແນວຄິດຢ່າງແນ່ນອນ. ການລະບາຍຄວາມເປັນລົບ ແລະ ການເຜີຍແຜ່ແນວຄິດຄວນຖືກຢຸດຢັ້ງ ແລະ ຖືກຈຳກັດໂດຍທັນທີ, ບໍ່ແມ່ນຕາມໃຈ ແລະ ເມີນເສີຍ. ສິ່ງທີ່ເປັນລົບເຫຼົ່ານີ້ຈະຂັດຂວາງ, ລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ທາງເຂົ້າຂອງຊີວິດຂອງແຕ່ລະຄົນ ແລະ ພວກມັນບໍ່ສາມາດມີບົດບາດທາງບວກໄດ້, ແຮງບໍ່ຕ້ອງເວົ້າເຖິງເລື່ອງທີ່ພວກມັນຈະກະຕຸ້ນຄວາມຈົງຮັກພັກດີຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າ ຫຼື ການປະຕິບັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ. ສະນັ້ນ, ເມື່ອຄົນດັ່ງກ່າວລະບາຍຄວາມເປັນລົບ, ພວກເຂົາກໍກຳລັງລົບກວນຊີວິດຄຣິສຕະຈັກ ແລະ ຄວນຖືກຈຳກັດ.

3). ການລະບາຍຄວາມເປັນລົບເມື່ອຊື່ສຽງ, ສະຖານະ ແລະ ຜົນປະໂຫຍດຂອງຕົນຖືກທຳລາຍ

ນອກຈາກການລະບາຍຄວາມເປັນລົບຫຼັງຈາກຖືກໄລ່ອອກ ຫຼື ຖືກລິຮານແລ້ວ, ຍັງມີສະຖານະການໃດອີກແດ່ທີ່ຜູ້ຄົນລະບາຍຄວາມເປັນລົບ? (ເມື່ອຜົນປະໂຫຍດຂອງຜູ້ຄົນເສຍຫາຍ ແລະ ພວກເຂົາຮູ້ສຶກວ່າພວກເຂົາໄດ້ສູນເສຍ.) (ບາງຄົນໄດ້ປະຕິບັດໜ້າທີ່ຂອງຕົນມາຫຼາຍປີ, ແຕ່ເມື່ອພວກເຂົາເຈັບປ່ວຍ ຫຼື ໄພພິບັດເກີດຂຶ້ນກັບຄອບຄົວຂອງພວກເຂົາ, ພວກເຂົາກໍເວົ້າວ່າ: “ຂ້ອຍໄດ້ຮັບຫຍັງແດ່ຈາກການເຊື່ອໃນພຣະເຈົ້າມາຫຼາຍປີ?”.) “ຄຳເວົ້າຕິດປາກ” ທົ່ວໄປຂອງພວກທີ່ມັກລະບາຍຄວາມເປັນລົບກໍຄື “ຂ້ອຍໄດ້ຮັບຫຍັງແດ່?” ຍັງມີສະຖານະການໃດອີກ? (ບາງຄົນບໍ່ພຽງແຕ່ລົ້ມເຫຼວທີ່ຈະບັນລຸຜົນໃນໜ້າທີ່ຂອງພວກເຂົາເທົ່ານັ້ນ, ແຕ່ພວກເຂົາຍັງເຮັດຜິດພາດເລື້ອຍໆ, ດັ່ງນັ້ນ ພວກເຂົາຈຶ່ງເວົ້າວ່າ: “ເປັນຫຍັງພຣະເຈົ້າຈຶ່ງໃຫ້ຄວາມສະຫວ່າງແກ່ຄົນອື່ນ ແຕ່ບໍ່ໃຫ້ຂ້ອຍ? ເປັນຫຍັງພຣະເຈົ້າຈຶ່ງໃຫ້ຄວາມສາມາດທີ່ດີແກ່ພວກເຂົາ ໃນຂະນະທີ່ຄວາມສາມາດຂອງຂ້ອຍຕ່ຳຫຼາຍ?” ແທນທີ່ຈະກວດສອບບັນຫາຂອງຕົນເອງ, ພວກເຂົາກັບໂຍນຄວາມຮັບຜິດຊອບໃຫ້ພຣະເຈົ້າ, ໂດຍເວົ້າວ່າ ພຣະເຈົ້າບໍ່ໄດ້ໃຫ້ຄວາມສະຫວ່າງ ຫຼື ຊີ້ນໍາພວກເຂົາ ແລ້ວພວກເຂົາກໍຈົ່ມວ່າໃຫ້ພຣະເຈົ້າຢູ່ຕະຫຼອດ.) ພວກເຂົາອ້າງວ່າພຣະເຈົ້າບໍ່ຍຸຕິທຳ, ໂດຍຖາມວ່າເປັນຫຍັງພຣະອົງຈຶ່ງໃຫ້ຄວາມສະຫວ່າງ ແລະ ປະທານພຣະຄຸນແກ່ຄົນອື່ນ ແຕ່ບໍ່ແມ່ນພວກເຂົາ, ຈົ່ມວ່າເປັນຫຍັງພວກເຂົາຈຶ່ງບໍ່ບັນລຸຜົນໃນໜ້າທີ່ຂອງຕົນ, ພວກເຂົາກຳລັງຈົ່ມວ່າ. ຕົວຢ່າງທີ່ພວກເຈົ້າຍົກມານັ້ນດີ. ມີອີກບໍ? (ບາງຄົນເຕັມໄປດ້ວຍຄວາມຄຽດແຄ້ນເມື່ອການມອບໝາຍໜ້າທີ່ຂອງພວກເຂົາຖືກປັບປ່ຽນ, ໂດຍຕັ້ງຄຳຖາມວ່າເປັນຫຍັງສິ່ງນີ້ຈຶ່ງເກີດຂຶ້ນ ແລະ ສົງໄສວ່າຜູ້ນຳ ແລະ ຜູ້ເຮັດວຽກກຳລັງຕັ້ງເປົ້າພວກເຂົາ ແລະ ເຮັດໃຫ້ສິ່ງຕ່າງໆຍາກສຳລັບພວກເຂົາ.) ພວກເຂົາຮູ້ສຶກວ່າເຮືອນຂອງພຣະເຈົ້າດູຖູກພວກເຂົາບໍ? (ແມ່ນ.) ບາງຄົນທີ່ບໍ່ເຮັດວຽກງານຕົວຈິງຖືກໄລ່ອອກ ແລະ ຖືກກຳຈັດ ແລະ ພວກເຂົາຮູ້ສຶກວ່າຊື່ສຽງ ແລະ ສະຖານະຂອງພວກເຂົາໄດ້ຮັບຄວາມເສຍຫາຍ. ເພື່ອລະບາຍຄວາມບໍ່ພໍໃຈຂອງພວກເຂົາ, ພວກເຂົາມັກຈະຈົ່ມລັບຫຼັງສະເໝີວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາໄດ້ໄລຍະສັ້ນໆ, ຄວາມສາມາດໃນການຢັ່ງຮູ້ຂອງຂ້ອຍກໍບໍ່ດີ ແລະ ຂ້ອຍກໍມີຄວາມສາມາດຕ່ຳ. ຂ້ອຍທຽບກັບຄົນອື່ນບໍ່ໄດ້. ຖ້າພວກເຂົາເວົ້າວ່າຂ້ອຍບໍ່ມີຄວາມສາມາດ, ຂ້ອຍກໍຄົງຈະບໍ່ມີ!” ທາງພາຍນອກ, ພວກເຂົາຮັບຮູ້ຂໍ້ບົກຜ່ອງຂອງຕົນ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງພະຍາຍາມກູ້ເອົາຜົນປະໂຫຍດທີ່ພວກເຂົາສູນເສຍໄປກັບຄືນມາ, ຈົ່ມຢູ່ບໍ່ເຊົາ ແລະ ເວົ້າສິ່ງຕ່າງໆເພື່ອໃຫ້ໄດ້ຮັບຄວາມເຫັນໃຈຈາກຜູ້ຄົນ ແລະ ເຮັດໃຫ້ພວກເຂົາຮູ້ສຶກວ່າເຮືອນຂອງພຣະເຈົ້າບໍ່ຍຸຕິທຳ. ທັນທີທີ່ຜົນປະໂຫຍດຂອງພວກເຂົາເສຍຫາຍ, ພວກເຂົາກໍກາຍເປັນຄົນຕໍ່ຕ້ານ ແລະ ຫວັງທີ່ຈະໄດ້ສິ່ງທີ່ເສຍໄປຄືນມາ ແລະ ໄດ້ຮັບການຊົດເຊີຍສະເໝີ. ຖ້າພວກເຂົາບໍ່ໄດ້, ພວກເຂົາກໍສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ບໍ່ຮູ້ວິທີທີ່ຈະເຊື່ອໃນພຣະອົງອີກຕໍ່ໄປ, ໂດຍເວົ້າສິ່ງຕ່າງໆ ເຊັ່ນວ່າ: “ຂ້ອຍເຄີຍຄິດວ່າການເຊື່ອໃນພຣະເຈົ້ານັ້ນດີຫຼາຍ ແລະ ການເຮັດໜ້າທີ່ເປັນຜູ້ນຳ ຫຼື ຜູ້ເຮັດວຽກໃນຄຣິສຕະຈັກຈະນໍາພຣະພອນອັນຍິ່ງໃຫຍ່ມາໃຫ້ຢ່າງແນ່ນອນ. ຂ້ອຍບໍ່ເຄີຍຄາດຄິດເລີຍວ່າຈະຖືກໄລ່ອອກ ແລະ ຖືກກຳຈັດ ແລະ ຖືກຄົນອື່ນປະຕິເສດ. ບໍ່ຄິດເລີຍວ່າຈະມີເລື່ອງແບບນີ້ເກີດຂຶ້ນໃນເຮືອນຂອງພຣະເຈົ້າ! ບໍ່ແມ່ນທຸກຄົນທີ່ເຊື່ອໃນພຣະເຈົ້າຈະເປັນຄົນດີສະເໝີໄປ ແລະ ບໍ່ແມ່ນທຸກສິ່ງທີ່ເຮືອນຂອງພຣະເຈົ້າເຮັດຈະເປັນຕົວແທນຂອງພຣະເຈົ້າ ຫຼື ຄວາມຍຸຕິທຳ”. ທຳມະຊາດຂອງຄຳເວົ້າແບບນີ້ແມ່ນຫຍັງ? ຄຳເວົ້າຂອງພວກເຂົາ, ທັງທາງກົງ ແລະ ທາງອ້ອມ, ສື່ເຖິງການໂຈມຕີ. ພວກມັນສື່ເຖິງການຕັດສິນ ແລະ ການຕໍ່ຕ້ານ. ທາງພາຍນອກ, ພວກເຂົາເບິ່ງຄືວ່າຈະຕັ້ງເປົ້າໃສ່ຜູ້ນຳຄົນໃດໜຶ່ງ ຫຼື ຄຣິສຕະຈັກ, ແຕ່ສິ່ງທີ່ພວກເຂົາຕັ້ງເປົ້າໃສ່ດ້ວຍຄຳເວົ້າເຫຼົ່ານີ້ໃນໃຈຂອງພວກເຂົາແທ້ໆກໍຄືພຣະເຈົ້າ, ພຣະທຳຂອງພຣະອົງ ແລະ ພຣະດໍາລັດ ແລະ ກົດລະບຽບຂອງເຮືອນຂອງພຣະອົງ. ພວກເຂົາພຽງແຕ່ລະບາຍຄວາມຄຽດແຄ້ນຂອງພວກເຂົາເທົ່ານັ້ນ. ເປັນຫຍັງພວກເຂົາຈຶ່ງລະບາຍຄວາມຄຽດແຄ້ນຂອງພວກເຂົາ? ພວກເຂົາຮູ້ສຶກວ່າພວກເຂົາໄດ້ສູນເສຍ; ໃນໃຈຂອງພວກເຂົາ, ພວກເຂົາຮູ້ສຶກເຖິງຄວາມບໍ່ຍຸຕິທຳ ແລະ ຄວາມບໍ່ພໍໃຈ ແລະ ພວກເຂົາຕ້ອງການຮຽກຮ້ອງສິ່ງຕ່າງໆ ແລະ ໄດ້ຮັບການຊົດເຊີຍ. ໃນຂະນະທີ່ຄວາມເປັນລົບທີ່ຖືກລະບາຍໂດຍຄົນດັ່ງກ່າວ ບໍ່ໄດ້ເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ຄົນສ່ວນໃຫຍ່, ແຕ່ຄຳເວົ້າທີ່ເໝັນເນົ່າເຫຼົ່ານີ້ກໍປຽບເໝືອນແມງວັນ ຫຼື ຕົວເຮືອດທີ່ໜ້າລຳຄານ ເຊິ່ງກໍ່ໃຫ້ເກີດການລົບກວນຈິດໃຈຂອງຜູ້ຄົນໃນລະດັບປານກາງ. ຄົນສ່ວນໃຫຍ່ຮູ້ສຶກລັງກຽດ ແລະ ເບື່ອໜ່າຍເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້, ແຕ່ກໍຫຼີກລ່ຽງບໍ່ໄດ້ທີ່ຈະມີຄົນປະເພດດຽວກັນກັບຄົນດັ່ງກ່າວ, ຜູ້ທີ່ມີອຸປະນິໄສ, ແກ່ນແທ້ ແລະ ຄວາມມັກແບບດຽວກັນ, ເຊິ່ງເປັນນົກໃນຝູງເນົ່າໆຄືກັນກັບຄົນເຫຼົ່ານັ້ນ ແລະ ຜູ້ທີ່ຖືກຊັກຈູງ ແລະ ລົບກວນໂດຍພວກເຂົາ. ມັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ຍິ່ງໄປກວ່ານັ້ນ, ບາງຄົນທີ່ມີຄວາມເຕີບໂຕຍັງນ້ອຍເຊິ່ງຂາດການແຍກແຍະ ກໍສາມາດຖືກລົບກວນໂດຍຄຳເວົ້າທາງລົບເຫຼົ່ານີ້ ແລະ ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍສາມາດໄດ້ຮັບອິດທິພົນ. ຄົນເຫຼົ່ານີ້ບໍ່ຮູ້ແຕ່ທຳອິດແລ້ວວ່າ ການເຊື່ອໃນພຣະເຈົ້າແມ່ນເພື່ອຫຍັງແທ້ ແລະ ພວກເຂົາບໍ່ຊັດເຈນກ່ຽວກັບຄວາມຈິງຂອງວິໄສທັດ ແລະ ຄວາມສາມາດໃນການຢັ່ງຮູ້ຄວາມຈິງຂອງພວກເຂົາກໍບໍ່ດີເຊັ່ນກັນ. ເມື່ອພວກເຂົາໄດ້ຍິນຖ້ອຍຄຳທີ່ເປັນລົບເຫຼົ່ານີ້, ພວກເຂົາມີແນວໂນ້ມສູງທີ່ຈະຮັບເອົາສິ່ງເຫຼົ່ານັ້ນເຂົ້າມາໂດຍບໍ່ຮູ້ຕົວ ແລະ ດັ່ງນັ້ນ ຈຶ່ງໄດ້ຮັບອິດທິພົນຈາກສິ່ງເຫຼົ່ານັ້ນ. ຄຳເວົ້າເຫຼົ່ານີ້ແມ່ນຢາພິດ. ພວກມັນສາມາດຖືກປູກຝັງລົງໃນໃຈຂອງຜູ້ຄົນໄດ້ຢ່າງງ່າຍດາຍ. ທັນທີທີ່ຄົນໃດໜຶ່ງຍອມຮັບຄຳເວົ້າທີ່ເປັນລົບເຫຼົ່ານີ້, ເມື່ອເຮືອນຂອງພຣະເຈົ້າຂໍໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍໂຕ້ຕອບດ້ວຍຄວາມເມີນເສີຍ. ເມື່ອເຮືອນຂອງພຣະເຈົ້າຂໍຄວາມຮ່ວມມືຈາກພວກເຂົາໃນບາງວຽກງານ, ພວກເຂົາກໍບໍ່ຮ້ອນບໍ່ໜາວ. ພວກເຂົາຈະເຮັດກໍຕໍ່ເມື່ອພວກເຂົາຢາກເຮັດ; ຖ້າບໍ່ດັ່ງນັ້ນ, ພວກເຂົາກໍຈະບໍ່ເຮັດ, ໂດຍມີເຫດຜົນ ແລະ ຂໍ້ແກ້ຕົວທຸກຮູບແບບສະເໝີ. ກ່ອນທີ່ພວກເຂົາຈະໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານັ້ນ, ພວກເຂົາມີຄວາມຈິງໃຈເລັກນ້ອຍໃນການເຊື່ອໃນພຣະເຈົ້າ ແລະ ພວກເຂົາມີທັດສະນະຄະຕິທີ່ເປັນບວກ ແລະ ຫ້າວຫັນໃນລະດັບໜຶ່ງ ເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ແຕ່ຫຼັງຈາກໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານັ້ນ, ພວກເຂົາກໍກາຍເປັນຄົນເມີນເສີຍ ແລະ ພວກເຂົາກໍເຢັນຊາຕໍ່ອ້າຍເອື້ອຍນ້ອງທັງຫຼາຍຂອງພວກເຂົາເຊັ່ນກັນ. ພວກເຂົາລະວັງຕົວຕໍ່ຄົນເຫຼົ່ານັ້ນ. ເມື່ອຄຣິສຕະຈັກຈັດແຈງໃຫ້ພວກເຂົາປະຕິບັດໜ້າທີ່, ພວກເຂົາກໍຫຼົບຫຼີກ ແລະ ຍູ້ໜ້າທີ່ນັ້ນອອກໄປຊໍ້າແລ້ວຊໍ້າເລົ່າ, ໂດຍສະແດງຄວາມບໍ່ຫ້າວຫັນຢ່າງຍິ່ງ. ກ່ອນໜ້ານີ້, ພວກເຂົາເຂົ້າຮ່ວມການເຕົ້າໂຮມຢ່າງຖືກເວລາ, ແຕ່ຫຼັງຈາກໄດ້ຍິນຄຳເວົ້າເຫຼົ່ານັ້ນ, ການເຂົ້າຮ່ວມຂອງພວກເຂົາກໍກາຍເປັນແບບມາແດ່ ບໍ່ມາແດ່, ພວກເຂົາມາເມື່ອພວກເຂົາອາລົມດີ, ແຕ່ບໍ່ມາເມື່ອພວກເຂົາອາລົມບໍ່ດີ. ຖ້າມີເລື່ອງບໍ່ເພິ່ງປະສົງເກີດຂຶ້ນຢູ່ເຮືອນ, ພວກເຂົາກໍກັງວົນວ່າອາດຈະມີໄພພິບັດເກີດຂຶ້ນ, ດັ່ງນັ້ນ ພວກເຂົາຈຶ່ງເຂົ້າຮ່ວມການເຕົ້າໂຮມຫຼາຍຂຶ້ນ ແລະ ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ. ຖ້າພວກເຂົາຕື່ນເຕັ້ນ, ດີໃຈ ແລະ ປະທັບໃຈຫຼັງຈາກອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍເຖິງກັບຖວາຍເງິນຈຳນວນໜຶ່ງ. ແຕ່ເມື່ອສະຖານະການຢູ່ເຮືອນສະຫງົບລົງ, ພວກເຂົາກໍຢຸດເຂົ້າຮ່ວມການເຕົ້າໂຮມອີກຄັ້ງ. ເມື່ອອ້າຍເອື້ອຍນ້ອງທັງຫຼາຍພະຍາຍາມໂອ້ລົມກັບພວກເຂົາ ໂດຍຫວັງທີ່ຈະຊ່ວຍເຫຼືອພວກເຂົາ, ພວກເຂົາກໍຊອກຫາຂໍ້ແກ້ຕົວເພື່ອປະຕິເສດ ແລະ ເມື່ອອ້າຍເອື້ອຍນ້ອງທັງຫຼາຍໄປທີ່ເຮືອນຂອງພວກເຂົາ, ພວກເຂົາກໍບໍ່ຍອມເປີດປະຕູ, ເຖິງແມ່ນວ່າພວກເຂົາຈະຢູ່ເຮືອນຢ່າງຊັດເຈນກໍຕາມ. ມີຫຍັງເກີດຂຶ້ນຢູ່ນີ້? ພວກເຂົາໄດ້ຮັບອິດທິພົນຈາກຄຳເວົ້າທີ່ເປັນລົບເຫຼົ່ານັ້ນ, ພວກເຂົາຖືກພິດ ແລະ ເຊື່ອວ່າຜູ້ທີ່ເຊື່ອໃນພຣະເຈົ້ານັ້ນບໍ່ໜ້າເຊື່ອຖື. ໃນຕອນທຳອິດ, ພວກເຂົາໄວ້ໃຈຄົນເຫຼົ່ານີ້ຫຼາຍສົມຄວນ ແລະ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ພວກເຂົາກໍຄິດວ່າ: “ເຫຼົ່ານີ້ແມ່ນພຣະທຳຂອງພຣະເຈົ້າ, ຄົນເຫຼົ່ານີ້ແມ່ນອ້າຍເອື້ອຍນ້ອງທັງຫຼາຍຂອງຂ້ອຍ, ນີ້ແມ່ນເຮືອນຂອງພຣະເຈົ້າ, ຊ່າງປະເສີດແທ້ໆ!” ແຕ່ຫຼັງຈາກທີ່ພວກເຂົາໄດ້ຍິນຄຳເວົ້າທີ່ເປັນລົບ ເຊິ່ງຖືກເຜີຍແຜ່ໂດຍຄົນບາງຄົນ, ພວກເຂົາກໍປ່ຽນໄປ. ພວກເຂົາບໍ່ໄດ້ຮັບອິດທິພົນບໍ? ທາງເຂົ້າຂອງຊີວິດຂອງພວກເຂົາບໍ່ໄດ້ຮັບຄວາມເສຍຫາຍບໍ? (ແມ່ນ.) ແມ່ນໃຜທີ່ມີອິດທິພົນຕໍ່ພວກເຂົາ? ແມ່ນຄົນທີ່ລະບາຍຄວາມເປັນລົບ, ຜູ້ທີ່ເວົ້າຄຳເວົ້າເຫຼົ່ານັ້ນແຫຼະ. ຖ້າຄົນໃດໜຶ່ງຍັງບໍ່ທັນວາງຮາກຖານທີ່ໜັກແໜ້ນໃນຫົນທາງທີ່ແທ້ຈິງ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຈົນເຖິງຂັ້ນທີ່ພວກເຂົາເຂົ້າໃຈຄວາມຈິງ, ພວກເຂົາກໍສາມາດໄດ້ຮັບອິດທິພົນຈາກສິ່ງທີ່ເປັນລົບໄດ້ຢ່າງງ່າຍດາຍ. ໂດຍສະເພາະຢ່າງຍິ່ງ, ຜູ້ທີ່ບໍ່ມີຄວາມສາມາດໃນການຢັ່ງຮູ້ຄວາມຈິງ, ແຕ່ພຽງແຕ່ເບິ່ງກະແສ, ສັງເກດສະຖານະການ ແລະ ເບິ່ງປະກົດການທີ່ຜິວເຜີນ, ພວກເຂົາຍິ່ງຖືກຊັກຈູງໄດ້ຢ່າງງ່າຍດາຍກວ່າໂດຍຄຳເວົ້າທີ່ເປັນລົບ. ໂດຍສະເພາະເມື່ອພວກເຂົາໄດ້ຍິນຄົນເວົ້າເຖິງຄວາມເຊື່ອຜິດໆ ເຊັ່ນວ່າ: “ເຮືອນຂອງພຣະເຈົ້າບໍ່ຈຳເປັນຕ້ອງຍຸຕິທຳສະເໝີໄປ ແລະ ບໍ່ແມ່ນທຸກສິ່ງທີ່ເຮືອນຂອງພຣະເຈົ້າເຮັດຈະເປັນບວກ”, ຄວາມລະວັງຕົວຂອງພວກເຂົາກໍຍິ່ງເພີ່ມຂຶ້ນ. ຖ້ອຍຄຳທີ່ສອດຄ່ອງກັບຄວາມຈິງນັ້ນ ບໍ່ແມ່ນຈະຖືກຍອມຮັບໄດ້ງ່າຍສະເໝີໄປ, ແຕ່ຖ້ອຍຄຳທີ່ເປັນລົບ, ຖ້ອຍຄຳທີ່ໄຮ້ສາລະ, ຖ້ອຍຄຳທີ່ຂັດກັບຄວາມຈິງ, ສິ່ງເຫຼົ່ານີ້ສາມາດຢັ່ງຮາກລົງໃນໃຈຂອງຜູ້ຄົນໄດ້ງ່າຍເກີນໄປ ແລະ ການກຳຈັດພວກມັນອອກກໍບໍ່ແມ່ນເລື່ອງງ່າຍ. ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະຍອມຮັບຄວາມຈິງ ແລະ ງ່າຍຫຼາຍສຳລັບພວກເຂົາທີ່ຈະຍອມຮັບຄວາມເຊື່ອຜິດໆ!

ມີບາງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ ເຊິ່ງໃຫ້ຄວາມສຳຄັນຫຼາຍຕໍ່ກຽດຕິຍົດ, ຊື່ສຽງ, ການເສບສຸກທາງເນື້ອໜັງ ແລະ ຊັບສິນ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ເມື່ອຊື່ສຽງ, ສະຖານະ ແລະ ຜົນປະໂຫຍດໂດຍກົງຂອງພວກເຂົາເສຍຫາຍ, ພວກເຂົາບໍ່ຍອມຮັບສິ່ງນີ້ຈາກພຣະເຈົ້າ ຫຼື ຍອມຮັບສະພາບແວດລ້ອມທີ່ພຣະເຈົ້າຈັດວາງໄວ້ໃຫ້ພວກເຂົາ ແລະ ພວກເຂົາບໍ່ສາມາດປ່ອຍວາງສິ່ງເຫຼົ່ານີ້ ແລະ ບໍ່ສາມາດເມີນເສີຍຕໍ່ຜົນປະໂຫຍດ ແລະ ຜົນເສຍສ່ວນຕົວຂອງພວກເຂົາ. ແຕ່ກົງກັນຂ້າມ ພວກເຂົາກັບໃຊ້ໂອກາດຕ່າງໆ ເພື່ອລະບາຍຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາ ແລະ ລະບາຍອາລົມທາງລົບ, ເຮັດໃຫ້ບາງຄົນໄດ້ຮັບຄວາມທຸກທໍລະມານຢ່າງໃຫຍ່ຫຼວງຍ້ອນຜົນຂອງສິ່ງນັ້ນ. ສະນັ້ນ, ເມື່ອຄົນດັ່ງກ່າວລະບາຍຄວາມເປັນລົບ, ຜູ້ນຳຄຣິສຕະຈັກຕ້ອງກຳສະຖານະການໃຫ້ໄດ້ກ່ອນໂດຍທັນທີ ແລະ ຢຸດຢັ້ງ ແລະ ຈຳກັດຄົນເຫຼົ່ານັ້ນຢ່າງທັນການ. ແນ່ນອນ, ຜູ້ນຳຄຣິສຕະຈັກຄວນເປີດໂປງຄົນເຫຼົ່ານັ້ນຢ່າງຫ້າວຫັນເຊັ່ນກັນ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງທັງຫຼາຍກ່ຽວກັບວິທີແຍກແຍະພວກເຂົາ ແລະ ເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເວົ້າສິ່ງທີ່ເປັນລົບ ແລະ ໄຮ້ສາລະເຫຼົ່ານີ້, ພ້ອມທັງວິທີປະຕິບັດຕໍ່ ແລະ ແຍກແຍະຄຳເວົ້າເຫຼົ່ານີ້ ເພື່ອປ້ອງກັນບໍ່ໃຫ້ຕົນເອງຖືກນໍາພາຢ່າງຜິດໆ ແລະ ຖືກທຳຮ້າຍຢ່າງສາຫັດໂດຍຄຳເວົ້າເຫຼົ່ານັ້ນ. ມັນຈຳເປັນຕ້ອງສາມາດແຍກແຍະ ແລະ ໄຈ້ແຍກຄົນດັ່ງກ່າວ ແລະ ດ້ວຍເຫດນັ້ນ ຈຶ່ງຫຼີກລ່ຽງ ແລະ ປະຕິເສດພວກເຂົາ ແລະ ບໍ່ຖືກພວກເຂົານໍາພາຢ່າງຜິດໆອີກຕໍ່ໄປ. ນີ້ຄືວຽກງານທີ່ຜູ້ນຳຄຣິສຕະຈັກຄວນເຮັດ. ແນ່ນອນ, ຖ້າອ້າຍເອື້ອຍນ້ອງທຳມະດາທັງຫຼາຍພົບເຫັນຄົນດັ່ງກ່າວ ແລະ ແຍກແຍະແກ່ນແທ້ຄວາມເປັນມະນຸດຂອງພວກເຂົາ, ພວກເຂົາກໍຄວນຢູ່ຫ່າງຈາກຄົນເຫຼົ່ານັ້ນເຊັ່ນກັນ. ຖ້າເຈົ້າບໍ່ມີຄວາມສາມາດພຽງພໍທີ່ຈະຕ້ານທານ ຫຼື ບໍ່ມີຄວາມເຕີບໂຕທີ່ຈະຄ້ຳຊູ, ຊ່ວຍເຫຼືອ ແລະ ປ່ຽນແປງພວກເຂົາ ແລະ ເຈົ້າຮູ້ສຶກວ່າເຈົ້າບໍ່ສາມາດທົນຕໍ່ຄຳເວົ້າທີ່ເປັນລົບ ແລະ ຄຳເວົ້າແຫ່ງຄວາມບໍ່ພໍໃຈ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົາ, ວິທີທີ່ດີທີ່ສຸດກໍຄືການຢູ່ຫ່າງໆ. ຖ້າເຈົ້າຮູ້ສຶກວ່າເຈົ້າເຂັ້ມແຂງຫຼາຍ, ມີຄວາມເຕີບໂຕໃນລະດັບໜຶ່ງ ແລະ ສາມາດໃຊ້ການແຍກແຍະ ແລະ ບໍ່ໄດ້ຮັບຜົນກະທົບບໍ່ວ່າໃຜຈະເວົ້າຫຍັງກໍຕາມ, ວ່າບໍ່ວ່າຄວາມເປັນລົບທີ່ພວກເຂົາລະບາຍອອກມານັ້ນຈະຮຸນແຮງສໍ່າໃດ, ມັນຈະບໍ່ປ່ຽນແປງຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ວ່າເຈົ້າສາມາດແຍກແຍະຄົນດັ່ງກ່າວ ແລະ ວ່າເຈົ້າຍັງສາມາດເປີດໂປງ ແລະ ຢຸດຢັ້ງພວກເຂົາ ເມື່ອພວກເຂົາລະບາຍຄວາມເປັນລົບອອກມາ, ຖ້າດັ່ງນັ້ນ ເຈົ້າກໍບໍ່ຈຳເປັນຕ້ອງຫຼີກລ່ຽງ ຫຼື ລະວັງຕົວຕໍ່ຄົນດັ່ງກ່າວ. ແຕ່ຖ້າເຈົ້າຮູ້ສຶກວ່າເຈົ້າບໍ່ມີຄວາມເຕີບໂຕແບບນັ້ນ, ວິທີ ແລະ ຫຼັກການໃນການຈັດການກັບຄົນດັ່ງກ່າວ ກໍຄືການຢູ່ຫ່າງຈາກພວກເຂົາ. ສິ່ງນີ້ບັນລຸໄດ້ງ່າຍບໍ? (ງ່າຍ.) ບາງຄົນເວົ້າວ່າ: “ຂ້ອຍສາມາດອົດທົນຕໍ່ພວກເຂົາ, ອົດກັ້ນຕໍ່ພວກເຂົາ ແລະ ໃຫ້ອະໄພພວກເຂົາໄດ້ບໍ?” ນັ້ນກໍໄດ້ເຊັ່ນກັນ ແລະ ມັນກໍບໍ່ຜິດ, ແຕ່ມັນບໍ່ແມ່ນສິ່ງສຳຄັນທີ່ສຸດ ຫຼື ການປະຕິບັດທີ່ດີທີ່ສຸດ. ສົມມຸດວ່າເຈົ້າອົດກັ້ນ, ອົດທົນ ແລະ ຕາມໃຈພວກເຂົາ ແລະ ໃນທີ່ສຸດ, ເຈົ້າກໍຖືກພວກເຂົານໍາພາຢ່າງຜິດໆ ແລະ ຖືກດຶງດູດໄປຢູ່ຝ່າຍພວກເຂົາ. ແລ້ວສົມມຸດວ່າ ບໍ່ວ່າເຮືອນຂອງພຣະເຈົ້າຈະສະໜອງ ແລະ ຄໍ້າຊູເຈົ້າແນວໃດກໍຕາມ, ເຈົ້າກໍບໍ່ຮູ້ສຶກເຖິງມັນ; ຫຼື ວ່າເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ, ເຈົ້າກໍມັກຈະຖືກຊັກຈູງໂດຍຄວາມຄິດ ແລະ ຄຳເວົ້າຂອງພວກເຂົາ ແລະ ທັນທີທີ່ເຈົ້າຄິດເຖິງສິ່ງທີ່ພວກເຂົາເວົ້າ, ຈິດໃຈຂອງເຈົ້າກໍໄດ້ຮັບຜົນກະທົບ ແລະ ເຈົ້າກໍບໍ່ສາມາດອ່ານຕໍ່ໄປໄດ້. ແລ້ວເມື່ອອ້າຍເອື້ອຍນ້ອງທັງຫຼາຍໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງພວກເຂົາຕໍ່ຄວາມຈິງ, ໂດຍສະເພາະເມື່ອພວກເຂົາໂອ້ລົມກ່ຽວກັບການແຍກແຍະຄຳເວົ້າຂອງຄົນດັ່ງກ່າວ, ເຈົ້າກໍຖືກຊັກຈູງ ແລະ ໄດ້ຮັບຜົນກະທົບຈາກຄຳເວົ້າຂອງພວກເຂົາອີກຄັ້ງ, ເຮັດໃຫ້ຈິດໃຈຂອງເຈົ້າສັບສົນວຸ້ນວາຍ. ຖ້າເປັນກໍລະນີນີ້, ເຈົ້າກໍຄວນຢູ່ຫ່າງຈາກຄົນດັ່ງກ່າວ. ການອົດທົນ ແລະ ການອົດກັ້ນຂອງເຈົ້າຈະບໍ່ໄດ້ຜົນ ແລະ ບໍ່ແມ່ນວິທີທີ່ດີທີ່ສຸດໃນການປ້ອງກັນຄົນດັ່ງກ່າວ. ສົມມຸດວ່າການອົດທົນ ແລະ ການອົດກັ້ນຂອງເຈົ້າບໍ່ແມ່ນພຶດຕິກຳພາຍນອກທີ່ເສແສງ, ແຕ່ເຈົ້າມີຄວາມເຕີບໂຕພຽງພໍທີ່ຈະປະເຊີນໜ້າກັບຄົນດັ່ງກ່າວແທ້ໆ. ບໍ່ວ່າພວກເຂົາຈະເວົ້າຫຍັງກໍຕາມ, ເຖິງແມ່ນວ່າເຈົ້າບໍ່ເວົ້າຫຍັງ, ເຈົ້າກໍຍັງສາມາດແຍກແຍະພວກເຂົາໄດ້ໃນໃຈຂອງເຈົ້າ; ເຈົ້າສາມາດໃຊ້ຄວາມອົດກັ້ນຕໍ່ພວກເຂົາ ແລະ ເມີນເສີຍຕໍ່ພວກເຂົາ, ແຕ່ຄຳເວົ້າທີ່ເປັນລົບ ຫຼື ຄຳເວົ້າແຫ່ງຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າກ່ຽວກັບພຣະເຈົ້າທີ່ພວກເຂົາເວົ້ານັ້ນ ຈະບໍ່ສົ່ງຜົນກະທົບຕໍ່ຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ, ທັງຈະບໍ່ສົ່ງຜົນກະທົບຕໍ່ຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ. ໃນກໍລະນີນັ້ນ, ເຈົ້າສາມາດອົດທົນ ແລະ ອົດກັ້ນຕໍ່ພວກເຂົາໄດ້. ຫຼັກການຂອງການປະຕິບັດຄວາມອົດທົນ ແລະ ຄວາມອົດກັ້ນແມ່ນຫຍັງ? ການບໍ່ຖືກທຳຮ້າຍ. ເມີນເສີຍຕໍ່ພວກເຂົາ, ປ່ອຍໃຫ້ພວກເຂົາເວົ້າທຸກຢ່າງທີ່ພວກເຂົາຢາກເວົ້າ, ເຖິງຢ່າງໃດກໍຕາມ, ຄົນດັ່ງກ່າວເປັນພຽງພວກກໍ່ກວນທີ່ບໍ່ມີເຫດຜົນ ແລະ ພວກເຂົາກໍຫົວແຂງແບບໜ້າດ້ານ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ຍອມຮັບມັນ; ພວກເຂົາເປັນຂອງມານຮ້າຍ ແລະ ຊາຕານ ແລະ ມັນບໍ່ມີປະໂຫຍດທີ່ຈະໂອ້ລົມກັບພວກເຂົາ. ສະນັ້ນ, ກ່ອນທີ່ເຮືອນຂອງພຣະເຈົ້າຈະກຳຈັດ ແລະ ຈັດການກັບພວກເຂົາ, ຖ້າເຈົ້າມີຄວາມເຕີບໂຕທີ່ຈະອົດທົນ ແລະ ອົດກັ້ນຕໍ່ພວກເຂົາໂດຍບໍ່ຖືກທຳຮ້າຍ, ນັ້ນດີທີ່ສຸດ. ປົກກະຕິແລ້ວ ພວກເຈົ້ານໍາໃຊ້ຫຼັກການແຫ່ງຄວາມອົດທົນ ແລະ ຄວາມອົດກັ້ນນີ້ບໍ? ພວກເຈົ້າອົດທົນກັບຄົນທຸກປະເພດ, ແຕ່ບາງຄັ້ງພວກເຈົ້າກໍບໍ່ລະວັງ ແລະ ຖືກນໍາພາຢ່າງຜິດໆເລັກນ້ອຍ; ຫຼັງຈາກນັ້ນ ພວກເຈົ້າກໍຮູ້ຕົວ, ຮູ້ສຶກຜິດຕໍ່ພຣະເຈົ້າ, ອະທິຖານສອງສາມມື້ ແລະ ຫັນປ່ຽນສະພາວະຂອງຕົນ ແລະ ພວກເຈົ້າກໍເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ. ສ່ວນຫຼາຍແລ້ວ, ພວກເຈົ້າສາມາດເຫັນໄດ້ຢ່າງຊັດເຈນວ່າຄົນດັ່ງກ່າວບໍ່ດີ ແລະ ວ່າພວກເຂົາເປັນຂອງມານຮ້າຍ. ເຖິງແມ່ນວ່າເຈົ້າສາມາດພົວພັນກັບພວກເຂົາໄດ້ຕາມປົກກະຕິ, ແຕ່ພາຍໃນໃຈແລ້ວ ເຈົ້າຫ່າງເຫີນ ແລະ ລັງກຽດພວກເຂົາ. ບໍ່ວ່າພວກເຂົາຈະເວົ້າຫຍັງ ຫຼື ພວກເຂົາສະແດງຄວາມຄິດເຫັນ ແລະ ທັດສະນະທີ່ເປັນລົບແບບໃດກໍຕາມ, ເຈົ້າກໍເຮັດຫູທວນລົມ, ເມີນເສີຍຕໍ່ສິ່ງນັ້ນ ແລະ ຄິດວ່າ: “ເວົ້າທຸກຢ່າງທີ່ເຈົ້າຢາກເວົ້າໂລດ. ຂ້ອຍສາມາດແຍກແຍະເຈົ້າໄດ້. ຂ້ອຍພຽງແຕ່ບໍ່ຄົບຫາກັບຄົນແບບເຈົ້າ”. ນີ້ແມ່ນຫຼັກການທີ່ພວກເຈົ້າປະຕິບັດຕາມສ່ວນຫຼາຍ ເມື່ອຈັດການກັບເລື່ອງດັ່ງກ່າວບໍ? ການບັນລຸສິ່ງນີ້ກໍບໍ່ແມ່ນບໍ່ດີ; ມັນບໍ່ງ່າຍ ແລະ ຕ້ອງເຂົ້າໃຈຄວາມຈິງບາງຢ່າງ ແລະ ມີຄວາມເຕີບໂຕໃນລະດັບໃດໜຶ່ງ. ຖ້າເຈົ້າບໍ່ມີແມ່ນແຕ່ຄວາມເຕີບໂຕໃນລະດັບນີ້, ເຈົ້າກໍຈະບໍ່ສາມາດຢືນຢັດໄດ້ ແລະ ເຈົ້າຈະບໍ່ປະຕິບັດໜ້າທີ່ຂອງເຈົ້າໄດ້ດີ.

4). ການລະບາຍຄວາມເປັນລົບເມື່ອຄວາມປາຖະໜາທີ່ຈະໄດ້ຮັບພອນຖືກທຳລາຍ

ການລະບາຍຄວາມເປັນລົບຍັງມີການສະແດງອອກອີກດ້ານໜຶ່ງ. ບາງຄົນເວົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າມາຫຼາຍປີຂະໜາດນີ້ແລ້ວ ແລະ ຂ້ອຍໄດ້ຮັບຫຍັງແດ່?” ເມື່ອຄົນປະເພດນີ້ລະບາຍຄວາມເປັນລົບ, ສິ່ງຫຼັກໆທີ່ພວກເຂົາເວົ້າກໍຄື “ຂ້ອຍໄດ້ຮັບຫຍັງແດ່?” ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ໄດ້ຮັບຫຍັງເລີຍ. ພວກເຂົາເຊື່ອວ່າ ມັນຍາກເປັນພິເສດທີ່ຈະໄດ້ຮັບຜົນປະໂຫຍດ ຫຼື ພອນບາງຢ່າງຈາກເຮືອນຂອງພຣະເຈົ້າ ຫຼື ຈາກພຣະເຈົ້າ ໃນຂະນະທີ່ເຊື່ອໃນພຣະອົງ ແລະ ເຊື່ອວ່າ ຜູ້ຄົນຕ້ອງຖວາຍຄວາມຮັກອັນມະຫາສານ ແລະ ມີຄວາມອົດທົນຢ່າງໃຫຍ່ຫຼວງ ແລະ ບໍ່ໃຈຮ້ອນເພື່ອໃຫ້ໄດ້ຜົນສຳເລັດທີ່ວ່ອງໄວ. ສ່ວນພຣະທຳຂອງພຣະເຈົ້າທີ່ເປີດໂປງຜູ້ຄົນ, ລິຮານຜູ້ຄົນ, ຫຼໍ່ຫຼອມຜູ້ຄົນ ແລະ ຊໍາລະລ້າງຄວາມເສື່ອມຊາມຂອງມະນຸດນັ້ນ, ພວກເຂົາເຊື່ອວ່າ ສິ່ງນີ້ເປັນພຽງຄຳເວົ້າທີ່ຜິວເຜີນ ແລະ ຟັງດູດີ ເຊິ່ງບໍ່ສາມາດເຊື່ອຖືໄດ້ຢ່າງແນ່ນອນ; ພວກເຂົາຄິດວ່າ ຖ້າພວກເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າ, ພວກເຂົາຈະເສຍປຽບຢ່າງໃຫຍ່ຫຼວງແທ້ໆ. ພວກເຂົາຄິດວ່າ ການໄດ້ຮັບຜົນປະໂຫຍດ ແລະ ຂໍ້ໄດ້ປຽບ ພ້ອມທັງການເຮັດໃຫ້ຄວາມມຸ່ງຫວັງ ແລະ ຄວາມປາດຖະໜາຂອງພວກເຂົາກາຍເປັນຄວາມຈິງນັ້ນ ເປັນສິ່ງທີ່ສຳຄັນທີ່ສຸດຕະຫຼອດເວລາ ແລະ ບໍ່ວ່າພວກເຂົາຈະປະຕິບັດຄວາມຈິງ ຫຼື ບໍ່ກໍບໍ່ແມ່ນເລື່ອງສຳຄັນເລີຍ. ພວກເຂົາເຊື່ອວ່າ ຕາບໃດທີ່ພວກເຂົາບໍ່ເຮັດຄວາມຊົ່ວ, ນັ້ນກໍພຽງພໍແລ້ວ ແລະ ພວກເຂົາຈະບໍ່ຖືກກຳຈັດໂດຍຄຣິສຕະຈັກ. ຄົນສ່ວນໃຫຍ່ຮູ້ສຶກແນວໃດ ຫຼັງຈາກທີ່ໄດ້ຍິນຄຳເວົ້າທີ່ເປັນລົບເຫຼົ່ານີ້? ພວກເຂົາເຫັນດີເຫັນພ້ອມ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ຈາກພາຍໃນຈິດໃຈບໍ ຫຼື ພວກເຂົາຮູ້ສຶກລັງກຽດຕໍ່ຄຳເວົ້າເຫຼົ່ານີ້ ແລະ ຄິດວ່າຄົນເຫຼົ່ານີ້ເຫັນແກ່ຕົວ, ໜ້າລັງກຽດ, ຊົ່ວຮ້າຍ ແລະ ຕ່ຳຊ້າ ແລະ ສາມາດແຍກແຍະ, ເປີດໂປງ ແລະ ຈຳກັດພວກເຂົາ, ຢຸດຢັ້ງພວກເຂົາຈາກການສືບຕໍ່ເຜີຍແຜ່ຄວາມເປັນລົບ ແລະ ຄວາມຕາຍບໍ? ຄົນສ່ວນໃຫຍ່ຮູ້ສຶກລັງກຽດ ແລະ ຕັດສິນໂທດຄຳເວົ້າທີ່ເປັນລົບດັ່ງກ່າວ ຫຼື ພວກເຂົາສາມາດຖືກນໍາພາຢ່າງຜິດໆໂດຍຄຳເວົ້າເຫຼົ່ານັ້ນ ແລະ ກາຍເປັນຄົນຄິດລົບໄດ້ບໍ? ບາງຄົນ, ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້ ແລະ ເຫັນວ່າຕົນເອງມີແຕ່ມືເປົ່າ, ກໍຄິດວ່າ: “ນັ້ນບໍ່ແມ່ນຄວາມຈິງບໍ! ຂ້ອຍກໍບໍ່ໄດ້ຮັບຫຍັງຄືກັນ. ໃນເຮືອນຂອງພຣະເຈົ້າ, ຂ້ອຍພຽງແຕ່ໄດ້ກິນເຂົ້າສາມຄາບຕໍ່ມື້, ຂ້ອຍຫຍຸ້ງຢູ່ຕະຫຼອດເວລາ ແລະ ຂ້ອຍບໍ່ໄດ້ຮັບຫຍັງອີກເລີຍແທ້ໆ”. ພວກເຈົ້າມີຄວາມຄິດແບບນີ້ບໍ? ພວກເຈົ້າຮູ້ສຶກແບບດຽວກັນບໍ? ຜູ້ທີ່ເຂົ້າໃຈຄວາມຈິງຈະເວົ້າວ່າ: “ເຈົ້າໝາຍຄວາມວ່າແນວໃດ ທີ່ວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ? ພວກເຮົາໄດ້ຮັບຈາກພຣະເຈົ້າຢ່າງຫຼວງຫຼາຍ! ພວກເຮົາໄດ້ເຂົ້າໃຈຄວາມຈິງຫຼາຍຢ່າງ!” ແຕ່ບາງຄົນອາດຈະບໍ່ເຫັນດີນຳພວກເຂົາ ໂດຍເວົ້າວ່າ: “ມັນເບິ່ງຄືວ່າບໍ່ຄ່ອຍສອດຄ່ອງກັບຄວາມເປັນຈິງປານໃດທີ່ຈະເວົ້າວ່າ ພວກເຮົາໄດ້ຮັບ ‘ຢ່າງຫຼວງຫຼາຍ’. ພວກເຮົາພຽງແຕ່ໄດ້ຮັບພຣະຄຸນເລັກນ້ອຍ, ໄດ້ຮັບໂອກາດບາງຢ່າງໃນການປະຕິບັດໜ້າທີ່ຂອງພວກເຮົາ, ເຂົ້າໃຈຫຼັກຄຳສອນບາງຢ່າງກ່ຽວກັບວິທີການປະພຶດຕົນ, ໄດ້ພົບ ແລະ ຮູ້ຈັກກັບອ້າຍເອື້ອຍນ້ອງທັງຫຼາຍຫຼາຍຄົນຈາກສະຖານທີ່ຕ່າງໆ ແລະ ໄດ້ເປີດຫູເປີດຕາຢ່າງຫຼວງຫຼາຍ. ສິ່ງນີ້ຖືວ່າເປັນການໄດ້ຮັບພຽງເລັກນ້ອຍເທົ່ານັ້ນ”. ພວກເຈົ້າຈັດຢູ່ໃນປະເພດໃດໃນບັນດາປະເພດເຫຼົ່ານີ້? ມີຄົນຢູ່ໃນທຸກປະເພດເຫຼົ່ານີ້ ແມ່ນບໍ? (ແມ່ນ.) ພວກເຮົາຈະສົນທະນາກ່ຽວກັບເລື່ອງນີ້ຈາກສອງມຸມມອງ. ກ່ອນອື່ນ, ໃຫ້ພວກເຮົາເວົ້າກ່ຽວກັບສິ່ງທີ່ເກີດຂຶ້ນກັບຜູ້ທີ່ເຊື່ອໃນພຣະເຈົ້າເພື່ອເຫັນແກ່ການໄດ້ຮັບພຣະຄຸນສະເໝີ, ພວກເຂົາເຊື່ອໃນພຣະເຈົ້າເພື່ອໄລ່ຕາມການໄດ້ຮັບຄວາມຈິງ ເພື່ອວ່າພວກເຂົາຈະສາມາດບັນລຸຄວາມລອດພົ້ນບໍ? (ບໍ່, ພວກເຂົາເຊື່ອເພື່ອເຫັນແກ່ການໄດ້ຮັບພອນ.) ຄັນຊັ້ນ, ພຣະເຈົ້າໄດ້ມອບພຣະຄຸນ, ການປົກປ້ອງ, ຄວາມເມດຕາ, ຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງແກ່ພວກເຂົາພຽງເລັກນ້ອຍບໍ? (ພຣະເຈົ້າໄດ້ມອບສິ່ງເຫຼົ່ານີ້ໃຫ້ພວກເຂົາຢ່າງຫຼວງຫຼາຍ.) ສາມາດເວົ້າໄດ້ວ່າ ທຸກຄົນທີ່ເຊື່ອໃນພຣະເຈົ້າລ້ວນແລ້ວແຕ່ໄດ້ຮັບການປົກປ້ອງຈາກພຣະເຈົ້າ. ການປົກປ້ອງຂອງພຣະເຈົ້າເປັນຮູບປະທຳບໍ? ມີຕົວຢ່າງໃນຊີວິດຈິງກ່ຽວກັບເລື່ອງນີ້ບໍ? ຜູ້ຄົນໄດ້ຮັບການປົກປ້ອງປະເພດໃດແດ່? (ປະເພດທີ່ຂ້ອນຂ້າງຈະແຈ້ງກໍຄື ຫຼັງຈາກທີ່ເຊື່ອໃນພຣະເຈົ້າ, ພວກເຮົາກໍບໍ່ໄດ້ຮັບອິດທິພົນຈາກກະແສທີ່ຊົ່ວຮ້າຍຂອງໂລກອີກຕໍ່ໄປ. ພວກເຮົາບໍ່ຕົກຢູ່ໃນຄວາມເສື່ອມໂຊມ ຫຼື ໄລ່ຕາມສິ່ງທີ່ຊົ່ວຮ້າຍເຫຼົ່ານັ້ນ ເຊັ່ນ: ການໄປພັບກາງຄືນ, ການສູບຢາ, ການດື່ມເຫຼົ້າ ແລະ ອື່ນໆ. ຢ່າງໜ້ອຍທີ່ສຸດ, ພວກເຮົາກໍບໍ່ໄດ້ເຂົ້າໄປພົວພັນກັບສິ່ງເຫຼົ່ານີ້ ແລະ ຂ້ອຍເຊື່ອວ່າ ພວກເຮົາໄດ້ຮັບການປົກປ້ອງພໍສົມຄວນໃນເລື່ອງນີ້.) ນີ້ຄືດ້ານທີ່ເຫັນໄດ້ຢ່າງຊັດເຈນຫຼາຍ ເຊິ່ງຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້ດ້ວຍຕົນເອງ. ການບໍ່ໄດ້ຮັບອິດທິພົນ ແລະ ຖືກນໍາພາຢ່າງຜິດໆໂດຍກະແສທີ່ຊົ່ວຮ້າຍຂອງໂລກ, ການດຳລົງຊີວິດຄືກັບມະນຸດ ແລະ ການດຳລົງຊີວິດພາຍໃນຄວາມເປັນມະນຸດທີ່ປົກກະຕິທີ່ມີຄວາມເໝືອນມະນຸດ, ນີ້ຄືຕົວຢ່າງ ແລະ ຫຼັກຖານທີ່ແທ້ຈິງຂອງການປົກປ້ອງຂອງພຣະເຈົ້າ. ມີອີກບໍ? (ການບໍ່ຖືກລົບກວນໂດຍວິນຍານຊົ່ວຮ້າຍ ແລະ ການສາມາດດຳລົງຊີວິດພາຍໃຕ້ການປົກປ້ອງຂອງພຣະເຈົ້າ.) ນີ້ກໍເປັນຕົວຢ່າງທີ່ແທ້ຈິງເຊັ່ນກັນ. ຄົນສ່ວນໃຫຍ່ເຄີຍມີປະສົບການນີ້ບໍ? ພວກເຈົ້າສາມາດເຂົ້າໃຈຄວາມໝາຍພາຍໃນສິ່ງນີ້ໄດ້ບໍ? ບາງຄົນເວົ້າວ່າ: “ຜູ້ບໍ່ມີຄວາມເຊື່ອກໍບໍ່ຖືກລົບກວນໂດຍວິນຍານຊົ່ວຮ້າຍເຊັ່ນກັນ. ມີຜູ້ບໍ່ມີຄວາມເຊື່ອຈັກຄົນທີ່ຖືກລົບກວນໂດຍວິນຍານຊົ່ວຮ້າຍ?” ຄຳເວົ້ານີ້ຖືກຕ້ອງບໍ? ພວກເຈົ້າຮູ້ສຶກວ່າຄຳເວົ້ານີ້ສອດຄ່ອງກັບຄວາມເປັນຈິງບໍ? (ໝູ່ຮ່ວມຫ້ອງຮຽນຂອງຂ້ອຍຈຳນວນບໍ່ໜ້ອຍເຄີຍຖືກລົບກວນໂດຍວິນຍານຊົ່ວຮ້າຍ. ບາງຄົນປະສົບກັບອາການຖືກຜີອຳ ແລະ ຄົນອື່ນໆກໍໄດ້ຍິນສຽງ. ພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ບໍ່ຮູ້ວ່າກຳລັງເກີດຫຍັງຂຶ້ນ. ພວກເຂົາຊອກຫາການປິ່ນປົວຢູ່ທຸກບ່ອນ ແຕ່ກໍບໍ່ສາມາດປິ່ນປົວສິ່ງນີ້ໄດ້, ພວກເຂົາດຳລົງຊີວິດດ້ວຍຄວາມຢ້ານກົວ ແລະ ຄວາມຫວາດຜວາ; ມັນທຸກທໍລະມານຫຼາຍ. ເຖິງຢ່າງໃດກໍຕາມ, ຍ້ອນວ່າຂ້ອຍເຊື່ອໃນພຣະເຈົ້າມາຕັ້ງແຕ່ຍັງນ້ອຍ, ຂ້ອຍຈຶ່ງບໍ່ເຄີຍຖືກລົບກວນ ຫຼື ທົນທຸກໃນລັກສະນະນີ້. ສ່ວນຫຼາຍແລ້ວ, ໃຈຂອງຂ້ອຍຮູ້ສຶກຂ້ອນຂ້າງໝັ້ນຄົງ ແລະ ສະຫງົບສຸກ.) ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ່ມີຄວາມກັງວົນນີ້. ພວກເຮົາບໍ່ກັງວົນກ່ຽວກັບການເຈັບປ່ວຍດ້ວຍໂລກປະສາດ ຫຼື ກ່ຽວກັບການຖືກລົບກວນ ຫຼື ຖືກເຂົ້າສິງໂດຍວິນຍານຊົ່ວຮ້າຍ; ພວກເຮົາບໍ່ຢ້ານກົວ ເພາະພວກເຮົາມີພຣະເຈົ້າ. ນອກຈາກນີ້, ໃນຊີວິດຈິງ, ຜູ້ບໍ່ມີຄວາມເຊື່ອມັກຈະເວົ້າກ່ຽວກັບການເບິ່ງໂຫງວເຮັ້ງ, ຮວງຈຸ້ຍ ແລະ ການດູດວງ, ເຊິ່ງໃນຕາເວັນຕົກ ກໍມີແມ່ນແຕ່ການເບິ່ງດວງດາວ. ບາງຄົນບູຊາຮູບປັ້ນພຣະພຸດທະຮູບທີ່ມີຊື່ສຽງ, ວິນຍານຊົ່ວຮ້າຍ ແລະ ຮູບເຄົາລົບ ແລະ ບາງຄົນກໍບໍ່ບູຊາ, ແຕ່ບໍ່ວ່າພວກເຂົາຈະບູຊາ ຫຼື ບໍ່ກໍຕາມ, ພວກເຂົາລ້ວນແລ້ວແຕ່ໄດ້ຮັບອິດທິພົນ ແລະ ຖືກຈຳກັດໂດຍສິ່ງເຫຼົ່ານີ້ໃນລະດັບໃດໜຶ່ງ. ຕົວຢ່າງ: ກ່ອນອອກຈາກເຮືອນ, ພວກເຂົາຕ້ອງທໍານາຍເບິ່ງວ່າທິດທາງໃດເປັນສິລິມຸງຄຸນ ແລະ ທິດທາງໃດບໍ່ເປັນສິລິມຸງຄຸນ. ເມື່ອເປີດຮ້ານ, ພວກເຂົາກໍກຳນົດວ່າຕຳແໜ່ງໃດສຳລັບໂຕະເກັບເງິນທີ່ຈະນໍາເງິນເຂົ້າມາ ແລະ ຕຳແໜ່ງໃດຈະບໍ່ນໍາເງິນເຂົ້າມາ, ຄວນວາງສິ່ງໃດໃນຮ້ານ ແລະ ຄວນບູຊາຮູບເຄົາລົບອົງໃດເພື່ອດຶງດູດຄວາມຮັ່ງມີ ແລະ ຄວນວາງສິ່ງຂອງບາງຢ່າງໄວ້ບ່ອນໃດເພື່ອຫຼີກເວັ້ນການຂັດຂວາງຮວງຈຸ້ຍ. ເມື່ອເຄື່ອນຍ້າຍ, ພວກເຂົາຕ້ອງກຳນົດເວລາທີ່ເປັນມຸງຄຸນໃນການຍ້າຍ ເພື່ອຮັບປະກັນຄວາມຮຸ່ງເຮືອງໃນອະນາຄົດຂອງຄອບຄົວ ແລະ ຫຼີກເວັ້ນເຫດຮ້າຍ ແລະ ກຳນົດວ່າເວລາໃດບໍ່ເປັນມຸງຄຸນ. ແມ່ນແຕ່ນັກຮຽນກໍຍັງໄດ້ຮັບອິດທິພົນຈາກຄວາມເຊື່ອເຫຼົ່ານີ້ ເມື່ອພວກເຂົາສອບເສັງເຂົ້າຮຽນ. ໃນມື້ສອບເສັງ, ພວກເຂົາຫຼີກເວັ້ນການເວົ້າຄຳທີ່ມີຄວາມໝາຍວ່າລົ້ມເຫຼວ ແລະ ຕ້ອງເວົ້າຄຳວ່າ “ຍອດຍ້ຽມ” ແລະ “ປະສົບຄວາມສຳເລັດ” ແທນ. ທຸກໆດ້ານຂອງຊີວິດ ຕັ້ງແຕ່ລູກໄປໂຮງຮຽນ ຈົນເຖິງພໍ່ແມ່ທີ່ດຳລົງຊີວິດປະຈຳວັນ, ການຫາເງິນ, ການຍ້າຍເຮືອນ, ການຊອກວຽກເຮັດ, ພ້ອມທັງການແຕ່ງງານຂອງລູກ ແລະ ອື່ນໆ ລ້ວນແລ້ວແຕ່ໄດ້ຮັບອິດທິພົນຈາກສິ່ງທີ່ເອີ້ນວ່າ ຮວງຈຸ້ຍ ແລະ ໂຊກລາບ ລວມທັງແນວຄວາມຄິດອື່ນໆ. ສະນັ້ນ, ເມື່ອຜູ້ຄົນໄດ້ຮັບອິດທິພົນຈາກສິ່ງເຫຼົ່ານີ້, ພວກເຂົາກຳລັງຖືກຈຳກັດໂດຍສິ່ງໃດ? ພວກເຂົາກຳລັງຖືກຈຳກັດໂດຍວິນຍານຊົ່ວຮ້າຍ; ທຸກສິ່ງເຫຼົ່ານີ້ຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຄັນຊັ້ນ ເປັນຫຍັງຜູ້ຄົນຈຶ່ງບູຊາວິນຍານຊົ່ວຮ້າຍເຫຼົ່ານັ້ນ? ເປັນຫຍັງພວກເຂົາຈຶ່ງໄດ້ຮັບອິດທິພົນຈາກສິ່ງເຫຼົ່ານີ້? ສຳລັບເລື່ອງງ່າຍໆ ເຊັ່ນ: ການຍົກຍ້າຍ, ເປັນຫຍັງຜູ້ຄົນຈຶ່ງຕ້ອງຄິດໄຕ່ຕອງຢູ່ສະເໝີວ່າ ເວລາໃດເປັນມຸງຄຸນທີ່ຈະຍ້າຍ ແລະ ເວລາໃດບໍ່ເປັນມຸງຄຸນ, ສິ່ງໃດທີ່ເປັນມຸງຄຸນທີ່ຈະຍ້າຍກ່ອນ ແລະ ສິ່ງໃດທີ່ເປັນມຸງຄຸນທີ່ຈະບໍ່ຍ້າຍ? ເປັນຫຍັງພວກເຂົາຈຶ່ງຕ້ອງພິຈາລະນາກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ? ພວກເຂົາຕ້ອງພິຈາລະນາສິ່ງເຫຼົ່ານີ້ ເພາະຖ້າພວກເຂົາບໍ່ເຮັດແນວນັ້ນ, ວິນຍານຊົ່ວຮ້າຍຈະລົງມືກະທໍາ, ກັ່ນແກ້ງ ແລະ ທໍລະມານພວກເຂົາ. ພວກເຈົ້າເຫັນຫຍັງຈາກເລື່ອງເຫຼົ່ານີ້? ມະນຸດຊາດທັງປວງດຳລົງຊີວິດພາຍໃຕ້ການຄວບຄຸມຂອງຜູ້ຊົ່ວຮ້າຍ. ຜູ້ຊົ່ວຮ້າຍແມ່ນໃຜ? ຜູ້ຊົ່ວຮ້າຍທີ່ຍິ່ງໃຫຍ່ກວ່າຄື ຊາຕານ ແລະ ມານຮ້າຍ ແລະ ຜູ້ຊົ່ວຮ້າຍທີ່ນ້ອຍກວ່າຄື ວິນຍານຊົ່ວຮ້າຍໃນສະຖານທີ່ຕ່າງໆ ຜູ້ຄວບຄຸມເຊື້ອຊາດທີ່ແຕກຕ່າງກັນຂອງຜູ້ຄົນ. ທຸກໆດ້ານຂອງຊີວິດມະນຸດຖືກຈຳກັດ ແລະ ຖືກຄວບຄຸມໂດຍວິນຍານຊົ່ວຮ້າຍເຫຼົ່ານີ້. ແມ່ນແຕ່ເມື່ອກໍ່ສ້າງເຮືອນ, ໃນລະຫວ່າງການຕິດຕັ້ງຂື່ຫຼັກ, ຜູ້ຄົນກໍແຂວນຜ້າແດງ ແລະ ຈູດກະໂພກເພື່ອຄວາມໂຊກດີເລັກນ້ອຍ ແລະ ກຳມະກອນກໍ່ສ້າງລ້ວນແລ້ວແຕ່ນຸ່ງເສື້ອແດງ ເພື່ອນໍາຄວາມຮຸ່ງເຮືອງທາງດ້ານການເງິນມາໃຫ້ ແລະ ເພື່ອຫຼີກເວັ້ນອຸປະຕິເຫດ. ມີຂໍ້ກຳນົດ ແລະ ຄະຕິພົດທີ່ເຈາະຈົງບາງຢ່າງກ່ຽວກັບສິ່ງທັງໝົດເຫຼົ່ານີ້, ພ້ອມທັງຂໍ້ຫ້າມ ແລະ ພວກເຂົາຕ້ອງຫຼີກເວັ້ນຂໍ້ຫ້າມ ແລະ ປະຕິບັດຕາມຄະຕິພົດເຫຼົ່ານີ້. ຕົວຢ່າງ: ບາງຄົນມັກຈະຜະເຊີນກັບຄວາມຍາກລຳບາກ ແລະ ສິ່ງຕ່າງໆກໍບໍ່ລ່ຽນໄຫຼສຳລັບພວກເຂົາ; ພວກເຂົາຕົກວຽກ, ເມຍໜີປະ ແລະ ພວກເຂົາບໍ່ເຫຼືອຫຍັງຢູ່ເຮືອນເລີຍ. ພວກເຂົາບໍ່ສາມາດຈ່າຍໜີ້ຈຳນອງເຮືອນໄດ້ຊໍ້າ ແລະ ເບິ່ງຄືວ່າບໍ່ມີຫຍັງເປັນໄປດ້ວຍດີ. ພວກເຂົາບໍ່ໄດ້ເຮັດຫຍັງບໍ່ດີ, ແລ້ວເປັນຫຍັງສິ່ງເຫຼົ່ານີ້ຈຶ່ງເກີດຂຶ້ນກັບພວກເຂົາ? ໂດຍບໍ່ມີທາງເລືອກອື່ນ, ພວກເຂົາຈຶ່ງຫັນໄປບູຊາພຣະເຈົ້າປອມ ແລະ ວິນຍານຊົ່ວຮ້າຍ ຫຼື ຮີບຮ້ອນຊອກຫາຄົນມາເບິ່ງຮວງຈຸ້ຍເພື່ອປ່ຽນໂຊກຊະຕາຂອງພວກເຂົາ ແລະ ຫຼັງຈາກທີ່ເຮັດແນວນັ້ນ, ສິ່ງຕ່າງໆກໍເລີ່ມດີຂຶ້ນເທື່ອລະເລັກເທື່ອລະນ້ອຍສຳລັບພວກເຂົາ. ພວກເຂົາບໍ່ເຊື່ອໃນສິ່ງເຫຼົ່ານີ້ມາກ່ອນ, ແຕ່ຕອນນີ້ ເມື່ອບັນຫາເກີດຂຶ້ນ, ພວກເຂົາກໍບູຊາພຣະເຈົ້າປອມ ແລະ ວິນຍານຊົ່ວຮ້າຍດ້ວຍຄວາມຈິງໃຈ ແລະ ກ່ອນທີ່ພວກເຂົາຈະເຮັດຫຍັງກໍຕາມ ພວກເຂົາຕ້ອງປຶກສາການທໍານາຍ ຫຼື ການດູດວງ. ການດຳລົງຊີວິດແບບນີ້ເມື່ອຍ ຫຼື ບໍ່? (ເມື້ອຍ.) ມັນເມື່ອຍຫຼາຍແທ້ໆ! ເຖິງແມ່ນວ່າພວກເຂົາຢາກເຮັດ, ພວກເຂົາກໍບໍ່ສາມາດດຳລົງຊີວິດຢ່າງອິດສະລະ ແລະ ສະບາຍໃຈໄດ້ ຫຼື ຫຼຸດພົ້ນຈາກຂໍ້ຈຳກັດຂອງຄວາມເຊື່ອ ແລະ ກົດລະບຽບເຫຼົ່ານີ້ໄດ້. ຖ້າພວກເຂົາຝ່າຝືນກົດລະບຽບເຫຼົ່ານີ້, ວິນຍານຊົ່ວຮ້າຍກໍລົງມືກະທໍາ ແລະ ລົບກວນພວກເຂົາ ແລະ ພວກເຂົາຖືກວິນຍານຊົ່ວຮ້າຍເຫຼົ່ານັ້ນບັງຄັບປາບປາມ ແລະ ຕ້ອງບູຊາພວກມັນທຸກມື້ ເພື່ອໃຫ້ຊີວິດຂອງພວກເຂົາດຳເນີນໄປຢ່າງລ່ຽນໄຫຼ. ເຖິງຢ່າງໃດກໍຕາມ, ຜູ້ທີ່ເຊື່ອໃນພຣະເຈົ້າບໍ່ໄດ້ຖືກຈຳກັດໂດຍຄວາມເຊື່ອງົມງາຍທີ່ຫຼ້າສະໄໝເຫຼົ່ານີ້ ຫຼື ການກະທຳຂອງວິນຍານຊົ່ວຮ້າຍ. ພວກເຂົາສາມາດຍ້າຍເຮືອນ ຫຼື ໄປໄດ້ຕາມໃຈມັກ ໂດຍບໍ່ຕ້ອງຫຼີກເວັ້ນຂໍ້ຫ້າມໃດໆ. ໃນປະເທດຈີນແຜ່ນດິນໃຫຍ່, ພັກກອມມູນິດມັກຈະກົດຂີ່ ແລະ ຂົ່ມເຫັງຄວາມເຊື່ອທາງສາສະໜາຢູ່ສະເໝີ. ຖ້າຜູ້ເຊື່ອບໍ່ສາມາດອາໄສຢູ່ໃນສະຖານທີ່ໃດໜຶ່ງໄດ້ອີກຕໍ່ໄປ, ພວກເຂົາກໍຕ້ອງຍ້າຍອອກໂດຍໄວ. ພວກເຂົາຈຳເປັນຕ້ອງເບິ່ງມື້ ຫຼື ເວລາທີ່ເປັນມຸງຄຸນສຳລັບສິ່ງນີ້ ຫຼື ບູຊາສິ່ງໃດໜຶ່ງບໍ? ບໍ່ຈຳເປັນ. ພວກເຂົາອະທິຖານຫາພຣະເຈົ້າ ແລະ ພຣະເຈົ້າກໍປົກປ້ອງພວກເຂົາ. ທຸກສິ່ງຢູ່ໃນມືຂອງພຣະເຈົ້າ; ພວກເຂົາບໍ່ໄດ້ຖືກຜູກມັດໂດຍສິ່ງເຫຼົ່ານີ້. ເມື່ອໃດກໍຕາມທີ່ພວກເຂົາຢາກກິນຫຍັງ ຫຼື ອອກຈາກເຮືອນ, ພວກເຂົາຈຳເປັນຕ້ອງເບິ່ງມື້ເບິ່ງຍາມ ຫຼື ເບິ່ງວ່າມັນລະເມີດຂໍ້ຫ້າມໃດໆບໍ? ບໍ່, ພວກເຂົາອະທິຖານຫາພຣະເຈົ້າ ແລະ ທຸກສິ່ງກໍຢູ່ໃນກຳມືຂອງພຣະເຈົ້າ. ເມື່ອຜູ້ຄົນດຳລົງຊີວິດພາຍໃຕ້ອຳນາດປົກຄອງ ແລະ ອຳນາດສູງສຸດຂອງພຣະເຈົ້າ, ໂດຍມີການປົກປ້ອງ ແລະ ການນໍາພາຂອງພຣະເຈົ້າ, ວິນຍານຊົ່ວຮ້າຍ ແລະ ຜີຮ້າຍໂສໂຄກ ທັງໃຫຍ່ ແລະ ນ້ອຍກໍຕ້ອງຫຼີກທາງໃຫ້; ພວກມັນບໍ່ກ້າລົງມືກະທໍາຕໍ່ຜູ້ທີ່ເຊື່ອໃນພຣະເຈົ້າ. ຄົນເຫຼົ່ານີ້ບໍ່ໄດ້ຮັບການປົກປ້ອງບໍ? ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງອິດສະລະ ແລະ ສະບາຍໃຈບໍ? (ແມ່ນ.) ພຣະຄຸນນີ້ຍິ່ງໃຫຍ່ບໍ? (ແມ່ນ.) ບໍ່ວ່າເຈົ້າຈະໄດ້ຮັບຄວາມຈິງແລ້ວ ຫຼື ຍັງ, ຕາບໃດທີ່ເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ເຈົ້າກໍເປັນຜູ້ທີ່ພຣະເຈົ້າກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກ ແລະ ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງກໍປົກປ້ອງເຈົ້າແບບນີ້, ໃຫ້ເຈົ້າໄດ້ເພີດເພີນກັບພຣະຄຸນດັ່ງກ່າວ. ນີ້ເປັນພຣະຄຸນທີ່ຍິ່ງໃຫຍ່ແທ້ໆ! ຄວາມປອດໄພສ່ວນຕົວຂອງເຈົ້າ ແລະ ການໄປມາທັງໝົດຂອງເຈົ້າຖືກຮັກສາໃຫ້ປອດໄພ ແລະ ໝັ້ນຄົງ, ພຣະເຈົ້າຮັບຜິດຊອບສິ່ງເຫຼົ່ານີ້ ແລະ ປົກປ້ອງສິ່ງເຫຼົ່ານີ້, ດັ່ງນັ້ນ ເຈົ້າຈຶ່ງບໍ່ຈຳເປັນຕ້ອງກັງວົນ. ສ່ວນຫຼາຍແລ້ວ, ຜູ້ຄົນບໍ່ໄດ້ອະທິຖານຊໍ້າ ຫຼື ຄິດຢ່າງມີສະຕິກັບຕົນເອງວ່າ: “ຂ້ອຍຈະອະທິຖານຫາພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າປົກປ້ອງຂ້ອຍ. ຂ້ອຍຫວັງວ່າທຸກຢ່າງຈະຮຽບຮ້ອຍດີ ແລະ ບໍ່ມີເລື່ອງຮ້າຍເກີດຂຶ້ນ”. ເຈົ້າບໍ່ຈຳເປັນຕ້ອງອະທິຖານຊໍ້າ. ຕາບໃດທີ່ເຈົ້າມີຄວາມເຊື່ອໝັ້ນທີ່ຮຽບງ່າຍໃນໃຈຂອງເຈົ້າວ່າ: “ຂ້ອຍເຊື່ອໃນພຣະເຈົ້າ; ທຸກສິ່ງຢູ່ໃນກຳມືຂອງພຣະເຈົ້າ”, ພຣະເຈົ້າກໍຈະລົງມືກະທໍາ. ຜູ້ຄົນເພີດເພີນກັບພຣະຄຸນອັນຍິ່ງໃຫຍ່ດັ່ງກ່າວຈາກພຣະເຈົ້າ, ນີ້ແມ່ນການໄດ້ຮັບພຽງເລັກນ້ອຍບໍ? (ມັນຄືການໄດ້ຮັບທີ່ຫຼາຍພໍສົມຄວນ.) ພຣະເຈົ້າຄືຜູ້ຊົງອຳນາດສູງສຸດອົງດຽວເທົ່ານັ້ນໃນໂລກ. ຊີວິດຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເປັນເຈົ້າຂອງລ້ວນແລ້ວແຕ່ຢູ່ໃນກຳມືຂອງພຣະເຈົ້າ, ຢູ່ໃນກຳມືຂອງຜູ້ຊົງອຳນາດສູງສຸດອົງນີ້, ໃຈຂອງເຈົ້າຮູ້ສຶກສະຫງົບສຸກ, ໝັ້ນຄົງ ແລະ ປອດໂປ່ງ ແລະ ເຈົ້າບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງໃດເລີຍ. ບໍ່ວ່າເຈົ້າຈະມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍສ່ຳໃດ ຫຼື ເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ເຈົ້າກໍສາມາດໝັ້ນໃຈໃນສິ່ງນີ້ຢ່າງແນ່ນອນໃນໃຈຂອງເຈົ້າ. ທຸກສິ່ງຢູ່ໃນກຳມືຂອງພຣະເຈົ້າ. ຖ້າຜູ້ທີ່ເຊື່ອໃນພຣະເຈົ້າມີພື້ນທີ່ໃຫ້ພຣະອົງຢູ່ໃນໃຈຂອງພວກເຂົາ ແລະ ເຂົ້າໃຈຄວາມຈິງ, ວິນຍານຊົ່ວຮ້າຍກໍຈະບໍ່ກ້າລົບກວນ, ທຳລາຍ ຫຼື ເຂົ້າໃກ້ພວກເຂົາ. ຜົນກໍຄື, ຜູ້ເຊື່ອບໍ່ຈຳເປັນຕ້ອງຫຍຸ້ງຍາກກັບຂັ້ນຕອນທີ່ບໍ່ຈຳເປັນເຫຼົ່ານັ້ນ. ນີ້ຄືພຣະຄຸນທີ່ຍິ່ງໃຫຍ່ສໍ່າໃດ ເຈົ້າຍັງສາມາດເວົ້າໄດ້ແນວໃດວ່າເຈົ້າບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ? ເຈົ້າບໍ່ແມ່ນຄົນບໍ່ມີຈຶດສຳນຶກບໍ? ໂດຍບໍ່ຕ້ອງເບິ່ງສິ່ງອື່ນ, ພຽງແຕ່ອ້າງວ່າບໍ່ໄດ້ຮັບຫຍັງເລີຍກໍພິສູດໃຫ້ເຫັນເຖິງການຂາດຈິດສຳນຶກຢ່າງສິ້ນເຊີງຂອງຄົນໆໜຶ່ງແລ້ວ ແລະ ມັນພິສູດໃຫ້ເຫັນວ່າ ຈິດສຳນຶກຂອງຄົນໆໜຶ່ງຊົ່ວຮ້າຍທີ່ສຸດ; ບໍ່ຈຳເປັນຕ້ອງເວົ້າຫຍັງອີກກ່ຽວກັບສ່ວນທີ່ເຫຼືອ.

ພຣະເຈົ້າປະທານຄວາມຈິງ ແລະ ຊີວິດໃຫ້ແກ່ຜູ້ຄົນໂດຍບໍ່ເສຍຄ່າ, ໂດຍສະໜອງພຣະທຳຂອງພຣະອົງໃຫ້ແກ່ຜູ້ຄົນໂດຍບໍ່ຮຽກຮ້ອງສິ່ງຕອບແທນໃດໆ. ເຖິງແມ່ນວ່າຜູ້ຄົນອາດຈະຮູ້ສຶກວ່າຄວາມເຕີບໂຕຂອງພວກເຂົາຍັງອ່ອນນ້ອຍ, ວ່າພວກເຂົາຍັງບໍ່ເຂົ້າໃຈຄວາມຈິງຫຼາຍປານໃດ ແລະ ພວກເຂົາບໍ່ສາມາດອະທິບາຍສິ່ງເລັກນ້ອຍທີ່ພວກເຂົາເຂົ້າໃຈໄດ້ຢ່າງຈະແຈ້ງ, ແຕ່ພຽງແຕ່ສິ່ງທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ, ຄວາມມັກຮັກ ແລະ ຄວາມຮັກນີ້ ນີ້ເປັນພຣະຄຸນທີ່ຍິ່ງໃຫຍ່ສໍ່າໃດ! ພຣະເຈົ້າໄດ້ມອບສິ່ງທີ່ລໍ້າຄ່າທີ່ສຸດໃຫ້ແກ່ຜູ້ຄົນ; ຜູ້ຄົນໄດ້ຮັບສິ່ງທີ່ມີຄຸນຄ່າທີ່ສຸດໃນໂລກຈາກພຣະເຈົ້າ. ບໍ່ວ່າເຈົ້າຈະຮູ້ສຶກເຖິງມັນ ຫຼື ບໍ່ກໍຕາມ, ພຣະເຈົ້າໄດ້ມອບສິ່ງເຫຼົ່ານີ້ໃຫ້ມະນຸດແລ້ວ. ຜູ້ຄົນຍັງມີຫຍັງໃຫ້ຈົ່ມອີກ? ພວກເຂົາສົມຄວນໄດ້ຮັບສິ່ງເຫຼົ່ານີ້ບໍ? ຜູ້ທີ່ຖືກພຣະເຈົ້າຄັດເລືອກຄືຄົນທີ່ມີຄວາມສຸກທີ່ສຸດໃນໂລກ. ເຈົ້າໄດ້ຖືກພຣະເຈົ້າຄັດເລືອກ ແລະ ເລືອກ; ເຈົ້າຄືໜຶ່ງໃນຄົນທີ່ມີຄວາມສຸກ ແລະ ໂຊກດີທີ່ສຸດໃນໂລກ. ເຈົ້າເວົ້າໄດ້ແນວໃດວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ? ເຈົ້າໄດ້ກາຍເປັນໜຶ່ງໃນຄົນທີ່ມີຄວາມສຸກ ແລະ ໂຊກດີທີ່ສຸດ ຍ້ອນວ່າພຣະເຈົ້າໄດ້ຄັດເລືອກ ແລະ ເລືອກເຈົ້າ ແລະ ດ້ວຍເຫດນັ້ນ, ວິນຍານຊົ່ວຮ້າຍ ແລະ ຜີຮ້າຍໂສໂຄກຈຶ່ງບໍ່ກ້າເຂົ້າໃກ້ເຈົ້າ. ບາງຄົນຖາມວ່າ: “ນັ້ນໝາຍຄວາມວ່າສະຖານະ ແລະ ຕົວຕົນຂອງຂ້ອຍມີກຽດແລ້ວບໍ?” ສາມາດເວົ້າແບບນີ້ໄດ້ບໍ? ບໍ່ສາມາດເວົ້າໄດ້, ເພາະສິ່ງນີ້ລ້ວນແລ້ວແຕ່ເກີດຈາກຄວາມຮັກຂອງພຣະເຈົ້າ ແລະ ການກະທຳຂອງພຣະເຈົ້າ. ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍ! ພຽງແຕ່ໃນຊີວິດນີ້ຊີວິດດຽວ, ຜູ້ຄົນກໍໄດ້ຮັບຢ່າງຫຼວງຫຼາຍແລ້ວ; ຜູ້ຄົນມີຄຸນສົມບັດທີ່ຈະໄດ້ຮັບສິ່ງທັງໝົດນີ້ໄດ້ແນວໃດ? ບາງຄົນທີ່ເຊື່ອໃນພຣະເຈົ້າບໍ່ໄດ້ໄລ່ຕາມໄຄວາມຈິງເລີຍ ແລະ ຍັງຄົງເວົ້າວ່າ: “ຂ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ?” ເຈົ້າຄິດໄລ່ດ້ວຍຕົນເອງບໍ່ໄດ້ບໍ? ເຈົ້າຮູ້ຢູ່ໃນໃຈຂອງເຈົ້າວ່າເຈົ້າເຂົ້າໃຈຄວາມຈິງ ຫຼື ບໍ່, ເຈົ້າເຮັດຄວາມຊົ່ວໜ້ອຍລົງສໍ່າໃດ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຮູ້ຢູ່ໃນໃຈຂອງເຈົ້າວ່າເຈົ້າໄດ້ເພີດເພີນກັບພຣະຄຸນຫຼາຍສ່ຳໃດ. ຖ້າເຈົ້າຮູ້ແຈ້ງກ່ຽວກັບຈຸດເຫຼົ່ານີ້ຢູ່ໃນໃຈຂອງເຈົ້າ, ເຈົ້າກໍຈະບໍ່ເວົ້າສິ່ງທີ່ຂາດຈິດສຳນຶກເຊັ່ນນັ້ນ. ບາງຄົນຍັງເວົ້າວ່າ: “ເຮືອນຂອງພຣະເຈົ້າກໍຈັດຫາອາຫານ, ເຄື່ອງນຸ່ງຫົ່ມ ແລະ ທີ່ພັກອາໄສໃຫ້ຂ້ອຍເຊັ່ນກັນ”. ສິ່ງນີ້ບໍ່ແມ່ນເລື່ອງເລັກນ້ອຍຫຼາຍບໍ ເມື່ອທຽບກັບພຣະຄຸນ ແລະ ການປົກປ້ອງຂອງພຣະເຈົ້າ? ສິ່ງນີ້ບໍ່ແມ່ນເລື່ອງທີ່ບໍ່ມີຄ່າພໍທີ່ຈະເວົ້າເຖິງຊໍ້າບໍ? ເຖິງຢ່າງໃດກໍຕາມ, ຜູ້ທີ່ມີຈິດສຳນຶກຮູ້ສຶກວ່າ ເຖິງແມ່ນວ່າມັນຈະບໍ່ມີຄ່າພໍທີ່ຈະເວົ້າເຖິງ, ມັນກໍຍັງເປັນສ່ວນໜຶ່ງຂອງພຣະຄຸນຂອງພຣະເຈົ້າ. ພຣະຄຸນຂອງພຣະເຈົ້ານັ້ນປະເມີນຄ່າບໍ່ໄດ້; ພຣະເຈົ້າໄດ້ມອບໃຫ້ແກ່ຜູ້ຄົນຢ່າງຫຼວງຫຼາຍ! ສ່ວນສິ່ງທີ່ເປັນວັດຖຸເຫຼົ່ານັ້ນ, ໃນມຸມມອງຂອງພຣະເຈົ້າ, ພຣະອົງບໍ່ໄດ້ນັບພວກມັນຊໍ້າ.

ດ້ານໜຶ່ງຂອງການກະທຳຂອງພຣະເຈົ້າແມ່ນການປົກປ້ອງມະນຸດ ແລະ ອີກດ້ານໜຶ່ງແມ່ນການນໍາພາພວກເຂົາໄປສູ່ເສັ້ນທາງແຫ່ງຄວາມລອດພົ້ນ ເພື່ອໃຫ້ພວກເຂົາໄດ້ຮັບຄວາມລອດພົ້ນ. ຜູ້ຄົນໄດ້ເພີດເພີນກັບເຈດຕະນານີ້ຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ພວກເຂົາ ແລະ ພຣະເຈົ້າໄດ້ປະທານພຣະຄຸນຢ່າງຫຼວງຫຼາຍໃຫ້ແກ່ພວກເຂົາ! ນອກຈາກນີ້, ຍັງມີສິ່ງໜຶ່ງທີ່ສຳຄັນທີ່ສຸດ: ຄວາມຈິງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດ, ນັ້ນກໍຄື ພຣະທຳທີ່ບໍ່ມີໃຜໃນປະຫວັດສາດຂອງມະນຸດ, ໃນຍຸກໃດກໍຕາມເຄີຍໄດ້ຍິນ ຫຼື ໄດ້ຮັບມາກ່ອນ. ບໍ່ວ່າພຣະເຈົ້າຈະສ້າງມະນຸດມາຈັກເທື່ອກໍຕາມ, ພຣະອົງກໍບໍ່ເຄີຍເຮັດວຽກງານນີ້ ຫຼື ເວົ້າພຣະທຳເຫຼົ່ານີ້. ຂໍ້ລຶກລັບທັງໝົດທີ່ກ່ຽວຂ້ອງກັບມະນຸດ, ສິ່ງທີ່ມະນຸດສາມາດແບກຮັບໄດ້, ເຂົ້າເຖິງ ແລະ ເຂົ້າໃຈ, ພຣະເຈົ້າໄດ້ບອກພວກເຈົ້າທັງໝົດແລ້ວ. ຂໍ້ລຶກລັບເຫຼົ່ານີ້, ຄວາມຈິງເຫຼົ່ານີ້, ສາມາດວັດແທກດ້ວຍຈຳນວນໃດໜຶ່ງໄດ້ບໍ? ພວກມັນບໍ່ສາມາດວັດແທກໄດ້; ຜູ້ຄົນບໍ່ສາມາດເພີດເພີນກັບສິ່ງເຫຼົ່ານີ້ໄດ້ໝົດສິ້ນຕະຫຼອດຫຼາຍຊົ່ວຊີວິດ. ເປັນຫຍັງເຮົາຈຶ່ງເວົ້າແນວນີ້? ຍ້ອນວ່າພຣະທຳເຫຼົ່ານີ້ຈາກພຣະເຈົ້າຄືພື້ນຖານສຳລັບການມີຊີວິດຢູ່ຂອງມະນຸດ ແລະ ພວກມັນສາມາດດຳລົງຢູ່ໄດ້ຕະຫຼອດໄປ. ຖ້າເຈົ້າໂຊກດີພໍທີ່ຈະເຫຼືອລອດ ແລະ ມີຊີວິດຢູ່ຕະຫຼອດໄປແທ້ໆ, ພຣະທຳ ແລະ ຄວາມຈິງເຫຼົ່ານີ້ຈາກພຣະເຈົ້າກໍສາມາດສະໜອງໃຫ້ແກ່ເຈົ້າໄດ້ຕະຫຼອດໄປ. ຄວາມໝາຍຂອງຄຳວ່າຕະຫຼອດໄປແມ່ນຫຍັງ? ມັນໝາຍເຖິງການບໍ່ຖືກຈຳກັດດ້ວຍເວລາ, ມັນໝາຍເຖິງການບໍ່ມີຂອບເຂດ. ຖ້າພວກເຮົາຕີຄວາມໝາຍຕາມຕົວອັກສອນ, ມັນໝາຍເຖິງການບໍ່ມີຈຸດຈົບ ນັ້ນກໍຄືການມີຊີວິດຢູ່ຕະຫຼອດໄປ, ຄືກັບພຣະເຈົ້າເອງ. ພຣະທຳ ແລະ ຄວາມຈິງເຫຼົ່ານີ້ຈາກພຣະເຈົ້າສາມາດດຳລົງຢູ່ໄດ້ຈົນເຖິງເວລານັ້ນ. “ເວລານັ້ນ” ແມ່ນແນວຄວາມຄິດ ແລະ ຄຳນິຍາມຂອງເວລາທີ່ສະແດງອອກໃນພາສາຂອງມະນຸດ, ແຕ່ມັນໝາຍເຖິງຢ່າງບໍ່ມີກຳນົດແທ້ໆ. ບອກເຮົາມາເບິ່ງ, ຄຸນຄ່າຂອງພຣະທຳເຫຼົ່ານີ້ຈາກພຣະເຈົ້າຍິ່ງໃຫຍ່ ຫຼື ບໍ່? ມັນຍິ່ງໃຫຍ່ຢ່າງມະຫາສານ! ຖ້າເຈົ້າບໍ່ໄລ່ຕາມສິ່ງເຫຼົ່ານີ້, ມັນກໍເປັນການສູນເສຍຂອງເຈົ້າ; ມັນຄືການທີ່ເຈົ້າໂງ່ຈ້າ. ແຕ່ຖ້າເຈົ້າໄລ່ຕາມສິ່ງເຫຼົ່ານີ້, ພຣະທຳເຫຼົ່ານີ້ກໍມີຄຸນຄ່າສຳລັບເຈົ້າ ເຊິ່ງໄປໄກກວ່າພຽງແຕ່ຊີວິດນີ້; ມັນຍືດຍາວໄປຈົນເຖິງຕະຫຼອດການ. ພວກມັນຈະມີຜົນ ແລະ ມີປະໂຫຍດສຳລັບເຈົ້າສະເໝີ ແລະ ພວກມັນຈະມີຄຸນຄ່າ ແລະ ຄວາມໝາຍຕະຫຼອດໄປ ແລະ ຈະສະໜອງໃຫ້ແກ່ເຈົ້າຕະຫຼອດໄປ. ຖ້າເຈົ້າເຂົ້າໃຈພຣະທຳເຫຼົ່ານີ້, ໄດ້ຮັບພວກມັນ ແລະ ດຳລົງຊີວິດຕາມພຣະທຳເຫຼົ່ານີ້, ເຈົ້າກໍຈະສາມາດມີຊີວິດຢູ່ໄດ້ຕະຫຼອດໄປ. ເວົ້າແບບພາສາຊາວບ້ານກໍຄື, ເຈົ້າຈະມີຊີວິດຢູ່ຕະຫຼອດໄປໂດຍບໍ່ໄດ້ລິ້ມລົດຊາດແຫ່ງຄວາມຕາຍ. ນີ້ບໍ່ແມ່ນສິ່ງທີ່ຜູ້ຄົນໃຝ່ຝັນຫາບໍ? ຍຸກສະໄໝນັບບໍ່ຖ້ວນຈະຜ່ານໄປ, ຜູ້ຄົນນັບບໍ່ຖ້ວນຈະຕາຍໄປ, ແຕ່ເຈົ້າຈະຍັງຄົງມີຊີວິດຢູ່. ເຈົ້າຈະຍັງຄົງມີຊີວິດຢູ່ດ້ວຍວິທີໃດ? ມັນແມ່ນຜ່ານທາງພຣະທຳຂອງພຣະເຈົ້າ, ຜ່ານທາງຄວາມຈິງ ທີ່ເຈົ້າຈະມີຄຸນສົມບັດທີ່ຈະມີຊີວິດຢູ່ຕໍ່ໄປແບບນີ້. ເຈົ້າຈະເຮັດຫຍັງກັບຊີວິດທີ່ຕໍ່ເນື່ອງນີ້? ເຈົ້າມີການຝາກຝັງຂອງພຣະເຈົ້າ, ການນໍາພາຂອງພຣະເຈົ້າ ແລະ ເຈົ້າຍັງມີພາລະກິດອີກດ້ວຍ. ພາລະກິດຂອງເຈົ້າແມ່ນຫຍັງ? ໂດຍການທີ່ເຈົ້າມີຊີວິດຕາມພຣະທຳຂອງພຣະອົງ, ພຣະເຈົ້າຕ້ອງການໃຫ້ເຈົ້າຖວາຍກຽດແດ່ພຣະອົງ ແລະ ເປັນພະຍານຂອງພຣະອົງ. ນີ້ຄືຄຸນຄ່າຂອງພຣະທຳຂອງພຣະເຈົ້າ. ຄຸນຄ່າ ແລະ ຄວາມໝາຍຂອງຄວາມຈິງ ແລະ ພຣະທຳທີ່ຜູ້ຄົນໄດ້ຍິນ, ໄດ້ສຳຜັດ ແລະ ປະສົບການໃນຍຸກນີ້ຈະດຳລົງຢູ່ຕະຫຼອດໄປ. ເປັນຫຍັງພວກມັນຈຶ່ງຈະດຳລົງຢູ່ຕະຫຼອດໄປ? ພຣະທຳເຫຼົ່ານີ້ຂອງພຣະເຈົ້າບໍ່ແມ່ນສາດສະໜາສາດ, ທິດສະດີ, ຄຳຂວັນ ຫຼື ຄວາມຮູ້ປະເພດໜຶ່ງ, ແຕ່ແມ່ນພຣະທຳແຫ່ງຊີວິດ. ຕາບໃດທີ່ເຈົ້າໄດ້ຮັບພຣະທຳເຫຼົ່ານີ້, ດຳລົງຊີວິດຕາມພຣະທຳເຫຼົ່ານີ້ ແລະ ຢູ່ລອດດ້ວຍພຣະທຳເຫຼົ່ານີ້, ພຣະເຈົ້າກໍຈະອະນຸຍາດໃຫ້ເຈົ້າມີຊີວິດຢູ່ຕໍ່ໄປ ແລະ ບໍ່ປ່ອຍໃຫ້ເຈົ້າຕາຍ. ນັ້ນກໍຄື, ພຣະອົງຈະບໍ່ທຳລາຍເຈົ້າ ຫຼື ເອົາຊີວິດຂອງເຈົ້າໄປ, ພຣະອົງຈະໃຫ້ເຈົ້າມີຊີວິດຢູ່ຕໍ່ໄປ. ນີ້ບໍ່ແມ່ນພອນທີ່ຍິ່ງໃຫຍ່ບໍ? (ແມ່ນ, ມັນຍິ່ງໃຫຍ່.) ຜ່ານທາງພຣະທຳເຫຼົ່ານີ້, ພຣະເຈົ້າຕ້ອງການໃຫ້ເຈົ້າໄດ້ຊິມລົດຊາດຂອງພອນນີ້ລ່ວງໜ້າໃນຊີວິດນີ້ ແລະ ໄດ້ຮັບມັນໃນໂລກທີ່ຈະມາເຖິງ. ນີ້ຄືຄຳສັນຍາຂອງພຣະເຈົ້າ. ເມື່ອພິຈາລະນາເຖິງຄຳສັນຍາອັນມະຫາສານທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດ, ຜູ້ຄົນໄດ້ຮັບຫຼາຍບໍ? (ແມ່ນ.) ພຣະເຈົ້າໄດ້ໃຫ້ຄຳສັນຍາທີ່ຍິ່ງໃຫຍ່ດັ່ງກ່າວແກ່ມະນຸດ, ໂດຍເຮັດໃຫ້ທຸກຄົນໄດ້ຮູ້ຈັກ. ພຣະອົງໄດ້ບອກເຈົ້າກ່ຽວກັບມັນ, ອະນຸຍາດໃຫ້ເຈົ້າມາຮັບເອົາມັນໄດ້ລ້າໆ. ເຈົ້າບໍ່ຈຳເປັນຕ້ອງເສຍສະລະຊີວິດຂອງເຈົ້າ ຫຼື ມອບຊັບສິນທັງໝົດຂອງເຈົ້າ; ເຈົ້າພຽງແຕ່ຕ້ອງຟັງພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງ ແລະ ເຈົ້າກໍສາມາດໄດ້ຮັບຄຳສັນຍານີ້ຈາກພຣະເຈົ້າ. ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຢ່າງຫຼວງຫຼາຍແລ້ວບໍ່ແມ່ນບໍ? ຕອນນີ້ ເຈົ້າກຳລັງຢູ່ໃນເສັ້ນທາງທີ່ຈະໄດ້ຮັບຄຳສັນຍານີ້: ເຖິງແມ່ນວ່າເຈົ້າຍັງບໍ່ທັນໄດ້ຮັບມັນຢ່າງຄົບຖ້ວນເທື່ອ, ແຕ່ເຈົ້າກໍໄດ້ຮັບເລັກນ້ອຍແມ່ນບໍ? ເມື່ອເບິ່ງຄຳສັນຍາທີ່ພຣະເຈົ້າໄດ້ປະທານໃຫ້ແກ່ມະນຸດ, ຜູ້ຄົນໄດ້ຮັບຂ້ອນຂ້າງຫຼາຍແລ້ວ. ພວກເຂົາໄດ້ປຽບຢ່າງຫຼວງຫຼາຍ; ພວກເຂົາບໍ່ໄດ້ເສຍປຽບ ຫຼື ເສຍຫາຍຫຍັງເລີຍ. ພວກເຂົາພຽງແຕ່ສະຫຼະເວລາເລັກນ້ອຍ ແລະ ເນື້ອໜັງຂອງພວກເຂົາອາດຈະທົນທຸກກັບຄວາມເມື່ອຍລ້າບາງຢ່າງ. ພວກເຂົາອາດຈະເສຍສະລະຄວາມສຸກໃນຄອບຄົວສ່ວນຕົວ, ຄວາມມັກ ແລະ ຄວາມປາຖະໜາທາງເນື້ອໜັງສ່ວນຕົວ, ຍອມປະຖິ້ມຄວາມໄຝ່ຝັນ, ຄວາມສົນໃຈ ແລະ ຄວາມມຸ່ງຫວັງຂອງຕົນເອງບາງຢ່າງ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ, ເມື່ອທຽບກັບການເຂົ້າໃຈຄວາມຈິງ, ການບັນລຸຄວາມລອດພົ້ນ ແລະ ການໄດ້ຮັບຄຳສັນຍາຂອງພຣະເຈົ້າ, ຄວາມຄາດຫວັງ, ເປົ້າໝາຍ ແລະ ຄວາມໄຝ່ຝັນສ່ວນຕົວທັງໝົດນັ້ນລ້ວນແລ້ວແຕ່ບໍ່ມີຄ່າພໍທີ່ຈະເວົ້າເຖິງ, ເພາະສິ່ງເຫຼົ່ານັ້ນສາມາດນໍາພາເຈົ້າໄປສູ່ນະຮົກເທົ່ານັ້ນ ແລະ ພຣະເຈົ້າຈະບໍ່ປະທານຄຳສັນຍາຂອງພຣະອົງໃຫ້ແກ່ເຈົ້າສຳລັບສິ່ງເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ເມື່ອຜູ້ຄົນສະຫຼະເວລາໃນຈຳນວນທີ່ຈຳກັດ ເຊິ່ງເປັນລາຄາທີ່ພວກເຂົາເຕັມໃຈ ແລະ ສາມາດຈ່າຍໄດ້, ໃນທີ່ສຸດ ພວກເຂົາກໍໄດ້ເຂົ້າໃຈຄວາມຈິງ ແລະ ເຂົ້າໃຈຂໍ້ລຶກລັບບາງຢ່າງ, ຫຼັກການສຳລັບການປະພຶດຕົນ, ແກ່ນແທ້ ແລະ ຕົ້ນຕໍສາເຫດບາງຢ່າງຂອງເຫດການ ແລະ ສິ່ງຕ່າງໆທັງປວງ ແລະ ອື່ນໆ, ເຊິ່ງມະນຸດບໍ່ເຄີຍເຂົ້າໃຈມາກ່ອນ ນັບຕັ້ງແຕ່ພຣະເຈົ້າສ້າງໂລກ. ສິ່ງທີ່ສຳຄັນຍິ່ງກວ່ານັ້ນກໍຄື ພວກເຂົາໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ ແລະ ສາມາດຢຳເກງພຣະອົງ. ເມື່ອໄດ້ຮັບສິ່ງທັງໝົດນີ້ແລ້ວ, ມັນບໍ່ຄຸ້ມຄ່າບໍທີ່ຈະຈ່າຍລາຄາດັ່ງກ່າວບໍ? ຜູ້ຄົນມີເລື່ອງຫຍັງໃຫ້ຕ້ອງນ້ອຍໃຈ? ເປັນຫຍັງພວກເຂົາຈຶ່ງເວົ້າວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ? ຈິດສຳນຶກຂອງພວກເຂົາບໍ່ໄດ້ເສື່ອມໂຊມລົງຢ່າງສິ້ນເຊີງແລ້ວບໍ? ເຈົ້າໄດ້ຮັບຢ່າງຫຼວງຫຼາຍ ແລະ ເຈົ້າກໍຍັງບໍ່ພໍໃຈ. ເຈົ້າຍັງຕ້ອງການຫຍັງອີກ? ເຈົ້າຈະພໍໃຈບໍ ຖ້າເຈົ້າໄດ້ເປັນປະທານາທິບໍດີ ຫຼື ເສດຖີພັນລ້ານ? ຖ້າພຣະເຈົ້າຈະມອບສິ່ງເຫຼົ່ານັ້ນໃຫ້ແກ່ເຈົ້າ, ເຈົ້າກໍຈະບໍ່ແມ່ນຜູ້ທີ່ຖືກພຣະເຈົ້າເລືອກໄວ້. ພຣະເຈົ້າບໍ່ຕ້ອງການໄດ້ຮັບຄົນແບບນີ້.

ຜູ້ຄົນມັກຈະເວົ້າຢູ່ສະເໝີວ່າ ພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ, ເຊິ່ງສະແດງໃຫ້ເຫັນວ່າພວກເຂົາບໍ່ມີຈິດສຳນຶກ, ຂາດຄວາມສາມາດທີ່ຈະຢັ່ງຮູ້ຄວາມຈິງ, ບໍ່ໄດ້ໄລ່ຕາມຄວາມຈິງ ແລະ ມີລັກສະນະທີ່ຕ່ຳຊ້າເປັນພິເສດ. ຄົນປະເພດນີ້ບໍ່ມີການຢັ່ງຮູ້ທີ່ບໍລິສຸດກ່ຽວກັບສິ່ງທີ່ພຣະເຈົ້າເຮັດ, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ຜູ້ຄົນ ລວມທັງສິ່ງອື່ນໆ. ໃນທີ່ສຸດ, ເມື່ອມີເຫດການເກີດຂຶ້ນ ເຊິ່ງເຮັດໃຫ້ພວກເຂົາບໍ່ພໍໃຈພຽງເລັກນ້ອຍ, ຄວາມໂກດແຄ້ນຢ່າງຫຼວງຫຼາຍທີ່ພວກເຂົາເກັບກົດໄວ້ກໍລະເບີດອອກມາໃນທັນທີວ່າ: “ຂ້ອຍໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າ? ເນື້ອໜັງຂອງຂ້ອຍທົນທຸກຫຼາຍ. ຂ້ອຍໄດ້ເຮັດໜ້າທີ່ໃດກໍຕາມທີ່ຄຣິສຕະຈັກມອບໝາຍໃຫ້ຂ້ອຍ. ບໍ່ວ່າຈະຍາກລຳບາກ ຫຼື ເມື່ອຍຫຼາຍສໍ່າໃດກໍຕາມ, ຂ້ອຍກໍບໍ່ເຄີຍຈົ່ມ; ບໍ່ວ່າຄວາມຫຍຸ້ງຍາກຈະໃຫຍ່ຫຼວງສໍ່າໃດ, ຂ້ອຍກໍບໍ່ເຄີຍເວົ້າຫຍັງເລີຍ. ຂ້ອຍບໍ່ເຄີຍຮຽກຮ້ອງສິ່ງໃດຈາກເຮືອນຂອງພຣະເຈົ້າ. ດ້ວຍຄວາມຮັກອັນຍິ່ງໃຫຍ່ ແລະ ຄວາມຈົງຮັກພັກດີອັນຍິ່ງໃຫຍ່ຂອງຂ້ອຍ, ຂ້ອຍໄດ້ຮັບຫຍັງແດ່? ຖ້າແມ່ນແຕ່ຂ້ອຍກໍຍັງບໍ່ໄດ້ຮັບຫຍັງເລີຍ, ຄົນອື່ນກໍຍິ່ງມີຄວາມຫວັງໜ້ອຍລົງທີ່ຈະໄດ້ຮັບສິ່ງໃດສິ່ງໜຶ່ງ!” ຄວາມໝາຍໂດຍໄນກໍຄື: “ພວກເຈົ້າບໍ່ໄດ້ຖວາຍຫຼາຍເທົ່າທີ່ຂ້ອຍຖວາຍ, ພວກເຈົ້າບໍ່ໄດ້ຈ່າຍລາຄາເທົ່າທີ່ຂ້ອຍຈ່າຍ; ຖ້າແມ່ນແຕ່ຂ້ອຍກໍຍັງບໍ່ໄດ້ຮັບຫຍັງເລີຍ, ພວກເຈົ້າຈະໄດ້ຮັບຫຍັງ? ພວກເຈົ້າທຸກຄົນຕ້ອງລະມັດລະວັງ; ຢ່າໂງ່ຈ້າ!” ຄົນແບບນີ້ບໍ່ໄດ້ຂາດຈິກສຳນຶກບໍ? ຄົນທີ່ບໍ່ມີຈິດສຳນຶກມັກຈະເວົ້າຄຳເວົ້າທີ່ໂງ່ຈ້າ ແລະ ຫົວແຂງຢູ່ສະເໝີ. ພວກເຂົາບໍ່ສາມາດຢັ່ງຮູ້ຄວາມຈິງແມ່ນແຕ່ຂໍ້ດຽວ ໃນບັນດາຄວາມຈິງຢ່າງຫຼວງຫຼາຍທີ່ພຣະເຈົ້າໄດ້ກ່າວ, ຫຼື ໃນບັນດາສິ່ງທີ່ເປັນບວກ ແລະ ບໍລິສຸດ ແລະ ຖ້ອຍຄຳຢ່າງຫຼວງຫຼາຍ, ແຕ່ພວກເຂົາກັບຍຶດຕິດກັບມຸມມອງຂອງຕົນເອງຢ່າງດື້ດ້ານວ່າ: “ຂ້ອຍອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາເພື່ອພຣະເຈົ້າ, ສະນັ້ນ ພຣະເຈົ້າຕ້ອງອວຍພອນຂ້ອຍ ແລະ ຕ້ອງອະນຸຍາດໃຫ້ຂ້ອຍໄດ້ຮັບຫຼາຍກວ່າຄົນອື່ນ. ຖ້າບໍ່ດັ່ງນັ້ນ, ຂ້ອຍຈະລະບາຍ, ຂ້ອຍຈະລະເບີດອອກມາ, ຂ້ອຍຈະປ້ອຍດ່າ! ສິ່ງໃດກໍຕາມທີ່ຂ້ອຍຕ້ອງການ, ພຣະເຈົ້າຕ້ອງປະທານໃຫ້ແກ່ຂ້ອຍ ແລະ ຖ້າຂ້ອຍບໍ່ໄດ້ຮັບມັນ, ພຣະເຈົ້າກໍບໍ່ຊອບທຳ ແລະ ຂ້ອຍຈະເວົ້າວ່າຂ້ອຍບໍ່ໄດ້ຮັບຫຍັງເລີຍ, ນີ້ຄືການເວົ້າຄວາມຈິງຢ່າງເປີດເຜີຍ!” ພວກເຂົາບໍ່ໄດ້ຂາດຄວາມເປັນມະນຸດບໍ? ຄຳເວົ້າຂອງຄົນທີ່ຂາດຄວາມເປັນມະນຸດແນ່ນອນວ່າຟັງບໍ່ຂຶ້ນ, ແຮງບໍ່ຕ້ອງເວົ້າເຖິງການສອດຄ່ອງກັບຄວາມຈິງເລີຍ; ສິ່ງນີ້ເປັນຂໍ້ຮຽກຮ້ອງທີ່ສູງເກີນໄປໜ້ອຍໜຶ່ງສຳລັບພວກເຂົາ. ຄຳເວົ້າທີ່ຄົນໃດໜຶ່ງເວົ້າຕ້ອງເປັນຄຳຮ້ອງຂໍທີ່ສົມເຫດສົມຜົນ, ເປັນຖ້ອຍຄຳທີ່ສົມເຫດສົມຜົນ, ບໍ່ແມ່ນຂໍ້ໂຕ້ແຍ້ງທີ່ບິດເບືອນ; ພວກມັນຕ້ອງຢືນຢັດຢ່າງໝັ້ນຄົງ, ບໍ່ວ່າໃຜຈະຟັງ ຫຼື ໃຜຈະປະເມີນຄ່າພວກມັນ. ເຖິງຢ່າງໃດກໍຕາມ, ຄຳເວົ້າ ແລະ ການກະທຳຂອງຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີບໍ່ສາມາດຢືນຢັດຢ່າງໝັ້ນຄົງໄດ້. ເມື່ອພວກເຂົາອາລະວາດ ແລະ ລະບາຍຄວາມຂັດຂ້ອງໝອງໃຈຂອງພວກເຂົາ, ບາງຄົນກໍຄິດວ່າ: “ເປັນຫຍັງພວກເຂົາຈຶ່ງເວົ້າວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ? ເປັນໄປໄດ້ບໍວ່າເຮືອນຂອງພຣະເຈົ້າໄດ້ເຮັດຜິດຕໍ່ພວກເຂົາໃນທາງໃດທາງໜຶ່ງ? ເປັນໄປໄດ້ບໍວ່າການກະທຳບາງຢ່າງຂອງເຮືອນຂອງພຣະເຈົ້າບໍ່ສອດຄ່ອງກັບຫຼັກການ ແລະ ບໍ່ສາມາດນໍາມາເປີດເຜີຍໄດ້? ຄົນນັ້ນເບິ່ງຄືວ່າຂ້ອນຂ້າງສາມາດອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາໄດ້ຕາມປົກກະຕິ, ແຕ່ມື້ນີ້ ພວກເຂົາລະເບີດອາລົມອອກມາຢ່າງຮຸນແຮງຂະໜາດນີ້ ໂດຍເວົ້າວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍ; ເບິ່ງຄືວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍແທ້ໆ. ນີ້ບໍ່ແມ່ນການກະຕຸ້ນໃຫ້ຄົນທີ່ປະພຶດຕົວດີຕ້ອງໃຈຮ້າຍບໍ? ຄັນຊັ້ນ ຂ້ອຍຄວນລະມັດລະວັງໄວ້ດີກວ່າ; ຂ້ອຍບໍ່ຄວນອົດທົນຕໍ່ຄວາມຍາກລຳບາກດັ່ງກ່າວ ຫຼື ຈ່າຍລາຄາດັ່ງກ່າວຄືກັບທີ່ຂ້ອຍເຄີຍເຮັດມາກ່ອນ ເມື່ອປະຕິບັດໜ້າທີ່ຂອງຂ້ອຍ!” ນີ້ຄືວິທີທີ່ຄົນທີ່ເບົາປັນຍາບາງຄົນ ເຊິ່ງຂາດການແຍກແຍະ ໄດ້ຮັບອິດທິພົນ.

ສຳລັບຜູ້ທີ່ມັກຈະລະບາຍຄວາມເປັນລົບ, ຖ້າພວກເຂົາມີມຸມມອງ ຫຼື ແນວຄວາມຄິດທີ່ຈະສະແດງອອກແທ້ໆ, ກໍປ່ອຍໃຫ້ພວກເຂົາເວົ້າກ່ອນ ແລະ ເປີດໂປງມຸມມອງຂອງພວກເຂົາ. ຫຼັງຈາກທີ່ພວກເຂົາເວົ້າແລ້ວ, ທຸກຄົນກໍຈະເຂົ້າໃຈວ່າ: “ພວກເຂົາຮູ້ສຶກວ່າລາຄາທີ່ພວກເຂົາຈ່າຍໄປນັ້ນບໍ່ຄຸ້ມຄ່າກັບສິ່ງທີ່ພວກເຂົາໄດ້ຮັບ. ພວກເຂົາຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆ ແລະ ພວກເຂົາໄດ້ສູນເສຍ, ສະນັ້ນ ພວກເຂົາຈຶ່ງເລີ່ມບໍ່ເຕັມໃຈ. ພວກເຂົາກຳລັງຈົ່ມກ່ຽວກັບພຣະເຈົ້າ, ໂດຍຫວັງທີ່ຈະຕໍ່ລອງກັບພຣະເຈົ້າ, ຮຽກຮ້ອງເອົາພຣະຄຸນ ແລະ ຜົນປະໂຫຍດ!” ຄົນທົ່ວໄປສາມາດແຍກແຍະຄົນແບບນີ້ໄດ້ບໍ ຫຼັງຈາກທີ່ໄດ້ຍິນພວກເຂົາເວົ້າ? ຫຼັງຈາກທີ່ທຸກຄົນສາມາດແຍກແຍະພວກເຂົາໄດ້ແລ້ວ, ໃຫ້ເວົ້າກັບຄົນນັ້ນວ່າ: “ເຈົ້າເວົ້າຈົບແລ້ວບໍ? ຖ້າເຈົ້າບໍ່ມີຫຍັງຈະເວົ້າອີກແລ້ວ, ຄັນຊັ້ນກໍຫຸບປາກ, ບໍ່ດັ່ງນັ້ນ ເຈົ້າຈະຂາຍໜ້າຕົວເອງ. ຖ້າທໍາມະຊາດທີ່ຊົ່ວຊ້າຂອງເຈົ້າຖືກເປີດໂປງຕໍ່ໜ້າທຸກຄົນ ແລະ ບໍ່ຖືກຄວບຄຸມໂດຍທັນທີ, ມັນຈະກະຕຸ້ນໃຫ້ເກີດຄວາມໂມໂຫໃນສາທາລະນະ. ເມື່ອທຸກຄົນເປີດໂປງ ແລະ ປະຕິເສດເຈົ້າ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ”. ໃຫ້ເຕືອນພວກເຂົາດ້ວຍວິທີນີ້ ແລະ ໂດຍການເຮັດແນວນັ້ນ, ເຈົ້າກໍຈະໄດ້ຈຳກັດພວກເຂົາ. ຫຼື ເຈົ້າຍັງສາມາດເວົ້າໄດ້ວ່າ: “ຖ້າເຈົ້າຮູ້ສຶກວ່າເຈົ້າເສຍປຽບ, ເຈົ້າກໍບໍ່ຈຳເປັນຕ້ອງເຊື່ອໃນພຣະເຈົ້າ. ເຈົ້າຮູ້ສຶກວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ, ຄັນຊັ້ນ ສິ່ງທີ່ເຈົ້າຕ້ອງການໄດ້ຮັບແມ່ນຫຍັງກັນແທ້? ຖ້າມັນແມ່ນການສ້າງຄວາມຮັ່ງມີ ແລະ ກາຍເປັນເສດຖີ ຫຼື ການດຳລົງຕຳແໜ່ງສູງ, ຄັນຊັ້ນ ຂ້ອຍກໍຂໍໂທດນໍາ, ແຕ່ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຄົນເຮົາສາມາດໄດ້ຮັບພຽງເພາະພວກເຂົາຕ້ອງການ; ສິ່ງເຫຼົ່ານີ້ແມ່ນເລື່ອງທີ່ພຣະເຈົ້າກໍານົດໄວ້. ການປາກົດຂອງພຣະເຈົ້າ ແລະ ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະອົງບໍ່ແມ່ນກ່ຽວກັບການມອບສິ່ງເຫຼົ່ານີ້ໃຫ້ແກ່ຜູ້ຄົນ. ຈົ່ງໄປບ່ອນໃດກໍໄດ້ທີ່ເຈົ້າສາມາດໄດ້ຮັບສິ່ງເຫຼົ່ານີ້; ເຮືອນຂອງພຣະເຈົ້າບໍ່ແມ່ນໂລກ, ມັນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງມານຮ້າຍ ແລະ ຊາຕານໄດ້. ທາງທີ່ດີ ເຈົ້າບໍ່ຄວນຮຽກຮ້ອງສິ່ງດັ່ງກ່າວຈາກເຮືອນຂອງພຣະເຈົ້າ, ຫຼື ຈາກອ້າຍເອື້ອຍນ້ອງທັງຫຼາຍ; ຖ້າເຈົ້າກ້າຂໍສິ່ງເຫຼົ່ານີ້ຈາກພຣະເຈົ້າ, ເຈົ້າກໍຈະລ່ວງເກີນອຸປະນິໄສຂອງພຣະອົງ ແລະ ກະຕຸ້ນຄວາມໂກດຮ້າຍຂອງພຣະອົງ. ນີ້ເປັນຍ້ອນວ່າພຣະເຈົ້າໄດ້ປະທານພຣະຄຸນຢ່າງຫຼວງຫຼາຍໃຫ້ແກ່ຜູ້ຄົນ ແລະ ພຣະອົງໄດ້ປະທານຄວາມຈິງໃຫ້ແກ່ຜູ້ຄົນຫຼາຍຍິ່ງຂຶ້ນ ເພື່ອເປັນຊີວິດຂອງພວກເຂົາ. ການທີ່ເຈົ້າບໍ່ເຫັນວ່າການໄດ້ຮັບຄວາມຈິງເປັນສິ່ງລໍ້າຄ່າ ກໍຄືການທີ່ເຈົ້າໂງ່ຈ້າ ແລະ ບໍ່ມີຄວາມຮູ້”. ທຸກຄົນຕໍານິ ແລະ ລິຮານພວກເຂົາແບບນີ້. ເຈົ້າຄິດແນວໃດກັບການປະຕິບັດນີ້? ຫຼື ເຈົ້າສາມາດເວົ້າວ່າ: “ເຮືອນຂອງພຣະເຈົ້າບໍ່ໄດ້ຕິດໜີ້ຫຍັງເຈົ້າ. ການເສຍສະລະຂອງເຈົ້າເພື່ອພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງເຈົ້າລ້ວນແລ້ວແຕ່ເປັນຄວາມສະໝັກໃຈ. ເຈົ້າຮູ້ບໍວ່າເຈົ້າໄດ້ເພີດເພີນກັບພຣະຄຸນຈາກພຣະເຈົ້າຫຼາຍສ່ຳໃດ ນັບຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະອົງ ແລະ ປະຕິບັດໜ້າທີ່? ຖ້າເຈົ້າມີຈິດສຳນຶກໜ້ອຍໜຶ່ງ, ເຈົ້າກໍບໍ່ຄວນບອກພຣະເຈົ້າວ່າເຈົ້າບໍ່ໄດ້ຮັບຫຍັງເລີຍ; ເຈົ້າຄວນມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮັບຮູ້ບັນຫາຂອງເຈົ້າເອງ. ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະເຈົ້າຄືຄວາມຈິງ, ທຸກສິ່ງທີ່ພຣະເຈົ້າເຮັດຄືຄວາມຈິງ ແລະ ພຣະທຳຂອງພຣະອົງຄືຄວາມຈິງ, ຄັນຊັ້ນ ເຈົ້າກໍບໍ່ຄວນເວົ້າແບບນັ້ນ; ເຈົ້າບໍ່ຄວນຈົ່ມວ່າ. ທັດສະນະຄະຕິໃນປັດຈຸບັນຂອງເຈົ້າບໍ່ແມ່ນທັດສະນະຄະຕິທີ່ຄົນເຊື່ອໃນພຣະເຈົ້າຄວນມີ, ທັງບໍ່ແມ່ນທັດສະນະຄະຕິທີ່ຄົນສະແຫວງຫາຄວາມຈິງຄວນມີ. ເຈົ້າກຳລັງພະຍາຍາມກໍ່ກະບົດ, ພະຍາຍາມຂຸດເອົາບັນຫາເກົ່າຂອງເຈົ້າກັບພຣະເຈົ້າ! ເຈົ້າກຳລັງພະຍາຍາມແຍກທາງກັບພຣະເຈົ້າ, ພະຍາຍາມຄິດໄລ່ບັນຊີຄັ້ງສຸດທ້າຍ! ແຕ່ພຣະເຈົ້າບໍ່ໄດ້ຕິດໜີ້ຫຍັງເຈົ້າ ແລະ ເຮືອນຂອງພຣະເຈົ້າກໍບໍ່ໄດ້ຕິດໜີ້ເຊັ່ນກັນ. ຖ້າເຈົ້າຈະຄິດໄລ່ບັນຊີກັບເຮືອນຂອງພຣະເຈົ້າ, ຄັນຊັ້ນ ກໍຮີບອອກຈາກເຮືອນຂອງພຣະອົງໄປ. ຢ່າວົນວາຍກັບເຮືອນຂອງພຣະເຈົ້າ, ບໍ່ດັ່ງນັ້ນ ເຈົ້າຈະກະຕຸ້ນຄວາມໂກດຮ້າຍຂອງພຣະອົງ ແລະ ພຣະອົງຈະທຳລາຍເຈົ້າ. ນັ້ນຈະບໍ່ແມ່ນຜົນສະທ້ອນທີ່ດີເລີຍ. ຖ້າເຈົ້າມີຈິດສຳນຶກ ຫຼື ເຫດຜົນຢູ່ແດ່, ເຈົ້າຄວນໃຈເຢັນລົງເພື່ອອະທິຖານ ແລະ ສະແຫວງຫາ, ເພື່ອເບິ່ງວ່າມີສິ່ງໃດຜິດພາດກັບມຸມມອງທີ່ຢູ່ເບື້ອງຫຼັງຂອງການໄລ່ຕາມຂອງເຈົ້າໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ເສັ້ນທາງທີ່ເຈົ້າກຳລັງຍ່າງຢູ່ນັ້ນ ແມ່ນເສັ້ນທາງທີ່ພຣະເຈົ້າຮຽກຮ້ອງໃຫ້ເຈົ້າຍ່າງ ຫຼື ບໍ່. ເຈົ້າມີຄຳຮ້ອງຂໍທີ່ບໍ່ສົມເຫດສົມຜົນຫຼາຍຢ່າງຕໍ່ພຣະເຈົ້າ, ມີຄວາມຄຽດແຄ້ນຫຼາຍ; ສິ່ງນີ້ຊີ້ໃຫ້ເຫັນວ່າ ມີບາງຢ່າງຜິດພາດກັບການໄລ່ຕາມຂອງເຈົ້າ. ເຈົ້າບໍ່ໄດ້ສ້າງຄວາມຄຽດແຄ້ນທີ່ເລິກເຊິ່ງດັ່ງກ່າວພາຍໃນມື້ດຽວ ຫຼື ສອງມື້; ມັນໄດ້ຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ. ຫຼື ບາງທີ ເຈົ້າອາດຈະມາຢູ່ຕໍ່ໜ້າພຣະເຈົ້າດ້ວຍມຸມມອງທີ່ຜິດຢູ່ໃນໃຈ ນັບຕັ້ງແຕ່ເຈົ້າເລີ່ມເຊື່ອໃນພຣະອົງ ແລະ ບໍ່ວ່າພຣະອົງຈະກ່າວສິ່ງໃດກໍຕາມ, ເຈົ້າກໍດ້ານຊາ ແລະ ຜົນກໍຄື ເຈົ້າບໍ່ຮູ້ສຶກສຳນຶກຜິດ ຫຼື ເປັນໜີ້ບຸນຄຸນຫຍັງເລີຍ. ບາງທີ ນັ້ນອາດຈະເປັນສິ່ງທີ່ນໍາໄປສູ່ສະຖານະການໃນມື້ນີ້. ທາງທີ່ດີ ເຈົ້າຄວນຮີບສາລະພາບ ແລະ ກັບໃຈ; ຍັງມີເວລາທີ່ຈະກັບໃຈ. ຖ້າເຈົ້າບໍ່ກັບໃຈ ແລະ ສືບຕໍ່ເຮັດຄວາມຊົ່ວ ແລະ ລະບາຍຄວາມເປັນລົບ, ແລ້ວເຈົ້າກໍຈະກາຍເປັນມານຮ້າຍ, ເປັນຜູ້ຕໍ່ຕ້ານພຣະຄຣິສ. ເມື່ອເຮືອນຂອງພຣະເຈົ້າກຳຈັດເຈົ້າອອກ, ເຈົ້າກໍຈະບໍ່ມີໂອກາດທີ່ຈະໄດ້ຮັບຄວາມລອດພົ້ນອີກຕໍ່ໄປ, ສິ່ງທີ່ຖືກຕັດສິນໂທດໂດຍເຮືອນຂອງພຣະເຈົ້າ ກໍຖືກຕັດສິນໂທດໂດຍພຣະເຈົ້າເຊັ່ນກັນ. ພວກເຮົາກຳລັງມອບຄຳເຕືອນນີ້ໃຫ້ແກ່ເຈົ້າ ໂດຍພິຈາລະນາເຖິງຄວາມສາມາດຂອງເຈົ້າໃນການອົດທົນຕໍ່ຄວາມຍາກລຳບາກ ແລະ ຈ່າຍລາຄາຕະຫຼອດຫຼາຍປີທີ່ເຈົ້າເຊື່ອໃນພຣະເຈົ້າ. ພວກເຮົາກຳລັງມອບໂອກາດໃຫ້ແກ່ເຈົ້າ. ຖ້າເຈົ້າຍືນຍັນທີ່ຈະເຮັດຕາມທາງຂອງເຈົ້າເອງ ແລະ ປະຕິເສດທີ່ຈະຮັບຟັງຄຳແນະນໍາ ແລະ ເຮືອນຂອງພຣະເຈົ້າຕັດສິນໃຈກຳຈັດເຈົ້າອອກ, ເຈົ້າກໍຈະບໍ່ແມ່ນອ້າຍ ຫຼື ເອື້ອຍນ້ອງອີກຕໍ່ໄປ. ຄວາມຫວັງຂອງເຈົ້າທີ່ຈະໄດ້ຮັບຄວາມລອດພົ້ນກໍຈະເທົ່າກັບສູນ. ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍແທ້ໆ. ຢ່າເສຍໃຈໃນຕອນນັ້ນ. ສິ່ງທີ່ສຳຄັນທີ່ສຸດສຳລັບເຈົ້າໃນຕອນນີ້ຄືການຫັນປ່ຽນຄວາມຄິດ, ມຸມມອງ ແລະ ທິດທາງຂອງການໄລ່ຕາມຂອງເຈົ້າ. ຢ່າພະຍາຍາມສະແຫວງຫາເພື່ອໃຫ້ໄດ້ຮັບບາງສິ່ງບາງຢ່າງຢູ່ສະເໝີອີກຕໍ່ໄປ. ຈົ່ງຟັງພຣະທຳຂອງພຣະເຈົ້າ; ຈົ່ງເບິ່ງວ່າເຈົ້າສາມາດໄຕ່ຕອງ ແລະ ຮູ້ຈັກຕົນເອງໄດ້ຫຼາຍປານໃດ ຈາກສິ່ງທີ່ພຣະເຈົ້າເປີດໂປງກ່ຽວກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ. ເຈົ້າໄດ້ແກ້ໄຂບັນຫາທີ່ເຈົ້າສາມາດລະບຸໄດ້ໃນຕົວເຈົ້າເອງ, ບັນຫາທີ່ເຈົ້າສາມາດເຫັນໄດ້ຢ່າງຊັດເຈນແລ້ວບໍ? ເຈົ້າໄດ້ຮັບຮູ້ການກະບົດຂອງເຈົ້າທີ່ມີຕໍ່ພຣະເຈົ້າແລ້ວບໍ? ເຈົ້າໄດ້ແກ້ໄຂມັນແລ້ວບໍ? ບັນຫາໃຫຍ່ທີ່ສຸດທີ່ເຈົ້າປະເຊີນຢູ່ໃນຕອນນີ້ຄືການຢາກຄິດໄລ່ບັນຊີກັບພຣະເຈົ້າຢູ່ສະເໝີ, ບັນຫານີ້ແມ່ນຫຍັງ? ນີ້ບໍ່ແມ່ນບັນຫາທີ່ຕ້ອງໄດ້ຮັບການແກ້ໄຂບໍ? ເຈົ້າເຊື່ອໃນພຣະເຈົ້າໂດຍມີເຈດຕະນາບາງຢ່າງຢູ່ສະເໝີ, ໂດຍມີທຸລະກຳແລກປ່ຽນຢູ່ໃນໃຈ; ເຈົ້າກະຕືລືລົ້ນທີ່ຈະໄດ້ຮັບພອນຢູ່ສະເໝີ, ໂດຍຫວັງທີ່ຈະແລກປ່ຽນຄວາມພະຍາຍາມ, ການເສຍສະລະ ແລະ ຄວາມທຸກທໍລະມານທາງເນື້ອໜັງ ກັບພອນແຫ່ງອານາຈັກສະຫວັນ, ນີ້ບໍ່ແມ່ນເຫດຜົນຂອງໂຈນບໍ? ເປັນຫຍັງເຈົ້າຈຶ່ງບໍ່ເບິ່ງວ່າພຣະເຈົ້າປະທານພອນໃຫ້ແກ່ຄົນປະເພດໃດ, ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນແມ່ນຫຍັງ, ພຣະເຈົ້າໄດ້ກ່າວຫຍັງກັບຜູ້ຄົນ ແລະ ຜູ້ຄົນຕ້ອງບັນລຸສິ່ງໃດເພື່ອຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ? ຖ້າເຈົ້າເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ຕ້ອງການໄດ້ຮັບຄວາມລອດພົ້ນຢ່າງແທ້ຈິງ, ຄັນຊັ້ນ ກໍຢ່າພະຍາຍາມທີ່ຈະໄດ້ຮັບບາງສິ່ງບາງຢ່າງຈາກພຣະເຈົ້າຢູ່ສະເໝີ. ເຈົ້າຕ້ອງເບິ່ງວ່າເຈົ້າໄດ້ນໍາພຣະທຳຂອງພຣະເຈົ້າໄປປະຕິບັດຫຼາຍສ່ຳໃດ, ເບິ່ງວ່າເຈົ້າເປັນຄົນທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າ ຫຼື ບໍ່. ການປະຕິບັດຕາມພຣະທຳຂອງພຣະເຈົ້າຄືການປະຕິບັດ ແລະ ດຳລົງຊີວິດຕາມຂໍ້ກຳນົດຂອງພຣະເຈົ້າ ແລະ ຫຼັກການຄວາມຈິງ, ບໍ່ແມ່ນພຽງແຕ່ການທົນທຸກທາງຮ່າງກາຍເລັກນ້ອຍ ແລະ ຈ່າຍລາຄາເລັກນ້ອຍເທົ່ານັ້ນ. ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງບໍ່ໄດ້ຮັບການແກ້ໄຂ ແລະ ມີເຈດຕະນາໃນລາຄາທັງໝົດທີ່ເຈົ້າຈ່າຍ ແລະ ຄວາມຍາກລຳບາກທັງໝົດທີ່ເຈົ້າຜ່ານຜ່າ. ພຣະເຈົ້າບໍ່ຮັບຮອງສິ່ງນີ້; ພຣະອົງບໍ່ຕ້ອງການລາຄາແບບນີ້. ຖ້າເຈົ້າຍືນຍັນທີ່ຈະຄິດໄລ່ບັນຊີກັບພຣະເຈົ້າ, ຖ້າເຈົ້າຢືນຢັນນທີ່ຈະໂຕ້ຖຽງ ແລະ ຕໍ່ສູ້ກັບພຣະເຈົ້າ, ແລ້ວເຈົ້າກໍກຳລັງລ່ວງເກີນອຸປະນິໄສຂອງພຣະອົງ ແລະ ພຣະອົງຈະເຮັດໃຫ້ເຈົ້າສົມຫວັງ ໂດຍການສົ່ງເຈົ້າລົງໄປສູ່ນະຮົກເພື່ອຮັບການລົງໂທດ. ນີ້ຄືຜົນກຳຂອງການເຮັດຄວາມຊົ່ວ. ເຈົ້າໄດ້ເພີດເພີນກັບພອນ ແລະ ພຣະຄຸນຢ່າງຫຼວງຫຼາຍຈາກພຣະເຈົ້າ ແລະ ພຣະອົງໄດ້ມອບການປະຕິບັດທາງດ້ານວັດຖຸທີ່ພິເສດບາງຢ່າງໃຫ້ແກ່ເຈົ້າ. ເຈົ້າໄດ້ຮັບສິ່ງທີ່ເຈົ້າຄວນຈະໄດ້ຮັບແລ້ວ, ເຈົ້າຍັງຕ້ອງການຫຍັງອີກຈາກພຣະເຈົ້າ?” ຖ້າເຈົ້າໂອ້ລົມຄຳເວົ້າເຫຼົ່ານີ້, ອາລົມແຫ່ງການຈົ່ມວ່າຂອງຄົນທີ່ມີຈິດສຳນຶກ ແລະ ເຫດຜົນຈັກໜ້ອຍໜຶ່ງຈະບໍ່ຫຼຸດລົງບໍ ເມື່ອໄດ້ຍິນຄຳເວົ້າເຫຼົ່ານີ້? ຄຳເວົ້າເຫຼົ່ານີ້ເປັນການຢັ່ງຮູ້ທີ່ບໍລິສຸດ ເຊິ່ງສອດຄ່ອງກັບຄວາມຈິງບໍ? (ແມ່ນ.) ຖ້າຄົນໃດໜຶ່ງມີຄວາມເປັນມະນຸດ ແລະ ເຫດຜົນ, ພວກເຂົາກໍສາມາດເຂົ້າໃຈ ແລະ ຍອມຮັບຄຳເວົ້າເຫຼົ່ານີ້ໄດ້. ມີພຽງແຕ່ຜູ້ທີ່ບໍ່ມີຄວາມເປັນມະນຸດ, ຜູ້ທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນເທົ່ານັ້ນທີ່ຈະຄິດວ່າ ຄຳເວົ້າເຫຼົ່ານີ້ກຳລັງພະຍາຍາມຫຼອກລວງພວກເຂົາ, ພວກມັນເປັນຄຳເວົ້າທີ່ຟັງດູດີແຕ່ເປົ່າຫວ່າງ, ບໍ່ເປັນຕາເຊື່ອ ແລະ ພວກມັນບໍ່ມີປະໂຫຍດທີ່ຈັບຕ້ອງໄດ້ຄືກັບພຣະຄຸນທີ່ເບິ່ງເຫັນໄດ້ ຫຼື ພອນທາງວັດຖຸ. ສະນັ້ນ, ກ່ອນທີ່ພວກເຂົາຈະເຫັນຜົນປະໂຫຍດທີ່ຈັບຕ້ອງໄດ້ເຫຼົ່ານັ້ນ, ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ ມັນກໍໄຮ້ປະໂຫຍດ; ພວກເຂົາຈະບໍ່ຍອມຮັບມັນ. ພວກເຂົາອາດຈະບໍ່ຕໍ່ຕ້ານມັນຕໍ່ໜ້າເຈົ້າ, ແຕ່ຢູ່ລັບຫຼັງເຈົ້າ, ພວກເຂົາຈະຍັງຄົງຕໍ່ຕ້ານຢູ່ໃນໃຈ, ລະບາຍຄວາມເປັນລົບເປັນບາງຄັ້ງຄາວ, ອວດອ້າງຜົນງານຂອງພວກເຂົາເອງ, ນັບຄວາມຍາກລຳບາກທີ່ພວກເຂົາໄດ້ອົດທົນ, ພ້ອມທັງວິທີທີ່ເຮືອນຂອງພຣະເຈົ້າປະຕິບັດຕໍ່ພວກເຂົາ, ວິທີທີ່ພວກເຂົາອົດທົນຕໍ່ເຮືອນຂອງພຣະເຈົ້າ, ພວກເຂົາເກັບສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຂົາຢູ່ສະເໝີ. ບໍ່ວ່າຈະເກີດຫຍັງຂຶ້ນກັບພວກເຂົາ, ຕາບໃດທີ່ພວກເຂົາບໍ່ໄດ້ຮັບສິ່ງທີ່ພວກເຂົາປາຖະໜາ, ຄວາມເປັນສັດຮ້າຍຂອງພວກເຂົາກໍລະເບີດອອກມາ, ພວກເຂົາລະເບີດຄວາມໂມໂຫອອກມາ, ເປີດໂປງພຶດຕິກຳທີ່ໜ້າອັບອາຍຂອງພວກເຂົາ ແລະ ພວກເຂົາກໍລະບາຍຄວາມເປັນລົບອອກມາ. ເຈົ້າຍັງຄວນພະຍາຍາມໂນ້ມນ້າວຄົນແບບນີ້ອີກບໍ? ຖ້າຫຼັງຈາກທີ່ມີການກະຕຸ້ນເຕືອນງ່າຍໆ, ພວກເຂົາຍັງສະແດງລັກສະນະດຽວກັນ, ບັນຫາເກົ່າຂອງພວກເຂົາກັບຄືນມາ ແລະ ຄວາມເປັນມານຮ້າຍຂອງພວກເຂົາລະເບີດຂຶ້ນອີກຄັ້ງ, ຄວນເຮັດແນວໃດ? ເມື່ອນັ້ນກໍເຖິງເວລາທີ່ຈະກຳນົດຂໍ້ຈຳກັດ. ບໍ່ຈຳເປັນຕ້ອງໃຫ້ໂອກາດພວກເຂົາກັບໃຈອີກ. ພວກເຂົາເປັນຄືກັບຄົນທີ່ເຫຼືອຂໍ; ພວກເຂົາເປັນຄົນຊົ່ວຊ້າທີ່ໂງ່ຈ້າ ແລະ ດື້ດ້ານ. ໃນແງ່ໃດທີ່ພວກເຂົາເປັນ “ຄົນຊົ່ວຊ້າທີ່ໂງ່ຈ້າ ແລະ ດື້ດ້ານ”? ໃນແງ່ທີ່ວ່າພວກເຂົາບໍ່ຍອມຮັບຫົນທາງທີ່ບໍລິສຸດ ແລະ ບໍ່ຍອມຮັບສິ່ງທີ່ເປັນບວກ. ແຕ່ພວກເຂົາກັບໂອບກອດຂໍ້ໂຕ້ແຍ້ງທີ່ບິດເບືອນ, ຄວາມເຊື່ອນອກຮີດ ແລະ ຄວາມເຊື່ອຜິດໆ, ໂດຍຍຶດໝັ້ນກັບມຸມມອງຂອງຕົນເອງໃນການໄດ້ຮັບຜົນປະໂຫຍດທີ່ຈັບຕ້ອງໄດ້, ການໄດ້ປຽບ ແລະ ການບໍ່ສູນເສຍ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມຄວາມຈິງແນວໃດກໍຕາມ, ພວກເຂົາມັກຈະເວົ້າສະເໝີວ່າ: “ນັ້ນລ້ວນແລ້ວແຕ່ເປັນຄຳເວົ້າທີ່ຟັງດູດີ. ໃຜແດ່ທີ່ຈະເວົ້າສິ່ງທີ່ຟັງດູດີບໍ່ໄດ້? ຖ້າເຈົ້າເສຍປຽບ, ເຈົ້າກໍຈະບໍ່ເວົ້າແບບນັ້ນ”. ພວກເຂົາຍຶດຕິດກັບມຸມມອງດັ່ງກ່າວຢ່າງດື້ດ້ານ ແລະ ເມື່ອມີສິ່ງທີ່ບໍ່ພໍໃຈເກີດຂຶ້ນ ຫຼື ພວກເຂົາເສຍປຽບ, ພວກເຂົາກໍຮູ້ສຶກວ່າພວກເຂົາບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ ແລະ ພວກເຂົາກໍຈະລະບາຍຄວາມເປັນລົບອີກຄັ້ງ. ພວກເຂົາຍັງຄວນໄດ້ຮັບໂອກາດອີກບໍ? ບໍ່ມີໂອກາດອີກແລ້ວ. ຖ້າພວກເຂົາບໍ່ປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ, ແຕ່ກັບລົບກວນຄົນອື່ນ, ໃຫ້ຢຸດຢັ້ງ ແລະ ຈຳກັດພວກເຂົາໃນທັນທີ. ຢ່າອະນຸຍາດໃຫ້ພວກເຂົາເວົ້າຢ່າງອິດສະລະ. ຖ້າພວກເຂົາສືບຕໍ່ເຜີຍແຜ່ຄວາມເປັນລົບ ແລະ ລົບກວນຄົນອື່ນ, ບໍ່ຕ້ອງເກງໃຈພວກເຂົາອີກ. ຈົ່ງສະລ້າງພວກເຂົາອອກໄປຢ່າງຮີບດ່ວນ. ນີ້ບໍ່ແມ່ນການບໍ່ມີຄວາມຮັກ, ແມ່ນບໍ? (ບໍ່.) ຄວາມຈິງໄດ້ຖືກອະທິບາຍແບບແຍກແຍະຢ່າງລະອຽດໃນການໂອ້ລົມ, ແຕ່ພວກເຂົາບໍ່ສາມາດຮັບເອົາມັນໄດ້ ບໍ່ວ່າຈະໂອ້ລົມແນວໃດກໍຕາມ, ສິ່ງນີ້ຊີ້ບອກເຖິງຫຍັງ? ພາຍນອກແລ້ວ, ຄົນນີ້ເບິ່ງຄືວ່າເປັນຜູ້ບໍ່ເຊື່ອ, ແຕ່ໂດຍແກ່ນແທ້ແລ້ວ ພວກເຂົາຄືມານຮ້າຍ. ພວກເຂົາມາເຮືອນຂອງພຣະເຈົ້າເພື່ອຂໍພຣະຄຸນ ແລະ ພອນຈາກພຣະເຈົ້າ, ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ແລະ ພວກເຂົາຈະບໍ່ຢຸດພັກຈົນກວ່າພວກເຂົາຈະໄດ້ຮັບສິ່ງເຫຼົ່ານັ້ນ. ຖ້າພວກເຂົາບໍ່ໄດ້ຮັບຜົນປະໂຫຍດໃດໆ ຫຼັງຈາກທີ່ເຊື່ອມາໄລຍະໜຶ່ງ, ອຸປະນິໄສແບບຊາຕານຂອງພວກເຂົາກໍຈະລະເບີດອອກມາ; ພວກເຂົາຈະລະບາຍຄວາມບໍ່ພໍໃຈຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ເຮັດຄວາມຊົ່ວ ແລະ ກໍ່ໃຫ້ເກີດການລົບກວນ. ນີ້ຄືມານຮ້າຍ. ຄວາມທຸກທໍລະມານ ແລະ ການເສຍສະລະເລັກນ້ອຍທີ່ພວກເຂົາໄດ້ເຮັດນັ້ນ ໂດຍພື້ນຖານແລ້ວ ບໍ່ແມ່ນການປະຕິບັດຕາມພຣະທຳຂອງພຣະເຈົ້າ. ພວກມັນລ້ວນແລ້ວແຕ່ເປັນການຕົກລົງແລກປ່ຽນ, ເປັນການໄດ້ຮັບຜົນປະໂຫຍດ ແລະ ພອນສຳລັບຕົວພວກເຂົາເອງ. ເມື່ອມີສິ່ງຕ່າງໆເກີດຂຶ້ນກັບຜູ້ທີ່ຢາກໄດ້ຮັບບາງສິ່ງບາງຢ່າງຈາກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າຢູ່ສະເໝີ ແລະ ພວກເຂົາຄິດລົບ ແລະ ອ່ອນແອ, ພວກເຂົາມັກຈະເວົ້າສະເໝີວ່າ: “ຂ້ອຍບໍ່ໄດ້ຮັບຫຍັງເລີຍຈາກການເຊື່ອໃນພຣະເຈົ້າ”. ຈາກນັ້ນ ພວກເຂົາກໍປ່ອຍຕົວໄປຕາມຍະຖາກຳ ແລະ ເລີ່ມປະພຶດຕົນຕາມອຳເພີໃຈ, ສະແຫວງຫາທີ່ຈະແກ້ແຄ້ນ ແລະ ມັກຈະລະບາຍຄວາມເປັນລົບເພື່ອລະບາຍອາລົມແຫ່ງຄວາມບໍ່ພໍໃຈຂອງພວກເຂົາ. ພວກເຮົາໄດ້ໂອ້ລົມກັນແລ້ວກ່ຽວກັບວິທີການປະຕິບັດຕໍ່ຄົນປະເພດນີ້: ພວກເຂົາຄວນຖືກຈັດການຕາມຫຼັກການ. ຖ້າພວກເຂົາສາມາດຍອມຮັບຄວາມຈິງ ແລະ ຮັບປະກັນວ່າພວກເຂົາຈະບໍ່ກໍ່ໃຫ້ເກີດການລົບກວນອີກໃນອະນາຄົດ, ພວກເຂົາກໍສາມາດໄດ້ຮັບໂອກາດອີກຄັ້ງທີ່ຈະຢູ່ໃນຄຣິສຕະຈັກຕໍ່ໄປ. ຖ້າພວກເຂົາຕັ້ງໃຈທີ່ຈະລົບກວນ ແລະ ທຳລາຍວຽກງານ ແລະ ຊີວິດຂອງຄຣິສຕະຈັກຢູ່ສະເໝີ, ຄັນຊັ້ນ ກໍຈົ່ງສະລ້າງພວກເຂົາອອກໄປ. ນີ້ແມ່ນເພື່ອປົກປ້ອງວຽກງານຂອງຄຣິສຕະຈັກ ແລະ ຮັບປະກັນວ່າຜູ້ຄົນທີ່ພຣະເຈົ້າເລືອກຈະສາມາດດຳລົງຊີວິດຄຣິສຕະຈັກໄດ້ໂດຍບໍ່ຖືກລົບກວນ. ການຕັດສິນໃຈນີ້ຖືກກຳນົດຂຶ້ນ ແລະ ວິທີການນີ້ຖືກນໍາໃຊ້ໂດຍອີງໃສ່ຫຼັກການນີ້. ມັນເໝາະສົມແລ້ວ.

ໃນຊີວິດຄຣິສຕະຈັກ, ຍັງມີໃຜອີກແດ່ທີ່ມັກລະບາຍຄວາມເປັນລົບ? ບາງຄົນປະຕິບັດໜ້າທີ່ຂອງຕົນໂດຍບໍ່ມີຜົນໄດ້ຮັບ, ມັກເກີດຄວາມຜິດພາດຢູ່ສະເໝີ, ພວກເຂົາບໍ່ທົບທວນຕົນເອງ ແຕ່ຮູ້ສຶກຢູ່ສະເໝີວ່າພຣະເຈົ້າບໍ່ຊອບທຳ ຫຼື ບໍ່ຍຸຕິທຳ, ວ່າພຣະເຈົ້າປະຕິບັດຕໍ່ຄົນອື່ນດ້ວຍຄວາມກະລຸນາຢູ່ສະເໝີ ແລະ ບໍ່ແມ່ນຕໍ່ພວກເຂົາ, ວ່າພຣະເຈົ້າດູຖູກພວກເຂົາ ແລະ ບໍ່ເຄີຍໃຫ້ຄວາມສະຫວ່າງແກ່ພວກເຂົາຈັກເທື່ອ ແລະ ນັ້ນຄືສາເຫດທີ່ບໍ່ເຄີຍມີຜົນໄດ້ຮັບໃດໆມາຈາກການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ສາມາດບັນລຸເປົ້າໝາຍໃນການໂດດເດັ່ນ ແລະ ໄດ້ຮັບການນັບຖື. ພວກເຂົາເລີ່ມເກັບຄຳຈົ່ມວ່າກ່ຽວກັບພຣະເຈົ້າໄວ້ໃນໃຈ ແລະ ເມື່ອພວກເຂົາເຮັດແບບນັ້ນ, ຄວາມອິດສາ, ຄວາມລັງກຽດ ແລະ ຄວາມກຽດຊັງ ກໍເກີດຂຶ້ນໃນຕົວພວກເຂົາຕໍ່ຄົນເຫຼົ່ານັ້ນທີ່ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ. ຄົນປະເພດນີ້ມີຄວາມເປັນມະນຸດແບບໃດ? ພວກເຂົາບໍ່ແມ່ນຄົນໃຈແຄບບໍ? ນອກຈາກນັ້ນ, ພວກເຂົາບໍ່ເຂົ້າໃຈວິທີໄລ່ຕາມຄວາມຈິງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າແມ່ນບໍ? ພວກເຂົາບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ ເປັນຄືກັບການສອບເສັງເຂົ້າວິທະຍາໄລໃນຖານະນັກຮຽນ, ທີ່ຈຳເປັນຕ້ອງປຽບທຽບຄະແນນ ແລະ ການຈັດອັນດັບຢູ່ສະເໝີ. ສະນັ້ນ, ພວກເຂົາຈຶ່ງໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ສິ່ງເຫຼົ່ານີ້. ນັ້ນບໍ່ແມ່ນສະພາວະຂອງພວກເຂົາບໍ? ກ່ອນອື່ນໝົດ, ຈາກມຸມມອງຂອງການຢັ່ງຮູ້ຄວາມຈິງ, ຄົນປະເພດນີ້ມີຄວາມເຂົ້າໃຈຝ່າຍວິນຍານບໍ? ພວກເຂົາບໍ່ມີ ແລະ ພວກເຂົາບໍ່ເຂົ້າໃຈວ່າການເຊື່ອໃນພຣະເຈົ້າ ແລະ ໄລ່ຕາມຄວາມຈິງແມ່ນຫຍັງ. ຢ່າງໜຶ່ງກໍຄື, ພວກເຂົາໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການຈັດອັນດັບຂອງຕົນໃນທ່າມກາງຄົນອື່ນ, ອີກຢ່າງໜຶ່ງກໍຄື, ພວກເຂົາມັກຈະໃຊ້ວິທີການໃຫ້ຄະແນນຢູ່ສະເໝີ ເພື່ອປະເມີນວ່າຄົນອື່ນປະຕິບັດໜ້າທີ່ຂອງຕົນໄດ້ດີສໍ່າໃດ ແລະ ພວກເຂົາເອງເຮັດໄດ້ດີສໍ່າໃດ, ຄືກັບວ່າພວກເຂົາກຳລັງປະເມີນນັກຮຽນໃນໂຮງຮຽນ ໂດຍວັດແທກຄວາມເຊື່ອຂອງຜູ້ຄົນໃນພຣະເຈົ້າ ແລະ ການປະຕິບັດໜ້າທີ່ຂອງພວກເຂົາດ້ວຍວິທີການນີ້. ມີບາງຢ່າງຜິດປົກກະຕິກ່ຽວກັບສິ່ງນີ້ແມ່ນບໍ? ນອກຈາກນີ້, ວິທີການທີ່ພວກເຂົາໃຊ້ຄວາມພະຍາຍາມໃນການປະຕິບັດໜ້າທີ່ຂອງພວກເຂົານັ້ນຜິດແມ່ນບໍ? ພວກເຂົາບໍ່ໄດ້ປະຕິບັດໜ້າທີ່ດ້ວຍຄວາມພະຍາຍາມຂອງການຮຽນ ແລະ ການສອບເສັງບໍ? (ແມ່ນແລ້ວ.) ເປັນຫຍັງພວກເຮົາຈຶ່ງເວົ້າແນວນັ້ນ? ຄົນປະເພດນີ້ເຂົ້າໃຈວິທີສະແຫວງຫາຫຼັກການ ເມື່ອເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາບໍ? ພວກເຂົາສາມາດສະແຫວງຫາຫຼັກການໄດ້ບໍ? ໃນດ້ານໜຶ່ງ, ພວກເຂົາບໍ່ຮູ້ວິທີສະແຫວງຫາຫຼັກການ. ວິທີທີ່ຜູ້ຄົນຄວນອ່ານພຣະທຳຂອງພຣະເຈົ້າ, ວິທີໂອ້ລົມຄວາມຈິງ ແລະ ວິທີປະຕິບັດໜ້າທີ່ຂອງຕົນຢ່າງເໝາະສົມ, ພວກເຂົາບໍ່ເຂົ້າໃຈເລື່ອງເຫຼົ່ານີ້ ແລະ ບໍ່ສົນໃຈກ່ຽວກັບພວກມັນເລີຍ. ພວກເຂົາພຽງແຕ່ຮູ້ວ່າຕ້ອງຊອກຫາຫຼັກການ ແລະ ກະທຳຕາມຫຼັກການເຫຼົ່ານັ້ນ, ແຕ່ກ່ຽວກັບສິ່ງທີ່ຫຼັກການກຳນົດໄວ້, ສິ່ງທີ່ພຣະເຈົ້າຮຽກຮ້ອງ ຫຼື ວິທີທີ່ຄົນອື່ນກະທຳຕາມຫຼັກການນັ້ນ, ພວກເຂົາຂາດຄວາມເຂົ້າໃຈ. ພວກເຂົາບໍ່ເຂົ້າໃຈມັນເລີຍ. ແລ້ວໃນອີກດ້ານໜຶ່ງ, ພວກເຂົາສາມາດປະເມີນການປະຕິບັດໜ້າທີ່ ໂດຍອີງໃສ່ມາດຕະຖານຂອງພຣະເຈົ້າສຳລັບການວັດແທກວ່າ ການປະຕິບັດໜ້າທີ່ຂອງຜູ້ຄົນໄດ້ມາດຕະຖານ ຫຼື ບໍ່ ແລະ ຫຼັກການທີ່ພຣະອົງຮຽກຮ້ອງຈາກຜູ້ຄົນໃນການປະຕິບັດໜ້າທີ່ຂອງພວກເຂົາໄດ້ ຫຼື ບໍ່? ພວກເຂົາສາມາດເຂົ້າໃຈເລື່ອງເຫຼົ່ານີ້ຈາກພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຂອງອ້າຍເອື້ອຍນ້ອງທັງຫຼາຍໄດ້ບໍ? ກ່ອນອື່ນໝົດ, ພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ພວກເຂົາກໍບໍ່ເຂົ້າໃຈເລື່ອງຂອງການປະຕິບັດໜ້າທີ່. ຫຼັງຈາກທີ່ພວກເຂົາເລີ່ມເຊື່ອໃນພຣະເຈົ້າ ແລະ ປະຕິບັດໜ້າທີ່, ພວກເຂົາກໍໄຕ່ຕອງວ່າ: “ຕອນທີ່ຂ້ອຍຮຽນຢູ່ໂຮງຮຽນ, ຂ້ອຍໄດ້ຄົ້ນພົບກົດເກນຢ່າງໜຶ່ງຄື: ຕາບໃດທີ່ເຈົ້າຍິນດີທີ່ຈະເຮັດວຽກໜັກ ແລະ ຮຽນໃຫ້ຫຼາຍຂຶ້ນ, ເຈົ້າກໍສາມາດໄດ້ຄະແນນສູງ. ສະນັ້ນ, ຂ້ອຍກໍຈະເຮັດແບບດຽວກັນໃນຄວາມເຊື່ອຂອງຂ້ອຍທີ່ມີຕໍ່ພຣະເຈົ້າ. ຂ້ອຍຈະອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ອະທິຖານໃຫ້ຫຼາຍຂຶ້ນ. ໃນຂະນະທີ່ຄົນອື່ນກຳລັງລົມກັນ ຫຼື ກິນເຂົ້າ, ຂ້ອຍຈະຮຽນເພງສັນລະເສີນ ແລະ ທ່ອງຈຳພຣະທຳຂອງພຣະເຈົ້າ. ດ້ວຍຄວາມພະຍາຍາມດັ່ງກ່າວ, ພຣະເຈົ້າຈະອວຍພອນຂ້ອຍຢ່າງແນ່ນອນ, ໂດຍເຫັນແກ່ການເຮັດວຽກໜັກ, ຄວາມດຸໝັ່ນ ແລະ ຄວາມຂະຫຍັນຂອງຂ້ອຍ ແລະ ການປະຕິບັດໜ້າທີ່ຂອງຂ້ອຍກໍຈະເກີດຜົນຢ່າງແນ່ນອນ. ຂ້ອຍໝັ້ນໃຈວ່າຈະໄດ້ຄະແນນສູງໃນທ່າມກາງຄົນອື່ນ ແລະ ຂ້ອຍຈະໄດ້ຮັບການໃຫ້ຄຸນຄ່າ ແລະ ໄດ້ຮັບການເລື່ອນຕຳແໜ່ງ”. ແຕ່ເຖິງແມ່ນວ່າຈະເຮັດແບບນັ້ນ, ພວກເຂົາກໍຍັງບໍ່ສາມາດບັນລຸຄວາມປາຖະໜາຂອງພວກເຂົາໄດ້: “ເປັນຫຍັງຂ້ອຍຈຶ່ງຍັງມີປະສິດທິຜົນໜ້ອຍກວ່າຄົນອື່ນໃນການປະຕິບັດໜ້າທີ່? ຂ້ອຍຈະໄດ້ຮັບການເລື່ອນຕຳແໜ່ງ ຫຼື ຖືກນໍາໃຊ້ສຳລັບວຽກງານທີ່ສຳຄັນໄດ້ແນວໃດ? ສິ່ງນີ້ບໍ່ໄດ້ໝາຍຄວາມວ່າບໍ່ມີຄວາມຫວັງດອກບໍ? ຂ້ອຍເກີດມາເປັນຄົນມັກແຂ່ງຂັນ, ບໍ່ເຕັມໃຈທີ່ຈະຫຼ້າຫຼັງຄົນອື່ນ. ນັ້ນຄືສິ່ງທີ່ຂ້ອຍເປັນຕອນຢູ່ໃນໂຮງຮຽນ ແລະ ນັ້ນຄືສິ່ງທີ່ຂ້ອຍຍັງເປັນຢູ່ໃນຕອນນີ້ໃນຄວາມເຊື່ອຂອງຂ້ອຍທີ່ມີຕໍ່ພຣະເຈົ້າ. ໃຜກໍຕາມທີ່ເກັ່ງກວ່າຂ້ອຍ, ຂ້ອຍຕັດສິນໃຈແລ້ວວ່າຈະເອົາຊະນະພວກເຂົາໃຫ້ໄດ້. ຂ້ອຍຈະບໍ່ພັກຜ່ອນຈົນກວ່າຂ້ອຍຈະເຮັດໄດ້!” ພວກເຂົາເຊື່ອວ່າດ້ວຍວິທີການ ແລະ ແນວທາງທີ່ຖືກຕ້ອງ ພຽງແຕ່ທຸ່ມເທຄວາມພະຍາຍາມຂອງການຮຽນໜັກເຂົ້າໃນການອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ຮຽນຮູ້ເພງສັນລະເສີນໃຫ້ຫຼາຍຂຶ້ນ, ບໍ່ເຂົ້າຮ່ວມການລົມກັນທີ່ໄຮ້ສາລະ, ບໍ່ເນັ້ນການແຕ່ງຕົວ, ນອນໃຫ້ໜ້ອຍລົງ ແລະ ມ່ວນຊື່ນກັບຕົນເອງໃຫ້ໜ້ອຍລົງ, ເອົາຊະນະຕົນເອງ ແລະ ບໍ່ເພີດເພີນກັບຄວາມສະບາຍທາງເນື້ອໜັງ ແລ້ວພວກເຂົາກໍຈະສາມາດໄດ້ຮັບພຣະພອນຂອງພຣະເຈົ້າ ແລະ ພວກເຂົາໝັ້ນໃຈທີ່ຈະບັນລຸຜົນໄດ້ຮັບໃນການປະຕິບັດໜ້າທີ່ຂອງພວກເຂົາ. ແຕ່ຜົນສຸດທ້າຍກໍມັກຈະແຕກຕ່າງຈາກສິ່ງທີ່ພວກເຂົາຄາດຫວັງໄວ້ຢູ່ສະເໝີ: “ເປັນຫຍັງຂ້ອຍປະຕິບັດໜ້າທີ່ແລ້ວຈຶ່ງຍັງຜິດພາດຢູ່ສະເໝີ ແລະ ເປັນຫຍັງຂ້ອຍຈຶ່ງຍັງເຮັດບໍ່ໄດ້ດີເທົ່າຄົນອື່ນ? ຄົນອື່ນເຮັດສິ່ງຕ່າງໆໄດ້ໄວ ແລະ ດີ ແລະ ຜູ້ນໍາມັກຈະຍ້ອງຍໍ ແລະ ໃຫ້ຄຸນຄ່າແກ່ພວກເຂົາຢູ່ສະເໝີ. ຂ້ອຍໄດ້ອົດທົນຕໍ່ຄວາມທຸກທໍລະມານ ແລະ ຄວາມຍາກລຳບາກມາຫຼາຍແລ້ວ. ເປັນຫຍັງຂ້ອຍຈຶ່ງຍັງບໍ່ໄດ້ຮັບຜົນຫຍັງເລີຍ?” ໃນຂະນະທີ່ພວກເຂົາໄຕ່ຕອງກ່ຽວກັບເລື່ອງນີ້, ໃນທີ່ສຸດ ພວກເຂົາກໍຄົ້ນພົບສິ່ງສຳຄັນຢ່າງໜຶ່ງ: “ປະກົດວ່າພຣະເຈົ້າບໍ່ຊອບທຳ. ຂ້ອຍເຊື່ອໃນພຣະເຈົ້າມາດົນນານແລ້ວ ແລະ ຕອນນີ້ຂ້ອຍຈຶ່ງເຫັນມັນ! ພຣະເຈົ້າມີພຣະຄຸນຕໍ່ຜູ້ໃດກໍຕາມທີ່ພຣະອົງຕ້ອງການຈະມີພຣະຄຸນນໍາ. ສະນັ້ນ, ເປັນຫຍັງພຣະອົງຈຶ່ງບໍ່ຕ້ອງການມີພຣະຄຸນຕໍ່ຂ້ອຍ? ຍ້ອນວ່າຂ້ອຍໂງ່, ຍ້ອນວ່າຂ້ອຍບໍ່ເກັ່ງໃນການປະຈົບປະແຈງ ແລະ ການເວົ້າຈາທີ່ຄ່ອງແຄ້ວ, ຍ້ອນວ່າຂ້ອຍບໍ່ສະຫຼາດຫຼັກແຫຼມບໍ? ຫຼື ຍ້ອນວ່າຂ້ອຍເບິ່ງທຳມະດາໂພດ ແລະ ຂ້ອຍບໍ່ມີການສຶກສາສູງບໍ? ນີ້ບໍ່ແມ່ນພຣະເຈົ້າກຳລັງເປີດເຜີຍຂ້ອຍບໍ? ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍແລ້ວ ເປັນຫຍັງພຣະເຈົ້າຈຶ່ງບໍ່ມີພຣະຄຸນຕໍ່ຂ້ອຍ ແຕ່ພັດມາເປີດເຜີຍຂ້ອຍແທນ?” ໃນຂະນະທີ່ພວກເຂົາຄິດກ່ຽວກັບມັນ, ພວກເຂົາກໍກາຍເປັນຄົນຄິດລົບ: “ຂ້ອຍບໍ່ຢາກປະຕິບັດໜ້າທີ່ຂອງຂ້ອຍອີກຕໍ່ໄປ. ຂ້ອຍບໍ່ໄດ້ຮັບການອວຍພອນຈາກພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ອຍ ແລະ ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແຕ່ພຣະອົງກໍບໍ່ໄດ້ໃຫ້ຄວາມສະຫວ່າງແກ່ຂ້ອຍ. ມີກ່າວໄວ້ໃນພຣະທຳຂອງພຣະເຈົ້າວ່າ ພຣະເຈົ້າມີພຣະຄຸນຕໍ່ຜູ້ໃດກໍຕາມທີ່ພຣະອົງຕ້ອງການຈະມີພຣະຄຸນນໍາ ແລະ ສະແດງຄວາມເມດຕາຕໍ່ຜູ້ໃດກໍຕາມທີ່ພຣະອົງປະສົງ. ຂ້ອຍບໍ່ແມ່ນຄົນທີ່ພຣະເຈົ້າສະແດງຄວາມເມດຕາ ຫຼື ມີພຣະຄຸນນໍາ. ເປັນຫຍັງຂ້ອຍຈຶ່ງຕ້ອງທົນທຸກທໍລະມານແບບນີ້?” ຍິ່ງພວກເຂົາຄິດຫຼາຍເທົ່າໃດ, ພວກເຂົາກໍຍິ່ງຄິດລົບຫຼາຍຂຶ້ນເທົ່ານັ້ນ ແລະ ພວກເຂົາຍິ່ງຮູ້ສຶກວ່າບໍ່ມີຫົນທາງທີ່ຈະກ້າວໄປໜ້າ. ພວກເຂົາຮູ້ສຶກອຶດອັດໃຈກັບຄວາມຂຸ່ນເຄືອງໃຈຂອງພວກເຂົາ ແລະ ພວກເຂົາບໍ່ຢາກປະຕິບັດໜ້າທີ່ອີກຕໍ່ໄປ, ເມື່ອປະຕິບັດໜ້າທີ່, ພວກເຂົາກໍພຽງແຕ່ເຮັດພໍແລ້ວມືແລ້ວຕີນ. ບໍ່ວ່າຄົນອື່ນຈະໂອ້ລົມກ່ຽວກັບຫຼັກການແນວໃດກໍຕາມ, ມັນກໍບໍ່ເຂົ້າຫົວພວກເຂົາ. ບໍ່ມີການຕອບສະໜອງໃດໆຢູ່ພາຍໃນຕົວພວກເຂົາ. ເມື່ອພວກເຂົາຢູ່ໃນສະພາວະແບບນີ້, ພວກເຂົາມີທາງເຂົ້າຂອງຊີວິດບໍ? ພວກເຂົາມີຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ບໍ? ບໍ່ມີອີກແລ້ວ ແລະ ຄວາມພະຍາຍາມ ແລະ ຄວາມດຸໝັ່ນພຽງເລັກນ້ອຍທີ່ພວກເຂົາເຄີຍມີກໍຫາຍໄປເຊັ່ນກັນ. ສະນັ້ນ, ມີຫຍັງເຫຼືອຢູ່ໃນໃຈຂອງພວກເຂົາ? “ຂ້ອຍຈະຄ່ອຍໆວາງແຜນໄປເທື່ອລະບາດກ້າວ ແລະ ປ່ອຍໃຫ້ເປັນໄປຕາມສະຖານະການ. ພຣະເຈົ້າອາດຈະເປີດເຜີຍ ແລະ ກຳຈັດຂ້ອຍອອກໃນມື້ໃດມື້ໜຶ່ງ, ໂດຍການປະຖິ້ມຂ້ອຍ. ເມື່ອມື້ນັ້ນມາເຖິງ ເມື່ອຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍກໍຈະບໍ່ເຮັດ. ຂ້ອຍຮູ້ວ່າຂ້ອຍບໍ່ດີພໍ. ພຣະເຈົ້າອາດຈະຍັງບໍ່ທັນກຳຈັດຂ້ອຍເທື່ອ, ແຕ່ຂ້ອຍຮູ້ວ່າພຣະອົງບໍ່ມັກຂ້ອຍ. ມັນເປັນພຽງເລື່ອງຂອງເວລາເທົ່ານັ້ນຈົນກວ່າຂ້ອຍຈະຖືກກຳຈັດ”. ຄວາມຄິດ ແລະ ມຸມມອງເຫຼົ່ານີ້ເກີດຂຶ້ນໃນໃຈຂອງພວກເຂົາ ແລະ ເມື່ອພວກເຂົາພົວພັນກັບຄົນອື່ນ, ຄຳເວົ້າດັ່ງກ່າວກໍຫຼຸດອອກມາເປັນບາງຄັ້ງຄາວ: “ພວກເຈົ້າທຸກຄົນ ຈົ່ງເຊື່ອຢ່າງຈິງໃຈຕໍ່ໄປເຖີດ. ຄວາມເຊື່ອ ແລະ ການປະຕິບັດໜ້າທີ່ຂອງພວກເຈົ້າຈະໄດ້ຮັບການອວຍພອນຈາກພຣະເຈົ້າຢ່າງແນ່ນອນ. ຂ້ອຍໝົດຫວັງແລ້ວ. ຂ້ອຍມາຮອດທາງຕັນແລ້ວ. ບໍ່ວ່າຂ້ອຍຈະດຸໝັ່ນ ຫຼື ເຮັດວຽກໜັກສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ. ຖ້າພຣະເຈົ້າບໍ່ມັກໃຜຜູ້ໜຶ່ງ, ບໍ່ວ່າພວກເຂົາຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດກໍຕາມ ມັນກໍບໍ່ມີປະໂຫຍດຫຍັງ. ຂ້ອຍປະຕິບັດໜ້າທີ່ໂດຍການທຸ່ມເທຄວາມພະຍາຍາມເທົ່າທີ່ຂ້ອຍສາມາດເຮັດໄດ້, ຖ້າຄວາມພະຍາຍາມຂອງຂ້ອຍບໍ່ມີບ່ອນໄປ, ມັນກໍຊ່ວຍບໍ່ໄດ້. ພຣະເຈົ້າຈະຝືນໃຈຄົນໃຫ້ເຮັດສິ່ງທີ່ເກີນຄວາມສາມາດຂອງພວກເຂົາໄດ້ບໍ? ພຣະເຈົ້າບໍ່ສາມາດບັງຄັບປາໃຫ້ອາໄສຢູ່ເທິງບົກໄດ້!” ກຳລັງເວົ້າຫຍັງຢູ່ນີ້? ຄວາມໝາຍໂດຍໄນກໍຄື: “ຂ້ອຍກໍເປັນແບບນີ້ແຫຼະ. ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ຂ້ອຍແນວໃດກໍຕາມ, ນີ້ກໍຈະເປັນທັດສະນະຄະຕິຂອງຂ້ອຍ”. ບອກເຮົາມາເບິ່ງ, ເປັນຫຍັງຄົນທີ່ມີທັດສະນະຄະຕິ ແລະ ເຈດຕະນາແບບນັ້ນຈຶ່ງຍັງຕ້ອງການໄດ້ຮັບພຣະພອນຂອງພຣະເຈົ້າ? ສະພາວະ ແລະ ທັດສະນະຄະຕິທີ່ພວກເຂົາພັດທະນາຂຶ້ນມານີ້ສາມາດສົ່ງອິດທິພົນຕໍ່ຄົນອື່ນໄດ້ບໍ? ພວກເຂົາສາມາດສົ່ງອິດທິພົນທາງລົບ ແລະ ເສຍຫາຍໄດ້ຢ່າງງ່າຍດາຍ, ເຊິ່ງນໍາພາຄົນອື່ນໄປສູ່ຄວາມເປັນລົບ ແລະ ຄວາມອ່ອນແອ. ນີ້ບໍ່ແມ່ນການນໍາພາຢ່າງຜິດໆ ແລະ ທຳຮ້າຍຄົນອື່ນບໍ? ຄົນທີ່ມີຄວາມເປັນລົບໃນລະດັບດັ່ງກ່າວແມ່ນມານຮ້າຍບໍ່ແມ່ນບໍ? ມານຮ້າຍບໍ່ເຄີຍຮັກຄວາມຈິງ.

ບາງຄົນບໍ່ໄດ້ລະບາຍຄວາມເປັນລົບຂອງຕົນດ້ວຍການປາໄສທີ່ຍືດຍາວ; ພວກເຂົາພຽງແຕ່ເວົ້າວະລີສັ້ນໆສອງສາມຄຳ: “ພວກເຈົ້າລ້ວນແຕ່ດີກວ່າຂ້ອຍ. ພວກເຈົ້າລ້ວນແຕ່ໄດ້ຮັບພຣະພອນຢ່າງຫຼວງຫຼາຍ. ຂ້ອຍໝົດຫວັງແລ້ວ. ບໍ່ວ່າຂ້ອຍຈະພະຍາຍາມໜັກສໍ່າໃດກໍຕາມ, ມັນກໍບໍ່ມີປະໂຫຍດ. ຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບພຣະພອນຂອງພຣະເຈົ້າ”. ເຖິງແມ່ນວ່າຄຳເວົ້າຈະລຽບງ່າຍ ແລະ ເບິ່ງຄືວ່າບໍ່ມີບັນຫາ, ເຊິ່ງຟັງຄືກັບວ່າພວກເຂົາກຳລັງກວດສອບຕົນເອງ, ໄຈ້ແຍກຕົນເອງ ແລະ ຍອມຮັບຄວາມຈິງ ເຊັ່ນ: ຄວາມສາມາດຕ່ຳ ແລະ ຂໍ້ບົກຜ່ອງຂອງພວກເຂົາເອງ, ແຕ່ໃນຄວາມເປັນຈິງແລ້ວ, ພວກເຂົາກຳລັງລະບາຍຄວາມເປັນລົບທີ່ເບິ່ງບໍ່ເຫັນຊະນິດໜຶ່ງ. ຄຳເວົ້າເຫຼົ່ານີ້ແຝງດ້ວຍການສຽດສີ ແລະ ການເຢາະເຍີ້ຍ, ພ້ອມທັງການຕໍ່ຕ້ານ ແລະ ແນ່ນອນວ່າ ຍິ່ງໄປກວ່ານັ້ນ ພວກມັນແຝງດ້ວຍຄວາມບໍ່ພໍໃຈຕໍ່ພຣະເຈົ້າ, ພ້ອມກັບອາລົມທີ່ເປັນລົບ ແລະ ຫົດຫູ່. ຄຳເວົ້າທີ່ເປັນລົບເຫຼົ່ານີ້ອາດຈະມີໜ້ອຍ, ແຕ່ອາລົມນີ້ ເປັນດັ່ງພະຍາດຕິດຕໍ່ ທີ່ສາມາດສົ່ງຜົນກະທົບຕໍ່ຄົນອື່ນໄດ້. ເຖິງແມ່ນວ່າພວກເຂົາບໍ່ໄດ້ເວົ້າຢ່າງຊັດເຈນວ່າ: “ຂ້ອຍບໍ່ປະສົງຈະປະຕິບັດໜ້າທີ່ຂອງຂ້ອຍອີກຕໍ່ໄປ, ຂ້ອຍບໍ່ມີຄວາມຫວັງໃນຄວາມລອດພົ້ນ ແລະ ພວກເຈົ້າທຸກຄົນກໍຕົກຢູ່ໃນອັນຕະລາຍເຊັ່ນກັນ”, ແຕ່ພວກເຂົາສົ່ງສັນຍານທີ່ເຮັດໃຫ້ຜູ້ຄົນຮູ້ສຶກວ່າ ຖ້າບຸກຄົນນີ້ບໍ່ມີຄວາມຫວັງໃນຄວາມລອດພົ້ນ ເຖິງແມ່ນວ່າຈະມີຄວາມພະຍາຍາມກໍຕາມ, ແລ້ວຜູ້ທີ່ບໍ່ພະຍາຍາມກໍຍິ່ງມີໂອກາດໜ້ອຍທີ່ຈະມີຄວາມຫວັງ. ໂດຍການສົ່ງຕໍ່ສັນຍານນີ້, ພວກເຂົາກຳລັງບອກທຸກຄົນວ່າ: “ຄວາມຫວັງແມ່ນສິ່ງສຳຄັນ. ຖ້າພຣະເຈົ້າບໍ່ໃຫ້ຄວາມຫວັງແກ່ເຈົ້າ, ຖ້າພຣະເຈົ້າບໍ່ອວຍພອນເຈົ້າ, ແລ້ວບໍ່ວ່າເຈົ້າຈະທຸ່ມເທຄວາມພະຍາຍາມຫຼາຍສໍ່າໃດກໍຕາມ, ມັນກໍສູນເປົ່າ”. ຫຼັງຈາກທີ່ຄົນສ່ວນໃຫຍ່ຍອມຮັບສັນຍານນີ້, ຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າທີ່ຢູ່ເລິກໆທາງໃນ ກໍອົດບໍ່ໄດ້ທີ່ຈະເຊື່ອມຖ້ອຍລົງ ແລະ ຄວາມຈົງຮັກພັກດີ ແລະ ຄວາມຈິງໃຈທີ່ພວກເຂົາຄວນສະແດງອອກເມື່ອປະຕິບັດໜ້າທີ່ຂອງຕົນກໍຈະຫຼຸດລົງຢ່າງຫຼວງຫຼາຍ. ເຖິງແມ່ນວ່າພວກເຂົາລະບາຍຄວາມເປັນລົບນີ້ ໂດຍບໍ່ມີເຈດຕະນາທີ່ຊັດເຈນທີ່ຈະນໍາພາຄົນອື່ນຢ່າງຜິດໆ ຫຼື ດຶງຄົນອື່ນມາຢູ່ຝ່າຍຂອງພວກເຂົາ, ແຕ່ອາລົມທີ່ເປັນລົບນີ້ສົ່ງຜົນກະທົບຕໍ່ຄົນອື່ນຢ່າງໄວວາ, ເຮັດໃຫ້ພວກເຂົາຮູ້ສຶກເຖິງວິກິດ, ຮູ້ສຶກວ່າຄວາມພະຍາຍາມຂອງພວກເຂົາເສຍໄປລ້າໆຢ່າງງ່າຍດາຍ; ມັນເຮັດໃຫ້ຜູ້ຄົນດຳລົງຊີວິດຢູ່ພາຍໃນຄວາມຮູ້ສຶກຂອງພວກເຂົາ, ໂດຍໃຊ້ຄວາມຮູ້ສຶກເພື່ອຄາດເດົາກ່ຽວກັບພຣະເຈົ້າ, ວິເຄາະ ແລະ ກວດສອບທັດສະນະຄະຕິ ແລະ ຄວາມຈິງໃຈຂອງພຣະເຈົ້າທີ່ມີຕໍ່ມະນຸດ ໂດຍອີງໃສ່ຮູບລັກສະນະພາຍນອກ. ເມື່ອອາລົມທີ່ເປັນລົບນີ້ຖືກສົ່ງຕໍ່ໄປຫາຄົນອື່ນ, ພວກເຂົາກໍອົດບໍ່ໄດ້ທີ່ຈະຕີຕົວອອກຫ່າງຈາກພຣະເຈົ້າ, ເຂົ້າໃຈຜິດ ແລະ ສົງໄສໃນສິ່ງທີ່ພຣະເຈົ້າໄດ້ກ່າວ, ໂດຍບໍ່ເຊື່ອໃນພຣະທຳຂອງພຣະອົງອີກຕໍ່ໄປ. ໃນເວລາດຽວກັນ, ພວກເຂົາບໍ່ມີຄວາມຈິງໃຈຕໍ່ໜ້າທີ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ບໍ່ເຕັມໃຈທີ່ຈະມີຄວາມຈົງຮັກພັກດີໃດໆ. ນີ້ຄືຜົນກະທົບຂອງຄຳເວົ້າທີ່ເປັນລົບເຫຼົ່ານີ້ຕໍ່ຜູ້ຄົນ. ຜົນສະທ້ອນຂອງຜົນກະທົບນີ້ແມ່ນຫຍັງ? ຫຼັງຈາກທີ່ໄດ້ຍິນຄຳເວົ້າເຫຼົ່ານີ້, ຜູ້ຄົນບໍ່ໄດ້ຮັບການເສີມສ້າງ, ຍິ່ງບໍ່ຕ້ອງເວົ້າເຖິງການທີ່ພວກເຂົາຈະບັນລຸຄວາມຮູ້ກ່ຽວກັບຕົນເອງ, ຄົ້ນພົບຂໍ້ບົກຜ່ອງຂອງພວກເຂົາ ຫຼື ສາມາດປະຕິບັດຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການ, ພວກເຂົາບໍ່ໄດ້ຮັບຜົນໄດ້ຮັບທີ່ເປັນບວກເຫຼົ່ານີ້ເລີຍ. ກົງກັນຂ້າມ, ຜົນກະທົບນີ້ເຮັດໃຫ້ຜູ້ຄົນຄິດລົບຫຼາຍຂຶ້ນ, ຄິດກ່ຽວກັບການລົ້ມເລີກການໄລ່ຕາມຄວາມຈິງ ແລະ ບໍ່ມີຄວາມເດັດດ່ຽວໃນໜ້າທີ່ຂອງພວກເຂົາອີກຕໍ່ໄປ. ເປັນຫຍັງພວກເຂົາຈຶ່ງສູນເສຍຄວາມເຊື່ອ? (ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ.) ຖືກແລ້ວ, ເຈົ້າຍອມຮັບຂໍ້ຄວາມນີ້ ແລະ ຮູ້ສຶກວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ສະນັ້ນ ເຈົ້າຈຶ່ງບໍ່ເຕັມໃຈທີ່ຈະທຸ່ມເທຄວາມພະຍາຍາມເພື່ອປະຕິບັດໜ້າທີ່ຂອງເຈົ້າ. ພຶດຕິກຳນີ້ສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ໄລ່ຕາມຄວາມຈິງຢ່າງຈິງໃຈ ແຕ່ຕັດສິນສະເໝີວ່າພຣະເຈົ້າພໍໃຈໃນຕົວເຈົ້າ ຫຼື ບໍ່, ວ່າເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ແລະ ວ່າພຣະເຈົ້າຮັບຮອງການປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ ໂດຍອີງໃສ່ຄວາມຮູ້ສຶກ, ອາລົມ ແລະ ການຄາດເດົາ. ເມື່ອຜູ້ຄົນຕັດສິນສິ່ງເຫຼົ່ານີ້ໂດຍອີງໃສ່ການຄາດເດົາ, ພວກເຂົາກໍບໍ່ມີແຮງຈູງໃຈຫຼາຍປານໃດທີ່ຈະປະຕິບັດຄວາມຈິງ. ເປັນຫຍັງຈຶ່ງເປັນແນວນີ້? ຜູ້ຄົນສາມາດຕັດສິນພຣະເຈົ້າໄດ້ຢ່າງຖືກຕ້ອງ ເມື່ອພວກເຂົາຕັດສິນພຣະອົງໂດຍອີງໃສ່ການຄາດເດົາໄດ້ບໍ? ຜູ້ຄົນສາມາດຄາດເດົາກ່ຽວກັບທຸກຄວາມຄິດ ແລະ ແນວຄິດທີ່ພຣະເຈົ້າມີໄດ້ຢ່າງຖືກຕ້ອງບໍ? (ບໍ່.) ຈິດໃຈຂອງຜູ້ຄົນເຕັມໄປດ້ວຍຄວາມຫຼອກລວງ, ການແລກປ່ຽນ, ປັດຊະຍາສຳລັບການກະທຳທາງໂລກ, ຕັກກະຂອງຊາຕານ ແລະ ອື່ນໆ. ຜົນສະທ້ອນຂອງການທີ່ຜູ້ຄົນຄາດເດົາກ່ຽວກັບພຣະເຈົ້າໂດຍອີງໃສ່ສິ່ງເຫຼົ່ານີ້ແມ່ນຫຍັງ? ມັນນໍາໄປສູ່ການສົງໄສໃນພຣະເຈົ້າ, ການຕີຕົວອອກຫ່າງຈາກພຣະເຈົ້າ ແລະ ແມ່ນແຕ່ການສູນເສຍຄວາມເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ. ເມື່ອຄົນຜູ້ໜຶ່ງສູນເສຍຄວາມເຊື່ອໃນພຣະເຈົ້າຢ່າງສິ້ນເຊີງ, ເຄື່ອງໝາຍຖາມຂະໜາດໃຫຍ່ກໍຈະຖືກວາງໄວ້ໃນໃຈຂອງພວກເຂົາຢ່າງຫຼີກລ່ຽງບໍ່ໄດ້ວ່າພຣະເຈົ້າມີຢູ່ຈິງ ຫຼື ບໍ່. ໃນເວລານັ້ນ, ຊ່ວງເວລາຂອງພວກເຂົາໃນຖານະຜູ້ເຊື່ອໃນພຣະເຈົ້າກໍຈະສິ້ນສຸດລົງ, ພວກເຂົາຖືກທຳລາຍຢ່າງສິ້ນເຊີງ. ນອກຈາກນີ້, ມັນຖືກຕ້ອງບໍທີ່ຜູ້ຄົນຈະຄາດເດົາກ່ຽວກັບພຣະເຈົ້າ? ນີ້ແມ່ນທັດສະນະຄະຕິທີ່ສິ່ງທີ່ຖືກສ້າງຄວນມີຕໍ່ພຣະຜູ້ສ້າງບໍ? ເຫັນໄດ້ຢ່າງຊັດເຈນວ່າ ບໍ່ແມ່ນ. ຜູ້ຄົນບໍ່ຄວນຄາດເດົາກ່ຽວກັບພຣະເຈົ້າ ແລະ ພວກເຂົາບໍ່ຄວນຄາດເດົາກ່ຽວກັບການຄິດຂອງພຣະເຈົ້າ ຫຼື ຄວາມຄິດຂອງພຣະອົງກ່ຽວກັບມະນຸດ. ສິ່ງນີ້ ແມ່ນຜິດໃນຕົວມັນເອງ; ຜູ້ຄົນໄດ້ສົມມຸດມຸມມອງ ແລະ ຈຸດຢືນທີ່ບໍ່ຖືກຕ້ອງ.

ຜູ້ຄົນບໍ່ຄວນປະຕິບັດຕໍ່ພຣະເຈົ້າດ້ວຍການຄາດເດົາ, ການຄາດຄະເນ, ຄວາມສົງໄສ ຫຼື ຄວາມລະແວງ ທັງພວກເຂົາບໍ່ຄວນຕັດສິນພຣະອົງໂດຍອີງໃສ່ຄວາມຄິດ ແລະ ມຸມມອງຂອງມະນຸດ, ປັດຊະຍາສຳລັບການກະທຳທາງໂລກ ຫຼື ຄວາມຮູ້ທາງວິຊາການ. ສະນັ້ນ, ຜູ້ຄົນຄວນປະຕິບັດຕໍ່ພຣະເຈົ້າແນວໃດ? ກ່ອນອື່ນ, ຜູ້ຄົນຄວນເຊື່ອວ່າພຣະເຈົ້າຄືຄວາມຈິງ. ຂໍ້ກຳນົດຂອງພຣະເຈົ້າສຳລັບຜູ້ຄົນ, ເຈດຕະນາຂອງພຣະອົງທີ່ມີຕໍ່ພວກເຂົາ, ຄວາມຮັກ ແລະ ຄວາມກຽດຊັງຂອງພຣະອົງທີ່ມີຕໍ່ຜູ້ຄົນ ແລະ ການຈັດແຈງ, ຄວາມຄິດ ແລະ ແນວຄວາມຄິດຂອງພຣະອົງສຳລັບຄົນປະເພດຕ່າງໆ ແລະ ອື່ນໆ, ບໍ່ຕ້ອງການການຄາດເດົາຂອງເຈົ້າ; ເລື່ອງເຫຼົ່ານີ້ມີຄຳອະທິບາຍທີ່ຊັດເຈນ ແລະ ຄວາມໝາຍທີ່ຊັດເຈນຢູ່ໃນພຣະທຳຂອງພຣະເຈົ້າ. ເຈົ້າພຽງແຕ່ຕ້ອງການເຊື່ອ, ສະແຫວງຫາ ແລະ ຈາກນັ້ນກໍປະຕິບັດຕາມພຣະທຳຂອງພຣະເຈົ້າ, ມັນງ່າຍດາຍສໍ່ານັ້ນ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າຕັດສິນສິ່ງທີ່ພຣະອົງຕັ້ງໃຈຈະເຮັດກັບເຈົ້າ ຫຼື ວິທີທີ່ພຣະອົງເບິ່ງເຈົ້າ ໂດຍອີງໃສ່ຄວາມຮູ້ສຶກ. ສະນັ້ນ, ເຈົ້າຈຶ່ງຄິດວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ນີ້ແມ່ນຄວາມຮູ້ສຶກ ຫຼື ຄວາມຈິງ? ພຣະທຳຂອງພຣະເຈົ້າໄດ້ກ່າວແນວນັ້ນບໍ? (ບໍ່.) ແລ້ວພຣະທຳຂອງພຣະເຈົ້າກ່າວວ່າແນວໃດ? ພຣະເຈົ້າບອກຜູ້ຄົນເຖິງວິທີສະແຫວງຫາຄວາມຈິງເພື່ອຫາທາງແກ້ໄຂ ແລະ ຊອກຫາເສັ້ນທາງໃນການປະຕິບັດຄວາມຈິງ ເມື່ອໃດກໍຕາມທີ່ພວກເຂົາປະເຊີນກັບບັນຫາໃດໜຶ່ງ ຫຼື ເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ຢັ້ງຢືນສິ່ງໜຶ່ງຄື: ມັນເປັນຄວາມຈິງທີ່ວ່າພຣະເຈົ້າຕ້ອງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ພຣະເຈົ້າບໍ່ໄດ້ກຳລັງຫຼອກລວງເຈົ້າ ແລະ ນີ້ບໍ່ແມ່ນຄຳເວົ້າທີ່ຫວ່າງເປົ່າ. ເຈົ້າຄິດວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ນັ້ນເປັນພຽງອາລົມຊົ່ວຄາວ, ເປັນຄວາມຮູ້ສຶກທີ່ເກີດຂຶ້ນພາຍໃຕ້ສະພາບແວດລ້ອມໃດໜຶ່ງ. ຄວາມຮູ້ສຶກຂອງເຈົ້າບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມປາຖະໜາ ຫຼື ເຈດຕະນາຂອງພຣະເຈົ້າ, ແຮງໄກທີ່ຈະເປັນຕົວແທນໃຫ້ແກ່ຄວາມຄິດຂອງພຣະອົງ ແລະ ພວກມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງເຊັ່ນກັນ. ສະນັ້ນ, ຖ້າເຈົ້າດຳລົງຊີວິດຕາມຄວາມຮູ້ສຶກນີ້, ຖ້າເຈົ້າຄາດເດົາກ່ຽວກັບພຣະເຈົ້າໂດຍອີງໃສ່ຄວາມຮູ້ສຶກນີ້ ໂດຍການໃຊ້ຄວາມຮູ້ສຶກຂອງເຈົ້າເພື່ອແທນທີ່ຄວາມປາຖະໜາຂອງພຣະເຈົ້າ, ແລ້ວເຈົ້າກໍໄດ້ເຮັດຜິດຢ່າງຮ້າຍແຮງ ແລະ ໄດ້ຕົກຢູ່ໃນກັບດັກຂອງຊາຕານ. ຄົນເຮົາຄວນເຮັດແນວໃດໃນສະຖານະການນີ້? ຢ່າອີງໃສ່ຄວາມຮູ້ສຶກ. ບາງຄົນເວົ້າວ່າ: “ຖ້າພວກເຮົາບໍ່ຄວນອີງໃສ່ຄວາມຮູ້ສຶກ, ແລ້ວພວກເຮົາຄວນອີງໃສ່ຫຍັງ?” ການອີງໃສ່ສິ່ງໃດໜຶ່ງຂອງເຈົ້າແມ່ນບໍ່ມີປະໂຫຍດ; ຄວາມຮູ້ສຶກຂອງມະນຸດບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງ. ໃຜຈະຮູ້ວ່າຄວາມຮູ້ສຶກຂອງເຈົ້າເກີດຂຶ້ນໄດ້ແນວໃດ, ມັນມາຈາກໃສແທ້, ຖ້າມັນເກີດຂຶ້ນຍ້ອນການຖືກຊາຕານນຳພາຢ່າງຜິດໆ, ມັນກໍເປັນເລື່ອງຫຍຸ້ງຍາກ. ໃນກໍລະນີໃດກໍຕາມ, ບໍ່ວ່າຄວາມຮູ້ສຶກຈະເກີດຂຶ້ນໄດ້ແນວໃດກໍຕາມ, ມັນບໍ່ໄດ້ເປັນຕົວແທນໃຫ້ແກ່ຄວາມຈິງ. ຍິ່ງຄວາມຮູ້ສຶກ ແລະ ສັນຊາດຕະຍານຂອງຄົນໃດໜຶ່ງຮຸນແຮງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຕ້ອງການສະແຫວງຫາຄວາມຈິງ, ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສຳຫຼວດຕົນເອງຫຼາຍສໍ່ານັ້ນ. ຄວາມຮູ້ສຶກຂອງມະນຸດ ແລະ ຂໍ້ເທັດຈິງ ແລະ ຄວາມຈິງ ແມ່ນສອງສິ່ງທີ່ແຕກຕ່າງກັນ. ຄວາມຮູ້ສຶກສາມາດສະໜອງຄວາມຈິງໃຫ້ແກ່ເຈົ້າໄດ້ບໍ? ພວກມັນສາມາດນໍາພາເຈົ້າໄປສູ່ເສັ້ນທາງແຫ່ງການປະຕິບັດໄດ້ບໍ? ພວກມັນບໍ່ສາມາດເຮັດໄດ້. ມີພຽງແຕ່ພຣະທຳຂອງພຣະເຈົ້າ, ມີພຽງແຕ່ຄວາມຈິງເທົ່ານັ້ນ ທີ່ສາມາດນໍາພາເຈົ້າໄປສູ່ເສັ້ນທາງແຫ່ງການປະຕິບັດ, ສາມາດນໍາພາເຈົ້າໄປສູ່ຈຸດປ່ຽນ ແລະ ເປີດທາງອອກໃຫ້ເຈົ້າໄດ້. ສະນັ້ນ, ສິ່ງທີ່ເຈົ້າຄວນປະຕິບັດ ບໍ່ແມ່ນການຊອກຫາຄວາມຮູ້ສຶກຂອງຕົນເອງ, ຄວາມຮູ້ສຶກຂອງເຈົ້າບໍ່ສຳຄັນ. ສິ່ງທີ່ເຈົ້າຄວນເຮັດກໍຄື ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ, ເພື່ອເຂົ້າໃຈເຈດຕະນາຂອງພຣະເຈົ້າຜ່ານພຣະທຳຂອງພຣະອົງ. ຍິ່ງເຈົ້າອີງໃສ່ຄວາມຮູ້ສຶກຫຼາຍສໍ່າໃດ, ເຈົ້າກໍຍິ່ງພົບວ່າຕົນເອງບໍ່ມີຫົນທາງທີ່ຈະກ້າວໄປຂ້າງໜ້າ, ເຈົ້າຍິ່ງຕົກຢູ່ໃນຄວາມເປັນລົບເລິກລົງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງເຊື່ອວ່າພຣະເຈົ້າບໍ່ຍຸຕິທຳ, ວ່າພຣະເຈົ້າບໍ່ໄດ້ອວຍພອນເຈົ້າ. ກົງກັນຂ້າມ, ຖ້າເຈົ້າວາງຄວາມຮູ້ສຶກເຫຼົ່ານີ້ໄວ້ທາງຂ້າງ ເພື່ອສະແຫວງຫາຫຼັກການຄວາມຈິງ, ເພື່ອເບິ່ງວ່າການກະທຳໃດໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າໄດ້ລະເມີດຫຼັກການຄວາມຈິງ, ການກະທຳໃດທີ່ເຮັດໄປຕາມຄວາມຕັ້ງໃຈຂອງເຈົ້າເອງ ແລະ ບໍ່ກ່ຽວຂ້ອງກັບຫຼັກການຄວາມຈິງເລີຍ, ແລ້ວໃນຂະບວນການສະແຫວງຫາ ເຈົ້າຈະຄົ້ນພົບວ່າເຈົ້າມີຄວາມຕັ້ງໃຈຂອງຕົນເອງຫຼາຍເກີນໄປ, ມີຈິນຕະນາການຫຼາຍເກີນໄປ. ພຽງແຕ່ໃຊ້ຄວາມຈິງຈັງເລັກນ້ອຍນີ້, ເຈົ້າກໍຈະຄົ້ນພົບບັນຫາຫຼາຍຢ່າງ: “ຂ້ອຍກະບົດຫຼາຍເກີນໄປ, ຫົວແຂງຫຼາຍເກີນໄປ, ອວດດີຫຼາຍເກີນໄປ! ມັນບໍ່ແມ່ນວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ; ຄວາມຮູ້ສຶກຂອງຂ້ອຍບໍ່ຖືກຕ້ອງ. ມັນແມ່ນຍ້ອນຂ້ອຍບໍ່ໄດ້ເອົາໃຈໃສ່ພຣະທຳຂອງພຣະເຈົ້າຢ່າງຈິງຈັງ ແລະ ຂ້ອຍບໍ່ໄດ້ປະຕິບັດຕາມຫຼັກການຄວາມຈິງ. ຂ້ອຍມັກຈົ່ມວ່າພຣະເຈົ້າບໍ່ອວຍພອນຂ້ອຍ, ບໍ່ນໍາພາຂ້ອຍ ແລະ ລຳອຽງ, ແຕ່ຄວາມຈິງແລ້ວ ຂ້ອຍບໍ່ຮັບຮູ້ວ່າຂ້ອຍເຮັດພໍແລ້ວມືແລ້ວຕີນ, ຫົວແຂງ ແລະ ມັກງ່າຍໃນການປະຕິບັດໜ້າທີ່ຂອງຂ້ອຍ, ນີ້ແມ່ນຄວາມຜິດຂອງຂ້ອຍ. ຕອນນີ້ຂ້ອຍຮູ້ແລ້ວ, ພຣະເຈົ້າບໍ່ສະແດງຄວາມລຳອຽງ. ເມື່ອຜູ້ຄົນບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ມາຢູ່ຕໍ່ໜ້າພຣະເຈົ້າ, ພຣະເຈົ້າກໍດີຕໍ່ພວກເຂົາແລ້ວ ໂດຍການບໍ່ເພີກຖອນຄຸນສົມບັດຂອງພວກເຂົາໃນການປະຕິບັດໜ້າທີ່; ພຣະເຈົ້າຜ່ອນຜັນຫຼາຍແລ້ວໃນເລື່ອງນີ້. ແຕ່ຂ້ອຍຍັງຮູ້ສຶກເຕັມໄປດ້ວຍຄວາມເຄືອງໃຈ, ເຖິງກັບໂຕ້ຖຽງ ແລະ ຜິດຖຽງກັນກັບພຣະເຈົ້າ. ກ່ອນໜ້ານີ້, ຂ້ອຍຄິດວ່າຂ້ອຍດີພໍສົມຄວນ, ແຕ່ຕອນນີ້ຂ້ອຍເຫັນແລ້ວວ່ານັ້ນບໍ່ແມ່ນຄວາມຈິງເລີຍ. ສິ່ງໃດກໍຕາມທີ່ຂ້ອຍເຮັດແມ່ນບໍ່ໄດ້ອີງໃສ່ຫຼັກການ; ການທີ່ພຣະເຈົ້າບໍ່ໄດ້ລົງວິໄນຂ້ອຍ ກໍແມ່ນພຣະຄຸນຂອງພຣະອົງ, ພຣະອົງຮັບຮູ້ຄວາມເຕີບໂຕທີ່ຍັງນ້ອຍຂອງຂ້ອຍ!” ຜ່ານການສະແຫວງຫາແບບນັ້ນ, ເຈົ້າຈະເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດລິເລີ່ມທີ່ຈະປະຕິບັດຢ່າງຫ້າວຫັນຕາມຫຼັກການຄວາມຈິງ. ເຈົ້າຈະຮູ້ສຶກວ່າເຈົ້າມີຫຼັກການບາງຢ່າງໃນການປະພຶດຕົນ ແລະ ໃນການປະຕິບັດໜ້າທີ່ຂອງເຈົ້າຂຶ້ນເທື່ອລະເລັກເທື່ອລະນ້ອຍ. ໃນເວລານີ້, ເຈົ້າຈະບໍ່ຮູ້ສຶກສະຫງົບສຸກໃນຈິດໃຈຂອງເຈົ້າຫຼາຍຂຶ້ນບໍ? “ກ່ອນໜ້ານີ້, ຂ້ອຍຮູ້ສຶກວ່າຂ້ອຍບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ຕອນນີ້ເປັນຫຍັງຄວາມຮູ້ສຶກນີ້, ການຮັບຮູ້ນີ້ຈຶ່ງຈືດຈາງລົງເລື້ອຍໆ? ສະພາວະນີ້ປ່ຽນໄປໄດ້ແນວໃດ? ກ່ອນໜ້ານີ້, ຂ້ອຍຄິດວ່າຂ້ອຍບໍ່ມີຄວາມຫວັງ; ນັ້ນບໍ່ແມ່ນພຽງແຕ່ຄວາມເປັນລົບ, ການຕໍ່ຕ້ານ ແລະ ການຕໍ່ສູ້ກັບພຣະເຈົ້າບໍ? ຂ້ອຍກະບົດຫຼາຍເກີນໄປ!” ຫຼັງຈາກທີ່ຍອມອ່ອນນ້ອມ, ໃນຂະບວນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈະເລີ່ມເຂົ້າໃຈຫຼັກການບາງຢ່າງ ແລະ ເຈົ້າຈະບໍ່ປຽບທຽບຕົນເອງກັບຄົນອື່ນອີກຕໍ່ໄປໂດຍບໍ່ຮູ້ຕົວ, ເຈົ້າຈະພຽງແຕ່ໃສ່ໃຈກັບວິທີຫຼີກລ່ຽງການເຮັດພໍແລ້ວມືແລ້ວຕີນ ແລະ ວິທີປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການ. ໂດຍບໍ່ຮູ້ສຶກຕົວ, ເຈົ້າຈະບໍ່ຮູ້ສຶກວ່າເຈົ້າບໍ່ສາມາດໄດ້ຮັບຄວາມລອດພົ້ນອີກຕໍ່ໄປ ແລະ ເຈົ້າຈະບໍ່ຕົກຢູ່ໃນສະພາວະທີ່ເປັນລົບນັ້ນອີກຕໍ່ໄປ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຕາມຫຼັກການ ແລະ ຮູ້ສຶກວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້າໄດ້ກາຍເປັນປົກກະຕິ. ເມື່ອເຈົ້າມີຄວາມຮູ້ສຶກນີ້, ເຈົ້າຈະຄິດວ່າ: “ພຣະເຈົ້າບໍ່ໄດ້ປະຖິ້ມຂ້ອຍ; ຂ້ອຍສາມາດຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ ແລະ ຂ້ອຍສາມາດຮູ້ສຶກເຖິງການນໍາພາ ແລະ ພຣະພອນຂອງພຣະເຈົ້າ ເມື່ອຂ້ອຍສະແຫວງຫາພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ອຍ. ໃນທີ່ສຸດ ຂ້ອຍກໍຮູ້ສຶກວ່າ ພຣະເຈົ້າອວຍພອນຄົນອື່ນ ແລະ ອວຍພອນຂ້ອຍເຊັ່ນກັນ ແລະ ພຣະເຈົ້າບໍ່ສະແດງຄວາມລຳອຽງ, ເບິ່ງຄືວ່າຂ້ອຍຍັງມີຄວາມຫວັງໃນຄວາມລອດພົ້ນ. ປະກົດວ່າເສັ້ນທາງທີ່ຂ້ອຍຍ່າງກ່ອນໜ້ານີ້ແມ່ນຜິດ, ຂ້ອຍມັກເຮັດພໍແລ້ວມືແລ້ວຕີນ ແລະ ເຮັດຜິດຕາມໃຈມັກໃນການປະຕິບັດໜ້າທີ່ຂອງຂ້ອຍສະເໝີ ແລະ ຂ້ອຍເຖິງກັບຄິດວ່າຕົນເອງດີແລ້ວ, ໂດຍອາໄສຢູ່ໃນໂລກນ້ອຍໆຂອງຂ້ອຍເອງ ແລະ ຊົມເຊີຍຕົນເອງ. ຕອນນີ້ຂ້ອຍເຫັນແລ້ວວ່າ ການເຮັດແບບນັ້ນແມ່ນຄວາມຜິດພາດອັນໃຫຍ່ຫຼວງ! ການດຳລົງຊີວິດຢູ່ໃນສະພາວະທີ່ທ້າທາຍ ແລະ ຕໍ່ຕ້ານພຣະເຈົ້າຢ່າງສິ້ນເຊີງ, ບໍ່ໜ້າແປກໃຈເລີຍທີ່ຂ້ອຍບໍ່ໄດ້ຮັບຄວາມສະຫວ່າງຈາກພຣະເຈົ້າ. ຂ້ອຍຈະໄດ້ຮັບຄວາມສະຫວ່າງຈາກພຣະເຈົ້າໄດ້ແນວໃດ ຖ້າຂ້ອຍບໍ່ກະທຳຕາມຫຼັກການ?” ເຈົ້າເຫັນບໍ່, ສອງວິທີການປະຕິບັດທີ່ແຕກຕ່າງກັນຢ່າງສິ້ນເຊີງ, ສອງວິທີການທີ່ແຕກຕ່າງກັນຢ່າງສິ້ນເຊີງໃນການຈັດການກັບຄວາມຄິດຂອງຕົນເອງ, ໃນທີ່ສຸດກໍນໍາໄປສູ່ຜົນໄດ້ຮັບທີ່ແຕກຕ່າງກັນ.

ຜູ້ຄົນບໍ່ສາມາດດຳລົງຊີວິດຕາມຄວາມຮູ້ສຶກໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກຂອງຜູ້ຄົນເປັນພຽງອາລົມຊົ່ວຄາວ, ພວກມັນມີສ່ວນກ່ຽວຂ້ອງກັບຜົນໄດ້ຮັບຂອງພວກເຂົາບໍ? ກັບຂໍ້ເທັດຈິງບໍ? (ບໍ່.) ເມື່ອຜູ້ຄົນຫຼົງທາງໄປໄກຈາກພຣະເຈົ້າ, ເມື່ອພວກເຂົາດຳລົງຊີວິດຢູ່ໃນສະພາວະຂອງຈິດໃຈທີ່ພວກເຂົາເຂົ້າໃຈຜິດກ່ຽວກັບພຣະເຈົ້າ ຫຼື ຕໍ່ຕ້ານ, ຕໍ່ສູ້ກັບ ແລະ ທ້າທາຍພຣະເຈົ້າ, ແລ້ວພວກເຂົາກໍໄດ້ຈາກການດູແລ ແລະ ການປົກປ້ອງຂອງພຣະເຈົ້າໄປຢ່າງສິ້ນເຊີງ ແລະ ບໍ່ມີບ່ອນສຳລັບພຣະເຈົ້າຢູ່ໃນໃຈຂອງພວກເຂົາອີກຕໍ່ໄປ. ເມື່ອຜູ້ຄົນດຳລົງຊີວິດຢູ່ໃນສະພາວະເຊັ່ນນີ້, ພວກເຂົາກໍອົດບໍ່ໄດ້ທີ່ຈະດຳລົງຊີວິດຕາມຄວາມຮູ້ສຶກຂອງຕົນເອງ. ຄວາມຄິດເລັກນ້ອຍບາງຢ່າງສາມາດເຮັດໃຫ້ພວກເຂົາຫງຸດຫງິດໃຈຈົນກິນບໍ່ໄດ້ນອນບໍ່ຫຼັບ, ຄຳເວົ້າທີ່ບໍ່ລະມັດລະວັງຈາກບາງຄົນສາມາດເຮັດໃຫ້ພວກເຂົາຕົກຢູ່ໃນການຄາດເດົາ ແລະ ຄວາມສັບສົນ ແລະ ແມ່ນແຕ່ຝັນຮ້າຍຄັ້ງດຽວກໍສາມາດເຮັດໃຫ້ພວກເຂົາຄິດລົບ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຜິດພຣະເຈົ້າ. ເມື່ອວົງຈອນອຸບາດນີ້ກໍ່ຕົວຂຶ້ນ, ຜູ້ຄົນກໍຈະຕັດສິນວ່າມັນຈົບລົງແລ້ວສຳລັບພວກເຂົາ, ວ່າພວກເຂົາໄດ້ສູນເສຍຄວາມຫວັງທັງໝົດທີ່ຈະໄດ້ຮັບຄວາມລອດພົ້ນ, ວ່າພວກເຂົາໄດ້ຖືກພຣະເຈົ້າປະຖິ້ມ ແລະ ວ່າພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ຍິ່ງພວກເຂົາຄິດໃນທາງນີ້ຫຼາຍສ່ຳໃດ ແລະ ຍິ່ງພວກເຂົາມີຄວາມຮູ້ສຶກດັ່ງກ່າວຫຼາຍສ່ຳໃດ, ພວກເຂົາກໍຍິ່ງຕົກຢູ່ໃນຄວາມເປັນລົບຫຼາຍສ່ຳນັ້ນ. ເຫດຜົນທີ່ແທ້ຈິງທີ່ຜູ້ຄົນມີຄວາມຮູ້ສຶກເຫຼົ່ານີ້ ກໍຍ້ອນວ່າພວກເຂົາບໍ່ສະແຫວງຫາຄວາມຈິງ ຫຼື ປະຕິບັດຕາມຫຼັກການຄວາມຈິງ. ເມື່ອມີບາງຢ່າງເກີດຂຶ້ນກັບພວກເຂົາ, ຜູ້ຄົນບໍ່ສະແຫວງຫາຄວາມຈິງ, ບໍ່ປະຕິບັດຄວາມຈິງ ແລະ ມັກຈະໄປຕາມທາງຂອງຕົນເອງຢູ່ສະເໝີ, ໂດຍດຳລົງຊີວິດຢູ່ທ່າມກາງຄວາມສະຫຼາດເລັກໆນ້ອຍໆຂອງຕົນເອງ. ພວກເຂົາໃຊ້ເວລາໃນແຕ່ລະມື້ເພື່ອປຽບທຽບຕົນເອງກັບຄົນອື່ນ ແລະ ແຂ່ງຂັນກັບພວກເຂົາ, ອິດສາ ແລະ ກຽດຊັງໃຜກໍຕາມທີ່ພວກເຂົາຄິດວ່າດີກວ່າພວກເຂົາ ແລະ ເຢາະເຍີ້ຍ ແລະ ສຽດສີໃຜກໍຕາມທີ່ພວກເຂົາຄິດວ່າດ້ອຍກວ່າພວກເຂົາ, ດຳລົງຊີວິດຢູ່ໃນອຸປະນິໄສຂອງຊາຕານ, ບໍ່ເຮັດສິ່ງຕ່າງໆຕາມຫຼັກການຄວາມຈິງ ແລະ ປະຕິເສດທີ່ຈະຍອມຮັບຄຳແນະນໍາຂອງຜູ້ໃດກໍຕາມ. ໃນທີ່ສຸດ ສິ່ງນີ້ກໍນໍາພວກເຂົາໄປສູ່ການພັດທະນາຄວາມຫຼົງຜິດ, ການຄາດເດົາ ແລະ ການຕັດສິນທຸກປະເພດ ແລະ ພວກເຂົາເຮັດໃຫ້ຕົນເອງກັງວົນໃຈຢູ່ຕະຫຼອດເວລາ. ແລ້ວພວກເຂົາສົມຄວນໄດ້ຮັບສິ່ງນີ້ບໍ່ແມ່ນບໍ? ໝາກຜົນທີ່ຂົມຂື່ນດັ່ງກ່າວ ສາມາດແບກຮັບໄດ້ໂດຍຕົນເອງເທົ່ານັ້ນ ແລະ ພວກເຂົາສົມຄວນໄດ້ຮັບມັນຢ່າງແທ້ຈິງ. ສິ່ງທີ່ເຮັດໃຫ້ເກີດທັງໝົດນີ້ແມ່ນຫຍັງ? ມັນເປັນຍ້ອນວ່າຜູ້ຄົນບໍ່ສະແຫວງຫາຄວາມຈິງ, ອວດດີ ແລະ ຖືຕົນວ່າຊອບທຳເກີນໄປ, ພວກເຂົາມັກຈະກະທຳຕາມຄວາມຄິດຂອງຕົນເອງສະເໝີ, ພວກເຂົາມັກຈະອວດອ້າງ ແລະ ປຽບທຽບຕົນເອງກັບຄົນອື່ນສະເໝີ, ພວກເຂົາມັກຈະພະຍາຍາມເຮັດໃຫ້ຕົນເອງໂດດເດັ່ນສະເໝີ, ພວກເຂົາມັກຈະຮຽກຮ້ອງສິ່ງທີ່ບໍ່ສົມເຫດສົມຜົນຈາກພຣະເຈົ້າຢູ່ສະເໝີ ແລະ ອື່ນໆ, ສິ່ງທັງໝົດນີ້ເຮັດໃຫ້ຜູ້ຄົນຄ່ອຍໆຫຼົງທາງຈາກພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ລະເມີດຄວາມຈິງເທື່ອແລ້ວເທື່ອເລົ່າ. ໃນທີ່ສຸດ, ພວກເຂົາກໍພາຕົນເອງຕົກຢູ່ໃນຄວາມມືດ ແລະ ຄວາມເປັນລົບ. ແລ້ວໃນຊ່ວງເວລາດັ່ງກ່າວ, ຜູ້ຄົນບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງຕົນເອງ, ຍິ່ງບໍ່ຕ້ອງເວົ້າເຖິງຄວາມເປັນໄປໄດ້ທີ່ພວກເຂົາຈະເຂົ້າຫາສິ່ງເຫຼົ່ານີ້ດ້ວຍທັດສະນະຄະຕິທີ່ຖືກຕ້ອງ. ກົງກັນຂ້າມ, ພວກເຂົາຈົ່ມກ່ຽວກັບພຣະເຈົ້າ, ເຂົ້າໃຈຜິດພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງ. ເມື່ອສິ່ງນີ້ເກີດຂຶ້ນ, ໃນທີ່ສຸດ ຜູ້ຄົນກໍຮັບຮູ້ວ່າຄວາມເສື່ອມຊາມຂອງພວກເຂົາເລິກເຊິ່ງຫຼາຍ ແລະ ພວກເຂົາມີບັນຫາຫຼາຍເກີນໄປ, ສະນັ້ນ ພວກເຂົາຈຶ່ງຕັດສິນວ່າພວກເຂົາເປັນປະເພດທີ່ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາກໍອົດບໍ່ໄດ້ທີ່ຈະຕົກຢູ່ໃນຄວາມເປັນລົບ, ບໍ່ສາມາດດຶງຕົນເອງອອກມາໄດ້. ສິ່ງທີ່ພວກເຂົາເຊື່ອກໍຄື: “ພຣະເຈົ້າປະຕິເສດຂ້ອຍດ້ວຍຄວາມດູຖູກ, ພຣະເຈົ້າບໍ່ຕ້ອງການຂ້ອຍ. ຂ້ອຍກະບົດຫຼາຍເກີນໄປ, ຂ້ອຍສົມຄວນໄດ້ຮັບມັນ, ພຣະເຈົ້າຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນອີກຕໍ່ໄປຢ່າງແນ່ນອນ”. ພວກເຂົາເຊື່ອວ່າສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂໍ້ເທັດຈິງ. ພວກເຂົາຕັດສິນວ່າການຄາດເດົາໃນໃຈຂອງພວກເຂົາເປັນຄວາມຈິງ. ບໍ່ວ່າໃຜຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາ, ມັນກໍບໍ່ມີປະໂຫຍດ, ພວກເຂົາບໍ່ຍອມຮັບມັນ. ພວກເຂົາຄິດວ່າ: “ພຣະເຈົ້າຈະບໍ່ອວຍພອນຂ້ອຍ, ພຣະອົງຈະບໍ່ຊ່ວຍຂ້ອຍໃຫ້ລອດພົ້ນ, ສະນັ້ນ ການເຊື່ອໃນພຣະເຈົ້າມີປະໂຫຍດຫຍັງ?” ເມື່ອເສັ້ນທາງແຫ່ງຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າມາຮອດຈຸດນີ້, ຜູ້ຄົນຍັງສາມາດເຊື່ອໄດ້ບໍ? ບໍ່ໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຊື່ອຕໍ່ໄປໄດ້ອີກ? ມີຂໍ້ເທັດຈິງຢູ່ນີ້. ເມື່ອຄວາມເປັນລົບຂອງຜູ້ຄົນບັນລຸເຖິງຈຸດໃດໜຶ່ງ ທີ່ໃຈຂອງພວກເຂົາເຕັມໄປດ້ວຍການຕໍ່ຕ້ານ ແລະ ຄຳຈົ່ມວ່າ ແລະ ພວກເຂົາປາຖະໜາທີ່ຈະຕັດຂາດຄວາມສຳພັນກັບພຣະເຈົ້າຢ່າງສິ້ນເຊີງ, ແລ້ວມັນກໍບໍ່ແມ່ນເລື່ອງງ່າຍດາຍອີກຕໍ່ໄປ ເຊັ່ນ: ການທີ່ພວກເຂົາບໍ່ຢໍາເກງພຣະເຈົ້າ, ບໍ່ອ່ອນນ້ອມຕໍ່ພຣະເຈົ້າ, ບໍ່ຮັກຄວາມຈິງ ແລະ ບໍ່ຍອມຮັບຄວາມຈິງ. ແລ້ວມັນແມ່ນຫຍັງ? ຢູ່ໃນໃຈຂອງພວກເຂົາ, ພວກເຂົາຕັ້ງໃຈເລືອກທີ່ຈະລົ້ມເລີກຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ພວກເຂົາຄິດວ່າມັນເປັນເລື່ອງໜ້າອັບອາຍທີ່ຈະລໍຖ້າຖືກກຳຈັດອອກຊື່ໆ ແລະ ຄິດວ່າມີກຽດສັກສີຫຼາຍກວ່າທີ່ຈະເລືອກລົ້ມເລີກ, ສະນັ້ນ ພວກເຂົາຈຶ່ງເປັນຝ່າຍລິເລີ່ມທີ່ຈະສະລະໂອກາດຂອງຕົນ, ໂດຍການເຮັດໃຫ້ສິ່ງຕ່າງໆຈົບລົງດ້ວຍຕົນເອງ. ພວກເຂົາກ່າວໂທດວ່າການເຊື່ອໃນພຣະເຈົ້າເປັນສິ່ງບໍ່ດີ, ພວກເຂົາກ່າວໂທດວ່າຄວາມຈິງບໍ່ສາມາດປ່ຽນແປງຜູ້ຄົນໄດ້ ແລະ ພວກເຂົາກ່າວໂທດວ່າພຣະເຈົ້າບໍ່ຊອບທຳ, ໂດຍການຈົ່ມວ່າພຣະອົງບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ: “ຂ້ອຍດຸໝັ່ນຫຼາຍ, ຂ້ອຍທົນທຸກຕໍ່ຄວາມຍາກລຳບາກຫຼາຍກວ່າຄົນອື່ນ ແລະ ຈ່າຍລາຄາຫຼາຍກວ່າທຸກຄົນ, ຂ້ອຍປະຕິບັດໜ້າທີ່ດ້ວຍຄວາມຈິງໃຈ ແຕ່ພຣະເຈົ້າກໍຍັງບໍ່ອວຍພອນຂ້ອຍ. ຕອນນີ້ຂ້ອຍເຫັນຢ່າງຊັດເຈນແລ້ວວ່າພຣະເຈົ້າບໍ່ມັກຂ້ອຍ, ວ່າພຣະເຈົ້າປະຕິບັດຕໍ່ຜູ້ຄົນຢ່າງບໍ່ເທົ່າທຽມກັນ”. ພວກເຂົາກ້າທີ່ຈະປ່ຽນຄວາມສົງໄສຂອງຕົນທີ່ມີຕໍ່ພຣະເຈົ້າ ໃຫ້ກາຍເປັນການກ່າວໂທດພຣະເຈົ້າ ແລະ ການໝິ່ນປະໝາດພຣະອົງ. ເມື່ອຂໍ້ເທັດຈິງຂໍ້ນີ້ກໍ່ຕົວຂຶ້ນ, ພວກເຂົາຈະສາມາດສືບຕໍ່ໃນເສັ້ນທາງແຫ່ງຄວາມເຊື່ອທີ່ມີຕໍ່ພຣະເຈົ້າໄດ້ບໍ? ຍ້ອນວ່າພວກເຂົາກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ ຫຼື ສຳຫຼວດຕົນເອງເລີຍ, ພວກເຂົາຈຶ່ງຖືກທຳລາຍ. ມັນເປັນເລື່ອງທີ່ບໍ່ສົມເຫດສົມຜົນບໍ່ແມ່ນບໍ ສຳລັບຄົນທີ່ປະຖິ້ມພຣະເຈົ້າດ້ວຍຕົນເອງ ແລ້ວມາຈົ່ມວ່າພຣະເຈົ້າບໍ່ອວຍພອນພວກເຂົາ ຫຼື ບໍ່ສະແດງພຣະຄຸນຕໍ່ພວກເຂົາ? ທຸກຄົນເລືອກເສັ້ນທາງຂອງຕົນເອງ ແລະ ຍ່າງດ້ວຍຕົນເອງ; ບໍ່ມີໃຜສາມາດເຮັດແທນພວກເຂົາໄດ້. ແມ່ນເຈົ້າເອງທີ່ເລືອກທາງຕັນ, ແມ່ນເຈົ້າເອງທີ່ປະຖິ້ມພຣະເຈົ້າ ແລະ ປະຕິເສດພຣະອົງ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າບໍ່ເຄີຍກ່າວວ່າພຣະອົງບໍ່ຕ້ອງການເຈົ້າ ຫຼື ວ່າພຣະອົງໄດ້ປະຖິ້ມເຈົ້າ, ຫຼື ວ່າພຣະອົງປະຕິເສດທີ່ຈະຊ່ວຍເຈົ້າໃຫ້ລອດພົ້ນ; ແມ່ນເຈົ້າເອງທີ່ກໍານົດຂອບເຂດພຣະເຈົ້າໂດຍອີງໃສ່ການຄາດເດົາຂອງເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຍັງຈະເຊື່ອໃນພຣະເຈົ້າເຖິງແມ່ນວ່າພຣະອົງບໍ່ຕ້ອງການເຈົ້າ ແລະ ເຈົ້າຍັງຈະເຊື່ອໃນພຣະເຈົ້າ ແລະ ສືບຕໍ່ອ່ານພຣະທຳຂອງພຣະອົງ ແລະ ຍັງຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມປົກກະຕິ ເຖິງແມ່ນວ່າພຣະອົງລັງກຽດເຈົ້າ, ແລ້ວໃຜຈະສາມາດຈຳກັດ ຫຼື ຢຸດຢັ້ງເຈົ້າໄດ້? ທັງໝົດນີ້ບໍ່ແມ່ນກ່ຽວກັບການເລືອກ ແລະ ການໄລ່ຕາມຂອງເຈົ້າເອງບໍ? ຕົວເຈົ້າເອງຂາດຄວາມເຊື່ອ ແຕ່ພັດຫັນມາຈົ່ມໃຫ້ພຣະເຈົ້າ, ນີ້ແມ່ນການບໍ່ມີເຫດຜົນ. ເຈົ້າບໍ່ຮັກສາຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ດື້ດຶງທີ່ຈະທຳລາຍມັນ; ເມື່ອເກີດມີຮອຍແຕກແລ້ວ, ມັນຈະສາມາດຟື້ນຟູຄືນໄດ້ບໍ? ແວ່ນທີ່ແຕກແລ້ວຍາກທີ່ຈະປະກອບຄືນໃໝ່ ແລະ ເຖິງແມ່ນວ່າມັນຈະຖືກປະກອບຄືນໃໝ່, ຮອຍແຕກກໍຈະຍັງຢູ່ທີ່ນັ້ນ. ຕອນນີ້ເມື່ອຄວາມສຳພັນໄດ້ພັງທະລາຍລົງແລ້ວ, ມັນກໍບໍ່ສາມາດຟື້ນຟູຄືນສູ່ສະພາບເດີມໄດ້ເລີຍ. ດ້ວຍເຫດນັ້ນ, ບໍ່ວ່າພວກເຂົາຈະພົບພໍ້ກັບສະພາບແວດລ້ອມແບບໃດກໍຕາມໃນເສັ້ນທາງແຫ່ງການເຊື່ອໃນພຣະເຈົ້າ, ຜູ້ຄົນຄວນຮຽນຮູ້ທີ່ຈະອ່ອນນ້ອມ ແລະ ພວກເຂົາຄວນສະແຫວງຫາຄວາມຈິງ, ມີພຽງແຕ່ຕອນນັ້ນເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຢືນຢັດໄດ້. ຖ້າເຈົ້າຕ້ອງການຕິດຕາມພຣະເຈົ້າຈົນເຖິງຈຸດສຸດທ້າຍຂອງເສັ້ນທາງ, ມັນເປັນສິ່ງສຳຄັນທີ່ຈະໄລ່ຕາມຄວາມຈິງ; ບໍ່ວ່າຈະເປັນໃນການປະຕິບັດໜ້າທີ່ຂອງເຈົ້າ ຫຼື ການເຮັດສິ່ງອື່ນໃດກໍຕາມ, ການເຂົ້າໃຈຫຼັກການຄວາມຈິງ ແລະ ການປະຕິບັດ ແລະ ການນໍາພວກມັນໄປໃຊ້ແມ່ນຈຳເປັນ, ຍ້ອນວ່າຜ່ານຂະບວນການເຂົ້າໃຈຄວາມຈິງ ແລະ ການປະຕິບັດຕາມຫຼັກການຄວາມຈິງນັ້ນ ເຈົ້າຈຶ່ງຈະຮູ້ຈັກພຣະເຈົ້າ, ເຂົ້າໃຈພຣະເຈົ້າ, ຢັ່ງຮູ້ພຣະເຈົ້າ ແລະ ກຳແໜ້ນເຈດຕະນາຂອງພຣະເຈົ້າ, ເຊິ່ງເຮັດໃຫ້ເຈົ້າເຂົ້າກັບພຣະອົງໄດ້ ແລະ ໄດ້ຮັບການຢັ່ງຮູ້ ແລະ ການຍອມຮັບແກ່ນແທ້ຂອງພຣະອົງ. ຖ້າເຈົ້າບໍ່ນໍາຫຼັກການຄວາມຈິງໄປປະຕິບັດ ແລະ ພຽງແຕ່ກະທຳ ຫຼື ປະຕິບັດໜ້າທີ່ຂອງເຈົ້າຕາມຄວາມຕັ້ງໃຈຂອງເຈົ້າເອງ, ເຈົ້າຈະບໍ່ມີທາງສຳຜັດກັບຄວາມຈິງໄດ້ເລີຍ. ການທີ່ບໍ່ມີທາງສຳຜັດກັບຄວາມຈິງໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າເຈົ້າຈະບໍ່ມີທາງສຳຜັດກັບທັດສະນະຄະຕິຂອງພຣະເຈົ້າທີ່ມີຕໍ່ທຸກສິ່ງ, ຂໍ້ກຳນົດຂອງພຣະອົງ ຫຼື ຄວາມຄິດຂອງພຣະອົງ; ແລະ ຍິ່ງເປັນໄປໄດ້ຍາກທີ່ເຈົ້າຈະສຳຜັດກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ ຕາມທີ່ຖືກເປີດເຜີຍໃນພາລະກິດຂອງພຣະອົງ. ຖ້າເຈົ້າບໍ່ສາມາດສຳຜັດກັບຂໍ້ເທັດຈິງເຫຼົ່ານີ້ແຫ່ງພາລະກິດຂອງພຣະເຈົ້າ, ການຢັ່ງຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະຖືກຈຳກັດຢູ່ພຽງແຕ່ໃນຈິນຕະນາການ ແລະ ແນວຄິດຂອງມະນຸດຕະຫຼອດໄປ. ມັນຈະຍັງຄົງຢູ່ໃນຂອບເຂດຂອງຈິນຕະນາການ ແລະ ແນວຄິດ ແລະ ຈະບໍ່ມີທາງສອດຄ່ອງກັບແກ່ນແທ້ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ. ດ້ວຍວິທີນີ້, ເຈົ້າຈະບໍ່ສາມາດບັນລຸການຢັ່ງຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າໄດ້.

ໃນຂະບວນການປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ຄົນມັກຈະປະສົບກັບສະພາວະທີ່ຄິດລົບ ແລະ ກະບົດ. ຖ້າພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ນໍາໃຊ້ຫຼັກການຄວາມຈິງ ເພື່ອຈັດການ ແລະ ແກ້ໄຂບັນຫາເຫຼົ່ານີ້, ອາລົມທາງລົບຂອງພວກເຂົາກໍຈະບໍ່ກາຍເປັນການຈົ່ມວ່າ, ການຕໍ່ຕ້ານ, ການຂັດຂືນ, ການຮ້ອງໂວຍວາຍ ຫຼື ແມ່ນແຕ່ການໝິ່ນປະໝາດ. ຢ່າງໃດກໍຕາມ, ຖ້າຜູ້ຄົນຈັດການກັບສິ່ງເຫຼົ່ານີ້ ໂດຍອາໄສພຽງແຕ່ຄວາມສະຫຼາດແກມໂກງຂອງຕົນເອງ, ອາໄສການຂົ່ມໃຈແບບມະນຸດ, ຄວາມພະຍາຍາມແບບມະນຸດ, ຄວາມດຸໝັ່ນ, ການລົງວິໃນຮ່າງກາຍຕົນເອງ ແລະ ວິທີການອື່ນໆໃນທຳນອງນີ້, ບໍ່ຊ້າກໍໄວ ຈິນຕະນາການ, ການຕັດສິນ ແລະ ການຄາດເດົາແບບມະນຸດເຫຼົ່ານີ້ ກໍຈະກາຍເປັນການຈົ່ມວ່າ, ການຂັດຂືນ, ການຕໍ່ຕ້ານ, ການຮ້ອງໂວຍວາຍ ແລະ ແມ່ນແຕ່ການໝິ່ນປະໝາດພຣະເຈົ້າ. ເມື່ອຜູ້ຄົນຕົກຢູ່ໃນອາລົມທາງລົບດັ່ງກ່າວ, ພວກເຂົາມັກຈະເກີດຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຕໍ່ພຣະເຈົ້າ ລວມເຖິງຄວາມຮູ້ສຶກ ຫຼື ຄວາມຄິດອື່ນໆໃນທຳນອງນີ້. ເມື່ອຄວາມຄິດເຫຼົ່ານີ້ສະສົມຢູ່ໃນຕົວຄົນເມື່ອເວລາຜ່ານໄປ ແລະ ພວກເຂົາຍັງບໍ່ສະແຫວງຫາຄວາມຈິງ ຫຼື ບໍ່ໃຊ້ຄວາມຈິງເພື່ອແກ້ໄຂພວກມັນ, ຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຂອງພວກເຂົາກໍຈະກາຍເປັນການຂັດຂືນ; ພວກເຂົາຈະມີພຶດຕິກຳທີ່ກະບົດ ເຊັ່ນ: ການປະຕິບັດໜ້າທີ່ແບບເຮັດພໍແລ້ວມືແລ້ວຕີນ ຫຼື ການລົບກວນ ແລະ ທຳລາຍວຽກງານຂອງຄຣິສຕະຈັກໂດຍເຈດຕະນາ ລວມເຖິງພຶດຕິກຳທາງລົບອື່ນໆ ເພື່ອສະແດງອອກເຖິງຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ ແລະ ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍຂອງພວກເຂົາໃນການຂັດຂືນພຣະເຈົ້າ. ບາງຄົນທຳລາຍ ແລະ ລົບກວນການປະຕິບັດໜ້າທີ່ຂອງຄົນອື່ນ. ຄວາມໝາຍທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຄື: “ຖ້າຂ້ອຍບໍ່ສາມາດປະຕິບັດໜ້າທີ່ໄດ້ ຫຼື ຖ້າພຣະເຈົ້າບໍ່ອວຍພອນຂ້ອຍໃນໜ້າທີ່ຂອງຂ້ອຍ, ຂ້ອຍກໍຈະເຮັດໃຫ້ພວກເຈົ້າທຸກຄົນບໍ່ສາມາດປະຕິບັດໜ້າທີ່ໄດ້ດີເຊັ່ນກັນ!” ແລ້ວຈາກນັ້ນ ພວກເຂົາກໍເລີ່ມກໍ່ໃຫ້ເກີດການລົບກວນ. ບາງຄົນເຮັດສິ່ງນີ້ຜ່ານຄຳເວົ້າ, ໃນຂະນະທີ່ຄົນອື່ນໃຊ້ການກະທຳບາງຢ່າງ. ຜູ້ທີ່ລົບກວນຄົນອື່ນດ້ວຍການກະທຳອາດຈະເຮັດຫຍັງແດ່? ຕົວຢ່າງ: ພວກເຂົາອາດຈົງໃຈຈະລຶບໄຟລ໌ອອກຈາກຄອມພິວເຕີຂອງຄົນອື່ນ ເພື່ອສົ່ງຜົນກະທົບຕໍ່ຜົນໄດ້ຮັບໃນໜ້າທີ່ຂອງຄົນນັ້ນ ຫຼື ພວກເຂົາອາດຈະຈົງໃຈລົບກວນການເຕົ້າໂຮມທາງອິນເຕີເນັດ. ນີ້ຄືມານຮ້າຍ ແລະ ຊາຕານທີ່ລົບກວນຜູ້ຄົນ. ຜູ້ຄົນບໍ່ເຂົ້າໃຈວ່າ: “ຄົນທີ່ອາຍຸປານນີ້ຈະເຮັດສິ່ງທີ່ຊົ່ວຊ້າແບບນັ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນເດັກນ້ອຍໄວລຸ້ນ, ພວກເຂົາຍັງຈະເຮັດການກັ່ນແກ້ງແບບນັ້ນໄດ້ແນວໃດ?” ໃນຄວາມເປັນຈິງແລ້ວ, ຄົນໃນໄວສາມສິບ, ສີ່ສິບ, ຫ້າສິບ ຫຼື ຫົກສິບປີ ກໍສາມາດເຮັດສິ່ງເຫຼົ່ານີ້ໄດ້ເຊັ່ນກັນ. ພຶດຕິກຳຕ່າງໆເຫຼົ່ານີ້ເປັນສິ່ງທີ່ເຫຼືອເຊື່ອ; ສິ່ງເຫຼົ່ານີ້ບໍ່ແມ່ນການກະທຳຂອງຄົນທີ່ມີຈິດສຳນຶກ ແລະ ເຫດຜົນ ແຕ່ເປັນການກະທຳຂອງມານຮ້າຍ ແລະ ຊາຕານ. ເມື່ອເຫັນວ່າຄົນອື່ນບໍ່ໄດ້ຮັບຜົນກະທົບ ແລະ ເປົ້າໝາຍຂອງພວກເຂົາບໍ່ບັນລຸຜົນ, ຄົນດັ່ງກ່າວກໍຈະລະບາຍຄວາມເປັນລົບ ແລະ ກໍ່ໃຫ້ເກີດການລົບກວນໃນຊ່ວງເວລາທີ່ມີຄົນຈຳນວນຫຼາຍຢູ່ ຫຼື ໃນລະຫວ່າງການເຕົ້າໂຮມ. ເມື່ອພວກເຂົາເລີ່ມລະບາຍຄວາມບໍ່ພໍໃຈຜ່ານການກະທຳ, ມັນກໍຍາກທີ່ຈະຄວບຄຸມສະຖານະການແລ້ວ; ມັນຍາກຫຼາຍທີ່ຈະຢັບຢັ້ງພວກເຂົາ ແລະ ຖ້າສະຖານະການຍັງສືບຕໍ່ດຳເນີນໄປ ມັນກໍຈະມີແຕ່ຮຸນແຮງຂຶ້ນ ແລະ ມີລັກສະນະທີ່ຮ້າຍແຮງຂຶ້ນເລື້ອຍໆ. ພວກເຂົາບໍ່ພຽງແຕ່ກໍ່ໃຫ້ເກີດການລົບກວນດ້ວຍການກະທຳເທົ່ານັ້ນ ແຕ່ຍັງໃຊ້ອຸບາຍ ແລະ ວິທີການຕ່າງໆ, ໂດຍໃຊ້ຄຳເວົ້າທີ່ໂຈມຕີ ແລະ ຕັດສິນ ເພື່ອລົບກວນຄົນອື່ນໃນຂະນະທີ່ພວກເຂົາປະຕິບັດໜ້າທີ່. ບໍ່ວ່າພວກເຂົາຈະບັນລຸເປົ້າໝາຍຫຼືບໍ່, ຈາກນັ້ນພວກເຂົາກໍຕໍ່ຕ້ານພຣະເຈົ້າໃນໃຈ; ພວກເຂົາບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ຮຽນຮ້ອງເພງສັນລະເສີນ ແລະ ພວກເຂົາປະຕິເສດທີ່ຈະອ່ານປຶ້ມຫົວໃດກໍຕາມທີ່ກ່ຽວຂ້ອງກັບພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ. ພວກເຂົາເຮັດຫຍັງຢູ່ເຮືອນ? ພວກເຂົາອ່ານນິຍາຍ, ເບິ່ງລະຄອນ, ຮຽນວິທີປຸງແຕ່ງອາຫານ, ຮຽນແຕ່ງໜ້າ ແລະ ເຮັດຜົມ... ໃນລະຫວ່າງການເຕົ້າໂຮມ, ພວກເຂົາບໍ່ໂອ້ລົມຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ໂອ້ລົມວິທີແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ການເປີດໂປງຄວາມເສື່ອມຊາມ. ເມື່ອຄົນອື່ນໂອ້ລົມກັນ, ພວກເຂົາກໍຈົງໃຈແຊກແຊງການສົນທະນາດັ່ງກ່າວ, ຂັດຈັງຫວະຜູ້ທີ່ກຳລັງເວົ້າ, ປ່ຽນຫົວຂໍ້ຢ່າງຕັ້ງໃຈ ແລະ ອື່ນໆ, ໂດຍມັກຈະເວົ້າສິ່ງທີ່ທຳລາຍ ແລະ ລົບກວນຢູ່ສະເໝີ. ເປັນຫຍັງພວກເຂົາຈຶ່ງເຮັດແບບນີ້? ເຫດຜົນກໍຄື ພວກເຂົາເຊື່ອວ່າພວກເຂົາບໍ່ມີຄວາມຫວັງໃນຄວາມລອດພົ້ນແລ້ວ ເຊິ່ງເຮັດໃຫ້ພວກເຂົາຖອດໃຈ ແລະ ເລີ່ມປະພຶດຕົນຢ່າງຂາດສະຕິ; ພວກເຂົາຊອກຫາໝູ່ຄູ່ສອງສາມຄົນ ກ່ອນທີ່ພວກເຂົາຈະຖືກກຳຈັດອອກ ຫຼື ຖືກຂັບໄລ່ອອກຈາກຄຣິສຕະຈັກ ເຊິ່ງຖ້າພວກເຂົາບໍ່ສາມາດໄດ້ຮັບພຣະພອນ, ພວກເຂົາກໍຈະເຮັດໃຫ້ຄົນອື່ນບໍ່ໄດ້ຮັບເຊັ່ນກັນ. ເປັນຫຍັງພວກເຂົາຈຶ່ງຄິດແບບນີ້? ພວກເຂົາເຊື່ອວ່າພຣະເຈົ້າທີ່ພວກເຂົາເຊື່ອນັ້ນ ບໍ່ຄືກັບພຣະເຈົ້າທີ່ພວກເຂົາຈິນຕະນາການໄວ້ໃນຕອນທຳອິດ; ພຣະອົງບໍ່ຮັກຜູ້ຄົນຫຼາຍເທົ່າທີ່ພວກເຂົາຈິນຕະນາການ ແລະ ກໍບໍ່ຊອບທຳເຊັ່ນກັນ ແລະ ພຣະອົງບໍ່ມີຄວາມມັກຮັກທີ່ແທ້ຈິງຕໍ່ຜູ້ຄົນຢ່າງຈິງໃຈເທົ່າທີ່ພວກເຂົາຈິນຕະນາການໄວ້ຢ່າງແນ່ນອນ. ພຣະເຈົ້າຮັກຄົນອື່ນ ແຕ່ບໍ່ຮັກພວກເຂົາ; ພຣະເຈົ້າຊ່ວຍຄົນອື່ນໃຫ້ລອດພົ້ນ ແຕ່ບໍ່ຊ່ວຍພວກເຂົາ. ໃນເມື່ອພວກເຂົາເຫັນວ່າບໍ່ມີຄວາມຫວັງສຳລັບຕົນເອງ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດໄດ້ຮັບຄວາມລອດພົ້ນ, ພວກເຂົາກໍຖອດໃຈ ແລະ ເລີ່ມປະພຶດຕົນຢ່າງຂາດສະຕິ. ແຕ່ນັ້ນຍັງບໍ່ໝົດ; ພວກເຂົາຍັງຕ້ອງການໃຫ້ຄົນອື່ນເຫັນວ່າ ໃນເມື່ອບໍ່ມີຄວາມຫວັງສຳລັບພວກເຂົາ, ກໍບໍ່ມີຄວາມຫວັງສຳລັບຄົນອື່ນເຊັ່ນກັນ ແລະ ພວກເຂົາຈະພໍໃຈກໍຕໍ່ເມື່ອພວກເຂົາເຮັດໃຫ້ທຸກຄົນຖອດໃຈຈາກຄວາມເຊື່ອໃນພຣະເຈົ້າ ແລະ ຖອນຕົວອອກຈາກຄວາມເຊື່ອຂອງພວກເຂົາ. ເປົ້າໝາຍຂອງພວກເຂົາໃນການເຮັດແບບນີ້ກໍຄື: “ຖ້າຂ້ອຍບໍ່ສາມາດໄດ້ຮັບພຣະພອນແຫ່ງອານາຈັກສະຫວັນ, ພວກເຈົ້າກໍຢ່າຫວັງເລີຍວ່າຈະໄດ້ຮັບມັນເຊັ່ນກັນ!” ຄົນປະເພດນີ້ແມ່ນໂຕຫຍັງກັນແທ້? ພວກເຂົາບໍ່ແມ່ນມານຮ້າຍບໍ? ພວກເຂົາຄືມານຮ້າຍ ທີ່ຈະມຸ່ງໜ້າໄປສູ່ນະຮົກ ເຊິ່ງຍັງຫ້າມບໍ່ໃຫ້ຄົນອື່ນເຊື່ອໃນພຣະເຈົ້າ ແລະ ເຂົ້າສູ່ອານາຈັກສະຫວັນ; ພວກເຂົາກຳລັງມຸ່ງໜ້າໄປສູ່ທາງຕັນ! ຜູ້ໃດກໍຕາມທີ່ມີຈິດສຳນຶກພຽງເລັກນ້ອຍ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າພຽງເລັກນ້ອຍ ກໍບໍ່ຄວນປະພຶດແບບນີ້; ຖ້າພວກເຂົາເຮັດການຊົ່ວຮ້າຍໃຫຍ່ແທ້ໆ ແລະ ຖືກເປີດເຜີຍ ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກວ່າຕົນເອງບໍ່ມີຄວາມຫວັງອີກຕໍ່ໄປ, ພວກເຂົາກໍຍັງຈະຕັ້ງໃຈຊ່ວຍເຫຼືອໃຫ້ຄົນອື່ນປະສົບຜົນສຳເລັດ ໂດຍປ່ອຍໃຫ້ຄົນອື່ນເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ບໍ່ໃຫ້ເຮັດຕາມແບບຢ່າງຂອງພວກເຂົາ. ພວກເຂົາອາດຈະເວົ້າວ່າ: “ຂ້ອຍອ່ອນແອເກີນໄປ, ຄວາມປາຖະໜາທາງເນື້ອໜັງຂອງຂ້ອຍຮຸນແຮງ ແລະ ຂ້ອຍຫຼົງໄຫຼກັບໂລກຫຼາຍເກີນໄປ. ນີ້ແມ່ນຄວາມຜິດຂອງຂ້ອຍເອງ; ຂ້ອຍສົມຄວນໄດ້ຮັບມັນແລ້ວ! ພວກເຈົ້າຈົ່ງເປັນຜູ້ເຊື່ອທີ່ຈິງໃຈຕໍ່ໄປເຖີດ; ຢ່າໄດ້ຮັບອິດທິພົນຈາກຂ້ອຍ. ໃນລະຫວ່າງການເຕົ້າໂຮມ, ຂ້ອຍຈະເບິ່ງຕົ້ນທາງໃຫ້ ແລະ ຖ້າຕຳຫຼວດຂອງມັງກອນແດງທີ່ຍິ່ງໃຫຍ່ເຂົ້າມາໃນບ້ານ, ຂ້ອຍຈະແຈ້ງເຕືອນພວກເຈົ້າ”. ຜູ້ໃດກໍຕາມທີ່ມີຄວາມເປັນມະນຸດພຽງເລັກນ້ອຍ ຢ່າງໜ້ອຍກໍຄວນເຮັດສິ່ງນີ້ ແລະ ພວກເຂົາບໍ່ຄວນລົບກວນການໄລ່ຕາມຄວາມຈິງຂອງຄົນອື່ນ. ແຕ່ຜູ້ທີ່ບໍ່ມີຄວາມເປັນມະນຸດ, ເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ພວກເຂົາຕ້ອງການ ຫຼື ເມື່ອພວກເຂົາເຫັນອ້າຍເອື້ອຍນ້ອງທັງຫຼາຍດູຖູກພວກເຂົາ ແລະ ຕີຕົວອອກຫ່າງ, ພວກເຂົາກໍຮູ້ສຶກວ່າພຣະເຈົ້າໄດ້ເປີດເຜີຍ ແລະ ກຳຈັດພວກເຂົາແລ້ວ, ຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງໃນຄວາມລອດພົ້ນ. ເມື່ອພວກເຂົາມີແນວຄິດ ແລະ ຄວາມຄິດດັ່ງກ່າວ, ພວກເຂົາກໍຖອດໃຈ ແລະ ເລີ່ມປະພຶດຕົນຢ່າງຂາດສະຕິ, ລະບາຍຄວາມເປັນລົບ ແລະ ລົບກວນຊີວິດຄຣິສຕະຈັກໂດຍບໍ່ມີຄວາມລະອາຍໃຈ. ຄົນປະເພດໃດທີ່ເຮັດແບບນີ້? ພວກເຂົາບໍ່ແມ່ນມານຮ້າຍບໍ? (ແມ່ນ.) ຄວນສະແດງຄວາມສຸພາບຕໍ່ຄົນທີ່ເປັນມານຮ້າຍບໍ? (ບໍ່.) ແລ້ວຄວນຈັດການກັບເລື່ອງນີ້ແນວໃດ? ໃຫ້ເຈົ້າເວົ້າວ່າ: “ເຈົ້າມາການເຕົ້າໂຮມ ແຕ່ບໍ່ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ຍອມຮັບຄວາມຈິງ. ຄັນຊັ້ນ ເຈົ້າມາທີ່ນີ້ເພື່ອຫຍັງ? ເພື່ອກໍ່ໃຫ້ເກີດການລົບກວນແມ່ນບໍ? ເຈົ້າຄິດວ່າເຈົ້າບໍ່ມີຄວາມຫວັງໃນຄວາມລອດພົ້ນ; ທີ່ຈິງແລ້ວ ພວກເຮົາກໍບໍ່ຮູ້ສຶກວ່າພວກເຮົາມີຄວາມຫວັງຫຼາຍປານໃດເຊັ່ນກັນ ແຕ່ພວກເຮົາພະຍາຍາມ. ພວກເຮົາເຊື່ອວ່າພຣະເຈົ້າບໍ່ລຳອຽງ, ເຊື່ອວ່າພຣະອົງເຊື່ອຖືໄດ້, ເຊື່ອວ່າຫົວໃຈຂອງພຣະອົງໃນການຊ່ວຍຜູ້ຄົນໃຫ້ລອດພົ້ນນັ້ນຈິງໃຈ ແລະ ເຊື່ອວ່າຫົວໃຈຂອງພຣະອົງບໍ່ປ່ຽນແປງ. ຕາບໃດທີ່ຍັງມີຄວາມຫວັງພຽງເລັກນ້ອຍ, ພວກເຮົາກໍຈະບໍ່ຖອດໃຈ. ພວກເຮົາຈະບໍ່ຄິດລົບ ແລະ ເຂົ້າໃຈພຣະເຈົ້າຜິດຕະຫຼອດເວລາຄືກັບເຈົ້າ. ເຈົ້າກຳລັງຝັນໄປ ຖ້າເຈົ້າຄິດວ່າເຈົ້າສາມາດລົບກວນພວກເຮົາ ຫຼື ຖ່ວງດຶງພວກເຮົາໄດ້! ຖ້າເຈົ້າຍັງດື້ດ້ານ, ສືບຕໍ່ເຊື່ອແບບນີ້ ແລະ ຍັງມີເຈດຕະນາຮ້າຍທີ່ຈະລົບກວນພວກເຮົາ, ຄັນຊັ້ນ ກໍຢ່າໂທດພວກເຮົາທີ່ຫຍາບຄາຍຕໍ່ເຈົ້າ. ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ເຈົ້າຖືກກຳຈັດອອກ; ບໍ່ມີບ່ອນສຳລັບເຈົ້າໃນຄຣິສຕະຈັກອີກຕໍ່ໄປ. ດຽວນີ້ ຮີບອອກໄປ!” ດ້ວຍວິທີນີ້, ບັນຫາຖືກຈັດການແລ້ວແມ່ນບໍ? ມັນງ່າຍດາຍ, ພຽງແຕ່ຄຳເວົ້າສອງສາມຄຳ ແລະ ພວກເຂົາກໍຖືກຊຳລະລ້າງອອກໄປ. ມັນເປັນສິ່ງທີ່ເຮັດໄດ້ງ່າຍດາຍຫຼາຍ! ເປັນຫຍັງຈຶ່ງຈັດການດ້ວຍວິທີນີ້? ຍ້ອນວ່າທຳມະຊາດ-ແກ່ນແທ້ຂອງຄົນດັ່ງກ່າວບໍ່ສາມາດປ່ຽນແປງໄດ້; ພວກເຂົາຈະບໍ່ຍອມຮັບຄວາມຈິງ. ພວກເຂົາຄິດວ່າພວກເຂົາບໍ່ມີຄວາມຫວັງໃນຄວາມລອດພົ້ນ; ພຣະເຈົ້າບໍ່ໄດ້ກ່າວສິ່ງນີ້ ແລະ ອ້າຍເອື້ອຍນ້ອງທັງຫຼາຍກໍບໍ່ໄດ້ກ່າວເຊັ່ນກັນ, ແຕ່ພວກເຂົາກໍຍັງເຮັດການຊົ່ວ ແລະ ກໍ່ໃຫ້ເກີດການລົບກວນໃນລັກສະນະນີ້. ພວກເຂົາຈະເຮັດແນວໃດ ຖ້າມື້ໜຶ່ງພວກເຂົາຖືກຂັບໄລ່ອອກຢ່າງແທ້ຈິງ ຍ້ອນການເຮັດການຊົ່ວ ແລະ ລົບກວນວຽກງານຂອງຄຣິສຕະຈັກ ຫຼື ຖ້າພຣະເຈົ້າລົງວິໄນພວກເຂົາ ຍ້ອນພວກເຂົາບໍ່ ໄລ່ຕາມຄວາມຈິງ? ພວກເຂົາອາດຈະກາຍເປັນສັດຕູກັບພຣະເຈົ້າ ແລະ ສະແຫວງຫາການແກ້ແຄ້ນໄດ້ບໍ? ມັນເປັນໄປໄດ້ສູງ! ມັນເປັນເລື່ອງດີທີ່ຄົນດັ່ງກ່າວຖືກເປີດເຜີຍ ກ່ອນທີ່ພວກເຂົາຈະທັນໄດ້ເຮັດການກະທຳຜິດໃດໆ ຫຼື ເຮັດການຊົ່ວຮ້າຍໃຫຍ່ໃດໆ. ນີ້ແມ່ນການກະທຳຂອງພຣະເຈົ້າ; ພຣະເຈົ້າໄດ້ເປີດເຜີຍພວກເຂົາ. ຕອນນີ້ ການຊຳລະລ້າງພວກເຂົາອອກໄປນັ້ນຖືກຕ້ອງແລ້ວ; ຄົນອື່ນຍັງບໍ່ທັນໄດ້ຮັບຄວາມເສຍຫາຍໃດໆ. ການຈັດການດ້ວຍວິທີນີ້ແມ່ນທັນເວລາ ແລະ ເໝາະສົມ; ທຸກຄົນໄດ້ຮັບການແຍກແຍະ ແລະ ຄົນຊົ່ວຮ້າຍກໍຖືກຈັດການ. ພວກເຂົາເຮັດບົດບາດເປັນຕົວເສີມໄດ້ຢ່າງເໝາະສົມແລ້ວ.

ໂດຍພື້ນຖານແລ້ວ, ສິ່ງເຫຼົ່ານີ້ຄືສະພາວະ ແລະ ການສະແດງອອກຕ່າງໆຂອງຄົນທີ່ລະບາຍຄວາມເປັນລົບ. ເມື່ອຄວາມປາຖະໜາທີ່ຈະໄລ່ຕາມສະຖານະ, ຊື່ສຽງ ແລະ ຜົນປະໂຫຍດຂອງພວກເຂົາບໍ່ໄດ້ຮັບການຕອບສະໜອງ, ເມື່ອພຣະເຈົ້າເຮັດສິ່ງທີ່ຂັດກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ສິ່ງທີ່ກະທົບຕໍ່ຜົນປະໂຫຍດຂອງພວກເຂົາ, ພວກເຂົາກໍຕົກຢູ່ໃນຄວາມຮູ້ສຶກຂອງການບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈ. ເມື່ອພວກເຂົາມີຄວາມຮູ້ສຶກເຫຼົ່ານີ້, ຈິດໃຈຂອງພວກເຂົາກໍເລີ່ມສ້າງຂໍ້ແກ້ຕົວ, ຂໍ້ອ້າງ, ເຫດຜົນ, ຂໍ້ໂຕ້ແຍ້ງ ແລະ ຄວາມຄິດອື່ນໆຂອງການຈົ່ມວ່າ. ໃນເວລານີ້, ພວກເຂົາບໍ່ສັນລະເສີນພຣະເຈົ້າ ຫຼື ອ່ອນນ້ອມຕໍ່ພຣະອົງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສະແຫວງຫາຄວາມຈິງເພື່ອຮູ້ຈັກຕົນເອງ; ແຕ່ພວກເຂົາກັບຕໍ່ສູ້ກັບພຣະເຈົ້າ ໂດຍໃຊ້ແນວຄິດ, ຈິນຕະນາການ, ຄວາມຄິດ ແລະ ມຸມມອງ ຫຼື ອາລົມວູ່ວາມຂອງພວກເຂົາ. ແລ້ວພວກເຂົາຕໍ່ສູ້ກັບພຣະເຈົ້າແນວໃດ? ພວກເຂົາເຜີຍແຜ່ຄວາມຮູ້ສຶກຂອງການບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງພວກເຂົາ ໂດຍໃຊ້ສິ່ງນີ້ເພື່ອເຮັດໃຫ້ຄວາມຄິດ ແລະ ມຸມມອງຂອງພວກເຂົາຊັດເຈນຕໍ່ພຣະເຈົ້າ, ພະຍາຍາມເຮັດໃຫ້ພຣະເຈົ້າປະຕິບັດຕາມຄວາມຕ້ອງການ ແລະ ຂໍ້ຮຽກຮ້ອງຂອງພວກເຂົາ ເພື່ອຕອບສະໜອງຄວາມປາຖະໜາຂອງພວກເຂົາ; ມີພຽງແຕ່ຕອນນັ້ນ ຄວາມຮູ້ສຶກຂອງພວກເຂົາຈຶ່ງຈະສະຫງົບລົງ. ໂດຍສະເພາະ ພຣະເຈົ້າສະແດງຄວາມຈິງຫຼາຍຢ່າງເພື່ອພິພາກສາ ແລະ ລົງທັນຜູ້ຄົນ, ເພື່ອຊຳລະລ້າງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກອິດທິພົນຂອງຊາຕານ ແລະ ໃຜຈະຮູ້ວ່າຄວາມຝັນທີ່ຈະໄດ້ຮັບພຣະພອນຂອງຜູ້ຄົນຈຳນວນເທົ່າໃດທີ່ຖືກທຳລາຍໂດຍຄວາມຈິງເຫຼົ່ານີ້ ເຊິ່ງທຳລາຍຄວາມຝັນເພີ້ຝັນທີ່ຈະຖືກຍົກຂຶ້ນສູ່ອານາຈັກສະຫວັນ ທີ່ພວກເຂົາຫວັງໄວ້ທັງເວັນ ແລະ ຄືນ. ພວກເຂົາຕ້ອງການເຮັດທຸກຢ່າງທີ່ເຮັດໄດ້ເພື່ອພິກສະຖານະການ ແຕ່ພວກເຂົາກໍບໍ່ມີອຳນາດ, ພວກເຂົາໄດ້ແຕ່ຈົມຢູ່ໃນໄພພິບັດພ້ອມກັບຄວາມຄິດລົບ ແລະ ຄວາມຄຽດແຄ້ນ. ພວກເຂົາບໍ່ເຊື່ອຟັງທຸກສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ ຍ້ອນວ່າສິ່ງທີ່ພຣະເຈົ້າເຮັດນັ້ນຂັດກັບແນວຄິດ, ຜົນປະໂຫຍດ ແລະ ຄວາມຄິດຂອງພວກເຂົາ. ໂດຍສະເພາະເມື່ອຄຣິສຕະຈັກເຮັດວຽກງານການຊຳລະລ້າງ ແລະ ກຳຈັດຜູ້ຄົນຈຳນວນຫຼາຍ, ຄົນເຫຼົ່ານີ້ຄິດວ່າພຣະເຈົ້າບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ, ຄິດວ່າພຣະອົງໄດ້ປະຕິເສດດ້ວຍການດູຖູກພວກເຂົາ, ຄິດວ່າພວກເຂົາຖືກປະຕິບັດຢ່າງບໍ່ຍຸຕິທຳ ແລະ ດັ່ງນັ້ນ ພວກເຂົາຈຶ່ງຮວມຕົວກັນເພື່ອຂັດຂືນພຣະເຈົ້າ; ພວກເຂົາຍັງຈະປະຕິເສດວ່າພຣະເຈົ້າຄືຄວາມຈິງ, ປະຕິເສດຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ ແລະ ປະຕິເສດອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ແນ່ນອນວ່າ ພວກເຂົາຈະປະຕິເສດຄວາມຈິງແຫ່ງອຳນາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງເຊັ່ນກັນ. ແລ້ວພວກເຂົາປະຕິເສດທັງໝົດນີ້ດ້ວຍວິທີໃດ? ຜ່ານການຂັດຂືນ ແລະ ການຕໍ່ຕ້ານ. ຄວາມໝາຍໂດຍໄນກໍຄື “ສິ່ງທີ່ພຣະເຈົ້າເຮັດນັ້ນຂັດກັບແນວຄິດຂອງຂ້ອຍ ແລະ ດັ່ງນັ້ນ ຂ້ອຍຈຶ່ງບໍ່ອ່ອນນ້ອມ, ຂ້ອຍບໍ່ເຊື່ອວ່າພຣະອົງຄືຄວາມຈິງ. ຂ້ອຍຈະຮ້ອງໂວຍວາຍຕໍ່ຕ້ານພຣະອົງ ແລະ ຈະເຜີຍແຜ່ສິ່ງເຫຼົ່ານີ້ໃນຄຣິສຕະຈັກ ແລະ ໃນໝູ່ຜູ້ຄົນ! ຂ້ອຍຈະເວົ້າທຸກຢ່າງທີ່ຂ້ອຍຢາກເວົ້າ ແລະ ຂ້ອຍບໍ່ສົນວ່າຜົນສະທ້ອນຈະເປັນແນວໃດ. ຂ້ອຍມີເສລີພາບໃນການເວົ້າ; ພຣະອົງບໍ່ສາມາດປິດປາກຂ້ອຍໄດ້ ຂ້ອຍຈະເວົ້າໃນສິ່ງທີ່ຂ້ອຍຢາກເວົ້າ. ພຣະອົງຈະເຮັດຫຍັງໄດ້?” ເມື່ອຄົນເຫຼົ່ານີ້ຢືນຢັນທີ່ຈະປ່າວປະກາດຄວາມຄິດ ແລະ ມຸມມອງທີ່ຜິດພາດຂອງພວກເຂົາ, ພວກເຂົາກຳລັງເວົ້າກ່ຽວກັບຄວາມເຂົ້າໃຈຂອງພວກເຂົາເອງບໍ? ພວກເຂົາກຳລັງໂອ້ລົມກ່ຽວກັບຄວາມຈິງບໍ? ບໍ່ແມ່ນຢ່າງແນ່ນອນ. ພວກເຂົາກຳລັງເຜີຍແຜ່ຄວາມຄິດລົບ; ພວກເຂົາກຳລັງປ່າວປະກາດຄຳສອນນອກຮີດ ແລະ ຄວາມເຊື່ອຜິດໆ. ພວກເຂົາບໍ່ໄດ້ພະຍາຍາມຮູ້ຈັກຄວາມເສື່ອມຊາມຂອງຕົນເອງ ຫຼື ເປີດໂປງມັນ; ພວກເຂົາບໍ່ໄດ້ເປີດໂປງສິ່ງທີ່ພວກເຂົາເຮັດ ເຊິ່ງຂັດກັບຄວາມຈິງ, ທັງບໍ່ໄດ້ເປີດໂປງຄວາມຜິດພາດທີ່ພວກເຂົາໄດ້ເຮັດ. ແຕ່ພວກເຂົາກັບກຳລັງເຮັດສຸດຄວາມສາມາດ ເພື່ອຫາເຫດຜົນເຂົ້າຂ້າງຕົນເອງ ແລະ ປົກປ້ອງຄວາມຜິດພາດຂອງພວກເຂົາ ເພື່ອພິສູດວ່າພວກເຂົາຖືກຕ້ອງ ແລະ ໃນເວລາດຽວກັນ ພວກເຂົາກໍກຳລັງສ້າງຂໍ້ສະຫຼຸບທີ່ໄຮ້ເຫດຜົນ ແລະ ປ່າວປະກາດມຸມມອງທາງລົບ ແລະ ບິດເບືອນ ລວມເຖິງຂໍ້ໂຕ້ແຍ້ງທີ່ບິດເບືອນ ແລະ ຄຳສອນນອກຮີດ. ຜົນກະທົບຕໍ່ຜູ້ຄົນທີ່ພຣະເຈົ້າເລືອກໃນຄຣິສຕະຈັກກໍຄື ການນໍາພາພວກເຂົາຢ່າງຜິດໆ ແລະ ລົບກວນພວກເຂົາ; ມັນສາມາດເຖິງກັບເຮັດໃຫ້ບາງຄົນຕົກຢູ່ໃນສະພາວະທີ່ຄິດລົບ ແລະ ສັບສົນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຜົນກະທົບທາງລົບ ແລະ ການລົບກວນທີ່ເກີດຈາກການທີ່ຜູ້ຄົນລະບາຍຄວາມເປັນລົບ. ດັ່ງນັ້ນ, ຜູ້ທີ່ລະບາຍຄວາມເປັນລົບຄວນຖືກຈຳກັດ, ລວມທັງຄຳເວົ້າ ແລະ ພຶດຕິກຳຂອງພວກເຂົາ, ພວກເຂົາບໍ່ຄວນຖືກຕາມໃຈ ຫຼື ຖືກອະນຸຍາດ. ຄຣິສຕະຈັກຄວນມີວິທີການ ແລະ ຫຼັກການທີ່ເໝາະສົມເພື່ອຈັດການກັບຄົນເຫຼົ່ານີ້. ປະການໜຶ່ງ, ອ້າຍເອື້ອຍນ້ອງທັງຫຼາຍຄວນແຍກແຍະຄົນເຫຼົ່ານີ້ ແລະ ຄຳເວົ້າທາງລົບຂອງພວກເຂົາ. ອີກປະການໜຶ່ງ, ເມື່ອຜູ້ຄົນທີ່ພຣະເຈົ້າເລືອກມີການແຍກແຍະ, ຄຣິສຕະຈັກຄວນກຳຈັດ ຫຼື ຂັບໄລ່ບຸກຄົນເຫຼົ່ານີ້ອອກໂດຍທັນທີຕາມຫຼັກການຄວາມຈິງ, ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຈຳນວນຫຼາຍໄດ້ຮັບອິດທິພົນ ແລະ ຖືກລົບກວນ. ການໂອ້ລົມຂອງພວກເຮົາກ່ຽວກັບແງ່ມຸມຕ່າງໆຂອງການລະບາຍຄວາມເປັນລົບກໍຈົບລົງພຽງເທົ່ານີ້.

3. ຫຼັກການ ແລະ ແນວທາງໃນການແກ້ໄຂຄວາມເປັນລົບ

ຜູ້ຄົນມີທຳມະຊາດຂອງຊາຕານ; ເມື່ອດຳລົງຊີວິດດ້ວຍອຸບປະນິດໄສແບບຊາຕານ, ມັນກໍຍາກທີ່ຈະຫຼີກລ່ຽງສະພາວະທີ່ຄິດລົບ. ໂດຍສະເພາະເມື່ອຄົນໃດໜຶ່ງບໍ່ເຂົ້າໃຈຄວາມຈິງ, ຄວາມເປັນລົບກໍກາຍເປັນເລື່ອງທຳມະດາ. ທຸກຄົນລ້ວນມີຊ່ວງເວລາທີ່ຄິດລົບ; ບາງຄົນມີຫຼາຍກວ່າ, ບາງຄົນມີໜ້ອຍກວ່າ, ບາງຄົນເປັນເວລາດົນກວ່າ ແລະ ບາງຄົນເປັນເວລາສັ້ນກວ່າ. ຄວາມເຕີບໂຕຂອງຜູ້ຄົນນັ້ນແຕກຕ່າງກັນ ແລະ ສະພາວະແຫ່ງຄວາມເປັນລົບຂອງພວກເຂົາກໍຕ່າງກັນເຊັ່ນກັນ. ຜູ້ທີ່ມີຄວາມເຕີບໂຕຫຼາຍກວ່າ ຈະຄິດລົບພຽງເລັກນ້ອຍເມື່ອປະເຊີນກັບການລອງໃຈ, ໃນຂະນະທີ່ຜູ້ທີ່ມີຄວາມເຕີບໂຕໜ້ອຍກວ່າ, ເຊິ່ງຍັງບໍ່ເຂົ້າໃຈຄວາມຈິງ, ຈະບໍ່ສາມາດແຍກແຍະໄດ້ ເມື່ອຄົນອື່ນເຜີຍແຜ່ແນວຄິດບາງຢ່າງ ຫຼື ເວົ້າສິ່ງທີ່ໄຮ້ເຫດຜົນ; ພວກເຂົາສາມາດຖືກລົບກວນ, ໄດ້ຮັບອິດທິພົນ ແລະ ກາຍເປັນຄົນຄິດລົບ. ບັນຫາໃດກໍຕາມທີ່ເກີດຂຶ້ນສາມາດນໍາພາພວກເຂົາໄປສູ່ຄວາມເປັນລົບ, ແມ່ນແຕ່ເລື່ອງເລັກໆນ້ອຍໆທີ່ບໍ່ຄວນຄ່າແກ່ການເວົ້າເຖິງ. ບັນຫາຂອງການຄິດລົບເລື້ອຍໆນີ້ຄວນໄດ້ຮັບການແກ້ໄຂແນວໃດ? ຖ້າຄົນໃດໜຶ່ງບໍ່ຮູ້ຈັກວິທີສະແຫວງຫາຄວາມຈິງ, ບໍ່ຮູ້ຈັກວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ອະທິຖານຕໍ່ພຣະເຈົ້າ, ມັນກໍຈະກາຍເປັນບັນຫາຫຼາຍ; ພວກເຂົາເຮັດໄດ້ພຽງແຕ່ເພິ່ງພາການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງອ້າຍເອື້ອຍນ້ອງທັງຫຼາຍເທົ່ານັ້ນ. ຖ້າບໍ່ມີໃຜສາມາດຊ່ວຍໄດ້ ຫຼື ຖ້າພວກເຂົາບໍ່ຍອມຮັບການຊ່ວຍເຫຼືອ, ພວກເຂົາອາດຈະຍັງຄົງຄິດລົບຫຼາຍ ຈົນພວກເຂົາບໍ່ສາມາດຟື້ນຕົວໄດ້ ແລະ ອາດຈະເຖິງກັບເຊົາເຊື່ອເລີຍ. ເບິ່ງແມ, ມັນອັນຕະລາຍຫຼາຍສຳລັບຄົນທີ່ມັກມີແນວຄິດ ແລະ ກາຍເປັນຄົນຄິດລົບໄດ້ງ່າຍຢູ່ສະເໝີ. ບໍ່ວ່າຄົນອື່ນຈະໂອ້ລົມຄວາມຈິງກັບຄົນດັ່ງກ່າວແນວໃດກໍຕາມ, ພວກເຂົາກໍບໍ່ຍອມຮັບມັນ, ໂດຍຢືນຢັນຢູ່ສະເໝີວ່າແນວຄິດ ແລະ ຈິນຕະນາການຂອງຕົນເອງນັ້ນຖືກຕ້ອງ; ພວກເຂົາເປັນຄົນທີ່ສ້າງບັນຫາຢ່າງສຸດຂີດ. ບໍ່ວ່າເຈົ້າຈະຄິດລົບຫຼາຍສໍ່າໃດກໍຕາມ, ເຈົ້າຄວນເຂົ້າໃຈໃນໃຈຂອງເຈົ້າວ່າ ການມີແນວຄິດບໍ່ໄດ້ໝາຍຄວາມວ່າສິ່ງນັ້ນສອດຄ່ອງກັບຄວາມຈິງ; ມັນໝາຍຄວາມວ່າມີບັນຫາໃນການຢັ່ງຮູ້ຂອງເຈົ້າ. ຖ້າເຈົ້າມີເຫດຜົນຢູ່ແດ່, ເຈົ້າກໍບໍ່ຄວນເຜີຍແຜ່ແນວຄິດເຫຼົ່ານີ້; ຢ່າງໜ້ອຍທີ່ສຸດ ນີ້ແມ່ນສິ່ງທີ່ຜູ້ຄົນຄວນຍຶດຖື. ຖ້າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າພຽງເລັກນ້ອຍ ແລະ ສາມາດຍອມຮັບວ່າເຈົ້າເປັນຜູ້ຕິດຕາມພຣະເຈົ້າ, ເຈົ້າກໍຄວນສະແຫວງຫາຄວາມຈິງເພື່ອແກ້ໄຂແນວຄິດຂອງເຈົ້າ, ອ່ອນນ້ອມຕໍ່ຄວາມຈິງ ແລະ ຫຼີກລ່ຽງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຖ້າເຈົ້າບໍ່ສາມາດເຮັດສິ່ງນີ້ໄດ້ ແລະ ຢືນຢັນໃນການເຜີຍແຜ່ແນວຄິດ, ເຈົ້າກໍສູນເສຍເຫດຜົນຂອງເຈົ້າໄປແລ້ວ; ເຈົ້າຜິດປົກກະຕິທາງຈິດ, ຖືກຜີຮ້າຍສິງ ແລະ ບໍ່ສາມາດຄວບຄຸມຕົນເອງໄດ້. ເມື່ອຖືກຄອບງຳໂດຍຜີຮ້າຍ, ເຈົ້າກໍເວົ້າອອກມາ ແລະ ເຜີຍແຜ່ແນວຄິດເຫຼົ່ານີ້ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ, ມັນຊ່ວຍບໍ່ໄດ້, ນີ້ຄືການກະທຳຂອງວິນຍານຊົ່ວຮ້າຍ. ຖ້າເຈົ້າມີຈິດສຳນຶກ ແລະ ເຫດຜົນຢູ່ແດ່, ເຈົ້າຄວນສາມາດເຮັດສິ່ງນີ້ໄດ້: ບໍ່ເຜີຍແຜ່ແນວຄິດ ແລະ ບໍ່ລົບກວນອ້າຍເອື້ອຍນ້ອງທັງຫຼາຍ. ເຖິງແມ່ນວ່າເຈົ້າຈະກາຍເປັນຄົນຄິດລົບ, ເຈົ້າກໍບໍ່ຄວນເຮັດສິ່ງທີ່ທຳຮ້າຍອ້າຍເອື້ອຍນ້ອງທັງຫຼາຍ; ເຈົ້າຄວນພຽງແຕ່ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ເຮັດໃນສິ່ງທີ່ເຈົ້າຄວນເຮັດຢ່າງຖືກຕ້ອງ ແລະ ຮັບປະກັນວ່າເຈົ້າບໍ່ມີຂໍ້ຕຳນິ, ນີ້ຄືມາດຕະຖານຂັ້ນຕ່ຳສຳລັບການປະພຶດຕົນ. ເຖິງແມ່ນວ່າບາງຄັ້ງເຈົ້າຈະຄິດລົບ ແຕ່ບໍ່ໄດ້ເຮັດຫຍັງທີ່ກ້າວກ່າຍຂອບເຂດ, ພຣະເຈົ້າກໍຈະບໍ່ຖືສາຄວາມເປັນລົບຂອງເຈົ້າ. ຕາບໃດທີ່ເຈົ້າມີຈິດສຳນຶກ ແລະ ເຫດຜົນ, ສາມາດອະທິຖານ ແລະ ເພິ່ງພາພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ໃນທີ່ສຸດ ເຈົ້າກໍຈະເຂົ້າໃຈຄວາມຈິງ ແລະ ປ່ຽນແປງຕົນເອງໄດ້. ຖ້າເຈົ້າປະເຊີນກັບເຫດການໃຫຍ່ ຕົວຢ່າງເຊັ່ນ: ການຖືກໄລ່ອອກ ແລະ ຖືກກຳຈັດ ຍ້ອນບໍ່ເຮັດວຽກງານຕົວຈິງໃນຖານະຜູ້ນໍາ ແລະ ເຈົ້າຮູ້ສຶກວ່າບໍ່ມີຄວາມຫວັງໃນຄວາມລອດພົ້ນ ແລະ ກາຍເປັນຄົນຄິດລົບ, ຄິດລົບຫຼາຍເກີນໄປຈົນເຈົ້າບໍ່ສາມາດຟື້ນຕົວໄດ້, ຮູ້ສຶກຄືກັບວ່າເຈົ້າຖືກຕັດສິນລົງໂທດ ແລະ ຖືກສາບແຊ່ງ ແລະ ເຈົ້າເກີດຄວາມເຂົ້າໃຈຜິດ ແລະ ການຈົ່ມວ່າຕໍ່ພຣະເຈົ້າ, ເຈົ້າຄວນເຮັດແນວໃດ? ນີ້ເປັນສິ່ງທີ່ຈັດການໄດ້ງ່າຍຫຼາຍ: ຈົ່ງຊອກຫາບາງຄົນທີ່ເຂົ້າໃຈຄວາມຈິງ ເພື່ອໂອ້ລົມ ແລະ ສະແຫວງຫານຳ ແລະ ເວົ້າຄວາມໃນໃຈຂອງເຈົ້າອອກມາກັບຄົນເຫຼົ່ານີ້. ທີ່ສຳຄັນກວ່ານັ້ນ, ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານຢ່າງຊື່ສັດກ່ຽວກັບຄວາມເປັນລົບ ແລະ ຄວາມອ່ອນແອຂອງເຈົ້າ ລວມເຖິງບາງສິ່ງທີ່ເຈົ້າບໍ່ເຂົ້າໃຈ ແລະ ບໍ່ສາມາດເອົາຊະນະໄດ້ເທື່ອລະຢ່າງ, ຈົ່ງໂອ້ລົມກັບພຣະເຈົ້າ, ຢ່າປິດບັງຫຍັງເລີຍ. ຖ້າມີສິ່ງທີ່ບໍ່ສາມາດເວົ້າເຖິງ ເຊິ່ງເຈົ້າບໍ່ສາມາດເວົ້າໃຫ້ຄົນອື່ນຟັງ, ມັນກໍຍິ່ງຈຳເປັນທີ່ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ. ບາງຄົນຖາມວ່າ: “ການເວົ້າກັບພຣະເຈົ້າກ່ຽວກັບເລື່ອງນີ້ຈະບໍ່ນໍາໄປສູ່ການຕັດສິນລົງໂທດບໍ?” ເຈົ້າກໍເຮັດຫຼາຍສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ສົມຄວນໄດ້ຮັບການຕັດສິນລົງໂທດຂອງພຣະອົງ ບໍ່ແມ່ນບໍ? ເປັນຫຍັງຕ້ອງກັງວົນກັບສິ່ງເພີ່ມເຕີມນີ້? ເຈົ້າຄິດວ່າຖ້າເຈົ້າບໍ່ເວົ້າກ່ຽວກັບມັນ, ພຣະເຈົ້າຈະບໍ່ຮູ້ບໍ? ພຣະເຈົ້າຮູ້ທຸກຢ່າງທີ່ເຈົ້າຄິດ. ເຈົ້າຄວນໂອ້ລົມກັບພຣະເຈົ້າຢ່າງເປີດເຜີຍ, ເວົ້າຄວາມໃນໃຈຂອງເຈົ້າອອກມາ, ນໍາສະເໜີບັນຫາ ແລະ ສະພາວະຂອງເຈົ້າຕໍ່ພຣະອົງຢ່າງຊື່ສັດ. ຄວາມອ່ອນແອ, ຄວາມກະບົດ ແລະ ແມ່ນແຕ່ການຈົ່ມວ່າຂອງເຈົ້າ ລ້ວນແລ້ວແຕ່ສາມາດເວົ້າກັບພຣະເຈົ້າໄດ້; ເຖິງແມ່ນວ່າເຈົ້າຢາກລະບາຍ, ນັ້ນກໍບໍ່ເປັນຫຍັງ; ພຣະເຈົ້າຈະບໍ່ຕັດສິນລົງໂທດສິ່ງນີ້. ເປັນຫຍັງພຣະເຈົ້າຈຶ່ງບໍ່ຕັດສິນລົງໂທດສິ່ງນີ້? ພຣະເຈົ້າຮູ້ຈັກຄວາມເຕີບໂຕຂອງມະນຸດ; ເຖິງແມ່ນວ່າເຈົ້າບໍ່ເວົ້າກັບພຣະອົງ, ພຣະອົງກໍຍັງຮູ້ຈັກຄວາມເຕີບໂຕຂອງເຈົ້າ. ໂດຍການເວົ້າກັບພຣະເຈົ້າ, ໃນດ້ານໜຶ່ງ ນີ້ແມ່ນໂອກາດຂອງເຈົ້າທີ່ຈະເປີດໃຈຢ່າງບໍ່ປິດບັງຕໍ່ພຣະເຈົ້າ. ໃນອີກດ້ານໜຶ່ງ, ມັນຍັງສະແດງໃຫ້ເຫັນທັດສະນະຄະຕິແຫ່ງການອ່ອນນ້ອມຂອງເຈົ້າຕໍ່ພຣະເຈົ້າ; ຢ່າງໜ້ອຍທີ່ສຸດ ເຈົ້າກໍກຳລັງໃຫ້ພຣະເຈົ້າເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ປິດກັ້ນຕໍ່ພຣະອົງ, ເຈົ້າພຽງແຕ່ອ່ອນແອ, ບໍ່ມີຄວາມເຕີບໂຕພຽງພໍທີ່ຈະເອົາຊະນະເລື່ອງນີ້ໄດ້, ກໍເທົ່ານັ້ນເອງ. ເຈົ້າບໍ່ໄດ້ຕັ້ງໃຈທີ່ຈະຂັດຂືນ; ທັດສະນະຄະຕິຂອງເຈົ້າຄືການອ່ອນນ້ອມ, ພຽງແຕ່ຄວາມເຕີບໂຕຂອງເຈົ້ານັ້ນຍັງຕໍ່າ ແລະ ເຈົ້າບໍ່ສາມາດແບກຮັບເລື່ອງນີ້ໄດ້. ເມື່ອເຈົ້າເປີດໃຈຢ່າງເຕັມທີ່ຕໍ່ພຣະເຈົ້າ ແລະ ສາມາດແບ່ງປັນຄວາມຄິດທີ່ເລິກເຊິ່ງທີ່ສຸດຂອງເຈົ້າກັບພຣະອົງ, ເຖິງແມ່ນວ່າສິ່ງທີ່ເຈົ້າເວົ້າອາດມີຄວາມອ່ອນແອ ແລະ ການຈົ່ມວ່າ ແລະ ໂດຍສະເພາະແມ່ນສິ່ງທີ່ເປັນລົບຫຼາຍຢ່າງ ແຕ່ກໍມີສິ່ງໜຶ່ງທີ່ຖືກຕ້ອງໃນເລື່ອງນີ້: ເຈົ້າຍອມຮັບວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຍອມຮັບວ່າເຈົ້າເປັນສິ່ງທີ່ຖືກສ້າງ, ເຈົ້າບໍ່ໄດ້ປະຕິເສດຕົວຕົນຂອງພຣະເຈົ້າໃນຖານະພຣະຜູ້ສ້າງ ແລະ ເຈົ້າກໍບໍ່ໄດ້ປະຕິເສດຄວາມສຳພັນລະຫວ່າງເຈົ້າກັບພຣະເຈົ້າ ວ່າມັນຄືຄວາມສຳພັນຂອງສິ່ງທີ່ຖືກສ້າງ ແລະ ພຣະຜູ້ສ້າງ. ເຈົ້າຝາກຝັງສິ່ງທີ່ເຈົ້າເຫັນວ່າຍາກທີ່ສຸດທີ່ຈະເອົາຊະນະ, ສິ່ງທີ່ເຮັດໃຫ້ເຈົ້າອ່ອນແອທີ່ສຸດໄວ້ກັບພຣະເຈົ້າ ແລະ ເຈົ້າບອກພຣະເຈົ້າກ່ຽວກັບຄວາມຮູ້ສຶກສ່ວນເລິກທັງໝົດຂອງເຈົ້າ, ສິ່ງນີ້ສະແດງໃຫ້ເຫັນທັດສະນະຄະຕິຂອງເຈົ້າ. ບາງຄົນເວົ້າວ່າ: “ຂ້ອຍໄດ້ອະທິຖານຕໍ່ພຣະເຈົ້າເທື່ອໜຶ່ງແລ້ວ ແລະ ມັນບໍ່ໄດ້ແກ້ໄຂຄວາມເປັນລົບຂອງຂ້ອຍ. ຂ້ອຍຍັງບໍ່ສາມາດເອົາຊະນະມັນໄດ້”. ບໍ່ເປັນຫຍັງ; ເຈົ້າພຽງແຕ່ຕ້ອງສະແຫວງຫາຄວາມຈິງຢ່າງຈິງໃຈ. ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍປານໃດກໍຕາມ, ພຣະເຈົ້າຈະຄ່ອຍໆເສີມກຳລັງໃຫ້ເຈົ້າ ແລະ ເຈົ້າຈະບໍ່ອ່ອນແອຄືກັບຕອນທຳອິດອີກຕໍ່ໄປ. ບໍ່ວ່າເຈົ້າຈະມີຄວາມອ່ອນແອ ແລະ ຄວາມເປັນລົບຫຼາຍປານໃດ ຫຼື ມີການຈົ່ມວ່າ ແລະ ອາລົມທາງລົບຫຼາຍປານໃດ, ຈົ່ງເວົ້າກັບພຣະເຈົ້າ; ຢ່າປະຕິບັດຕໍ່ພຣະເຈົ້າຄືເປັນຄົນນອກ. ບໍ່ວ່າເຈົ້າຈະປິດບັງສິ່ງຕ່າງໆຈາກໃຜກໍຕາມ, ຢ່າປິດບັງຫຍັງຈາກພຣະເຈົ້າ, ເພາະພຣະເຈົ້າຄືທີ່ເພິ່ງດຽວຂອງເຈົ້າ ແລະ ຍັງເປັນຄວາມລອດພົ້ນດຽວຂອງເຈົ້າ. ມີພຽງແຕ່ການມາຢູ່ຕໍ່ໜ້າພຣະເຈົ້າເທົ່ານັ້ນ ບັນຫາເຫຼົ່ານີ້ຈຶ່ງຈະໄດ້ຮັບການແກ້ໄຂ; ການເພິ່ງພາຄົນນັ້ນໄຮ້ປະໂຫຍດ. ດັ່ງນັ້ນ, ເມື່ອປະເຊີນກັບຄວາມເປັນລົບ ແລະ ຄວາມອ່ອນແອ, ຜູ້ທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເພິ່ງພາພຣະອົງຄືຜູ້ທີ່ສະຫຼາດທີ່ສຸດ. ມີພຽງແຕ່ຄົນໂງ່ຈ້າ ແລະ ດື້ດ້ານເທົ່ານັ້ນ, ເມື່ອປະເຊີນກັບເຫດການສຳຄັນ ແລະ ວິກິດ ແລະ ຈຳເປັນຕ້ອງລະບາຍຄວາມໃນໃຈຕໍ່ພຣະເຈົ້າ, ກັບຍິ່ງຖອຍຫ່າງ ແລະ ຫຼີກລ່ຽງພຣະເຈົ້າ, ໂດຍວາງແຜນຢູ່ໃນໃຈຂອງຕົນເອງ. ແລ້ວຜົນຂອງການວາງແຜນທັງໝົດນີ້ແມ່ນຫຍັງ? ຄວາມເປັນລົບ ແລະ ການຈົ່ມວ່າຂອງພວກເຂົາກາຍເປັນການຂັດຂືນ ແລະ ການຂັດຂືນກາຍເປັນການຕໍ່ຕ້ານ ແລະ ການຮ້ອງໂວຍວາຍຕໍ່ພຣະເຈົ້າ; ຄົນເຫຼົ່ານີ້ກາຍເປັນຄົນທີ່ບໍ່ສາມາດຄືນດີກັບພຣະເຈົ້າຢ່າງສິ້ນເຊີງ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍແຕກຫັກຢ່າງສົມບູນ. ຢ່າງໃດກໍຕາມ, ເມື່ອເຈົ້າປະເຊີນກັບຄວາມເປັນລົບ ແລະ ຄວາມອ່ອນແອແບບນັ້ນ, ຖ້າເຈົ້າສາມາດເລືອກທີ່ຈະຍັງມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ ແລະ ເລືອກທີ່ຈະອ່ອນນ້ອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ເຈົ້າມີທັດສະນະຄະຕິທີ່ອ່ອນນ້ອມຢ່າງແທ້ຈິງ, ຄັນຊັ້ນ ເມື່ອເຫັນວ່າເຈົ້າຍັງຕ້ອງການອ່ອນນ້ອມຕໍ່ພຣະອົງຢ່າງຈິງໃຈ ແມ່ນແຕ່ເມື່ອເຈົ້າຈະຄິດລົບ ແລະ ອ່ອນແອ, ພຣະເຈົ້າກໍຈະຮູ້ວິທີຊີ້ນໍາເຈົ້າ, ນໍາພາເຈົ້າອອກຈາກຄວາມເປັນລົບ ແລະ ຄວາມອ່ອນແອຂອງເຈົ້າ. ຫຼັງຈາກມີປະສົບການເຫຼົ່ານີ້, ເຈົ້າຈະພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເຈົ້າຈະຮູ້ສຶກວ່າ ບໍ່ວ່າເຈົ້າຈະປະເຊີນກັບຄວາມຫຍຸ້ງຍາກຫຍັງກໍຕາມ, ຕາບໃດທີ່ເຈົ້າສະແຫວງຫາພຣະເຈົ້າ ແລະ ລໍຖ້າພຣະອົງ, ພຣະອົງຈະຈັດແຈງທາງອອກໃຫ້ເຈົ້າໂດຍທີ່ເຈົ້າບໍ່ຮູ້ຕົວ, ເຮັດໃຫ້ເຈົ້າເຫັນວ່າ ສະຖານະການຕ່າງໆໄດ້ປ່ຽນແປງໄປໂດຍທີ່ເຈົ້າບໍ່ທັນຮູ້ສຶກຕົວດ້ວຍຊໍ້າ, ເຮັດໃຫ້ເຈົ້າບໍ່ອ່ອນແອອີກຕໍ່ໄປ ແຕ່ເຂັ້ມແຂງ ແລະ ເພີ່ມພູນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເຈົ້າໄຕ່ຕອງເຫດການເຫຼົ່ານີ້, ເຈົ້າຈະຮູ້ສຶກວ່າຄວາມອ່ອນແອຂອງເຈົ້າໃນເວລານັ້ນຊ່າງເປັນເດັກນ້ອຍສໍ່າໃດ. ໃນຄວາມເປັນຈິງແລ້ວ, ຜູ້ຄົນກໍເປັນເດັກນ້ອຍແບບນັ້ນ ແລະ ຖ້າປາສະຈາກການສະໜັບສະໜູນຂອງພຣະເຈົ້າ, ພວກເຂົາກໍຈະບໍ່ມີວັນເຕີບໃຫຍ່ຈາກຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງພວກເຂົາ. ມີພຽງແຕ່ການຄ່ອຍໆຍອມຮັບ ແລະ ອ່ອນນ້ອມຕໍ່ອຳນາດສູງສຸດຂອງພຣະເຈົ້າ ໃນຂະບວນການມີປະສົບການກັບສິ່ງເຫຼົ່ານີ້, ປະເຊີນໜ້າກັບຄວາມເປັນຈິງເຫຼົ່ານີ້ຢ່າງເປັນບວກ ແລະ ຫ້າວຫັນ, ສະແຫວງຫາຫຼັກການ, ສະແຫວງຫາເຈດຕະນາຂອງພຣະເຈົ້າ, ບໍ່ຫຼີກລ່ຽງ ຫຼື ຕີຕົວອອກຫ່າງຈາກພຣະເຈົ້າອີກຕໍ່ໄປ ແລະ ບໍ່ກະບົດຕໍ່ພຣະເຈົ້າ ແຕ່ກາຍເປັນຜູ້ທີ່ອ່ອນນ້ອມຫຼາຍຂຶ້ນເລື້ອຍໆ, ໂດຍມີການກະບົດໜ້ອຍລົງເລື້ອຍໆ, ກາຍເປັນຜູ້ທີ່ໃກ້ຊິດກັບພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າຫຼາຍຂຶ້ນເລື້ອຍໆ; ມີພຽງແຕ່ການມີປະສົບການໃນລັກສະນະນີ້ເທົ່ານັ້ນ ຊີວິດຂອງຄົນເຮົາຈຶ່ງຈະຄ່ອຍໆເຕີບໃຫຍ່ ແລະ ເປັນຜູ້ໃຫຍ່, ເຕີບໃຫຍ່ເປັນຜູ້ໃຫຍ່ຢ່າງເຕັມຕົວ.

ຄົນເຮົາຄວນປະຕິບັດ ແລະ ແກ້ໄຂສະພາວະທີ່ຄິດລົບແນວໃດ? ຄວາມເປັນລົບບໍ່ແມ່ນສິ່ງທີ່ໜ້າຢ້ານກົວ; ກຸນແຈສຳຄັນຄືການມີເຫດຜົນ. ມັນບໍ່ງ່າຍບໍທີ່ຈະເຮັດໂຕໂງ່ຈ້າ ເມື່ອພວກເຂົາຄິດລົບຢູ່ຕະຫຼອດເວລາ? ເມື່ອຄົນໃດໜຶ່ງຄິດລົບ, ພວກເຂົາຈະເຮັດພຽງແຕ່ຈົ່ມວ່າ ຫຼື ບໍ່ກໍຖອດໃຈຈາກຕົນເອງ ແລະ ເວົ້າຈາ ແລະ ກະທຳໂດຍປາສະຈາກເຫດຜົນໃດໆເລີຍ, ສິ່ງນີ້ບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາບໍ? ຖ້າຄົນໃດໜຶ່ງສາມາດຍອມຈຳນົນຕໍ່ຄວາມສິ້ນຫວັງ ແລະ ລະເລີຍຕໍ່ໜ້າທີ່ໃນຄວາມເປັນລົບ, ນີ້ບໍ່ແມ່ນການທໍລະຍົດຕໍ່ພຣະເຈົ້າບໍ? ຄວາມເປັນລົບທີ່ຮຸນແຮງກໍຄືກັບການມີອາການປ່ວຍທາງຈິດ, ມັນຂ້ອນຂ້າງຄ້າຍຄືກັນກັບການຖືກຜີຮ້າຍສິງ; ມັນຄືການຂາດເຫດຜົນ. ການບໍ່ສະແຫວງຫາຄວາມຈິງເພື່ອຫາທາງແກ້ໄຂນັ້ນເປັນອັນຕະລາຍຢ່າງແທ້ຈິງ. ເມື່ອຜູ້ຄົນຄິດລົບ, ຖ້າພວກເຂົາຂາດຫົວໃຈທີ່ຢຳເກງພຣະເຈົ້າຢ່າງສິ້ນເຊີງ, ພວກເຂົາກໍຈະສູນເສຍເຫດຜົນໄດ້ງ່າຍ; ພວກເຂົາຈະທ່ຽວເຜີຍແຜ່ຄວາມເປັນລົບ, ຄວາມບໍ່ພໍໃຈ ແລະ ແນວຄິດຂອງຕົນໄປທົ່ວ. ນີ້ຄືການຕັ້ງໃຈຕໍ່ຕ້ານພຣະເຈົ້າ ແລະ ສາມາດຂັດຂວາງ ແລະ ລົບກວນວຽກງານຂອງຄຣິສຕະຈັກໄດ້ງ່າຍໂພດ, ເຊິ່ງເປັນຜົນສະທ້ອນທີ່ໜ້າຢ້ານກົວເກີນກວ່າທີ່ຈະຈິນຕະນາການໄດ້ ແລະ ພວກເຂົາອາດຈະຖືກພຣະເຈົ້າປະຕິເສດດ້ວຍຄວາມດູຖູກກໍເປັນໄດ້. ຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງໃນຄວາມເປັນລົບຂອງພວກເຂົາ ສາມາດສະແຫວງຫາຄວາມຈິງ, ຮັກສາຫົວໃຈທີ່ຢຳເກງພຣະເຈົ້າໄວ້, ບໍ່ເວົ້າໃນທາງລົບ, ບໍ່ເຜີຍແຜ່ຄວາມເປັນລົບ ແລະ ແນວຄິດຂອງຕົນເອງ ແລະ ຮັກສາຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ທັດສະນະຄະຕິທີ່ອ່ອນນ້ອມຕໍ່ພຣອົງ, ຄົນດັ່ງກ່າວຈະສາມາດຫຼຸດພົ້ນຈາກຄວາມເປັນລົບໄດ້ງ່າຍ. ທຸກຄົນລ້ວນມີຊ່ວງເວລາທີ່ຄິດລົບ; ພວກເຂົາພຽງແຕ່ແຕກຕ່າງກັນໃນລະດັບຄວາມຮຸນແຮງ, ໄລຍະເວລາ ແລະ ເຫດຜົນ. ບາງຄົນໂດຍທົ່ວໄປແລ້ວບໍ່ຄິດລົບ ແຕ່ກາຍເປັນແບບນັ້ນເມື່ອພວກເຂົາປະເຊີນກັບຄວາມລົ້ມເຫຼວ ຫຼື ສະດຸດລົ້ມໃນບາງສິ່ງ; ຄົນອື່ນສາມາດເປັນຄົນຄິດລົບຍ້ອນເລື່ອງເລັກໆນ້ອຍໆ, ເຖິງແມ່ນວ່າຈະເປັນພຽງຄຳເວົ້າຂອງໃຜຜູ້ໜຶ່ງທີ່ເຮັດໃຫ້ພວກເຂົາເສຍໜ້າກໍຕາມ. ບາງຄົນກໍຄິດລົບຍ້ອນສະຖານະການທີ່ບໍ່ເອື້ອອຳນວຍພຽງເລັກນ້ອຍ. ຄົນດັ່ງກ່າວເຂົ້າໃຈວິທີການດຳລົງຊີວິດບໍ? ພວກເຂົາມີຄວາມເຂົ້າໃຈເລິກເຊິ່ງບໍ? ພວກເຂົາມີຈິດໃຈທີ່ກວ້າງຂວາງ ແລະ ຄວາມໃຈກວ້າງຂອງຄົນປົກກະຕິບໍ? ບໍ່ມີ. ບໍ່ວ່າສະຖານະການຈະເປັນແນວໃດກໍຕາມ, ຕາບໃດທີ່ຄົນໃດໜຶ່ງດຳລົງຊີວິດຢູ່ພາຍໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາກໍຈະຕົກຢູ່ໃນສະພາວະທີ່ຄິດລົບຢູ່ເລື້ອຍໆ. ແນ່ນອນວ່າ ຖ້າຄົນໃດໜຶ່ງເຂົ້າໃຈຄວາມຈິງ ແລະ ສາມາດເບິ່ງທະລຸສິ່ງຕ່າງໆ, ສະພາວະທີ່ຄິດລົບຂອງພວກເຂົາກໍຈະຄ່ອຍໆຫາຍາກຂຶ້ນ ແລະ ຄວາມເປັນລົບຂອງພວກເຂົາກໍຈະຄ່ອຍໆຫາຍໄປ ໃນຂະນະທີ່ຄວາມເຕີບໂຕຂອງພວກເຂົາເພີ່ມຂຶ້ນ, ຈົນໃນທີ່ສຸດກໍຫາຍໄປຢ່າງສົມບູນ. ຜູ້ທີ່ບໍ່ຮັກຄວາມຈິງ, ຜູ້ທີ່ບໍ່ຍອມຮັບຄວາມຈິງເລີຍ ຈະມີອາລົມທາງລົບ, ສະພາວະທີ່ຄິດລົບ ແລະ ຄວາມຄິດ ແລະ ທັດສະນະຄະຕິທີ່ຄິດລົບເພີ່ມຂຶ້ນເລື້ອຍໆ, ເຊິ່ງຈະຮ້າຍແຮງຂຶ້ນເມື່ອມັນສະສົມຫຼາຍຂຶ້ນ ແລະ ເມື່ອສິ່ງເຫຼົ່ານີ້ໜັກເກີນກວ່າທີ່ພວກເຂົາຈະຮັບໄດ້, ພວກເຂົາກໍຈະບໍ່ສາມາດຟື້ນຕົວໄດ້ ເຊິ່ງເປັນອັນຕະລາຍຫຼາຍ. ດັ່ງນັ້ນ, ການແກ້ໄຂຄວາມເປັນລົບຢ່າງທັນການຈຶ່ງສຳຄັນຫຼາຍ. ເພື່ອແກ້ໄຂຄວາມເປັນລົບ, ຄົນເຮົາຕ້ອງສະແຫວງຫາຄວາມຈິງຢ່າງຫ້າວຫັນ; ອ່ານ ແລະ ໄຕ່ຕອງພຣະທຳຂອງພຣະເຈົ້າ ໃນຂະນະທີ່ຮັກສາສະພາວະທີ່ສະຫງົບງຽບຕໍ່ໜ້າພຣະອົງ ຈະນໍາໄປສູ່ການໄດ້ຮັບຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງ, ເຮັດໃຫ້ຄົນເຮົາເຂົ້າໃຈຄວາມຈິງ ແລະ ເບິ່ງທະລຸແກ່ນແທ້ຂອງຄວາມເປັນລົບ, ດ້ວຍເຫດນີ້ຈຶ່ງແກ້ໄຂບັນຫາຄວາມເປັນລົບໄດ້. ຖ້າເຈົ້າຍັງຍຶດຕິດກັບແນວຄິດ ແລະ ເຫດຜົນຂອງຕົນເອງ, ຄັນຊັ້ນ ເຈົ້າກໍໂງ່ຈ້າຢ່າງສຸດຂີດ ແລະ ເຈົ້າຈະຕາຍຍ້ອນຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າ. ບໍ່ວ່າແນວໃດກໍຕາມ, ການແກ້ໄຂຄວາມເປັນລົບຄວນເປັນແບບຫ້າວຫັນ, ບໍ່ແມ່ນແບບຕັ້ງຮັບ. ບາງຄົນຄິດວ່າເມື່ອຄວາມເປັນລົບເກີດຂຶ້ນ, ພວກເຂົາຄວນເມີນເສີຍຕໍ່ມັນ; ເມື່ອພວກເຂົາຮູ້ສຶກມີຄວາມສຸກອີກຄັ້ງ, ຄວາມເປັນລົບຂອງພວກເຂົາກໍຈະປ່ຽນເປັນຄວາມປິຕິຍິນດີໂດຍທຳມະຊາດ. ນີ້ຄືຄວາມເພີ້ຝັນ; ຖ້າປາສະຈາກການສະແຫວງຫາ ຫຼື ການຍອມຮັບຄວາມຈິງ, ຄວາມເປັນລົບຈະບໍ່ຫາຍໄປເອງໂດຍອັດຕະໂນມັດ. ເຖິງແມ່ນວ່າເຈົ້າຈະລືມມັນ ແລະ ບໍ່ຮູ້ສຶກຫຍັງໃນໃຈຂອງເຈົ້າ, ມັນກໍບໍ່ໄດ້ໝາຍຄວາມວ່າຕົ້ນເຫດຂອງຄວາມເປັນລົບຂອງເຈົ້າໄດ້ຮັບການແກ້ໄຂແລ້ວ. ເມື່ອສະຖານະການທີ່ເໝາະສົມເກີດຂຶ້ນ, ມັນກໍຈະກຳເລີບຂຶ້ນມາອີກ, ເຊິ່ງເປັນເລື່ອງທີ່ເກີດຂຶ້ນເປັນປະຈຳ. ຖ້າຄົນໃດໜຶ່ງສະຫຼາດ ແລະ ມີເຫດຜົນ, ພວກເຂົາຄວນສະແຫວງຫາຄວາມຈິງທັນທີ ເມື່ອຄວາມເປັນລົບເກີດຂຶ້ນ ແລະ ໃຊ້ວິທີການຍອມຮັບຄວາມຈິງເພື່ອແກ້ໄຂມັນ, ດ້ວຍເຫດນີ້ຈຶ່ງແກ້ໄຂບັນຫາຄວາມເປັນລົບຈາກຮາກເຫງົ້າຂອງມັນ. ທຸກຄົນທີ່ຄິດລົບເລື້ອຍໆກໍຍ້ອນວ່າພວກເຂົາບໍ່ສາມາດຍອມຮັບຄວາມຈິງ. ຖ້າເຈົ້າບໍ່ຍອມຮັບຄວາມຈິງ, ຄວາມເປັນລົບຈະເກາະຕິດເຈົ້າຄືກັບມານຮ້າຍ, ເຮັດໃຫ້ເຈົ້າຄິດລົບຕະຫຼອດເວລາ, ເຮັດໃຫ້ເຈົ້າເກີດຄວາມຮູ້ສຶກບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຕໍ່ພຣະເຈົ້າ, ຈົນກວ່າເຈົ້າຈະພົບວ່າຕົນເອງກຳລັງຂັດຂືນ, ຕໍ່ສູ້ ແລະ ຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າ; ນັ້ນຄືຕອນທີ່ເຈົ້າຈະໄປເຖິງຈຸດຈົບ ແລະ ໂສມໜ້າທີ່ຂີ້ຮ້າຍຂອງເຈົ້າຈະຖືກເປີດໂປງ. ຜູ້ຄົນເລີ່ມເປີດໂປງເຈົ້າ, ໄຈ້ແຍກເຈົ້າ ແລະ ກຳນົດທາດແທ້ຂອງເຈົ້າ ແລະ ມີພຽງຕອນນີ້ເທົ່ານັ້ນ, ເມື່ອປະເຊີນກັບຄວາມເປັນຈິງທີ່ໂຫດຮ້າຍ, ນໍ້າຕາຂອງເຈົ້າຈຶ່ງເລີ່ມໄຫຼ; ນີ້ຄືຕອນທີ່ເຈົ້າລົ້ມຟຸບລົງ ແລະ ເລີ່ມຕີເອິກດ້ວຍຄວາມສິ້ນຫວັງ, ເຈົ້າກໍຖ້າຮັບການລົງໂທດຂອງພຣະເຈົ້າໂລດ! ຄວາມເປັນລົບບໍ່ພຽງແຕ່ເຮັດໃຫ້ຜູ້ຄົນອ່ອນແອລົງເທົ່ານັ້ນ, ແຕ່ມັນຍັງເຮັດໃຫ້ພວກເຂົາຈົ່ມວ່າກ່ຽວກັບພຣະເຈົ້າ, ຕັດສິນພຣະເຈົ້າ, ປະຕິເສດພຣະເຈົ້າ ແລະ ແມ່ນແຕ່ຕໍ່ສູ້ ແລະ ຮ້ອງໂວຍວາຍຕໍ່ຕ້ານພຣະເຈົ້າໂດຍກົງ. ດັ່ງນັ້ນ, ຖ້າການແກ້ໄຂຄວາມເປັນລົບຂອງໃຜຜູ້ໜຶ່ງຊັກຊ້າ, ເມື່ອພວກເຂົາເປີດເຜີຍຄຳເວົ້າທີ່ໝິ່ນປະໝາດ ແລະ ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຜົນສະທ້ອນນັ້ນຮ້າຍແຮງຫຼາຍ. ຖ້າເຈົ້າຕົກຢູ່ໃນຄວາມເປັນລົບ ແລະ ເກັບຄວາມຈົ່ມວ່າໄວ້ ຍ້ອນເຫດການດຽວ, ປະໂຫຍກດຽວ ຫຼື ຄວາມຄິດ ຫຼື ມຸມມອງດຽວ, ສິ່ງນີ້ສະແດງໃຫ້ເຫັນວ່າຄວາມເຂົ້າໃຈຂອງເຈົ້າກ່ຽວກັບເລື່ອງນີ້ບິດເບືອນ ແລະ ເຈົ້າມີແນວຄິດ ແລະ ຈິນຕະນາການກ່ຽວກັບມັນ; ມຸມມອງຂອງເຈົ້າກ່ຽວກັບເລື່ອງນີ້ບໍ່ສອດຄ່ອງກັບຄວາມຈິງຢ່າງແນ່ນອນ. ໃນຈຸດນີ້, ເຈົ້າຈຳເປັນຕ້ອງສະແຫວງຫາຄວາມຈິງ ແລະ ປະເຊີນໜ້າກັບມັນຢ່າງຖືກຕ້ອງ, ພະຍາຍາມແກ້ໄຂແນວຄິດ ແລະ ຄວາມຄິດທີ່ຜິດພາດເຫຼົ່ານີ້ຢ່າງໄວວາເທົ່າທີ່ຈະໄວໄດ້, ບໍ່ປ່ອຍໃຫ້ຕົນເອງຖືກຜູກມັດ ແລະ ຊີ້ນໍາຢ່າງຜິດໆໂດຍແນວຄິດເຫຼົ່ານີ້ ເຂົ້າສູ່ສະພາວະຂອງຄວາມບໍ່ເຊື່ອຟັງ, ຄວາມບໍ່ພໍໃຈ ແລະ ການຈົ່ມວ່າຕໍ່ພຣະເຈົ້າ. ການແກ້ໄຂຄວາມເປັນລົບຢ່າງທັນການນັ້ນສຳຄັນຫຼາຍ ແລະ ການແກ້ໄຂມັນຢ່າງສົມບູນກໍສຳຄັນຫຼາຍເຊັ່ນກັນ. ແນ່ນອນວ່າ ວິທີທີ່ດີທີ່ສຸດໃນການແກ້ໄຂຄວາມເປັນລົບແມ່ນການສະແຫວງຫາຄວາມຈິງ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມສະຫວ່າງຂອງພຣະອົງ. ບາງຄັ້ງ, ເຈົ້າອາດຈະບໍ່ສາມາດຫັນປ່ຽນຄວາມຄິດ ແລະ ມຸມມອງຂອງເຈົ້າໄດ້ຊົ່ວຄາວ ແຕ່ຢ່າງໜ້ອຍທີ່ສຸດ, ເຈົ້າຄວນຮູ້ວ່າເຈົ້າຜິດ ແລະ ວ່າຄວາມຄິດເຫຼົ່ານີ້ຂອງເຈົ້ານັ້ນບິດເບືອນ. ດ້ວຍວິທີນີ້, ຜົນໄດ້ຮັບຂັ້ນຕ່ຳກໍຄື ຄວາມຄິດ ແລະ ມຸມມອງທີ່ຜິດພາດເຫຼົ່ານີ້ຈະບໍ່ສົ່ງຜົນກະທົບຕໍ່ຄວາມຈົງຮັກພັກດີຂອງເຈົ້າໃນການປະຕິບັດໜ້າທີ່ຂອງເຈົ້າ, ຈະບໍ່ສົ່ງຜົນກະທົບຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ຈະບໍ່ສົ່ງຜົນກະທົບຕໍ່ການມາຢູ່ຕໍ່ໜ້າພຣະເຈົ້າຂອງເຈົ້າ ເພື່ອເປີດໃຈ ແລະ ອະທິຖານ; ຢ່າງໜ້ອຍທີ່ສຸດ, ນີ້ຄືຜົນໄດ້ຮັບທີ່ຕ້ອງບັນລຸ. ເມື່ອເຈົ້າຈົມຢູ່ໃນຄວາມເປັນລົບ ແລະ ບໍ່ເຊື່ອຟັງ ແລະ ບໍ່ພໍໃຈ ແລະ ເຈົ້າເກັບຄວາມຈົ່ມວ່າຕໍ່ພຣະເຈົ້າໄວ້ ແຕ່ບໍ່ຢາກສະແຫວງຫາຄວາມຈິງເພື່ອແກ້ໄຂ ໂດຍຄິດວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ໃນຂະນະທີ່ຄວາມຈິງແລ້ວ ຫົວໃຈຂອງເຈົ້ານັ້ນຫ່າງໄກຈາກພຣະເຈົ້າ ແລະ ເຈົ້າບໍ່ປາຖະໜາທີ່ຈະອ່ານພຣະທຳຂອງພຣະອົງ ຫຼື ອະທິຖານອີກຕໍ່ໄປ, ບັນຫາບໍ່ໄດ້ຮ້າຍແຮງຂຶ້ນແລ້ວບໍ? ເຈົ້າເວົ້າວ່າ: “ບໍ່ວ່າຂ້ອຍຈະຄິດລົບສໍ່າໃດກໍຕາມ, ການປະຕິບັດໜ້າທີ່ຂອງຂ້ອຍກໍບໍ່ໄດ້ຖືກຂັດຂວາງ ແລະ ຂ້ອຍກໍບໍ່ໄດ້ປະຖິ້ມວຽກງານຂອງຂ້ອຍ. ຂ້ອຍມີຄວາມຈົງຮັກພັກດີ!” ຄຳເວົ້າເຫຼົ່ານີ້ມີເຫດຜົນບໍ? ຖ້າເຈົ້າຄິດລົບເລື້ອຍໆ, ມັນບໍ່ແມ່ນບັນຫາຂອງອຸປະນິໄສທີ່ເສື່ອມຊາມ; ແຕ່ມີບັນຫາທີ່ຮ້າຍແຮງກວ່ານັ້ນ: ເຈົ້າມີແນວຄິດກ່ຽວກັບພຣະເຈົ້າ, ເຂົ້າໃຈພຣະອົງຜິດ ແລະ ໄດ້ສ້າງອຸປະສັກລະຫວ່າງຕົວເຈົ້າເອງກັບພຣະເຈົ້າ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້, ມັນກໍອັນຕະລາຍຫຼາຍ. ຄົນເຮົາຈະຮັບປະກັນໄດ້ແນວໃດວ່າພວກເຂົາປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີຈົນເຖິງທີ່ສຸດ ແລະ ໂດຍປາສະຈາກການເຮັດພໍແລ້ວມືແລ້ວຕີນ ຖ້າພວກເຂົາຄິດລົບເລື້ອຍໆ? ຄວາມເປັນລົບຈະໄປໄກໆ ຫຼື ສູນຫາຍໄປເອງໄດ້ບໍ ຖ້າມັນບໍ່ໄດ້ຮັບການແກ້ໄຂ? ຖ້າຄົນໃດໜຶ່ງບໍ່ສະແຫວງຫາຄວາມຈິງສຳລັບທາງແກ້ໄຂຢ່າງທັນການ, ຄວາມເປັນລົບກໍຈະສືບຕໍ່ພັດທະນາ ແລະ ມີແຕ່ຈະຮ້າຍແຮງຂຶ້ນເທົ່ານັ້ນ. ຜົນສະທ້ອນທີ່ມັນກໍ່ຂຶ້ນຈະມີແຕ່ເສຍຫາຍຫຼາຍຂຶ້ນເທົ່ານັ້ນ. ພວກມັນຈະບໍ່ພັດທະນາໄປໃນທິດທາງທີ່ເປັນບວກຢ່າງແນ່ນອນ, ມີແຕ່ຈະເຕີບໃຫຍ່ໄປໃນທິດທາງທີ່ຮ້າຍແຮງເທົ່ານັ້ນ. ດັ່ງນັ້ນ, ເມື່ອຄວາມເປັນລົບເກີດຂຶ້ນ, ເຈົ້າຕ້ອງຮີບຮ້ອນສະແຫວງຫາຄວາມຈິງເພື່ອແກ້ໄຂມັນ; ມີພຽງສິ່ງນີ້ເທົ່ານັ້ນທີ່ຮັບປະກັນວ່າເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ດີ. ການແກ້ໄຂຄວາມເປັນລົບນັ້ນສຳຄັນຫຼາຍ ແລະ ມັນບໍ່ສາມາດລໍຊ້າໄດ້!

ວັນທີ 26 ມິຖຸນາ 2021

ກ່ອນນີ້: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (16)

ຕໍ່ໄປ: ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (19)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້