ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (18)
ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ແມ່ນຍຳ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີຫົກ)
ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
X. ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ
ໃນການເຕົ້າໂຮມຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄວາມຮັບຜິດຊອບຂໍ້ທີສິບສອງຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ແມ່ນຍຳ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ກ່ຽວກັບບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກທີ່ປາກົດຂຶ້ນໃນຊີວິດຄຣິສຕະຈັກ, ພວກເຮົາໄດ້ແບ່ງອອກເປັນສິບເອັດບັນຫາ. ໃຫ້ອ່ານພວກມັນຄືນອີກເທື່ອໜຶ່ງ. (ຂໍ້ທີໜຶ່ງ, ການມັກນອກເລື່ອງໃນເວລາໂອ້ລົມຄວາມຈິງເປັນປະຈໍາ; ຂໍ້ທີສອງ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອເຮັດໃຫ້ຄົນຫຼົງຜິດ ແລະ ເພື່ອໃຫ້ຄົນອື່ນນັບຖືຕົນ; ຂໍ້ທີສາມ, ການເວົ້າຈາເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ; ຂໍ້ທີສີ່, ການສ້າງຕັ້ງກຸ່ມກ້ອນ; ຂໍ້ທີຫ້າ, ການຍາດແຍ່ງສະຖານະ; ຂໍ້ທີຫົກ, ການພົວພັນທີ່ບໍ່ເໝາະສົມ; ຂໍ້ທີເຈັດ, ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ; ຂໍ້ທີແປດ, ການເຜີຍແຜ່ແນວຄິດ; ຂໍ້ທີເກົ້າ, ການລະບາຍຄວາມເປັນລົບ; ຂໍ້ທີສິບ, ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ຂໍ້ທີສິບເອັດ, ການຄວບຄຸມ ແລະ ການຂັດຂວາງການເລືອກຕັ້ງ). ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາທີເກົ້າແລ້ວ. ມື້ນີ້, ພວກເຮົາຈະໂອ້ລົມກັນກ່ຽວກັບຂໍ້ທີສິບ, ນັ້ນກໍຄື ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ.
1. ການສະແດງອອກຂອງການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ
ເຫດການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງໄດ້ເກີດຂຶ້ນໃນຄຣິສຕະຈັກ. ມີບາງຄົນບໍ່ຮັກຄວາມຈິງ ແລະ ບໍ່ໃສ່ໃຈການປະຕິບັດຄວາມຈິງໃນການປະຕິບັດໜ້າທີ່ຂອງພວກເຂົາ; ບໍ່ວ່າຈະເປັນເລື່ອງທີ່ກ່ຽວຂ້ອງກັບຫຼັກການຄວາມຈິງ ຫຼື ໃນການສະແຫວງຫາສ່ວນຕົວຂອງພວກເຂົາ, ພວກເຂົາກໍບໍ່ໃສ່ໃຈການສະແຫວງຫາຄວາມຈິງ, ຄວາມໃສ່ໃຈເຫຼົ່ານີ້ບໍ່ມີພື້ນທີ່ໃນຫົວໃຈຂອງພວກເຂົາເລີຍ. ໃນຄວາມເຊື່ອທີ່ພວກເຂົາມີຕໍ່ພຣະເຈົ້າ, ພວກເຂົາພຽງແຕ່ມັກສອບຖາມກ່ຽວກັບຂ່າວນິນທາ ແລະ ຂໍ້ມູນສ່ວນຕົວ ແລະ ເກັບກຳເລື່ອງແປກໆ ແລະ ບໍ່ທຳມະດາ. ແນ່ນອນວ່າສິ່ງທີ່ພວກເຂົາກະຕືລືລົ້ນຫຼາຍກວ່ານັ້ນກໍຄືການສອດແນມເລື່ອງທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ພ້ອມທັງເລື່ອງທີ່ກ່ຽວຂ້ອງກັບເຮືອນຂອງພຣະເຈົ້າ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກ. ໃນເວລາດຽວກັນ, ພວກເຂົາມັກເຜີຍແຜ່ຂ່າວນິນທາທີ່ບໍ່ມີມູນຄວາມຈິງ, ເຜີຍແຜ່ສິ່ງທີ່ພວກເຂົາໄດ້ຍິນ ຫຼື ຈິນຕະນາການຂຶ້ນ ເຊິ່ງບໍ່ແມ່ນຄວາມຈິງເລີຍ. ຄົນປະເພດນີ້ບໍ່ມັກອ່ານພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ຄ່ອຍອະທິຖານ ແລະ ໃນລະຫວ່າງການເຕົ້າໂຮມ ພວກເຂົາບໍ່ຄ່ອຍໂອ້ລົມຄວາມຈິງ ແລະ ບໍ່ຄ່ອຍເວົ້າກ່ຽວກັບສະພາວະຂອງພວກເຂົາເອງ, ການສະແຫວງຫາ ແລະ ທາງເຂົ້າທີ່ເປັນສ່ວນຕົວ ຫຼື ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ອື່ນໆ. ແນ່ນອນວ່າພວກເຂົາບໍ່ສົນໃຈຄົນທີ່ໂອ້ລົມຄວາມຈິງ ຫຼື ໂອ້ລົມກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ ແລະ ທັງບໍ່ສົນໃຈເລື່ອງເຫຼົ່ານີ້. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາໄດ້ຍິນຄົນເວົ້າກ່ຽວກັບວ່າ ພາລະກິດຂອງພຣະເຈົ້າໄດ້ດຳເນີນໄປຮອດຈຸດໃດແລ້ວ ຫຼື ເຫັນເນື້ອໃນໃນພຣະທຳຂອງພຣະເຈົ້າກ່ຽວກັບໄພພິບັດ, ຈຸດໝາຍປາຍທາງຂອງຜູ້ຄົນ, ການທີ່ພຣະເຈົ້າປ່ຽນຮູບຮ່າງຂອງພຣະອົງ ແລະ ອື່ນໆອີກ, ຕາຂອງພວກເຂົາກໍເປັນປະກາຍຂຶ້ນທັນທີ ແລະ ພວກເຂົາເລີ່ມໃສ່ໃຈເປັນພິເສດ. ທັນທີທີ່ພວກເຂົາອ່ານ ຫຼື ໄດ້ຍິນຄຳເວົ້າເຫຼົ່ານີ້, ຄວາມສົນໃຈຂອງພວກເຂົາກໍຖືກປຸກຂຶ້ນທັນທີ. ເມື່ອພິຈາລະນາການສະແດງອອກຂອງຄົນເຫຼົ່ານີ້, ເຫັນໄດ້ຊັດເຈນວ່າ ພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າ ເພື່ອສະແຫວງຫາຄວາມຈິງ ຫຼື ເພື່ອເຮັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ ແລະ ແນ່ນອນວ່າບໍ່ແມ່ນເພື່ອຍອມອ່ອນນ້ອມ ແລະ ນະມັດສະການພຣະເຈົ້າ. ພວກເຂົາມາທີ່ເຮືອນຂອງພຣະເຈົ້າ ແລະ ບໍ່ໄດ້ຄິດທີ່ຈະເຮັດໜ້າທີ່ໃດໆ ເລີຍ. ພວກເຂົາພຽງແຕ່ຕ້ອງການສອດແນມ ແລະ ເກັບກຳຂ່າວນິນທາບາງຢ່າງ ຫຼື ເຜີຍແຜ່ຂ່າວລືບາງຢ່າງ. ພວກເຂົາຖືເອົາກິດຈະກຳເຫຼົ່ານີ້ເປັນຄວາມສຸກ ແລະ ບໍ່ມີຄວາມສົນໃຈໃດເລີຍໃນຄຳພະຍານຈາກປະສົບການ, ເພງສັນລະເສີນ ຫຼື ຮູບເງົາຂອງເຮືອນພຣະເຈົ້າ. ພວກເຂົາມັກພຽງແຕ່ເປີດອອນລາຍເພື່ອເກັບກຳຄຳເວົ້າ ແລະ ການປະເມີນທີ່ກອງກຳລັງພວກຕໍ່ຕ້ານພຣະຄຣິສໃນໂລກສາສະໜາເວົ້າກ່ຽວກັບເຮືອນຂອງພຣະເຈົ້າ, ວຽກງານຂອງຄຣິສຕະຈັກ ແລະ ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ. ເຖິງວ່າ ພວກເຂົາຈະເບິ່ງວິດີໂອຈາກເຮືອນຂອງພຣະເຈົ້າໃນບາງຄັ້ງບາງຄາວ ແຕ່ມັນກໍບໍ່ແມ່ນຍ້ອນຄວາມປາຖະໜາພາຍໃນທີ່ຈະສະແຫວງຫາຄວາມຈິງ ເພື່ອແກ້ໄຂບັນຫາຂອງພວກເຂົາເອງ. ແລ້ວພວກເຂົາເບິ່ງຫຍັງ? ພວກເຂົາເບິ່ງຄຳຄິດເຫັນທີ່ຢູ່ກ້ອງວິດີໂອ ແລະ ພວກເຂົາເລືອກເຟັ້ນສິ່ງທີ່ພວກເຂົາອ່ານ. ພວກເຂົາຂ້າມຄຳຄິດເຫັນຈາກອ້າຍເອື້ອຍນ້ອງຂອງຄຣິສຕະຈັກ ແຕ່ສົນໃຈເປັນພິເສດຕໍ່ຄຳຄິດເຫັນຈາກໂລກສາສະໜາ ແລະ ຜູ້ບໍ່ມີຄວາມເຊື່ອ. ພວກເຂົາເຖິງກັບເບິ່ງສະເພາະຄຳຄິດເຫັນ ແລະ ຄຳເວົ້າຈາກມັງກອນແດງທີ່ຍິ່ງໃຫຍ່ ໂດຍພະຍາຍາມຄົ້ນຫາບາງສິ່ງຈາກຄຳເວົ້າເຫຼົ່ານັ້ນ. ເມື່ອພວກເຂົາເຫັນການໂຄສະນາຊວນເຊື່ອລົບໆ, ຄຳເວົ້າ ແລະ ຂ່າວລືເຫຼົ່ານີ້ທີ່ປັ້ນແຕ່ງຂຶ້ນ, ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ແລະ ແຍກແຍະພວກມັນ; ໃນທາງກົງກັນຂ້າມ, ພວກເຂົາເຖິງກັບສາມາດຍອມຮັບຂໍ້ຄິດເຫັນ ແລະ ຄຳເວົ້າລົບໆບາງຢ່າງເຫຼົ່ານີ້ ແລະ ຖືວ່າພວກມັນເປັນຄວາມຈິງ. ບໍ່ວ່າຈະມີຄຳຄິດເຫັນທີ່ດີຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ເຕັມໃຈທີ່ຈະອ່ານພວກມັນ ແລະ ບໍ່ເຊື່ອວ່າພວກມັນແມ່ນຄວາມຈິງ; ມີພຽງແຕ່ຄຳຄິດເຫັນລົບໆ ຫຼື ຂ່າວລືເຫຼົ່ານັ້ນທີ່ດຶງດູດຄວາມສົນໃຈຂອງພວກເຂົາ ແລະ ກະຕຸ້ນຄວາມຢາກຂອງພວກເຂົາ. ທຸກຄັ້ງທີ່ພວກເຂົາເຫັນຄຳຄິດເຫັນທີ່ລົບໆເຫຼົ່ານີ້, ພວກເຂົາຮູ້ສຶກພໍໃຈຫຼາຍ ແລະ ສະບາຍໃຈຢູ່ພາຍໃນ. ພວກເຂົາສົນໃຈເປັນພິເສດຕໍ່ຂ່າວລື ແລະ ການຕັດສິນທີ່ບໍ່ເປັນຄວາມຈິງທັງສິ້ນ ແລະ ແມ່ນແຕ່ການໂຈມຕີ ແລະ ການໃສ່ຮ້າຍປ້າຍສີພຣະເຈົ້າ ທີ່ກຳລັງແຜ່ລາມໃນໂລກ, ໃນໂລກສາສະໜາ ຫຼື ໃນທາງອອນລາຍ ແລະ ພວກເຂົາສຶກສາ ແລະ ເກັບກຳສິ່ງເຫຼົ່ານີ້ຢ່າງພາກພຽນຢູ່ສະເໝີ. ໃນທາງກົງກັນຂ້າມ, ພວກເຂົາບໍ່ມີຄວາມສົນໃຈເລີຍຕໍ່ພຣະທຳຂອງພຣະເຈົ້າ, ການເທດສະໜາ ແລະ ການໂອ້ລົມ, ຄຳພະຍານຈາກປະສົບການຂອງອ້າຍເອື້ອຍນ້ອງ ແລະ ສິ່ງອື່ນໆເຊັ່ນນັ້ນ. ສະນັ້ນ, ເມື່ອຄົນອື່ນອ່ານພຣະທຳຂອງພຣະເຈົ້າ, ໂອ້ລົມຄວາມຈິງ ແລະ ແບ່ງປັນຄຳພະຍານຈາກປະສົບການໃນລະຫວ່າງການເຕົ້າໂຮມ, ພວກເຂົາກໍຮູ້ສຶກລັງກຽດ ແລະ ເຫັນວ່າສິ່ງເຫຼົ່ານີ້ເປັນຕາລຳຄານ ແລະ ເປັນສ່ວນເກີນ. ໃນຫົວໃຈຂອງພວກເຂົາ, ພວກເຂົາລັງກຽດເປັນພິເສດຕໍ່ການໂອ້ລົມຄວາມຈິງ ແລະ ການເວົ້າເຖິງການຮູ້ຈັກຕົນເອງ. ແລ້ວພວກເຂົາຢາກຟັງຫຍັງ? ພວກເຂົາພຽງແຕ່ຢາກຟັງເລື່ອງແປກປະຫຼາດ ແລະ ພິລຶກ, ບໍ່ວ່າຈະເປັນຄວາມເລິກລັບຈາກໂລກຝ່າຍວິນຍານ ຫຼື ຂ່າວລື ແລະ ຂ່າວນິນທາທີ່ແຜ່ລາມໂດຍໂລກສາສະໜາ, ພວກເຂົາພຽງແຕ່ເຕັມໃຈທີ່ຈະຟັງສິ່ງເຫຼົ່ານີ້. ຫົວໃຈຂອງພວກເຂົາເຕັມໄປດ້ວຍ ແລະ ຖືກຄອບງຳໂດຍສິ່ງບໍ່ດີເຫຼົ່ານີ້ ແລະ ບໍ່ມີໃຜສາມາດເອົາສິ່ງບໍ່ດີເຫຼົ່ານີ້ອອກຈາກພວກເຂົາ ຫຼື ຍາດເອົາສິ່ງບໍ່ດີເຫຼົ່ານີ້ໄປຈາກພວກເຂົາໄດ້. ເປັນຫຍັງຈຶ່ງເປັນເຊັ່ນນີ້? ມັນກໍເພາະວ່າພວກເຂົາສົນໃຈ ແລະ ມັກສິ່ງເຫຼົ່ານີ້ຫຼາຍເກີນໄປ! ສະນັ້ນ, ເມື່ອພວກເຂົາຢູ່ທ່າມກາງອ້າຍເອື້ອຍນ້ອງ, ໂດຍສະເພາະໃນລະຫວ່າງການເຕົ້າໂຮມ, ພວກເຂົາມັກເວົ້າກ່ຽວກັບຂ່າວນິນທາບາງຢ່າງບໍ່ມີມູນຄວາມຈິງ ແລະ ເຖິງກັບເຜີຍແຜ່ຄຳຄິດເຫັນທີ່ບໍ່ດີບາງຢ່າງກ່ຽວກັບເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກທີ່ພວກເຂົາພົບເຫັນຈາກອອນລາຍ. ຄົນເຫຼົ່ານີ້ສົນໃຈຂ່າວລືເຫຼົ່ານີ້ເປັນຢ່າງຍິ່ງ. ເຖິງແມ່ນວ່າພວກເຂົາຈະຮູ້ຢ່າງຊັດເຈນວ່າ ການເຜີຍແຜ່ສິ່ງເຫຼົ່ານີ້ບໍ່ເປັນປະໂຫຍດຕໍ່ຄົນອື່ນ, ພວກເຂົາບໍ່ສາມາດຄວບຄຸມຕົນເອງໄດ້ ແລະ ຢືນຢັນທີ່ຈະເຜີຍແຜ່ພວກມັນ. ເຖິງແມ່ນວ່າພວກເຂົາຈະຕ້ອງຊອກຫາໂອກາດເພື່ອເຜີຍແຜ່ຂ່າວລື ແລະ ການໂຄສະນາຊວນເຊື່ອທີ່ບໍ່ດີເຫຼົ່ານີ້ ຫຼື ພວກເຂົາຈຳເປັນຕ້ອງໃຊ້ເວລາເກັບກຳສິ່ງດັ່ງກ່າວ ຫຼື ໃຊ້ສະໝອງຂອງພວກເຂົາ ເພື່ອປັ້ນແຕ່ງສິ່ງດັ່ງກ່າວຂຶ້ນມາ, ພວກເຂົາກໍຍັງກະຕືລືລົ້ນກ່ຽວກັບເລື່ອງນີ້ຢ່າງບໍ່ຮູ້ອິດເມື່ອຍ. ຖ້າໃນຄຣິສຕະຈັກໃດໜຶ່ງ, ຜູ້ນໍາຄຣິສຕະຈັກມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຮັດວຽກງານຕົວຈິງ ຫຼື ແຍກແຍະຜູ້ຄົນໄດ້, ແລ້ວທັນທີທີ່ມີຄົນເຜີຍແຜ່ຂ່າວລື ແລະ ຄຳເວົ້າຫຼອກລວງ, ຊີວິດຄຣິສຕະຈັກກໍຈະຖືກລົບກວນ ແລະ ໄດ້ຮັບຜົນກະທົບ ແລະ ບາງຄົນກໍຈະຖືກນໍາພາຢ່າງຜິດໆ ແລະ ຖືກຄວບຄຸມໂດຍບຸກຄົນເຫຼົ່ານີ້. ເປັນຫຍັງຫຼາຍຄົນຈຶ່ງມັກຖືກລົບກວນ ແລະ ນໍາພາຢ່າງຜິດໆໂດຍຄົນອື່ນ? ເຫດຜົນໜຶ່ງກໍຄື ພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ບໍ່ມີການແຍກແຍະກ່ຽວກັບຂ່າວລືທີ່ໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ. ອີກເຫດຜົນໜຶ່ງກໍຄື ອ້າຍເອື້ອຍນ້ອງບາງຄົນທີ່ເຊື່ອໄດ້ພຽງໄລຍະສັ້ນໆ ມີວຸດທິພາວະທີ່ຍັງອ່ອນນ້ອຍ, ພວກເຂົາບໍ່ເຂົ້າໃຈຄວາມຈິງແຫ່ງນິມິດ ແລະ ພວກເຂົາກໍຍັງຄຸມເຄືອກ່ຽວກັບການບັງເກີດເປັນເນື້ອໜັງຂອງພຣະເຈົ້າ, ພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ ແລະ ເຈດຕະນາຂອງພຣະເຈົ້າທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນ, ພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງແຈ່ມແຈ້ງ ແລະ ພວກເຂົາບໍ່ແນ່ໃຈວ່າວຽກງານຂັ້ນຕອນນີ້ແມ່ນການປາກົດ ແລະ ພາລະກິດຂອງພຣະເຈົ້າ ຫຼື ບໍ່. ດ້ວຍເຫດນັ້ນ, ພວກເຂົາຈຶ່ງບໍ່ມີຄວາມເຊື່ອທີ່ແທ້ຈິງ ແລະ ບໍ່ຮູ້ແມ່ນແຕ່ວ່າພວກເຂົາຈະສາມາດຕິດຕາມພຣະເຈົ້າໄດ້ດົນສໍ່າໃດ. ໂດຍທຳມະຊາດແລ້ວ, ພວກເຂົາຈຶ່ງຖືກນໍາພາຢ່າງຜິດໆ, ຖືກຊັກຈູງ ແລະ ຖືກຄວບຄຸມໂດຍຜູ້ທີ່ເຜີຍແຜ່ຂ່າວລືໄດ້ຢ່າງງ່າຍດາຍ.
2. ແກ່ນແທ້ຂອງການເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງແມ່ນການກະທຳຕົນເປັນຄົນຮັບໃຊ້ຊາຕານ
ຄົນເຫຼົ່ານີ້ທີ່ເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ບໍ່ພຽງແຕ່ບໍ່ເຊື່ອໃນຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ສາມາດແຍກແຍະສິ່ງທີ່ຖືກຈາກສິ່ງທີ່ຜິດໄດ້. ພວກເຂົາສົງໄສສິ່ງທີ່ເປັນບວກຢູ່ສະເໝີ ແລະ ຖືກຊັກຊວນໂດຍຂ່າວລື ແລະ ຄຳເວົ້າຊົ່ວຊ້າໄດ້ຢ່າງງ່າຍດາຍ. ຄົນເຫຼົ່ານີ້ອ້າງວ່າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ແຕ່ພວກເຂົາກໍຍັງເຜີຍແຜ່ຂ່າວລືທີ່ໃສ່ຮ້າຍປ້າຍສີພຣະເຈົ້າ ແລະ ຄຣິສຕະຈັກ ແລະ ພວກເຂົາເຜີຍແຜ່ຂ່າວລືຕ່າງໆ ທີ່ພວກເຂົາໄດ້ຮວບຮວມມາໃຫ້ອ້າຍເອື້ອຍນ້ອງ, ແມ່ນແຕ່ເຜີຍແຜ່ຕາມອຳເພີໃຈ ແລະ ຊ້ຳແລ້ວຊ້ຳເລົ່າ ແລະ ປະກາດພວກມັນໄປທົ່ວທຸກບ່ອນ. ຈາກສິ່ງນີ້ເຫັນໄດ້ຊັດເຈນວ່າ ຄົນເຫຼົ່ານີ້ບໍ່ຮັກຄວາມຈິງ ແລະ ເຊື່ອແຕ່ຄຳເວົ້າຊົ່ວຊ້າຂອງພວກຜູ້ບໍ່ມີຄວາມເຊື່ອ. ຖ້າຈະເວົ້າຢ່າງເຂັ້ມງວດແລ້ວ, ພວກເຂົາບໍ່ແມ່ນຜູ້ທີ່ຖືກເລືອກຂອງພຣະເຈົ້າເລີຍ ແລະ ພວກເຂົາບໍ່ແມ່ນສະມາຊິກໃນເຮືອນຂອງພຣະເຈົ້າ. ແລ້ວພວກເຂົາແມ່ນຫຍັງ? ຖ້າຈະເວົ້າໃຫ້ຊັດເຈນ, ຄົນເຫຼົ່ານີ້ແມ່ນຜູ້ບໍ່ເຊື່ອ, ພວກເຂົາແມ່ນຄົນຮັບໃຊ້ຊາຕານ. ບາງຄົນເວົ້າວ່າ, “ຄົນຮັບໃຊ້ຊາຕານແມ່ນນັກສືບທີ່ພັກກອມມູນິດຈີນສົ່ງມາບໍ? ພວກເຂົາແມ່ນຕົວແທນທີ່ແຊກຊຶມເຂົ້າມາໃນເຮືອນຂອງພຣະເຈົ້າບໍ?” ບໍ່ຈຳເປັນສະເໝີໄປ. ຕົວແທນ ແລະ ນັກສືບເຫຼົ່ານັ້ນແຍກແຍະໄດ້ງ່າຍ, ແຕ່ຄົນເຫຼົ່ານີ້ທີ່ເຜີຍແຜ່ຂ່າວລື ພາຍນອກເບິ່ງຄືວ່າເປັນຜູ້ເຊື່ອທີ່ແທ້ຈິງ. ແຕ່ຢ່າງໃດກໍຕາມ, ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ມັກເຮັດໜ້າທີ່ເປັນກະບອກສຽງໃຫ້ຊາຕານ ແລະ ພວກເຂົາເຜີຍແຜ່ຄຳເວົ້າທີ່ໃສ່ຮ້າຍປ້າຍສີ ແລະ ໂຈມຕີພຣະເຈົ້າ ແທນຊາຕານ ແລະ ເຜີຍແຜ່ຂ່າວລືທີ່ມັນປັ້ນແຕ່ງຂຶ້ນກ່ຽວກັບຄຣິສຕະຈັກ ແລະ ເຮືອນຂອງພຣະເຈົ້າ. ເມື່ອຕັດສິນຈາກສິ່ງນີ້, ໂດຍບໍ່ຄຳນຶງວ່າໃຜສົ່ງພວກເຂົາມາ, ຄົນເຫຼົ່ານີ້ບໍ່ແມ່ນຄົນຮັບໃຊ້ຊາຕານບໍ? (ແມ່ນແລ້ວ). ບໍ່ວ່າຂ່າວລືເຫຼົ່ານີ້ຈະຖືກຮວບຮວມມາໂດຍພວກເຂົາເອງຢ່າງຫ້າວຫັນ ຫຼື ໄດ້ຍິນມາຈາກຄົນອື່ນ, ຄົນເຫຼົ່ານີ້ກໍບໍ່ຄິດທີ່ຈະສະແຫວງຫາຄວາມຈິງ ແລະ ແຍກແຍະພວກມັນ, ແຕ່ພັດເຊື່ອວ່າພວກມັນເປັນຄວາມຈິງ. ພວກເຂົາເຖິງກັບສາມາດເຜີຍແຜ່ ແລະ ແຈກຢາຍແບບຂາດສິນທຳ ແລະ ແບບຂາດການຢັບຢັ້ງໃຈໃນທ່າມກາງຜູ້ຄົນ ແລະ ບໍ່ແມ່ນພຽງແຕ່ໃນສະຖານທີ່ດຽວ ຫຼື ໃນໂອກາດປະເພດດຽວ. ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຂ່າວລືເຫຼົ່ານີ້ກໍຄືເພື່ອເຮັດໃຫ້ຄົນຮູ້ຈັກຂ່າວລືເຫຼົ່ານີ້ຫຼາຍຂຶ້ນ, ເພື່ອເຮັດໃຫ້ຄົນທີ່ອ່ອນແອຍິ່ງອ່ອນແອລົງ ແລະ ເພື່ອເຮັດໃຫ້ຜູ້ທີ່ເຂັ້ມແຂງ ແລະ ມີຄວາມເຊື່ອໃນພຣະເຈົ້າເກີດຄວາມສົງໄສໃນພຣະອົງ ແລະ ວຽກງານຂອງພຣະອົງຍ້ອນຂ່າວລື, ມັນຄືການເຮັດໃຫ້ທຸກຄົນບໍ່ສົນໃຈຄວາມຈິງ, ໃນພຣະທຳຂອງພຣະເຈົ້າ, ໃນພາລະກິດຂອງພຣະເຈົ້າ ແລະ ໃນການຮັບຄວາມລອດພົ້ນ ແລະ ແທນທີ່ຈະເປັນແນວນັ້ນ ກໍເຮັດໃຫ້ພວກເຂົາສົນໃຈຂ່າວລືຕ່າງໆ ແລະ ການໂຄສະນາຊວນເຊື່ອລົບໆ, ຄືກັບພວກເຂົາເອງ, ເພື່ອວ່າເມື່ອໃດກໍຕາມທີ່ຜູ້ຄົນເຕົ້າໂຮມກັນ, ພວກເຂົາກໍຈະເວົ້າກ່ຽວກັບສິ່ງລົບໆ ເຫຼົ່ານີ້. ຄົນປົກກະຕິ ແລະ ຄົນທີ່ມີຄວາມເປັນມະນຸດ ແລະ ເຫດຜົນຈະເຮັດສິ່ງດັ່ງກ່າວບໍ? ເມື່ອຄົນສ່ວນໃຫຍ່ໄດ້ຍິນຂ່າວລື ຫຼື ການໂຄສະນາຊວນເຊື່ອລົບຕ່າງໆ, ເຖິງແມ່ນວ່າພວກເຂົາຈະບໍ່ຮູ້ວ່າຂ່າວລືນັ້ນຈິງ ຫຼື ປອມ, ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ຫົວໃຈທີ່ຢຳເກງພຣະເຈົ້າໜ້ອຍໜຶ່ງທີ່ພວກເຂົາມີ, ພວກເຂົາກໍຈະມາຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງ. ເຖິງແມ່ນວ່າພວກເຂົາຈະໄດ້ຮັບອິດທິພົນຈາກຂ່າວລື ແລະ ຮູ້ສຶກອ່ອນແອ ແລະ ສົງໄສໜ້ອຍໜຶ່ງ, ມັນກໍຈະບໍ່ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການຕິດຕາມພຣະເຈົ້າຂອງພວກເຂົາ. ພວກເຂົາເຖິງກັບຈະເຕືອນຕົນເອງໃຫ້ລະວັງລີ້ນຂອງຕົນ ແລະ ຫຼີກລ່ຽງການເຮັດສິ່ງທີ່ຕໍ່ຕ້ານ ຫຼື ເຮັດຜິດຕໍ່ພຣະເຈົ້າ. ການປະຕິບັດແບບນີ້ຄືສິ່ງທີ່ອ້າຍເອື້ອຍນ້ອງສ່ວນໃຫຍ່ສາມາດເຮັດໄດ້. ຕາບໃດທີ່ຜູ້ຄົນມີຄວາມເປັນມະນຸດຈຳນວນໜຶ່ງ, ມີຄວາມເຊື່ອທີ່ແທ້ຈິງໜ້ອຍໜຶ່ງ ແລະ ມີຫົວໃຈທີ່ຢຳເກງພຣະເຈົ້າໜ້ອຍໜຶ່ງ, ພວກເຂົາກໍສາມາດເຮັດສິ່ງນີ້ໄດ້. ເນື່ອງຈາກຜູ້ຄົນເຊື່ອວ່າພຣະເຈົ້າມີຢູ່ຈິງ, ພວກເຂົາກໍຄວນເຊື່ອວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຖືກຕ້ອງ. ເນື່ອງຈາກພຣະເຈົ້າເປັນຜູ້ກະທຳ, ຜູ້ຄົນບໍ່ຄວນປະເມີນຫຍັງກ່ຽວກັບສິ່ງນັ້ນ. ພວກເຂົາຄວນແນ່ໃຈວ່າ: “ບໍ່ວ່າຂ່າວລືຈາກພາຍນອກຄຣິສຕະຈັກຈະເວົ້າຫຍັງກໍຕາມ, ຂ້ານ້ອຍກໍບໍ່ສາມາດເຊື່ອພວກມັນໄດ້ ແລະ ແນ່ນອນ ຂ້ານ້ອຍບໍ່ສາມາດເຜີຍແຜ່ພວກມັນໄດ້. ເຖິງແມ່ນວ່າຂ້ານ້ອຍຈະຮູ້ສຶກອ່ອນແອ ແລະ ສັ່ນຄອນໃນຫົວໃຈຂອງຂ້ານ້ອຍໜ້ອຍໜຶ່ງ, ຂ້ານ້ອຍກໍຕ້ອງບໍ່ປະຕິເສດການມີຢູ່ຈິງຂອງພຣະເຈົ້າ!” ຖ້າຄົນໃດຄົນໜຶ່ງເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ພວກເຂົາກໍຄວນເຊື່ອວ່າທຸກສິ່ງທີ່ພຣະເຈົ້າກະທຳແມ່ນຖືກຕ້ອງ; ຖ້າພວກເຂົາເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ, ພວກເຂົາກໍຄວນມີຫົວໃຈທີ່ຢ້ານກົວ ແລະ ຢຳເກງພຣະເຈົ້າ, ນີ້ຄືສິ່ງທີ່ຖືກຕ້ອງຢ່າງແທ້ຈິງ. ເພາະວ່າພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ, ບໍ່ວ່າພວກເຂົາຈະໄດ້ຍິນຂ່າວລືຫຍັງກໍຕາມ, ພວກເຂົາກໍຈະລະວັງລີ້ນຂອງພວກເຂົາ, ບໍ່ກາຍເປັນຜູ້ເຜີຍແຜ່ຂ່າວລື, ບໍ່ຕົກລົງໃນກົນອຸບາຍຂອງຊາຕານ ແລະ ບໍ່ຕົກເປັນເຫຍື່ອແຜນການຂອງຊາຕານ. ນີ້ບໍ່ແມ່ນສິ່ງທີ່ຄົນສ່ວນໃຫຍ່ສາມາດເຮັດໄດ້ຢ່າງງ່າຍດາຍບໍ? (ແມ່ນແລ້ວ). ເຈົ້າມີຄວາມຄິດ ແລະ ເຫດຜົນທີ່ປົກກະຕິ, ສະນັ້ນ ເມື່ອເຈົ້າໄດ້ຍິນຂ່າວລື, ຫຼັງຈາກນັ້ນ ບໍ່ວ່າເຈົ້າຈະເຜີຍແຜ່ພວກມັນ ຫຼື ບໍ່ ແມ່ນຂຶ້ນກັບເຈົ້າໂດຍສິ້ນເຊີງ. ມີໃຜຄວບຄຸມເຈົ້າຢູ່ບໍ? (ບໍ່ມີ). ສະນັ້ນ, ຫຼັງຈາກທີ່ໄດ້ຍິນຂ່າວລືເຫຼົ່ານີ້, ຜູ້ຄົນບໍ່ຄວນເຂົ້າໃຈຢ່າງແຈ່ມແຈ້ງບໍວ່າ ພວກເຂົາຄວນຈັດການກັບພວກມັນແນວໃດ ແລະ ພວກເຂົາຄວນຮັບມື ແລະ ປະຕິບັດແນວໃດ ເພື່ອໃຫ້ສອດຄ່ອງກັບຫຼັກການ ແລະ ຄວາມເປັນມະນຸດ ແລະ ເຫດຜົນ? ທຸກຄົນຄວນມີດຸນພິນິດເລັກນ້ອຍນີ້ ແລະ ຄວນເຂົ້າໃຈວິທີການ ແລະ ເສັ້ນທາງແຫ່ງການປະຕິບັດນີ້ ໂດຍບໍ່ຈຳເປັນຕ້ອງໃຫ້ຄົນອື່ນສອນພວກເຂົາ. ແມ່ນແຕ່ເດັກນ້ອຍກໍຮູ້ວ່າບໍ່ຄວນເຜີຍແຜ່ຂ່າວນິນທາ ແລະ ມັນເປັນການບໍ່ໃຫ້ກຽດ, ຂາດສິນທຳ ແລະ ສ້າງຄວາມແຕກແຍກ ແລະ ຄົນໃດຄົນໜຶ່ງບໍ່ຄວນເປັນຄົນປະເພດນີ້; ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ພຶດຕິກຳທີ່ຄົນມີເຫດຜົນປົກກະຕິຄວນມີ. ເຖິງຢ່າງໃດກໍຕາມ, ມີຄົນປະເພດໜຶ່ງທີ່ຂາດເຫດຜົນດັ່ງກ່າວ ແລະ ຍິ່ງໄປກວ່ານັ້ນ, ກໍຂາດຄວາມເປັນມະນຸດດັ່ງກ່າວ. ສິ່ງນີ້ເຮັດໃຫ້ພວກເຂົາຢາກເຜີຍແຜ່ຂ່າວລື ແລະ ການໂຄສະນາຊວນເຊື່ອລົບໆ ໃຫ້ຄົນໃກ້ຊິດພວກເຂົາໄວເທົ່າທີ່ເປັນໄປໄດ້ ຫຼັງຈາກທີ່ໄດ້ຍິນສິ່ງເຫຼົ່ານີ້, ເພື່ອໃຫ້ທຸກຄົນສາມາດວິເຄາະ, ຕັດສິນ ແລະ ປັບແຕ່ງພວກມັນນຳກັນ ແລະ ຈາກນັ້ນກໍເຜີຍແຜ່ຂ່າວລືເຫຼົ່ານີ້ໄປສູ່ກຸ່ມຄົນທີ່ກວ້າງຂວາງຂຶ້ນ. ພວກເຂົາຄິດວ່າ, “ແບບນີ້ບໍ່ດີບໍ? ແບບນີ້ບໍ່ຄຶກຄື້ນບໍ? ຖ້າຊີວິດຄຣິສຕະຈັກເຕັມໄປດ້ວຍເນື້ອຫານີ້, ມັນຈະອຸດົມສົມບູນສໍ່າໃດ! ຜູ້ຄົນຈະໄດ້ຮັບຄວາມຮູ້ຫຼາຍສໍ່າໃດ!” ແມ່ນຫຍັງຄືຄວາມຄິດ ແລະ ມຸມມອງເຫຼົ່ານີ້? ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຄິດ ແລະ ມຸມມອງຂອງຄົນບໍ່ດີບໍ? ນີ້ແມ່ນເຫດຜົນປະເພດໃດ? ພວກເຂົາບໍ່ແມ່ນຄົນທີ່ຢາກໃຫ້ເກີດຄວາມວຸ້ນວາຍບໍ? ມັນບໍ່ແມ່ນວ່າ ພວກເຂົາທົນເຫັນຄົນອື່ນໄດ້ດີບໍ່ໄດ້ບໍ? ໃນຫົວໃຈຂອງພວກເຂົາ, ພວກເຂົາເຖິງກັບເຍາະເຍີ້ຍອ້າຍເອື້ອຍນ້ອງວ່າ: “ພວກເຈົ້າຄົນໂງ່ເອີຍ, ຂ່າວລືກຳລັງແຜ່ລາມໄປທົ່ວທຸກບ່ອນນອກຄຣິສຕະຈັກ; ການປະເມີນໃນທາງລົບ, ການໂຈມຕີ ແລະ ການໃສ່ຮ້າຍປ້າຍສີຕໍ່ເຮືອນຂອງພຣະເຈົ້າ, ໂດຍສະເພາະຕໍ່ພຣະຄຣິສ ແລະ ພາລະກິດຂອງພຣະເຈົ້າ, ມີຢູ່ທົ່ວທຸກບ່ອນ. ໃນຄຣິສຕະຈັກຂອງໂລກສາສະໜາ, ເອກະສານໂຄສະນາຊວນເຊື່ອໃນທາງລົບທຸກປະເພດກໍຖືກຫ້ອຍໄວ້. ທັນທີທີ່ຄົນຢູ່ບ່ອນນັ້ນໄດ້ຍິນ ‘ຟ້າແມບເຫຼື້ອມທາງທິດຕາເວັນອອກ’, ພວກເຂົາກໍເລີ່ມໂຍນຄຳປະນາມ ແລະ ແຍກຕົນເອງອອກຫ່າງ. ທຸກຄົນກຳລັງຕຳໜິ ແລະ ປະນາມພວກເຈົ້າ, ແຕ່ພວກເຈົ້າຄົນໂງ່ກໍຍັງຢູ່ບ່ອນນີ້ ເຊື່ອໃນເທບພະເຈົ້າ ແລະ ສະແຫວງຫາຄວາມຈິງ!” ການເຫັນຄົນເຫຼົ່ານີ້ຕິດຕາມພຣະເຈົ້າດ້ວຍຄວາມເຊື່ອທີ່ໜັກແໜ້ນເຊັ່ນນີ້ ເຮັດໃຫ້ພວກເຂົາບໍ່ສະບາຍໃຈ ແລະ ຍັງລັງກຽດຫຼາຍ. ໂດຍສະເພາະ, ເມື່ອພວກເຂົາເຫັນວ່າການໂອ້ລົມກ່ຽວກັບຄວາມຈິງຂອງຄົນໃດຄົນໜຶ່ງສະແດງໃຫ້ເຫັນເຖິງຄວາມເຂົ້າໃຈທີ່ແທ້ຈິງ ແລະ ການປ່ຽນແປງໃນອຸປະນິໄສ ແລະ ທຸກຄົນຊື່ນຊົມພວກເຂົາ, ພວກເຂົາກໍກຽດຊັງຄົນນັ້ນ. ຖ້າພວກເຂົາເຫັນຄົນໃດຄົນໜຶ່ງຍຶດໝັ້ນຫຼັກການ, ໄດ້ຮັບຜົນ ແລະ ສະແດງຄວາມຈົງຮັກພັກດີໃນການປະຕິບັດໜ້າທີ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າ, ພວກເຂົາກໍຈະໃຈຮ້າຍ ແລະ ເວົ້າຂຶ້ນວ່າ, “ເປັນຫຍັງເຈົ້າຈຶ່ງບໍ່ຟັງຂ່າວລື ຫຼື ການໂຄສະນາຊວນເຊື່ອຈາກພາຍນອກຄຣິສຕະຈັກ? ເປັນຫຍັງເຈົ້າຈຶ່ງໂງ່ ແລະ ຈິງໃຈແທ້? ເບິ່ງແມວ່າຂ້ານ້ອຍສະຫຼາດສໍ່າໃດ, ຂ້ານ້ອຍຢຽບເຮືອສອງແຄມ. ຂ້ານ້ອຍເຂົ້າຮ່ວມຊີວິດຄຣິສຕະຈັກໃນເຮືອນຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ໄດ້ເວົ້າວ່າຂ້ານ້ອຍບໍ່ເຊື່ອໃນເທບພະເຈົ້າ ແລະ ຖ້າຂ້ານ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຮັດໜ້າທີ່, ຂ້ານ້ອຍກໍຈະບໍ່ຍິນຍອມ, ແຕ່ຂ້ານ້ອຍກໍຍັງສອດແນມຂ່າວສານຈາກພາຍນອກຄຣິສຕະຈັກ. ຂ້ານ້ອຍສືບຕໍ່ໃສ່ໃຈການໂຄສະນາຊວນເຊື່ອ ແລະ ຄຳຄິດເຫັນລົບໆ ຈາກໂລກສາສະໜາ, ໂລກທີ່ບໍ່ເຊື່ອ ແລະ ອິນເຕີເນັດ”. ພວກເຂົາມີມຸມມອງທີ່ບໍ່ເໝາະສົມຢູ່ສະເໝີ. ການເຫັນອ້າຍເອື້ອຍນ້ອງສະແຫວງຫາຄວາມຈິງ ແລະ ເຮັດໜ້າທີ່ຂອງພວກເຂົາ ເຮັດໃຫ້ພວກເຂົາຮູ້ສຶກບໍ່ພໍໃຈຢູ່ພາຍໃນ. ພວກເຂົາຢາກນໍາພາຢ່າງຜິດໆ ແລະ ລໍ້ລວງຄົນເຫຼົ່ານັ້ນໜຶ່ງ ຫຼື ສອງຄົນຢູ່ສະເໝີ ແລະ ເຖິງກັບຢາກລົບກວນ ແລະ ສ້າງອິດທິພົນຕໍ່ບາງຄົນຢູ່ຕະຫຼອດເວລາ. ພວກເຂົາຍັງປາຖະໜາຢູ່ຕະຫຼອດເວລາທີ່ຈະ “ປຸກ” ບາງຄົນໃຫ້ຕື່ນໂດຍການເຜີຍແຜ່ຂ່າວລື, ເພື່ອໃຫ້ພວກເຂົາເຊື່ອໃນຂ່າວລື ແລະ ຖືກນໍາພາຢ່າງຜິດໆ. ບອກເຮົາເບິ່ງວ່າ ນີ້ແມ່ນຄົນແບບໃດກັນແທ້? ມັນເໝາະສົມບໍທີ່ຈະຖືວ່າ ຄົນດັ່ງກ່າວເປັນສ່ວນໜຶ່ງໃນເຮືອນຂອງພຣະເຈົ້າ ແລະ ເປັນອ້າຍເອື້ອຍນ້ອງ? (ບໍ່ເໝາະສົມ). ແລ້ວແມ່ນຫຍັງຄືວິທີທີ່ເໝາະສົມທີ່ສຸດໃນການພິຈາລະນາພວກເຂົາ? ມັນເໝາະສົມທີ່ສຸດທີ່ຈະຖືວ່າພວກເຂົາເປັນຜູ້ບໍ່ເຊື່ອ, ເປັນຄົນຮັບໃຊ້ຊາຕານ. ນີ້ບໍ່ແມ່ນການປະນາມທີ່ບໍ່ມີຫຼັກຖານ ຫຼື ການເຮັດຜິດຕໍ່ພວກເຂົາ; ມັນຄືຂໍ້ແທ້ຈິງ.
ແມ່ນຫຍັງຄືສິ່ງທີ່ໜ້າລັງກຽດກ່ຽວກັບຄົນເຫຼົ່ານີ້ທີ່ເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ? ໂດຍບໍ່ຄຳນຶງວ່າພວກເຂົາໄດ້ຍິນການໂຄສະນາຊວນເຊື່ອລົບໆ ຈາກຊ່ອງທາງໃດ, ແມ່ນແຕ່ເມື່ອພວກເຂົາຮູ້ຢ່າງແຈ່ມແຈ້ງວ່າມັນເປັນຂ່າວລື ແລະ ຄຳເວົ້າຊົ່ວຊ້າທີ່ບໍ່ມີພື້ນຖານຄວາມຈິງໃດໆ, ພວກເຂົາກໍຍັງເຜີຍແຜ່ໃຫ້ຄົນອື່ນຢ່າງກະຕືລືລົ້ນໂດຍບໍ່ຮູ້ອິດເມື່ອຍ. ທຳມະຊາດຂອງສິ່ງນີ້ແມ່ນຫຍັງ? ຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າຈະຮູ້ສຶກລັງກຽດ ເມື່ອພວກເຂົາໄດ້ຍິນຂ່າວລື. ໂດຍສະເພາະເມື່ອເວົ້າເຖິງຄຳເວົ້າທີ່ໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າ, ພວກເຂົາຈະບໍ່ກ່າວເຖິງມັນເລີຍ ເພື່ອຫຼີກລ່ຽງການເຮັດໃຫ້ປາກຂອງພວກເຂົາເປັນມົນທິນ, ເຊິ່ງພິສູດວ່າພວກເຂົາມີຫົວໃຈທີ່ຢຳເກງພຣະເຈົ້າ. ພວກເຂົາເວົ້າວ່າ “ການທີ່ຄົນອື່ນຕັດສິນ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ ແລະ ໂຈມຕີ ແລະ ເຮັດໃຫ້ຄຣິສຕະຈັກໃຫ້ເສື່ອມເສຍຊື່ສຽງ, ນັ້ນກໍເປັນເລື່ອງຂອງພວກເຂົາ. ຂ້ານ້ອຍບໍ່ຄວນມີສ່ວນຮ່ວມໃນຄວາມຜິດບາບຂອງພວກເຂົາ. ການທີ່ພວກເຂົາໃສ່ຮ້າຍປ້າຍສີພຣະເຈົ້າຄືການກະບົດທີ່ຮ້າຍແຮງ ແລະ ຄວາມຜິດບາບທີ່ໂຫດຮ້າຍຢູ່ແລ້ວ, ຂ້ານ້ອຍບໍ່ສາມາດກ່າວຄຳເວົ້າເຫຼົ່ານີ້ດ້ວຍປາກຂອງຂ້ານ້ອຍເອງ. ຂ້ານ້ອຍຕ້ອງບໍ່ເວົ້າສິ່ງດຽວກັນກັບພວກເຂົາ. ຂ້ານ້ອຍຈະບໍ່ເຮັດສິ່ງນີ້ຢ່າງເດັດຂາດ!” ເຖິງຢ່າງໃດກໍຕາມ, ຜູ້ທີ່ເປັນຄົນຮັບໃຊ້ຊາຕານສາມາດເລົ່າຄືນການໂຄສະນາຊວນເຊື່ອລົບໆ ແລະ ຂ່າວລືທີ່ພວກເຂົາໄດ້ຍິນຄຳຕໍ່ຄຳ ແລະ ພວກເຂົາເຮັດເຊັ່ນນັ້ນຊ້ຳແລ້ວຊ້ຳເລົ່າ ແລະ ໂດຍບໍ່ມີຄວາມລັງເລໃຈເລີຍ, ເຖິງກັບເຜີຍແຜ່ພວກມັນໄປທົ່ວທຸກບ່ອນ. ຄົນເຫຼົ່ານີ້ມີຫົວໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວບໍ? ພວກເຂົາຢ້ານກົວພຣະເຈົ້າບໍ? ບໍ່, ພວກເຂົາບໍ່ຢ້ານ. ໃນທາງຜິວເຜີນ, ພວກເຂົາຍັງເຊື່ອໃນການມີຢູ່ຈິງຂອງພຣະເຈົ້າເຊັ່ນກັນ, ແຕ່ການເຊື່ອບໍ່ເທົ່າກັບການຍອມຮັບວ່າ ພຣະເຈົ້າຄືພຣະຜູ້ສ້າງທີ່ມີອຳນາດສູງສຸດເໜືອທຸກສິ່ງ. ຊາຕານກໍເຊື່ອເຊັ່ນກັນວ່າມີພຣະເຈົ້າໃນໂລກ ແລະ ໃນຈັກກະວານ ແລະ ທ່າມກາງທຸກສິ່ງ, ແຕ່ມັນປະຕິບັດຕໍ່ພຣະເຈົ້າແນວໃດ ເມື່ອພຣະອົງກ່າວກັບມັນ? ມັນສົນທະນາກັບພຣະເຈົ້າແນວໃດ? ມັນມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ມັນປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າບໍ? ບໍ່. ມັນໃຊ້ວິທີໃດເພື່ອສົນທະນາກັບພຣະເຈົ້າ? ມັນທົດສອບ, ຫຼອກລວງ ແລະ ເຍາະເຍີ້ຍພຣະອົງ, ຄືກັບເວົ້າຢອກ. ພຣະເຈົ້າກ່າວກັບຊາຕານວ່າ “ເຈົ້າມາຈາກບ່ອນໃດ?” ຊາຕານຕອບວ່າແນວໃດ? (“ໄປໆມາໆ ແລະ ຍ່າງຂຶ້ນໆ ລົງໆ ເທິງແຜ່ນດິນໂລກ.” (ໂຢບ 1:7)). ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າຂອງມະນຸດບໍ? (ບໍ່ແມ່ນ). ແລ້ວຄຳເວົ້າເຫຼົ່ານີ້ໝາຍຄວາມວ່າແນວໃດ? ເປັນຫຍັງຊາຕານຈຶ່ງເວົ້າແບບນີ້? ທັດສະນະຄະຕິແບບໃດທີ່ກໍ່ໃຫ້ເກີດຄຳເວົ້າເຊັ່ນນີ້? ມັນບໍ່ແມ່ນໜຶ່ງໃນການເຍາະເຍີ້ຍບໍ? (ແມ່ນແລ້ວ). ການເຍາະເຍີ້ຍໝາຍຄວາມວ່າແນວໃດ? ມັນຄືການລໍ້ຫຼິ້ນກັບຄົນໃດຄົນໜຶ່ງ, ແມ່ນບໍ່? “ຂ້ອຍຈະບໍ່ບອກເຈົ້າວ່າຂ້ອຍມາຈາກໃສ. ເຈົ້າຈະເຮັດຫຍັງຂ້ອຍໄດ້?” ຄຳເວົ້າຖືກກ່າວຕໍ່ເຈົ້າ, ແຕ່ມັນບໍ່ໄດ້ມີຈຸດປະສົງເພື່ອໃຫ້ເຈົ້າຮູ້ວ່າເກີດຫຍັງຂຶ້ນແທ້, ຜູ້ເວົ້າປະຕິເສດທີ່ຈະບອກເຈົ້າ ແລະ ພຽງແຕ່ລໍ້ຫຼິ້ນກັບເຈົ້າແທນ. ນີ້ຄືການເຍາະເຍີ້ຍ. ທັດສະນະຄະຕິນີ້ສະແດງໃຫ້ເຫັນເຖິງການສຳນຶກໃນການປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າບໍ? ມີການສຳນຶກຫຍັງໃນການເຄົາລົບ ຫຼື ຢຳເກງພຣະເຈົ້າໃນນັ້ນບໍ? ບໍ່ມີເລີຍ, ນີ້ຄືໃບໜ້າຂອງຊາຕານ. ຜູ້ທີ່ເຜີຍແຜ່ຂ່າວລືສາມາດແຈກຢາຍພວກມັນໃນທ່າມກາງອ້າຍເອື້ອຍນ້ອງໄດ້ຢ່າງຊະຊາຍ. ພວກເຂົາຮູ້ດີວ່າຂ່າວລືເຫຼົ່ານີ້ບໍ່ແມ່ນຄວາມຈິງ, ແຕ່ພວກເຂົາກໍພະຍາຍາມສຸດຄວາມສາມາດເພື່ອເຜີຍແຜ່ມັນ, ຊອກຫາທຸກໂອກາດ ແລະ ທຸກສະຖານະການເພື່ອເຮັດເຊັ່ນນັ້ນ. ນີ້ບໍ່ແມ່ນພຶດຕິກຳ ແລະ ວິທີການຂອງຊາຕານບໍ? ນີ້ຄືວິທີທີ່ຊາຕານກະທຳ. ມັນຍອມຮັບການມີຢູ່ຈິງຂອງພຣະເຈົ້າ ແລະ ຮູ້ວ່າພຣະເຈົ້າຊົງອຳນາດສູງສຸດເໜືອທຸກສິ່ງ, ແຕ່ມັນບໍ່ມີຄວາມຢຳເກງພຣະອົງແມ່ນແຕ່ໜ້ອຍດຽວ. ນີ້ຄືໃບໜ້າຂອງຊາຕານ, ມັນຄືທຳມະຊາດ-ແກ່ນແທ້ຂອງຊາຕານ. ອ້າຍເອື້ອຍນ້ອງບາງຄົນອາດຈະເວົ້າວ່າ, “ເຖິງແມ່ນວ່າຄົນຜູ້ນີ້ບໍ່ສະແຫວງຫາຄວາມຈິງ, ຄວາມເຊື່ອຂອງລາວໃນພຣະເຈົ້າກໍຈິງໃຈ. ເມື່ອລາວໄດ້ຍິນວ່າຄຣິສຕະຈັກຈະແຍກລາວອອກ ຫຼື ກຳຈັດລາວອອກ, ລາວກໍກັງວົນຫຼາຍຈົນຮ້ອງໄຫ້ ແລະ ເປັນກັງວົນຫຼາຍ; ລາວເຖິງກັບມີຮອຍບາດໃນປາກ! ລາວບໍ່ເຕັມໃຈທີ່ຈະອອກຈາກເຮືອນຂອງພຣະເຈົ້າ; ລາວເຊື່ອໃນການມີຢູ່ຈິງຂອງພຣະເຈົ້າ. ສະນັ້ນ, ບໍ່ວ່າລາວຈະເຮັດຫຍັງກໍຕາມ, ພວກເຮົາຄວນປະຕິບັດຕໍ່ລາວຄືກັບອ້າຍນ້ອງ ແລະ ໃຫ້ຄວາມຮັກ ແລະ ອົດທົນ ແລະ ແມ່ນແຕ່ເມື່ອລາວເຜີຍແຜ່ຂ່າວລື, ພວກເຮົາກໍຄວນປະຕິບັດຕໍ່ລາວດ້ວຍຄວາມຮັກເພື່ອຊ່ວຍເຫຼືອ ແລະ ສະໜັບສະໜູນລາວ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ພວກມັນແມ່ນຄວາມຈິງບໍ? (ບໍ່ແມ່ນ). ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ, ແຕ່ຄົນເຫຼົ່ານີ້ກໍຍັງບໍ່ເຊື່ອພວກມັນ. ແຕ່ເຖິງຢ່າງໃດກໍຕາມ, ບໍ່ວ່າມານຮ້າຍ ແລະ ຊາຕານຈະເວົ້າຂ່າວລືຫຼາຍສໍ່າໃດກໍຕາມ, ຄົນເຫຼົ່ານີ້ກໍເຊື່ອທັງໝົດ ແລະ ເຖິງກັບເຜີຍແຜ່ຂ່າວລືເຫຼົ່ານີ້ຢ່າງບໍ່ລະອາຍເພື່ອໂຈມຕີ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ພຽງແຕ່ອີງໃສ່ສິ່ງນີ້, ພວກເຂົາກໍບໍ່ສົມຄວນຖືກເອີ້ນວ່າອ້າຍເອື້ອຍນ້ອງ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ). ເພາະວ່າພວກເຂົາສາມາດເຜີຍແຜ່ຂ່າວລືຢ່າງບໍ່ລະອາຍ, ໃສ່ຮ້າຍປ້າຍສີພຣະເຈົ້າ, ໂຈມຕີພຣະເຈົ້າ ແລະ ໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກ, ພວກເຮົາຈຶ່ງມີເຫດຜົນພຽງພໍທີ່ຈະຖືວ່າພວກເຂົາເປັນຄົນຮັບໃຊ້ຊາຕານ, ເປັນເໝືອນຊາຕານ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ເປັນສັດຕູຂອງຜູ້ທີ່ຖືກເລືອກທຸກຄົນຂອງພຣະເຈົ້າ. ສະນັ້ນ, ພວກເຮົາຄວນປະຕິບັດຕໍ່ສັດຕູຂອງພວກເຮົາແນວໃດ? (ປະຕິເສດພວກເຂົາ). ຖືກຕ້ອງແລ້ວ, ພວກເຮົາຄວນປະຕິເສດພວກເຂົາ.
ມີບາງຄົນບໍ່ຮັກຄວາມຈິງ. ຫຼັງຈາກທີ່ໄດ້ຍິນຂ່າວລື, ເຖິງແມ່ນວ່າພວກເຂົາຈະບໍ່ເຜີຍແຜ່ພວກມັນໃນຄຣິສຕະຈັກຢ່າງເປີດເຜີຍ, ພວກເຂົາກໍເຜີຍແຜ່ພວກມັນຢູ່ເບື້ອງຫຼັງໃຫ້ຄົນໃກ້ຊິດຂອງພວກເຂົາ. ຄົນທີ່ບໍ່ມີການແຍກແຍະບາງຄົນກໍກາຍເປັນຄົນຄິດລົບ ແລະ ອ່ອນແອ ເມື່ອໄດ້ຍິນຂ່າວລືເຫຼົ່ານີ້; ບາງຄົນກໍເຊົາເຂົ້າຮ່ວມການເຕົ້າໂຮມ ແລະ ບາງຄົນກໍຖອນຕົວອອກຈາກຄຣິສຕະຈັກ, ແຕ່ຜູ້ເຜີຍແຜ່ຂ່າວລືກໍຍັງບໍ່ຍອມຮັບວ່າ ມັນເປັນຍ້ອນການເຜີຍແຜ່ຂ່າວລືຂອງພວກເຂົາທີ່ກໍ່ໃຫ້ເກີດສິ່ງນີ້. ເຖິງວ່າຈະມີການຕັກເຕືອນ ແລະ ການໂອ້ລົມຊ້ຳແລ້ວຊ້ຳເລົ່າ, ພວກເຂົາກໍຍັງຄົງເຮັດແບບນີ້ຕໍ່ໄປ ເມື່ອພົບພໍ້ກັບເລື່ອງດັ່ງກ່າວ, ພຽງແຕ່ລະເວັ້ນຈາກການເຜີຍແຜ່ຂ່າວລືຢ່າງເປີດເຜີຍ ແລະ ອອກໜ້າອອກຕາ ໃນລະຫວ່າງການເຕົ້າໂຮມ ຫຼື ໃນທີ່ສາທາລະນະ ຍ້ອນຢ້ານວ່າຈະເປີດໂປງຕົນເອງ, ຖືກປະຕິເສດໂດຍອ້າຍເອື້ອຍນ້ອງ ຫຼື ຖືກກຳຈັດອອກໂດຍຄຣິສຕະຈັກ, ເລືອກເຜີຍແຜ່ຂ່າວລືບາງຢ່າງຢ່າງລັບໆ ແທນ ໂດຍການສົ່ງຂໍ້ຄວາມໃຫ້ຄົນອື່ນ ຫຼື ຜ່ານການຕິດຕໍ່ກັບຜູ້ຄົນ. ແລ້ວຄົນປະເພດນີ້ບໍ່ແມ່ນຄົນຊົ່ວຊ້າບໍ? ທີ່ຈິງແລ້ວ, ພວກເຂົາຍິ່ງເຈົ້າເລ່ກວ່ານັ້ນອີກ. ບໍ່ວ່າພວກເຂົາຈະກະທຳຢ່າງລັບໆ ສໍ່າໃດ, ແຮງຈູງໃຈ ແລະ ທຳມະຊາດການກະທຳຂອງພວກເຂົາກໍຄືກັນກັບຂອງຄົນຮັບໃຊ້ຊາຕານ. ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຂ່າວລືກໍຄື ເພື່ອລົບກວນການປະຕິບັດໜ້າທີ່ຂອງຜູ້ຄົນ, ເພື່ອເຮັດໃຫ້ຄົນຄິດລົບ ແລະ ອ່ອນແອ, ເພື່ອເຮັດໃຫ້ຄົນປະຕິເສດພຣະເຈົ້າ, ແຍກຕົນເອງອອກຫ່າງຈາກພຣະເຈົ້າ ແລະ ປະຖິ້ມໜ້າທີ່ຂອງພວກເຂົາ. ເຄີຍມີໃຜເວົ້າບໍວ່າ, “ຈຸດປະສົງຂອງຂ້ານ້ອຍໃນການເຜີຍແຜ່ຂ່າວລືບໍ່ແມ່ນເພື່ອລົບກວນການປະຕິບັດໜ້າທີ່ຂອງຜູ້ຄົນ ຫຼື ເພື່ອທຳລາຍຄວາມຄິດລິເລີ່ມຂອງພວກເຂົາ, ແຕ່ເພື່ອຊ່ວຍໃຫ້ພວກເຂົາພັດທະນາການແຍກແຍະ ແລະ ເພີ່ມພູມຄຸ້ມກັນຂອງພວກເຂົາ, ເພື່ອວ່າເມື່ອພວກເຂົາໄດ້ຍິນຂ່າວລື, ພວກເຂົາຈະມີພູມຄຸ້ມກັນຕໍ່ຂ່າວລືເຫຼົ່ານັ້ນ, ຈະບໍ່ເຊື່ອພວກມັນ, ສາມາດສະແຫວງຫາຄວາມຈິງຢ່າງເໝາະສົມ ແລະ ສາມາດເຮັດໜ້າທີ່ຂອງພວກເຂົາຢ່າງສະຫງົບ”? ເຄີຍມີໃຜເຄີຍເຜີຍແຜ່ຂ່າວລືດ້ວຍເຈດຕະນານີ້ບໍ? (ບໍ່ເຄີຍ). ຄຳອ້າງນີ້ໃຊ້ໄດ້ບໍ? ທີ່ຈິງແລ້ວ, ມັນໃຊ້ບໍ່ໄດ້. ຕາບໃດທີ່ພວກເຂົາສາມາດເຜີຍແຜ່ຂ່າວລື, ໂດຍສະເພາະຂ່າວລືທີ່ໂຈມຕີ, ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າ, ໂດຍເວົ້າອອກມາທົ່ວທີບທຸກຄັ້ງທີ່ພວກເຂົາອ້າປາກ ແລະ ເຜີຍແຜ່ໄປທົ່ວທຸກບ່ອນຢ່າງບໍ່ລະອາຍ, ໂດຍບໍ່ຄຳນຶງວ່າພວກເຂົາເຜີຍແຜ່ຂ່າວລືຫຼາຍສໍ່າໃດ, ບໍ່ວ່າຂ່າວລືຈະຖືກເຜີຍແຜ່ຢ່າງເປີດເຜີຍ ຫຼື ຢູ່ເບື້ອງຫຼັງ ແລະ ໂດຍບໍ່ຄຳນຶງເຖິງຜົນກະທົບຕໍ່ຜູ້ຄົນ, ສະຫຼຸບສັ້ນໆ, ຈຸດປະສົງຂອງພວກເຂົາໃນການເຜີຍແຜ່ຂ່າວລືບໍ່ແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ພັດທະນາການແຍກແຍະ, ແຕ່ເພື່ອລົບກວນ ແລະ ນໍາພາຢ່າງຜິດໆ ແລະ ເຮັດໃຫ້ພວກເຂົາສົງໄສ ແລະ ແຍກຕົວອອກຫ່າງຈາກພຣະເຈົ້າ, ສິ່ງທີ່ພວກເຂົາກຳລັງເຮັດຄືການລົບກວນ ແລະ ມ້າງທຳລາຍວຽກງານຂອງຄຣິສຕະຈັກ. ຈາກທັດສະນະນີ້, ໂດຍບໍ່ຄຳນຶງເຖິງເຫດຜົນ ຫຼື ບໍລິບົດທີ່ຂ່າວລືຖືກເຜີຍແຜ່, ແກ່ນແທ້ຂອງຄົນທີ່ເຜີຍແຜ່ຂ່າວລືກໍເປັນຄົນຮັບໃຊ້ຊາຕານໂດຍບໍ່ຕ້ອງສົງໄສ. ໃຜກໍຕາມທີ່ເວົ້າຂ່າວລືທີ່ໃສ່ຮ້າຍປ້າຍສີ, ໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າ ກໍຄືຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ). ເຖິງແມ່ນວ່າເຈົ້າບໍ່ແມ່ນຜູ້ລິເລີ່ມຂ່າວລື, ແຕ່ຄວາມຈິງທີ່ວ່າເຈົ້າສາມາດເຜີຍແຜ່ມັນໄດ້ກໍພິສູດວ່າ ເຈົ້າເຊື່ອວ່າຂ່າວລືນັ້ນເປັນຄວາມຈິງ ຫຼື ຢູ່ພາຍໃນ ເຈົ້າເຕັມໃຈທີ່ຈະເຊື່ອພວກມັນຫຼາຍ. “ຖ້າຫາກວ່າຂ່າວລືເປັນຄວາມຈິງ, ແລ້ວຂ້ານ້ອຍກໍບໍ່ຈຳເປັນຕ້ອງເຊື່ອໃນພຣະເຈົ້າ, ເທບພະເຈົ້າກໍຈະບໍ່ແມ່ນເທບພະເຈົ້າ ແລະ ຄວາມຈິງຂອງການບັງເກີດເປັນເນື້ອໜັງຂອງພຣະເຈົ້າກໍຈະບໍ່ມີຢູ່. ລາວກໍຈະເປັນພຽງມະນຸດຄົນໜຶ່ງ ແລະ ຂ້ານ້ອຍກໍຈະສາມາດສ້າງຂ່າວລືກ່ຽວກັບລາວ, ໝິ່ນປະໝາດລາວ ແລະ ໂຈມຕີ ແລະ ໃສ່ຮ້າຍປ້າຍສີລາວໄດ້ຢ່າງອິດສະຫຼະ”. ນັ້ນບໍ່ແມ່ນເປົ້າໝາຍບໍ? ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຢາກເວົ້າ ແລະ ກະທຳຕາມອຳເພີໃຈຢູ່ສະເໝີ, ນີ້ບໍ່ແມ່ນການຢາກເປັນປໍລະປັກຕໍ່ພຣະເຈົ້າບໍ? (ແມ່ນແລ້ວ). ບາງຄົນເວົ້າວ່າ, “ນີ້ແມ່ນການກະບົດຕໍ່ພຣະເຈົ້າບໍ? ນີ້ແມ່ນການບໍ່ມີຄວາມເຊື່ອໃນພຣະເຈົ້າບໍ?” ທຳມະຊາດຂອງສິ່ງນີ້ແມ່ນຮ້າຍແຮງກວ່ານັ້ນຫຼາຍ. ນີ້ຄືການເປັນປໍລະປັກຕໍ່ພຣະເຈົ້າ ແລະ ການຂັດແຍ້ງກັບພຣະເຈົ້າ. ມີພຽງສັດຕູຂອງພຣະເຈົ້າເທົ່ານັ້ນທີ່ຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າໃນລັກສະນະນີ້. ມະນຸດຊາດທີ່ເສື່ອມຊາມ, ຍ້ອນມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ຂາດຄວາມເຂົ້າໃຈໃນຄວາມຈິງ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າ, ຈຶ່ງສາມາດກະບົດຕໍ່ພຣະເຈົ້າໄດ້. ແຕ່ຢ່າງໃດກໍຕາມ, ຊາຕານເຮັດຫຼາຍກວ່າການກະບົດຕໍ່ພຣະເຈົ້າ; ມັນທໍລະຍົດຕໍ່ພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ສິ່ງນີ້ເຮັດໃຫ້ມັນເປັນສັດຕູຂອງພຣະເຈົ້າ. ຄວາມສຳພັນລະຫວ່າງສັດຕູຂອງພຣະເຈົ້າ ແລະ ພຣະເຈົ້າແມ່ນສາຍສຳພັນແບບການເປັນປໍລະປັກ. ການເປັນປໍລະປັກໝາຍຄວາມວ່າແນວໃດ? ມັນໝາຍເຖິງການບໍ່ສາມາດປະນີປະນອມກັນໄດ້. ໂດຍບໍ່ຄຳນຶງເຖິງສະຖານະການ ຫຼື ສະພາບແວດລ້ອມ, ການເປັນປໍລະປັກຂອງຊາຕານຕໍ່ພຣະເຈົ້າບໍ່ປ່ຽນແປງໄປຕາມເວລາ ຫຼື ພູມສາດ. ແກ່ນແທ້ຂອງຊາຕານຄືການເປັນປໍລະປັກຕໍ່ພຣະເຈົ້າ ແລະ ສິ່ງນີ້ບໍ່ປ່ຽນແປງ; ຊາຕານກໍຄືສັດຕູຂອງພຣະເຈົ້າ. ການທີ່ຊາຕານຕໍ່ຕ້ານພຣະເຈົ້າ ແລະ ການທີ່ມັນບໍ່ສາມາດປະນີປະນອມກັບພຣະອົງບໍ່ໄດ້ດຳເນີນໄປພຽງມື້ດຽວ ຫຼື ພຽງສອງສາມປີ ຫຼື ທົດສະວັດເທົ່ານັ້ນ; ມັນເລີ່ມເປັນປໍລະປັກຕໍ່ພຣະເຈົ້ ານັບຕັ້ງແຕ່ມັນໄດ້ທໍລະຍົດຕໍ່ພຣະອົງ. ແລ້ວການເປັນປໍລະປັກນີ້ຈະສິ້ນສຸດລົງເມື່ອໃດ? ຊາຕານຈະໄດ້ຮັບຄວາມສະເທືອນໃຈ ແລະ ການປ່ຽນແປງໂດຍພຣະເຈົ້າບໍ? ການເປັນປໍລະປັກຂອງມັນຕໍ່ພຣະເຈົ້າຈະຄ່ອຍໆ ຫຼຸດລົງຕາມການເວລາບໍ? ບໍ່. ມັນຈະສືບຕໍ່ເປັນປໍລະປັກຕໍ່ພຣະເຈົ້າ. ການເປັນປໍລະປັກນີ້ຈະຢຸດລົງເມື່ອໃດ? ເມື່ອວຽກງານຂອງພຣະເຈົ້າສິ້ນສຸດລົງ ແລະ ຊາຕານໄດ້ໃຫ້ບໍລິການຈົນສຳເລັດ ແລະ ບໍ່ມີປະໂຫຍດອີກຕໍ່ໄປ ແລະ ພຣະເຈົ້າໄດ້ທຳລາຍມັນແລ້ວ, ນັ້ນຄືເວລາທີ່ການເປັນປໍລະປັກຈະຢຸດລົງ. ແລ້ວຜູ້ທີ່ເປັນຄົນຮັບໃຊ້ຊາຕານເດ? ຕາບໃດທີ່ພວກເຂົາຍັງຢູ່ໃນຄຣິສຕະຈັກ, ພວກເຂົາກໍຈະສືບຕໍ່ເປັນປໍລະປັກຕໍ່ຄຣິສຕະຈັກ, ເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າ. ບາງຄົນເວົ້າວ່າ, “ພວກເຂົາເຊື່ອໃນພຣະເຈົ້າ, ບາງຄັ້ງກໍຖວາຍເຄື່ອງບູຊາ, ໃຫ້ທານ ແລະ ແມ້ແຕ່ຕ້ອນຮັບອ້າຍເອື້ອຍນ້ອງ. ພວກເຂົາເປັນປໍລະປັກຕໍ່ພຣະເຈົ້າໄດ້ແນວໃດ? ພວກເຂົາບໍ່ໄດ້ເປັນປໍລະປັກຕໍ່ພຣະອົງ; ພວກເຂົາເຖິງກັບເຮັດຄວາມດີບາງຢ່າງ”. ຄຳເວົ້າເຫຼົ່ານີ້ຖືກຕ້ອງບໍ? ການຕ້ອນຮັບອ້າຍເອື້ອຍນ້ອງ ແລະ ການໃຫ້ເງິນເລັກນ້ອຍແກ່ອ້າຍເອື້ອຍນ້ອງທີ່ທຸກຍາກ ສາມາດລົບລ້າງການເປັນປໍລະປັກຕໍ່ພຣະເຈົ້າຂອງພວກເຂົາໄດ້ບໍ? ມັນສາມາດພິສູດໄດ້ບໍວ່າ ພວກເຂົາເຂົ້າກັນໄດ້ກັບພຣະເຈົ້າ? (ບໍ່ໄດ້). ແລ້ວການເປັນປໍລະປັກນີ້ເກີດຂຶ້ນໄດ້ແນວໃດ? (ມັນຖືກກຳນົດໂດຍທຳມະຊາດ-ແກ່ນແທ້ຂອງພວກເຂົາ). ຖືກຕ້ອງແລ້ວ, ທຳມະຊາດ-ແກ່ນແທ້ຂອງພວກເຂົາຄືການຕໍ່ຕ້ານ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ສຳລັບຄົນປະເພດນີ້, ພວກເຈົ້າຈຳເປັນຕ້ອງແຍກແຍະພວກເຂົາ ໂດຍອີງໃສ່ພຣະທຳຂອງພຣະເຈົ້າ: ໃຫ້ເບິ່ງວ່າໃຜມັກຮວບຮວມການໂຄສະນາຊວນເຊື່ອລົບໆ ຫຼື ຂ່າວລືທີ່ໂຈມຕີ ແລະ ໃສ່ຮ້າຍປ້າຍສີເຮືອນຂອງພຣະເຈົ້າ ແລະ ຄຣິສຕະຈັກຈາກຊ່ອງທາງຕ່າງໆ ແລະ ໃຜສົນໃຈສິ່ງລົບໆ ເຫຼົ່ານີ້ ແລະ ເຕັມໃຈທີ່ຈະເຊື່ອຂ່າວລື ແລະ ຄຳເວົ້າຊົ່ວຊ້າເຫຼົ່ານີ້. ສິ່ງນີ້ຈະຊ່ວຍໃຫ້ພວກເຈົ້າເຫັນໃບໜ້າທີ່ແທ້ຈິງຂອງຜູ້ບໍ່ເຊື່ອເຫຼົ່ານີ້. ໂດຍປົກກະຕິແລ້ວ ຄົນເຫຼົ່ານີ້ບໍ່ອ່ານພຣະທຳຂອງພຣະເຈົ້າ, ບໍ່ກະຕືລືລົ້ນເມື່ອຟັງອ້າຍເອື້ອຍນ້ອງໂອ້ລົມຄວາມຈິງ ແລະ ບໍ່ເຢັນບໍ່ຮ້ອນໃນການເຮັດໜ້າທີ່ຂອງພວກເຂົາ. ພວກເຂົາຮູ້ສຶກຢູ່ສະເໝີວ່າ ການເຊື່ອໃນພຣະເຈົ້າບໍ່ໜ້າສົນໃຈ. ພວກເຂົາຈົດຈໍ່ກັບຫຍັງເມື່ອເບິ່ງວິດີໂອ ແລະ ລາຍການຕ່າງໆ ໃນຂອງເຮືອນຂອງພຣະເຈົ້າ? ເມື່ອພວກເຂົາເຫັນຄຳຄິດເຫັນໃນທາງບວກທີ່ຄົນໃນສາສະໜາຂຽນໄວ້, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ຂ້າມພວກມັນໄປ. ແຕ່ເມື່ອພວກເຂົາເຫັນຄົນໃນສາສະໜາ ແລະ ຜູ້ບໍ່ມີຄວາມເຊື່ອທີ່ຢືນຢູ່ຂ້າງດຽວກັບມັງກອນແດງທີ່ຍິ່ງໃຫຍ່, ດູຖູກຄຣິສຕະຈັກ, ດູຖູກເຮືອນຂອງພຣະເຈົ້າ ແລະ ດູຖູກອ້າຍເອື້ອຍນ້ອງດ້ວຍຄຳເວົ້າຊົ່ວຊ້າຂອງພວກເຂົາ, ພວກເຂົາກໍຮູ້ສຶກດີໃຈ ແລະ ຕື່ນເຕັ້ນເປັນພິເສດ. ເມື່ອໃດກໍຕາມທີ່ພວກເຂົາໄດ້ຍິນການໂຄສະນາຊວນເຊື່ອລົບໆ ແລະ ຂ່າວລືເຫຼົ່ານີ້, ພວກເຂົາກໍຕື່ນເຕັ້ນຄືກັບວ່າ ພວກເຂົາຖືກສີດຢາກະຕຸ້ນຫົວໃຈ, ຍ່າງໄປມາດ້ວຍຄວາມກະຕືລືລົ້ນ ແລະ ແມ່ນແຕ່ຕື່ນຈາກນອນດ້ວຍຄວາມດີໃຈ. ນີ້ບໍ່ແມ່ນສິ່ງທີ່ຊົ່ວຮ້າຍບໍ? ຈົ່ງສັງເກດຄົນທີ່ຢູ່ອ້ອມຂ້າງພວກເຈົ້າ ເພື່ອເບິ່ງວ່າໃຜຢູ່ໃນກຸ່ມຄົນປະເພດນີ້; ໃຫ້ເບິ່ງວ່າພວກເຂົາມີອຸປະນິໄສທີ່ກຽດຊັງຄວາມຈິງ ແລະ ກຽດຊັງພຣະເຈົ້າ ຫຼື ບໍ່. ຖ້າພວກເຈົ້າພົບຄົນປະເພດນີ້ແທ້ໆ, ພວກເຈົ້າຄວນລະມັດລະວັງເປັນພິເສດ ແລະ ແຍກແຍະພວກເຂົາ; ໃຫ້ສັງເກດຄຳເວົ້າ, ການກະທຳ ແລະ ທ່າທີຂອງພວກເຂົາ. ທັນທີທີ່ພວກເຈົ້າຢືນຢັນວ່າພວກເຂົາເປັນຄົນຊົ່ວຊ້າ, ເປັນຄົນຮັບໃຊ້ຊາຕານ, ພວກເຈົ້າຄວນປະຕິເສດພວກເຂົາ ແລະ ບໍ່ປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງ. ຄົນປະເພດນີ້ຄວນຖືກກຳຈັດອອກຈາກຄຣິສຕະຈັກໃຫ້ໄວເທົ່າທີ່ຈະໄວໄດ້. ບາງຄົນເວົ້າວ່າ, “ເປັນຫຍັງພວກເຮົາຄວນກຳຈັດຄົນເຫຼົ່ານີ້ອອກ? ໃນເຮືອນຂອງພຣະເຈົ້າ, ການມີຄົນເພີ່ມຂຶ້ນໜຶ່ງຄົນກໍໝາຍເຖິງການມີກຳລັງເພີ່ມຂຶ້ນໜຶ່ງແຮງໃນການເຮັດວຽກ; ການມີຄົນເພີ່ມຂຶ້ນໜຶ່ງຄົນກໍເຮັດໃຫ້ມັນຄຶກຄື້ນຂຶ້ນໜ້ອຍໜຶ່ງເຊັ່ນກັນ. ພວກເຂົາໄດ້ເຊື່ອໃນພຣະເຈົ້າມາຫຼາຍປີແລ້ວ ແລະ ເຖິງແມ່ນວ່າພວກເຂົາຈະບໍ່ຮັກ ຫຼື ປະຕິບັດຄວາມຈິງ, ພວກເຂົາກໍເຊື່ອໃນການມີຢູ່ຈິງຂອງພຣະເຈົ້າມາຕັ້ງແຕ່ເດັກນ້ອຍ, ເຊື່ອວ່າມີຜູ້ເຖົ້າທີ່ຢູ່ເທິງທ້ອງຟ້າ. ພວກເຂົາຍັງເຊື່ອວ່າມີເທບພະເຈົ້າທີ່ຢູ່ເໜືອພວກເຂົາສາມຟຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາກໍເຊື່ອວ່າການເຮັດດີ ແລະ ເຮັດຊົ່ວມີຜົນຕາມມາ. ໂດຍທົ່ວໄປແລ້ວ ພວກເຂົາບໍ່ກ້າກະທຳຄວາມຊົ່ວທີ່ເຫັນໄດ້ຊັດເຈນ ແລະ ເຕັມໃຈທີ່ຈະຊ່ວຍເຫຼືອຄົນອື່ນ. ມັນເປັນພຽງແຕ່ວ່າພວກເຂົາມີນິໄສເລັກນ້ອຍນີ້; ພວກເຂົາມັກເຜີຍແຜ່ຂ່າວລື ແລະ ຂ່າວນິນທາ. ໂດຍສະເພາະ, ພວກເຂົາເຜີຍແຜ່ຂ່າວລືຈາກມັງກອນແດງທີ່ຍິ່ງໃຫຍ່ທີ່ໃສ່ຮ້າຍປ້າຍສີພຣະເຈົ້າ, ເວົ້າເລື່ອງເຫຼົ່ານີ້ຊ້ຳແລ້ວຊ້ຳເລົ່າ ໂດຍບໍ່ໄດ້ຄິດຫຍັງຫຼາຍ, ອາດຈະເປັນຍ້ອນວ່າພວກເຂົາໂງ່ຈ້າ ແລະ ບໍ່ມີຄວາມຮູ້”. ຢູ່ໃນຜິວເຜີນ, ພວກເຂົາເບິ່ງຄືວ່າບໍ່ແມ່ນຄົນຊົ່ວຊ້າ ແລະ ບໍ່ໄດ້ຂັດຂວາງ ຫຼື ລົບກວນວຽກງານຂອງຄຣິສຕະຈັກ, ແຕ່ພວກເຂົາມີຄວາມຫ້າວຫັນເປັນພິເສດໃນການເຜີຍແຜ່ຂ່າວລື ແລະ ຢາກເປັນຄົນທຳອິດທີ່ເຜີຍແຜ່ມັນຢູ່ສະເໝີ. ຜູ້ຄົນບໍ່ຄວນລະວັງຕົວຕໍ່ບຸກຄົນປະເພດນີ້ບໍ? ພວກເຂົາບໍ່ແມ່ນຄົນຮັບໃຊ້ຊາຕານບໍ? ແກ່ນແທ້ຂອງຄົນປະເພດດັ່ງກ່າວແມ່ນເຫັນໄດ້ຊັດເຈນເກີນໄປ! ພວກເຂົາບໍ່ເຄີຍສົນໃຈໃນພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງເລີຍ ແລະ ພວກເຂົາບໍ່ເຄີຍສະແຫວງຫາຫຼັກການຄວາມຈິງ ເມື່ອເຮັດໜ້າທີ່ຂອງພວກເຂົາ. ໃນທຸກສິ່ງທີ່ພວກເຂົາເຮັດ, ພວກເຂົາບໍ່ສະແດງຄວາມຈິງຈັງ, ບໍ່ໄດ້ໃສ່ໃຈ ແລະ ບໍ່ເຕັມໃຈທີ່ຈະອົດທົນກັບຄວາມລຳບາກ. ພວກເຂົາພຽງແຕ່ເຮັດພໍເປັນພິທີ ແລະ ເຮັດພໍແລ້ວມືແລ້ວຕີນ, ເວົ້າຢອກຢູ່ຕະຫຼອດເວລາ. ໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາບໍ່ເຮັດຜິດໃຈຜູ້ໃດ ແລະ ສາມາດເຂົ້າກັບທຸກຄົນໄດ້, ເບິ່ງຄືວ່າເປັນມິດຕໍ່ຄົນອື່ນ, ມັນເປັນພຽງແຕ່ວ່າພວກເຂົາມັກເກັບກຳ ແລະ ເຜີຍແຜ່ຂ່າວລື. ຈາກການກະທຳເຫຼົ່ານີ້, ພວກເຮົາສາມາດຈັດລັກສະນະຄົນເຫຼົ່ານີ້ວ່າເປັນຄົນຮັບໃຊ້ຊາຕານໄດ້ບໍ? (ໄດ້). ເປັນຫຍັງພວກເຮົາຈຶ່ງສາມາດເຮັດໄດ້? ນີ້ແມ່ນການເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່ບໍ? (ບໍ່ແມ່ນ). ພວກເຂົາບໍ່ມີຄວາມສົນໃຈຫຍັງເລີຍໃນການສະແຫວງຫາຄວາມຈິງ. ທັນທີທີ່ພວກເຂົາຟັງຄຳເທດສະໜາ, ພວກເຂົາກໍງ່ວງນອນ; ທັນທີທີ່ໂອ້ລົມພຣະທຳຂອງພຣະເຈົ້າ, ພວກເຂົາກໍຮູ້ສຶກລັງກຽດ ແລະ ກະວົນກະວາຍ, ລຸກໄປດື່ມນ້ຳ ຫຼື ໄປຫ້ອງນ້ຳຢູ່ຕະຫຼອດ, ຮູ້ສຶກບໍ່ສະຫງົບພາຍໃນໃຈຢູ່ສະເໝີ, ການຟັງການໂອ້ລົມເບິ່ງຄືວ່າເປັນສິ່ງທີ່ຍາກລຳບາກຢ່າງບໍ່ໜ້າເຊື່ອສຳລັບພວກເຂົາ ຄືກັບການຖືກທໍລະມານ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາໄດ້ຍິນຂ່າວລືຂອງຊາຕານ ຫຼື ຄຳເວົ້າຊົ່ວຊ້າຂອງພວກຜູ້ບໍ່ມີຄວາມເຊື່ອ, ຄວາມສົນໃຈຂອງພວກເຂົາກໍຖືກປຸກໃຫ້ຕື່ນຂຶ້ນ, ພວກເຂົາກໍມີຊີວິດຊີວາຂຶ້ນມາ ແລະ ພວກເຂົາກໍເລີ່ມເຜີຍແຜ່ຂ່າວລື ແລະ ຄຳເວົ້າຊົ່ວຊ້າເຫຼົ່ານີ້ດ້ວຍຄວາມກະຕືລືລົ້ນຢ່າງຍິ່ງ. ຄົນປະເພດນີ້ແມ່ນອ້າຍເອື້ອຍນ້ອງບໍ? ບໍ່ແມ່ນ. ພວກເຂົາລັງກຽດຄວາມຈິງ ແລະ ດູຖູກຄວາມຈິງຈົນເຂົ້າໄຂກະດູກ. ກ່ຽວກັບເລື່ອງທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ, ບໍ່ວ່າຈະເປັນຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ສະຖານະຂອງພຣະເຈົ້າ, ກຽດສັກສີຂອງພຣະເຈົ້າ ຫຼື ເນື້ອໜັງທີ່ພຣະເຈົ້າບັງເກີດເປັນ, ພວກເຂົາກໍດູຖູກສິ່ງເຫຼົ່ານີ້ໃນຫົວໃຈຂອງພວກເຂົາ. ພວກເຂົາປາສະຈາກຫົວໃຈທີ່ຢຳເກງພຣະເຈົ້າໂດຍສິ້ນເຊີງ. ສະນັ້ນ, ພວກເຂົາຈຶ່ງມີແນວຄິດກ່ຽວກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງຢູ່ສະເໝີ. ພວກເຂົາສາມາດເວົ້າຊ້ຳຂ່າວລື ແລະ ຄຳເວົ້າຊົ່ວຊ້າທຸກປະເພດຂອງຊາຕານໄດ້ຢ່າງງ່າຍດາຍ, ດ້ວຍເຫດນີ້ຈຶ່ງບັນລຸເປົ້າໝາຍໃນການເຜີຍແຜ່ພວກມັນໄດ້, ໂດຍບໍ່ມີຄວາມສຳນຶກແມ່ນແຕ່ໜ້ອຍດຽວ. ນີ້ແມ່ນຄົນສາມານແນວໃດກັນແທ້? ພວກເຂົາແມ່ນຜູ້ເຊື່ອໃນພຣະເຈົ້າບໍ? (ບໍ່ແມ່ນ). ສິ່ງເຫຼົ່ານີ້ຄືການກະທຳຂອງຜູ້ທີ່ຍອມຮັບພຣະເຈົ້າດ້ວຍປາກ ແລະ ອ້າງວ່າຕິດຕາມພຣະເຈົ້າ, ຜູ້ທີ່ເຊື່ອວ່າມີຜູ້ເຖົ້າທີ່ຢູ່ເທິງທ້ອງຟ້າ, ເຊື່ອວ່າມີເທບພະເຈົ້າທີ່ຢູ່ເໜືອພວກເຂົາສາມຟູດ ແລະ ເຊື່ອວ່າການເຮັດດີ ແລະ ເຮັດຊົ່ວຈະມີຜົນຕາມມາ. ນີ້ຄືທັດສະນະຂອງພວກເຂົາຕໍ່ພຣະເຈົ້າ. ຖ້າຄົນໃດຄົນໜຶ່ງໝິ່ນປະໝາດພໍ່ແມ່ຂອງພວກເຂົາ ຫຼື ປັ້ນແຕ່ງຂ່າວລືກ່ຽວກັບພໍ່ແມ່ຂອງພວກເຂົາຢູ່ເບື້ອງຫຼັງ, ພວກເຂົາກໍຈະສູ້ຈົນຕາຍຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ເມື່ອຄົນໃດຄົນໜຶ່ງໝິ່ນປະໝາດພຣະເຈົ້າ, ໂຈມຕີພຣະເຈົ້າ ຫຼື ໃສ່ຮ້າຍປ້າຍສີພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ເສຍໃຈ, ແຕ່ພວກເຂົາສາມາດເຮັດຊໍ້າຄືກັບເປັນເລື່ອງຕະຫຼົກ ແລະ ເຖິງກັບເຜີຍແຜ່ໄປທົ່ວທຸກບ່ອນ. ນີ້ແມ່ນສິ່ງທີ່ຜູ້ຕິດຕາມພຣະເຈົ້າຄວນເຮັດບໍ? (ບໍ່ແມ່ນ). ສະນັ້ນ, ມັນຈຶ່ງເໝາະສົມບໍ ທີ່ຫຼາຍຄົນຈະປະຕິບັດຕໍ່ຜູ້ບໍ່ເຊື່ອເຫຼົ່ານີ້ຄືກັບອ້າຍເອື້ອຍນ້ອງ? (ບໍ່). ສະນັ້ນ, ເມື່ອຄົນດັ່ງກ່າວຖືກສົງໄສວ່າເປັນຄົນຮັບໃຊ້ຊາຕານ, ຄົນອື່ນຄວນລະວັງຕົວ. ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງແຈ້ງໃຫ້ອ້າຍເອື້ອຍນ້ອງຮັບຊາບໂດຍທັນທີ ເພື່ອໃຫ້ລະວັງຄົນເຫຼົ່ານີ້, ເພື່ອວ່າທຸກຄົນຈະສາມາດແຍກແຍະພວກເຂົາໄດ້. ທັນທີທີ່ພວກເຂົາຖືກຢືນຢັນວ່າເປັນຄົນຮັບໃຊ້ຊາຕານ, ເປັນພວກມານຮ້າຍ, ທຸກຄົນຄວນຮ່ວມກັນປະຕິເສດພວກເຂົາ ແລະ ກຳຈັດພວກເຂົາອອກຈາກຄຣິສຕະຈັກ. ສິ່ງນີ້ສອດຄ່ອງກັບຫຼັກການບໍ? (ແມ່ນແລ້ວ). ແລ້ວນີ້ຄືສິ່ງທີ່ຄວນເຮັດ.
3. ວິທີປະຕິບັດຕໍ່ຂ່າວລືທີ່ບໍ່ມີມູນຄວາມຈິງຂອງລັດຖະບານພັກກອມມູນິດຈີນ ແລະ ໂລກສາສະໜາທີ່ໃສ່ຮ້າຍປ້າຍສີ ແລະ ໂຈມຕີພຣະເຈົ້າ
ລັດຖະບານຄອມມູນິດຈີນ ແລະ ໂລກສາສະໜາໄດ້ສ້າງຂ່າວລືທີ່ບໍ່ມີຄວາມຈິງຫຼາຍຢ່າງກ່ຽວກັບເຮືອນຂອງພຣະເຈົ້າ, ກ່າວຫາຢ່າງຜິດໆວ່າ ອ້າຍເອື້ອຍນ້ອງບັງຄັບໃຫ້ຜູ້ຄົນຮັບເອົາຂ່າວປະເສີດ ແລະ ອື່ນໆ. ພວກເຈົ້າຮູ້ສຶກແນວໃດຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້? (ໃຈຮ້າຍ, ຄຽດແຄ້ນ.) ສິ່ງເຫຼົ່ານີ້ແມ່ນຂ່າວລືກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຮູ້ສຶກຄຽດແຄ້ນ. ພວກເຈົ້າຄຽດແຄ້ນເຖິງລະດັບໃດ? ພວກເຈົ້າຢາກຊອກຫາຄົນທີ່ສ້າງຂ່າວລື ແລະ ໂຕ້ຖຽງກັບພວກເຂົາ, ແມ່ນແຕ່ສັ່ງສອນບົດຮຽນໃຫ້ພວກເຂົາບໍ? (ແມ່ນແລ້ວ.) ຂ່າວລືເຫຼົ່ານີ້ເບິ່ງຜິວເຜີນແລ້ວແມ່ນແນໃສ່ຄຣິສຕະຈັກ, ແຕ່ຄວາມຈິງແລ້ວ, ພວກມັນກ່ຽວຂ້ອງກັບສະມາຊິກທຸກຄົນຂອງຄຣິສຕະຈັກ ແລະ ຊື່ສຽງ ແລະ ຄວາມຊື່ສັດຂອງສະມາຊິກແຕ່ລະຄົນ. ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານັ້ນ ພວກເຈົ້າກໍຮູ້ສຶກຄຽດແຄ້ນ, ໂດຍເວົ້າວ່າ: “ພວກເຮົາບໍ່ໄດ້ເຮັດແບບນັ້ນ! ພວກເຮົາປະກາດຂ່າວປະເສີດຕາມຫຼັກການຄວາມຈິງ. ສຳລັບຜູ້ທີ່ບໍ່ຢາກເຊື່ອໃນພຣະເຈົ້າ, ພວກເຮົາບໍ່ເຄີຍບັງຄັບພວກເຂົາ. ຄວາມເຊື່ອເປັນໄປໂດຍຄວາມສະໝັກໃຈ. ພວກເຮົາບໍ່ເຄີຍບີບບັງຄັບຜູ້ໃດ, ແຮງໄກທີ່ພວກເຮົາຈະທຳຮ້າຍ ຫຼື ແກ້ແຄ້ນຜູ້ຄົນ. ໃນທາງກົງກັນຂ້າມ, ພວກເຮົາທີ່ປະກາດຂ່າວປະເສີດໄດ້ຖືກຄົນທາງສາສະໜາທຸບຕີຢ່າງປ່າເຖື່ອນ ແລະ ຖືກພວກເຂົາແຈ້ງຕຳຫຼວດຈັບ, ຖືກມອບໃຫ້ມັງກອນແດງທີ່ຍິ່ງໃຫຍ່ທໍລະມານ; ຫຼາຍຄົນໃນພວກເຮົາຖືກຕິດຄຸກ ແລະ ຈຳນວນຫຼາຍກໍຖືກຄົນທາງສາສະໜາຈັບໄປຂັງໃນຄຸກສ່ວນຕົວ. ພວກເຮົາເປັນຝ່າຍທີ່ຖືກກະທຳຜິດໃສ່!” ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້, ພວກເຈົ້າກໍຮູ້ສຶກຄຽດແຄ້ນ ແລະ ຢາກໂຕ້ຖຽງກັບພວກເຂົາຢູ່ສະເໝີ. ພວກເຈົ້າມີປະຕິກິລິຍານີ້ ເພາະວ່າຂ່າວລືເຫຼົ່ານີ້ໂຈມຕີ ແລະ ໃສ່ຮ້າຍປ້າຍສີຄຣິສຕະຈັກ ແລະ ຜູ້ທີ່ຖືກເລືອກຂອງພຣະເຈົ້າໂດຍກົງ. ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນຂ່າວລືທີ່ໃສ່ຮ້າຍປ້າຍສີ ແລະ ຕັດສິນພຣະເຈົ້າ? ສິ່ງເຫຼົ່ານີ້ບໍ່ໄດ້ກ່ຽວຂ້ອງກັບຜົນປະໂຫຍດສ່ວນຕົວ ຫຼື ຄວາມຊື່ສັດ ແລະ ກຽດສັກສີຂອງພວກເຈົ້າ; ພວກມັນແມ່ນຂ່າວລືທີ່ກ່ຽວຂ້ອງກັບພຣະເຈົ້າ. ຕົວຢ່າງ: ເມື່ອຕອນທີ່ເຈົ້າເຊື່ອໃນພຣະເຢຊູກ່ອນໜ້ານີ້, ບາງຄົນເວົ້າວ່າພຣະເຢຊູເກີດຈາກຍິງບໍລິສຸດ ແລະ ບໍ່ມີພໍ່. ເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນແບບນັ້ນ? ເຈົ້າຢາກໂຕ້ຖຽງກັບພວກເຂົາບໍ? “ຜູ້ທີ່ພວກເຮົາເຊື່ອແມ່ນພຣະເຈົ້າ!” ແລ້ວເຈົ້າກໍຄິດໄຕ່ຕອງວ່າ: “ນາງມາຣີເປັນຍິງບໍລິສຸດ ແລະ ພຣະເຢຊູກໍເກີດຈາກຍິງບໍລິສຸດ ເຊິ່ງປະຕິສົນທິໂດຍພຣະວິນຍານບໍລິສຸດ. ນີ້ຄືຂໍ້ແທ້ຈິງ, ແຕ່ຄົນທີ່ບໍ່ເຊື່ອກັບເວົ້າເຖິງເລື່ອງນີ້ຢ່າງຫຍາບຄາຍ ແລະ ຂ້ານ້ອຍກໍບໍ່ມັກຟັງ!” ຢ່າງຫຼາຍທີ່ສຸດ ເຈົ້າອາດຈະມີຄວາມຮູ້ສຶກເຊັ່ນນັ້ນ, ແຕ່ໃນຫົວໃຈຂອງເຈົ້າ, ເຈົ້າກໍຍັງຮູ້ສຶກວ່າການປະຕິສົນທິໂດຍພຣະວິນຍານບໍລິສຸດນັ້ນຂັດກັບແນວຄິດຂອງມະນຸດຢ່າງຮຸນແຮງ. ເຈົ້າບໍ່ສາມາດເຊື່ອໃນເລື່ອງນີ້ໄດ້ເພາະວ່າເຈົ້າເຊື່ອໃນວິທະຍາສາດ; ເຈົ້າບໍ່ໄດ້ເຊື່ອໃນຄວາມຊົງລິດທານຸພາບອັນສູງສຸດຂອງພຣະເຈົ້າຈາກຫົວໃຈຂອງເຈົ້າ, ທັງບໍ່ເຊື່ອວ່າທຸກສິ່ງທີ່ພຣະເຈົ້າກ່າວ ແລະ ກະທຳນັ້ນເປັນຄວາມຈິງ ແລະ ຈາກນັ້ນເຈົ້າກໍຈະບໍ່ໄປໂຕ້ແຍ້ງຄຳເວົ້າຊົ່ວຊ້າຂອງພວກຜູ້ບໍ່ເຊື່ອ. ເພາະວ່າເຈົ້າບໍ່ມີຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງ, ຢ່າງຫຼາຍທີ່ສຸດ, ເຈົ້າພຽງແຕ່ເຫັນວ່າຂ່າວລືທີ່ຜູ້ຄົນເວົ້າກັນນັ້ນຟັງແລ້ວບໍ່ມ່ວນຫູ ແລະ ຄິດວ່າຜູ້ຄົນບໍ່ຄວນເວົ້າແບບນັ້ນ ເພາະຂ່າວລືເຫຼົ່ານີ້ກ່ຽວຂ້ອງກັບຊື່ສຽງຂອງເຈົ້າ; ເຈົ້າຄິດວ່າ, “ຄົນທີ່ບໍ່ເຊື່ອນີ້ຊ່າງເປັນຕາໜ້າລັງກຽດ ແລະ ຕໍ່າຊ້າແທ້ໆ! ພວກເຂົາກ້າໃຊ້ຄຳເວົ້າທີ່ສົກກະປົກແບບໃດກໍໄດ້; ພວກເຂົາເປັນຜູ້ບໍ່ເຊື່ອຢ່າງແທ້ຈິງ! ພວກເຂົາເປັນມານຮ້າຍຢ່າງແທ້ຈິງ!” ມັນກໍມີພຽງເທົ່ານັ້ນ ແລະ ນັ້ນກໍຄືສິ່ງສູງສຸດທີ່ເຈົ້າສາມາດເຮັດໄດ້. ເປັນຫຍັງເຈົ້າຈຶ່ງຮູ້ສຶກຖືກກະຕຸ້ນ ແລະ ເຫັນວ່າຄົນທີ່ບໍ່ເຊື່ອເປັນຄົນຕ່ຳຊ້າ ແລະ ເປັນຕາໜ້າລັງກຽດ ຫຼັງຈາກໄດ້ຍິນພວກເຂົາເວົ້າຂ່າວລືແບບນັ້ນ? ເພາະວ່າມັນກ່ຽວຂ້ອງກັບຊື່ສຽງຂອງເຈົ້າ; ຂ່າວລືເຫຼົ່ານີ້ໄດ້ກະຕຸ້ນຫົວໃຈຂອງເຈົ້າ, ເຮັດໃຫ້ເຈົ້າຮູ້ສຶກເສຍໜ້າ, ສະນັ້ນ ມັນຈຶ່ງປຸກຄວາມໃຈຮ້າຍຂອງເຈົ້າຂຶ້ນມາ ແລະ ເຈົ້າກໍລຸກຂຶ້ນກ່າວຄຳເວົ້າໃນທາງບວກບາງຢ່າງເພື່ອໂຕ້ແຍ້ງ. ການໂຕ້ແຍ້ງເຊັ່ນນັ້ນແມ່ນການຢືນຢູ່ຂ້າງພຣະເຈົ້າທັງໝົດບໍ? ມັນແມ່ນເພື່ອປົກປ້ອງຄຳພະຍານຂອງພຣະເຈົ້າບໍ? ບໍ່ແມ່ນ, ມັນແມ່ນເພື່ອປົກປ້ອງໜ້າຕາ ແລະ ກຽດສັກສີຂອງເຈົ້າເອງທັງໝົດ. ເປັນຫຍັງຈຶ່ງເວົ້າແບບນີ້? ເພາະວ່າເຈົ້າຍັງບໍ່ເຫັນທະລຸເຖິງແກ່ນແທ້ຂອງບັນຫາ; ຍິ່ງໄປກວ່ານັ້ນ, ເຈົ້າບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ຫຼື ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າ. ສິ່ງທີ່ເຈົ້າເຂົ້າໃຈ ແລະ ຮູ້ສຶກນັ້ນບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ; ມັນເປັນພຽງຄວາມຫົວຮ້ອນຂອງມະນຸດ ແລະ ພຶດຕິກຳທີ່ດີຂອງມະນຸດ. ພຶດຕິກຳທີ່ດີຂອງມະນຸດບໍ່ໄດ້ເປັນຕົວແທນຂອງການເປັນປະຈັກພະຍານທີ່ເຈົ້າມີສຳລັບພຣະເຈົ້າ. ເຈົ້າບໍ່ໄດ້ຍຶດໝັ້ນໃນຄຳພະຍານຂອງເຈົ້າ; ເຈົ້າພຽງແຕ່ກຳລັງປົກປ້ອງໜ້າຕາ ແລະ ກຽດສັກສີຂອງເຈົ້າ, ເຈົ້າກຳລັງໂຕ້ແຍ້ງຂ່າວລືເພື່ອໃຫ້ຈິດສຳນຶກຂອງຕົນສະຫງົບລົງແດ່ໜ້ອຍໜຶ່ງ, ເຈົ້າບໍ່ໄດ້ຢືນຢູ່ຂ້າງພຣະເຈົ້າເພື່ອເວົ້າແທນພຣະອົງ, ທັງບໍ່ໄດ້ໃຊ້ຄວາມຈິງ ຫຼື ຂໍ້ແທ້ຈິງເພື່ອໂຕ້ແຍ້ງຂ່າວລື ແລະ ເປັນພະຍານເພື່ອພຣະເຈົ້າ. ເຈົ້າບໍ່ໄດ້ເວົ້າແທນພຣະເຈົ້າ ແລະ ສິ່ງທີ່ເຈົ້າເວົ້າກໍແນ່ນອນວ່າບໍ່ສອດຄ່ອງກັບຄວາມຈິງ; ມັນສອດຄ່ອງກັບຜົນປະໂຫຍດທາງເນື້ອໜັງຂອງເຈົ້າເທົ່ານັ້ນ, ມັນພຽງແຕ່ເພື່ອເຮັດໃຫ້ຫົວໃຈຂອງເຈົ້າຮູ້ສຶກທຸກໃຈໜ້ອຍລົງ ແລະ ເພື່ອບໍ່ໃຫ້ເຈົ້າຮູ້ສຶກວ່າການເຊື່ອໃນອົງພຣະເຢຊູເຈົ້າເປັນເລື່ອງທີ່ໜ້າອັບອາຍ. ກໍມີພຽງເທົ່ານັ້ນ. ສະນັ້ນ, ເມື່ອພວກເຈົ້າໄດ້ຍິນຄົນໂຈມຕີ ແລະ ກ່າວໂທດພຣະເຈົ້າ, ໃສ່ຮ້າຍ ແລະ ຕັດສິນຄຣິສຕະຈັກຂອງພຣະເຈົ້າ ຫຼື ແມ່ນແຕ່ປະນາມພວກເຈົ້າ, ພວກເຈົ້າກໍຮູ້ສຶກຄຽດແຄ້ນເປັນພິເສດ ແລະ ຢາກໂຕ້ຖຽງ ແລະ ຖົກຖຽງກັບພວກເຂົາ ເພື່ອກອບກູ້ຊື່ສຽງຂອງພວກເຈົ້າ ແລະ ເພື່ອຊີ້ແຈງເລື່ອງເຫຼົ່ານີ້. ແຕ່ນັ້ນໝາຍຄວາມວ່າພວກເຈົ້າໄດ້ຍຶດໝັ້ນໃນຄຳພະຍານຂອງພວກເຈົ້າແລ້ວບໍ? ມັນຍັງບໍ່ພຽງພໍ; ຖ້າບໍ່ເຂົ້າໃຈຄວາມຈິງ, ແລ້ວກໍບໍ່ມີຄຳພະຍານ!
ເມື່ອພວກເຈົ້າໄດ້ຍິນຂ່າວລືທີ່ຖືກເຜີຍແຜ່ໃນໂລກພາຍນອກທີ່ໃສ່ຮ້າຍ ແລະ ໂຈມຕີພຣະເຈົ້າ, ບໍ່ວ່າຈະເປັນການໂຈມຕີພຣະເຈົ້າເທິງສະຫວັນ ຫຼື ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງເທິງແຜ່ນດິນໂລກ, ພວກເຈົ້າຮູ້ສຶກແນວໃດ? ພວກເຈົ້າເມີຍເສີຍ ຫຼື ພວກເຈົ້າຮູ້ສຶກເຈັບປວດໜ້ອຍໜຶ່ງແດ່ບໍ? ພວກເຈົ້າທົນບໍ່ໄດ້ ແລະ ບໍ່ຍອມຮັບມັນ ຫຼື ພວກເຈົ້າບໍ່ສາມາດເຮັດຫຍັງໄດ້? ບາງຄົນ, ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້, ກໍຄິດວ່າ, “ພຣະເຈົ້າຊົງບໍລິສຸດ; ພຣະເຈົ້າບໍ່ໄດ້ເຮັດສິ່ງເຫຼົ່ານີ້. ເປັນຫຍັງພຣະອົງຈຶ່ງຖືກໂຈມຕີ ແລະ ໃສ່ຮ້າຍຈາກໂລກ ແລະ ໂລກສາສະໜາແບບນີ້? ພວກເຮົາຕ້ອງອຸທິດຕົນຢ່າງພາກພຽນ ແລະ ເຮັດໜ້າທີ່ຂອງພວກເຮົາ ແລະ ປົກປ້ອງພຣະນາມຂອງພຣະເຈົ້າ. ເມື່ອພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າສຳເລັດລົງ, ຄວາມຈິງຂອງທຸກສິ່ງກໍຈະຖືກເປີດເຜີຍ ແລະ ປະຊາຊົນທັງໝົດໃນໂລກກໍຈະເຫັນວ່າ ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງທີ່ພວກເຮົາເຊື່ອນັ້ນຄືພຣະເຈົ້າທີ່ແທ້ຈິງອົງດຽວ, ຄືພຣະເຈົ້າເທິງສະຫວັນ ແລະ ສິ່ງນີ້ກໍບໍ່ຜິດເລີຍ!” ຄົນອື່ນຄິດວ່າ, “ພຣະເຈົ້າໄດ້ສະແດງອອກຄວາມຈິງຫຼາຍຢ່າງ ແລະ ຄົນຊົ່ວຊ້າ ແລະ ມານຮ້າຍທີ່ບໍ່ເຊື່ອເຫຼົ່ານີ້ກໍຮູ້ດີວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ແຕ່ພວກເຂົາກໍຍັງໃສ່ຮ້າຍ ແລະ ໂຈມຕີພຣະເຈົ້າ. ພຣະເຈົ້າຕ້ອງທົນທຸກທໍລະມານອີກດົນປານໃດ?” ສ່ວນຄົນອື່ນກໍເວົ້າວ່າ, “ຄົນເຮົາຢາກເວົ້າຫຍັງກໍເວົ້າໄປ; ພວກເຮົາບໍ່ໃສ່ໃຈພວກເຂົາ. ພຣະເຈົ້າບໍ່ເຄີຍໂຕ້ແຍ້ງຂ່າວລືທີ່ໃສ່ຮ້າຍພຣະອົງ; ພຣະອົງບໍ່ໄດ້ຕອບໂຕ້ພວກມັນ. ແລ້ວພວກເຮົາທີ່ເປັນພຽງມະນຸດນ້ອຍໆຈະເຮັດຫຍັງໄດ້? ບໍ່ແມ່ນວ່າພຣະເຈົ້າຖືກມະນຸດເຂົ້າໃຈຜິດ, ຖືກໂຈມຕີ ແລະ ໝິ່ນປະໝາດ ແລະ ຖືກປະຕິເສດແບບນີ້ມາຕະຫຼອດບໍ? ພຣະເຈົ້າບໍ່ມີຄຳຈົ່ມວ່າໃດໆເລີຍ ແລະ ພຣະອົງກໍຍັງຊ່ວຍໃຫ້ຜູ້ຄົນລອດພົ້ນ. ໃຫ້ເວລາເປັນເຄື່ອງພິສູດທຸກຢ່າງ; ພຣະເຈົ້າຈະເປັນປະຈັກພະຍານຂອງພຣະອົງເອງ!” ມຸມມອງຂອງພວກເຈົ້າແມ່ນຫຍັງ? ເຮົາຫາກໍກ່າວເຖິງຄວາມບໍ່ຍອມແພ້, ຄວາມຄຽດແຄ້ນ, ຄວາມບໍ່ຍອມຮັບ, ຄວາມບໍ່ສາມາດເຮັດຫຍັງໄດ້, ພວກເຈົ້າຮູ້ສຶກແບບໃດ? ຄວາມຮູ້ສຶກໃດຖືກຕ້ອງທີ່ສຸດ? ຄວນປະຕິບັດຕໍ່ເລື່ອງເຫຼົ່ານີ້ແນວໃດຈຶ່ງຈະສອດຄ່ອງກັບຫຼັກການຄວາມຈິງ? ພວກເຈົ້າຮູ້ສຶກແນວໃດເມື່ອໄດ້ຍິນຂ່າວລືເຫຼົ່ານີ້? (ຄຽດແຄ້ນ.) ຄຽດແຄ້ນ, ແລ້ວພວກເຈົ້າກໍຢາກຂຽນຄຳປະນາມ ເພື່ອຕຳໜິຕິຕຽນພວກທີ່ສ້າງຂ່າວລືເຫຼົ່ານີ້, ພວກຫຼອກລວງ ແລະ ຄົນຊົ່ວຊ້າທາງສາສະໜາ. ພວກເຈົ້າມີຄວາມຄິດເຊັ່ນນັ້ນບໍ? ເຈົ້າຈະບໍ່ຮູ້ສຶກວ່າ ມັນພຽງພໍທີ່ຈະກຳກຳປັ້ນແໜ້ນດ້ວຍຄວາມໃຈຮ້າຍ, ແມ່ນບໍ່? ພວກເຈົ້າຮູ້ສຶກມີແຮງກະຕຸ້ນຢາກເຮັດຫຍັງບາງຢ່າງກ່ຽວກັບເລື່ອງນີ້ບໍ? ຫຼື ມັນເປັນພຽງຄວາມຄຽດແຄ້ນທີ່ວ່າງເປົ່າ? (ຍັງມີຄວາມກຽດຊັງ ແລະ ການປະຕິເສດ.) ຄວາມຄຽດແຄ້ນ, ຄວາມກຽດຊັງ, ການປະຕິເສດ, ສິ່ງເຫຼົ່ານີ້ແມ່ນອາລົມທີ່ເກີດຂຶ້ນຈາກການເຄື່ອນໄຫວທາງຈິດໃຈ, ໂດຍບໍ່ມີຄຳເວົ້າ, ພຶດຕິກຳ ຫຼື ການກະທຳທີ່ຊັດເຈນ; ມັນເປັນພຽງອາລົມ ແລະ ແນ່ນອນວ່າມັນກໍເປັນຕົວແທນຂອງທັດສະນະຄະຕິບາງຢ່າງ. (ນອກຈາກຄວາມຄຽດແຄ້ນແລ້ວ, ບາງຄັ້ງພວກເຮົາກໍຂຽນບົດຄວາມ ຫຼື ສ້າງລາຍການເພື່ອຊີ້ແຈງຄວາມຈິງ ແລະ ເປີດໂປງວ່າ ແກ່ນແທ້ຂອງການກະທຳຂອງພວກເຂົາຄືຄວາມກຽດຊັງຕໍ່ຄວາມຈິງ ແລະ ຕໍ່ພຣະເຈົ້າ, ເພື່ອໃຫ້ຜູ້ຄົນໄດ້ເຫັນຂໍ້ແທ້ຈິງ.) ຜູ້ຄົນເຫຼົ່ານັ້ນຈະຍອມຮັບບໍ ຫຼັງຈາກໄດ້ເຫັນຄວາມຈິງທີ່ແທ້ຈິງ? ເຖິງແມ່ນພວກເຂົາຍອມຮັບວ່າ ສິ່ງທີ່ພວກເຈົ້າເວົ້ານັ້ນຖືກຕ້ອງ ແລ້ວໃຫ້ຄຳຄິດເຫັນທີ່ເປັນທຳ, ໂດຍເວົ້າວ່າ, “ຄວາມເຊື່ອຂອງພວກເຈົ້າຖືກຕ້ອງແລ້ວ; ຈົ່ງເຊື່ອຕໍ່ໄປ, ພວກເຮົາສະໜັບສະໜູນ!” ແລະ ພວກຫຼອກລວງທາງສາສະໜາກໍຮູ້ສຶກລະອາຍໃຈ ແລະ ເວົ້າວ່າ, “ຂໍໂທດ, ພວກເຮົາຜິດໄປແລ້ວ, ສິ່ງທີ່ພວກເຮົາເວົ້ານັ້ນບໍ່ແມ່ນຄວາມຈິງ; ນັບແຕ່ນີ້ໄປ, ພວກເຈົ້າກໍເຊື່ອຕາມທາງຂອງພວກເຈົ້າ ແລະ ພວກເຮົາກໍຈະເຊື່ອຕາມທາງຂອງພວກເຮົາ”, ສິ່ງນັ້ນຈະເຮັດໃຫ້ພວກເຈົ້າສະບາຍໃຈບໍ? ນີ້ແມ່ນເປົ້າໝາຍດຽວທີ່ພວກເຈົ້າກຳລັງແນໃສ່ບໍ? (ພວກເຮົາຍັງຕ້ອງການເປັນພະຍານຕໍ່ພຣະເຈົ້າ ເພື່ອໃຫ້ຜູ້ທີ່ກຳລັງສືບຄົ້ນຫົນທາງທີ່ແທ້ຈິງ ແລະ ຜູ້ທີ່ກະຫາຍຄວາມຈິງສາມາດແຍກແຍະຜິດຖືກໄດ້ຢ່າງຊັດເຈນ ແລະ ຮັບເອົາຫົນທາງທີ່ແທ້ຈິງ.) ນີ້ຄືເສັ້ນທາງໜຶ່ງ; ນີ້ຄືວິທີການປະຕິບັດທີ່ເປັນບວກ. ການພຽງແຕ່ໃຈຮ້າຍ ແລະ ກຽດຊັງນັ້ນມີປະໂຫຍດບໍ? ແມ່ນຫຍັງຄືເຫດຜົນສຳລັບຄວາມໃຈຮ້າຍ ແລະ ຄວາມກຽດຊັງຂອງພວກເຈົ້າ? ເປັນຫຍັງຈຶ່ງໃຈຮ້າຍ ແລະ ກຽດຊັງ? (ພຣະເຈົ້າໄດ້ບັງເກີດເປັນເນື້ອໜັງເພື່ອຊ່ວຍໃຫ້ຜູ້ຄົນລອດພົ້ນ, ເຊິ່ງເປັນສິ່ງທີ່ເປັນທຳທີ່ສຸດ, ແຕ່ພວກເຂົາພັດເຜີຍແຜ່ຂ່າວລືເພື່ອຕັດສີນ ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ພວກເຮົາຮູ້ສຶກຄຽດແຄ້ນຫຼາຍ, ໂດຍຄິດວ່າພວກເຂົາກຳລັງປີ້ນຂາວເປັນດຳ ແລະ ເວົ້າສິ່ງທີ່ໄຮ້ສາລະແທ້ໆ.) ພວກເຈົ້າຄິດວ່າການທີ່ມະນຸດຊາດ ແລະ ໂລກປະຕິເສດພຣະເຈົ້າ ແລະ ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້ານັ້ນ ເປັນພຽງແບບນີ້ໃນຊ່ວງເວລາຂອງການບັງເກີດເປັນເນື້ອໜັງຂອງພຣະເຈົ້າຄັ້ງນີ້ເທົ່ານັ້ນບໍ? ທັດສະນະຄະຕິຂອງມະນຸດຊາດ ແລະ ຂອງໂລກຕໍ່ພຣະເຈົ້າແມ່ນຄືເກົ່າສະເໝີມາແຕ່ຕົ້ນຈົນຈົບ, ຄືການປະນາມ, ໃສ່ຮ້າຍ, ໂຈມຕີ ແລະ ໝິ່ນປະໝາດສະເໝີ. ນັບຕັ້ງແຕ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງຈົນເຖິງປັດຈຸບັນ, ທັດສະນະຄະຕິຂອງມະນຸດຊາດຕໍ່ທຸກສິ່ງທີ່ພຣະເຈົ້າໄດ້ກະທຳ ແລະ ຕໍ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງນັ້ນບໍ່ໄດ້ປ່ຽນແປງ. ບໍ່ແມ່ນວ່າຫຼັງຈາກການບັງເກີດເປັນເນື້ອໜັງຄັ້ງທຳອິດຂອງພຣະເຈົ້າເທົ່ານັ້ນ ມະນຸດຊາດຈຶ່ງເລີ່ມໂຈມຕີ ແລະ ໝິ່ນປະໝາດພຣະເຈົ້າ ແລະ ສ້າງຂ່າວລືຕ່າງໆ ກ່ຽວກັບພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ, ສິ່ງທັງໝົດນີ້ໄດ້ເກີດຂຶ້ນນັບຕັ້ງແຕ່ພຣະເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ ແລະ ນັບຕັ້ງແຕ່ມະນຸດຊາດໄດ້ສຳຜັດກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງເປັນຄັ້ງທຳອິດ ແລະ ໄດ້ສືບຕໍ່ມາຈົນເຖິງປັດຈຸບັນ. ແລ້ວຜູ້ທີ່ຕິດຕາມພຣະເຈົ້າກໍຕ້ອງອົດທົນຕໍ່ການໃສ່ຮ້າຍປ້າຍສີ, ການໂຈມຕີ, ການຕັດສິນ, ການໝິ່ນປະໝາດ, ຂ່າວລືຕ່າງໆ ແລະ ອື່ນໆ ອີກຈາກລະບອບຂອງຊາຕານ ແລະ ກອງກຳລັງຜູ້ຕໍ່ຕ້ານພຣະຄຣິສໃນໂລກສາສະໜາ ທີ່ຕໍ່ຕ້ານພຣະເຈົ້າ ແລະ ຄຣິສຕະຈັກຢູ່ສະເໝີ. ມັນເປັນໄປໄດ້ບໍວ່າ ຜູ້ຕິດຕາມພຣະເຈົ້າຕ້ອງອົດກັ້ນກັບສິ່ງເຫຼົ່ານີ້? ບາງຄົນເວົ້າວ່າ, “ພວກເຮົາລັງກຽດຂ່າວລືເຫຼົ່ານີ້ຫຼາຍ ເພາະວ່າພວກມັນບິດເບືອນຂໍ້ແທ້ຈິງ ແລະ ປີ້ນຂາວເປັນດຳຢ່າງສິ້ນເຊີງ. ພວກເຮົາຮູ້ສຶກຄຽດແຄ້ນທັນທີທີ່ໄດ້ຍິນ ແລະ ໃນສ່ວນເລິກຂອງໃຈ ພວກເຮົາກໍກຽດຊັງຜູ້ທີ່ສ້າງ ແລະ ເຜີຍແຜ່ຂ່າວລື. ບໍ່ວ່າຂ່າວລືເຫຼົ່ານີ້ຈະມາຈາກໂລກສາສະໜາ ຫຼື ຈາກລັດຖະບານພັກກອມມູນິດຈີນທີ່ເປັນມານຮ້າຍ, ພວກເຮົາກໍມີພຽງທັດສະນະຄະຕິດຽວ, ນັ້ນກໍຄືຄວາມກຽດຊັງ ແລະ ຄວາມໃຈຮ້າຍ; ແລະ ຈາກນັ້ນພວກເຮົາກໍຢາກໂຕ້ແຍ້ງ ແລະ ຊີ້ແຈງທຸກຢ່າງ”. ບາງຄົນເຖິງກັບເວົ້າວ່າ, “ພວກເຮົາຢາກໂຕ້ວາທີກັບພວກມານຮ້າຍ, ພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້, ເພື່ອພວກເຮົາຈະສາມາດເຮັດໃຫ້ຊາຕານອັບອາຍ ແລະ ເຮັດໃຫ້ມັນອັບອາຍ!” ນີ້ແມ່ນມຸມມອງຂອງຄົນສ່ວນຫຼາຍບໍ? ມຸມມອງນີ້ຖືກຕ້ອງບໍ? ຖ້າເບິ່ງຈາກມຸມມອງຂອງຄວາມເປັນມະນຸດປົກກະຕິ, ມັນກໍສົມເຫດສົມຜົນ. ຄົນເຮົາຄວນມີຄວາມຊື່ສັດ ແລະ ມີອາລົມຄວາມຮູ້ສຶກທີ່ປົກກະຕິ; ພວກເຂົາຄວນຮັກ ແລະ ກຽດຊັງຢ່າງຊັດເຈນ, ຮັກໃນສິ່ງທີ່ຄວນຮັກ ແລະ ກຽດຊັງໃນສິ່ງທີ່ຄວນກຽດຊັງ. ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນມີຄຸນສົມບັດເຫຼົ່ານີ້. ແຕ່ການຢືນຢູ່ພຽງແຕ່ຈາກມຸມມອງຂອງຄວາມເປັນມະນຸດປົກກະຕິເທົ່ານັ້ນ ພຽງພໍທີ່ຈະສອດຄ່ອງກັບຫຼັກການຄວາມຈິງບໍ? ຖ້າຈະເວົ້າໃຫ້ຊັດເຈນກວ່ານີ້, ວິທີການນີ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າບໍ? ຫຼື ເວົ້າອີກຢ່າງໜຶ່ງ, ນີ້ແມ່ນທັດສະນະຄະຕິ ແລະ ວິທີການທີ່ພຣະເຈົ້າຊົງພໍພຣະໄທບໍ? ເມື່ອເຮົາເວົ້າແບບນີ້, ຄົນສ່ວນຫຼາຍອາດຈະເຂົ້າໃຈບາງຢ່າງ, ໂດຍຄິດວ່າ “ພຣະອົງກ່າວວ່ານີ້ເປັນພຽງການເບິ່ງສິ່ງຕ່າງໆ ຈາກມຸມມອງຂອງຄວາມເປັນມະນຸດປົກກະຕິ. ໂດຍຕັດສິນຈາກຄວາມໝາຍໂດຍໄນຂອງສິ່ງທີ່ພຣະອົງກ່າວ, ເຫັນໄດ້ຊັດວ່າວິທີການນີ້ເປັນຄວາມຫົວຮ້ອນ, ບໍ່ສອດຄ່ອງກັບຫຼັກການຄວາມຈິງ ແລະ ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ”. ການບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າພຣະເຈົ້າບໍ່ປາຖະໜາໃຫ້ຜູ້ຄົນກະທຳແບບນີ້; ຄວາມປາຖະໜາຂອງພຣະເຈົ້າ ແລະ ມາດຕະຖານທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ແມ່ນແບບນີ້. ຖ້າເຈົ້າກະທຳແບບນີ້, ເຖິງແມ່ນວ່າພຣະເຈົ້າຈະບໍ່ປະນາມ, ແຕ່ຈາກທັດສະນະຂອງພຣະອົງ, ມັນບໍ່ໄດ້ໝາຍຄວາມວ່າເຈົ້າກຳລັງປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ພຣະອົງກໍບໍ່ໄດ້ຊົງເຫັນຊອບມັນ. ເບິ່ງຜິວເຜີນແລ້ວ, ມັນເບິ່ງຄືວ່າເຈົ້າກຳລັງກະທຳດ້ວຍເຫດຜົນໃນການເຮັດສິ່ງເຫຼົ່ານີ້, ມີທັງຄວາມກຽດຊັງ ແລະ ຄວາມຮັກ, ຕ້ອງການຊີ້ແຈງຄວາມຈິງເຫຼົ່ານີ້ເພື່ອພຣະເຈົ້າ ເພື່ອໃຫ້ທົ່ວໂລກຮູ້ວ່າພຣະເຈົ້າຄືພຣະເຈົ້າ, ພຣະເຈົ້າຄືພຣະເຈົ້າຂອງມະນຸດຊາດທັງໝົດ ແລະ ທຸກຄົນຄວນນະມັດສະການພຣະເຈົ້າ ແລະ ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ເບິ່ງຜິວເຜີນແລ້ວ, ມັນເບິ່ງຄືວ່າສິ່ງທີ່ເຈົ້າກຳລັງເຮັດນັ້ນສົມບູນແບບ, ສົມເຫດສົມຜົນ, ສອດຄ່ອງກັບກົດໝາຍ, ມີຄວາມເປັນມະນຸດ, ມີສິນທຳ ແລະ ຍິ່ງໄປກວ່ານັ້ນ, ເປັນທີ່ພໍໃຈຂອງທຸກຄົນ. ແຕ່ເຈົ້າໄດ້ຖາມພຣະເຈົ້າກ່ຽວກັບເລື່ອງນີ້ແລ້ວບໍ? ເຈົ້າໄດ້ສະແຫວງຫາພຣະເຈົ້າແລ້ວບໍ? ເຈົ້າໄດ້ພົບເຫັນຫຼັກການຂອງການກະທຳທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນໃນພຣະທຳຂອງພຣະອົງແລ້ວບໍ? ເຈດຕະນາຂອງພຣະເຈົ້າແມ່ນຫຍັງແທ້? ບາງຄົນເວົ້າວ່າ, “ພຣະທຳຂອງພຣະເຈົ້າມີຫຼາຍ; ມັນບໍ່ງ່າຍທີ່ຈະຊອກຫາຂໍ້ກຳນົດສະເພາະຂອງພຣະເຈົ້າສຳລັບຜູ້ຄົນໃນທຸກເລື່ອງ”. ເນື່ອງຈາກພວກເຈົ້າບໍ່ໄດ້ພົບພຣະທຳທີ່ຊັດເຈນຂອງພຣະເຈົ້າ, ພວກເຈົ້າກໍສາມາດຄອຍສັງເກດເບິ່ງແນວທາງໄດ້ຈາກທັດສະນະຄະຕິຂອງພຣະເຈົ້າຕໍ່ຂ່າວລືປະເພດນີ້. ຈາກນັ້ນ, ໂດຍອີງໃສ່ທັດສະນະຄະຕິຂອງພຣະເຈົ້າ, ມັນກໍສາມາດກຳນົດໄດ້ບໍ່ແມ່ນບໍວ່າທັດສະນະຄະຕິຂອງຜູ້ຄົນຕໍ່ເລື່ອງນີ້ຄວນເປັນແນວໃດ ແລະ ຫຼັກການທີ່ພວກເຂົາຄວນປະຕິບັດແມ່ນຫຍັງ? (ແມ່ນແລ້ວ.) ສະນັ້ນ, ພວກເຮົາມາເບິ່ງກັນເທາະວ່າ ທັດສະນະຄະຕິຂອງພຣະເຈົ້າຕໍ່ເລື່ອງນີ້ແມ່ນຫຍັງແທ້.
ນັບຕັ້ງແຕ່ເລີ່ມຕົ້ນທີ່ມະນຸດຊາດໄດ້ພົບພໍ້ພາລະກິດຂອງພຣະເຈົ້າ, ຜູ້ຄົນກໍຈົ່ມຕໍ່ວ່າ ແລະ ບໍ່ພໍໃຈຕໍ່ພຣະເຈົ້າ, ເຖິງກັບເວົ້າລັບໆ ດ້ວຍຖ້ອຍຄຳທີ່ໜ້າລັງກຽດຫຼາຍຢ່າງດ້ວຍຄວາມສົງໄສ, ຄວາມບໍ່ແນ່ໃຈ ແລະ ການປະຕິເສດ ແລະ ອື່ນໆ ຕໍ່ພຣະເຈົ້າ. ຍັງມີຂ່າວລືຕ່າງໆ ຈາກພັກຝ່າຍປົກຄອງ ແລະ ໂລກສາສະໜາ, ເຊິ່ງບໍ່ສອດຄ່ອງກັບຂໍ້ແທ້ຈິງຢ່າງສິ້ນເຊີງ ແລະ ທັງບໍ່ສອດຄ່ອງກັບຄວາມຈິງ. ຖ້ອຍຄຳເຫຼົ່ານີ້ແມ່ນຫຍັງສຳລັບພຣະເຈົ້າ? ບໍ່ວ່າພວກມັນຈະເປັນຄວາມສົງໄສ, ຄວາມເຂົ້າໃຈຜິດ ຫຼື ຄຳຈົ່ມວ່າ, ພວກມັນກໍເຕັມໄປດ້ວຍການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຕໍ່ພຣະເຈົ້າ ແລະ ມັນບໍ່ໄດ້ສະທ້ອນເຖິງຈິດໃຈທີ່ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ມັນເປັນແບບນີ້ມາຕັ້ງແຕ່ຕົ້ນ. ໃນຄຣິສຕະຈັກມີບາງຄົນທີ່ບໍ່ຮັກຄວາມຈິງຢູ່ສະເໝີ. ຄົນເຫຼົ່ານີ້ຄືພວກຜູ້ບໍ່ເຊື່ອ, ຜູ້ທີ່ສົງໄສພຣະທຳຂອງພຣະເຈົ້າ ແລະ ຄວາມຈິງ, ໂດຍສະແດງທັດສະນະຄະຕິເຊັ່ນນັ້ນຕໍ່ພຣະເຈົ້າ. ຍິ່ງໄປກວ່ານັ້ນ ສຳລັບຄົນທີ່ບໍ່ເຊື່ອ ແລະ ພັກຝ່າຍປົກຄອງທີ່ບໍ່ເຊື່ອໃນພຣະເຈົ້າ, ມະນຸດເຫຼົ່ານັ້ນທີ່ເບື່ອໜ່າຍຄວາມຈິງ, ທັດສະນະຄະຕິຂອງພວກເຂົາຕໍ່ພຣະເຈົ້າກໍບໍ່ຈຳເປັນຕ້ອງອະທິບາຍ; ພວກເຂົາໂຈມຕີ ແລະ ຕັດສິນໂດຍບໍ່ມີຫຼັກສິນທຳ, ເວົ້າແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ. ໂດຍສະເພາະແລ້ວ, ພວກຟາຣີຊາຍໃນໂລກສາສະໜາຍິ່ງສວຍໂອກາດຕັດສິນ ແລະ ກ່າວໂທດຕາມອຳເພີໃຈ. ຄຳຄິດເຫັນທັງໝົດນີ້ບໍ່ແມ່ນໃນທາງບວກ ແລະ ແນ່ນອນວ່າມັນບໍ່ໄດ້ຕັ້ງຢູ່ບົນພື້ນຖານຄວາມຈິງ ແລະ ຄວາມຖືກຕ້ອງ. ແລ້ວແກ່ນແທ້ຂອງຄຳຄິດເຫັນເຫຼົ່ານີ້ແມ່ນຫຍັງ? ສຳລັບພຣະເຈົ້າ, ຖ້ອຍຄຳເຫຼົ່ານີ້ບໍ່ແມ່ນພຽງແຕ່ຄຳເວົ້າ ຫຼື ມຸມມອງ, ແຕ່ເປັນການໃສ່ຮ້າຍປ້າຍສີ, ການໂຈມຕີ, ການໃສ່ຮ້າຍ ແລະ ການໝິ່ນປະໝາດພຣະອົງ. ເປັນຫຍັງເຮົາຈຶ່ງເວົ້າວ່າ “ສຳລັບພຣະເຈົ້າ”? ເພາະວ່າພຣະເຈົ້າຊົງປະເມີນທັງໝົດນີ້ໄດ້ຢ່າງຖືກຕ້ອງທີ່ສຸດ, ພວກເຮົາຈຶ່ງພຽງແຕ່ສາມາດໝາຍເຫດໄວ້ກ່ອນໄດ້. ຕະຫຼອດປະຫວັດສາດ, ທັດສະນະຄະຕິຂອງມະນຸດຊາດຕໍ່ພຣະເຈົ້າກໍເປັນແບບນີ້; ຖ້ອຍຄຳຂອງຜູ້ຄົນທີ່ໂຈມຕີ ແລະ ດູຖູກພຣະເຈົ້າມີຫຼາຍເກີນໄປ, ໂດຍບໍ່ມີຄຳໃດທີ່ມີເຈດຕະນາດີເລີຍ. ຈົນເຖິງທຸກມື້ນີ້, ສິ່ງທີ່ຫູຂອງພວກເຈົ້າໄດ້ຍິນ ແລະ ຕາຂອງພວກເຈົ້າໄດ້ເຫັນກໍຍັງຄືເກົ່າ. ຕັ້ງແຕ່ຕົ້ນ, ທັດສະນະຄະຕິທັງໝົດຂອງມະນຸດຊາດຕໍ່ພຣະເຈົ້າບໍ່ໄດ້ປ່ຽນແປງ. ພຣະເຈົ້າຈັດການກັບເລື່ອງເຫຼົ່ານີ້ແນວໃດ? ພຣະເຈົ້າມີເງື່ອນໄຂ ຫຼື ຄວາມສາມາດທີ່ຈະຈັດກອງປະຊຸມສາສະໜາລະດັບໂລກເພື່ອປ້ອງກັນຕົນເອງ, ເພື່ອຊີ້ແຈງຂໍ້ແທ້ຈິງກ່ຽວກັບພາລະກິດຂອງພຣະອົງ, ເພື່ອແກ້ຕົວຕໍ່ມະນຸດຊາດບໍ? ພຣະເຈົ້າໄດ້ເຮັດສິ່ງນີ້ບໍ? ບໍ່, ພຣະເຈົ້າຊົງງຽບຢູ່, ພຣະອົງບໍ່ໄດ້ຊີ້ແຈງສະຖານະການທັງໝົດ, ທັງບໍ່ເຄີຍປ້ອງກັນ ຫຼື ແກ້ຕົວ. ເຖິງແນວໃດກໍຕາມ, ສຳລັບຜູ້ທີ່ໂຈມຕີພຣະເຈົ້າໃນລັກສະນະທີ່ຊົ່ວຊ້າເປັນພິເສດ, ພຣະເຈົ້າໄດ້ລົງໂທດບາງຢ່າງ, ປ່ອຍໃຫ້ຂໍ້ແທ້ຈິງບາງຢ່າງເກີດຂຶ້ນກັບພວກເຂົາ. ສຳລັບການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຂອງສາທາລະນະຊົນ, ທັດສະນະຄະຕິຂອງພຣະເຈົ້າເປັນແນວໃດ? ພຣະເຈົ້າຈັດການກັບເລື່ອງນີ້ແນວໃດ? ພຣະອົງບໍ່ສົນໃຈມັນ; ພຣະອົງເຮັດໃນສິ່ງທີ່ຕ້ອງເຮັດ, ພຣະອົງເຮັດໃນວິທີການທີ່ຄວນຈະເຮັດ, ເລືອກຜູ້ທີ່ພຣະອົງຄວນເລືອກ, ນຳພາຜູ້ທີ່ພຣະອົງຄວນນຳພາ. ທົ່ວທັງໂລກຢູ່ໃນພຣະຫັດຂອງພຣະເຈົ້າຢ່າງເປັນລະບຽບຮຽບຮ້ອຍ; ພຣະອົງບໍ່ເຄີຍຂັດຂວາງ ຫຼື ປ່ຽນແປງແຜນການຂອງພຣະອົງຍ້ອນການໂຈມຕີ, ການໃສ່ຮ້າຍປ້າຍສີ ຫຼື ການໝິ່ນປະໝາດຂອງມະນຸດ. ເມື່ອກອງກຳລັງທີ່ຊົ່ວຮ້າຍຂອງຊາຕານກົດຂີ່ຂົ່ມເຫັງ ແລະ ຈັບກຸມຜູ້ຄົນທີ່ພຣະເຈົ້າເລືອກ, ບໍ່ວ່າມັນຈະບ້າຄັ່ງສໍ່າໃດ, ພຣະເຈົ້າກໍບໍ່ເຄີຍປ່ຽນແປງແຜນການ ຫຼື ຄວາມຄິດຂອງພຣະອົງ. ຄວາມຄິດ ແລະ ແນວຄິດຂອງພຣະອົງຍັງຄົງບໍ່ປ່ຽນແປງທັງໝົດ; ພຣະອົງພຽງແຕ່ສືບຕໍ່ດຳເນີນພາລະກິດທີ່ພຣະອົງຕັ້ງໃຈຈະເຮັດຢ່າງສະໝໍ່າສະເໝີ, ຄຸ້ມຄອງມະນຸດຊາດຂອງພຣະອົງຕໍ່ໄປ. ສຳລັບພຣະເຈົ້າ, ການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການລົບລູ່ເຫຼົ່ານີ້ບໍ່ເຄີຍເປັນການແຊກແຊງຫຍັງເລີຍ; ພຣະເຈົ້າບໍ່ໃສ່ໃຈພວກມັນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ແກ້ຕົວ ຫຼື ປ້ອງກັນຕົນເອງ? ສຳລັບພຣະເຈົ້າ, ສິ່ງເຫຼົ່ານີ້ເປັນເລື່ອງປົກກະຕິໂດຍສິ້ນເຊີງ. ມະນຸດກໍຄືມະນຸດ ແລະ ຊາຕານກໍຄືຊາຕານ. ມັນເປັນເລື່ອງປົກກະຕິຫຼາຍສຳລັບມະນຸດ, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມເປັນຈິງ, ທີ່ຈະເຮັດສິ່ງເຊັ່ນນັ້ນ. ສິ່ງນີ້ສົ່ງຜົນກະທົບຕໍ່ຂັ້ນຕອນໃນພາລະກິດຂອງພຣະເຈົ້າບໍ? ມັນບໍ່ໄດ້ສົ່ງຜົນກະທົບ. ພຣະເຈົ້າຊົງມີລິດອຳນາດຍິ່ງໃຫຍ່; ພຣະອົງຊົງມີອຳນາດສູງສຸດເໜືອທຸກສິ່ງ. ທຸກສິ່ງ ແລະ ທຸກຢ່າງດຳເນີນໄປຢ່າງເປັນລະບົບພາຍໃນພຣະທຳຂອງພຣະເຈົ້າ, ພາຍໃນຄວາມຄິດຂອງພຣະເຈົ້າ ແລະ ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ; ບໍ່ວ່າມະນຸດຊາດຈະເວົ້າ ຫຼື ເຮັດຫຍັງ, ມັນກໍບໍ່ສາມາດສົ່ງຜົນກະທົບຕໍ່ພາລະກິດຂອງພຣະເຈົ້າໄດ້ໃນລັກສະນະໃດໜຶ່ງ, ນີ້ຄືສິ່ງທີ່ພຣະເຈົ້າຜູ້ຊົງມີແກ່ນແທ້ແຫ່ງພະເຈົ້າສາມາດກະທຳໄດ້. ພຣະເຈົ້າກະທຳເມື່ອຮອດເວລາ, ເຮັດໃຫ້ແຜນການຂອງພຣະອົງສຳເລັດໂດຍບໍ່ມີການຂາດຕົກບົກຜ່ອງແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີໃຜສາມາດປ່ຽນແປງສິ່ງໃດໄດ້. ຄຳເວົ້າຂອງມະນຸດ ແລະ ການໂຈມຕີ ຫຼື ການໃສ່ຮ້າຍປ້າຍສີພຣະເຈົ້າຈາກມະນຸດ, ບໍ່ວ່າຈະເປັນຄວາມພະຍາຍາມໂດຍເຈດຕະນາທີ່ຈະຂັດຂວາງ ແລະ ທຳລາຍພາລະກິດຂອງພຣະເຈົ້າ ຫຼື ການລົບກວນ ແລະ ການທຳລາຍພາລະກິດຂອງພຣະເຈົ້າໂດຍບໍ່ເຈດຕະນາ, ກໍບໍ່ເຄີຍບັນລຸເປົ້າໝາຍທີ່ພວກເຂົາຕັ້ງໄວ້. ເປັນຫຍັງ? ນີ້ຄືສິດອຳນາດຂອງພຣະເຈົ້າ; ສິ່ງນີ້ຢືນຢັນວ່າສິດອຳນາດຂອງພຣະເຈົ້າບໍ່ຄືຜູ້ໃດ, ບໍ່ສາມາດທົດແທນໄດ້ດ້ວຍກອງກຳລັງໃດໜຶ່ງ ແລະ ບໍ່ມີກອງກຳລັງໃດສາມາດເກີນໄດ້. ນີ້ຄືຂໍ້ແທ້ຈິງ. ພຣະເຈົ້າມີສິດອຳນາດ ແລະ ລິດອຳນາດນີ້, ພຣະເຈົ້າມີຕົວຕົນທີ່ແທ້ຈິງຂອງພຣະອົງ ແລະ ບໍ່ມີອຳນາດໃດສາມາດປ່ຽນແປງສິ່ງໃດໄດ້, ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງຕ້ອງໃສ່ໃຈກັບການໂຈມຕີ ແລະ ການໃສ່ຮ້າຍປ້າຍສີເລັກໆ ນ້ອຍໆ ຂອງຜູ້ຄົນ? ສຳລັບພຣະເຈົ້າ, ບໍ່ວ່າຈະມີບຸກຄົນສຳຄັນຫຼາຍສໍ່າໃດ ຫຼື ກຸ່ມອຳນາດທີ່ຍິ່ງໃຫຍ່ສໍ່າໃດໃນທ່າມກາງມະນຸດຊາດທີ່ພະຍາຍາມແຊກແຊງ, ໃສ່ຮ້າຍ, ໂຈມຕີ ຫຼື ໝິ່ນປະໝາດພຣະອົງ, ມັນກໍບໍ່ສາມາດລົບກວນພາລະກິດຂອງພຣະເຈົ້າໄດ້ແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ການກະທຳເຫຼົ່ານີ້ພັດຍິ່ງເຮັດໃຫ້ເຫັນເຖິງອຸປະນິໄສອັນຊອບທຳ ແລະ ຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າ. ການລົບກວນໂດຍກອງກຳລັງຊົ່ວຮ້າຍຂອງຊາຕານເປັນພຽງເຫດການເລັກນ້ອຍໃນເສັ້ນທາງຂອງປະຫວັດສາດມະນຸດ. ສິ່ງທີ່ສາມາດມີອຳນາດສູງສຸດເໜືອມະນຸດຊາດທັງໝົດ, ສົ່ງອິດທິພົນຕໍ່ມະນຸດຊາດທັງໝົດ ແລະ ປ່ຽນແປງມະນຸດຊາດທັງໝົດໄດ້ກໍຄື ພາລະກິດຂອງພຣະເຈົ້າ, ແຜນການຂອງພຣະເຈົ້າ ແລະ ລິດອຳນາດ ແລະ ສິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ນີ້ຄືຂໍ້ແທ້ຈິງ. ໃນທາງກົງກັນຂ້າມ, ພຣະເຈົ້າຈຳເປັນຕ້ອງໃສ່ໃຈກັບການໃສ່ຮ້າຍປ້າຍສີ, ການໂຈມຕີ, ການໃສ່ຮ້າຍ ແລະ ການໝິ່ນປະໝາດຂອງຜູ້ຄົນຕໍ່ພຣະອົງບໍ? ບໍ່. ເພາະວ່າພຣະເຈົ້າມີສິດອຳນາດ, ສຳລັບພຣະເຈົ້າ, ຖ້ອຍຄຳຂອງພຣະອົງທີ່ວ່າ “ເຮົາຈິງຈັງໃນສິ່ງທີ່ເຮົາເວົ້າ, ສິ່ງທີ່ເຮົາເວົ້າຈະຖືກເຮັດສໍາເລັດ ແລະ ສິ່ງທີ່ເຮົາເຮັດຈະມີຢູ່ຕະຫຼອດໄປ”, ຈະກາຍເປັນຈິງຢູ່ສະເໝີ; ມັນກຳລັງເປັນຈິງ ແລະ ສຳເລັດໃນທຸກມື້. ນີ້ຄືສິດອຳນາດຂອງພຣະເຈົ້າ. ບາງຄົນຖາມວ່າ, “ນີ້ແມ່ນຄວາມໝັ້ນໃຈຂອງພຣະເຈົ້າ, ຄວາມເຊື່ອຂອງພຣະອົງບໍ?” ພວກເຈົ້າເຂົ້າໃຈຜິດແລ້ວ! ມະນຸດມີຄວາມໝັ້ນໃຈ, ມະນຸດຕ້ອງການຄວາມເຊື່ອ, ແຕ່ພຣະເຈົ້າບໍ່ຕ້ອງການ. ເປັນຫຍັງ? ເພາະວ່າພຣະເຈົ້າມີສິດອຳນາດ ແລະ ລິດອຳນາດ ແລະ ບໍ່ວ່າມະນຸດຊາດຈະໃສ່ຮ້າຍ ຫຼື ປະນາມພຣະອົງແນວໃດກໍຕາມ, ບໍ່ວ່າກອງກຳລັງທີ່ບໍ່ເປັນມິດຂອງຊາຕານຈະລົບກວນ ແລະ ທຳລາຍແນວໃດກໍຕາມ, ບໍ່ມີສິ່ງໃດຈະປ່ຽນແປງ. ສະນັ້ນ, ພຣະເຈົ້າບໍ່ຈຳເປັນຕ້ອງກຳຈັດກອງກຳລັງທີ່ບໍ່ເປັນມິດໃນທ່າມກາງມະນຸດຊາດທີ່ເສື່ອມຊາມ ທີ່ໂຈມຕີ, ໃສ່ຮ້າຍ ແລະ ໝິ່ນປະໝາດພຣະອົງ ກ່ອນທີ່ຈະດຳເນີນພາລະກິດຂອງພຣະອົງ. ພຣະເຈົ້າເຮັດວຽກພາຍໃຕ້ສະຖານະການໃດ? ພຣະອົງໄດ້ຮັບໄຊຊະນະພາຍໃຕ້ສະຖານະການໃດ? ພຣະອົງເຮັດໃຫ້ພາລະກິດຂອງພຣະອົງສຳເລັດພາຍໃຕ້ສະຖານະການໃດ? ມັນສຳເລັດທ່າມກາງສຽງດັງສະໜັ່ນຂອງການໂຈມຕີ, ການໃສ່ຮ້າຍປ້າຍສີ ແລະ ການໝິ່ນປະໝາດຂອງມະນຸດຊາດທັງປວງ ແລະ ກອງກຳລັງທີ່ບໍ່ເປັນມິດທັງໝົດ; ພຣະອົງເຮັດໃຫ້ພາລະກິດຂອງພຣະອົງສຳເລັດໃນສະພາບແວດລ້ອມ ແລະ ພື້ນຖານດັ່ງກ່າວ. ນີ້ບໍ່ແມ່ນການສຳແດງອອກເຖິງລິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າບໍ? ນີ້ບໍ່ແມ່ນສິດອຳນາດຂອງພຣະເຈົ້າບໍ? (ແມ່ນແລ້ວ.) ໃຜຈະສາມາດປະຕິເສດຄວາມຈິງນີ້ໄດ້? ເຈົ້າກ້າທີ່ຈະບໍ່ຍອມຮັບບໍວ່າສິ່ງນີ້ຄືຂໍ້ແທ້ຈິງ?
ຕະຫຼອດປະຫວັດສາດ, ມະນຸດຊາດໄດ້ໃສ່ຮ້າຍປ້າຍສີ ແລະ ໝິ່ນປະໝາດພຣະເຈົ້າຢ່າງຕໍ່ເນື່ອງ ແລະ ໃນຍຸກສຸດທ້າຍ, ກອງກຳລັງໃນທ່າມກາງມະນຸດຊາດທັງໝົດທີ່ຕໍ່ຕ້ານພຣະເຈົ້າກໍຍິ່ງເຂັ້ມແຂງຂຶ້ນ, ມີສຽງຫຼາຍຂຶ້ນໃນການໃສ່ຮ້າຍປ້າຍສີ ແລະ ປະນາມພຣະເຈົ້າ. ມະນຸດຊາດນຳໃຊ້ວິທີການຕ່າງໆ, ຜ່ານໜັງສືພິມ, ໂທລະພາບ, ອິນເຕີເນັດ ແລະ ສື່ອື່ນໆ ເພື່ອໃສ່ຮ້າຍປ້າຍສີ ແລະ ໂຈມຕີພຣະເຈົ້າ. ແຕ່ພວກເຮົາເຄີຍໄຈ້ແຍກຂ່າວລືເຫຼົ່ານີ້ໃນການເຕົ້າໂຮມທັງໝົດຂອງພວກເຮົາບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ບາງຄົນເວົ້າວ່າ “ເປັນຍ້ອນວ່າຜູ້ບໍລິສຸດກໍຍັງຄົງເປັນຜູ້ບໍລິສຸດ ແລະ ຂ່າວລືກໍຈະຕາຍໄປ ເມື່ອພວກມັນໄປຮອດຜູ້ມີປັນຍາບໍ?” ເປັນຍ້ອນແນວນັ້ນບໍ? (ຂ່າວລືເຫຼົ່ານີ້ໂດຍພື້ນຖານແລ້ວບໍ່ສາມາດສົ່ງຜົນກະທົບຕໍ່ພາລະກິດຂອງພຣະເຈົ້າໄດ້. ບໍ່ວ່າຊາຕານຈະລົບກວນແນວໃດກໍຕາມ, ມັນກໍບໍ່ສາມາດທຳລາຍ ຫຼື ຂັດຂວາງຄວາມຄືບໜ້າຂອງພາລະກິດ ແລະ ແຜນການຂອງພຣະເຈົ້າໄດ້.) ຊາຕານກໍເປັນພຽງແບບນັ້ນ; ຕາບໃດທີ່ພຣະເຈົ້າກະທຳ, ຕາບໃດທີ່ພຣະເຈົ້າເຮັດພາລະກິດ, ມັນກໍຈະມາລົບກວນ. ນີ້ຄືບົດບາດທີ່ມັນສະແດງຢ່າງແທ້ຈິງ. ເຈົ້າຄິດວ່າມັນຈະໄດ້ບໍທີ່ຈະຫ້າມມັນບໍ່ໃຫ້ສະແດງ? ເຈົ້າຕ້ອງໃຫ້ພື້ນທີ່ພຽງພໍ, ເວທີພຽງພໍ, ໂອກາດພຽງພໍເພື່ອສະແດງ. ເມື່ອມັນສະແດງພຽງພໍແລ້ວ, ເມື່ອຍຈາກຄວາມວຸ້ນວາຍຂອງມັນ ແລະ ເຮັດຄວາມຊົ່ວພຽງພໍແລ້ວ, ວັນເວລາຂອງມັນກໍສິ້ນສຸດລົງ. ພວກເຮົາບໍ່ຈຳເປັນຕ້ອງເສຍເວລາອັນມີຄ່າໄປໄຈ້ແຍກ ແລະ ວິເຄາະຂ່າວລື ແລະ ການກະທຳຊົ່ວຊ້າຕ່າງໆ ຂອງມັນເພື່ອໂຕ້ແຍ້ງຂ່າວລືເຫຼົ່ານີ້; ການເຮັດເຊັ່ນນັ້ນບໍ່ມີປະໂຫຍດ ແລະ ໄຮ້ຄ່າ. ການໄຈ້ແຍກສິ່ງເຫຼົ່ານັ້ນມີປະໂຫຍດຫຍັງ? ມັນສາມາດເປັນຕົວແທນໃຫ້ຜູ້ຄົນເຂົ້າໃຈຄວາມຈິງໄດ້ບໍ? ມີຄວາມຈິງຫຼາຍເກີນໄປທີ່ຜູ້ຄົນຄວນເຂົ້າໃຈ; ພວກເຂົາບໍ່ສາມາດແມ່ນແຕ່ຟັງຄວາມຈິງທັງໝົດນີ້ໄດ້, ຍິ່ງບໍ່ຕ້ອງເວົ້າເຖິງການໄປໂຕ້ແຍ້ງຂ່າວລືເຫຼົ່ານັ້ນເລີຍ. ຜູ້ຄົນມີເວລາວ່າງຂະໜາດນັ້ນບໍ? ເວົ້າຕາມຄວາມຈິງ, ເຮົາບໍ່ສົນໃຈເລື່ອງເຫຼົ່ານັ້ນເລີຍ, ທັງບໍ່ເຕັມໃຈທີ່ຈະກ່າວເຖິງພວກມັນ ຫຼື ໃສ່ໃຈພວກມັນ. ບາງຄົນເວົ້າວ່າ, “ໃນປີເຫຼົ່ານີ້, ມັນເປັນໄປໄດ້ບໍວ່າພຣະອົງບໍ່ກ້າໄປໃສ? ມັນເປັນໄປໄດ້ບໍວ່າ ມີຂ່າວລືແຜ່ລາມຫຼາຍຈົນພຣະອົງກັງວົນ ແລະ ຢ້ານກົວຢູ່ສະເໝີ ບໍ່ວ່າຈະໄປໃສກໍຕາມ?” ເຮົາເວົ້າວ່າເຮົາບໍ່ຮູ້ສຶກຫຍັງເລີຍ. ບາງຄົນເວົ້າວ່າ, “ພຣະອົງບໍ່ຢາກປ້ອງກັນຕົນເອງຕໍ່ສິ່ງທີ່ພຣະອົງບໍ່ໄດ້ເຮັດບໍ?” ມີຫຍັງໃຫ້ປ້ອງກັນ? ແມ່ນແຕ່ງານທີ່ເໝາະສົມຂອງເຮົາເອງກໍຍັງເຮັດບໍ່ທັນແລ້ວ! ເຮົາສົນທະນາກັບຜູ້ຄົນ, ກັບສິ່ງທີ່ຖືກສ້າງ, ບໍ່ແມ່ນກັບມານຮ້າຍ. ບາງຄົນຖາມວ່າ, “ການໄດ້ຍິນຂ່າວລືເຫຼົ່ານີ້ບໍ່ເຮັດໃຫ້ພຣະອົງໃຈຮ້າຍບໍ?” ເຮົາເວົ້າວ່າເຮົາບໍ່ຮູ້ສຶກຫຍັງຕໍ່ພວກມັນ, ພວກມັນບໍ່ໄດ້ເຮັດໃຫ້ເຮົາຮູ້ສຶກຫຍັງ; ເຮົາບໍ່ໃສ່ໃຈກັບເລື່ອງເຫຼົ່ານີ້. ບາງຄົນຖາມວ່າ, “ພຣະອົງບໍ່ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳບໍ?” ເຮົາເວົ້າວ່າເຮົາບໍ່ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳ, ມີຫຍັງໃຫ້ຮູ້ສຶກບໍ່ໄດ້ຮັບຄວາມເປັນທຳ? ເຮັດໃນສິ່ງທີ່ເຮົາສາມາດເຮັດໄດ້, ເຮັດໃນສິ່ງທີ່ເຮົາຄວນເຮັດ, ເຮັດໃຫ້ດີໃນສິ່ງທີ່ເຮົາສາມາດ ແລະ ຄວນເຮັດ, ປະຕິບັດຄວາມຮັບຜິດຊອບຂອງເຮົາໃຫ້ສຳເລັດ, ນັ້ນຄືສິ່ງທີ່ດີທີ່ສຸດ, ນັ້ນຄືສິ່ງທີ່ມີຄວາມໝາຍ. ເຮົາຈະບໍ່ຖືກລົບກວນ ຫຼື ເສຍເວລາກັບສິ່ງທີ່ບໍ່ມີຄວາມໝາຍ, ໄຮ້ຄ່າເຫຼົ່ານັ້ນ. ເຮົາບໍ່ມີເວລາທີ່ຈະໃສ່ໃຈກັບເລື່ອງເຫຼົ່ານັ້ນ. ບາງຄົນເວົ້າວ່າ, “ແລ້ວເມື່ອພຣະອົງມີເວລາວ່າງ, ພຣະອົງຈະໃສ່ໃຈກັບພວກມັນບໍ?” ບໍ່, ແມ່ນແຕ່ເມື່ອເຮົາມີເວລາວ່າງ. ເຮົາຍອມລົມກັບໝາຂອງເຮົາດີກວ່າສົນທະນາກັບມານຮ້າຍ. ຖ້າເຈົ້າຮູ້ຢ່າງຊັດເຈນວ່າ ມັນເປັນມານຮ້າຍກຳລັງເວົ້າຄຳເວົ້າຊົ່ວຊ້າຂອງມັນ, ເປັນຫຍັງຈຶ່ງຕ້ອງໃສ່ໃຈກັບມັນ? ເຈົ້າບໍ່ຄວນໃສ່ໃຈເລີຍ; ການປ່ອຍໃຫ້ມານຮ້າຍຖືກເຮັດໃຫ້ອັບອາຍຢ່າງສິ້ນເຊີງ ຄືສິ່ງທີ່ຖືກຕ້ອງທີ່ຄວນເຮັດ. ສະຫຼຸບສັ້ນໆ, ທັດສະນະຄະຕິຂອງພຣະເຈົ້າຕໍ່ຂ່າວລືເຫຼົ່ານີ້ມີດັ່ງນີ້: ໃນການເຮັດສິ່ງໃດກໍຕາມ ຫຼື ການກ່າວແຕ່ລະປະໂຫຍກ, ພຣະເຈົ້າບໍ່ໄດ້ສະແດງຄວາມບໍລິສຸດ, ບໍ່ໄດ້ພິສູດຕົນເອງຕໍ່ມະນຸດຊາດ ແລະ ບໍ່ໄດ້ສະແດງຄວາມບໍລິສຸດຕໍ່ຊາຕານ, ສັດຕູຂອງພຣະອົງຢ່າງແນ່ນອນ ໂດຍກ່າວວ່າພຣະອົງບໍລິສຸດ ແລະ ໄຮ້ດຽງສາ ແລະ ບໍ່ມີຄວາມຜິດ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອການຄຸ້ມຄອງຂອງພຣະອົງ, ເພື່ອຊ່ວຍໃຫ້ມະນຸດທີ່ພຣະອົງຕັ້ງໃຈຈະຊ່ວຍໃຫ້ລອດພົ້ນ. ພຣະອົງປະຕິບັດຕາມແຜນການຄຸ້ມຄອງຂອງພຣະອົງເທື່ອລະຂັ້ນຕອນ; ພຣະອົງບໍ່ໄດ້ເຮັດມັນເພື່ອສະແດງສິ່ງໃດໃຫ້ຄົນໃດຄົນໜຶ່ງ, ທັງບໍ່ແມ່ນເພື່ອຢືນຢັນຕົວຕົນຂອງພຣະອົງ. ຖ້າເວົ້າໃນພາສາຂອງມະນຸດ, ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເຮັດອອກມາຈາກທຳມະຊາດຂອງພຣະອົງ ໂດຍບໍ່ມີຄວາມບໍ່ຈິງໃຈ ຫຼື ການບໍ່ຕອບໂຕ້ຫຍັງ. ການດຳເນີນໜ້າທີ່ທັງໝົດເຫຼົ່ານີ້ອອກມາຈາກທຳມະຊາດຂອງພຣະອົງ ເປັນການຢືນຢັນຕົວຕົນ ແລະ ແກ່ນແທ້ຂອງພຣະອົງ. ມະນຸດຊາດບໍ່ສາມາດປ່ຽນແປງແຜນການຂອງພຣະເຈົ້າໄດ້, ທັງບໍ່ສາມາດລື່ນເກີນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າໄດ້; ນີ້ຄືຂໍ້ແທ້ຈິງ. ສະນັ້ນ, ພຣະເຈົ້າຈຶ່ງບໍ່ໃສ່ໃຈຂ່າວລື ແລະ ຄຳເວົ້າຊົ່ວຊ້າທີ່ໂຈມຕີ ແລະ ໃສ່ຮ້າຍປ້າຍສີພຣະອົງຈາກຝ່າຍໃດກໍຕາມໃນທ່າມກາງມະນຸດຊາດ. ລອງບອກເຮົາເບິ່ງວ່າ ມັນຈະບໍ່ງ່າຍເກີນໄປບໍ ຖ້າຫາກພຣະເຈົ້າຈະກ່າວພຣະທຳບົດໜຶ່ງ ຫຼື ຂຽນບົດປະນາມເພື່ອຕຳນິຢ່າງຮຸນແຮງຕໍ່ການໂຈມຕີ ແລະ ການຕໍ່ຕ້ານພຣະເຈົ້າ ຈາກພັກຝ່າຍປົກຄອງທີ່ບໍ່ເຊື່ອໃນພຣະເຈົ້າໃນໂລກ ແລະ ໂລກສາສະໜາ? ແຕ່ພຣະເຈົ້າຈະບໍ່ກະທຳແບບນີ້ຕໍ່ຊາຕານ. ພຣະເຈົ້າຊົງດຳເນີນງານຕາມຫຼັກການ; ເມື່ອເວົ້າເຖິງການທີ່ພຣະເຈົ້າທຳລາຍກຸ່ມອຳນາດຊົ່ວຮ້າຍຂອງຊາຕານ, ພຣະອົງກໍມີເວລາຂອງພຣະອົງ. ສຳລັບພຣະເຈົ້າ, ການກະທຳນັ້ນງ່າຍເກີນໄປ. ພຣະເຈົ້າສາມາດສຳແດງການອັດສະຈັນບາງຢ່າງໃນສະຫວັນ ແລະ ທັນໃດນັ້ນ ທ້ອງຟ້າກໍຈະແຍກອອກ ໂດຍມີສຽງກ່າວວ່າ, “ເຮົາຄືພຣະເຈົ້າທີ່ແທ້ຈິງອົງດຽວທີ່ພວກເຈົ້າໃສ່ຮ້າຍ, ໂຈມຕີ ແລະ ໝິ່ນປະໝາດ; ເຮົາຄືອົງຊົງລິດທານຸພາບສູງສຸດທີ່ພວກເຈົ້າກຳລັງໃສ່ຮ້າຍ ແລະ ໝິ່ນປະໝາດໃນຂະນະນີ້!” ເມື່ອໄດ້ຍິນເຊັ່ນນີ້, ມະນຸດຊາດກໍຈະຕົກຕະລຶງໃນທັນທີ ແລະ ບໍ່ຮູ້ຈະເຮັດແນວໃດ, ເຮັດໄດ້ພຽງແຕ່ກົ້ມຂາບລົງກັບພື້ນດິນ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ປະໂຫຍກດຽວນີ້ຈະແກ້ໄຂທຸກຢ່າງ, ພິສູດທຸກຢ່າງ; ແລ້ວຈະມີໃຜກ້າດູຖູກພຣະເຈົ້າອີກບໍ? ພວກມານຮ້າຍໃນໂລກສາສະໜາຈະບໍ່ຢ້ານຈົນຫາຍໄປໂດຍບໍ່ເຫຼືອຮ່ອງຮອຍບໍ? ຊາຕານປັ້ນແຕ່ງຂ່າວລືກ່ຽວກັບພຣະເຈົ້າ, ມັນໃສ່ຮ້າຍ ແລະ ໂຈມຕີພຣະເຈົ້າ, ເຮັດໃຫ້ຜູ້ທີ່ເຊື່ອໃນພຣະເຈົ້າໃຈຮ້າຍ ແລະ ກຽດຊັງ, ບໍ່ສາມາດກິນ ຫຼື ນອນຫຼັບ, ຢາກຂຽນບົດຄວາມ ແລະ ສ້າງລາຍການເພື່ອໂຕ້ແຍ້ງມັນ, ໃນຂະນະທີ່ພຣະເຈົ້າກະທຳຢ່າງງ່າຍດາຍ, ພຣະອົງພຽງແຕ່ກ່າວສອງສາມປະໂຫຍກ ແລ້ວມະນຸດຊາດທັງໝົດກໍຈະຍອມຈຳນົນຢ່າງສິ້ນເຊີງ, ບໍ່ກ້າໂຈມຕີ ຫຼື ໝິ່ນປະໝາດພຣະອົງອີກຕໍ່ໄປ. ໂປໂລຖືກເຮັດໃຫ້ເຊື່ອຟັງໄດ້ແນວໃດ? (ພຣະເຈົ້າໄດ້ປາກົດຕໍ່ລາວເທິງເສັ້ນທາງໄປເມືອງດາມັສກັດ.) ພຣະເຈົ້າໄດ້ປາກົດຕໍ່ລາວ. ຄວາມຈິງແລ້ວ ໂປໂລບໍ່ໄດ້ເຫັນຫຍັງ; ມີພຽງແຕ່ແສງສະຫວ່າງທີ່ເຮັດໃຫ້ໂປໂລຢ້ານຫຼາຍຈົນລາວກົ້ມຂາບລົງກັບພື້ນດິນ ແລະ ລາວບໍ່ກ້າຂົ່ມເຫັງພຣະເຢຊູອີກຕໍ່ໄປ. ການຈັດການກັບຊາຕານກໍງ່າຍດາຍພຽງເທົ່ານັ້ນ; ຄວາມຈິງແລ້ວ, ມັນງ່າຍເກີນໄປສຳລັບພຣະເຈົ້າ. ພຣະເຈົ້າສາມາດແກ້ໄຂມັນໄດ້ດ້ວຍພຣະທຳພຽງຄຳດຽວ. ການເຮັດເຊັ່ນນີ້ຈະງ່າຍກວ່າການໃຊ້ເວລາຫຼາຍສິບປີລົມກັບພວກເຈົ້າ ແລະ ໃຊ້ຄວາມພະຍາຍາມທັງໝົດນີ້ໃສ່ພວກເຈົ້າຫຼາຍ, ແຕ່ພຣະເຈົ້າບໍ່ໄດ້ກະທຳແບບນີ້. ເປັນຫຍັງ? ມີຄວາມລັບໜຶ່ງຢ່າງທີ່ເຮົາຕ້ອງບອກພວກເຈົ້າ: ຜູ້ທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນຄືມະນຸດ ນັ້ນກໍຄື ຜູ້ຄົນເຫຼົ່ານັ້ນທີ່ພຣະເຈົ້າໄດ້ເລືອກໄວ້; ສ່ວນທີ່ເຫຼືອ, ຜູ້ທີ່ພຣະເຈົ້າບໍ່ໄດ້ເລືອກ ແມ່ນບໍ່ໄດ້ຖືກຖືວ່າເປັນມະນຸດ ແຕ່ເປັນສັດຮ້າຍ, ມານຮ້າຍ, ບໍ່ສົມຄວນທີ່ຈະໄດ້ຍິນພຣະສຽງຂອງພຣະເຈົ້າ, ເຫັນພຣະພັກຂອງພຣະເຈົ້າ ຫຼື ຍິ່ງໄປກວ່ານັ້ນ ບໍ່ສົມຄວນທີ່ຈະຮູ້ຂໍ້ມູນໃດໆ ກ່ຽວກັບພຣະເຈົ້າ. ສະນັ້ນ, ພຣະເຈົ້າຈຶ່ງບໍ່ກະທຳແບບນີ້. ຕົວຕົນຂອງພຣະເຈົ້ານັ້ນມີກຽດ; ບໍ່ແມ່ນໃຜກໍຕາມທີ່ປາຖະໜາຈະເຫັນພຣະອົງກໍຈະສາມາດເຫັນໄດ້ ແລະ ພຣະອົງຈະບໍ່ປາກົດຕໍ່ຜູ້ໃດຜູ້ໜຶ່ງພຽງເພາະວ່າພວກເຂົາເງີຍໜ້າເບິ່ງທ້ອງຟ້າບ່ອນໃດບ່ອນໜຶ່ງຢ່າງຕັ້ງໃຈ, ກະຕືລືລົ້ນ ແລະ ສຸດໃຈຢູ່ສະເໝີ. ເຈົ້າຄິດວ່າໃຜກໍຕາມທີ່ຢາກເຫັນພຣະເຈົ້າກໍຈະສາມາດເຫັນພຣະອົງໄດ້ບໍ? ພຣະເຈົ້າມີກຽດສັກສີ; ພຣະເຈົ້າປາກົດຕໍ່ຜູ້ທີ່ຢຳເກງພຣະອົງ ແລະ ຫຼີກລ່ຽງສິ່ງຊົ່ວຮ້າຍ, ພຣະອົງປາກົດໃນສະຖານທີ່ສັກສິດ ແລະ ລີ້ຈາກສະຖານທີ່ທີ່ສົກກະປົກ. ບໍ່ຈຳເປັນຕ້ອງຖົກຖຽງກັນວ່າ ມະນຸດຊາດທັງໝົດນັ້ນສົກກະປົກ ຫຼື ສັກສິດ. ມະນຸດຊາດນີ້ບໍ່ສົມຄວນທີ່ຈະເຫັນພຣະເຈົ້າ; ພວກເຂົາບໍ່ຍອມຮັບວ່າມີພຣະເຈົ້າ, ສະນັ້ນ ເປັນຫຍັງພຣະເຈົ້າຈຶ່ງຈະປາກົດຕໍ່ພວກເຂົາ? ພວກເຂົາບໍ່ສົມຄວນ! ພຣະເຈົ້າຊົງສາມາດກະທຳສິ່ງຕ່າງໆ ໄດ້ ແຕ່ບໍ່ໄດ້ກະທຳ; ສິ່ງນີ້ຢືນຢັນເຖິງຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ຄວາມສູງສົ່ງແຫ່ງຕົວຕົນຂອງພຣະອົງ. ບອກເຮົາເບິ່ງວ່າ ຖ້າຊາຕານສາມາດເຮັດສິ່ງເຫຼົ່ານັ້ນໄດ້, ມັນຈະເຮັດຈັກຄັ້ງຕໍ່ມື້, ມັນຈະໂອ້ອວດຂະໜາດໃດ? ເມື່ອມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມໄດ້ຮັບຕຳແໜ່ງເລັກນ້ອຍ ແລະ ມີອຳນາດໜ້ອຍໜຶ່ງ, ໃຜຈະຮູ້ໄດ້ວ່າພວກເຂົາຈະໂອ້ອວດລິດອຳນາດນີ້ສໍ່າໃດ, ບໍ່ຕ້ອງເວົ້າເຖິງຊາຕານ, ຜູ້ທີ່ຈະໃຊ້ອຳນາດໃນທາງທີ່ຜິດ ແລະ ໂອ້ອວດອຳນາດໃດກໍຕາມທີ່ມັນມີໃນແບບທີ່ຄາດບໍ່ເຖິງ. ພຣະເຈົ້າບໍ່ໄດ້ກະທຳແບບນັ້ນ; ຢ່າເອົາເຫດຜົນຂອງຊາຕານມາຕັດສິນພຣະເຈົ້າ, ນັ້ນຈະເປັນຄວາມຜິດພາດອັນໃຫຍ່ຫຼວງ. ສຳລັບສິ່ງທີ່ພຣະເຈົ້າສາມາດກະທຳໄດ້, ມັນຂຶ້ນຢູ່ກັບພຣະເຈົ້າວ່າພຣະອົງປາຖະໜາທີ່ຈະເຮັດມັນຫຼືບໍ່; ຖ້າພຣະເຈົ້າປາຖະໜາ, ມັນກໍສາມາດສຳເລັດໄດ້ໃນຊົ່ວເວລາໜຶ່ງ ແລະ ຖ້າພຣະອົງບໍ່ປາຖະໜາ, ກໍບໍ່ມີໃຜສາມາດບັງຄັບພຣະອົງໄດ້. ທັດສະນະຄະຕິຂອງພຣະເຈົ້າຕໍ່ຂ່າວລືກໍເປັນແບບນີ້ ນັ້ນກໍຄື ພຣະອົງບໍ່ໃສ່ໃຈພວກມັນ. ພຣະເຈົ້າຍັງຄົງເຮັດໃນສິ່ງທີ່ພຣະອົງຄວນເຮັດ, ສິ່ງທີ່ພຣະອົງຕັ້ງໃຈຈະເຮັດ; ບໍ່ມີບຸກຄົນໃດ, ບໍ່ມີອຳນາດໃດສາມາດລົບກວນ ຫຼື ປ່ຽນແປງແຜນການຂອງພຣະອົງໄດ້. ຂ່າວລືເຫຼົ່ານີ້ທີ່ໂຈມຕີ, ໃສ່ຮ້າຍ ແລະ ປ້າຍສີພຣະເຈົ້າບໍ່ໄດ້ປ່ຽນແປງຫຍັງເລີຍ. ຂ່າວລືກໍເປັນພຽງຂ່າວລືຢູ່ເລື້ອຍໆ ແລະ ບໍ່ມີທາງກາຍເປັນຂໍ້ແທ້ຈິງໄດ້. ເຖິງແມ່ນວ່າມັນຈະສອດຄ່ອງກັບປັດຊະຍາຂອງມະນຸດ, ວິທະຍາສາດ, ສິນທຳ, ທິດສະດີຂອງມະນຸດ ແລະ ອື່ນໆ, ເຖິງແມ່ນວ່າມະນຸດຊາດທັງໝົດຈະລຸກຂຶ້ນໂຈມຕີພຣະເຈົ້າ, ຄວາມຈິງກໍຈະບໍ່ຢືນຢູ່ຂ້າງມະນຸດຊາດ, ທັງມະນຸດຊາດກໍຈະບໍ່ກາຍເປັນຜູ້ຄອບຄອງຄວາມຈິງ. ພຣະເຈົ້າຊົງເປັນພຣະເຈົ້າຕະຫຼອດໄປ; ຕົວຕົນ ແລະ ສະຖານະຂອງພຣະອົງບໍ່ເຄີຍປ່ຽນແປງ. ດັ່ງນັ້ນ, ບໍ່ວ່າຊາຕານຈະລົບກວນແນວໃດ, ພາລະກິດຂອງພຣະເຈົ້າກໍຍັງຄົງດຳເນີນໄປຢ່າງເປັນລະບຽບ, ເພາະວ່ານີ້ຄືພາລະກິດຂອງພຣະເຈົ້າ. ຖ້າມັນເປັນວຽກງານຂອງມະນຸດ, ເມື່ອຖືກລະບອບຂອງຊາຕານລົບກວນ ແລະ ຖືກກອງກຳລັງຕ່າງໆ ໃນສັງຄົມໂຈມຕີ ແລະ ໃສ່ຮ້າຍປ້າຍສີ, ມັນກໍຄົງຈະລົ້ມເຫຼວ ແລະ ຖືກທຳລາຍໄປແລ້ວ. ມີພຽງແຕ່ເມື່ອພຣະເຈົ້າກ່າວ ແລະ ເຮັດວຽກ, ມີພຽງແຕ່ເມື່ອພຣະວິນຍານບໍລິສຸດເຮັດວຽກ, ຄຣິສຕະຈັກຈຶ່ງຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ນີ້ບໍແມ່ນຂໍ້ແທ້ຈິງບໍ? ພວກເຈົ້າໄດ້ເຫັນຂໍ້ແທ້ຈິງນີ້ແລ້ວບໍ? (ແມ່ນແລ້ວ, ພວກເຮົາເຫັນແລ້ວ.) ພວກເຈົ້າໄດ້ເຫັນຫຍັງ? (ພຣະກິດຕິຄຸນຂອງອານາຈັກໄດ້ເຜີຍແຜ່ໄປເຖິງຫຼາຍສິບປະເທດແລ້ວ ແລະ ຂ່າວລືເຫຼົ່ານັ້ນທີ່ຊາຕານສ້າງຂຶ້ນ ແລະ ເຜີຍແຜ່ອອກໄປກໍບໍ່ໄດ້ຢຸດຢັ້ງຜູ້ທີ່ຮັກຄວາມຈິງຈາກການຫັນມາຫາພຣະເຈົ້າເລີຍ.) ນີ້ຄືການກະທຳຂອງພຣະເຈົ້າ; ພາລະກິດຂອງພຣະເຈົ້າສາມາດບັນລຸຜົນສຳເລັດນີ້ໄດ້, ພຣະທຳຂອງພຣະເຈົ້າສາມາດບັນລຸຜົນສຳເລັດນີ້ໄດ້, ນີ້ເປັນສິ່ງທີ່ຊາຕານຄາດບໍ່ເຖິງ. ພຣະທຳຂອງພຣະເຈົ້າມີລິດອຳນາດອັນຍິ່ງໃຫຍ່; ການເຜີຍແຜ່ພຣະກິດຕິຄຸນກຳລັງຄືບໜ້າໄປດ້ວຍດີ ແລະ ທຸກສິ່ງກຳລັງດຳເນີນໄປຢ່າງເປັນລະບຽບຕາມແຜນການຂອງພຣະເຈົ້າ, ໂດຍບໍ່ມີການຂາດຕົກບົກຜ່ອງ. ພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າກຳລັງເຜີຍແຜ່ໃນທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ດັ່ງທີ່ໄດ້ຖືກກຳນົດໄວ້ລ່ວງໜ້າແລ້ວ. ຈຳນວນຄົນທີ່ໄດ້ຮັບຈາກການປະກາດພຣະກິດຕິຄຸນ ແລະ ຈຳນວນຄົນທີ່ກວດສອບຫົນທາງທີ່ແທ້ຈິງກຳລັງເພີ່ມຂຶ້ນທຸກເດືອນ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າວຽກງານພຣະກິດຕິຄຸນໄດ້ເຜີຍແຜ່ອອກໄປແນວໃດ? ຖ້າມັນບໍ່ແມ່ນພາລະກິດຂອງພຣະເຈົ້າ, ບໍ່ວ່າຈະມີຈັກຄົນທີ່ຍອມຈ່າຍລາຄາທີ່ຍິ່ງໃຫຍ່ສໍ່າໃດ, ພວກເຂົາກໍບໍ່ສາມາດບັນລຸຜົນສຳເລັດນີ້ໄດ້. ນີ້ຄືລິດເດດຂອງພຣະເຈົ້າ, ຄືຜົນສຳເລັດທີ່ບັນລຸໄດ້ໂດຍອານຸພາບແຫ່ງພຣະທຳຂອງພຣະເຈົ້າ.
ພວກເຮົາມາເວົ້າກ່ຽວກັບວິທີການທີ່ຜູ້ຄົນປະຕິບັດຕໍ່ຂ່າວລືຕ່າງໆ ກັນເທາະ. ຜູ້ຄົນບໍ່ສາມາດມີທັດສະນະຄະຕິແບບດຽວກັນກັບພຣະເຈົ້າຕໍ່ຂ່າວລືຕ່າງໆ ໄດ້. ພວກເຂົາບໍ່ເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເມື່ອໄດ້ຍິນຂ່າວລື, ພວກເຂົາກໍຮູ້ສຶກສະເໝີວ່າ: “ຖ້າຂ້ານ້ອຍບໍ່ເຮັດຫຍັງຈັກຢ່າງ, ຂ້ານ້ອຍກໍຈະຮູ້ສຶກຜິດຕໍ່ຈິດສຳນຶກຂອງຂ້ານ້ອຍ. ຖ້າຄົນທີ່ປັ້ນແຕ່ງຂ່າວລືຊະນະ, ຂ້ານ້ອຍຈະຮູ້ສຶກບໍ່ສະບາຍໃຈ, ບໍ່ພໍໃຈ ແລະ ຄຽດແຄ້ນ, ຮູ້ສຶກບໍ່ສົມດຸນ, ສະນັ້ນ ຂ້ານ້ອຍຕ້ອງຫາຫຼັກຖານມາຫັກລ້າງພວກເຂົາ. ຂ້ານ້ອຍຕ້ອງສ້າງວິດີໂອ ຫຼື ຂຽນບົດຄວາມເພື່ອຊີ້ແຈງຂ່າວລື”. ມັນຄຸ້ມຄ່າແກ່ການຄິດໄຕ່ຕອງວ່າ ການກະທຳສິ່ງຕ່າງໆ ພາຍໃຕ້ແນວຄິດເຊັ່ນນັ້ນ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ຫຼື ບໍ່, ມັນສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່. ຖ້າຈຸດປະສົງ ແລະ ແຮງຈູງໃຈຂອງພວກເຈົ້າໃນການເຮັດວຽກງານຄຣິສຕະຈັກ ແລະ ໜ້າທີ່ຂອງພວກເຈົ້າ ເປັນພຽງເພື່ອຊີ້ແຈງຂ່າວລື ແລະ ເພື່ອອະທິບາຍຢ່າງຊັດເຈນວ່າ ພຣະເຈົ້າທີ່ພວກເຈົ້າເຊື່ອນັ້ນຄືພຣະເຈົ້າອົງທ່ຽງແທ້, ພວກເຈົ້າກຳລັງຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດ ແລະ ທຸກສິ່ງທີ່ພວກເຈົ້າໄດ້ເຮັດເພື່ອປະກາດຂ່າວປະເສີດ ແລະ ເປັນພະຍານໃຫ້ພຣະເຈົ້ານັ້ນເປັນສິ່ງທີ່ຊອບທຳ ແລະ ມັນເປັນພຽງເພາະວ່າໂລກບໍ່ຮູ້ ຫຼື ບໍ່ເຂົ້າໃຈຄວາມຈິງໃນຂໍ້ແທ້ຈິງທັງໝົດເຫຼົ່ານີ້ ພວກເຂົາຈຶ່ງໄດ້ຕັ້ງຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງຫຼາຍຢ່າງຕໍ່ພວກເຈົ້າ ແລະ ດ້ວຍເຫດນີ້ ພວກເຈົ້າຈຶ່ງຫວັງວ່າ ເມື່ອທຸກສິ່ງທຸກຢ່າງຖືກຊີ້ແຈງ, ໂລກຈະຮັບຮູ້ວ່າພວກເຈົ້າເປັນຜູ້ບໍລິສຸດ, ທຸກຝ່າຍໃນໂລກຈະຍອມຮັບທົ່ວກັນວ່າ “ພຣະເຈົ້າທີ່ພວກເຈົ້າເຊື່ອນັ້ນຄືພຣະເຈົ້າອົງທ່ຽງແທ້, ພວກເຈົ້າກຳລັງເດີນໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດ ແລະ ທຸກສິ່ງທີ່ພຣະເຈົ້າໄດ້ຂໍໃຫ້ພວກເຈົ້າເຮັດນັ້ນຖືກຕ້ອງ ແລະ ເປັນພາລະກິດທີ່ຊອບທຳ”, ແລ້ວຈະເປັນແນວໃດຕໍ່? ແລ້ວພວກເຈົ້າຈະຮູ້ສຶກສະບາຍໃຈ ແລະ ມີເຫດຜົນໃນຄວາມເຊື່ອຂອງພວກເຈົ້າບໍ? ພວກເຈົ້າຈະໄດ້ເລີ່ມເດີນໃນເສັ້ນທາງທີ່ຖືກຕ້ອງໃນການເຊື່ອໃນພຣະເຈົ້າບໍ? ພວກເຈົ້າຈະໄດ້ເລີ່ມຍ່າງໃນເສັ້ນທາງແຫ່ງຄວາມລອດພົ້ນ ໂດຍບໍ່ມີການແຊກແຊງຈາກພາຍນອກເລີຍບໍ? ພວກເຈົ້າຈະໄດ້ພັດທະນາຫົວໃຈທີ່ຢຳເກງພຣະເຈົ້າບໍ? ແລ້ວພວກເຈົ້າຈະສາມາດບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າໄດ້ບໍ? ແລ້ວພວກເຈົ້າຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ? (ບໍ່ໄດ້.) ມັນເປັນໄປໄດ້ບໍທີ່ຜູ້ຄົນຈະບໍ່ມີຄວາມເຂົ້າໃຈຜິດກ່ຽວກັບເຈົ້າ ແລະ ມີແຕ່ສັນລະເສີນ ແລະ ເຄົາລົບນັບຖືເຈົ້າ, ຫຼັງຈາກນັ້ນ ເຈົ້າຈຶ່ງສາມາດເຊື່ອໃນພຣະເຈົ້າດ້ວຍຈິດສຳນຶກທີ່ສະອາດໄດ້? ບໍ່ມີທາງຢ່າງເດັດຂາດ! ແນ່ນອນວ່າ ຜູ້ຄົນບໍ່ສາມາດມີທັດສະນະຄະຕິຕໍ່ຂ່າວລືແບບດຽວກັນກັບພຣະເຈົ້າໄດ້ ແຕ່ຄົນເຮົາຄວນມີທັດສະນະທີ່ຖືກຕ້ອງ, ມີທັດສະນະຄະຕິ ແລະ ຈຸດຢືນທີ່ຖືກຕ້ອງ, ໂດຍກ່າວວ່າ: “ຂ່າວລືເຫຼົ່ານີ້ເປັນຕາຊັງ ແລະ ໜ້າລັງກຽດແທ້ໆ. ຈາກຂ່າວລືເຫຼົ່ານີ້, ມັນສາມາດເຫັນໄດ້ວ່າມະນຸດຊາດທີ່ເສື່ອມຊາມນີ້ເປັນສັດຕູຂອງພຣະເຈົ້າຢ່າງແທ້ຈິງ; ນີ້ແມ່ນຖືກຕ້ອງຢ່າງແນ່ນອນ! ຂ້ານ້ອຍຈະບໍ່ຕັດສິນວ່າ ພາລະກິດຂອງພຣະເຈົ້າເປັນຈິງ ຫຼື ປອມ ໂດຍອີງໃສ່ຂ່າວລືຂອງຊາຕານ. ຜ່ານການອ່ານພຣະທຳຂອງພຣະເຈົ້າ ແລະ ຜ່ານປະສົບການໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ, ຂ້ານ້ອຍຢັ້ງຢືນວ່າ ພຣະທຳທັງໝົດຂອງພຣະເຈົ້າຄືຄວາມຈິງ ແລະ ທຸກສິ່ງທີ່ພຣະອົງກະທຳນັ້ນ ເຮັດໃຫ້ຜູ້ຄົນສາມາດໄດ້ຮັບຄວາມລອດພົ້ນ. ໃນມື້ນີ້ທີ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນຂອງພຣະອົງ, ຂ້ານ້ອຍຄວນປະຕິບັດໜ້າທີ່ຂອງຂ້ານ້ອຍ ແລະ ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຂ້ານ້ອຍໃຫ້ຄົບຖ້ວນ ເພື່ອເຜີຍແຜ່ພຣະທຳຂອງພຣະເຈົ້າ, ປະກາດພຣະນາມຂອງພຣະອົງ ແລະ ເປັນພະຍານເຖິງພາລະກິດຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງ, ເພື່ອໃຫ້ຜູ້ທີ່ພຣະເຈົ້າເລືອກໄດ້ກັບຄືນສູ່ເຮືອນຂອງພຣະເຈົ້າ, ໄດ້ຍິນພຣະສຸລະສຽງຂອງພຣະອົງ ແລະ ໄດ້ຮັບການສະໜອງພຣະທຳ ແລະ ຊີວິດຈາກພຣະອົງ ໂດຍໄວເທົ່າທີ່ຈະໄວໄດ້. ນີ້ຄືພັນທະຂອງຂ້ານ້ອຍ, ຄວາມຮັບຜິດຊອບຂອງຂ້ານ້ອຍ. ຂ້ານ້ອຍກຳລັງຮ່ວມມືກັບພາລະກິດຂອງພຣະເຈົ້າ, ແຕ່ບໍ່ແມ່ນເພື່ອພິສູດໃຫ້ເຫັນວ່າເສັ້ນທາງທີ່ຂ້ານ້ອຍເດີນນັ້ນຖືກຕ້ອງ ຫຼື ພາລະກິດທີ່ຂ້ານ້ອຍເຮັດນັ້ນຊອບທຳ, ບໍ່ແມ່ນເພື່ອສິ່ງເຫຼົ່ານີ້. ຂ້ານ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍ ເພື່ອຕອບໂຕ້ການໂຈມຕີ ແລະ ການໃສ່ຮ້າຍປ້າຍສີຂອງຊາຕານຕໍ່ພຣະເຈົ້າ. ໃນທາງກົງກັນຂ້າມ, ຂ້ານ້ອຍກຳລັງປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຂ້ານ້ອຍເອງໃຫ້ຄົບຖ້ວນ ແລະ ແນ່ນອນ, ຄວາມຈົງຮັກພັກດີຂອງຂ້ານ້ອຍເອງ, ເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ເພື່ອຍອມຮັບເອົາການຝາກຝັງຂອງພຣະເຈົ້າ ແລະ ຮ່ວມມືກັບພາລະກິດຂອງພຣະເຈົ້າ”. ນີ້ແມ່ນທັດສະນະທີ່ຖືກຕ້ອງບໍ? ນີ້ແມ່ນທັດສະນະທີ່ຜູ້ຄົນຄວນມີບໍ? (ແມ່ນແລ້ວ.) ຈາກມຸມມອງນີ້, ເມື່ອສ້າງລາຍການຕ່າງໆ, ບໍ່ວ່າຈະເປັນການຮ້ອງເພງສັນລະເສີນ, ການເຕັ້ນ, ການສ້າງຮູບເງົາ ຫຼື ການຜະລິດລະຄອນເວທີກ່ຽວກັບຄຳພະຍານຈາກປະສົບການ, ຈຸດຢືນຂອງຜູ້ຄົນ, ມຸມມອງທີ່ພວກເຂົາຢືນຢູ່ ແລະ ຄຳເວົ້າທີ່ສະເພາະເຈາະຈົງບາງຢ່າງທີ່ພວກເຂົາເວົ້າ ບໍ່ຄວນຈະມີການປ່ຽນແປງແດ່ບໍ? (ແມ່ນແລ້ວ.) ເຖິງແນວໃດກໍຕາມ, ຄົນສ່ວນໃຫຍ່, ໃນຂະນະທີ່ປະຕິບັດໜ້າວຽກທັງໝົດເຫຼົ່ານີ້, ໄດ້ເຮັດເຊັ່ນນັ້ນດ້ວຍຄວາມຫົວຮ້ອນ ແລະ ຄວາມກຽດຊັງ ແລະ ປະປົນໄປດ້ວຍອາລົມຂອງມະນຸດ. ສະນັ້ນ, ພວກເຂົາຈຶ່ງໄດ້ເປີດໂປງຫຼາຍເກີນໄປກ່ຽວກັບການກະທຳ ແລະ ພຶດຕິກຳຂອງຜູ້ບໍ່ມີຄວາມເຊື່ອ, ພັກກຳອຳນາດ ແລະ ໂລກສາສະໜາ ແລະ ຄຳເວົ້າຂອງພວກເຂົາກໍຮຸນແຮງເກີນໄປ, ເຮັດໃຫ້ເກີດຜົນກະທົບທີ່ຂ້ອນຂ້າງລົບຕໍ່ຄົນອື່ນ ຫຼັງຈາກທີ່ພວກເຂົາໄດ້ເບິ່ງລາຍການດັ່ງກ່າວ. ເຫດຜົນກໍງ່າຍດາຍ: ຜູ້ຄົນເຮັດກິດຈະກຳທັງໝົດເຫຼົ່ານີ້ດ້ວຍອາລົມບາງຢ່າງ, ຈາກມຸມມອງທີ່ບໍ່ຖືກຕ້ອງປານໃດ. ແລະ ຜູ້ຄົນກໍຍັງຮູ້ສຶກວ່າສິ່ງນີ້ຂ້ອນຂ້າງຊອບທຳ, ໂດຍກ່າວວ່າ: “ພວກເຂົາໂຈມຕີ, ໝິ່ນປະໝາດ ແລະ ປັ້ນແຕ່ງຂ່າວລືກ່ຽວກັບພວກເຮົາ; ສິ່ງທີ່ຜິດໃນການເປີດໂປງພວກເຂົາ? ນີ້ຄືການປ້ອງກັນຕົນເອງທີ່ຊອບທຳ! ການປ້ອງກັນຕົນເອງຢ່າງຊອບທຳບໍ່ແມ່ນສິ່ງຜິດກົດໝາຍ, ທັງພວກເຮົາບໍ່ໄດ້ສ້າງເລື່ອງຂຶ້ນມາເອງ; ພວກເຮົາລ້ວນແຕ່ໄຈ້ແຍກສິ່ງຕ່າງໆ ໂດຍອີງໃສ່ຂໍ້ແທ້ຈິງ. ພວກເຂົາສ້າງຂ່າວລືກ່ຽວກັບພວກເຮົາໂດຍບໍ່ມີມູນຄວາມຈິງ; ມັນຜິດບໍທີ່ພວກເຮົາຈະເປີດໂປງ ແລະ ໄຈ້ແຍກພວກເຂົາ? ພວກເຮົາຕອບໂຕ້ບໍ່ໄດ້ບໍ?” ການຕອບໂຕ້ມີປະໂຫຍດຫຍັງ? ມານຮ້າຍເຕັມໄປດ້ວຍຄຳຕົວະ ແລະ ບໍ່ເຄີຍເວົ້າຄຳຈິງແມ່ນແຕ່ຄຳດຽວ; ການໄຈ້ແຍກຄຳຕົວະຂອງພວກເຂົາຢູ່ຕະຫຼອດ ເພື່ອເຮັດໃຫ້ພວກເຂົາຮັບຮູ້ວ່າສິ່ງທີ່ພວກເຂົາເວົ້ານັ້ນເປັນຄຳຕົວະ ແລະ ເພື່ອວ່າຫຼັງຈາກທີ່ພວກເຂົາຍອມຮັບວ່າຕົວະແລ້ວ ພວກເຂົາຈະບໍ່ຕົວະອີກ, ສິ່ງນັ້ນມີຄຸນຄ່າບໍ? ພວກເຂົາສາມາດບັນລຸສິ່ງນີ້ໄດ້ບໍ? (ບໍ່ໄດ້.) ວິທີການນັ້ນບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ບໍ? ເຮົາໄດ້ກ່າວມາດົນແລ້ວວ່າ ໜ້າວຽກຫຼັກຂອງພວກເຮົາແມ່ນການເປັນພະຍານເຖິງພາລະກິດຂອງພຣະເຈົ້າ, ໝາກຜົນທີ່ບັນລຸໄດ້ໂດຍພາລະກິດຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ໝາກຜົນຂອງພຣະທຳຂອງພຣະອົງທີ່ມີຕໍ່ຜູ້ຄົນ ແລະ ກ່ຽວກັບການກົດຂີ່ຂົ່ມເຫັງໂດຍພັກກຳອຳນາດ ແລະ ການຕໍ່ຕ້ານ ແລະ ການປະນາມໂດຍໂລກສາສະໜານັ້ນ, ມັນພຽງພໍແລ້ວທີ່ຈະກ່າວເຖິງພື້ນຖານຄວາມເປັນມາບາງຢ່າງໂດຍຫຍໍ້. ແຕ່ຜູ້ຄົນບໍ່ສາມາດເຂົ້າໃຈໄດ້ ບໍ່ວ່າພວກເຂົາຈະໄດ້ຍິນແນວໃດກໍຕາມ. ພວກເຂົາປະຕິບັດຕໍ່ບັນຫາເຫຼົ່ານີ້ດ້ວຍຄວາມຫົວຮ້ອນຢູ່ສະເໝີ ແລະ ຕ້ອງການໂຕ້ຖຽງ. ແລ້ວຜົນເປັນແນວໃດ? ມັນບໍ່ເກີດຜົນຫຍັງເລີຍ, ເພາະກອງກຳລັງທີ່ຊົ່ວຮ້າຍຂອງຊາຕານນັ້ນເປັນສິ່ງທີ່ໄຮ້ເຫດຜົນ. ນີ້ບໍ່ແມ່ນຄວາມໂງ່ ແລະ ຄວາມບໍ່ຮູ້ຂອງຜູ້ຄົນບໍ?
ບາງຄົນປະກາດຂ່າວປະເສີດ, ຮຽນຮູ້ວິຊາຊີບດ້ານເຕັກນິກບາງຢ່າງ ຫຼື ປະຕິບັດໜ້າທີ່ບາງປະເພດ, ດ້ວຍແຮງຈູງໃຈພຽງຢ່າງດຽວຄືການຊີ້ແຈງຂ່າວລື ແລະ ອະທິບາຍຄວາມຈິງໃຫ້ຜູ້ຄົນຟັງ, ປະກາດສົງຄາມກັບໂລກແຫ່ງຄວາມມືດ ແລະ ມະນຸດທີ່ຊົ່ວຮ້າຍຜູ້ທີ່ຕໍ່ຕ້ານພຣະເຈົ້າ. ນີ້ແມ່ນການກະທຳທີ່ຊອບທຳບໍ? ບໍ່ວ່າເຈົ້າຈະຖືກ ຫຼື ຜິດໃນການເຮັດສິ່ງນີ້, ເຈົ້າຕ້ອງເຂົ້າໃຈວ່າ: ພຣະເຈົ້າສາມາດຊ່ວຍຄົນຊົ່ວຮ້າຍເຫຼົ່ານັ້ນທີ່ເປັນປໍລະປັກຕໍ່ພຣະອົງໃຫ້ລອດພົ້ນໄດ້ບໍ? ການທີ່ເຈົ້າເຮັດສິ່ງນີ້ມີຄຸນຄ່າບໍ? ຖ້າເຈົ້າບໍ່ເຂົ້າໃຈວ່າມະນຸດປະເພດໃດທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ສະແດງອອກເຖິງທັດສະນະບາງຢ່າງທີ່ເບິ່ງຄືວ່າຖືກຕ້ອງ ແຕ່ທີ່ຈິງແລ້ວຜິດຢູ່ສະເໝີ, ນີ້ບໍ່ແມ່ນການຂັດຂວາງຄວາມລອດພົ້ນຂອງເຈົ້າເອງບໍ? ບາງຄົນປະຕິບັດໜ້າທີ່ຂອງຕົນພຽງເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍທີ່ຕໍ່ຕ້ານພຣະເຈົ້າ ແລະ ເພື່ອຕໍ່ຕ້ານກະແສທາງໂລກ. “ພວກເຂົາເວົ້າວ່າພວກເຮົາລະເລີຍຄອບຄົວຂອງພວກເຮົາ ແລະ ບໍ່ດຳລົງຊີວິດແບບປົກກະຕິ, ສະນັ້ນ ຂ້ອຍຈຶ່ງຕ້ອງການພິສູດຕົນເອງ ໂດຍການເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ໃນອະນາຄົດ, ເມື່ອຂ້ອຍຂຶ້ນສະຫວັນ ແລະ ເຂົ້າສູ່ລາຊະອານາຈັກ ແລະ ພວກເຂົາຖືກພິພາກສາ, ພວກເຂົາຈະເຫັນວ່າຂ້ອຍຖືກຕ້ອງ!” ການພິສູດຕົນເອງແບບນັ້ນມີປະໂຫຍດຫຍັງ? ເຖິງແມ່ນວ່າເຈົ້າຈະພິສູດຕົນເອງໄດ້ແລ້ວ, ມັນຈະເກີດຜົນດີຫຍັງ? ມັນສະແດງເຖິງຫຍັງ? ຄຸນຄ່າຂອງສິ່ງນັ້ນແມ່ນຫຍັງ? ຖ້າມັນສາມາດເຮັດໃຫ້ເຈົ້າເຂົ້າສູ່ລາຊະອານາຈັກ ແລະ ໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ຢ່າງແທ້ຈິງ, ແລ້ວມັນກໍຄຸ້ມຄ່າ ແລະ ເສັ້ນທາງຂອງເຈົ້າກໍຖືກຕ້ອງ. ແຕ່ໜ້າເສຍດາຍ, ເສັ້ນທາງນີ້ເປັນໄປບໍ່ໄດ້. ນີ້ບໍ່ແມ່ນເສັ້ນທາງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າສຳລັບຜູ້ຄົນ ແລະ ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ຜູ້ຄົນກະທຳໃນລັກສະນະນີ້. ຜູ້ຄົນໂງ່ຈ້າຢູ່ສະເໝີ, ໂດຍຄິດວ່າເພາະພວກເຂົາຢືນຢູ່ຂ້າງຄວາມຈິງ ແລະ ມີຄວາມຈິງ, ພວກເຂົາຈຶ່ງຕ້ອງດຳເນີນພາລະກິດທີ່ຊອບທຳ, ປະກາດສົງຄາມກັບໂລກທີ່ຊົ່ວຮ້າຍນີ້ ແລະ ທຸກຄົນທີ່ປັ້ນແຕ່ງຂ່າວລື: “ພວກເຮົາເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ພວກເຮົາເຮັດໜ້າທີ່ຂອງພວກເຮົາ, ພວກເຮົາຈະສະແດງໃຫ້ພວກເຈົ້າເຫັນວ່າໃຜກັນແທ້ທີ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ!” ນີ້ບໍ່ແມ່ນຄວາມຫົວຮ້ອນບໍ? ການໂຕ້ຖຽງກັນກ່ຽວກັບເລື່ອງເຫຼົ່ານີ້ມີປະໂຫຍດບໍ? ມັນບໍ່ມີຄຸນຄ່າຫຍັງເລີຍ. ຖ້າເຈົ້າມີເວລາ ແລະ ກຳລັງແທ້ໆ, ມັນຈະດີກວ່າທີ່ຈະຮຽນຮູ້ເພີ່ມເຕີມກ່ຽວກັບວິຊາຊີບ, ສຶກສາຄວາມຮູ້ເພີ່ມເຕີມ ແລະ ຄວາມຮູ້ທົ່ວໄປທີ່ກ່ຽວຂ້ອງກັບວິຊາຊີບໃຫ້ຫຼາຍຂຶ້ນ. ສິ່ງນີ້ເປັນປະໂຫຍດ ແລະ ຊ່ວຍສະໜັບສະໜູນການປະຕິບັດໜ້າທີ່ຂອງເຈົ້າ. ເປັນຫຍັງເຈົ້າຈຶ່ງປະເຊີນໜ້າກັບກອງກຳລັງຊົ່ວຮ້າຍຂອງໂລກຢູ່ສະເໝີ? ເປັນຫຍັງຈຶ່ງປະເຊີນໜ້າກັບຂ່າວລືຢູ່ສະເໝີ? ນີ້ບໍ່ແມ່ນການເສຍແຮງງານໄປລ້າໆ ບໍ? ບໍ່ວ່າຄົນອື່ນຈະໂຈມຕີເຈົ້າແນວໃດກໍຕາມ, ບໍ່ຈຳເປັນຕ້ອງໃສ່ໃຈກັບພວກເຂົາ. ພວກເຂົາມີທຳມະຊາດຂອງມານຮ້າຍ ແລະ ເປັນສັດຮ້າຍ, ພວກເຂົາກໍເປັນພຽງສິ່ງເຫຼົ່ານັ້ນ; ພຣະເຈົ້າບໍ່ໄດ້ຊ່ວຍພວກເຂົາໃຫ້ລອດພົ້ນ, ບໍ່ໄດ້ປ່ຽນແປງພວກເຂົາ ແລະ ບໍ່ໄດ້ກ່າວຫຍັງກັບພວກເຂົາ. ພຣະເຈົ້າບໍ່ສົນໃຈພວກເຂົາ, ແລ້ວເຈົ້າຈຳເປັນຕ້ອງໃສ່ໃຈພວກເຂົາບໍ? ຖ້າຜູ້ຄົນຍັງດື້ດ້ານທີ່ຈະເຮັດໃນສິ່ງທີ່ພຣະເຈົ້າບໍ່ໄດ້ເຮັດ, ນີ້ບໍ່ແມ່ນຄວາມໂງ່ຈ້າໜ້ອຍໜຶ່ງ ແລະ ຂາດສະຕິປັນຍາບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າກໍເປັນຄົນທີ່ບໍ່ມີຫົວໃຈແຫ່ງການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຈົ້າບໍ່ໄດ້ຮັກໃນສິ່ງທີ່ພຣະເຈົ້າຮັກ ຫຼື ກຽດຊັງໃນສິ່ງທີ່ພຣະເຈົ້າກຽດຊັງ. ເຈົ້າບໍ່ເຫັນວ່າທັດສະນະຄະຕິຂອງພຣະເຈົ້າຕໍ່ສິ່ງເຫຼົ່ານີ້ເປັນແນວໃດ ນັ້ນກໍຄື ພຣະເຈົ້າບໍ່ໃສ່ໃຈພວກມັນ; ເຈົ້າບໍ່ຮູ້ແມ່ນແຕ່ເຫດຜົນວ່າເປັນຫຍັງຈຶ່ງເປັນເຊັ່ນນັ້ນ. ໃນແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຢ່າງ. ມີການສົນທະນາຫຼາຍຢ່າງລະຫວ່າງພຣະເຈົ້າ ແລະ ມະນຸດຊາດ ແລະ ຈາກການສົນທະນາເຫຼົ່ານີ້, ຄົນເຮົາສາມາດເຫັນເຈດຕະນາຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້. ເຖິງແນວໃດກໍຕາມ, ພຣະເຈົ້າບໍ່ເຄີຍກ່າວເຖິງວິທີທີ່ພຣະອົງສົນທະນາກັບຊາຕານໃນເລື່ອງທີ່ສະເພາະເຈາະຈົງບາງຢ່າງ ແລະ ສະນັ້ນຈຶ່ງເປີດໂປງຊາຕານ, ເຮັດໃຫ້ມະນຸດຊາດເຫັນໃບໜ້າທີ່ແທ້ຈິງຂອງຊາຕານຢ່າງຊັດເຈນ ແລະ ເຫັນຢ່າງຊັດເຈນວ່າຊາຕານປະຕິບັດຕໍ່ພຣະເຈົ້າແນວໃດ. ມີເລື່ອງເຊັ່ນນີ້ຫຼາຍຢ່າງ, ແຕ່ພຣະເຈົ້າບໍ່ໄດ້ກ່າວເຖິງພວກມັນ. ເປັນຫຍັງພຣະເຈົ້າຈຶ່ງບໍ່ກ່າວເຖິງພວກມັນ? ເພາະວ່າການເວົ້າເຖິງສິ່ງເຫຼົ່ານັ້ນບໍ່ມີປະໂຫຍດຕໍ່ເຈົ້າ. ສິ່ງທີ່ມີປະໂຫຍດທີ່ສຸດຕໍ່ເຈົ້າກໍຄືພຣະທຳແຫ່ງຊີວິດຂອງພຣະເຈົ້າ; ພຣະທຳເຫຼົ່ານີ້ທີ່ສາມາດເຮັດໃຫ້ເຈົ້າມາຢູ່ເບື້ອງພຣະພັກຂອງພຣະເຈົ້າ ແລະ ກາຍເປັນຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກລ່ຽງຄວາມຊົ່ວຮ້າຍນັ້ນ ມີປະໂຫຍດທີ່ສຸດຕໍ່ເຈົ້າ. ພຣະເຈົ້າບອກເຈົ້າວ່າຈະດຳລົງຊີວິດແນວໃດ ແລະ ຈະເວົ້າແນວໃດ ແລະ ຍັງບອກອີກວ່າຈະແຍກແຍະຜູ້ຄົນ ແລະ ເລື່ອງຕ່າງໆ ແລະ ຮຽນຮູ້ທີ່ຈະປະຕິບັດຄວາມຈິງ ແລະ ມີສະຕິປັນຍາໃນສະພາບແວດລ້ອມ ແລະ ສະຖານະການຕ່າງໆແນວໃດ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນປະໂຫຍດຕໍ່ເຈົ້າ. ພຣະເຈົ້າກ່າວ ແລະ ກະທຳສິ່ງໃດກໍຕາມທີ່ເປັນປະໂຫຍດຕໍ່ເຈົ້າ. ພຣະເຈົ້າບໍ່ໄດ້ກ່າວພຣະທຳແມ່ນແຕ່ຄຳດຽວທີ່ບໍ່ມີປະໂຫຍດຕໍ່ເຈົ້າ. ມັນຈະບໍ່ງ່າຍເກີນໄປບໍທີ່ພຣະເຈົ້າຈະກ່າວພຣະທຳເຫຼົ່ານັ້ນ? ແລ້ວເປັນຫຍັງພຣະອົງຈຶ່ງບໍ່ກ່າວພວກມັນ? ເພາະວ່າມະນຸດຊາດທີ່ເສື່ອມຊາມບໍ່ຕ້ອງການພຣະທຳເຫຼົ່ານັ້ນ. ຂ່າວລືເຫຼົ່ານີ້ທຽບເທົ່າກັບຄຳເວົ້າຂອງມານຮ້າຍ ແລະ ຊາຕານ ແລະ ພຣະເຈົ້າກໍບໍ່ໃສ່ໃຈພວກມັນ, ສະນັ້ນ ເຈົ້າກໍບໍ່ຄວນໂຕ້ຖຽງກັບພວກເຂົາເຊັ່ນກັນ. ເຂົ້າໃຈບໍ? (ເຂົ້າໃຈແລ້ວ.) ຫຼັງຈາກທີ່ເຈົ້າເຂົ້າໃຈແລ້ວ, ເຈົ້າກໍຮູ້ວິທີປະຕິບັດ, ແມ່ນບໍ່? ຢ່າໃຊ້ຄວາມພະຍາຍາມໃນການໄຈ້ແຍກຂ່າວລື, ໂຕ້ຖຽງຂ່າວລື, ຊອກຫາແຫຼ່ງທີ່ມາຂອງຂ່າວລື ແລະ ອື່ນໆ ອີກ. ຖ້າເຈົ້າມີຫົວໃຈທີ່ຈະເປັນພະຍານເພື່ອພຣະເຈົ້າຢ່າງແທ້ຈິງ ແລະ ຕ້ອງການຢືນຢັດໃນຄຳພະຍານຂອງເຈົ້າ ແລະ ຮັບການຮັບຮອງຈາກພຣະເຈົ້າ, ມີຄຳເວົ້າຫຼາຍຢ່າງທີ່ເຈົ້າສາມາດເວົ້າໄດ້ ແລະ ມີຫຼາຍສິ່ງທີ່ເຈົ້າສາມາດເຮັດໄດ້. ພຣະທຳ ແລະ ຄວາມຈິງທີ່ພຣະເຈົ້າສະໜອງໃຫ້ຜູ້ຄົນນັ້ນ ຮຽກຮ້ອງໃຫ້ເຈົ້າຄິດໄຕ່ຕອງ ແລະ ມີປະສົບການ, ເພື່ອໃຫ້ສິ່ງເຫຼົ່ານັ້ນກາຍເປັນຫຼັກການ ແລະ ເສັ້ນທາງແຫ່ງການປະຕິບັດຂອງເຈົ້າເອງ, ໃນທີ່ສຸດກໍກາຍເປັນຊີວິດຂອງເຈົ້າເອງ. ມັນຈຳເປັນທີ່ເຈົ້າຈະຕ້ອງໃຊ້ເວລາ ແລະ ກຳລັງເພື່ອຈັດຕັ້ງປະຕິບັດສິ່ງນີ້. ຖ້າເຈົ້າໂງ່ ແລະ ຈ້າ, ໃຊ້ຄວາມພະຍາຍາມກັບຂ່າວລືຢູ່ສະເໝີ, ຕ້ອງການຊີ້ແຈງຊື່ສຽງຂອງຕົນເອງ ແລະ ອະທິບາຍຕົນເອງຕໍ່ໂລກຢູ່ສະເໝີ, ແລ້ວນັ້ນກໍຈະສ້າງບັນຫາ; ເຈົ້າຈະບໍ່ໄດ້ຮັບຄວາມຈິງ ແລະ ເຈົ້າຈະຖືກຜູກມັດ ແລະ ເມື່ອຍລ້າໂດຍສິ້ນເຊີງຈາກຂ່າວລືທາງໂລກເຫຼົ່ານີ້. ໃນທີ່ສຸດແລ້ວ, ເຈົ້າກໍຈະບໍ່ສາມາດອະທິບາຍສິ່ງຕ່າງໆ ໄດ້ຢ່າງຊັດເຈນ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດອະທິບາຍພວກມັນໄດ້ຢ່າງຊັດເຈນ? ເພາະວ່າເຈົ້າກຳລັງປະເຊີນໜ້າກັບມານຮ້າຍ ແລະ ມັນເວົ້າຕົວະຢ່າງໜ້າດ້ານໆ. ຕອນນີ້ມານຮ້າຍເວົ້າຫຍັງ? ມັງກອນແດງທີ່ຍິ່ງໃຫຍ່ກ່າວວ່າ “ຈີນເປັນຜູ້ປົກປ້ອງລະບຽບຂອງໂລກ, ເປັນຜູ້ປົກປ້ອງສັນຕິພາບຂອງໂລກ ແລະ ບົດບາດຂອງຕົນໃນການຮັກສາສັນຕິພາບ ແລະ ລະບຽບຂອງໂລກນັ້ນສຳຄັນຢ່າງຍິ່ງ”. ຄຳເວົ້າໃດທີ່ມັນເວົ້າແລ້ວເປັນຂໍ້ແທ້ຈິງ? ຄຳເວົ້າເຫຼົ່ານີ້ເປັນຂໍ້ແທ້ຈິງບໍ? ເມື່ອເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້, ເຈົ້າບໍ່ຮູ້ສຶກໃຈຮ້າຍບໍ? ຫຼັງຈາກທີ່ໄດ້ຍິນສິ່ງນີ້, ເຈົ້າກໍຄິດວ່າຊາຕານຊ່າງໜ້າບໍ່ອາຍສໍ່າໃດທີ່ກ້າເວົ້າສິ່ງດັ່ງກ່າວ. ເປັນຫຍັງເຈົ້າຈຶ່ງຈະໂຕ້ຖຽງກັບມັນ? ເຈົ້າບໍ່ໄດ້ກຳລັງໂງ່ຈ້າຢູ່ບໍ? ນີ້ກໍເປັນພຽງສິ່ງປະເພດທີ່ມັນເປັນ, ພຣະເຈົ້າພຽງແຕ່ນຳໃຊ້ມັນເພື່ອຮັບໃຊ້ພາລະກິດຂອງພຣະອົງ, ພຣະອົງບໍ່ໄດ້ຕັ້ງໃຈທີ່ຈະຊ່ວຍໃຫ້ລອດພົ້ນ ຫຼື ປ່ຽນແປງມັນຢ່າງເດັດຂາດ. ການໂຕ້ຖຽງກັບມັນບໍ່ແມ່ນຄວາມໂງ່ຈ້າບໍ? ຢ່າເຮັດສິ່ງທີ່ໂງ່ຈ້າເຊັ່ນນັ້ນ. ຄົນສະຫຼາດບໍ່ຟັງຂ່າວລືເຫຼົ່ານີ້, ທັງບໍ່ຖືກຄວບຄຸມໂດຍພວກມັນ. ບາງຄົນເວົ້າວ່າ: “ຫຼັງຈາກທີ່ໄດ້ຍິນຂ່າວລື, ຂ້ານ້ອຍກໍຖືກມັນລົບກວນ!” ແລ້ວເຈົ້າກໍຄວນອະທິຖານໃນໃຈຂອງເຈົ້າ, ໃຊ້ຄວາມຈິງເພື່ອແຍກແຍະ ແລະ ຈາກນັ້ນກໍສາບແຊ່ງມານຮ້າຍ ແລະ ຊາຕານເຫຼົ່ານັ້ນ ແລະ ຂ່າວລືເຫຼົ່ານີ້ກໍຈະບໍ່ມີຜົນຕໍ່ຫົວໃຈຂອງເຈົ້າອີກຕໍ່ໄປ. ຍັງມີອີກວິທີໜຶ່ງ: ເຈົ້າຕ້ອງເບິ່ງທະລຸເຖິງແກ່ນແທ້. ເຈົ້າເວົ້າວ່າ: “ເຖິງແມ່ນວ່າການກະທຳຂອງພຣະເຈົ້າຈະບໍ່ສອດຄ່ອງກັບແນວຄິດຂອງຂ້ານ້ອຍ ແລະ ຖືກປະນາມ ແລະ ປະຕິເສດໂດຍມະນຸດຊາດທີ່ເສື່ອມຊາມ, ຂ້ານ້ອຍກໍເຫັນວ່າພຣະອົງຄືຄວາມຈິງ ແລະ ມານຮ້າຍ ແລະ ຊາຕານບໍ່ມີຄວາມຈິງ. ຂ້ານ້ອຍຕັ້ງໃຈທີ່ຈະເຊື່ອໃນພຣະເຈົ້າ! ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດຊ່ວຍຂ້ານ້ອຍໃຫ້ລອດພົ້ນໄດ້. ພຣະອົງມີແກ່ນແທ້ຂອງພຣະເຈົ້າ, ພຣະອົງຄືພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງບໍ່ເຄີຍປ່ຽນແປງ. ບໍ່ວ່າມານຮ້າຍ ແລະ ຊາຕານຈະຕໍ່ຕ້ານພຣະເຈົ້າຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ມີຄວາມຈິງ ແລະ ຂ້ານ້ອຍບໍ່ເຊື່ອຄຳເວົ້າຂອງມານຮ້າຍ ແລະ ຊາຕານ!” ເຈົ້າມີຄວາມເຊື່ອນີ້ບໍ? (ມີ.) ຖ້າເຈົ້າມີຄວາມເຊື່ອນີ້, ເຈົ້າກໍບໍ່ຄວນຖືກລົບກວນໂດຍຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍບໍ່ຄວນຖືກນຳພາຢ່າງຜິດໆ ຫຼື ຖືກໂຈມຕີໂດຍຊາຕານ. ແລ້ວເຈົ້າຄວນເຮັດແນວໃດ? ບໍ່ຕ້ອງສົນໃຈມັນ; ຈົ່ງຈົດຈໍ່ໃນການສະແຫວງຫາຄວາມຈິງ ແລະ ຢືນຢັດໃນຄຳພະຍານຂອງເຈົ້າ ແລະ ຊາຕານກໍຈະໄດ້ຮັບຄວາມອັບອາຍ.
ເມື່ອກີ້, ພວກເຮົາໄດ້ໂອ້ລົມກັນກ່ຽວກັບບັນຫາບາງຢ່າງທີ່ກ່ຽວຂ້ອງກັບການເຜີຍແຜ່ຂ່າວລືພາຍໃນຄຣິສຕະຈັກ. ຄົນສ່ວນໃຫຍ່ໄດ້ຍິນຂ່າວລືບາງຢ່າງຈາກລັດຖະບານຄອມມູນິດຈີນ ແລະ ໂລກສາສະໜາ; ເມື່ອກີ້ ພວກເຮົາກໍໄດ້ໂອ້ລົມກັນກ່ຽວກັບວິທີປະຕິບັດ ແລະ ຈັດການຕໍ່ຂ່າວລືເຫຼົ່ານີ້. ເມື່ອຜູ້ຄົນເຂົ້າໃຈຫຼັກການຄວາມຈິງແລ້ວ, ພວກເຂົາກໍຈະບໍ່ຖືກນຳພາຢ່າງຜິດໆ ຫຼື ຖືກລົບກວນໂດຍຂ່າວລືອີກຕໍ່ໄປ. ເມື່ອມີຄົນປະກົດຕົວໃນຄຣິສຕະຈັກທີ່ເຜີຍແຜ່ຂ່າວລື, ບໍ່ວ່າພວກເຂົາຈະເຜີຍແຜ່ຂ່າວລືປະເພດໃດກໍຕາມດ້ວຍທ່າທີ ຫຼື ນໍ້າສຽງແບບໃດ, ພວກເຮົາຄວນປະຕິບັດຕໍ່ກັບມັນແນວໃດ? ພວກເຮົາຄວນປ່ອຍໃຫ້ມັນເກີດຂຶ້ນໂດຍບໍ່ແຊກແຊງ ຫຼື ເປີດໂປງ, ໄຈ້ແຍກ ແລະ ຈັດການກັບຄົນນັ້ນ? ວິທີການໃດສອດຄ່ອງກັບຫຼັກການ? ມີບາງຄົນທີ່ເວົ້າວ່າ “ບໍ່ແມ່ນວ່າມີເສລີພາບໃນການປາກເວົ້າບໍ? ເປັນຫຍັງຈຶ່ງບໍ່ໃຫ້ຄົນຜູ້ນັ້ນເວົ້າ? ກໍພຽງແຕ່ປ່ອຍໃຫ້ພວກເຂົາເວົ້າ. ຫຼັງຈາກທີ່ໄດ້ຟັງຂ່າວລື, ເມື່ອທຸກຄົນສາມາດແຍກແຍະໄດ້ວ່າພວກມັນເປັນແນວໃດ, ພວກເຂົາກໍຈະບໍ່ເຊື່ອຄຳເວົ້າຊົ່ວຊ້າເຫຼົ່ານີ້ອີກຕໍ່ໄປ ແລະ ຂ່າວລືກໍຈະສູນສິ້ນໄປເອງໂດຍທຳມະຊາດ”. ຄົນອື່ນກໍເວົ້າວ່າ “ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ທີ່ພວກເຂົາຈະເຜີຍແຜ່ຂ່າວລື ແລະ ໃສ່ຮ້າຍປ້າຍສີພຣະເຈົ້າ. ພວກເຮົາບໍ່ສາມາດປ່ອຍໃຫ້ພວກເຂົາເຮັດສິ່ງທີ່ໃສ່ຮ້າຍປ້າຍສີພຣະເຈົ້າໄດ້. ພວກເຮົາຄວນສັ່ງສອນບົດຮຽນໃຫ້ພວກເຂົາ ເພື່ອໃຫ້ພວກເຂົາຕື່ນຕົວ. ພຣະເຈົ້າໄດ້ອົດທົນຕໍ່ຄວາມທຸກທໍລະມານຫຼາຍພຽງໃດເພື່ອທີ່ຈະກ່າວ ແລະ ເຮັດພາລະກິດເພື່ອຊ່ວຍພວກເຮົາໃຫ້ລອດພົ້ນ, ແຕ່ພວກເຂົາກຳລັງເຜີຍແຜ່ຂ່າວລື. ພວກເຂົາບໍ່ມີຈິດສຳນຶກ! ມີພຽງແຕ່ການສາບແຊ່ງພວກເຂົາເທົ່ານັ້ນທີ່ພວກເຮົາຈະສາມາດລະບາຍຄວາມກຽດຊັງຂອງພວກເຮົາໄດ້; ຖ້າພວກເຮົາບໍ່ຈັດການກັບພວກເຂົາ, ພວກເຮົາກໍຈະເຮັດໃຫ້ພຣະເຈົ້າຜິດຫວັງ”. ວິທີໃດດີ? ວິທີການເຫຼົ່ານີ້ລ້ວນແຕ່ບໍ່ດີ. ດັ່ງທີ່ພວກເຮົາໄດ້ໂອ້ລົມກັນກ່ອນໜ້ານີ້, ຜູ້ທີ່ເຜີຍແຜ່ຂ່າວລືບໍ່ແມ່ນຄົນດີຢ່າງແນ່ນອນ ແລະ ບຸກຄົນເຊັ່ນນັ້ນຈຳເປັນຕ້ອງຖືກແຍກແຍະ. ຖ້າພວກເຂົາພຽງແຕ່ເຜີຍແຜ່ຂ່າວລືເປັນບາງຄັ້ງຄາວ, ພວກເຂົາກໍຄວນຖືກຕັກເຕືອນ. ຖ້າພວກເຂົາເຜີຍແຜ່ຂ່າວລືຢ່າງສະໝໍ່າສະເໝີ, ພວກເຂົາກໍຕ້ອງຖືກເປີດໂປງ, ໄຈ້ແຍກ ແລະ ຈາກນັ້ນກໍກຳຈັດອອກຈາກຄຣິສຕະຈັກ, ເພື່ອໃຫ້ພວກເຂົາບໍ່ສາມາດນຳພາຢ່າງຜິດໆ ຫຼື ທຳຮ້າຍຜູ້ຄົນໄດ້ອີກຕໍ່ໄປ. ການຈັດການກັບເລື່ອງນີ້ງ່າຍບໍ? ພວກເຈົ້າຈະຈັດການກັບມັນແບບນີ້ ຫຼື ພວກເຈົ້າຈະລໍຖ້າໃຫ້ຜູ້ນຳຄຣິສຕະຈັກອອກຄຳສັ່ງ? ເມື່ອໃດທີ່ພົບວ່າຄົນໃດໜຶ່ງກຳລັງເຜີຍແຜ່ຂ່າວລືຢ່າງສະໝໍ່າສະເໝີ ແລະ ທຸກຄັ້ງທີ່ພວກເຂົາມາເຕົ້າໂຮມ ພວກເຂົາກໍເວົ້າເຖິງເລື່ອງເຫຼົ່ານີ້, ບໍ່ເຄີຍອ່ານພຣະທຳຂອງພຣະເຈົ້າ, ບໍ່ເຄີຍອະທິຖານ, ບໍ່ຮຽນຮູ້ເພງສັນລະເສີນ ແລະ ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ໄດ້ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເມື່ອໃດກໍຕາມທີ່ມີຄົນໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ແບ່ງປັນຄຳພະຍານຈາກປະສົບການ, ພວກເຂົາກໍຮູ້ສຶກລັງກຽດ ແລະ ເບື່ອໜ່າຍ, ແຕ່ບໍ່ຮູ້ສຶກເບື່ອໜ່າຍຕໍ່ຂ່າວລືຂອງຜູ້ບໍ່ເຊື່ອ ແລະ ກໍຕື່ນເຕັ້ນຫຼາຍກັບຂ່າວລືເຫຼົ່ານັ້ນ, ຫຼັງຈາກທີ່ພົບເຫັນທັງໝົດນີ້ແລ້ວ, ເປັນຫຍັງຈຶ່ງຕ້ອງເກງໃຈຄົນແບບນັ້ນອີກ? ເຫັນໄດ້ຊັດເຈນວ່າ ພວກເຂົາເປັນຄົນຮັບໃຊ້ຊາຕານທີ່ໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ ເພື່ອລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າຈາກການຕິດຕາມພຣະເຈົ້າ. ເຈົ້າເຫັນດີໃຫ້ພວກເຂົາລົບກວນບໍ? (ບໍ່.) ຖ້າເຈົ້າບໍ່ເຫັນດີ, ແລ້ວກໍຈົ່ງລຸກຂຶ້ນ ແລະ ເວົ້າວ່າ “ທ້າວນັ້ນ/ນາງນີ້ມາຄຣິສຕະຈັກ ແລະ ເຜີຍແຜ່ຂ່າວລືຢູ່ສະເໝີ, ບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ໄດ້ແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ພວກເຂົາເປັນຜູ້ບໍ່ເຊື່ອ ແລະ ຄວນຖືກກຳຈັດອອກຈາກຄຣິສຕະຈັກ. ມີໃຜຄັດຄ້ານບໍ?” ຖ້າທຸກຄົນເວົ້າວ່າພວກເຂົາບໍ່ມີການຄັດຄ້ານ ແລະ ຍົກມືຂຶ້ນເຫັນດີ, ແລ້ວຄົນຜູ້ນັ້ນກໍຄວນຖືກກຳຈັດອອກໄປ. ການຈັດການກັບຜູ້ເຜີຍແຜ່ຂ່າວລືແບບນີ້ເປັນຕາພໍໃຈບໍ? (ແມ່ນແລ້ວ.) ນີ້ຄືວິທີທີ່ຄວນຈັດການກັບຄົນເຊັ່ນນັ້ນ.
4. ການແຍກແຍະຂ່າວລືທີ່ບໍ່ມີມູນຄວາມຈິງຫຼາຍປະເພດທີ່ຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດ ແລະ ຕັດສິນພາລະກິດຂອງພຣະເຈົ້າ
ຂ່າວລືປະເພດທີ່ພວກເຮົາຫາກໍໂອ້ລົມກັນນັ້ນມາຈາກໃສ? ພວກມັນມາຈາກມັງກອນແດງທີ່ຍິ່ງໃຫຍ່, ຈາກໂລກສາສະໜາ ແລະ ຈາກຜູ້ບໍ່ເຊື່ອ. ນອກຈາກຂ່າວລືຈາກໂລກພາຍນອກແລ້ວ, ຍັງມີຄຳເວົ້າ ແລະ ຄຳນິນທາບາງຢ່າງກ່ຽວກັບພາຍໃນຄຣິສຕະຈັກ. ແມ່ນແຕ່ມີຂໍ້ກ່າວຫາທີ່ບໍ່ມີຄວາມຈິງຢ່າງສິ້ນເຊີງກ່ຽວກັບພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ວັນເວລາຂອງພຣະເຈົ້າ ແລະ ພຣະທຳບາງຂໍ້ຂອງພຣະເຈົ້າ, ພ້ອມທັງຄວາມລຶກລັບບາງຢ່າງທີ່ກ່ຽວຂ້ອງກັບພຣະເຈົ້າ ແລະ ພາລະກິດຂອງພຣະອົງ, ເຊິ່ງຜູ້ຄົນສ້າງຂຶ້ນໂດຍອີງໃສ່ຈິນຕະນາການ ແລະ ແນວຄິດຂອງພວກເຂົາ ຫຼື ໂດຍອີງໃສ່ການສົ່ງຕໍ່ຂໍ້ມູນທີ່ຜິດພາດຢ່າງຕໍ່ເນື່ອງ ແລະ ການຄາດເດົາທີ່ບໍ່ມີມູນຄວາມຈິງ. ເພາະວ່າຜູ້ຄົນໄດ້ເສີມແຕ່ງຄຳເວົ້າ, ຄໍານິນທາ ແລະ ຂໍ້ກ່າວຫາເຫຼົ່ານັ້ນ, ຂ່າວລືເຫຼົ່ານີ້ຈຶ່ງຖືກສ້າງຂຶ້ນ. ເມື່ອຂ່າວລືຖືກສ້າງຂຶ້ນ, ບາງຄົນທີ່ມັກຂ່າວລືກໍເກີດຄວາມກະຕືລືລົ້ນໃນການເຜີຍແຜ່ພວກມັນ, ໂດຍຖືວ່າຂ່າວລືເປັນເລື່ອງຈິງ ແລະ ເຜີຍແຜ່ພວກມັນໄປທົ່ວທຸກບ່ອນ, ໂດຍພັນລະນາພວກມັນເປັນຕຸເປັນຕະ ແລະ ລະອຽດຖີ່ຖ້ວນ ຈົນບາງຄົນທີ່ບໍ່ຮູ້ສະພາບຄວາມຈິງ ແລະ ບໍ່ເຂົ້າໃຈຄວາມຈິງ ທັງຍັງໂງ່ຈ້າ ແລະ ບໍ່ຮູ້ຄວາມ, ກໍຖືກນໍາພາຢ່າງຜິດໆໂດຍຂ່າວລືເຫຼົ່ານີ້ຢ່າງແທ້ຈິງ. ເມື່ອຖືກນໍາພາຢ່າງຜິດໆແລ້ວ, ພວກເຂົາກໍໄດ້ຮັບຜົນກະທົບ ແລະ ຖືກລົບກວນແມ່ນບໍ່? (ແມ່ນແລ້ວ). ສິ່ງເຫຼົ່ານີ້ກໍເປັນບັນຫາທົ່ວໄປທີ່ເກີດຂຶ້ນໃນຄຣິສຕະຈັກ. ເຖິງແມ່ນວ່າຂ່າວລືເຫຼົ່ານີ້ຈະທຽບບໍ່ຕິດເລີຍກັບຂ່າວລືທີ່ໝິ່ນປະໝາດ ແລະ ໂຈມຕີພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າ, ພວກມັນບໍ່ໄດ້ໝິ່ນປະໝາດ ຫຼື ລົບລູ່ພຣະເຈົ້າ ແລະ ເຖິງແມ່ນວ່າພວກມັນຈະບໍ່ກໍ່ໃຫ້ເກີດການລົບກວນ ຫຼື ຄວາມເສຍຫາຍໃດໆຕໍ່ພາລະກິດຂອງພຣະເຈົ້າ, ແຕ່ພວກມັນກໍຍັງສົ່ງຜົນກະທົບຕໍ່ທາງເຂົ້າຂອງຊີວິດຂອງບາງຄົນ ແລະ ຄວນຖືກຢຸດຢັ້ງ. ຕົວຢ່າງ: ເມື່ອບາງຄົນໄດ້ຍິນຄຳເວົ້າທີ່ຄ້າຍຄືຄວາມຈິງ, ພວກເຂົາກໍເຊື່ອໃນໃຈ ແລະ ຟ້າວເຜີຍແຜ່ພວກມັນໃຫ້ຄົນໃກ້ຊິດທີ່ຢູ່ອ້ອມຂ້າງ. ໃນຂະນະທີ່ຂ່າວລືແຜ່ລາມອອກໄປ, ລາຍລະອຽດກໍຍິ່ງເພີ່ມຂຶ້ນ ແລະ ຄົບຖ້ວນຫຼາຍຂຶ້ນ ແລະ ໃນທີ່ສຸດ, ຂ່າວລືກໍເລີ່ມຄືກັບເຫດການຈິງ. ອົງປະກອບຕ່າງໆ ເຊັ່ນ: ເວລາ, ສະຖານທີ່ ແລະ ຕົວລະຄອນ ລ້ວນແລ້ວແຕ່ຄົບຖ້ວນ, ຂ່າວລືດັ່ງກ່າວບັນລຸເງື່ອນໄຂທີ່ຈະສາມາດເຜີຍແຜ່ຕໍ່ສາທາລະນະໄດ້, ແມ່ນບໍ່? ຂໍ້ມູນໃດທີ່ກຳລັງຖືກເຜີຍແຜ່? ຜູ້ປ່ອຍຂ່າວລືເວົ້າວ່າ “ມີບາງສິ່ງທີ່ສຳຄັນທີ່ຂ້ອຍຕ້ອງບອກເຈົ້າໃນມື້ນີ້. ຂ້ອຍຈະຮູ້ສຶກບໍ່ສະບາຍໃຈຢູ່ພາຍໃນຖ້າຂ້ອຍບໍ່ບອກ; ຂ້ອຍຈະບໍ່ສາມາດຕັ້ງໃຈອ່ານພຣະທຳຂອງພຣະເຈົ້າໄດ້ເລີຍ. ຂ້ອຍຕື່ນເຕັ້ນຫຼາຍກ່ຽວກັບເລື່ອງນີ້. ໃນທີ່ສຸດ, ຕອນນີ້ພວກເຮົາທີ່ເຊື່ອໃນພຣະເຈົ້າກໍມີຄວາມຫວັງແລ້ວ!” ເມື່ອທຸກຄົນໄດ້ຍິນວ່າມີຄວາມຫວັງ, ພວກເຂົາກໍສົນໃຈ ແລະ ກະຕືລືລົ້ນ; ຫົວຂໍ້ນີ້ໜ້າດຶງດູດໃຈຫຼາຍ. ພວກເຂົາເວົ້າວ່າ “ພາລະກິດຂອງພຣະເຈົ້າກຳລັງຈະສຳເລັດໃນໄວໆນີ້. ສັນຍານຫຼາຍຢ່າງທີ່ພຣະເຈົ້າໄດ້ພະຍາກອນໄວ້ກ່ອນໜ້ານີ້ກ່ຽວກັບການສິ້ນສຸດພາລະກິດຂອງພຣະອົງໄດ້ປາກົດຂຶ້ນແລ້ວ. ຕົວຢ່າງ: ສະພາບຂອງດວງຈັນ ແລະ ດວງອາທິດ, ສະຖານະການໃນພາກຕາເວັນອອກ ແລະ ພາກຕາເວັນຕົກ, ຈຳນວນຜູ້ຄົນທີ່ພຣະເຈົ້າເລືອກໃນແຕ່ລະປະເທດ, ມີຈັກຄົນທີ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ ແລະ ອື່ນໆ, ສັນຍານເຫຼົ່ານີ້ຂອງການສິ້ນສຸດພາລະກິດຂອງພຣະເຈົ້າຕອນນີ້ກຳລັງຢູ່ຕໍ່ໜ້າພວກເຮົາແລ້ວ. ພວກເຮົາຕ້ອງຟ້າວກະກຽມ!” ບາງຄົນຖາມວ່າ “ພວກເຮົາຄວນກະກຽມຫຍັງ?” ຜູ້ປ່ອຍຂ່າວລືເວົ້າວ່າ “ພວກເຮົາຄວນກຽມການກະທຳທີ່ດີ ແລະ ກະກຽມອາຫານ ແລະ ຟ້າວເອົາເງິນຝາກທັງໝົດຂອງພວກເຮົາຖວາຍແກ່ພຣະເຈົ້າ, ແລ້ວພວກເຮົາກໍຈະສາມາດຮັບປະກັນເອົາຈຸດໝາຍປາຍທາງທີ່ດີໄດ້”. ພວກເຂົາຍັງເວົ້າອີກວ່າ “ໃນປີ ແລະ ເດືອນນັ້ນໆ, ໃນວັນທີນັ້ນໆ ແລະ ໃນເວລານັ້ນໆ, ພວກເຮົາຕ້ອງເຕົ້າໂຮມກັນຢູ່ບ່ອນສະເພາະບ່ອນໜຶ່ງ ບ່ອນທີ່ພຣະເຈົ້າຈະລໍຖ້າພວກເຮົາເພື່ອພາພວກເຮົາໄປ. ພຣະເຈົ້າກ່າວວ່າ ‘ຖ້າເຈົ້າບໍ່ປະຖິ້ມທຸກສິ່ງ, ເຈົ້າກໍບໍ່ສົມຄວນທີ່ຈະເປັນສາວົກຂອງເຮົາ ແລະ ບໍ່ສົມຄວນທີ່ຈະເປັນຜູ້ຕິດຕາມຂອງເຮົາ’. ຕອນນີ້ວັນເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ ແລະ ພຣະທຳຂອງພຣະເຈົ້າໄດ້ກາຍເປັນຈິງແລ້ວ. ພວກເຮົາຕ້ອງປະຖິ້ມສິ່ງທາງໂລກທັງໝົດ, ບໍ່ພຽງແຕ່ອະນາຄົດ ແລະ ອາຊີບຂອງພວກເຮົາເທົ່ານັ້ນ ແຕ່ຍັງລວມເຖິງຄອບຄົວ, ຍາດພີ່ນ້ອງ ແລະ ຄວາມສຳພັນທາງເນື້ອໜັງຂອງພວກເຮົາອີກດ້ວຍ. ພວກເຮົາຕ້ອງປະຖິ້ມສິ່ງຜູກມັດທາງໂລກທັງໝົດ; ພວກເຮົາກຳລັງຈະພົບກັບພຣະເຈົ້າ!” ຄົນສ່ວນໃຫຍ່ຖາມວ່າ “ນີ້ແມ່ນຄວາມຈິງບໍ?” ຜູ້ປ່ອຍຂ່າວລືເວົ້າວ່າ “ແມ່ນແລ້ວ, ຂ້ອຍໄດ້ຂາຍເຮືອນ ແລະ ລົດຂອງຂ້ອຍ ແລະ ໄດ້ຖອນເງິນຝາກຂອງຂ້ອຍອອກມາແລ້ວ. ຖ້າເຈົ້າບໍ່ເຊື່ອຂ້ອຍ, ລອງເບິ່ງພຣະທຳຂອງພຣະເຈົ້າ. ໃນບົດໜຶ່ງ, ການຖອດລະຫັດປະໂຫຍກໃດໜຶ່ງຈະເປີດເຜີຍທີ່ຢູ່ ແລະ ໃນອີກບົດໜຶ່ງ, ການຖອດລະຫັດຂໍ້ຄວາມໃດໜຶ່ງຈະເປີດເຜີຍປີ ແລະ ເດືອນ...”. ເມື່ອໄດ້ຍິນດັ່ງນີ້, ມີໃຜແດ່ທີ່ບໍ່ຖືກປຸກອາລົມ? ມີໃຜແດ່ທີ່ສາມາດແຍກແຍະຄຳເວົ້າເຫຼົ່ານີ້ໄດ້? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຜູ້ຄົນກັງວົນຫຼາຍບໍ? ສິ່ງເຫຼົ່ານີ້ບໍ່ແມ່ນສິ່ງທີ່ຜູ້ຄົນໄດ້ລໍຄອຍມາດົນນານແລ້ວບໍ? ບາງຄົນ, ຫຼັງຈາກທີ່ໄດ້ຍິນສິ່ງນີ້ ແລະ ຈາກນັ້ນກໍເບິ່ງພຣະທຳຂອງພຣະເຈົ້າ ແລະ ຄິດວ່າມັນກົງກັນແທ້ໆ, ກໍເລີ່ມພິຈາລະນາແຜນສຳຮອງ. ເຖິງແມ່ນວ່າບາງຄົນຈະສົງໄສໃນໃຈ, ພວກເຂົາກໍຍັງຫວັງວ່າມັນເປັນຄວາມຈິງ, ໂດຍຄິດວ່າ “ເຖິງແມ່ນວ່າປີ ແລະ ວັນທີ່ກຳນົດໄວ້ຍັງອີກດົນ, ແຕ່ຢ່າງໜ້ອຍກໍມີວັນທີ ແລະ ເວລາທີ່ແນ່ນອນ, ສະນັ້ນພວກເຮົາຈຶ່ງມີຄວາມຫວັງ”. ເຖິງແມ່ນວ່າພວກເຂົາບໍ່ເຊື່ອມັນແທ້ໆ, ພວກເຂົາກໍຍັງໃຫ້ຄວາມສົນໃຈໃນລະດັບໜຶ່ງ. ຄວາມສົນໃຈນີ້ສະແດງເຖິງຫຍັງ? ມັນສະແດງໃຫ້ເຫັນວ່າຜູ້ຄົນໄດ້ຮັບອິດທິພົນ ແລະ ຖືກລົບກວນຈາກສິ່ງເຫຼົ່ານີ້ໄດ້ຢ່າງງ່າຍດາຍ. ເມື່ອຂ່າວລືປະເພດນີ້ເລີ່ມແຜ່ລາມອອກໄປຢ່າງກວ້າງຂວາງໃນຄຣິສຕະຈັກ, 80 ຫາ 90 ເປີເຊັນຂອງຜູ້ຄົນຈະຕື່ນເຕັ້ນຢ່າງຍິ່ງ ແລະ ອາລົມຄວາມຮູ້ສຶກກໍຄຶກຄື້ນຂຶ້ນມາ, ໂດຍຄິດວ່າ “ວັນທີ່ພວກເຮົາລໍຄອຍມາດົນນານກຳລັງຈະມາເຖິງແລ້ວ! ພຣະເຈົ້າໄດ້ຍິນຄຳອະທິຖານຂອງພວກເຮົາແລ້ວ! ພຣະເຈົ້າຮັກພວກເຮົາ ແລະ ບໍ່ໄດ້ປະຖິ້ມພວກເຮົາ!” ແມ່ນຫຍັງຄືຜົນສະທ້ອນຂອງການເຜີຍແຜ່ຫົວຂໍ້ດັ່ງກ່າວໃນລະຫວ່າງການເຕົ້າໂຮມ? ມັນຈະສົ່ງຜົນກະທົບຕໍ່ອາລົມຂອງທຸກຄົນແມ່ນບໍ່? ຜູ້ຄົນຈະບໍ່ສາມາດປະຕິເສດໄດ້, ເຖິງແມ່ນວ່າພວກເຂົາຢາກປະຕິເສດ; ທຸກປະໂຫຍກຂອງຂ່າວລືຈະແທງເຂົ້າໄປໃນໃຈຂອງພວກເຂົາ, ເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະບໍ່ເຊື່ອ. ຜູ້ຄົນມີແນວໂນ້ມສູງທີ່ສຸດທີ່ຈະເຊື່ອຄຳເວົ້າເຫຼົ່ານີ້; ເຖິງແມ່ນວ່າພວກເຂົາຈະບໍ່ແນ່ໃຈຮ້ອຍເປີເຊັນ, ພວກເຂົາກໍຍັງປາດຖະໜາໃຫ້ມັນເປັນຄວາມຈິງ, ໂດຍຄິດວ່າ “ໄຕ່ຕອງເຖິງຄວາມທຸກລຳບາກຫຼາຍຢ່າງທີ່ພວກເຮົາໄດ້ອົດທົນໃນການຕິດຕາມພຣະເຈົ້າ, ຖືກໂລກປະຖິ້ມ, ຖືກລັດຖະບານໄລ່ລ່າ, ຖືກໂລກສາສະໜາຂົ່ມເຫັງ, ແມ່ນແຕ່ຫາຍໃຈຍັງຍາກ, ໃຊ້ຊີວິດແບບຫວາດລະແວງຢູ່ສະເໝີ, ວັນເວລາເຫຼົ່ານີ້ຈະສິ້ນສຸດລົງເມື່ອໃດ? ຕອນນີ້, ໃນທີ່ສຸດວັນເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ!” ຄວາມຄິດເຫຼົ່ານີ້ເຮັດໃຫ້ໃຈຂອງເຈົ້າເດືອດພລ່ານ: “ພວກເຮົາໄດ້ເສຍສະລະຕົນເອງເພື່ອພຣະເຈົ້າຫຼາຍແລ້ວ, ຄວາມເຊື່ອໃນການຕິດຕາມພຣະເຈົ້າຂອງພວກເຮົາໜັກແໜ້ນຫຼາຍ; ສິ່ງທີ່ພວກເຮົາກຳລັງໄດ້ຍິນນີ້ຕ້ອງເປັນຄວາມຈິງ. ພວກເຮົາບໍ່ຄວນເລ່ລ້ອນ ແລະ ທົນທຸກໃນໂລກນີ້ອີກຕໍ່ໄປ, ພວກເຮົາສົມຄວນບໍ່ໄດ້ຮັບສິ່ງນັ້ນ!” ເມື່ອເຈົ້າມີຄວາມຄິດນີ້, ແລະ ເຈົ້າໝັ້ນໃຈ ແລະ ກະຕືລືລົ້ນຕໍ່ຂ່າວລືນີ້ຫຼາຍ, ເຈົ້າຍັງຢາກອ່ານພຣະທຳຂອງພຣະເຈົ້າຢູ່ບໍ? ໃນຈຸດນີ້, ການອ່ານພຣະທຳຂອງພຣະເຈົ້າຕອນໃດກໍຕາມບໍ່ເບິ່ງຄືວ່າເກີນຄວາມຈຳເປັນແມ່ນບໍ່? ເຈົ້າຮູ້ສຶກວ່າ: “ເປັນຫຍັງການແບ່ງປັນຄວາມເຂົ້າໃຈຈາກປະສົບການກ່ຽວກັບພຣະທຳຂອງພຣະເຈົ້າຈຶ່ງເບິ່ງຄືວ່າບໍ່ຈຳເປັນເລີຍໃນຕອນນີ້? ບໍ່ຈຳເປັນຕ້ອງອະທິຖານຫາພຣະເຈົ້າອີກແລ້ວ, ແມ່ນບໍ່? ວັນເວລາຂອງພຣະເຈົ້າໄດ້ມາເຖິງແລ້ວ ແລະ ພວກເຮົາຈະພົບກັບພຣະເຈົ້າຕໍ່ໜ້າໄວໆນີ້, ສະນັ້ນການອະທິຖານຫາພຣະເຈົ້າຕອນນີ້ໝາຍຄວາມວ່າພວກເຮົາບໍ່ເຄົາລົບພຣະເຈົ້າແມ່ນບໍ່? ເມື່ອດຳລົງຊີວິດໃນເນື້ອໜັງ, ຫ່າງໄກຈາກພຣະເຈົ້າ, ພວກເຮົາຈຳເປັນຕ້ອງອ່ານພຣະທຳຂອງພຣະເຈົ້າເພື່ອບັນເທົາຄວາມໂຫຍຫາຂອງພວກເຮົາ. ຕອນນີ້, ພວກເຮົາກຳລັງຈະກ້າວຂ້າມໂລກນີ້ ແລະ ຈະພົບກັບພຣະເຈົ້າດ້ວຍຕົນເອງໃນໄວໆນີ້, ສະນັ້ນບໍ່ຈຳເປັນຕ້ອງອ່ານພຣະທຳຂອງພຣະເຈົ້າ. ສິ່ງທີ່ພວກເຮົາເຮັດໃນຕອນນີ້ບໍ່ມີຫຍັງທີ່ເປັນຮູບປະທຳເທົ່າກັບການພົບກັບພຣະເຈົ້າໃນປີ, ເດືອນ, ວັນທີ ແລະ ເວລາທີ່ສະເພາະເຈາະຈົງນັ້ນ. ມັນຈະເປັນສິ່ງທີ່ປະເສີດສໍ່າໃດ! ເມື່ອທຽບກັບການພົບກັບພຣະເຈົ້າໃນວັນນັ້ນຢູ່ບ່ອນນັ້ນ, ການອ່ານພຣະທຳຂອງພຣະເຈົ້າເບິ່ງຄືວ່າບໍ່ສຳຄັນເລີຍ”. ພວກເຈົ້າບໍ່ສາມາດຕັ້ງໃຈອ່ານພຣະທຳຂອງພຣະເຈົ້າໄດ້ອີກຕໍ່ໄປ. ໃຈຂອງເຈົ້າບໍ່ສະຫງົບ, ປາດຖະໜາໃຫ້ວັນນັ້ນມາເຖິງໄວໆ! ອາລົມນີ້ຍາກທີ່ຈະສະແດງອອກແມ່ນບໍ່? ຂ່າວລືດັ່ງກ່າວຖືກໃຈຄົນສ່ວນໃຫຍ່ ແລະ ສາມາດແຜ່ລາມໄດ້ງ່າຍຫຼາຍໃນຄຣິສຕະຈັກ. ຄົນໜຶ່ງບອກສອງ, ສອງບອກສິບ ແລະ ຂ່າວລືກໍແຜ່ລາມຫຼາຍຂຶ້ນເລື້ອຍໆ, ຈາກຄຣິສຕະຈັກໜຶ່ງໄປສອງຄຣິສຕະຈັກ, ຈາກສອງຄຣິສຕະຈັກໄປຫ້າ, ແຜ່ລາມອອກໄປຢ່າງກວ້າງຂວາງຂຶ້ນເລື້ອຍໆ. ຜົນສະທ້ອນແມ່ນຫຍັງ? ຂ່າວລືເຫຼົ່ານີ້ເຮັດໃຫ້ຜູ້ຄົນສົງໄສພຣະເຈົ້າ, ຫ່າງໄກຕົນເອງຈາກພຣະເຈົ້າ, ລືມຄວາມຮັກທີ່ແທ້ຈິງຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ, ລືມໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ລືມເສັ້ນທາງທີ່ພວກເຂົາຄວນຕິດຕາມ. ກົງກັນຂ້າມ, ພວກເຂົາຕັ້ງໃຈສະແຫວງຫາຢ່າງດຽວທີ່ຈະເຫັນວັນເວລາຂອງພຣະເຈົ້າມາເຖິງ ແລະ ເຫັນວ່າພວກເຂົາຈະໄດ້ຮັບພອນ ຫຼື ບໍ່. ເມື່ອວັນນັ້ນມາເຖິງແທ້ໆ ແລະ ບໍ່ມີຫຍັງເກີດຂຶ້ນ, ຕອນນັ້ນຜູ້ຄົນຈຶ່ງຮັບຮູ້ວ່າການເຊື່ອໃນຂ່າວລືໄດ້ເຮັດໃຫ້ຊີວິດຂອງພວກເຂົາໄດ້ຮັບຄວາມເສຍຫາຍ. ຕອນນັ້ນພວກເຈົ້າສາມາດກັບຄືນສູ່ສະພາບເດີມ, ປະພຶດຕົນຢ່າງເໝາະສົມ, ຍຶດໝັ້ນໜ້າທີ່ຂອງເຈົ້າ, ສະແຫວງຫາຄວາມຈິງຢ່າງຕິດດິນ, ສະແຫວງຫາຫຼັກການຄວາມຈິງໃນທຸກສິ່ງ ແລະ ປະພຶດຕົນ ແລະ ປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າໄດ້ບໍ? ເວລາຈະຜ່ານໄປແລ້ວ ແລະ ບໍ່ສາມາດເອົາຄືນໄດ້. ນີ້ແມ່ນຄວາມຜິດຂອງໃຜ? ໂທດຕົນເອງທີ່ບໍ່ເຄີຍເປັນຄົນທີ່ສະແຫວງຫາຄວາມຈິງເລີຍ. ເຈົ້າຄິດຝັນເຟື້ອງ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຕົກເປັນເຫຍື່ອຂອງຂ່າວລື.
ສຳລັບຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ເຂົ້າໃຈຄວາມຈິງ, ຂ່າວລືພຽງຂໍ້ດຽວກໍສາມາດນໍາພາພວກເຂົາເຂົ້າສູ່ເຫວເລິກ ແລະ ທຳລາຍພວກເຂົາໄດ້. ເຫວເລິກໝາຍເຖິງຫຍັງ? ໂດຍພື້ນຖານແລ້ວ, ເຈົ້າມີຄວາມເຊື່ອໃນພຣະເຈົ້າທີ່ປົກກະຕິ ແລະ ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ແຕ່ຂ່າວລືພຽງຂໍ້ດຽວໄດ້ນໍາພາເຈົ້າໄປໃນທາງທີ່ຜິດ. ໂດຍບໍ່ຮູ້ຕົວ, ເຈົ້າຖືກຊາຕານນໍາພາຢ່າງຜິດໆ, ເຈົ້າເຊື່ອຄຳເວົ້າຊົ່ວຊ້າທີ່ຊາຕານເວົ້າ ແລະ ເຈົ້າໄດ້ຕິດຕາມຊາຕານ. ເຈົ້າເດີນຕາມ ແລະ ສະແຫວງຫາຕາມເສັ້ນທາງທີ່ຊາຕານໄດ້ວາງໄວ້ໃຫ້ເຈົ້າ ແລະ ຍິ່ງເຈົ້າໄປໄກເທົ່າໃດ, ໃຈຂອງເຈົ້າກໍຍິ່ງມືດມົນລົງເທົ່ານັ້ນ ແລະ ເຈົ້າຍິ່ງຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອເຈົ້າໄດ້ປະຖິ້ມ ແລະ ປະຕິເສດພຣະເຈົ້າຢ່າງສິ້ນເຊີງ, ເຈົ້າບໍ່ພຽງແຕ່ມີຄວາມສົງໄສຕໍ່ພຣະເຈົ້າໃນໃຈຂອງເຈົ້າເທົ່ານັ້ນ, ແຕ່ທີ່ຮ້າຍແຮງກວ່ານັ້ນ, ເຈົ້າກໍເກີດຄວາມຈົ່ມວ່າຕໍ່ພຣະເຈົ້າ ແລະ ການປະຕິເສດພຣະເຈົ້າ. ເມື່ອເຈົ້າມາເຖິງຈຸດນີ້, ມັນບໍ່ແມ່ນຈຸດຈົບຂອງເສັ້ນທາງສຳລັບເຈົ້າແລ້ວບໍ່? ນີ້ບໍ່ແມ່ນເຫວເລິກແມ່ນບໍ່? ນີ້ແມ່ນສິ່ງທີ່ເຈົ້າຢາກເຫັນແມ່ນບໍ່? ເມື່ອເຈົ້າມາເຖິງຈຸດນີ້, ເຈົ້າຍັງສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? ບໍ່ໄດ້ ແລະ ມັນຍາກຫຼາຍທີ່ຈະຫັນຫຼັງກັບ. ເປັນຫຍັງ? ເພາະວ່າພຣະເຈົ້າໄດ້ຢຸດເຮັດວຽກແລ້ວ, ພຣະວິນຍານບໍລິສຸດໄດ້ຢຸດເຮັດວຽກແລ້ວ ແລະ ເຈົ້າກໍເຕັມໄປດ້ວຍຄວາມມືດມົນ. ກຳແພງສູງໄດ້ຖືກສ້າງຂຶ້ນລະຫວ່າງເຈົ້າກັບພຣະເຈົ້າ. ກຳແພງນີ້ແມ່ນຫຍັງ? ມັນຄືແນວຄິດ, ຈິນຕະນາການ ແລະ ຂ່າວລືທີ່ຊາຕານໄດ້ປູກຝັງໃສ່ເຈົ້າ ແລະ ຄວາມປາຖະໜາສ່ວນຕົວ. ຄວາມຮູ້ຂອງເຈົ້າກ່ຽວກັບສິ່ງທີ່ເປັນບວກ ເຊັ່ນ: ຕົວຕົນຂອງພຣະເຈົ້າ, ແກ່ນແທ້, ສະຖານະ ແລະ ອື່ນໆ, ກໍກາຍເປັນມົວຢ່າງກະທັນຫັນ ແລະ ແມ່ນແຕ່ຄ່ອຍໆຫາຍໄປ. ນີ້ເປັນສິ່ງທີ່ໜ້າຢ້ານກົວຫຼາຍ. ນີ້ບໍ່ແມ່ນການຕົກລົງສູ່ເຫວເລິກແມ່ນບໍ່? (ແມ່ນແລ້ວ.) ເມື່ອເຈົ້າຕົກຢູ່ໃນສະຖານະການນີ້, ເຈົ້າຍັງສາມາດອົດທົນຕໍ່ຄວາມລຳບາກ ແລະ ຈ່າຍລາຄາເພື່ອປະຕິບັດໜ້າທີ່ຂອງເຈົ້າໄດ້ບໍ? ເຈົ້າຍັງສາມາດຍ່າງຕາມເສັ້ນທາງແຫ່ງການສະແຫວງຫາຄວາມຈິງເພື່ອໄດ້ຮັບຄວາມລອດພົ້ນໄດ້ບໍ? ຂ້ອຍບອກເຈົ້າວ່າ, ມັນຍາກຫຼາຍທີ່ຈະຫັນຫຼັງກັບ. ນີ້ຄືການຖືກນໍາພາໄປໃນທາງທີ່ຜິດ! ຂ່າວລືພຽງຂໍ້ດຽວ, ຖ້າເຈົ້າບໍ່ລະມັດລະວັງຊົ່ວຄາວ ແລະ ຖືກນໍາພາຢ່າງຜິດໆ, ກໍສາມາດມີຜົນທີ່ຄາດບໍ່ເຖິງ. ສະນັ້ນ, ເມື່ອຂ່າວລືດັ່ງກ່າວກ່ຽວກັບພາລະກິດຂອງພຣະເຈົ້າປາກົດຂຶ້ນໃນຄຣິສຕະຈັກ, ພວກມັນຄວນຖືກຢຸດຢັ້ງ ແລະ ຈຳກັດໂດຍທັນທີ. ຄົນເຮົາຕ້ອງບໍ່ສ້າງເລື່ອງຂຶ້ນມາຈາກຄວາມຫວ່າງເປົ່າ ແລະ ຄົນເຮົາຕ້ອງບໍ່ສ້າງຄຳຕົວະທຸກປະເພດທີ່ຜູ້ຄົນມັກຟັງ, ເພື່ອນໍາພາພວກເຂົາຢ່າງຜິດໆ ແລະ ລໍ້ລວງພວກເຂົາໃຫ້ອອກຈາກເສັ້ນທາງທີ່ຖືກຕ້ອງ. ເຖິງແມ່ນວ່າຜູ້ຄົນຈະມັກຫົວຂໍ້ເຫຼົ່ານີ້, ມັນຈະມີປະໂຫຍດຫຍັງແດ່ສຳລັບຄົນເຮົາທີ່ຈະເອົາໃຈໃສ່ພວກມັນໃນໃຈ ແລະ ເຜີຍແຜ່ພວກມັນ? ຈະໄດ້ຮັບຜົນປະໂຫຍດຫຍັງແດ່? ບາງຄົນເວົ້າວ່າ “ຄົນຜູ້ນັ້ນຢາກເວົ້າຫຍັງກໍເວົ້າໄດ້, ເພາະມັນເປັນປາກຂອງພວກເຂົາ. ສະນັ້ນ, ໃຫ້ພວກເຂົາເວົ້າຕາມທີ່ພວກເຂົາປາດຖະໜາ”. ນັ້ນຂຶ້ນຢູ່ກັບວ່າກຳລັງເວົ້າຫຍັງ. ຖ້າມັນເປັນສິ່ງທີ່ສ້າງສາຜູ້ຄົນ, ມັນກໍສາມາດເວົ້າໄດ້ ແລະ ສາມາດເຜີແຜ່ໄດ້, ມັນສາມາດເຜີຍແຜ່ໄດ້ໃນທຸກວິທີທາງ. ແຕ່ຂ່າວລືເຫຼົ່ານີ້ບໍ່ໄດ້ສ້າງສາຜູ້ຄົນແມ່ນແຕ່ໜ້ອຍດຽວ; ພວກມັນພຽງແຕ່ນໍາພາຜູ້ຄົນຢ່າງຜິດໆ ແລະ ປ່ຽນຄວາມສົນໃຈຂອງພວກເຂົາ, ລົບກວນການສະແຫວງຫາຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາອອກຈາກເສັ້ນທາງທີ່ຖືກຕ້ອງ, ສົ່ງຜົນກະທົບຕໍ່ຄວາມສຳພັນຂອງພວກເຂົາກັບພຣະເຈົ້າ, ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ປົກກະຕິຂອງພວກເຂົາ ແລະ ສົ່ງຜົນກະທົບຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງພາລະກິດຂອງຄຣິສຕະຈັກ. ເມື່ອຜູ້ຄົນຍອມຮັບຂ່າວລືເຫຼົ່ານີ້, ມັນກໍຄືກັບການຖືກຕິດຢູ່ໃນວົງກົດທີ່ພວກເຂົາບໍ່ສາມາດໜີອອກມາໄດ້. ສະນັ້ນ, ເມື່ອເຈົ້າໄດ້ຍິນຂ່າວລືເຫຼົ່ານີ້, ຖ້າມີຄົນບອກເຈົ້າຜູ້ດຽວ, ເຈົ້າຄວນປະຕິເສດພວກມັນ. ຖ້າລາວເວົ້າພວກມັນໃນທ່າມກາງຄົນອື່ນ, ເຈົ້າຄວນບໍ່ພຽງແຕ່ປະຕິເສດພວກມັນເທົ່ານັ້ນ ແຕ່ຍັງຕ້ອງເປີດໂປງ ແລະ ໄຈ້ແຍກພວກມັນ, ຢ່າໃຫ້ຄົນຈຳນວນຫຼາຍຖືກນໍາພາຢ່າງຜິດໆ. ໂດຍສະເພາະໃນກໍລະນີຂອງຜູ້ທີ່ຫາກໍເຊື່ອໄດ້ພຽງໜຶ່ງ ຫຼື ສອງປີ ຫຼື ສອງ ຫຼື ສາມປີ, ພວກເຂົາຍັງບໍ່ສາມາດເບິ່ງທະລຸເລື່ອງຈຸດໝາຍປາຍທາງ, ການພົບກັບພຣະເຈົ້າ ແລະ ການຖືກຮັບຂຶ້ນໄປໄດ້, ພວກເຂົາຍັງບໍ່ທັນເກີດຄວາມສົນໃຈໃນຄວາມຈິງ ແລະ ບໍ່ມີເສັ້ນທາງສຳລັບການສະແຫວງຫາຄວາມຈິງ ແລະ ການສະແຫວງຫາການປ່ຽນແປງອຸປະນິໄສໃນຄວາມເຊື່ອຂອງພວກເຂົາ. ໃນສະຖານະການດັ່ງກ່າວ, ພວກເຂົາແມ່ນຜູ້ທີ່ຖືກນໍາພາຢ່າງຜິດໆ ແລະ ໄດ້ຮັບອິດທິພົນຈາກຂ່າວລືເຫຼົ່ານີ້ໄດ້ງ່າຍທີ່ສຸດ ແລະ ເມື່ອພວກເຂົາຖືກຫຼອກລວງ, ຜົນສະທ້ອນກໍຄາດບໍ່ເຖິງ. ມັນຄືກັບການກິນຢາພິດ; ເຖິງແມ່ນວ່າມີຢາແກ້ພິດ, ຄວາມເສຍຫາຍຕໍ່ຮ່າງກາຍຂອງເຈົ້າກໍຍັງເກີດຂຶ້ນແມ່ນບໍ່? ເຖິງແມ່ນວ່າເຈົ້າຈະລອດຊີວິດ, ຄວາມທຸກທໍລະມານ ແລະ ຄວາມເສຍຫາຍຕໍ່ຮ່າງກາຍຂອງເຈົ້າສາມາດຖືກລະເລີຍໄດ້ບໍ? ສະນັ້ນ, ເມື່ອປະເຊີນກັບຂ່າວລືເຫຼົ່ານີ້, ເຈົ້າຕ້ອງແຍກແຍະ ແລະ ປະຕິເສດພວກມັນ, ບໍ່ຄວນຖືພວກມັນເປັນເລື່ອງເລົ່າ ຫຼື ເປັນເຫດການຈິງ. ບາງຄົນສົນໃຈຂ່າວລືເຫຼົ່ານີ້ເປັນພິເສດ ແລະ ເຜີຍແຜ່ພວກມັນໄປທົ່ວທຸກບ່ອນ, ແບ່ງປັນໃຫ້ຄົນອື່ນຄືກັບວ່າພວກມັນເປັນຄວາມຈິງ. ລັກສະນະຂອງສິ່ງນີ້ແມ່ນຫຍັງ? ນີ້ບໍ່ແມ່ນການເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານແມ່ນບໍ່? ຄົນເຊັ່ນນີ້ຄວນຖືກລິຮານ ແລະ ຕັກເຕືອນ. ຖ້າພວກເຂົາບໍ່ກັບໃຈ, ພວກເຂົາຄວນຖືກກຳຈັດອອກ. ຖ້າເຖິງຈຸດໜຶ່ງ, ພວກເຂົາກັບໃຈ ແລະ ເວົ້າວ່າ “ການເຜີຍແຜ່ຂ່າວລືເປັນສິ່ງທີ່ຜິດ; ຂ້ອຍໄດ້ເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານ ແລະ ຂ້ອຍຈະບໍ່ເຜີຍແຜ່ພວກມັນອີກຕໍ່ໄປ”, ແລ້ວພວກເຂົາກໍສາມາດຖືກສັງເກດການ: ຖ້າພວກເຂົາກັບໃຈ ແລະ ສະແດງພຶດຕິກຳທີ່ດີ, ພວກເຂົາກໍສາມາດຖືກຍອມຮັບເຂົ້າຄຣິສຕະຈັກຊົ່ວຄາວ. ຖ້າພວກເຂົາກັບໄປເຮັດຜິດອີກ, ພວກເຂົາກໍຄວນຖືກສະລ້າງອອກ.
ຂ່າວລືກ່ຽວກັບພາລະກິດຂອງພຣະເຈົ້າບໍ່ໄດ້ຈຳກັດຢູ່ພຽງເທົ່ານີ້. ຜູ້ຄົນໃຊ້ຈິນຕະນາການ ແລະ ແນວຄິດຂອງພວກເຂົາ, ພ້ອມທັງຈິດໃຈຂອງພວກເຂົາ, ເພື່ອວິເຄາະ ແລະ ກວດສອບຢ່າງລະອຽດ; ພວກເຂົາກວດສອບພຣະທຳຂອງພຣະເຈົ້າ ແລະ ຄຳພະຍາກອນຕ່າງໆຢ່າງລະອຽດ, ພ້ອມທັງໄພພິບັດຕ່າງໆ, ສັນຍານ ແລະ ເຫດການຕ່າງໆ ໃນສັງຄົມ ແລະ ໂລກ, ແມ່ນແຕ່ອີງໃສ່ຄວາມຝັນຂອງພວກເຂົາ ເພື່ອສະແດງຄວາມຄິດເຫັນຢ່າງເສລີກ່ຽວກັບພາລະກິດຂອງພຣະເຈົ້າ, ພວກເຂົາສ້າງຂ່າວລືຫຼາຍຢ່າງ. ຜູ້ຄົນຈຳນວນຫຼາຍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າເປັນປະຈຳ ຫຼື ບໍ່ໄດ້ໃສ່ໃຈໃນຄວາມຈິງເປັນປະຈຳ, ຍິ່ງໄປກວ່ານັ້ນ ພວກເຂົາບໍ່ໄດ້ໃສ່ໃຈໃນການສະແຫວງຫາຫຼັກການໃນການປະຕິບັດໜ້າທີ່ຂອງພວກເຂົາເປັນປະຈຳ. ກົງກັນຂ້າມ, ພວກເຂົາຄິດໄຕ່ຕອງຄຳຖາມເຊັ່ນວ່າ “ການປາກົດ ແລະ ພາລະກິດຂອງພຣະເຈົ້າເລີ່ມຕົ້ນແນວໃດ? ໃຜເປັນຜູ້ເລີ່ມຕົ້ນທັງໝົດ? ຜູ້ຄົນມີບົດບາດຫຍັງ? ເຫດການໃດແດ່ທີ່ເກີດຂຶ້ນ?” ພວກເຂົາກວດສອບປະກົດການພາຍນອກເຫຼົ່ານີ້ ແລະ ໂຄງສ້າງການບໍລິຫານຂອງຄຣິສຕະຈັກ, ບຸກຄະລາກອນ ແລະ ອື່ນໆ. ຫຼັງຈາກການກວດສອບທັງໝົດນີ້, ພວກເຂົາກໍສະຫຼຸບທັງໝົດ ແລະ ຄິດຫາສິ່ງທີ່ເອີ້ນວ່າກົດລະບຽບ ຫຼື ປະກົດການບາງຢ່າງ ແລະ ເຜີຍແຜ່ພວກມັນໃນຄຣິສຕະຈັກຄືກັບວ່າພວກມັນເປັນຄວາມຈິງ. ເມື່ອເຜີຍແຜ່ພວກມັນ, ພວກເຂົາພັນລະນາພວກມັນ ເປັນຕຸເປັນຕະ ແລະ ລະອຽດຖີ່ຖ້ວນ ແລະ ຜູ້ທີ່ບໍ່ມີການແຍກແຍະອາດຈະຄິດວ່າພວກເຂົາກຳລັງສົນທະນາກ່ຽວກັບພາລະກິດຂອງພຣະເຈົ້າ. ແນວໃດກໍຕາມ, ຜູ້ທີ່ມີການແຍກແຍະຄິດວ່າ “ເຈົ້າບໍ່ໄດ້ເວົ້າໄຮ້ສາລະ ແລະ ເຜີຍແຜ່ຄຳສອນນອກຮີດ ແລະ ຄຳເວົ້າຜິດໆແມ່ນບໍ່? ເຈົ້າບໍ່ໄດ້ຕັດສິນພາລະກິດຂອງພຣະເຈົ້າແມ່ນບໍ່? ນີ້ບໍ່ແມ່ນການແບ່ງປັນຄວາມເຂົ້າໃຈ ແລະ ປະສົບການ, ມັນບໍ່ກ່ຽວຂ້ອງກັບຄວາມຈິງ. ນີ້ຄືການສ້າງຂ່າວລື ແລະ ຕ້ອງຖືກຢຸດຢັ້ງໂດຍທັນທີ; ຖ້າບໍ່ດັ່ງນັ້ນ, ບາງຄົນກໍຈະຖືກນໍາພາຢ່າງຜິດໆ!” ຄຳເວົ້າຜິດໆ ແລະ ຄຳສອນນອກຮີດເຫຼົ່ານີ້, ເຊິ່ງຈັດວ່າເປັນຂ່າວລື, ບໍ່ສອດຄ່ອງກັບຄວາມຈິງ ແລະ ລົບກວນຄວາມເຂົ້າໃຈຄວາມຈິງຂອງຜູ້ຄົນ. ເມື່ອການກະທຳຂອງການເຜີຍແຜ່ຂ່າວລືປາກົດຂຶ້ນໃນຄຣິສຕະຈັກ, ມັນຄວນຖືກຢຸດຢັ້ງໂດຍທັນທີ.
ຍັງມີຂ່າວລືບາງຢ່າງທີ່ເປັນຄຳເວົ້າຊົ່ວຊ້າທີ່ຕັດສິນພາລະກິດຂອງພຣະເຈົ້າ. ຕົວຢ່າງ: ກ່ຽວກັບວ່າພຣະເຈົ້າຮັກໃຜ, ພຣະອົງຊ່ວຍໃຜໃຫ້ລອດພົ້ນ ແລະ ພຣະອົງເຮັດໃຫ້ໃຜສົມບູນ, ບາງຄົນ, ໂດຍໃຊ້ຄວາມສະຫຼາດເລັກໆນ້ອຍໆຂອງຕົນເອງ, ສັງເກດ ແລະ ສະຫຼຸບ, ໂດຍເວົ້າວ່າ “ຄົນໃນໂລກທີ່ມີຄວາມສາມາດ ແລະ ຜູ້ທີ່ເຄີຍເປັນເຈົ້າໜ້າທີ່ ແລະ ຜູ້ທີ່ເຄີຍເປັນຫົວໜ້າພະແນກ ຫຼື ຜູ້ບໍລິຫານໃນວິສາຫະກິດ, ເມື່ອພວກເຂົາມາເຮືອນຂອງພຣະເຈົ້າ, ພວກເຂົາກໍກາຍເປັນຜູ້ນໍາໂດຍກົງ ຫຼື ຮັບຜິດຊອບວຽກງານທົ່ວໄປ ແລະ ການເງິນໂດຍທັນທີ. ຄົນເຫຼົ່ານີ້ແມ່ນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູນ”. ນີ້ບໍ່ແມ່ນການສ້າງຂ່າວລືແມ່ນບໍ່? ນີ້ແມ່ນການສ້າງຂ່າວລືແທ້ໆ. ຂ່າວລືແມ່ນຫຍັງ? ມັນຄືການເວົ້າຢ່າງບໍ່ຮັບຜິດຊອບ, ການຕັດສິນຢ່າງໜ້າມືດຕາມົວ ແລະ ການສະຫຼຸບທີ່ບໍ່ມີມູນຄວາມຈິງ, ໃນລັກສະນະທີ່ບໍ່ສອດຄ່ອງກັບຄວາມຈິງ; ຄຳເວົ້າເຫຼົ່ານີ້ລ້ວນແລ້ວແຕ່ເປັນຂ່າວລື. ຄົນອື່ນເວົ້າວ່າ “ຜູ້ນັ້ນໄດ້ຖວາຍເງິນຫຼາຍສິບພັນຢວນ. ຄວາມເຊື່ອຂອງພວກເຂົາໃຫຍ່ຫຼວງ, ພວກເຂົາສາມາດເຂົ້າສູ່ລາຊະອານາຈັກໄດ້”. ສິ່ງນີ້ເຮັດໃຫ້ຜູ້ທີ່ບໍ່ມີເງິນກາຍເປັນຄິດລົບ ແລະ ຮູ້ສຶກເປັນທຸກ; ພວກເຂົາເວົ້າວ່າ “ເຖິງແມ່ນວ່າຂ້ອຍກໍໄດ້ຖວາຍຫຼາຍສົມຄວນ, ແຕ່ມັນກໍບໍ່ເທົ່າກັບສິ່ງທີ່ພວກເຂົາຖວາຍໃນຄັ້ງດຽວ. ນີ້ໝາຍຄວາມວ່າຂ້ອຍບໍ່ສາມາດໄດ້ຮັບຄວາມລອດພົ້ນ ແລະ ຖືກເຮັດໃຫ້ສົມບູນແມ່ນບໍ່? ພຣະເຈົ້າບໍ່ຕ້ອງການຄົນແບບຂ້ອຍແມ່ນບໍ່?” ຄົນອື່ນທີ່ສ້າງຂ່າວລືກໍເວົ້າວ່າ “ຄົນຮັ່ງມີບໍ່ສາມາດເຂົ້າສູ່ລາຊະອານາຈັກໄດ້; ພຣະເຈົ້າຕ້ອງການຄົນທຸກຍາກ”. ຄົນທຸກຍາກເຫຼົ່ານັ້ນກໍດີໃຈວ່າ: “ເຖິງແມ່ນວ່າຂ້ອຍບໍ່ໄດ້ຖວາຍເງິນຫຼາຍ, ຂ້ອຍກໍຍັງສາມາດເຂົ້າສູ່ລາຊະອານາຈັກໄດ້, ໃນຂະນະທີ່ຄົນຮັ່ງມີຖືກປະໄວ້ທາງນອກ”. ບໍ່ວ່າຜູ້ທີ່ສ້າງຂ່າວລືຈະເວົ້າຫຍັງ, ມັນກໍສົ່ງຜົນກະທົບຕໍ່ຄົນທຸກຍາກບໍ່ທາງໃດກໍທາງໜຶ່ງ; ພວກເຂົາບໍ່ສາມາດເບິ່ງທະລຸຄວາມຈິງທີ່ວ່າມັນເປັນພຽງຂ່າວລື ແລະ ຄຳເວົ້າຊົ່ວຊ້າ. ເປັນຫຍັງຈຶ່ງເປັນແນວນີ້? ມັນເປັນເພາະວ່າພວກເຂົາບໍ່ເຂົ້າໃຈຄວາມຈິງ ແລະ ຂາດການແຍກແຍະ, ສະນັ້ນພວກເຂົາຈຶ່ງຖືກນໍາພາຢ່າງຜິດໆຢູ່ສະເໝີ. ທັງຜູ້ທີ່ສ້າງຂ່າວລື ແລະ ຜູ້ທີ່ເຜີຍແຜ່ພວກມັນລ້ວນແລ້ວແຕ່ເປັນມານຮ້າຍ. ບໍ່ວ່າພວກເຂົາຈະເວົ້າຫຼາຍສໍ່າໃດກໍຕາມ, ເຈົ້າບໍ່ຮູ້ວ່າຄຳເວົ້າໃດເປັນຄວາມຈິງ ແລະ ຄຳເວົ້າໃດເປັນຄວາມຕົວະ, ຄຳເວົ້າເຫຼົ່ານີ້ມາຈາກໃສແທ້, ເຈດຕະນາຂອງພວກເຂົາໃນການເຜີແຜ່ຄຳເວົ້າເຫຼົ່ານີ້ແມ່ນຫຍັງແທ້ ແລະ ພວກເຂົາຫວັງວ່າຈະບັນລຸເປົ້າໝາຍຫຍັງ. ຖ້າຄົນໃດໜຶ່ງບໍ່ສາມາດເບິ່ງທະລຸສິ່ງເຫຼົ່ານີ້ໄດ້ ແລະ ຍອມຮັບ ແລະ ເຜີຍແຜ່ຂ່າວລືຢ່າງຫຼັບຫູຫຼັບຕາ, ນັ້ນບໍ່ໄດ້ເຮັດໃຫ້ພວກເຂົາເປັນຄົນໂງ່ແມ່ນບໍ່? ຄົນໂງ່ບໍ່ຖືກເອີ້ນວ່າຄົນບໍ່ດີແມ່ນບໍ່? ເຖິງແມ່ນວ່າຄຳເວົ້ານີ້ບໍ່ສຸພາບ, ແຕ່ຂ້ອຍຄິດວ່າມັນເໝາະສົມຫຼາຍ. ເປັນຫຍັງຈຶ່ງເໝາະສົມ? ເພາະວ່າຄົນດັ່ງກ່າວເວົ້າຢ່າງບໍ່ຮັບຜິດຊອບ. ພວກເຂົາເຜີຍແຜ່ຂ່າວລືຢ່າງຊະຊາຍ, ຕັດສິນຢ່າງຊະຊາຍ ແລະ ສ້າງຂ່າວລືໂດຍອີງໃສ່ປະກົດການບາງຢ່າງ ແລະ ຈາກນັ້ນກໍເຜີຍແຜ່ຂ່າວລືເຫຼົ່ານີ້ຢ່າງຊະຊາຍ ແລະ ພັນລະນາພວກມັນຢ່າງໜ້າເຊື່ອຖືຄືກັບວ່າເປັນເຫດການຈິງ, ດ້ວຍເຫດນັ້ນມັນຈຶ່ງສົ່ງຜົນກະທົບ ແລະ ລົບກວນບາງຄົນ. ພວກເຂົາບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈຄວາມຈິງ; ພວກເຂົາໃຊ້ເວລາໃນແຕ່ລະວັນເພື່ອເຜີຍແຜ່ຂ່າວລື ແລະ ເວົ້າເລື່ອງໄຮ້ສາລະໃນຄຣິສຕະຈັກ. ມື້ນີ້, ພວກເຂົາເຫັນຄົນໃດໜຶ່ງຖວາຍຫຼາຍ ແລະ ເວົ້າວ່າຄົນຜູ້ນັ້ນສາມາດໄດ້ຮັບຄວາມລອດພົ້ນ. ມື້ອື່ນ, ພວກເຂົາເຫັນຄົນໃດໜຶ່ງທີ່ຖືກຈຳຄຸກ ແລະ ບໍ່ໄດ້ກາຍເປັນຢູດາ ແລະ ພວກເຂົາເວົ້າວ່າ “ຄົນຜູ້ນັ້ນມີໃຈດຽວກັບພຣະເຈົ້າ. ພວກເຂົາສາມາດເຂົ້າສູ່ລາຊະອານາຈັກ ແລະ ມີຈຸດໝາຍປາຍທາງທີ່ດີ. ໃນອະນາຄົດ, ພວກເຂົາຈະປົກຄອງຊາວເມືອງໃນເຮືອນຂອງພຣະເຈົ້າ; ພວກເຮົາທີ່ເປັນພຽງທະຫານນ້ອຍໆບໍ່ສາມາດທຽບເທົ່າກັບພວກເຂົາໄດ້”. ນີ້ບໍ່ແມ່ນການເວົ້າຊົ່ວຊ້າແມ່ນບໍ່? ນີ້ບໍ່ແມ່ນຂ່າວລືແມ່ນບໍ່? (ແມ່ນແລ້ວ.) ໂດຍບໍ່ຄຳນຶງເຖິງເຈດຕະນາ ແລະ ເປົ້າໝາຍຂອງຜູ້ຄົນທີ່ເວົ້າຄຳເວົ້າເຫຼົ່ານີ້, ຄຳເວົ້າດັ່ງກ່າວຈະບໍ່ສົ່ງຜົນກະທົບ ແລະ ລົບກວນບາງຄົນແມ່ນບໍ່? ບາງຄົນມີຄວາມເຊື່ອໜ້ອຍ ແລະ ເມື່ອພວກເຂົາໄດ້ຍິນຂ່າວລື ແລະ ຄຳເວົ້າຊົ່ວຊ້າເຫຼົ່ານີ້, ພວກເຂົາກໍເລີ່ມຄິດໄຕ່ຕອງວ່າ: “ຂ້ອຍສາມາດໄດ້ຮັບຄວາມລອດພົ້ນໄດ້ບໍ? ພຣະເຈົ້າພໍໃຈໃນຕົວຂ້ອຍແມ່ນບໍ່?” ໃນໃຈຂອງພວກເຂົາ, ພວກເຂົາຄິດກ່ຽວກັບສິ່ງເຫຼົ່ານີ້ຕະຫຼອດມື້, ລັງເລ ແລະ ກັງວົນກ່ຽວກັບພວກມັນ. ເນື່ອງຈາກຄຳເວົ້າໄຮ້ສາລະທີ່ບໍ່ມີມູນຄວາມຈິງຂອງຜູ້ທີ່ສ້າງຂ່າວລື, ພວກເຂົາຮູ້ສຶກວ່າພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ສະນັ້ນພວກເຂົາຈຶ່ງມາຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ: “ພຣະເຈົ້າ, ພຣະອົງບໍ່ໄດ້ຮັກຂ້ານ້ອຍແມ່ນບໍ່? ຂ້ານ້ອຍໄດ້ປະຖິ້ມຫຼາຍສິ່ງເພື່ອພຣະອົງ. ຂ້ານ້ອຍຈະສາມາດເຮັດໃຫ້ພຣະອົງພໍໃຈໄດ້ເມື່ອໃດ?” ພວກເຂົາເຕັມໄປດ້ວຍຄວາມຄັບແຄ້ນໃຈ. ບໍ່ມີຫຍັງເກີດຂຶ້ນ, ແລ້ວຄວາມຄັບຂ້ອງໃຈເຫຼົ່ານີ້ມາຈາກໃສ? ພວກມັນເກີດຈາກຂ່າວລືເຫຼົ່ານັ້ນ, ບຸກຄົນເຫຼົ່ານີ້ໄດ້ຮັບພິດ ແລະ ລົ້ມລົງ. ພວກເຂົາບໍ່ຮູ້ສຶກເສຍໃຈ ຫຼື ຮູ້ສຶກຜິດບາບຕໍ່ອຸປະນິໄສທີ່ເສື່ອມຊາມໃດໆ ທີ່ພວກເຂົາເປີດເຜີຍ ຫຼື ການລະເມີດໃດໆ ທີ່ພວກເຂົາໄດ້ກະທຳ, ບໍ່ເຄີຍຮ້ອງໄຫ້ຍ້ອນສິ່ງນີ້, ແມ່ນແຕ່ນໍ້າຕາຢອດດຽວກໍບໍ່ໄຫຼ, ແຕ່ເມື່ອພວກເຂົາໄດ້ຍິນຜູ້ທີ່ສ້າງຂ່າວລືເວົ້າວ່າຄົນແບບພວກເຂົາບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ, ພວກເຂົາກໍຮູ້ສຶກເປັນທຸກທັນທີ. ພວກເຂົາບໍ່ໄດ້ຮັບຜົນກະທົບແມ່ນບໍ່? ພວກເຂົາໄດ້ຮັບຜົນກະທົບ ແລະ ຖືກລົບກວນ. ຄົນເຫຼົ່ານີ້ມີຄວາມເຕີບໂຕທາງວິນຍານທີ່ຍັງອ່ອນນ້ອຍ, ບໍ່ເຂົ້າໃຈຄວາມຈິງ ແລະ ໂງ່ເຂົາຫຼາຍ. ຜູ້ທີ່ສ້າງຂ່າວລືເຫັນວ່າຄົນແບບນີ້ຫຼິ້ນນຳໄດ້ງ່າຍ ແລະ ດັ່ງນັ້ນຈຶ່ງສ້າງຂ່າວລືບາງຢ່າງເພື່ອຫຼອກລວງພວກເຂົາ. ມື້ນີ້, ພວກເຂົາເວົ້າວ່າເຈົ້າມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຈົ້າກໍດີໃຈ; ມື້ອື່ນ, ພວກເຂົາເວົ້າວ່າເຈົ້າບໍ່ມີຄວາມຫວັງທີ່ຈະໄດ້ຮັບຄວາມລອດພົ້ນ ແລະ ເຈົ້າກໍຮ້ອງໄຫ້ ແລະ ຮູ້ສຶກເປັນທຸກ. ເປັນຫຍັງເຈົ້າຈຶ່ງຟັງພວກເຂົາ? ເປັນຫຍັງເຈົ້າຈຶ່ງຖືກພວກເຂົາລະງັບຢູ່ສະເໝີ? ພວກເຂົາເປັນຜູ້ຕັດສິນໃຈສຸດທ້າຍແມ່ນບໍ່? ຢ່າງຫຼາຍທີ່ສຸດ, ພວກເຂົາກໍເປັນພຽງຕົວຕະຫຼົກເທົ່ານັ້ນ. ແມ່ນແຕ່ຊະຕາກຳຂອງພວກເຂົາກໍຢູ່ໃນມືຂອງພຣະເຈົ້າ, ສະນັ້ນພວກເຂົາມີຄຸນສົມບັດຫຍັງທີ່ຈະປະເມີນຄົນອື່ນ? ພວກເຂົາມີຄຸນສົມບັດຫຍັງທີ່ຈະເວົ້າວ່າໃຜສາມາດ ແລະ ໃຜບໍ່ສາມາດໄດ້ຮັບຄວາມລອດພົ້ນ ຫຼື ຄົນປະເພດໃດສາມາດ ແລະ ຄົນປະເພດໃດບໍ່ສາມາດຖືກເຮັດໃຫ້ສົມບູນ? ພວກເຂົາເຂົ້າໃຈຄວາມຈິງແມ່ນບໍ່? ຄຳເວົ້າໃດຂອງພວກເຂົາທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ? ບໍ່ມີຄຳເວົ້າໃດຂອງພວກເຂົາທີ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ, ສະນັ້ນເປັນຫຍັງເຈົ້າຈຶ່ງເຊື່ອພວກເຂົາ? ເປັນຫຍັງເຈົ້າຈຶ່ງຖືກພວກເຂົາລົບກວນ? ນີ້ບໍ່ແມ່ນເກີດຈາກຄວາມໂງ່ເຂົາແມ່ນບໍ່? (ແມ່ນແລ້ວ.) ບໍ່ວ່າຈະເປັນຍ້ອນຄວາມໂງ່ເຂົາ ແລະ ຄວາມບໍ່ຮູ້ ຫຼື ເພາະວ່າຄວາມເຕີບໂຕຂອງເຈົ້າຍັງນ້ອຍເກີນໄປ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງ, ໃນກໍລະນີໃດກໍຕາມ, ຜູ້ທີ່ເຜີຍແຜ່ຂ່າວລືໃນຄຣິສຕະຈັກແມ່ນໜ້າລັງກຽດທີ່ສຸດ. ພວກເຂົາຄວນຖືກແຍກແຍະ, ເປີດໂປງ ແລະ ຈາກນັ້ນກໍຖືກຈຳກັດ ຫຼື ກຳຈັດອອກ.
ບາງຄົນເວົ້າວ່າ “ເບິ່ງຜູ້ນັ້ນແມ້, ດ້ວຍຮູບຮ່າງໜ້າຕາທີ່ສົມສ່ວນຂອງລາວ; ລາວຖືກເລືອກໃຫ້ເປັນຜູ້ນໍາຄຣິສຕະຈັກ. ຜູ້ນັ້ນຈະເລີນຮຸ່ງເຮືອງໃນສັງຄົມ, ທຸກຄົນທີ່ເຫັນລາວກໍມັກລາວ; ຫຼັງຈາກທີ່ລາວໄດ້ມາເຊື່ອໃນພຣະເຈົ້າ, ອ້າຍເອື້ອຍນ້ອງກໍມັກລາວ ແລະ ພຣະເຈົ້າກໍມັກລາວເຊັ່ນກັນ”. ມີຄຳເວົ້າໃດທີ່ຖືກຕ້ອງໃນຄຳເວົ້າເຫຼົ່ານີ້ແມ່ນບໍ່? (ບໍ່ມີ.) ເປັນຫຍັງ? (ພວກມັນບໍ່ສອດຄ່ອງກັບຄວາມຈິງ.) ຖືກຕ້ອງ, ຄຳເວົ້າເຫຼົ່ານີ້ບໍ່ສອດຄ່ອງກັບຄວາມຈິງ, ພວກມັນລ້ວນແລ້ວແຕ່ເປັນການເວົ້າຊົ່ວຊ້າ. ບາງຄົນເວົ້າວ່າ “ຄອບຄົວຂອງຜູ້ນັ້ນຮັ່ງມີ, ມີສະພາບຊີວິດທີ່ດີ ແລະ ລາວມີຄວາມຮູ້. ສະນັ້ນ, ໃນເຮືອນຂອງພຣະເຈົ້າ, ພວກເຂົາຈັດການການເງິນ ແລະ ວຽກງານທົ່ວໄປ. ພວກເຂົາມີປະໂຫຍດ ແລະ ສາມາດປະຕິບັດໜ້າທີ່ນີ້ໄດ້. ນີ້ຄືການແຕ່ງຕັ້ງຂອງພຣະເຈົ້າ”. ການເພີ່ມຄຳວ່າ “ການແຕ່ງຕັ້ງຂອງພຣະເຈົ້າ” ເຮັດໃຫ້ຄຳເວົ້ານີ້ສອດຄ່ອງກັບຄວາມຈິງແມ່ນບໍ່? ນີ້ບໍ່ແມ່ນການເວົ້າຊົ່ວຊ້າແມ່ນບໍ່? ການເວົ້າຊົ່ວຊ້າດັ່ງກ່າວຖືກເອີ້ນລວມກັນວ່າຂ່າວລື. ຄຳເວົ້າທີ່ບໍ່ຮັບຜິດຊອບໃດໆ ທີ່ບໍ່ສອດຄ່ອງກັບຄວາມຈິງ, ທີ່ຂັດກັບຄວາມຈິງທີ່ພຣະເຈົ້າໄດ້ແຕ່ງຕັ້ງໄວ້, ລ້ວນແລ້ວແຕ່ເປັນຄຳເວົ້າຊະຊາຍ ແລະ ການສະຫຼຸບແບບຊະຊາຍ; ຄຳເວົ້າດັ່ງກ່າວລ້ວນແລ້ວແຕ່ເປັນຂ່າວລື. ເປັນຫຍັງຈຶ່ງກຳນົດລັກສະນະພວກມັນວ່າເປັນຂ່າວລື? ເພາະວ່າຄຳເວົ້າເຫຼົ່ານີ້, ເມື່ອຖືກເຜີຍແຜ່ອອກໄປ, ຈະລົບກວນ ແລະ ທຳລາຍແນວຄິດປົກກະຕິ ແລະ ເປົ້າໝາຍການສະແຫວງຫາຂອງບາງຄົນ, ພວກມັນຈຶ່ງຖືກກຳນົດລັກສະນະວ່າເປັນຂ່າວລື. ອີງຕາມພຣະທຳຂອງພຣະເຈົ້າ, ພຣະເຈົ້າພຽງແຕ່ກ່າວວ່າສະຖານທີ່ເກີດຂອງຜູ້ຄົນ, ພື້ນຖານຄອບຄົວ, ຮູບຮ່າງໜ້າຕາ, ລະດັບການສຶກສາ ແລະ ອື່ນໆ ລ້ວນແລ້ວແຕ່ຖືກແຕ່ງຕັ້ງໂດຍພຣະເຈົ້າ; ພຣະອົງບໍ່ເຄີຍບອກຜູ້ຄົນວ່າຮູບຮ່າງໜ້າຕາ, ພື້ນຖານສັງຄົມ ຫຼື ເງື່ອນໄຂໂດຍກຳເນີດຂອງຄົນປະເພດໃດໜຶ່ງແມ່ນເງື່ອນໄຂສຳລັບການໄດ້ຮັບພອນ. ມາດຕະຖານດຽວທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນແມ່ນການທີ່ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ບັນລຸການເຊື່ອຟັງຕໍ່ພຣະເຈົ້າ. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າພຣະທຳຂອງພຣະເຈົ້າບໍ່ໄດ້ກ່າວສິ່ງໃດໄວ້ຢ່າງຊັດເຈນ ແລະ ມັນເປັນພຽງຜົນຜະລິດຂອງຈິນຕະນາການສ່ວນຕົວຂອງຜູ້ຄົນ ຫຼື ການຄາດເດົາຂອງພວກເຂົາ, ຄຳເວົ້າດັ່ງກ່າວກໍຖືກຖືວ່າເປັນຂ່າວລື. ຜູ້ຄົນມັກຈະຕ້ອງການຕັດສິນວ່າໃຜສາມາດໄດ້ຮັບພອນໂດຍຜ່ານການສັງເກດ ແລະ ຄວາມເຂົ້າໃຈຂອງພວກເຂົາ ແລະ ນອກຈາກນັ້ນໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງຕົນເອງ. ຈາກນັ້ນ, ພວກເຂົາກໍເຜີຍແຜ່ຄໍາເວົ້າຜິດໆເຫຼົ່ານີ້ເພື່ອສົ່ງຜົນກະທົບຕໍ່ການສະແຫວງຫາຄວາມຈິງຂອງຄົນອື່ນ, ໂດຍຕັດສິນຢ່າງຫຼັບຫູຫຼັບຕາວ່າໃຜສາມາດໄດ້ຮັບຄວາມລອດພົ້ນ ແລະ ໃຜບໍ່ສາມາດ, ໃຜຄືປະຊາຊົນຂອງພຣະເຈົ້າ ແລະ ໃຜຄືຜູ້ອອກເຫື່ອແຮງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຂ່າວລື. ກ່ຽວກັບຂ່າວລື, ພວກເຮົາກໍສາມາດເອີ້ນພວກມັນວ່າຄຳເວົ້າຊົ່ວຊ້າ. ບໍ່ວ່າຂ່າວລື ຫຼື ຄຳເວົ້າຊົ່ວຊ້າປະເພດໃດຈະປາກົດຂຶ້ນ, ຜູ້ນໍາຄຣິສຕະຈັກຄວນອອກມາຢຸດຢັ້ງ ແລະ ຈຳກັດພວກມັນໂດຍທັນທີ; ແນ່ນອນ, ຖ້າອ້າຍເອື້ອຍນ້ອງຄົນໃດມີການແຍກແຍະ, ພວກເຂົາກໍຄວນກ້າວອອກມາໄຈ້ແຍກ ແລະ ແຍກແຍະວ່າຂ່າວລືເຫຼົ່ານັ້ນມາຈາກໃສ ແລະ ລັກສະນະຂອງພວກມັນແມ່ນຫຍັງ. ເມື່ອອ້າຍເອື້ອຍນ້ອງເຫຼົ່ານີ້ເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ພວກເຂົາກໍສາມາດຢືນຂຶ້ນເພື່ອໂຕ້ຖຽງ ແລະ ໂຕ້ວາທີຂ່າວລືເຫຼົ່ານີ້ ແລະ ຍັງຈຳກັດຜູ້ທີ່ເຜີຍແຜ່ຂ່າວລື, ໂດຍຮ່ວມກັນກ່າວປະນາມພວກເຂົາ. ພວກເຂົາຄວນເຮັດແນວໃດ? ໂດຍການຕຳໜິຕິຕຽນຄົນເຫຼົ່ານັ້ນຕໍ່ໜ້າທຸກຄົນວ່າ: “ສິ່ງທີ່ເຈົ້າກຳລັງເວົ້າຢູ່ນັ້ນລ້ວນແລ້ວແຕ່ເປັນຂ່າວລື ແລະ ການເວົ້າຊົ່ວຊ້າ, ມັນບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ, ທັງບໍ່ສອດຄ່ອງກັບຄວາມຕ້ອງການຂອງພວກເຮົາ. ຖ້າເຈົ້າສືບຕໍ່ເຜີຍແຜ່ຂ່າວລືເຖິງແມ່ນວ່າຈະຖືກຕັກເຕືອນ, ພວກເຮົາກໍຈະກຳຈັດເຈົ້າອອກ, ເຮັດໃຫ້ເຈົ້າບໍ່ມີໂອກາດທີ່ຈະສ້າງຂ່າວລື ແລະ ກໍ່ຄວາມລົບກວນໃນຄຣິສຕະຈັກອີກຕໍ່ໄປ!” ການປະຕິບັດແບບນີ້ເປັນແນວໃດ? (ດີ.) ການເຮັດແບບນີ້ສອດຄ່ອງກັບຫຼັກການຄວາມຈິງ. ຖ້າເຈົ້າໂອ້ລົມຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງເຈົ້າ, ໂດຍເວົ້າສິ່ງທີ່ສ້າງສາຜູ້ຄົນ, ແລ້ວເຈົ້າຈະເວົ້າແນວໃດກໍໄດ້. ເຈົ້າສາມາດໃຊ້ຄຳເວົ້າໃດກໍໄດ້ຕາມທີ່ເຈົ້າຕ້ອງການ, ບໍ່ວ່າຈະເປັນພາສາທາງການ ຫຼື ພາສາປາກເວົ້າ; ລ້ວນແລ້ວແຕ່ໄດ້ຮັບອະນຸຍາດ. ສິ່ງດຽວທີ່ເຈົ້າບໍ່ສາມາດເຮັດໄດ້ຄືການເຜີຍແຜ່ຂ່າວລື.
5. ຜົນຮ້າຍຂອງຂ່າວລືທີ່ບໍ່ມີມູນຄວາມຈິງ
ຂ່າວລືທີ່ຖືກເຜີຍແຜ່ໃນຄຣິສຕະຈັກບໍ່ແມ່ນພຽງແຕ່ກ່ຽວກັບການປະຕິເສດພຣະເຈົ້າ ຫຼື ການຕັດສິນພາລະກິດຂອງພຣະເຈົ້າ; ຍັງມີຂ່າວລືປະເພດອື່ນໆອີກ. ຂ່າວລືເຫຼົ່ານີ້ຕ້ອງໄດ້ຮັບການແຍກແຍະ ແລະ ໄຈ້ແຍກ, ພ້ອມທັງຕ້ອງຖືກຢຸດຢັ້ງ ແລະ ຈຳກັດ. ສະຫຼຸບກໍຄື, ຂ່າວລືບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ; ມັນບໍ່ໄດ້ໃຫ້ປະໂຫຍດໃດໆແກ່ຜູ້ຄົນເລີຍ. ບາງຄົນເວົ້າວ່າ “ຂ້ານ້ອຍຢາກຟັງຂ່າວລື ເພື່ອຈະໄດ້ຮູ້ວ່າມັນເວົ້າກ່ຽວກັບຫຍັງແທ້, ເພື່ອຮັບການແຍກແຍະ ແລະ ປັນຍາຈາກມັນ”. ຖ້າເຈົ້າມີຄວາມສາມາດໃນການແຍກແຍະຢ່າງແທ້ຈິງ ແລະ ບໍ່ຢ້ານຖືກລົບກວນໂດຍຂ່າວລື, ເຈົ້າກໍສາມາດຟັງໄດ້, ແຕ່ຜົນສະທ້ອນຈະເປັນແນວໃດ? ຖ້າເຈົ້າເກີດມຶນງົງ ແລະ ເລີ່ມສົງໄສພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ແລ້ວນັ້ນກໍອັນຕະລາຍ; ມັນໝາຍຄວາມວ່າເຈົ້າຖືກນໍາພາຢ່າງຜິດໆ ແລ້ວ. ຖ້າເຈົ້າບໍ່ສາມາດແຍກແຍະໄດ້ ແຕ່ກັບຖືກນໍາພາຢ່າງຜິດໆ, ນັ້ນບໍ່ແມ່ນເລື່ອງທີ່ສ້າງຄວາມລຳບາກບໍ? ເຈົ້າມີຄວາມເຕີບໂຕຂະໜາດນັ້ນແລ້ວບໍ? ເຈົ້າຄິດວ່າເຈົ້າມີຄວາມເຊື່ອ, ແຕ່ເຈົ້າເຂົ້າໃຈຄວາມຈິງບໍ? ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ຄວາມເຊື່ອຂອງເຈົ້າກໍບໍ່ແມ່ນຂອງແທ້ ແລະ ເຈົ້າກໍຈະຍັງຄົງຖືກນໍາພາຢ່າງຜິດໆ. ຖ້າເຈົ້າເຂົ້າໃຈຄວາມຈິງບາງຢ່າງ, ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ສາມາດແຍກແຍະ ແລະ ຕໍ່ຕ້ານຂ່າວລືເຫຼົ່ານີ້ໄດ້, ແລ້ວເຈົ້າກໍສາມາດໄດ້ຮັບປັນຍາຈາກການຟັງພວກມັນ. ຖ້າເຈົ້າຄິດວ່າເຈົ້າມີພຽງແຕ່ຄວາມເຊື່ອ, ແຕ່ທີ່ຈິງແລ້ວ, ຄວາມເຊື່ອນີ້ຍັງບໍ່ແມ່ນຄວາມເຕີບໂຕທີ່ແທ້ຈິງ ແລະ ເຈົ້າຍັງບໍ່ເຂົ້າໃຈຄວາມຈິງ, ແລ້ວເຮົາຂໍບອກວ່າ ມັນຈະຍາກຫຼາຍສຳລັບເຈົ້າທີ່ຈະໄດ້ຮັບການແຍກແຍະ ແລະ ປັນຍາຈາກຂ່າວລືຢ່າງແທ້ຈິງ. ຂ່າວລືມາຈາກໃສ? ພວກມັນມາຈາກຊາຕານ. ຊາຕານສວຍໃຊ້ທຸກຊ່ອງຫວ່າງ ແລະ ສວຍທຸກໂອກາດເພື່ອຈັບຜິດຄຳເວົ້າໃນພຣະທຳຂອງພຣະເຈົ້າ ແລະ ຊອກຫາສິ່ງທີ່ຈະໃຊ້ເປັນປະໂຫຍດໃນພຣະທຳຂອງພຣະເຈົ້າ, ໂດຍການເອົາພຣະທຳຂອງພຣະເຈົ້າອອກຈາກບໍລິບົດ. ມັນເບິ່ງຄືວ່າມີພື້ນຖານ, ແຕ່ທີ່ຈິງແລ້ວ, ມັນເປັນການເອົາອອກຈາກບໍລິບົດເພື່ອນໍາພາຜູ້ຄົນຢ່າງຜິດໆ. ຫຼັງຈາກໄດ້ຍິນຂ່າວລືເຫຼົ່ານີ້, ຜູ້ທີ່ບໍ່ເຂົ້າໃຈຄວາມຈິງກໍຄິດໃນໃຈວ່າ: “ສິ່ງທີ່ພວກເຂົາເວົ້າມີພື້ນຖານໃນພຣະທຳຂອງພຣະເຈົ້າ. ມັນຄວນຈະຖືກຕ້ອງ. ມັນບໍ່ສາມາດເປັນຂ່າວລືໄດ້, ແມ່ນບໍ່?”. ຜົນກໍຄື, ພວກເຂົາກໍຖືກນໍາພາຢ່າງຜິດໆ. ຂ່າວລືບາງຢ່າງກໍເຫັນໄດ້ຊັດເຈນ ແລະ ງ່າຍຕໍ່ການແຍກແຍະ. ແນວໃດກໍຕາມ, ຂ່າວລືບາງຢ່າງກໍຍາກທີ່ຈະແຍກແຍະ; ເມື່ອເບິ່ງຜິວເຜີນ, ພວກມັນເບິ່ງຄືວ່າສອດຄ່ອງກັບຄວາມຈິງ, ແຕ່ແກ່ນແທ້ຂອງມັນບໍ່ແມ່ນແບບນັ້ນ. ຢ່າຄິດວ່າພຽງເພາະວ່າຂ່າວລືເຫຼົ່ານີ້ສອດຄ່ອງກັບຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າແບບຜິວເຜີນ, ພວກມັນຈຶ່ງຖືກຕ້ອງ. ທີ່ຈິງແລ້ວ, ຄຳເວົ້າເຫຼົ່ານີ້ຫຼາຍຢ່າງເປັນທິດສະດີທີ່ໄຮ້ແກ່ນສານ, ພວກມັນເປັນກັບດັກ ແລະ ພວກມັນບໍ່ໄດ້ນຳການສ້າງສາ ຫຼື ປະໂຫຍດໃດໆມາໃຫ້ຜູ້ຄົນ. ຄຳເວົ້າເຫຼົ່ານີ້ທັງໝົດຄວນຖືກປະຕິເສດ. ເພາະວ່າຂອບເຂດທີ່ຜູ້ຄົນເຂົ້າໃຈພຣະທຳຂອງພຣະເຈົ້າແຕກຕ່າງກັນ ແລະ ບໍລິບົດທີ່ພຣະເຈົ້າກ່າວກໍແຕກຕ່າງກັນເຊັ່ນກັນ, ການນຳໃຊ້ ແລະ ຕີຄວາມໝາຍພຣະທຳຂອງພຣະເຈົ້າຢ່າງຫຼັບຫູຫຼັບຕາແມ່ນສິ່ງທີ່ມັກຈະເຮັດໃຫ້ເກີດຄວາມຜິດພາດຫຼາຍທີ່ສຸດ. ຊາຕານມັກຈະນໍາພາຜູ້ຄົນຢ່າງຜິດໆ ໂດຍການເອົາພຣະທຳຂອງພຣະເຈົ້າອອກຈາກບໍລິບົດ ແລະ ຕີຄວາມໝາຍຜິດ. ການປະນາມພາລະກິດຂອງພຣະເຈົ້າໃດໆກໍຕາມທີ່ອີງໃສ່ພຣະຄຳພີ ຫຼື ພຣະທຳຂອງພຣະເຈົ້າແມ່ນເລ່ລ່ຽມຂອງຊາຕານ, ເປັນວິທີການນໍາພາຜູ້ຄົນຢ່າງຜິດໆ ຂອງມັນ; ພວກມັນເປັນກັບດັກ ແລະ ຄຳເວົ້າດັ່ງກ່າວທັງໝົດຄວນຖືກປະຕິເສດ. ເມື່ອເບິ່ງຜິວເຜີນ, ຂ່າວລືເປັນພຽງຄຳເວົ້າໜຶ່ງ ຫຼື ສອງຄຳ ຫຼື ສອງສາມຄຳ; ມັນບໍ່ພຽງພໍທີ່ຈະເຮັດໃຫ້ຢ້ານ ແລະ ບໍ່ມີຫຍັງທີ່ຕ້ອງຢ້ານ. ສິ່ງທີ່ໜ້າຢ້ານກໍຄື ຂ່າວລືທີ່ສະຫຼຸບໂດຍອີງໃສ່ພຣະຄຳພີ ຫຼື ຄວາມຈິງທີ່ເອົາອອກຈາກບໍລິບົດ. ນີ້ຄືສິ່ງທີ່ສາມາດນໍາພາຜູ້ຄົນຢ່າງຜິດໆ ໄດ້ຫຼາຍທີ່ສຸດ; ມັນເປັນສິ່ງທີ່ລົບກວນຈິດໃຈຂອງຜູ້ຄົນຫຼາຍທີ່ສຸດ. ມັນຈະເຮັດໃຫ້ຄົນທີ່ບໍ່ມີການແຍກແຍະສະດຸດລົ້ມ. ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ສາມາດແຍກແຍະຄຳເວົ້າມານຮ້າຍທີ່ນໍາພາຢ່າງຜິດໆ ເຊັ່ນນັ້ນໄດ້. ຕົວຢ່າງ: ບາງຄົນຊອກຫາພຣະທຳບາງຂໍ້ຂອງພຣະເຈົ້າ ເພື່ອໃຊ້ເປັນພື້ນຖານໃນການກ່າວວ່າ ພຣະເຈົ້າຮັກຄົນປະເພດນີ້ ແລະ ບໍ່ຮັກຄົນປະເພດນັ້ນ, ພຣະເຈົ້າຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ ແລະ ບໍ່ຊ່ວຍຄົນປະເພດນັ້ນ, ຄົນປະເພດນີ້ຖືກພຣະເຈົ້າກຳຈັດອອກ ແລະ ຄົນປະເພດນັ້ນບໍ່ມີຄວາມໝາຍຫຍັງຕໍ່ພຣະເຈົ້າ ແລະ ອື່ນໆອີກ. ຄຳເວົ້າເຫຼົ່ານີ້ບໍ່ແມ່ນການສະຫຼຸບບໍ? ການສະຫຼຸບເຫຼົ່ານີ້ທີ່ຈິງແລ້ວບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ. ພື້ນຖານທີ່ພວກເຂົາຊອກຫາມານັ້ນ ທີ່ຈິງແລ້ວແມ່ນການເອົາອອກຈາກບໍລິບົດ; ມັນເປັນຂອງບໍລິບົດທີ່ແຕກຕ່າງກັນ ແລະ ເປັນຄຳເວົ້າທີ່ແຕກຕ່າງກັນ, ເປັນການຕີຄວາມໝາຍທີ່ຜິດພາດຢ່າງສິ້ນເຊີງ. ພວກເຂົາເບິ່ງບໍ່ເຫັນແກ່ນແທ້ ແລະ ພວກເຂົາກໍນຳໃຊ້ລະບຽບການຕາມອຳເພີໃຈ. ແຕ່ຜູ້ທີ່ບໍ່ມີການແຍກແຍະກໍໄດ້ຮັບພິດ ແລະ ຖືກນໍາພາຢ່າງຜິດໆ ຫຼັງຈາກທີ່ໄດ້ຍິນຄຳເວົ້າທີ່ຜິດພາດເຫຼົ່ານີ້, ກາຍເປັນຄົນຄິດລົບໃນໃຈ, ໂດຍຄິດວ່າ ເນື່ອງຈາກສິ່ງທີ່ກ່າວມານັ້ນອີງໃສ່ພຣະທຳຂອງພຣະເຈົ້າ, ມັນກໍຕ້ອງຖືກຕ້ອງ. ພວກເຂົາກໍບໍ່ໄດ້ອ່ານພຣະທຳຂອງພຣະເຈົ້າຢ່າງລະອຽດ ເພື່ອຊອກຫາຂໍ້ບົກຜ່ອງໃນຄຳເວົ້າທີ່ຜິດພາດເຫຼົ່ານີ້, ແຕ່ກັບເຊື່ອຢ່າງສຸດໃຈວ່າມັນເປັນຄວາມຈິງ. ພວກເຂົາບໍ່ໄດ້ຖືກນໍາພາຢ່າງຜິດໆ ບໍ? ຖ້າບໍ່ມີຜູ້ທີ່ເຂົ້າໃຈຄວາມຈິງມາໂອ້ລົມກັບພວກເຂົາ, ມັນກໍອັນຕະລາຍຫຼາຍ. ຢ່າງໜ້ອຍທີ່ສຸດ, ຄົນເຫຼົ່ານີ້ອາດຈະກາຍເປັນຄົນຄິດລົບເປັນເວລາຫົກເດືອນຫາໜຶ່ງປີ; ມັນບໍ່ພຽງແຕ່ເຮັດໃຫ້ທາງເຂົ້າຂອງຊີວິດຂອງພວກເຂົາຊັກຊ້າ, ແຕ່ຖ້າພວກເຂົາຖອຍອອກໄປ ແລະ ເຊົາເຊື່ອ, ພວກເຂົາກໍຈະຖືກທຳລາຍຢ່າງສິ້ນເຊີງ ແລະ ສູນເສຍຄວາມລອດພົ້ນຂອງພຣະເຈົ້າໄປທັງໝົດ. ສະນັ້ນ, ຄົນທີ່ມີຄວາມເຕີບໂຕນ້ອຍທີ່ບໍ່ເຂົ້າໃຈຄວາມຈິງ ຈຶ່ງຕົກຢູ່ໃນຄວາມສ່ຽງຫຼາຍທີ່ຈະຖືກຊາຕານນໍາພາຢ່າງຜິດໆ! ມີພຽງແຕ່ຜູ້ທີ່ເຂົ້າໃຈຄວາມຈິງເທົ່ານັ້ນທີ່ປອດໄພ ແລະ ໝັ້ນຄົງ. ຖ້າມື້ໃດມື້ໜຶ່ງເຈົ້າພົບພໍ້ກັບຄົນທີ່ເຜີຍແຜ່ຂ່າວລືເພື່ອນໍາພາຜູ້ຄົນຢ່າງຜິດໆ ຢ່າງແທ້ຈິງ, ວິທີທີ່ມີປະສິດທິພາບທີ່ສຸດກໍຄືການຮີບຮ້ອນຊອກຫາຄົນທີ່ເຂົ້າໃຈຄວາມຈິງເພື່ອໂອ້ລົມ; ມີພຽງແຕ່ວິທີນັ້ນເທົ່ານັ້ນທີ່ເຈົ້າຈະສາມາດຖືກຊ່ວຍໃຫ້ພົ້ນຈາກສະຖານະການນີ້ໄດ້. ການສະແຫວງຫາຄວາມຊ່ວຍເຫຼືອຈາກຜູ້ທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ມັກນຳໃຊ້ກົດລະບຽບຢ່າງຕາບອດ ບໍ່ພຽງແຕ່ຈະບໍ່ສາມາດແກ້ໄຂບັນຫາໄດ້, ແຕ່ຍັງຈະເຮັດໃຫ້ເຈົ້າຖືກນໍາພາຢ່າງຜິດໆ ຫຼາຍຂຶ້ນອີກ. ສະນັ້ນ, ການຖືກຫຼອກລວງບໍ່ແມ່ນສິ່ງທີ່ເກີດຂຶ້ນສະເພາະໃນສາສະໜາເທົ່ານັ້ນ, ເຖິງແມ່ນວ່າເຈົ້າຈະເຊື່ອໃນພຣະເຈົ້າ ແລະ ດຳລົງຊີວິດໃນຄຣິສຕະຈັກ, ຖ້າພວກເຈົ້າບໍ່ສະແຫວງຫາຄວາມຈິງ, ພວກເຈົ້າກໍຍັງສາມາດຖືກນໍາພາຢ່າງຜິດໆ ໄດ້ງ່າຍ. ເຖິງແມ່ນວ່າເຈົ້າຈະເຊື່ອມາເປັນເວລາສາມຫາຫ້າປີ ຫຼື ເຈັດຫາແປດປີ, ຖ້າພວກເຈົ້າບໍ່ໄດ້ຮັບຄວາມຈິງ, ແລ້ວພວກເຈົ້າກໍຍັງມີຄວາມສ່ຽງທີ່ຈະຖືກນໍາພາຢ່າງຜິດໆ; ໂດຍສະເພາະ, ຜູ້ທີ່ມັກມີແນວຄິດ ແລະ ມັກຄິດລົບ ແມ່ນມີແນວໂນ້ມທີ່ຈະຖືກຫຼອກລວງຫຼາຍທີ່ສຸດ ແລະ ສາມາດທໍລະຍົດຕໍ່ພຣະເຈົ້າໄດ້ທຸກເວລາ. ເພາະຊາຕານທຽວໄປທົ່ວໂລກດັ່ງສິງໂຕທີ່ກຳລັງຮ້ອງຄຳຮາມ, ສະແຫວງຫາຜູ້ຄົນທີ່ຈະກືນກິນ; ນີ້ຄືຄວາມຈິງ. ຊາຕານນີ້ແມ່ນໃຜ? ພວກເຂົາຄືທຸກຄົນທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ, ລວມທັງພວກຕໍ່ຕ້ານພຣະຄຣິສ, ຜູ້ນໍາປອມ, ຄົນທີ່ເປັນເຊື້ອສາຍແຫ່ງຄວາມຜິດພາດ ແລະ ຜູ້ທີ່ນໍາພາຄົນອື່ນຢ່າງຜິດໆ, ພວກເຂົາທັງໝົດແມ່ນຊາຕານ. ຄົນເຫຼົ່ານີ້ທຽວໄປທຸກຫົນທຸກແຫ່ງ, ຫຼອກລວງ ແລະ ລົບກວນຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ວ່າພວກເຂົາຈະໄປໃສກໍຕາມ, ສະນັ້ນ ພວກເຂົາທັງໝົດຈຶ່ງເປັນມານຮ້າຍທີ່ຕໍ່ຕ້ານພຣະເຈົ້າ. ຜູ້ທີ່ຖືກເລືອກຂອງພຣະເຈົ້າຄວນລະມັດລະວັງເປັນພິເສດ ເພື່ອຮັບປະກັນວ່າພວກເຂົາຈະບໍ່ຖືກຫຼອກລວງ ແລະ ສາມາດຢືນຢັດໄດ້.
ເປັນສິ່ງທີ່ປະຕິເສດບໍ່ໄດ້ວ່າ ໃນຄຣິສຕະຈັກ ຜູ້ເຊື່ອໃໝ່ບາງຄົນ ຫຼື ຜູ້ທີ່ມີຄວາມສາມາດຕໍ່າຫຼາຍ ທີ່ບໍ່ມີຄວາມສາມາດໃນການຢັ່ງຮູ້ພຣະທຳຂອງພຣະເຈົ້າ, ມັກຈະຖືກນໍາພາຢ່າງຜິດໆ, ໄດ້ຮັບອິດທິພົນ ແລະ ຖືກລົບກວນໂດຍຂ່າວລືຕ່າງໆ. ຜູ້ທີ່ສ້າງຂ່າວລືສາມາດໂຄ່ນລົ້ມຄົນກຸ່ມໜຶ່ງໄດ້ງ່າຍໆ ດ້ວຍການສະຫຼຸບແບບຊະຊາຍ. ຄຳເວົ້າ ແລະ ຖ້ອຍຄຳທີ່ພວກເຂົາເວົ້າອອກມາແບບຊະຊາຍ ສາມາດເຮັດໃຫ້ບາງຄົນຄິດລົບ, ອ່ອນແອ ແລະ ບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອເຮືອນຂອງພຣະເຈົ້າຮຽກຮ້ອງ, ຄົນເຫຼົ່ານີ້ກໍຢ້ານໜ້າຢ້ານຫຼັງ, ຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆ ເພື່ອປະຕິເສດ ແລະ ຫຼີກລ່ຽງ. ເຫັນໄດ້ຊັດເຈນວ່າ ຜູ້ທີ່ສ້າງຂ່າວລືມີບົດບາດຫຍັງໃນຄຣິສຕະຈັກ? ພວກເຂົາເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານ, ໂດຍບໍ່ຕ້ອງສົງໄສເລີຍ. ຕົວຢ່າງ: ບາງຄົນເວົ້າວ່າ “ເຈົ້າຕ້ອງມີແຜນສຳຮອງໄວ້ ເມື່ອປະຕິບັດໜ້າທີ່ຂອງເຈົ້າ. ເຮືອນຂອງພຣະເຈົ້າຮຽກຮ້ອງໃຫ້ເຈົ້າປະຕິບັດໜ້າທີ່ ແລະ ຖ້າເຈົ້າເຮັດບໍ່ດີ, ເຮືອນຂອງພຣະເຈົ້າກໍຈະເຊົາໃຊ້ເຈົ້າໄດ້ຕະຫຼອດເວລາ. ຖ້າເຈົ້າກັບບ້ານ, ເຈົ້າກໍຈະລຳບາກ. ຈະບໍ່ມີໃຜຊ່ວຍເຫຼືອເຈົ້າດອກ!” ຄຳເວົ້ານີ້ຟັງແລ້ວ “ອົບອຸ່ນໃຈ” ບໍ? ມັນສອດຄ່ອງກັບຄວາມຮູ້ສຶກຂອງມະນຸດ ແລະ ຟັງແລ້ວເບິ່ງຄືວ່າມີຄວາມຮັກ ແລະ ເປັນຫ່ວງເປັນໃຍ, ແຕ່ເຈົ້າເຫັນວ່າມີການໃສ່ໃຈຕໍ່ນ້ຳພຣະໄທຂອງພຣະເຈົ້າໃນຄຳເວົ້າເຫຼົ່ານີ້ບໍ? ພວກເຂົາໃຫ້ການສະໜັບສະໜູນ, ການສະໜອງລ້ຽງດູ, ການຊ່ວຍເຫຼືອ ຫຼື ການໃຫ້ກຳລັງໃຈແກ່ຜູ້ຄົນບໍ? (ບໍ່.) ການບອກໃຫ້ຜູ້ຄົນກະກຽມແຜນສຳຮອງ, ນີ້ບໍ່ແມ່ນການດຶງພວກເຂົາໄວ້ບໍ? ພວກເຂົາໝາຍຄວາມວ່າແນວໃດ? “ເຈົ້າຕ້ອງລະວັງຕົວ; ພຣະເຈົ້າອາດຈະຫັນຫຼັງໃຫ້ເຈົ້າ!” ນີ້ຄືພິດທີ່ພວກເຂົາປູກຝັງໄວ້ໃນຕົວຄົນ. ຫຼັງຈາກໄດ້ຍິນດັ່ງນີ້, ຜູ້ຄົນກໍຄິດວ່າ “ແມ່ນແລ້ວ, ຂ້ອຍຊ່າງໂງ່ແທ້ໆ? ຂ້ອຍເກືອບຂາຍເຮືອນແລ້ວ, ຖ້າຂ້ອຍປະຕິບັດໜ້າທີ່ບໍ່ດີ ແລະ ຖືກປົດອອກ, ຂ້ອຍກໍຈະບໍ່ມີແມ່ນແຕ່ບ້ານທີ່ຈະກັບໄປ. ໂຊກດີທີ່ພວກເຂົາເຕືອນ, ບໍ່ດັ່ງນັ້ນຂ້ອຍຄົງເຮັດສິ່ງທີ່ໂງ່ໆໄປແລ້ວ”. ເປັນຄຳເຕືອນທີ່ “ໃຈດີ” ສໍ່າໃດ, ແຕ່ມັນມີພິດຢູ່ຫຼາຍພໍສົມຄວນ ແລະ ມັນກໍຝັງຢູ່ເລິກລົງໄປ! ພວກເຈົ້າເຄີຍໄດ້ຍິນຂ່າວລືເຊັ່ນນີ້ບໍ? ມັນຟັງຄືວ່າພວກເຂົາກຳລັງເຮັດດີຕໍ່ຜູ້ຄົນ, ເປັນຫ່ວງເປັນໃຍ, ດ້ວຍ “ຄວາມຮັກ” ທີ່ຍິ່ງໃຫຍ່. ຄົນເຫຼົ່ານີ້ບໍ່ແມ່ນຍາດພີ່ນ້ອງ ຫຼື ໝູ່ເພື່ອນກັບຄົນທີ່ພວກເຂົາລົມນຳ, ບໍ່ມີຄວາມກ່ຽວຂ້ອງທາງສາຍເລືອດໃດໆ ລະຫວ່າງພວກເຂົາ, ພຽງແຕ່ຍ້ອນວ່າພວກເຂົາທັງໝົດເຊື່ອໃນພຣະເຈົ້າ ຄົນເຫຼົ່ານີ້ຈຶ່ງສາມາດມີ “ຄວາມຮັກ” ທີ່ຍິ່ງໃຫຍ່ເຊັ່ນນີ້ຕໍ່ຄົນທີ່ພວກເຂົາລົມນຳ. ຜູ້ຄົນຄິດວ່າ “ນີ້ຄືການປົກປ້ອງຂອງພຣະເຈົ້າແທ້ໆ! ຂ້ອຍຄວນຄິດໄຕ່ຕອງໃຫ້ດີກ່ອນ. ຖ້າຂ້ອຍເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ເມື່ອຂ້ອຍໄປປະຕິບັດໜ້າທີ່ຂອງຂ້ອຍ, ຂ້ອຍຈະເຮັດແນວໃດຖ້າຂ້ອຍຖືກສົ່ງກັບ? ສະນັ້ນ, ເມື່ອຂ້ອຍປະຕິບັດໜ້າທີ່, ຂ້ອຍຕ້ອງລະມັດລະວັງ; ຂ້ອຍຄວນເຮັດວຽກທີ່ເຮັດໃຫ້ຂ້ອຍເບິ່ງຄືດີ, ຫຼີກລ່ຽງການເຮັດຜິດ ແລະ ເຖິງແມ່ນວ່າຂ້ອຍຈະເຮັດຜິດ, ຂ້ອຍກໍບໍ່ສາມາດໃຫ້ຄົນອື່ນຮູ້ໄດ້. ແບບນັ້ນ, ຂ້ອຍກໍຈະບໍ່ຖືກສົ່ງກັບ, ແມ່ນບໍ່? ເຖິງແມ່ນວ່າຂ້ອຍຈະຖືກສົ່ງກັບ, ມັນກໍບໍ່ເປັນຫຍັງ; ຂ້ອຍມີແຜນສຳຮອງ, ຂ້ອຍມີເງິນເກັບ ແລະ ເຮືອນຂອງຂ້ອຍກໍຍັງຢູ່. ມັນບໍ່ແມ່ນພຽງແຕ່ວ່າພຣະເຈົ້າບໍ່ໄດ້ຄຳນຶງເຖິງຄວາມຮູ້ສຶກຂອງຜູ້ຄົນ ແລະ ບໍ່ໄດ້ປະຕິບັດຕາມຄວາມຮູ້ສຶກຂອງເນື້ອໜັງບໍ? ບໍ່ວ່າຈະເປັນແນວໃດກໍຕາມ, ມີຫຍັງທີ່ຕ້ອງຢ້ານ? ຄົນເຮົາປະຕິບັດຕາມຄວາມຮູ້ສຶກຂອງພວກເຂົາ, ມີຄວາມຮັກຢູ່ທົ່ວທຸກແຫ່ງໃນໂລກມະນຸດ!” ຄຳເວົ້າທີ່ “ອົບອຸ່ນໃຈ” ປະໂຫຍກດຽວນີ້ ສ້າງ “ມິດຕະພາບ” ຂຶ້ນໃນທ່າມກາງຜູ້ຄົນ, ແຕ່ມັນເອົາພຣະເຈົ້າໄປໄວ້ໃສ? ມັນເຮັດໃຫ້ພຣະເຈົ້າເປັນສິ່ງສຳຄັນອັນດັບສາມ ຫຼື ສີ່, ມັນເຮັດໃຫ້ພຣະອົງເປັນຄົນນອກ, ຄືກັບວ່າພຣະເຈົ້າບໍ່ໜ້າໄວ້ວາງໃຈ ແລະ ມີພຽງແຕ່ມະນຸດເທົ່ານັ້ນທີ່ຄວນໄວ້ວາງໃຈ, ມີພຽງແຕ່ມະນຸດເທົ່ານັ້ນທີ່ເປັນຫ່ວງເປັນໃຍຄົນອື່ນ. ຄຳເວົ້າປະໂຫຍກດຽວນີ້ສ້າງຜົນກະທົບທີ່ສຳຄັນເຊັ່ນນີ້, ມັນຊ່າງ “ທັນເວລາ” ແທ້ໆ! ພວກເຈົ້າມັກຟັງຄຳເວົ້າແບບນີ້ບໍ? ເຖິງແມ່ນວ່າເຈົ້າຈະຮູ້ວ່າມີເຈດຕະນາຮ້າຍເຊື່ອງຊ້ອນຢູ່ໃນຄຳເວົ້າຂອງພວກເຂົາ, ເຈົ້າກໍຍັງຫວັງວ່າຈະມີໃຜຜູ້ໜຶ່ງມາບອກບາງຢ່າງ, ມາຊ່ວຍເຈົ້າ, ມາເຕືອນເຈົ້າຈາກປະສົບການຂອງຄົນທີ່ເຄີຍຜ່ານມັນມາກ່ອນ ເມື່ອເຈົ້າບໍ່ຮູ້ວ່າອະນາຄົດຈະເປັນແນວໃດ, ມາເວົ້າຄຳເວົ້າທີ່ຈິງໃຈກັບເຈົ້າ. ຄຳເວົ້າປະໂຫຍກນີ້ຊ່າງ “ສຳຄັນ”, ຊ່າງ “ຈຳເປັນ” ແທ້ໆ! ນີ້ບໍ່ແມ່ນການຍອມຮັບຄຳເວົ້າຂອງພວກເຂົາຢ່າງສົມບູນບໍ? ຄຳເວົ້າທີ່ເບິ່ງຄືວ່າ “ບໍ່ໄດ້ຕັ້ງໃຈ” ຂອງຜູ້ສ້າງຂ່າວລືຄົນນີ້ ໄດ້ຊື້ໃຈຜູ້ຄົນ ແລະ ຫັກຫຼັງພຣະເຈົ້າ. ການກະທຳນີ້ເປັນແນວໃດ? ມັນເໝາະສົມບໍ? (ບໍ່.) ພວກເຈົ້າຈະເວົ້າວ່າຄົນຜູ້ນີ້ເປັນຄົນປະເພດໃດ? ໃນສາຍຕາຂອງຜູ້ຄົນ, ພວກເຂົາເປັນຄົນດີ, ເປັນຄົນໃຈດີ, ແຕ່ໃນສາຍຕາຂອງຜູ້ທີ່ເຂົ້າໃຈຄວາມຈິງ, ຄົນຜູ້ນີ້ເປັນຄົນເບົາປັນຍາ. ເມື່ອພິຈາລະນາຈາກການກະທຳ ແລະ ພຶດຕິກຳຂອງພວກເຂົາ, ພວກເຂົາເຮັດໜ້າທີ່ເປັນຄົນຮັບໃຊ້ຊາຕານຢ່າງສົມບູນ, ພວກເຂົາເປັນມານຮ້າຍຢ່າງແທ້ຈິງ! ການເວົ້າແບບນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ມັນຖືກຕ້ອງຫຼາຍ! ບໍ່ຜິດແມ່ນແຕ່ໜ້ອຍດຽວ. ພວກເຂົາຊັກຊວນທຸກຄົນໃຫ້ລະວັງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາບໍ່ເວົ້າແມ່ນແຕ່ຄຳດຽວທີ່ສາມາດສ້າງສາຜູ້ຄົນໄດ້. ເປັນຫຍັງພວກເຂົາຈຶ່ງບໍ່ເວົ້າ? ເພາະວ່າຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມບໍ່ເປັນມິດ ແລະ ຄວາມກຽດຊັງຕໍ່ພຣະເຈົ້າ, ທຳມະຊາດ-ແກ່ນແທ້ຂອງພວກເຂົາຄືຊາຕານ ແລະ ໂດຍທຳມະຊາດແລ້ວ ພວກເຂົາກໍຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ. ບາງຄົນເວົ້າວ່າ “ໂດຍທຳມະຊາດແລ້ວ ພວກເຂົາຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ, ແລ້ວເປັນຫຍັງພວກເຂົາຈຶ່ງຍັງຕິດຕາມພຣະເຈົ້າ?” ເພື່ອຈະໄດ້ຮັບພອນ! ພວກເຂົາຕ້ອງການໂກງຜົນໄດ້ຮັບເປັນພອນຈາກເຮືອນຂອງພຣະເຈົ້າ, ແຕ່ພວກເຂົາບໍ່ຢາກຈ່າຍລາຄາໃດໆ ຫຼື ສະແຫວງຫາຄວາມຈິງ. ພວກເຂົາຍັງຢາກທຳລາຍພາລະກິດຂອງພຣະເຈົ້າ, ລົບກວນຜູ້ຄົນທີ່ພຣະເຈົ້າເລືອກ ແລະ ເຮັດໃຫ້ພວກເຂົາອອກຫ່າງຈາກພຣະເຈົ້າ ແລະ ທໍລະຍົດຕໍ່ພຣະເຈົ້າ. ຄົນເຊັ່ນນີ້ເປັນມານຮ້າຍຢ່າງແທ້ຈິງໂດຍບໍ່ຕ້ອງສົງໄສ. ແຕ່ຄົນໂງ່ບາງຄົນກໍບໍ່ສາມາດເບິ່ງທະລຸ ແລະ ຮັບຮູ້ໃບໜ້າທີ່ເປັນມານຮ້າຍຂອງຄົນເຊັ່ນນີ້ໄດ້. ພວກເຂົາສາມາດຍອມຮັບຄຳເວົ້າຊົ່ວຊ້າທັງໝົດທີ່ສອດຄ່ອງກັບແນວຄິດຂອງມະນຸດ ແລະ ຄວາມຕ້ອງການຂອງຄວາມຮູ້ສຶກຂອງເນື້ອໜັງທີ່ຄົນເຫຼົ່ານີ້ເວົ້າ. ພາຍໃຕ້ການນໍາພາຢ່າງຜິດໆ ຂອງຄົນເຫຼົ່ານີ້, ພວກເຂົາອາດຈະທໍລະຍົດ ແລະ ປະຕິເສດພຣະເຈົ້າໄດ້ທຸກເວລາ, ທີ່ແມ່ນແຕ່ການບໍ່ຢາກປະຕິເສດພຣະອົງກໍເປັນສິ່ງທີ່ເກີນກຳລັງຂອງພວກເຂົາ. ຊາຕານ, ມານຮ້າຍ ແລະ ຄົນຮັບໃຊ້ຊາຕານທີ່ແຝງຊົ່ວ ແລະ ເລ່ຫຼ່ຽມຫຼາຍ! ພວກເຂົາເອງກໍຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະອົງ, ພວກເຂົາລັງກຽດຄວາມຈິງ ແລະ ບໍ່ຍອມຮັບມັນ, ແລະ ພວກເຂົາຍັງຢາກຂັດຂວາງບໍ່ໃຫ້ຄົນອື່ນຕິດຕາມພຣະເຈົ້າ ແລະ ສະແຫວງຫາຄວາມຈິງ. ໃນເຮືອນຂອງພຣະເຈົ້າ, ຄົນເຫຼົ່ານີ້ມີບົດບາດເປັນຊ່ອງທາງໃຫ້ຊາຕານ, ເວົ້າ ແລະ ກະທຳເພື່ອຊາຕານ. ພວກເຂົາຮັບໃຊ້ເປັນຕົວສົມທຽບ, ຖືກນຳໃຊ້ເປັນພິເສດເພື່ອໃຫ້ຜູ້ຄົນເຕີບໂຕໃນການແຍກແຍະ. ສະນັ້ນ, ຫຼາຍສິ່ງທີ່ພວກເຂົາເວົ້າອາດຈະເບິ່ງຄືວ່າບໍ່ມີບັນຫາຫຼາຍເມື່ອເບິ່ງຜິວເຜີນ. ພວກເຂົາຍັງມັກອ້າງອີງພຣະທຳຂອງພຣະເຈົ້າ, ຊອກຫາຫຼັກຖານ ແລະ ຄຳເວົ້າບາງຢ່າງໃນພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍເພີ່ມຄຳເວົ້າຕົບແຕ່ງບາງຢ່າງ, ເຮັດໃຫ້ເບິ່ງຄືວ່າສິ່ງທີ່ພວກເຂົາເວົ້ານັ້ນສອດຄ່ອງກັບພຣະທຳຂອງພຣະເຈົ້າຫຼາຍ. ແຕ່ມີສິ່ງໜຶ່ງທີ່ແນ່ນອນຄື: ສິ່ງທີ່ພວກເຂົາເວົ້ານັ້ນຂັດກັບຄວາມຈິງ. ເມື່ອເຈົ້າໄດ້ຍິນສິ່ງທີ່ພວກເຂົາເວົ້າ, ມັນອາດຈະເບິ່ງຄືວ່າຖືກຕ້ອງ, ແຕ່ຖ້າເຈົ້າປຽບທຽບຢ່າງລະອຽດກັບພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສາມາດແຍກແຍະໄດ້ວ່າມັນບໍ່ສອດຄ່ອງກັບຄວາມຈິງໂດຍພື້ນຖານ. ຄຳເວົ້າທີ່ເບິ່ງຄືຖືກຕ້ອງທັງໝົດທີ່ພວກເຂົາເວົ້ານັ້ນມາຈາກຊາຕານ. ພວກເຂົາກຳລັງທົດສອບພຣະເຈົ້າ, ພະຍາຍາມຊອກຫາເຄື່ອງມືໂຈມຕີຈາກພຣະທຳຂອງພຣະເຈົ້າ, ຕີຄວາມໝາຍພຣະທຳຂອງພຣະເຈົ້າຜິດ ເພື່ອປະນາມພຣະເຈົ້າ ແລະ ນໍາພາຜູ້ຄົນທີ່ພຣະເຈົ້າເລືອກຢ່າງຜິດໆ, ເຮັດໃຫ້ພວກເຂົາຄາດເດົາກ່ຽວກັບ, ເຂົ້າໃຈຜິດ, ທໍລະຍົດ ແລະ ປະຕິເສດພຣະເຈົ້າ ແລະ ອື່ນໆ. ສະນັ້ນ, ນອກເໜືອຈາກພວກຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າແລ້ວ, ຜູ້ທີ່ສ້າງຂ່າວລືເພື່ອຫຼອກລວງຄົນອື່ນກໍເປັນຄົນອີກໝວດໝູ່ໜຶ່ງໃນຄຣິສຕະຈັກທີ່ຄວນຖືກແຍກແຍະ, ລະວັງ ແລະ ກຳຈັດອອກ.
6. ການແຍກແຍະຄົນທີ່ເຜີຍແຜ່ຂ່າວລືທີ່ບໍ່ມີມູນຄວາມຈິງ ແລະ ຫຼັກການໃນການຈັດການກັບພວກເຂົາ
ພວກເຮົາຄວນແຍກແຍະຜູ້ທີ່ສ້າງຂ່າວລືເພື່ອຫຼອກລວງຄົນອື່ນໃນຄຣິສຕະຈັກແນວໃດ? ກ່ອນອື່ນໝົດ, ຜູ້ທີ່ສ້າງຂ່າວລືບໍ່ໄດ້ສະແຫວງຫາຄວາມຈິງຢ່າງແນ່ນອນ; ພວກເຂົາເບື່ອໜ່າຍມັນ. ນອກຈາກນີ້, ພວກເຂົາມັກຈະສ້າງຄຳເວົ້າຊົ່ວຊ້າ ແລະ ຄຳເວົ້າໄຮ້ສາລະທຸກປະເພດ ແລະ ໃຊ້ມັນເພື່ອນໍາພາຢ່າງຜິດໆ ແລະ ຊັກຊວນອ້າຍເອື້ອຍນ້ອງບາງຄົນທີ່ມີຄວາມເຕີບໂຕນ້ອຍ, ມີພື້ນຖານທີ່ຕື້ນເຂີນ ແລະ ບໍ່ເຂົ້າໃຈຄວາມຈິງ. ຜົນທີ່ພວກເຂົາໄດ້ຮັບກໍຄືການລົບກວນ ແລະ ທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດໃນຄຣິສຕະຈັກ, ລົບກວນການສະແຫວງຫາທີ່ເປັນປົກກະຕິຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ, ເຮັດໃຫ້ຜູ້ຄົນຄິດລົບ ແລະ ອ່ອນແອ ແລະ ເຖິງຂັ້ນເຮັດໃຫ້ພວກເຂົາປະຖິ້ມໜ້າທີ່ຂອງພວກເຂົາ ແລະ ເຊົາເຊື່ອໃນພຣະເຈົ້າ, ສິ່ງນີ້ຍິ່ງເຮັດໃຫ້ພວກເຂົາມີຄວາມສຸກຫຼາຍຂຶ້ນ. ສະນັ້ນ, ການເອີ້ນຜູ້ທີ່ສ້າງຂ່າວລືວ່າເປັນຄົນຮັບໃຊ້ຊາຕານຈຶ່ງເປັນຄຳອະທິບາຍທີ່ຖືກຕ້ອງທີ່ສຸດ; ນີ້ຄືໃບໜ້າທີ່ແທ້ຈິງ ແລະ ແກ່ນແທ້ຂອງຄົນເຊັ່ນນີ້ ແລະ ມັນກໍງ່າຍທີ່ຈະແຍກແຍະ. ບາງຄົນກໍມີເຫດຜົນຢູ່ແດ່; ເຖິງແມ່ນວ່າພວກເຂົາຈະບໍ່ຮັກຄວາມຈິງ, ພວກເຂົາກໍບໍ່ໄດ້ສະແດງຄວາມຄິດເຫັນ ຫຼື ແທກແຊງວິທີການສະແຫວງຫາຄວາມຈິງຂອງຄົນອື່ນ. ບໍ່ຈຳເປັນຕ້ອງໃສ່ໃຈຄົນເຫຼົ່ານີ້. ແຕ່ບາງຄົນກໍອິດສາລິດສະຫຍາ ແລະ ກຽດຊັງຜູ້ທີ່ສະແຫວງຫາຄວາມຈິງ; ພວກເຂົາມັກຈະຕັດສິນ ແລະ ໂຈມຕີພວກເຂົາ ໃນຂະນະທີ່ປິດບັງເຈດຕະນາບາງຢ່າງ ແລະ ເຖິງຂັ້ນຊອກຫາຈຸດອ່ອນເພື່ອປະນາມພວກເຂົາ. ຄົນເຊັ່ນນີ້ຄວນລະວັງໃຫ້ດີ. ເຖິງແມ່ນວ່າສິ່ງທີ່ຄົນເຫຼົ່ານີ້ເວົ້າອາດຈະຟັງຄືວ່າຖືກຕ້ອງ, ມີເຫດຜົນ ແລະ ສອດຄ່ອງກັບຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ, ແຕ່ເມື່ອແຍກແຍະຢ່າງລະອຽດ, ມັນກໍສ່ວນຫຼາຍເປັນຄຳຕົວະ ແລະ ຂ່າວລື, ເປັນການເວົ້າຈາເຫຼວໄຫຼຢ່າງສິ້ນເຊີງ. ຂ່າວລື ແລະ ຄຳເວົ້າທີ່ເບິ່ງຄືຖືກຕ້ອງເຫຼົ່ານີ້ຄວນຖືກແຍກແຍະ. ບາງຄົນເວົ້າວ່າ “ຂ້ານ້ອຍຫາກໍເຊື່ອໃນພຣະເຈົ້າໄດ້ບໍ່ດົນ, ອ່ານພຣະທຳຂອງພຣະເຈົ້າໜ້ອຍ ແລະ ບໍ່ເຂົ້າໃຈຄວາມຈິງ. ຂ້ານ້ອຍຈະແຍກແຍະຂ່າວລື ແລະ ຄຳຕົວະໄດ້ແນວໃດ?” ວິທີດຽວກໍຄື, ນັບແຕ່ນີ້ເປັນຕົ້ນໄປ, ໃຫ້ໃສ່ໃຈໃນການອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ໃຫ້ພຣະທຳຂອງພຣະເຈົ້າຝັງຮາກຢູ່ໃນໃຈຂອງເຈົ້າ. ດ້ວຍການຊີ້ນໍາຂອງພຣະທຳຂອງພຣະເຈົ້າ ແລະ ການເບິ່ງບັນຫາຕ່າງໆຕາມຄວາມຈິງ, ເຈົ້າກໍຈະມີການແຍກແຍະ. ຂ່າວລືທີ່ຄົນເຫຼົ່ານີ້ເຜີຍແຜ່ຈະບໍ່ມີຜົນຕໍ່ເຈົ້າ ແລະ ຈະບໍ່ລົບກວນການສະແຫວງຫາທີ່ເປັນປົກກະຕິຂອງເຈົ້າ. ບໍ່ວ່າພວກເຂົາຈະສົນທະນາຂ່າວລືຫຍັງ ຫຼື ເວົ້າເລື່ອງໄຮ້ສາລະຫຍັງ, ເຈົ້າກໍຈະບໍ່ຫວັ່ນໄຫວຫຼັງຈາກທີ່ໄດ້ຍິນມັນ, ທັງຈະບໍ່ກາຍເປັນຄົນຄິດລົບ ແລະ ອ່ອນແອ ຫຼື ຍິ່ງໄປກວ່ານັ້ນກໍຄືຈະບໍ່ມີຄວາມເຂົ້າໃຈຜິດໃດໆກ່ຽວກັບພຣະເຈົ້າ; ເຈົ້າຈະພຽງແຕ່ໃສ່ໃຈໃນການສະແຫວງຫາໃນທິດທາງທີ່ຖືກຕ້ອງ. ນີ້ໝາຍຄວາມວ່າເຈົ້າມີການຕໍ່ຕ້ານ, ຄົນຮັບໃຊ້ຊາຕານເຊັ່ນນີ້ຈະບໍ່ສົ່ງກະທົບໃດໆໃນຄຣິສຕະຈັກອີກຕໍ່ໄປ. ບໍ່ມີທາງລັດໃນການຮຽນຮູ້ວິທີແຍກແຍະຂ່າວລື. ວິທີດຽວກໍຄືການຟັງຄຳເທດສະໜາໃຫ້ຫຼາຍຂຶ້ນ, ອ່ານພຣະທຳຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ໂອ້ລົມຄວາມຈິງໃຫ້ຫຼາຍຂຶ້ນ. ເມື່ອເຈົ້າບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ, ເຈົ້າກໍຈະມີການແຍກແຍະໂດຍທຳມະຊາດ. ຈຸດປະສົງຂອງການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງແມ່ນຫຍັງ? ມັນຄືການເຂົ້າໃຈຄວາມຈິງ ແລະ ແຍກແຍະຂ່າວລື ແລະ ຄຳເວົ້າທີ່ຜິດພາດເຫຼົ່ານັ້ນຜ່ານການອ່ານພຣະທຳຂອງພຣະເຈົ້າ. ຖ້າເຈົ້າເຫັນວ່າຂ່າວລືເຫຼົ່ານັ້ນຂັດແຍ້ງ ແລະ ຕໍ່ຕ້ານພຣະທຳຂອງພຣະເຈົ້າ, ເປັນສິ່ງທີ່ກົງກັນຂ້າມກັບຄວາມຈິງຢ່າງສິ້ນເຊີງ, ຂ່າວລືເຫຼົ່ານັ້ນກໍຈະສະຫຼາຍໄປເອງ. ແນ່ນອນ, ບາງຄົນເວົ້າວ່າ “ຂ້ານ້ອຍບໍ່ໄດ້ພະຍາຍາມອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈວ່າຄວາມຈິງໃນພຣະທຳຂອງພຣະເຈົ້າແມ່ນຫຍັງແທ້. ຂ້ານ້ອຍຈື່ໄດ້ພຽງຢ່າງດຽວຄື: ໃນການປະພຶດຕົນ, ຂ້ານ້ອຍຕ້ອງເຮັດຕາມຄົນສ່ວນໃຫຍ່. ສິ່ງໃດທີ່ຄົນສ່ວນໃຫຍ່ປະຕິເສດ, ຂ້ານ້ອຍກໍປະຕິເສດເຊັ່ນກັນ; ສິ່ງໃດທີ່ຄົນສ່ວນໃຫຍ່ຍອມຮັບ, ຂ້ານ້ອຍກໍຍອມຮັບເຊັ່ນກັນ. ຂ້ານ້ອຍພຽງແຕ່ເຮັດຕາມຄົນສ່ວນໃຫຍ່”. ຄຳເວົ້ານີ້ຖືກຕ້ອງບໍ? (ບໍ່.) ບາງຄັ້ງຄົນສ່ວນໃຫຍ່ກໍຜິດພາດເຊັ່ນກັນ ແລະ ການເຮັດຕາມຄົນສ່ວນໃຫຍ່ກໍໝາຍເຖິງການເຮັດຜິດພາດໄປກັບພວກເຂົາ. ເຈົ້າຕ້ອງຮຽນຮູ້ທີ່ຈະຕິດຕາມຜູ້ທີ່ເຂົ້າໃຈຄວາມຈິງ; ມີພຽງແຕ່ວິທີນີ້ເທົ່ານັ້ນທີ່ເປັນວິທີທີ່ດີ.
ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງເປັນສິ່ງທີ່ມັກຈະເກີດຂຶ້ນໃນຄຣິສຕະຈັກ. ເຖິງແມ່ນວ່າບັນຫານີ້ຈະບໍ່ແມ່ນບັນຫາໃຫຍ່, ແຕ່ມັນໄດ້ລົບກວນ ແລະ ສົ່ງຜົນຮ້າຍຕໍ່ຜູ້ທີ່ຖືກເລືອກຂອງພຣະເຈົ້າບໍ່ແມ່ນໜ້ອຍ. ຢ່າງໜ້ອຍທີ່ສຸດ, ມັນສາມາດເຮັດໃຫ້ຜູ້ຄົນຄິດລົບ ແລະ ອ່ອນແອ; ຢ່າງຮ້າຍແຮງທີ່ສຸດ, ມັນສາມາດເຮັດໃຫ້ຜູ້ຄົນອອກຫ່າງຈາກພຣະເຈົ້າ ແລະ ເຖິງຂັ້ນທໍລະຍົດຕໍ່ພຣະອົງ. ສະນັ້ນ, ການເຜີຍແຜ່ຂ່າວລືຈຶ່ງເປັນສິ່ງທີ່ເມີນເສີຍບໍ່ໄດ້. ເມື່ອມັນເກີດຂຶ້ນໃນຄຣິສຕະຈັກ, ມັນຄວນຖືກຢຸດຢັ້ງ ແລະ ຈຳກັດໂດຍທັນທີ. ຖ້າຜູ້ນໍາຄຣິສຕະຈັກມຶນຊາ ແລະ ໂງ່ຈ້າ, ບໍ່ສາມາດເຮັດວຽກງານຕົວຈິງໄດ້ ແລະ ບໍ່ສາມາດກວດພົບບັນຫານີ້, ແຕ່ບາງຄົນທີ່ມີຄຸນສົມບັດດີ ທີ່ສະແຫວງຫາ ແລະ ເຂົ້າໃຈຄວາມຈິງກວດພົບມັນ, ແລ້ວກຸ່ມຄົນຫຼັງຈາກນີ້ຄວນກ້າວອອກມາເພື່ອແກ້ໄຂບັນຫານີ້. ຜ່ານການສະແຫວງຫາ ແລະ ການໂອ້ລົມກັບຫຼາຍຄົນເພື່ອບັນລຸຄວາມເຫັນດີເຫັນພ້ອມ ແລະ ໄດ້ຮັບການຢືນຢັນ, ເມື່ອຕັດສິນໄດ້ແລ້ວວ່າກຳລັງມີການເຜີຍແຜ່ຂ່າວລື, ຜູ້ຄົນຄວນສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຖ້າບໍ່ຊັດເຈນວ່າຄຳເວົ້າໃດໜຶ່ງເປັນຄຳເວົ້າທີ່ຜິດພາດ, ຢ່າກຳນົດລັກສະນະຂອງມັນຢ່າງຕາບອດ. ສຳລັບຄຳເວົ້າທີ່ເຫັນໄດ້ຊັດເຈນ ແລະ ບໍ່ສາມາດເຂົ້າໃຈຜິດໄດ້, ທີ່ສາມາດແຍກແຍະໄດ້ງ່າຍວ່າເປັນຂ່າວລື ແລະ ຄຳເວົ້າທີ່ຜິດພາດ, ພວກມັນຄວນຖືກເປີດໂປງ ແລະ ໄຈ້ແຍກໂດຍທັນທີ ເພື່ອໃຫ້ທຸກຄົນສາມາດແຍກແຍະໄດ້. ຖ້າເຈົ້າບໍ່ສາມາດແຍກແຍະໄດ້ວ່າສິ່ງທີ່ຄົນໃດໜຶ່ງເວົ້າເປັນຂ່າວລື ຫຼື ຄຳເວົ້າທີ່ຜິດພາດ ຫຼັງຈາກທີ່ໄດ້ຍິນພວກເຂົາເວົ້າໜຶ່ງ ຫຼື ສອງປະໂຫຍກ, ເຈົ້າຄວນຈັດການກັບມັນຢ່າງລະມັດລະວັງ ແລະ ບໍ່ຄວນສະຫຼຸບຢ່າງຫຼັບຫູຫຼັບຕາ. ລໍຖ້າຈົນກວ່າພວກເຂົາຈະເວົ້າຈົບ ເພື່ອແຍກແຍະໃຫ້ຊັດເຈນ. ເມື່ອຢືນຢັນໄດ້ແລ້ວວ່າເປັນຂ່າວລື ຫຼື ຄຳເວົ້າທີ່ຜິດພາດ, ຄົນຜູ້ນີ້ຄວນຖືກຢຸດຢັ້ງ ແລະ ຈຳກັດໂດຍທັນທີ. ຖ້າການຕັກເຕືອນ ແລະ ການຈຳກັດຊ້ຳແລ້ວຊ້ຳອີກບໍ່ສາມາດຈຳກັດພວກເຂົາໄດ້ ແລະ ພວກເຂົາຍັງຄົງເຜີຍແຜ່ຂ່າວລືຢ່າງຕໍ່ເນື່ອງ, ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກ. ຫຼັກການ ແລະ ແນວທາງປະຕິບັດ ເມື່ອພົບເຫັນຄົນທີ່ເຜີຍແຜ່ຂ່າວລືໃນຄຣິສຕະຈັກ ຊັດເຈນແລ້ວບໍ? (ຊັດເຈນແລ້ວ.)
ເນື້ອໃນຂອງຂ່າວລືບໍ່ພຽງແຕ່ກ່ຽວຂ້ອງກັບບັນຫາໃຫຍ່ທີ່ເຮົາໄດ້ກ່າວເຖິງ; ຍັງມີຂ່າວລືບາງຢ່າງທີ່ເປັນພຽງເລື່ອງເລັກໆນ້ອຍໆ ເຊັ່ນ: ຄຳເວົ້າກ່ຽວກັບການລິຮານ ຫຼື ກ່ຽວກັບວ່າເຮືອນຂອງພຣະເຈົ້າໃຊ້ໃຜ ແລະ ກຳຈັດໃຜອອກ ແລະ ຖ້ອຍຄຳທີ່ບໍ່ເປັນຄວາມຈິງອື່ນໆ. ກ່ອນທີ່ຄຣິສຕະຈັກຈະຖືກຊຳລະລ້າງຢ່າງຄົບຖ້ວນ, ກໍມີຜູ້ນໍາປອມ, ພວກຕໍ່ຕ້ານພຣະຄຣິສ, ຄົນຊົ່ວຊ້າຕ່າງໆ, ຄົນເບົາສະໝອງ, ຄົນສະໝອງຕຶບທີ່ບໍ່ມີຄວາມເຂົ້າໃຈຝ່າຍວິນຍານ, ມີຄົນທຸກປະເພດຢູ່ໃນນັ້ນ. ຄົນຂີ້ຕົວະ ແລະ ຜູ້ສ້າງຂ່າວລືເປັນສິ່ງທີ່ເຫັນໄດ້ທົ່ວໄປ ແລະ ມີຂ່າວລື ແລະ ຄຳເວົ້າຊົ່ວຊ້າທຸກປະເພດໃນທ່າມກາງຜູ້ຄົນ. ກ່ຽວກັບຂ່າວລືເຫຼົ່ານີ້, ໃນດ້ານໜຶ່ງ, ຜູ້ຄົນຕ້ອງມີເຫດຜົນທີ່ເປັນປົກກະຕິເພື່ອຕັດສິນພວກມັນ; ໃນອີກດ້ານໜຶ່ງ, ສຳລັບຂ່າວລືທີ່ຮ້າຍແຮງກວ່າທີ່ກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າ, ແຜນການຄຸ້ມຄອງຂອງພຣະເຈົ້າ, ຕົວຂອງພຣະເຈົ້າເອງ ແລະ ແມ່ນແຕ່ພຣະດຳລັດຂອງເຮືອນຂອງພຣະເຈົ້າ ແລະ ເລື່ອງອື່ນໆ, ຜູ້ຄົນຕ້ອງມີຄວາມຈິງເພື່ອແຍກແຍະສິ່ງເຫຼົ່ານີ້. ສຳລັບເລື່ອງພາຍນອກ, ຜູ້ຄົນຕ້ອງມີເຫດຜົນຂອງຄວາມເປັນມະນຸດທີ່ເປັນປົກກະຕິເພື່ອຕັດສິນພວກມັນ. ສຳລັບເລື່ອງທີ່ກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າ ແລະ ຄວາມຈິງ, ຜູ້ຄົນຕ້ອງມີຄວາມຈິງຄວາມເປັນຈິງ ແລະ ຄວາມເຕີບໂຕເພື່ອແຍກແຍະພວກມັນ. ສະຫຼຸບກໍຄື, ບໍ່ວ່າຈະເປັນຂ່າວລືປະເພດໃດກໍຕາມ, ຜູ້ຄົນຄວນແຍກແຍະ ແລະ ປະຕິເສດພວກມັນ, ບໍ່ແມ່ນຍອມຮັບພວກມັນ. ແນ່ນອນ, ບາງຄົນບໍ່ໄດ້ສະແຫວງຫາຄວາມຈິງ ແລະ ດຳລົງຊີວິດຢູ່ກັບຂ່າວລືເຫຼົ່ານີ້. ມື້ນີ້, ມີຄົນເຜີຍແຜ່ຄຳເວົ້າໃດໜຶ່ງ ແລະ ເກີດມີກະແສລົມພັດໄປທາງໜຶ່ງ ແລະ ຄົນເຫຼົ່ານີ້ກໍເນີ້ງໄປຕາມ. ມື້ອື່ນ, ມີຄຳເວົ້າອື່ນມາສ້າງກະແສໄປອີກທາງໜຶ່ງ ແລະ ພວກເຂົາກໍເຮັດຕາມ. ຕົວຢ່າງ: ຜູ້ນໍາ ຫຼື ຜູ້ເຮັດວຽກບາງຄົນເວົ້າວ່າ ຜູ້ທີ່ສາມາດຂຽນບົດຄວາມຄຳພະຍານໄດ້ ສາມາດຖືກເຮັດໃຫ້ສົມບູນໄດ້, ດັ່ງນັ້ນ ພວກເຂົາຈຶ່ງຝຶກຂຽນບົດຄວາມ, ຮຽນການຂຽນ ແລະ ຊອກຫາຂໍ້ມູນ. ມື້ຕໍ່ມາ, ຜູ້ນໍາ ຫຼື ຜູ້ເຮັດວຽກຄົນອື່ນເວົ້າວ່າ ຜູ້ທີ່ປະຕິບັດໜ້າທີ່ຂອງພວກເຂົາສາມາດລອດພົ້ນໄດ້, ດັ່ງນັ້ນ ພວກເຂົາຈຶ່ງເລີ່ມເຮັດໃຫ້ຕົນເອງຫຍຸ້ງຢູ່ກັບການປະຕິບັດໜ້າທີ່. ແຕ່ບໍ່ວ່າພວກເຂົາຈະຫຍຸ້ງສໍ່າໃດ, ພວກເຂົາກໍບໍ່ເຄີຍກະວົນກະວາຍ ຫຼື ສົນໃຈໃນເລື່ອງທີ່ສຳຄັນທີ່ສຸດຄື: ການສະແຫວງຫາຄວາມຈິງ ແລະ ທາງເຂົ້າຂອງຊີວິດ. ແນວໂນ້ມທີ່ຊົ່ວຮ້າຍຕ່າງໆທີ່ເກີດຂຶ້ນໃນທ່າມກາງກຸ່ມຕ່າງໆໃນຄຣິສຕະຈັກ ມັກຈະພັດພາເອົາບາງຄົນໄປ. ຂ່າວລືຕ່າງໆທີ່ເກີດຂຶ້ນໃນທ່າມກາງສະມາຊິກຄຣິສຕະຈັກ ມັກຈະນໍາພາຢ່າງຜິດໆ ແລະ ສົ່ງອິດທິພົນຕໍ່ບາງຄົນ. ແນວໃດກໍຕາມ, ກໍມີບາງຄົນທີ່ຍັງຄົງບໍ່ສົນໃຈ ແລະ ບໍ່ໃສ່ໃຈຂ່າວລືເຫຼົ່ານີ້ທີ່ພວກເຂົາໄດ້ຍິນ. ພວກເຂົາບໍ່ສົນໃຈວ່າເຮືອນຂອງພຣະເຈົ້າກຳລັງເຮັດວຽກງານຫຍັງ; ພວກເຂົາບໍ່ສົນໃຈໃນການເຊື່ອໃນພຣະເຈົ້າ ແລະ ບໍ່ແມ່ນຜູ້ເຊື່ອທີ່ແທ້ຈິງ. ຄົນເຫຼົ່ານີ້ເປັນພຽງຜູ້ເຊື່ອໃນນາມ. ມີຄົນອີກກຸ່ມໜຶ່ງທີ່ດີກວ່າໜ້ອຍໜຶ່ງ; ພວກເຂົາສາມາດສະແຫວງຫາຄວາມຈິງ ແລະ ຍອມຮັບຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ຮັບຜົນກະທົບຈາກສິ່ງທີ່ເປັນລົບ ແລະ ຄົນທີ່ເປັນລົບເຫຼົ່ານີ້. ມີພຽງແຕ່ຜູ້ທີ່ມີຄວາມເຕີບໂຕນ້ອຍ, ບໍ່ມີພື້ນຖານ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ທີ່ມັກຈະໄດ້ຮັບອິດທິພົນຈາກຄຳເວົ້າ ແລະ ຖ້ອຍຄຳທີ່ແຕກຕ່າງກັນ. ເພາະວ່າຄົນເຫຼົ່ານີ້ມັກຈະເຮັດຕາມ, ຈຶ່ງມີບາງຄົນທີ່ສ້າງຂ່າວລືຕ່າງໆເພື່ອປຸກປັ່ນຢູ່ສະເໝີ. ພວກເຂົາຮູ້ສຶກວ່າ ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ການເຊື່ອໃນພຣະເຈົ້າມີຊີວິດຊີວາ ແລະ ໜ້າຕື່ນເຕັ້ນ ແລະ ບໍ່ໜ້າເບື່ອ ແລະ ມັນເປັນວິທີດຽວທີ່ເຮັດໃຫ້ພວກເຂົາຮູ້ສຶກສຳຄັນ. ສິ່ງເຫຼົ່ານີ້ມັກຈະເກີດຂຶ້ນໃນທ່າມກາງຜູ້ເຊື່ອໃໝ່. ຖ້າຄຣິສຕະຈັກໃດໜຶ່ງເຕັມໄປດ້ວຍການເຜີຍແຜ່ຂ່າວລື ແລະ ຜູ້ຄົນຖືກຫຼອກລວງ, ມັນກໍໝາຍຄວາມວ່າ ມີຄົນທີ່ເຂົ້າໃຈຄວາມຈິງໜ້ອຍເກີນໄປໃນຄຣິສຕະຈັກນັ້ນຢ່າງແນ່ນອນ. ໃນຄຣິສຕະຈັກ, ຄົນທີ່ກ່າວມາຂ້າງເທິງນັ້ນເຮັດຕາມຂ່າວລືໃດໆກໍຕາມ ແລະ ການປຸກປັ່ນໃດໆກໍຕາມທີ່ຜູ້ທີ່ມີເຈດຕະນາບໍ່ດີສ້າງຂຶ້ນ, ເຊິ່ງເປັນເລື່ອງທີ່ສ້າງຄວາມລຳບາກຫຼາຍ. ສ່ວນໜຶ່ງນີ້ເປັນຍ້ອນຄວາມສາມາດທີ່ຕໍ່າ ແລະ ຍັງເປັນການສະແດງອອກທີ່ແທ້ຈິງຂອງການບໍ່ເຂົ້າໃຈຄວາມຈິງ. ສ່ວນໃຫຍ່ຂອງສິ່ງທີ່ຄົນທີ່ບໍ່ເຂົ້າໃຈຄວາມຈິງເວົ້ານັ້ນບໍ່ສາມາດເປັນຈິງໄດ້ ແລະ ມີສິ່ງທີ່ບໍ່ບໍລິສຸດປົນຢູ່; ເວົ້າຢ່າງເຂັ້ມງວດ, ມັນກໍເປັນຄຳຕົວະທັງໝົດ. ຖ້າມັນມີແຮງຈູງໃຈ ແລະ ຈຸດປະສົງ, ແລ້ວມັນກໍບໍ່ແມ່ນພຽງແຕ່ຄຳຕົວະ ແຕ່ຍິ່ງໄປກວ່ານັ້ນກໍຄືແຜນການຂອງຊາຕານ ແລະ ການສົມຮູ້ຮ່ວມຄິດຂອງຄົນຊົ່ວຊ້າ. ສະນັ້ນ, ສ່ວນໃຫຍ່ຂອງສິ່ງທີ່ຄົນທີ່ບໍ່ມີຄວາມຈິງເວົ້ານັ້ນເປັນການເວົ້າຊົ່ວຊ້າ ແລະ ບໍ່ໜ້າເຊື່ອຖື.
ການໂອ້ລົມກ່ຽວກັບການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງກໍຈົບລົງພຽງເທົ່ານີ້. ເລື່ອງການເຜີຍແຜ່ຂ່າວລືນີ້ເປັນສິ່ງທີ່ເປີດເຜີຍຜູ້ຄົນຫຼາຍທີ່ສຸດ ແລະ ມັນກໍເຮັດໃຫ້ເຫັນພຶດຕິກຳຂອງຄົນຕ່າງໆໄດ້ຢ່າງຊັດເຈນ. ຕອນນີ້ພວກເຈົ້າຄວນເຂົ້າໃຈແລ້ວວ່າຄວນມີທັດສະນະຄະຕິແນວໃດຕໍ່ຂ່າວລື ແລະ ຜູ້ທີ່ເຜີຍແຜ່ຂ່າວລື ແລະ ຄວນໃຊ້ວິທີໃດໃນການຈັດການກັບພວກເຂົາ ແລ້ວແມ່ນບໍ່? (ແມ່ນແລ້ວ.) ເມື່ອພວກເຈົ້າເຂົ້າໃຈແລ້ວ, ເມື່ອພວກເຈົ້າພົບພໍ້ກັບເລື່ອງເຊັ່ນນີ້ອີກ, ພວກເຈົ້າຄວນປຽບທຽບກັບການໂອ້ລົມຂອງພວກເຮົາ ແລະ ໃຊ້ວິທີທີ່ຖືກຕ້ອງທີ່ສຸດໃນການແກ້ໄຂບັນຫາເຫຼົ່ານີ້. ນີ້ຄືສິ່ງທີ່ສອດຄອງກັບຫຼັກການ.
ວັນທີ 17 ກໍລະກົດ 2021